ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂປໂລໃນນະຄອນໂລມ

ໂປໂລໃນນະຄອນໂລມ

ບົດ 113

ໂປໂລ​ໃນ​ນະຄອນ​ໂລມ

ເບິ່ງ​ໂຊ້​ທີ່​ເຂົາ​ໃຊ້​ລ່າມ​ໂປໂລ​ແດ່ ແລະ​ເບິ່ງ​ທະຫານ​ໂລມ​ເຝົ້າ​ຍາມ​ເພິ່ນ. ໂປໂລ​ເປັນ​ນັກ​ໂທດ​ຢູ່​ໃນ​ນະຄອນ​ໂລມ. ເພິ່ນ​ພວມ​ລໍ​ຖ້າ​ຈົນ​ກວ່າ​ເຊຊາ​ຜູ້​ປົກຄອງ​ແຫ່ງ​ນະຄອນ​ໂລມ​ຈະ​ຕັດສິນ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ເພິ່ນ. ຂະນະ​ທີ່​ເປັນ​ນັກ​ໂທດ​ຢູ່ ປະຊາຊົນ​ໄດ້​ຮັບ​ການ​ອະນຸຍາດ​ໃຫ້​ເຂົ້າ​ຢາມ​ເພິ່ນ​ໄດ້.

ສາມ​ມື້​ຫຼັງ​ຈາກ​ໂປໂລ​ມາ​ເຖິງ​ນະຄອນ​ໂລມ ເພິ່ນ​ສົ່ງ​ຂ່າວ​ໄປ​ຍັງ​ຫົວໜ້າ​ຂອງ​ພວກ​ຍິວ​ບາງ​ຄົນ​ເຊີນ​ໃຫ້​ມາ​ພົບ​ເພິ່ນ. ຜົນ​ກໍ່​ຄື​ຊາວ​ຍິວ​ຫຼາຍ​ຄົນ​ໃນ​ນະຄອນ​ໂລມ​ພາ​ກັນ​ມາ. ໂປໂລ​ປະກາດ​ແກ່​ເຂົາ​ກ່ຽວ​ກັບ​ພະ​ເຍຊູ​ແລະ​ລາຊະອານາຈັກ​ຂອງ​ພະເຈົ້າ. ບາງ​ຄົນ​ກໍ່​ເຊື່ອ​ຖື​ແລະ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ແຕ່​ສ່ວນ​ຄົນ​ອື່ນ​ບໍ່​ເຊື່ອ.

ໂປໂລ​ຍັງ​ປະກາດ​ແກ່​ພວກ​ທະຫານ​ແຕ່​ລະ​ຄົນ​ທີ່​ມີ​ໜ້າທີ່​ຄວບຄຸມ​ເພິ່ນ​ນັ້ນ​ດ້ວຍ. ໂປໂລ​ປະກາດ​ແກ່​ທຸກ​ຄົນ​ເທົ່າ​ທີ່​ເຮັດ​ໄດ້​ເປັນ​ເວລາ​ສອງ​ປີ​ທີ່​ເປັນ​ນັກ​ໂທດ​ຢູ່​ທີ່​ນີ້. ຜົນ​ກໍ່​ຄື ແມ່ນ​ແຕ່​ຜູ້​ຄົນ​ຢູ່​ໃນ​ລາຊະສຳນັກ​ຂອງ​ກະສັດ​ເຊຊາ​ກໍ່​ໄດ້​ຍິນ​ຂ່າວ​ດີ​ກ່ຽວ​ກັບ​ລາຊະອານາຈັກ ແລະ​ບາງ​ຄົນ​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ.

