ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງທີ່ຄຳພີໄບເບິນບອກລ່ວງໜ້າເປັນຂຶ້ນຈິງ

ສິ່ງທີ່ຄຳພີໄບເບິນບອກລ່ວງໜ້າເປັນຂຶ້ນຈິງ

ພາກ 8

ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ເປັນ​ຂຶ້ນ​ຈິງ

ຄຳພີ​ໄບເບິນ​ບໍ່​ພຽງ​ແຕ່​ສະເໜີ​ປະຫວັດສາດ​ເລື່ອງ​ຈິງ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ສະໄໝ​ກ່ອນ ແຕ່​ຍັງ​ໄດ້​ບອກ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ມະນຸດ​ບໍ່​ສາມາດ​ບອກ​ເຖິງ​ເຫດການ​ພາຍ​ໜ້າ​ໄດ້. ດ້ວຍ​ເຫດ​ນີ້​ເອງ​ເຮົາ​ຈຶ່ງ​ຮູ້​ວ່າ​ພະ​ຄຳພີ​ມາ​ຈາກ​ພະເຈົ້າ. ຄຳພີ​ໄບເບິນ​ກ່າວ​ວ່າ​ຢ່າງ​ໃດ​ກ່ຽວ​ກັບ​ອະນາຄົດ?

ພະ​ຄຳພີ​ບອກ​ເຖິງ​ສົງຄາມ​ໃຫຍ່​ຂອງ​ພະເຈົ້າ. ໃນ​ສົງຄາມ​ນີ້​ພະເຈົ້າ​ຈະ​ຊຳລະ​ລ້າງ​ຄົນ​ຊົ່ວ​ແລະ​ຄວາມ​ຊົ່ວ​ທັງ​ໝົດ​ອອກ​ໄປ​ຈາກ​ແຜ່ນດິນ​ໂລກ​ນີ້ ແຕ່​ພະອົງ​ຈະ​ປ້ອງກັນ​ຄົນ​ເຫຼົ່າ​ນັ້ນ​ທີ່​ຮັບໃຊ້​ພະອົງ. ກະສັດ​ຜູ້​ຊຶ່ງ​ພະເຈົ້າ​ໄດ້​ແຕ່ງ​ຕັ້ງ​ຂຶ້ນ​ຄື​ພະ​ເຍຊູ​ຄລິດ​ຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຈະ​ມີ​ສັນຕິພາບ​ແລະ​ຄວາມ​ສຸກ​ເບີກບານ​ແລະ​ເຂົາ​ຈະ​ບໍ່​ເຈັບ​ປ່ວຍ​ຫຼື​ຕາຍ​ອີກ​ເລີຍ.

ເຮົາ​ສາມາດ​ດີໃຈ​ໄດ້​ໃນ​ການ​ທີ່​ພະເຈົ້າ​ຈະ​ກະທຳ​ໃຫ້​ມີ​ອຸດທະຍານ​ໃໝ່​ຂຶ້ນ​ເທິງ​ແຜ່ນດິນ​ໂລກ​ນີ້​ແມ່ນ​ບໍ? ແຕ່​ຖ້າ​ເຮົາ​ຫວັງ​ທີ່​ຈະ​ຢູ່​ໃນ​ອຸດທະຍານ​ນີ້​ເຮົາ​ຕ້ອງ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ. ໃນ​ເລື່ອງ​ສຸດ​ທ້າຍ​ຂອງ​ປຶ້ມ​ເຫຼັ້ມ​ນີ້​ເຮົາ​ຈະ​ໄດ້​ຮຽນ​ຮູ້​ເຖິງ​ສິ່ງ​ຊຶ່ງ​ເຮົາ​ຈຳຕ້ອງ​ເຮັດ​ເພື່ອ​ຈະ​ໄດ້​ຮັບ​ສິ່ງ​ອັນ​ໜ້າ​ພິດສະຫວົງ​ຕ່າງໆທີ່​ພະເຈົ້າ​ໄດ້​ຈັດ​ໄວ້​ໃຫ້​ແກ່​ຄົນ​ເຫຼົ່າ​ນັ້ນ​ທີ່​ຮັບໃຊ້​ພະອົງ. ດັ່ງ​ນັ້ນ​ຈົ່ງ​ອ່ານ​ພາກ 8 ນີ້​ແລະ​ຮຽນ​ຮູ້​ເຖິງ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ກ່ຽວ​ກັບ​ເວລາ​ພາຍ​ໜ້າ.