ບົດທີ 3
‘ພະເຢໂຫວາເປັນອົງບໍລິສຸດ ບໍລິສຸດ ບໍລິສຸດ’
1, 2. ຜູ້ພະຍາກອນເອຊາຢາໄດ້ເຫັນນິມິດຫຍັງ ແລະນິມິດນັ້ນສອນຫຍັງເຮົາກ່ຽວກັບພະເຢໂຫວາ?
ເມື່ອເອຊາຢາເຫັນນິມິດຈາກພະເຈົ້າ ລາວກໍຮູ້ສຶກປະທັບໃຈຫຼາຍ. ນິມິດນັ້ນປານເຫດການເກີດຂຶ້ນແທ້ຈົນລາວຂຽນໃນພາຍຫຼັງວ່າ ລາວ “ເຫັນພະເຢໂຫວາ” ນັ່ງຢູ່ເທິງບັນລັງທີ່ຢູ່ບ່ອນສູງໆຂອງເພິ່ນ. ຊຸດທີ່ພະເຢໂຫວາໃສ່ແຜ່ອອກເຕັມວິຫານໃນເມືອງເຢຣູຊາເລັມ.—ເອຊາຢາ 6:1, 2
2 ນອກຈາກນັ້ນ ເອຊາຢາຍັງຮູ້ສຶກປະທັບໃຈໃນສິ່ງທີ່ລາວໄດ້ຍິນນຳ. ລາວໄດ້ຍິນສຽງເພງທີ່ມີພະລັງຫຼາຍຈົນເຮັດໃຫ້ວິຫານສັ່ນສະເທືອນໄປຮອດຮາກຖານຂອງມັນ. ສຽງເພງນັ້ນມາຈາກພວກເຊຣາຟີມທີ່ເປັນທູດສະຫວັນທີ່ມີຕຳແໜ່ງສູງ. ສຽງເພງທີ່ເຂົາເຈົ້າຮ້ອງປະສານກັນເປັນຄຳເວົ້າງ່າຍໆແຕ່ມີຄວາມໝາຍຫຼາຍ ເຂົາເຈົ້າຮ້ອງວ່າ: “ພະເຢໂຫວາຜູ້ບັນຊາການກອງທັບເປັນອົງບໍລິສຸດ ບໍລິສຸດ ບໍລິສຸດ. ແສງລັດສະໝີຂອງເພິ່ນແຜ່ກະຈາຍໄປທົ່ວໂລກ.” (ເອຊາຢາ 6:3, 4) ໃນເພງນັ້ນມີຄຳວ່າ “ບໍລິສຸດ” ຊ້ຳກັນ 3 ເທື່ອ ສະແດງວ່າຄຳນີ້ສຳຄັນຫຼາຍແລະເໝາະສົມທີ່ສຸດຍ້ອນວ່າພະເຢໂຫວາເປັນອົງບໍລິສຸດທີ່ສຸດ. (ພະນິມິດ 4:8) ໃນຄຳພີໄບເບິນໝົດຫົວມີການເນັ້ນເຖິງຄວາມບໍລິສຸດຂອງພະເຢໂຫວາຕະຫຼອດ ແລະກໍມີຫຼາຍຮ້ອຍຂໍ້ທີ່ຊື່ຂອງພະເຢໂຫວາໄດ້ເຊື່ອມໂຍງກັບຄຳວ່າ “ບໍລິສຸດ” ແລະ “ຄວາມບໍລິສຸດ.”
3. ເປັນຫຍັງຫຼາຍຄົນຈຶ່ງບໍ່ຢາກໃກ້ຊິດກັບພະເຢໂຫວາ?
3 ເຫັນໄດ້ແຈ້ງວ່າສິ່ງສຳຄັນຢ່າງໜຶ່ງທີ່ພະເຢໂຫວາຢາກໃຫ້ເຮົາເຂົ້າໃຈກ່ຽວກັບເພິ່ນແມ່ນ ເພິ່ນເປັນອົງບໍລິສຸດ. ແຕ່ຫຼາຍຄົນໃນທຸກມື້ນີ້ມີຄວາມຄິດໃນແງ່ລົບກ່ຽວກັບຄວາມບໍລິສຸດຂອງພະເຈົ້າ. ບາງຄົນເຂົ້າໃຈຜິດວ່າຄົນທີ່ບໍລິສຸດແມ່ນຄົນທີ່ຄິດວ່າໂຕເອງດີກວ່າຄົນອື່ນ ຫຼືເປັນຄົນທີ່ເຮັດຄືກັບວ່າໂຕເອງເປັນຄົນເຄັ່ງສາສະໜາ. ບາງຄົນທີ່ເບິ່ງໂຕເອງໃນແງ່ລົບອາດຄິດວ່າເຂົາເຈົ້າບໍ່ດີພໍແລະບໍ່ມີທາງທີ່ຈະເປັນໝູ່ກັບພະເຈົ້າອົງບໍລິສຸດໄດ້. ດັ່ງນັ້ນ ຫຼາຍຄົນຈຶ່ງບໍ່ຢາກໃກ້ຊິດກັບພະເຈົ້າຍ້ອນຄວາມບໍລິສຸດຂອງເພິ່ນ. ຖ້າເປັນແນວນັ້ນກໍເປັນຕາເສຍດາຍແທ້ໆ ທີ່ຈິງ ຄວາມບໍລິສຸດຂອງພະເຈົ້າຄວນເປັນເຫດຜົນທີ່ເຮັດໃຫ້ ເຮົາຢາກເປັນໝູ່ກັບເພິ່ນ. ຍ້ອນຫຍັງ? ກ່ອນຈະຕອບຄຳຖາມນີ້ ໃຫ້ເຮົາມາເບິ່ງວ່າຄວາມບໍລິສຸດແມ່ນຫຍັງແທ້ໆ.
ຄວາມບໍລິສຸດແມ່ນຫຍັງ?
4, 5. (ກ) ຄວາມບໍລິສຸດໝາຍເຖິງຫຍັງແລະບໍ່ໄດ້ໝາຍເຖິງຫຍັງ? (ຂ) ພະເຢໂຫວາ “ແຍກຕ່າງຫາກ” ໃນ 2 ທາງແນວໃດ?
