ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 2

ເຈົ້າ​ຈະ “ໃກ້ຊິດ​ກັບ​ພະເຈົ້າ” ໄດ້​ແທ້ໆ​ບໍ?

ເຈົ້າ​ຈະ “ໃກ້ຊິດ​ກັບ​ພະເຈົ້າ” ໄດ້​ແທ້ໆ​ບໍ?

1, 2. (ກ) ຫຼາຍ​ຄົນ​ອາດ​ຄິດ​ວ່າ​ເລື່ອງ​ໃດ​ເປັນ​ໄປ​ບໍ່​ໄດ້? ແຕ່​ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ໃດ? (ຂ) ພະ​ເຢໂຫວາ​ເອີ້ນ​ອັບຣາຮາມ​ວ່າ​ແນວ​ໃດ ແລະ​ຍ້ອນຫຍັງ?

 ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ຜູ້​ທີ່​ສ້າງ​ຟ້າ​ແລະ​ໂລກ​ເວົ້າ​ເຖິງ​ເຈົ້າ​ວ່າ: “ນີ້​ແມ່ນ​ໝູ່​ຂອງ​ເຮົາ​ເດີ້”? ຫຼາຍ​ຄົນ​ອາດຈະ​ຄິດ​ວ່າ​ເປັນ​ໄປ​ບໍ່​ໄດ້​ດອກ. ມະນຸດ​ຈະ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ພະເຈົ້າ​ໄດ້​ຈັ່ງ​ໃດ? ແຕ່​ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ເຮົາ​ຈະ​ໃກ້ຊິດ​ກັບ​ພະເຈົ້າ​ໄດ້​ແທ້ໆ.

2 ອັບຣາຮາມ​ມີ​ຊີວິດ​ຕັ້ງແຕ່​ສະໄໝ​ບູຮານ ລາວ​ເປັນ​ຄົນ​ໜຶ່ງ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ ແລະ​ເພິ່ນ​ເອີ້ນ​ລາວ​ວ່າ: “ໝູ່​ຂອງ​ເຮົາ.” (ເອຊາຢາ 41:8) ພະ​ເຢໂຫວາ​ຖື​ວ່າ​ອັບຣາຮາມ​ເປັນ​ໝູ່​ສະໜິດ​ຂອງ​ເພິ່ນ. ອັບຣາຮາມ​ມີ​ສາຍ​ສຳພັນ​ທີ່​ໃກ້ຊິດ​ແບບ​ນີ້​ຍ້ອນ​ລາວ “ເຊື່ອ​ໃນ​ພະ​ເຢໂຫວາ.” (ຢາໂກໂບ 2:23) ທຸກ​ມື້​ນີ້​ກໍ​ຄື​ກັນ ພະ​ເຢໂຫວາ​ຫາ​ໂອກາດ​ເພື່ອ​ຈະ​ເປັນ​ໝູ່​ກັບ​ຜູ້​ທີ່​ຮັບໃຊ້​ເພິ່ນ​ແລະ​ເພື່ອ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາເຈົ້າ. (ພະ​ບັນຍັດ 10:15) ຄຳພີ​ໄບເບິນ​ເຊີນ​ເຮົາ ‘ໃຫ້​ໃກ້ຊິດ​ກັບ​ພະເຈົ້າ ແລ້ວ​ເພິ່ນ​ຈະ​ໃກ້ຊິດ​ກັບ​ເຮົາ.’ (ຢາໂກໂບ 4:8) ໃນ​ຄຳເວົ້າ​ນີ້​ເປັນ​ທັງ​ຄຳ​ເຊີນ​ແລະ​ຄຳ​ສັນຍາ.

3. ພະ​ເຢໂຫວາ​ເຊີນ​ເຮົາ​ໃຫ້​ເຮັດ​ຫຍັງ ແລະ​ເພິ່ນ​ສັນຍາ​ຫຍັງ​ກັບ​ເຮົາ?

3 ພະ​ເຢໂຫວາ​ເຊີນ​ເຮົາ​ໃຫ້​ເຂົ້າ​ໃກ້ຊິດ​ກັບ​ເພິ່ນ. ເພິ່ນ​ຢາກ​ໃຫ້​ເຮົາ​ມາ​ເປັນ​ໝູ່​ກັບ​ເພິ່ນ. ໃນ​ເວລາ​ດຽວ​ກັນ ເພິ່ນ​ສັນຍາ​ວ່າ​ຖ້າ​ເຮົາ​ພະຍາຍາມ ຈະ​ໃກ້ຊິດ​ກັບ​ເພິ່ນ ເພິ່ນ​ກໍ​ຈະ​ໃກ້ຊິດ​ກັບ​ເຮົາ. ແລ້ວ​ເຮົາ​ຈະ ‘ໄດ້​ເປັນ​ໝູ່​ສະໜິດ​ຂອງ​ພະ​ເຢໂຫວາ’ ເຊິ່ງ​ເປັນ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ. (ເພງ​ສັນລະເສີນ 25:14) “ໝູ່​ສະໜິດ” ແມ່ນ​ຜູ້​ທີ່​ເຮົາ​ເວົ້າ​ເລື່ອງ​ທີ່​ເປັນ​ຄວາມ​ລັບ​ນຳ​ໄດ້.

4. ໝູ່​ສະໜິດ​ເປັນ​ແນວ​ໃດ ແລະ​ພະ​ເຢໂຫວາ​ເປັນ​ໝູ່​ແບບ​ນັ້ນ​ແນວ​ໃດ​ກັບ​ຄົນ​ທີ່​ໃກ້ຊິດ​ກັບ​ເພິ່ນ?

4 ເຈົ້າ​ມີ​ໝູ່​ສະໜິດ​ທີ່​ໄວ້ໃຈ​ໄດ້​ບໍ? ໝູ່​ແບບ​ນີ້​ເປັນ​ຫ່ວງ​ເຈົ້າ. ເຈົ້າ​ໄວ້ໃຈ​ລາວ​ໄດ້​ຍ້ອນ​ລາວ​ສັດຊື່​ຕໍ່​ເຈົ້າ​ສະເໝີ. ຕອນ​ທີ່​ເຈົ້າ​ມີ​ເລື່ອງ​ດີໆ​ແລ້ວ​ເລົ່າ​ໃຫ້​ລາວ​ຟັງ ເຈົ້າ​ກໍ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. ຕອນ​ທີ່​ເຈົ້າ​ມີ​ຄວາມ​ທຸກ ລາວ​ຟັງ​ເຈົ້າ​ແບບ​ເຫັນອົກເຫັນໃຈ ແລະ​ລາວ​ກໍ​ເຂົ້າໃຈ​ເຈົ້າ​ສະເໝີ​ເຖິງ​ວ່າ​ຈະ​ບໍ່​ມີ​ໃຜ​ເຂົ້າໃຈ​ເຈົ້າ ນີ້​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ດີ​ຂຶ້ນ. ຄ້າຍຄື​ກັນ ເມື່ອ​ເຈົ້າ​ໃກ້ຊິດ​ກັບ​ພະເຈົ້າ ເຈົ້າ​ກໍ​ຈະ​ມີ​ໝູ່​ສະໜິດ​ທີ່​ພິເສດ​ຫຼາຍ​ເຊິ່ງ​ເພິ່ນ​ຖື​ວ່າ​ເຈົ້າ​ມີ​ຄ່າ​ຫຼາຍ ເປັນ​ຫ່ວງ​ເຈົ້າ​ແທ້ໆ ແລະ​ເຂົ້າໃຈ​ເຈົ້າ​ໃນ​ທຸກໆ​ເລື່ອງ. (ເພງ​ສັນລະເສີນ 103:14; 1 ເປໂຕ 5:7) ເຈົ້າ​ໝັ້ນໃຈ​ວ່າ​ເຈົ້າ​ສາມາດ​ເວົ້າ​ກັບ​ເພິ່ນ​ໄດ້​ທຸກ​ເລື່ອງ ຍ້ອນ​ເຈົ້າ​ຮູ້​ວ່າ​ເພິ່ນ​ສັດຊື່​ຕໍ່​ຜູ້​ທີ່​ສັດຊື່​ຕໍ່​ເພິ່ນ. (ເພງ​ສັນລະເສີນ 18:25) ເຮົາ​ມີ​ສິດທິ​ພິເສດ​ທີ່​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ກໍ​ຍ້ອນ​ເພິ່ນ​ເຮັດ​ໃຫ້​ເລື່ອງ​ນີ້​ເປັນ​ໄປ​ໄດ້.

ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ເປັນ​ໝູ່​ກັບ​ເພິ່ນ​ໄດ້

5. ພະ​ເຢໂຫວາ​ເຮັດ​ຫຍັງ​ເພື່ອ​ໃຫ້​ເຮົາ​ໃກ້ຊິດ​ກັບ​ເພິ່ນ​ໄດ້?

5 ຖ້າ​ພະ​ເຢໂຫວາ​ບໍ່​ຊ່ວຍ ເຮົາ​ກໍ​ຈະ​ໃກ້ຊິດ​ກັບ​ເພິ່ນ​ບໍ່​ໄດ້ ຍ້ອນ​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ. (ເພງ​ສັນລະເສີນ 5:4) ອັກຄະສາວົກ​ໂປໂລ​ຂຽນ​ວ່າ: “ພະເຈົ້າ​ສະແດງ​ຄວາມ​ຮັກ​ຕໍ່​ພວກ​ເຮົາ ໂດຍ​ໃຫ້​ພະຄລິດ​ມາ​ຕາຍ​ແທນ​ພວກ​ເຮົາ​ທັງໆ​ທີ່​ພວກ​ເຮົາ​ຍັງ​ເປັນ​ຄົນ​ບາບ​ຢູ່.” (ໂຣມ 5:8) ພະ​ເຢໂຫວາ​ສົ່ງ​ພະ​ເຢຊູ​ມາ​ຢູ່​ໂລກ “ເພື່ອ​ຮັບໃຊ້​ຄົນ​ອື່ນ ແລະ​ສະລະ​ຊີວິດ​ເປັນ​ຄ່າໄຖ່​ໃຫ້​ຄົນ​ຈຳນວນ​ຫຼາຍ.” (ມັດທາຍ 20:28) ຖ້າ​ເຮົາ​ເຊື່ອ​ໃນ​ຄ່າໄຖ່ ເຮົາ​ກໍ​ຈະ​ໃກ້ຊິດ​ກັບ​ພະເຈົ້າ​ໄດ້ ແລະ​ຍ້ອນ​ພະເຈົ້າ “ຮັກ​ພວກ​ເຮົາ​ກ່ອນ” ເພິ່ນ​ຈຶ່ງ​ປູ​ທາງ​ໄວ້​ໃຫ້​ເຮົາ​ມາ​ເປັນ​ໝູ່​ກັບ​ເພິ່ນ​ໄດ້.—1 ໂຢຮັນ 4:19

6, 7. (ກ) ເປັນ​ຫຍັງ​ພະ​ເຢໂຫວາ​ບອກ​ເຮົາ​ໃຫ້​ຮູ້​ກ່ຽວກັບ​ເພິ່ນ? (ຂ) ພະ​ເຢໂຫວາ​ໃຫ້​ເຮົາ​ຮູ້​ຈັກ​ເພິ່ນ​ໂດຍ​ທາງ​ໃດ​ແດ່?

6 ພະ​ເຢໂຫວາ​ໄດ້​ເຮັດ​ບາງ​ຢ່າງ​ເພື່ອ​ໃຫ້​ເຮົາ​ເປັນ​ໝູ່​ກັບ​ເພິ່ນ​ໄດ້. ເພິ່ນ​ສອນ​ໃຫ້​ເຮົາ​ຮູ້​ກ່ຽວກັບ​ເພິ່ນ. ກ່ອນ​ທີ່​ຈະ​ສະໜິດ​ກັບ​ຜູ້​ໃດ​ຜູ້​ໜຶ່ງ ເຮົາ​ຕ້ອງ​ຮູ້​ຈັກ​ຜູ້​ນັ້ນ​ດີໆ. ເຮົາ​ຕ້ອງ​ມັກ​ນິດໄສ​ກັບ​ການ​ປະພຶດ​ຂອງ​ລາວ. ຖ້າ​ພະ​ເຢໂຫວາ​ບໍ່​ໄດ້​ບອກ​ໃຫ້​ເຮົາ ຮູ້​ຫຍັງ​ກ່ຽວກັບ​ເພິ່ນ ເຮົາ​ກໍ​ຈະ​ບໍ່​ມີ​ທາງ​ຮູ້​ຈັກ​ເພິ່ນ​ເລີຍ. ແຕ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮູ້​ຈັກ​ເພິ່ນ. (ເອຊາຢາ 45:19) ພະ​ເຢໂຫວາ​ຢາກ​ໃຫ້​ທຸກ​ຄົນ​ໄດ້​ຮຽນ​ຮູ້​ເລື່ອງ​ເພິ່ນ ແມ່ນ​ແຕ່​ຄົນ​ທີ່​ຄົນ​ທົ່ວໄປ​ເບິ່ງ​ວ່າ​ບໍ່​ມີ​ຄ່າ.—ມັດທາຍ 11:25

ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ຮູ້​ກ່ຽວກັບ​ເພິ່ນ​ໂດຍ​ທາງ​ສິ່ງ​ເພິ່ນ​ສ້າງ​ແລະ​ໂດຍ​ທາງ​ຄຳພີ​ໄບເບິນ

7 ພະ​ເຢໂຫວາ​ບອກ​ເຮົາ​ໃຫ້​ຮູ້​ກ່ຽວກັບ​ເພິ່ນ​ໂດຍ​ທາງ​ໃດ​ແດ່? ໂດຍ​ເບິ່ງ​ສິ່ງ​ຕ່າງໆ​ທີ່​ເພິ່ນ​ສ້າງ ເຮົາ​ກໍ​ຈະ​ຮູ້​ຈັກ​ເພິ່ນ​ຫຼາຍ​ຂຶ້ນ ເຊັ່ນ ເຮົາ​ຈະ​ຮູ້​ວ່າ​ເພິ່ນ​ມີ​ລິດເດດ​ຫຼາຍ​ແທ້ໆ ເພິ່ນ​ມີ​ສະຕິ​ປັນຍາ​ທີ່​ຫຼັກແຫຼມ​ຫຼາຍ​ອີ່ຫຼີ ແລະ​ເພິ່ນ​ມີ​ຄວາມ​ຮັກ​ຫຼາຍ​ແທ້​ຫຼາຍ​ວ່າ. (ໂຣມ 1:20) ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ໃຊ້​ສິ່ງ​ທີ່​ເພິ່ນ​ສ້າງ​ຊ່ວຍ​ເຮົາ​ໃຫ້​ຮູ້​ຈັກ​ເພິ່ນ​ເທົ່າ​ນັ້ນ ແຕ່​ເພິ່ນ​ຍັງ​ໃຊ້​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ຮູ້​ຈັກ​ເພິ່ນ​ນຳ.

ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ຮູ້​ຫຍັງ​ກ່ຽວກັບ​ເພິ່ນ​ໂດຍ​ທາງ​ຄຳພີ​ໄບເບິນ?

8. ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ​ຄຳພີ​ໄບເບິນ​ເປັນ​ຫຼັກຖານ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ?

8 ຄຳພີ​ໄບເບິນ​ເປັນ​ຫຼັກຖານ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ. ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ກ່ຽວກັບ​ເພິ່ນ​ດ້ວຍ​ຄຳເວົ້າ​ທີ່​ເຮົາ​ເຂົ້າໃຈ​ໄດ້. ນີ້​ສະແດງ​ວ່າ​ເພິ່ນ​ບໍ່​ພຽງ​ແຕ່​ຮັກ​ເຮົາ ແຕ່​ຢາກ​ໃຫ້​ເຮົາ​ຮູ້​ຈັກ​ແລະ​ຮັກ​ເພິ່ນ​ນຳ. ເມື່ອ​ເຮົາ​ອ່ານ​ປຶ້ມ​ທີ່​ມີ​ຄ່າ​ນີ້ ເຮົາ​ກໍ​ຈະ​ໃກ້ຊິດ​ກັບ​ເພິ່ນ​ໄດ້. (ເພງ​ສັນລະເສີນ 1:1-3) ຂໍ​ໃຫ້​ມາ​ເບິ່ງ​ບາງ​ເລື່ອງ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຮູ້​ຈັກ​ເພິ່ນ​ໂດຍ​ທາງ​ຄຳພີ​ໄບເບິນ​ເຊິ່ງ​ເຮັດ​ໃຫ້​ເຮົາ​ປະທັບໃຈ​ຫຼາຍ.

9. ມີ​ຂໍ້​ຄຳພີ​ໃດ​ແດ່​ທີ່​ບອກ​ໃຫ້​ເຮົາ​ຮູ້​ກ່ຽວກັບ​ຄຸນລັກສະນະ​ຂອງ​ພະເຈົ້າ?

9 ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ກ່ຽວກັບ​ຄຸນລັກສະນະ​ຫຼາຍ​ຢ່າງ​ຂອງ​ພະ​ເຢໂຫວາ. ຕົວຢ່າງ​ເຊັ່ນ: “ພະ​ເຢໂຫວາ​ຮັກ​ຄວາມ​ຍຸຕິທຳ.” (ເພງ​ສັນລະເສີນ 37:28) ພະເຈົ້າ “ມີ​ລິດເດດ​ທີ່​ຍິ່ງໃຫຍ່.” (ໂຢບ 37:23) “‘ເຮົາ​ສັດຊື່​ຕໍ່​ເຈົ້າ’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.” (ເຢເຣມີຢາ 3:12) “ເພິ່ນ​ມີ​ສະຕິ​ປັນຍາ.” (ໂຢບ 9:4) ເພິ່ນ​ເປັນ “ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ ໃຈ​ດີ ບໍ່​ໃຈ​ຮ້າຍ​ງ່າຍ ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່​ສຸດ ແລະ​ເວົ້າ​ແຕ່​ຄວາມ​ຈິງ.” (ອົບພະຍົບ 34:6) “ພະ​ເຢໂຫວາ ພະອົງ​ດີ​ແທ້ໆ​ແລະ​ພ້ອມ​ທີ່​ຈະ​ໃຫ້​ອະໄພ.” (ເພງ​ສັນລະເສີນ 86:5) ຄື​ກັບ​ທີ່​ບົດ​ແລ້ວ​ນີ້​ບອກ​ວ່າ: “ພະເຈົ້າ​ເປັນ​ຄວາມ​ຮັກ.” ຄວາມ​ຮັກ​ກໍ​ເລີຍ​ເປັນ​ຄຸນລັກສະນະ​ທີ່​ເດັ່ນ​ທີ່​ສຸດ​ຂອງ​ເພິ່ນ. (1 ໂຢຮັນ 4:8) ເມື່ອ​ຄິດ​ເຖິງ​ຄຸນລັກສະນະ​ທີ່​ໜ້າ​ປະທັບໃຈ​ເຫຼົ່າ​ນີ້​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຢາກ​ຈະ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ.

10, 11. (ກ) ພະ​ເຢໂຫວາ​ໃຫ້​ມີ​ຕົວຢ່າງ​ຫຍັງ​ໃນ​ຄຳພີ​ໄບເບິນ ແລະ​ຍ້ອນຫຍັງ? (ຂ) ໃນ​ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຫຍັງ​ທີ່​ຊ່ວຍ​ເຮົາ​ໃຫ້​ເຫັນ​ວິທີ​ທີ່​ພະເຈົ້າ​ໃຊ້​ລິດເດດ​ຂອງ​ເພິ່ນ?

10 ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ບອກ​ໃຫ້​ເຮົາ​ຮູ້​ວ່າ​ເພິ່ນ​ມີ​ຄຸນລັກສະນະ​ຫຍັງ​ແດ່ ແຕ່​ເພິ່ນ​ຍັງ​ໃຫ້​ມີ​ຕົວຢ່າງ​ທີ່​ເດັ່ນໆ​ທີ່​ເຮັດ​ໃຫ້​ເຮົາ​ເຫັນ​ຄຸນລັກສະນະ​ຕ່າງໆ​ຂອງ​ເພິ່ນ​ນຳ. ເມື່ອ​ເຮົາ​ອ່ານ​ເລື່ອງ​ເຫຼົ່າ​ນັ້ນ ເຮົາ​ກໍ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ ເພິ່ນ​ເຮັດ​ຫຍັງ​ແດ່ ແລະ​ນີ້​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ.

ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ

11 ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ພະເຈົ້າ “ມີ​ລິດເດດ​ຫຼາຍ.” (ເອຊາຢາ 40:26) ແຕ່​ເມື່ອ​ເຮົາ​ອ່ານ​ກ່ຽວກັບ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ພວກ​ອິດສະຣາເອນ​ຂ້າມ​ທະເລ​ແດງ ແລະ​ວິທີ​ທີ່​ເພິ່ນ​ເບິ່ງແຍງ​ເຂົາເຈົ້າ​ໃຫ້​ມີ​ສິ່ງ​ຈຳເປັນ​ຕະຫຼອດ 40 ປີ​ທີ່​ຢູ່​ບ່ອນ​ກັນດານ ເຮົາ​ກໍ​ຮູ້ສຶກ​ປະທັບໃຈ​ຫຼາຍ​ແທ້ໆ​ໃນ​ວິທີ​ທີ່​ເພິ່ນ​ໃຊ້​ລິດເດດ​ຂອງ​ເພິ່ນ. ລອງ​ນຶກພາບ​ເບິ່ງ​ຕອນ​ທີ່​ນ້ຳ​ທະເລ​ແດງ​ແຍກ​ອອກ​ຈາກ​ກັນ​ແລະ​ຕັ້ງ​ຂຶ້ນ​ຄື​ກັບ​ກຳແພງ​ໃຫຍ່​ທັງ​ສອງ​ຂ້າງ ແລ້ວ​ມີ​ປະມານ 3 ລ້ານ​ຄົນ​ກໍ​ຍ່າງ​ຢຽບ​ດິນ​ແຫ້ງ​ໄປ. (ອົບພະຍົບ 14:21; 15:8) ນອກ​ຈາກນັ້ນ ເຈົ້າ​ຍັງ​ໄດ້​ເຫັນ​ວິທີ​ທີ່​ພະເຈົ້າ​ປົກປ້ອງ​ແລະ​ເບິ່ງແຍງ​ຄົນ​ຂອງ​ເພິ່ນ​ຢູ່​ບ່ອນ​ກັນດານ. ເພິ່ນ​ເຮັດ​ໃຫ້​ນ້ຳ​ໄຫຼ​ອອກ​ຈາກ​ຫີນ​ແລະ​ໃຫ້​ມີ​ແນວ​ກິນ​ທີ່​ເປັນ​ເມັດ​ຂາວໆ​ຢູ່​ຕາມ​ໜ້າ​ດິນ​ຄ້າຍຄື​ເມັດ​ຫອມ​ປ້ອມ. (ອົບພະຍົບ 16:31; ຈົດເຊັນ​ບັນຊີ 20:11) ເຫດການ​ເຫຼົ່າ​ນີ້​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ມີ​ລິດເດດ ແຕ່​ເພິ່ນ​ຍັງ​ໃຊ້​ລິດເດດ​ນັ້ນ​ເພື່ອ​ຊ່ວຍ​ຄົນ​ຂອງ​ເພິ່ນ​ນຳ. ເຮົາ​ໄດ້​ກຳລັງ​ໃຈ​ຫຼາຍ​ແທ້ໆ​ທີ່​ຮູ້​ວ່າ​ພະເຈົ້າ​ທີ່​ເຮົາ​ອະທິດຖານ​ຫາ​ເປັນ​ພະເຈົ້າ​ທີ່​ມີ​ລິດເດດ​ທີ່​ຈະ​ຊ່ວຍ​ເຮົາ ແລະ​ເພິ່ນ “ເປັນ​ບ່ອນ​ລີ້ໄພ​ແລະ​ເປັນ​ກຳລັງ​ຂອງ​ພວກ​ເຮົາ. ເພິ່ນ​ຊ່ວຍ​ພວກ​ເຮົາ​ສະເໝີ​ຕອນ​ທີ່​ພວກ​ເຮົາ​ທຸກຍາກ​ລຳບາກ.”—ເພງ​ສັນລະເສີນ 46:1

12. ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້ “ເຫັນ” ເພິ່ນ​ດ້ວຍ​ຄຳເວົ້າ​ທີ່​ເຮົາ​ເຂົ້າໃຈ​ໄດ້?

12 ເຖິງ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ ແຕ່​ເພິ່ນ​ກໍ​ຊ່ວຍ​ເຮົາ​ໃຫ້​ຮູ້​ຈັກ​ເພິ່ນ. ເຮົາ​ເປັນ​ມະນຸດ ເຮົາ​ຈຶ່ງ​ເຫັນ​ໄດ້​ແຕ່​ສິ່ງ​ທີ່​ເປັນ​ວັດຖຸ​ເທົ່າ​ນັ້ນ ແຕ່​ເຮົາ​ບໍ່​ສາມາດ​ເຫັນ​ພະ​ເຢໂຫວາ​ພະເຈົ້າ​ແລະ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ​ໄດ້. ຖ້າ​ໃຫ້​ພະເຈົ້າ​ອະທິບາຍ​ຮູບ​ຮ່າງ​ໜ້າ​ຕາ​ຂອງ​ເພິ່ນ​ໃຫ້​ເຮົາ​ຟັງ​ວ່າ​ເພິ່ນ​ເປັນ​ແບບ​ໃດ​ທັງໆ​ທີ່​ເຮົາ​ເບິ່ງ​ເພິ່ນ​ບໍ່​ເຫັນ ກໍ​ຄື​ກັບ​ວ່າ​ເຮົາ​ກຳລັງ​ພະຍາຍາມ​ຈະ​ອະທິບາຍ​ລາຍລະອຽດ​ຮູບ​ຮ່າງ​ໜ້າ​ຕາ​ຂອງ​ເຮົາ​ເລື່ອງ​ສີ​ຕາ ຫຼື​ຈຸດ​ດ່າງ​ທີ່​ຢູ່​ໜ້າ​ຂອງ​ເຮົາ​ໃຫ້​ຄົນ​ຕາບອດ​ຕັ້ງແຕ່​ເກີດ​ຟັງ. ແຕ່​ພະ​ເຢໂຫວາ​ກໍ​ໃຈ​ດີ​ຫຼາຍ ເພິ່ນ​ອະທິບາຍ​ໃຫ້​ເຮົາ “ເຫັນ” ວ່າ​ເພິ່ນ​ເປັນ​ແນວ​ໃດ​ໃນ​ແບບ​ທີ່​ເຮົາ​ເຂົ້າໃຈ​ໄດ້. ບາງ​ເທື່ອ ເພິ່ນ​ໃຊ້​ຕົວຢ່າງ​ປຽບທຽບ​ເພິ່ນ​ກັບ​ສິ່ງ​ທີ່​ເຮົາ​ຮູ້​ຈັກ ແລະ​ເພິ່ນ​ຍັງ​ອະທິບາຍ​ກ່ຽວກັບ​ໂຕ​ເພິ່ນ​ວ່າ​ມີ​ລັກສະນະ​ບາງ​ຢ່າງ​ຄື​ກັບ​ມະນຸດ. a

13. ໃນ​ເອຊາຢາ 40:11 ເວົ້າ​ເຖິງ​ພະ​ເຢໂຫວາ​ແນວ​ໃດ ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ແນວ​ໃດ?

