ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວິທີທີ່ເຮົາຈະມີຊີວິດຢູ່ໄດ້ຕະຫຼອດໄປ

ວິທີທີ່ເຮົາຈະມີຊີວິດຢູ່ໄດ້ຕະຫຼອດໄປ

ບົດ 116

ວິທີ​ທີ່​ເຮົາ​ຈະ​ມີ​ຊີວິດ​ຢູ່​ໄດ້​ຕະຫຼອດ​ໄປ

ເຈົ້າ​ບອກ​ໄດ້​ບໍ​ວ່າ​ເດັກ​ຍິງ​ນ້ອຍ​ແລະ​ເພື່ອນ​ພວມ​ອ່ານ​ຫຍັງ? ແມ່ນ​ອີ່ຫຼີ ຄື​ປຶ້ມ​ເຫຼັ້ມ​ນີ້​ທີ່​ເຈົ້າ​ພວມ​ອ່ານ​ຢູ່ ໜັງສື​ຂອງ​ຂ້ອຍ​ກ່ຽວ​ກັບ​ເລື່ອງ​ໃນ​ພະ​ຄຳພີ​ໄບເບິນ. ເຂົາ​ພວມ​ອ່ານ​ເລື່ອງ​ດຽວ​ກັນ​ທີ່​ເຈົ້າ​ອ່ານ​ຄື—“ວິທີ​ທີ່​ເຮົາ​ຈະ​ມີ​ຊີວິດ​ຢູ່​ໄດ້​ຕະຫຼອດ​ໄປ.”

ເຈົ້າ​ຮູ້​ບໍ​ວ່າ​ເຂົາ​ພວມ​ຮຽນ​ຫຍັງ? ສິ່ງ​ທຳອິດ​ຄື ພວກ​ເຂົາ​ຕ້ອງ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ພະ​ບຸດ​ຂອງ​ພະອົງ​ຄື​ພະ​ເຍຊູ​ຖ້າ​ເຮົາ​ຫວັງ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ພະ​ຄຳພີ​ກ່າວ​ວ່າ: ‘ອັນ​ນີ້​ເປັນ​ທາງ​ທີ່​ຈະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ. ຈົ່ງ​ຮຽນ​ຮູ້​ເຖິງ​ພະເຈົ້າ​ທ່ຽງ​ແທ້​ອົງ​ດຽວ​ແລະ​ພະ​ເຍຊູ​ຄລິດ​ພະ​ບຸດ​ຜູ້​ຊຶ່ງ​ພະເຈົ້າ​ໄດ້​ສົ່ງ​ມາ​ເທິງ​ແຜ່ນດິນ​ໂລກ.’

ເຮົາ​ຈະ​ຮຽນ​ຮູ້​ເຖິງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ພະ​ບຸດ​ຂອງ​ພະອົງ​ໄດ້​ຢ່າງ​ໃດ? ວິທີ​ນຶ່ງ​ຄື​ອ່ານ ໜັງສື​ຂອງ​ຂ້ອຍ​ກ່ຽວ​ກັບ​ເລື່ອງ​ໃນ​ພະ​ຄຳພີ​ໄບເບິນ ຈາກ​ໜ້າ​ທຳອິດ​ຈົນ​ເຖິງ​ໜ້າ​ສຸດ​ທ້າຍ. ປຶ້ມ​ເຫຼັ້ມ​ນີ້​ບອກ​ໃຫ້​ຮູ້​ຫຼາຍ​ສິ່ງ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ແມ່ນ​ບໍ? ແລະ​ໄດ້​ບອກ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ເຖິງ​ສິ່ງ​ທີ່​ພະອົງ​ທັງ​ສອງ​ໄດ້​ກະທຳ​ມາ​ແລ້ວ​ແລະ​ເຖິງ​ສິ່ງ​ຊຶ່ງ​ຍັງ​ຈະ​ກະທຳ​ອີກ. ແຕ່​ວ່າ​ເຮົາ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ພຽງ​ແຕ່​ອ່ານ​ປຶ້ມ​ເຫຼັ້ມ​ນີ້​ເທົ່າ​ນັ້ນ.