4 ການທີ່ພະເຈົ້າບໍລິສຸດບໍ່ໄດ້ໝາຍຄວາມວ່າເພິ່ນຍິ່ງ ຖືໂຕ ຫຼືເບິ່ງຄົນອື່ນບໍ່ມີຄ່າ. ກົງກັນຂ້າມ ເພິ່ນຊັງນິດໄສແບບນັ້ນ. (ສຸພາສິດ 16:5; ຢາໂກໂບ 4:6) ດັ່ງນັ້ນ ຄຳວ່າ “ບໍລິສຸດ” ໝາຍຄວາມວ່າແນວໃດແທ້ໆ? ໃນພາສາເຮັບເຣີທີ່ໃຊ້ໃນຄຳພີໄບເບິນ ຄຳນີ້ມາຈາກຄຳທີ່ໝາຍເຖິງ “ແຍກຕ່າງຫາກ.” ເມື່ອໃຊ້ຄຳວ່າ “ບໍລິສຸດ” ກັບການນະມັດສະການກໍຈະໝາຍເຖິງສິ່ງທີ່ຖືກແຍກໄວ້ຕ່າງຫາກສຳລັບການຮັບໃຊ້ພະເຈົ້າ ຫຼືເປັນສິ່ງທີ່ຖືວ່າສັກສິດ. ນອກຈາກນັ້ນ ຄວາມບໍລິສຸດຍັງບອກເຖິງແນວຄິດເລື່ອງຄວາມສະອາດ. ມີການໃຊ້ຄຳນີ້ກັບພະເຢໂຫວາແນວໃດ? ນີ້ໝາຍຄວາມວ່າເພິ່ນ “ແຍກຕ່າງຫາກ” ຈາກມະນຸດບໍ່ສົມບູນແບບຫຼືເພິ່ນຢູ່ຫ່າງໄກຈາກເຮົາບໍ?
5 ບໍ່ແມ່ນແນວນັ້ນ. ໃນຖານະເປັນ “ອົງບໍລິສຸດຂອງອິດສະຣາເອນ” ພະເຢໂຫວາຮັບຮອງກັບປະຊາຊົນຂອງເພິ່ນວ່າຈະ “ຢູ່ນຳ” ເຂົາເຈົ້າ ເຖິງວ່າເຂົາເຈົ້າເປັນຄົນບາບກໍຕາມ. (ເອຊາຢາ 12:6; ໂຮເຊອາ 11:9) ດັ່ງນັ້ນ ຄວາມບໍລິສຸດຂອງເພິ່ນບໍ່ໄດ້ເຮັດໃຫ້ເພິ່ນຢູ່ໄກຈາກຄົນທີ່ນະມັດສະການເພິ່ນ. ຄັນຊັ້ນ ເພິ່ນ “ແຍກຕ່າງຫາກ” ແນວໃດ? ເພິ່ນແຍກຕ່າງຫາກໃນ 2 ທາງ. ທຳອິດ ເພິ່ນແຍກຕ່າງຫາກຈາກທຸກສິ່ງທີ່ເພິ່ນສ້າງຍ້ອນມີແຕ່ເພິ່ນຜູ້ດຽວທີ່ເປັນຜູ້ສູງສຸດ. ນອກຈາກນັ້ນ ເພິ່ນບໍລິສຸດແລະສະອາດໃນທຸກດ້ານແລະຄວາມສະອາດຂອງເພິ່ນຈະບໍ່ມີທາງປ່ຽນແປງ. (ເພງສັນລະເສີນ 40:5; 83:18) ທີ 2 ເພິ່ນແຍກຕ່າງຫາກຈາກສິ່ງທີ່ບໍ່ດີທຸກຢ່າງ ຍ້ອນເພິ່ນບໍ່ມີທາງຈະເຮັດຜິດແນ່ນອນ. ເລື່ອງນີ້ເຮັດໃຫ້ເຮົາສະບາຍໃຈຫຼາຍແທ້ໆ. ຍ້ອນຫຍັງ?
6. ເປັນຫຍັງເຮົາຈຶ່ງໄດ້ກຳລັງໃຈທີ່ຮູ້ວ່າພະເຢໂຫວາບໍ່ມີທາງເຮັດຜິດ?
6 ເຮົາມີຊີວິດຢູ່ໃນໂລກທີ່ຄວາມບໍລິສຸດຫາໄດ້ຍາກແທ້ໆ ຍ້ອນບາບແລະຄວາມບໍ່ສົມບູນແບບເຮັດໃຫ້ທຸກສິ່ງໃນສັງຄົມມະນຸດທີ່ບໍ່ໄດ້ຮູ້ຈັກພະເຈົ້າບໍ່ສະອາດ. ເຮົາທຸກຄົນຕ້ອງຕໍ່ສູ້ກັບບາບທີ່ຢູ່ໃນໂຕເຮົາ. ຖ້າເຮົາບໍ່ລະວັງ ເຮົາກໍຈະ ເຮັດຜິດໄດ້ງ່າຍໆ. (ໂຣມ 7:15-25; 1 ໂກຣິນໂທ 10:12) ແຕ່ພະເຢໂຫວາບໍ່ເປັນແບບນັ້ນ. ເພິ່ນບໍ່ມີບາບຈັກໜ້ອຍເລີຍແລະເພິ່ນບໍ່ມີທາງເຮັດຜິດ. ນີ້ຈຶ່ງເປັນອີກເຫດຜົນໜຶ່ງທີ່ເຮົາໝັ້ນໃຈວ່າເພິ່ນເປັນພໍ່ທີ່ດີທີ່ສຸດແລະເຮົາໄວ້ໃຈເພິ່ນໄດ້ຢ່າງເຕັມທີ. ພະເຢໂຫວາບໍ່ຄືກັບພໍ່ທີ່ເປັນມະນຸດຜິດບາບທີ່ເຮັດໃຫ້ເຮົາຜິດຫວັງ. ຄວາມບໍລິສຸດຂອງພະເຢໂຫວາເຮັດໃຫ້ເພິ່ນສະອາດທາງດ້ານສິນລະທຳ ແລະເພິ່ນບໍ່ມີທາງເຮັດສິ່ງທີ່ບໍ່ສັດຊື່ ຫຼືໃຊ້ລິດເດດໃນທາງທີ່ຜິດເດັດຂາດ. ພະເຢໂຫວາເຖິງຂັ້ນສາບານໂດຍເອົາຄວາມບໍລິສຸດຂອງເພິ່ນເປັນສິ່ງຮັບປະກັນ. ນີ້ຈຶ່ງເຮັດໃຫ້ຄຳສາບານຂອງເພິ່ນເຊື່ອຖືໄດ້ແນ່ນອນ. (ອາໂມດ 4:2) ເລື່ອງນີ້ເຮັດໃຫ້ເຮົາໄດ້ກຳລັງໃຈຫຼາຍແທ້ໆ.
