ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 4

“ພະ​ເຢໂຫວາ​ມີ​ລິດເດດ​ຫຼາຍ”

“ພະ​ເຢໂຫວາ​ມີ​ລິດເດດ​ຫຼາຍ”

1, 2. ເອລີຢາ​ເຄີຍ​ເຫັນ​ເຫດການ​ທີ່​ໜ້າ​ຕື່ນເຕັ້ນ​ຫຍັງ​ແດ່​ໃນ​ຊີວິດ​ຂອງ​ລາວ ແຕ່​ລາວ​ໄດ້​ເຫັນ​ເຫດການ​ຫຍັງ​ຢູ່​ພູ​ໂຮເຣັບ?

 ເອລີຢາ​ເຄີຍ​ເຫັນ​ເຫດການ​ທີ່​ໜ້າ​ຕື່ນເຕັ້ນ​ມາ​ແລ້ວ ເຊັ່ນ: ຕອນ​ທີ່​ລີ້​ພວກ​ສັດຕູ ລາວ​ໄດ້​ເຫັນ​ໂຕ​ກາ​ເອົາ​ຂອງກິນ​ມາ​ໃຫ້​ລາວ​ມື້​ລະ 2 ຄາບ. ຕອນ​ທີ່​ມີ​ຄວາມ​ອຶດຢາກ​ຍາວ​ນານ ລາວ​ໄດ້​ເຫັນ​ໄຫ 2 ໜ່ວຍ​ທີ່​ມີ​ແປ້ງ​ແລະ​ນ້ຳມັນ​ທີ່​ບໍ່​ໝົດ​ຈັກ​ເທື່ອ. ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ເຫັນ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ​ໂດຍ​ໃຫ້​ໄຟ​ຕົກ​ລົງ​ມາ​ຈາກ​ຟ້າ. (1 ກະສັດ​ບົດ 17, 18) ແຕ່​ຕອນນີ້ ເອລີຢາ​ຈະ​ໄດ້​ເຫັນ​ເຫດການ​ທີ່​ໜ້າ​ຕື່ນເຕັ້ນ​ຫຼາຍ​ກວ່າ​ທີ່​ຜ່ານ​ມາ​ອີກ.

2 ຕອນ​ທີ່​ລີ້​ຢູ່​ໃກ້​ປາກ​ຖ້ຳ​ບ່ອນ​ໜຶ່ງ​ເທິງ​ພູ​ໂຮເຣັບ ເອລີຢາ​ໄດ້​ເຫັນ​ເຫດການ​ທີ່​ໜ້າ​ຕື່ນເຕັ້ນ​ຫຼາຍ​ຢ່າງ. ທຳອິດ ລາວ​ເຫັນ​ພາຍຸ. ສຽງ​ພາຍຸ​ນັ້ນ​ດັງ​ແຮງ​ຈົນ​ເຮັດ​ໃຫ້​ຫູ​ອື້ ແລະ​ພັດ​ແຮງ​ຫຼາຍ​ຈົນ​ເຮັດ​ໃຫ້​ພູ​ຫຼາຍ​ໜ່ວຍ​ແຍກ​ອອກ​ຈາກ​ກັນ​ແລະ​ກ້ອນ​ຫີນ​ກໍ​ແຕກ​ເປັນ​ປ່ຽງໆ. ຈາກ​ນັ້ນ​ກໍ​ມີ​ແຜ່ນດິນ​ໄຫວ​ທີ່​ປ່ອຍ​ພະລັງ​ມະຫາສານ​ທີ່​ຖືກ​ກັກ​ຢູ່​ເປືອກ​ໂລກ​ອອກ​ມາ ແລ້ວ​ໄຟ​ກໍ​ໄໝ້. ຕອນ​ທີ່​ໄຟ​ໄໝ້​ລາມ​ໄປ​ທົ່ວ​ບໍລິເວນ​ນັ້ນ ເອລີຢາ​ຮູ້ສຶກ​ໄດ້​ວ່າ​ໄຟ​ນັ້ນ​ຮ້ອນ​ຫຼາຍ​ສ່ຳ​ໃດ.—1 ກະສັດ 19:8-12

3. ເອລີຢາ​ໄດ້​ເຫັນ​ຄຸນລັກສະນະ​ຫຍັງ​ຂອງ​ພະ​ເຢໂຫວາ ແລະ​ເຮົາ​ຈະ​ເຫັນ​ຄຸນລັກສະນະ​ນັ້ນ​ຢູ່​ໃສ?

3 ເຫດການ​ທັງໝົດ​ທີ່​ເອລີຢາ​ໄດ້​ເຫັນ​ສະແດງ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ມີ​ລິດເດດ​ທີ່​ຍິ່ງໃຫຍ່. ເຮົາ​ບໍ່​ຈຳເປັນ​ຕ້ອງ​ເຫັນ​ການ​ອັດສະຈັນ​ຈຶ່ງ​ຈະ​ຮູ້​ວ່າ​ພະເຈົ້າ​ມີ​ລິດເດດ​ທີ່​ຍິ່ງໃຫຍ່ ຍ້ອນ​ຄຸນລັກສະນະ​ນີ້​ເຫັນ​ໄດ້​ຢູ່​ທຸກ​ບ່ອນ. ຄຳພີ​ໄບເບິນ​ບອກ​ວ່າ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ​ພິສູດ​ວ່າ: ‘ລິດເດດ​ຂອງ​ເພິ່ນ​ມີ​ຢູ່​ຕະຫຼອດ​ໄປ ແລະ​ພິສູດ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແທ້ໆ.’ (ໂຣມ 1:20) ຂໍ​ໃຫ້​ຄິດ​ເຖິງ​ຟ້າ​ເຫຼື້ອມ​ຟ້າ​ແມບ ສຽງ​ຟ້າ​ຮ້ອງ​ແຮງ​ດັງ​ກ້ອງ​ສະໜັ່ນ​ຕອນ​ທີ່​ມີ​ລົມ​ພາຍຸ ມີ​ຝົນ​ຕົກ​ແຮງໆ ນ້ຳ​ຕົກ​ຕາດ​ທີ່​ໃຫຍ່ໆ​ງາມໆ ຫຼື​ທ້ອງຟ້າ​ທີ່​ກວ້າງ​ໃຫຍ່​ທີ່​ມີ​ດາວ​ບັກ​ຫຼາຍໆ. ເຈົ້າ​ເຫັນ​ລິດເດດ​ຂອງ​ພະເຈົ້າ​ຈາກ​ສິ່ງ​ເຫຼົ່າ​ນັ້ນ​ບໍ? ແຕ່​ຄົນ​ສ່ວນ​ຫຼາຍ​ໃນ​ທຸກ​ມື້​ນີ້​ບໍ່​ໄດ້​ຢາກ​ຮູ້​ຈັກ​ລິດເດດ​ຂອງ​ພະເຈົ້າ​ແລະ​ເຂົາເຈົ້າ​ບໍ່​ເຂົ້າໃຈ​ວ່າ​ເລື່ອງ​ນີ້​ຄວນ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ ແນວ​ໃດ​ຕໍ່​ເພິ່ນ. ແຕ່​ການ​ເຂົ້າໃຈ​ກ່ຽວກັບ​ຄຸນລັກສະນະ​ນີ້​ຂອງ​ພະເຈົ້າ​ເຮັດ​ໃຫ້​ເຮົາ​ມີ​ເຫດຜົນ​ທີ່​ຢາກ​ຈະ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຕອນນີ້ ເຮົາ​ຈະ​ເບິ່ງ​ຢ່າງ​ລະອຽດ​ກ່ຽວກັບ​ພະລັງ​ທີ່​ບໍ່​ມີ​ຫຍັງ​ທຽບ​ໄດ້​ຂອງ​ພະ​ເຢໂຫວາ.