ເຈົ້າ​ເຫັນ​ປຶ້ມ​ອີກ​ເຫຼັ້ມ​ນຶ່ງ​ທີ່​ຢູ່​ກັບ​ພື້ນ​ບໍ? ນັ້ນ​ຄື​ຄຳພີ​ໄບເບິນ. ຈົ່ງ​ຂໍ​ໃຫ້​ຜູ້​ໃດ​ຜູ້​ນຶ່ງ​ອ່ານ​ສ່ວນ​ຕ່າງໆໃນ​ພະ​ຄຳພີ​ໃຫ້​ເຈົ້າ​ຟັງ​ຊຶ່ງ​ຍົກ​ມາ​ສະໜັບສະຫນູນ​ເລື່ອງ​ຕ່າງໆໃນ​ປຶ້ມ​ເຫຼັ້ມ​ນີ້. ຄຳພີ​ໄບເບິນ​ໃຫ້​ຄວາມ​ຮູ້​ທີ່​ຈຳເປັນ​ຢ່າງ​ຄົບ​ຖ້ວນ​ເພື່ອ​ເຮົາ​ທຸກ​ຄົນ​ຈະ​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ວິທີ​ທີ່​ຖືກ​ຕ້ອງ​ແລະ​ໄດ້​ຊີວິດ​ຕະຫຼອດ​ໄປ. ດັ່ງ​ນັ້ນ​ເຮົາ​ຄວນ​ສຶກສາ​ພະ​ຄຳພີ​ເລື້ອຍໆໃຫ້​ເປັນ​ນິດໄສ.

ແຕ່​ການ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເທົ່າ​ນັ້ນ​ຍັງ​ບໍ່​ພໍ. ເຮົາ​ອາດ​ມີ​ຄວາມ​ຮູ້​ຫຼວງ​ຫຼາຍ​ກ່ຽວ​ກັບ​ພະອົງ​ທັງ​ສອງ​ແລະ​ຄຳ​ສັ່ງ​ສອນ​ຕ່າງໆ ແຕ່​ແລ້ວ​ຈະ​ບໍ່​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ​ກໍ່​ໄດ້. ເຈົ້າ​ຮູ້​ບໍ​ວ່າ​ມີ​ສິ່ງ​ໃດ​ອີກ​ທີ່​ຈຳເປັນ?

ເຮົາ​ຈຳຕ້ອງ​ດຳເນີນ​ຊີວິດ​ໃຫ້​ປະສານ​ກັນ​ກັບ​ສິ່ງ​ທີ່​ໄດ້​ຮຽນ​ມາ​ນັ້ນ​ດ້ວຍ. ເຈົ້າ​ຈື່​ຢູດາ​ອີດສະກາລີໂອດ​ໄດ້​ບໍ? ເຂົາ​ເປັນ​ຄົນ​ນຶ່ງ​ໃນ 12 ຄົນ​ທີ່​ພະ​ເຍຊູ​ໄດ້​ເລືອກ​ໃຫ້​ເປັນ​ອັກຄະສາວົກ​ຂອງ​ພະອົງ. ຢູດາ​ມີ​ຄວາມ​ຮູ້​ຫຼາຍ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ. ແຕ່​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ເຂົາ? ຕໍ່​ມາ​ບໍ່​ດົນ​ເຂົາ​ໄດ້​ກາຍ​ເປັນ​ຄົນ​ເຫັນ​ແກ່​ຕົວ ແລະ​ເຂົາ​ໄດ້​ທໍລະຍົດ​ຂາຍ​ພະ​ເຍຊູ​ໃຫ້​ແກ່​ພວກ​ສັກ​ຕູ​ຂອງ​ພະອົງ​ເພື່ອ​ເງິນ 30 ແຜ່ນ. ດັ່ງ​ນັ້ນ​ຢູດາ​ຈຶ່ງ​ຈະ​ບໍ່​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ.