13 ຂໍ​ໃຫ້​ສັງເກດ​ໃນ​ເອຊາຢາ 40:11 ບອກ​ກ່ຽວກັບ​ພະ​ເຢໂຫວາ​ວ່າ: “ເພິ່ນ​ຈະ​ເບິ່ງແຍງ​ແກະ​ຂອງ​ເພິ່ນ​ຄື​ກັບ​ຄົນ​ລ້ຽງ​ແກະ​ເຮັດ. ເພິ່ນ​ຈະ​ຕ້ອນ​ແກະ​ຂອງ​ເພິ່ນ​ໃຫ້​ມາ​ຢູ່​ນຳ​ກັນ. ເພິ່ນ​ຈະ​ອູ້ມ​ພວກ​ມັນ​ແລະ​ກອດ​ໄວ້​ຢູ່​ເອິກ.” ຂໍ້​ນີ້​ປຽບທຽບ​ພະ​ເຢໂຫວາ​ຄື​ກັບ​ຜູ້​ລ້ຽງ​ແກະ​ທີ່ “ເອົາ​ແຂນ, ໄຂເງື່ອນ” ອູ້ມ​ແກະ​ນ້ອຍ​ຂຶ້ນ​ມາ. ນີ້​ສະແດງ​ວ່າ​ເພິ່ນ​ຈະ​ປົກປ້ອງ​ແລະ​ຊ່ວຍ​ເຫຼືອ​ຄົນ​ຂອງ​ເພິ່ນ ລວມ​ທັງ​ຄົນ​ທີ່​ຕ້ອງ​ໄດ້​ເບິ່ງແຍງ​ເປັນ​ພິເສດ. ເຮົາ​ຈະ​ຮູ້ສຶກ​ປອດໄພ​ໃນ​ອ້ອມ​ແຂນ​ທີ່​ແຂງແຮງ​ຂອງ​ພະ​ເຢໂຫວາ ຍ້ອນ​ວ່າ​ຖ້າ​ເຮົາ​ສັດຊື່​ຕໍ່​ເພິ່ນ ເພິ່ນ​ກໍ​ຈະ​ບໍ່​ປະ​ບໍ່​ຖິ້ມ​ເຮົາ​ເລີຍ. (ໂຣມ 8:38, 39) ຜູ້​ລ້ຽງ​ແກະ​ທີ່​ຍິ່ງໃຫຍ່​ອູ້ມ​ແກະ​ນ້ອຍ “ໄວ້​ຢູ່​ເອິກ.” ຄຳເວົ້າ​ນີ້​ເວົ້າ​ເຖິງ​ເສື້ອ​ຄຸມ​ໂຕ​ຫຼົມໆ​ທີ່​ໃສ່​ທາງ​ນອກ. ບາງ​ເທື່ອ​ຜູ້​ລ້ຽງ​ແກະ​ກໍ​ຈະ​ເອົາ​ເສື້ອ​ຄຸມ​ນີ້​ຫໍ່​ແລະ​ອູ້ມ​ແກະ​ນ້ອຍ​ທີ່​ຫາກໍ​ເກີດ​ໃໝ່. ດັ່ງນັ້ນ ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງແຍງ​ແລະ​ທະນຸຖະໜອມ​ເຮົາ. ນີ້​ເລີຍ​ເຮັດ​ໃຫ້​ເຮົາ​ຢາກ​ໃກ້ຊິດ​ກັບ​ເພິ່ນ.

ລູກ​ຂອງ​ພະເຈົ້າ​ຢາກ​ບອກ​ໃຫ້​ຮູ້​ກ່ຽວກັບ​ພໍ່

14. ພະ​ເຢໂຫວາ​ບອກ​ເຮົາ​ໃຫ້​ຮູ້​ຈັກ​ເພິ່ນ​ຢ່າງ​ຈະ​ແຈ້ງ​ໂດຍ​ທາງ​ຜູ້​ໃດ?

14 ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ບອກ​ເຮົາ​ໃຫ້​ຮູ້​ຈັກ​ເພິ່ນ​ຢ່າງ​ຈະ​ແຈ້ງ​ໂດຍ​ທາງ​ພະ​ເຢຊູ​ລູກ​ຊາຍ​ຜູ້​ທີ່​ເພິ່ນ​ຮັກ​ຫຼາຍ. ນອກ​ຈາກ​ພະ​ເຢຊູ ແລ້ວ​ບໍ່​ມີ​ໃຜ​ຈະ​ຮຽນ​ແບບ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ພະເຈົ້າ​ໄດ້​ດີ​ກວ່າ​ພະ​ເຢຊູ. ຍ້ອນຫຍັງ? ຍ້ອນ​ເພິ່ນ​ເປັນ​ຜູ້​ທຳອິດ​ທີ່​ຖືກ​ສ້າງ​ກ່ອນ​ທຸກ​ສິ່ງ​ແລະ​ຢູ່​ໃນ​ສະຫວັນ​ກັບ​ພໍ່​ຂອງ​ເພິ່ນ​ບັກ​ດົນໆ​ກ່ອນ​ຈະ​ມີ​ພວກ​ທູດສະຫວັນ​ແລະ​ທຸກ​ສິ່ງ​ໃນ​ເອກະພົບ. (ໂກໂລຊາຍ 1:15) ພະ​ເຢຊູ​ຮູ້​ຈັກ​ພະ​ເຢໂຫວາ​ດີ​ທີ່​ສຸດ. ດັ່ງນັ້ນ ເພິ່ນ​ຈຶ່ງ​ເວົ້າ​ໄດ້​ວ່າ: “ບໍ່​ມີ​ຜູ້​ໃດ​ຮູ້​ຈັກ​ລູກ​ຂອງ​ພະເຈົ້າ ນອກ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່ ແລະ​ບໍ່​ມີ​ຜູ້​ໃດ​ຮູ້​ຈັກ​ພະເຈົ້າ​ຜູ້​ເປັນ​ພໍ່ ນອກ​ຈາກ​ລູກ​ຂອງ​ເພິ່ນ​ແລະ​ຜູ້​ທີ່​ລູກ​ຂອງ​ເພິ່ນ​ຢາກ​ບອກ​ໃຫ້​ຮູ້.” (ລູກາ 10:22) ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ​ນີ້ ເພິ່ນ​ບອກ​ໃຫ້​ຮູ້​ກ່ຽວກັບ​ພໍ່​ຂອງ​ເພິ່ນ​ໃນ 2 ວິທີ​ທີ່​ສຳຄັນ.

15, 16. ມີ 2 ວິທີ​ຫຍັງ​ແດ່​ທີ່​ພະ​ເຢຊູ​ບອກ​ໃຫ້​ຮູ້​ກ່ຽວກັບ​ພໍ່​ຂອງ​ເພິ່ນ?

15 ວິທີ​ທຳອິດ ຄຳສອນ​ຂອງ​ພະ​ເຢຊູ​ຊ່ວຍ​ເຮົາ​ໃຫ້​ຮູ້​ຈັກ​ພໍ່​ຂອງ​ເພິ່ນ. ພະ​ເຢຊູ​ເວົ້າ​ເຖິງ​ພະ​ເຢໂຫວາ​ດ້ວຍ​ຄຳເວົ້າ​ທີ່​ກິນ​ໃຈ​ເຮົາ. ຕົວຢ່າງ​ເຊັ່ນ: ເພິ່ນ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເມດຕາ​ຄົນ​ເຮັດ​ຜິດ​ທີ່​ກັບໃຈ​ແລະ​ມາ​ຫາ​ເພິ່ນ​ຫຼາຍ​ແທ້ໆ. ພະ​ເຢຊູ​ປຽບທຽບ​ພະ​ເຢໂຫວາ​ວ່າ​ເປັນ​ຄື​ກັບ​ພໍ່​ທີ່​ໃຫ້​ອະໄພ​ລູກ. ຕອນ​ທີ່​ລູກ​ຊາຍ​ກັບ​ມາ ພໍ່​ຮູ້ສຶກ​ດີໃຈ​ຫຼາຍ​ຈົນ​ແລ່ນ​ເຂົ້າ​ໄປ​ຫາ ທັງ​ກອດ​ທັງ​ຈູບ​ລູກ. (ລູກາ 15:11-24) ນອກ​ຈາກນັ້ນ ພະ​ເຢຊູ​ຍັງ​ສອນ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່ “ຊັກ​ນຳ” ເອົາ​ຄົນ​ທີ່​ມີ​ຫົວໃຈ​ດີ​ຍ້ອນ​ເພິ່ນ​ຮັກ​ເຂົາເຈົ້າ​ແຕ່​ລະ​ຄົນ​ເປັນ​ສ່ວນ​ໂຕ. (ໂຢຮັນ 6:44) ຂະໜາດ​ວ່າ​ນົກ​ກະຈອກ​ໂຕ​ນ້ອຍໆ​ໂຕ​ໜຶ່ງ​ຈະ​ຕົກ​ລົງ​ດິນ​ຕອນ​ໃດ​ເພິ່ນ​ກໍ​ຍັງ​ຮູ້. ພະ​ເຢຊູ​ບອກ​ວ່າ: “ບໍ່​ຕ້ອງ​ຢ້ານ ຍ້ອນ​ພວກ​ເຈົ້າ​ມີ​ຄ່າ​ຫຼາຍ​ກວ່າ​ນົກ​ກະຈອກ​ຫຼາຍ​ໂຕ​ລວມ​ກັນ.” (ມັດທາຍ 10:29, 31) ນີ້​ຈຶ່ງ​ເຮັດ​ໃຫ້​ເຮົາ​ຢາກ​ໃກ້ຊິດ​ກັບ​ພະເຈົ້າ​ຜູ້​ທີ່​ເປັນ​ຫ່ວງ​ເຮົາ​ແທ້ໆ.

