ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຂ້ອຍ​ຈະ​ທົນ​ຄວາມ​ທຸກ​ໂສກ​ໄດ້​ຢ່າງ​ໃດ?

ຂ້ອຍ​ຈະ​ທົນ​ຄວາມ​ທຸກ​ໂສກ​ໄດ້​ຢ່າງ​ໃດ?

“ຂ້ອຍ​ຮູ້ສຶກ​ເປັນ​ການ​ກົດ​ດັນ​ຫຼາຍ​ທີ່​ຈະ​ໃຫ້​ລະງັບ​ຄວາມ​ຮູ້ສຶກ​ຂອງ​ຕົນ​ເອົາ​ໄວ້” ທ້າວ​ໄມ​ອະທິບາຍ​ເມື່ອ​ນຶກ​ເຖິງ​ຕອນ​ທີ່​ພໍ່​ເສຍ​ຊີວິດ​ໄປ. ສຳລັບ​ໄມ ການ​ລະງັບ​ຄວາມ​ໂສກ​ເສົ້າ​ແມ່ນ​ສິ່ງ​ທີ່​ລູກ​ຜູ້​ຊາຍ​ຄວນ​ຈະ​ເຮັດ. ແຕ່​ຫຼັງ​ຈາກ​ນັ້ນ​ລາວ​ຮູ້​ວ່າ​ການ​ເຮັດ​ແບບ​ນັ້ນ​ຜິດ. ດັ່ງ​ນັ້ນ ເມື່ອ​ພໍ່​ຕູ້​ຂອງ​ເພື່ອນ​ໄມ​ເສຍ​ຊີວິດ ໄມ​ຈຶ່ງ​ຮູ້​ວ່າ​ຈະ​ເຮັດ​ຢ່າງ​ໃດ. ລາວ​ກ່າວ​ວ່າ “ຖ້າ​ແມ່ນ​ສອງ​ສາມ​ປີ​ກ່ອນ ຂ້ອຍ​ຈະ​ຕົບ​ບ່າ​ເພື່ອນ​ແລະ​ບອກ​ກັບ​ລາວ​ວ່າ ‘ເຂັ້ມແຂງ​ໄວ້ ເຮົາ​ເປັນ​ລູກ​ຜູ້​ຊາຍ​ເດ.’ ຕອນ​ນີ້ ຂ້ອຍ​ຈະ​ແຕະ​ແຂນ​ຂອງ​ລາວ​ແລະ​ບອກ​ວ່າ ‘ຮູ້ສຶກ​ຢ່າງ​ໃດ​ກໍ​ລະບາຍ​ອອກ​ມາ. ມັນ​ຈະ​ຊ່ວຍ​ເຈົ້າ​ໄດ້. ຖ້າ​ເຈົ້າ​ຢາກ​ໃຫ້​ຂ້ອຍ​ໄປ​ຂ້ອຍ​ກໍ​ຈະ​ໄປ. ແລ້ວ​ຖ້າ​ເຈົ້າ​ຢາກ​ໃຫ້​ຂ້ອຍ​ຢູ່​ຂ້ອຍ​ກໍ​ຈະ​ຢູ່ ແຕ່​ຢ່າຊູ່​ຢ້ານ​ທີ່​ຈະ​ສະແດງ​ຄວາມ​ຮູ້ສຶກ​ອອກ​ມາ.’”

ນາງ​ມາ​ຣີ​ອານ ກໍ​ຮູ້ສຶກ​ຖືກ​ກົດ​ດັນ​ໃຫ້​ລະງັບ​ຄວາມ​ຮູ້ສຶກ​ຄື​ກັນ​ເມື່ອ​ຜົວ​ຂອງ​ລາວ​ຕາຍ. ລາວ​ຫວນ​ຄິດ​ຄືນ​ວ່າ “ຕອນ​ນັ້ນ​ຂ້ອຍ​ເປັນ​ຫ່ວງ​ຫຼາຍ​ກ່ຽວ​ກັບ​ການ​ເປັນ​ແບບ​ຢ່າງ​ທີ່​ດີ​ແກ່​ຄົນ​ອື່ນ ຂ້ອຍ​ບໍ່​ຍອມ​ໃຫ້​ຕົນ​ເອງ​ສະແດງ​ຄວາມ​ຮູ້ສຶກ​ທີ່​ແທ້​ຈິງ​ອອກ​ມາ. ແຕ່​ໃນ​ທີ່​ສຸດ​ຂ້ອຍ​ຮູ້​ວ່າ​ການ​ພະຍາຍາມ​ສະແດງ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ຕົນ​ເຂັ້ມແຂງ​ນັ້ນ​ຊ່ວຍ​ຂ້ອຍ​ບໍ່​ໄດ້​ເລີຍ. ຂ້ອຍ​ໄດ້​ເລີ່ມ​ປະເມີນ​ສະພາບ​ຂອງ​ຕົນ​ເອງ​ແລະ​ກ່າວ​ວ່າ ‘ໄຫ້​ສາ​ຖ້າ​ວ່າ​ເຈົ້າ​ຕ້ອງການ​ຈະ​ໄຫ້. ຢ່າ​ທຳ​ທ່າ​ວ່າ​ຕົນ​ເອງ​ເຂັ້ມແຂງ​ຫຼາຍ. ປ່ອຍ​ຄວາມ​ຮູ້ສຶກ​ອອກ​ມາ​ໂລດ.’”

ດັ່ງ​ນັ້ນ​ທັງ​ໄມ​ແລະ​ມາ​ຣີ​ອານ​ແນະນຳ​ວ່າ ໃຫ້​ສະແດງ​ຄວາມ​ທຸກ​ໂສກ​ອອກ​ມາ! ເຂົາ​ເຈົ້າ​ເວົ້າ​ຖືກ. ເປັນ​ຫຍັງ? ເພາະ​ວ່າ​ການ​ສະແດງ​ຄວາມ​ທຸກ​ໂສກ​ເປັນ​ການ​ລະບາຍ​ອາລົມ​ທີ່​ຈຳເປັນ​ແນວ​ໜຶ່ງ. ການ​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ​ຜ່ອນ​ຄວາມ​ກົດ​ດັນ​ຂອງ​ເຈົ້າ​ໄດ້. ການ​ລະບາຍ​ອາລົມ​ແບບ​ທຳມະຊາດ ຖ້າ​ຄວບ​ຄູ່​ກັບ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ຮູ້​ທີ່​ຖືກຕ້ອງ ສາມາດ​ປັບ​ໃຫ້​ເຈົ້າ​ມີ​ອາລົມ​ຄວາມ​ຮູ້ສຶກ​ຢູ່​ໃນ​ລະດັບ​ທີ່​ເໝາະ​ສົມ.

