ຄວາມຊົ່ວຮ້າຍທັງໝົດສິ້ນສຸດລົງ
ບົດ 114
ຄວາມຊົ່ວຮ້າຍທັງໝົດສິ້ນສຸດລົງ
ເຈົ້າເຫັນສິ່ງໃດທີ່ນີ້? ຈ້າວ ເຫັນກອງທະຫານຂີ່ມ້າຂາວ. ແຕ່ຂໍສັງເກດວ່າພວກເຂົາມາຈາກໃສ. ຝູງມ້າພວມແລ່ນຫໍ້ລົງມາໄວໆເທິງເມກຈາກສະຫວັນ. ໃນສະຫວັນມີມ້າແທ້ໆບໍ?
ບໍ່ ຝູງມ້າເຫຼົ່ານີ້ບໍ່ແມ່ນມ້າອີ່ຫຼີ. ເຮົາຮູ້ເລື່ອງນີ້ເພາະວ່າມ້າແລ່ນເທິງເມກບໍ່ໄດ້ ແມ່ນບໍ? ແຕ່ພະຄຳພີເວົ້າເຖິງຝູງມ້າໃນສະຫວັນ. ເຈົ້າຮູ້ບໍວ່າເປັນຫຍັງພະຄຳພີເວົ້າຢ່າງນັ້ນ?
ເພາະວ່າໃນສະໄໝກ່ອນໆນີ້ເຄີຍມີການໃຊ້ມ້າກັນໃນການສູ້ຮົບ. ດັ່ງນັ້ນຄຳພີໄບເບິນຈຶ່ງບອກເຖິງຄົນທີ່ຂີ່ມ້າລົງມາຈາກສະຫວັນເພື່ອສະແດງວ່າ ພະເຈົ້າມີສົງຄາມທີ່ຈະສູ້ຮົບກັບຜູ້ຄົນເທິງແຜ່ນດິນໂລກ. ເຈົ້າຮູ້ບໍວ່າສະຖານທີ່ຊຶ່ງຈະມີສົງຄາມນີ້ມີຊື່ອັນໃດ? ອະລະມະເຄໂດນ. ສົງຄາມນີ້ຈະທຳລາຍຄວາມຊົ່ວຮ້າຍທັງໝົດເທິງແຜ່ນດິນໂລກ.
ພະເຍຊູຈະເປັນຜູ້ນຳໜ້າໃນການສູ້ຮົບເທື່ອນີ້ທີ່ສົງຄາມອະລະມະເຄໂດນ. ຈົ່ງຈື່ໄວ້ວ່າ ພະເຍຊູຄືຜູ້ທີ່ພະເຢໂຫວາເລືອກໃຫ້ເປັນກະສັດແຫ່ງລັດຖະບານຂອງພະອົງ. ດ້ວຍເຫດນີ້ພະເຍຊູສວມມົງກຸດແຫ່ງກະສັດ. ແລະດາບນັ້ນສະແດງວ່າພະອົງຈະຂ້າຟັນພວກສັດຕູທັງໝົດຂອງພະເຈົ້າ. ການທີ່ພະເຈົ້າຈະທຳລາຍຄົນຊົ່ວທັງໝົດຢ່າງນີ້ ຄວນຈະເຮັດໃຫ້ເຮົາແປກໃຈບໍ?
ຂໍຫວນໄປເບິ່ງເລື່ອງທີ 10 ແດ່. ເຈົ້າເຫັນສິ່ງໃດທີ່ນັ້ນ? ແມ່ນແລ້ວນ້ຳຖ້ວມໃຫຍ່ທີ່ໄດ້ທຳລາຍຄົນຊົ່ວ. ແມ່ນໃຜທີ່ກະທຳໃຫ້ເກີດນ້ຳຖ້ວມໃຫຍ່ນັ້ນ? ພະເຢໂຫວາພະເຈົ້າ. ຕອນນີ້ຂໍເບິ່ງເລື່ອງທີ 15. ມີສິ່ງໃດພວມເກີດຂຶ້ນທີ່ນັ້ນ? ເມືອງຊໍດົມແລະເມືອງໂຄໂມລາພວມຖືກເຜົາທຳລາຍດ້ວຍໄຟຊຶ່ງພະເຢໂຫວາສົ່ງລົງມາ.
ຂໍໃຫ້ພິກໄປຍັງເລື່ອງທີ 33. ເຫັນບໍວ່າມີຫຍັງພວມເກີດຂຶ້ນແກ່ມ້າແລະລົດຮົບຂອງຊາວອີຢີບ. ແມ່ນໃຜກະທຳໃຫ້ເກີດນ້ຳໄຫຼກັບມາຖ້ວມທຳລາຍພວກເຂົາ? ພະເຢໂຫວາ. ພະອົງໄດ້ກະທຳເຊັ່ນນັ້ນເພື່ອປ້ອງກັນຜູ້ຄົນຂອງພະອົງໄວ້. ຂໍໃຫ້ເບິ່ງເລື່ອງທີ 76. ທີ່ນັ້ນເຈົ້າຈະເຫັນວ່າພະເຢໂຫວາເຖິງກັບຍອມໃຫ້ຜູ້ຄົນຂອງພະອົງຄືຊົນຍິດສະລາເອນຖືກທຳລາຍດ້ວຍ ເພາະຄວາມຊົ່ວຮ້າຍຂອງເຂົາ.
ດັ່ງນັ້ນແລ້ວ ເຮົາບໍ່ຄວນຈະປະຫຼາດໃຈທີ່ພະເຢໂຫວາຈະສົ່ງກອງທັບທະຫານຝ່າຍສະຫວັນຂອງພະອົງໃຫ້ມາກຳຈັດຄວາມຊົ່ວຮ້າຍທັງໝົດເທິງແຜ່ນດິນໂລກ. ແຕ່ຂໍໃຫ້ຄິດເບິ່ງວ່າເຫດການນັ້ນຈະໝາຍຄວາມວ່າຢ່າງໃດ! ຈົ່ງພິກເບິ່ງເລື່ອງໃນໜ້າຕໍ່ໄປ.