ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຮັບໃຊ້​ພະ​ເຢໂຫວາ ຢ່າ​ຮັບໃຊ້​ຊາຕານ

ຮັບໃຊ້​ພະ​ເຢໂຫວາ ຢ່າ​ຮັບໃຊ້​ຊາຕານ

ພວກ​ເຮົາ​ທຸກ​ຄົນ​ຈະ​ຕ້ອງ​ເລືອກ​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫລື​ວ່າ​ຈະ​ຮັບໃຊ້​ຊາຕານ​ແລະ​ຜີ​ປີສາດ​ຂອງ​ມັນ. ເຮົາ​ບໍ່​ສາມາດ​ເລືອກ​ທັງ​ສອງ​ຢ່າງ​ໄດ້. ເປັນ​ການ​ສະຫລາດ​ສໍ່າ​ໃດ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ!

ພະ​ເຢໂຫວາ​ອົງ​ປະເສີດ

ດັ່ງ​ທີ່​ເຮົາ​ເຂົ້າ​ໃຈ​ແລ້ວ ຜີ​ປີສາດ​ມັກ​ຈະ​ທຳ​ຮ້າຍ​ແລະ​ຫລອກ​ລວງ​ຄົນ​ເຮົາ. ພະ​ເຢໂຫວາ​ບໍ່​ເປັນ​ແນວ​ນັ້ນ. ພະອົງ​ຮັກ​ເຮົາ​ຄື​ກັບ​ພໍ່​ທີ່​ຮັກ​ລູກ. ພະອົງ​ເປັນ​ຜູ້​ໃຫ້ “ຂອງ​ປະທານ​ອັນ​ດີ​ແລະ​ພະ​ຄຸນ​ປະເສີດ​ທີ່​ສຸດ​ທຸກ​ຢ່າງ.” (ຢາໂກໂບ 1:17) ພະອົງ​ບໍ່​ໄດ້​ຍັບ​ຢັ້ງ​ສິ່ງ​ດີ​ໄວ້​ຈາກ​ມະນຸດ ແມ່ນ​ວ່າ​ພະອົງ​ເອງ​ຈະ​ຕ້ອງ​ເສຍ​ສະລະ​ຫລາຍ​ສໍ່າ​ໃດ​ກໍ​ຕາມ.—ເອເຟດ 2:4-7.

ພະ​ເຍຊູ ລູກ​ຂອງ​ພະເຈົ້າ ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ປະຊາຊົນ ໂດຍ​ການ​ປິ່ນປົວ​ຄວາມ​ເຈັບ​ປ່ວຍ​ຂອງ​ເຂົາ​ເຈົ້າ

ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ຕ່າງໆທີ່​ພະ​ເຍຊູ​ລູກ​ຂອງ​ພະເຈົ້າ​ໄດ້​ກະທຳ​ຢູ່​ເທິງ​ແຜ່ນດິນ​ໂລກ. ພະອົງ​ເຮັດ​ໃຫ້​ຄົນ​ປາກ​ກືກ​ເວົ້າ​ໄດ້​ແລະ​ເຮັດ​ໃຫ້​ຄົນ​ຕາ​ບອດ​ເຫັນ​ຮຸ່ງ. ພະອົງ​ປົວ​ຄົນ​ຂີ້ທູດ​ແລະ​ຄົນ​ຂາ​ເຄ. ພະອົງ​ໄດ້​ຂັບ​ໄລ່​ຜີ​ປີສາດ ແລະ​ປິ່ນປົວ​ຄວາມ​ເຈັບ​ປ່ວຍ​ທຸກ​ຊະນິດ. ແລະ​ດ້ວຍ​ລິດເດດ​ຈາກ​ພະເຈົ້າ ພະ​ເຍຊູ​ຍັງ​ໄດ້​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ.—ມັດທາຍ 9:32-35; 15:30, 31; ລືກາ 7:11-15.

ແທນ​ທີ່​ຈະ​ເວົ້າ​ຕົວະ​ເພື່ອ​ຫລອກ​ລວງ​ພວກ​ເຮົາ ພະເຈົ້າ​ເວົ້າ​ຄວາມ​ຈິງ​ສະເຫມີ. ພະອົງ​ບໍ່​ເຄີຍ​ຫລອກ​ລວງ​ໃຜ​ຈັກ​ເທື່ອ.—ຈົດເຊັນບັນຊີ 23:19.