ແນ່ນອນ ບໍ່​ແມ່ນ​ທຸກ​ຄົນ​ສະແດງ​ຄວາມ​ທຸກ​ໂສກ​ແບບ​ດຽວ​ກັນ. ແລະ​ປັດໄຈ​ຕ່າງໆເຊັ່ນ​ຜູ້​ທີ່​ເຂົາ​ເຈົ້າ​ຮັກ​ຕາຍ​ຢ່າງ​ກະທັນຫັນ​ຫຼື​ຕາຍ​ຫຼັງ​ຈາກ​ເຈັບ​ໄຂ້​ເປັນ​ໄລຍະ​ຍາວ​ນານ​ອາດ​ຈະ​ມີ​ຜົນ​ກະທົບ​ຕໍ່​ອາລົມ​ຂອງ​ຜູ້​ຍັງ​ຢູ່. ແຕ່​ສິ່ງ​ທີ່​ປາກົດ​ວ່າ​ແນ່ນອນ​ກໍ​ແມ່ນ: ການ​ຂົ່ມ​ຄວາມ​ຮູ້ສຶກ​ໄວ້​ອາດ​ຈະ​ເປັນ​ອັນຕະລາຍ​ຕໍ່​ຮ່າງກາຍ​ແລະ​ຈິດ​ໃຈ​ໄດ້. ຖ້າ​ລະບາຍ​ຄວາມ​ທຸກ​ໂສກ​ອອກ​ມາ​ໄດ້​ຈະ​ເປັນ​ປະໂຫຍດ​ຕໍ່​ສຸຂະພາບ​ຫຼາຍ​ກວ່າ. ຈະ​ເຮັດ​ແນວ​ໃດ? ພະ​ຄຳພີ​ມີ​ຄຳ​ແນະນຳ​ທີ່​ໃຊ້​ໄດ້​ຫຼາຍ​ຂໍ້.

ການ​ລະບາຍ​ຄວາມ​ທຸກ​ໂສກ—ເຮັດ​ແນວ​ໃດ?

ການ​ເວົ້າ​ນຳ​ຄົນ​ອື່ນ ເປັນ​ການ​ລະບາຍ​ທີ່​ດີ​ຢ່າງ​ໜຶ່ງ. ຫຼັງ​ຈາກ​ລູກ​ທັງ​ສິບ​ຄົນ​ຂອງ​ໂຢບ​ຕາຍ​ໄປ ພ້ອມ​ທັງ​ປະສົບ​ກັບ​ເລື່ອງ​ທຸກ​ໂສກ​ອື່ນໆ ໂຢບ​ຜູ້​ທີ່​ເປັນ​ຫົວ​ໜ້າ​ຄອບຄົວ​ໃນ​ສະໄໝ​ບູຮານ​ໄດ້​ກ່າວ​ວ່າ “ຈິດ​ໃຈ​ຂ້ອຍ​ກໍ​ເປີດ​ຊີວິດ. ຂ້ອຍ​ຈະ​ໃຫ້​ຄວາມ​ຮ້ອງ​ຄາງ​ອອກ​ໄປ​ຕາມ​ນໍ້າໃຈ. ຂ້ອຍ​ຈະ​ປາກ​ດ້ວຍ​ຄວາມ​ຂົມ​ໃຈ.” (ໂຢບ 1:2, 18, 19; 10:1) ໂຢບ​ຫັກ​ຫ້າມ​ຄວາມ​ທຸກ​ໂສກ​ຂອງ​ຕົນ​ບໍ່​ໄດ້​ອີກ​ແລ້ວ. ລາວ​ຕ້ອງ​ລະບາຍ​ຄວາມ​ຮູ້ສຶກ​ນັ້ນ​ອອກ​ມາ ລາວ​ຕ້ອງ​ໄດ້ “ປາກ.” ຄ້າຍ​ກັບ​ນັກ​ແຕ່ງ​ບົດ​ລະຄອນ​ຊາວ​ອັງກິດ​ຊື່​ເຊກສະເປຍ​ໄດ້​ຂຽນ​ໄວ້​ໃນ​ເລື່ອງ​ແມ​ກເບດ ວ່າ “ໃຫ້​ຄວາມ​ທຸກ​ໂສກ​ມີ​ສຽງ​ເວົ້າ; ຄວາມ​ທຸກ​ໂສກ​ທີ່​ບໍ່​ໄດ້​ເວົ້າ​ອອກ​ມາ ຊຶມ​ບອກ​ຫົວໃຈ​ທີ່​ເຕັມ​ແໜ້ນ​ໃຫ້​ມັນ​ຫັກ​ແຕກ.”

ດັ່ງ​ນັ້ນ​ການ​ເລົ່າ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ໃຫ້ “ສ່ຽວ​ຮັກ” ຜູ້​ທີ່​ຮັບ​ຟັງ​ຢ່າງ​ອົດ​ທົນ​ແລະ​ເຫັນ​ອົກ​ເຫັນ​ໃຈ​ຊ່ວຍ​ບັນເທົາ​ຄວາມ​ໂສກ​ເສົ້າ​ໄດ້. (ສຸພາສິດ 17:17) ການ​ເລົ່າ​ປະສົບການ​ແລະ​ຄວາມ​ຮູ້ສຶກ​ອອກ​ມາ​ມັກ​ຈະ​ເຮັດ​ໃຫ້​ເຂົ້າ​ໃຈ​ແລະ​ຮັບ​ມື​ກັບ​ສິ່ງ​ນັ້ນ​ໄດ້​ງ່າຍ​ຂຶ້ນ. ແລະ​ຖ້າ​ຫາກ​ຜູ້​ຟັງ​ເປັນ​ຜູ້​ທີ່​ເຄີຍ​ສູນ​ເສຍ​ຍາດ​ແລະ​ເຄີຍ​ຮັບ​ມື​ກັບ​ການ​ສູນ​ເສຍ​ຂອງ​ຕົນ​ຢ່າງ​ໄດ້​ຜົນ​ມາ​ແລ້ວ ເຈົ້າ​ອາດ​ຈະ​ໄດ້​ຄຳ​ແນະນຳ​ບາງ​ຢ່າງ​ກ່ຽວ​ກັບ​ວິທີ​ຮັບ​ມື​ກັບ​ເລື່ອງ​ຂອງ​ຕົນ. ແມ່​ຄົນ​ໜຶ່ງ​ທີ່​ສູນ​ເສຍ​ລູກ​ຊີ້​ແຈງ​ເຖິງ​ເຫດຜົນ​ທີ່​ການ​ລົມ​ກັບ​ຍິງ​ອີກ​ຄົນ​ໜຶ່ງ​ເຊິ່ງ​ເຄີຍ​ສູນ​ເສຍ​ຄ້າຍ​ກັນ​ກັບ​ລາວ​ຊ່ວຍ​ໄດ້: “ການ​ທີ່​ຮູ້​ວ່າ​ຜູ້​ໃດ​ຜູ້​ໜຶ່ງ​ໄດ້​ຜ່ານ​ເຫດການ​ແບບ​ດຽວ​ກັນ ໄດ້​ຫລຸດ​ພົ້ນ​ຈາກ​ຄວາມ​ຮູ້ສຶກ​ແບບ​ນັ້ນ ແລ້ວ​ຍິງ​ຄົນ​ນັ້ນ​ຍັງ​ມີ​ຊີວິດ​ແລະ​ຢູ່​ໃນ​ສະພາບ​ເກືອບ​ຈະ​ປົກກະຕິ ເຮັດ​ໃຫ້​ຂ້ອຍ​ເຂັ້ມແຂງ​ຂຶ້ນ.”

ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ສະແດງ​ວ່າ​ການ​ຂຽນ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ອາດ​ຊ່ວຍ​ເຈົ້າ​ໃຫ້​ລະບາຍ​ຄວາມ​ທຸກ​ໂສກ​ອອກ​ມາ

ຈະ​ວ່າ​ຈັ່ງ​ໃດ​ຖ້າ​ເຈົ້າ​ບໍ່​ສະບາຍ​ໃຈ​ທີ່​ຈະ​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຕົນ? ຫຼັງ​ຈາກ​ຊາອຶລ​ແລະ​ໂຢນາທານ​ຕາຍ ດາວິດ​ໄດ້​ແຕ່ງ​ເພງ​ສະແດງ​ເຖິງ​ຄວາມ​ຮູ້ສຶກ​ທີ່​ສຸດ​ແສນ​ຈະ​ອາໄລ​ເຊິ່ງ​ໄດ້​ລະບາຍ​ຄວາມ​ທຸກ​ໂສກ​ຂອງ​ລາວ​ອອກ​ມາ. ບົດ​ເພງ​ທີ່​ແສນ​ຈະ​ໂສກ​ເສົ້າ​ນີ້​ໃນ​ທີ່​ສຸດ​ໄດ້​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ບົດ​ບັນທຶກ​ຢູ່​ພະທຳ​ຊາເມືອນ​ທີ​ສອງ​ໃນ​ຄຳພີ​ໄບເບິນ. (2 ຊາເມືອນ 1:17-27; 2 ຂ່າວຄາວ 35:25) ໃນ​ທຳນອງ​ດຽວ​ກັນ ລາງ​ຄົນ​ເຫັນ​ວ່າ​ການ​ສະແດງ​ຄວາມ​ຮູ້ສຶກ​ຂອງ​ຕົນ​ດ້ວຍ​ການ​ຂຽນ​ນັ້ນ​ງ່າຍ​ກວ່າ. ແມ່​ໝ້າຍ​ຄົນ​ໜຶ່ງ​ເລົ່າ​ວ່າ​ລາວ​ໄດ້​ຂຽນ​ຄວາມ​ຮູ້ສຶກ​ຂອງ​ຕົນ​ເອົາ​ໄວ້​ແລ້ວ​ຫຼັງ​ຈາກ​ນັ້ນ​ອີກ​ຫຼາຍ​ມື້​ຈະ​ອ່ານ​ສິ່ງ​ທີ່​ຕົນ​ຂຽນ​ໄວ້. ລາວ​ພົບ​ວ່າ​ວິທີ​ນີ້​ຊ່ວຍ​ລະບາຍ​ຄວາມ​ຮູ້ສຶກ​ຂອງ​ລາວ​ໄດ້​ຫຼາຍ.

ບໍ່​ວ່າ​ຈະ​ເປັນ​ການ​ເວົ້າ​ລົມ​ຫຼື​ການ​ຂຽນ ການ​ສື່ສານ​ສະແດງ​ຄວາມ​ຮູ້ສຶກ​ອອກ​ມາ​ຈະ​ຊ່ວຍ​ຜ່ອນຄາຍ​ຄວາມ​ທຸກ​ໂສກ ແລະ​ຍັງ​ຊ່ວຍ​ແກ້ໄຂ​ຄວາມ​ເຂົ້າ​ໃຈ​ຜິດ​ໄດ້​ອີກ. ແມ່​ຄົນ​ໜຶ່ງ​ທີ່​ສູນ​ເສຍ​ລູກ​ໄປ​ເລົ່າ​ວ່າ “ຜົວ​ແລະ​ຂ້ອຍ​ໄດ້​ຍິນ​ວ່າ​ຄູ່​ສົມລົດ​ບາງ​ຄູ່​ປະ​ຮ້າງ​ກັນ​ຫຼັງ​ຈາກ​ສູນ​ເສຍ​ລູກ ແລະ​ເຮົາ​ບໍ່​ຢາກ​ໃຫ້​ເລື່ອງ​ນັ້ນ​ເກີດ​ຂຶ້ນ. ດັ່ງ​ນັ້ນ​ຕອນ​ໃດ​ທີ່​ເຮົາ​ຮູ້ສຶກ​ໃຈ​ຮ້າຍ ຢາກ​ຈະ​ໂທດ​ອີກ​ຝ່າຍ​ໜຶ່ງ ເຮົາ​ກໍ​ຈະ​ເວົ້າ​ເລື່ອງ​ນັ້ນ. ຂ້ອຍ​ຄິດ​ວ່າ​ການ​ເວົ້າ​ລົມ​ແບບ​ນັ້ນ​ເຮັດ​ໃຫ້​ເຮົາ​ໃກ້​ຊິດ​ກັນ​ຫຼາຍ​ຂຶ້ນ.” ສະນັ້ນ ການ​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ​ຈະ​ຊ່ວຍ​ໃຫ້​ເຂົ້າ​ໃຈ​ວ່າ​ແມ່ນ​ແຕ່​ຈະ​ປະສົບ​ຄວາມ​ສູນ​ເສຍ​ຢ່າງ​ດຽວ​ກັນ ຄົນ​ອື່ນ​ອາດ​ຈະ​ສະແດງ​ຄວາມ​ທຸກ​ໂສກ​ໃນ​ແບບ​ທີ່​ຕ່າງ​ກັນ—ໃນ​ແບບ​ຂອງ​ເຂົາ​ເອງ​ແລະ​ດ້ວຍ​ວິທີ​ຂອງ​ເຂົາ​ເອງ.

