“ເປັນໄປບໍ່ໄດ້!”
ຄົນນິວຢອກ (ສະຫະລັດອະເມລິກາ) ຜູ້ໜຶ່ງເລົ່າວ່າ “ລູກຊາຍຂອງຂ້ອຍໂຢນາທານໄປຫາຫມູ່ທີ່ຢູ່ຫ່າງຈາກເຮືອນບໍ່ຫຼາຍກິໂລແມັດ. ເມຍຂອງຂ້ອຍວາເລັນຕິນາບໍ່ຢາກໃຫ້ລູກໄປທີ່ນັ້ນ. ລາວວິຕົກກັງວົນຕະຫຼອດກ່ຽວກັບການສັນຈອນ. ແຕ່ວ່າໂຢນາທານມັກວິຊາເອເລັກໂຕຫຼາຍ ແລະຫມູ່ຂອງລາວມີຮ້ານສ້ອມແປງເຊິ່ງລາວຈະໄດ້ປະສົບການທີ່ດີໆ. ຂ້ອຍຢູ່ບ້ານໃນເມືອງມານອັດຕັນຕາເວັນຕົກຂອງເມືອງນິວຢອກ. ເມຍຂອງຂ້ອຍໄປຢາມພີ່ນ້ອງຂອງລາວຢູ່ປອກໂຕຣິກໂກ. ຂ້ອຍຄິດວ່າ ‘ອີກບໍ່ດົນໂຢນາທານຄົງຈະກັບມາ’. ແລ້ວກະດິງປະຕູເຮືອນກໍດັງຂຶ້ນ. ‘ແມ່ນລູກແນ່ນອນ.’ ແຕ່ວ່າມັນບໍ່ແມ່ນ. ແມ່ນຕຳຫຼວດແລະຜູ້ຊ່ວຍແພດ. ນາຍຕຳຫຼວດນັ້ນຖາມວ່າ ‘ເຈົ້າຈື່ໃບຂັບຂີ່ນີ້ໄດ້ບໍ?’ ‘ຈື່ໄດ້ ມັນແມ່ນໃບຂັບຂີ່ຂອງໂຢນາທານລູກຊາຍຂອງຂ້ອຍ.’ ‘ພວກເຮົາມີຂ່າວຮ້າຍຈະບອກເຈົ້າ. ເກີດອຸບັດເຫດຂຶ້ນ ແລະ . . . ລູກເຈົ້າ . . . ລູກຊາຍຂອງເຈົ້າເສຍຊີວິດແລ້ວ.’ ການຕອບສະໜອງໃນຕອນທຳອິດຂອງຂ້ອຍແມ່ນ ‘ເປັນໄປບໍ່ໄດ້!’ ເຫດການສະເທືອນໃຈເທື່ອນັ້ນຍັງຄົງເປັນບາດແຜໃນຫົວໃຈຂອງພວກເຮົາຢູ່ ແມ່ນວ່າຫຼາຍປີແລ້ວ.””
ພໍ່ຜູ້ໜຶ່ງໃນເມືອງປາເຊີໂລນາ (ແອດສະປາຍ) ຂຽນວ່າ “ຫວນກັບຄືນໄປໃນຕອນທົດສະວັດ 1960 ທີ່ປະເທດແອດສະປາຍ ຄອບຄົວຂອງເຮົາມີຄວາມສຸກຫຼາຍ. ຄອບຄົວຂອງເຮົາມີ ເມຍຂ້ອຍມາເລຍແລະລູກສາມຄົນ ທ້າວດາວິດ ທ້າວປາກີໂຕແລະນາງອີຊາເບນ ອາຍຸຕັ້ງແຕ່ 13 11 ແລະ 9 ປີຕາມລຳດັບ.