16 ວິທີ​ທີ 2 ຕົວຢ່າງ​ຂອງ​ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ. ພະ​ເຢຊູ​ຮຽນ​ແບບ​ພໍ່​ຂອງ​ເພິ່ນ​ໄດ້​ຢ່າງ​ສົມບູນແບບ ເພິ່ນ​ຈຶ່ງ​ເວົ້າ​ວ່າ: “ຜູ້​ທີ່​ໄດ້​ເຫັນ​ຂ້ອຍ​ກໍ​ໄດ້​ເຫັນ​ພະເຈົ້າ​ຜູ້​ເປັນ​ພໍ່.” (ໂຢຮັນ 14:9) ດັ່ງນັ້ນ ເມື່ອ​ເຮົາ​ອ່ານ​ໃນ​ຄຳພີ​ໄບເບິນ​ວ່າ​ພະ​ເຢຊູ​ຮູ້ສຶກ​ແລະ​ເຮັດ​ຕໍ່​ຄົນ​ອື່ນ​ແນວ​ໃດ ກໍ​ຄື​ກັບ​ວ່າ​ເຮົາ​ໄດ້​ເຫັນ​ພະ​ເຢໂຫວາ​ເປັນ​ແບບ​ນັ້ນ​ແຫຼະ. ນີ້​ເປັນ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ?

17. ຂໍ​ໃຫ້​ຍົກ​ຕົວຢ່າງ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ.

17 ເພື່ອ​ເປັນ​ຕົວຢ່າງ ຖ້າ​ມີ​ຄົນ​ຖາມ​ເຈົ້າ​ວ່າ​ຄວາມ​ເມດຕາ​ເປັນ​ແນວ​ໃດ ເຈົ້າ​ອາດຈະ​ອະທິບາຍ​ກັບ​ລາວ​ເປັນ​ຄຳເວົ້າ​ກໍ​ໄດ້. ແຕ່​ຖ້າ​ເຈົ້າ​ຊີ້​ໃຫ້​ລາວ​ເຫັນ​ຄົນ​ທີ່​ສະແດງ​ຄວາມ​ເມດຕາ​ແລະ​ບອກ​ວ່າ “ຄວາມ​ເມດຕາ​ເປັນ​ແບບ​ນັ້ນ​ແຫຼະ.” ລາວ​ກໍ​ຈະ​ເຂົ້າໃຈ​ຄວາມ​ໝາຍ​ຂອງ “ຄວາມ​ເມດຕາ” ງ່າຍ​ຂຶ້ນ​ແລະ​ແຈ້ງ​ຂຶ້ນ. ພະ​ເຢໂຫວາ​ເຮັດ​ແບບ​ນັ້ນ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ. ເພິ່ນ​ບໍ່​ພຽງ​ແຕ່​ບອກ​ໃຫ້​ເຮົາ​ຮູ້​ຈັກ​ເພິ່ນ​ໂດຍ​ທາງ​ຄຳເວົ້າ​ເທົ່າ​ນັ້ນ ແຕ່​ເພິ່ນ​ຍັງ​ອະທິບາຍ​ໂດຍ​ໃຊ້​ຕົວຢ່າງ​ຂອງ​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ​ທີ່​ບັນທຶກ​ໄວ້​ໃນ​ປຶ້ມ​ຂ່າວ​ດີ​ທັງ​ສີ່​ຫົວ. ພະ​ເຢຊູ​ຊ່ວຍ​ເຮົາ​ໃຫ້​ຮູ້​ຄຸນລັກສະນະ​ຂອງ​ພະເຈົ້າ​ໄດ້​ຈາກ​ສິ່ງ​ທີ່​ພະ​ເຢຊູ​ເຮັດ. ເມື່ອ​ເຮົາ​ອ່ານ​ເລື່ອງ​ເຫຼົ່າ​ນັ້ນ​ກໍ​ຄື​ກັບ​ພະ​ເຢໂຫວາ​ກຳລັງ​ບອກ​ເຮົາ​ວ່າ: “ເຮົາ​ເປັນ​ແບບ​ນັ້ນ​ແຫຼະ.” ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ຫຍັງ​ແດ່​ກ່ຽວກັບ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ຢູ່​ໃນ​ໂລກ?

18. ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ມີ​ລິດເດດ ຄວາມ​ຍຸຕິທຳ ແລະ​ສະຕິ​ປັນຍາ?