“ພະ​ເຢໂຫວາ​ໄດ້​ກາຍ​ລາວ​ໄປ”

ຄຸນລັກສະນະ​ເດັ່ນ​ຂອງ​ພະ​ເຢໂຫວາ

4, 5. (ກ) ຊື່​ຂອງ​ພະ​ເຢໂຫວາ​ບອກ​ໃຫ້​ຮູ້​ຫຍັງ​ກ່ຽວກັບ​ເພິ່ນ? (ຂ) ເປັນ​ຫຍັງ​ຈຶ່ງ​ເໝາະສົມ​ທີ່​ພະ​ເຢໂຫວາ​ໃຊ້​ງົວ​ເປັນ​ສັນຍະລັກ​ສະແດງ​ເຖິງ​ລິດເດດ​ຂອງ​ເພິ່ນ?

4 ພະ​ເຢໂຫວາ​ມີ​ລິດເດດ​ທີ່​ບໍ່​ມີ​ໃຜ​ທຽບ​ໄດ້. ເຢເຣມີຢາ 10:6 ບອກ​ວ່າ: “ພະ​ເຢໂຫວາ​ເອີ້ຍ ບໍ່​ມີ​ໃຜ​ຄື​ກັບ​ພະອົງ. ພະອົງ​ຍິ່ງໃຫຍ່ ຊື່​ຂອງ​ພະອົງ​ກໍ​ຍິ່ງໃຫຍ່​ແລະ​ສະແດງ​ໃຫ້​ເຫັນ​ລິດເດດ​ຂອງ​ພະອົງ.” ຂໍ​ໃຫ້​ສັງເກດ​ວ່າ ຂໍ້​ນີ້​ບອກ​ວ່າ​ຊື່​ຂອງ​ພະ​ເຢໂຫວາ​ຍິ່ງໃຫຍ່​ແລະ​ມີ​ລິດເດດ. ຢ່າ​ລືມ​ວ່າ​ຊື່​ນີ້​ມີ​ຄວາມ​ໝາຍ​ວ່າ “ເພິ່ນ​ເຮັດ​ໃຫ້​ເປັນ.” ແມ່ນ​ຫຍັງ​ເຮັດ​ໃຫ້​ພະ​ເຢໂຫວາ​ສາມາດ​ເປັນ​ຫຍັງ​ກໍ​ໄດ້​ຕາມ​ທີ່​ເພິ່ນ​ຕ້ອງການ​ແລະ​ສ້າງ​ໄດ້​ທຸກ​ຢ່າງ​ຕາມ​ທີ່​ເພິ່ນ​ຕັ້ງໃຈ​ໄວ້? ສິ່ງ​ໜຶ່ງ​ກໍ​ແມ່ນ​ຍ້ອນ​ເພິ່ນ​ມີ​ລິດເດດ. ລິດເດດ​ຂອງ​ພະ​ເຢໂຫວາ​ບໍ່​ມີ​ຂີດ​ຈຳກັດ ເພິ່ນ​ຈຶ່ງ​ເຮັດ​ໄດ້​ທຸກ​ຢ່າງ​ຕາມ​ທີ່​ເພິ່ນ​ຕ້ອງການ ແລະ​ຄຸນລັກສະນະ​ທີ່​ເດັ່ນ​ຢ່າງ​ໜຶ່ງ​ຂອງ​ເພິ່ນ​ກໍ​ແມ່ນ​ລິດເດດ.

5 ຍ້ອນ​ເຮົາ​ບໍ່​ສາມາດ​ເຂົ້າໃຈ​ລິດເດດ​ຂອງ​ພະ​ເຢໂຫວາ​ໄດ້​ທັງໝົດ ເພິ່ນ​ຈຶ່ງ​ໃຊ້​ການ​ປຽບທຽບ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ. ຄື​ກັບ​ທີ່​ເຮົາ​ຮູ້​ແລ້ວ ເພິ່ນ​ໃຊ້​ງົວ​ເປັນ​ສັນຍະລັກ​ທີ່​ສະແດງ​ເຖິງ​ລິດເດດ​ຂອງ​ເພິ່ນ. (ເອເຊກຽນ 1:4-10) ການ​ປຽບທຽບ​ນີ້​ເໝາະສົມ​ແທ້ໆ ຍ້ອນ​ວ່າ​ແມ່ນ​ແຕ່​ງົວ​ບ້ານ​ກໍ​ເປັນ​ສັດ​ທີ່​ໃຫຍ່​ແລະ​ມີ​ແຮງ​ຫຼາຍ. ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ຄົນ​ໃນ​ປາແລັດສະຕິນ​ບໍ່​ຄ່ອຍ​ໄດ້​ເຫັນ​ສັດ​ທີ່​ມີ​ແຮງ​ຫຼາຍ​ກວ່າ​ງົວ. ແຕ່​ເຂົາເຈົ້າ​ຍັງ​ຮູ້​ຈັກ​ງົວ​ບາງ​ຊະນິດ​ທີ່​ເປັນ​ຕາ​ຢ້ານ​ຫຼາຍ​ກວ່າ​ນັ້ນ​ອີກ ເຊິ່ງ​ກໍ​ແມ່ນ​ງົວ​ເຖິກ​ປ່າ​ຫຼື​ງົວ​ກະທິງ​ທີ່​ສູນ​ພັນ​ໄປ​ແລ້ວ. (ໂຢບ 39:9-12) ມີ​ເທື່ອ​ໜຶ່ງ​ຈູເລຍ ກາຍຊາ​ທີ່​ເປັນ​ຈັກກະພັດ​ໂຣມ​ໄດ້​ໃຫ້​ຂໍ້​ສັງເກດ​ວ່າ ງົວ​ສາຍ​ພັນ​ນີ້​ໃຫຍ່​ເກືອບ​ສ່ຳ​ກັບ​ຊ້າງ. ລາວ​ຂຽນ​ວ່າ “ແຮງ​ຂອງ​ພວກ​ມັນ​ຫຼາຍ​ແທ້​ຫຼາຍ​ວ່າ ແລະ​ພວກ​ມັນ​ກໍ​ໄວ​ຫຼາຍ.” ລອງ​ຄິດ​ເບິ່ງ​ວ່າ​ຖ້າ​ເຮົາ​ໄປ​ຢືນ​ຢູ່​ໃກ້​ພວກ​ມັນ ເຮົາ​ຄື​ຊິ​ໂຕ​ນ້ອຍໆ​ແລະ​ມີ​ແຮງ​ແຕ່​ໜ້ອຍ​ດຽວ!