7. ເປັນຫຍັງຈຶ່ງເວົ້າໄດ້ວ່າຄວາມບໍລິສຸດເປັນຄຸນລັກສະນະສຳຄັນຂອງພະເຢໂຫວາ?
7 ຄວາມບໍລິສຸດເປັນຄຸນລັກສະນະສຳຄັນຂອງພະເຢໂຫວາ. ນີ້ໝາຍຄວາມວ່າແນວໃດ? ຕົວຢ່າງເຊັ່ນ: ຄຳວ່າ “ມະນຸດ” ແລະຄຳວ່າ “ບໍ່ສົມບູນແບບ.” ຖ້າເຮົາຄິດເຖິງຄຳວ່າມະນຸດ ເຮົາກໍຈະຄິດເຖິງຄຳວ່າບໍ່ສົມບູນແບບນຳ. ຄວາມບໍ່ສົມບູນແບບມີຢູ່ໃນໂຕເຮົາແລະມັນມີຜົນຕໍ່ທຸກສິ່ງທີ່ເຮົາເຮັດ. ຕອນນີ້ຂໍໃຫ້ຄິດເຖິງ 2 ຄຳທີ່ຕ່າງກັນຄື: ຄຳວ່າ “ເຢໂຫວາ” ແລະຄຳວ່າ “ບໍລິສຸດ.” ຄວາມບໍລິສຸດມີຢູ່ໃນພະເຢໂຫວາ. ທຸກສິ່ງທີ່ກ່ຽວຂ້ອງກັບເພິ່ນຈຶ່ງສະອາດ ບໍລິສຸດ ແລະຖືກຕ້ອງ. ຖ້າເຮົາບໍ່ເຂົ້າໃຈຄວາມໝາຍທີ່ເລິກເຊິ່ງຂອງຄຳວ່າ “ບໍລິສຸດ” ເຮົາກໍຈະບໍ່ສາມາດຮູ້ຈັກພະເຢໂຫວາໄດ້ແທ້ໆ.
“ພະເຢໂຫວາບໍລິສຸດ”
8, 9. ພະເຢໂຫວາຊ່ວຍຄົນບໍ່ສົມບູນແບບແນວໃດໃຫ້ເປັນຄົນບໍລິສຸດໄດ້ໃນລະດັບໜຶ່ງ?
8 ຍ້ອນພະເຢໂຫວາບໍລິສຸດໃນທຸກດ້ານ ເຮົາຈຶ່ງເວົ້າໄດ້ວ່າຄວາມບໍລິສຸດທຸກຢ່າງມາຈາກເພິ່ນ. ພະເຢໂຫວາບໍ່ໄດ້ເຫັນແກ່ໂຕແລະຫວງຄຸນລັກສະນະນີ້ໄວ້ ແຕ່ເພິ່ນຊ່ວຍຄົນຂອງເພິ່ນຢ່າງໃຈກວ້າງໃຫ້ເປັນຄົນບໍລິສຸດ. ຕອນທີ່ພະເຈົ້າເວົ້າກັບໂມເຊໂດຍທາງທູດສະຫວັນຢູ່ຟຸ່ມໄມ້ທີ່ມີໄຟລຸກ ແມ່ນແຕ່ບ່ອນທີ່ຢູ່ໃກ້ໆຫັ້ນກໍຍັງບໍລິສຸດ ຍ້ອນພະເຢໂຫວາຢູ່ບ່ອນນັ້ນໂດຍທາງທູດສະຫວັນຂອງເພິ່ນ.—ອົບພະຍົບ 3:5
9 ມະນຸດບໍ່ສົມບູນແບບຈະເປັນຄົນບໍລິສຸດໄດ້ບໍຖ້າພະເຢໂຫວາຊ່ວຍ? ໄດ້ໃນລະດັບໜຶ່ງ. ພະເຈົ້າບອກພວກອິດສະຣາເອນປະຊາຊົນຂອງເພິ່ນວ່າເຂົາເຈົ້າ ຈະ “ເປັນຊາດໜຶ່ງທີ່ບໍລິສຸດ.” (ອົບພະຍົບ 19:6) ເພິ່ນຈັດກຽມໃຫ້ຊາດນັ້ນມີຮູບແບບການນະມັດສະການໃນແບບທີ່ບໍລິສຸດແລະສະອາດ. ຍ້ອນແນວນີ້ ກົດໝາຍທີ່ພະເຈົ້າໃຫ້ຜ່ານທາງໂມເຊຈຶ່ງເວົ້າເຖິງຄວາມບໍລິສຸດຫຼາຍເທື່ອ. ປະໂລຫິດໃຫຍ່ຈະຕິດແຜ່ນຄຳຢູ່ຜ້າຄຽນຫົວທີ່ຂຽນຄຳວ່າ: “ພະເຢໂຫວາບໍລິສຸດ.” ທຸກຄົນຈະເຫັນແຜ່ນຄຳນັ້ນສະທ້ອນແສງຕອນທີ່ແສງໄຟສ່ອງໃສ່. (ອົບພະຍົບ 28:36) ເຫັນໄດ້ແຈ້ງວ່າພະເຢໂຫວາຢາກໃຫ້ການນະມັດສະການແລະການໃຊ້ຊີວິດຂອງເຂົາເຈົ້າສະອາດແທ້ໆ. ພະເຢໂຫວາບອກເຂົາເຈົ້າວ່າ: “ເຈົ້າຕ້ອງເປັນຄົນບໍລິສຸດ ເພາະເຮົາເຢໂຫວາພະເຈົ້າຂອງເຈົ້າເປັນພະເຈົ້າທີ່ບໍລິສຸດ.” (ລະບຽບພວກເລວີ 19:2) ຖ້າພວກອິດສະຣາເອນທີ່ເປັນມະນຸດບໍ່ສົມບູນແບບເຮັດສຸດຄວາມສາມາດທີ່ຈະໃຊ້ຊີວິດຕາມຄຳແນະນຳຂອງພະເຈົ້າ ເຂົາເຈົ້າກໍຈະເປັນຄົນບໍລິສຸດໄດ້ໃນລະດັບໜຶ່ງ.
