ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມສຳລັບການສຶກສາໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ

ຄຳຖາມສຳລັບການສຶກສາໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ

ຄຳຖາມ​ສຳລັບ​ການ​ສຶກສາ​ໜັງສື​ຂອງ​ຂ້ອຍ​ກ່ຽວ​ກັບ​ເລື່ອງ​ໃນ​ພະ​ຄຳພີ​ໄບເບິນ

ບົດ 1

ພະເຈົ້າ​ເລີ່ມ​ສ້າງ​ສິ່ງ​ຕ່າງໆ

1. ສິ່ງ​ດີ​ທັງ​ໝົດ​ມາ​ຈາກ​ໃສ ແລະ​ເຈົ້າ​ຈະ​ຍົກ​ຈັກ​ຕົວຢ່າງ​ນຶ່ງ​ໄດ້​ບໍ?

2. ສິ່ງ​ທຳອິດ​ທີ່​ພະເຈົ້າ​ໄດ້​ສ້າງ​ແມ່ນ​ຫຍັງ?

3. ຍ້ອນ​ຫຍັງ​ທູດ​ສະຫວັນ​ອົງ​ທຳອິດ​ທີ່​ພະເຈົ້າ​ສ້າງ​ຈຶ່ງ​ເປັນ​ອົງ​ພິເສດ?

4. ຈົ່ງ​ອະທິບາຍ​ວ່າ​ໃນ​ຕອນ​ເລີ່ມ​ຕົ້ນ​ນັ້ນ​ແຜ່ນດິນ​ໂລກ​ຄ້າຍ​ກັນ​ກັບ​ຫຍັງ. (ເບິ່ງ​ຮູບ​ພາບ.)

5. ພະເຈົ້າ​ເລີ່ມ​ຕົ້ນ​ກະກຽມ​ແຜ່ນດິນ​ໂລກ​ໄວ້​ໃຫ້​ພ້ອມ​ສຳລັບ​ສັດ​ຕ່າງໆ ແລະ​ມະນຸດ​ຢ່າງ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ເຢເຣມີ 10:12.

ຄຸນ​ລັກສະນະ​ໃດ​ຂອງ​ພະເຈົ້າ​ທີ່​ສະແດງ​ໃຫ້​ເຫັນ​ຈາກ​ສິ່ງ​ທີ່​ພະອົງ​ສ້າງ? (ເອຊາ. 40:26; ໂລມ 11:33)

2. ອ່ານ​ໂກໂລດ 1:15-17.

ພະ​ເຍຊູ​ມີ​ບົດບາດ​ແນວ​ໃດ​ໃນ​ການ​ສ້າງ ແລະ​ສິ່ງ​ນີ້​ຄວນ​ຈະ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ທັດສະນະ​ທີ່​ເຮົາ​ມີ​ຕໍ່​ພະອົງ? (ໂກໂລ. 1:15-17)

3. ອ່ານ​ຕົ້ນເດິມ 1:1-10.

(ກ) ແຜ່ນດິນ​ໂລກ​ເກີດ​ຂຶ້ນ​ມາ​ແນວ​ໃດ? (ຕົ້ນ. 1:1)

(ຂ) ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ວັນ​ທຳອິດ​ແຫ່ງ​ການ​ສ້າງ? (ຕົ້ນ. 1:3-5)

(ຄ) ຈົ່ງ​ອະທິບາຍ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ວັນ​ທີ​ສອງ​ແຫ່ງ​ການ​ສ້າງ. (ຕົ້ນ. 1:7, 8)

ບົດ 2

ສວນ​ທີ່​ສວຍ​ງາມ

1. ພະເຈົ້າ​ກະກຽມ​ແຜ່ນດິນ​ໂລກ​ໄວ້​ໃຫ້​ເປັນ​ບ້ານ​ຂອງ​ເຮົາ​ດ້ວຍ​ວິທີ​ໃດ?

2. ລອງ​ບອກ​ວ່າ​ສັດ​ຕ່າງໆ ຫຼາກ​ຫຼາຍ​ຊະນິດ​ທີ່​ພະເຈົ້າ​ສ້າງ​ໄວ້​ມີ​ໂຕ​ຫຍັງ​ແດ່. (ເບິ່ງ​ຮູບ​ພາບ.)

3. ເປັນ​ຫຍັງ​ສວນ​ເອເດນ​ຈຶ່ງ​ເປັນ​ສະຖານ​ທີ່​ທີ່​ພິເສດ?

4. ພະເຈົ້າ​ຢາກ​ໃຫ້​ທົ່ວ​ແຜ່ນດິນ​ໂລກ​ກາຍ​ເປັນ​ຫຍັງ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 1:11-25.

(ກ) ໃນ​ວັນ​ທີ​ສາມ​ແຫ່ງ​ການ​ສ້າງ​ພະເຈົ້າ​ສ້າງ​ຫຍັງ? (ຕົ້ນ. 1:12)

(ຂ) ໃນ​ວັນ​ທີ​ສີ່​ແຫ່ງ​ການ​ສ້າງ​ມີ​ອັນ​ໃດ​ເກີດ​ຂຶ້ນ? (ຕົ້ນ. 1:16)

(ຄ) ໃນ​ວັນ​ທີ​ຫ້າ​ແລະ​ວັນ​ທີ​ຫົກ​ພະເຈົ້າ​ໄດ້​ສ້າງ​ສັດ​ຊະນິດ​ໃດ​ແດ່? (ຕົ້ນ. 1:20, 21, 25)

2. ອ່ານ​ຕົ້ນເດິມ 2:8, 9.

ຕົ້ນ​ໄມ້​ພິເສດ​ສອງ​ຕົ້ນ​ທີ່​ພະເຈົ້າ​ປູກ​ໄວ້​ໃນ​ສວນ​ແມ່ນ​ຕົ້ນ​ຫຍັງ​ແດ່ ແລະ​ຕົ້ນ​ໄມ້​ເຫຼົ່າ​ນີ້​ເປັນ​ສັນຍະລັກ​ສະແດງ​ເຖິງ​ສິ່ງ​ໃດ?

ບົດ 3

ມະນຸດ​ຜູ້​ຊາຍ​ຜູ້​ຍິງ​ຄູ່​ທຳອິດ

1. ຮູບ​ພາບ​ໃນ​ບົດ 3 ຕ່າງ​ກັນ​ກັບ​ຮູບ​ພາບ​ໃນ​ບົດ 2 ແນວ​ໃດ?

2. ຜູ້​ໃດ​ສ້າງ​ຜູ້​ຊາຍ​ຄົນ​ທຳອິດ ແລະ​ຜູ້​ຊາຍ​ນັ້ນ​ຊື່​ຫຍັງ?

3. ພະເຈົ້າ​ໃຫ້​ອາດາມ​ເຮັດ​ວຽກ​ຫຍັງ​ແດ່?

4. ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ເຮັດ​ໃຫ້​ອາດາມ​ນອນ​ຫຼັບ​ສະໜິດ?

5. ອາດາມ​ແລະ​ເອວາ​ອາດ​ຈະ​ມີ​ຊີວິດ​ຢູ່​ໄດ້​ດົນ​ນານ​ປານ​ໃດ ແລະ​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຂົາ​ເຈົ້າ​ເຮັດ​ວຽກ​ຫຍັງ​ແດ່?

ຄຳຖາມ​ເສີມ:

1. ອ່ານ​ຄຳເພງ 83:18.

ພະເຈົ້າ​ຊື່​ຫຍັງ ແລະ​ພະອົງ​ມີ​ຕຳແໜ່ງ​ຫຍັງ​ເໜືອ​ແຜ່ນດິນ​ໂລກ​ທີ່​ບໍ່​ມີ​ໃຜ​ເໝືອນ? (ຢເຣ. 16:21; ດາ. 4:17)

2. ອ່ານ​ຕົ້ນເດິມ 1:26-31.

(ກ) ແມ່ນ​ຫຍັງ​ເປັນ​ຈຸດ​ສຸດ​ຍອດ​ແຫ່ງ​ການ​ສ້າງ​ຂອງ​ພະເຈົ້າ​ໃນ​ວັນ​ທີ​ຫົກ ແລະ​ສິ່ງ​ທີ່​ໄດ້​ສ້າງ​ນີ້​ແຕກຕ່າງ​ຈາກ​ສັດ​ຈັ່ງ​ໃດ? (ຕົ້ນ. 1:26)

(ຂ) ພະ​ເຢໂຫວາ​ຈັດ​ຕຽມ​ອັນ​ໃດ​ໄວ້​ໃຫ້​ທັງ​ມະນຸດ​ແລະ​ສັດ? (ຕົ້ນ. 1:30)

3. ອ່ານ​ຕົ້ນເດິມ 2:7-25.

(ກ) ເພື່ອ​ຈະ​ຕັ້ງ​ຊື່​ສັດ​ຕ່າງໆ ຕາມ​ທີ່​ໄດ້​ຮັບ​ມອບ​ໝາຍ​ນັ້ນ ອາດາມ​ຕ້ອງ​ເຮັດ​ຫຍັງ? (ຕົ້ນ. 2:19)

(ຂ) ຕົ້ນເດິມ 2:24 ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ທັດສະນະ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ການ​ແຕ່ງ​ດອງ ການ​ແຍກ​ກັນ​ຢູ່ ແລະ​ການ​ປະ​ຮ້າງ​ແນວ​ໃດ? (ມັດ. 19:4-6, 9)

ບົດ 4

ເຫດຜົນ​ທີ່​ພວກ​ເຂົາ​ໄດ້​ເສຍ​ທີ່​ຢູ່​ອາໄສ

1. ໃນ​ຮູບ​ພາບ​ນີ້ ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ອາດາມ​ແລະ​ເອວາ?

2. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ລົງໂທດ​ເຂົາ​ເຈົ້າ?

3. ງູ​ໄດ້​ບອກ​ເອວາ​ວ່າ​ແນວ​ໃດ?

4. ແມ່ນ​ໃຜ​ເຮັດ​ໃຫ້​ງູ​ເວົ້າ​ນຳ​ເອວາ​ໄດ້?

5. ຍ້ອນ​ຫຍັງ​ອາດາມ​ແລະ​ເອວາ​ຈຶ່ງ​ສູນ​ເສຍ​ບ້ານ​ທີ່​ເປັນ​ອຸດທະຍານ​ຂອງ​ເຂົາ​ເຈົ້າ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 2:16, 17 ແລະ 3:1-13, 24.

(ກ) ຄຳຖາມ​ທີ່​ງູ​ຖາມ​ເອວາ​ເປັນ​ການ​ໃສ່​ຮ້າຍ​ພະ​ເຢໂຫວາ​ແນວ​ໃດ? (ຕົ້ນ. 3:1-5; 1 ໂຍ. 5:3)

(ຂ) ຕົວຢ່າງ​ຂອງ​ເອວາ​ເປັນ​ສິ່ງ​ເຕືອນ​ໃຈ​ເຮົາ​ແນວ​ໃດ? (ຟີລິບ 4:8; ຍໂກ. 1:14, 15; 1 ໂຍ. 2:16)

(ຄ) ອາດາມ​ແລະ​ເອວາ​ເຮັດ​ຢ່າງ​ໃດ​ທີ່​ສະແດງ​ວ່າ​ເຂົາ​ເຈົ້າ​ບໍ່​ຍອມ​ຮັບ​ຜິດ​ຊອບ​ຕໍ່​ການ​ກະທຳ​ຂອງ​ຕົນ​ເອງ? (ຕົ້ນ. 3:12, 13)

(ງ) ການ​ທີ່​ນາຍ​ທູດ​ສະຫວັນ​ຫຼື​ຄະຣູບິມ​ເຝົ້າ​ຮັກສາ​ທາງ​ທິດ​ຕາເວັນ​ອອກ​ຂອງ​ສວນ​ເອເດນ​ເປັນ​ການ​ສະໜັບສະຫນູນ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຢ່າງ​ໃດ? (ຕົ້ນ. 3:24)

2. ອ່ານ​ຄຳປາກົດ 12:9.

ໃນ​ການ​ເຮັດ​ໃຫ້​ມະນຸດ​ຊາດ​ຫັນ​ມາ​ຕໍ່​ຕ້ານ​ການ​ປົກຄອງ​ຂອງ​ພະເຈົ້າ​ຊາຕານ​ໄດ້​ປະສົບ​ຜົນ​ສຳເລັດ​ຫຼາຍ​ປານ​ໃດ? (1 ໂຍ. 5:19)

ບົດ 5

ຊີວິດ​ຍາກ​ລຳບາກ​ເລີ່ມ​ຕົ້ນ

1. ເມື່ອ​ຢູ່​ນອກ​ສວນ​ເອເດນ ຊີວິດ​ຂອງ​ອາດາມ​ແລະ​ເອວາ​ເປັນ​ແນວ​ໃດ?

2. ມີ​ຫຍັງ​ເລີ່ມ​ເກີດ​ຂຶ້ນ​ກັບ​ອາດາມ​ແລະ​ເອວາ ແລະ​ຍ້ອນ​ເຫດຜົນ​ອັນ​ໃດ?

3. ເປັນ​ຫຍັງ​ລູກ​ຫຼານ​ຂອງ​ອາດາມ​ແລະ​ເອວາ​ຈຶ່ງ​ຕ້ອງ​ເຖົ້າ​ແກ່​ລົງ​ແລະ​ຕາຍ?

4. ຖ້າ​ອາດາມ​ແລະ​ເອວາ​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ ຊີວິດ​ຂອງ​ເຂົາ​ເຈົ້າ​ແລະ​ລູກ​ຫຼານ​ຈະ​ເປັນ​ແນວ​ໃດ?

5. ການ​ບໍ່​ເຊື່ອ​ຟັງ​ຂອງ​ເອວາ​ເຮັດ​ໃຫ້​ລາວ​ໄດ້​ຮັບ​ຄວາມ​ເຈັບ​ປວດ​ແນວ​ໃດ?

6. ລູກ​ຊາຍ​ສອງ​ຄົນ​ທຳອິດ​ຂອງ​ອາດາມ​ແລະ​ເອວາ​ຊື່​ວ່າ​ຫຍັງ?

7. ເດັກ​ນ້ອຍ​ຄົນ​ອື່ນໆ ໃນ​ຮູບ​ພາບ​ນີ້​ແມ່ນ​ໃຜ​ແດ່?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 3:16-23 ແລະ 4:1, 2.

(ກ) ແຜ່ນດິນ​ທີ່​ຖືກ​ດ່າ​ມີ​ຜົນ​ກະທົບ​ຕໍ່​ຊີວິດ​ຂອງ​ອາດາມ​ແນວ​ໃດ? (ຕົ້ນ. 3:17-19; ໂລມ 8:20, 22)

(ຂ) ຍ້ອນ​ຫຍັງ​ຊື່​ເອວາ​ທີ່​ໝາຍ​ເຖິງ “ຜູ້​ມີ​ຊີວິດ​ຢູ່” ຈຶ່ງ​ເໝາະ​ສົມ? (ຕົ້ນ. 3:20)

(ຄ) ພະ​ເຢໂຫວາ​ສະແດງ​ການ​ຄຳນຶງ​ເຖິງ​ອາດາມ​ແລະ​ເອວາ​ແນວ​ໃດ ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ໄດ້​ເຮັດ​ບາບ​ແລ້ວ? (ຕົ້ນ. 3:7, 21)

2. ອ່ານ​ຄຳປາກົດ 21:3, 4.

“ສິ່ງ​ທັງ​ຫຼາຍ​ທີ່​ເປັນ​ເມື່ອ​ກ່ອນ” ອັນ​ໃດ​ແດ່​ທີ່​ເຈົ້າ​ຄອຍ​ຖ້າ​ໃຫ້​ມີ​ການ​ກຳຈັດ​ໃຫ້​ໝົດ?

ບົດ 6

ລູກ​ຊາຍ​ທີ່​ດີ ແລະ​ລູກ​ຊາຍ​ທີ່​ບໍ່​ດີ

1. ກາອີນ​ແລະ​ອາເບນ​ເຮັດ​ວຽກ​ຫຍັງ?

2. ກາອີນ​ແລະ​ອາເບນ​ໄດ້​ເອົາ​ຫຍັງ​ມາ​ຖວາຍ​ແດ່​ພະ​ເຢໂຫວາ?

3. ຍ້ອນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ພໍ​ໃຈ​ນຳ​ຂອງ​ຖວາຍ​ຂອງ​ອາເບນ ແລະ​ຍ້ອນ​ຫຍັງ​ພະອົງ​ຈຶ່ງ​ບໍ່​ພໍ​ໃຈ​ນຳ​ຂອງ​ຖວາຍ​ຂອງ​ກາອີນ?

4. ກາອີນ​ເປັນ​ຄົນ​ແບບ​ໃດ ແລະ​ພະ​ເຢໂຫວາ​ພະຍາຍາມ​ດັດ​ແກ້​ລາວ​ແນວ​ໃດ?

5. ເມື່ອ​ຢູ່​ກັບ​ນ້ອງ​ຊາຍ​ຕາມ​ລຳພັງ​ໃນ​ທົ່ງ​ນາ​ກາອີນ​ໄດ້​ເຮັດ​ຫຍັງ?

6. ຈົ່ງ​ອະທິບາຍ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ກາອີນ​ຫຼັງ​ຈາກ​ລາວ​ຂ້າ​ນ້ອງ​ຊາຍ​ແລ້ວ.

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 4:2-26.

(ກ) ພະ​ເຢໂຫວາ​ອະທິບາຍ​ເຖິງ​ເລື່ອງ​ທີ່​ກາອີນ​ຕົກ​ຢູ່​ໃນ​ສະພາບ​ທີ່​ເປັນ​ອັນຕະລາຍ​ແນວ​ໃດ? (ຕົ້ນ. 4:7)

(ຂ) ກາອີນ​ເຜີຍ​ໃຫ້​ເຫັນ​ທັດສະນະ​ທີ່​ຢູ່​ໃນ​ຫົວໃຈ​ຂອງ​ລາວ​ແນວ​ໃດ? (ຕົ້ນ. 4:9)

(ຄ) ພະ​ເຢໂຫວາ​ມີ​ທັດສະນະ​ແນວ​ໃດ​ໃນ​ເລື່ອງ​ການ​ຂ້າ​ຄົນ​ທີ່​ບໍ່​ຜິດ​ໃຫ້​ເລືອດ​ຕົກ? (ຕົ້ນ. 4:10; ເອຊາ. 26:21)

2. ອ່ານ 1 ໂຍຮັນ 3:11, 12.

(ກ) ຍ້ອນ​ຫຍັງ​ກາອີນ​ຈຶ່ງ​ຄຽດ​ຫຼາຍ ແລະ​ເລື່ອງ​ນີ້​ເຕືອນ​ໃຈ​ເຮົາ​ໃນ​ທຸກ​ມື້​ນີ້​ແນວ​ໃດ? (ຕົ້ນ. 4:4, 5; ສຸພາ. 14:30; 28:22)

(ຂ) ຄຳພີ​ໄບເບິນ​ສະແດງ​ແນວ​ໃດ​ວ່າ ເຖິງ​ແມ່ນ​ວ່າ​ສະມາຊິກ​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ເຮົາ​ຕໍ່​ຕ້ານ​ພະ​ເຢໂຫວາ ເຮົາ​ກໍ​ຍັງ​ສາມາດ​ຮັກສາ​ຄວາມ​ສັດ​ຊື່​ໝັ້ນຄົງ​ໄວ້​ໄດ້? (ເພງ. 27:10; ມັດ. 10:21, 22)

3. ອ່ານ​ໂຍຮັນ 11:25.

ພະ​ເຢໂຫວາ​ໃຫ້​ຄຳ​ຮັບ​ຮອງ​ແນວ​ໃດ​ກ່ຽວ​ກັບ​ທຸກ​ຄົນ​ທີ່​ຕາຍ​ເພາະ​ເຫັນ​ແກ່​ຄວາມ​ຊອບທຳ? (ໂຍ. 5:24)

ບົດ 7

ຊາຍ​ຜູ້​ກ້າຫານ

1. ເຫນົກ​ແຕກຕ່າງ​ຈາກ​ຄົນ​ອື່ນ​ແນວ​ໃດ?

2. ຍ້ອນ​ຫຍັງ​ຜູ້​ຄົນ​ໃນ​ສະໄໝ​ຂອງ​ເຫນົກ​ຈຶ່ງ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຫຼາຍ​ຢ່າງ?

3. ມີ​ສິ່ງ​ທີ່​ບໍ່​ດີ​ແບບ​ໃດ​ແດ່​ທີ່​ຜູ້​ຄົນ​ພວມ​ເຮັດ​ກັນ​ຢູ່? (ເບິ່ງ​ຮູບ​ພາບ.)

4. ຍ້ອນ​ຫຍັງ​ເຫນົກ​ຈຶ່ງ​ຕ້ອງ​ເປັນ​ຄົນ​ກ້າຫານ?

5. ຜູ້​ຄົນ​ໃນ​ສະໄໝ​ນັ້ນ​ມີ​ຊີວິດ​ຍືນ​ຍາວ​ປານ​ໃດ ແຕ່​ເຫນົກ​ມີ​ຊີວິດ​ຢູ່​ດົນ​ປານ​ໃດ?

6. ມີ​ຫຍັງ​ເກີດ​ຂຶ້ນ​ຫຼັງ​ຈາກ​ເຫນົກ​ຕາຍ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 5:21-24, 27.

(ກ) ເຫນົກ​ມີ​ຄວາມ​ສຳພັນ​ແບບ​ໃດ​ກັບ​ພະ​ເຢໂຫວາ? (ຕົ້ນ. 5:24)

(ຂ) ຕາມ​ທີ່​ກ່າວ​ໄວ້​ໃນ​ຄຳພີ​ໄບເບິນ ຊາຍ​ຜູ້​ໃດ​ມີ​ອາຍຸ​ຍືນ​ຍາວ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ ແລະ​ເຂົາ​ມີ​ອາຍຸ​ເທົ່າ​ໃດ​ເມື່ອ​ຕອນ​ທີ່​ເສຍ​ຊີວິດ? (ຕົ້ນ. 5:27)

2. ອ່ານ​ຕົ້ນເດິມ 6:5.

ຫຼັງ​ຈາກ​ເຫນົກ​ຕາຍ​ໄປ​ແລ້ວ ສະພາບການ​ເທິງ​ແຜ່ນດິນ​ໂລກ​ຊົ່ວ​ຮ້າຍ​ປານ​ໃດ ແລະ​ເມື່ອ​ທຽບ​ກັບ​ສະໄໝ​ຂອງ​ເຮົາ​ແລ້ວ​ເປັນ​ແນວ​ໃດ? (2 ຕີໂມ. 3:13)

3. ອ່ານ​ເຫບເລິ 11:5.

ເຫນົກ​ມີ​ຄຸນສົມບັດ​ແບບ​ໃດ​ທີ່​ເຮັດ​ໃຫ້ “ຊອບ​ໃຈ​ພະເຈົ້າ” ແລະ​ຜົນ​ເປັນ​ແນວ​ໃດ? (ຕົ້ນ. 5:22)

4. ອ່ານ​ຍູເດ 14, 15.

ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ຈະ​ຮຽນ​ແບບ​ຄວາມ​ກ້າຫານ​ຂອງ​ເຫນົກ​ໄດ້​ແນວ​ໃດ​ເມື່ອ​ເຕືອນ​ຜູ້​ຄົນ​ກ່ຽວ​ກັບ​ສົງຄາມ​ອະລະມະເຄໂດນ​ທີ່​ກຳລັງ​ຈະ​ມາ​ເຖິງ? (2 ຕີໂມ. 4:2; ເຫບ. 13:6)

ບົດ 8

ຄົນ​ຮ່າງ​ຍັກ​ທີ່​ແຜ່ນດິນ​ໂລກ

1. ມີ​ຫຍັງ​ເກີດ​ຂຶ້ນ​ເມື່ອ​ທູດ​ສະຫວັນ​ບາງ​ອົງ​ຂອງ​ພະເຈົ້າ​ຟັງ​ຄວາມ​ຊາຕານ?

2. ຍ້ອນ​ຫຍັງ​ທູດ​ສະຫວັນ​ບາງ​ອົງ​ຈຶ່ງ​ເລີກ​ເຮັດ​ການ​ງານ​ຂອງ​ຕົນ​ໃນ​ສະຫວັນ​ແລະ​ພາ​ກັນ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ?

3. ເປັນ​ຫຍັງ​ຈຶ່ງ​ຜິດ​ທີ່​ພວກ​ທູດ​ສະຫວັນ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ​ແລະ​ແປງ​ກາຍ​ເປັນ​ມະນຸດ?

4. ລູກ​ຂອງ​ທູດ​ສະຫວັນ​ແຕກຕ່າງ​ຈາກ​ຄົນ​ອື່ນ​ແນວ​ໃດ?

5. ດັ່ງ​ທີ່​ເຫັນ​ຈາກ​ຮູບ​ພາບ ລູກ​ຂອງ​ທູດ​ສະຫວັນ​ເຮັດ​ຫຍັງ​ເມື່ອ​ເຂົາ​ເຈົ້າ​ເຕີບໂຕ​ຂຶ້ນ​ຈົນ​ມີ​ຮູບ​ຮ່າງ​ໃຫຍ່​ໂຕ​ຜິດ​ປົກກະຕິ​ຫຼື​ເປັນ​ຍັກ?

6. ຫຼັງ​ຈາກ​ເຫນົກ ຄົນ​ດີ​ທີ່​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ແມ່ນ​ໃຜ ແລະ​ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ມັກ​ລາວ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 6:1-8.

ຕົ້ນເດິມ 6:6 ເປີດ​ເຜີຍ​ໃຫ້​ຮູ້​ວ່າ​ຄວາມ​ປະພຶດ​ຂອງ​ເຮົາ​ມີ​ຜົນ​ກະທົບ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ​ແນວ​ໃດ? (ເພງ. 78:40, 41; ສຸພາ. 27:11)

2. ອ່ານ​ຍູເດ 6.

ເລື່ອງ​ຂອງ​ທູດ​ສະຫວັນ​ທີ່ “ບໍ່​ໄດ້​ຖື​ຮັກສາ​ສະກຸນ​ວົງ​ເດີມ​ແຫ່ງ​ຕົນ” ໃນ​ສະໄໝ​ຂອງ​ໂນເອ ເປັນ​ສິ່ງ​ເຕືອນ​ໃຈ​ເຮົາ​ໃນ​ທຸກ​ມື້​ນີ້​ແນວ​ໃດ? (1 ໂກ. 3:5-9; 2 ເປ. 2:4, 9, 10)

ບົດ 9

ໂນເອ​ສ້າງ​ນາວາ​ຫຼື​ຫີບ​ມະຫຶມາ

1. ຄອບຄົວ​ຂອງ​ໂນເອ​ມີ​ຈັກ​ຄົນ ແລະ​ລູກ​ຊາຍ​ສາມ​ຄົນ​ຂອງ​ທ່ານ​ຊື່​ຫຍັງ​ແດ່?

2. ພະເຈົ້າ​ໃຫ້​ໂນເອ​ເຮັດ​ສິ່ງ​ທີ່​ແປກໆ ອັນ​ໃດ ແລະ​ຍ້ອນ​ຫຍັງ?

3. ເພື່ອນ​ບ້ານ​ຂອງ​ໂນເອ​ສະແດງ​ອາການ​ແບບ​ໃດ​ເມື່ອ​ທ່ານ​ບອກ​ເຂົາ​ເຈົ້າ​ເລື່ອງ​ນາວາ?

4. ພະເຈົ້າ​ບອກ​ໃຫ້​ໂນເອ​ເຮັດ​ແນວ​ໃດ​ກັບ​ສັດ?

5. ພາຍ​ຫຼັງ​ພະເຈົ້າ​ປິດ​ປະຕູ​ນາວາ​ແລ້ວ ໂນເອ​ແລະ​ຄອບຄົວ​ຂອງ​ລາວ​ຕ້ອງ​ເຮັດ​ຫຍັງ​ແດ່?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 6:9-22.

(ກ) ແມ່ນ​ຫຍັງ​ເຮັດ​ໃຫ້​ໂນເອ​ເປັນ​ຜູ້​ນະມັດສະການ​ທີ່​ເດັ່ນ​ຂອງ​ພະເຈົ້າ​ທ່ຽງ​ແທ້? (ຕົ້ນ. 6:9, 22)

(ຂ) ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ຄວາມ​ຮຸນແຮງ ແລະ​ເລື່ອງ​ນີ້​ຄວນ​ສົ່ງ​ຜົນ​ຕໍ່​ການ​ເລືອກ​ຄວາມ​ບັນເທີງ​ຂອງ​ເຮົາ​ແນວ​ໃດ? (ຕົ້ນ. 6:11, 12; ເພງ. 11:5)

(ຄ) ເມື່ອ​ເຮົາ​ໄດ້​ຮັບ​ການ​ຊີ້​ນຳ​ຜ່ານ​ທາງ​ອົງການ​ຂອງ​ພະ​ເຢໂຫວາ ເຮົາ​ຈະ​ຮຽນ​ແບບ​ໂນເອ​ໄດ້​ແນວ​ໃດ? (ຕົ້ນ. 6:22; 1 ໂຍ. 5:3)

2. ອ່ານ​ຕົ້ນເດິມ 7:1-9.

ຄວາມ​ຈິງ​ທີ່​ວ່າ ພະ​ເຢໂຫວາ​ມອງ​ເບິ່ງ​ໂນເອ​ມະນຸດ​ບໍ່​ສົມບູນ​ວ່າ​ເປັນ​ຄົນ​ຊອບທຳ​ນັ້ນ ຫນູນໃຈ​ເຮົາ​ແນວ​ໃດ​ໃນ​ທຸກ​ມື້​ນີ້? (ຕົ້ນ. 7:1; ສຸພາ. 10:16; ເອຊາ. 26:7)

ບົດ 10

ນ້ຳ​ຖ້ວມ​ໃຫຍ່

1. ເປັນ​ຫຍັງ​ຈຶ່ງ​ບໍ່​ມີ​ໃຜ​ເຂົ້າ​ໄປ​ໃນ​ນາວາ​ໄດ້​ອີກ​ເມື່ອ​ຝົນ​ເລີ່ມ​ຕົກ?

2. ພະ​ເຢໂຫວາ​ບັນດານ​ໃຫ້​ຝົນ​ຕົກ​ຈັກ​ມື້​ຈັກ​ຄືນ ແລະ​ນ້ຳ​ຖ້ວມ​ສູງ​ປານ​ໃດ?

3. ເມື່ອ​ນ້ຳ​ເລີ່ມ​ຖ້ວມ​ທົ່ວ​ແຜ່ນດິນ​ໂລກ​ເກີດ​ຫຍັງ​ຂຶ້ນ​ກັບ​ນາວາ?

4. ພວກ​ຍັກ​ລອດ​ຊີວິດ​ຈາກ​ນ້ຳ​ຖ້ວມ​ບໍ ແລະ​ເກີດ​ຫຍັງ​ຂຶ້ນ​ກັບ​ພໍ່​ຂອງ​ພວກ​ຍັກ?

5. ຫ້າ​ເດືອນ​ຕໍ່​ມາ​ນາວາ​ເປັນ​ແນວ​ໃດ?

6. ເປັນ​ຫຍັງ​ໂນເອ​ຈຶ່ງ​ປ່ອຍ​ກາ​ຕົວ​ນຶ່ງ​ອອກ​ນອກ​ນາວາ?

7. ໂນເອ​ຮູ້​ໄດ້​ຢ່າງ​ໃດ​ວ່າ​ນ້ຳ​ເທິງ​ແຜ່ນດິນ​ໂລກ​ບົກ​ລົງ​ແລ້ວ?

8. ພະເຈົ້າ​ບອກ​ຫຍັງ​ກັບ​ໂນເອ ຫຼັງ​ຈາກ​ທ່ານ​ແລະ​ຄອບຄົວ​ຢູ່​ໃນ​ນາວາ​ປີ​ກວ່າ​ແລ້ວ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 7:10-24.

(ກ) ມີ​ການ​ທຳລາຍ​ລ້າງ​ຊີວິດ​ເທິງ​ແຜ່ນດິນ​ໂລກ​ຈົນ​ທົ່ວ​ເຖິງ​ຂະໜາດ​ໃດ? (ຕົ້ນ. 7:23)

(ຂ) ດົນ​ປານ​ໃດ​ນ້ຳ​ທີ່​ຖ້ວມ​ຢູ່​ຈຶ່ງ​ບົກ​ລົງ? (ຕົ້ນ. 7:24)

2. ອ່ານ​ຕົ້ນເດິມ 8:1-17.

ຕົ້ນເດິມ 8:17 ສະແດງ​ໃຫ້​ເຫັນ​ຢ່າງ​ໃດ​ວ່າ​ພະ​ປະສົງ​ແຕ່​ເດີມ​ຂອງ​ພະ​ເຢໂຫວາ​ທີ່​ມີ​ຕໍ່​ແຜ່ນດິນ​ໂລກ​ນັ້ນ​ບໍ່​ໄດ້​ປ່ຽນ​ແປງ? (ຕົ້ນ. 1:22)

3. ອ່ານ 1 ເປໂຕ 3:19, 20.

(ກ) ເມື່ອ​ທູດ​ສະຫວັນ​ທີ່​ຂືນ​ອຳນາດ​ກັບ​ຄືນ​ສູ່​ສະຫວັນ ພວກ​ເຂົາ​ໄດ້​ຮັບ​ການ​ພິພາກສາ​ແນວ​ໃດ? (ຍູເດ 6)

(ຂ) ເລື່ອງ​ຂອງ​ໂນເອ​ແລະ​ຄອບຄົວ​ເສີມ​ຄວາມ​ໝັ້ນ​ໃຈ​ແກ່​ເຮົາ​ຢ່າງ​ໃດ​ໃນ​ເລື່ອງ​ຄວາມ​ສາມາດ​ຂອງ​ພະ​ເຢໂຫວາ​ໃນ​ການ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ໃຫ້​ລອດ? (2 ເປ. 2:9)

ບົດ 11

ຮຸ້ງ​ມີ​ຂຶ້ນ​ເປັນ​ເທື່ອ​ທຳອິດ

1. ດັ່ງ​ທີ່​ເຫັນ​ໃນ​ຮູບ​ນີ້ ໂນເອ​ໄດ້​ເຮັດ​ຫຍັງ​ເມື່ອ​ທ່ານ​ອອກ​ມາ​ຈາກ​ນາວາ?

2. ຫຼັງ​ຈາກ​ນ້ຳ​ຖ້ວມ ພະເຈົ້າ​ສັ່ງ​ໃຫ້​ໂນເອ​ແລະ​ຄອບຄົວ​ເຮັດ​ຫຍັງ?

3. ພະເຈົ້າ​ໄດ້​ສັນຍາ​ເລື່ອງ​ອັນ​ໃດ?

4. ເມື່ອ​ເຮົາ​ເຫັນ​ຮຸ້ງ ນັ້ນ​ຄວນ​ເຕືອນ​ໃຈ​ເຮົາ​ໃຫ້​ນຶກ​ເຖິງ​ສິ່ງ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 8:18-22.

(ກ) ໃນ​ທຸກ​ມື້​ນີ້​ເຮົາ​ຈະ​ຖວາຍ “ກິ່ນ​ຫອມ​ຫວານ” ແດ່​ພະ​ເຢໂຫວາ​ໄດ້​ດ້ວຍ​ວິທີ​ໃດ? (ຕົ້ນ. 8:21; ເຫບ. 13:15, 16)

(ຂ) ພະ​ເຢໂຫວາ​ສັງເກດ​ເຫັນ​ສິ່ງ​ໃດ​ກ່ຽວ​ກັບ​ສະພາບ​ຫົວໃຈ​ຂອງ​ມະນຸດ ເພາະ​ສະນັ້ນ​ເຮົາ​ຄວນ​ຈະ​ລະ​ມັດ​ລະວັງ​ໃນ​ເລື່ອງ​ໃດ? (ຕົ້ນ. 8:21; ມັດ. 15:18, 19)

2. ອ່ານ​ຕົ້ນເດິມ 9:9-17.

(ກ) ພະ​ເຢໂຫວາ​ໄດ້​ຕັ້ງ​ຄຳ​ສັນຍາ​ອັນ​ໃດ​ກັບ​ສັບພະ​ສິ່ງ​ທີ່​ມີ​ຊີວິດ​ເທິງ​ແຜ່ນດິນ​ໂລກ? (ຕົ້ນ. 9:10, 11)

(ຂ) ຄຳ​ສັນຍາ​ເລື່ອງ​ຮຸ້ງ​ຈະ​ມີ​ຜົນ​ດົນ​ປານ​ໃດ? (ຕົ້ນ. 9:16)

ບົດ 12

ມະນຸດ​ສ້າງ​ຫໍ​ສູງ​ຂະໜາດ​ໃຫຍ່

1. ເນມໂຣດ​ແມ່ນ​ໃຜ ແລະ​ພະເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ເຂົາ?

2. ໃນ​ຮູບ​ນີ້ ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ປັ້ນ​ດິນ​ຈີ່​ຢູ່?

3. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ບໍ່​ຍິນດີ​ກັບ​ການ​ກໍ່​ສ້າງ​ນີ້?

4. ພະເຈົ້າ​ກະທຳ​ໃຫ້​ຜູ້​ຄົນ​ຢຸດ​ຈາກ​ການ​ກໍ່​ສ້າງ​ຫໍ​ນັ້ນ​ດ້ວຍ​ວິທີ​ໃດ?

5. ເມືອງ​ນັ້ນ​ຖືກ​ເອີ້ນ​ວ່າ​ແນວ​ໃດ ແລະ​ຊື່​ນີ້​ໝາຍ​ເຖິງ​ຫຍັງ?

6. ມີ​ອັນ​ໃດ​ເກີດ​ຂຶ້ນ​ກັບ​ຜູ້​ຄົນ​ຫຼັງ​ຈາກ​ພະເຈົ້າ​ກະທຳ​ໃຫ້​ພາສາ​ຂອງ​ເຂົາ​ເຈົ້າ​ວຸ່ນວາຍ​ສັບສົນ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 10:1, 8-10.

ເນມໂຣດ​ມີ​ບຸກຄະລິກ​ລັກສະນະ​ແບບ​ໃດ ແລະ​ເລື່ອງ​ນີ້​ເຕືອນ​ໃຈ​ເຮົາ​ແນວ​ໃດ? (ສຸພາ. 3:31)

2. ອ່ານ​ຕົ້ນເດິມ 11:1-9.

ມີ​ແຮງ​ກະຕຸ້ນ​ອັນ​ໃດ​ທີ່​ຢູ່​ເບື້ອງ​ຫຼັງ​ການ​ສ້າງ​ຫໍ​ນີ້ ແລະ​ເປັນ​ຫຍັງ​ໂຄງການ​ນີ້​ຈຶ່ງ​ລົ້ມ​ແຫຼວ​ຢ່າງ​ແນ່ນອນ? (ຕົ້ນ. 11:4; ສຸພາ. 16:18; ໂຍ. 5:44)

ບົດ 13

ອັບລາຫາມ​—⁠ເພື່ອນ​ຂອງ​ພະເຈົ້າ

1. ຜູ້​ຄົນ​ທີ່​ຢູ່​ໃນ​ເມືອງ​ອູເຣ​ເປັນ​ຄົນ​ແບບ​ໃດ?

2. ຜູ້​ຊາຍ​ທີ່​ຢູ່​ໃນ​ຮູບ​ນີ້​ແມ່ນ​ໃຜ ລາວ​ເກີດ​ເມື່ອ​ໃດ ແລະ​ລາວ​ຢູ່​ໃສ?

3. ພະເຈົ້າ​ສັ່ງ​ໃຫ້​ອັບລາຫາມ​ເຮັດ​ຫຍັງ?

4. ເປັນ​ຫຍັງ​ອັບລາຫາມ​ຈຶ່ງ​ໄດ້​ຊື່​ວ່າ​ເປັນ​ເພື່ອນ​ຂອງ​ພະເຈົ້າ?

5. ໃຜ​ໄປ​ກັບ​ອັບລາຫາມ​ຕອນ​ທີ່​ທ່ານ​ອອກ​ຈາກ​ເມືອງ​ອູເຣ?

6. ພະເຈົ້າ​ບອກ​ກັບ​ອັບລາຫາມ​ວ່າ​ແນວ​ໃດ​ເມື່ອ​ທ່ານ​ມາ​ເຖິງ​ແຜ່ນດິນ​ການາອານ?

7. ພະເຈົ້າ​ສັນຍາ​ກັບ​ອັບລາຫາມ​ວ່າ​ແນວ​ໃດ​ຕອນ​ທີ່​ທ່ານ​ອາຍຸ 99 ປີ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 11:27-32.

(ກ) ອັບລາຫາມ​ແລະ​ໂລດ​ກ່ຽວ​ຂ້ອງ​ກັນ​ຢ່າງ​ໃດ? (ຕົ້ນ. 11:27)

(ຂ) ເຖິງ​ແມ່ນ​ວ່າ​ເຕຣາກ​ໄດ້​ຮັບ​ກຽດ​ໃນ​ຖານະ​ຜູ້​ທີ່​ພາ​ຄອບຄົວ​ຂອງ​ທ່ານ​ຍ້າຍ​ໄປ​ການາອານ ແຕ່​ເຮົາ​ຮູ້​ໄດ້​ຢ່າງ​ໃດ​ວ່າ ທີ່​ຈິງ​ແລ້ວ​ອັບລາຫາມ​ເປັນ​ຜູ້​ລິເລີ່ມ​ໃນ​ການ​ຍ້າຍ​ນີ້ ແລະ​ຍ້ອນ​ຫຍັງ​ທ່ານ​ຈຶ່ງ​ເຮັດ​ແນວ​ນັ້ນ? (ຕົ້ນ. 11:31; ກິດ. 7:2-4)

2. ອ່ານ​ຕົ້ນເດິມ 12:1-7.

ພະ​ເຢໂຫວາ​ເພີ່ມ​ຄຳ​ສັນຍາ​ອັນ​ໃດ​ກັບ​ອັບລາຫາມ​ຫຼັງ​ຈາກ​ທ່ານ​ມາ​ເຖິງ​ແຜ່ນດິນ​ການາອານ​ແລ້ວ? (ຕົ້ນ. 12:7)

3. ອ່ານ​ຕົ້ນເດິມ 17:1-8, 15-17.

(ກ) ອັບ​ຣາມ​ໄດ້​ຮັບ​ການ​ປ່ຽນ​ຊື່​ເປັນ​ຊື່​ຫຍັງ​ເມື່ອ​ທ່ານ​ອາຍຸ 99 ປີ ແລະ​ຍ້ອນ​ຫຍັງ? (ຕົ້ນ. 17:5)

(ຂ) ພະ​ພອນ​ອັນ​ໃດ​ໃນ​ອະນາຄົດ​ທີ່​ພະ​ເຢໂຫວາ​ໄດ້​ສັນຍາ​ກັບ​ນາງ​ຊາລາ? (ຕົ້ນ. 17:15, 16)

4. ອ່ານ​ຕົ້ນເດິມ 18:9-19.

(ກ) ໃນ​ຕົ້ນເດິມ 18:19 ມີ​ການ​ກຳນົດ​ໜ້າທີ່​ຮັບ​ຜິດ​ຊອບ​ອັນ​ໃດ​ໄວ້​ໃຫ້​ກັບ​ຜູ້​ເປັນ​ພໍ່? (ບັນຍັດ. 6:6, 7; ເອເຟ. 6:4)

(ຂ) ປະສົບການ​ໃດ​ຂອງ​ຊາລາ​ທີ່​ສະແດງ​ວ່າ​ເຮົາ​ບໍ່​ສາມາດ​ປິດ​ບັງ​ສິ່ງ​ນຶ່ງ​ສິ່ງ​ໃດ​ຈາກ​ພະ​ເຢໂຫວາ​ໄດ້? (ຕົ້ນ. 18:12, 15; ເພງ. 44:21)

ບົດ 14

ພະເຈົ້າ​ທົດລອງ​ຄວາມ​ເຊື່ອ​ຂອງ​ອັບລາຫາມ

1. ພະເຈົ້າ​ສັນຍາ​ອັນ​ໃດ​ກັບ​ອັບລາຫາມ ແລະ​ພະເຈົ້າ​ຮັກສາ​ຄຳ​ສັນຍາ​ແນວ​ໃດ?

2. ດັ່ງ​ທີ່​ເຫັນ​ໃນ​ຮູບ​ພາບ ພະເຈົ້າ​ທົດລອງ​ຄວາມ​ເຊື່ອ​ຂອງ​ອັບລາຫາມ​ແນວ​ໃດ?

3. ອັບລາຫາມ​ໄດ້​ເຮັດ​ຫຍັງ ເຖິງ​ແມ່ນ​ວ່າ​ທ່ານ​ບໍ່​ເຂົ້າ​ໃຈ​ເຫດຜົນ​ທີ່​ພະເຈົ້າ​ສັ່ງ​ຢ່າງ​ນັ້ນ?

4. ມີ​ເຫດການ​ຫຍັງ​ເກີດ​ຂຶ້ນ​ເມື່ອ​ອັບລາຫາມ​ຈັບ​ມີດ​ອອກ​ມາ​ຈະ​ຂ້າ​ລູກ​ຊາຍ​ຂອງ​ທ່ານ?

5. ຄວາມ​ເຊື່ອ​ທີ່​ອັບລາຫາມ​ມີ​ຕໍ່​ພະເຈົ້າ​ນັ້ນ​ໝັ້ນຄົງ​ສ່ຳ​ໃດ?

6. ພະເຈົ້າ​ຈັດ​ຕຽມ​ອັນ​ໃດ​ໃຫ້​ອັບລາຫາມ​ຖວາຍ​ເປັນ​ເຄື່ອງ​ບູຊາ ແລະ​ດ້ວຍ​ວິທີ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 21:1-7.

ເປັນ​ຫຍັງ​ອັບລາຫາມ​ຈຶ່ງ​ໃຫ້​ລູກ​ຊາຍ​ຂອງ​ທ່ານ​ຮັບ​ສິນຕັດ​ໃນ​ວັນ​ທີ​ແປດ? (ຕົ້ນ. 17:10-12; 21:4)

2. ອ່ານ​ຕົ້ນເດິມ 22:1-18.

ອີຊາກ​ສະແດງ​ການ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ອັບລາຫາມ​ພໍ່​ຂອງ​ຕົນ​ແນວ​ໃດ ແລະ​ນັ້ນ​ເປັນ​ພາບ​ເລັງ​ເຖິງ​ເຫດການ​ທີ່​ມີ​ຄວາມ​ສຳຄັນ​ຫຼາຍ​ກວ່າ​ຊຶ່ງ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ຢ່າງ​ໃດ? (ຕົ້ນ. 22:7-9; 1 ໂກ. 5:7; ຟີລິບ 2:8, 9)

ບົດ 15

ເມຍ​ຂອງ​ໂລດ​ຫຼຽວ​ໄປ​ເບິ່ງ​ຂ້າງ​ຫຼັງ

1. ຍ້ອນ​ຫຍັງ​ອັບລາຫາມ​ແລະ​ໂລດ​ຈຶ່ງ​ແຍກ​ຈາກ​ກັນ?

2. ເປັນ​ຫຍັງ​ໂລດ​ຈຶ່ງ​ເລືອກ​ທີ່​ຈະ​ຢູ່​ໃນ​ເມືອງ​ຊໍດົມ?

3. ຊາວ​ເມືອງ​ຊໍດົມ​ເປັນ​ຄົນ​ແນວ​ໃດ?

4. ທູດ​ສະຫວັນ​ສອງ​ອົງ​ໃຫ້​ຄຳ​ເຕືອນ​ຫຍັງ​ແກ່​ໂລດ?

5. ເປັນ​ຫຍັງ​ເມຍ​ຂອງ​ໂລດ​ຈຶ່ງ​ກາຍ​ເປັນ​ເສົາ​ເກືອ?

6. ເຮົາ​ໄດ້​ຮຽນ​ຮູ້​ອັນ​ໃດ​ຈາກ​ຕົວຢ່າງ​ຂອງ​ເມຍ​ໂລດ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 13:5-13.

ໃນ​ເລື່ອງ​ການ​ແກ້​ບັນ​ຫາ​ລະຫວ່າງ​ບຸກຄົນ ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ອັບລາຫາມ? (ຕົ້ນ. 13:8, 9; ໂລມ 12:10; ຟີລິບ 2:3, 4)

2. ອ່ານ​ຕົ້ນເດິມ 18:20-33.

ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ກັບ​ອັບລາຫາມ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຈະ​ຕັດສິນ​ຢ່າງ​ຊອບທຳ? (ຕົ້ນ. 18:25, 26; ມັດ. 25:31-33)

3. ອ່ານ​ຕົ້ນເດິມ 19:1-29.

(ກ) ເລື່ອງ​ນີ້​ໃນ​ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ພະເຈົ້າ​ມີ​ທັດສະນະ​ແນວ​ໃດ​ຕໍ່​ເລື່ອງ​ການ​ມັກ​ເພດ​ດຽວ​ກັນ? (ຕົ້ນ. 19:5, 13; ເລວີ. 20:13)

(ຂ) ເຮົາ​ເຫັນ​ຄວາມ​ແຕກຕ່າງ​ແນວ​ໃດ​ໃນ​ວິທີ​ທີ່​ໂລດ​ແລະ​ອັບລາຫາມ​ຍອມ​ຮັບ​ການ​ຊີ້​ນຳ​ຈາກ​ພະເຈົ້າ ແລະ​ເຮົາ​ໄດ້​ຮຽນ​ຮູ້​ສິ່ງ​ໃດ​ຈາກ​ເລື່ອງ​ນີ້? (ຕົ້ນ. 19:15, 16, 19, 20; 22:3)

4. ອ່ານ​ລຶກາ 17:28-32.

ເມຍ​ຂອງ​ໂລດ​ມີ​ເຈຕະຄະຕິ​ແນວ​ໃດ​ຕໍ່​ສິ່ງ​ຝ່າຍ​ວັດຖຸ ແລະ​ເລື່ອງ​ນີ້​ເປັນ​ຂໍ້​ເຕືອນ​ໃຈ​ເຮົາ​ແນວ​ໃດ? (ລຶກາ 12:15; 17:31, 32; ມັດ. 6:19-21, 25)

5. ອ່ານ 2 ເປໂຕ 2:6-8.

ໂດຍ​ການ​ຮຽນ​ແບບ​ໂລດ ເຮົາ​ຄວນ​ມີ​ທັດສະນະ​ແນວ​ໃດ​ຕໍ່​ໂລກ​ທີ່​ບໍ່​ເຫຼື້ອມໃສ​ພະເຈົ້າ​ຊຶ່ງ​ຢູ່​ອ້ອມ​ຂ້າງ​ເຮົາ? (ເອເຊກ. 9:4; 1 ໂຍ. 2:15-17)

ບົດ 16

ອີຊາກ​ໄດ້​ເມຍ​ທີ່​ດີ

1. ຜູ້​ຊາຍ​ແລະ​ຜູ້​ຍິງ​ໃນ​ຮູບ​ນີ້​ແມ່ນ​ໃຜ?

2. ອັບລາຫາມ​ເຮັດ​ແນວ​ໃດ​ເພື່ອ​ຫາ​ເມຍ​ໃຫ້​ລູກ​ຊາຍ ແລະ​ຍ້ອນ​ຫຍັງ?

3. ຄຳ​ອະທິດຖານ​ຂອງ​ຄົນ​ໃຊ້​ຂອງ​ອັບລາຫາມ​ໄດ້​ຮັບ​ຄຳຕອບ​ຢ່າງ​ໃດ?

4. ເມື່ອ​ຖືກ​ຖາມ​ວ່າ​ຈະ​ແຕ່ງ​ດອງ​ກັບ​ອີຊາກ​ຫຼື​ບໍ່ ເລເບກາ​ຕອບ​ແນວ​ໃດ?

5. ແມ່ນ​ຫຍັງ​ເຮັດ​ໃຫ້​ອີຊາກ​ມີ​ຄວາມ​ສຸກ​ອີກ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 24:1-67.

