ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕອນ​ທີ 1

“ມີ​ລິດເດດ​ຫຼາຍ”

“ມີ​ລິດເດດ​ຫຼາຍ”

ໃນ​ຕອນນີ້ ເຮົາ​ຈະ​ມາ​ເບິ່ງ​ເລື່ອງ​ໃນ​ຄຳພີ​ໄບເບິນ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ໃນ​ການ​ສ້າງ ທຳລາຍ ປົກປ້ອງ ແລະ​ຟື້ນຟູ. ການ​ຮູ້​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຜູ້ “ມີ​ລິດເດດ​ຫຼາຍ” ໄດ້​ໃຊ້ “ພະລັງ​ອຳນາດ” ຂອງ​ເພິ່ນ​ແນວ​ໃດ​ຈະ​ເຮັດ​ໃຫ້​ເຮົາ​ກ້າຫານ​ຫຼາຍ​ຂຶ້ນ​ແລະ​ໝັ້ນໃຈ​ໃນ​ຄວາມ​ຫວັງ​ຫຼາຍ​ຂຶ້ນ.—ເອຊາຢາ 40:26

ໃນຕອນນີ້

ບົດ​ທີ 4

“ພະ​ເຢໂຫວາ​ມີ​ລິດເດດ​ຫຼາຍ”

ລິດເດດ​ຂອງ​ພະ​ເຢໂຫວາ​ຄວນ​ເຮັດ​ໃຫ້​ເຮົາ​ຢ້ານ​ເພິ່ນ​ບໍ? ຄຳ​ຕອບ​ແມ່ນ​ທັງ​ຢ້ານ​ແລະ​ບໍ່​ຢ້ານ.

ບົດ​ທີ 5

ລິດເດດ​ໃນ​ການ​ສ້າງ​ຂອງ “ຜູ້​ທີ່​ສ້າງ​ຟ້າ​ແລະ​ໂລກ”

ເຮົາ​ຮຽນ​ຫຼາຍ​ຢ່າງ​ໄດ້​ຈາກ​ສິ່ງ​ທີ່​ພະເຈົ້າ​ສ້າງ ຕັ້ງແຕ່​ດວງ​ຕາເວັນ​ທີ່​ໃຫຍ່ໆ​ໄປ​ຈົນ​ຮອດ​ນົກ​ກະຈິບ​ເຜີ້ງ​ສົບ​ຍາວ​ໂຕ​ນ້ອຍໆ.

ບົດ​ທີ 6

ລິດເດດ​ໃນ​ການ​ທຳລາຍ​ຂອງ ‘ພະ​ເຢໂຫວາ​ນັກຮົບ​ທີ່​ເກັ່ງ​ຫຼາຍ’

ເປັນ​ຫຍັງ “ພະເຈົ້າ​ທີ່​ມັກ​ສັນຕິສຸກ” ຈຶ່ງ​ເຮັດ​ສົງຄາມ?

ບົດ​ທີ 7

ລິດເດດ​ໃນ​ການ​ປົກປ້ອງ​ຂອງ​ພະເຈົ້າ ‘ຜູ້​ເປັນ​ບ່ອນ​ລີ້ໄພ​ຂອງ​ພວກ​ເຮົາ’

ພະເຈົ້າ​ປົກປ້ອງ​ຄົນ​ຂອງ​ເພິ່ນ​ໃນ 2 ວິທີ ແຕ່​ວິທີ​ໜຶ່ງ​ສຳຄັນ​ຫຼາຍ.

ບົດ​ທີ 8

ລິດເດດ​ໃນ​ການ​ຟື້ນຟູ​ຂອງ​ພະ​ເຢໂຫວາ ‘ຜູ້​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່’

ພະ​ເຢໂຫວາ​ໄດ້​ຟື້ນຟູ​ການນະມັດສະການ​ບໍລິສຸດ​ແລ້ວ. ເພິ່ນ​ຈະ​ຟື້ນຟູ​ຫຍັງ​ອີກ​ໃນ​ອະນາຄົດ?

ບົດ​ທີ 9

‘ພະຄລິດ​ເປັນ​ຜູ້​ທີ່​ສະແດງ​ໃຫ້​ເຫັນ​ລິດເດດ​ຂອງ​ພະເຈົ້າ’

ການ​ອັດສະຈັນ​ແລະ​ການ​ສອນ​ຂອງ​ເພິ່ນ​ບອກ​ໃຫ້​ເຮົາ​ຮູ້​ຫຍັງ​ກ່ຽວກັບ​ລິດເດດ​ຂອງ​ພະ​ເຢໂຫວາ?

ບົດ​ທີ 10

“ໃຫ້​ພວກ​ເຈົ້າ​ຮຽນ​ແບບ​ພະເຈົ້າ” ໃນ​ການ​ໃຊ້​ອຳນາດ

ເຈົ້າ​ອາດ​ມີ​ອຳນາດ​ຫຼາຍ​ກວ່າ​ທີ່​ເຈົ້າ​ຄິດ. ເຈົ້າ​ຈະ​ໃຊ້​ມັນ​ຢ່າງ​ເໝາະສົມ​ແນວ​ໃດ?