10. ການນະມັດສະການແລະການໃຊ້ຊີວິດຂອງພວກອິດສະຣາເອນຕ່າງແທ້ຕ່າງວ່າກັບການນະມັດສະການຂອງຊາດອື່ນໆທີ່ຢູ່ອ້ອມຂ້າງແນວໃດ?
10 ການນະມັດສະການທີ່ບໍລິສຸດແລະການໃຊ້ຊີວິດຂອງພວກອິດສະຣາເອນຕ່າງແທ້ຕ່າງວ່າກັບການນະມັດສະການຂອງຊາດອື່ນໆທີ່ຢູ່ອ້ອມຂ້າງເຂົາເຈົ້າ. ຊາດເຫຼົ່ານັ້ນນະມັດສະການພະເຈົ້າຕ່າງໆທີ່ບໍ່ມີຢູ່ແທ້. ມີການເວົ້າເຖິງພະເຈົ້າເຫຼົ່ານັ້ນວ່າເປັນພະເຈົ້າທີ່ເຫັນແກ່ໂຕ ມັກຄວາມຮຸນແຮງ ແລະເຮັດຜິດສິນລະທຳ. ພະເຈົ້າເຫຼົ່ານັ້ນບໍ່ມີຫຍັງທີ່ບໍລິສຸດເລີຍ ແລະຄົນທີ່ນະມັດສະການພະເຈົ້າເຫຼົ່ານັ້ນກໍບໍ່ບໍລິສຸດຄືກັນ. ດັ່ງນັ້ນ ພະເຢໂຫວາຈຶ່ງເຕືອນຜູ້ຮັບໃຊ້ຂອງເພິ່ນໃຫ້ແຍກຢູ່ຕ່າງຫາກຈາກຄົນທີ່ນະມັດສະການພະເຈົ້າເຫຼົ່ານັ້ນແລະການນະມັດສະການທີ່ບໍ່ສະອາດຂອງເຂົາເຈົ້າ.—ລະບຽບພວກເລວີ 18:24-28; 1 ກະສັດ 11:1, 2
11. ຄວາມບໍລິສຸດຂອງອົງການພະເຢໂຫວາທີ່ຢູ່ສະຫວັນເຫັນໄດ້ແຈ້ງແນວໃດກັບ (ກ) ພວກທູດສະຫວັນ? (ຂ) ພວກເຊຣາຟີມ? (ຄ) ພະເຢຊູ?
11 ເຖິງວ່າພວກອິດສະຣາເອນຈະພະຍາຍາມຮຽນແບບຄວາມບໍລິສຸດຂອງພະເຢໂຫວາຢ່າງເຕັມທີ ແຕ່ເຂົາເຈົ້າກໍບໍ່ສາມາດສະທ້ອນຄວາມບໍລິສຸດຂອງພະເຢໂຫວາໄດ້ສ່ຳກັບທູດສະຫວັນທີ່ຢູ່ໃນອົງການທີ່ຢູ່ສະຫວັນຂອງເພິ່ນ. ມີການເອີ້ນທູດສະຫວັນຫຼາຍລ້ານອົງທີ່ຮັບໃຊ້ພະເຈົ້າຢ່າງສັດຊື່ວ່າເປັນ “ຜູ້ບໍລິສຸດຂອງເພິ່ນເປັນໝື່ນເປັນແສນ.” (ພະບັນຍັດ 33:2; ຢູດາ 14) ເຂົາເຈົ້າຮຽນແບບ ຄວາມບໍລິສຸດຂອງພະເຈົ້າໄດ້ຢ່າງສົມບູນແບບ. ຂໍໃຫ້ນຶກເຖິງພວກເຊຣາຟີມທີ່ເອຊາຢາໄດ້ເຫັນໃນນິມິດ. ເນື້ອໃນຂອງເພງທີ່ເຂົາເຈົ້າຮ້ອງບອກໃຫ້ຮູ້ວ່າທູດສະຫວັນທີ່ມີລິດເດດເຫຼົ່ານີ້ມີບົດບາດສຳຄັນໃນການເຮັດໃຫ້ທົ່ວເອກະພົບຮູ້ຈັກຄວາມບໍລິສຸດຂອງພະເຢໂຫວາ. ແຕ່ຍັງມີທູດສະຫວັນອົງໜຶ່ງທີ່ມີຕຳແໜ່ງສູງກວ່າທູດສະຫວັນທັງໝົດ ຜູ້ນັ້ນແມ່ນພະເຢຊູລູກຄົນດຽວທີ່ພະເຈົ້າສ້າງເອງ. ເພິ່ນສະທ້ອນຄວາມບໍລິສຸດຂອງພະເຢໂຫວາໄດ້ຢ່າງສົມບູນແບບທີ່ສຸດ. ຄຳພີໄບເບິນຈຶ່ງເອີ້ນພະເຢຊູວ່າ: “ຜູ້ບໍລິສຸດຂອງພະເຈົ້າ.”—ໂຢຮັນ 6:68, 69
ຊື່ທີ່ບໍລິສຸດແລະພະລັງບໍລິສຸດ
12, 13. (ກ) ເປັນຫຍັງຈຶ່ງເໝາະສົມທີ່ຈະບອກວ່າຊື່ຂອງພະເຈົ້າບໍລິສຸດ? (ຂ) ເປັນຫຍັງຊື່ຂອງພະເຈົ້າຈຶ່ງຕ້ອງພົ້ນຈາກການໃສ່ຮ້າຍ?