ອີກ​ສິ່ງ​ໜຶ່ງ​ທີ່​ລະບາຍ​ຄວາມ​ທຸກ​ໂສກ​ໄດ້​ງ່າຍໆກໍ​ແມ່ນ​ການ​ຮ້ອງໄຫ້. ຄຳພີ​ໄບເບິນ​ບອກ​ວ່າ​ມີ “ມີ​ເວລາ​ຮ້ອງໄຫ້.” (ຜູ້​ເທສະໜາ​ປ່າວ​ປະກາດ 3:1, 4) ແນ່ນອນ​ການ​ຕາຍ​ຂອງ​ຄົນ​ທີ່​ເຮົາ​ຮັກ​ຈະ​ເປັນ​ວາລະ​ເຊັ່ນ​ນັ້ນ. ການ​ຫຼັ່ງ​ນໍ້າ​ຕາ​ແຫ່ງ​ຄວາມ​ທຸກ​ໂສກ​ອອກ​ມາ​ເບິ່ງ​ຄື​ວ່າ​ແມ່ນ​ສ່ວນ​ຈຳເປັນ​ໃນ​ຂັ້ນ​ຕອນ​ປິ່ນປົວ.

ຍິງ​ສາວ​ຜູ້​ໜຶ່ງ​ເລົ່າ​ເຖິງ​ວິທີ​ທີ່​ເພື່ອນ​ສະໜິດ​ຊ່ວຍ​ລາວ​ໃຫ້​ຮັບ​ມື​ຕອນ​ທີ່​ແມ່​ເສຍ​ຊີວິດ. ລາວ​ເລົ່າ​ຄືນ​ວ່າ “ເພື່ອນ​ຂອງ​ຂ້ອຍ​ຢູ່​ພ້ອມ​ສະເໝີ​ເພື່ອ​ຊ່ວຍ​ຂ້ອຍ. ລາວ​ຮ້ອງໄຫ້​ນຳ​ກັນ​ກັບ​ຂ້ອຍ. ເວົ້າ​ນຳ​ຂ້ອຍ. ຂ້ອຍ​ໄດ້​ເປີດ​ເຜີຍ​ຄວາມ​ຮູ້ສຶກ​ຢ່າງ​ບໍ່​ປິດ​ບັງ ນັ້ນ​ເປັນ​ສິ່ງ​ສຳຄັນ​ຫຼາຍ​ສຳລັບ​ຂ້ອຍ. ຂ້ອຍ​ຮ້ອງໄຫ້​ຢ່າງ​ບໍ່​ອາຍ.” (ເບິ່ງ​ໂລມ 12:15.) ເຈົ້າ​ກໍ​ຄື​ກັນ​ຢ່າ​ຮູ້ສຶກ​ອາຍ​ເມື່ອ​ຢາກ​ຮ້ອງໄຫ້. ດັ່ງ​ທີ່​ເຮົາ​ໄດ້​ເຫັນ ໃນ​ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ຊາຍ​ຍິງ​ຫຼາຍ​ຄົນ​ທີ່​ມີ​ຄວາມ​ເຊື່ອ—ເຊິ່ງ​ລວມ​ທັງ​ພະ​ເຍຊູ​ຄລິດ—ເມື່ອ​ຮູ້ສຶກ​ທຸກ​ໂສກ​ກໍ​ຫຼັ່ງ​ນໍ້າ​ຕາ​ຢ່າງ​ເປີດ​ເຜີຍ​ບໍ່​ອາຍ.—ຕົ້ນເດີມ 50:3; 2 ຊາເມືອນ 1:11, 12; ໂຢຮັນ 11:33, 35.

ໃນ​ທຸກ​ວັດທະນະທຳ ຄົນ​ທີ່​ທຸກ​ໂສກ​ຈະ​ຮູ້ສຶກ​ຂອບໃຈ​ເມື່ອ​ໄດ້​ຮັບ​ການ​ປອບ​ໃຈ

ເຈົ້າ​ອາດ​ພົບ​ວ່າ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ຄາດ​ການ​ບໍ່​ໄດ້​ຢູ່​ໄລຍະ​ໜຶ່ງ. ນໍ້າ​ຕາ​ອາດ​ຈະ​ໄຫຼ​ອອກ​ມາ​ໂດຍ​ບໍ່​ມີ​ອັນ​ໃດ​ເຕືອນ​ລ່ວງ​ໜ້າ. ຍິງ​ໝ້າຍ​ຄົນ​ໜຶ່ງ​ພົບ​ວ່າ​ການ​ໄປ​ຊື້​ເຄື່ອງ​ໃນ​ຫ້າງ​ສັບພະ​ສິນ​ຄ້າ (ລາວ​ກັບ​ຜົວ​ເຄີຍ​ໄປ​ນຳ​ກັນ​ເປັນ​ປະຈຳ) ເຮັດ​ໃຫ້​ລາວ​ຮ້ອງໄຫ້ ໂດຍ​ສະເພາະ​ຕອນ​ທີ່​ລາວ​ເດ່​ມື​ໄປ​ຈັບ​ເອົາ​ອາຫານ​ທີ່​ຜົວ​ມັກ​ດ້ວຍ​ຄວາມ​ລຶ້ງ​ເຄີຍ. ໃຫ້​ອົດ​ທົນ​ກັບ​ຕົນ​ເອງ​ໄວ້. ຢ່າ​ຮູ້ສຶກ​ວ່າ​ເຈົ້າ​ຈະ​ຕ້ອງ​ກັ້ນ​ນໍ້າ​ຕາ​ເອົາ​ໄວ້. ຈື່​ໄວ້​ວ່າ ນໍ້າ​ຕາ​ເປັນ​ເລື່ອງ​ທຳມະດາ​ແລະ​ເປັນ​ສ່ວນ​ທີ່​ຈຳເປັນ​ໃນ​ການ​ສະແດງ​ຄວາມ​ທຸກ​ໂສກ.

ການ​ຮັບ​ມື​ກັບ​ຄວາມ​ຮູ້ສຶກ​ຜິດ

ດັ່ງ​ທີ່​ກ່າວ​ໄວ້​ກ່ອນ​ນີ້​ແລ້ວ ບາງ​ຄົນ​ຮູ້ສຶກ​ຜິດ​ຫຼັງ​ຈາກ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ​ເສຍ​ຊີວິດ. ເລື່ອງ​ນີ້​ອາດ​ຈະ​ຊ່ວຍ​ຊີ້​ແຈງ​ຄວາມ​ທຸກ​ໂສກ​ຫຼາຍ​ຂອງ​ຢາໂຄບ​ຜູ້​ສັດ​ຊື່​ຕອນ​ທີ່​ພວກ​ລູກ​ເຮັດ​ໃຫ້​ລາວ​ເຊື່ອ​ວ່າ​ໂຢເຊບ​ລູກ​ຊາຍ​ຖືກ “ສັດ​ຮ້າຍ” ຂ້າ. ຢາໂຄບ​ເປັນ​ຄົນ​ໃຫ້​ໂຢເຊບ​ໄປ​ເບິ່ງ​ວ່າ​ພວກ​ອ້າຍ​ມີ​ຄວາມ​ເປັນ​ຢູ່​ຢ່າງ​ໃດ. ດັ່ງ​ນັ້ນ​ຢາໂຄບ​ຄົງ​ຈະ​ທຸກ​ໃຈ​ຫຼາຍ​ຍ້ອນ​ຮູ້ສຶກ​ວ່າ​ຕົນ​ຜິດ ເຊັ່ນ​ວ່າ ‘ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ສົ່ງ​ໂຢເຊບ​ອອກ​ໄປ​ຄົນ​ດຽວ? ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ສົ່ງ​ລາວ​ໄປ​ໃນ​ເຂດ​ທີ່​ເຕັມ​ໄປ​ດ້ວຍ​ສັດ​ຮ້າຍ?’—ຕົ້ນເດີມ 37:33-35.