18 ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ຄຸນລັກສະນະ​ເດັ່ນ 4 ຢ່າງ​ຂອງ​ພະເຈົ້າ​ໃນ​ແບບ​ທີ່​ໜ້າ​ປະທັບໃຈ. ພະ​ເຢຊູ​ມີ​ລິດເດດ​ທີ່​ຈະ​ເຮັດ​ການ​ອັດສະຈັນ​ເພື່ອ​ປົວ​ຄົນ​ເຈັບ​ປ່ວຍ ລ້ຽງ​ຄົນ​ທີ່​ຫິວ ແລະ​ປຸກ​ຄົນ​ທີ່​ຕາຍ​ໃຫ້​ຄືນ​ມາ​ມີ​ຊີວິດ. ບໍ່​ຄື​ກັບ​ມະນຸດ​ທີ່​ເຫັນ​ແກ່​ໂຕ​ເຊິ່ງ​ໃຊ້​ອຳນາດ​ໃນ​ທາງ​ທີ່​ຜິດ ພະ​ເຢຊູ​ບໍ່​ເຄີຍ​ໃຊ້​ລິດເດດ​ເຮັດ​ການ​ອັດສະຈັນ​ເພື່ອ​ໂຕເອງ​ຫຼື​ທຳຮ້າຍ​ຜູ້​ອື່ນ. (ມັດທາຍ 4:2-4) ເພິ່ນ​ຮັກ​ຄວາມ​ຍຸຕິທຳ. ເມື່ອ​ເຫັນ​ພວກ​ພໍ່​ຄ້າ​ຂີ້​ໂລບ​ຂູດຮີດ​ເອົາ​ເງິນ​ປະຊາຊົນ​ຢູ່​ວິຫານ ເພິ່ນ​ກໍ​ໃຈ​ຮ້າຍ​ໃນ​ແບບ​ທີ່​ເໝາະສົມ. (ມັດທາຍ 21:12, 13) ເພິ່ນ​ປະຕິບັດ​ກັບ​ຄົນ​ທຸກ​ແລະ​ຄົນ​ທີ່​ຖືກ​ດູຖູກ​ແບບ​ບໍ່​ລຳອຽງ ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້ “ສົດ​ຊື່ນ.” (ມັດທາຍ 11:4, 5, 28-30) ບໍ່​ມີ​ຄົນ​ໃດ​ສອນ​ແບບ​ມີ​ສະຕິ​ປັນຍາ​ຄື​ກັບ​ພະ​ເຢຊູ​ແມ່ນ​ແຕ່​ໂຊໂລໂມນ​ກໍ​ຍັງ​ທຽບ​ເພິ່ນ​ບໍ່​ໄດ້. (ມັດທາຍ 12:42) ແຕ່​ພະ​ເຢຊູ​ບໍ່​ເຄີຍ​ອວດ​ສະຕິ​ປັນຍາ​ຂອງ​ເພິ່ນ. ຄຳສອນ​ຂອງ​ເພິ່ນ​ເຂົ້າ​ເຖິງ​ຫົວໃຈ​ຄົນ​ທົ່ວໄປ ຍ້ອນ​ເພິ່ນ​ສອນ​ຈະ​ແຈ້ງ ເຂົ້າໃຈ​ງ່າຍ ແລະ​ເອົາ​ໄປ​ໃຊ້​ໄດ້​ແທ້ໆ.

19, 20. (ກ) ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ແນວ​ໃດ​ໃນ​ການ​ສະແດງ​ຄວາມ​ຮັກ? (ຂ) ຕອນ​ທີ່​ອ່ານ​ແລະ​ຄິດ​ເຖິງ​ວິທີ​ທີ່​ພະ​ເຢຊູ​ເຮັດ​ດີ​ຕໍ່​ຄົນ​ອື່ນ ເຮົາ​ຄວນ​ຈື່​ຫຍັງ​ໄວ້​ສະເໝີ?

19 ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ສະແດງ​ຄວາມ​ຮັກ. ຕອນ​ທີ່​ເຮັດ​ວຽກ​ຮັບໃຊ້ ເພິ່ນ​ສະແດງ​ຄວາມ​ຮັກ​ໃນ​ຫຼາຍ​ວິທີ. ເພິ່ນ​ເຫັນອົກເຫັນໃຈ​ແລະ​ອີ່ຕົນ​ຄົນ​ອື່ນ. ເມື່ອ​ເຫັນ​ຄົນ​ທີ່​ເຈັບ​ປວດ ເພິ່ນ​ກໍ​ອີ່ຕົນ​ເຂົາເຈົ້າ​ຫຼາຍ. ເພິ່ນ​ບໍ່​ໄດ້​ມີ​ແຕ່​ອີ່ຕົນ​ຊື່ໆ ແຕ່​ເພິ່ນ​ໄດ້​ເຮັດ​ບາງ​ຢ່າງ​ເພື່ອ​ຊ່ວຍ​ເຂົາເຈົ້າ​ນຳ. (ມັດທາຍ 14:14) ພະ​ເຢຊູ​ບໍ່​ໄດ້​ມີ​ແຕ່​ປົວ​ຄົນ​ປ່ວຍ​ແລະ​ລ້ຽງ​ຄົນ​ທີ່​ຫິວ ແຕ່​ເພິ່ນ​ຍັງ​ຊ່ວຍ​ເຂົາເຈົ້າ​ໃນ​ເລື່ອງ​ທີ່​ສຳຄັນ​ກວ່າ​ນັ້ນ. ເພິ່ນ​ໄດ້​ຊ່ວຍ​ເຂົາເຈົ້າ​ໃຫ້​ຮູ້​ຈັກ ຍອມຮັບ ແລະ​ຮັກ​ຄວາມ​ຈິງ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ທີ່​ຈະ​ເຮັດ​ໃຫ້​ມະນຸດ​ໄດ້​ຮັບ​ພອນ​ແທ້ໆ. (ມາຣະໂກ 6:34; ລູກາ 4:43) ສິ່ງ​ທີ່​ສຳຄັນ​ທີ່​ສຸດ ພະ​ເຢຊູ​ໄດ້​ສະແດງ​ຄວາມ​ຮັກ​ໂດຍ​ຕາຍ​ເພື່ອ​ເປັນ​ຄ່າໄຖ່​ໃຫ້​ເຮົາ.—ໂຢຮັນ 15:13

20 ພະ​ເຢຊູ​ເປັນ​ຄົນ​ທີ່​ສະແດງ​ຄວາມ​ຮັກ​ແບບ​ອົບອຸ່ນ​ແລະ​ເຫັນອົກເຫັນໃຈ​ຄົນ​ອື່ນ ບໍ່​ແປກ​ທີ່​ຄົນ​ທຸກ​ເພດ​ທຸກ​ໄວ​ແລະ​ທຸກ​ພູມ​ຫຼັງ​ຢາກ​ເຂົ້າ​ມາ​ໃກ້ຊິດ​ກັບ​ເພິ່ນ. (ມາຣະໂກ 10:13-16) ຕອນ​ທີ່​ເຮົາ​ອ່ານ​ແລະ​ຄິດ​ເຖິງ​ວິທີ​ທີ່​ພະ​ເຢຊູ​ເຮັດ​ດີ​ຕໍ່​ຄົນ​ອື່ນ ຂໍ​ໃຫ້​ຈື່​ໄວ້​ສະເໝີ​ວ່າ​ພະ​ເຢຊູ​ກຳລັງ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ.—ເຮັບເຣີ 1:3

ປຶ້ມ​ນີ້​ຈະ​ຊ່ວຍ​ເຮົາ​ແນວ​ໃດ?

21, 22. ການ​ຊອກ​ຫາ​ພະ​ເຢໂຫວາ​ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ​ປຶ້ມ​ນີ້​ຈະ​ຊ່ວຍ​ເຮົາ​ແນວ​ໃດ?

21 ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ຮູ້​ກ່ຽວກັບ​ໂຕ​ເພິ່ນ​ຢ່າງ​ຈະ​ແຈ້ງ ນີ້​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ເພິ່ນ​ຢາກ​ໃຫ້​ເຮົາ​ໃກ້ຊິດ​ກັບ​ເພິ່ນ​ແທ້ໆ. ແຕ່​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ບັງຄັບ​ເຮົາ​ໃຫ້​ມາ​ເປັນ​ໝູ່​ກັບ​ເພິ່ນ. ເຮົາ​ສາມາດ​ເລືອກ​ໄດ້​ເອງ​ວ່າ​ຢາກ​ຈະ​ຊອກ​ຫາ​ພະ​ເຢໂຫວາ​ບໍ່ “ຕອນ​ທີ່​ຍັງ​ຊອກ​ຫາ​ເພິ່ນ​ເຫັນ​ຢູ່.” (ເອຊາຢາ 55:6) ການ​ຊອກ​ຫາ​ພະ​ເຢໂຫວາ​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ຮຽນ​ຮູ້​ຕໍ່ໆ​ໄປ​ກ່ຽວກັບ​ຄຸນລັກສະນະ​ແລະ​ແນວ​ທາງ​ຂອງ​ເພິ່ນ​ຕາມ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ. ປຶ້ມ​ທີ່​ເຈົ້າ​ກຳລັງ​ອ່ານ​ຢູ່​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້.