12 ແລ້ວຊື່ຂອງພະເຈົ້າເດ້? ຄຳພີໄບເບິນບອກວ່າຊື່ຂອງພະເຢໂຫວາແມ່ນ “ຊື່ບໍລິສຸດ.” (ເອຊາຢາ 57:15) ເປັນຫຍັງຈຶ່ງເວົ້າແນວນັ້ນ? ຄືກັບທີ່ເຫັນໃນບົດທີ 1 ຊື່ນັ້ນບໍ່ແມ່ນຕຳແໜ່ງ. ຊື່ນັ້ນບອກໃຫ້ຮູ້ວ່າພະເຢໂຫວາເປັນພະເຈົ້າແບບໃດແລະມີຄຸນລັກສະນະຫຍັງແດ່. ໃນກົດໝາຍຂອງໂມເຊບອກວ່າຜູ້ໃດທີ່ດູໝິ່ນຊື່ຂອງພະເຈົ້າ ຜູ້ນັ້ນຈະຕ້ອງຕາຍ. (ລະບຽບພວກເລວີ 24:16) ຂໍໃຫ້ສັງເກດວ່າໃນຄຳອະທິດຖານພະເຢຊູໃຫ້ຄວາມສຳຄັນຫຍັງຫຼາຍທີ່ສຸດ ເພິ່ນອະທິດຖານວ່າ: “ພະເຈົ້າ ພໍ່ຂອງພວກເຮົາທີ່ຢູ່ໃນສະຫວັນ ຂໍໃຫ້ຊື່ຂອງພະອົງໄດ້ຮັບຄວາມນັບຖືຫຼາຍທີ່ສຸດ.” (ມັດທາຍ 6:9) ການເຮັດໃຫ້ສິ່ງໃດສິ່ງໜຶ່ງບໍລິສຸດໝາຍເຖິງການແຍກສິ່ງນັ້ນໄວ້ຕ່າງຫາກແລະຖືວ່າສິ່ງນັ້ນບໍລິສຸດ. ແຕ່ຖ້າຊື່ຂອງພະເຈົ້າບໍລິສຸດຢູ່ແລ້ວ ເປັນຫຍັງຈຶ່ງຕ້ອງເຮັດໃຫ້ຊື່ນັ້ນບໍລິສຸດອີກ?
13 ສັດຕູຂອງພະເຈົ້າໄດ້ດູໝິ່ນ ໃສ່ຮ້າຍ ແລະທຳລາຍຊື່ທີ່ບໍລິສຸດຂອງພະເຈົ້າ. ໃນສວນເອເດັນ ຊາຕານໄດ້ເວົ້າຕົວະກ່ຽວກັບພະເຢໂຫວາແລະເວົ້າໃນທຳນອງວ່າເພິ່ນເປັນພະເຈົ້າຜູ້ຍິ່ງໃຫຍ່ສູງສຸດທີ່ບໍ່ຍຸຕິທຳ. (ປະຖົມມະການ 3:1-5) ຕັ້ງແຕ່ນັ້ນມາ ຊາຕານເຮັດໃຫ້ຄຳຕົວະນັ້ນແພ່ຫຼາຍຂຶ້ນແລະແພ່ລາມໄປບັກໄວໆໃນໂລກຊົ່ວທີ່ມັນປົກຄອງ. (ໂຢຮັນ 8:44; 12:31; ພະນິມິດ 12:9) ສາສະໜາຕ່າງໆສອນວ່າພະເຈົ້າບໍ່ຍຸຕິທຳ ບໍ່ສົນໃຈເຮົາ ແລະເຮັດໃຫ້ເຮົາທຸກຍາກລຳບາກ. ເຂົາເຈົ້າຍັງບອກວ່າພະເຈົ້າສະໜັບສະໜູນການເຮັດສົງຄາມທີ່ໂຫດຮ້າຍ. ແທນທີ່ຈະສັນລະເສີນພະເຈົ້າທີ່ເປັນຜູ້ສ້າງສິ່ງງາມໆ ຫຼາຍຄົນພັດບອກວ່າຊີວິດເກີດມາໂດຍບັງເອີນ. ສັດຕູຂອງພະເຢໂຫວາພະເຈົ້າສອນເລື່ອງຕົວະກ່ຽວກັບເພິ່ນ. ຍ້ອນແນວນີ້ຈຶ່ງຕ້ອງມີການເຮັດໃຫ້ພະເຢໂຫວາແລະຊື່ຂອງເພິ່ນໄດ້ຮັບກຽດແລະຄວາມນັບຖືຄືນອີກ. ເຮົາລໍຖ້າມື້ທີ່ພະເຢໂຫວາຈະເຮັດໃຫ້ຊື່ຂອງເພິ່ນພົ້ນຈາກການໃສ່ຮ້າຍ. ເພິ່ນຈະເຮັດແນວນັ້ນໂດຍທາງການປົກຄອງຂອງລູກຊາຍເພິ່ນ. ເຮົາດີໃຈຫຼາຍທີ່ຈະໄດ້ມີສ່ວນຮ່ວມໃນເລື່ອງທີ່ສຳຄັນນີ້ຢ່າງເຕັມທີ.
14. ເປັນຫຍັງຈຶ່ງເອີ້ນພະລັງຂອງພະເຈົ້າວ່າພະລັງບໍລິສຸດ ແລະເປັນຫຍັງການໝິ່ນປະໝາດພະລັງບໍລິສຸດຈຶ່ງເປັນເລື່ອງຮ້າຍແຮງຫຼາຍ?
14 ຍັງມີອີກສິ່ງໜຶ່ງທີ່ກ່ຽວຂ້ອງກັບພະເຢໂຫວາເຊິ່ງມັກຖືກເອີ້ນວ່າບໍລິສຸດ ນັ້ນຄືພະລັງບໍລິສຸດ ຫຼືພະລັງຂອງພະເຈົ້າ. (ປະຖົມມະການ 1:2) ພະເຢໂຫວາໃຊ້ພະລັງນີ້ທີ່ບໍ່ມີຫຍັງທຽບໄດ້ເພື່ອເຮັດໃຫ້ຄວາມຕ້ອງການທຸກຢ່າງຂອງເພິ່ນສຳເລັດ. ທຸກສິ່ງທີ່ພະເຈົ້າເຮັດບໍລິສຸດແລະສະອາດ. ດັ່ງນັ້ນ ພະລັງຂອງພະເຈົ້າຈຶ່ງຖືກເອີ້ນວ່າພະລັງບໍລິສຸດ. (ລູກາ 11:13; ໂຣມ 1:4) ຄຳພີໄບເບິນບອກວ່າການໝິ່ນປະໝາດພະລັງບໍລິສຸດກໍສ່ຳກັບຕັ້ງໃຈຕໍ່ຕ້ານຄວາມຕ້ອງການຂອງພະເຢໂຫວາ. ການເຮັດແນວນີ້ເປັນຄວາມຜິດທີ່ໃຫ້ອະໄພບໍ່ໄດ້.—ມາຣະໂກ 3:29
ເປັນຫຍັງຄວາມບໍລິສຸດຂອງພະເຢໂຫວາເຮັດໃຫ້ເຮົາຢາກໃກ້ຊິດກັບເພິ່ນ?
