ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ນຳ

ຄຳ​ນຳ

ເຖິງ​ຜູ້​ອ່ານ​ທີ່​ຮັກ:

ເຈົ້າ​ຮູ້ສຶກ​ໃກ້ຊິດ​ກັບ​ພະເຈົ້າ​ບໍ? ສຳລັບ​ຫຼາຍ​ຄົນ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້​ເລີຍ. ບາງ​ຄົນ​ຄິດ​ວ່າ​ເພິ່ນ​ບໍ່​ສົນໃຈ​ເຂົາເຈົ້າ. ສ່ວນ​ບາງ​ຄົນ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ດີ​ພໍ​ທີ່​ຈະ​ເປັນ​ໝູ່​ກັບ​ພະເຈົ້າ. ແຕ່​ຄຳພີ​ໄບເບິນ​ເຊີນ​ເຮົາ​ດ້ວຍ​ຄວາມ​ຮັກ​ວ່າ: “ໃຫ້​ໃກ້ຊິດ​ກັບ​ພະເຈົ້າ ແລ້ວ​ເພິ່ນ​ຈະ​ໃກ້ຊິດ​ກັບ​ພວກ​ເຈົ້າ.” (ຢາໂກໂບ 4:8) ເພິ່ນ​ບອກ​ກັບ​ຜູ້​ນະມັດສະການ​ຂອງ​ເພິ່ນ​ວ່າ: “ເຮົາ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ກຳລັງ​ຈັບ​ມື​ຂວາ​ຂອງ​ເຈົ້າ​ໄວ້. ເຮົາ​ເປັນ​ຜູ້​ທີ່​ເວົ້າ​ກັບ​ເຈົ້າ​ວ່າ ‘ບໍ່​ຕ້ອງ​ຢ້ານ ເຮົາ​ຈະ​ຊ່ວຍ​ເຈົ້າ.’”—ເອຊາຢາ 41:13

ເຮົາ​ຈະ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢໂຫວາ​ພະເຈົ້າ​ໄດ້​ແນວ​ໃດ? ໝູ່​ສະໜິດ​ເປັນ​ຄົນ​ທີ່​ເຮົາ​ຮູ້​ຈັກ​ດີ. ເຮົາ​ຮູ້​ວ່າ​ລາວ​ຄິດ​ຫຍັງ ຮູ້​ວ່າ​ລາວ​ຢາກ​ເຮັດ​ຫຍັງ ແລະ​ເຮົາ​ກໍ​ມັກ​ນິດໄສ​ດີໆ​ຂອງ​ລາວ. ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ຢາກ​ສະໜິດ​ກັບ​ລາວ​ຫຼາຍ​ຂຶ້ນ. ຄ້າຍຄື​ກັນ ຖ້າ​ເຮົາ​ຢາກ​ເປັນ​ໝູ່​ສະໜິດ​ຂອງ​ພະ​ເຢໂຫວາ ເຮົາ​ຕ້ອງ​ຮຽນ​ຄຳພີ​ໄບເບິນ​ເພື່ອ​ຈະ​ຮູ້​ວ່າ ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ ຄິດ​ແນວ​ໃດ ແລະ​ເຮັດ​ຫຍັງ​ແດ່. ເຮົາ​ຕ້ອງ​ຄິດ​ຕຶກຕອງ​ກ່ຽວກັບ​ຄຸນລັກສະນະ​ຂອງ​ພະ​ເຢໂຫວາ ວິທີ​ທີ່​ພະ​ເຢຊູ​ຮຽນ​ແບບ​ພໍ່​ຂອງ​ເພິ່ນ​ໄດ້​ຢ່າງ​ສົມບູນແບບ ແລະ​ເຮົາ​ຕ້ອງ​ຄິດ​ວ່າ​ເຮົາ​ຈະ​ຮຽນ​ແບບ​ຄຸນລັກສະນະ​ເຫຼົ່າ​ນັ້ນ​ແນວ​ໃດ. ຖ້າ​ເຮົາ​ເຮັດ​ແນວ​ນັ້ນ ເຮົາ​ກໍ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ທີ່​ດີ​ທີ່​ສຸດ​ແລະ​ເປັນ​ພໍ່​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ຢາກ​ມີ. ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ໃນ​ສະຫວັນ​ມີ​ລິດເດດ ເພິ່ນ​ຍຸຕິທຳ ມີ​ສະຕິ​ປັນຍາ ແລະ​ຄວາມ​ຮັກ. ເພິ່ນ​ຈະ​ບໍ່​ປະ​ບໍ່​ຖິ້ມ​ພວກ​ລູກ​ທີ່​ສັດຊື່​ຂອງ​ເພິ່ນ​ຈັກ​ເທື່ອ.

ປຶ້ມ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ພະເຈົ້າ​ຫຼາຍ​ຂຶ້ນ. ເຈົ້າ​ຈະ​ເປັນ​ໝູ່​ກັບ​ເພິ່ນ​ໄດ້​ຕະຫຼອດ​ໄປ ແລະ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ເພື່ອ​ສັນລະເສີນ​ເພິ່ນ​ຕະຫຼອດ​ໄປ.

ຜູ້​ຈັດພິມ