(ກ) ເມື່ອ​ເລເບກາ​ພົບ​ຄົນ​ໃຊ້​ຂອງ​ອັບລາຫາມ​ຢູ່​ນ້ຳ​ສ້າງ ລາວ​ສະແດງ​ຄຸນສົມບັດ​ທີ່​ດີ​ແນວ​ໃດ? (ຕົ້ນ. 24:17-20; ສຸພາ. 31:17, 31)

(ຂ) ການ​ຈັດ​ຕຽມ​ທີ່​ອັບລາຫາມ​ເຮັດ​ເພື່ອ​ອີຊາກ ເປັນ​ຕົວຢ່າງ​ທີ່​ດີ​ສຳລັບ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ຢ່າງ​ໃດ? (ຕົ້ນ. 24:37, 38; 1 ໂກ. 7:39; 2 ໂກ. 6:14)

(ຄ) ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ຫາ​ເວລາ​ຄິດ​ຕຶກຕອງ​ເຊັ່ນ​ດຽວ​ກັບ​ອີຊາກ​ເຮັດ? (ຕົ້ນ. 24:63; ເພງ. 77:12; ຟີລິບ 4:8)

ບົດ 17

ລູກ​ຝາແຝດ​ທີ່​ແຕກຕ່າງ​ກັນ

1. ເອຊາອື​ແລະ​ຍາໂຄບ​ແມ່ນ​ໃຜ ແລະ​ເຂົາ​ເຈົ້າ​ແຕກຕ່າງ​ກັນ​ແນວ​ໃດ?

2. ຕອນ​ທີ່​ອັບລາຫາມ​ປູ່​ຂອງ​ເຂົາ​ເຈົ້າ​ຕາຍ ເອຊາອື​ແລະ​ຍາໂຄບ​ມີ​ອາຍຸ​ເທົ່າ​ໃດ?

3. ເອຊາອື​ເຮັດ​ຫຍັງ​ຊຶ່ງ​ພາ​ໃຫ້​ແມ່​ແລະ​ພໍ່​ເສຍໃຈ​ຫຼາຍ?

4. ເປັນ​ຫຍັງ​ເອຊາອື​ຈຶ່ງ​ຄຽດ​ແຄ້ນ​ຍາໂຄບ​ນ້ອງ​ຊາຍ​ຂອງ​ລາວ​ຫຼາຍ?

5. ອີຊາກ​ສັ່ງ​ກັບ​ຍາໂຄບ​ລູກ​ຊາຍ​ຂອງ​ທ່ານ​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 25:5-11, 20-34.

(ກ) ພະ​ເຢໂຫວາ​ພະຍາກອນ​ໄວ້​ແນວ​ໃດ​ກ່ຽວ​ກັບ​ລູກ​ຊາຍ​ສອງ​ຄົນ​ຂອງ​ເລເບກາ? (ຕົ້ນ. 25:23)

(ຂ) ເອຊາອື​ແລະ​ຍາໂຄບ​ມີ​ທັດສະນະ​ແຕກຕ່າງ​ກັນ​ໃນ​ເລື່ອງ​ສິດທິ​ລູກ​ກົກ​ຄື​ແນວ​ໃດ? (ຕົ້ນ. 25:31-34)

2. ອ່ານ​ຕົ້ນເດິມ 26:34, 35; 27:1-46; ແລະ 28:1-5.

(ກ) ເອຊາອື​ຂາດ​ຄວາມ​ສຳນຶກ​ເຖິງ​ຄຸນຄ່າ​ຕໍ່​ສິ່ງ​ຝ່າຍ​ວິນຍານ​ຢ່າງ​ເຫັນ​ໄດ້​ຊັດ​ແນວ​ໃດ? (ຕົ້ນ. 26:34, 35; 27:46)

(ຂ) ອີຊາກ​ບອກ​ຍາໂຄບ​ໃຫ້​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ພະ​ພອນ​ຈາກ​ພະເຈົ້າ? (ຕົ້ນ. 28:1-4)

3. ອ່ານ​ເຫບເລິ 12:16, 17.

ຕົວຢ່າງ​ຂອງ​ເອຊາອື​ສະແດງ​ໃຫ້​ເຫັນ​ເຖິງ​ຜົນ​ທີ່​ເກີດ​ຂຶ້ນ​ກັບ​ຄົນ​ທີ່​ປະໝາດ​ສິດທິ​ພິເສດ​ຈາກ​ພະເຈົ້າ​ແນວ​ໃດ?

ບົດ 18

ຍາໂຄບ​ໄປ​ເມືອງ​ຮາລານ

1. ຜູ້​ສາວ​ທີ່​ຢູ່​ໃນ​ຮູບ​ນີ້​ແມ່ນ​ໃຜ ແລະ​ຍາໂຄບ​ເຮັດ​ຫຍັງ​ເພື່ອ​ນາງ?

2. ເພື່ອ​ຈະ​ໄດ້​ແຕ່ງ​ດອງ​ກັບ​ລາເຊນ ຍາໂຄບ​ເຕັມ​ໃຈ​ເຮັດ​ຫຍັງ?

3. ເມື່ອ​ເຖິງ​ເວລາ​ທີ່​ຍາໂຄບ​ຈະ​ແຕ່ງ​ດອງ​ກັບ​ລາເຊນ ລາບານ​ເຮັດ​ຫຍັງ?

4. ເພື່ອ​ຈະ​ໄດ້​ລາເຊນ​ມາ​ເປັນ​ເມຍ ຍາໂຄບ​ຍິນ​ຍອມ​ເຮັດ​ຫຍັງ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 29:1-30.

(ກ) ເຖິງ​ແມ່ນ​ວ່າ​ລາບານ​ຫຼອກ​ລວງ ຍາໂຄບ​ສະແດງ​ໃຫ້​ເຫັນ​ຢ່າງ​ໃດ​ວ່າ​ທ່ານ​ເປັນ​ຄົນ​ສັດ​ຊື່ ແລະ​ເຮົາ​ຮຽນ​ຮູ້​ສິ່ງ​ໃດ​ຈາກ​ເລື່ອງ​ນີ້? (ຕົ້ນ. 25:27; 29:26-28; ມັດ. 5:37)

(ຂ) ຕົວຢ່າງ​ຂອງ​ຍາໂຄບ​ສະແດງ​ໃຫ້​ເຫັນ​ຢ່າງ​ໃດ​ວ່າ​ຄວາມ​ຮັກ​ແລະ​ຄວາມ​ລຸ່ມ​ຫຼົງ​ຕ່າງ​ກັນ? (ຕົ້ນ. 29:18, 20, 30; ບົດລຳ. 8:6)

(ຄ) ຜູ້​ຍິງ​ສີ່​ຄົນ​ທີ່​ໄດ້​ມາ​ເປັນ​ສ່ວນ​ໃນ​ຄອບຄົວ​ຂອງ​ຍາໂຄບ​ຊຶ່ງ​ຕໍ່​ມາ​ໄດ້​ເກີດ​ລູກ​ໃຫ້​ທ່ານ​ມີ​ຜູ້​ໃດ​ແດ່? (ຕົ້ນ. 29:23, 24, 28, 29)

ບົດ 19

ຍາໂຄບ​ມີ​ຄອບຄົວ​ໃຫຍ່

1. ລູກ​ຊາຍ​ຫົກ​ຄົນ​ທີ່​ຍາໂຄບ​ໄດ້​ກັບ​ເລອາ​ເມຍ​ກົກ​ຊື່​ຫຍັງ​ແດ່?

2. ລູກ​ຊາຍ​ສອງ​ຄົນ​ຂອງ​ຊີລາຟາ​ສາວ​ໃຊ້​ຂອງ​ນາງ​ເລອາ​ທີ່​ເກີດ​ກັບ​ຍາໂຄບ​ຊື່​ຫຍັງ​ແດ່?

3. ລູກ​ຊາຍ​ສອງ​ຄົນ​ຂອງ​ບີລາທາ​ສາວ​ໃຊ້​ຂອງ​ນາງ​ລາເຊນ​ທີ່​ເກີດ​ກັບ​ຍາໂຄບ​ຊື່​ຫຍັງ​ແດ່?

4. ລູກ​ຊາຍ​ສອງ​ຄົນ​ທີ່​ເກີດ​ຈາກ​ນາງ​ລາເຊນ​ມີ​ໃຜ​ແດ່ ແຕ່​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ເມື່ອ​ລູກ​ຄົນ​ທີ​ສອງ​ເກີດ​ມາ?

5. ດັ່ງ​ທີ່​ເຫັນ​ໃນ​ຮູບ​ນີ້ ຍາໂຄບ​ມີ​ລູກ​ຈັກ​ຄົນ ແລະ​ເຂົາ​ເຈົ້າ​ເປັນ​ຕົ້ນ​ກຳເນີດ​ຂອງ​ພວກ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 29:32-35; 30:1-26; ແລະ 35:16-19.

ດັ່ງ​ທີ່​ສະແດງ​ໃຫ້​ເຫັນ​ໃນ​ກໍລະນີ​ລູກ​ຊາຍ​ທັງ 12 ຄົນ​ຂອງ​ຍາໂຄບ ໃນ​ສະໄໝ​ບູຮານ​ຊາວ​ເຫບເລິ​ມັກ​ຈະ​ຕັ້ງ​ຊື່​ລູກ​ຊາຍ​ຢ່າງ​ໃດ?

2. ອ່ານ​ຕົ້ນເດິມ 37:35.

ເຮົາ​ຮູ້​ໄດ້​ຢ່າງ​ໃດ​ວ່າ​ຍາໂຄບ​ມີ​ລູກ​ສາວ​ຫຼາຍ​ກວ່າ​ນຶ່ງ​ຄົນ​ແມ່ນ​ວ່າ​ມີ​ການ​ກ່າວ​ເຖິງ​ຊື່​ຂອງ​ດີນາ​ພຽງ​ຄົນ​ດຽວ​ໃນ​ຄຳພີ​ໄບເບິນ? (ຕົ້ນ. 37:34, 35)

ບົດ 20

ດີນາ​ຕົກ​ຢູ່​ໃນ​ຄວາມ​ຫຍຸ້ງຍາກ

1. ເປັນ​ຫຍັງ​ອັບລາຫາມ​ແລະ​ອີຊາກ​ຈຶ່ງ​ບໍ່​ຕ້ອງການ​ໃຫ້​ພວກ​ລູກ​ຂອງ​ເຂົາ​ເຈົ້າ​ແຕ່ງ​ດອງ​ກັບ​ຊາວ​ແຜ່ນດິນ​ການາອານ?

2. ຍາໂຄບ​ເຫັນ​ດີ​ບໍ​ທີ່​ລູກ​ສາວ​ຂອງ​ທ່ານ​ໄປ​ຄົບ​ຫາ​ເປັນ​ເພື່ອນ​ກັບ​ພວກ​ຜູ້​ສາວ​ຊາວ​ການາອານ?

3. ຜູ້​ຊາຍ​ທີ່​ກຳລັງ​ຈ້ອງ​ເບິ່ງ​ດີນາ​ໃນ​ຮູບ​ນີ້​ແມ່ນ​ໃຜ ແລະ​ລາວ​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ແບບ​ໃດ?

4. ເມື່ອ​ໄດ້​ຍິນ​ເລື່ອງ​ທີ່​ເກີດ​ຂຶ້ນ ຊີເມໂອນ​ແລະ​ເລວີ​ອ້າຍ​ຂອງ​ດີນາ​ໄດ້​ເຮັດ​ຫຍັງ?

5. ຍາໂຄບ​ເຫັນ​ດີ​ນຳ​ສິ່ງ​ທີ່​ຊີເມໂອນ​ແລະ​ເລວີ​ເຮັດ​ບໍ?

6. ຄວາມ​ຫຍຸ້ງຍາກ​ເດືອດຮ້ອນ​ທັງ​ໝົດ​ໃນ​ຄອບຄົວ​ເລີ່ມ​ຕົ້ນ​ຂຶ້ນ​ຢ່າງ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 34:1-31.

(ກ) ດີນາ​ໄປ​ຄົບ​ຫາ​ກັບ​ພວກ​ຜູ້​ສາວ​ຊາວ​ການາອານ​ພຽງ​ເທື່ອ​ດຽວ​ບໍ? ຈົ່ງ​ອະທິບາຍ. (ຕົ້ນ. 34:1)

(ຂ) ເປັນ​ຫຍັງ​ດີນາ​ຕ້ອງ​ມີ​ສ່ວນ​ຮັບ​ຜິດ​ຊອບ​ຕໍ່​ການ​ເສຍ​ຄວາມ​ບໍລິສຸດ​ຂອງ​ນາງ? (ຄລາ. 6:7)

(ຄ) ໃນ​ທຸກ​ມື້​ນີ້​ຫນຸ່ມ​ສາວ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ໄດ້​ໃສ່​ໃຈ​ຕໍ່​ຕົວຢ່າງ​ເຕືອນ​ໃຈ​ຂອງ​ດີນາ​ຢ່າງ​ໃດ? (ສຸພາ. 13:20; 1 ໂກ. 15:33; 1 ໂຍ. 5:19)

ບົດ 21

ພວກ​ອ້າຍ​ກຽດ​ຊັງ​ໂຍເຊບ

1. ເປັນ​ຫຍັງ​ພວກ​ອ້າຍ​ຈຶ່ງ​ອິດສາ​ໂຍເຊບ ແລະ​ເຂົາ​ເຈົ້າ​ໄດ້​ເຮັດ​ຫຍັງ?

2. ພວກ​ອ້າຍ​ຢາກ​ເຮັດ​ຫຍັງ​ກັບ​ໂຍເຊບ ແຕ່​ລູເບນ​ເວົ້າ​ວ່າ​ແນວ​ໃດ?

3. ມີ​ຫຍັງ​ເກີດ​ຂຶ້ນ​ເມື່ອ​ພໍ່​ຄ້າ​ຊາວ​ຍິດມາເອນ​ມາ​ເຖິງ?

4. ເພື່ອ​ໃຫ້​ພໍ່​ຄິດ​ວ່າ​ໂຍເຊບ​ຕາຍ​ແລ້ວ ພວກ​ອ້າຍ​ຂອງ​ໂຍເຊບ​ໄດ້​ເຮັດ​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 37:1-35.

(ກ) ຄລິດສະຕຽນ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂຍເຊບ​ກ່ຽວ​ກັບ​ການ​ລາຍງານ​ການ​ກະທຳ​ຜິດ​ໃນ​ປະຊາຄົມ​ແນວ​ໃດ? (ຕົ້ນ. 37:2; ເລວີ. 5:1; 1 ໂກ. 1:11)

(ຂ) ແມ່ນ​ຫຍັງ​ເຮັດ​ໃຫ້​ພວກ​ອ້າຍ​ຄິດ​ຮ້າຍ​ກັບ​ໂຍເຊບ? (ຕົ້ນ. 37:11, 18; ສຸພາ. 27:4; ຍໂກ. 3:14-16)

(ຄ) ໃນ​ຕອນ​ໂສກ​ເສົ້າ​ຍາໂຄບ​ໄດ້​ເຮັດ​ຫຍັງ​ຊຶ່ງ​ເປັນ​ເລື່ອງ​ທຳມະດາ​ທີ່​ມັກ​ເຮັດ​ກັນ? (ຕົ້ນ. 37:35)

ບົດ 22

ໂຍເຊບ​ຖືກ​ຂັງ​ຢູ່​ໃນ​ຄຸກ

1. ໂຍເຊບ​ອາຍຸ​ເທົ່າ​ໃດ​ເມື່ອ​ຖືກ​ພາ​ໄປ​ອີຢີບ ແລະ​ມີ​ຫຍັງ​ເກີດ​ຂຶ້ນ​ເມື່ອ​ລາວ​ໄປ​ຮອດ?

2. ໂຍເຊບ​ເຂົ້າ​ໄປ​ຢູ່​ໃນ​ຄຸກ​ໄດ້​ແນວ​ໃດ?

3. ຢູ່​ໃນ​ຄຸກ​ໂຍເຊບ​ໄດ້​ຮັບ​ໜ້າທີ່​ຮັບ​ຜິດ​ຊອບ​ຫຍັງ?

4. ໂຍເຊບ​ເຮັດ​ຫຍັງ​ໃຫ້​ກັບ​ພະນັກງານ​ນ້ຳ​ອະງຸ່ນ​ແລະ​ພະນັກງານ​ເຮັດ​ເຂົ້າຈີ່​ຕອນ​ທີ່​ຢູ່​ໃນ​ຄຸກ?

5. ມີ​ຫຍັງ​ເກີດ​ຂຶ້ນ​ຫຼັງ​ຈາກ​ພະນັກງານ​ນ້ຳ​ອະງຸ່ນ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ແລ້ວ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 39:1-23.

ເນື່ອງ​ຈາກ​ວ່າ​ໃນ​ສະໄໝ​ຂອງ​ໂຍເຊບ​ຍັງ​ບໍ່​ມີ​ກົດໝາຍ​ທີ່​ເປັນ​ລາຍລັກ​ອັກສອນ​ຈາກ​ພະເຈົ້າ​ທີ່​ຕຳໜິ​ເລື່ອງ​ການ​ຫຼິ້ນ​ຊູ້ ແມ່ນ​ຫຍັງ​ເຮັດ​ໃຫ້​ໂຍເຊບ​ໜີ​ຈາກ​ເມຍ​ຂອງ​ໂປຕີຟາ? (ຕົ້ນ. 2:24; 20:3; 39:9)

2. ອ່ານ​ຕົ້ນເດິມ 40:1-23.

(ກ) ຂໍ​ໃຫ້​ເລົ່າ​ເລື່ອງ​ຄວາມ​ຝັນ​ຂອງ​ພະນັກງານ​ນ້ຳ​ອະງຸ່ນ ແລະ​ການ​ແກ້​ຄວາມ​ຝັນ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ໂຍເຊບ​ແບບ​ຫຍໍ້ໆ. (ຕົ້ນ. 40:9-13)

(ຂ) ພະນັກງານ​ເຮັດ​ເຂົ້າຈີ່​ຝັນ​ແນວ​ໃດ ແລະ​ຄວາມ​ຝັນ​ນັ້ນ​ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ? (ຕົ້ນ. 40:16-19)

(ຄ) ຊົນ​ຊັ້ນ​ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສຸຂຸມ​ໃນ​ທຸກ​ມື້​ນີ້​ໄດ້​ຮຽນ​ເອົາ​ແບບ​ຢ່າງ​ແນວ​ຄິດ​ຂອງ​ໂຍເຊບ​ແນວ​ໃດ? (ຕົ້ນ. 40:8; ເພງ. 36:9; ໂຍ. 17:17; ກິດ. 17:2, 3)

(ງ) ຕົ້ນເດິມ 40:20 ໃຫ້​ຄວາມ​ກະຈ່າງ​ແນວ​ໃດ​ກ່ຽວ​ກັບ​ທັດສະນະ​ຂອງ​ຄລິດສະຕຽນ​ໃນ​ເລື່ອງ​ການ​ສະຫຼອງ​ວັນ​ເກີດ? (ຜູ້ປ. 7:1; ມໂກ. 6:21-28)

ບົດ 23

ຄວາມ​ຝັນ​ຂອງ​ຟາໂລ

1. ໃນ​ຄືນ​ນຶ່ງ​ມີ​ເຫດການ​ຫຍັງ​ເກີດ​ຂຶ້ນ​ກັບ​ຟາໂລ?

2. ໃນ​ທີ່​ສຸດ​ເປັນ​ຫຍັງ​ພະນັກງານ​ນ້ຳ​ອະງຸ່ນ​ຈຶ່ງ​ຄິດ​ເຖິງ​ໂຍເຊບ?

3. ດັ່ງ​ທີ່​ເຫັນ​ໃນ​ຮູບ​ນີ້ ຟາໂລ​ຝັນ​ເຖິງ​ສອງ​ເລື່ອງ​ໃດ​ແດ່?

4. ໂຍເຊບ​ບອກ​ວ່າ​ຄວາມ​ຝັນ​ນັ້ນ​ມີ​ຄວາມ​ໝາຍ​ຫຍັງ​ແດ່?

5. ໂຍເຊບ​ກາຍ​ເປັນ​ບຸກຄົນ​ສຳຄັນ​ທີ່​ສຸດ​ໃນ​ປະເທດ​ອີຢີບ​ຮອງ​ຈາກ​ຟາໂລ​ດ້ວຍ​ວິທີ​ໃດ?

6. ເປັນ​ຫຍັງ​ອ້າຍ​ຂອງ​ໂຍເຊບ​ຈຶ່ງ​ມາ​ອີຢີບ ແລະ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ຈື່​ໂຍເຊບ​ບໍ່​ໄດ້?

7. ໂຍເຊບ​ຄິດ​ເຖິງ​ຄວາມ​ຝັນ​ໃດ ແລະ​ເລື່ອງ​ນີ້​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ອັນ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 41:1-57.

(ກ) ໂຍເຊບ​ມຸ່ງ​ຄວາມ​ສົນ​ໃຈ​ໄປ​ຫາ​ພະ​ເຢໂຫວາ​ແນວ​ໃດ ແລະ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ຈະ​ຮຽນ​ແບບ​ຢ່າງ​ຂອງ​ທ່ານ​ໄດ້​ໃນ​ທາງ​ໃດ? (ຕົ້ນ. 41:16, 25, 28; ມັດ. 5:16; 1 ເປ. 2:12)

(ຂ) ປີ​ທີ່​ມີ​ອາຫານ​ບໍລິບູນ​ໃນ​ປະເທດ​ອີຢີບ​ແລະ​ປີ​ທີ່​ອຶດຢາກ​ຕິດ​ຕາມ​ມາ​ນັ້ນ​ສະແດງ​ໃຫ້​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ສະພາບ​ຝ່າຍ​ວິນຍານ​ຂອງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ກັບ​ຄລິດ​ສາສະໜາ​ຈັກ​ໃນ​ທຸກ​ມື້​ນີ້​ແນວ​ໃດ? (ຕົ້ນ. 41:29, 30; ອາໂມດ 8:11, 12)

2. ອ່ານ​ຕົ້ນເດິມ 42:1-8 ແລະ 50:20.

ຈະ​ເປັນ​ການ​ຜິດ​ຫຼື​ບໍ່​ທີ່​ຜູ້​ນະມັດສະການ​ພະ​ເຢໂຫວາ​ຈະ​ຄຳນັບ​ຜູ້​ນຶ່ງ​ເພາະ​ເປັນ​ການ​ໃຫ້​ກຽດ​ແລະ​ນັບຖື​ຕໍ່​ຕຳແໜ່ງ​ຂອງ​ຜູ້​ນັ້ນ ຍ້ອນ​ວ່າ​ເປັນ​ທຳນຽມ​ຂອງ​ດິນແດນ​ນັ້ນ? (ຕົ້ນ. 42:6)

ບົດ 24

ໂຍເຊບ​ທົດລອງ​ພວກ​ອ້າຍ​ຂອງ​ຕົນ

1. ເປັນ​ຫຍັງ​ໂຍເຊບ​ຈຶ່ງ​ກ່າວ​ຫາ​ວ່າ​ພວກ​ອ້າຍ​ຂອງ​ທ່ານ​ເປັນ​ຜູ້​ສອດແນມ?

2. ເປັນ​ຫຍັງ​ຍາໂຄບ​ຈຶ່ງ​ຍອມ​ໃຫ້​ເບນຍາມີນ​ລູກ​ຊາຍ​ຫຼ້າ​ຂອງ​ທ່ານ​ໄປ​ອີຢີບ?

3. ຈອກ​ເງິນ​ຂອງ​ໂຍເຊບ​ຢູ່​ໃນ​ກະສອບ​ຂອງ​ເບນຍາມີນ​ໄດ້​ແນວ​ໃດ?

4. ຢູດາ​ສະເໜີ​ທີ່​ຈະ​ເຮັດ​ຫຍັງ​ເພື່ອ​ໃຫ້​ປ່ອຍ​ຕົວ​ເບນຍາມີນ?

5. ພວກ​ອ້າຍ​ຂອງ​ໂຍເຊບ​ໄດ້​ປ່ຽນ​ແປງ​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 42:9-38.

ຄຳ​ເວົ້າ​ຂອງ​ໂຍເຊບ​ທີ່​ຢູ່​ໃນ​ຕົ້ນເດິມ 42:18 ເປັນ​ຂໍ້​ເຕືອນ​ໃຈ​ທີ່​ດີ​ສຳລັບ​ຜູ້​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ໄດ້​ແນວ​ໃດ? (ນເຫ. 5:15; 2 ໂກ. 7:1, 2)

2. ອ່ານ​ຕົ້ນເດິມ 43:1-34.

(ກ) ເຖິງ​ແມ່ນ​ວ່າ​ລູເບນ​ເປັນ​ລູກ​ກົກ ແຕ່​ຢູດາ​ກາຍ​ເປັນ​ຜູ້​ເວົ້າ​ແທນ​ພວກ​ອ້າຍ​ນ້ອງ​ຂອງ​ທ່ານ​ຢ່າງ​ເຫັນ​ໄດ້​ຊັດ​ແນວ​ໃດ? (ຕົ້ນ. 43:3, 8, 9; 44:14, 18; 1 ຂ່າວ. 5:2)

(ຂ) ປາກົດ​ວ່າ​ໂຍເຊບ​ໄດ້​ທົດລອງ​ພວກ​ອ້າຍ​ແນວ​ໃດ ແລະ​ຍ້ອນ​ຫຍັງ? (ຕົ້ນ. 43:33, 34)

3. ອ່ານ​ຕົ້ນເດິມ 44:1-34.

(ກ) ເພື່ອ​ໃຫ້​ເປັນ​ສ່ວນ​ນຶ່ງ​ຂອງ​ອຸບາຍ​ທີ່​ຈະ​ປິດ​ບັງ​ບໍ່​ໃຫ້​ພວກ​ອ້າຍ​ຮູ້​ວ່າ​ຕົນ​ແມ່ນ​ໃຜ ໂຍເຊບ​ຈຶ່ງ​ໄດ້​ສະແດງ​ຕົວ​ເປັນ​ຜູ້​ໃດ? (ຕົ້ນ. 44:5, 15; ເລວີ. 19:26)

(ຂ) ພວກ​ອ້າຍ​ຂອງ​ໂຍເຊບ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ນ້ຳໃຈ​ອິດສາ​ທີ່​ເຄີຍ​ມີ​ນັ້ນ​ດຽວ​ນີ້​ບໍ່​ມີ​ອີກ​ແລ້ວ? (ຕົ້ນ. 44:13, 33, 34)

ບົດ 25

ຍ້າຍ​ຄອບຄົວ​ໄປ​ຢູ່​ປະເທດ​ອີຢີບ

1. ເມື່ອ​ໂຍເຊບ​ບອກ​ອ້າຍ​ຂອງ​ທ່ານ​ວ່າ​ທ່ານ​ເປັນ​ຜູ້​ໃດ​ນັ້ນ ເຫດການ​ຈຶ່ງ​ເປັນ​ແນວ​ໃດ?

2. ໂຍເຊບ​ອະທິບາຍ​ເລື່ອງ​ໃດ​ແກ່​ອ້າຍ​ຂອງ​ທ່ານ​ຢ່າງ​ກະລຸນາ?

3. ເມື່ອ​ຟາໂລ​ໄດ້​ຍິນ​ເລື່ອງ​ພວກ​ອ້າຍ​ນ້ອງ​ຂອງ​ໂຍເຊບ ທ່ານ​ສັ່ງ​ວ່າ​ແນວ​ໃດ?

4. ຄອບຄົວ​ຂອງ​ຍາໂຄບ​ໃຫຍ່​ປານ​ໃດ​ເມື່ອ​ເຂົາ​ເຈົ້າ​ຍ້າຍ​ໄປ​ຢູ່​ອີຢີບ?

5. ຄອບຄົວ​ຂອງ​ຍາໂຄບ​ຖືກ​ເອີ້ນ​ວ່າ​ແນວ​ໃດ ແລະ​ຍ້ອນ​ຫຍັງ?

ຄຳຖາມ​ເສີມ:

1. ອ່ານ​ຕົ້ນເດິມ 45:1-28.

ເລື່ອງ​ຂອງ​ໂຍເຊບ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ສາມາດ​ປ່ຽນ​ການ​ມຸ່ງ​ຮ້າຍ​ຕໍ່​ຜູ້​ຮັບໃຊ້​ຂອງ​ພະອົງ​ໃຫ້​ກາຍ​ເປັນ​ຜົນ​ດີ​ໄດ້? (ຕົ້ນ. 45:5-8; ເອຊາ. 8:10; ຟີລິບ 1:12-14)

2. ອ່ານ​ຕົ້ນເດິມ 46:1-27.

ພະ​ເຢໂຫວາ​ໃຫ້​ຄຳ​ຮັບ​ຮອງ​ຫຍັງ​ແກ່​ຍາໂຄບ​ລະຫວ່າງ​ທີ່​ທ່ານ​ເດີນ​ທາງ​ໄປ​ອີຢີບ? (ຕົ້ນ. 46:1-4)

ບົດ 26

ໂຢບ​ສັດ​ຊື່​ຕໍ່​ພະເຈົ້າ

1. ໂຢບ​ແມ່ນ​ໃຜ?

2. ຊາຕານ​ພະຍາຍາມ​ຈະ​ເຮັດ​ຫຍັງ ແຕ່​ວ່າ​ມັນ​ເຮັດ​ສຳເລັດ​ບໍ?

3. ພະ​ເຢໂຫວາ​ອະນຸຍາດ​ໃຫ້​ຊາຕານ​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

4. ເປັນ​ຫຍັງ​ເມຍ​ຂອງ​ໂຢບ​ຈຶ່ງ​ບອກ​ໃຫ້​ທ່ານ “ປ້ອຍ​ດ່າ​ພະເຈົ້າ​ແລ້ວ​ຕາຍ​ເສຍ​ເຖີດ”? (ເບິ່ງ​ຮູບ​ພາບ.)

5. ດັ່ງ​ທີ່​ເຫັນ​ໃນ​ຮູບ​ທີ​ສອງ ພະ​ເຢໂຫວາ​ອວຍ​ພອນ​ໃຫ້​ໂຢບ​ແນວ​ໃດ ແລະ​ຍ້ອນ​ຫຍັງ?

6. ຫາກ​ວ່າ​ເຮົາ​ສັດ​ຊື່​ພັກດີ​ຕໍ່​ພະ​ເຢໂຫວາ​ດັ່ງ​ໂຢບ ເຮົາ​ຈະ​ໄດ້​ພະ​ພອນ​ຫຍັງ​ແດ່?

ຄຳຖາມ​ເສີມ:

1. ອ່ານ​ໂຢບ 1:1-22.

ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ຈະ​ເອົາ​ແບບ​ຢ່າງ​ຂອງ​ໂຢບ​ໄດ້​ດ້ວຍ​ວິທີ​ໃດ? (ໂຢບ 1:1; ຟີລິບ 2:15; 2 ເປ. 3:14)

2. ອ່ານ​ໂຢບ 2:1-13.

ໂຢບ​ແລະ​ເມຍ​ສະແດງ​ອອກ​ໃນ​ແບບ​ທີ່​ແຕກຕ່າງ​ກັນ​ຢ່າງ​ໃດ​ຕໍ່​ການ​ຂົ່ມເຫງ​ຂອງ​ຊາຕານ? (ໂຢບ 2:9, 10; ສຸພາ. 19:3; ມີເກ 7:7; ມລກີ. 3:14)

3. ອ່ານ​ໂຢບ 42:10-17.

(ກ) ລາງວັນ​ທີ່​ໂຢບ​ແລະ​ພະ​ເຍຊູ​ໄດ້​ຮັບ​ເນື່ອງ​ຈາກ​ການ​ດຳເນີນ​ຊີວິດ​ຢ່າງ​ສັດ​ຊື່​ພັກດີ​ມີ​ຄວາມ​ຄ້າຍ​ຄື​ກັນ​ແນວ​ໃດ​ແດ່? (ໂຢບ 42:12; ຟີລິບ 2:9-11)

(ຂ) ພະ​ພອນ​ທີ່​ໂຢບ​ໄດ້​ຮັບ​ເນື່ອງ​ຈາກ​ການ​ຮັກສາ​ຄວາມ​ສັດ​ຊື່​ໝັ້ນຄົງ​ຕໍ່​ພະເຈົ້າ​ເສີມ​ກຳລັງ​ເຮົາ​ແນວ​ໃດ? (ໂຢບ 42:10, 12; ເຫບ. 6:10; ຍໂກ. 1:2-4, 12; 5:11)

ບົດ 27

ກະສັດ​ບໍ່​ດີ​ປົກຄອງ​ປະເທດ​ອີຢີບ

1. ຊາຍ​ຄົນ​ທີ່​ຖື​ໄມ້​ແສ້​ຢູ່​ໃນ​ຮູບ​ນີ້​ແມ່ນ​ໃຜ ແລະ​ລາວ​ກຳລັງ​ຂ້ຽນ​ຜູ້​ໃດ?

2. ຫຼັງ​ຈາກ​ໂຍເຊບ​ຕາຍ ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ພວກ​ຍິດສະລາເອນ?

3. ເປັນ​ຫຍັງ​ພວກ​ອີຢີບ​ຈຶ່ງ​ຢ້ານ​ພວກ​ຍິດສະລາເອນ?

4. ຟາໂລ​ສັ່ງ​ແນວ​ໃດ​ກັບ​ຜູ້​ຍິງ​ທີ່​ຊ່ວຍ​ທຳ​ຄອດ​ໃຫ້​ກັບ​ຍິງ​ຊາດ​ຍິດສະລາເອນ?

ຄຳຖາມ​ເສີມ:

1. ອ່ານ​ອຸປະຍົກໜີ 1:6-22.

(ກ) ພະ​ເຢໂຫວາ​ເລີ່ມ​ເຮັດ​ໃຫ້​ຄຳ​ສັນຍາ​ທີ່​ໃຫ້​ກັບ​ອັບລາຫາມ​ສຳເລັດ​ເປັນ​ຈິງ​ໂດຍ​ທາງ​ໃດ? (ອຸປ. 1:7; ຕົ້ນ. 12:2; ກິດ. 7:17)

(ຂ) ໝໍ​ຕຳແຍ​ຊາວ​ເຫບເລິ​ສະແດງ​ຄວາມ​ນັບຖື​ຕໍ່​ຄວາມ​ສັກສິດ​ຂອງ​ຊີວິດ​ແນວ​ໃດ? (ອຸປ. 1:17; ຕົ້ນ. 9:6)

(ຄ) ຍ້ອນ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໝໍ​ຕຳແຍ​ຈຶ່ງ​ໄດ້​ຮັບ​ລາງວັນ​ແນວ​ໃດ? (ອຸປ. 1:20, 21; ສຸພາ. 19:17)

(ງ) ຊາຕານ​ພະຍາຍາມ​ຂັດ​ຂວາງ​ພະ​ປະສົງ​ຂອງ​ພະ​ເຢໂຫວາ​ກ່ຽວ​ກັບ​ຄຳ​ສັນຍາ​ເລື່ອງ​ເຊື້ອ​ສາຍ​ຂອງ​ອັບລາຫາມ​ແນວ​ໃດ? (ອຸປ. 1:22; ມັດ. 2:16)

ບົດ 28

ວິທີ​ທີ່​ເດັກ​ອ່ອນ​ນ້ອຍ​ໂມເຊ​ໄດ້​ຮັບ​ການ​ຊ່ວຍ​ຊີວິດ

1. ເດັກ​ນ້ອຍ​ໃນ​ຮູບ​ນີ້​ແມ່ນ​ໃຜ ແລະ​ລາວ​ກຳລັງ​ຈັບ​ນິ້ວ​ມື​ຂອງ​ໃຜ​ຢູ່?

2. ເພື່ອ​ຈະ​ຊ່ວຍ​ໂມເຊ​ບໍ່​ໃຫ້​ຖືກ​ຂ້າ ແມ່​ຂອງ​ລາວ​ໄດ້​ເຮັດ​ແນວ​ໃດ?

3. ເດັກ​ນ້ອຍ​ຜູ້​ຍິງ​ທີ່​ຢູ່​ໃນ​ຮູບ​ນີ້​ແມ່ນ​ໃຜ ແລະ​ລາວ​ໄດ້​ເຮັດ​ຫຍັງ?

4. ເມື່ອ​ທິດາ​ຟາໂລ​ພໍ້​ເດັກ​ນ້ອຍ​ນັ້ນ​ແລ້ວ ມີລິອາມ​ຈຶ່ງ​ໄດ້​ສະເໜີ​ວ່າ​ແນວ​ໃດ?

5. ເຈົ້າ​ຍິງ​ນັ້ນ​ບອກ​ກັບ​ແມ່​ຂອງ​ໂມເຊ​ວ່າ​ແນວ​ໃດ​ແດ່?

ຄຳຖາມ​ເສີມ:

1. ອ່ານ​ອຸປະຍົກໜີ 2:1-10.

ແມ່​ຂອງ​ໂມເຊ​ມີ​ໂອກາດ​ໃດ​ທີ່​ຈະ​ອົບຮົມ​ແລະ​ສັ່ງ​ສອນ​ໂມເຊ​ຕອນ​ທີ່​ເປັນ​ເດັກ​ອ່ອນ​ຢູ່ ແລະ​ເລື່ອງ​ນີ້​ຈຶ່ງ​ເປັນ​ຕົວຢ່າງ​ສຳລັບ​ພໍ່​ແມ່​ໃນ​ທຸກ​ມື້​ນີ້​ແນວ​ໃດ? (ອຸປ. 2:9, 10; ບັນຍັດ. 6:6-9; ສຸພາ. 22:6; ເອເຟ. 6:4; 2 ຕີໂມ. 3:15)

ບົດ 29

ເຫດ​ທີ່​ໂມເຊ​ໜີ​ໄປ

1. ໂມເຊ​ເຕີບໂຕ​ຂຶ້ນ​ຢູ່​ໃສ ແຕ່​ວ່າ​ທ່ານ​ຮູ້​ຫຍັງ​ກ່ຽວ​ກັບ​ພໍ່​ແມ່​ຂອງ​ທ່ານ?

2. ໂມເຊ​ໄດ້​ເຮັດ​ຫຍັງ​ຕອນ​ທີ່​ທ່ານ​ອາຍຸ 40 ປີ?

3. ໂມເຊ​ເວົ້າ​ຫຍັງ​ກັບ​ຊາຍ​ຍິດສະລາເອນ​ທີ່​ກຳລັງ​ຕໍ່​ສູ້​ກັນ ແລະ​ຊາຍ​ຄົນ​ນັ້ນ​ຕອບ​ວ່າ​ແນວ​ໃດ?

4. ເປັນ​ຫຍັງ​ໂມເຊ​ຈຶ່ງ​ໜີ​ຈາກ​ອີຢີບ?

5. ໂມເຊ​ໜີ​ໄປ​ໃສ ແລະ​ທ່ານ​ພົບ​ຜູ້​ໃດ​ຢູ່​ຫັ້ນ?

6. ໃນ​ໄລຍະ 40 ປີ​ພາຍ​ຫຼັງ​ທີ່​ໜີ​ຈາກ​ອີຢີບ​ແລ້ວ ໂມເຊ​ໄດ້​ເຮັດ​ຫຍັງ?

ຄຳຖາມ​ເສີມ:

1. ອ່ານ​ອຸປະຍົກໜີ 2:11-25.

ເຖິງ​ແມ່ນ​ວ່າ​ໂມເຊ​ໄດ້​ຮັບ​ການ​ສຶກສາ​ວິຊາ​ຄວາມ​ຮູ້​ຂອງ​ຊາວ​ອີຢີບ​ມາ​ຫຼາຍ​ປີ ແຕ່​ໂມເຊ​ສະແດງ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ປະຊາຊົນ​ຂອງ​ພະອົງ​ດ້ວຍ​ວິທີ​ໃດ? (ອຸປ. 2:11, 12; ເຫບ. 11:24)

2. ອ່ານ​ກິດຈະການ 7:22-29.

ບົດຮຽນ​ຫຍັງ​ທີ່​ເຮົາ​ໄດ້​ຈາກ​ການ​ທີ່​ໂມເຊ​ພະຍາຍາມ​ຊ່ວຍເຫຼືອ​ຊາດ​ຍິດສະລາເອນ​ໃຫ້​ອອກ​ຈາກ​ການ​ເປັນ​ທາດ​ຂອງ​ຊາດ​ອີຢີບ​ດ້ວຍ​ຕົວ​ລາວ​ເອງ? (ກິດ. 7:23-25; 1 ເປ. 5:6, 10)

ບົດ 30

ພຸ່ມ​ໄມ້​ທີ່​ມີ​ໄຟ​ລຸກ

1. ພູເຂົາ​ທີ່​ຢູ່​ໃນ​ຮູບ​ນີ້​ຊື່​ຫຍັງ?

2. ລອງ​ເລົ່າ​ເຖິງ​ສິ່ງ​ຜິດ​ປົກກະຕິ​ທີ່​ໂມເຊ​ເຫັນ​ຕອນ​ທີ່​ທ່ານ​ພາ​ຝູງ​ແກະ​ໄປ​ທີ່​ພູເຂົາ​ໂຫເຣບ.

3. ມີ​ສຽງ​ເວົ້າ​ຈາກ​ພຸ່ມ​ໄມ້​ວ່າ​ແນວ​ໃດ ແລະ​ນັ້ນ​ເປັນ​ສຽງ​ຂອງ​ໃຜ?

4. ເມື່ອ​ພະເຈົ້າ​ບອກ​ໂມເຊ​ວ່າ​ທ່ານ​ຕ້ອງ​ນຳ​ປະຊາຊົນ​ຂອງ​ພະເຈົ້າ​ອອກ​ຈາກ​ອີຢີບ ທ່ານ​ຕອບ​ວ່າ​ແນວ​ໃດ?

5. ຖ້າ​ມີ​ຄົນ​ຖາມ​ວ່າ​ໃຜ​ໃຊ້​ທ່ານ​ມາ ພະເຈົ້າ​ບອກ​ໃຫ້​ໂມເຊ​ຕອບ​ວ່າ​ແນວ​ໃດ?

6. ໂມເຊ​ສາມາດ​ພິສູດ​ວ່າ​ພະເຈົ້າ​ສົ່ງ​ທ່ານ​ມາ​ໂດຍ​ເຮັດ​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ອຸປະຍົກໜີ 3:1-22.

ປະສົບການ​ຂອງ​ໂມເຊ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ເຮົາ​ແນວ​ໃດ​ວ່າ ແມ່ນ​ແຕ່​ເຮົາ​ຈະ​ຮູ້ສຶກ​ວ່າ​ຕົນ​ບໍ່​ມີ​ຄຸນສົມບັດ​ພໍ​ທີ່​ຈະ​ເຮັດ​ວຽກ​ມອບ​ໝາຍ​ຕາມ​ລະ​ບອບ​ການ​ຂອງ​ພະເຈົ້າ​ໃຫ້​ສຳເລັດ​ໄດ້​ກໍ​ຕາມ ພະ​ເຢໂຫວາ​ຈະ​ສະໜັບສະຫນູນ​ເຮົາ? (ອຸປ. 3:11, 13; 2 ໂກ. 3:5, 6)

2. ອ່ານ​ອຸປະຍົກໜີ 4:1-20.

(ກ) ທັດສະນະ​ຂອງ​ໂມເຊ​ໄດ້​ປ່ຽນ​ແປງ​ໄປ​ແນວ​ໃດ​ໃນ​ລະຫວ່າງ 40 ປີ​ທີ່​ທ່ານ​ໄດ້​ໃຊ້​ຊີວິດ​ໃນ​ແຜ່ນດິນ​ມາດຢານ ແລະ​ຄົນ​ເຫຼົ່າ​ນັ້ນ​ທີ່​ຍື່ນ​ມື​ອອກ​ເພື່ອ​ຈະ​ຮັບ​ເອົາ​ສິດທິ​ພິເສດ​ຕ່າງໆ ໃນ​ປະຊາຄົມ​ສາມາດ​ຖອດ​ຖອນ​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? (ອຸປ. 2:11, 12; 4:10, 13; ມີເກ 6:8; 1 ຕີໂມ. 3:1, 6, 10)

(ຂ) ແມ່ນ​ວ່າ​ເຮົາ​ໄດ້​ຮັບ​ການ​ຕີ​ສອນ​ຈາກ​ພະ​ເຢໂຫວາ​ໂດຍ​ທາງ​ອົງການ​ຂອງ​ພະອົງ ແຕ່​ຕົວຢ່າງ​ຂອງ​ໂມເຊ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ຫຍັງ​ແດ່? (ອຸປ. 4:12-14; ເພງ. 103:14; ເຫບ. 12:4-11)

ບົດ 31

ໂມເຊ​ແລະ​ອາໂລນ​ເຂົ້າ​ເຝົ້າ​ຟາໂລ

1. ການ​ອັດສະຈັນ​ທີ່​ໂມເຊ​ແລະ​ອາໂລນ​ເຮັດ​ສົ່ງ​ຜົນ​ຕໍ່​ຊາວ​ຍິດສະລາເອນ​ແນວ​ໃດ?

2. ໂມເຊ​ແລະ​ອາໂລນ​ເວົ້າ​ອັນ​ໃດ​ກັບ​ຟາໂລ ແລະ​ຟາໂລ​ຕອບ​ແນວ​ໃດ?

3. ດັ່ງ​ທີ່​ເຫັນ​ໃນ​ຮູບ​ນີ້ ເມື່ອ​ອາໂລນ​ເອົາ​ໄມ້​ເທົ້າ​ໂຍນ​ໃສ່​ພື້ນ​ມີ​ຫຍັງ​ເກີດ​ຂຶ້ນ?

4. ພະ​ເຢໂຫວາ​ໄດ້​ເຮັດ​ແນວ​ໃດ​ເພື່ອ​ສອນ​ບົດຮຽນ​ໃຫ້​ແກ່​ຟາໂລ ແລະ​ຟາໂລ​ໄດ້​ຕອບ​ສະໜອງ​ແນວ​ໃດ?

5. ຫຼັງ​ຈາກ​ໄພ​ພິບັດ​ປະການ​ທີ​ສິບ ມີ​ຫຍັງ​ເກີດ​ຂຶ້ນ?

ຄຳຖາມ​ເສີມ:

1. ອ່ານ​ອຸປະຍົກໜີ 4:27-31 ແລະ 5:1-23.

ຟາໂລ​ໝາຍ​ຄວາມ​ແນວ​ໃດ​ເມື່ອ​ທ່ານ​ກ່າວ​ວ່າ “ເຮົາ​ບໍ່​ຮູ້​ຈັກ​ພະ​ເຢໂຫວາ”? (ອຸປ. 5:2; 1 ຊາມ. 2:12; ໂລມ 1:21)

2. ອ່ານ​ອຸປະຍົກໜີ 6:1-13, 26-30.

(ກ) ພະ​ເຢໂຫວາ​ບໍ່​ໄດ້​ສຳແດງ​ພະອົງ​ໃຫ້​ອັບລາຫາມ ອີຊາກ ແລະ​ຍາໂຄບ​ຮູ້​ຈັກ​ໃນ​ຄວາມ​ໝາຍ​ໃດ? (ອຸປ. 3:13, 14; 6:3; ຕົ້ນ. 12:8)

(ຂ) ເຮົາ​ຮູ້ສຶກ​ແນວ​ໃດ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ຍັງ​ໃຊ້​ໂມເຊ​ຢູ່ ແມ່ນ​ວ່າ​ທ່ານ​ຈະ​ຮູ້ສຶກ​ວ່າ​ບໍ່​ມີ​ຄຸນສົມບັດ​ສຳລັບ​ວຽກ​ມອບ​ໝາຍ​ຂອງ​ທ່ານ? (ອຸປ. 6:12, 30; ລຶກາ 21:13-15)

3. ອ່ານ​ອຸປະຍົກໜີ 7:1-13.

(ກ) ເມື່ອ​ໂມເຊ​ແລະ​ອາໂລນ​ປະກາດ​ຄຳ​ພິພາກສາ​ຂອງ​ພະ​ເຢໂຫວາ​ຕໍ່​ຟາໂລ​ຢ່າງ​ກ້າຫານ ທ່ານ​ໄດ້​ວາງ​ຕົວຢ່າງ​ແບບ​ໃດ​ໄວ້​ສຳລັບ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້? (ອຸປ. 7:2, 3, 6; ກິດ. 4:29-31)

(ຂ) ພະ​ເຢໂຫວາ​ສຳແດງ​ອຳນາດ​ສູງ​ສຸດ​ເໜືອ​ພະ​ຂອງ​ຊາວ​ອີຢີບ​ແນວ​ໃດ? (ອຸປ. 7:12; 1 ຂ່າວ. 29:12)

ບົດ 32

ໄພ​ພິບັດ 10 ປະການ

1. ຂໍ​ໃຫ້​ອະທິບາຍ​ໄພ​ພິບັດ​ສາມ​ປະການ​ທຳອິດ​ທີ່​ພະ​ເຢໂຫວາ​ນຳ​ມາ​ເທິງ​ອີຢີບ​ໂດຍ​ໃຊ້​ຮູບ​ພາບ​ຕ່າງໆ ທີ່​ເຫັນ​ຢູ່​ນີ້.

2. ໄພ​ພິບັດ​ສາມ​ປະການ​ທຳອິດ​ກັບ​ໄພ​ພິບັດ​ທີ່​ເຫຼືອ​ຕ່າງ​ກັນ​ແນວ​ໃດ?

3. ໄພ​ພິບັດ​ປະການ​ທີ​ສີ່ ທີ​ຫ້າ ແລະ​ທີ​ຫົກ​ເປັນ​ແນວ​ໃດ?

4. ຂໍ​ເລົ່າ​ໃຫ້​ຟັງ​ກ່ຽວ​ກັບ​ໄພ​ພິບັດ​ປະການ​ທີ​ເຈັດ ທີ​ແປດ ແລະ​ທີ​ເກົ້າ.

5. ພະ​ເຢໂຫວາ​ສັ່ງ​ໃຫ້​ຊາວ​ຍິດສະລາເອນ​ເຮັດ​ຫຍັງ ກ່ອນ​ຈະ​ເກີດ​ໄພ​ພິບັດ​ປະການ​ທີ​ສິບ?

6. ໄພ​ພິບັດ​ປະການ​ທີ​ສິບ​ເປັນ​ແນວ​ໃດ ແລະ​ຫຼັງ​ຈາກ​ນັ້ນ​ມີ​ຫຍັງ​ເກີດ​ຂຶ້ນ?

ຄຳຖາມ​ເສີມ:

1. ອ່ານ​ອຸປະຍົກໜີ 7:19–8:23.

(ກ) ແມ່ນ​ວ່າ​ໝໍ​ວິຊາ​ອາຄົມ​ຂອງ​ອີຢີບ​ສາມາດ​ລອກ​ແບບ​ໄພ​ພິບັດ​ສອງ​ປະການ​ທຳອິດ​ຂອງ​ພະ​ເຢໂຫວາ​ໄດ້ ແຕ່​ເຂົາ​ເຈົ້າ​ຈຳຕ້ອງ​ຍອມ​ຮັບ​ອັນ​ໃດ​ຫຼັງ​ຈາກ​ໄພ​ພິບັດ​ປະການ​ທີ​ສາມ? (ອຸປ. 8:18, 19; ມັດ. 12:24-28)

(ຂ) ໄພ​ພິບັດ​ປະການ​ທີ​ສີ່​ສະແດງ​ໃຫ້​ເຫັນ​ຄວາມ​ສາມາດ​ຂອງ​ພະ​ເຢໂຫວາ​ໃນ​ການ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະອົງ​ແນວ​ໃດ ແລະ​ການ​ທີ່​ຮູ້​ເລື່ອງ​ນີ້​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຂົາ​ເຈົ້າ​ຈະ​ຕ້ອງ​ຜະເຊີນ​ໜ້າ “ຄວາມ​ທຸກ​ທໍລະມານ​ມາກ​ຫຼາຍ” ທີ່​ບອກ​ໄວ້​ລ່ວງ​ໜ້າ? (ອຸປ. 8:22, 23; ຄຳປ. 7:13, 14; 2 ຂ່າວ. 16:9)

2. ອ່ານ​ອຸປະຍົກໜີ 8:24; 9:3, 6, 10, 11, 14, 16, 23-25; ແລະ 10:13-15, 21-23.