6. ເປັນ​ຫຍັງ​ຈຶ່ງ​ມີ​ແຕ່​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ຖືກ​ເອີ້ນ​ວ່າ “ຜູ້​ມີ​ລິດເດດ​ສູງ​ສຸດ”?

6 ຄ້າຍຄື​ກັນ ເມື່ອ​ທຽບ​ກັບ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ລິດເດດ​ຫຼາຍ ມະນຸດ​ກໍ​ໂຕ​ນ້ອຍໆ​ແລະ​ບໍ່​ມີ​ແຮງ. ສຳລັບ​ເພິ່ນ​ແລ້ວ ແມ່ນ​ແຕ່​ຊາດ​ຕ່າງໆ​ທີ່​ມີ​ແຮງ​ຫຼາຍ​ກໍ​ຄື​ກັບ​ຂີ້ຝຸ່ນ​ທີ່​ຢູ່​ເທິງ​ຊິງ. (ເອຊາຢາ 40:15) ບໍ່​ຄື​ກັບ​ສິ່ງ​ທີ່​ມີ​ຊີວິດ​ອື່ນໆ ພະ​ເຢໂຫວາ​ມີ​ລິດເດດ​ແບບ​ບໍ່​ມີ​ຂີດ​ຈຳກັດ​ຈຶ່ງ​ມີ​ແຕ່​ເພິ່ນ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ຖືກ​ເອີ້ນ​ວ່າ: “ຜູ້​ມີ​ລິດເດດ​ສູງ​ສຸດ.” a (ພະ​ນິມິດ 15:3) ພະ​ເຢໂຫວາ​ມີ “ພະລັງ​ອຳນາດ​ແລະ​ມີ​ລິດເດດ​ຫຼາຍ.” (ເອຊາຢາ 40:26) ເພິ່ນ​ເປັນ​ບໍ່​ເກີດ​ຂອງ​ພະລັງ​ມະຫາສານ​ແລະ​ບໍ່​ມີ​ມື້​ໝົດ​ຈັກ​ເທື່ອ. ເພິ່ນ​ບໍ່​ຕ້ອງ​ອາໄສ​ພະລັງ​ຈາກ​ຜູ້​ໃດ​ຫຼື​ຈາກ​ສິ່ງ​ໃດ ຍ້ອນ “ລິດເດດ​ເປັນ​ຂອງ​ພະເຈົ້າ.” (ເພງ​ສັນລະເສີນ 62:11) ແຕ່​ພະ​ເຢໂຫວາ​ໃຊ້​ລິດເດດ​ຂອງ​ເພິ່ນ​ແນວ​ໃດ?

ວິທີ​ທີ່​ພະ​ເຢໂຫວາ​ໃຊ້​ລິດເດດ

7. ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ແມ່ນ​ຫຍັງ ແລະ​ຄຳ​ວ່າ “ພະລັງ” ໃນ​ພາສາ​ດັ້ງເດີມ​ທີ່​ໃຊ້​ໃນ​ຄຳພີ​ໄບເບິນ​ຖືກ​ແປ​ວ່າ​ແນວໃດ?

7 ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ບໍ່​ມີ​ຂີດ​ຈຳກັດ. ພະລັງ​ບໍລິສຸດ​ແມ່ນ​ພະລັງ​ທີ່​ພະເຈົ້າ​ໃຊ້​ເຮັດ​ສິ່ງ​ຕ່າງໆ. ທີ່ຈິງ ໃນ​ຄຳພີ​ໄບເບິນ​ຢູ່​ປະຖົມມະການ 1:2 ເວົ້າ​ເຖິງ​ພະລັງ​ບໍລິສຸດ​ວ່າ​ເປັນ “ພະລັງ​ຂອງ​ພະເຈົ້າ.” ຄຳ​ໃນ​ພາສາ​ເຮັບເຣີ​ແລະ​ພາສາ​ກຣີກ​ດັ້ງເດີມ​ທີ່​ຖືກ​ແປ​ວ່າ “ພະລັງ” ອາດ​ມີ​ການ​ແປ​ໃນ​ແວດ​ບົດ​ອື່ນ​ວ່າ “ລົມ” “ລົມ​ຫາຍໃຈ” ແລະ “ລົມ​ພາຍຸ.” ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ບອກ​ວ່າ ຄຳ​ພາສາ​ດັ້ງເດີມ​ໝາຍເຖິງ​ພະລັງ​ທີ່​ເບິ່ງ​ບໍ່​ເຫັນ​ເຊິ່ງ​ເຮັດ​ວຽກ​ຢູ່. ຄື​ກັບ​ລົມ ພະລັງ​ຂອງ​ພະເຈົ້າ​ເປັນ​ພະລັງ​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ ແຕ່​ສາມາດ​ເຫັນ​ຜົນ​ທີ່​ພະລັງ​ນັ້ນ​ເຮັດ​ໃຫ້​ເກີດຂຶ້ນ.

8. ໃນ​ຄຳພີ​ໄບເບິນ​ມີ​ການ​ເອີ້ນ​ພະລັງ​ຂອງ​ພະເຈົ້າ​ໂດຍ​ໃຊ້​ພາບ​ປຽບທຽບ​ກັບ​ຫຍັງ ແລະ​ເປັນ​ຫຍັງ​ການ​ປຽບທຽບ​ແບບ​ນີ້​ຈຶ່ງ​ເໝາະສົມ?