ເຈົ້າ​ຈື່​ເຄຫາຊີ​ໄດ້​ບໍ​ຊາຍ​ຜູ້​ທີ່​ເຮົາ​ໄດ້​ຮຽນ​ຮູ້​ມາ​ແລ້ວ​ໃນ​ເລື່ອງ​ທີ 69? ເຂົາ​ຢາກ​ໄດ້​ເສື້ອ​ຜ້າ​ແລະ​ເງິນ​ຊຶ່ງ​ບໍ່​ແມ່ນ​ຂອງ​ເຂົາ. ດັ່ງ​ນັ້ນ​ເຂົາ​ຈຶ່ງ​ເວົ້າ​ຕົວະ​ເພື່ອ​ທີ່​ຈະ​ໄດ້​ສິ່ງ​ຂອງ​ເຫຼົ່າ​ນີ້. ແຕ່​ພະ​ເຢໂຫວາ​ໄດ້​ລົງໂທດ​ເຂົາ. ແລະ​ຖ້າ​ເຮົາ​ບໍ່​ເຊື່ອ​ຟັງ​ກົດໝາຍ​ຂອງ​ພະເຈົ້າ ພະອົງ​ກໍ່​ຈະ​ລົງໂທດ​ເຮົາ​ຄື​ກັນ.

ແຕ່​ຄົນ​ດີ​ກໍ່​ມີ​ຫຼາຍ​ຢູ່​ຄື​ຜູ້​ທີ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຕະຫຼອດ​ມາ. ເຮົາ​ຢາກ​ເປັນ​ຄື​ກັນ​ກັບ​ເຂົາ​ແມ່ນ​ບໍ? ເດັກ​ນ້ອຍ​ຊາເມິອນ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ເຮົາ​ຄວນ​ຈະ​ປະຕິບັດ​ຕາມ. ຈື່​ໄດ້​ບໍ ດັ່ງ​ທີ່​ເຮົາ​ໄດ້​ເຫັນ​ໃນ​ເລື່ອງ​ທີ 55 ເຂົາ​ມີ​ອາຍຸ​ພຽງ​ແຕ່​ສີ່​ຫຼື​ຫ້າ​ປີ​ເທົ່າ​ນັ້ນ ເມື່ອ​ເຂົາ​ເລີ່ມ​ຮັບໃຊ້​ພະ​ເຢໂຫວາ​ທີ່​ກະໂຈມ​ຫຼື​ຈຳ​ໜັກ​ອາໄສ​ຂອງ​ພະອົງ. ສະນັ້ນ​ບໍ່​ວ່າ​ເຈົ້າ​ຈະ​ຍັງ​ຫນຸ່ມ​ນ້ອຍ​ເທົ່າ​ໃດ​ກໍ່​ຕາມ ເຈົ້າ​ກໍ່​ບໍ່​ນ້ອຍ​ເກີນ​ໄປ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ.

ແນ່ນອນ ຜູ້​ຊຶ່ງ​ເຮົາ​ທຸກ​ຄົນ​ຕ້ອງການ​ຈະ​ປະຕິບັດ​ຕາມ​ນັ້ນ​ຄື​ພະ​ເຍຊູ​ຄລິດ. ແມ່ນ​ແຕ່​ເມື່ອ​ພະອົງ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່ ພະອົງ​ໄດ້​ໄປ​ທີ່​ວິຫານ​ສົນທະນາ​ກັບ​ຄົນ​ອື່ນໆເຖິງ​ພະ​ບິດາ​ຂອງ​ພະອົງ​ທາງ​ພາກ​ສະຫວັນ ດັ່ງ​ທີ່​ສະແດງ​ໃນ​ເລື່ອງ​ທີ 87. ຂໍ​ໃຫ້​ເຮົາ​ປະຕິບັດ​ຕາມ​ຕົວຢ່າງ​ຂອງ​ພະອົງ​ເຖີດ. ຂໍ​ໃຫ້​ເຮົາ​ພາ​ກັນ​ບອກ​ຫຼາຍໆຄົນ​ເທົ່າ​ທີ່​ເຮັດ​ໄດ້​ເຖິງ​ພະ​ເຢໂຫວາ​ພະເຈົ້າ​ອົງ​ຍິ່ງ​ໃຫຍ່​ຂອງ​ເຮົາ ແລະ​ພະ​ເຍຊູ​ຄລິດ​ພະ​ບຸດ​ຂອງ​ພະອົງ. ຖ້າ​ເຮົາ​ເຮັດ​ສິ່ງ​ເຫຼົ່າ​ນີ້ ເຮົາ​ກໍ່​ຈະ​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ໃນ​ອຸດທະຍານ​ໃໝ່​ຂອງ​ພະເຈົ້າ​ເທິງ​ແຜ່ນດິນ​ໂລກ.

ໂຍຮັນ 17:3; ຄຳເພງ 145:​1-21.