(ກ) ໄພ​ພິບັດ​ສິບ​ປະການ​ເປີດ​ເຜີຍ​ໃຫ້​ເຫັນ​ຊົນ​ສອງ​ກຸ່ມ​ໃດ​ແດ່ ແລະ​ເຮົາ​ຄວນ​ມີ​ທັດສະນະ​ແນວ​ໃດ​ຕໍ່​ຊົນ​ທັງ​ສອງ​ກຸ່ມ​ນີ້​ໃນ​ທຸກ​ມື້​ນີ້? (ອຸປ. 8:10, 18, 19; 9:14)

(ຂ) ອຸປະຍົກໜີ 9:16 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຂົ້າ​ໃຈ​ເຫດຜົນ​ທີ່​ພະ​ເຢໂຫວາ​ຍອມ​ໃຫ້​ຊາຕານ​ຢູ່​ຈົນ​ຮອດ​ທຸກ​ມື້​ນີ້? (ໂລມ 9:21, 22)

3. ອ່ານ​ອຸປະຍົກໜີ 12:21-32.

ປັດສະຄາ​ເຮັດ​ໃຫ້​ຫຼາຍ​ຄົນ​ມີ​ໂອກາດ​ທີ່​ຈະ​ລອດ​ຊີວິດ​ໄດ້​ແນວ​ໃດ ແລະ​ປັດສະຄາ​ເປັນ​ພາບ​ເລັງ​ເຖິງ​ຫຍັງ? (ອຸປ. 12:21-23; ໂຍ. 1:29; ໂລມ 5:18, 19, 21; 1 ໂກ. 5:7)

ບົດ 33

ຂ້າມ​ນ້ຳ​ທະເລ​ແດງ

1. ຊາວ​ຍິດສະລາເອນ​ທີ່​ອອກ​ຈາກ​ອີຢີບ​ທັງ​ຊາຍ​ແລະ​ຍິງ​ພ້ອມ​ດ້ວຍ​ເດັກ​ນ້ອຍ​ລວມ​ກັນ​ແລ້ວ​ຫຼາຍ​ປານ​ໃດ ແລະ​ໃຜ​ອອກ​ມາ​ພ້ອມ​ກັນ​ກັບ​ເຂົາ​ເຈົ້າ?

2. ຫຼັງ​ຈາກ​ປ່ອຍ​ໃຫ້​ຊາວ​ຍິດສະລາເອນ​ອອກ​ໄປ​ແລ້ວ ຟາໂລ​ຮູ້ສຶກ​ແນວ​ໃດ​ແລະ​ທ່ານ​ໄດ້​ເຮັດ​ຫຍັງ?

3. ເພື່ອ​ຢຸດ​ຍັ້ງ​ຊາດ​ອີຢີບ​ບໍ່​ໃຫ້​ໂຈມຕີ​ປະຊາຊົນ​ຂອງ​ພະອົງ ພະ​ເຢໂຫວາ​ໄດ້​ກະທຳ​ການ​ແນວ​ໃດ?

4. ເມື່ອ​ໂມເຊ​ຢຽດ​ໄມ້​ເທົ້າ​ອອກ​ໄປ​ເທິງ​ທະເລ​ແດງ​ເກີດ​ຫຍັງ​ຂຶ້ນ ແລະ​ຊາວ​ຍິດສະລາເອນ​ເຮັດ​ແນວ​ໃດ?

5. ເມື່ອ​ຊາດ​ອີຢີບ​ເລັ່ງ​ໄລ່​ຕາມ​ຫຼັງ​ຊາວ​ຍິດສະລາເອນ​ລົງ​ໄປ​ໃນ​ທະເລ ມີ​ຫຍັງ​ເກີດ​ຂຶ້ນ?

6. ພວກ​ຍິດສະລາເອນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ຍິນດີ​ແລະ​ຂອບຄຸນ​ພະ​ເຢໂຫວາ​ທີ່​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ?

ຄຳຖາມ​ເສີມ:

1. ອ່ານ​ອຸປະຍົກໜີ 12:33-36.

ເພື່ອ​ຈະ​ໃຫ້​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄ່າ​ຕອບ​ແທນ​ສຳລັບ​ການ​ເປັນ​ຂ້າ​ທາດ​ຂອງ​ຊາວ​ອີຢີບ​ຕະຫຼອດ​ເວລາ​ຫຼາຍ​ປີ ພະອົງ​ໄດ້​ຈັດການ​ແນວ​ໃດ? (ອຸປ. 3:21, 22; 12:35, 36)

2. ອ່ານ​ອຸປະຍົກໜີ 14:1-31.

ຖ້ອຍ​ຄຳ​ຂອງ​ໂມເຊ​ທີ່​ບັນທຶກ​ໄວ້​ໃນ​ອຸປະຍົກໜີ 14:13, 14 ສົ່ງ​ຜົນ​ຕໍ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ແນວ​ໃດ ເມື່ອ​ເຂົາ​ເຈົ້າ​ຕ້ອງ​ຜະເຊີນ​ກັບ​ສົງຄາມ​ອະລະມະເຄໂດນ​ທີ່​ໃກ້​ຈະ​ມາ​ເຖິງ? (2 ຂ່າວ. 20:17; ເພງ. 91:8)

3. ອ່ານ​ອຸປະຍົກໜີ 15:1-8, 20, 21.

(ກ) ເປັນ​ຫຍັງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຈຶ່ງ​ຄວນ​ຮ້ອງ​ເພງ​ສັນລະເສີນ​ພະອົງ? (ອຸປ. 15:1, 2; ເພງ. 105:2, 3; ຄຳປ. 15:3, 4)

(ຂ) ຕອນ​ທີ່​ຢູ່​ທະເລ​ແດງ ມີລິອາມ​ແລະ​ພວກ​ຜູ້​ຍິງ​ໄດ້​ວາງ​ຕົວຢ່າງ​ກ່ຽວ​ກັບ​ການ​ສັນລະເສີນ​ພະ​ເຢໂຫວາ​ໃຫ້​ຍິງ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ແນວ​ໃດ? (ອຸປ. 15:20, 21; ເພງ. 68:11)

ບົດ 34

ອາຫານ​ຊະນິດ​ໃໝ່

1. ໃນ​ຮູບ​ນີ້​ປະຊາຊົນ​ກຳລັງ​ເກັບ​ອັນ​ໃດ​ຈາກ​ພື້ນ​ດິນ ແລະ​ສິ່ງ​ນັ້ນ​ເອີ້ນ​ວ່າ​ແນວ​ໃດ?

2. ໂມເຊ​ສັ່ງ​ປະຊາຊົນ​ແນວ​ໃດ​ເລື່ອງ​ການ​ເກັບ​ມານາ?

3. ພະ​ເຢໂຫວາ​ບອກ​ປະຊາຊົນ​ໃຫ້​ເຮັດ​ຫຍັງ​ໃນ​ວັນ​ທີ​ຫົກ ແລະ​ຍ້ອນ​ຫຍັງ?

4. ເມື່ອ​ມີ​ການ​ເກັບ​ມານາ​ໄວ້​ເພື່ອ​ວັນ​ທີ​ເຈັດ ພະ​ເຢໂຫວາ​ໄດ້​ເຮັດ​ການ​ອັດສະຈັນ​ອັນ​ໃດ?

5. ພະ​ເຢໂຫວາ​ລ້ຽງ​ປະຊາຊົນ​ດ້ວຍ​ມານາ​ເປັນ​ເວລາ​ດົນ​ປານ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ອຸປະຍົກໜີ 16:1-36 ແລະ​ຈົດ​ເຊັນ​ບານຊີ 11:7-9.

(ກ) ອຸປະຍົກໜີ 16:8 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຈຳຕ້ອງ​ນັບຖື​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຕາມ​ລະ​ບອບ​ການ​ຂອງ​ພະເຈົ້າ​ໃນ​ປະຊາຄົມ​ຄລິດສະຕຽນ? (ເຫບ. 13:17)

(ຂ) ໃນ​ປ່າ​ທຸລະກັນດານ ມີ​ການ​ເຕືອນ​ພວກ​ຍິດສະລາເອນ​ເລື່ອງ​ການ​ໝາຍ​ເພິ່ງ​ພະ​ເຢໂຫວາ​ໃນ​ແຕ່​ລະ​ມື້​ແນວ​ໃດ? (ອຸປ. 16:14-16, 35; ບັນຍັດ. 8:2, 3)

(ຄ) ມານາ​ທີ່​ພະ​ເຍຊູ​ໄດ້​ອ້າງ​ເຖິງ​ມີ​ຄວາມ​ໝາຍ​ເປັນ​ໄນ​ວ່າ​ແນວ​ໃດ ແລະ​ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ “ເຂົ້າຈີ່​ແຕ່​ສະຫວັນ” ນັ້ນ​ແນວ​ໃດ? (ໂຍ. 6:31-35, 40)

2. ອ່ານ​ໂຢຊວຍ 5:10-12.

ຊາວ​ຍິດສະລາເອນ​ໄດ້​ກິນ​ມານາ​ຈັກ​ປີ ເລື່ອງ​ນີ້​ໄດ້​ທົດລອງ​ເຂົາ​ເຈົ້າ​ແນວ​ໃດ ແລະ​ຈາກ​ເລື່ອງ​ນີ້​ເຮົາ​ໄດ້​ບົດຮຽນ​ຫຍັງ​ແດ່? (ອຸປ. 16:35; ຈົດເຊັນ. 11:4-6; 1 ໂກ. 10:10, 11)

ບົດ 35

ພະ​ເຢໂຫວາ​ປະທານ​ກົດໝາຍ​ຂອງ​ພະອົງ

1. ພາຍ​ຫຼັງ​ອອກ​ຈາກ​ປະເທດ​ອີຢີບ​ໄດ້​ປະມານ​ສອງ​ເດືອນ ພວກ​ຍິດສະລາເອນ​ຕັ້ງ​ຄ້າຍ​ຢູ່​ໃສ?

2. ພະ​ເຢໂຫວາ​ກ່າວ​ວ່າ​ພະອົງ​ຢາກ​ໃຫ້​ປະຊາຊົນ​ເຮັດ​ຫຍັງ ແລະ​ເຂົາ​ເຈົ້າ​ຕອບ​ວ່າ​ແນວ​ໃດ?

3. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ປະທານ​ຫີນ​ສອງ​ແຜ່ນ​ແກ່​ໂມເຊ?

4. ນອກ​ຈາກ​ພະບັນຍັດ​ສິບ​ປະການ​ແລ້ວ ພະ​ເຢໂຫວາ​ຍັງ​ປະທານ​ກົດໝາຍ​ອື່ນ​ອັນ​ໃດ​ອີກ​ແກ່​ຊາວ​ຍິດສະລາເອນ?

5. ກົດໝາຍ​ສອງ​ຂໍ້​ໃດ​ແດ່​ທີ່​ພະ​ເຍຊູ​ກ່າວ​ວ່າ​ສຳຄັນ​ທີ່​ສຸດ?

ຄຳຖາມ​ເສີມ:

1. ອ່ານ​ອຸປະຍົກໜີ 19:1-25; 20:1-21; 24:12-18; ແລະ 31:18.

ຖ້ອຍ​ຄຳ​ທີ່​ບັນທຶກ​ຢູ່​ໃນ​ອຸປະຍົກໜີ 19:8 ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ອຸທິດ​ຕົວ​ຂອງ​ຄລິດສະຕຽນ​ໄດ້​ແນວ​ໃດ? (ມັດ. 16:24; 1 ເປ. 4:1-3)

2. ອ່ານ​ພະບັນຍັດຕິ​ທີ​2 6:4-6; ລະບຽບ​ການ​ພວກ​ເລວີ 19:18; ແລະ​ມັດທາຍ 22:36-40.

ຄລິດສະຕຽນ​ສະແດງ​ຄວາມ​ຮັກ​ຕໍ່​ພະເຈົ້າ​ແລະ​ຕໍ່​ເພື່ອນ​ບ້ານ​ໄດ້​ແນວ​ໃດ? (ມໂກ. 6:34; ກິດ. 4:20; ໂລມ 15:2)

ບົດ 36

ລູກ​ງົວ​ຄຳ

1. ໃນ​ຮູບ​ນີ້​ຜູ້​ຄົນ​ກຳລັງ​ເຮັດ​ອັນ​ໃດ ແລະ​ຍ້ອນ​ຫຍັງ?

2. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຮູ້ສຶກ​ຄຽດ​ຫຼາຍ ແລະ​ເມື່ອ​ໂມເຊ​ເຫັນ​ສິ່ງ​ທີ່​ຜູ້​ຄົນ​ກຳລັງ​ເຮັດ ທ່ານ​ໄດ້​ເຮັດ​ແນວ​ໃດ?

3. ໂມເຊ​ສັ່ງ​ໃຫ້​ຜູ້​ຊາຍ​ລາງ​ຄົນ​ເຮັດ​ຫຍັງ?

4. ເລື່ອງ​ນີ້​ສອນ​ບົດຮຽນ​ຫຍັງ​ແກ່​ເຮົາ?

ຄຳຖາມ​ເສີມ:

1. ອ່ານ​ອຸປະຍົກໜີ 32:1-35.

(ກ) ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ທັດສະນະ​ແນວ​ໃດ​ຕໍ່​ການ​ປະ​ສົມ​ປະສານ​ສາສະໜາ​ແທ້​ກັບ​ສາສະໜາ​ປອມ? (ອຸປ. 32:4-6, 10; 1 ໂກ. 10:7, 11)

(ຂ) ຄລິດສະຕຽນ​ຄວນ​ປະຕິບັດ​ຕາມ​ຄຳ​ຕັກ​ເຕືອນ​ຫຍັງ​ໃນ​ເລື່ອງ​ການ​ເລືອກ​ຄວາມ​ບັນເທີງ ເຊັ່ນ ການ​ຮ້ອງ​ເພງ​ແລະ​ການ​ເຕັ້ນ​ລຳ? (ອຸປ. 32:18, 19; ເອເຟ. 5:15, 16; 1 ໂຍ. 2:15-17)

(ຄ) ກະກູນ​ເລວີ​ວາງ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ການ​ຢູ່​ຝ່າຍ​ຄວາມ​ຊອບທຳ​ດ້ວຍ​ວິທີ​ໃດ? (ອຸປ. 32:25-28; ເພງ. 18:25)

ບົດ 37

ກະໂຈມ​ສຳລັບ​ການ​ນະມັດສະການ

1. ສິ່ງ​ກໍ່​ສ້າງ​ໃນ​ຮູບ​ນີ້​ເອີ້ນ​ວ່າ​ຫຍັງ ແລະ​ໃຊ້​ເພື່ອ​ເຮັດ​ຫຍັງ?

2. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ບອກ​ໂມເຊ​ໃຫ້​ສ້າງ​ກະໂຈມ​ທີ່​ສາມາດ​ມ້າງ​ອອກ​ໄດ້​ງ່າຍ?

3. ຫີບ​ທີ່​ຢູ່​ໃນ​ຫ້ອງ​ນ້ອຍ​ທ້າຍ​ກະໂຈມ​ແມ່ນ​ອັນ​ໃດ ແລະ​ໃນ​ຫີບ​ໜ່ວຍ​ນັ້ນ​ມີ​ຫຍັງ​ແດ່?

4. ພະ​ເຢໂຫວາ​ເລືອກ​ໃຜ​ເປັນ​ມະຫາ​ປະໂລຫິດ ແລະ​ມະຫາ​ປະໂລຫິດ​ຕ້ອງ​ເຮັດ​ວຽກ​ຫຍັງ?

5. ໃຫ້​ບອກ​ຊື່​ສິ່ງ​ຂອງ​ສາມ​ອັນ​ທີ່​ຢູ່​ໃນ​ຫ້ອງ​ໃຫຍ່​ຂອງ​ກະໂຈມ.

6. ສິ່ງ​ຂອງ​ສອງ​ອັນ​ທີ່​ຢູ່​ໃນ​ລານ​ໜ້າ​ຈຳໜັກ​ອາໄສ​ແມ່ນ​ມີ​ອັນ​ໃດ​ແດ່ ແລະ​ຂອງ​ເຫຼົ່າ​ນີ້​ໃຊ້​ເພື່ອ​ເຮັດ​ຫຍັງ​ແດ່?

ຄຳຖາມ​ເສີມ:

1. ອ່ານ​ອຸປະຍົກໜີ 25:8-40; 26:1-37; 27:1-8; ແລະ 28:1.

ຄະຣູບິມ​ທີ່​ຢູ່​ເທິງ “ຫີບ​ແຫ່ງ​ພິຍານ” ເປັນ​ພາບ​ສະແດງ​ເຖິງ​ສິ່ງ​ໃດ? (ອຸປ. 25:20, 22; ຈົດເຊັນ. 7:89; 2 ກະ. 19:15)

2. ອ່ານ​ອຸປະຍົກໜີ 30:1-10, 17-21; 34:1, 2; ແລະ​ເຫບເລິ 9:1-5.

(ກ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເນັ້ນ​ເຖິງ​ເລື່ອງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ຄວາມ​ສະອາດ​ທາງ​ກາຍ​ຂອງ​ປະໂລຫິດ​ທີ່​ຮັບໃຊ້​ໃນ​ຈຳໜັກ​ອາໄສ ແລະ​ເລື່ອງ​ນີ້​ຄວນ​ຈະ​ສົ່ງ​ຜົນ​ຕໍ່​ເຮົາ​ໃນ​ທຸກ​ມື້​ນີ້​ແນວ​ໃດ? (ອຸປ. 30:18-21; 40:30, 31; ເຫບ. 10:22)

(ຂ) ຕອນ​ທີ່​ອັກຄະສາວົກ​ໂປໂລ​ຂຽນ​ຈົດໝາຍ​ເຖິງ​ຄລິດສະຕຽນ​ຊາວ​ເຫບເລິ​ນັ້ນ ທ່ານ​ໄດ້​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຈຳໜັກ​ອາໄສ​ແລະ​ຄຳ​ສັນຍາ​ໄມຕີ​ແຫ່ງ​ພະບັນຍັດ​ຖືກ​ຍົກ​ເລີກ​ແລ້ວ? (ເຫບ. 9:1, 9; 10:1)

ບົດ 38

ຜູ້​ສອດແນມ 12 ຄົນ

1. ເຈົ້າ​ສັງເກດ​ເຫັນ​ພວງ​ໝາກ​ອະງຸ່ນ​ໃນ​ຮູບ​ນີ້​ເປັນ​ແນວ​ໃດ ແລະ​ມັນ​ມາ​ແຕ່​ໃສ?

2. ເປັນ​ຫຍັງ​ໂມເຊ​ຈຶ່ງ​ໄດ້​ສົ່ງ​ຄົນ​ສອດແນມ 12 ຄົນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ການາອານ?

3. ຄົນ​ສອດແນມ 10 ຄົນ​ກັບ​ມາ​ລາຍງານ​ກັບ​ໂມເຊ​ວ່າ​ແນວ​ໃດ​ແດ່?

4. ຜູ້​ສອດແນມ​ສອງ​ຄົນ​ສະແດງ​ຄວາມ​ວາງໃຈ​ຕໍ່​ພະ​ເຢໂຫວາ​ແນວ​ໃດ ແລະ​ເຂົາ​ເຈົ້າ​ມີ​ຊື່​ວ່າ​ແນວ​ໃດ?

5. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຮູ້ສຶກ​ຄຽດ​ຫຼາຍ ແລະ​ພະອົງ​ບອກ​ກັບ​ໂມເຊ​ວ່າ​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ຈົດ​ເຊັນ​ບານຊີ 13:1-33.

(ກ) ໃຜ​ໄດ້​ຮັບ​ເລືອກ​ໃຫ້​ໄປ​ສອດແນມ​ທີ່​ແຜ່ນດິນ​ນັ້ນ ແລະ​ເຂົາ​ເຈົ້າ​ມີ​ໂອກາດ​ທີ່​ດີ​ເລີດ​ແບບ​ໃດ? (ຈົດເຊັນ. 13:2, 3, 18-20)

(ຂ) ເປັນ​ຫຍັງ​ໂຢຊວຍ​ແລະ​ກາເລບ​ຈຶ່ງ​ມີ​ທັດສະນະ​ທີ່​ຕ່າງ​ຈາກ​ຜູ້​ສອດແນມ​ຄົນ​ອື່ນໆ ແລະ​ເລື່ອງ​ນີ້​ສອນ​ເຮົາ​ແນວ​ໃດ? (ຈົດເຊັນ. 13:28-30; ມັດ. 17:20; 2 ໂກ. 5:7)

2. ອ່ານ​ຈົດ​ເຊັນ​ບານຊີ 14:1-38.

(ກ) ເຮົາ​ຄວນ​ເອົາໃຈໃສ່​ຕໍ່​ຄຳ​ເຕືອນ​ແນວ​ໃດ​ກ່ຽວ​ກັບ​ການ​ຈົ່ມ​ຕໍ່​ສູ້​ຕົວ​ແທນ​ທາງ​ແຜ່ນດິນ​ໂລກ​ຂອງ​ພະ​ເຢໂຫວາ? (ຈົດເຊັນ. 14:2, 3 27; ມັດ. 25:40, 45; 1 ໂກ. 10:10)

(ຂ) ໃນ​ຈົດ​ເຊັນ​ບານຊີ 14:24 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ສົນ​ໃຈ​ນຳ​ຜູ້​ຮັບໃຊ້​ທຸກ​ຄົນ​ຂອງ​ພະອົງ​ເປັນ​ສ່ວນ​ຕົວ? (1 ກະ. 19:18; ສຸພາ. 15:3)

ບົດ 39

ໄມ້​ເທົ້າ​ຂອງ​ອາໂລນ​ອອກ​ດອກ

1. ໃຜ​ຕໍ່​ຕ້ານ​ອຳນາດ​ຂອງ​ໂມເຊ​ແລະ​ອາໂລນ ແລະ​ເຂົາ​ເຈົ້າ​ເວົ້າ​ກັບ​ໂມເຊ​ແນວ​ໃດ?

2. ໂມເຊ​ບອກ​ໃຫ້​ໂກເຣ​ແລະ​ພັກ​ພວກ​ທັງ 250 ຄົນ​ຂອງ​ລາວ​ເຮັດ​ຫຍັງ?

3. ໂມເຊ​ເວົ້າ​ວ່າ​ແນວ​ໃດ​ກັບ​ຜູ້​ຄົນ ແລະ​ທັນທີ​ທີ່​ທ່ານ​ເວົ້າ​ສຸດ​ຄວາມ​ມີ​ຫຍັງ​ເກີດ​ຂຶ້ນ?

4. ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ໂກເຣ​ແລະ​ພັກ​ພວກ​ທັງ 250 ຄົນ​ຂອງ​ລາວ?

5. ເອເລອາຊາ​ບຸດ​ຊາຍ​ຂອງ​ອາໂລນ​ເອົາ​ໝໍ້​ເຜົາ​ເຄື່ອງ​ຫອມ​ຂອງ​ຄົນ​ທີ່​ຕາຍ​ແລ້ວ​ໄປ​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

6. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ໃຫ້​ໄມ້​ເທົ້າ​ຂອງ​ອາໂລນ​ອອກ​ດອກ? (ເບິ່ງ​ຮູບ​ພາບ.)

ຄຳຖາມ​ເສີມ:

1. ອ່ານ​ຈົດ​ເຊັນ​ບານຊີ 16:1-49.

(ກ) ໂກເຣ​ແລະ​ພັກ​ພວກ​ຂອງ​ລາວ​ໄດ້​ເຮັດ​ຫຍັງ ແລະ​ເປັນ​ຫຍັງ​ຈຶ່ງ​ເປັນ​ການ​ກະບົດ​ຕໍ່​ພະ​ເຢໂຫວາ? (ຈົດເຊັນ. 16:9, 10, 18; ເລວີ. 10:1, 2; ສຸພາ. 11:2)

(ຂ) ໂກເຣ​ແລະ “ຜູ້​ເປັນ​ເຈົ້ານາຍ​ໃນ​ພວກ​ຊຸມນຸມ” 250 ຄົນ​ຂອງ​ລາວ​ໄດ້​ປູກ​ຝັງ​ທັດສະນະ​ທີ່​ຜິດ​ແບບ​ໃດ? (ຈົດເຊັນ. 16:1-3; ສຸພາ. 15:33; ເອຊາ. 49:7)

2. ອ່ານ​ຈົດ​ເຊັນ​ບານຊີ 17:1-11 ແລະ 26:10.

(ກ) ການ​ທີ່​ໄມ້​ເທົ້າ​ຂອງ​ອາໂລນ​ອອກ​ດອກ​ບົ່ງ​ບອກ​ເຖິງ​ເລື່ອງ​ໃດ ແລະ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສັ່ງ​ໃຫ້​ເອົາ​ໄມ້​ເທົ້າ​ນັ້ນ​ໄປ​ເກັບ​ໄວ້​ໃນ​ຫີບ? (ຈົດເຊັນ. 17:5, 8, 10)

(ຂ) ເຮົາ​ໄດ້​ບົດຮຽນ​ສຳຄັນ​ອັນ​ໃດ​ຈາກ​ໝາຍ​ສຳຄັນ​ແຫ່ງ​ໄມ້​ເທົ້າ​ຂອງ​ອາໂລນ? (ຈົດເຊັນ. 17:10; ກິດ. 20:28; ຟີລິບ 2:14; ເຫບ. 13:17)

ບົດ 40

ໂມເຊ​ຕີ​ຫີນ

1. ພະ​ເຢໂຫວາ​ເບິ່ງ​ແຍງ​ຊາວ​ຍິດສະລາເອນ​ແນວ​ໃດ​ລະຫວ່າງ​ທີ່​ເຂົາ​ເຈົ້າ​ຢູ່​ໃນ​ປ່າ​ທຸລະກັນດານ?

2. ເມື່ອ​ພວກ​ຍິດສະລາເອນ​ຕັ້ງ​ຄ້າຍ​ພັກ​ຢູ່​ທີ່​ກາເດເຊ​ເຂົາ​ເຈົ້າ​ຈົ່ມ​ເລື່ອງ​ໃດ?

3. ພະ​ເຢໂຫວາ​ຈັດ​ຫາ​ນ້ຳ​ໃຫ້​ປະຊາຊົນ​ແລະ​ຝູງ​ສັດ​ດ້ວຍ​ວິທີ​ໃດ?

4. ຢູ່​ໃນ​ຮູບ​ນີ້​ຜູ້​ຊາຍ​ທີ່​ຊີ້​ໃສ່​ຕົວ​ເອງ​ແມ່ນ​ໃຜ ແລະ​ເປັນ​ຫຍັງ​ລາວ​ຈຶ່ງ​ເຮັດ​ແນວ​ນັ້ນ?

5. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຄຽດ​ໂມເຊ​ແລະ​ອາໂລນ ແລະ​ເຂົາ​ເຈົ້າ​ຖືກ​ລົງໂທດ​ແນວ​ໃດ?

6. ມີ​ຫຍັງ​ເກີດ​ຂຶ້ນ​ຢູ່​ທີ່​ພູ​ໂຫເຣ ແລະ​ໃຜ​ສືບ​ຕຳແໜ່ງ​ເປັນ​ມະຫາ​ປະໂລຫິດ​ແຫ່ງ​ຊາດ​ຍິດສະລາເອນ?

ຄຳຖາມ​ເສີມ:

1. ອ່ານ​ຈົດ​ເຊັນ​ບານຊີ 20:1-13, 22-29 ແລະ​ພະບັນຍັດຕິ​ທີ​2 29:5.

(ກ) ຈາກ​ການ​ທີ່​ພະ​ເຢໂຫວາ​ເອົາໃຈໃສ່​ຊາວ​ຍິດສະລາເອນ​ໃນ​ປ່າ​ທຸລະກັນດານ ເຮົາ​ໄດ້​ຮຽນ​ຫຍັງ? (ບັນຍັດ. 29:5; ມັດ. 6:31; ເຫບ. 13:5; ຍໂກ. 1:17)

(ຂ) ການ​ທີ່​ໂມເຊ​ແລະ​ອາໂລນ​ບໍ່​ໄດ້​ຖວາຍ​ກຽດ​ແດ່​ພະ​ເຢໂຫວາ​ຕໍ່​ໜ້າ​ຊາວ​ຍິດສະລາເອນ​ເຮັດ​ໃຫ້​ພະອົງ​ມີ​ທັດສະນະ​ແນວ​ໃດ​ຕໍ່​ເຂົາ​ເຈົ້າ? (ຈົດເຊັນ. 20:12; 1 ໂກ. 10:12; ຄຳປ. 4:11)

(ຄ) ເຮົາ​ຮຽນ​ຮູ້​ຫຍັງ​ໄດ້​ແດ່​ຈາກ​ການ​ສະແດງ​ອອກ​ຂອງ​ໂມເຊ​ເມື່ອ​ລາວ​ໄດ້​ຮັບ​ການ​ຕີ​ສອນ​ຈາກ​ພະ​ເຢໂຫວາ? (ຈົດເຊັນ. 12:3; 20:12, 27, 28; ບັນຍັດ. 32:4; ເຫບ. 12:7-11)

ບົດ 41

ງູ​ທອງແດງ

1. ໃນ​ຮູບ​ນີ້​ມີ​ຫຍັງ​ພັນ​ຢູ່​ຮອບ​ເສົາ ແລະ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສັ່ງ​ໃຫ້​ໂມເຊ​ເອົາ​ງູ​ນັ້ນ​ໄປ​ພັນ​ໄວ້​ຫັ້ນ?

2. ຜູ້​ຄົນ​ບໍ່​ຮູ້ສຶກ​ຂອບໃຈ​ໃນ​ທຸກ​ສິ່ງ​ທີ່​ພະເຈົ້າ​ໄດ້​ເຮັດ​ເພື່ອ​ເຂົາ​ເຈົ້າ​ແນວ​ໃດ?

3. ຫຼັງ​ຈາກ​ພະ​ເຢໂຫວາ​ສົ່ງ​ງູ​ພິດ​ມາ​ລົງໂທດ​ເຂົາ​ເຈົ້າ​ແລ້ວ ຜູ້​ຄົນ​ຂໍ​ໃຫ້​ພະອົງ​ເຮັດ​ແນວ​ໃດ?

4. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໄດ້​ສັ່ງ​ໃຫ້​ໂມເຊ​ເຮັດ​ງູ​ທອງແດງ?

5. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

ຄຳຖາມ​ເສີມ:

1. ອ່ານ​ຈົດ​ເຊັນ​ບານຊີ 21:4-9.

(ກ) ເຮົາ​ໄດ້​ຄຳ​ເຕືອນ​ຫຍັງ​ຈາກ​ການ​ທີ່​ຊາວ​ຍິດສະລາເອນ​ຈົ່ມ​ໃນ​ເລື່ອງ​ການ​ຈັດ​ກຽມ​ຂອງ​ພະ​ເຢໂຫວາ? (ຈົດເຊັນ. 21:5, 6; ໂລມ 2:4)

(ຂ) ໃນ​ສະຕະວັດ​ຕໍ່​ມາ ຊາວ​ຍິດສະລາເອນ​ເອົາ​ງູ​ທອງແດງ​ໄປ​ເຮັດ​ຫຍັງ ແລະ​ແລ້ວ​ກະສັດ​ເອເຊເກຍເຊ​ຈຶ່ງ​ໄດ້​ເຮັດ​ອັນ​ໃດ? (ຈົດເຊັນ. 21:9; 2 ກະ. 18:1-4)

2. ອ່ານ​ໂຍຮັນ 3:14, 15.

ການ​ເອົາ​ງູ​ທອງແດງ​ໄປ​ແຂວນ​ເທິງ​ເສົາ​ຕົ້ນ​ນຶ່ງ​ເປັນ​ພາບ​ທີ່​ສະແດງ​ຢ່າງ​ເໝາະ​ສົມ​ເຖິງ​ການ​ຄຶງ​ພະ​ເຍຊູ​ຄລິດ​ໄວ້​ເທິງ​ຫຼັກ​ແນວ​ໃດ? (ຄລາ. 3:13; 1 ເປ. 2:24)

ບົດ 42

ລາ​ຕົວ​ນຶ່ງ​ເວົ້າ

1. ບາລາກ​ແມ່ນ​ໃຜ ແລະ​ເປັນ​ຫຍັງ​ລາວ​ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ບາລາອາມ​ມາ​ຫາ?

2. ເປັນ​ຫຍັງ​ລາ​ຂອງ​ບາລາອາມ​ຈຶ່ງ​ໝອບ​ລົງ​ເທິງ​ຫົນ​ທາງ?

3. ບາລາອາມ​ໄດ້​ຍິນ​ໂຕ​ລາ​ເວົ້າ​ວ່າ​ແນວ​ໃດ?

4. ທູດ​ສະຫວັນ​ອົງ​ນຶ່ງ​ເວົ້າ​ກັບ​ບາລາອາມ​ວ່າ​ແນວ​ໃດ?

5. ມີ​ຫຍັງ​ເກີດ​ຂຶ້ນ​ເມື່ອ​ບາລາອາມ​ພະຍາຍາມ​ຈະ​ໄປ​ສາບ​ແຊ່ງ​ຊາວ​ຍິດສະລາເອນ?

ຄຳຖາມ​ເສີມ:

1. ອ່ານ​ຈົດ​ເຊັນ​ບານຊີ 21:21-35.

ເປັນ​ຫຍັງ​ຊາວ​ຍິດສະລາເອນ​ຈຶ່ງ​ປາບ​ກະສັດ​ຊີໂໜ​ຂອງ​ຊາວ​ອາໂມເລເອນ​ແລະ​ກະສັດ​ໂອກ​ຂອງ​ບາຊານ? (ຈົດເຊັນ. 21:21, 23, 33, 34)

2. ອ່ານ​ຈົດ​ເຊັນ​ບານຊີ 22:1-40.

ແມ່ນ​ຫຍັງ​ເປັນ​ແຮງ​ກະຕຸ້ນ​ທີ່​ເຮັດ​ໃຫ້​ບາລາອາມ​ພະຍາຍາມ​ສາບ​ແຊ່ງ​ຊາວ​ຍິດສະລາເອນ ແລະ​ເລື່ອງ​ນີ້​ສອນ​ບົດຮຽນ​ອັນ​ໃດ​ແກ່​ເຮົາ? (ຈົດເຊັນ. 22:16, 17; ສຸພາ. 6:16, 18; 2 ເປ. 2:15; ຍູເດ 11)

3. ອ່ານ​ຈົດ​ເຊັນ​ບານຊີ 23:1-30.

ແມ່ນ​ວ່າ​ບາລາອາມ​ເວົ້າ​ຄື​ກັບ​ວ່າ​ລາວ​ເປັນ​ຜູ້​ນະມັດສະການ​ພະ​ເຢໂຫວາ ແຕ່​ການ​ກະທຳ​ຂອງ​ລາວ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ບໍ່​ໄດ້​ເປັນ​ດັ່ງ​ນັ້ນ? (ຈົດເຊັນ. 23:3, 11-14; 1 ຊາມ. 15:22)

4. ອ່ານ​ຈົດ​ເຊັນ​ບານຊີ 24:1-25.

ເລື່ອງ​ນີ້​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ​ແນວ​ໃດ​ວ່າ​ພະ​ປະສົງ​ຂອງ​ພະ​ເຢໂຫວາ​ຈະ​ສຳເລັດ​ເປັນ​ຈິງ? (ຈົດເຊັນ. 24:10; ເອຊາ. 54:17)

ບົດ 43

ໂຢຊວຍ​ກາຍ​ເປັນ​ຜູ້​ນຳ

1. ຜູ້​ຊາຍ​ສອງ​ຄົນ​ທີ່​ຢູ່​ກັບ​ໂມເຊ​ໃນ​ຮູບ​ນີ້ ແມ່ນ​ຜູ້​ໃດ​ແດ່?

2. ພະ​ເຢໂຫວາ​ບອກ​ໂຢຊວຍ​ວ່າ​ແນວ​ໃດ?

3. ເປັນ​ຫຍັງ​ໂມເຊ​ຈຶ່ງ​ໄດ້​ປີນ​ຂຶ້ນ​ໄປ​ເທິງ​ຍອດ​ພູ​ເນໂບ ແລະ​ພະ​ເຢໂຫວາ​ກ່າວ​ຫຍັງ​ກັບ​ລາວ?

4. ໂມເຊ​ຕາຍ​ຕອນ​ອາຍຸ​ເທົ່າ​ໃດ?

5. ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ພາ​ກັນ​ໂສກ​ເສົ້າ ແຕ່​ແລ້ວ​ພວກ​ເຂົາ​ຮູ້ສຶກ​ຍິນດີ​ຍ້ອນ​ຫຍັງ?

ຄຳຖາມ​ເສີມ:

1. ອ່ານ​ຈົດ​ເຊັນ​ບານຊີ 27:12-23.

ພະ​ເຢໂຫວາ​ມອບ​ໝາຍ​ວຽກ​ທີ່​ສຳຄັນ​ອັນ​ໃດ​ໃຫ້​ແກ່​ໂຢຊວຍ ແລະ​ທຸກ​ມື້​ນີ້​ເຮົາ​ເຫັນ​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ໃສ່​ໃຈ​ຕໍ່​ປະຊາຊົນ​ຂອງ​ພະອົງ? (ຈົດເຊັນ. 27:15-19; ກິດ. 20:28; ເຫບ. 13:7)

2. ອ່ານ​ພະບັນຍັດຕິ​ທີ​2 3:23-29.

ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ບໍ່​ຍອມ​ໃຫ້​ໂມເຊ​ແລະ​ອາໂລນ​ຂ້າມ​ໄປ​ທີ່​ແຜ່ນດິນ​ຕາມ​ຄຳ​ສັນຍາ ແລະ​ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? (ບັນຍັດ. 3:25-27; ຈົດເຊັນ. 20:12, 13)

3. ອ່ານ​ພະບັນຍັດຕິ​ທີ​2 31:1-8, 14-23.

ຄຳ​ອຳລາ​ທີ່​ໂມເຊ​ກ່າວ​ຕໍ່​ຊາດ​ຍິດສະລາເອນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ທ່ານ​ຖ່ອມ​ຕົວ​ໃນ​ການ​ຍອມ​ຮັບ​ການ​ຕີ​ສອນ​ຈາກ​ພະ​ເຢໂຫວາ? (ບັນຍັດ. 31:6-8, 23)

4. ອ່ານ​ພະບັນຍັດຕິ​ທີ​2 32:45-52.

ພະ​ຄຳ​ຂອງ​ພະເຈົ້າ​ຄວນ​ຈະ​ສົ່ງ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ​ຫຼາຍ​ສ່ຳ​ໃດ? (ບັນຍັດ. 32:47; ເລວີ. 18:5; ເຫບ. 4:12)

5. ອ່ານ​ພະບັນຍັດຕິ​ທີ​2 34:1-12.

ແມ່ນ​ວ່າ​ໂມເຊ​ບໍ່​ເຄີຍ​ເຫັນ​ຕົວ​ຕົນ​ແທ້ໆ ຂອງ​ພະ​ເຢໂຫວາ ແຕ່​ພະບັນຍັດຕິ​ທີ​2 34:10 ບົ່ງ​ບອກ​ໃຫ້​ເຫັນ​ແນວ​ໃດ​ເລື່ອງ​ສຳພັນທະພາບ​ຂອງ​ທ່ານ​ກັບ​ພະ​ເຢໂຫວາ? (ອຸປ. 33:11, 20; ຈົດເຊັນ. 12:8)

ບົດ 44

ລາຫາບ​ເຊື່ອງ​ຜູ້​ສອດແນມ

1. ລາຫາບ​ອາໄສ​ຢູ່​ບ່ອນ​ໃດ?

2. ຊາຍ​ສອງ​ຄົນ​ທີ່​ຢູ່​ໃນ​ຮູບ​ນີ້​ແມ່ນ​ໃຜ​ແດ່ ແລະ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ເຂົ້າ​ໄປ​ໃນ​ເມືອງ​ເຢລິໂກ?

3. ກະສັດ​ຂອງ​ເມືອງ​ເຢລິໂກ​ສັ່ງ​ໃຫ້​ລາຫາບ​ເຮັດ​ຫຍັງ ແລະ​ລາວ​ຕອບ​ວ່າ​ແນວ​ໃດ?

4. ລາຫາບ​ຊ່ວຍເຫຼືອ​ຊາຍ​ສອງ​ຄົນ​ນັ້ນ​ແນວ​ໃດ ແລະ​ລາວ​ຂໍ​ໃຫ້​ເຂົາ​ເຈົ້າ​ຊ່ວຍ​ອັນ​ໃດ?

5. ຄົນ​ສອດແນມ​ສອງ​ຄົນ​ນັ້ນ​ສັນຍາ​ວ່າ​ແນວ​ໃດ​ກັບ​ລາຫາບ?

ຄຳຖາມ​ເສີມ:

1. ອ່ານ​ໂຢຊວຍ 2:1-24.

ເມື່ອ​ຊາວ​ຍິດສະລາເອນ​ມາ​ໂຈມຕີ​ເມືອງ​ເຢລິໂກ ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ບັນທຶກ​ໄວ້​ໃນ​ອຸປະຍົກໜີ 23:28 ຈຶ່ງ​ສຳເລັດ​ເປັນ​ຈິງ​ແນວ​ໃດ? (ຢຊວຍ. 2:9-11)

2. ອ່ານ​ເຫບເລິ 11:31.

ຕົວຢ່າງ​ຂອງ​ລາຫາບ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ຄວາມ​ເຊື່ອ​ແນວ​ໃດ? (ໂລມ 1:17; ເຫບ. 10:39; ຍໂກ. 2:25)

ບົດ 45

ການ​ຂ້າມ​ແມ່ນ້ຳ​ຢູລະເດນ

1. ພະ​ເຢໂຫວາ​ກະທຳ​ການ​ອັດສະຈັນ​ແນວ​ໃດ​ເພື່ອ​ຊາວ​ຍິດສະລາເອນ​ຈະ​ສາມາດ​ຂ້າມ​ແມ່ນ້ຳ​ຢູລະເດນ​ໄດ້?

2. ພວກ​ຍິດສະລາເອນ​ຕ້ອງ​ສະແດງ​ຄວາມ​ເຊື່ອ​ແນວ​ໃດ​ເພື່ອ​ຈະ​ຂ້າມ​ແມ່ນ້ຳ​ຢູລະເດນ​ໄດ້?

3. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສັ່ງ​ໂຢຊວຍ​ໃຫ້​ເກັບ​ເອົາ​ຫີນ​ໃຫຍ່ 12 ກ້ອນ​ຂຶ້ນ​ມາ​ຈາກ​ກາງ​ແມ່ນ້ຳ?

4. ມີ​ອັນ​ໃດ​ເກີດ​ຂຶ້ນ ທັນທີ​ທີ່​ປະໂລຫິດ​ກ້າວ​ຂຶ້ນ​ຈາກ​ແມ່ນ້ຳ​ຢູລະເດນ?

ຄຳຖາມ​ເສີມ:

1. ອ່ານ​ໂຢຊວຍ 3:1-17.

(ກ) ດັ່ງ​ທີ່​ເຫັນ​ຈາກ​ເລື່ອງ​ນີ້ ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ແລະ​ພະ​ພອນ​ຈາກ​ພະ​ເຢໂຫວາ? (ຢຊວຍ. 3:13, 15; ສຸພາ. 3:5; ຍໂກ. 2:22, 26)

(ຂ) ຕອນ​ທີ່​ຊາດ​ຍິດສະລາເອນ​ຂ້າມ​ໄປ​ທີ່​ແຜ່ນດິນ​ຕາມ​ຄຳ​ສັນຍາ ສະພາບ​ຂອງ​ແມ່ນ້ຳ​ຢູລະເດນ​ເປັນ​ແນວ​ໃດ ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ພະ​ນາມ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ການ​ສັນລະເສີນ​ແນວ​ໃດ? (ຢຊວຍ. 3:15; 4:18; ເພງ. 66:5-7)

2. ອ່ານ​ໂຢຊວຍ 4:1-18.

ຫີນ 12 ກ້ອນ​ທີ່​ເອົາ​ມາ​ຈາກ​ແມ່ນ້ຳ​ຢູລະເດນ​ແລະ​ໄດ້​ຕັ້ງ​ໄວ້​ທີ່​ຄີເລຄາເລ​ນັ້ນ ເພື່ອ​ຈຸດ​ປະສົງ​ອັນ​ໃດ? (ຢຊວຍ. 4:4-7)

ບົດ 46

ກຳແພງ​ເມືອງ​ເຢລິໂກ

1. ພະ​ເຢໂຫວາ​ສັ່ງ​ໃຫ້​ພວກ​ນັກ​ຮົບ​ແລະ​ພວກ​ປະໂລຫິດ​ເຮັດ​ຫຍັງ​ຫົກ​ມື້?

2. ໃນ​ວັນ​ທີ​ເຈັດ​ເຂົາ​ເຈົ້າ​ຕ້ອງ​ເຮັດ​ອັນ​ໃດ?

3. ດັ່ງ​ທີ່​ເຫັນ​ໃນ​ຮູບ​ນີ້ ເກີດ​ອັນ​ໃດ​ຂຶ້ນ​ກັບ​ກຳແພງ​ເມືອງ​ເຢລິໂກ?

4. ເປັນ​ຫຍັງ​ຈຶ່ງ​ມີ​ເຊືອກ​ສີ​ແດງ​ຢ່ອນ​ລົງ​ມາ​ຈາກ​ປ່ອງ​ຢ້ຽມ?

5. ໂຢຊວຍ​ສັ່ງ​ພວກ​ນັກ​ຮົບ​ໃຫ້​ເຮັດ​ຫຍັງ​ກັບ​ເມືອງ​ແລະ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ ແຕ່​ໃຫ້​ເຮັດ​ແນວ​ໃດ​ກັບ​ເງິນ, ຄຳ, ທອງແດງ​ແລະ​ເຫຼັກ?

6. ມີ​ການ​ບອກ​ໃຫ້​ຜູ້​ສອດແນມ​ສອງ​ຄົນ​ນັ້ນ​ເຮັດ​ຫຍັງ?

ຄຳຖາມ​ເສີມ:

1. ອ່ານ​ໂຢຊວຍ 6:1-25.

(ກ) ການ​ຍ່າງ​ອ້ອມ​ຮອບ​ເມືອງ​ເຢລິໂກ​ຂອງ​ຊາວ​ຍິດສະລາເອນ​ໃນ​ວັນ​ທີ​ເຈັດ​ນັ້ນ​ຄ້າຍ​ກັນ​ແນວ​ໃດ​ກັບ​ການ​ປະກາດ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ສະໄໝ​ສຸດ​ທ້າຍ​ນີ້? (ຢຊວຍ. 6:15, 16; ເອຊາ. 60:22; ມັດ. 24:14; 1 ໂກ. 9:16)

(ຂ) ຄຳ​ພະຍາກອນ​ທີ່​ຢູ່​ໃນ​ໂຢຊວຍ 6:26 ສຳເລັດ​ເປັນ​ຈິງ​ໃນ 500 ປີ​ຕໍ່​ມາ​ແນວ​ໃດ ແລະ​ເລື່ອງ​ນີ້​ສອນ​ອັນ​ໃດ​ແກ່​ເຮົາ​ກ່ຽວ​ກັບ​ຄຳ​ຕັດ​ຂອງ​ພະ​ເຢໂຫວາ? (1 ກະ. 16:34; ເອຊາ. 55:11)

ບົດ 47

ຂະໂມຍ​ຄົນ​ນຶ່ງ​ໃນ​ຍິດສະລາເອນ

1. ໃນ​ຮູບ​ນີ້​ໃຜ​ພວມ​ຝັງ​ຂອງ​ມີ​ຄ່າ​ທີ່​ໄດ້​ມາ​ຈາກ​ເມືອງ​ເຢລິໂກ ແລະ​ໃຜ​ແດ່​ທີ່​ກຳລັງ​ຊ່ວຍ​ລາວ​ຢູ່?

2. ເປັນ​ຫຍັງ​ການ​ກະທຳ​ຂອງ​ອາການ​ແລະ​ຄອບຄົວ​ຂອງ​ລາວ​ຈຶ່ງ​ເປັນ​ເລື່ອງ​ຮ້າຍແຮງ​ຫຼາຍ?

3. ພະ​ເຢໂຫວາ​ກ່າວ​ວ່າ​ແນວ​ໃດ ເມື່ອ​ໂຢຊວຍ​ຖາມ​ພະອົງ​ວ່າ​ເປັນ​ຫຍັງ​ຊາວ​ຍິດສະລາເອນ​ຈຶ່ງ​ພ່າຍ​ແພ້​ໃນ​ການ​ສູ້​ຮົບ​ທີ່​ເມືອງ​ອາອີ?

4. ພາຍ​ຫຼັງ​ອາການ​ແລະ​ຄອບຄົວ​ຂອງ​ລາວ​ຖືກ​ພາ​ມາ​ຫາ​ໂຢຊວຍ​ແລ້ວ ເກີດ​ຫຍັງ​ຂຶ້ນ​ກັບ​ເຂົາ​ເຈົ້າ?

5. ການ​ຕັດສິນ​ລົງໂທດ​ອາການ​ສອນ​ບົດຮຽນ​ທີ່​ສຳຄັນ​ອັນ​ໃດ​ແກ່​ເຮົາ?

ຄຳຖາມ​ເສີມ:

1. ອ່ານ​ໂຢຊວຍ 7:1-26.

(ກ) ຄຳ​ອະທິດຖານ​ຂອງ​ໂຢຊວຍ​ສະແດງ​ໃຫ້​ເຮົາ​ຮູ້​ສິ່ງ​ໃດ​ກ່ຽວ​ກັບ​ຄວາມ​ສຳພັນ​ຂອງ​ທ່ານ​ກັບ​ພະ​ຜູ້​ສ້າງ? (ຢຊວຍ. 7:7-9; ເພງ. 119:145; 1 ໂຍ. 5:14)

(ຂ) ຕົວຢ່າງ​ຂອງ​ອາການ​ສະແດງ​ໃຫ້​ເຫັນ​ອັນ​ໃດ​ແດ່ ແລະ​ເລື່ອງ​ນີ້​ເຕືອນ​ໃຈ​ເຮົາ​ຄື​ແນວ​ໃດ? (ຢຊວຍ. 7:11, 14, 15; ສຸພາ. 15:3; 1 ຕີໂມ. 5:24; ເຫບ. 4:13)

2. ອ່ານ​ໂຢຊວຍ 8:1-29.

ໃນ​ທຸກ​ມື້​ນີ້​ເຮົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ເປັນ​ສ່ວນ​ຕົວ​ໃນ​ເລື່ອງ​ໃດ​ຕໍ່​ປະຊາຄົມ​ຄລິດສະຕຽນ? (ຢຊວຍ. 7:13; ເລວີ. 5:1; ສຸພາ. 28:13)

ບົດ 48

ຊາວ​ຊົນ​ຄາບາໂອນ​ທີ່​ສະຫຼາດ

1. ຊາວ​ຊົນ​ຄາບາໂອນ​ຕ່າງ​ຈາກ​ຊາວ​ການາອານ​ທີ່​ຢູ່​ເມືອງ​ໃກ້​ຄຽງ​ແນວ​ໃດ?

2. ດັ່ງ​ທີ່​ເຫັນ​ໃນ​ຮູບ​ນີ້ ຊາວ​ຊົນ​ຄາບາໂອນ​ເຮັດ​ຫຍັງ​ແດ່ ແລະ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ເຮັດ​ແນວ​ນັ້ນ?

3. ໂຢຊວຍ​ແລະ​ຜູ້​ນຳ​ຊາວ​ຍິດສະລາເອນ​ຄົນ​ອື່ນໆ ໃຫ້​ຄຳ​ສັນຍາ​ແນວ​ໃດ​ກັບ​ຊາວ​ຄາບາໂອນ ແຕ່​ວ່າ​ອີກ​ສາມ​ມື້​ຕໍ່​ມາ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ມາ​ຮູ້​ເລື່ອງ​ໃດ?