“ມື້ໜຶ່ງໃນເດືອນມີນາປີ 1963 ທ້າວປາກີໂຕກັບຈາກໂຮງຮຽນ ພໍເຂົ້າໄປໃນເຮືອນກໍຈົ່ມວ່າເຈັບຫົວຫຼາຍ. ພວກເຮົາຮູ້ສຶກງົງວ່າຄວາມເຈັບນັ້ນເກີດຂຶ້ນຍ້ອນຫຍັງ—ແຕ່ບໍ່ດົນກໍພົບສາເຫດ. ສາມຊົ່ວໂມງຫຼັງຈາກນັ້ນລາວກໍສິ້ນຊີວິດ. ອາການເສັ້ນເລືອດແຕກໃນສະໝອງເຮັດໃຫ້ລາວເສຍຊີວິດທັນທີ.
“ປາກີໂຕຕາຍໄປຕັ້ງ 30 ກວ່າປີແລ້ວ. ແຕ່ວ່າຄວາມເຈັບປວດຈາກການສູນເສຍລູກໃນຄັ້ງນັ້ນຍັງຄົງຝັງເລິກຢູ່ໃນຫົວໃຈພວກເຮົາຮອດທຸກມື້ນີ້. ເປັນໄປບໍ່ໄດ້ທີ່ພໍ່ແມ່ຜູ້ທີ່ສູນເສຍລູກຈະບໍ່ຮູ້ສຶກວ່າ ເຂົາໄດ້ສູນເສຍສ່ວນໜຶ່ງຂອງຕົນເອງ—ບໍ່ວ່າຈະດົນປານໃດຫຼືເຂົາເຈົ້າຈະມີລູກອີກທໍ່ໃດຄົນ.
ປະສົບການທັງສອງນີ້ສະແດງວ່າ ພໍ່ແມ່ທີ່ສູນເສຍລູກນັ້ນຈະມີບາດແຜທີ່ຢູ່ໃນຫົວໃຈທັງເລິກແລະດົນນານສໍ່າໃດ. ເປັນຈິງດັ່ງແພດຜູ້ໜຶ່ງໄດ້ຂຽນວ່າ “ຕາມປົກກະຕິຄວາມຕາຍຂອງເດັກນ້ອຍນັ້ນເສົ້າສະຫຼົດແລະຊອກຊໍ້າຫຼາຍກວ່າຄວາມຕາຍຂອງຜູ້ທີ່ອາຍຸຫຼາຍ ເພາະມັກຈະຄິດກັນວ່າເດັກນ້ອຍຄວນຈະເປັນຜູ້ທີ່ຕາຍລຸນຫມູ່ໃນຄອບຄົວ. . . . ຄວາມຕາຍຂອງເດັກນ້ອຍໝາຍເຖິງການສູນເສຍຄວາມຝັນໃນເລື່ອງອະນາຄົດ ຄວາມສຳພັນ [ແບບລູກຊາຍ ລູກໃພ້ ຫຼານ] ປະສົບການຫຼາຍໆຢ່າງ . . . ທີ່ຍັງບໍ່ທັນເກີດຂຶ້ນມາ ແລະຄວາມຮູ້ສຶກໃນການສູນເສຍຢ່າງແສນຈະເຈັບປວດແບບນີ້ອາດຈະເກີດຂຶ້ນກັບຜູ້ຍິງທີ່ຫລຸລູກດ້ວຍ.