ບາງ​ເທື່ອ​ເຈົ້າ​ອາດ​ຈະ​ຮູ້ສຶກ​ວ່າ​ເຈົ້າ​ລະເລີຍ​ສິ່ງ​ໜຶ່ງ​ທີ່​ມີ​ສ່ວນ​ເຮັດ​ໃຫ້​ຄົນ​ທີ່​ເຈົ້າ​ຮັກ​ຕ້ອງ​ເສຍ​ຊີວິດ. ການ​ມີ​ຄວາມ​ຮູ້ສຶກ​ຜິດ—ບໍ່​ວ່າ​ເປັນ​ຄວາມ​ຈິງ​ຫຼື​ຄິດ​ເອົາ​ເອງ—ເປັນ​ອາການ​ປົກກະຕິ​ຂອງ​ຄວາມ​ທຸກ​ໂສກ ນັ້ນ​ຈະ​ຊ່ວຍ​ໄດ້​ຫຼາຍ. ແບບ​ນີ້​ກໍ​ຄື​ກັນ ບໍ່​ຕ້ອງ​ຮູ້ສຶກ​ວ່າ​ເຈົ້າ​ຕ້ອງ​ເກັບ​ເອົາ​ຄວາມ​ຮູ້ສຶກ​ນັ້ນ​ໄວ້​ເອງ. ການ​ທີ່​ເຈົ້າ​ເວົ້າ​ວ່າ​ຮູ້ສຶກ​ຜິດ​ສໍ່າ​ໃດ​ນັ້ນ​ຈະ​ຊ່ວຍ​ໃຫ້​ໄດ້​ຄວາມ​ຜ່ອນຄາຍ​ທີ່​ຈຳເປັນ​ຫຼາຍ.

ຂໍ້​ໃຫ້​ຈື່​ໄວ້​ວ່າ ບໍ່​ວ່າ​ເຮົາ​ຈະ​ຮັກ​ອີກ​ຜູ້​ໜຶ່ງ​ຫຼາຍ​ປານ​ໃດ ເຮົາ​ກໍ​ບໍ່​ສາມາດ​ຄວບຄຸມ​ຊີວິດ​ຂອງ​ເຂົາ​ເຈົ້າ​ໄດ້ ທັງ​ຈະ​ບໍ່​ສາມາດ​ປົກ​ປ້ອງ​ຄົນ​ທີ່​ເຮົາ​ຮັກ​ໃຫ້​ພົ້ນ​ຈາກ “ວາລະ​ແລະ​ເຫດການ​ທີ່​ບໍ່​ໄດ້​ຄາດ​ລ່ວງ​ໜ້າ.” (ຜູ້​ເທສະໜາ​ປ່າວ​ປະກາດ 9:11, ລ.ມ.) ນອກ​ຈາກ​ນັ້ນ ບໍ່​ຕ້ອງ​ສົງໄສ​ເລີຍ​ວ່າ​ເຈົ້າ​ບໍ່​ໄດ້​ມີ​ເຈຕະນາ​ທີ່​ບໍ່​ດີ. ຕົວຢ່າງ ການ​ທີ່​ບໍ່​ໄດ້​ນັດ​ໝາຍ​ແພດ​ໃຫ້​ມາ​ໄວ​ຂຶ້ນ ສະແດງ​ວ່າ​ເຈົ້າ​ຕັ້ງ​ໃຈ​ໃຫ້​ຄົນ​ທີ່​ເຈົ້າ​ຮັກ​ປ່ວຍ​ແລະ​ເສຍ​ຊີວິດ​ບໍ? ແນ່ນອນ ເຈົ້າ​ບໍ່​ຕັ້ງ​ໃຈ​ເຮັດ​ແບບ​ນັ້ນ! ຖ້າ​ເປັນ​ເຊັ່ນ​ນັ້ນ​ເປັນ​ຄວາມ​ຜິດ​ຂອງ​ເຈົ້າ​ບໍ​ໃນ​ການ​ເຮັດ​ໃຫ້​ຄົນ​ນັ້ນ​ຕາຍ? ບໍ່​ແມ່ນ.

ແມ່​ຄົນ​ໜຶ່ງ​ຮຽນ​ຮູ້​ທີ່​ຈະ​ຮັບ​ມື​ກັບ​ຄວາມ​ຮູ້ສຶກ​ຜິດ​ຫຼັງ​ຈາກ​ລູກ​ສາວ​ຂອງ​ລາວ​ເສຍ​ຊີວິດ​ຍ້ອນ​ອຸບັດ​ເຫດ​ທາງ​ລົດ​ຍົນ ລາວ​ຊີ້​ແຈງ​ວ່າ “ຂ້ອຍ​ຮູ້ສຶກ​ຜິດ​ທີ່​ໄດ້​ໃຫ້​ລາວ​ອອກ​ໄປ. ແລ້ວ​ກໍ​ຄິດ​ໄດ້​ວ່າ​ບໍ່​ມີ​ເຫດຜົນ​ທີ່​ຮູ້ສຶກ​ແບບ​ນັ້ນ. ບໍ່​ຜິດ​ທີ່​ໃຫ້​ລາວ​ອອກ​ໄປ​ເຮັດ​ວຽກ​ກັບ​ພໍ່. ມັນ​ເປັນ​ຍ້ອນ​ອຸບັດ​ເຫດ​ທີ່​ຮ້າຍແຮງ.”