22 ເຈົ້າ​ຈະ​ເຫັນ​ວ່າ​ປຶ້ມ​ນີ້​ແບ່ງ​ອອກ​ເປັນ 4 ຕອນ​ຕາມ​ຄຸນລັກສະນະ​ເດັ່ນ 4 ຢ່າງ​ຂອງ​ພະ​ເຢໂຫວາ​ເຊິ່ງ​ມີ​ລິດເດດ ຄວາມ​ຍຸຕິທຳ ສະຕິ​ປັນຍາ ແລະ​ຄວາມ​ຮັກ. ແຕ່​ລະ​ຕອນ​ເລີ່ມ​ຈາກ​ການ​ເວົ້າ​ເຖິງ​ຄຸນລັກສະນະ​ນັ້ນ​ແບບ​ລວມໆ ແລະ​ບົດ​ຕໍ່ໆ​ໄປ​ຈະ​ບອກ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ສະແດງ​ຄຸນລັກສະນະ​ນັ້ນ​ແນວ​ໃດ​ໃນ​ແງ່​ມຸມ​ຕ່າງໆ. ນອກ​ຈາກນັ້ນ ໃນ​ແຕ່​ລະ​ຕອນ​ຈະ​ມີ​ບົດ​ໜຶ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ພະ​ເຢຊູ​ສະແດງ​ຄຸນລັກສະນະ​ນັ້ນ​ແນວ​ໃດ ແລະ​ຍັງ​ຈະ​ມີ​ອີກ​ບົດ​ໜຶ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ຈະ​ຮຽນ​ແບບ​ຄຸນລັກສະນະ​ນັ້ນ​ແນວ​ໃດ.

23, 24. (ກ) ຂໍ​ໃຫ້​ອະທິບາຍ​ກ່ຽວກັບ​ຂອບ​ທີ່​ຊື່ “ຄຳ​ຖາມ​ເພື່ອ​ຄິດ​ຕຶກຕອງ.” (ຂ) ການ​ຄິດ​ຕຶກຕອງ​ຊ່ວຍ​ເຮົາ​ໃຫ້​ໃກ້ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແນວ​ໃດ?

23 ເລີ່ມ​ກັບ​ບົດ​ນີ້​ມີ​ຂອບ​ທີ່​ຊື່​ວ່າ “ຄຳ​ຖາມ​ເພື່ອ​ຄິດ​ຕຶກຕອງ.” ຕົວຢ່າງ​ເຊັ່ນ ໃນ​ ຂອບ​ໜ້າ 24 ມີ​ຂໍ້​ຄຳພີ​ແລະ​ຄຳ​ຖາມ​ຕ່າງໆ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ຄິດ​ເລິກ​ເຊິ່ງ​ຫຼາຍ​ຂຶ້ນ​ກ່ຽວກັບ​ສິ່ງ​ທີ່​ໄດ້​ຮຽນ. ເຈົ້າ​ຈະ​ໄດ້​ປະໂຫຍດ​ຈາກ​ຂອບ​ນີ້​ແນວ​ໃດ? ໃຫ້​ອ່ານ​ຂໍ້​ຄຳພີ​ແຕ່​ລະ​ຂໍ້ ເບິ່ງ​ຄຳ​ຖາມ​ທີ່​ຢູ່​ກັບ​ຂໍ້​ເຫຼົ່າ​ນັ້ນ ແລ້ວ​ຄິດ​ຄັກໆ​ກ່ຽວກັບ​ຄຳ​ຕອບ. ເຈົ້າ​ອາດຈະ​ຕ້ອງ​ໄດ້​ຄົ້ນຄວ້າ​ແລະ​ຖາມ​ໂຕເອງ​ຕື່ມ​ວ່າ ‘ເລື່ອງ​ທີ່​ຂ້ອຍ​ອ່ານ​ບອກ​ຫຍັງ​ກ່ຽວກັບ​ພະ​ເຢໂຫວາ? ຂ້ອຍ​ຈະ​ເອົາ​ຂໍ້​ນີ້​ໄປ​ໃຊ້​ໃນ​ຊີວິດ​ແນວ​ໃດ? ຂ້ອຍ​ຈະ​ໃຊ້​ຄວາມ​ຮູ້​ນີ້​ເພື່ອ​ຊ່ວຍ​ຄົນ​ອື່ນ​ໄດ້​ແນວ​ໃດ?’

24 ການ​ຄິດ​ຕຶກຕອງ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ອີກ. ຍ້ອນຫຍັງ? ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ການ​ຄິດ​ຕຶກຕອງ​ກ່ຽວ​ຂ້ອງ​ກັບ​ຫົວໃຈ. (ເພງ​ສັນລະເສີນ 19:14) ເມື່ອ​ເຮົາ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ ເຮົາ​ຈະ​ເລີ່ມ​ຄິດ​ຄື​ກັບ​ເພິ່ນ ແລະ​ຄວາມ​ຮູ້​ນັ້ນ​ຈະ​ກະຕຸ້ນ​ເຮົາ​ໃຫ້​ລົງມື​ເຮັດ. ເຮົາ​ຈະ​ຮັກ​ເພິ່ນ​ຫຼາຍ​ຂຶ້ນ ແລະ​ເຮົາ​ຈະ​ຖືກ​ກະຕຸ້ນ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ເພິ່ນ​ພໍໃຈ​ຍ້ອນ​ເພິ່ນ​ເປັນ​ໝູ່​ທີ່​ເຮົາ​ຮັກ​ຫຼາຍ. (1 ໂຢຮັນ 5:3) ເພື່ອ​ຈະ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢໂຫວາ ເຮົາ​ຕ້ອງ​ຮູ້​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ​ແລະ​ເພິ່ນ​ເຮັດ​ຫຍັງ​ແດ່. ທຳອິດ ໃຫ້​ເຮົາ​ມາ​ຮຽນ​ຮູ້​ກ່ຽວກັບ​ຄວາມ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ເຊິ່ງ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ໃກ້ຊິດ​ກັບ​ເພິ່ນ.

a ຕົວຢ່າງ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ໜ້າ ຕາ ຫູ ຮູ​ດັງ ປາກ ແຂນ ແລະ​ຕີນ​ຂອງ​ພະເຈົ້າ. (ເພງ​ສັນລະເສີນ 18:15; 27:8, ໄຂເງື່ອນ; 44:3; ເອຊາຢາ 60:13; ມັດທາຍ 4:4; 1 ເປໂຕ 3:12) ແຕ່​ບໍ່​ຄວນ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ມີ​ໜ້າ ຕາ ຫູ ຮູ​ດັງ ປາກ ແຂນ ແລະ​ຕີນ​ແທ້ໆ​ຄື​ກັບ​ທີ່​ເພິ່ນ​ບໍ່​ໄດ້​ເປັນ “ຫີນ​ຜາ” ຫຼື “ໂລ້” ຕາມ​ໂຕ.—ພະ​ບັນຍັດ 32:4; ເພງ​ສັນລະເສີນ 84:11