ເມຍຜູ້ໜຶ່ງທີ່ຜົວຕາຍຊີ້ແຈງວ່າ “ຣັດເຊນຜົວຂອງຂ້ອຍເຄີຍຮັບໃຊ້ໃນຕຳແໜ່ງຜູ້ຊ່ວຍແພດປະຈຳສະໜາມຮົບປາຊີຟີກໃນລະຫວ່າງສົງຄາມໂລກຄັ້ງທີສອງ. ລາວເຄີຍປະເຊີນແລະລອດຕາຍຈາກການສູ້ຮົບທີ່ຮ້າຍແຮງຫຼາຍເທື່ອໃນສົງຄາມ. ເມື່ອກັບມາຢູ່ສະຫະລັດລາວໄດ້ໃຊ້ຊີວິດແບບສະຫງົບສຸກຫຼາຍຂຶ້ນ. ຕໍ່ມາລາວໄດ້ເປັນຜູ້ຮັບໃຊ້ພະເຈົ້າ. ຕອນທີ່ລາວອາຍຸໄດ້ 60 ກວ່າປີ ກໍເລີ່ມມີອາການເປັນໂລກຫົວໃຈ. ລາວພະຍາຍາມດຳເນີນຊີວິດແບບມີຊີວິດຊີວາ. ແລ້ວມື້ໜຶ່ງໃນເດືອນກໍລະກົດປີ 1988 ລາວເກີດອາການຫົວໃຈວາຍຢ່າງກະທັນຫັນແລ້ວກໍເສຍຊີວິດ. ການຕາຍຂອງລາວຈຶ່ງເປັນການສູນເສຍທີ່ຮ້າຍແຮງ. ຂ້ອຍບໍ່ທັນໄດ້ບອກລາລາວຊໍ້າ. ລາວບໍ່ພຽງແຕ່ເປັນຜົວ ແລະຍັງເປັນເພື່ອນທີ່ດີທີ່ສຸດຂອງຂ້ອຍອີກ. ພວກເຮົາໃຊ້ຊີວິດຮ່ວມກັນມາຕັ້ງ 40 ປີ. ຕອນນີ້ຂ້ອຍຕ້ອງປະເຊີນກັບສະພາບທີ່ສຸດແສນຈະປ່ຽວພອຍ.”
ນີ້ເປັນພຽງຄວາມເສົ້າສະຫຼົດບາງສ່ວນໃນຫຼາຍໆພັນກໍລະນີທີ່ມີຜົນກະທົບຢ່າງຮ້າຍແຮງຕໍ່ຄອບຄົວຕ່າງໆທົ່ວໂລກໃນແຕ່ລະວັນ. ດັ່ງທີ່ຜູ້ໂສກເສົ້າສ່ວນຫຼາຍບອກວ່າ ເມື່ອຄວາມຕາຍພາກເອົາລູກ ຜົວ ເມຍ ພໍ່ແມ່ ເພື່ອນຂອງເຈົ້າໄປ ມັນເປັນຈິງດັ່ງໂປໂລນັກຂຽນຄລິດສະຕຽນໄດ້ເອີ້ນຄວາມຕາຍວ່າ “ສັດຕູອັນທີ່ສຸດ.” ອາການໃນຕອນທຳອິດຕໍ່ຂ່າວຮ້າຍມັກຈະເປັນການບໍ່ຍອມຮັບ “ເປັນໄປບໍ່ໄດ້! ຂ້ອຍບໍ່ເຊື່ອ.” ແລ້ວປະຕິກິລິຍາຢ່າງອື່ນກໍຕາມມາດັ່ງທີ່ເຮົາຈະເຫັນ.—1 ໂກລິນໂທ 15:25, 26.
ຢ່າງໃດກໍຕາມ ກ່ອນເຮົາຈະພິຈະລານາເຖິງຄວາມຮູ້ສຶກໂສກເສົ້າ ໃຫ້ເຮົາຕອບຄຳຖາມທີ່ສຳຄັນບາງຂໍ້. ຄວາມຕາຍໝາຍເຖິງຈຸດຈົບຂອງຄົນໆນັ້ນບໍ? ມີຄວາມຫວັງທີ່ຈະເຫັນຄົນທີ່ເຮົາຮັກເຊິ່ງເສຍຊີວິດໄປແລ້ວອີກບໍ?