15. ຄວາມບໍລິສຸດຂອງພະເຢໂຫວາຄວນເຮັດໃຫ້ເຮົາຮູ້ສຶກແນວໃດ?
15 ພະເຢໂຫວາເປັນພະເຈົ້າທີ່ບໍລິສຸດ ເຮົາຈຶ່ງເຂົ້າໃຈເຫດຜົນທີ່ຄຳພີໄບເບິນບອກວ່າມະນຸດຄວນຢ້ານຢຳແລະນັບຖືພະເຈົ້າ. ຕົວຢ່າງເຊັ່ນ ເພງສັນລະເສີນ 99:3 ບອກວ່າ: “ໃຫ້ເຂົາເຈົ້າສັນລະເສີນຊື່ທີ່ຍິ່ງໃຫຍ່ຂອງພະອົງ ຍ້ອນຊື່ຂອງພະອົງບໍລິສຸດແລະສົມຄວນໄດ້ຮັບຄວາມນັບຖື.” ການຢ້ານຢຳແບບນີ້ບໍ່ແມ່ນການຢ້ານຈົນໂຕສັ່ນ ແຕ່ເປັນການນັບຖືເພິ່ນແລະນັບຖືຊື່ຂອງເພິ່ນຈາກໃຈແທ້ໆ. ການທີ່ເຮົາຮູ້ສຶກແບບນັ້ນກໍເໝາະສົມແລ້ວ ຍ້ອນພະເຢໂຫວາຍິ່ງໃຫຍ່ກວ່າເຮົາຫຼາຍ ເພິ່ນບໍລິສຸດ ສະອາດ ແລະສະຫງ່າງາມ. ສິ່ງນີ້ບໍ່ຄວນເຮັດໃຫ້ເຮົາຢູ່ຫ່າງຈາກເພິ່ນ ແຕ່ຄວນເຮັດໃຫ້ເຮົາຢາກໃກ້ຊິດກັບເພິ່ນຫຼາຍຂຶ້ນ. ຍ້ອນຫຍັງ?
16. (ກ) ຄວາມບໍລິສຸດກ່ຽວຂ້ອງກັບຄວາມງາມແນວໃດ? ຂໍໃຫ້ຍົກຕົວຢ່າງ. (ຂ) ຄຳພີໄບເບິນອະທິບາຍເລື່ອງຄວາມງາມຂອງພະເຢໂຫວາອົງບໍລິສຸດແນວໃດ?
16 ຄຳພີໄບເບິນບອກວ່າຄວາມບໍລິສຸດກ່ຽວຂ້ອງກັບຄວາມງາມ. ໃນເອຊາຢາ ພັນລະນາສະຫວັນບ່ອນຢູ່ຂອງພະເຈົ້າວ່າເປັນ “ບ່ອນທີ່ສູງໆ ບໍລິສຸດ ແລະງົດງາມ.” ຄວາມງາມດຶງດູດໃຈເຮົາ. ຕົວຢ່າງເຊັ່ນ: ຂໍໃຫ້ເບິ່ງຮູບຢູ່ໜ້າ 33. ຮູບນັ້ນງາມຫຼາຍ. ເປັນຫຍັງເຈົ້າຈຶ່ງມັກຮູບນັ້ນ? ຂໍໃຫ້ສັງເກດວ່ານ້ຳຢູ່ໃນຮູບນັ້ນໃສແລະສະອາດແທ້ໆ ອາກາດກໍບໍລິສຸດ ຍ້ອນທ້ອງຟ້າກໍເປັນສີຟ້າ ແລະແດດກໍສ່ອງແສງເຈີດຈ້າ. ແຕ່ຖ້າສາຍນ້ຳນັ້ນມີແຕ່ຂີ້ເຫຍື້ອ ຕົ້ນໄມ້ກັບກ້ອນຫີນມີແຕ່ຮອຍຂູດຂີດຈົນບໍ່ງາມ ຄວັນເຮັດໃຫ້ອາກາດເປັນພິດ ເຈົ້າຄືຊິບໍ່ມັກຮູບນັ້ນແລະບໍ່ຢາກເບິ່ງຊ້ຳ. ປົກກະຕິແລ້ວ ຖ້າສິ່ງໃດທີ່ບໍລິສຸດ ສະອາດ ແລະສົດໃສ ເຮົາກໍຈະເຫັນວ່າມັນງາມ. ມີການໃຊ້ຄຳເຫຼົ່ານີ້ເພື່ອອະທິບາຍຄວາມບໍລິສຸດຂອງພະເຢໂຫວາຄືກັນ ເຮົາຈຶ່ງມັກອ່ານຄຳອະທິບາຍເຫຼົ່ານັ້ນ. ຕົວຢ່າງເຊັ່ນ: ຄຳພີໄບເບິນອະທິບາຍວ່າພະເຢໂຫວາອົງບໍລິສຸດນັ່ງຢູ່ເທິງບັນລັງໃນສະຫວັນແລະບອກວ່າ ມີແສງເຫຼື້ອມໆຢູ່ອ້ອມໂຕເພິ່ນ. ເພິ່ນມີແສງເຫຼື້ອມຍິບໆຍັບໆຄືເພັດຄືພອຍ ເຫຼື້ອມຄືກັບເຄື່ອງເງິນເຄື່ອງຄຳແທ້ແລະຄືກັບປະກາຍໄຟ.— 63:15ເອເຊກຽນ 1:25-28; ພະນິມິດ 4:2, 3
ຄືກັບທີ່ຄວາມງາມດຶງດູດໃຈເຮົາ ຄວາມບໍລິສຸດກໍດຶງດູດໃຈເຮົາຄືກັນ
17, 18. (ກ) ຕອນທີ່ເອຊາຢາເຫັນນິມິດ ທຳອິດລາວຮູ້ສຶກແນວໃດ? (ຂ) ພະເຢໂຫວາສົ່ງເຊຣາຟີມອົງໜຶ່ງໄປໃຫ້ກຳລັງໃຈເອຊາຢາແນວໃດ ແລະສິ່ງທີ່ເຊຣາຟີມເຮັດມີຄວາມໝາຍແນວໃດ?