4. ມີ​ຫຍັງ​ເກີດ​ຂຶ້ນ​ເມື່ອ​ກະສັດ​ໃນ​ເມືອງ​ອື່ນ​ໄດ້​ຍິນ​ຂ່າວ​ວ່າ​ຊາວ​ຄາບາໂອນ​ເຮັດ​ສັນຍາ​ໄມຕີ​ກັບ​ຊາວ​ຍິດສະລາເອນ?

ຄຳຖາມ​ເສີມ:

1. ອ່ານ​ໂຢຊວຍ 9:1-27.

(ກ) ເນື່ອງ​ຈາກ​ພະ​ເຢໂຫວາ​ໄດ້​ສັ່ງ​ຊາດ​ຍິດສະລາເອນ​ໃຫ້ “ທຳລາຍ​ບັນດາ​ຊາວ​ຊົນ​ແຜ່ນດິນ” ນັ້ນ ການ​ທີ່​ພະ​ເຢໂຫວາ​ໄວ້​ຊີວິດ​ຊາວ​ຄາບາໂອນ​ເຮັດ​ໃຫ້​ເຫັນ​ຄຸນ​ລັກສະນະ​ອັນ​ໃດ​ຂອງ​ພະອົງ​ພົ້ນ​ເດັ່ນ​ຂຶ້ນ? (ຢຊວຍ. 9:22, 24; ມັດ. 9:13; ກິດ. 10:34, 35; 2 ເປ. 3:9)

(ຂ) ດ້ວຍ​ການ​ຍຶດ​ໝັ້ນ​ກັບ​ຄຳ​ສັນຍາ​ທີ່​ເຮັດ​ໄວ້​ກັບ​ຄາບາໂອນ ໂຢຊວຍ​ໄດ້​ວາງ​ຕົວຢ່າງ​ທີ່​ດີ​ອັນ​ໃດ​ແກ່​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້? (ຢຊວຍ. 9:18, 19; ມັດ. 5:37; ເອເຟ. 4:25)

2. ອ່ານ​ໂຢຊວຍ 10:1-5.

ຝູງ​ຄົນ​ເປັນ​ອັນ​ມາກ​ຮຽນ​ແບບ​ຊາວ​ຄາບາໂອນ​ແນວ​ໃດ ສະນັ້ນ​ເຂົາ​ເຈົ້າ​ຈຶ່ງ​ຕົກ​ເປັນ​ເປົ້າ​ຂອງ​ອັນ​ໃດ? (ຢຊວຍ. 10:4; ຊກາ. 8:23; ມັດ. 25:35-40; ຄຳປ. 12:17)

ບົດ 49

ດວງ​ອາທິດ​ຢຸດ​ຢູ່​ກັບ​ທີ່

1. ໃນ​ຮູບ​ນີ້​ໂຢຊວຍ​ກຳລັງ​ເວົ້າ​ຫຍັງ​ຢູ່ ແລະ​ຍ້ອນ​ຫຍັງ?

2. ພະ​ເຢໂຫວາ​ໄດ້​ຊ່ວຍ​ໂຢຊວຍ​ແລະ​ນັກ​ຮົບ​ຂອງ​ທ່ານ​ດ້ວຍ​ວິທີ​ໃດ?

3. ໂຢຊວຍ​ໄດ້​ປາບ​ກະສັດ​ຂອງ​ຝ່າຍ​ສັດຕູ​ຈັກ​ອົງ ແລະ​ຕ້ອງ​ໃຊ້​ເວລາ​ດົນ​ປານ​ໃດ?

4. ເປັນ​ຫຍັງ​ໂຢຊວຍ​ຈຶ່ງ​ຈັດ​ແບ່ງ​ສ່ວນ​ແຜ່ນດິນ​ການາອານ?

5. ໂຢຊວຍ​ຕາຍ​ຕອນ​ອາຍຸ​ເທົ່າ​ໃດ ແລະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ປະຊາຊົນ​ຫຼັງ​ຈາກ​ນັ້ນ?

ຄຳຖາມ​ເສີມ:

1. ອ່ານ​ໂຢຊວຍ 10:6-15.

ການ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ກະທຳ​ໃຫ້​ດວງ​ອາທິດ​ແລະ​ດວງ​ຈັນ​ຢຸດ​ຢູ່​ກັບ​ທີ່​ສຳລັບ​ຊາວ​ຍິດສະລາເອນ ເຮັດ​ໃຫ້​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ອັນ​ໃດ​ໃນ​ທຸກ​ມື້​ນີ້? (ຢຊວຍ. 10:8, 10, 12, 13; ເພງ. 18:3; ສຸພາ. 18:10)

2. ອ່ານ​ໂຢຊວຍ 12:7-24.

ເປັນ​ຜູ້​ໃດ​ແທ້ໆ ທີ່​ໄດ້​ປາບ​ກະສັດ 31 ອົງ​ໃນ​ແຜ່ນດິນ​ການາອານ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ​ສຳລັບ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້? (ຢຊວຍ. 12:7; 24:11-13; ບັນຍັດ. 31:8; ລຶກາ 21:9, 25-28)

3. ອ່ານ​ໂຢຊວຍ 14:1-5.

ມີ​ການ​ແບ່ງ​ປັນ​ແຜ່ນດິນ​ຕາມ​ກະກູນ​ຕ່າງໆ ຂອງ​ຍິດສະລາເອນ​ແນວ​ໃດ ແລະ​ເລື່ອງ​ນີ້​ບົ່ງ​ບອກ​ອັນ​ໃດ​ກ່ຽວ​ກັບ​ມໍລະດົກ​ໃນ​ອຸດທະຍານ? (ຢຊວຍ. 14:2; ເອຊາ. 65:21; ເອເຊກ. 47:21-23; 1 ໂກ. 14:33)

4. ອ່ານ​ພວກ​ຜູ້​ຕັດສີນ 2:8-13.

ຄື​ກັບ​ໂຢຊວຍ​ໃນ​ຊາດ​ຍິດສະລາເອນ ໃຜ​ເຮັດ​ໜ້າທີ່​ເປັນ​ຜູ້​ຕ້ານ​ທານ​ການ​ອອກ​ຫາກ​ໃນ​ທຸກ​ມື້​ນີ້? (ຕັດສີນ. 2:8, 10, 11; ມັດ. 24:45-47; 2 ເທ. 2:3-6; ຕິໂຕ 1:7-9; ຄຳປ. 1:1; 2:1, 2)

ບົດ 50

ຜູ້​ຍິງ​ທີ່​ກ້າຫານ​ສອງ​ຄົນ

1. ພວກ​ຜູ້ຕັດສິນ​ແມ່ນ​ໃຜ ແລະ​ຜູ້ຕັດສິນ​ລາງ​ຄົນ​ຊື່​ວ່າ​ແນວ​ໃດ?

2. ເດໂບລາ​ມີ​ສິດທິ​ພິເສດ​ຫຍັງ ແລະ​ສິດທິ​ພິເສດ​ນີ້​ກ່ຽວ​ຂ້ອງ​ກັບ​ອັນ​ໃດ?

3. ເມື່ອ​ຊາວ​ຍິດສະລາເອນ​ຖືກ​ກະສັດ​ຢາບີນ​ແລະ​ແມ່ທັບ​ຊີເຊຣາ​ໂຈມຕີ ຂ່າວ​ສານ​ເລື່ອງ​ໃດ​ຈາກ​ພະ​ເຢໂຫວາ​ທີ່​ເດໂບລາ​ໄດ້​ແຈ້ງ​ແກ່​ບາຣາກ​ຜູ້ຕັດສິນ ແລະ​ນາງ​ບອກ​ວ່າ​ໃຜ​ຈະ​ໄດ້​ຮັບ​ກຽດ?

4. ຢາເອນ​ເຮັດ​ແນວ​ໃດ​ຊຶ່ງ​ສະແດງ​ວ່າ​ລາວ​ເປັນ​ຜູ້​ຍິງ​ທີ່​ກ້າຫານ?

5. ຫຼັງ​ຈາກ​ກະສັດ​ຢາບີນ​ຕາຍ​ໄປ​ແລ້ວ​ມີ​ຫຍັງ​ເກີດ​ຂຶ້ນ?

ຄຳຖາມ​ເສີມ:

1. ອ່ານ​ພວກ​ຜູ້​ຕັດສີນ 2:14-22.

ຊາວ​ຍິດສະລາເອນ​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ຄຽດ​ຫຼາຍ​ຕໍ່​ເຂົາ​ເຈົ້າ​ແນວ​ໃດ ແລະ​ເຮົາ​ໄດ້​ບົດຮຽນ​ອັນ​ໃດ​ຈາກ​ເລື່ອງ​ນີ້? (ຕັດສີນ. 2:20; ສຸພາ. 3:1, 2; ເອເຊກ. 18:21-23)

2. ອ່ານ​ພວກ​ຜູ້​ຕັດສີນ 4:1-24.

ຕົວຢ່າງ​ເລື່ອງ​ຄວາມ​ເຊື່ອ​ແລະ​ຄວາມ​ກ້າຫານ​ຂອງ​ນາງ​ເດໂບລາ​ແລະ​ນາງ​ຢາເອນ​ຖ່າຍ​ທອດ​ບົດຮຽນ​ຄື​ແນວ​ໃດ​ໃຫ້​ແກ່​ຍິງ​ຄລິດສະຕຽນ​ສະໄໝ​ນີ້? (ຕັດສີນ. 4:4, 8, 9, 14, 21, 22; ສຸພາ. 31:30; 1 ໂກ. 16:13)

3. ອ່ານ​ພວກ​ຜູ້​ຕັດສີນ 5:1-31.

ບົດ​ເພງ​ແຫ່ງ​ໄຊ​ຊະນະ​ຂອງ​ບາຣາກ​ແລະ​ເດໂບລາ​ເອົາ​ມາ​ໃຊ້​ເປັນ​ຄຳ​ອະທິດຖານ​ກ່ຽວ​ກັບ​ສົງຄາມ​ອະລະມະເຄໂດນ​ທີ່​ໃກ້​ເຂົ້າ​ມາ​ໄດ້​ແນວ​ໃດ? (ຕັດສີນ. 5:3, 31; 1 ຂ່າວ. 16:8-10; ຄຳປ. 7:9, 10; 16:16; 19:19-21)

ບົດ 51

ລຶດ​ແລະ​ນາໂອມີ

1. ນາໂອມີ​ໄປ​ຢູ່​ໃນ​ແຜ່ນດິນ​ໂມອາບ​ໄດ້​ແນວ​ໃດ?

2. ໃຜ​ແມ່ນ​ລຶດ​ແລະ​ໂອລາຟາ?

3. ເມື່ອ​ນາໂອມີ​ບອກ​ລຶດ​ແລະ​ໂອລາຟາ​ໃຫ້​ກັບ​ໄປ​ຫາ​ຊົນຊາດ​ຂອງ​ເຂົາ​ເຈົ້າ ທັງ​ສອງ​ຕ່າງ​ກໍ​ຕອບ​ນາໂອມີ​ວ່າ​ແນວ​ໃດ?

4. ໃຜ​ແມ່ນ​ໂບອາດ ແລະ​ເຂົາ​ໄດ້​ຊ່ວຍ​ລຶດ​ແລະ​ນາໂອມີ​ແນວ​ໃດ?

5. ລູກ​ຊາຍ​ທີ່​ເກີດ​ຈາກ​ໂບອາດ​ແລະ​ລຶດ​ຊື່​ວ່າ​ແນວ​ໃດ ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ຈື່​ຊື່​ນັ້ນ​ໄວ້?

ຄຳຖາມ​ເສີມ:

1. ອ່ານ​ລຶດ 1:1-17.

(ກ) ລຶດ​ກ່າວ​ຖ້ອຍ​ຄຳ​ທີ່​ຊາບ​ຊຶ້ງ​ກິນ​ໃຈ​ແນວ​ໃດ​ຊຶ່ງ​ສະແດງ​ເຖິງ​ຄວາມ​ຮັກ​ພັກດີ? (ລຶດ 1:16, 17)

(ຂ) ເຈຕະຄະຕິ​ຂອງ​ລຶດ​ສະແດງ​ຢ່າງ​ຊັດເຈນ​ເຖິງ​ທັດສະນະ​ຂອງ “ແກະ​ອື່ນ” ທີ່​ມີ​ຕໍ່​ຜູ້​ຖືກ​ເຈີມ​ຊຶ່ງ​ຍັງ​ຢູ່​ທາງ​ແຜ່ນດິນ​ໂລກ​ໃນ​ທຸກ​ມື້​ນີ້​ແນວ​ໃດ? (ໂຍ. 10:16; ຊກາ. 8:23)

2. ອ່ານ​ລຶດ 2:1-23.

ນາງ​ລຶດ​ວາງ​ຕົວຢ່າງ​ທີ່​ດີ​ແກ່​ຍິງ​ສາວ​ໃນ​ທຸກ​ມື້​ນີ້​ແນວ​ໃດ? (ລຶດ 2:17, 18; ສຸພາ. 23:22; 31:15)

3. ອ່ານ​ລຶດ 3:5-13.

(ກ) ໂບອາດ​ຮູ້ສຶກ​ແນວ​ໃດ​ກັບ​ເລື່ອງ​ທີ່​ລຶດ​ເຕັມ​ໃຈ​ແຕ່ງ​ດອງ​ກັບ​ທ່ານ​ແທນ​ທີ່​ຈະ​ແຕ່ງ​ດອງ​ກັບ​ຜູ້​ຊາຍ​ທີ່​ຫນຸ່ມ​ກວ່າ?

(ຂ) ທັດສະນະ​ຂອງ​ລຶດ​ສອນ​ເຮົາ​ແນວ​ໃດ​ໃນ​ເລື່ອງ​ຄວາມ​ຮັກ​ພັກດີ? (ລຶດ 3:10; 1 ໂກ. 13:4, 5)

4. ອ່ານ​ລຶດ 4:7-17.

ໃນ​ທຸກ​ມື້​ນີ້​ຊາຍ​ຄລິດສະຕຽນ​ຈະ​ເຮັດ​ຄື​ກັບ​ໂບອາດ​ໄດ້​ຢ່າງ​ໃດ? (ລຶດ 4:9, 10; 1 ຕີໂມ. 3:1, 12, 13; 5:8)

ບົດ 52

ເຄເດໂອນ​ແລະ​ຜູ້​ຊາຍ 300 ຄົນ​ຂອງ​ເຂົາ

1. ຊາວ​ຍິດສະລາເອນ​ຕົກ​ເຂົ້າ​ສູ່​ຄວາມ​ຫຍຸ້ງຍາກ​ອັນ​ໃດ​ແລະ​ຍ້ອນ​ຫຍັງ?

2. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ບອກ​ເຄເດໂອນ​ວ່າ​ທ່ານ​ມີ​ທະຫານ​ຫຼາຍ​ເກີນ​ໄປ?

3. ຫຼັງ​ຈາກ​ເຄເດໂອນ​ບອກ​ທະຫານ​ທີ່​ຢ້ານ​ກົວ​ໃຫ້​ເມືອ​ບ້ານ​ແລ້ວ​ຍັງ​ມີ​ທະຫານ​ເຫຼືອ​ຢູ່​ເທົ່າ​ໃດ?

4. ຈາກ​ຮູບ​ນີ້ ລອງ​ອະທິບາຍ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ຈຳນວນ​ທະຫານ​ໃນ​ກອງທັບ​ຂອງ​ເຄເດໂອນ​ລົດ​ເຫຼືອ​ພຽງ 300 ຄົນ.

5. ເຄເດໂອນ​ຈັດ​ທະຫານ 300 ຄົນ​ແນວ​ໃດ ແລະ​ຊາວ​ຍິດສະລາເອນ​ມີ​ໄຊ​ຊະນະ​ໃນ​ການ​ສູ້​ຮົບ​ດ້ວຍ​ວິທີ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ພວກ​ຜູ້​ຕັດສີນ 6:36-40.

(ກ) ເຄເດໂອນ​ເຮັດ​ແນວ​ໃດ​ເພື່ອ​ຈະ​ແນ່​ໃຈ​ໄດ້​ວ່າ​ອັນ​ໃດ​ເປັນ​ພະ​ປະສົງ​ຂອງ​ພະ​ເຢໂຫວາ?

(ຂ) ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຮູ້​ຈັກ​ວ່າ​ພະ​ປະສົງ​ຂອງ​ພະ​ເຢໂຫວາ​ແມ່ນ​ຫຍັງ​ໃນ​ທຸກ​ມື້​ນີ້? (ສຸພາ. 2:3-6; ມັດ. 7:7-11; 2 ຕີໂມ. 3:16, 17)

2. ອ່ານ​ພວກ​ຜູ້​ຕັດສີນ 7:1-25.

(ກ) ຄວາມ​ແຕກຕ່າງ​ລະຫວ່າງ​ທະຫານ 300 ຄົນ​ທີ່​ຕື່ນ​ຕົວ​ແລະ​ເຫຼົ່າ​ທະຫານ​ທີ່​ບໍ່​ຕື່ນ​ຕົວ ໃຫ້​ບົດຮຽນ​ອັນ​ໃດ​ກັບ​ເຮົາ? (ຕັດສີນ. 7:3, 6; ໂລມ 13:11, 12; ເອເຟ. 5:15-17)

(ຂ) ດັ່ງ​ເຊັ່ນ​ທະຫານ 300 ຄົນ​ທີ່​ແຍງ​ເບິ່ງ​ຕົວຢ່າງ​ຂອງ​ເຄເດໂອນ ເຮົາ​ຈະ​ແຍງ​ເບິ່ງ​ຕົວຢ່າງ​ຂອງ​ພະ​ເຍຊູ​ຄລິດ ຊຶ່ງ​ເປັນ​ເຄເດໂອນ​ຜູ້​ຍິ່ງ​ໃຫຍ່​ໄດ້​ແນວ​ໃດ? (ຕັດສີນ. 7:17; ມັດ. 11:29, 30; 28:19, 20; 1 ເປ. 2:21)

(ຄ) ພວກ​ຜູ້​ຕັດສີນ 7:21 ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ພໍ​ໃຈ​ທີ່​ຈະ​ໄປ​ຮັບໃຊ້​ໃນ​ບ່ອນ​ໃດ​ກໍ​ຕາມ​ທີ່​ອົງການ​ຂອງ​ພະ​ເຢໂຫວາ​ມອບ​ໝາຍ​ໃຫ້​ແນວ​ໃດ? (1 ໂກ. 4:2; 12:14-18; ຍໂກ. 4:10)

3. ອ່ານ​ພວກ​ຜູ້​ຕັດສີນ 8:1-3.

ເມື່ອ​ມີ​ການ​ຈັດການ​ກັບ​ເລື່ອງ​ຜິດ​ໃຈ​ກັນ​ລະຫວ່າງ​ພີ່​ນ້ອງ​ຊາຍ​ຫຼື​ຍິງ ເຮົາ​ຮຽນ​ຮູ້​ສິ່ງ​ໃດ​ຈາກ​ວິທີ​ທີ່​ເຄເດໂອນ​ໄດ້​ແກ້ໄຂ​ຄວາມ​ຂ້ອງ​ຂັດ​ໃຈ​ກັບ​ຊາວ​ເອຟະລາອີມ? (ສຸພາ. 15:1; ມັດ. 5:23, 24; ລຶກາ 9:48)

ບົດ 53

ຄຳ​ສັນຍາ​ຂອງ​ເຢບເທ

1. ເຢບເທ​ແມ່ນ​ໃຜ ແລະ​ທ່ານ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ໃດ?

2. ເຢບເທ​ສັນຍາ​ອັນ​ໃດ​ໄວ້​ກັບ​ພະ​ເຢໂຫວາ?

3. ຫຼັງ​ຈາກ​ມີ​ໄຊ​ຊະນະ​ຕໍ່​ຊາດ​ອາມໂມນ​ແລ້ວ​ກັບ​ບ້ານ ເປັນ​ຫຍັງ​ເຢບເທ​ໂສກ​ເສົ້າ?

4. ເມື່ອ​ລູກ​ສາວ​ຂອງ​ເຢບເທ​ຮູ້​ເລື່ອງ​ຄຳ​ສັນຍາ​ຂອງ​ພໍ່ ລາວ​ເວົ້າ​ແນວ​ໃດ?

5. ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ຮັກ​ລູກ​ສາວ​ຂອງ​ເຢບເທ?

ຄຳຖາມ​ເສີມ:

1. ອ່ານ​ພວກ​ຜູ້​ຕັດສີນ 10:6-18.

ປະຫວັດ​ບັນທຶກ​ຂອງ​ຊາດ​ຍິດສະລາເອນ​ໃນ​ເລື່ອງ​ຄວາມ​ບໍ່​ສັດ​ຊື່​ຕໍ່​ພະ​ເຢໂຫວາ ເຕືອນ​ເຮົາ​ໃຫ້​ເອົາໃຈໃສ່​ໃນ​ເລື່ອງ​ໃດ? (ຕັດສີນ. 10:6, 15, 16; ໂລມ 15:4; ຄຳປ. 2:10)

2. ອ່ານ​ພວກ​ຜູ້​ຕັດສີນ 11:1-11, 29-40.

(ກ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ການ​ທີ່​ເຢບເທ​ຖວາຍ​ລູກ​ສາວ​ຂອງ​ລາວ​ເປັນ “ເຄື່ອງ​ບູຊາ​ດ້ວຍ​ໄຟ” ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລາວ​ຖວາຍ​ນາງ​ດ້ວຍ​ການ​ເຜົາ​ເປັນ​ເຄື່ອງ​ບູຊາ​ຍັນ​ມະນຸດ? (ຕັດສີນ. 11:31; ເລວີ. 16:24; ບັນຍັດ. 18:10, 12)

(ຂ) ເຢບເທ​ຖວາຍ​ລູກ​ສາວ​ຂອງ​ລາວ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ວິທີ​ໃດ?

(ຄ) ທັດສະນະ​ຂອງ​ເຢບເທ​ຕໍ່​ຄຳ​ປະຕິຍານ​ທີ່​ລາວ​ໃຫ້​ກັບ​ພະ​ເຢໂຫວາ ສອນ​ເລື່ອງ​ໃດ​ແກ່​ເຮົາ? (ຕັດສີນ. 11:35, 39; ຜູ້ປ. 5:4, 5; ມັດ. 16:24)

(ງ) ລູກ​ສາວ​ຂອງ​ເຢບເທ​ເປັນ​ຕົວຢ່າງ​ທີ່​ດີ​ສຳລັບ​ຫນຸ່ມ​ສາວ​ຄລິດສະຕຽນ​ແນວ​ໃດ​ໃນ​ເລື່ອງ​ການ​ມຸ່ງ​ໝັ້ນ​ທີ່​ຈະ​ເຮັດ​ໃຫ້​ງານ​ຮັບໃຊ້​ເຕັມ​ເວລາ​ເປັນ​ງານ​ປະຈຳ​ຊີບ? (ຕັດສີນ. 11:36; ມັດ. 6:33; ຟີລິບ 3:8)

ບົດ 54

ຊາຍ​ທີ່​ແຂງແຮງ​ທີ່​ສຸດ

1. ຊາຍ​ທີ່​ແຂງແຮງ​ທີ່​ສຸດ​ທີ່​ເຄີຍ​ມີ​ຊີວິດ​ຢູ່​ຊື່​ວ່າ​ແນວ​ໃດ ແລະ​ໃຜ​ໃຫ້​ກຳລັງ​ແກ່​ລາວ?

2. ດັ່ງ​ທີ່​ເຫັນ​ໃນ​ຮູບ​ນີ້ ມີ​ເທື່ອ​ນຶ່ງ​ຊາມຊອນ​ໄດ້​ເຮັດ​ແນວ​ໃດ​ກັບ​ໂຕ​ສິງ​ໃຫຍ່​ຕົວ​ນຶ່ງ?

3. ໃນ​ຮູບ​ພາບ​ນີ້​ຊາມຊອນ​ກຳລັງ​ບອກ​ຄວາມ​ລັບ​ອັນ​ໃດ​ແກ່​ນາງ​ເດລີລາ ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ຊາວ​ຟີລີດຕີນ​ຈັບ​ລາວ​ໄດ້​ແນວ​ໃດ?

4. ຊາມຊອນ​ເຮັດ​ໃຫ້​ສັດຕູ​ຊາວ​ຟີລີດຕີນ​ປະມານ 3,000 ຄົນ​ຕາຍ​ໃນ​ມື້​ດຽວ​ກັນ​ກັບ​ລາວ​ໄດ້​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ພວກ​ຜູ້​ຕັດສີນ 13:1-14.

ມາໂນອາ​ແລະ​ເມຍ​ຂອງ​ລາວ​ວາງ​ຕົວຢ່າງ​ທີ່​ດີ​ໄວ້​ສຳລັບ​ພໍ່​ແມ່​ໃນ​ເລື່ອງ​ການ​ລ້ຽງ​ລູກ​ຢ່າງ​ໃດ? (ຕັດສີນ. 13:8; ເພງ. 127:3; ເອເຟ. 6:4)

2. ອ່ານ​ພວກ​ຜູ້​ຕັດສີນ 14:5-9 ແລະ 15:9-16.

(ກ) ເລື່ອງ​ທີ່​ຊາມຊອນ​ຂ້າ​ໂຕ​ສິງ ເຮັດ​ເຊືອກ​ໃໝ່​ທີ່​ມັດ​ຕົວ​ລາວ​ໃຫ້​ຂາດ​ອອກ ແລະ​ເອົາ​ກະດູກ​ຄາງ​ກະ​ໄຕ​ໂຕ​ລາ​ຂ້າ​ຄົນ 1,000 ຄົນ ເຜີຍ​ໃຫ້​ເຫັນ​ສິ່ງ​ໃດ​ກ່ຽວ​ກັບ​ການ​ດຳເນີນ​ງານ​ຂອງ​ພະ​ວິນຍານ​ບໍລິສຸດ​ຂອງ​ພະ​ເຢໂຫວາ?

(ຂ) ພະ​ວິນຍານ​ບໍລິສຸດ​ຊ່ວຍ​ເຮົາ​ແນວ​ໃດ​ໃນ​ທຸກ​ມື້​ນີ້? (ຕັດສີນ. 14:6; 15:14; ຊກາ. 4:6; ກິດ. 4:31)

3. ອ່ານ​ພວກ​ຜູ້​ຕັດສີນ 16:18-31.

ການ​ຄົບ​ຫາ​ທີ່​ບໍ່​ດີ​ມີ​ຜົນ​ກະທົບ​ຕໍ່​ຊາມຊອນ​ແນວ​ໃດ ແລະ​ເຮົາ​ໄດ້​ຮຽນ​ຮູ້​ສິ່ງ​ໃດ​ຈາກ​ເລື່ອງ​ນີ້? (ຕັດສີນ. 16:18, 19; 1 ໂກ. 15:33)

ບົດ 55

ເດັກ​ນ້ອຍ​ຊາຍ​ຄົນ​ນຶ່ງ​ຮັບໃຊ້​ພະເຈົ້າ

1. ເດັກ​ນ້ອຍ​ທີ່​ຢູ່​ໃນ​ຮູບ​ນີ້​ຊື່​ວ່າ​ແນວ​ໃດ ແລະ​ຄົນ​ອື່ນ​ແມ່ນ​ໃຜ?

2. ມື້​ນຶ່ງ​ຕອນ​ທີ່​ນາງ​ອານາ​ມາ​ຢາມ​ຈຳໜັກ​ອາໄສ​ຂອງ​ພະ​ເຢໂຫວາ​ລາວ​ໄດ້​ອະທິດຖານ​ວ່າ​ຢ່າງ​ໃດ ແລະ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ​ແນວ​ໃດ?

3. ຕອນ​ທີ່​ຊາເມິອນ​ຖືກ​ພາ​ໄປ​ຮັບໃຊ້​ທີ່​ຈຳໜັກ​ອາໄສ​ຂອງ​ພະ​ເຢໂຫວາ​ລາວ​ມີ​ອາຍຸ​ເທົ່າ​ໃດ ແລະ​ແມ່​ຂອງ​ລາວ​ເຮັດ​ສິ່ງ​ໃດ​ໃຫ້​ລາວ​ທຸກໆ ປີ?

4. ພວກ​ລູກ​ຊາຍ​ຂອງ​ເອລີ​ຊື່​ວ່າ​ແນວ​ໃດ ແລະ​ເຂົາ​ເຈົ້າ​ເປັນ​ຄົນ​ແບບ​ໃດ?

5. ພະ​ເຢໂຫວາ​ເອີ້ນ​ຊາເມິອນ​ແນວ​ໃດ ແລະ​ພະອົງ​ບອກ​ເລື່ອງ​ອັນ​ໃດ​ກັບ​ລາວ?

6. ເມື່ອ​ໃຫຍ່​ຂຶ້ນ​ຊາເມິອນ​ມີ​ໜ້າທີ່​ເຮັດ​ຫຍັງ ແລະ​ຕອນ​ທີ່​ລາວ​ເຖົ້າ​ແລ້ວ​ມີ​ຫຍັງ​ເກີດ​ຂຶ້ນ?

ຄຳຖາມ​ເສີມ:

1. ອ່ານ 1 ຊາເມິອນ 1:1-28.

(ກ) ເອນການາ​ວາງ​ຕົວຢ່າງ​ທີ່​ດີ​ໄວ້​ສຳລັບ​ຫົວໜ້າ​ຄອບຄົວ​ແນວ​ໃດ​ເລື່ອງ​ການ​ນຳ​ໜ້າ​ໃນ​ການ​ນະມັດສະການ​ແທ້? (1 ຊາມ. 1:3, 21; ມັດ. 6:33; ຟີລິບ 1:10)

(ຂ) ຕົວຢ່າງ​ຂອງ​ນາງ​ອານາ​ໃນ​ເລື່ອງ​ການ​ຈັດການ​ກັບ​ບັນຫາ​ທີ່​ຫຍຸ້ງຍາກ​ຊັບຊ້ອນ​ໃຫ້​ບົດຮຽນ​ແນວ​ໃດ​ກັບ​ເຮົາ? (1 ຊາມ. 1:10, 11; ເພງ. 55:22; ໂລມ 12:12)

2. ອ່ານ 1 ຊາເມິອນ 2:11-36.

ເອລີ​ໃຫ້​ກຽດ​ລູກ​ຊາຍ​ຂອງ​ລາວ​ຫຼາຍ​ກວ່າ​ພະ​ເຢໂຫວາ​ແນວ​ໃດ ແລະ​ເລື່ອງ​ນີ້​ເປັນ​ຂໍ້​ເຕືອນ​ໃຈ​ແກ່​ເຮົາ​ແນວ​ໃດ? (1 ຊາມ. 2:22-24, 27, 29; ບັນຍັດ. 21:18-21; ມັດ. 10:36, 37)

3. ອ່ານ 1 ຊາເມິອນ 4:16-18.

ຂ່າວ​ຮ້າຍ​ສີ່​ເລື່ອງ​ໃດ​ແດ່​ທີ່​ມາ​ຈາກ​ສະໜາມ​ຮົບ ແລະ​ຂ່າວ​ຮ້າຍ​ນີ້​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ເອລີ?

4. ອ່ານ 1 ຊາເມິອນ 8:4-9.

ຊາວ​ຍິດສະລາເອນ​ກະທຳ​ແນວ​ໃດ​ຊຶ່ງ​ເຮັດ​ໃຫ້​ພະ​ເຢໂຫວາ​ຄຽດ​ຫຼາຍ ແລະ​ປັດຈຸບັນ​ນີ້​ເຮົາ​ຈະ​ສະໜັບສະຫນູນ​ລາຊະອານາຈັກ​ຂອງ​ພະອົງ​ດ້ວຍ​ຄວາມ​ພັກດີ​ໄດ້​ແນວ​ໃດ? (1 ຊາມ. 8:5, 7; ໂຍ. 17:16; ຍໂກ. 4:4)

ບົດ 56

ຊາອຶເລ​—⁠ກະສັດ​ທຳອິດ​ຂອງ​ຍິດສະລາເອນ

1. ໃນ​ຮູບ​ນີ້​ຊາເມິອນ​ພວມ​ເຮັດ​ຫຍັງ​ຢູ່ ແລະ​ເພາະ​ເຫດ​ໃດ?

2. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ພໍ​ໃຈ​ຊາອຶເລ ແລະ​ລາວ​ເປັນ​ຄົນ​ແນວ​ໃດ?

3. ລູກ​ຊາຍ​ຂອງ​ຊາອຶເລ​ຊື່​ວ່າ​ແນວ​ໃດ ແລະ​ລາວ​ເຮັດ​ຫຍັງ?

4. ເປັນ​ຫຍັງ​ຊາອຶເລ​ຈຶ່ງ​ຖວາຍ​ເຄື່ອງ​ບູຊາ​ເອງ​ແທນ​ທີ່​ຈະ​ຖ້າ​ຊາເມິອນ?

5. ເລື່ອງ​ຂອງ​ຊາອຶເລ​ສອນ​ບົດຮຽນ​ອັນ​ໃດ​ກັບ​ເຮົາ?

ຄຳຖາມ​ເສີມ:

1. ອ່ານ 1 ຊາເມິອນ 9:15-21 ແລະ 10:17-27.

ເມື່ອ​ມີ​ລາງ​ຄົນ​ເວົ້າ​ໝິ່ນ​ປະໝາດ​ຊາອຶເລ ເຈຕະຄະຕິ​ທີ່​ຈຽມ​ຕົວ​ຊ່ວຍ​ລາວ​ໃຫ້​ຫຼີກ​ລ້ຽງ​ການ​ກະທຳ​ຫຸນຫັນ​ໄດ້​ແນວ​ໃດ? (1 ຊາມ. 9:21; 10:21, 22, 27; ສຸພາ. 17:27)

2. ອ່ານ 1 ຊາເມິອນ 13:5-14.

ຊາອຶເລ​ໄດ້​ເຮັດ​ຜິດ​ບາບ​ອັນ​ໃດ​ຢູ່​ທີ່​ຄີເລຄາເລ? (1 ຊາມ. 10:8; 13:8, 9, 13)

3. ອ່ານ 1 ຊາເມິອນ 15:1-35.

(ກ) ຊາອຶເລ​ໄດ້​ເຮັດ​ບາບ​ທີ່​ຮ້າຍແຮງ​ແນວ​ໃດ​ທີ່​ກ່ຽວ​ຂ້ອງ​ກັບ​ອາຄາກ​ກະສັດ​ຂອງ​ຊາດ​ອາມາເລກ? (1 ຊາມ. 15:2, 3, 8, 9, 22)

(ຂ) ຊາອຶເລ​ພະຍາຍາມ​ແກ້​ຕົວ​ສຳລັບ​ການ​ກະທຳ​ຜິດ​ຂອງ​ລາວ​ແລະ​ໂຍນ​ຄວາມ​ຜິດ​ໃສ່​ຄົນ​ອື່ນ​ແນວ​ໃດ? (1 ຊາມ. 15:24)

(ຄ) ໃນ​ທຸກ​ມື້​ນີ້​ເຮົາ​ຄວນ​ຈະ​ເອົາໃຈໃສ່​ຄຳ​ເຕືອນ​ຫຍັງ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ? (1 ຊາມ. 15:19-21; ເພງ. 141:5; ສຸພາ. 9:8, 9; 11:2)

ບົດ 57

ພະເຈົ້າ​ເລືອກ​ດາວິດ

1. ເດັກ​ຫນຸ່ມ​ໃນ​ຮູບ​ນີ້​ຊື່​ຫຍັງ ແລະ​ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ລາວ​ເປັນ​ຄົນ​ກ້າຫານ?

2. ດາວິດ​ອາໄສ​ຢູ່​ໃສ ພໍ່​ແລະ​ປູ່​ຂອງ​ລາວ​ຊື່​ວ່າ​ແນວ​ໃດ?

3. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ບອກ​ຊາເມິອນ​ໄປ​ທີ່​ເຮືອນ​ຂອງ​ອີຊາຍ​ໃນ​ເບດເລເຫມ?

4. ເກີດ​ຫຍັງ​ຂຶ້ນ​ເມື່ອ​ອີຊາຍ​ພາ​ລູກ​ຊາຍ​ເຈັດ​ຄົນ​ຂອງ​ລາວ​ມາ​ພົບ​ຊາເມິອນ?

5. ເມື່ອ​ພາ​ດາວິດ​ເຂົ້າ​ມາ ພະ​ເຢໂຫວາ​ບອກ​ຊາເມິອນ​ວ່າ​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ 1 ຊາເມິອນ 17:34, 35.

ເຫດການ​ເຫຼົ່າ​ນີ້​ເນັ້ນ​ເຖິງ​ຄວາມ​ກ້າຫານ​ແລະ​ຄວາມ​ໄວ້​ວາງໃຈ​ຂອງ​ດາວິດ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ແນວ​ໃດ? (1 ຊາມ. 17:37)

2. ອ່ານ 1 ຊາເມິອນ 16:1-14.

(ກ) ຄຳ​ກ່າວ​ຂອງ​ພະ​ເຢໂຫວາ​ທີ່ 1 ຊາເມິອນ 16:7 ຊ່ວຍ​ເຮົາ​ບໍ່​ໃຫ້​ເປັນ​ຄົນ​ເລືອກ​ໜ້າ​ເອນ​ອຽງ​ເຂົ້າ​ຂ້າງ​ໃຜ​ແລະ​ຫຼີກ​ລ້ຽງ​ການ​ເປັນ​ຄົນ​ອະຄະຕິ​ດ້ວຍ​ການ​ເບິ່ງ​ລັກສະນະ​ພາຍ​ນອກ​ໄດ້​ແນວ​ໃດ? (ກິດ. 10:34, 35; 1 ຕີໂມ. 2:4)

(ຂ) ຕົວຢ່າງ​ຂອງ​ຊາອຶເລ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ ເມື່ອ​ພະ​ເຢໂຫວາ​ຖອນ​ພະ​ວິນຍານ​ບໍລິສຸດ​ຂອງ​ພະອົງ​ອອກ​ຈາກ​ຄົນ​ຜູ້​ນຶ່ງ​ແລ້ວ ວິນຍານ​ຊົ່ວ​ຈະ​ເຂົ້າ​ມາ​ແທນ​ທີ່​ຫຼື​ຄວາມ​ປາຖະໜາ​ທີ່​ຢູ່​ພາຍ​ໃນ​ອາດ​ຈະ​ກະຕຸ້ນ​ໃຫ້​ຄົນ​ນັ້ນ​ເຮັດ​ຜິດ​ໄດ້? (1 ຊາມ. 16:14; ມັດ. 12:43-45; ຄລາ. 5:16)

ບົດ 58

ດາວິດ​ແລະ​ໂຄລີອາດ

1. ໂຄລີອາດ​ທ້າທາຍ​ກອງທັບ​ຍິດສະລາເອນ​ແນວ​ໃດ?

2. ໂຄລີອາດ​ໂຕ​ໃຫຍ່​ສ່ຳ​ໃດ ແລະ​ກະສັດ​ຊາອຶເລ​ສັນຍາ​ວ່າ​ຈະ​ໃຫ້​ລາງວັນ​ອັນ​ໃດ​ແກ່​ຜູ້​ທີ່​ຂ້າ​ໂຄລີອາດ?

3. ດາວິດ​ຕອບ​ແນວ​ໃດ​ເມື່ອ​ຊາອຶເລ​ບອກ​ວ່າ​ດາວິດ​ບໍ່​ສາມາດ​ສູ້​ກັບ​ໂຄລີອາດ​ໄດ້​ເພາະ​ວ່າ​ລາວ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່?

4. ຄຳ​ທີ່​ດາວິດ​ຕອບ​ໂຄລີອາດ​ສະແດງ​ໃຫ້​ເຫັນ​ວ່າ​ດາວິດ​ວາງໃຈ​ໃນ​ພະ​ເຢໂຫວາ​ແນວ​ໃດ?

5. ດັ່ງ​ທີ່​ເຫັນ​ຈາກ​ຮູບ​ນີ້ ດາວິດ​ໃຊ້​ສິ່ງ​ໃດ​ຂ້າ​ໂຄລີອາດ ແລະ​ຫຼັງ​ຈາກ​ນັ້ນ​ຊາດ​ຟີລີດຕີນ​ເປັນ​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ 1 ຊາເມິອນ 17:1-54.

(ກ) ເຄັດ​ລັບ​ອັນ​ໃດ​ທີ່​ເຮັດ​ໃຫ້​ດາວິດ​ມີ​ຄວາມ​ກ້າຫານ ແລະ​ເຮົາ​ຈະ​ຮຽນ​ແບບ​ຄວາມ​ກ້າຫານ​ຂອງ​ລາວ​ໄດ້​ແນວ​ໃດ? (1 ຊາມ. 17:37, 45; ເອເຟ. 6:10, 11)

(ຂ) ເປັນ​ຫຍັງ​ຄລິດສະຕຽນ​ຈຶ່ງ​ຄວນ​ຫຼີກ​ລ້ຽງ​ນ້ຳໃຈ​ແບບ​ແຂ່ງ​ຂັນ​ຊີງ​ດີ​ກັນ​ຄື​ກັບ​ໂຄລີອາດ​ເມື່ອ​ຫຼິ້ນ​ເກມ​ຫຼື​ມີ​ນັນທະນາການ​ດ້ວຍ​ກັນ? (1 ຊາມ. 17:8; ຄລາ. 5:26; 1 ຕີໂມ. 4:8)

(ຄ) ຖ້ອຍ​ຄຳ​ຂອງ​ດາວິດ​ບົ່ງ​ບອກ​ແນວ​ໃດ​ວ່າ​ລາວ​ເຊື່ອ​ໃນ​ການ​ຫນູນ​ຫຼັງ​ຈາກ​ພະເຈົ້າ? (1 ຊາມ. 17:45-47; 2 ຂ່າວ. 20:15)

(ງ) ແທນ​ທີ່​ຈະ​ເປັນ​ການ​ເລົ່າ​ເລື່ອງ​ການ​ຕໍ່​ສູ້​ລະຫວ່າງ​ສອງ​ຝ່າຍ​ທີ່​ເປັນ​ສັດຕູ​ກັນ​ເທົ່າ​ນັ້ນ ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ທີ່​ຈິງ​ແລ້ວ​ແມ່ນ​ການ​ຕໍ່​ສູ້​ຂອງ​ພະ​ປອມ​ກັບ​ພະ​ເຢໂຫວາ​ພະເຈົ້າ​ອົງ​ທ່ຽງ​ແທ້​ແນວ​ໃດ? (1 ຊາມ. 17:43, 46, 47)

(ຈ) ຊົນ​ທີ່​ເຫຼືອ​ແຫ່ງ​ຜູ້​ຖືກ​ເຈີມ​ຮຽນ​ແບບ​ຢ່າງ​ຂອງ​ດາວິດ​ໃນ​ເລື່ອງ​ການ​ວາງໃຈ​ໃນ​ພະ​ເຢໂຫວາ​ແນວ​ໃດ? (1 ຊາມ. 17:37; ຢເຣ. 1:17-19; ຄຳປ. 12:17)

ບົດ 59

ເຫດ​ທີ່​ດາວິດ​ຕ້ອງ​ໜີ​ໄປ

1. ເປັນ​ຫຍັງ​ຊາອຶເລ​ຈຶ່ງ​ອິດສາ​ດາວິດ ແຕ່​ໂຍນາທານ​ລູກ​ຂອງ​ຊາອຶເລ​ຕ່າງ​ກັນ​ແນວ​ໃດ?

2. ມື້​ນຶ່ງ​ຕອນ​ທີ່​ດາວິດ​ພວມ​ດີດ​ພິນ​ໃຫ້​ຊາອຶເລ​ຟັງ​ຢູ່​ນັ້ນ​ມີ​ຫຍັງ​ເກີດ​ຂຶ້ນ?

3. ຊາອຶເລ​ບອກ​ວ່າ​ດາວິດ​ຕ້ອງ​ເຮັດ​ຫຍັງ​ກ່ອນ ລາວ​ຈຶ່ງ​ຈະ​ຍົກ​ລູກ​ສາວ​ຊື່​ມີກາເລ​ໃຫ້​ເປັນ​ເມຍ​ຂອງ​ດາວິດ ແລະ​ເປັນ​ຫຍັງ​ຊາອຶເລ​ຈຶ່ງ​ບອກ​ແນວ​ນັ້ນ?

4. ເມື່ອ​ດາວິດ​ຫຼິ້ນ​ພິນ​ໃຫ້​ຊາອຶເລ​ຟັງ​ຢູ່ ເກີດ​ຫຍັງ​ຂຶ້ນ​ເປັນ​ເທື່ອ​ທີ​ສາມ​ດັ່ງ​ທີ່​ເຫັນ​ໃນ​ຮູບ​ນີ້?

5. ມີກາເລ​ຊ່ວຍ​ຊີວິດ​ດາວິດ​ແນວ​ໃດ ແລະ​ດາວິດ​ຕ້ອງ​ເຮັດ​ຫຍັງ​ເຖິງ​ເຈັດ​ປີ?

ຄຳຖາມ​ເສີມ:

1. ອ່ານ 1 ຊາເມິອນ 18:1-30.

(ກ) ຄວາມ​ຮັກ​ທີ່​ບໍ່​ມີ​ວັນ​ຈະ​ເສື່ອມ​ຄາຍ​ຂອງ​ໂຍນາທານ​ຕໍ່​ດາວິດ​ເປັນ​ພາບ​ເລັງ​ເຖິງ​ຄວາມ​ຮັກ​ທີ່ “ແກະ​ອື່ນ” ແລະ “ຝູງ​ນ້ອຍ” ມີ​ຕໍ່​ກັນ​ແນວ​ໃດ? (1 ຊາມ. 18:1; ໂຍ. 10:16; ລຶກາ 12:32; ຊກາ. 8:23)

(ຂ) ເມື່ອ​ຄຳນຶງ​ເຖິງ​ຄວາມ​ຈິງ​ທີ່​ວ່າ ຕາມ​ປົກກະຕິ​ແລ້ວ​ໂຍນາທານ​ຄວນ​ຈະ​ເປັນ​ລາຊະທາຍາດ​ຂອງ​ຊາອຶເລ ແຕ່​ໃນ 1 ຊາເມິອນ 18:4 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ໂຍນາທານ​ຍອມ​ຢູ່​ໃຕ້​ອຳນາດ​ຜູ້​ທີ່​ຖືກ​ເລືອກ​ໃຫ້​ເປັນ​ກະສັດ​ຢ່າງ​ຊັດເຈນ?

(ຄ) ຕົວຢ່າງ​ຂອງ​ຊາອຶເລ​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ອິດສາ​ອາດ​ນຳ​ໄປ​ສູ່​ບາບ​ທີ່​ຮ້າຍແຮງ​ໄດ້​ຢ່າງ​ໃດ ແລະ​ເລື່ອງ​ນີ້​ໃຫ້​ຂໍ້​ເຕືອນ​ໃຈ​ແນວ​ໃດ​ແກ່​ເຮົາ? (1 ຊາມ. 18:7-9, 25; ຍໂກ. 3:14-16)

2. ອ່ານ 1 ຊາເມິອນ 19:1-17.

ເມື່ອ​ປະເຊີນ​ໜ້າ​ກັບ​ຊາອຶເລ ໂຍນາທານ​ຕ້ອງ​ສ່ຽງ​ຊີວິດ​ສ່ຳ​ໃດ? (1 ຊາມ. 19:1, 4-6; ສຸພາ. 16:14)

ບົດ 60

ອາບີຄາລີ​ແລະ​ດາວິດ

1. ຜູ້​ຍິງ​ທີ່​ພວມ​ຍ່າງ​ມາ​ຫາ​ດາວິດ​ໃນ​ຮູບ​ນີ້​ຊື່​ວ່າ​ແນວ​ໃດ ແລະ​ລາວ​ເປັນ​ຄົນ​ແບບ​ໃດ?

2. ນາບາເລ​ແມ່ນ​ໃຜ?

3. ເປັນ​ຫຍັງ​ດາວິດ​ຈຶ່ງ​ສົ່ງ​ຄົນ​ຂອງ​ລາວ​ໄປ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ນາບາເລ?

4. ນາບາເລ​ເວົ້າ​ແນວ​ໃດ​ກັບ​ຄົນ​ຂອງ​ດາວິດ ແລະ​ດາວິດ​ໂຕ້​ຕອບ​ແນວ​ໃດ?

5. ອາບີຄາລີ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ເປັນ​ຜູ້​ຍິງ​ທີ່​ສະຫຼາດ?

ຄຳຖາມ​ເສີມ:

1. ອ່ານ 1 ຊາເມິອນ 22:1-4.

ຄອບຄົວ​ຂອງ​ດາວິດ​ເປັນ​ຕົວຢ່າງ​ທີ່​ດີ​ແນວ​ໃດ​ໃນ​ເລື່ອງ​ທີ່​ວ່າ​ເຮົາ​ຄວນ​ຊ່ວຍເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ໃນ​ສັງຄົມ​ພີ່​ນ້ອງ​ຄລິດສະຕຽນ? (ສຸພາ. 17:17; 1 ເທ. 5:14)

2. ອ່ານ 1 ຊາເມິອນ 25:1-43.

(ກ) ເປັນ​ຫຍັງ​ພະ​ຄຳພີ​ຈຶ່ງ​ກ່າວ​ເຖິງ​ນາບາເລ​ວ່າ​ເປັນ​ຄົນ​ທີ່​ເປັນ​ຕາ​ລັງກຽດ? (1 ຊາມ. 25:2-5, 10, 14, 21, 25)

(ຂ) ໃນ​ທຸກ​ມື້​ນີ້ ເມຍ​ຄລິດສະຕຽນ​ທັງ​ຫຼາຍ​ອາດ​ຮຽນ​ຮູ້​ສິ່ງ​ໃດ​ຈາກ​ຕົວຢ່າງ​ຂອງ​ອາບີຄາລີ? (1 ຊາມ. 25:32, 33; ສຸພາ. 31:26; ເອເຟ. 5:24)

(ຄ) ສິ່ງ​ບໍ່​ດີ​ສອງ​ຢ່າງ​ທີ່​ອາບີຄາລີ​ຢັບຢັ້ງ​ບໍ່​ໃຫ້​ດາວິດ​ເຮັດ​ນັ້ນ​ແມ່ນ​ມີ​ຫຍັງ​ແດ່? (1 ຊາມ. 25:31, 33; ໂລມ 12:19; ເອເຟ. 4:26)

(ງ) ການ​ທີ່​ດາວິດ​ຕອບ​ສະໜອງ​ຕໍ່​ຄຳ​ເວົ້າ​ຂອງ​ນາງ​ອາບີຄາລີ​ນັ້ນ​ຊ່ວຍ​ຜູ້​ຊາຍ​ໃນ​ທຸກ​ມື້​ນີ້​ໃຫ້​ມີ​ທັດສະນະ​ຕໍ່​ຜູ້​ຍິງ​ຄື​ກັບ​ພະ​ເຢໂຫວາ​ມີ​ຢ່າງ​ໃດ? (ກິດ. 21:8, 9; ໂລມ 2:11; 1 ເປ. 3:7)

ບົດ 61

ດາວິດ​ຖືກ​ແຕ່ງ​ຕັ້ງ​ເປັນ​ກະສັດ

1. ດາວິດ​ແລະ​ອາບີຊາຍ​ເຮັດ​ຫຍັງ​ຕອນ​ທີ່​ຊາອຶເລ​ນອນ​ຫຼັບ​ຢູ່​ໃນ​ຄ້າຍ?

2. ດາວິດ​ຖາມ​ຊາອຶເລ​ວ່າ​ແນວ​ໃດ?

3. ເມື່ອ​ລາ​ຈາກ​ຊາອຶເລ​ແລ້ວ ດາວິດ​ໄປ​ໃສ?

4. ເປັນ​ຫຍັງ​ດາວິດ​ຈຶ່ງ​ເສົ້າໃຈ​ຫຼາຍ​ຈົນ​ໄດ້​ແຕ່ງ​ເພງ​ໄພເລາະ​ບົດ​ນຶ່ງ?

5. ຕອນ​ທີ່​ດາວິດ​ຖືກ​ຕັ້ງ​ໃຫ້​ເປັນ​ກະສັດ​ໃນ​ເມືອງ​ເຫບໂລນ​ລາວ​ອາຍຸ​ເທົ່າ​ໃດ ແລະ​ລູກ​ຊາຍ​ລາງ​ຄົນ​ຂອງ​ລາວ​ຊື່​ວ່າ​ແນວ​ໃດ​ແດ່?