ແຕ່​ຄົນ​ມາ​ຢາມ​ຜູ້​ນີ້​ຊຶ່ງ​ພວມ​ຂຽນ​ໜັງສື​ຢູ່​ທີ່​ໂຕ໊ະ​ແມ່ນ​ໃຜ? ເຈົ້າ​ເດົາ​ໄດ້​ບໍ? ເປັນ​ຕີໂມເຕ​ນັ້ນ​ເອງ. ຕີໂມເຕ​ເຄີຍ​ຢູ່​ໃນ​ຄຸກ​ຄື​ກັນ​ເພາະ​ການ​ປະກາດ​ເລື່ອງ​ລາຊະອານາຈັກ ແຕ່​ເຂົາ​ມີ​ອິດສະຫຼະ​ອີກ​ເທື່ອ​ນຶ່ງ. ແລະ​ເຂົາ​ມາ​ທີ່​ນີ້​ເພື່ອ​ຊ່ວຍ​ໂປໂລ. ຕີໂມເຕ​ພວມ​ຂຽນ​ຫຍັງ​ເຈົ້າ​ຮູ້​ບໍ? ໃຫ້​ເຮົາ​ເບິ່ງ​ຕໍ່​ໄປ.

ເຈົ້າ​ຈື່​ເມືອງ​ຟີລິບ​ປີ​ຫຼື​ຟີລິບ​ແລະ​ເມືອງ​ເອເຟດ​ໃນ​ເລື່ອງ​ໜ້າ 110 ໄດ້​ບໍ? ໂປໂລ​ໄດ້​ຊ່ວຍ​ຕັ້ງ​ປະຊາຄົມ​ຄລິດສະຕຽນ​ໃນ​ເມືອງ​ເຫຼົ່າ​ນີ້. ຕອນ​ນີ້​ຂະນະ​ທີ່​ເພິ່ນ​ຢູ່​ໃນ​ຄຸກ ໂປໂລ​ຂຽນ​ຈົດໝາຍ​ເຖິງ​ຊົນ​ຄລິດສະຕຽນ​ທີ່​ນັ້ນ. ຈົດໝາຍ​ເຫຼົ່າ​ນີ້​ຢູ່​ໃນ​ຄຳພີ​ໄບເບິນ. ແລະ​ຈົດໝາຍ​ເຫຼົ່າ​ນີ້​ຖືກ​ເອີ້ນ​ວ່າ​ເອເຟດ​ແລະ​ຟີລິບ. ຕອນ​ນີ້​ໂປໂລ​ພວມ​ບອກ​ຂໍ້​ຄວາມ​ໃຫ້​ຕີໂມເຕ​ຂຽນ​ເຖິງ​ເພື່ອນ​ຄລິດສະຕຽນ​ທັງ​ຫຼາຍ​ໃນ​ເມືອງ​ຟີລິບ.

ຊາວ​ເມືອງ​ຟີລິບ​ເຄີຍ​ສະແດງ​ນ້ຳໃຈ​ກະລຸນາ​ຫຼາຍ​ຕໍ່​ໂປໂລ. ເຂົາ​ໄດ້​ຝາກ​ສິ່ງ​ຂອງ​ມາ​ໃຫ້​ເພິ່ນ​ໃນ​ຄຸກ​ທີ່​ນີ້. ດັ່ງ​ນັ້ນ​ໂປໂລ​ຈຶ່ງ​ກ່າວ​ຄຳ​ຂອບໃຈ​ເຂົາ​ສຳລັບ​ສິ່ງ​ຂອງ​ນັ້ນ. ເອປາໂຟດີດ​ເປັນ​ຜູ້​ທີ່​ໄດ້​ນຳ​ເອົາ​ສິ່ງ​ຂອງ​ນັ້ນ​ມາ. ແຕ່​ເຂົາ​ເກີດ​ລົ້ມ​ປ່ວຍ​ລົງ​ເກືອບ​ຕາຍ. ບັດ​ນີ້​ເຂົາ​ສະບາຍ​ດີ​ແລ້ວ​ແລະ​ພ້ອມ​ທີ່​ຈະ​ເມືອ​ບ້ານ. ເຂົາ​ຈະ​ຖື​ຈົດໝາຍ​ນີ້​ຈາກ​ໂປໂລ​ແລະ​ຕີໂມເຕ​ໄປ​ດ້ວຍ​ເມື່ອ​ເຂົາ​ເມືອ​ເມືອງ​ຟີລິບ.