8 ພະ​ເຢໂຫວາ​ໃຊ້​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ເຮັດ​ຫຍັງ​ກໍ​ໄດ້. ເພິ່ນ​ສາມາດ​ໃຊ້​ພະລັງ​ນັ້ນ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ. ໃນ​ຄຳພີ​ໄບເບິນ​ມີ​ການ​ເອີ້ນ​ພະລັງ​ຂອງ​ພະເຈົ້າ​ໂດຍ​ໃຊ້​ພາບ​ປຽບທຽບ​ທີ່​ເໝາະສົມ​ວ່າ “ນິ້ວ​ມື​ຂອງ​ພະເຈົ້າ” “ມື​ທີ່​ແຂງແຮງ” ຫຼື “ແຂນ​ທີ່​ຢຽດ​ອອກ” ຂອງ​ເພິ່ນ. (ລູກາ 11:20, ໄຂເງື່ອນ; ພະ​ບັນຍັດ 5:15, ໄຂເງື່ອນ; ເພງ​ສັນລະເສີນ 8:3) ຄື​ກັບ​ທີ່​ຄົນ​ໃຊ້​ມື​ເຮັດ​ວຽກ​ຫຼາຍ​ຢ່າງ​ໄດ້ ທັງ​ວຽກ​ທີ່​ຕ້ອງ​ໃຊ້​ແຮງ​ແລະ​ວຽກ​ທີ່​ລະອຽດ​ອ່ອນ ຄ້າຍຄື​ກັນ ພະເຈົ້າ​ກໍ​ໃຊ້​ພະລັງ​ຂອງ​ເພິ່ນ​ເຮັດ​ໃຫ້​ຫຼາຍໆ​ຢ່າງ​ສຳເລັດ​ໄດ້​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ ເຊັ່ນ: ສ້າງ​ອາໂຕມ​ນ້ອຍໆ ຫຼື​ແຍກ​ທະເລ​ແດງ ຫຼື​ເຮັດ​ໃຫ້​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ເວົ້າ​ພາສາ​ຕ່າງ​ປະເທດ​ໄດ້.

9. ພະ​ເຢໂຫວາ​ໃຊ້​ອຳນາດ​ຂອງ​ເພິ່ນ​ປົກຄອງ​ໃຜ​ແດ່?

9 ພະ​ເຢໂຫວາ​ຍັງ​ໃຊ້​ອຳນາດ​ຂອງ​ເພິ່ນ​ໃນ​ຖານະ​ເປັນ​ຜູ້​ປົກຄອງ​ສູງ​ສຸດ​ໃນ​ເອກະພົບ. ໃຫ້​ຄິດ​ເບິ່ງ​ວ່າ ພະ​ເຢໂຫວາ​ປົກຄອງ​ທູດສະຫວັນ​ຫຼາຍ​ລ້ານ​ອົງ​ແລະ​ຜູ້​ຮັບໃຊ້​ຫຼາຍ​ລ້ານ​ຄົນ​ໃນ​ໂລກ​ທີ່​ເຕັມໃຈ​ເຮັດ​ທຸກ​ຢ່າງ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ. ໃນ​ຄຳພີ​ໄບເບິນ​ມັກ​ປຽບທຽບ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ທີ່​ເປັນ​ມະນຸດ​ວ່າ​ເປັນ​ກອງທັບ​ໃຫຍ່. (ເພງ​ສັນລະເສີນ 68:11; 110:3) ແຕ່​ຖ້າ​ທຽບ​ກັບ​ທູດສະຫວັນ​ແລ້ວ ມະນຸດ​ກໍ​ບໍ່​ມີ​ລິດເດດ​ຫຍັງ. ຕົວຢ່າງ​ເຊັ່ນ ຕອນ​ທີ່​ກອງທັບ​ອັດຊີເຣຍ​ມາ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ ທູດສະຫວັນ​ອົງ​ດຽວ​ໄດ້​ຂ້າ​ທະຫານ 185.000 ຄົນ​ຕາຍ​ໃນ​ຄືນ​ດຽວ. (2 ກະສັດ 19:35) ທູດສະຫວັນ​ຂອງ​ພະເຈົ້າ​ມີ “ລິດເດດ​ຫຼາຍ.”—ເພງ​ສັນລະເສີນ 103:19, 20

10. (ກ) ເປັນ​ຫຍັງ​ຈຶ່ງ​ເອີ້ນ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ​ວ່າ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ? (ຂ) ໃຜ​ເປັນ​ຜູ້​ມີ​ລິດເດດ​ຫຼາຍ​ທີ່​ສຸດ​ໃນ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ?

10 ມີ​ທູດສະຫວັນ​ຫຼາຍ​ສ່ຳ​ໃດ? ຜູ້​ພະຍາກອນ​ດານີເອນ​ໄດ້​ເຫັນ​ນິມິດ​ກ່ຽວກັບ​ສະຫວັນ. ໃນ​ນັ້ນ​ລາວ​ໄດ້​ເຫັນ​ທູດສະຫວັນ​ຫຼາຍ​ກວ່າ 100 ລ້ານ​ອົງ​ຢູ່​ຕໍ່​ໜ້າ​ບັນລັງ​ຂອງ​ພະ​ເຢໂຫວາ. ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລາວ​ເຫັນ​ທູດສະຫວັນ​ທຸກ​ອົງ​ທີ່​ພະ​ເຢໂຫວາ​ສ້າງ. (ດານີເອນ 7:10) ດັ່ງນັ້ນ​ກໍ​ອາດຈະ​ມີ​ທູດສະຫວັນ​ຫຼາຍ​ຮ້ອຍ​ລ້ານ​ອົງ. ຍ້ອນ​ແນວ​ນີ້​ຈຶ່ງ​ມີ​ການ​ເອີ້ນ​ພະເຈົ້າ​ວ່າ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ. ຕຳແໜ່ງ​ນີ້​ຊ່ວຍ​ເຮົາ​ໃຫ້​ຄິດ​ເຖິງ​ຜູ້ບັນຊາການ​ກອງທັບ​ທູດສະຫວັນ​ທີ່​ມີ​ຈຳນວນ​ຫຼາຍ​ແທ້​ຫຼາຍ​ວ່າ. ນອກ​ຈາກ​ນັ້ນ ພະເຈົ້າ​ຍັງ​ແຕ່ງຕັ້ງ​ຜູ້​ໜຶ່ງ​ໃຫ້​ມີ​ອຳນາດ​ເໜືອ​ທູດສະຫວັນ​ເຫຼົ່າ​ນີ້​ທັງໝົດ ຜູ້​ນັ້ນ​ແມ່ນ​ລູກ​ຊາຍ​ທີ່​ເພິ່ນ​ຮັກ​ເຊິ່ງ​ເປັນ “ຜູ້​ທຳອິດ​ທີ່​ຖືກ​ສ້າງ​ກ່ອນ​ທຸກ​ສິ່ງ.” (ໂກໂລຊາຍ 1:15) ພະ​ເຢຊູ​ໃນ​ຖານະ​ອັກຄະ​ທູດສະຫວັນ ຫຼື​ເປັນ​ຫົວໜ້າ​ທູດສະຫວັນ​ທັງໝົດ ຫົວໜ້າ​ເຊຣາຟີມ ແລະ​ຫົວໜ້າ​ເຄຣູບ ພະ​ເຢຊູ​ມີ​ລິດເດດ​ຫຼາຍ​ທີ່​ສຸດ​ໃນ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ.