6. ຕອນ​ຫຼັງ​ດາວິດ​ເປັນ​ກະສັດ​ປົກຄອງ​ຢູ່​ໃນ​ເມືອງ​ໃດ?

ຄຳຖາມ​ເສີມ:

1. ອ່ານ 1 ຊາເມິອນ 26:1-25.

(ກ) ຖ້ອຍ​ຄຳ​ຂອງ​ດາວິດ​ທີ່​ບັນທຶກ​ໄວ້​ໃນ 1 ຊາເມິອນ 26:11 ເຜີຍ​ໃຫ້​ເຫັນ​ທັດສະນະ​ຂອງ​ລາວ​ແນວ​ໃດ​ຕໍ່​ການ​ຈັດ​ລະບຽບ​ຕາມ​ລະ​ບອບ​ການ​ຂອງ​ພະເຈົ້າ? (ເພງ. 37:7; ໂລມ 13:2)

(ຂ) ເມື່ອ​ເຮົາ​ພະຍາຍາມ​ຢ່າງ​ຈິງ​ຈັງ​ທີ່​ຈະ​ສະແດງ​ຄວາມ​ກະລຸນາ​ຮັກ​ໄຄ່ ແຕ່​ໄດ້​ຮັບ​ການ​ຕອບ​ສະໜອງ​ແບບ​ທີ່​ບໍ່​ສຳນຶກ​ເຖິງ​ຄຸນຄ່າ ດັ່ງ​ນັ້ນ​ຖ້ອຍ​ຄຳ​ຂອງ​ດາວິດ​ທີ່​ຢູ່​ໃນ 1 ຊາເມິອນ 26:23 ຈຶ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ທັດສະນະ​ທີ່​ຖືກ​ຕ້ອງ​ໄວ້​ໄດ້​ແນວ​ໃດ? (1 ກະ. 8:32; ເພງ. 18:20)

2. ອ່ານ 2 ຊາເມິອນ 1:26.

ໃນ​ທຸກ​ມື້​ນີ້ ຄລິດສະຕຽນ​ຈະ​ພັດທະນາ​ຄວາມ “ຮັກ​ກັນ​ແລະ​ກັນ​ເປັນ​ອັນ​ມາກ” ແບບ​ທີ່​ດາວິດ​ແລະ​ໂຍນາທານ​ມີ​ຕໍ່​ກັນ​ໄດ້​ແນວ​ໃດ? (1 ເປ. 4:8; ໂກໂລ. 3:14; 1 ໂຍ. 4:12)

3. ອ່ານ 2 ຊາເມິອນ 5:1-10.

(ກ) ດາວິດ​ປົກຄອງ​ເປັນ​ກະສັດ​ຢູ່​ຈັກ​ປີ ແລະ​ມີ​ການ​ແບ່ງ​ເວລາ​ອອກ​ເປັນ​ແຕ່​ລະ​ຕອນ​ຢ່າງ​ໃດ? (2 ຊາມ. 5:4, 5)

(ຂ) ຄວາມ​ຍິ່ງ​ໃຫຍ່​ຂອງ​ດາວິດ​ເກີດ​ຈາກ​ຫຍັງ ແລະ​ເລື່ອງ​ນີ້​ເປັນ​ຂໍ້​ເຕືອນ​ໃຈ​ແນວ​ໃດ​ແກ່​ເຮົາ​ໃນ​ທຸກ​ມື້​ນີ້? (2 ຊາມ. 5:10; 1 ຊາມ. 16:13; 1 ໂກ. 1:31; ຟີລິບ 4:13)

ບົດ 62

ຄວາມ​ຫຍຸ້ງຍາກ​ໃນ​ເຊື້ອ​ວົງ​ຂອງ​ດາວິດ

1. ໂດຍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະ​ເຢໂຫວາ ໃນ​ທີ່​ສຸດ​ແຜ່ນດິນ​ການາອານ​ຈຶ່ງ​ເປັນ​ແນວ​ໃດ?

2. ແລງ​ມື້​ນຶ່ງ​ຕອນ​ທີ່​ດາວິດ​ຢູ່​ເທິງ​ຫຼັງຄາ​ຂອງ​ລາຊະວັງ​ມີ​ຫຍັງ​ເກີດ​ຂຶ້ນ?

3. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຄືອງ​ໃຈ​ດາວິດ​ຫຼາຍ?

4. ໃນ​ຮູບ​ນີ້ ພະ​ເຢໂຫວາ​ສົ່ງ​ຜູ້​ໃດ​ໄປ​ບອກ​ດາວິດ​ເລື່ອງ​ຄວາມ​ຜິດ​ບາບ​ຂອງ​ລາວ ແລະ​ຊາຍ​ຜູ້​ນັ້ນ​ບອກ​ວ່າ​ຈະ​ເກີດ​ອັນ​ໃດ​ຂຶ້ນ​ກັບ​ດາວິດ?

5. ດາວິດ​ໄດ້​ຮັບ​ຄວາມ​ເດືອດຮ້ອນ​ອັນ​ໃດ?

6. ໃຜ​ເປັນ​ກະສັດ​ຂອງ​ຊາດ​ຍິດສະລາເອນ​ຕໍ່​ຈາກ​ດາວິດ?

ຄຳຖາມ​ເສີມ:

1. ອ່ານ 2 ຊາເມິອນ 11:1-27.

(ກ) ການ​ໝົກມຸ່ນ​ກັບ​ງານ​ຮັບໃຊ້​ພະ​ເຢໂຫວາ​ຈະ​ເປັນ​ການ​ປ້ອງກັນ​ເຮົາ​ແນວ​ໃດ?

(ຂ) ດາວິດ​ຕົກ​ເຂົ້າ​ສູ່​ການ​ກະທຳ​ຜິດ​ໄດ້​ແນວ​ໃດ ແລະ​ເລື່ອງ​ນີ້​ໃຫ້​ຄຳ​ເຕືອນ​ອັນ​ໃດ​ແກ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້? (2 ຊາມ. 11:2; ມັດ. 5:27-29; 1 ໂກ. 10:12; ຍໂກ. 1:14, 15)

2. ອ່ານ 2 ຊາເມິອນ 12:1-18.

(ກ) ຜູ້​ເຖົ້າ​ຜູ້​ແກ່​ແລະ​ພໍ່​ແມ່​ຈະ​ໄດ້​ບົດຮຽນ​ອັນ​ໃດ​ຈາກ​ວິທີ​ທີ່​ນາທານ​ເຂົ້າ​ຫາ​ດາວິດ​ເພື່ອ​ໃຫ້​ຄຳ​ແນະນຳ? (2 ຊາມ. 12:1-4; ສຸພາ. 12:18; ມັດ. 13:34)

(ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສະແດງ​ຄວາມ​ເມດຕາ​ຕໍ່​ດາວິດ? (2 ຊາມ. 12:13; ເພງ. 32:5; 2 ໂກ. 7:9, 10)

ບົດ 63

ຊາໂລໂມນ​ກະສັດ​ທີ່​ສະຫຼາດ​ສຸຂຸມ

1. ພະ​ເຢໂຫວາ​ຖາມ​ຊາໂລໂມນ​ວ່າ​ແນວ​ໃດ ແລະ​ລາວ​ຕອບ​ແນວ​ໃດ?

2. ຍ້ອນ​ວ່າ​ພະ​ເຢໂຫວາ​ພໍ​ໃຈ​ສິ່ງ​ທີ່​ຊາໂລໂມນ​ທູນ​ຂໍ ພະອົງ​ຈຶ່ງ​ສັນຍາ​ວ່າ​ຈະ​ໃຫ້​ອັນ​ໃດ​ແກ່​ຊາໂລໂມນ?

3. ຜູ້​ຍິງ​ສອງ​ຄົນ​ນຳ​ບັນຫາ​ທີ່​ຫຍຸ້ງຍາກ​ອັນ​ໃດ​ມາ​ໃຫ້​ຊາໂລໂມນ​ຕັດສິນ?

4. ດັ່ງ​ທີ່​ເຫັນ​ໃນ​ຮູບ​ນີ້ ຊາໂລໂມນ​ແກ້​ບັນຫາ​ນັ້ນ​ໂດຍ​ວິທີ​ໃດ?

5. ການ​ປົກຄອງ​ຂອງ​ຊາໂລໂມນ​ເປັນ​ຢ່າງ​ໃດ ແລະ​ເພາະ​ເຫດ​ໃດ?

ຄຳຖາມ​ເສີມ:

1. ອ່ານ 1 ກະສັດ 3:3-28.

(ກ) ຊາຍ​ທຸກ​ຄົນ​ຊຶ່ງ​ໄດ້​ຮັບ​ໜ້າທີ່​ຮັບ​ຜິດ​ຊອບ​ໃນ​ອົງການ​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ສາມາດ​ຮຽນ​ຮູ້​ອັນ​ໃດ​ໂດຍ​ຄຳ​ເວົ້າ​ທີ່​ອອກ​ມາ​ຈາກ​ຫົວໃຈ​ຂອງ​ຊາໂລໂມນ​ຊຶ່ງ​ຢູ່​ໃນ 1 ກະສັດ 3:7? (ເພງ. 119:105; ສຸພາ. 3:5, 6)

(ຂ) ຄຳ​ທູນ​ຂໍ​ຂອງ​ຊາໂລໂມນ​ເປັນ​ຕົວຢ່າງ​ທີ່​ດີ​ແນວ​ໃດ​ໃນ​ເລື່ອງ​ການ​ອະທິດຖານ​ຂໍ​ສິ່ງ​ທີ່​ເໝາະ​ສົມ? (1 ກະ. 3:9, 11; ສຸພາ. 30:8, 9; 1 ໂຍ. 5:14)

(ຄ) ການ​ທີ່​ຊາໂລໂມນ​ໄດ້​ຈັດການ​ກັບ​ເລື່ອງ​ຜິດ​ຖຽງ​ລະຫວ່າງ​ຜູ້​ຍິງ​ສອງ​ຄົນ ເຮັດ​ໃຫ້​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ແນວ​ໃດ​ຕໍ່​ວິທີ​ທີ່​ພະ​ເຍຊູ​ຄລິດ ກະສັດ​ທີ່​ຍິ່ງ​ໃຫຍ່​ກວ່າ​ຊາໂລໂມນ​ຈະ​ປົກຄອງ​ໃນ​ອະນາຄົດ? (1 ກະ. 3:28; ເອຊາ. 9:6, 7; 11:2-4)

2. ອ່ານ 1 ກະສັດ 4:29-34.

(ກ) ເມື່ອ​ຊາໂລໂມນ​ທູນ​ຂໍ​ໃຫ້​ມີ​ຫົວໃຈ​ທີ່​ເຊື່ອ​ຟັງ ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ​ຢ່າງ​ໃດ? (1 ກະ. 4:29)

(ຂ) ເມື່ອ​ຄິດ​ເຖິງ​ຜູ້​ຄົນ​ທີ່​ພະຍາຍາມ​ມຸ່ງ​ໝັ້ນ​ເພື່ອ​ຈະ​ມາ​ຟັງ​ສະຕິ​ປັນຍາ​ຂອງ​ຊາໂລໂມນ ເຮົາ​ຈຶ່ງ​ຄວນ​ຈະ​ມີ​ທັດສະນະ​ແນວ​ໃດ​ຕໍ່​ການ​ສຶກສາ​ພະ​ຄຳ​ຂອງ​ພະເຈົ້າ? (1 ກະ. 4:29, 34; ໂຍ. 17:3; 2 ຕີໂມ. 3:16)

ບົດ 64

ຊາໂລໂມນ​ສ້າງ​ວິຫານ

1. ຊາໂລໂມນ​ໃຊ້​ເວລາ​ດົນ​ປານ​ໃດ​ເພື່ອ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ໃຫ້​ສຳເລັດ ແລະ​ເປັນ​ຫຍັງ​ຈຶ່ງ​ຕ້ອງ​ໃຊ້​ເງິນ​ຫຼາຍ?

2. ວິຫານ​ຫຼັງ​ນີ້​ມີ​ຫ້ອງ​ທີ່​ສຳຄັນ​ຈັກ​ຫ້ອງ ແລະ​ໄດ້​ເອົາ​ສິ່ງ​ໃດ​ມາ​ໄວ້​ໃນ​ຫ້ອງ​ຊັ້ນ​ໃນ?

3. ເມື່ອ​ສ້າງ​ວິຫານ​ສຳເລັດ​ແລ້ວ ຊາໂລໂມນ​ກ່າວ​ອັນ​ໃດ​ໃນ​ຄຳ​ອະທິດຖານ​ຂອງ​ລາວ?

4. ພະ​ເຢໂຫວາ​ສະແດງ​ແນວ​ໃດ​ວ່າ​ພະອົງ​ພໍ​ໃຈ​ກັບ​ຄຳ​ອະທິດຖານ​ຂອງ​ຊາໂລໂມນ?

5. ບັນດາ​ເມຍ​ຂອງ​ຊາໂລໂມນ​ຊັກຊວນ​ໃຫ້​ລາວ​ເຮັດ​ອັນ​ໃດ ແລະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ຊາໂລໂມນ?

6. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໂກດ​ເຄືອງ​ຊາໂລໂມນ ແລະ​ພະ​ເຢໂຫວາ​ກ່າວ​ກັບ​ລາວ​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ 1 ຂ່າວຄາວ 28:9, 10.

ເມື່ອ​ຄຳນຶງ​ເຖິງ​ຖ້ອຍ​ຄຳ​ຂອງ​ດາວິດ​ທີ່​ບັນທຶກ​ໄວ້​ໃນ 1 ຂ່າວຄາວ 28:9, 10 ເຮົາ​ຄວນ​ອອກ​ຄວາມ​ພະຍາຍາມ​ທີ່​ຈະ​ເຮັດ​ອັນ​ໃດ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ? (ເພງ. 19:14; ຟີລິບ 4:8, 9)

2. ອ່ານ 2 ຂ່າວຄາວ 6:12-21, 32-42.

(ກ) ຊາໂລໂມນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ ບໍ່​ມີ​ສິ່ງ​ກໍ່​ສ້າງ​ອັນ​ໃດ​ທີ່​ມະນຸດ​ສ້າງ​ຂຶ້ນ​ຈະ​ເປັນ​ບ່ອນ​ທີ່​ພະເຈົ້າ​ອົງ​ສູງ​ສຸດ​ສະຖິດ​ຢູ່? (2 ຂ່າວ. 6:18; ກິດ. 17:24, 25)

(ຂ) ຖ້ອຍ​ຄຳ​ທີ່​ຊາໂລໂມນ​ກ່າວ​ໄວ້​ໃນ 2 ຂ່າວຄາວ 6:32, 33 ເຜີຍ​ໃຫ້​ເຫັນ​ອັນ​ໃດ​ກ່ຽວ​ກັບ​ພະ​ເຢໂຫວາ? (ກິດ. 10:34, 35; ຄລາ. 2:6)

3. ອ່ານ 2 ຂ່າວຄາວ 7:1-5.

ດັ່ງ​ເຊັ່ນ​ຊາວ​ຍິດສະລາເອນ​ທີ່​ຖືກ​ກະຕຸ້ນ​ໃຫ້​ກ່າວ​ຄຳ​ສັນລະເສີນ​ແດ່​ພະ​ເຢໂຫວາ​ເມື່ອ​ໄດ້​ເຫັນ​ສະຫງ່າ​ລາສີ​ຂອງ​ພະອົງ ໃນ​ທຸກ​ມື້​ນີ້ ເຮົາ​ຄວນ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ຄົ້ນ​ຄິດ​ເຖິງ​ພະ​ພອນ​ຕ່າງໆ ທີ່​ປະຊາຊົນ​ຂອງ​ພະອົງ​ໄດ້​ຮັບ​ຈາກ​ພະ​ເຢໂຫວາ? (2 ຂ່າວ. 7:3; ເພງ. 22:22; 34:1; 96:2)

4. ອ່ານ 1 ກະສັດ 11:9-13.

ແນວ​ທາງ​ຊີວິດ​ຂອງ​ຊາໂລໂມນ​ສະແດງ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ຄວາມ​ສັດ​ຊື່​ຈົນ​ເຖິງ​ທີ່​ສຸດ​ແນວ​ໃດ? (1 ກະ. 11:4, 9; ມັດ. 10:22; ຄຳປ. 2:10)

ບົດ 65

ລາຊະອານາຈັກ​ຖືກ​ແບ່ງ​ແຍກ

1. ຜູ້​ຊາຍ​ສອງ​ຄົນ​ທີ່​ຢູ່​ໃນ​ຮູບ​ນີ້​ຊື່​ຫຍັງ ແລະ​ເຂົາ​ເຈົ້າ​ແມ່ນ​ໃຜ?

2. ອາເກຍ​ເຮັດ​ອັນ​ໃດ​ກັບ​ເສື້ອ​ຊັ້ນ​ນອກ​ທີ່​ລາວ​ນຸ່ງ​ຢູ່ ແລະ​ການ​ເຮັດ​ດັ່ງ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ?

3. ຊາໂລໂມນ​ພະຍາຍາມ​ຈະ​ເຮັດ​ອັນ​ໃດ​ກັບ​ເຢໂຣໂບອາມ?

4. ເປັນ​ຫຍັງ​ປະຊາຊົນ​ຈຶ່ງ​ພາ​ກັນ​ຕັ້ງ​ເຢໂຣໂບອາມ​ໃຫ້​ເປັນ​ກະສັດ​ເໜືອ​ສິບ​ກະກູນ?

5. ເປັນ​ຫຍັງ​ເຢໂຣໂບອາມ​ຈຶ່ງ​ເຮັດ​ຮູບ​ງົວ​ທອງຄຳ​ສອງ​ຮູບ ແລະ​ຫຼັງ​ຈາກ​ນັ້ນ​ບໍ່​ດົນ​ຈຶ່ງ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ແຜ່ນດິນ​ນັ້ນ?

6. ເກີດ​ອັນ​ໃດ​ຂຶ້ນ​ກັບ​ອານາຈັກ​ສອງ​ກະກູນ​ແລະ​ວິຫານ​ຂອງ​ພະ​ເຢໂຫວາ​ໃນ​ເມືອງ​ເຢຣຶຊາເລມ?

ຄຳຖາມ​ເສີມ:

1. ອ່ານ 1 ກະສັດ 11:26-43.

ເຢໂຣໂບອາມ​ເປັນ​ຄົນ​ແບບ​ໃດ ແລະ​ພະ​ເຢໂຫວາ​ສັນຍາ​ກັບ​ລາວ​ວ່າ​ແນວ​ໃດ​ຫາກ​ວ່າ​ລາວ​ເຮັດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ? (1 ກະ. 11:28, 38)

2. ອ່ານ 1 ກະສັດ 12:1-33.

(ກ) ຈາກ​ຕົວຢ່າງ​ທີ່​ບໍ່​ດີ​ຂອງ​ໂຣໂບອາມ ພໍ່​ແມ່​ແລະ​ຜູ້​ເຖົ້າ​ຜູ້​ແກ່​ອາດ​ຮຽນ​ຮູ້​ອັນ​ໃດ​ກ່ຽວ​ກັບ​ການ​ໃຊ້​ອຳນາດ​ໃນ​ທາງ​ຜິດ? (1 ກະ. 12:13; ຜູ້ປ. 7:7; 1 ເປ. 5:2, 3)

(ຂ) ໃນ​ທຸກ​ມື້​ນີ້ ເມື່ອ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ທີ່​ສຳຄັນ​ໃນ​ຊີວິດ ຫນຸ່ມ​ສາວ​ຄວນ​ຈະ​ຫັນ​ໄປ​ຂໍ​ຄຳ​ແນະນຳ​ທີ່​ໄວ້​ໃຈ​ໄດ້​ຈາກ​ຜູ້​ໃດ? (1 ກະ. 12:6, 7; ສຸພາ. 1:8, 9; 2 ຕີໂມ. 3:16, 17; ເຫບ. 13:7)

(ຄ) ແມ່ນ​ຫຍັງ​ກະຕຸ້ນ​ເຢໂຣໂບອາມ​ໃຫ້​ຕັ້ງ​ສູນ​ນະມັດສະການ​ຮູບ​ງົວ​ທອງຄຳ​ສອງ​ບ່ອນ ແລະ​ການ​ກະທຳ​ແບບ​ນີ້​ສະແດງ​ແນວ​ໃດ​ວ່າ​ເຂົາ​ຂາດ​ຄວາມ​ເຊື່ອ​ຫຼາຍ​ຕໍ່​ພະ​ເຢໂຫວາ? (1 ກະ. 11:37; 12:26-28)

(ງ) ໃຜ​ນຳ​ພາ​ຜູ້​ຄົນ​ໃນ​ອານາຈັກ​ສິບ​ກະກູນ​ໃຫ້​ຕໍ່​ຕ້ານ​ການ​ນະມັດສະການ​ແທ້? (1 ກະ. 12:32, 33)

ບົດ 66

ເຢຊາເບນ​—⁠ລາຊີນີ​ຊົ່ວ​ຮ້າຍ

1. ເຢຊາເບນ​ແມ່ນ​ໃຜ?

2. ໃນ​ມື້​ນຶ່ງ ເປັນ​ຫຍັງ​ກະສັດ​ອາກາບ​ຈຶ່ງ​ຮູ້ສຶກ​ໂສກ​ເສົ້າ?

3. ເຢຊາເບນ​ເຮັດ​ອັນ​ໃດ​ເພື່ອ​ຈະ​ເອົາ​ສວນ​ອະງຸ່ນ​ຂອງ​ນາບອດ​ມາ​ໃຫ້​ອາກາບ​ຜົວ​ຂອງ​ລາວ?

4. ພະ​ເຢໂຫວາ​ສົ່ງ​ໃຜ​ມາ​ລົງໂທດ​ເຢຊາເບນ?

5. ດັ່ງ​ທີ່​ເຫັນ​ໃນ​ຮູບ​ນີ້ ເກີດ​ອັນ​ໃດ​ຂຶ້ນ​ເມື່ອ​ເຢຫຶ​ມາ​ຮອດ​ວັງ​ຂອງ​ເຢຊາເບນ?

ຄຳຖາມ​ເສີມ:

1. ອ່ານ 1 ກະສັດ 16:29-33 ແລະ 18:3, 4.

ໃນ​ສະໄໝ​ຂອງ​ກະສັດ​ອາກາບ ສະພາບການ​ຂອງ​ຊາດ​ຍິດສະລາເອນ​ຊົ່ວ​ຮ້າຍ​ສ່ຳ​ໃດ? (1 ກະ. 14:9)

2. ອ່ານ 1 ກສັດ 21:1-16.

(ກ) ນາບອດ​ໄດ້​ສະແດງ​ຄວາມ​ກ້າຫານ​ແລະ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ແນວ​ໃດ? (1 ກະ. 21:1-3; ເລວີ. 25:23-28)

(ຂ) ຈາກ​ຕົວຢ່າງ​ຂອງ​ອາກາບ ເຮົາ​ຈະ​ຮຽນ​ຮູ້​ອັນ​ໃດ​ກ່ຽວ​ກັບ​ການ​ຈັດການ​ກັບ​ຄວາມ​ຜິດ​ຫວັງ? (1 ກະ. 21:4; ໂລມ 5:3-5)

3. ອ່ານ 2 ກສັດ 9:30-37.

ເຮົາ​ໄດ້​ບົດຮຽນ​ອັນ​ໃດ​ຈາກ​ຄວາມ​ມີ​ນ້ຳໃຈ​ຮ້ອນ​ລົ້ນ​ຂອງ​ເຢຫຶ​ໃນ​ການ​ປະຕິບັດ​ຕາມ​ພະ​ປະສົງ​ຂອງ​ພະ​ເຢໂຫວາ? (2 ກະ. 9:4-10; 2 ໂກ. 9:1, 2; 2 ຕີໂມ. 4:2)

ບົດ 67

ໂຢຊາຟາດ​ວາງໃຈ​ໃນ​ພະ​ເຢໂຫວາ

1. ໂຢຊາຟາດ​ແມ່ນ​ໃຜ ແລະ​ລາວ​ມີ​ຊິ​ວິດ​ຢູ່​ໃນ​ສະໄໝ​ໃດ?

2. ເປັນ​ຫຍັງ​ຊາວ​ຍິດສະລາເອນ​ຈຶ່ງ​ຢ້ານ​ກົວ ແລະ​ຫຼາຍ​ຄົນ​ໄດ້​ເຮັດ​ຫຍັງ?

3. ພະ​ເຢໂຫວາ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ໂຢຊາຟາດ​ແນວ​ໃດ?

4. ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ມີ​ຫຍັງ​ເກີດ​ຂຶ້ນ​ກ່ອນ​ການ​ສູ້​ຮົບ?

5. ເຮົາ​ຈະ​ຮ່ຳຮຽນ​ເອົາ​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂຢຊາຟາດ?

ຄຳຖາມ​ເສີມ:

1. ອ່ານ 2 ຂ່າວຄາວ 20:1-30.

(ກ) ໂຢຊາຟາດ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ເຖິງ​ສິ່ງ​ທີ່​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ​ຄວນ​ເຮັດ​ເມື່ອ​ຜະເຊີນ​ການ​ຂົ່ມ​ຂູ່? (2 ຂ່າວ. 20:12; ເພງ. 25:15; 62:1)

(ຂ) ເນື່ອງ​ຈາກ​ພະ​ເຢໂຫວາ​ມັກ​ຈະ​ໃຊ້​ຊ່ອງ​ທາງ​ນຶ່ງ​ໃນ​ການ​ຕິດ​ຕໍ່​ກັບ​ປະຊາຊົນ​ຂອງ​ພະອົງ ພະອົງ​ໃຊ້​ຊ່ອງ​ທາງ​ໃດ​ໃນ​ທຸກ​ມື້​ນີ້? (2 ຂ່າວ. 20:14, 15; ມັດ. 24:45-47; ໂຍ. 15:15)

(ຄ) ເມື່ອ​ພະເຈົ້າ​ເປີດ​ສາກ “ການ​ເສິກ​ໃນ​ວັນ​ອັນ​ໃຫຍ່​ຂອງ​ພະເຈົ້າ​ຜູ້​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ” ສະພາບການ​ຂອງ​ເຮົາ​ຈະ​ຄ້າຍ​ຄື​ກັບ​ສະພາບການ​ຂອງ​ໂຢຊາຟາດ​ຢ່າງ​ໃດ? (2 ຂ່າວ. 20:15, 17; 32:8; ຄຳປ. 16:14, 16)

(ງ) ໂດຍ​ການ​ຮຽນ​ແບບ​ພວກ​ເລວີ ບັນດາ​ຜູ້​ຮັບໃຊ້​ເຕັມ​ເວລາ​ແລະ​ຜູ້​ຮັບໃຊ້​ໃນ​ຕ່າງ​ແດນ​ໃຫ້​ການ​ສະໜັບສະຫນູນ​ວຽກ​ງານ​ການ​ປະກາດ​ທົ່ວ​ໂລກ​ຄື​ແນວ​ໃດ? (2 ຂ່າວ. 20:19, 21; ໂລມ 10:13-15; 2 ຕີໂມ. 4:2)

ບົດ 68

ເດັກ​ນ້ອຍ​ຊາຍ​ສອງ​ຄົນ​ກັບ​ຄືນ​ມີ​ຊີວິດ​ອີກ

1. ສາມ​ຄົນ​ທີ່​ຢູ່​ໃນ​ຮູບ​ນີ້​ແມ່ນ​ໃຜ​ແດ່ ແລະ​ເກີດ​ຫຍັງ​ຂຶ້ນ​ກັບ​ເດັກ​ນ້ອຍ​ຊາຍ​ຜູ້​ນີ້?

2. ກ່ຽວ​ກັບ​ເດັກ​ນ້ອຍ​ຊາຍ​ຜູ້​ນີ້​ເອລີ​ອະທິດຖານ​ວ່າ​ແນວ​ໃດ ແລະ​ຕໍ່​ຈາກ​ນັ້ນ​ມີ​ຫຍັງ​ເກີດ​ຂຶ້ນ?

3. ຜູ້​ຊ່ວຍ​ຂອງ​ເອລີ​ຊື່​ຫຍັງ?

4. ເປັນ​ຫຍັງ​ຈຶ່ງ​ເອີ້ນ​ເອລີເຊ​ໄປ​ບ້ານ​ຂອງ​ຍິງ​ຄົນ​ນຶ່ງ​ໃນ​ເມືອງ​ຊຶເນມ?

5. ເອລີເຊ​ໄດ້​ເຮັດ​ຫຍັງ ແລະ​ເກີດ​ຫຍັງ​ຂຶ້ນ​ກັບ​ເດັກ​ນ້ອຍ​ທີ່​ຕາຍ​ແລ້ວ?

6. ດັ່ງ​ທີ່​ມີ​ການ​ສະແດງ​ໃຫ້​ເຫັນ​ໂດຍ​ຜ່ານ​ທາງ​ເອລີ​ແລະ​ເອລີເຊ ພະ​ເຢໂຫວາ​ມີ​ອຳນາດ​ອັນ​ໃດ?

ຄຳຖາມ​ເສີມ:

1. ອ່ານ 1 ກະສັດ 17:8-24.

(ກ) ການ​ເຊື່ອ​ຟັງ​ແລະ​ຄວາມ​ເຊື່ອ​ຂອງ​ເອລີ​ຖືກ​ທົດລອງ​ຢ່າງ​ໃດ? (1 ກະ. 17:9; 19:1-4, 10)

(ຂ) ເປັນ​ຫຍັງ​ຄວາມ​ເຊື່ອ​ຂອງ​ຍິງ​ໝ້າຍ​ຊາວ​ຊາເຣບຕາ​ຈຶ່ງ​ພົ້ນ​ເດັ່ນ? (1 ກະ. 17:12-16; ລຶກາ 4:25, 26)

(ຄ) ປະສົບການ​ຂອງ​ຍິງ​ໝ້າຍ​ແຫ່ງ​ເມືອງ​ຊາເຣບຕາ​ຢືນຢັນ​ເຖິງ​ຄວາມ​ເປັນ​ຈິງ​ໃນ​ຖ້ອຍ​ຄຳ​ຂອງ​ພະ​ເຍຊູ​ທີ່​ບັນທຶກ​ໄວ້​ໃນ​ມັດທາຍ 10:41, 42 ຢ່າງ​ໃດ? (1 ກະ. 17:10-12, 17, 23, 24)

2. ອ່ານ 2 ກະສັດ 4:8-37.

(ກ) ຍິງ​ຊາວ​ຊຶເນມ​ສອນ​ເຮົາ​ໃຫ້​ມີ​ນ້ຳໃຈ​ຕ້ອນຮັບ​ແຂກ​ແນວ​ໃດ? (2 ກະ. 4:8; ລຶກາ 6:38; ໂລມ 12:13; 1 ໂຍ. 3:17)

(ຂ) ໃນ​ທຸກ​ມື້​ນີ້​ເຮົາ​ສາມາດ​ສະແດງ​ຄວາມ​ກະລຸນາ​ຕໍ່​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໂດຍ​ເຮັດ​ຫຍັງ​ໄດ້​ແດ່? (ກິດ. 20:35; 28:1, 2; ຄລາ. 6:9, 10; ເຫບ. 6:10)

ບົດ 69

ເດັກ​ນ້ອຍ​ຍິງ​ຄົນ​ນຶ່ງ​ຊ່ວຍ​ບຸລຸດ​ຜູ້​ມີ​ອຳນາດ

1. ເດັກ​ນ້ອຍ​ຍິງ​ໃນ​ຮູບ​ນີ້​ພວມ​ບອກ​ຫຍັງ​ກັບ​ຜູ້​ຍິງ?

2. ຜູ້​ຍິງ​ໃນ​ຮູບ​ນີ້​ແມ່ນ​ໃຜ ແລະ​ເດັກ​ນ້ອຍ​ຜູ້​ຍິງ​ຄົນ​ນີ້​ເຮັດ​ຫຍັງ​ຢູ່​ໃນ​ເຮືອນ​ຂອງ​ລາວ?

3. ເອລີເຊ​ສັ່ງ​ໃຫ້​ຄົນ​ຮັບໃຊ້​ຂອງ​ຕົນ​ບອກ​ນາອາມານ​ວ່າ​ແນວ​ໃດ ແລະ​ເປັນ​ຫຍັງ​ນາອາມານ​ຈຶ່ງ​ຄຽດ​ຮ້າຍ​ຫຼາຍ?

4. ເມື່ອ​ນາອາມານ​ຟັງ​ຜູ້​ຮັບໃຊ້​ຂອງ​ຕົນ​ແລ້ວ​ເຫດການ​ເປັນ​ແນວ​ໃດ?

5. ເປັນ​ຫຍັງ​ເອລີເຊ​ຈຶ່ງ​ບໍ່​ຮັບ​ເອົາ​ຂອງ​ຂວັນ​ຈາກ​ນາອາມານ ແຕ່​ວ່າ​ເຄຫາຊີ​ໄດ້​ເຮັດ​ຫຍັງ?

6. ເກີດ​ຫຍັງ​ຂຶ້ນ​ກັບ​ເຄຫາຊີ ແລະ​ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

ຄຳຖາມ​ເສີມ:

1. ອ່ານ 2 ກະສັດ 5:1-27.

(ກ) ຕົວຢ່າງ​ຂອງ​ເດັກ​ນ້ອຍ​ຍິງ​ຊາວ​ຍິດສະລາເອນ​ສະໜັບສະຫນູນ​ຄົນ​ຫນຸ່ມ​ສາວ​ໃນ​ທຸກ​ມື້​ນີ້​ແນວ​ໃດ? (2 ກະ. 5:3; ເພງ. 8:2; 148:12, 13)

(ຂ) ເມື່ອ​ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ຕາມ​ຫຼັກ​ພະ​ຄຳພີ ເປັນ​ຫຍັງ​ການ​ຈື່​ຈຳ​ຕົວຢ່າງ​ຂອງ​ນາອາມານ​ຈຶ່ງ​ດີ? (2 ກະ. 5:15; ເຫບ. 12:5, 6; ຍໂກ. 4:6)

(ຄ) ໂດຍ​ການ​ສົມ​ທຽບ​ຕົວຢ່າງ​ຂອງ​ເອລີເຊ​ແລະ​ເຄຫາຊີ ເຮົາ​ໄດ້​ບົດຮຽນ​ອັນ​ໃດ? (2 ກະ. 5:9, 10, 14-16, 20; ມັດ. 10:8; ກິດ. 5:1-5; 2 ໂກ. 2:17)

ບົດ 70

ໂຍນາ​ແລະ​ປາ​ໃຫຍ່

1. ໂຍນາ​ແມ່ນ​ໃຜ ແລະ​ພະ​ເຢໂຫວາ​ບອກ​ໃຫ້​ໂຍນາ​ເຮັດ​ຫຍັງ?

2. ຍ້ອນ​ວ່າ​ບໍ່​ຢາກ​ໄປ​ບ່ອນ​ທີ່​ພະ​ເຢໂຫວາ​ບອກ​ໃຫ້​ໄປ ໂຍນາ​ຈຶ່ງ​ໄດ້​ເຮັດ​ຫຍັງ?

3. ເພື່ອ​ເຮັດ​ໃຫ້​ພາຍຸ​ສະຫງົບ​ລົງ ໂຍນາ​ໄດ້​ບອກ​ພວກ​ລູກ​ເຮືອ​ໃຫ້​ເຮັດ​ຫຍັງ?

4. ດັ່ງ​ທີ່​ເຫັນ​ໃນ​ຮູບ ເມື່ອ​ໂຍນາ​ຈົມ​ລົງ​ໄປ​ໃນ​ນ້ຳ​ມີ​ຫຍັງ​ເກີດ​ຂຶ້ນ?

5. ໂຍນາ​ຢູ່​ໃນ​ທ້ອງ​ປາ​ໃຫຍ່​ດົນ​ປານ​ໃດ ແລະ​ລາວ​ເຮັດ​ຫຍັງ​ຢູ່​ຫັ້ນ?

6. ຫຼັງ​ຈາກ​ທີ່​ໂຍນາ​ອອກ​ຈາກ​ທ້ອງ​ປາ​ໃຫຍ່​ແລ້ວ​ລາວ​ໄປ​ໃສ ແລະ​ເລື່ອງ​ນີ້​ສອນ​ຫຍັງ​ແກ່​ເຮົາ?

ຄຳຖາມ​ເສີມ:

1. ອ່ານ​ໂຍນາ 1:1-17.

ກ່ຽວ​ກັບ​ງານ​ມອບ​ໝາຍ​ໃຫ້​ປະກາດ​ແກ່​ຊາວ​ນີນີເວ ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ​ໂຍນາ​ຮູ້ສຶກ​ແນວ​ໃດ? (ໂຍນາ 1:2, 3; ສຸພາ. 3:7; ຜູ້ປ. 8:12)

2. ອ່ານ​ໂຍນາ 2:1, 2, 10.

ປະສົບການ​ຂອງ​ໂຍນາ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ໄດ້​ຢ່າງ​ໃດ​ວ່າ​ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ? (ເພງ. 22:24; 34:6; 1 ໂຍ. 5:14)

3. ອ່ານ​ໂຍນາ 3:1-10.

(ກ) ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຢ່າງ​ໃດ​ຈາກ​ຄວາມ​ຈິງ​ທີ່​ວ່າ​ພະ​ເຢໂຫວາ​ຍັງ​ໃຊ້​ໂຍນາ​ຕໍ່​ໄປ ເຖິງ​ແມ່ນ​ວ່າ​ຕອນ​ທຳອິດ​ລາວ​ບໍ່​ຍອມ​ເຮັດ​ວຽກ​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ສຳເລັດ? (ເພງ. 103:14; 1 ເປ. 5:10)

(ຂ) ປະສົບການ​ຂອງ​ໂຍນາ​ຕໍ່​ຊາວ​ນີນີເວ​ສອນ​ຫຍັງ​ແກ່​ເຮົາ​ກ່ຽວ​ກັບ​ການ​ມີ​ອະຄະຕິ​ຕໍ່​ຜູ້​ຄົນ​ໃນ​ເຂດ​ປະກາດ​ຂອງ​ເຮົາ? (ໂຍນາ 3:6-9; ຜູ້ປ. 11:6; ກິດ. 13:48)

ບົດ 71

ພະເຈົ້າ​ສັນຍາ​ເລື່ອງ​ອຸດທະຍານ

1. ເອຊາອີ​ແມ່ນ​ໃຜ ລາວ​ມີ​ຊີວິດ​ຢູ່​ຕອນ​ໃດ ແລະ​ພະ​ເຢໂຫວາ​ໄດ້​ໃຫ້​ລາວ​ເຫັນ​ອັນ​ໃດ?

2. ຄຳ​ວ່າ “ອຸດທະຍານ” ໝາຍ​ເຖິງ​ຫຍັງ ແລະ​ຄຳ​ນີ້​ເຮັດ​ໃຫ້​ເຮົາ​ນຶກ​ເຖິງ​ອັນ​ໃດ?

3. ພະ​ເຢໂຫວາ​ບອກ​ເອຊາອີ​ໃຫ້​ຂຽນ​ຫຍັງ​ກ່ຽວ​ກັບ​ອຸດທະຍານ​ໃໝ່?

4. ເປັນ​ຫຍັງ​ອາດາມ​ແລະ​ເອວາ​ຈຶ່ງ​ສູນ​ເສຍ​ບ້ານ​ທີ່​ສວຍ​ງາມ​ຂອງ​ເຂົາ​ເຈົ້າ?

5. ພະ​ເຢໂຫວາ​ໄດ້​ສັນຍາ​ສິ່ງ​ໃດ​ກັບ​ຜູ້​ທີ່​ຮັກ​ພະອົງ?

ຄຳຖາມ​ເສີມ:

1. ອ່ານ​ເອຊາອີ 11:6-9.

(ກ) ພະ​ຄຳ​ຂອງ​ພະເຈົ້າ​ພັນລະນາ​ແນວ​ໃດ​ກ່ຽວ​ກັບ​ສັນຕິສຸກ​ທີ່​ຈະ​ມີ​ລະຫວ່າງ​ສັດ​ແລະ​ຄົນ​ໃນ​ໂລກ​ໃໝ່? (ເພງ. 148:10, 13; ເອຊາ. 65:25; ເອເຊກ. 34:25)

(ຂ) ຖ້ອຍ​ຄຳ​ອັນ​ໃດ​ຂອງ​ເອຊາອີ​ທີ່​ສຳເລັດ​ເປັນ​ຈິງ​ທາງ​ຝ່າຍ​ວິນຍານ​ຊຶ່ງ​ກຳລັງ​ເກີດ​ຂຶ້ນ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້? (ໂລມ 12:2; ເອເຟ. 4:23, 24)

(ຄ) ໃຜ​ສົມຄວນ​ໄດ້​ຮັບ​ກຽດ​ສຳລັບ​ການ​ປ່ຽນ​ແປງ​ນິດໄສ​ໃຈ​ຄໍ​ຂອງ​ມະນຸດ​ທັງ​ໃນ​ຕອນ​ນີ້​ແລະ​ໃນ​ໂລກ​ໃໝ່? (ເອຊາ. 48:17, 18; ຄລາ. 5:22, 23; ຟີລິບ 4:7)

2. ອ່ານ​ຄຳປາກົດ 21:3, 4.

(ກ) ພະ​ຄຳພີ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ການ​ທີ່​ພະເຈົ້າ​ສະຖິດ​ຢູ່​ກັບ​ມະນຸດ​ໝາຍ​ຄວາມ​ວ່າ​ພະອົງ​ສະຖິດ​ຢູ່​ໃນ​ຄວາມ​ໝາຍ​ທີ່​ເປັນ​ໄນ ບໍ່​ແມ່ນ​ສະຖິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ແທ້ໆ? (ເລວີ. 26:11, 12; 2 ຂ່າວ. 6:18; ເອຊາ. 66:1; ຄຳປ. 21:2, 3, 22-24)

(ຂ) ນ້ຳ​ຕາ​ແລະ​ຄວາມ​ເຈັບ​ປວດ​ແບບ​ໃດ​ທີ່​ຈະ​ຖືກ​ກຳຈັດ​ອອກ​ໄປ? (ລຶກາ 8:49-52; ໂລມ 8:21, 22; ຄຳປ. 21:4)

ບົດ 72

ພະເຈົ້າ​ຊ່ວຍ​ກະສັດ​ເອເຊເກຍເຊ

1. ຜູ້​ຊາຍ​ທີ່​ຢູ່​ໃນ​ຮູບ​ນີ້​ແມ່ນ​ໃຜ ແລະ​ເປັນ​ຫຍັງ​ລາວ​ຈຶ່ງ​ຕົກ​ຢູ່​ໃນ​ສະພາບ​ທີ່​ຍາກ​ລຳບາກ​ຫຼາຍ?

2. ເອເຊເກຍເຊ​ເອົາ​ຈົດໝາຍ​ອັນ​ໃດ​ໄປ​ວາງ​ໄວ້​ຕໍ່​ໜ້າ​ພະ​ເຢໂຫວາ ແລະ​ເອເຊເກຍເຊ​ອະທິດຖານ​ວ່າ​ແນວ​ໃດ?

3. ເອເຊເກຍເຊ​ເປັນ​ກະສັດ​ແບບ​ໃດ ແລະ​ພະ​ເຢໂຫວາ​ສົ່ງ​ຂ່າວ​ສານ​ອັນ​ໃດ​ເຖິງ​ລາວ​ໂດຍ​ຜ່ານ​ທາງ​ຜູ້​ພະຍາກອນ​ເອຊາອີ?

4. ດັ່ງ​ທີ່​ເຫັນ​ໃນ​ຮູບ ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ກັບ​ພວກ​ອາຊີລີ?

5. ເຖິງ​ແມ່ນ​ວ່າ​ອານາຈັກ​ສອງ​ກະກູນ​ມີ​ຄວາມ​ສະຫງົບ​ສຸກ​ໃນ​ໄລຍະ​ນຶ່ງ ເກີດ​ຫຍັງ​ຂຶ້ນ​ພາຍ​ຫຼັງ​ເອເຊເກຍເຊ​ຕາຍ​ໄປ?

ຄຳຖາມ​ເສີມ:

1. ອ່ານ 2 ກະສັດ 18:1-36.

(ກ) ນາຍ​ພະນັກງານ​ນ້ຳ​ອະງຸ່ນ​ຊຶ່ງ​ເປັນ​ທູດ​ຂອງ​ພວກ​ອາຊີລີ​ຊອກ​ຫາ​ທາງ​ທີ່​ຈະ​ທຳລາຍ​ຄວາມ​ເຊື່ອ​ຂອງ​ພວກ​ຍິດສະລາເອນ​ດ້ວຍ​ວິທີ​ໃດ? (2 ກະ. 18:19, 21; ອຸປ. 5:2; ເພງ. 64:3)

(ຂ) ເມື່ອ​ຕ້ອງ​ຮັບ​ມື​ກັບ​ພວກ​ຜູ້​ຕໍ່​ຕ້ານ ພະຍານ​ພະ​ເຢໂຫວາ​ເຮັດ​ຕາມ​ຕົວຢ່າງ​ຂອງ​ເອເຊເກຍເຊ​ຢ່າງ​ໃດ? (2 ກະ. 18:36; ເພງ. 39:1; ສຸພາ. 26:4; 2 ຕີໂມ. 2:24)

2. ອ່ານ 2 ກະສັດ 19:1-37.

(ກ) ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ຮຽນ​ແບບ​ເອເຊເກຍເຊ​ໃນ​ຍາມ​ທີ່​ທຸກ​ຍາກ​ຄື​ແນວ​ໃດ? (2 ກະ. 19:1, 2; ສຸພາ. 3:5, 6; ເຫບ. 10:24, 25; ຍໂກ. 5:14, 15)

(ຂ) ກະສັດ​ຊານເກຣີບ​ປະສົບ​ຄວາມ​ຫາຍະນະ​ສາມ​ປະການ​ອັນ​ໃດ​ແດ່ ແລະ​ລາວ​ເປັນ​ພາບ​ພະຍາກອນ​ເຖິງ​ຜູ້​ໃດ? (2 ກະ. 19:32, 35, 37; ຄຳປ. 20:2, 3)

3. ອ່ານ 2 ກະສັດ 21:1-6, 16.

ຍ້ອນ​ຫຍັງ​ຈຶ່ງ​ອາດ​ເວົ້າ​ໄດ້​ວ່າ​ມານາເຊ​ເປັນ​ກະສັດ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ​ອົງ​ນຶ່ງ​ທີ່​ເຄີຍ​ປົກຄອງ​ໃນ​ເມືອງ​ເຢຣຶຊາເລມ? (2 ຂ່າວ. 33:4-6, 9)

ບົດ 73

ກະສັດ​ທີ່​ດີ​ອົງ​ສຸດ​ທ້າຍ​ຂອງ​ຍິດສະລາເອນ

1. ໂຢເຊຍເຊ​ອາຍຸ​ຈັກ​ປີ​ຕອນ​ທີ່​ລາວ​ໄດ້​ເປັນ​ກະສັດ ແລະ​ເມື່ອ​ເປັນ​ກະສັດ​ໄດ້​ເຈັດ​ປີ​ແລ້ວ​ລາວ​ເລີ່ມ​ເຮັດ​ຫຍັງ?

2. ໃນ​ຮູບ​ທຳອິດ​ໂຢເຊຍເຊ​ພວມ​ເຮັດ​ຫຍັງ?

3. ເມື່ອ​ຄົນ​ກຳລັງ​ສ້ອມ​ແປງ​ວິຫານ ປະໂລຫິດ​ໃຫຍ່​ໄດ້​ພົບ​ສິ່ງ​ໃດ?

4. ເປັນ​ຫຍັງ​ໂຢເຊຍເຊ​ຈຶ່ງ​ຈີກ​ເສື້ອ​ຂອງ​ຕົນ?

5. ຂ່າວ​ສານ​ອັນ​ໃດ​ຈາກ​ພະ​ເຢໂຫວາ​ທີ່​ຜູ້​ທຳນວາຍ​ຍິງ​ຫຶເລດາ​ໄດ້​ແຈ້ງ​ແກ່​ໂຢເຊຍເຊ?

ຄຳຖາມ​ເສີມ:

1. ອ່ານ 2 ຂ່າວຄາວ 34:1-28.

(ກ) ໂຢເຊຍເຊ​ວາງ​ຕົວຢ່າງ​ໄວ້​ແນວ​ໃດ​ສຳລັບ​ຜູ້​ທີ່​ອາດ​ຕ້ອງ​ທົນ​ກັບ​ຄວາມ​ລຳບາກ​ໃນ​ໄວ​ເດັກ? (2 ຂ່າວ. 33:21-25; 34:1, 2; ເພງ. 27:10)

(ຂ) ເພື່ອ​ສົ່ງເສີມ​ການ​ນະມັດສະການ​ແທ້​ໂຢເຊຍເຊ​ເຮັດ​ສິ່ງ​ທີ່​ສຳຄັນ​ອັນ​ໃດ​ໃນ​ການ​ປົກຄອງ​ປີ​ທີ 8, ປີ​ທີ 12, ແລະ​ປີ​ທີ 18? (2 ຂ່າວ. 34:3, 8)

(ຄ) ໃນ​ການ​ຮັກສາ​ສະຖານ​ທີ່​ນະມັດສະການ​ຂອງ​ເຮົາ ເຮົາ​ໄດ້​ບົດຮຽນ​ຄື​ແນວ​ໃດ​ຈາກ​ຕົວຢ່າງ​ທີ່​ກະສັດ​ໂຢເຊຍເຊ​ແລະ​ປະໂລຫິດ​ໃຫຍ່​ຫີນເກຍ​ໄດ້​ວາງ​ໄວ້? (2 ຂ່າວ. 34:9-13; ສຸພາ. 11:14; 1 ໂກ. 10:31)

ບົດ 74

ຊາຍ​ຜູ້​ບໍ່​ຢ້ານ​ກົວ

1. ຊາຍ​ຫນຸ່ມ​ທີ່​ຢູ່​ໃນ​ຮູບ​ນີ້​ແມ່ນ​ໃຜ?

2. ເຢເຣມີ​ຄິດ​ແນວ​ໃດ​ກ່ຽວ​ກັບ​ການ​ທີ່​ລາວ​ຈະ​ເປັນ​ຜູ້​ທຳນວາຍ ແຕ່​ພະ​ເຢໂຫວາ​ບອກ​ລາວ​ວ່າ​ແນວ​ໃດ?

3. ເຢເຣມີ​ບອກ​ຂ່າວ​ສານ​ອັນ​ໃດ​ເລື້ອຍໆ ແກ່​ປະຊາຊົນ?

4. ພວກ​ປະໂລຫິດ​ພະຍາຍາມ​ເຮັດ​ຫຍັງ​ເພື່ອ​ຈະ​ຢຸດ​ເຢເຣມີ ແຕ່​ລາວ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ບໍ່​ຢ້ານ?

5. ເມື່ອ​ຊາວ​ຍິດສະລາເອນ​ບໍ່​ຍອມ​ປ່ຽນ​ແປງ​ແນວ​ທາງ​ອັນ​ຊົ່ວ​ຮ້າຍ​ຂອງ​ເຂົາ​ເຈົ້າ ມີ​ຫຍັງ​ເກີດ​ຂຶ້ນ?

ຄຳຖາມ​ເສີມ:

1. ອ່ານ​ເຢເຣມີ 1:1-8.

(ກ) ດັ່ງ​ທີ່​ຕົວຢ່າງ​ຂອງ​ເຢເຣມີ​ສະແດງ​ໃຫ້​ເຫັນ ອັນ​ໃດ​ເຮັດ​ໃຫ້​ຄົນ​ເຮົາ​ມີ​ຄຸນວຸທິ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ? (2 ໂກ. 3:5, 6)

(ຂ) ຕົວຢ່າງ​ຂອງ​ເຢເຣມີ​ຫນູນໃຈ​ຫນຸ່ມ​ສາວ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ຢ່າງ​ໃດ? (ຜູ້ປ. 12:1; 1 ຕີໂມ. 4:12)

2. ອ່ານ​ເຢເຣມີ 10:1-5.