ຂະນະ​ທີ່​ຢູ່​ໃນ​ຄຸກ​ໂປໂລ​ຂຽນ​ຈົດໝາຍ​ອີກ​ສອງ​ສະບັບ​ທີ່​ພວກ​ເຮົາ​ມີ​ຢູ່​ໃນ​ຄຳພີ​ໄບເບິນ. ສະບັບ​ນຶ່ງ​ຂຽນ​ໄປ​ເຖິງ​ຊົນ​ຄລິດສະຕຽນ​ໃນ​ເມືອງ​ໂກໂລດ. ສະບັບ​ນີ້​ເອີ້ນ​ວ່າ​ຢ່າງ​ໃດ​ເຈົ້າ​ຮູ້​ບໍ? ໂກໂລດ. ຈົດໝາຍ​ອີກ​ສະບັບ​ນຶ່ງ​ເປັນ​ຈົດໝາຍ​ສ່ວນ​ຕົວ​ໄປ​ເຖິງ​ເພື່ອນ​ໃກ້​ຊິດ​ຄົນ​ນຶ່ງ​ຊື່​ຟີເລໂມນ ຊຶ່ງ​ຢູ່​ທີ່​ເມືອງ​ໂກໂລດ​ຄື​ກັນ. ຈົດໝາຍ​ສະບັບ​ນີ້​ເປັນ​ເລື່ອງ​ກ່ຽວ​ກັບ​ໂອເນຊິມ​ຜູ້​ຮັບໃຊ້​ຂອງ​ຟີເລໂມນ.

ໂອເນຊິມ​ໄດ້​ປົບ​ໜີ​ໄປ​ຈາກ​ຟີເລໂມນ​ແລະ​ມາ​ທີ່​ນະຄອນ​ໂລມ. ໂອເນຊິມ​ໄດ້​ຮູ້​ຂ່າວ​ກ່ຽວ​ກັບ​ໂປໂລ​ວ່າ​ເພິ່ນ​ຖືກ​ຂັງ​ຄຸກ​ທີ່​ນີ້. ເຂົາ​ໄດ້​ມາ​ຢາມ​ເພິ່ນ​ແລະ​ໂປໂລ​ຈຶ່ງ​ປະກາດ​ແກ່​ໂອເນຊິມ. ບໍ່​ຊ້າ​ບໍ່​ນານ​ໂອເນຊິມ​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ດ້ວຍ. ຂະນະ​ນີ້​ໂອເນຊິມ​ເສຍໃຈ​ທີ່​ຕົນ​ໄດ້​ໜີ​ໄປ. ໃນ​ຈົດໝາຍ​ສະບັບ​ທີ່​ມີ​ໄປ​ເຖິງ​ຟີເລໂມນ​ນັ້ນ​ໂປໂລ​ບອກ​ວ່າ​ຢ່າງ​ໃດ ເຈົ້າ​ຮູ້​ບໍ?

ໂປໂລ​ຂໍ​ຟີເລໂມນ​ໃຫ້​ຍົກ​ໂທດ​ໂອເນຊິມ. ເພິ່ນ​ຂຽນ​ວ່າ: ‘ຂ້າພະເຈົ້າ​ສົ່ງ​ເຂົາ​ກັບ​ມາ​ຫາ​ທ່ານ ປັດຈຸບັນ​ນີ້​ເຂົາ​ບໍ່​ພຽງ​ແຕ່​ເປັນ​ຄົນ​ຮັບໃຊ້​ຂອງ​ທ່ານ ແຕ່​ຍັງ​ເປັນ​ພີ່​ນ້ອງ​ຄລິດສະຕຽນ​ທີ່​ດີ​ອີກ​ດ້ວຍ.’ ເມື່ອ​ໂອເນຊິມ​ເມືອ​ຍັງ​ເມືອງ​ໂກໂລດ​ເຂົາ​ຖື​ຈົດໝາຍ​ສອງ​ສະບັບ​ນີ້​ໄປ​ດ້ວຍ ສະບັບ​ນຶ່ງ​ເຖິງ​ຊາວ​ໂກໂລດ​ແລະ​ອີກ​ສະບັບ​ນຶ່ງ​ເຖິງ​ຟີເລໂມນ. ເຮົາ​ຄົງ​ພໍ​ເຂົ້າ​ໃຈ​ໄດ້​ວ່າ​ຟີເລໂມນ​ຈະ​ມີ​ຄວາມ​ດີໃຈ​ຫຼາຍ​ປານ​ໃດ​ເມື່ອ​ເຂົາ​ຮູ້​ວ່າ​ຄົນ​ຮັບໃຊ້​ຂອງ​ຕົນ​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ.