ເຈົ້າ​ອາດ​ຈະ​ກ່າວ​ວ່າ ‘ແຕ່​ວ່າ​ມີ​ອີກ​ຫຼາຍໆສິ່ງ​ທີ່​ຂ້ອຍ​ໜ້າ​ຈະ​ໄດ້​ເວົ້າ​ຫຼື​ເຮັດ.’ ກໍ​ຈິງ​ຢູ່ ແຕ່​ໃນ​ພວກ​ເຮົາ​ມີ​ໃຜ​ແດ່​ຈະ​ບອກ​ໄດ້​ວ່າ​ເຮົາ​ເປັນ​ພໍ່ ເປັນ​ແມ່ ຫຼື​ເປັນ​ລູກ​ທີ່​ດີ​ພ້ອມ? ຄຳພີ​ໄບເບິນ​ເຕືອນ​ເຮົາ​ວ່າ “ເຮົາ​ທັງ​ປວງ​ກະທຳ​ຜິດ​ຫຼາຍ​ປະການ. ຖ້າ​ຜູ້​ໜຶ່ງ​ຜູ້​ໃດ​ບໍ່​ກະທຳ​ຜິດ​ໃນ​ຖ້ອຍຄຳ ຜູ້​ນັ້ນ​ເປັນ​ຄົນ​ດີ​ສຳເລັດ​ແລ້ວ.” (ຢາໂກໂບ 3:2; ໂລມ 5:12) ດັ່ງ​ນັ້ນ ຄວນ​ຈະ​ຍອມ​ຮັບ​ຄວາມ​ຈິງ​ທີ່​ວ່າ​ເຮົາ​ບໍ່​ແມ່ນ​ຄົນ​ທີ່​ສົມບູນ​ແບບ. ການ​ຄິດ​ຢູ່​ແຕ່​ວ່າ “ຖ້າ​ຂ້ອຍ​ໄດ້​ເຮັດ​ແບບ​ນັ້ນ​ຫຼື​ແບບ​ນີ້” ກໍ​ຈະ​ບໍ່​ປ່ຽນ​ແປງ​ຫຍັງ​ໄດ້​ເລີຍ ມີ​ແຕ່​ຈະ​ເຮັດ​ໃຫ້​ອາການ​ເສົ້າ​ຂອງ​ເຈົ້າ​ເຊົາ​ຊ້າ​ລົງ.

ຖ້າ​ເຈົ້າ​ມີ​ເຫດຜົນ​ທີ່​ເຊື່ອ​ໄດ້​ວ່າ​ເຈົ້າ​ມີ​ຄວາມ​ຜິດ​ແທ້ ບໍ່​ແມ່ນ​ຄິດ​ເອົາ​ເອງ ກໍ​ໃຫ້​ພິຈາລະນາ​ສິ່ງ​ສຳຄັນ​ທີ່​ສຸດ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ຮູ້ສຶກ​ຜິດ​ລົດ​ໜ້ອຍ​ລົງ ນັ້ນ​ແມ່ນ​ການ​ຍົກ​ໂທດ​ຈາກ​ພະເຈົ້າ. ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ “ໂອ້​ພະ​ເຢໂຫວາ ຖ້າ​ພະອົງ​ຈະ​ກວດ​ເບິ່ງ​ການ​ອະທຳ​ທັງ​ຫຼາຍ ໂອ້​ພະອົງ​ເຈົ້າ​ໃຜ​ຈະ​ຢັ້ງຢືນ​ໄດ້? ແຕ່​ວ່າ​ພະອົງ​ໂຜດ​ຍົກ​ໂທດ​ເພື່ອ​ເພິ່ນ​ຈະ​ຢ້ານຢຳ​ພະອົງ.” (ຄຳເພງ 130:3, 4) ເຈົ້າ​ບໍ່​ສາມາດ​ຫວນ​ຄືນ​ໄປ​ຫາ​ອະດີດ​ແລ້ວ​ແກ້ໄຂ​ສິ່ງ​ໃດ​ໄດ້. ແຕ່​ເຈົ້າ​ຂໍ​ໃຫ້​ພະເຈົ້າ​ໃຫ້​ອະໄພ​ຄວາມ​ຜິດ​ພາດ​ໃນ​ອະດີດ​ໄດ້. ແລ້ວ​ມີ​ອັນ​ໃດ​ອີກ? ຫາກ​ພະເຈົ້າ​ສັນຍາ​ວ່າ​ຈະ​ໃຫ້​ອະໄພ​ຄວາມ​ຜິດ​ພາດ​ທັງ​ໝົດ​ຂອງ​ເຈົ້າ ເຈົ້າ​ກໍ​ຄວນ​ຈະ​ອະໄພ​ໃຫ້​ຕົນ​ເອງ​ຄື​ກັນ​ແມ່ນ​ບໍ?—ສຸພາສິດ 28:13; 1 ໂຢຮັນ 1:9.

ການ​ຮັບ​ມື​ກັບ​ຄວາມ​ໂມໂຫ

ເຈົ້າ​ອາດ​ຈະ​ຮູ້ສຶກ​ໂມໂຫ​ໃຫ້​ແພດ ພະຍາບານ ເພື່ອນ​ຫຼື​ແມ່ນ​ແຕ່​ຜູ້​ທີ່​ເສຍ​ຊີວິດ​ແມ່ນ​ບໍ? ຄວນ​ຈະ​ເຂົ້າ​ໃຈ​ວ່າ​ນັ້ນ​ແມ່ນ​ອາການ​ປົກກະຕິ​ອັນ​ໜຶ່ງ​ຂອງ​ການ​ສູນ​ເສຍ. ບາງ​ທີ​ຄວາມ​ໂມໂຫ​ອາດ​ເປັນ​ສິ່ງ​ທຳມະດາ​ທີ່​ມາ​ພ້ອມ​ກັບ​ຄວາມ​ຮູ້ສຶກ​ເຈັບ​ຊໍ້າ​ຂອງ​ເຈົ້າ. ນັກ​ຂຽນ​ຜູ້​ໜຶ່ງ​ກ່າວ​ວ່າ “ພຽງ​ແຕ່​ຮູ້​ຕົວ​ວ່າ​ໂມໂຫ—ໂດຍ​ບໍ່​ສະແດງ​ຄວາມ​ໂມໂຫ​ອອກ​ມາ ແຕ່​ຮູ້​ວ່າ​ເຈົ້າ​ໂມໂຫ​ຢູ່—ເຈົ້າ​ກໍ​ຈະ​ພົ້ນ​ຈາກ​ຜົນ​ກະທົບ​ທີ່​ເສຍຫາຍ​ຈາກ​ຄວາມ​ໂມໂຫ.”

ນອກ​ຈາກ​ນັ້ນ ການ​ສະແດງ​ຄວາມ​ໂມໂຫ​ອອກ​ມາ​ກໍ​ຊ່ວຍ​ໄດ້​ຄື​ກັນ. ຊ່ວຍ​ໄດ້​ຢ່າງ​ໃດ? ບໍ່​ແມ່ນ​ປ່ອຍ​ໃຫ້​ໂມໂຫ​ຈົນ​ຄວບຄຸມ​ບໍ່​ໄດ້​ເລີຍ. ຄຳພີ​ໄບເບິນ​ເຕືອນ​ວ່າ​ການ​ໂມໂຫ​ຍາວ​ນານ​ເປັນ​ອັນຕະລາຍ. (ສຸພາສິດ 14:29, 30) ແຕ່​ວ່າ​ເຈົ້າ​ອາດ​ຈະ​ຮູ້ສຶກ​ສະບາຍ​ໃຈ​ຂຶ້ນ​ເມື່ອ​ໄດ້​ເລົ່າ​ເລື່ອງ​ນັ້ນ​ໃຫ້​ເພື່ອນ​ທີ່​ເຂົ້າ​ໃຈ​ຟັງ. ແລະ​ລາງ​ຄົນ​ພົບ​ວ່າ​ການ​ອອກ​ກຳລັງ​ກາຍ​ຢ່າງ​ເຕັມທີ​ເມື່ອ​ຮູ້ສຶກ​ໂມໂຫ​ຊ່ວຍ​ລະບາຍ​ອາລົມ​ໄດ້​ດີ.—ເບິ່ງ​ເອເຟດ 4:25, 26 ດ້ວຍ.