ເຢເຣມີ​ໃຊ້​ຕົວຢ່າງ​ທີ່​ມີ​ພະລັງ​ອັນ​ໃດ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ການ​ໄວ້​ວາງໃຈ​ໃນ​ຮູບ​ເຄົາລົບ​ນັ້ນ​ໄຮ້​ປະໂຫຍດ? (ຢເຣ. 10:5; ເອຊາ. 46:7; ຫາບາ. 2:19)

3. ອ່ານ​ເຢເຣມີ 26:1-16.

(ກ) ໃນ​ທຸກ​ມື້​ນີ້​ເມື່ອ​ປະກາດ​ຂ່າວ​ສານ​ທີ່​ໃຫ້​ຄຳ​ເຕືອນ ຊົນ​ທີ່​ເຫຼືອ​ຜູ້​ຖືກ​ເຈີມ​ຕ້ອງ​ໃສ່​ໃຈ​ຕໍ່​ຄຳ​ສັ່ງ​ທີ່​ພະ​ເຢໂຫວາ​ໃຫ້​ແກ່​ເຢເຣມີ​ທີ່​ວ່າ “ຢ່າ​ຊູ່​ລືມ​ສັກ​ຂໍ້​ດຽວ” ແນວ​ໃດ? (ຢເຣ. 26:2; ບັນຍັດ. 4:2; ກິດ. 20:27)

(ຂ) ໃນ​ເລື່ອງ​ການ​ປະກາດ​ຄຳ​ເຕືອນ​ຕໍ່​ຊາດ​ຕ່າງໆ ເຢເຣມີ​ວາງ​ຕົວຢ່າງ​ທີ່​ດີ​ສຳລັບ​ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ແນວ​ໃດ? (ຢເຣ. 26:8, 12, 14, 15; 2 ຕີໂມ. 4:1-5)

4. ອ່ານ 2 ກະສັດ 24:1-17.

ອັນ​ໃດ​ຄື​ຜົນ​ທີ່​ໜ້າ​ເສົ້າ​ຊຶ່ງ​ເກີດ​ຂຶ້ນ​ຈາກ​ການ​ທີ່​ພວກ​ຢູດາ​ບໍ່​ສັດ​ຊື່​ຕໍ່​ພະ​ເຢໂຫວາ? (2 ກະ. 24:2-4, 14)

ບົດ 75

ເດັກ​ຫນຸ່ມ​ສີ່​ຄົນ​ທີ່​ນະຄອນ​ບາບີໂລນ

1. ເດັກ​ຫນຸ່ມ​ສີ່​ຄົນ​ໃນ​ຮູບ​ນີ້​ແມ່ນ​ໃຜ​ແດ່ ແລະ​ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ຢູ່​ເມືອງ​ບາບີໂລນ?

2. ເນບຶກາດເນດຊາເຣ​ມີ​ແຜນການ​ແນວ​ໃດ​ສຳລັບ​ເດັກ​ຫນຸ່ມ​ສີ່​ຄົນ​ນີ້ ແລະ​ລາວ​ສັ່ງ​ອັນ​ໃດ​ກັບ​ພວກ​ຜູ້​ຮັບໃຊ້​ຂອງ​ຕົນ?

3. ໃນ​ເລື່ອງ​ອາຫານ​ແລະ​ເຄື່ອງ​ດື່ມ​ສຳລັບ​ຕົນ​ເອງ​ແລະ​ສະຫາຍ​ສາມ​ຄົນ ດານຽນ​ໄດ້​ຂໍຮ້ອງ​ວ່າ​ແນວ​ໃດ?

4. ເມື່ອ​ທຽບ​ກັບ​ຊາຍ​ຫນຸ່ມ​ຄົນ​ອື່ນໆພາຍ​ຫຼັງ​ກິນ​ຜັກ​ໄດ້​ສິບ​ວັນ​ແລ້ວ ດານຽນ​ແລະ​ສະຫາຍ​ສາມ​ຄົນ​ເປັນ​ແນວ​ໃດ?

5. ດານຽນ​ແລະ​ສະຫາຍ​ສາມ​ຄົນ​ເຂົ້າ​ມາ​ຢູ່​ໃນ​ພະ​ລາຊະວັງ​ຂອງ​ກະສັດ​ໄດ້​ຢ່າງ​ໃດ ແລະ​ເຂົາ​ເຈົ້າ​ສະຫຼາດ​ກວ່າ​ພວກ​ໝໍ​ທວາຍ​ແລະ​ໝໍມໍ​ໃນ​ທາງ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ດານຽນ 1:1-21.

(ກ) ຫາກ​ເຮົາ​ຫວັງ​ທີ່​ຈະ​ຕ້ານ​ທານ​ການ​ລໍ້​ໃຈ​ແລະ​ເອົາ​ຊະນະ​ຄວາມ​ອ່ອນແອ ເຮົາ​ຕ້ອງ​ມີ​ຄວາມ​ພະຍາຍາມ​ແນວ​ໃດ? (ດາ. 1:8; ຕົ້ນ. 39:7, 10; ຄລາ. 6:9)

(ຂ) ຫນຸ່ມ​ສາວ​ໃນ​ທຸກ​ມື້​ນີ້​ອາດ​ຖືກ​ລໍ້​ໃຈ​ແລະ​ຖືກ​ກົດ​ດັນ​ໃຫ້​ເພີດເພີນ​ກັບ​ສິ່ງ​ທີ່​ບາງ​ຄົນ​ຖື​ວ່າ​ເປັນ “ອາຫານ​ອັນ​ປະນີດ” ໃນ​ທາງ​ໃດ​ແດ່? (ດາ. 1:8; ສຸພາ. 20:1; 2 ໂກ. 6:17–7:1)

(ຄ) ບັນທຶກ​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ຊາຍ​ຫນຸ່ມ​ຊາວ​ເຫບເລິ​ສີ່​ຄົນ​ຊ່ວຍ​ເຮົາ​ໃຫ້​ຄິດ​ເຖິງ​ເລື່ອງ​ການ​ສຶກສາ​ຝ່າຍ​ໂລກ​ແນວ​ໃດ? (ດາ. 1:20; ເອຊາ. 54:13; 1 ໂກ. 3:18-20)

ບົດ 76

ນະຄອນ​ເຢຣຶຊາເລມ​ຖືກ​ທຳລາຍ

1. ໃນ​ຮູບ​ນີ້​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ເມືອງ​ເຢຣຶຊາເລມ​ແລະ​ຊາວ​ຍິດສະລາເອນ?

2. ເອເຊກຽນ​ແມ່ນ​ໃຜ ແລະ​ພະ​ເຢໂຫວາ​ໄດ້​ສຳແດງ​ໃຫ້​ລາວ​ເຫັນ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ຕົກໃຈ​ອັນ​ໃດ?

3. ເນື່ອງ​ຈາກ​ຊາວ​ຍິດສະລາເອນ​ບໍ່​ນັບຖື​ພະ​ເຢໂຫວາ ພະອົງ​ຈຶ່ງ​ສັນຍາ​ໄວ້​ວ່າ​ແນວ​ໃດ?

4. ຫຼັງ​ຈາກ​ທີ່​ຊາວ​ຍິດສະລາເອນ​ກະບົດ​ຕໍ່​ກະສັດ​ເນບຶກາດເນດຊາເຣ ລາວ​ໄດ້​ເຮັດ​ຫຍັງ?

5. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ການ​ທຳລາຍ​ອັນ​ໜ້າ​ຢ້ານ​ກົວ​ເກີດ​ຂຶ້ນ​ກັບ​ຊາວ​ຍິດສະລາເອນ?

6. ແຜ່ນດິນ​ຍິດສະລາເອນ​ຖືກ​ປະ​ຖິ້ມ​ໄວ້​ໂດຍ​ປາສະຈາກ​ຜູ້​ຄົນ​ຢ່າງ​ໃດ ແລະ​ເປັນ​ເວລາ​ດົນ​ປານ​ໃດ?

ຄຳຖາມ​ເສີມ:

1. ອ່ານ 2 ກະສັດ 25:1-26.

(ກ) ເຊເດເຊຽເຊ​ແມ່ນ​ໃຜ ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ລາວ ແລະ​ເລື່ອງ​ນີ້​ສຳເລັດ​ເປັນ​ຈິງ​ຕາມ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ຢ່າງ​ໃດ? (2 ກະ. 25:5-7; ເອເຊກ. 12:13-15)

(ຂ) ສຳລັບ​ຄວາມ​ບໍ່​ສັດ​ຊື່​ທັງ​ໝົດ​ຂອງ​ຊາດ​ຍິດສະລາເອນ ພະ​ເຢໂຫວາ​ຄິດ​ໄລ່​ເອົາ​ກັບ​ໃຜ? (2 ກະ. 25:9, 11, 12, 18, 19; 2 ຂ່າວ. 36:14, 17)

2. ອ່ານ​ເອເຊກຽນ 8:1-18.

ຄລິດສາສະໜາຈັກ​ຮຽນ​ແບບ​ຜູ້​ນະມັດສະການ​ດວງ​ອາທິດ​ຊຶ່ງ​ເປັນ​ຊາວ​ຍິດສະລາເອນ​ທີ່​ອອກ​ຫາກ​ຢ່າງ​ໃດ? (ເອເຊກ. 8:16; ເອຊາ. 5:20, 21; ໂຍ. 3:19-21; 2 ຕີໂມ. 4:3)

ບົດ 77

ພວກ​ເຂົາ​ບໍ່​ຍອມ​ກົ້ມ​ຕົວ​ລົງ

1. ເນບຶກາດເນດຊາເຣ ກະສັດ​ແຫ່ງ​ບາບີໂລນ​ສັ່ງ​ໃຫ້​ປະຊາຊົນ​ເຮັດ​ຫຍັງ?

2. ເປັນ​ຫຍັງ​ເພື່ອນ​ຂອງ​ດານຽນ​ສາມ​ຄົນ​ຈຶ່ງ​ບໍ່​ຍອມ​ກົ້ມ​ຕົວ​ລົງ​ຂາບ​ໄຫວ້​ຮູບ​ປັ້ນ​ຄຳ?

3. ເມື່ອ​ເນບຶກາດເນດຊາເຣ​ໃຫ້​ໂອກາດ​ຊາວ​ເຫບເລິ​ທັງ​ສາມ​ຄົນ​ກົ້ມ​ຕົວ​ລົງ​ຂາບ​ໄຫວ້​ອີກ​ເທື່ອ​ນຶ່ງ ເຂົາ​ເຈົ້າ​ສະແດງ​ຄວາມ​ໄວ້​ວາງໃຈ​ພະ​ເຢໂຫວາ​ຢ່າງ​ໃດ?

4. ເນບຶກາດເນດຊາເຣ​ສັ່ງ​ໃຫ້​ຄົນ​ຂອງ​ລາວ​ເຮັດ​ຫຍັງ​ກັບ​ຊາດຣາກ ເມຊາກ ແລະ​ອາເບດເນໂຄ?

5. ເມື່ອ​ຈ້ອງ​ມອງ​ເຂົ້າ​ໄປ​ໃນ​ເຕົາ​ໄຟ ເນບຶກາດເນດຊາເຣ​ເຫັນ​ຫຍັງ?

6. ເປັນ​ຫຍັງ​ກະສັດ​ຈຶ່ງ​ສັນລະເສີນ​ພະເຈົ້າ​ຂອງ​ຊາດຣາກ ເມຊາກ ແລະ​ອາເບດເນໂຄ ແລະ​ເຂົາ​ເຈົ້າ​ວາງ​ຕົວຢ່າງ​ອັນ​ໃດ​ໄວ້​ສຳລັບ​ເຮົາ?

ຄຳຖາມ​ເສີມ:

1. ອ່ານ​ດານຽນ 3:1-30.

(ກ) ເມື່ອ​ຜະເຊີນ​ການ​ທົດລອງ​ຄວາມ​ເຊື່ອ ຊາຍ​ຫນຸ່ມ​ຊາວ​ເຫບເລິ​ສາມ​ຄົນ​ສະແດງ​ໃຫ້​ເຫັນ​ທັດສະນະ​ອັນ​ໃດ​ທີ່​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ທຸກ​ຄົນ​ຄວນ​ຈະ​ຮຽນ​ແບບ? (ດາ. 3:17, 18; ມັດ. 10:28; ໂລມ 14:7, 8)

(ຂ) ພະ​ເຢໂຫວາ​ພະເຈົ້າ​ສອນ​ບົດຮຽນ​ທີ່​ສຳຄັນ​ແນວ​ໃດ​ໃຫ້​ແກ່​ເນບຶກາດເນດຊາເຣ? (ດາ. 3:28, 29; 4:34, 35)

ບົດ 78

ລາຍ​ມື​ທີ່​ຝາ​ກັ້ນ

1. ມີ​ຫຍັງ​ເກີດ​ຂຶ້ນ​ຂະນະ​ທີ່​ກະສັດ​ບາບີໂລນ​ໄດ້​ຈັດການ​ກິນ​ລ້ຽງ​ໃຫຍ່​ແລະ​ໃຊ້​ຈອກ​ແລະ​ຖ້ວຍ​ຕ່າງໆ ຊຶ່ງ​ເອົາ​ມາ​ຈາກ​ວິຫານ​ຂອງ​ພະ​ເຢໂຫວາ​ໃນ​ເມືອງ​ເຢຣຶຊາເລມ?

2. ເບນຊາດຊາເຣ​ເວົ້າ​ກັບ​ນັກ​ປາດ​ຂອງ​ລາວ​ວ່າ​ແນວ​ໃດ ແຕ່​ພວກ​ເຂົາ​ບໍ່​ສາມາດ​ເຮັດ​ຫຍັງ?

3. ແມ່​ຂອງ​ກະສັດ​ບອກ​ໃຫ້​ລາວ​ເຮັດ​ຫຍັງ?

4. ຕາມ​ທີ່​ດານຽນ​ໄດ້​ບອກ​ກະສັດ ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ສົ່ງ​ມື​ມາ​ຂຽນ​ຢູ່​ຝາ​ກັ້ນ?

5. ດານຽນ​ອະທິບາຍ​ຄວາມ​ໝາຍ​ຂອງ​ຖ້ອຍ​ຄຳ​ທີ່​ຢູ່​ຝາ​ກັ້ນ​ນັ້ນ​ວ່າ​ແນວ​ໃດ?

6. ເມື່ອ​ດານຽນ​ຍັງ​ເວົ້າ​ບໍ່​ທັນ​ຈົບ ມີ​ເຫດການ​ຫຍັງ​ເກີດ​ຂຶ້ນ?

ຄຳຖາມ​ເສີມ:

1. ອ່ານ​ດານຽນ 5:1-31.

(ກ) ຈົ່ງ​ສົມ​ທຽບ​ຄວາມ​ແຕກຕ່າງ​ລະຫວ່າງ​ຄວາມ​ຢ້ານຢຳ​ພະເຈົ້າ​ກັບ​ຄວາມ​ຮູ້ສຶກ​ຢ້ານ​ກົວ​ຂອງ​ເບນຊາດຊາເຣ ເມື່ອ​ລາວ​ເຫັນ​ຂໍ້​ຄວາມ​ທີ່​ປາກົດ​ຢູ່​ເທິງ​ຝາ​ກັ້ນ. (ດາ. 5:6, 7; ເພງ. 19:9; ໂລມ 8:35-39)

(ຂ) ເມື່ອ​ເວົ້າ​ກັບ​ເບນຊາດຊາເຣ​ແລະ​ບັນດາ​ແຂກ​ຄົນ​ສຳຄັນ ດານຽນ​ສະແດງ​ຄວາມ​ກ້າຫານ​ທີ່​ຍິ່ງ​ໃຫຍ່​ແນວ​ໃດ? (ດາ. 5:17, 18, 22, 26-28; ກິດ. 4:29)

(ຄ) ດານຽນ​ບົດ 5 ເນັ້ນ​ເລື່ອງ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ເອກະພົບ​ຂອງ​ພະ​ເຢໂຫວາ​ໃນ​ທາງ​ໃດ​ແດ່? (ດາ. 4:17, 25; 5:21)

ບົດ 79

ດານຽນ​ຢູ່​ໃນ​ຫລຸມ​ສິງໂຕ

1. ດາຣີອຶເຊ​ແມ່ນ​ໃຜ ແລະ​ລາວ​ມີ​ທັດສະນະ​ແນວ​ໃດ​ຕໍ່​ດານຽນ?

2. ຄົນ​ທີ່​ອິດສາ​ບາງ​ຄົນ​ໃຫ້​ດາຣີອຶເຊ​ເຮັດ​ຫຍັງ?

3. ເມື່ອ​ຮູ້​ເລື່ອງ​ກົດໝາຍ​ໃໝ່​ນັ້ນ ດານຽນ​ໄດ້​ເຮັດ​ຫຍັງ?

4. ເປັນ​ຫຍັງ​ດາຣີອຶເຊ​ຈຶ່ງ​ຮູ້ສຶກ​ບໍ່​ສະຫງົບ​ໃຈ​ຈົນ​ນອນ​ບໍ່​ຫຼັບ​ໝົດ​ຄືນ ແລະ​ຕອນ​ເຊົ້າ​ມື້​ຕໍ່​ມາ​ລາວ​ໄດ້​ເຮັດ​ຫຍັງ?

5. ດານຽນ​ຕອບ​ດາຣີອຶເຊ​ວ່າ​ແນວ​ໃດ?

6. ເກີດ​ຫຍັງ​ຂຶ້ນ​ກັບ​ພວກ​ຄົນ​ບໍ່​ດີ​ທີ່​ພະຍາຍາມ​ຂ້າ​ດານຽນ ແລະ​ດາຣີອຶເຊ​ຂຽນ​ຄຳ​ປະກາດ​ອັນ​ໃດ​ເຖິງ​ທຸກ​ຄົນ​ທີ່​ຢູ່​ໃນ​ອານາຈັກ​ຂອງ​ລາວ?

ຄຳຖາມ​ເສີມ:

1. ອ່ານ​ດານຽນ 6:1-28.

(ກ) ການ​ຮ່ວມ​ຫົວ​ກັນ​ເພື່ອ​ກຳຈັດ​ດານຽນ​ເຕືອນ​ໃຈ​ເຮົາ​ຄື​ແນວ​ໃດ​ເຖິງ​ສິ່ງ​ທີ່​ພວກ​ຜູ້​ຕໍ່​ຕ້ານ​ເຮັດ​ເພື່ອ​ພະຍາຍາມ​ຂັດ​ຂວາງ​ວຽກ​ງານ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ສະໄໝ​ນີ້? (ດາ. 6:7; ເພງ. 94:20; ເອຊາ. 10:1; ໂລມ 8:31)

(ຂ) ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ສາມາດ​ຮຽນ​ແບບ​ດານຽນ​ໃນ​ເລື່ອງ​ການ​ຍອມ​ຢູ່​ໃຕ້ “ບັງຄັບ​ຜູ້​ມີ​ອຳນາດ” ຕໍ່ໆ ໄປ​ຢ່າງ​ໃດ? (ດາ. 6:5, 10; ໂລມ 13:1; ກິດ. 5:29)

(ຄ) ເຮົາ​ຈະ​ຮຽນ​ເອົາ​ແບບ​ຢ່າງ​ຂອງ​ດານຽນ​ໃນ​ເລື່ອງ​ການ​ຮັບໃຊ້​ພະ​ເຢໂຫວາ “ເລື້ອຍ​ບໍ່​ຂາດ” ໄດ້​ແນວ​ໃດ? (ດາ. 6:16, 20; ຟີລິບ 3:16; ຄຳປ. 7:15)

ບົດ 80

ປະຊາຊົນ​ຂອງ​ພະເຈົ້າ​ອອກ​ຈາກ​ບາບີໂລນ

1. ດັ່ງ​ທີ່​ສະແດງ​ໃຫ້​ເຫັນ​ໃນ​ຮູບ ຊາວ​ຍິດສະລາເອນ​ພວມ​ເຮັດ​ຫຍັງ?

2. ຊີຣຶເຊ​ໄດ້​ເຮັດ​ໃຫ້​ຄຳ​ພະຍາກອນ​ຂອງ​ພະ​ເຢໂຫວາ​ຜ່ານ​ທາງ​ເອຊາອີ​ສຳເລັດ​ເປັນ​ຈິງ​ຄື​ແນວ​ໃດ?

3. ຊີຣຶເຊ​ບອກ​ຫຍັງ​ກັບ​ຊາວ​ຍິດສະລາເອນ​ທີ່​ບໍ່​ສາມາດ​ກັບ​ເມືອ​ເມືອງ​ເຢຣຶຊາເລມ​ໄດ້?

4. ຊີຣຶເຊ​ໃຫ້​ຊາວ​ຍິດສະລາເອນ​ເອົາ​ຫຍັງ​ກັບ​ເມືອ​ເມືອງ​ເຢຣຶຊາເລມ?

5. ໃນ​ການ​ກັບ​ເມືອ​ເມືອງ​ເຢຣຶຊາເລມ ຊາວ​ຍິດສະລາເອນ​ໃຊ້​ເວລາ​ເດີນ​ທາງ​ດົນ​ປານ​ໃດ?

6. ນັບ​ຕັ້ງ​ແຕ່​ແຜ່ນດິນ​ຖືກ​ປະ​ຖິ້ມ​ໃຫ້​ວ່າງ​ເປົ່າ​ໂດຍ​ບໍ່​ມີ​ຜູ້​ຄົນ ເວລາ​ໄດ້​ຜ່ານ​ໄປ​ຈັກ​ປີ?

ຄຳຖາມ​ເສີມ:

1. ອ່ານ​ເອຊາອີ 44:28 ແລະ 45:1-4.

(ກ) ພະ​ເຢໂຫວາ​ເນັ້ນ​ຢ່າງ​ໃດ​ເຖິງ​ເລື່ອງ​ຄວາມ​ແນ່ນອນ​ແຫ່ງ​ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຄຳ​ພະຍາກອນ​ກ່ຽວ​ກັບ​ຊີຣຶເຊ? (ເອຊາ. 55:10, 11; ໂລມ 4:17)

(ຂ) ຄຳ​ພະຍາກອນ​ຂອງ​ເອຊາອີ​ກ່ຽວ​ກັບ​ຊີຣຶເຊ​ສະແດງ​ໃຫ້​ເຫັນ​ຢ່າງ​ໃດ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ມີ​ຄວາມ​ສາມາດ​ທີ່​ຈະ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ອະນາຄົດ? (ເອຊາ. 42:9; 45:21; 46:10, 11; 2 ເປ. 1:20)

2. ອ່ານ​ເອເຊດຣາເຊ 1:1-11.

ໂດຍ​ການ​ຕິດ​ຕາມ​ຕົວຢ່າງ​ຂອງ​ຄົນ​ທີ່​ບໍ່​ສາມາດ​ກັບ​ເມືອ​ເມືອງ​ເຢຣຶຊາເລມ ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ຈະ “ຊ່ວຍ” ຜູ້​ທີ່​ສາມາດ​ເຂົ້າ​ສູ່​ງານ​ຮັບໃຊ້​ເຕັມ​ເວລາ​ໄດ້​ແນວ​ໃດ? (ເອເຊດ. 1:4, 6; ໂລມ 12:13; ໂກໂລ. 4:12)

ບົດ 81

ໝັ້ນ​ໃຈ​ໃນ​ຄວາມ​ຊ່ວຍເຫຼືອ​ຂອງ​ພະເຈົ້າ

1. ຄົນ​ທີ່​ໄດ້​ເດີນ​ທາງ​ໄກ​ຈາກ​ເມືອງ​ບາບີໂລນ​ໄປ​ເມືອງ​ເຢຣຶຊາເລມ​ມີ​ຈັກ​ຄົນ ແຕ່​ເມື່ອ​ໄປ​ຮອດ​ຫັ້ນ​ພວກ​ເຂົາ​ພົບ​ເຫັນ​ຫຍັງ?

2. ພາຍ​ຫຼັງ​ທີ່​ຊາວ​ຍິດສະລາເອນ​ໄປ​ຮອດ ເຂົາ​ເຈົ້າ​ເລີ່ມ​ຕົ້ນ​ກໍ່​ສ້າງ​ສິ່ງ​ໃດ ແຕ່​ພວກ​ສັດຕູ​ໄດ້​ເຮັດ​ຫຍັງ?

3. ອາກເກ​ແລະ​ຊາກາລີ​ແມ່ນ​ໃຜ ແລະ​ເຂົາ​ເຈົ້າ​ບອກ​ຜູ້​ຄົນ​ວ່າ​ແນວ​ໃດ?

4. ເປັນ​ຫຍັງ​ທາດນາຍ​ຈຶ່ງ​ສົ່ງ​ຈົດໝາຍ​ໄປ​ບາບີໂລນ ແລະ​ລາວ​ໄດ້​ຮັບ​ຄຳຕອບ​ຄື​ແນວ​ໃດ?

5. ເມື່ອ​ໄດ້​ຍິນ​ເຖິງ​ຄວາມ​ຈຳເປັນ​ໃນ​ການ​ຕົກແຕ່ງ​ວິຫານ​ຂອງ​ພະເຈົ້າ ເອເຊດຣາເຊ​ເຮັດ​ຫຍັງ?

6. ໃນ​ຮູບ​ນີ້​ເອເຊດຣາເຊ​ພວມ​ອະທິດຖານ​ຂໍ​ຫຍັງ ຄຳ​ອະທິດຖານ​ຂອງ​ລາວ​ໄດ້​ຮັບ​ຄຳຕອບ​ຄື​ແນວ​ໃດ ແລະ​ເລື່ອງ​ນີ້​ສອນ​ຫຍັງ​ແກ່​ເຮົາ?

ຄຳຖາມ​ເສີມ:

1. ອ່ານ​ເອເຊດຣາເຊ 3:1-13.

ຫາກ​ເຮົາ​ເອງ​ໄປ​ຢູ່​ໃນ​ເຂດ​ທີ່​ບໍ່​ມີ​ປະຊາຄົມ​ຂອງ​ຜູ້​ຮັບໃຊ້​ພະເຈົ້າ ເຮົາ​ຄວນ​ຈະ​ເຮັດ​ຫຍັງ​ຕໍ່​ໄປ? (ເອເຊດ. 3:3, 6; ກິດ. 17:16, 17; ເຫບ. 13:15)

2. ອ່ານ​ເອເຊດຣາເຊ 4:1-7.

ໂຊໂຣບາເບນ​ໄດ້​ວາງ​ຕົວຢ່າງ​ແບບ​ໃດ​ໄວ້​ສຳລັບ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ເລື່ອງ​ການ​ລວມ​ຄວາມ​ເຊື່ອ? (ອຸປ. 34:12; 1 ໂກ. 15:33; 2 ໂກ. 6:14-17)

3. ອ່ານ​ເອເຊດຣາເຊ 5:1-5, 17 ແລະ 6:1-22.

(ກ) ເປັນ​ຫຍັງ​ພວກ​ຜູ້​ຕໍ່​ຕ້ານ​ຈຶ່ງ​ບໍ່​ສາມາດ​ຢຸດ​ການ​ກໍ່​ສ້າງ​ວິຫານ​ໄດ້? (ເອເຊດ. 5:5; ເອຊາ. 54:17)

(ຂ) ເມື່ອ​ຜະເຊີນ​ໜ້າ​ກັບ​ພວກ​ຜູ້​ຕໍ່​ຕ້ານ ການ​ດຳເນີນ​ການ​ຂອງ​ພວກ​ຜູ້​ເຖົ້າ​ແກ່​ຊາວ​ຍິດສະລາເອນ​ສະໜັບສະຫນູນ​ຜູ້​ເຖົ້າ​ແກ່​ຄລິດສະຕຽນ​ໃຫ້​ສະແຫວງ​ຫາ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ​ແນວ​ໃດ? (ເອເຊດ. 6:14; ເພງ. 32:8; ໂລມ 8:31; ຍໂກ. 1:5)

4. ອ່ານ​ເອເຊດຣາເຊ 8:21-23, 28-36.

ກ່ອນ​ທີ່​ເຮົາ​ຈະ​ລົງ​ມື​ເຮັດ​ບາງ​ສິ່ງ​ບາງ​ຢ່າງ ມີ​ຕົວຢ່າງ​ທີ່​ດີ​ອັນ​ໃດ​ຂອງ​ເອເຊດຣາເຊ​ທີ່​ເຮົາ​ຄວນ​ຮຽນ​ແບບ? (ເອເຊດ. 8:23; ເພງ. 127:1; ສຸພາ. 10:22; ຍໂກ. 4:13-15)

ບົດ 82

ມາເຣໂດເກ​ແລະ​ເອເຊເທເຣ

1. ມາເຣໂດເກ​ແລະ​ເອເຊເທເຣ​ແມ່ນ​ໃຜ?

2. ເປັນ​ຫຍັງ​ກະສັດ​ອາຊຶເອຣຶເຊ​ຈຶ່ງ​ຢາກ​ໄດ້​ມະເຫສີ​ໃໝ່ ແລະ​ລາວ​ເລືອກ​ເອົາ​ໃຜ?

3. ຫາມານ​ແມ່ນ​ໃຜ ແລະ​ແມ່ນ​ຫຍັງ​ເຮັດ​ໃຫ້​ລາວ​ໂກດ​ແຄ້ນ?

4. ມີ​ການ​ອອກ​ກົດໝາຍ​ວ່າ​ແນວ​ໃດ ເອເຊເທເຣ​ເຮັດ​ຫຍັງ​ຫຼັງ​ຈາກ​ໄດ້​ຮັບ​ຂ່າວ​ຈາກ​ມາເຣໂດເກ?

5. ເກີດ​ຫຍັງ​ຂຶ້ນ​ກັບ​ຫາມານ ແລະ​ເກີດ​ຫຍັງ​ຂຶ້ນ​ກັບ​ມາເຣໂດເກ?

6. ຊາດ​ຍິດສະລາເອນ​ໄດ້​ຮັບ​ການ​ຊ່ວຍ​ຊີວິດ​ຈາກ​ພວກ​ສັດຕູ​ດ້ວຍ​ວິທີ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ເອເຊເທເຣ 2:12-18.

ເອເຊເທເຣ​ສະແດງ​ໃຫ້​ເຫັນ​ຄຸນຄ່າ​ຂອງ​ການ​ປູກ​ຝັງ “ຄວາມ​ອ່ອນ​ສຸພາບ​ແລະ​ຈິດໃຈ​ສະຫງົບ​ງຽບ” ແນວ​ໃດ? (ເອເຊທ. 2:15; 1 ເປ. 3:1-5, ທ.ປ.)

2. ອ່ານ​ເອເຊເທເຣ 4:1-17.

ເຊັ່ນ​ດຽວ​ກັບ​ທີ່​ເອເຊເທເຣ​ມີ​ໂອກາດ​ເຮັດ​ເພື່ອ​ການ​ນະມັດສະການ​ແທ້ ໃນ​ທຸກ​ມື້​ນີ້​ເຮົາ​ມີ​ໂອກາດ​ເຮັດ​ຫຍັງ​ເພື່ອ​ຈະ​ສະແດງ​ຄວາມ​ເຫຼື້ອມໃສ​ແລະ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ? (ເອເຊທ. 4:13, 14; ມັດ. 5:14-16; 24:14)

3. ອ່ານ​ເອເຊເທເຣ 7:1-6.

ໃນ​ທຸກ​ມື້​ນີ້​ປະຊາຊົນ​ຂອງ​ພະເຈົ້າ​ຫຼາຍ​ຄົນ​ສ່ຽງ​ຕໍ່​ການ​ຖືກ​ຂົ່ມເຫງ​ຄ້າຍໆ ກັບ​ເອເຊເທເຣ​ແນວ​ໃດ? (ເອເຊທ. 7:4; ມັດ. 10:16-22; 1 ເປ. 2:12)

ບົດ 83

ກຳແພງ​ນະຄອນ​ເຢຣຶຊາເລມ

1. ຊາວ​ຍິດສະລາເອນ​ຮູ້ສຶກ​ແນວ​ໃດ​ໃນ​ເລື່ອງ​ທີ່​ວ່າ​ເມືອງ​ເຢຣຶຊາເລມ​ບໍ່​ມີ​ກຳແພງ​ອ້ອມ?

2. ເນເຫມີ​ແມ່ນ​ໃຜ?

3. ເນເຫມີ​ມີ​ໜ້າທີ່​ເຮັດ​ຫຍັງ ແລະ​ເປັນ​ຫຍັງ​ໜ້າທີ່​ນັ້ນ​ຈຶ່ງ​ສຳຄັນ?

4. ຂ່າວ​ອັນ​ໃດ​ທີ່​ເຮັດ​ໃຫ້​ເນເຫມີ​ເສົ້າໃຈ ແລະ​ລາວ​ໄດ້​ເຮັດ​ຫຍັງ?

5. ກະສັດ​ອາເຣຕາເຊເຣເຊ​ສະແດງ​ຄວາມ​ກະລຸນາ​ຕໍ່​ເນເຫມີ​ແນວ​ໃດ?

6. ເພື່ອ​ພວກ​ສັດຕູ​ຂອງ​ຊາວ​ຍິດສະລາເອນ​ຈະ​ບໍ່​ສາມາດ​ຍຸ​ຕິ​ເຂົາ​ເຈົ້າ​ໄດ້ ເນເຫມີ​ຈັດ​ຕຽມ​ສຳລັບ​ວຽກ​ການ​ກໍ່​ສ້າງ​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ເນເຫມີ 1:4-6 ແລະ 2:1-20.

ເນເຫມີ​ສະແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ​ແນວ​ໃດ? (ນເຫ. 2:4, 5; ໂລມ 12:12; 1 ເປ. 4:7)

2. ອ່ານ​ເນເຫມີ 3:3-5.

ຜູ້​ເຖົ້າ​ແກ່​ແລະ​ຜູ້​ຊ່ວຍ​ງານ​ຮັບໃຊ້​ອາດ​ຮຽນ​ຫຍັງ​ໄດ້​ຈາກ​ຄວາມ​ແຕກຕ່າງ​ລະຫວ່າງ​ຊາວ​ເທໂຄຫີດ​ກັບ “ຜູ້​ໃຫຍ່​ທັງ​ຫຼາຍ” ຂອງ​ເຂົາ​ເຈົ້າ? (ນເຫ. 3:5, 27; 2 ເທ. 3:7-10; 1 ເປ. 5:5)

3. ອ່ານ​ເນເຫມີ 4:1-23.

(ກ) ສິ່ງ​ໃດ​ກະຕຸ້ນ​ຊາວ​ຍິດສະລາເອນ​ໃຫ້​ເຮັດ​ການ​ກໍ່​ສ້າງ​ຕໍ່​ໄປ ເຖິງ​ແມ່ນ​ວ່າ​ຜະເຊີນ​ການ​ຕໍ່​ຕ້ານ​ທີ່​ຮຸນແຮງ? (ນເຫ. 4:6, 8, 9; ເພງ. 50:15; ເອຊາ. 65:13, 14)

(ຂ) ຕົວຢ່າງ​ຂອງ​ຊາວ​ຍິດສະລາເອນ​ໃຫ້​ກຳລັງ​ໃຈ​ເຮົາ​ໃນ​ທຸກ​ມື້​ນີ້​ແນວ​ໃດ?

4. ອ່ານ​ເນເຫມີ 6:15.

ຄວາມ​ຈິງ​ທີ່​ວ່າ ກຳແພງ​ເມືອງ​ເຢຣຶຊາເລມ​ສ້າງ​ແລ້ວ​ພາຍ​ໃນ​ສອງ​ເດືອນ​ສະແດງ​ໃຫ້​ເຫັນ​ພະລັງ​ຂອງ​ຄວາມ​ເຊື່ອ​ແນວ​ໃດ? (ເພງ. 56:3, 4; ມັດ. 17:20; 19:26)

ບົດ 84

ທູດ​ສະຫວັນ​ມາ​ຢາມ​ມາລີ

1. ຜູ້​ຍິງ​ທີ່​ຢູ່​ໃນ​ຮູບ​ແມ່ນ​ໃຜ?

2. ຄາບລິເອນ​ເວົ້າ​ຫຍັງ​ກັບ​ມາລີ?

3. ຄາບລິເອນ​ອະທິບາຍ​ໃຫ້​ມາລີ​ຟັງ​ວ່າ​ລາວ​ຈະ​ມີ​ລູກ​ໄດ້​ແນວ​ໃດ ເຖິງ​ແມ່ນ​ວ່າ​ຍັງ​ບໍ່​ໄດ້​ຮ່ວມ​ຮູ້​ກັບ​ຜູ້​ຊາຍ?

4. ເມື່ອ​ມາລີ​ໄປ​ຢາມ​ເອລີຊາເບດ ມີ​ຫຍັງ​ເກີດ​ຂຶ້ນ?

5. ເມື່ອ​ໂຍເຊບ​ຮູ້​ວ່າ​ມາລີ​ພວມ​ມີ​ລູກ ລາວ​ຄິດ​ແນວ​ໃດ ແຕ່​ເປັນ​ຫຍັງ​ລາວ​ຈຶ່ງ​ປ່ຽນ​ໃຈ?

ຄຳຖາມ​ເສີມ:

1. ອ່ານ​ລຶກາ 1:26-56.

(ກ) ລຶກາ 1:35 ບົ່ງ​ຊີ້​ແນວ​ໃດ​ກ່ຽວ​ກັບ​ຄວາມ​ບໍ່​ສົມບູນ​ອັນ​ໃດໆ ທີ່​ສືບ​ເນື່ອງ​ມາ​ຈາກ​ອາດາມ​ຊຶ່ງ​ມີ​ຢູ່​ໃນ​ຈຸລັງ​ສືບພັນ​ຂອງ​ມາລີ​ຕອນ​ທີ່​ໂຍກ​ຍ້າຍ​ຊີວິດ​ພະ​ບຸດ​ຂອງ​ພະເຈົ້າ​ມາ​ຈາກ​ສະຫວັນ? (ອເກ. 2:11-13; ໂຍ. 6:69; ເຫບ. 7:26; 10:5)

(ຂ) ພະ​ເຍຊູ​ໄດ້​ຮັບ​ກຽດ​ແນວ​ໃດ​ແມ່ນ​ກະທັ່ງ​ກ່ອນ​ພະອົງ​ເກີດ? (ລຶກາ 1:41-43)

(ຄ) ມາລີ​ວາງ​ຕົວຢ່າງ​ທີ່​ດີ​ແນວ​ໃດ​ສຳລັບ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ທີ່​ມີ​ໂອກາດ​ຮັບໃຊ້​ແບບ​ພິເສດ? (ລຶກາ 1:38, 46-49; 17:10; ສຸພາ. 11:2)

2. ອ່ານ​ມັດທາຍ 1:18-25.

ເຖິງ​ແມ່ນ​ພະ​ເຍຊູ​ບໍ່​ໄດ້​ຖືກ​ເອີ້ນ​ວ່າ​ເອມາເນືອນ ແຕ່​ບົດບາດ​ຂອງ​ພະອົງ​ໃນ​ຖານະ​ມະນຸດ​ເຮັດ​ໃຫ້​ຄວາມ​ໝາຍ​ຂອງ​ຊື່​ນີ້​ສຳເລັດ​ເປັນ​ຈິງ​ໄດ້​ແນວ​ໃດ? (ມັດ. 1:22, 23; ໂຍ. 14:8-10; ເຫບ. 1:1-3)

ບົດ 85

ພະ​ເຍຊູ​ປະສູດ​ໃນ​ຄອກ​ສັດ

1. ທາລົກ​ທີ່​ຢູ່​ໃນ​ຮູບ​ນີ້​ແມ່ນ​ໃຜ ແລະ​ມາລີ​ພວມ​ວາງ​ພະອົງ​ໄວ້​ໃສ?

2. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເກີດ​ໃນ​ຄອກ​ສັດ?

3. ໃນ​ຮູບ​ນີ້​ພວກ​ຜູ້​ຊາຍ​ທີ່​ພວມ​ເຂົ້າ​ມາ​ໃນ​ຄອກ​ສັດ​ແມ່ນ​ໃຜ ແລະ​ທູດ​ສະຫວັນ​ໄດ້​ບອກ​ຫຍັງ​ກັບ​ເຂົາ​ເຈົ້າ?

4. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເປັນ​ຄົນ​ພິເສດ?

5. ເພາະ​ເຫດ​ໃດ​ພະ​ເຍຊູ​ຈຶ່ງ​ຖືກ​ເອີ້ນ​ວ່າ​ພະ​ບຸດ​ຂອງ​ພະເຈົ້າ?

ຄຳຖາມ​ເສີມ:

1. ອ່ານ​ລຶກາ 2:1-20.

(ກ) ເຊຊາໂອກຶດ​ມີ​ບົດບາດ​ແນວ​ໃດ​ໃນ​ການ​ເຮັດ​ໃຫ້​ຄຳ​ພະຍາກອນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເກີດ​ຂອງ​ພະ​ເຍຊູ​ສຳເລັດ​ເປັນ​ຈິງ? (ລຶກາ 2:1-4; ມີເກ 5:2)

(ຂ) ຄົນ​ຜູ້​ນຶ່ງ​ອາດ​ລວມ​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ໄດ້​ຮັບ​ການ​ກ່າວ​ເຖິງ​ວ່າ​ເປັນ “ຄວາມ​ຊອບ​ໃຈ​ແກ່​ຄົນ​ທັງ​ຫຼາຍ” ໄດ້​ດ້ວຍ​ວິທີ​ໃດ? (ລຶກາ 2:14; ມັດ. 16:24; ໂຍ. 17:3; ກິດ. 3:19; ເຫບ. 11:6)

(ຄ) ຖ້າ​ຄົນ​ລ້ຽງ​ແກະ​ຊາວ​ຢູດາ​ທີ່​ຖ່ອມ​ໃຈ​ມີ​ເຫດຜົນ​ທີ່​ຈະ​ຍິນດີ​ໃນ​ເລື່ອງ​ການ​ເກີດ​ຂອງ​ຜູ້​ຊ່ວຍ​ໃຫ້​ລອດ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ມີ​ເຫດຜົນ​ທີ່​ຈະ​ຍິນດີ​ຫຼາຍ​ກວ່າ​ນັ້ນ​ໄດ້​ແນວ​ໃດ? (ລຶກາ 2:10, 11; ເອເຟ. 3:8, 9; ຄຳປ. 11:15; 14:6)

ບົດ 86

ຄົນ​ພວກ​ນຶ່ງ​ອາໄສ​ດາວ​ນຳ​ທາງ

1. ພວກ​ຜູ້​ຊາຍ​ທີ່​ຢູ່​ໃນ​ຮູບ​ແມ່ນ​ໃຜ ແລະ​ເປັນ​ຫຍັງ​ຜູ້​ນຶ່ງ​ໃນ​ກຸ່ມ​ນີ້​ຈຶ່ງ​ຊີ້​ໃສ່​ດາວ​ສຸກ​ໃສ?

2. ເປັນ​ຫຍັງ​ກະສັດ​ເຫໂລດ​ຈຶ່ງ​ວຸ່ນວາຍ​ໃຈ ແລະ​ລາວ​ໄດ້​ເຮັດ​ຫຍັງ?

3. ດາວ​ສຸກ​ໃສ​ພາ​ຄົນ​ພວກ​ນີ້​ໄປ​ໃສ ແຕ່​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ເມືອ​ປະເທດ​ຂອງ​ຕົນ​ຕາມ​ເສັ້ນ​ທາງ​ອື່ນ?

4. ເຫໂລດ​ໄດ້​ສັ່ງ​ວ່າ​ແນວ​ໃດ ແລະ​ເປັນ​ຫຍັງ?

5. ພະ​ເຢໂຫວາ​ບອກ​ໃຫ້​ໂຍເຊບ​ເຮັດ​ຫຍັງ?

6. ໃຜ​ເຮັດ​ໃຫ້​ດາວ​ດວງ​ໃໝ່​ສ່ອງ​ແສງ ແລະ​ເພາະ​ເຫດ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ມັດທາຍ 2:1-23.

ພະ​ເຍຊູ​ອາຍຸ​ຈັກ​ປີ ແລະ​ພະອົງ​ອາໄສ​ຢູ່​ໃສ​ເມື່ອ​ພວກ​ໝໍ​ຫູຮາ​ໄປ​ຢາມ​ພະອົງ? (ມັດ. 2:1, 11, 16)

ບົດ 87

ເຍຊູ​ຜູ້​ຫນຸ່ມ​ນ້ອຍ​ໃນ​ວິຫານ

1. ໃນ​ຮູບ​ນີ້​ພະ​ເຍຊູ​ມີ​ອາຍຸ​ຈັກ​ປີ ແລະ​ພະອົງ​ຢູ່​ໃສ?

2. ໂຍເຊບ​ເຮັດ​ຫຍັງ​ກັບ​ຄອບຄົວ​ຂອງ​ລາວ​ທຸກໆ ປີ?

3. ຫຼັງ​ຈາກ​ນຶ່ງ​ມື້​ຂອງ​ການ​ເດີນ​ທາງ​ກັບ​ບ້ານ ເປັນ​ຫຍັງ​ໂຍເຊບ​ແລະ​ມາລີ​ຈຶ່ງ​ກັບ​ໄປ​ເຢຣຶຊາເລມ?

4. ໂຍເຊບ​ແລະ​ມາລີ​ພົບ​ພະ​ເຍຊູ​ຢູ່​ໃສ ແລະ​ເປັນ​ຫຍັງ​ຄົນ​ທີ່​ຢູ່​ຫັ້ນ​ຈຶ່ງ​ປະຫຼາດ​ໃຈ?

5. ພະ​ເຍຊູ​ກ່າວ​ກັບ​ມາລີ​ແມ່​ຂອງ​ພະອົງ​ວ່າ​ແນວ​ໃດ?

6. ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ ເຮົາ​ຈະ​ເປັນ​ຄື​ພະ​ເຍຊູ​ໄດ້​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ລຶກາ 2:41-52.

(ກ) ເຖິງ​ແມ່ນ​ວ່າ​ພະບັນຍັດ​ຮຽກ​ຮ້ອງ​ສະເພາະ​ຜູ້​ຊາຍ​ໃຫ້​ເຂົ້າ​ຮ່ວມ​ເທດສະການ​ສະຫຼອງ​ປະຈຳ​ປີ ແຕ່​ໂຍເຊບ​ແລະ​ມາລີ​ໄດ້​ວາງ​ຕົວຢ່າງ​ທີ່​ດີ​ສຳລັບ​ພໍ່​ແມ່​ໃນ​ທຸກ​ມື້​ນີ້​ແນວ​ໃດ? (ລຶກາ 2:41; ບັນຍັດ. 16:16; 31:12; ສຸພາ. 22:6)

(ຂ) ໃນ​ເລື່ອງ​ການ​ຍອມ​ຢູ່​ໃຕ້​ອຳນາດ​ພໍ່​ແມ່ ພະ​ເຍຊູ​ວາງ​ຕົວຢ່າງ​ທີ່​ດີ​ສຳລັບ​ຄົນ​ຫນຸ່ມ​ສາວ​ໃນ​ທຸກ​ມື້​ນີ້​ຄື​ແນວ​ໃດ? (ລຶກາ 2:51; ບັນຍັດ. 5:16; ສຸພາ. 23:22; ໂກໂລ. 3:20)

2. ອ່ານ​ມັດທາຍ 13:53-56.

ນ້ອງ​ຄີງໆ ສີ່​ຄົນ​ຂອງ​ພະ​ເຍຊູ​ທີ່​ມີ​ຊື່​ປາກົດ​ໃນ​ຄຳພີ​ໄບເບິນ​ມີ​ໃຜ​ແດ່ ແລະ​ຕໍ່​ມາ​ໃນ​ບັນດາ​ນ້ອງ​ເຫຼົ່າ​ນັ້ນ ມີ​ສອງ​ຄົນ​ຮັບໃຊ້​ໃນ​ປະຊາຄົມ​ຄລິດສະຕຽນ​ແບບ​ໃດ? (ມັດ. 13:55; ກິດ. 12:17; 15:6, 13; 21:18; ຄລາ. 1:19; ຍໂກ. 1:1; ຍູເດ 1)

ບົດ 88

ໂຍຮັນ​ໃຫ້​ພະ​ເຍຊູ​ຮັບ​ບັບເຕມາ

1. ຜູ້​ຊາຍ​ສອງ​ຄົນ​ທີ່​ຢູ່​ໃນ​ຮູບ​ແມ່ນ​ໃຜ?

2. ຜູ້​ຄົນ​ຮັບ​ບັບເຕມາ​ຢ່າງ​ໃດ?

3. ຕາມ​ປົກກະຕິ​ແລ້ວ​ໂຍຮັນ​ໃຫ້​ບັບເຕມາ​ໃຜ​ແດ່?

4. ພະ​ເຍຊູ​ຂໍ​ຮັບ​ບັບເຕມາ​ຈາກ​ໂຍຮັນ​ຍ້ອນ​ເຫດຜົນ​ພິເສດ​ອັນ​ໃດ?

5. ພະເຈົ້າ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະອົງ​ຊອບ​ໃຈ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ?

6. ເມື່ອ​ພະ​ເຍຊູ​ໄປ​ບ່ອນ​ທີ່​ໂດດ​ດ່ຽວ​ເປັນ​ເວລາ 40 ວັນ ໄດ້​ມີ​ຫຍັງ​ເກີດ​ຂຶ້ນ?

7. ຜູ້​ຕິດ​ຕາມ​ຫຼື​ສາວົກ​ຮຸ່ນ​ທຳອິດ​ຂອງ​ພະ​ເຍຊູ​ມີ​ໃຜ​ແດ່ ແລະ​ການ​ອັດສະຈັນ​ເທື່ອ​ທຳອິດ​ທີ່​ພະອົງ​ໄດ້​ເຮັດ​ແມ່ນ​ຫຍັງ?

ຄຳຖາມ​ເສີມ:

1. ອ່ານ​ມັດທາຍ 3:13-17.

ພະ​ເຍຊູ​ວາງ​ແບບ​ຢ່າງ​ອັນ​ໃດ​ໄວ້​ສຳລັບ​ການ​ຮັບ​ບັບເຕມາ​ຂອງ​ສາວົກ​ຂອງ​ພະອົງ? (ເພງ. 40:7, 8; ມັດ. 28:19, 20; ລຶກາ 3:21, 22)

2. ອ່ານ​ມັດທາຍ 4:1-11.

ຄວາມ​ຊຳນິ​ຊຳນານ​ຂອງ​ພະ​ເຍຊູ​ໃນ​ການ​ໃຊ້​ພະ​ຄຳພີ​ສະໜັບສະຫນູນ​ເຮົາ​ໃຫ້​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ​ຄື​ແນວ​ໃດ? (ມັດ. 4:5-7; 2 ເປ. 3:17, 18; 1 ໂຍ. 4:1)

3. ອ່ານ​ໂຍຮັນ 1:29-51.

ໂຍຮັນ​ຜູ້​ໃຫ້​ຮັບ​ບັບເຕມາ​ບອກ​ສາວົກ​ຂອງ​ຕົນ​ໃຫ້​ໄປ​ຫາ​ຜູ້​ໃດ ແລະ​ໃນ​ທຸກ​ມື້​ນີ້​ເຮົາ​ສາມາດ​ຮຽນ​ແບບ​ລາວ​ໄດ້​ແນວ​ໃດ? (ໂຍ. 1:29, 35, 36; 3:30; ມັດ. 23:10)

4. ອ່ານ​ໂຍຮັນ 2:1-12.

ການ​ອັດສະຈັນ​ທຳອິດ​ທີ່​ພະ​ເຍຊູ​ເຮັດ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ ພະ​ເຢໂຫວາ​ບໍ່​ໄດ້​ຫວງ​ສິ່ງ​ທີ່​ດີ​ໄວ້​ຈາກ​ຜູ້​ຮັບໃຊ້​ຂອງ​ພະອົງ? (ໂຍ. 2:9, 10; ເພງ. 84:11; ຍໂກ. 1:17)

ບົດ 89

ພະ​ເຍຊູ​ຊຳລະ​ວິຫານ

1. ເປັນ​ຫຍັງ​ຈຶ່ງ​ມີ​ການ​ຂາຍ​ສັດ​ຕ່າງໆ ຢູ່​ທີ່​ວິຫານ?