ມີຄວາມຫວັງແທ້
ໂປໂລຜູ້ຂຽນຄຳພີໄບເບິນໄດ້ສະເໜີຄວາມຫວັງເລື່ອງການຊ່ວຍໃຫ້ລອດພົ້ນຈາກຄວາມຕາຍ “ສັດຕູອັນທີ່ສຸດ.” ທ່ານຂຽນວ່າ “ສັດຕູອັນທີ່ສຸດທີ່ພະອົງຈະໃຫ້ສູນເສຍນັ້ນເປັນຄວາມຕາຍ.” (1 ໂກລິນໂທ 15:26) ເປັນຫຍັງໂປໂລຈຶ່ງໝັ້ນໃຈສໍ່ານັ້ນ? ເພາະວ່າທ່ານໄດ້ຮັບການສອນໂດຍພະເຍຊູຄລິດຜູ້ທີ່ໄດ້ຮັບການປຸກຂຶ້ນຈາກຕາຍ. (ກິດຈະການ 9:3-19) ນັ້ນຍັງເປັນອີກເຫດຜົນໜຶ່ງທີ່ໂປໂລໄດ້ຂຽນວ່າ “ດ້ວຍວ່າມະນຸດຕ້ອງຕາຍ ໂດຍການກະທຳຂອງມະນຸດຄົນໜຶ່ງ [ອາດາມ] ສັນໃດ ມະນຸດເປັນຄືນມາຈາກຕາຍ ກໍໂດຍການກະທຳຂອງມະນຸດຄົນໜຶ່ງ [ພະເຍຊູຄລິດ] ສັນນັ້ນ. ມະນຸດທຸກຄົນຕາຍຍ້ອນການຮ່ວມເຂົ້າກັບອາດາມສັນໃດ ມະນຸດທຸກຄົນຈະເປັນຄືນມາຈາກຕາຍຍ້ອນການຮ່ວມເຂົ້າກັບພະຄິດສັນນັ້ນ.”—1 ໂກລິນໂທ 15:21, 22, ທ.ປ.
ພະເຍຊູມີຄວາມເສົ້າສະຫຼົດໃຈຢ່າງໜັກເມື່ອພະອົງພົບຍິງໝ້າຍຊາວເມືອງນາອິນແລະເຫັນວ່າລູກຊາຍຂອງລາວຕາຍແລ້ວ. ບັນທຶກໃນຄຳພີໄບເບິນບອກວ່າ “ເມື່ອ [ພະເຍຊູ] ໄດ້ມາໃກ້ປະຕູເມືອງ [ນາອີນ] ຈົ່ງເບິ່ງ ເຂົາພວມຫາມຄົນຕາຍຜູ້ໜຶ່ງໄປທາງນອກ ເປັນລູກຊາຍລູກໂທນຂອງແມ່ແຫ່ງຕົນ ແລະແມ່ນັ້ນເປັນແມ່ໝ້າຍ. ແລະຝູງຄົນຫຼາຍຄົນແຕ່ຊາວເມືອງໄດ້ໄປນຳເພິ່ນ. ແລະເມື່ອໄດ້ເຫັນແມ່ໝ້າຍນັ້ນແລ້ວ ພະອົງເຈົ້າມີໃຈຄຶດສັງເວດເພິ່ນຫຼາຍ ແລະກ່າວແກ່ເພິ່ນວ່າ ‘ຢ່າຊູ່ຮ້ອງໄຫ້.’ ແລະພະອົງໄດ້ຫຍັບໄປໃກ້ແລະບາຍຫີບຄົນຕາຍຢູ່ ແລະຄົນທີ່ຫາມນັ້ນໄດ້ເຊົາຢູ່ແລະພະອົງໄດ້ກ່າວວ່າ ‘ຊາຍຫນຸ່ມເອີຍ ເຮົາບອກເຈົ້າວ່າຈົ່ງລຸກຂຶ້ນເຖີ້ນ.’ ແລະຄົນຕາຍນັ້ນໄດ້ລຸກຂຶ້ນນັ່ງຢູ່ແລະຕັ້ງຕົ້ນປາກ ແລະພະອົງໄດ້ເອົາເພິ່ນໄປສົ່ງໃຫ້ແມ່ແຫ່ງຕົນ. ແລະເຂົາທັງປວງໄດ້ຕົກໃຈແລະເຂົາສັນລະເສີນພະເຈົ້າວ່າ ‘ຜູ້ທຳນວາຍຜູ້ໃຫຍ່ໄດ້ເກີດມາໃນທ່າມກາງຫມູ່ເຮົາ’ ແລະ ລືກາ 7:12-16.