11, 12. (ກ) ຖ້ອຍຄຳ​ຂອງ​ພະເຈົ້າ​ມີ​ພະລັງ​ແນວ​ໃດ? (ຂ) ພະ​ເຢຊູ​ເວົ້າ​ແນວ​ໃດ​ກ່ຽວກັບ​ລິດເດດ​ຂອງ​ພະ​ເຢໂຫວາ?

11 ພະ​ເຢໂຫວາ​ຍັງ​ໃຊ້​ລິດເດດ​ຂອງ​ເພິ່ນ​ໃນ​ອີກ​ທາງ​ໜຶ່ງ. ເຮັບເຣີ 4:12 ບອກ​ວ່າ: “ຖ້ອຍຄຳ​ຂອງ​ພະເຈົ້າ​ມີ​ຊີວິດ ມີ​ພະລັງ​ຫຼາຍ.” ເຈົ້າ​ເຫັນ​ບໍ​ວ່າ​ຖ້ອຍຄຳ​ຫຼື​ຂ່າວ​ສານ​ທີ່​ພະ​ເຢໂຫວາ​ໃຫ້​ຂຽນ​ຂຶ້ນ​ມາ​ມີ​ພະລັງ​ຫຼາຍ​ສ່ຳ​ໃດ. ຂ່າວ​ສານ​ນັ້ນ​ມີ​ຢູ່​ໃນ​ຄຳພີ​ໄບເບິນ​ຈົນ​ຮອດ​ທຸກ​ມື້​ນີ້​ເຊິ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ແລະ​ຊ່ວຍ​ເຮົາ​ໃຫ້​ປ່ຽນແປງ​ໂຕເອງ​ໄດ້. ອັກຄະສາວົກ​ໂປໂລ​ໄດ້​ເຕືອນ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ໃຫ້​ລະວັງ​ຄົນ​ທີ່​ໃຊ້​ຊີວິດ​ແບບ​ຜິດ​ສິນລະທຳ. ລາວ​ເວົ້າ​ຕື່ມ​ອີກ​ວ່າ: “ພວກ​ເຈົ້າ​ບາງ​ຄົນ​ເຄີຍ​ເປັນ​ແບບ​ນັ້ນ.” (1 ໂກຣິນໂທ 6:9-11) ແມ່ນ​ແລ້ວ “ຖ້ອຍຄຳ​ຂອງ​ພະເຈົ້າ” ມີ​ພະລັງ​ໃນ​ໂຕ​ເຂົາເຈົ້າ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ປ່ຽນແປງ​ໂຕເອງ​ໄດ້.

12 ພະ​ເຢໂຫວາ​ມີ​ລິດເດດ​ຫຼາຍ​ແທ້ໆ​ແລະ​ເພິ່ນ​ໃຊ້​ລິດເດດ​ຢ່າງ​ດີ​ສະເໝີ ແລະ​ບໍ່​ມີ​ຫຍັງ​ຈະ​ຂັດຂວາງ​ເພິ່ນ​ໄດ້. ພະ​ເຢຊູ​ເວົ້າ​ວ່າ: “ພະເຈົ້າ​ເຮັດ​ໄດ້​ທຸກ​ຢ່າງ.” (ມັດທາຍ 19:26) ພະ​ເຢໂຫວາ​ໃຊ້​ລິດເດດ​ຂອງ​ເພິ່ນ​ເພື່ອ​ເຮັດ​ຫຍັງ​ແດ່?

ພະເຈົ້າ​ໃຊ້​ລິດເດດ​ເພື່ອ​ເຮັດ​ສິ່ງ​ທີ່​ເພິ່ນ​ຕ້ອງການ

13, 14. (ກ) ເປັນ​ຫຍັງ​ເຮົາ​ເວົ້າ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ພຽງ​ບໍ່​ເກີດ​ພະລັງ​ທີ່​ບໍ່​ມີ​ໂຕ​ຕົນ? (ຂ) ພະ​ເຢໂຫວາ​ໃຊ້​ລິດເດດ​ຂອງ​ເພິ່ນ​ໃນ​ທາງ​ໃດ​ແດ່?

13 ພະລັງ​ຂອງ​ພະ​ເຢໂຫວາ​ຍິ່ງໃຫຍ່​ກວ່າ​ພະລັງ​ໃດໆ​ທັງໝົດ. ພະ​ເຢໂຫວາ​ບໍ່​ແມ່ນ​ພະລັງ​ທີ່​ບໍ່​ມີ​ໂຕ​ຕົນ ຫຼື​ເປັນ​ພຽງ​ບໍ່​ເກີດ​ຂອງ​ພະລັງ​ເທົ່າ​ນັ້ນ ແຕ່​ເພິ່ນ​ເປັນ​ພະເຈົ້າ​ມີ​ຄວາມ​ຄິດ ຄວາມ​ຮູ້ສຶກ ແລະ​ຄວບຄຸມ​ລິດເດດ​ຂອງ​ເພິ່ນ​ໄດ້​ຢ່າງ​ສົມບູນແບບ. ແລ້ວ​ມີ​ຫຍັງ​ກະຕຸ້ນ​ເພິ່ນ​ໃຫ້​ໃຊ້​ລິດເດດ​ນັ້ນ?