2. ແມ່ນ​ຫຍັງ​ເຮັດ​ໃຫ້​ພະ​ເຍຊູ​ໂກດ?

3. ດັ່ງ​ທີ່​ເຫັນ​ໃນ​ຮູບ ພະ​ເຍຊູ​ພວມ​ເຮັດ​ຫຍັງ ແລະ​ພະອົງ​ສັ່ງ​ຄົນ​ທີ່​ຂາຍ​ນົກ​ເຂົາ​ວ່າ​ແນວ​ໃດ?

4. ເມື່ອ​ພວກ​ຜູ້​ຕິດ​ຕາມ​ພະ​ເຍຊູ​ເຫັນ​ສິ່ງ​ທີ່​ພະອົງ​ພວມ​ເຮັດ ເຂົາ​ເຈົ້າ​ຄິດ​ເຖິງ​ຫຍັງ?

5. ຕອນ​ທີ່​ກັບ​ໄປ​ແຂວງ​ຄາລິເລ ພະ​ເຍຊູ​ເດີນ​ທາງ​ຜ່ານ​ແຂວງ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ໂຍຮັນ 2:13-25.

ເມື່ອ​ພິຈາລະນາ​ຄວາມ​ໂກດ​ຂອງ​ພະ​ເຍຊູ​ຕໍ່​ຄົນ​ແລກ​ເງິນ​ຢູ່​ທີ່​ວິຫານ ທັດສະນະ​ທີ່​ເໝາະ​ສົມ​ກ່ຽວ​ກັບ​ການ​ຄ້າ​ຂາຍ​ໃນ​ຫໍ​ປະຊຸມ​ແຫ່ງ​ພະຍານ​ພະ​ເຢໂຫວາ​ຄວນ​ເປັນ​ແນວ​ໃດ? (ໂຍ. 2:15, 16; 1 ໂກ. 10:24, 31-33)

ບົດ 90

ສົນທະນາ​ກັບ​ຍິງ​ທີ່​ນ້ຳ​ສ້າງ

1. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ຢຸດ​ພັກ​ຢູ່​ຂ້າງ​ນ້ຳ​ສ້າງ​ໃນ​ແຂວງ​ສະມາລີ ແລະ​ພະອົງ​ພວມ​ກ່າວ​ກັບ​ຜູ້​ຍິງ​ຄົນ​ນຶ່ງ​ທີ່​ຢູ່​ຫັ້ນ​ວ່າ​ແນວ​ໃດ?

2. ເປັນ​ຫຍັງ​ຜູ້​ຍິງ​ນັ້ນ​ຈຶ່ງ​ແປກ​ໃຈ ພະ​ເຍຊູ​ກ່າວ​ກັບ​ລາວ​ວ່າ​ແນວ​ໃດ ແລະ​ເພາະ​ເຫດ​ໃດ?

3. ຜູ້​ຍິງ​ນັ້ນ​ຄິດ​ວ່າ​ພະ​ເຍຊູ​ພວມ​ກ່າວ​ເຖິງ​ນ້ຳ​ແບບ​ໃດ ແຕ່​ນ້ຳ​ທີ່​ພະອົງ​ກ່າວ​ໝາຍ​ເຖິງ​ຫຍັງ?

4. ເປັນ​ຫຍັງ​ຜູ້​ຍິງ​ນັ້ນ​ຈຶ່ງ​ແປກ​ໃຈ​ທີ່​ພະ​ເຍຊູ​ຮູ້​ເລື່ອງ​ຂອງ​ລາວ ແລະ​ພະອົງ​ຮູ້​ເລື່ອງ​ນີ້​ໄດ້​ແນວ​ໃດ?

5. ເຮົາ​ສາມາດ​ຖອດ​ຖອນ​ບົດຮຽນ​ຫຍັງ​ໄດ້​ແດ່ ຈາກ​ເລື່ອງ​ຂອງ​ຜູ້​ຍິງ​ທີ່​ຢູ່​ນ້ຳ​ສ້າງ?

ຄຳຖາມ​ເສີມ:

1. ອ່ານ​ໂຍຮັນ 4:5-43.

(ກ) ໂດຍ​ການ​ຕິດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ ເຮົາ​ຄວນ​ສະແດງ​ທັດສະນະ​ແບບ​ໃດ​ຕໍ່​ຄົນ​ທີ່​ມີ​ເຊື້ອ​ຊາດ​ແລະ​ພູມ​ຫຼັງ​ທາງ​ສັງຄົມ​ຕ່າງ​ຈາກ​ເຮົາ? (ໂຍ. 4:9; 1 ໂກ. 9:22; 1 ຕີໂມ. 2:3, 4; ຕິໂຕ 2:11)

(ຂ) ມີ​ຜົນ​ປະໂຫຍດ​ຝ່າຍ​ວິນຍານ​ອັນ​ໃດ​ແດ່​ສຳລັບ​ຜູ້​ທີ່​ເຂົ້າ​ມາ​ເປັນ​ສາວົກ​ຂອງ​ພະ​ເຍຊູ? (ໂຍ. 4:14; ເອຊາ. 58:11; 2 ໂກ. 4:16)

(ຄ) ເຮົາ​ຈະ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ແບບ​ດຽວ​ກັນ​ກັບ​ຍິງ​ຊາວ​ສະມາລີ​ຊຶ່ງ​ກະຕືລືລົ້ນ​ໃນ​ການ​ແບ່ງ​ປັນ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ຮູ້​ໄດ້​ຢ່າງ​ໃດ? (ໂຍ. 4:7, 28; ມັດ. 6:33; ລຶກາ 10:40-42)

ບົດ 91

ພະ​ເຍຊູ​ສັ່ງ​ສອນ​ເທິງ​ພູເຂົາ

1. ໃນ​ຮູບ​ນີ້​ພະ​ເຍຊູ​ພວມ​ສັ່ງ​ສອນ​ຢູ່​ໃສ ແລະ​ພວກ​ທີ່​ນັ່ງ​ຢູ່​ໃກ້​ພະອົງ​ທີ່​ສຸດ​ແມ່ນ​ໃຜ?

2. ອັກຄະສາວົກ 12 ຄົນ​ມີ​ຊື່​ວ່າ​ແນວ​ໃດ​ແດ່?

3. ລາຊະອານາຈັກ​ທີ່​ພະ​ເຍຊູ​ພວມ​ປະກາດ​ແມ່ນ​ຫຍັງ?

4. ພະ​ເຍຊູ​ສອນ​ຜູ້​ຄົນ​ໃຫ້​ອະທິດຖານ​ຂໍ​ເລື່ອງ​ໃດ?

5. ພະ​ເຍຊູ​ກ່າວ​ວ່າ​ຄົນ​ເຮົາ​ຄວນ​ປະຕິບັດ​ຕໍ່​ກັນ​ແລະ​ກັນ​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ມັດທາຍ 5:1-12.

ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ມີ​ຄວາມ​ສຳນຶກ​ເຖິງ​ຄວາມ​ຕ້ອງການ​ທາງ​ຝ່າຍ​ວິນຍານ​ໂດຍ​ວິທີ​ໃດ? (ມັດ. 5:3; ໂລມ 10:13-15; 1 ຕີໂມ. 4:13, 15, 16)

2. ອ່ານ​ມັດທາຍ 5:21-26.

ມັດທາຍ 5:23, 24 ເນັ້ນ​ແນວ​ໃດ​ວ່າ ສາຍ​ສຳພັນ​ລະຫວ່າງ​ເຮົາ​ກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ມີ​ຜົນ​ກະທົບ​ຕໍ່​ສາຍ​ສຳພັນ​ລະຫວ່າງ​ເຮົາ​ກັບ​ພະ​ເຢໂຫວາ? (ມັດ. 6:14, 15; ເພງ. 133:1; ໂກໂລ. 3:13; 1 ໂຍ. 4:20)

3. ອ່ານ​ມັດທາຍ 6:1-8.

ຄລິດສະຕຽນ​ຄວນ​ຫຼີກ​ລ້ຽງ​ການ​ຖື​ວ່າ​ຕົນ​ເອງ​ຊອບທຳ​ໃນ​ທາງ​ໃດ​ແດ່? (ລຶກາ 18:11, 12; 1 ໂກ. 4:6, 7; 2 ໂກ. 9:7)

4. ອ່ານ​ມັດທາຍ 6:25-34.

ພະ​ເຍຊູ​ສອນ​ວ່າ​ແນວ​ໃດ ເລື່ອງ​ຄວາມ​ຈຳເປັນ​ທີ່​ຕ້ອງ​ໄວ້​ວາງໃຈ​ພະ​ເຢໂຫວາ​ໃນ​ການ​ຈັດ​ຕຽມ​ສິ່ງ​ຝ່າຍ​ວັດຖຸ​ໃຫ້​ເຮົາ? (ອຸປ. 16:4; ເພງ. 37:25; ຟີລິບ 4:6)

5. ອ່ານ​ມັດທາຍ 7:1-11.

ຕົວຢ່າງ​ທີ່​ແຈ່ມ​ແຈ້ງ​ຊຶ່ງ​ພົບ​ໃນ​ມັດທາຍ 7:5 ສອນ​ຫຍັງ​ແກ່​ເຮົາ​ແດ່? (ສຸພາ. 26:12; ໂລມ 2:1; 14:10; ຍໂກ. 4:11, 12)

ບົດ 92

ພະ​ເຍຊູ​ປຸກ​ຄົນ​ຕາຍ​ໃຫ້​ເປັນ​ຂຶ້ນ​ມາ​ອີກ

1. ພໍ່​ຂອງ​ເດັກ​ຍິງ​ທີ່​ຢູ່​ໃນ​ຮູບ​ແມ່ນ​ໃຜ ແລະ​ເປັນ​ຫຍັງ​ລາວ​ແລະ​ເມຍ​ເຄີຍ​ກັງວົນ​ຫຼາຍ?

2. ເມື່ອ​ພົບ​ພະ​ເຍຊູ​ແລ້ວ ຢາອິລຶດ​ເຮັດ​ແນວ​ໃດ?

3. ເມື່ອ​ພະ​ເຍຊູ​ພວມ​ຈະ​ໄປ​ເຮືອນ​ຂອງ​ຢາອິລຶດ​ໄດ້​ມີ​ຫຍັງ​ເກີດ​ຂຶ້ນ ແລະ​ເມື່ອ​ພວມ​ເດີນ​ທາງ​ໄປ​ຢາອິລຶດ​ໄດ້​ຮັບ​ຂ່າວ​ຫຍັງ?

4. ເປັນ​ຫຍັງ​ຄົນ​ທີ່​ຢູ່​ເຮືອນ​ຂອງ​ຢາອິລຶດ​ຈຶ່ງ​ພາ​ກັນ​ຫົວຂວັນ​ພະ​ເຍຊູ?

5. ຫຼັງ​ຈາກ​ພາ​ອັກຄະສາວົກ​ສາມ​ຄົນ​ແລະ​ພໍ່​ແມ່​ຂອງ​ເດັກ​ຍິງ​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ລາວ​ແລ້ວ ພະ​ເຍຊູ​ຈຶ່ງ​ເຮັດ​ຫຍັງ?

6. ພະ​ເຍຊູ​ປຸກ​ໃຜ​ອີກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ແລະ​ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ຫຍັງ?

ຄຳຖາມ​ເສີມ:

1. ອ່ານ​ລຶກາ 8:40-56.

ພະ​ເຍຊູ​ສະແດງ​ຄວາມ​ເມດຕາ​ແລະ​ຄວາມ​ມີ​ເຫດຜົນ​ຕໍ່​ຜູ້​ຍິງ​ທີ່​ເປັນ​ໂລກ​ເລືອດ​ຕົກ​ແນວ​ໃດ ແລະ​ໃນ​ທຸກ​ມື້​ນີ້​ຄລິດສະຕຽນ​ຜູ້​ເຖົ້າ​ແກ່​ຖອດ​ຖອນ​ບົດຮຽນ​ຫຍັງ​ໄດ້​ຈາກ​ເລື່ອງ​ນີ້? (ລຶກາ 8:43, 44, 47, 48; ເລວີ. 15:25-27; ມັດ. 9:12, 13; ໂກໂລ. 3:12-14)

2. ອ່ານ​ລຶກາ 7:11-17.

ຄົນ​ທີ່​ສູນ​ເສຍ​ຜູ້​ເປັນ​ທີ່​ຮັກ​ເນື່ອງ​ຈາກ​ຄວາມ​ຕາຍ​ຈະ​ພົບ​ການ​ປອບ​ໂຍນ​ຫຼາຍ​ແທ້ໆ ຈາກ​ການ​ກະທຳ​ຂອງ​ພະ​ເຍຊູ​ຕໍ່​ແມ່​ໝ້າຍ​ໃນ​ເມືອງ​ນາອິນ​ແນວ​ໃດ? (ລຶກາ 7:13; 2 ໂກ. 1:3, 4; ເຫບ. 4:15)

3. ອ່ານ​ໂຍຮັນ 11:17-44.

ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເປັນ​ເລື່ອງ​ທຳມະດາ​ທີ່​ຈະ​ໂສກ​ເສົ້າ​ເມື່ອ​ຜູ້​ເປັນ​ທີ່​ຮັກ​ເສຍ​ຊີວິດ? (ໂຍ. 11:33-36, 38; 2 ຊາມ. 18:33; 19:1-4)

ບົດ 93

ພະ​ເຍຊູ​ລ້ຽງ​ຜູ້​ຄົນ​ຈຳນວນ​ຫຼາຍ

1. ເຫດ​ຮ້າຍ​ອັນ​ໃດ​ໄດ້​ເກີດ​ຂຶ້ນ​ກັບ​ໂຍຮັນ​ຜູ້​ໃຫ້​ຮັບ​ບັບເຕມາ ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ພະ​ເຍຊູ​ຮູ້ສຶກ​ແນວ​ໃດ?

2. ພະ​ເຍຊູ​ລ້ຽງ​ຝູງ​ຄົນ​ທີ່​ຕິດ​ຕາມ​ພະອົງ​ໂດຍ​ວິທີ​ໃດ ແລະ​ມີ​ອາຫານ​ເຫຼືອ​ຫຼາຍ​ປານ​ໃດ?

3. ເປັນ​ຫຍັງ​ພວກ​ສາວົກ​ຈຶ່ງ​ຢ້ານ​ໃນ​ຄືນ​ນັ້ນ ແລະ​ເກີດ​ຫຍັງ​ຂຶ້ນ​ກັບ​ເປໂຕ?

4. ພະ​ເຍຊູ​ລ້ຽງ​ອີກ​ຫຼາຍ​ພັນ​ຄົນ​ເປັນ​ເທື່ອ​ທີ​ສອງ​ໂດຍ​ວິທີ​ໃດ?

5. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ວິເສດ​ແທ້ໆ ເມື່ອ​ພະ​ເຍຊູ​ຈະ​ປົກຄອງ​ແຜ່ນດິນ​ໂລກ​ໃນ​ຖານະ​ເປັນ​ກະສັດ​ຂອງ​ພະເຈົ້າ?

ຄຳຖາມ​ເສີມ:

1. ອ່ານ​ມັດທາຍ 14:1-32.

(ກ) ເລື່ອງ​ໃນ​ມັດທາຍ 14:23-32 ໃຫ້​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ກ່ຽວ​ກັບ​ນິດໄສ​ໃຈ​ຄໍ​ຂອງ​ເປໂຕ​ແນວ​ໃດ?

(ຂ) ບັນທຶກ​ໃນ​ພະ​ຄຳພີ​ຊີ້​ບອກ​ແນວ​ໃດ​ວ່າ​ເປໂຕ​ອາວຸໂສ​ຂຶ້ນ​ແລະ​ເອົາ​ຊະນະ​ນິດໄສ​ໃຈ​ຮ້ອນ​ຂອງ​ຕົນ​ໄດ້? (ມັດ. 14:27-30; ໂຍ. 18:10; 21:7; ກິດ. 2:14, 37-40; 1 ເປ. 5:6, 10)

2. ອ່ານ​ມັດທາຍ 15:29-38.

ພະ​ເຍຊູ​ສະແດງ​ຄວາມ​ນັບຖື​ຕໍ່​ການ​ຈັດ​ຕຽມ​ດ້ານ​ວັດຖຸ​ທີ່​ມາ​ຈາກ​ພະ​ບິດາ​ຂອງ​ພະອົງ​ແນວ​ໃດ? (ມັດ. 15:37; ໂຍ. 6:12; ໂກໂລ. 3:15)

3. ອ່ານ​ໂຍຮັນ 6:1-21.

ໃນ​ທຸກ​ມື້​ນີ້​ຄລິດສະຕຽນ​ຈະ​ຕິດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ​ໃນ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ລັດຖະບານ​ໄດ້​ແນວ​ໃດ? (ໂຍ. 6:15; ມັດ. 22:21; ໂລມ 12:2; 13:1-4)

ບົດ 94

ພະອົງ​ຮັກ​ເດັກ​ນ້ອຍ

1. ໃນ​ລະຫວ່າງ​ທີ່​ພວກ​ອັກຄະສາວົກ​ພວມ​ກັບ​ມາ​ຈາກ​ການ​ເດີນ​ທາງ​ໄກ ເຂົາ​ເຈົ້າ​ໄດ້​ໂຕ້​ຖຽງ​ກັນ​ເລື່ອງ​ໃດ?

2. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເອີ້ນ​ເດັກ​ນ້ອຍ​ຊາຍ​ຄົນ​ນຶ່ງ​ໃຫ້​ມາ​ຢືນ​ຢູ່​ທ່າມກາງ​ພວກ​ອັກຄະສາວົກ?

3. ພວກ​ອັກຄະສາວົກ​ຄວນ​ຮຽນ​ທີ່​ຈະ​ເປັນ​ຄື​ເດັກ​ນ້ອຍ​ໃນ​ແງ່​ໃດ?

4. ບໍ່​ຫຼາຍ​ເດືອນ​ຕໍ່​ມາ ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະອົງ​ຮັກ​ເດັກ​ນ້ອຍ?

ຄຳຖາມ​ເສີມ:

1. ອ່ານ​ມັດທາຍ 18:1-4.

ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ສອນ​ໂດຍ​ໃຊ້​ຕົວຢ່າງ? (ມັດ. 13:34, 36; ມໂກ. 4:33, 34)

2. ອ່ານ​ມັດທາຍ 19:13-15.

ຖ້າ​ເຮົາ​ຢາກ​ມີ​ສ່ວນ​ຮ່ວມ​ໃນ​ພະ​ພອນ​ແຫ່ງ​ລາຊະອານາຈັກ ເຮົາ​ຕ້ອງ​ຮຽນ​ແບບ​ຄຸນສົມບັດ​ອັນ​ໃດ​ຂອງ​ເດັກ​ນ້ອຍ? (ເພງ. 25:9; 138:6; 1 ໂກ. 14:20)

3. ອ່ານ​ມາລະໂກ 9:33-37.

ໃນ​ເລື່ອງ​ຄວາມ​ຢາກ​ໄດ້​ຕຳແໜ່ງ​ທີ່​ມີ​ຊື່ສຽງ ພະ​ເຍຊູ​ສອນ​ສາວົກ​ຂອງ​ພະອົງ​ວ່າ​ແນວ​ໃດ? (ມໂກ. 9:35; ມັດ. 20:25, 26; ຄລາ. 6:3; ຟີລິບ 2:5-8)

4. ອ່ານ​ມາລະໂກ 10:13-16.

ພະ​ເຍຊູ​ເປັນ​ຜູ້​ທີ່​ເຂົ້າ​ຫາ​ງ່າຍ​ແນວ​ໃດ ແລະ​ຄລິດສະຕຽນ​ຜູ້​ເຖົ້າ​ແກ່​ສາມາດ​ຮຽນ​ອັນ​ໃດ​ໄດ້​ຈາກ​ຕົວຢ່າງ​ຂອງ​ພະອົງ? (ມໂກ. 6:30-34; ຟີລິບ 2:1-4; 1 ຕີໂມ. 4:12)

ບົດ 95

ວິທີ​ທີ່​ພະ​ເຍຊູ​ສັ່ງ​ສອນ

1. ຊາຍ​ຄົນ​ນຶ່ງ​ຖາມ​ພະ​ເຍຊູ​ວ່າ​ແນວ​ໃດ ແລະ​ຍ້ອນ​ຫຍັງ?

2. ບາງ​ຄັ້ງ​ພະ​ເຍຊູ​ສັ່ງ​ສອນ​ໂດຍ​ໃຊ້​ຫຍັງ ແລະ​ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ກ່ຽວ​ກັບ​ຊາວ​ຍິວ​ແລະ​ຊາວ​ສະມາລີ?

3. ໃນ​ເລື່ອງ​ທີ່​ພະ​ເຍຊູ​ເລົ່າ ເກີດ​ຫຍັງ​ຂຶ້ນ​ກັບ​ຊາວ​ຍິວ​ຄົນ​ນຶ່ງ​ທີ່​ພວມ​ເດີນ​ທາງ​ໄປ​ເມືອງ​ເຢລິໂກ?

4. ເມື່ອ​ປະໂລຫິດ​ຊາວ​ຍິວ​ແລະ​ຊາວ​ເລວີ​ຍ່າງ​ຜ່ານ​ມາ​ທາງ​ນັ້ນ​ແລ້ວ​ເຫດການ​ເປັນ​ແນວ​ໃດ?

5. ໃນ​ຮູບ ໃຜ​ພວມ​ຊ່ວຍ​ຊາວ​ຍິວ​ທີ່​ບາດເຈັບ?

6. ເມື່ອ​ພະ​ເຍຊູ​ເລົ່າ​ເລື່ອງ​ຈົບ​ແລ້ວ ພະອົງ​ຖາມ​ແນວ​ໃດ ແລະ​ຜູ້​ຊາຍ​ຄົນ​ນັ້ນ​ຕອບ​ວ່າ​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ລຶກາ 10:25-37.

(ກ) ແທນ​ທີ່​ຈະ​ຕອບ​ກົງໆ ພະ​ເຍຊູ​ຊ່ວຍ​ຊາຍ​ທີ່​ຊຳນານ​ໃນ​ເລື່ອງ​ພະບັນຍັດ​ໃຫ້​ຫາ​ເຫດຜົນ​ໃນ​ເລື່ອງ​ນີ້​ແນວ​ໃດ? (ລຶກາ 10:26; ມັດ. 16:13-16)

(ຂ) ພະ​ເຍຊູ​ໃຊ້​ຕົວຢ່າງ​ເພື່ອ​ເອົາ​ຊະນະ​ຄວາມ​ມີ​ອະຄະຕິ​ຂອງ​ຜູ້​ຟັງ​ໂດຍ​ວິທີ​ໃດ? (ລຶກາ 10:36, 37; 18:9-14; ຕິໂຕ 1:9)

ບົດ 96

ພະ​ເຍຊູ​ປິ່ນປົວ​ຄົນ​ປ່ວຍ​ໃຫ້​ຫາຍ​ດີ

1. ເມື່ອ​ເດີນ​ທາງ​ໄປ​ທົ່ວ​ປະເທດ ພະ​ເຍຊູ​ໄດ້​ເຮັດ​ຫຍັງ?

2. ປະມານ​ສາມ​ປີ​ຫຼັງ​ຈາກ​ພະ​ເຍຊູ​ຮັບ​ບັບເຕມາ ພະອົງ​ບອກ​ພວກ​ອັກຄະສາວົກ​ວ່າ​ແນວ​ໃດ?

3. ຄົນ​ທີ່​ຢູ່​ໃນ​ຮູບ​ນີ້​ມີ​ໃຜ​ແດ່ ແລະ​ພະ​ເຍຊູ​ໄດ້​ເຮັດ​ຫຍັງ​ໃຫ້​ຜູ້​ຍິງ​ຄົນ​ນີ້?

4. ເປັນ​ຫຍັງ​ຄຳຕອບ​ຂອງ​ພະ​ເຍຊູ​ຕໍ່​ຂໍ້​ຄັດ​ຄ້ານ​ຂອງ​ພວກ​ຫົວໜ້າ​ສາສະໜາ​ຈຶ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ລະອາຍ​ໃຈ?

5. ເມື່ອ​ພະ​ເຍຊູ​ແລະ​ພວກ​ອັກຄະສາວົກ​ມາ​ໃກ້​ເມືອງ​ເຢລິໂກ ພະ​ເຍຊູ​ໄດ້​ເຮັດ​ຫຍັງ​ໃຫ້​ຄົນ​ຂໍ​ທານ​ທີ່​ຕາ​ບອດ​ສອງ​ຄົນ?

6. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເຮັດ​ການ​ອັດສະຈັນ?

ຄຳຖາມ​ເສີມ:

1. ອ່ານ​ມັດທາຍ 15:30, 31.

ອຳນາດ​ທີ່​ໜ້າ​ອັດສະຈັນ​ແນວ​ໃດ​ຂອງ​ພະ​ເຢໂຫວາ​ທີ່​ສະແດງ​ໂດຍ​ທາງ​ພະ​ເຍຊູ ແລະ​ເລື່ອງ​ນີ້​ຄວນ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ສັນຍາ​ຈະ​ເຮັດ​ໃນ​ໂລກ​ໃໝ່? (ເພງ. 37:29; ເອຊາ. 33:24)

2. ອ່ານ​ລຶກາ 13:10-17.

ຄວາມ​ຈິງ​ທີ່​ວ່າ​ພະ​ເຍຊູ​ເຮັດ​ການ​ອັດສະຈັນ​ບາງ​ຢ່າງ​ທີ່​ເດັ່ນ​ທີ່​ສຸດ​ໃນ​ວັນ​ຊະບາໂຕ ສະແດງ​ເຖິງ​ການ​ບັນເທົາ​ທຸກ​ທີ່​ພະອົງ​ຈະ​ເຮັດ​ເພື່ອ​ມະນຸດ​ຊາດ​ໃນ​ລະຫວ່າງ​ການ​ປົກຄອງ​ພັນ​ປີ​ຂອງ​ພະອົງ​ຄື​ແນວ​ໃດ? (ລຶກາ 13:10-13; ເພງ. 46:9; ມັດ. 12:8; ໂກໂລ. 2:16, 17; ຄຳປ. 21:1-4)

3. ອ່ານ​ມັດທາຍ 20:29-34.

ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຍຊູ​ບໍ່​ເຄີຍ​ຫຍຸ້ງ​ວຽກ​ຫຼາຍ​ໂພດ​ທີ່​ຈະ​ຊ່ວຍ​ປະຊາຊົນ ແລະ​ເຮົາ​ຮຽນ​ຫຍັງ​ໄດ້​ແດ່​ຈາກ​ເລື່ອງ​ນີ້? (ບັນຍັດ. 15:7; ຍໂກ. 2:15, 16; 1 ໂຍ. 3:17)

ບົດ 97

ພະ​ເຍຊູ​ສະເດັດ​ໃນ​ຖານະ​ກະສັດ

1. ເມື່ອ​ພະ​ເຍຊູ​ມາ​ເຖິງ​ຫມູ່​ບ້ານ​ນ້ອຍໆ ແຫ່ງ​ນຶ່ງ​ໃກ້​ເມືອງ​ເຢຣຶຊາເລມ ພະອົງ​ບອກ​ພວກ​ສາວົກ​ໃຫ້​ເຮັດ​ຫຍັງ?

2. ໃນ​ຮູບ​ນີ້ ເມື່ອ​ພະ​ເຍຊູ​ມາ​ໃກ້​ເມືອງ​ເຢຣຶຊາເລມ​ມີ​ຫຍັງ​ເກີດ​ຂຶ້ນ?

3. ເມື່ອ​ເຫັນ​ພະ​ເຍຊູ​ປົວ​ຄົນ​ຕາ​ບອດ​ແລະ​ຄົນ​ງ່ອຍ​ໃຫ້​ຫາຍ​ດີ ພວກ​ເດັກ​ນ້ອຍ​ຈຶ່ງ​ພາ​ກັນ​ເຮັດ​ຫຍັງ?

4. ພະ​ເຍຊູ​ບອກ​ປະໂລຫິດ​ທີ່​ເຄືອງ​ໃຈ​ວ່າ​ແນວ​ໃດ?

5. ເຮົາ​ຈະ​ເປັນ​ຄື​ພວກ​ເດັກ​ນ້ອຍ​ທີ່​ສັນລະເສີນ​ພະ​ເຍຊູ​ໄດ້​ແນວ​ໃດ?

6. ພວກ​ສາວົກ​ຢາກ​ຮູ້​ຫຍັງ?

ຄຳຖາມ​ເສີມ:

1. ອ່ານ​ມັດທາຍ 21:1-17.

(ກ) ການ​ເຂົ້າ​ໄປ​ເມືອງ​ເຢຣຶຊາເລມ​ຂອງ​ພະ​ເຍຊູ​ໃນ​ຖານະ​ກະສັດ​ຕ່າງ​ກັນ​ກັບ​ແມ່ທັບ​ທີ່​ໄດ້​ໄຊ​ຊະນະ​ໃນ​ສະໄໝ​ໂລມ​ຢ່າງ​ໃດ? (ມັດ. 21:4, 5; ຊກາ. 9:9; ຟີລິບ 2:5-8; ໂກໂລ. 2:15)

(ຂ) ບົດຮຽນ​ຫຍັງ​ທີ່​ເດັກ​ນ້ອຍ​ອາດ​ຮຽນ​ໄດ້​ຈາກ​ພວກ​ເດັກ​ຊາຍ​ຊາວ​ຍິດສະລາເອນ​ທີ່​ຍົກ​ເອົາ​ຂໍ້​ຄວາມ​ຈາກ​ຄຳເພງ​ບົດ 118 ມາ​ກ່າວ​ຕອນ​ທີ່​ພະ​ເຍຊູ​ເຂົ້າ​ໄປ​ໃນ​ວິຫານ? (ມັດ. 21:9, 15; ເພງ. 118:25, 26; 2 ຕີໂມ. 3:15; 2 ເປ. 3:18)

2. ອ່ານ​ໂຍຮັນ 12:12-16.

ການ​ທີ່​ປະຊາຊົນ​ໃຊ້​ງ່າ​ຕົ້ນ​ຕານ​ເພື່ອ​ຕ້ອນຮັບ​ພະ​ເຍຊູ​ເປັນ​ສັນຍະລັກ​ເຖິງ​ສິ່ງ​ໃດ? (ໂຍ. 12:13; ຟີລິບ 2:10; ຄຳປ. 7:9, 10)

ບົດ 98

ເທິງ​ພູເຂົາ​ກົກ​ໝາກ​ກອກ

1. ໃນ​ຮູບ​ນີ້​ພະ​ເຍຊູ​ແມ່ນ​ຜູ້​ໃດ ແລະ​ໃຜ​ຢູ່​ກັບ​ພະອົງ?

2. ຕອນ​ທີ່​ຢູ່​ໃນ​ວິຫານ​ພວກ​ປະໂລຫິດ​ພະຍາຍາມ​ຈະ​ເຮັດ​ຫຍັງ​ພະ​ເຍຊູ ແລະ​ພະອົງ​ເວົ້າ​ກັບ​ພວກ​ເຂົາ​ວ່າ​ແນວ​ໃດ?

3. ພວກ​ອັກຄະສາວົກ​ຖາມ​ພະ​ເຍຊູ​ວ່າ​ແນວ​ໃດ?

4. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ບອກ​ພວກ​ອັກຄະສາວົກ​ໃຫ້​ຮູ້​ບາງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ເທິງ​ແຜ່ນດິນ​ໂລກ​ຕອນ​ທີ່​ພະອົງ​ເປັນ​ກະສັດ​ປົກຄອງ​ໃນ​ສະຫວັນ?

5. ພະ​ເຍຊູ​ບອກ​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກ່ອນ​ທີ່​ພະອົງ​ຈະ​ເຮັດ​ໃຫ້​ຄວາມ​ຊົ່ວ​ທັງ​ໝົດ​ທີ່​ມີ​ເທິງ​ແຜ່ນດິນ​ໂລກ​ສິ້ນ​ສຸດ​ລົງ?

ຄຳຖາມ​ເສີມ:

1. ອ່ານ​ມັດທາຍ 23:1-39.

(ກ) ເຖິງ​ແມ່ນ​ພະ​ຄຳພີ​ຊີ້​ບອກ​ວ່າ​ການ​ໃຊ້​ຍົດ​ສັກ​ໃນ​ທາງ​ໂລກ​ອາດ​ຈະ​ເໝາະ​ສົມ ແຕ່​ຖ້ອຍ​ຄຳ​ຂອງ​ພະ​ເຍຊູ​ໃນ​ມັດທາຍ 23:8-11 ສະແດງ​ໃຫ້​ເຫັນ​ສິ່ງ​ໃດ​ກ່ຽວ​ກັບ​ການ​ໃຊ້​ຍົດ​ສັກ​ພາຍ​ໃນ​ປະຊາຄົມ​ຄລິດສະຕຽນ​ເພື່ອ​ໃຫ້​ໄດ້​ຮັບ​ການ​ຍົກຍ້ອງ​ເກີນ​ຄວນ? (ກິດ. 26:25; ໂລມ 13:7; 1 ເປ. 2:13, 14)

(ຂ) ພວກ​ຟາລິຊຽນ​ໄດ້​ເຮັດ​ຫຍັງ​ເພື່ອ​ພະຍາຍາມ​ຂັດ​ຂວາງ​ປະຊາຊົນ​ບໍ່​ໃຫ້​ມາ​ເປັນ​ຄລິດສະຕຽນ ແລະ​ພວກ​ຫົວໜ້າ​ສາສະໜາ​ໃຊ້​ແຜນການ​ທີ່​ຄ້າຍ​ກັນ​ແນວ​ໃດ​ໃນ​ສະໄໝ​ປັດຈຸບັນ​ນີ້? (ມັດ. 23:13; ລຶກາ 11:52; ໂຍ. 9:22; 12:42; 1 ເທ. 2:16)

2. ອ່ານ​ມັດທາຍ 24:1-14.

(ກ) ມີ​ການ​ເນັ້ນ​ຄວາມ​ສຳຄັນ​ຂອງ​ຄວາມ​ອົດ​ທົນ​ໃນ​ມັດທາຍ 24:13 ແນວ​ໃດ?

(ຂ) ຄຳ​ວ່າ “ທີ່​ສຸດ” ໃນ​ມັດທາຍ 24:13 ໝາຍ​ຄວາມ​ວ່າ​ແນວ​ໃດ? (ມັດ. 16:27; ໂລມ 14:10-12; 2 ໂກ. 5:10)

3. ອ່ານ​ມາລະໂກ 13:3-10.

ຖ້ອຍ​ຄຳ​ໃດ​ໃນ​ມາລະໂກ 13:10 ສະແດງ​ໃຫ້​ເຫັນ​ຄວາມ​ຮີບ​ດ່ວນ​ໃນ​ການ​ປະກາດ​ຂ່າວ​ດີ ແລະ​ຖ້ອຍ​ຄຳ​ຂອງ​ພະ​ເຍຊູ​ຄວນ​ຈະ​ມີ​ຜົນ​ກະທົບ​ຕໍ່​ເຮົາ​ຢ່າງ​ໃດ? (ໂລມ 13:11, 12; 1 ໂກ. 7:29-31; 2 ຕີໂມ. 4:2)

ບົດ 99

ໃນ​ຫ້ອງ​ຊັ້ນ​ເທິງ

1. ດັ່ງ​ທີ່​ຮູບ​ສະແດງ​ໃຫ້​ເຫັນ ເປັນ​ຫຍັງ​ພະ​ເຍຊູ​ແລະ​ພວກ​ອັກຄະສາວົກ 12 ຄົນ​ຈຶ່ງ​ຢູ່​ໃນ​ຫ້ອງ​ໃຫຍ່​ຊັ້ນ​ເທິງ?

2. ຜູ້​ຊາຍ​ທີ່​ພວມ​ອອກ​ໄປ​ແມ່ນ​ໃຜ ແລະ​ລາວ​ພວມ​ຈະ​ໄປ​ເຮັດ​ຫຍັງ?

3. ຫຼັງ​ຈາກ​ກິນ​ປັດສະຄາ​ແລ້ວ ພະ​ເຍຊູ​ເລີ່ມ​ຕັ້ງ​ອາຫານ​ມື້​ພິເສດ​ອັນ​ໃດ?

4. ປັດສະຄາ​ເຕືອນ​ໃຫ້​ຊາວ​ຍິດສະລາເອນ​ນຶກ​ເຖິງ​ເຫດການ​ໃດ ແລະ​ອາຫານ​ມື້​ພິເສດ​ນີ້​ເຕືອນ​ໃຫ້​ພວກ​ອັກຄະສາວົກ​ຂອງ​ພະ​ເຍຊູ​ລະນຶກ​ເຖິງ​ຫຍັງ?

5. ຫຼັງ​ຈາກ​ອາຫານ​ແລງ​ຂອງ​ອົງ​ພະ​ຜູ້​ເປັນ​ເຈົ້າ ພະ​ເຍຊູ​ບອກ​ພວກ​ອັກຄະສາວົກ​ວ່າ​ແນວ​ໃດ ແລະ​ພວກ​ເຂົາ​ເຮັດ​ຫຍັງ?

ຄຳຖາມ​ເສີມ:

1. ອ່ານ​ມັດທາຍ 26:14-30.

(ກ) ມັດທາຍ 26:15 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ການ​ທີ່​ຢູດາ​ທໍລະຍົດ​ພະ​ເຍຊູ​ເປັນ​ການ​ກະທຳ​ໂດຍ​ເຈຕະນາ?

(ຂ) ເລືອດ​ຂອງ​ພະ​ເຍຊູ​ທີ່​ໄຫຼ​ອອກ​ແມ່ນ​ເພື່ອ​ຈຸດ​ປະສົງ​ສອງ​ຢ່າງ​ຫຍັງ​ແດ່? (ມັດ. 26:27, 28; ຢເຣ. 31:31-33; ເອເຟ. 1:7; ເຫບ. 9:19, 20)

2. ອ່ານ​ລຶກາ 22:1-39.

ຊາຕານ​ໄດ້​ເຂົ້າ​ສິງ​ຢູ່​ໃນ​ທ່ານ​ຢູດາ​ໃນ​ຄວາມ​ໝາຍ​ໃດ? (ລຶກາ 22:3; ໂຍ. 13:2; ກິດ. 1:24, 25)

3. ອ່ານ​ໂຍຮັນ 13:1-20.

(ກ) ເມື່ອ​ນຶກ​ເຖິງ​ເລື່ອງ​ໃນ​ໂຍຮັນ 13:2 ຈະ​ໂທດ​ຢູດາ​ໃນ​ສິ່ງ​ທີ່​ລາວ​ເຮັດ​ບໍ ແລະ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ສາມາດ​ຖອດ​ຖອນ​ບົດຮຽນ​ອັນ​ໃດ​ຈາກ​ເລື່ອງ​ນີ້? (ຕົ້ນ. 4:7; 2 ໂກ. 2:11; ຄລາ. 6:1; ຍໂກ. 1:13, 14)

(ຂ) ພະ​ເຍຊູ​ໄດ້​ສອນ​ບົດຮຽນ​ທີ່​ເປັນ​ແບບ​ຢ່າງ​ຊຶ່ງ​ມີ​ພະລັງ​ອັນ​ໃດ? (ໂຍ. 13:15; ມັດ. 23:11; 1 ເປ. 2:21)

4. ອ່ານ​ໂຍຮັນ 17:1-26.

ພະ​ເຍຊູ​ອະທິດຖານ​ໃຫ້​ຜູ້​ຕິດ​ຕາມ​ຂອງ​ພະອົງ​ເປັນ “ອັນ​ນຶ່ງ” ໃນ​ຄວາມ​ໝາຍ​ໃດ? (ໂຍ. 17:11, 21-23; ໂລມ 13:8; 14:19; ໂກໂລ. 3:14)

ບົດ 100

ພະ​ເຍຊູ​ຂະນະ​ຢູ່​ໃນ​ສວນ

1. ເມື່ອ​ອອກ​ຈາກ​ຫ້ອງ​ຊັ້ນ​ເທິງ​ແລ້ວ ພະ​ເຍຊູ​ແລະ​ພວກ​ອັກຄະສາວົກ​ໄປ​ໃສ ແລະ​ພະອົງ​ບອກ​ໃຫ້​ເຂົາ​ເຈົ້າ​ເຮັດ​ຫຍັງ?

2. ເມື່ອ​ພະ​ເຍຊູ​ກັບ​ມາ​ບ່ອນ​ທີ່​ພວກ​ອັກຄະສາວົກ​ຢູ່ ພະອົງ​ພົບ​ຫຍັງ ແລະ​ເຫດການ​ແບບ​ນີ້​ເກີດ​ຂຶ້ນ​ຈັກ​ເທື່ອ?

3. ດັ່ງ​ທີ່​ເຫັນ​ໃນ​ຮູບ​ນີ້ ໃຜ​ເຂົ້າ​ມາ​ໃນ​ສວນ ແລະ​ຢູດາ​ອີດສະກາລີໂອດ​ເຮັດ​ຫຍັງ?

4. ເປັນ​ຫຍັງ​ຢູດາ​ຈຶ່ງ​ຈູບ​ພະ​ເຍຊູ ແລະ​ເປໂຕ​ໄດ້​ເຮັດ​ຫຍັງ?

5. ພະ​ເຍຊູ​ບອກ​ເປໂຕ​ວ່າ​ແນວ​ໃດ ແຕ່​ເປັນ​ຫຍັງ​ພະ​ເຍຊູ​ບໍ່​ໄດ້​ຂໍ​ພະເຈົ້າ​ໃຫ້​ສົ່ງ​ທູດ​ສະຫວັນ​ຈັກ​ອົງ​ລົງ​ມາ?

ຄຳຖາມ​ເສີມ:

1. ອ່ານ​ມັດທາຍ 26:36-56.

(ກ) ວິທີ​ທີ່​ພະ​ເຍຊູ​ໃຫ້​ຄຳ​ແນະນຳ​ແກ່​ສາວົກ​ຂອງ​ພະອົງ​ເປັນ​ຕົວຢ່າງ​ທີ່​ດີ​ສຳລັບ​ຄລິດສະຕຽນ​ຜູ້​ເຖົ້າ​ຜູ້​ແກ່​ໃນ​ທຸກ​ມື້​ນີ້​ແນວ​ໃດ? (ມັດ. 20:25-28; 26:40, 41; ຄລາ. 5:17; ເອເຟ. 4:29, 31, 32)

(ຂ) ພະ​ເຍຊູ​ມີ​ທັດສະນະ​ແນວ​ໃດ​ຕໍ່​ເລື່ອງ​ການ​ໃຊ້​ອາວຸດ​ເພື່ອ​ຂ້າ​ເພື່ອນ​ມະນຸດ​ດ້ວຍ​ກັນ? (ມັດ. 26:52; ລຶກາ 6:27, 28; ໂຍ. 18:36)

2. ອ່ານ​ລຶກາ 22:39-53.

ເມື່ອ​ທູດ​ສະຫວັນ​ມາ​ປາກົດ​ຕົວ​ຕໍ່​ພະ​ເຍຊູ​ຢູ່​ໃນ​ສວນ​ເຄດເຊມາເນ​ເພື່ອ​ເສີມ​ກຳລັງ​ພະອົງ ນີ້​ສະແດງ​ວ່າ​ຄວາມ​ເຊື່ອ​ຂອງ​ພະ​ເຍຊູ​ກຳລັງ​ສັ່ນ​ຄອນ​ບໍ? ຈົ່ງ​ອະທິບາຍ. (ລຶກາ 22:41-43; ເອຊາ. 49:8; ມັດ. 4:10, 11; ເຫບ. 5:7)

3. ອ່ານ​ໂຍຮັນ 18:1-12.

ພະ​ເຍຊູ​ປົກ​ປ້ອງ​ສາວົກ​ຂອງ​ພະອົງ​ຈາກ​ພວກ​ຜູ້​ຕໍ່​ຕ້ານ​ຢ່າງ​ໃດ ແລະ​ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ນີ້? (ໂຍ. 10:11, 12; 18:1, 6-9; ເຫບ. 13:6; ຍໂກ. 2:25)

ບົດ 101

ພະ​ເຍຊູ​ຖືກ​ປະຫານ

1. ໃຜ​ຕ້ອງ​ຮັບ​ຜິດ​ຊອບ​ເປັນ​ອັນ​ດັບ​ທຳອິດ​ໃນ​ການ​ຕາຍ​ຂອງ​ພະ​ເຍຊູ?

2. ເມື່ອ​ພວກ​ຫົວໜ້າ​ສາສະໜາ​ຈັບ​ພະ​ເຍຊູ ພວກ​ອັກຄະສາວົກ​ເຮັດ​ແນວ​ໃດ?

3. ມີ​ຫຍັງ​ເກີດ​ຂຶ້ນ​ຢູ່​ບ້ານ​ຂອງ​ປະໂລຫິດ​ໃຫຍ່​ກາອີເຟ?

4. ເປັນ​ຫຍັງ​ເປໂຕ​ຈຶ່ງ​ໜີ​ໄປ​ແລະ​ຮ້ອງໄຫ້?

5. ຫຼັງ​ຈາກ​ພະ​ເຍຊູ​ຖືກ​ສົ່ງ​ກັບ​ມາ​ຫາ​ພີລາດ ພວກ​ປະໂລຫິດ​ໃຫຍ່​ຮ້ອງ​ວ່າ​ແນວ​ໃດ?

6. ມື້​ວັນ​ສຸກ​ຫຼັງ​ທ່ຽງ​ເກີດ​ຫຍັງ​ຂຶ້ນ​ກັບ​ພະ​ເຍຊູ ແລະ​ພະອົງ​ສັນຍາ​ສິ່ງ​ໃດ​ກັບ​ຜູ້​ຮ້າຍ​ຄົນ​ນຶ່ງ​ທີ່​ຖືກ​ຄຶງ​ຢູ່​ເທິງ​ເສົາ​ທໍລະມານ​ທາງ​ຂ້າງ​ພະອົງ?

7. ອຸດທະຍານ​ທີ່​ພະ​ເຍຊູ​ກ່າວ​ເຖິງ​ຈະ​ຢູ່​ໃສ?

ຄຳຖາມ​ເສີມ:

1. ອ່ານ​ມັດທາຍ 26:57-75.

ສະມາຊິກ​ສານ​ສູງ​ຂອງ​ຊາວ​ຍິວ​ສະແດງ​ໃຫ້​ເຫັນ​ໃນ​ທາງ​ໃດ​ວ່າ​ຫົວໃຈ​ຂອງ​ພວກ​ເຂົາ​ຊົ່ວ​ຮ້າຍ? (ມັດ. 26:59, 67, 68)

2. ອ່ານ​ມັດທາຍ 27:1-50.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້​ວ່າ​ຢູດາ​ບໍ່​ໄດ້​ສຳນຶກ​ຜິດ​ຢ່າງ​ແທ້​ຈິງ? (ມັດ. 27:3, 4; ມໂກ. 3:29; 14:21; 2 ໂກ. 7:10, 11)

3. ອ່ານ​ລຶກາ 22:54-71.

ບົດຮຽນ​ຫຍັງ​ທີ່​ເຮົາ​ໄດ້​ຈາກ​ເລື່ອງ​ທີ່​ເປໂຕ​ປະຕິເສດ​ພະ​ເຍຊູ​ໃນ​ຄືນ​ທີ່​ພະອົງ​ຖືກ​ທໍລະຍົດ​ແລະ​ຖືກ​ຈັບ? (ລຶກາ 22:60-62; ມັດ. 26:31-35; 1 ໂກ. 10:12)

4. ອ່ານ​ລຶກາ 23:1-49.

ພະ​ເຍຊູ​ສະແດງ​ອາການ​ແນວ​ໃດ​ຕໍ່​ຄວາມ​ບໍ່​ຍຸຕິທຳ​ທີ່​ເຮັດ​ກັບ​ພະອົງ ແລະ​ເຮົາ​ໄດ້​ບົດຮຽນ​ອັນ​ໃດ​ຈາກ​ເລື່ອງ​ນີ້? (ລຶກາ 23:33, 34; ໂລມ 12:17-19; 1 ເປ. 2:23)

5. ອ່ານ​ໂຍຮັນ 18:12-40.

ເຖິງ​ແມ່ນ​ວ່າ​ເປໂຕ​ຈະ​ຢຸດ​ນິ້ງ​ໄປ​ໄລຍະ​ນຶ່ງ​ຍ້ອນ​ຄວາມ​ຢ້ານ​ໜ້າ​ມະນຸດ ແຕ່​ລາວ​ຟື້ນ​ຕົວ​ຂຶ້ນ​ຈົນ​ກາຍ​ເປັນ​ອັກຄະສາວົກ​ທີ່​ໂດດ​ເດັ່ນ​ຄົນ​ນຶ່ງ ນີ້​ຍ່ອມ​ສະແດງ​ໃຫ້​ເຫັນ​ຫຍັງ? (ໂຍ. 18:25-27; 1 ໂກ. 4:2; 1 ເປ. 3:14, 15; 5:8, 9)

6. ອ່ານ​ໂຍຮັນ 19:1-30.

(ກ) ພະ​ເຍຊູ​ມີ​ທັດສະນະ​ທີ່​ດຸນດ່ຽງ​ໃນ​ເລື່ອງ​ສິ່ງ​ຝ່າຍ​ວັດຖຸ​ແນວ​ໃດ? (ໂຍ. 2:1, 2, 9, 10; 19:23, 24; ມັດ. 6:31, 32; 8:20)

(ຂ) ຄຳ​ເວົ້າ​ຂອງ​ພະ​ເຍຊູ​ຕອນ​ໃກ້​ຈະ​ສິ້ນ​ຊີວິດ​ເປັນ​ການ​ປະກາດ​ໄຊ​ຊະນະ​ໃນ​ເລື່ອງ​ທີ່​ວ່າ ພະອົງ​ສະໜັບສະຫນູນ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ແນວ​ໃດ? (ໂຍ. 16:33; 19:30; 2 ເປ. 3:14; 1 ໂຍ. 5:4)

ບົດ 102

ພະ​ເຍຊູ​ມີ​ຊີວິດ​ຢູ່

1. ຜູ້​ຍິງ​ທີ່​ຢູ່​ໃນ​ຮູບ​ແມ່ນ​ໃຜ ຜູ້​ຊາຍ​ສອງ​ຄົນ​ແມ່ນ​ໃຜ ແລະ​ເຂົາ​ເຈົ້າ​ຢູ່​ໃສ?

2. ເປັນ​ຫຍັງ​ພີລາດ​ຈຶ່ງ​ບອກ​ພວກ​ປະໂລຫິດ​ໃຫ້​ສົ່ງ​ທະຫານ​ໄປ​ເຝົ້າ​ອຸມົງ​ຝັງ​ສົບ​ຂອງ​ພະ​ເຍຊູ?

3. ຕອນ​ເຊົ້າ​ມືດ​ໃນ​ມື້​ທີ​ສາມ​ຫຼັງ​ຈາກ​ທີ່​ພະ​ເຍຊູ​ຕາຍ ທູດ​ສະຫວັນ​ອົງ​ນຶ່ງ​ໄດ້​ເຮັດ​ຫຍັງ ແຕ່​ພວກ​ປະໂລຫິດ​ພັດ​ເຮັດ​ຫຍັງ?

4. ເປັນ​ຫຍັງ​ພວກ​ຜູ້​ຍິງ​ບາງ​ຄົນ​ຈຶ່ງ​ປະຫຼາດ​ໃຈ​ເມື່ອ​ໄປ​ທີ່​ອຸມົງ​ຝັງ​ສົບ​ຂອງ​ພະ​ເຍຊູ?

5. ເປັນ​ຫຍັງ​ເປໂຕ​ແລະ​ໂຍຮັນ​ຈຶ່ງ​ແລ່ນ​ໄປ​ອຸມົງ​ຝັງ​ສົບ​ຂອງ​ພະ​ເຍຊູ ແລະ​ພວກ​ເຂົາ​ພົບ​ເຫັນ​ຫຍັງ?

6. ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ສົບ​ຂອງ​ພະ​ເຍຊູ ແຕ່​ພະອົງ​ເຮັດ​ແນວ​ໃດ​ເພື່ອ​ສະແດງ​ໃຫ້​ພວກ​ສາວົກ​ເຫັນ​ວ່າ​ພະອົງ​ມີ​ຊີວິດ​ຢູ່?