ຫລີກ​ລ່ຽງ​ກິດ​ປະຕິບັດ​ທີ່​ບໍ່​ສະອາດ

ຄື​ກັບ​ແມງ​ມຸມ​ທີ່​ຫ້າງ​ໃຍ​ຈັບ​ເອົາ​ແມງ​ໄມ້​ໄວ້​ຢ່າງ​ແຫນ້ນ​ແນວ​ໃດ ຫລາຍ​ລ້ານ​ຄົນ​ກໍ​ຖືກ​ຄວາມ​ເຊື່ອ​ເລື່ອງ​ຜີ​ສາງ ເວດ​ມົນ​ແລະ​ຄວາມ​ຕົວະ​ຈັບ​ເອົາ​ໄວ້​ຢ່າງ​ແຫນ້ນ​ແນວ​ນັ້ນ. ເຂົາ​ເຈົ້າ​ຢ້ານ​ຄົນ​ຕາຍ. ຢ້ານ​ຜີ​ປີສາດ. ມີ​ໃຈ​ກັງວົນ​ເລື່ອງ​ຄຳ​ສາບ ໂຊກ​ລາງ ສະເຫນ​ແລະ​ຄາຖາ​ອາຄົມ. ເຂົາ​ເຈົ້າ​ຍຶດ​ຕິດ​ຢູ່​ກັບ​ຄວາມ​ເຊື່ອ​ສັດທາ​ແລະ​ຈາ​ຮີດ​ປະເພນີ​ເຊິ່ງ​ມາ​ຈາກ​ຄຳ​ຕົວະ​ຂອງ​ຊາຕານ​ພະຍາມານ. ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ບໍ່​ຕິດ​ບ້ວງ​ແຮ້ວ​ເຫລົ່າ​ນີ້​ເລີຍ.

ພະ​ເຢໂຫວາ​ມີ​ລິດເດດ​ຫລາຍ​ກວ່າ​ຊາຕານ. ຫາກ​ເຈົ້າ​ຮັບໃຊ້​ພະ​ເຢໂຫວາ ພະອົງ​ຈະ​ປ້ອງກັນ​ເຈົ້າ​ໄວ້​ຈາກ​ຜີ​ປີສາດ. (ຢາໂກໂບ 4:7) ເວດ​ມົນ​ຄາຖາ​ຈະ​ເຮັດ​ຫຍັງ​ເຈົ້າ​ບໍ່​ໄດ້. ຕົວຢ່າງ​ເຊັ່ນ ໃນ​ປະເທດ​ນີເຊເຣີຍ ຫມໍ​ຜີ​ທີ່​ເກັ່ງ​ກ້າ​ສາມ​ຄົນ​ໄດ້​ໃຊ້​ຄາຖາ​ອາຄົມ​ເພື່ອ​ຂ້າ​ພະຍານ​ຂອງ​ພະ​ເຢໂຫວາ​ເຊິ່ງ​ບໍ່​ຍອມ​ອອກ​ຈາກ​ເມືອງ​ນັ້ນ ເມື່ອ​ຄາຖາ​ອາຄົມ​ບໍ່​ສາມາດ​ທຳ​ຮ້າຍ​ພະຍານ ຫມໍ​ຜີ​ຄົນ​ຫນຶ່ງ​ຢ້ານ​ຫລາຍ​ຈົນ​ໄດ້​ໄປ​ອ້ອນ​ວອນ​ຂໍ​ຄວາມ​ເມດຕາ​ຈາກ​ພະຍານ.

ຊາວ​ເມືອງ​ເອເຟດ​ເຜົາ​ປຶ້ມ​ເວດ​ມົນ​ຄາຖາ​ທັງ​ຫມົດ​ຂອງ​ເຂົາ​ເຈົ້າ

ຖ້າ​ຜີ​ປີສາດ​ມາ​ກວນ​ເຈົ້າ ເຈົ້າ​ສາມາດ​ຮ້ອງ​ອອກ​ຊື່​ພະ​ເຢໂຫວາ​ແລະ​ພະອົງ​ກໍ​ຈະ​ປ້ອງກັນ​ເຈົ້າ. (ສຸພາສິດ 18:10) ແຕ່​ເພື່ອ​ຈະ​ຮັບ​ການ​ປ້ອງກັນ​ຈາກ​ພະເຈົ້າ ເຈົ້າ​ຕ້ອງ​ກຳຈັດ​ທຸກ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ລັດທິ​ຜີ​ປີສາດ​ແລະ​ການ​ບູຊາ​ຜີ​ປີສາດ​ໃຫ້​ຫລຸດ​ອອກ. ຜູ້​ນະມັດສະການ​ພະເຈົ້າ​ໃນ​ເມືອງ​ເອເຟດ​ສະໄຫມ​ບູຮານ​ເຄີຍ​ເຮັດ​ແບບ​ນັ້ນ. ເຂົາ​ເຈົ້າ​ເກັບ​ໂຮມ​ເອົາ​ປຶ້ມ​ທີ່​ກ່ຽວ​ຂ້ອງ​ກັບ​ເວດ​ມົນ​ຄາຖາ​ມາ​ເຜົາ​ຖິ້ມ​ຈົນ​ຫມົດ. (ກິດຈະການ 19:19, 20) ໃນ​ທຸກ​ມື້​ນີ້ ຜູ້​ຮັບໃຊ້​ພະເຈົ້າ​ຕ້ອງ​ເຮັດ​ແບບ​ນີ້​ຄື​ກັນ. ເຈົ້າ​ຕ້ອງ​ກຳຈັດ​ເຄື່ອງ​ລາງ​ຂອງ​ດີ ຜ້າ​ຍັນ ສາຍ​ສິນ ປຶ້ມ​ເວດ​ມົນ​ແລະ​ສິ່ງ​ອື່ນໆອີກ​ທີ່​ກ່ຽວ​ຂ້ອງ​ກັບ​ກິດ​ປະຕິບັດ​ທາງ​ໄສຍະສາດ.