14 ຄື​ກັບ​ທີ່​ເຮົາ​ຈະ​ເບິ່ງ​ນຳ​ກັນ ພະ​ເຢໂຫວາ​ໃຊ້​ລິດເດດ​ເພື່ອ​ສ້າງ ທຳລາຍ ປົກປ້ອງ ແລະ​ຟື້ນຟູ. ນີ້​ໝາຍ​ຄວາມ​ວ່າ​ເພິ່ນ​ໃຊ້​ລິດເດດ​ເຮັດ​ຫຍັງ​ກໍ​ໄດ້​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ທີ່​ດີໆ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້. (ເອຊາຢາ 46:10) ບາງ​ເທື່ອ ພະ​ເຢໂຫວາ​ໃຊ້​ລິດເດດ​ເພື່ອ​ສອນ​ເຮົາ​ເລື່ອງ​ທີ່​ສຳຄັນ​ກ່ຽວກັບ​ຄຸນລັກສະນະ​ແລະ​ມາດຕະຖານ​ຂອງ​ເພິ່ນ. ແຕ່​ສິ່ງ​ທີ່​ສຳຄັນ​ແມ່ນ​ເພິ່ນ​ໃຊ້​ລິດເດດ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ຄວາມ​ນັບຖື​ໂດຍ​ທາງ​ການ​ປົກຄອງ​ຂອງ​ເມຊີອາ ແລະ​ສະແດງ​ໃຫ້​ເຫັນ​ວ່າ​ການ​ປົກຄອງ​ຂອງ​ເພິ່ນ​ດີ​ທີ່​ສຸດ. ດັ່ງນັ້ນ ບໍ່​ມີ​ຫຍັງ​ຈະ​ຂັດຂວາງ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ໄດ້.

15. ພະ​ເຢໂຫວາ​ໃຊ້​ລິດເດດ​ຂອງ​ເພິ່ນ​ເພື່ອ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ແນວ​ໃດ ແລະ​ຕົວຢ່າງ​ຂອງ​ເອລີຢາ​ຊ່ວຍ​ໃຫ້​ເຮົາ​ເຫັນ​ເລື່ອງ​ນີ້​ແນວ​ໃດ?

15 ພະ​ເຢໂຫວາ​ຍັງ​ໃຊ້​ລິດເດດ​ເພື່ອ​ປະໂຫຍດ​ຂອງ​ເຮົາ​ແຕ່​ລະ​ຄົນ. ຂໍ​ໃຫ້​ສັງເກດ​ໃນ 2 ຂ່າວຄາວ 16:9 ບອກ​ວ່າ: “ພະ​ເຢໂຫວາ​ແນມ​ເບິ່ງ​ທົ່ວ​ໂລກ​ເພື່ອ​ສະແດງ​ລິດເດດ​ຂອງ​ເພິ່ນ​ໂດຍ​ຊ່ວຍ​ຄົນ​ທີ່​ຮັບໃຊ້​ເພິ່ນ​ສຸດ​ຫົວໃຈ.” ປະສົບການ​ຂອງ​ເອລີຢາ​ທີ່​ເວົ້າ​ເຖິງ​ໃນ​ຕອນ​ທຳອິດ​ເປັນ​ຕົວຢ່າງ​ໜຶ່ງ​ໃນ​ເລື່ອງ​ນີ້. ເປັນ​ຫຍັງ​ພະ​ເຢໂຫວາ​ເຮັດ​ໃຫ້​ລາວ​ເຫັນ​ລິດເດດ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ? ກໍ​ຍ້ອນ​ວ່າ​ລາຊີນີ​ເຢເຊເບນ​ຜູ້​ຊົ່ວ​ຮ້າຍ​ໄດ້​ສາບານ​ວ່າ​ຈະ​ຂ້າ​ເອລີຢາ. ຜູ້​ພະຍາກອນ​ເອລີຢາ​ຈຶ່ງ​ໜີ​ເພື່ອ​ເອົາ​ຊີວິດ​ລອດ. ລາວ​ຮູ້ສຶກ​ໂດດ​ດ່ຽວ ຢ້ານ ແລະ​ທໍ້ໃຈ. ລາວ​ຮູ້ສຶກ​ວ່າ​ວຽກ​ໜັກ​ທີ່​ລາວ​ເຮັດ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ. ພະ​ເຢໂຫວາ​ປອບ​ໃຈ​ເອລີຢາ​ຜູ້​ທີ່​ທຸກໃຈ​ຜູ້​ນີ້​ໂດຍ​ໃຫ້​ລາວ​ເຫັນ​ວ່າ​ເພິ່ນ​ມີ​ລິດເດດ​ຫຼາຍ​ສ່ຳ​ໃດ. ພະ​ເຢໂຫວາ​ໃຊ້​ລົມ​ພາຍຸ ແຜ່ນດິນ​ໄຫວ ແລະ​ໄຟ​ເພື່ອ​ເຮັດ​ໃຫ້​ລາວ​ຮູ້​ວ່າ​ຜູ້​ທີ່​ມີ​ລິດເດດ​ຫຼາຍ​ທີ່​ສຸດ​ໃນ​ເອກະພົບ​ຢູ່​ບ່ອນ​ນັ້ນ​ກັບ​ລາວ. ຄັນ​ຊັ້ນ ຖ້າ​ພະເຈົ້າ​ຜູ້​ມີ​ລິດເດດ​ຍິ່ງໃຫຍ່​ຢູ່​ຝ່າຍ​ລາວ ລາວ​ກໍ​ບໍ່​ຕ້ອງ​ຢ້ານ​ເຢເຊເບນ.—1 ກະສັດ 19:1-12 b

16. ເປັນ​ຫຍັງ​ການ​ຄິດ​ເຖິງ​ລິດເດດ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ໄດ້​ກຳລັງ​ໃຈ?

16 ເຖິງ​ວ່າ​ຕອນນີ້​ພະ​ເຢໂຫວາ​ບໍ່​ໄດ້​ເຮັດ​ການ​ອັດສະຈັນ​ແລ້ວ ແຕ່​ເພິ່ນ​ກໍ​ບໍ່​ໄດ້​ປ່ຽນ​ໄປ. (1 ໂກຣິນໂທ 13:8) ເພິ່ນ​ຍັງ​ຢາກ​ໃຊ້​ລິດເດດ​ຂອງ​ເພິ່ນ​ເພື່ອ​ຊ່ວຍ​ຄົນ​ເຫຼົ່າ​ນັ້ນ​ທີ່​ຮັກ​ເພິ່ນ. ເຖິງ​ວ່າ​ເພິ່ນ​ຢູ່​ໃນ​ສະຫວັນ ແຕ່​ເພິ່ນ​ກໍ​ບໍ່​ໄດ້​ຢູ່​ໄກ​ຈາກ​ເຮົາ. ໄລຍະ​ທາງ​ລະຫວ່າງ​ເຮົາ​ກັບ​ເພິ່ນ​ບໍ່​ໄດ້​ເປັນ​ອຸປະສັກ ຍ້ອນ​ລິດເດດ​ຂອງ​ເພິ່ນ​ບໍ່​ມີ​ຂີດ​ຈຳກັດ ແລະ “ພະ​ເຢໂຫວາ​ຢູ່​ໃກ້​ຄົນ​ທີ່​ຮ້ອງ​ຫາ​ເພິ່ນ.” (ເພງ​ສັນລະເສີນ 145:18) ມີ​ເທື່ອ​ໜຶ່ງ​ທີ່​ຜູ້​ພະຍາກອນ​ດານີເອນ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ ທູດສະຫວັນ​ອົງ​ໜຶ່ງ​ໄດ້​ມາ​ຫາ​ລາວ​ກ່ອນ​ຈະ​ອະທິດຖານ​ຈົບ​ຊ້ຳ! (ດານີເອນ 9:20-23) ບໍ່​ມີ​ຫຍັງ​ຂັດຂວາງ​ພະ​ເຢໂຫວາ​ບໍ່​ໃຫ້​ຊ່ວຍ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ເຫຼົ່າ​ນັ້ນ​ທີ່​ເພິ່ນ​ຮັກ​ໄດ້.—ເພງ​ສັນລະເສີນ 118:6