‘ພະເຈົ້າໄດ້ມາຢາມພວກຂອງພະອົງ.’” ຂໍໃຫ້ສັງເກດວ່າພະເຍຊູຖືກກະຕຸ້ນດ້ວຍຄວາມອີດູ ຈຶ່ງໄດ້ປຸກລູກຊາຍຂອງຍິງໝ້າຍນັ້ນຂຶ້ນຈາກຕາຍ! ລອງນຶກພາບວ່າເລື່ອງນີ້ບອກລ່ວງໜ້າແນວໃດກ່ຽວກັບອະນາຄົດ!—ຕໍ່ໜ້າພະຍານທີ່ເຫັນເຫດການ ພະເຍຊູໄດ້ເຮັດການປຸກຂຶ້ນຈາກຕາຍທີ່ບໍ່ອາດຈະລືມໄດ້. ເຊິ່ງເປັນຕົວຢ່າງຂອງການຄືນມາຈາກຕາຍທີ່ພະອົງໄດ້ບອກລ່ວງໜ້າກ່ອນເຫດການນີ້ໄລຍະໜຶ່ງແລ້ວ ນັ້ນແມ່ນການກັບຄືນຈາກຕາຍເທິງແຜ່ນດິນໂລກນີ້ພາຍໃຕ້ “ຟ້າອາກາດໃໝ່.” ໃນໂອກາດນັ້ນ ພະເຍຊູກ່າວວ່າ “ຢ່າປະຫຼາດໃຈດ້ວຍສິ່ງນັ້ນ ເພາະວ່າຄາວມາໃກ້ແລ້ວເວລາຄົນທັງປວງທີ່ຢູ່ໃນບ່ອນຝັງສົບກໍຈະຍິນສຽງປາກຂອງພະບຸດ ແລະເຂົາຈະອອກມາ.”—ຄຳປາກົດ 21:1, 3, 4; ໂຢຮັນ 5:28 29; 2 ເປໂຕ 3:13.
ພະຍານເຫດການຄົນອື່ນໆທີ່ເຫັນການຟື້ນຄືນຈາກຕາຍນັ້ນກໍມີເປໂຕພ້ອມທັງລາງຄົນໃນ 12 ຄົນທີ່ໄດ້ເດີນທາງນຳກັນກັບພະເຍຊູ. ເຂົາເຈົ້າໄດ້ຍິນພະເຍຊູຜູ້ທີ່ຮັບການປຸກຂຶ້ນຈາກຕາຍແທ້ໆກ່າວທີ່ທະເລຄາລິເລ. ບັນທຶກນັ້ນບອກພວກເຮົາວ່າ “ພະເຍຊູໄດ້ກ່າວແກ່ເຂົາວ່າ ‘ທ່ານທັງຫຼາຍຈົ່ງມາກິນງາຍເຖີ້ນ.’ ແລະໃນພວກລູກສິດບໍ່ມີໃຜຫານຖາມພະອົງວ່າ ‘ທ່ານເປັນຜູ້ໃດ?’ ເພາະເຂົາຮູ້ຈັກວ່າເປັນພະອົງເຈົ້າ. ພະເຍຊູມາແລະເອົາເຂົ້າຈີ່ປະທານໃຫ້ແກ່ເຂົາກັບປາ. ຕັ້ງແຕ່ພະອົງເປັນຄືນມາຈາກຫມູ່ຄົນຕາຍ ເປັນເທື່ອທີ 3 ແລ້ວທີ່ພະເຍຊູໃຫ້ພວກລູກສິດເຫັນພະອົງ.”—ໂຢຮັນ 21:12-14.
ສະນັ້ນ ເປໂຕຈຶ່ງຂຽນດ້ວຍຄວາມໝັ້ນໃຈຢ່າງເຕັມທີວ່າ “ຄວາມສັນລະເສີນຈົ່ງມີແກ່ພະເຈົ້າແລະພະບິດາແຫ່ງພະເຍຊູຄລິດພະອົງເຈົ້າຂອງເຮົາທັງຫຼາຍ ດ້ວຍຄວາມອີ່ດູອັນໃຫຍ່ຂອງພະອົງ ພະອົງໄດ້ໂຜດໃຫ້ເຮົາທັງຫຼາຍໄດ້ເກີດໃໝ່ສຳລັບຄວາມໄວ້ໃຈອັນມີຊີວິດຢູ່ດ້ວຍພະເຍຊູຄລິດໄດ້ຄືນມາຈາກຫມູ່ຄົນຕາຍ.”—1 ເປໂຕ 1:3.
