ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ມີ​ຊີວິດ​ໃນ​ຮູບ​ແບບ​ກາຍ​ວິນຍານ​ຈຳນວນ​ຫຼາຍ​ລ້ານ​ອົງ

ສິ່ງ​ມີ​ຊີວິດ​ໃນ​ຮູບ​ແບບ​ກາຍ​ວິນຍານ​ຈຳນວນ​ຫຼາຍ​ລ້ານ​ອົງ

ຄຳ​ພີ​ໄບເບິນ​ບອກ​ເຮົາ​ວ່າ​ມີ​ບຸກຄົນ​ກາຍ​ວິນຍານ​ຈຳນວນ​ຫລາຍ. ພະ​ເຢໂຫວາ​ເອງ​ກໍ​ເປັນ​ກາຍ​ວິນຍານ​ອົງ​ຫນຶ່ງ.—ໂຢຮັນ 4:24; 2 ໂກລິນໂທ 3:17, 18.

ໃນ​ຄາວ​ຫນຶ່ງ ພະ​ເຢໂຫວາ​ເຄີຍຢູ່​ໃນ​ເອກະພົບ​ແຕ່​ຜູ້​ດຽວ. ຈາກ​ນັ້ນພະອົງ​ຈຶ່ງ​ເລີ່ມ​ຕົ້ນ​ສ້າງ​ບຸກຄົນ​ທີ່​ມີ​ລັກສະນະ​ກາຍ​ວິນຍານ​ທີ່​ເອີ້ນ​ວ່າ​ທູດ​ສະຫວັນ. ທູດ​ສະຫວັນ​ເຫລົ່າ​ນີ້​ມີ​ທັງ​ລິດເດດ​ແລະ​ສະຕິ​ປັນຍາ​ຫລາຍ​ກວ່າ​ມະນຸດ. ພະ​ເຢໂຫວາ​ໄດ້​ສ້າງ​ທູດ​ສະຫວັນ​ຫລາຍ​ອົງ ດານຽນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ເຫັນ​ທູດ​ສະຫວັນ​ຈຳນວນ​ຮ້ອຍ​ລ້ານ​ອົງ​ໃນ​ນິມິດ.—ດານຽນ 7:10; ເຫບເລີ 1:7.

ພະເຈົ້າ​ໄດ້​ສ້າງ​ທູດ​ສະຫວັນ​ເຫລົ່າ​ນີ້​ກ່ອນ​ພະອົງ​ສ້າງ​ແຜ່ນດິນ​ໂລກ. (ໂຢບ 38:4-7) ທູດ​ສະຫວັນ​ເຫລົ່າ​ນີ້​ບໍ່​ມີ​ອົງ​ໃດ​ເຄີຍ​ເປັນ​ມະນຸດ​ທີ່​ມີ​ຊີວິດ​ຢູ່​ເທິງ​ໂລກ​ນີ້​ແລ້ວ​ຕາຍ​ໄປ.

ພະ​ເຢໂຫວາ​ອົງ​ວິນຍານທີ່​ຍິ່ງໃຫຍ່ ໄດ້​ສ້າງ​ບຸກຄົນ​ກາຍ​ວິນຍານ​ຫລາຍ​ລ້ານ​ອົງ