17 ເມື່ອທຽບກັບພະເຈົ້າແລ້ວ ເຮົາຕ່ຳຕ້ອຍບໍຍ້ອນເພິ່ນບໍລິສຸດ? ແມ່ນແລ້ວ. ທີ່ຈິງ ເຮົາຕ່ຳຕ້ອຍແທ້ໆຖ້າທຽບກັບພະເຢໂຫວາ. ແຕ່ນີ້ໝາຍຄວາມວ່າເຮົາໃກ້ຊິດກັບເພິ່ນບໍ່ໄດ້ບໍ? ລອງຄິດເບິ່ງວ່າເອຊາຢາຮູ້ສຶກແນວໃດຕອນທີ່ພວກເຊຣາຟີມບອກກ່ຽວກັບຄວາມບໍລິສຸດຂອງພະເຢໂຫວາ. ລາວບອກວ່າ “ຈາກນັ້ນ ຂ້ອຍກໍເວົ້າວ່າ: ‘ຕາຍຄັກໆ! ຂ້ອຍເປັນຄົນບາບແລະຄຳເວົ້າຂອງຂ້ອຍກໍບໍ່ສະອາດ. ຂ້ອຍຢູ່ນຳຄົນທີ່ໃຊ້ຄຳເວົ້າທີ່ບໍ່ສະອາດ ແລະຂ້ອຍກໍໄດ້ເຫັນພະເຢໂຫວາຜູ້ເປັນກະສັດແລະຜູ້ບັນຊາການກອງທັບ. ບັດນີ້ ຂ້ອຍຕ້ອງຕາຍແທ້ໆ!’” (ເອຊາຢາ 6:5) ຄວາມບໍລິສຸດທີ່ບໍ່ມີຂີດຈຳກັດຂອງພະເຢໂຫວາເຕືອນເອຊາຢາໃຫ້ຮູ້ວ່າລາວເປັນຄົນບາບແລະບໍ່ສົມບູນແບບ. ທຳອິດ ເລື່ອງນີ້ເຮັດໃຫ້ລາວເສົ້າຫຼາຍ ແຕ່ພະເຢໂຫວາບໍ່ໄດ້ຢາກໃຫ້ລາວຮູ້ສຶກແບບນັ້ນ.
18 ພະເຢໂຫວາຈຶ່ງຟ້າວສົ່ງເຊຣາຟີມອົງໜຶ່ງມາໃຫ້ກຳລັງໃຈເອຊາຢາທັນທີ. ໂດຍວິທີໃດ? ທູດສະຫວັນອົງນີ້ໄດ້ບິນໄປເອົາຖ່ານໄຟຢູ່ແທ່ນບູຊາແລ້ວໄປແຕະໃສ່ປາກຂອງເອຊາຢາ. ເບິ່ງຄືວ່າການເຮັດແນວນັ້ນແຮ່ງຊິເຮັດໃຫ້ເຈັບຫຼາຍ ກວ່າໃຫ້ກຳລັງໃຈ. ແຕ່ຈື່ໄວ້ວ່ານິມິດນີ້ມີຄວາມໝາຍແຝງ. ເອຊາຢາເປັນຄົນຢິວທີ່ສັດຊື່ ລາວຮູ້ດີວ່າມີຄົນເອົາເຄື່ອງບູຊາໄປເຜົາຢູ່ແທ່ນບູຊາໃນວິຫານທຸກໆມື້ເພື່ອໄຖ່ຄວາມຜິດ. ດ້ວຍຄວາມຮັກ ເຊຣາຟີມເຕືອນລາວໃຫ້ຈື່ໄວ້ວ່າ ເຖິງວ່າລາວຈະເປັນຄົນບໍ່ສົມບູນແບບແລະ ‘ຄຳເວົ້າຂອງລາວກໍບໍ່ສະອາດ’ ແຕ່ພະເຈົ້າຍອມຮັບວ່າລາວ ເປັນຄົນສະອາດໄດ້. a ພະເຢໂຫວາເຕັມໃຈທີ່ຈະເບິ່ງມະນຸດບໍ່ສົມບູນແບບແລະຜິດບາບວ່າເປັນຄົນບໍລິສຸດໃນລະດັບໜຶ່ງ.—ເອຊາຢາ 6:6, 7
19. ເຖິງວ່າເຮົາບໍ່ສົມບູນແບບ ແຕ່ເຮົາຈະເປັນຄົນບໍລິສຸດໄດ້ແນວໃດ?