ອັກຄະສາວົກໂປໂລໄດ້ສະແດງເຖິງຄວາມຫວັງທີ່ທ່ານໝັ້ນໃຈເມື່ອກ່າວວ່າ “ຂ້າພະເຈົ້າໄດ້ເຊື່ອສິ່ງທັງປວງທີ່ເປັນຕາມພະບັນຍັດແລະທີ່ຂຽນໄວ້ແລ້ວໃນໜັງສືແຫ່ງຜູ້ທຳນວາຍທັງຫຼາຍ ຂ້າພະເຈົ້າມີຄວາມຄອງຫາໃນພະເຈົ້າຕາມທີ່ເຂົາຫມູ່ນີ້ເອງໄດ້ຖື ຄືວ່າຄົນທັງປວງທັງຜູ້ຊອບທຳແລະຜູ້ບໍ່ຊອບທຳຈະຄືນມາຈາກຕາຍ.”—ກິດຈະການ 24:14, 15.
ດັ່ງນັ້ນຫຼາຍລ້ານຄົນຈຶ່ງມີຄວາມຫວັງອັນໝັ້ນຄົງທີ່ຈະໄດ້ເຫັນຜູ້ເຊິ່ງເຂົາເຈົ້າຮັກກັບມາຢູ່ເທິງແຜ່ນດິນໂລກນີ້ອີກໃນສະພາບແວດລ້ອມທີ່ແຕກຕ່າງຫຼາຍ. ສະພາບການຕອນນັ້ນຈະເປັນຢ່າງໃດ? ລາຍລະອຽດເພີ່ມຂຶ້ນຈາກຄຳພີໄບເບິນເລື່ອງຄວາມຫວັງຂອງຜູ້ທີ່ເຮົາຮັກເຊິ່ງເສຍຊີວິດໄປແລ້ວຈະມີການພິຈາລະນາໃນຕອນທ້າຍຂອງຈຸນລະສານນີ້ ຕອນນັ້ນມີຊື່ວ່າ “ຄວາມຫວັງທີ່ແນ່ນອນສຳລັບຜູ້ທີ່ຕາຍໄປແລ້ວ.”
ແຕ່ທຳອິດໃຫ້ເຮົາພິຈາລະນາຄຳຖາມທີ່ເຈົ້າອາດຢາກຮູ້ ຫາກວ່າເຈົ້າຍັງໂສກເສົ້າເນື່ອງຈາກການສູນເສຍຄົນທີ່ເຈົ້າຮັກ ຄວາມຮູ້ສຶກໂສກເສົ້າແບບນີ້ເປັນເລື່ອງທຳມະດາບໍ? ຂ້ອຍຈະທົນກັບຄວາມຮູ້ສຶກເສົ້າແບບນີ້ໄດ້ຢ່າງໃດ? ຄົນອື່ນຈະຊ່ວຍຂ້ອຍໃຫ້ຮັບມືໄດ້ຢ່າງໃດ? ຂ້ອຍຈະຊ່ວຍຄົນທີ່ຍັງທຸກໂສກຢູ່ໄດ້ຢ່າງໃດ? ສິ່ງສຳຄັນຢ່າງຍິ່ງແມ່ນ ຄຳພີໄບເບິນເວົ້າຢ່າງໃດກ່ຽວກັບຄວາມຫວັງທີ່ແນ່ນອນສຳລັບຄົນຕາຍ? ຂ້ອຍຈະເຫັນຄົນທີ່ຂ້ອຍຮັກອີກບໍ? ແລະຈະເຫັນເຂົາຢູ່ໃສ?