ລິດເດດ​ຂອງ​ພະເຈົ້າ​ເຮັດ​ໃຫ້​ເຮົາ​ບໍ່​ສາມາດ​ໃກ້ຊິດ​ກັບ​ເພິ່ນ​ບໍ?

17. ເປັນ​ຫຍັງ​ລິດເດດ​ຂອງ​ພະ​ເຢໂຫວາ​ຄວນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ຢ້ານ​ເພິ່ນ ແຕ່​ລິດເດດ​ນີ້​ບໍ່​ຄວນ​ເຮັດ​ໃຫ້​ເຮົາ​ຢ້ານ​ເພິ່ນ​ຈົນ​ບໍ່​ກ້າ​ເຮັດ​ຫຍັງ?

17 ລິດເດດ​ຂອງ​ພະເຈົ້າ​ຄວນ​ເຮັດ​ໃຫ້​ເຮົາ​ຢ້ານ​ເພິ່ນ​ບໍ? ຄຳ​ຕອບ​ແມ່ນ​ທັງ​ຢ້ານ​ແລະ​ບໍ່​ຢ້ານ. ເຮົາ​ຢ້ານ​ກໍ​ຍ້ອນ​ເຮົາ​ຄວນ​ຢ້ານຢຳ​ແລະ​ນັບຖື​ເພິ່ນ​ຈາກ​ໃຈ ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໄປ​ແລ້ວ​ແບບ​ຜ່ານໆ​ໃນ​ບົດ​ກ່ອນ. ຄຳພີ​ໄບເບິນ​ບອກ​ວ່າ​ຄວາມ​ຢ້ານຢຳ​ຫຼື​ຄວາມ​ນັບຖື​ແບບ​ນັ້ນ “ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ສະຕິ​ປັນຍາ.” (ເພງ​ສັນລະເສີນ 111:10) ແຕ່​ເຮົາ​ບໍ່​ຄວນ​ຢ້ານ​ລິດເດດ​ຂອງ​ເພິ່ນ​ຈົນ​ເຮັດ​ໃຫ້​ເຮົາ​ບໍ່​ກ້າ​ມາ​ເປັນ​ໝູ່​ກັບ​ເພິ່ນ.

18. (ກ) ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ບໍ່​ໄວ້ໃຈ​ຜູ້​ມີ​ອຳນາດ? (ຂ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ບໍ່​ມີ​ທາງ​ໃຊ້​ອຳນາດ​ຂອງ​ເພິ່ນ​ໃນ​ທາງ​ທີ່​ຜິດ?

18 ໃນ​ປີ 1887 ນັກ​ປະຫວັດສາດ​ຄົນ​ອັງກິດ​ທີ່​ຊື່​ຫຼອດ​ແອັກທອນ ໄດ້​ຂຽນ​ວ່າ “ອຳນາດ​ມັກ​ຈະ​ເຮັດ​ໃຫ້​ເສື່ອມ​ເສຍ ແລະ​ແຮ່ງ​ມີ​ອຳນາດ​ຫຼາຍ​ກໍ​ແຮ່ງ​ເຮັດ​ໃຫ້​ມີ​ການ​ກິນ​ສິນບົນ​ຫຼາຍ.” ຫຼາຍ​ຄົນ​ຍົກ​ເອົາ​ຄຳເວົ້າ​ຂອງ​ລາວ​ມາ​ເວົ້າ​ຄືນ​ເລື້ອຍໆ ຍ້ອນ​ມັນ​ເປັນ​ແນວ​ນັ້ນ​ແທ້ໆ. ມະນຸດ​ບໍ່​ສົມບູນແບບ​ມັກ​ໃຊ້​ອຳນາດ​ໃນ​ທາງ​ທີ່​ຜິດ​ຄື​ກັບ​ທີ່​ເຫັນ​ໃນ​ປະຫວັດສາດ​ມາ​ຕະຫຼອດ. (ປັນຍາຈານ 4:1; 8:9) ຍ້ອນ​ແນວ​ນີ້ ຫຼາຍ​ຄົນ​ຈຶ່ງ​ບໍ່​ໄວ້ໃຈ​ຄົນ​ທີ່​ມີ​ອຳນາດ​ແລະ​ບໍ່​ຢາກ​ຮູ້​ຈັກ​ເຂົາເຈົ້າ. ພະ​ເຢໂຫວາ​ມີ​ອຳນາດ​ຫຼາຍ​ທີ່​ສຸດ. ແລ້ວ​ເພິ່ນ​ໃຊ້​ອຳນາດ​ຂອງ​ເພິ່ນ​ແບບ​ຜິດໆ​ບໍ? ບໍ່! ຄື​ກັບ​ທີ່​ເຮົາ​ໄດ້​ເບິ່ງ​ໄປ​ແລ້ວ ພະ​ເຢໂຫວາ​ບໍລິສຸດ​ແລະ​ຈະ​ບໍ່​ມີ​ທາງ​ເຮັດ​ຊົ່ວ​ເດັດຂາດ. ເພິ່ນ​ບໍ່​ຄື​ກັບ​ມະນຸດ​ທີ່​ບໍ່​ສົມບູນແບບ​ເຊິ່ງ​ມີ​ອຳນາດ​ໃນ​ໂລກ​ຊົ່ວ​ນີ້. ເພິ່ນ​ບໍ່​ເຄີຍ​ໃຊ້​ອຳນາດ​ຂອງ​ເພິ່ນ​ໃນ​ທາງ​ທີ່​ຜິດ ແລະ​ເພິ່ນ​ຈະ​ບໍ່​ມີ​ທາງ​ເຮັດ​ແນວ​ນັ້ນ​ຈັກ​ເທື່ອ.