ປະຕິບັດ​ສາສະຫນາ​ແທ້

ຖ້າ​ເຈົ້າ​ຕ້ອງການ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ ພຽງ​ແຕ່​ລະ​ຖິ້ມ​ການ​ນະມັດສະການ​ປອມ​ແລະ​ເຊົາ​ເຮັດ​ຊົ່ວ​ເທົ່າ​ນັ້ນ​ຍັງ​ບໍ່​ພໍ. ເຈົ້າ​ຈະ​ຕ້ອງ​ເຂົ້າ​ຮ່ວມ​ໃນ​ການ​ນະມັດສະການ​ທີ່​ບໍລິສຸດ​ຢ່າງ​ຈິງ​ຈັງ. ຄຳພີ​ໄບເບິນ​ຊີ້​ເຖິງ​ຂໍ້​ຮຽກ​ຮ້ອງ​ວ່າ:

ເຂົ້າ​ຮ່ວມ​ການ​ປະຊຸມ​ຂອງ​ຄລິດສະຕຽນ.—ເຫບເລີ 10:24, 25

ສຶກສາ​ຄຳພີ​ໄບເບິນ.—ໂຢຮັນ 17:3

ປະກາດ​ສັ່ງ​ສອນ​ຄົນ​ອື່ນ.—ມັດທາຍ 24:14

ອະທິດຖານ​ເຖິງ​ພະ​ເຢໂຫວາ.—ຟີລິບ 4:6, 7

ຮັບ​ບັບເຕມາ.—ກິດຈະການ 2:41

ຄົບຫາ​ສະມາຄົມ​ກັບ​ພະຍານ​ພະ​ເຢໂຫວາ

ຊາຕານ​ແລະ​ຜີ​ປີສາດ​ມີ​ພັກ​ພວກ​ທີ່​ເປັນ​ມະນຸດ​ຢູ່​ໃນ​ໂລກ​ນີ້​ເຊິ່ງ​ສອນ​ແລະ​ປະຕິບັດ​ສິ່ງ​ຜິດໆ. ພະ​ເຢໂຫວາ​ກໍ​ມີ​ຜູ້​ຮັບໃຊ້​ຂອງ​ພະອົງ​ຄື​ກັນ. ເຂົາ​ເຈົ້າ​ແມ່ນ​ພະຍານ​ພະ​ເຢໂຫວາ. (ເອຊາອີ 43:10) ທົ່ວ​ແຜ່ນດິນ​ໂລກ​ມີ​ພະຍານ​ຫລາຍ​ກວ່າ​ຫົກ​ລ້ານ​ຄົນ. ພະຍານ​ທຸກ​ຄົນ​ພະຍາຍາມ​ເຮັດ​ແຕ່​ການ​ດີ​ແລະ​ສອນ​ຄວາມ​ຈິງ​ໃຫ້​ຄົນ​ອື່ນ. ໃນ​ຫລາຍ​ປະເທດ​ເຈົ້າ​ຈະ​ພົບ​ເຂົາ​ເຈົ້າ​ຢູ່​ທີ່​ຫໍ​ປະຊຸມ​ລາຊະອານາຈັກ ເຊິ່ງ​ເຂົາ​ເຈົ້າ​ຍິນດີ​ຕ້ອນຮັບ​ເຈົ້າ​ຢ່າງ​ອົບອຸ່ນ.

ວຽກ​ຂອງ​ເຂົາ​ເຈົ້າ​ແມ່ນ​ການ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ມາ​ຮັບໃຊ້​ພະເຈົ້າ. ເຂົາ​ເຈົ້າ​ຍິນດີ​ສຶກສາ​ຄຳພີ​ໄບເບິນ​ນຳ​ເຈົ້າ​ຢູ່​ບ້ານ ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ຮູ້ຈັກ​ວິທີ​ນະມັດສະການ​ພະ​ເຢໂຫວາ​ໃນ​ວິທີ​ທີ່​ຖືກຕ້ອງ. ເຈົ້າ​ບໍ່​ຕ້ອງ​ເສຍ​ຄ່າ​ຮຽນ. ພະຍານ​ພະ​ເຢໂຫວາ​ຍິນດີ​ສອນ​ຄວາມ​ຈິງ ເພາະ​ວ່າ​ເຂົາ​ເຈົ້າ​ຮັກ​ປະຊາຊົນ​ແລະ​ຮັກ​ພະ​ເຢໂຫວາ​ພະເຈົ້າ.

ພະຍານ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບໃຊ້​ພະເຈົ້າ