19 ທຸກມື້ນີ້ ພະເຢໂຫວາກໍຍັງເບິ່ງເຮົາບໍລິສຸດໃນລະດັບໜຶ່ງ. ເຄື່ອງບູຊາທີ່ເອົາໄປເຜົາຢູ່ແທ່ນບູຊາໃນເມືອງເຢຣູຊາເລັມເປັນພຽງສັນຍະລັກຂອງສິ່ງທີ່ຍິ່ງໃຫຍ່ກວ່າ. ສິ່ງນັ້ນແມ່ນເຄື່ອງບູຊາທີ່ສົມບູນແບບທີ່ພະເຢຊູຄລິດໃຫ້ພຽງເທື່ອດຽວໃນປີ 33. (ເຮັບເຣີ 9:11-14) ຖ້າເຮົາກັບໃຈແທ້ໆ ເຊົາເຮັດສິ່ງທີ່ບໍ່ດີ ແລະສະແດງຄວາມເຊື່ອໃນເຄື່ອງບູຊານັ້ນ ເຮົາກໍຈະໄດ້ຮັບການຍົກໂທດ. (1 ໂຢຮັນ 2:2) ພະເຢໂຫວາຈະຖືວ່າເຮົາເປັນຄົນສະອາດຄືກັນ. ແຕ່ອັກຄະສາວົກເປໂຕເຕືອນເຮົາວ່າ: “ພະຄຳພີບອກວ່າ: ‘ພວກເຈົ້າຕ້ອງເປັນຄົນບໍລິສຸດ ເພາະເຮົາເປັນພະເຈົ້າທີ່ບໍລິສຸດ.’” (1 ເປໂຕ 1:16) ຂໍໃຫ້ສັງເກດວ່າພະເຢໂຫວາບໍ່ໄດ້ບອກ ວ່າ ເຮົາຕ້ອງບໍລິສຸດຄືກັບເພິ່ນ. ແຕ່ເພິ່ນກໍບໍ່ເຄີຍຄາດໝາຍໃນສິ່ງທີ່ເຮົາເຮັດບໍ່ໄດ້. (ເພງສັນລະເສີນ 103:13, 14) ທີ່ຈິງ ພະເຢໂຫວາບອກໃຫ້ເຮົາເປັນຄົນບໍລິສຸດຍ້ອນເພິ່ນບໍລິສຸດ. ເຖິງວ່າເຮົາເປັນຄົນບໍ່ສົມບູນແບບ ແຕ່ເຮົາກໍຈະພະຍາຍາມສຸດຄວາມສາມາດເພື່ອຈະຮຽນແບບເພິ່ນ “ຄືກັບລູກທີ່ຮັກຂອງເພິ່ນ.” (ເອເຟໂຊ 5:1) ດັ່ງນັ້ນ ເພື່ອຈະເປັນຄົນບໍລິສຸດໄດ້ ເຮົາຕ້ອງພະຍາຍາມຕໍ່ໆໄປ. ເມື່ອເຮົາມີຄວາມເຊື່ອຫຼາຍຂຶ້ນ ເຮົາກໍຈະພະຍາຍາມເປັນຄົນ “ບໍລິສຸດຫຼາຍຂຶ້ນເລື້ອຍໆ.”—2 ໂກຣິນໂທ 7:1
20. (ກ) ເປັນຫຍັງການເຂົ້າໃຈວ່າພະເຈົ້າຖືວ່າເຮົາເປັນຄົນສະອາດໄດ້ຈຶ່ງເປັນເລື່ອງສຳຄັນ? (ຂ) ເອຊາຢາຮູ້ສຶກແນວໃດເມື່ອຮູ້ວ່າບາບຂອງລາວໄດ້ຮັບການຍົກໂທດແລ້ວ?
20 ພະເຢໂຫວາຮັກສິ່ງທີ່ຖືກຕ້ອງແລະບໍລິສຸດ. ເພິ່ນຊັງບາບ. (ຮາບາກຸກ 1:13) ແຕ່ເພິ່ນບໍ່ໄດ້ຊັງເຮົາ. ຖ້າເຮົາຄິດຄືກັບເພິ່ນໂດຍຊັງສິ່ງທີ່ຊົ່ວ ຮັກສິ່ງທີ່ດີ ແລະຮຽນແບບພະເຢຊູຄລິດໃຫ້ໄດ້ຫຼາຍທີ່ສຸດ ພະເຢໂຫວາກໍຈະຍົກໂທດໃຫ້ເຮົາ. (ອາໂມດ 5:15; 1 ເປໂຕ 2:21) ເມື່ອເຮົາເຂົ້າໃຈວ່າພະເຈົ້າອົງບໍລິສຸດຖືວ່າເຮົາເປັນຄົນສະອາດໄດ້ ເລື່ອງນີ້ກໍ ເຮັດໃຫ້ເຮົາໄດ້ກຳລັງໃຈຫຼາຍແທ້ໆ. ຈື່ໄດ້ບໍ ທຳອິດຄວາມບໍລິສຸດຂອງພະເຢໂຫວາເຮັດໃຫ້ເອຊາຢາສຳນຶກວ່າໂຕເອງບໍ່ສະອາດ. ລາວໄດ້ຮ້ອງອອກມາວ່າ: “ຕາຍຄັກໆ!” ແຕ່ເມື່ອລາວຮູ້ວ່າພະເຈົ້າຍົກໂທດໃຫ້ລາວແລ້ວ ລາວກໍສະບາຍໃຈ. ເມື່ອພະເຢໂຫວາຖາມວ່າໃຜຈະອາສາເຮັດວຽກມອບໝາຍໃຫ້ແລ້ວ ເອຊາຢາກໍສະເໜີໂຕທັນທີທັງໆທີ່ຍັງບໍ່ຮູ້ວ່າແມ່ນວຽກຫຍັງ. ລາວຕອບວ່າ: “ສົ່ງລູກໄປໄດ້ເດີ້! ລູກພ້ອມທີ່ຈະໄປ!”—ເອຊາຢາ 6:5-8
21. ເປັນຫຍັງເຮົາໝັ້ນໃຈວ່າເຮົາສາມາດເປັນຄົນບໍລິສຸດໄດ້?
21 ພະເຈົ້າອົງບໍລິສຸດສ້າງເຮົາໃຫ້ຄ້າຍຄືກັບເພິ່ນ ເຮົາຈຶ່ງສາມາດຮຽນແບບຄຸນລັກສະນະຕ່າງໆຂອງພະເຢໂຫວາແລະໃກ້ຊິດກັບເພິ່ນໄດ້. (ປະຖົມມະການ 1:26) ເຮົາທຸກຄົນສາມາດເປັນຄົນບໍລິສຸດໄດ້. ຖ້າເຮົາພະຍາຍາມທີ່ຈະເປັນຄົນບໍລິສຸດຕໍ່ໆໄປ ພະເຢໂຫວາກໍພ້ອມຈະຊ່ວຍເຮົາ. ເມື່ອເປັນແນວນັ້ນ ເຮົາກໍຈະໃກ້ຊິດກັບພະເຈົ້າອົງບໍລິສຸດຫຼາຍຂຶ້ນ. ໃນບົດຕໍ່ໆໄປເຮົາຈະເຫັນວ່າຄຸນລັກສະນະຕ່າງໆຂອງພະເຢໂຫວາເຮັດໃຫ້ເຮົາມີເຫດຜົນຫຼາຍແທ້ໆທີ່ຈະມາໃກ້ຊິດກັບເພິ່ນ.
a ຄຳອະທິບາຍທີ່ວ່າ ‘ຄຳເວົ້າບໍ່ສະອາດ’ ເໝາະແທ້ໆກັບມະນຸດບໍ່ສົມບູນແບບ ຍ້ອນຄວາມຜິດສ່ວນຫຼາຍທີ່ຄົນເຮົາເຮັດມາຈາກສິ່ງທີ່ເຮົາເວົ້າ.—ສຸພາສິດ 10:19; ຢາໂກໂບ 3:2, 6