ເຖິງ​ແມ່ນ​ວ່າ​ການ​ເປັນ​ຄົນ​ເປີດ​ເຜີຍ​ແລະ​ຈິງ​ໃຈ​ໃນ​ເລື່ອງ​ຄວາມ​ຮູ້ສຶກ​ເປັນ​ສິ່ງ​ທີ່​ສຳຄັນ ແຕ່​ມີ​ຂໍ້​ທີ່​ຄວນ​ລະວັງ​ດ້ວຍ. ມີ​ຄວາມ​ແຕກຕ່າງ​ຫຼາຍ​ລະຫວ່າງ​ການ​ສະແດງ​ຄວາມ​ຮູ້ສຶກ​ອອກ​ມາ​ກັບ​ການ​ລະບາຍ​ອາລົມ​ໃສ່​ຄົນ​ອື່ນ. ບໍ່​ຕ້ອງ​ໂທດ​ວ່າ​ຄົນ​ອື່ນ​ເປັນ​ເຫດ​ໃຫ້​ເຮົາ​ໂມໂຫ​ແລະ​ຄັບ​ຂ້ອງ​ໃຈ. ດັ່ງ​ນັ້ນ ຢ່າຊູ່​ລືມ​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ອອກ​ມາ ແຕ່​ຢ່າ​ເວົ້າ​ໃນ​ແບບ​ທີ່​ບໍ່​ເປັນ​ມິດ. (ສຸພາສິດ 18:21) ມີ​ທາງ​ຊ່ວຍ​ທີ່​ລໍ້າ​ເລີດ​ທາງ​ໜຶ່ງ​ໃນ​ການ​ຈັດການ​ກັບ​ຄວາມ​ທຸກ​ໂສກ ແລະ​ເຮົາ​ຈະ​ພິຈາລະນາ​ກັນ​ໃນ​ຕອນ​ນີ້.

ຄວາມ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະເຈົ້າ

ຄຳພີ​ໄບເບິນ​ຮັບຮອງ​ກັບ​ເຮົາ​ວ່າ “ພະ​ເຢໂຫວາ​ສະຖິດ​ຢູ່​ໃກ້​ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ຂາດ ແລະ​ພະອົງ​ຊ່ອຍ​ຄົນ​ທັງ​ຫຼາຍ​ທີ່​ໄດ້​ເສຍໃຈ​ແລ້ວ.” (ຄຳເພງ 34:18) ແມ່ນ​ແລ້ວ ຍິ່ງ​ກວ່າ​ສິ່ງ​ໃດ​ທັງ​ສິ້ນ ສາຍ​ສຳພັນ​ກັບ​ພະເຈົ້າ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຮັບ​ມື​ກັບ​ການ​ສູນ​ເສຍ​ຄົນ​ທີ່​ເຈົ້າ​ຮັກ​ໄດ້. ໂດຍ​ວິທີ​ໃດ? ຂໍ້​ແນະນຳ​ທີ່​ໃຊ້​ໄດ້​ຜົນ​ທັງ​ໝົດ​ທີ່​ສະເໜີ​ແລ້ວ​ນັ້ນ​ລ້ວນ​ແຕ່​ມີ​ພື້ນຖານ​ຫຼື​ບໍ່​ກໍ​ສອດຄ່ອງ​ກັບ​ຄຳພີ​ໄບເບິນ ພະ​ຄຳ​ຂອງ​ພະເຈົ້າ. ການ​ນຳ​ໃຊ້​ຫຼັກ​ການ​ເຫຼົ່າ​ນັ້ນ​ຈະ​ຊ່ວຍ​ເຈົ້າ​ຮັບ​ມື​ໄດ້.

ນອກ​ຈາກ​ນັ້ນ ຢ່າ​ປະເມີນ​ຄ່າ​ຂອງ​ການ​ອະທິດຖານ​ຕໍ່າ​ເກີນ​ໄປ. ຄຳພີ​ໄບເບິນ​ສົ່ງເສີມ​ໃຫ້​ເອົາ “ຄວາມ​ກັງວົນ​ໜັກ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ຝາກ​ໄວ້​ແກ່​ພະ​ເຢໂຫວາ​ແລະ​ພະອົງ​ຈະ​ອຸດຫນູນ​ເຈົ້າ. ພະອົງ​ຈະ​ບໍ່​ຫ່ອນ​ອະນຸຍາດ​ໃຫ້​ຄົນ​ຊອບທຳ​ຫວັ່ນໄຫວ.” (ຄຳເພງ 55:22) ຖ້າ​ວ່າ​ການ​ລະບາຍ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ກັບ​ເພື່ອນ​ທີ່​ເຫັນ​ອົກ​ເຫັນ​ໃຈ​ຊ່ວຍ​ເຈົ້າ​ໄດ້ ການ​ລະບາຍ​ຄວາມ​ໃນ​ໃຈ​ກັບ “ພະເຈົ້າ​ແຫ່ງ​ຄວາມ​ເລົ້າໂລມ​ໝົດ​ສິ້ນ” ແຮ່ງ​ຈະ​ຊ່ວຍ​ເຈົ້າ​ຫຼາຍ​ກວ່າ​ນັ້ນ​ອີກ!—2 ໂກລິນໂທ 1:3.

ຄຳ​ອະທິດຖານ​ບໍ່​ພຽງ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ສະບາຍ​ໃຈ​ຂຶ້ນ​ເທົ່າ​ນັ້ນ. “ພະອົງ​ຜູ້​ຟັງ​ຄວາມ​ອ້ອນ​ວອນ” ສັນຍາ​ຈະ​ປະທານ​ພະ​ວິນຍານ​ບໍລິສຸດ​ໃຫ້​ແກ່​ຜູ້​ຮັບໃຊ້​ທີ່​ຂໍ​ດ້ວຍ​ຄວາມ​ຈິງ​ໃຈ. (ຄຳເພງ 65:2; ລືກາ 11:13) ແລະ​ພະ​ວິນຍານ​ບໍລິສຸດ​ຫຼື​ພະລັງ​ປະຕິບັດ​ການ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ເຈົ້າ​ມີ “ລິດເດດ​ອັນ​ໃຫຍ່​ທີ່​ສຸດ” ເພື່ອ​ຈະ​ທົນ​ໄດ້​ມື້​ຕໍ່​ມື້. (2 ໂກລິນໂທ 4:7) ຂໍ​ໃຫ້​ຈື່​ໄວ້​ວ່າ ພະເຈົ້າ​ສາມາດ​ຊ່ວຍ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ​ໃຫ້​ອົດ​ທົນ​ກັບ​ບັນຫາ​ທຸກໆຢ່າງ​ທີ່​ເຂົາ​ເຈົ້າ​ອາດ​ປະສົບ.

ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເສຍ​ລູກ​ໄດ້​ຫວນ​ຄິດ​ເຖິງ​ວິທີ​ທີ່​ພະລັງ​ທີ່​ມາ​ຈາກ​ການ​ອະທິດຖານ​ຊ່ວຍ​ລາວ​ແລະ​ຜົວ​ໃຫ້​ທົນ​ກັບ​ການ​ສູນ​ເສຍ​ນັ້ນ. ລາວ​ອະທິບາຍ​ວ່າ “ຖ້າ​ເຮົາ​ຢູ່​ເຮືອນ​ໃນ​ຕອນ​ກາງຄືນ​ແລະ​ຮູ້ສຶກ​ທຸກ​ໂສກ​ຈົນ​ຫັກ​ຫ້າມ​ໃຈ​ບໍ່​ໄດ້ ເຮົາ​ກໍ​ຈະ​ອະທິດຖານ​ອອກ​ສຽງ​ນຳ​ກັນ. ເທື່ອ​ທຳອິດ​ທີ່​ເຮົາ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ໂດຍ​ບໍ່​ມີ​ລູກ—ໄປ​ປະຊຸມ​ປະຊາຄົມ​ເທື່ອ​ທຳອິດ​ໄປ​ປະຊຸມ​ພາກ​ເທື່ອ​ທຳອິດ—ເຮົາ​ອະທິດຖານ​ຂໍ​ຄວາມ​ເຂັ້ມແຂງ. ມື້​ເຊົ້າ​ຕອນ​ຕື່ນ​ນອນ​ເມື່ອ​ຮູ້ສຶກ​ວ່າ​ຈະ​ທົນ​ບໍ່​ໄຫວ​ກັບ​ຄວາມ​ເປັນ​ຈິງ​ເລື່ອງ​ການ​ສູນ​ເສຍ ພວກ​ເຮົາ​ຈະ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ. ເພາະ​ເຫດຜົນ​ບາງ​ຢ່າງ ເມື່ອ​ຕ້ອງ​ຍ່າງ​ເຂົ້າ​ເຮືອນ​ຄົນ​ດຽວ​ຂ້ອຍ​ຈະ​ຮູ້ສຶກ​ເຈັບ​ປວດ​ໃຈ. ແລະ​ຈະ​ເປັນ​ດັ່ງ​ນັ້ນ​ທຸກ​ເທື່ອ​ເມື່ອ​ຂ້ອຍ​ເມືອ​ເຮືອນ​ຄົນ​ດຽວ ຂ້ອຍ​ຈຶ່ງ​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ໃຫ້​ສະຫງົບ​ສະຕິ​ອາລົມ​ໄດ້.” ຜູ້​ຍິງ​ທີ່​ສັດ​ຊື່​ນີ້​ເຊື່ອ​ຢ່າງ​ໝັ້ນ​ຄົງ​ແລະ​ຢ່າງ​ຖືກຕ້ອງ​ວ່າ​ຄຳ​ອະທິດຖານ​ເຫຼົ່າ​ນັ້ນ​ໄດ້​ຊ່ວຍ​ລາວ. ເຈົ້າ​ກໍ​ຄື​ກັນ​ຈະ​ເຫັນ​ສິ່ງ​ເຫຼົ່າ​ນີ້ ໃນ​ເມື່ອ​ເຈົ້າ​ອະທິດຖານ​ຢ່າງ​ບໍ່​ລົດ​ລະ ‘ຄວາມ​ສຸກ​ສຳລານ​ແຫ່ງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ​ໄດ້​ກໍ​ຈະ​ຮັກສາ​ໃຈ​ແລະ​ຄວາມ​ຄຶດ​ທັງ​ຫຼາຍ​ຂອງ​ເຈົ້າ​ໄວ້.’—ຟີລິບ 4:6, 7; ໂລມ 12:12.

ພະເຈົ້າ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທີ່​ກໍ່​ໃຫ້​ເກີດ​ປະໂຫຍດ​ແທ້. ຄລິດສະຕຽນ​ອັກຄະສາວົກ​ໂປໂລ​ກ່າວ​ເຖິງ​ພະເຈົ້າ​ວ່າ “ໂຜດ​ເລົ້າໂລມ​ພວກ​ເຮົາ​ໃນ​ການ​ທຸກ​ໂສກ​ຂອງ​ພວກ​ເຮົາ​ທຸກ​ຢ່າງ ເພື່ອ​ພວກ​ເຮົາ​ຈະ​ອາດ​ເລົ້າໂລມ​ຄົນ​ທັງ​ຫຼາຍ​ທີ່​ມີ​ຄວາມ​ທຸກ​ໂສກ​ທຸກ​ຢ່າງ​ໄດ້.” ທີ່​ຈິງ ການ​ຊ່ວຍ​ເຫຼືອ​ຈາກ​ພະເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ເຈັບ​ປວດ​ໝົດ​ໄປ ແຕ່​ວ່າ​ເຮັດ​ໃຫ້​ທົນ​ງ່າຍ​ຂຶ້ນ. ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ຈະ​ບໍ່​ຮ້ອງໄຫ້​ອີກ​ຫຼື​ລືມ​ຄົນ​ທີ່​ເຈົ້າ​ຮັກ. ແຕ່​ວ່າ​ເຈົ້າ​ຈະ​ດີ​ຄືນ​ເປັນ​ປົກກະຕິ​ໄດ້. ແລະ​ເມື່ອ​ເຈົ້າ​ດີ​ຄືນ ສິ່ງ​ທີ່​ເຈົ້າ​ປະສົບ​ຢູ່​ນັ້ນ​ຈະ​ເຮັດ​ໃຫ້​ເຈົ້າ​ເຂົ້າ​ໃຈ​ແລະ​ເຫັນ​ອົກ​ເຫັນ​ໃຈ​ຫຼາຍ​ຂຶ້ນ​ເມື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮັບ​ມື​ກັບ​ການ​ສູນ​ເສຍ​ທີ່​ຄ້າຍ​ກັນ.—2 ໂກລິນໂທ 1:4.