ເມື່ອ​ໂປໂລ​ຂຽນ​ຈົດໝາຍ​ເຖິງ​ຊາວ​ຟີລິບ​ແລະ​ເຖິງ​ຟີເລໂມນ ເພິ່ນ​ມີ​ຂ່າວ​ດີ​ແທ້​ຈິງ​ບາງ​ຢ່າງ. ໂປໂລ​ບອກ​ຊາວ​ຟີລິບ​ວ່າ: ‘ເຮົາ​ຈະ​ສົ່ງ​ຕີໂມເຕ​ໄປ​ຫາ​ພວກ​ທ່ານ ແລະ​ບໍ່​ດົນ​ເຮົາ​ຈະ​ມາ​ຢາມ​ທ່ານ​ດ້ວຍ.’

ເມື່ອ​ໂປໂລ​ຖືກ​ປ່ອຍ​ເປັນ​ອິດສະຫຼະ​ເພິ່ນ​ໄປ​ຢາມ​ພີ່​ນ້ອງ​ຄລິດສະຕຽນ​ຫຼາຍ​ບ່ອນ ແຕ່​ຕໍ່​ມາ​ໂປໂລ​ຖືກ​ຂັງ​ຄຸກ​ໃນ​ນະຄອນ​ໂລມ​ອີກ​ເທື່ອ​ນຶ່ງ. ເພິ່ນ​ຮູ້​ວ່າ​ເທື່ອ​ນີ້​ເພິ່ນ​ຈະ​ຖືກ​ຂ້າ. ດັ່ງ​ນັ້ນ​ເພິ່ນ​ຈຶ່ງ​ຂຽນ​ເຖິງ​ຕີໂມເຕ​ແລະ​ຂໍ​ໃຫ້​ມາ​ຫາ​ເພິ່ນ​ໄວໆ. ໂປໂລ​ຂຽນ​ດັ່ງ​ນີ້: ‘ຂ້າພະເຈົ້າ​ໄດ້​ຮັກສາ​ຄວາມ​ຊື່​ສັດ​ໝັ້ນຄົງ​ຕໍ່​ພະເຈົ້າ ແລະ​ພະເຈົ້າ​ຈະ​ປະທານ​ບຳເໜັດ​ແກ່​ຂ້າພະເຈົ້າ.’ ບໍ່​ກີ່​ປີ​ຕໍ່​ມາ​ໂປໂລ​ຖືກ​ຂ້າ ນະຄອນ​ເຢຣຶຊາເລມ​ຖືກ​ທຳລາຍ​ອີກ ເທື່ອ​ນີ້​ໂດຍ​ຊາດ​ໂລມ.

ແຕ່​ມີ​ເລື່ອງ​ອີກ​ໃນ​ພະ​ຄຳພີ. ພະ​ເຢໂຫວາ​ພະເຈົ້າ​ໄດ້​ໃຫ້​ອັກຄະສາວົກ​ໂຍຮັນ​ຂຽນ​ສອງ​ສາມ​ເຫຼັ້ມ​ສຸດ​ທ້າຍ ລວມ​ທັງ​ພະທຳ​ຄຳປາກົດ​ດ້ວຍ. ປຶ້ມ​ພະ​ຄຳພີ​ເຫຼັ້ມ​ນີ້​ບອກ​ເຖິງ​ອະນາຄົດ. ຕໍ່​ໄປ​ນີ້​ໃຫ້​ເຮົາ​ຮຽນ​ຮູ້​ວ່າ​ອະນາຄົດ​ຈະ​ເປັນ​ຢ່າງ​ໃດ.

ກິດຈະການ 28:​16-31; ຟີລິບ 1:13; 2:​19-30; 4:​18-23; ເຫບເລິ 13:23; ຟີເລໂມນ 1-25; ໂກໂລດ 4:​7-9; 2 ຕີໂມເຕ 4:​7-9.