ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ນຳ

ບົດ​ນຳ

“ຂ້ອຍ​ໃຫຍ່​ຂຶ້ນ​ຢູ່​ທາງ​ພາກ​ເຫນືອ​ໃນ​ຫມູ່​ບ້ານ​ນ້ອຍໆແຫ່ງ​ຫນຶ່ງ” ເປັນ​ຄຳ​ບອກ​ເລົ່າ​ຂອງ​ດາອຸດາ​ຈາກ​ປະເທດ​ເຊຍຣາເລໂອນ. “ມີ​ເທື່ອ​ຫນຶ່ງ​ຕອນ​ຂ້ອຍ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່ ຄອບຄົວ​ຂອງ​ຂ້ອຍ​ແລະ​ອີກ​ຄອບຄົວ​ຫນຶ່ງ​ໄດ້​ຜິດ​ຖຽງ​ກັນ​ເລື່ອງ​ດິນ​ຕອນ​ຫນຶ່ງ. ທັງ​ສອງ​ຄອບຄົວ​ຕ່າງ​ກໍ​ອ້າງ​ກຳມະສິດ​ໃນ​ດິນ​ຕອນ​ນັ້ນ. ເພື່ອ​ຈະ​ຕົກ​ລົງ​ກັນ​ໄດ້ ເຂົາ​ເຈົ້າ​ຈຶ່ງ​ໄດ້​ເຊີນ​ຫມໍ​ຜີ​ມາ. ຫມໍ​ຜີ​ນັ້ນ​ເອົາ​ແວ່ນ​ຍື່ນ​ໃຫ້​ຜູ້​ຊາຍ​ຄົນ​ຫນຶ່ງ​ຖື​ແລ້ວ​ເອົາ​ຜ້າ​ຂາວ​ຄຸມ​ຕົວ​ຊາຍ​ຄົນ​ນັ້ນ​ໄວ້. ບໍ່​ດົນ​ຕົວ​ຂອງ​ຊາຍ​ທີ່​ມີ​ຜ້າ​ຄຸມ​ຢູ່​ເລີ່ມ​ສັ່ນ​ແລ້ວ​ເຫື່ອ​ກໍ​ແຕກ​ອອກ. ຂະນະ​ທີ່​ແຍງ​ເບິ່ງ​ແວ່ນ​ລາວ​ໄດ້​ຮ້ອງ​ວ່າ ‘ຂ້ອຍ​ເຫັນ​ຜູ້​ເຖົ້າ​ກຳລັງ​ຍ່າງ​ເຂົ້າ​ມາ! ເພິ່ນ​ໃສ່​ຊຸດ​ສີ​ຂາວ. ທັງ​ສູງ​ທັງ​ເຖົ້າ ຜົມ​ກໍ​ຫງອກ ແລະ​ຍ່າງ​ຫລັງ​ກົ່ງ​ຫນ້ອຍ​ຫນຶ່ງ.’

“ລັກສະນະ​ຂອງ​ຄົນ​ທີ່​ລາວ​ພັນລະນາ​ຢູ່​ນັ້ນ​ແມ່ນ​ພໍ່​ຕູ້! ແລ້ວ​ລາວ​ເກີດ​ມີ​ຄວາມ​ຢ້ານ​ຫລາຍ​ແລະ​ຮ້ອງ​ອອກ​ມາ​ວ່າ ‘ຖ້າ​ພວກ​ເຈົ້າ​ບໍ່​ເຊື່ອ​ຂ້ອຍ​ເວົ້າ ກໍ​ມາ​ເບິ່ງ​ເອົາ​ເອງ​ແມ!’ ບໍ່​ມີ​ໃຜ​ກ້າ​ເບິ່ງ​ດອກ! ເພື່ອ​ເຮັດ​ໃຫ້​ຊາຍ​ຄົນ​ນັ້ນ​ສະຫງົບ​ສະຕິ​ລົງ ຫມໍ​ຜີ​ຈຶ່ງ​ເອົາ​ເຕົ້າ​ນໍ້າ​ມົນ​ເຊິ່ງ​ມີ​ສ່ວນ​ປະສົມ​ຂອງ​ໃບ​ໄມ້​ກັບ​ນໍ້າ​ມາ​ຊິດ​ໃສ່​ລາວ.

“ໂດຍ​ເວົ້າ​ຜ່ານ​ຊາຍ​ທີ່​ຖື​ແວ່ນ ‘ພໍ່​ຕູ້’ ບອກ​ວ່າ​ດິນ​ຕອນ​ນັ້ນ​ເປັນ​ຂອງ​ຄອບຄົວ​ເຮົາ. ພໍ່​ຕູ້​ບອກ​ແມ່​ຕູ້​ຂອງ​ເຮົາ​ວ່າ​ໃຫ້​ໄປ​ທຳ​ມາ​ຫາ​ກິນ​ຢູ່​ໃນ​ດິນ​ຕອນ​ນັ້ນ​ໄດ້​ເລີຍ ບໍ່​ຕ້ອງ​ເປັນ​ຫ່ວງ. ອີກ​ຄອບຄົວ​ຫນຶ່ງ​ກໍ​ຍອມ​ຮັບ​ການ​ຕັດສິນ​ນັ້ນ. ບັນຫາ​ຈຶ່ງ​ຍຸດຕິ​ໄປ.”

ປະສົບການ​ແບບ​ນີ້​ເປັນ​ເລື່ອງ​ທຳມະດາ​ໃນ​ອາຝະລິກາ​ຕາເວັນ​ຕົກ. ຢູ່​ຫັ້ນ​ກໍ​ຄື​ກັບ​ສ່ວນ​ອື່ນໆຂອງ​ໂລກ ຫລາຍ​ລ້ານ​ຄົນ​ເຊື່ອ​ວ່າ​ຄົນ​ຕາຍ​ແລ້ວ​ມີ​ຊີວິດ​ຕໍ່​ໄປ​ອີກ​ໃນ​ໂລກ​ວິນຍານ ເຊິ່ງ​ໃນ​ທີ່​ນັ້ນ​ຄົນ​ທີ່​ຕາຍ​ແລ້ວ​ສາມາດ​ຮູ້​ເຫັນ​ແລະ​ຍັງ​ມີ​ແຮງ​ຊັກ​ຈູງ​ແລະ​ມີ​ຜົນ​ກະທົບ​ຕໍ່​ຄົນ​ທີ່​ຢູ່​ໃນ​ໂລກ​ນີ້. ຄວາມ​ເຊື່ອ​ແບບ​ນີ້​ເປັນ​ຄວາມ​ຈິງ​ບໍ? ຄົນ​ຕາຍ​ແລ້ວ​ຍັງ​ມີ​ຊີວິດ​ແທ້​ບໍ? ຖ້າ​ເຂົາ​ບໍ່​ມີ​ຊີວິດ ແລ້ວ​ແມ່ນ​ໃຜ​ທີ່​ໄດ້​ອ້າງ​ຕົນ​ວ່າ​ເປັນ​ວິນຍານ​ຂອງ​ຄົນ​ທີ່​ຕາຍ​ໄປ? ການ​ໄດ້​ຄຳຕອບ​ທີ່​ຖືກຕ້ອງ​ຂອງ​ຄຳຖາມ​ເຫລົ່າ​ນີ້​ສຳຄັນ​ຫລາຍ. ນັ້ນ​ເປັນ​ເລື່ອງ​ຂອງ​ຄວາມ​ເປັນ​ຄວາມ​ຕາຍ.