ຄຳຖາມ​ເສີມ:

1. ອ່ານ​ມັດທາຍ 27:62-66 ແລະ 28:1-15.

ໃນ​ຕອນ​ທີ່​ພະ​ເຍຊູ​ໄດ້​ຮັບ​ການ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ພວກ​ປະໂລຫິດ​ໃຫຍ່ ພວກ​ຟາລິຊຽນ ແລະ​ພວກ​ຜູ້​ເຖົ້າ​ແກ່ ໄດ້​ເຮັດ​ບາບ​ຕໍ່​ພະ​ວິນຍານ​ບໍລິສຸດ​ແນວ​ໃດ? (ມັດ. 12:24, 31, 32; 28:11-15)

2. ອ່ານ​ລຶກາ 24:1-12.

ເລື່ອງ​ທີ່​ພະ​ເຍຊູ​ໄດ້​ຮັບ​ການ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຖື​ວ່າ​ຜູ້​ຍິງ​ເປັນ​ພິຍານ​ທີ່​ເຊື່ອ​ຖື​ໄດ້​ແນວ​ໃດ? (ລຶກາ 24:4, 9, 10; ມັດ. 28:1-7)

3. ອ່ານ​ໂຍຮັນ 20:1-12.

ຖ້າ​ເຮົາ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ຢ່າງ​ເຕັມທີ​ເຖິງ​ເລື່ອງ​ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຄຳ​ພະຍາກອນ​ໃນ​ຄຳ​ພິ​ໄບເບິນ ໂຍຮັນ 20:8, 9 ຊ່ວຍ​ເຮົາ​ໃຫ້​ເຫັນ​ຄວາມ​ຈຳເປັນ​ທີ່​ຈະ​ຕ້ອງ​ອົດ​ທົນ​ແນວ​ໃດ? (ສຸພາ. 4:18; ມັດ. 17:22, 23; ລຶກາ 24:5-8; ໂຍ. 16:12)

ບົດ 103

ເຂົ້າ​ໄປ​ໃນ​ຫ້ອງ​ທີ່​ໃສ່​ກອນ​ໄວ້

1. ມາລີ​ເວົ້າ​ຫຍັງ​ກັບ​ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ລາວ​ຄິດ​ວ່າ​ເປັນ​ຄົນ​ເຮັດ​ສວນ ແຕ່​ອັນ​ໃດ​ເຮັດ​ໃຫ້​ລາວ​ຮູ້​ວ່າ​ນັ້ນ​ແມ່ນ​ພະ​ເຍຊູ​ແທ້ໆ?

2. ມີ​ເຫດການ​ຫຍັງ​ເກີດ​ຂຶ້ນ​ກັບ​ສາວົກ​ສອງ​ຄົນ​ທີ່​ພວມ​ເດີນ​ທາງ​ໄປ​ຫມູ່​ບ້ານ​ເອມາອຶດ?

3. ເມື່ອ​ສາວົກ​ສອງ​ຄົນ​ເລົ່າ​ໃຫ້​ພວກ​ອັກຄະສາວົກ​ຟັງ​ວ່າ​ເຂົາ​ເຈົ້າ​ເຫັນ​ພະ​ເຍຊູ ມີ​ສິ່ງ​ໜ້າ​ອັດສະຈັນ​ຫຍັງ​ເກີດ​ຂຶ້ນ?

4. ພະ​ເຍຊູ​ປາກົດ​ຕົວ​ຕໍ່​ພວກ​ສາວົກ​ຈັກ​ເທື່ອ?

5. ໂທມາ​ເວົ້າ​ແນວ​ໃດ​ເມື່ອ​ໄດ້​ຍິນ​ວ່າ​ພວກ​ສາວົກ​ເຫັນ​ອົງ​ພະ​ຜູ້​ເປັນ​ເຈົ້າ ແລະ​ອີກ​ແປດ​ມື້​ຕໍ່​ມາ​ມີ​ຫຍັງ​ເກີດ​ຂຶ້ນ?

ຄຳຖາມ​ເສີມ:

1. ອ່ານ​ໂຍຮັນ 20:11-29.

ໃນ​ໂຍຮັນ 20:23 ພະ​ເຍຊູ​ບອກ​ວ່າ​ມະນຸດ​ມີ​ອຳນາດ​ຈະ​ຍົກ​ຄວາມ​ຜິດ​ບາບ​ໄດ້​ບໍ? ຈົ່ງ​ອະທິບາຍ. (ເພງ. 49:2, 7; ເອຊາ. 55:7; 1 ຕີໂມ. 2:5, 6; 1 ໂຍ. 2:1, 2)

2. ອ່ານ​ລຶກາ 24:13-43.

ເຮົາ​ຈະ​ຕຽມ​ຫົວໃຈ​ໃຫ້​ພ້ອມ​ເພື່ອ​ຮັບ​ເອົາ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໄດ້​ແນວ​ໃດ? (ລຶກາ 24:32, 33; ເອເຊດ. 7:10; ມັດ. 5:3; ກິດ. 16:14; ເຫບ. 5:11-14)

ບົດ 104

ພະ​ເຍຊູ​ສະເດັດ​ກັບ​ສະຫວັນ

1. ໃນ​ໂອກາດ​ນຶ່ງ​ມີ​ສາວົກ​ຈັກ​ຄົນ​ທີ່​ເຫັນ​ພະ​ເຍຊູ ແລະ​ພະອົງ​ກ່າວ​ກັບ​ພວກ​ເຂົາ​ເຖິງ​ເລື່ອງ​ໃດ?

2. ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ ແລະ​ເມື່ອ​ພະ​ເຍຊູ​ຈະ​ປົກຄອງ​ໃນ​ຖານະ​ກະສັດ​ເປັນ​ເວລາ​ນຶ່ງ​ພັນ​ປີ ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ຈະ​ເປັນ​ແນວ​ໃດ?

3. ພະ​ເຍຊູ​ປາກົດ​ຕົວ​ຕໍ່​ພວກ​ສາວົກ​ເປັນ​ເວລາ​ຈັກ​ມື້ ແຕ່​ຕອນ​ນີ້​ເຖິງ​ເວລາ​ທີ່​ພະອົງ​ຈະ​ເຮັດ​ຫຍັງ?

4. ກ່ອນ​ທີ່​ຈະ​ຈາກ​ພວກ​ສາວົກ​ຂອງ​ພະອົງ ພະ​ເຍຊູ​ບອກ​ເຂົາ​ເຈົ້າ​ວ່າ​ແນວ​ໃດ?

5. ໃນ​ຮູບ​ນີ້​ພວມ​ເກີດ​ຫຍັງ​ຂຶ້ນ ແລະ​ພະ​ເຍຊູ​ຫາຍ​ໄປ​ຈາກ​ສາຍ​ຕາ​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ 1 ໂກລິນໂທ 15:3-8.

ເປັນ​ຫຍັງ​ອັກຄະສາວົກ​ໂປໂລ​ຈຶ່ງ​ເວົ້າ​ເຖິງ​ເລື່ອງ​ທີ່​ພະ​ເຍຊູ​ໄດ້​ຮັບ​ການ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ດ້ວຍ​ຄວາມ​ໝັ້ນ​ໃຈ ແລະ​ໃນ​ທຸກ​ມື້​ນີ້​ຄລິດສະຕຽນ​ຈະ​ເວົ້າ​ເຖິງ​ເລື່ອງ​ໃດ​ດ້ວຍ​ຄວາມ​ໝັ້ນ​ໃຈ? (1 ໂກ. 15:4, 7, 8; ເອຊາ. 2:2, 3; ມັດ. 24:14; 2 ຕີໂມ. 3:1-5)

2. ອ່ານ​ກິດຈະການ 1:1-11.

ດັ່ງ​ທີ່​ບອກ​ລ່ວງ​ໜ້າ​ໃນ​ກິດຈະການ 1:8 ວຽກ​ງານ​ການ​ປະກາດ​ແຜ່​ຂະຫຍາຍ​ໄປ​ກວ້າງ​ໄກ​ສ່ຳ​ໃດ? (ກິດ. 6:7; 9:31; 11:19-21; ໂກໂລ. 1:23)

ບົດ 105

ລໍ​ຖ້າ​ຢູ່​ໃນ​ນະຄອນ​ເຢຣຶຊາເລມ

1. ດັ່ງ​ທີ່​ເຫັນ​ໃນ​ຮູບ ເກີດ​ຫຍັງ​ຂຶ້ນ​ກັບ​ພວກ​ສາວົກ​ຂອງ​ພະ​ເຍຊູ​ທີ່​ພວມ​ຖ້າ​ຢູ່​ໃນ​ເມືອງ​ເຢຣຶຊາເລມ?

2. ຜູ້​ທີ່​ມາ​ເປັນ​ແຂກ​ເມືອງ​ເຢຣຶຊາເລມ​ປະຫຼາດ​ໃຈ​ໃນ​ເລື່ອງ​ໃດ?

3. ເປໂຕ​ອະທິບາຍ​ຫຍັງ​ແກ່​ຄົນ​ເຫຼົ່າ​ນັ້ນ?

4. ຫຼັງ​ຈາກ​ທີ່​ຟັງ​ເປໂຕ​ແລ້ວ ຄົນ​ເຫຼົ່າ​ນັ້ນ​ຮູ້ສຶກ​ແນວ​ໃດ ແລະ​ລາວ​ບອກ​ໃຫ້​ເຂົາ​ເຈົ້າ​ເຮັດ​ຫຍັງ?

5. ໃນ​ວັນ​ເພນເຕກອດ​ປີ​ສາກົນ​ສັກກະຫຼາດ 33 ມີ​ຈັກ​ຄົນ​ຮັບ​ບັບເຕມາ?

ຄຳຖາມ​ເສີມ:

1. ອ່ານ​ກິດຈະການ 2:1-47.

(ກ) ຖ້ອຍ​ຄຳ​ຂອງ​ເປໂຕ​ທີ່​ພົບ​ໃນ​ກິດຈະການ 2:23, 36 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຊາວ​ຍິວ​ທັງ​ຊາດ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ການ​ຕາຍ​ຂອງ​ພະ​ເຍຊູ? (1 ເທ. 2:14, 15)

(ຂ) ເປໂຕ​ວາງ​ຕົວຢ່າງ​ທີ່​ດີ​ແນວ​ໃດ​ໃນ​ການ​ຫາ​ເຫດຜົນ​ຈາກ​ພະ​ຄຳພີ? (ກິດ. 2:16, 17, 29, 31, 36, 39; ໂກໂລ. 4:6)

(ຄ) ເປໂຕ​ໃຊ້ “ລູກ​ກະແຈ​ແຫ່ງ​ແຜ່ນດິນ​ສະຫວັນ” ລູກ​ທຳອິດ​ທີ່​ພະ​ເຍຊູ​ສັນຍາ​ວ່າ​ຈະ​ໃຫ້​ລາວ​ແນວ​ໃດ? (ກິດ. 2:14, 22-24, 37, 38; ມັດ. 16:19)

ບົດ 106

ຖືກ​ປ່ອຍ​ອອກ​ຈາກ​ຄຸກ

1. ໃນ​ຕອນ​ບ່າຍ​ມື້​ນຶ່ງ​ເມື່ອ​ພວມ​ເຂົ້າ​ໄປ​ໃນ​ວິຫານ ເກີດ​ຫຍັງ​ຂຶ້ນ​ກັບ​ເປໂຕ​ແລະ​ໂຍຮັນ?

2. ເປໂຕ​ເວົ້າ​ກັບ​ຜູ້​ຊາຍ​ທີ່​ເປັນ​ເປ້ຍ​ຄົນ​ນຶ່ງ​ວ່າ​ແນວ​ໃດ ແລະ​ເປໂຕ​ໃຫ້​ຫຍັງ​ແກ່​ຊາຍ​ຄົນ​ນັ້ນ​ຊຶ່ງ​ມີ​ຄ່າ​ຫຼາຍ​ກວ່າ​ເງິນ?

3. ເປັນ​ຫຍັງ​ພວກ​ຫົວໜ້າ​ສາສະໜາ​ຈຶ່ງ​ຂັດ​ເຄືອງ ແລະ​ພວກ​ເຂົາ​ໄດ້​ເຮັດ​ຫຍັງ​ກັບ​ເປໂຕ​ແລະ​ໂຍຮັນ?

4. ເປໂຕ​ບອກ​ພວກ​ຫົວໜ້າ​ສາສະໜາ​ວ່າ​ແນວ​ໃດ ແລະ​ພວກ​ອັກຄະສາວົກ​ໄດ້​ຮັບ​ຄຳ​ເຕືອນ​ຫຍັງ?

5. ເປັນ​ຫຍັງ​ພວກ​ຫົວໜ້າ​ສາສະໜາ​ຈຶ່ງ​ອິດສາ ແຕ່​ວ່າ​ເມື່ອ​ພວກ​ອັກຄະສາວົກ​ຖືກ​ຈັບ​ຂັງ​ຄຸກ​ເປັນ​ເທື່ອ​ທີ​ສອງ​ພັດ​ເກີດ​ຫຍັງ​ຂຶ້ນ?

6. ເມື່ອ​ຖືກ​ນຳ​ຕົວ​ເຂົ້າ​ໄປ​ໃນ​ຫ້ອງ​ປະຊຸມ​ຂອງ​ສານ​ແຊນເຮດດຣິນ ພວກ​ອັກຄະສາວົກ​ຕອບ​ວ່າ​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ກິດຈະການ 3:1-10.

ໃນ​ທຸກ​ມື້​ນີ້ ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ມີ​ອຳນາດ​ທີ່​ຈະ​ເຮັດ​ການ​ອັດສະຈັນ ແຕ່​ຖ້ອຍ​ຄຳ​ຂອງ​ເປໂຕ​ທີ່​ບັນທຶກ​ໄວ້​ໃນ​ກິດຈະການ 3:6 ຊ່ວຍ​ເຮົາ​ໃຫ້​ຮູ້​ຄຸນຄ່າ​ຂອງ​ຂ່າວ​ສານ​ລາຊະອານາຈັກ​ຄື​ແນວ​ໃດ? (ໂຍ. 17:3; 2 ໂກ. 5:18-20; ຟີລິບ 3:8)

2. ອ່ານ​ກິດຈະການ 4:1-31.

ເມື່ອ​ເຮົາ​ພົບ​ກັບ​ການ​ຕໍ່​ຕ້ານ​ໃນ​ງານ​ຮັບໃຊ້ ເຮົາ​ຄວນ​ຮຽນ​ເອົາ​ແບບ​ຢ່າງ​ຂອງ​ພີ່​ນ້ອງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ແນວ​ໃດ? (ກິດ. 4:29, 31; ເອເຟ. 6:18-20; 1 ເທ. 2:2)

3. ອ່ານ​ກິດຈະການ 5:17-42.

ບາງ​ຄົນ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ທັງ​ໃນ​ອະດີດ​ແລະ​ປັດຈຸບັນ​ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມີ​ເຫດຜົນ​ໃນ​ເລື່ອງ​ວຽກ​ງານ​ປະກາດ​ແນວ​ໃດ? (ກິດ. 5:34-39)

ບົດ 107

ເອຕຽນ​ຖືກ​ເຂົາ​ເອົາ​ຫີນ​ຄວ່າງ​ໃສ່

1. ເອຕຽນ​ແມ່ນ​ໃຜ ແລະ​ພະເຈົ້າ​ຊ່ວຍ​ລາວ​ໃຫ້​ເຮັດ​ຫຍັງ?

2. ເອຕຽນ​ເວົ້າ​ຫຍັງ​ຈຶ່ງ​ເຮັດ​ໃຫ້​ພວກ​ຫົວໜ້າ​ສາສະໜາ​ຄຽດ​ແຄ້ນ​ຫຼາຍ?

3. ເມື່ອ​ຜູ້​ຊາຍ​ເຫຼົ່າ​ນັ້ນ​ລາກ​ເອຕຽນ​ອອກ​ໄປ​ນອກ​ເມືອງ ເຂົາ​ເຈົ້າ​ໄດ້​ເຮັດ​ຫຍັງ​ລາວ?

4. ໃນ​ຮູບ ຊາຍ​ຫນຸ່ມ​ທີ່​ພວມ​ຢືນ​ຢູ່​ທາງ​ຂ້າງ​ກອງ​ເສື້ອ​ແມ່ນ​ໃຜ?

5. ກ່ອນ​ຈະ​ຕາຍ ເອຕຽນ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ວ່າ​ແນວ​ໃດ?

6. ໃນ​ການ​ຮຽນ​ແບບ​ເອຕຽນ ເຮົາ​ຄວນ​ເຮັດ​ແນວ​ໃດ​ເມື່ອ​ບາງ​ຄົນ​ທຳ​ຮ້າຍ​ເຮົາ?

ຄຳຖາມ​ເສີມ:

1. ອ່ານ​ກິດຈະການ 6:8-15.

ເພື່ອ​ພະຍາຍາມ​ໃຫ້​ວຽກ​ງານ​ຂອງ​ພະຍານ​ພະ​ເຢໂຫວາ​ຍຸດຕິ ພວກ​ຫົວໜ້າ​ສາສະໜາ​ໃຊ້​ວິທີ​ທີ່​ມີ​ເລ່​ຫຼ່ຽມ​ແນວ​ໃດ? (ກິດ. 6:9, 11, 13)

2. ອ່ານ​ກິດຈະການ 7:1-60.

(ກ) ແມ່ນ​ຫຍັງ​ຊ່ວຍ​ເອຕຽນ​ໃຫ້​ສາມາດ​ປົກ​ປ້ອງ​ຂ່າວ​ດີ​ຕໍ່​ໜ້າ​ສານ​ແຊນເຮດດຣິນ​ໄດ້​ສຳເລັດ ແລະ​ຈາກ​ຕົວຢ່າງ​ຂອງ​ເຂົາ​ເຮົາ​ໄດ້​ບົດຮຽນ​ຫຍັງ​ແດ່? (ກິດ. 7:51-53; ໂລມ 15:4; 2 ຕີໂມ. 3:14-17; 1 ເປ. 3:15)

(ຂ) ເຮົາ​ຄວນ​ປູກ​ຝັງ​ທັດສະນະ​ແນວ​ໃດ​ຕໍ່​ຜູ້​ຕໍ່​ຕ້ານ​ວຽກ​ຂອງ​ເຮົາ? (ກິດ. 7:58-60; ມັດ. 5:44; ລຶກາ 23:33, 34)

ບົດ 108

ຂະນະ​ທີ່​ເດີນ​ທາງ​ໄປ​ເມືອງ​ດາມາເຊ

1. ພາຍ​ຫຼັງ​ທີ່​ເອຕຽນ​ຖືກ​ຂ້າ ໂຊໂລ​ເຮັດ​ຫຍັງ?

2. ເມື່ອ​ໂຊໂລ​ຢູ່​ກາງ​ທາງ​ທີ່​ຈະ​ໄປ​ເມືອງ​ດາມາເຊ ມີ​ສິ່ງ​ໜ້າ​ງຶດງໍ້​ຫຍັງ​ເກີດ​ຂຶ້ນ?

3. ພະ​ເຍຊູ​ບອກ​ໂຊໂລ​ໃຫ້​ເຮັດ​ຫຍັງ?

4. ພະ​ເຍຊູ​ສັ່ງ​ອານາເນຍ​ໃຫ້​ເຮັດ​ຫຍັງ ແລະ​ໂຊໂລ​ເຫັນ​ຮຸ່ງ​ໄດ້​ອີກ​ໂດຍ​ວິທີ​ໃດ?

5. ໂຊໂລ​ກາຍ​ເປັນ​ທີ່​ຮູ້​ຈັກ​ໃນ​ຊື່​ໃດ ແລະ​ລາວ​ຖືກ​ໃຊ້​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ກິດຈະການ 8:1-4.

ກະແສ​ແຫ່ງ​ການ​ຂົ່ມເຫງ​ທີ່​ຊັດ​ໃສ່​ປະຊາຄົມ​ຄລິດສະຕຽນ​ທີ່​ຫາ​ກໍ່​ຕັ້ງ​ຂຶ້ນ​ໃໝ່​ໄດ້​ຊ່ວຍ​ໃຫ້​ຄວາມ​ເຊື່ອ​ແບບ​ຄລິດສະຕຽນ​ແຜ່​ອອກ​ໄປ​ແນວ​ໃດ ແລະ​ໃນ​ສະໄໝ​ຂອງ​ເຮົາ​ມີ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ນັ້ນ​ເກີດ​ຂຶ້ນ​ແນວ​ໃດ? (ກິດ. 8:4; ເອຊາ. 54:17)

2. ອ່ານ​ກິດຈະການ 9:1-20.

ວຽກ​ມອບ​ໝາຍ​ສາມ​ຢ່າງ​ອັນ​ໃດ​ແດ່​ທີ່​ພະ​ເຍຊູ​ແຈ້ງ​ໃຫ້​ຮູ້​ວ່າ​ພະອົງ​ຕັ້ງ​ໃຈ​ຈະ​ໃຫ້​ໂຊໂລ​ເຮັດ? (ກິດ. 9:15; 13:5; 26:1; 27:24; ໂລມ 11:13)

3. ອ່ານ​ກິດຈະການ 22:6-16.

ເຮົາ​ຈະ​ເປັນ​ຄື​ອານາເນຍ​ໄດ້​ແນວ​ໃດ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ? (ກິດ. 22:12; 1 ຕີໂມ. 3:7; 1 ເປ. 1:14-16; 2:12)

4. ອ່ານ​ກິດຈະການ 26:8-20.

ການ​ທີ່​ໂຊໂລ​ປ່ຽນ​ມາ​ຖື​ສາສະໜາ​ຄລິດສະຕຽນ​ຊ່ວຍ​ຫນູນໃຈ​ຜູ້​ຊຶ່ງ​ມີ​ຄູ່​ແຕ່ງ​ດອງ​ທີ່​ບໍ່​ໄດ້​ເຊື່ອ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ແນວ​ໃດ? (ກິດ. 26:11; 1 ຕີໂມ. 1:14-16; 2 ຕີໂມ. 4:2; 1 ເປ. 3:1-3)

ບົດ 109

ເປໂຕ​ໄປ​ຢ້ຽມ​ຢາມ​ໂຄເນເລຍ

1. ໃນ​ຮູບ​ນີ້ ຜູ້​ຊາຍ​ທີ່​ພວມ​ຄູ້​ເຂົ່າ​ລົງ​ແມ່ນ​ໃຜ?

2. ທູດ​ສະຫວັນ​ບອກ​ໂຄເນເລຍ​ວ່າ​ແນວ​ໃດ?

3. ເມື່ອ​ເປໂຕ​ຢູ່​ເທິງ​ຫຼັງຄາ​ຮາບ​ພຽງ​ເຮືອນ​ຂອງ​ຊີໂມນ​ໃນ​ເມືອງ​ຢົບເປ ພະເຈົ້າ​ໄດ້​ໃຫ້​ເປໂຕ​ເຫັນ​ຫຍັງ?

4. ເປັນ​ຫຍັງ​ເປໂຕ​ຈຶ່ງ​ບອກ​ໂຄເນເລຍ​ວ່າ​ບໍ່​ຄວນ​ຄູ້​ເຂົ່າ​ລົງ​ແລະ​ນະມັດສະການ​ລາວ?

5. ເປັນ​ຫຍັງ​ສາວົກ​ຄົນ​ຍິວ​ທີ່​ມາ​ກັບ​ເປໂຕ​ຈຶ່ງ​ແປກ​ໃຈ?

6. ເຮົາ​ຄວນ​ຖອດ​ຖອນ​ເອົາ​ບົດຮຽນ​ທີ່​ສຳຄັນ​ອັນ​ໃດ ຈາກ​ການ​ທີ່​ເປໂຕ​ໄປ​ຫາ​ໂຄເນເລຍ?

ຄຳຖາມ​ເສີມ:

1. ອ່ານ​ກິດຈະການ 10:1-48.

ຖ້ອຍ​ຄຳ​ຂອງ​ເປໂຕ​ທີ່​ພົບ​ໃນ​ກິດຈະການ 10:42 ສະແດງ​ໃຫ້​ເຫັນ​ຫຍັງ​ກ່ຽວ​ກັບ​ວຽກ​ງານ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ? (ມັດ. 28:19; ມໂກ. 13:10; ກິດ. 1:8)

2. ອ່ານ​ກິດຈະການ 11:1-18.

ເມື່ອ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ຊີ້​ນຳ​ໃນ​ເລື່ອງ​ຄົນ​ຕ່າງ​ຊາດ ເປໂຕ​ສະແດງ​ທັດສະນະ​ແນວ​ໃດ ແລະ​ເຮົາ​ສາມາດ​ຮຽນ​ເອົາ​ແບບ​ຢ່າງ​ຂອງ​ລາວ​ໄດ້​ແນວ​ໃດ? (ກິດ. 11:17, 18; 2 ໂກ. 10:5; ເອເຟ. 5:17)

ບົດ 110

ຕີໂມເຕ​—⁠ຜູ້​ຊ່ວຍ​ຄົນ​ໃໝ່​ຂອງ​ໂປໂລ

1. ຊາຍ​ຫນຸ່ມ​ທີ່​ຢູ່​ໃນ​ຮູບ​ນີ້​ແມ່ນ​ໃຜ ລາວ​ດຳລົງ​ຊີວິດ​ຢູ່​ໃສ ແລະ​ແມ່​ກັບ​ແມ່​ເຖົ້າ​ຂອງ​ລາວ​ຊື່​ວ່າ​ຫຍັງ?

2. ຕີໂມເຕ​ຕອບ​ວ່າ​ແນວ​ໃດ ເມື່ອ​ໂປໂລ​ຖາມ​ລາວ​ວ່າ​ພໍ​ໃຈ​ຈະ​ໄປ​ນຳ​ສີລາ​ແລະ​ໂປໂລ​ເພື່ອ​ປະກາດ​ແກ່​ຜູ້​ຄົນ​ໃນ​ດິນແດນ​ທີ່​ຫ່າງ​ໄກ​ຫຼື​ບໍ່?

3. ມີ​ການ​ເອີ້ນ​ພວກ​ສາວົກ​ຂອງ​ພະ​ເຍຊູ​ວ່າ​ຄລິດສະຕຽນ​ຄັ້ງ​ທຳອິດ​ຢູ່​ໃສ?

4. ເມື່ອ​ໂປໂລ ສີລາ ແລະ​ຕີໂມເຕ​ອອກ​ຈາກ​ເມືອງ​ລີສະທາ ເຂົາ​ເຈົ້າ​ໄປ​ຢ້ຽມ​ເມືອງ​ໃດ​ແດ່?

5. ຕີໂມເຕ​ຊ່ວຍ​ໂປໂລ​ແນວ​ໃດ ແລະ​ຄົນ​ຫນຸ່ມ​ສາວ​ໃນ​ທຸກ​ມື້​ນີ້​ຄວນ​ຖາມ​ຕົວ​ເອງ​ວ່າ​ແນວ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ກິດຈະການ 9:19-30.

ເມື່ອ​ຜະເຊີນ​ໜ້າ​ກັບ​ການ​ຕໍ່​ຕ້ານ​ຂ່າວ​ດີ ໂປໂລ​ສະແດງ​ຄວາມ​ຮອບຄອບ​ຄື​ແນວ​ໃດ? (ກິດ. 9:22-25, 29, 30; ມັດ. 10:16)

2. ອ່ານ​ກິດຈະການ 11:19-26.

ເລື່ອງ​ທີ່​ບັນທຶກ​ໄວ້​ໃນ​ກິດຈະການ 11:19-21, 26 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ວິນຍານ​ຂອງ​ພະ​ເຢໂຫວາ​ພວມ​ນຳ​ທາງ​ແລະ​ບອກ​ທາງ​ວຽກ​ງານ​ການ​ປະກາດ?

3. ອ່ານ​ກິດຈະການ 13:13-16, 42-52.

ກິດຈະການ 13:51, 52 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພວກ​ສາວົກ​ບໍ່​ໄດ້​ຍອມ​ໃຫ້​ການ​ຕໍ່​ຕ້ານ​ເຮັດ​ໃຫ້​ພວກ​ເຂົາ​ທໍ້​ໃຈ? (ມັດ. 10:14; ກິດ. 18:6; 1 ເປ. 4:14)

4. ອ່ານ​ກິດຈະການ 14:1-6, 19-28.

ຖ້ອຍ​ຄຳ​ທີ່​ວ່າ “ເຂົາ​ໄດ້​ຝາກ​ເຂົາ​ໄວ້​ແກ່​ພະອົງ​ເຈົ້າ” ຊ່ວຍ​ບັນເທົາ​ຄວາມ​ກັງວົນ​ທີ່​ມີ​ເກີນ​ເຫດ​ໃນ​ຂະນະ​ທີ່​ເຮົາ​ຊ່ວຍ​ຄົນ​ໃໝ່ໆ ໄດ້​ແນວ​ໃດ? (ກິດ. 14:21-23; 20:32; ໂຍ. 6:44)

5. ອ່ານ​ກິດຈະການ 16:1-5.

ການ​ທີ່​ຕີໂມເຕ​ເຕັມ​ໃຈ​ຮັບ​ສິນຕັດ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເຮັດ “ສັບພະ​ທຸກ​ສິ່ງ​ເພາະ​ເຫັນ​ແກ່​ຄຳ​ປະເສີດ” ແນວ​ໃດ? (ກິດ. 16:3; 1 ໂກ. 9:23; 1 ເທ. 2:8)

6. ອ່ານ​ກິດຈະການ 18:1-11, 18-22.

ກິດຈະການ 18:9, 10 ຊີ້​ບອກ​ແນວ​ໃດ​ໃນ​ເລື່ອງ​ທີ່​ວ່າ​ພະ​ເຍຊູ​ເອງ​ກ່ຽວ​ຂ້ອງ​ໃນ​ການ​ຊີ້​ນຳ​ວຽກ​ງານ​ການ​ປະກາດ ແລະ​ເລື່ອງ​ນີ້​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ເຮົາ​ແນວ​ໃດ​ໃນ​ທຸກ​ມື້​ນີ້? (ມັດ. 28:20)

ບົດ 111

ເດັກ​ຊາຍ​ຜູ້​ຊຶ່ງ​ເຜີ​ຫຼັບ​ໄປ

1. ໃນ​ຮູບ ເດັກ​ຊາຍ​ທີ່​ພວມ​ນອນ​ຢູ່​ພື້ນ​ແມ່ນ​ໃຜ ແລະ​ເກີດ​ຫຍັງ​ຂຶ້ນ​ກັບ​ລາວ?

2. ເມື່ອ​ເຫັນ​ວ່າ​ເດັກ​ຊາຍ​ນັ້ນ​ຕາຍ​ແລ້ວ ໂປໂລ​ເຮັດ​ຫຍັງ?

3. ໂປໂລ ຕີໂມເຕ ແລະ​ຜູ້​ທີ່​ເດີນ​ທາງ​ນຳ​ກັນ​ພວມ​ໄປ​ໃສ ແລະ​ເມື່ອ​ແວ່​ເມືອງ​ມີເລດ​ເກີດ​ຫຍັງ​ຂຶ້ນ?

4. ຜູ້​ທຳນວາຍ​ອາ​ກາ​ບຶ​ໄດ້​ເຕືອນ​ໂປໂລ​ວ່າ​ແນວ​ໃດ ແລະ​ເຫດການ​ນັ້ນ​ໄດ້​ເກີດ​ຂຶ້ນ​ຕາມ​ຄຳ​ກ່າວ​ຂອງ​ຜູ້​ທຳນວາຍ​ແນວ​ໃດ?

ຄຳຖາມ​ເສີມ

1. ອ່ານ​ກິດຈະການ 20:7-38.

(ກ) ດັ່ງ​ຖ້ອຍ​ຄຳ​ຂອງ​ໂປໂລ​ທີ່​ບັນທຶກ​ໄວ້​ໃນ​ກິດຈະການ 20:26, 27 ເຮົາ​ຈະ “ເສາະ​ໃສ​ຈາກ​ເລືອດ​ແຫ່ງ​ຄົນ​ທັງ​ປວງ” ໄດ້​ແນວ​ໃດ? (ເອເຊກ. 33:8; ກິດ. 18:6, 7)

(ຂ) ເປັນ​ຫຍັງ​ເມື່ອ​ທຳ​ການ​ສັ່ງ​ສອນ ບັນດາ​ຜູ້​ເຖົ້າ​ຜູ້​ແກ່​ຈຶ່ງ​ຄວນ​ເປັນ​ຜູ້​ທີ່ “ຖື​ຄຳ​ສັດ​ຊື່​ຕາມ​ຄວາມ​ໂອວາດ”? (ກິດ. 20:17, 29, 30; ຕິໂຕ 1:7-9; 2 ຕີໂມ. 1:13)

2. ອ່ານ​ກິດຈະການ 26:24-32.

ໂປໂລ​ໃຊ້​ປະໂຫຍດ​ຈາກ​ການ​ເປັນ​ພົນລະເມືອງ​ຂອງ​ຊາດ​ໂລມ​ແນວ​ໃດ ເພື່ອ​ເຮັດ​ວຽກ​ງານ​ການ​ປະກາດ​ທີ່​ລາວ​ໄດ້​ຮັບ​ມອບ​ໝາຍ​ຈາກ​ພະ​ເຍຊູ​ໃຫ້​ສຳເລັດ? (ກິດ. 9:15; 16:37, 38; 25:11, 12; 26:32; ລຶກາ 21:12, 13)

ບົດ 112

ຂຶ້ນ​ເທິງ​ເກາະ​ເພາະ​ເຮືອ​ແຕກ

1. ເມື່ອ​ເຮືອ​ທີ່​ໂປໂລ​ຂຶ້ນ​ຜ່ານ​ມາ​ໃກ້​ເກາະ​ກະເລດ ມີ​ຫຍັງ​ເກີດ​ຂຶ້ນ?

2. ໂປໂລ​ບອກ​ຄົນ​ທີ່​ຢູ່​ໃນ​ເຮືອ​ວ່າ​ແນວ​ໃດ?

3. ເຮືອ​ແຕກ​ເປັນ​ຫຼາຍໆ ຊິ້ນ​ໄດ້​ແນວ​ໃດ?

4. ນາຍ​ທະຫານ​ຜູ້​ຄຸມ​ສັ່ງ​ວ່າ​ແນວ​ໃດ ແລະ​ມີ​ຈັກ​ຄົນ​ລອດ​ຊີວິດ?

5. ເຂົາ​ເຈົ້າ​ຂຶ້ນ​ໄປ​ເທິງ​ເກາະ​ຫຍັງ ແລະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ໂປໂລ​ເມື່ອ​ດິນ​ຟ້າ​ອາກາດ​ດີ​ຂຶ້ນ?

ຄຳຖາມ​ເສີມ:

1. ອ່ານ​ກິດຈະການ 27:1-44.

ເມື່ອ​ເຮົາ​ອ່ານ​ເລື່ອງ​ການ​ເດີນ​ທາງ​ຂອງ​ໂປໂລ​ໄປ​ເມືອງ​ໂລມ ເຮົາ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ແນວ​ໃດ​ໃນ​ເລື່ອງ​ຄວາມ​ຖືກ​ຕ້ອງ​ຂອງ​ບັນທຶກ​ໃນ​ຄຳພີ​ໄບເບິນ? (ກິດ. 27:16-19, 27-32; ລຶກາ 1:3; 2 ຕີໂມ. 3:16, 17)

2. ອ່ານ​ກິດຈະການ 28:1-14.

ຖ້າ​ຊາວ​ມາເລເຕ​ທີ່​ເປັນ​ຄົນ​ນອກ​ຮີດ​ໄດ້​ຮັບ​ການ​ກະຕຸ້ນ​ໃຫ້​ປະຕິບັດ​ຕໍ່​ອັກຄະສາວົກ​ໂປໂລ​ແລະ​ຫມູ່​ທີ່​ປະສົບ​ໄພ​ເຮືອ​ແຕກ​ດ້ວຍ “ການ​ເມດຕາ​ມາກ​ຫຼາຍ” ຄລິດສະຕຽນ​ຄວນ​ໄດ້​ຮັບ​ການ​ກະຕຸ້ນ​ໃຫ້​ສະແດງ​ຫຍັງ ແລະ​ໂດຍ​ສະເພາະ​ໃນ​ທາງ​ໃດ? (ກິດ. 28:1, 2; ເຫບ. 13:1, 2; 1 ເປ. 4:9)

ບົດ 113

ໂປໂລ​ໃນ​ນະຄອນ​ໂລມ

1. ຕອນ​ເປັນ​ນັກ​ໂທດ​ໃນ​ເມືອງ​ໂລມ ໂປໂລ​ປະກາດ​ກັບ​ໃຜ?

2. ໃນ​ຮູບ​ນີ້ ຜູ້​ທີ່​ມາ​ຢ້ຽມ​ຊຶ່ງ​ນັ່ງ​ຢູ່​ໂຕ໊ະ​ແມ່ນ​ໃຜ ແລະ​ລາວ​ພວມ​ເຮັດ​ຫຍັງ​ໃຫ້​ໂປໂລ?

3. ເອປາໂຟດີດ​ແມ່ນ​ໃຜ ແລະ​ເມື່ອ​ກັບ​ເມືອ​ເມືອງ​ຟີລິບ​ລາວ​ໄດ້​ເອົາ​ຫຍັງ​ໄປ​ນຳ?

4. ເປັນ​ຫຍັງ​ໂປໂລ​ຈຶ່ງ​ຂຽນ​ຈົດໝາຍ​ໄປ​ຫາ​ຟີເລໂມນ​ຫມູ່​ສະໜິດ​ຂອງ​ລາວ?

5. ເມື່ອ​ໄດ້​ຮັບ​ການ​ປ່ອຍ​ຕົວ​ໃຫ້​ເປັນ​ອິດສະຫຼະ​ໂປໂລ​ເຮັດ​ຫຍັງ ແລະ​ຕໍ່​ມາ​ເກີດ​ຫຍັງ​ຂຶ້ນ​ກັບ​ລາວ?

6. ພະ​ເຢໂຫວາ​ໃຊ້​ໃຜ​ໃຫ້​ຂຽນ​ພະທຳ​ສີ່​ເຫຼັ້ມ​ສຸດ​ທ້າຍ​ຂອງ​ຄຳພີ​ໄບເບິນ ແລະ​ພະທຳ​ຄຳປາກົດ​ບອກ​ເຮົາ​ເຖິງ​ເລື່ອງ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ກິດຈະການ 28:16-31 ແລະ​ຟີລິບ 1:13.

ຕອນ​ທີ່​ຢູ່​ຄຸກ​ໃນ​ເມືອງ​ໂລມ ໂປໂລ​ໃຊ້​ເວລາ​ແນວ​ໃດ ແລະ​ຄວາມ​ເຊື່ອ​ທີ່​ບໍ່​ສັ່ນ​ຄອນ​ຂອງ​ລາວ​ມີ​ຜົນ​ກະທົບ​ຕໍ່​ປະຊາຄົມ​ຄລິດສະຕຽນ​ແນວ​ໃດ? (ກິດ. 28:23, 30; ຟີລິບ 1:14)

2. ອ່ານ​ຟີລິບ 2:19-30.

ໂປໂລ​ໃຊ້​ຖ້ອຍ​ຄຳ​ແນວ​ໃດ​ທີ່​ສະແດງ​ເຖິງ​ຄວາມ​ຮູ້​ຄຸນຄ່າ​ຕໍ່​ຕີໂມເຕ​ແລະ​ເອປາໂຟດີດ ແລະ​ເຮົາ​ສາມາດ​ຮຽນ​ເອົາ​ແບບ​ຢ່າງ​ຂອງ​ໂປໂລ​ໄດ້​ຢ່າງ​ໃດ? (ຟີລິບ 2:20, 22, 25, 29, 30; 1 ໂກ. 16:18; 1 ເທ. 5:12, 13)

3. ອ່ານ​ຟີເລໂມນ 1-25.

(ກ) ໂປໂລ​ສົ່ງເສີມ​ຟີເລໂມນ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ເໝາະ​ສົມ​ໂດຍ​ອາໄສ​ພື້ນ​ຖານ​ຫຍັງ ແລະ​ເລື່ອງ​ນີ້​ໃຊ້​ເປັນ​ຂໍ້​ແນະນຳ​ສຳລັບ​ຜູ້​ເຖົ້າ​ຜູ້​ແກ່​ແນວ​ໃດ? (ຟີເລ. 9; 2 ໂກ. 8:8; ຄລາ. 5:13)

(ຂ) ຖ້ອຍ​ຄຳ​ຂອງ​ໂປໂລ​ຊຶ່ງ​ພົບ​ໃນ​ຟີເລໂມນ 13, 14 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ຄຳນຶງ​ເຖິງ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຄົນ​ອື່ນ​ໃນ​ປະຊາຄົມ? (1 ໂກ. 8:7, 13; 10:31-33)

4. ອ່ານ 2 ຕີໂມເຕ 4:7-9.

ເຊັ່ນ​ດຽວ​ກັບ​ອັກຄະສາວົກ​ໂປໂລ ຖ້າ​ເຮົາ​ຮັກສາ​ຄວາມ​ສັດ​ຊື່​ຈົນ​ເຖິງ​ທີ່​ສຸດ​ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ແກ່​ເຮົາ? (ມັດ. 24:13; ເຫບ. 6:10)

ບົດ 114

ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ​ສິ້ນ​ສຸດ​ລົງ

1. ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ເວົ້າ​ເຖິງ​ມ້າ​ໃນ​ສະຫວັນ?

2. ສົງຄາມ​ທີ່​ພະເຈົ້າ​ຈະ​ເຮັດ​ກັບ​ຄົນ​ຊົ່ວ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ຊື່​ວ່າ​ແນວ​ໃດ ແລະ​ຈຸດ​ປະສົງ​ຂອງ​ສົງຄາມ​ນີ້​ຄື​ຫຍັງ?

3. ຈາກ​ຮູບ​ນີ້ ໃຜ​ຄື​ຜູ້​ນຳ​ໃນ​ການ​ສູ້​ຮົບ ເປັນ​ຫຍັງ​ພະອົງ​ຈຶ່ງ​ໃສ່​ມົງກຸດ ແລະ​ດາບ​ຂອງ​ພະອົງ​ໝາຍ​ເຖິງ​ຫຍັງ?

4. ເມື່ອ​ກັບ​ໄປ​ເບິ່ງ​ບົດ 10, 15, ແລະ 33 ເຫດ​ໃດ​ເຮົາ​ຈຶ່ງ​ບໍ່​ຄວນ​ແປກ​ໃຈ​ທີ່​ພະເຈົ້າ​ຈະ​ທຳລາຍ​ຄົນ​ຊົ່ວ?

5. ບົດ 36 ແລະ 76 ສະແດງ​ໃຫ້​ເຮົາ​ເຫັນ​ແນວ​ໃດ​ວ່າ​ພະເຈົ້າ​ຈະ​ທຳລາຍ​ຄົນ​ບໍ່​ດີ​ເຖິງ​ແມ່ນ​ເຂົາ​ເຈົ້າ​ອ້າງ​ວ່າ​ນະມັດສະການ​ພະອົງ?

ຄຳຖາມ​ເສີມ:

1. ອ່ານ​ຄຳປາກົດ 19:11-16.

(ກ) ພະ​ຄຳພີ​ໃຫ້​ຄວາມ​ຈະ​ແຈ້ງ​ຄື​ແນວ​ໃດ​ວ່າ​ພະ​ເຍຊູ​ຄລິດ​ຄື​ຜູ້​ທີ່​ຂີ່​ມ້າ​ຂາວ? (ຄຳປ. 1:5; 3:14; 19:11; ເອຊາ. 11:4)

(ຂ) ເລືອດ​ທີ່​ພົມ​ຢູ່​ເສື້ອ​ຊັ້ນ​ນອກ​ຂອງ​ພະ​ເຍຊູ​ຢືນຢັນ​ແນວ​ໃດ​ວ່າ​ໄຊ​ຊະນະ​ຂອງ​ພະອົງ​ເປັນ​ເລື່ອງ​ທີ່​ເດັດ​ຂາດ​ແລະ​ແນ່ນອນ? (ຄຳປ. 14:18-20; 19:13)

(ຄ) ໃຜ​ໜ້າ​ຈະ​ຮ່ວມ​ຢູ່​ໃນ​ກອງທັບ​ທີ່​ຕິດ​ຕາມ​ພະ​ເຍຊູ​ຜູ້​ຂີ່​ມ້າ​ຂາວ? (ຄຳປ. 12:7; 19:14; ມັດ. 25:31, 32)

ບົດ 115

ອຸດທະຍານ​ໃໝ່​ເທິງ​ແຜ່ນດິນ​ໂລກ

1. ຄຳພີ​ໄບເບິນ​ບອກ​ວ່າ​ເຮົາ​ຈະ​ຊື່ນຊົມ​ຍິນດີ​ກັບ​ສະພາບການ​ແບບ​ໃດ​ແດ່​ໃນ​ແຜ່ນດິນ​ໂລກ​ທີ່​ເປັນ​ອຸດທະຍານ?

2. ສຳລັບ​ຜູ້​ທີ່​ຈະ​ຢູ່​ໃນ​ອຸດທະຍານ ຄຳພີ​ໄບເບິນ​ມີ​ຄຳ​ສັນຍາ​ວ່າ​ແນວ​ໃດ?

3. ພະ​ເຍຊູ​ຈະ​ຄອຍ​ດູ​ແລ​ໃຫ້​ການ​ປ່ຽນ​ແປງ​ອັນ​ໜ້າ​ພິດສະຫວົງ​ນີ້​ເກີດ​ຂຶ້ນ​ຕອນ​ໃດ?

4. ເມື່ອ​ພະ​ເຍຊູ​ຢູ່​ເທິງ​ແຜ່ນດິນ​ໂລກ ພະອົງ​ໄດ້​ເຮັດ​ຫຍັງ​ຊຶ່ງ​ສະແດງ​ໃຫ້​ເຫັນ​ສິ່ງ​ທີ່​ພະອົງ​ຈະ​ເຮັດ​ເມື່ອ​ເປັນ​ກະສັດ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ?

5. ເມື່ອ​ປົກຄອງ​ຈາກ​ສະຫວັນ​ຢູ່​ເໜືອ​ແຜ່ນດິນ​ໂລກ ພະ​ເຍຊູ​ແລະ​ຜູ້​ຮ່ວມ​ປົກຄອງ​ທາງ​ພາກ​ສະຫວັນ​ຈະ​ເຮັດ​ໃຫ້​ແນ່​ໃຈ​ໃນ​ເລື່ອງ​ໃດ?

ຄຳຖາມ​ເສີມ:

1. ອ່ານ​ຄຳປາກົດ 5:9, 10.

ເປັນ​ຫຍັງ​ເຮົາ​ຈຶ່ງ​ແນ່​ໃຈ​ໄດ້​ວ່າ​ຜູ້​ທີ່​ປົກຄອງ​ຢູ່​ເໜືອ​ແຜ່ນດິນ​ໂລກ​ໃນ​ລະຫວ່າງ​ການ​ປົກຄອງ​ພັນ​ປີ​ຈະ​ເປັນ​ກະສັດ​ແລະ​ປະໂລຫິດ​ທີ່​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແລະ​ກະລຸນາ? (ເອເຟ. 4:20-24; 1 ເປ. 1:7; 3:8; 5:6-10)

2. ອ່ານ​ຄຳປາກົດ 14:1-3.

ຄວາມ​ຈິງ​ທີ່​ວ່າ ມີ​ການ​ຂຽນ​ຊື່​ຂອງ​ພະ​ບິດາ​ແລະ​ຊື່​ຂອງ​ລູກ​ແກະ​ໄວ້​ທີ່​ໜ້າຜາກ​ຂອງ​ຊົນ 144,000 ຄົນ​ນັ້ນ​ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ? (1 ໂກ. 3:23; 2 ຕີໂມ. 2:19; ຄຳປ. 3:12)

ບົດ 116

ວິທີ​ທີ່​ເຮົາ​ຈະ​ມີ​ຊີວິດ​ຢູ່​ໄດ້​ຕະຫຼອດ​ໄປ

1. ຖ້າ​ເຮົາ​ຢາກ​ມີ​ຊີວິດ​ຕະຫຼອດ​ໄປ ເຮົາ​ຈຳເປັນ​ຕ້ອງ​ຮຽນ​ຮູ້​ຫຍັງ?

2. ດັ່ງ​ທີ່​ເຫັນ​ໄດ້​ຈາກ​ເດັກ​ນ້ອຍ​ຜູ້​ຍິງ​ແລະ​ຫມູ່​ຂອງ​ລາວ​ໃນ​ຮູບ​ນີ້ ເຮົາ​ສາມາດ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ພະເຈົ້າ​ແລະ​ພະ​ເຍຊູ​ໄດ້​ແນວ​ໃດ?

3. ມີ​ປຶ້ມ​ໃດ​ອີກ​ທີ່​ເຈົ້າ​ເຫັນ​ໃນ​ຮູບ​ນີ້ ແລະ​ເພາະ​ເຫດ​ໃດ​ເຮົາ​ຄວນ​ອ່ານ​ປຶ້ມ​ນີ້​ເລື້ອຍໆ?

4. ນອກ​ຈາກ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ແລ້ວ ມີ​ຫຍັງ​ອີກ​ທີ່​ຈຳເປັນ​ເພື່ອ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ?

5. ຈາກ​ບົດ 69 ເຮົາ​ໄດ້​ບົດຮຽນ​ຫຍັງ?

6. ຕົວຢ່າງ​ຂອງ​ເດັກ​ນ້ອຍ​ຊາເມິອນ​ໃນ​ບົດ 55 ສະແດງ​ໃຫ້​ເຫັນ​ຫຍັງ?

7. ເຮົາ​ຈະ​ຕິດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ​ໄດ້​ແນວ​ໃດ ແລະ​ຖ້າ​ຈະ​ເຮັດ​ເຊັ່ນ​ນັ້ນ ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ໃນ​ອະນາຄົດ?

ຄຳຖາມ​ເສີມ:

1. ອ່ານ​ໂຍຮັນ 17:3.

ພະ​ຄຳພີ​ສະແດງ​ໃຫ້​ເຫັນ​ຢ່າງ​ໃດ​ວ່າ​ການ​ຮັບ​ເອົາ​ຄວາມ​ຮູ້​ຕໍ່ໆ ໄປ​ກ່ຽວ​ກັບ​ພະ​ເຢໂຫວາ​ພະເຈົ້າ​ແລະ​ພະ​ເຍຊູ​ຄລິດ​ບໍ່​ແມ່ນ​ພຽງ​ແຕ່​ຈື່​ຈຳ​ຂໍ້​ຄວາມ​ຈິງ​ຕ່າງໆ ເທົ່າ​ນັ້ນ? (ມັດ. 7:21; ຍໂກ. 2:18-20; 1 ໂຍ. 2:17)

2. ອ່ານ​ຄຳເພງ 145:1-21.

(ກ) ເຮົາ​ມີ​ເຫດຜົນ​ຫຼາຍ​ຢ່າງ​ອັນ​ໃດ​ແດ່​ທີ່​ຈະ​ສັນລະເສີນ​ພະ​ເຢໂຫວາ? (ເພງ. 145:8-11; ຄຳປ. 4:11)

(ຂ) ພະ​ເຢໂຫວາ “ດີ​ແກ່​ຄົນ​ທັງ​ຫຼາຍ” ແນວ​ໃດ ແລະ​ເລື່ອງ​ນີ້​ຄວນ​ຊັກ​ຈູງ​ເຮົາ​ໃຫ້​ຫຍັບ​ເຂົ້າ​ໃກ້​ພະອົງ​ຫຼາຍ​ຂຶ້ນ​ແນວ​ໃດ? (ເພງ. 145:9; ມັດ. 5:43-45)

(ຄ) ຖ້າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເຮົາ​ຮັກ​ໝົດ​ຫົວໃຈ ເຮົາ​ຈະ​ໄດ້​ຮັບ​ການ​ກະຕຸ້ນ​ໃຫ້​ເຮັດ​ຫຍັງ? (ເພງ. 119:171, 172, 175; 145:11, 12, 21)