19, 20. (ກ) ພະ​ເຢໂຫວາ​ໃຊ້​ລິດເດດ​ພ້ອມ​ກັບ​ຄຸນລັກສະນະ​ຫຍັງ​ແດ່ ແລະ​ເປັນ​ຫຍັງ​ຈຶ່ງ​ເຮັດ​ໃຫ້​ເຮົາ​ສະບາຍ​ໃຈ? (ຂ) ເຈົ້າ​ອາດ​ຍົກ​ຕົວຢ່າງ​ຫຍັງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຄວບຄຸມ​ໂຕເອງ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ປະທັບໃຈ?

19 ຢ່າ​ລືມ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ມີ​ແຕ່​ລິດເດດ​ຢ່າງ​ດຽວ. ເຮົາ​ຍັງ​ຈະ​ໄດ້​ຮຽນ​ເລື່ອງ​ຄວາມ​ຍຸຕິທຳ ສະຕິ​ປັນຍາ ແລະ​ຄວາມ​ຮັກ​ຂອງ​ເພິ່ນ​ນຳ. ເຮົາ​ບໍ່​ຄວນ​ຄິດ​ວ່າ​ພະ​ເຢໂຫວາ​ສະແດງ​ຄຸນລັກສະນະ​ຂອງ​ເພິ່ນ​ໃນ​ແບບ​ທີ່​ເຂັ້ມ​ງວດ​ຫຼື​ບໍ່​ມີ​ຄວາມ​ຮູ້ສຶກ ຄື​ກັບ​ວ່າ​ເພິ່ນ​ສະແດງ​ຄຸນລັກສະນະ​ນີ້​ເທື່ອ​ລະ​ຢ່າງ. ເຮົາ​ຈະ​ເຫັນ​ໃນ​ບົດ​ຕໍ່ໆ​ໄປ​ວ່າ​ພະ​ເຢໂຫວາ​ໃຊ້​ລິດເດດ​ຂອງ​ເພິ່ນ​ໄປ​ພ້ອມໆ​ກັບ​ຄວາມ​ຍຸຕິທຳ ສະຕິ​ປັນຍາ ແລະ​ຄວາມ​ຮັກ​ຂອງ​ເພິ່ນ​ສະເໝີ. ຕອນນີ້​ໃຫ້​ຄິດ​ເຖິງ​ອີກ​ຄຸນລັກສະນະ​ໜຶ່ງ​ຂອງ​ພະ​ເຢໂຫວາ​ທີ່​ຜູ້​ປົກຄອງ​ໃນ​ໂລກ​ສ່ວນ​ໃຫຍ່​ບໍ່​ໄດ້​ສະແດງ​ອອກ ນັ້ນ​ແມ່ນ​ການ​ຄວບຄຸມ​ໂຕເອງ.

20 ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ ຖ້າ​ເຈົ້າ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ​ໂຕ​ໃຫຍ່​ແລະ​ແຂງແຮງ​ຫຼາຍ? ທຳອິດ ເຈົ້າ​ຄື​ຊິ​ຢ້ານ​ລາວ ແຕ່​ເມື່ອ​ເຈົ້າ​ຮູ້​ຈັກ​ລາວ​ຫຼາຍ​ຂຶ້ນ ເຈົ້າ​ກໍ​ເຫັນ​ວ່າ​ລາວ​ເປັນ​ຄົນ​ອ່ອນໂຍນ. ລາວ​ພ້ອມ​ແລະ​ມັກ​ໃຊ້​ກຳລັງ​ຂອງ​ລາວ​ເພື່ອ​ປົກປ້ອງ​ແລະ​ຊ່ວຍ​ເຫຼືອ​ຄົນ​ອື່ນ ໂດຍ​ສະເພາະ​ແມ່ນ​ຄົນ​ທີ່​ອ່ອນແອ​ແລະ​ປົກປ້ອງ​ໂຕເອງ​ບໍ່​ໄດ້. ລາວ​ບໍ່​ເຄີຍ​ໃຊ້​ກຳລັງ​ຂອງ​ໂຕເອງ​ເຮັດ​ແນວ​ບໍ່​ດີ. ຕອນ​ທີ່​ເຈົ້າ​ເຫັນ​ລາວ​ຖືກ​ໃສ່​ຮ້າຍ​ແບບ​ບໍ່​ມີ​ເຫດຜົນ ລາວ​ກໍ​ຍັງ​ໃຈ​ເຢັນໆ ອ່ອນໂຍນ​ແລະ​ໃຈ​ດີ​ດ້ວຍ​ຊ້ຳ. ເຈົ້າ​ຄິດ​ວ່າ​ຖ້າ​ເຈົ້າ​ເຈິ​ເລື່ອງ​ແບບ​ນັ້ນ​ເຈົ້າ​ຈະ​ສະແດງ​ຄວາມ​ອ່ອນໂຍນ​ແລະ​ຄວບຄຸມ​ໂຕເອງ​ຄື​ລາວ​ໄດ້​ບໍ ໂດຍ​ສະເພາະ​ຖ້າ​ເຈົ້າ​ແຂງແຮງ​ຄື​ລາວ. ແຮ່ງ​ເຈົ້າ​ຮູ້​ຈັກ​ລາວ​ຫຼາຍ​ຂຶ້ນ ເຈົ້າ​ກໍ​ແຮ່ງ​ຢາກ​ເປັນ​ໝູ່​ກັບ​ລາວ. ເຖິງ​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ສູງ​ສຸດ ແຕ່​ເຮົາ​ກໍ​ມີ​ເຫດຜົນ​ຫຼາຍ​ທີ່​ຈະ​ໃກ້ຊິດ​ກັບ​ເພິ່ນ. ຂໍ​ໃຫ້​ຄິດ​ເຖິງ​ຊື່​ຂອງ​ບົດ​ນີ້​ທີ່​ກົງ​ກັບ​ຂໍ້​ຄຳພີ​ທີ່​ວ່າ: “ພະ​ເຢໂຫວາ​ມີ​ລິດເດດ​ຫຼາຍ​ແລະ​ບໍ່​ໃຈ​ຮ້າຍ​ງ່າຍໆ.” (ນາຮູມ 1:3) ເພິ່ນ​ບໍ່​ໄດ້​ຟ້າວ​ໃຊ້​ລິດເດດ​ຂອງ​ເພິ່ນ​ຈັດການ​ກັບ​ຄົນ​ອື່ນ​ໄວໆ ແມ່ນ​ແຕ່​ກັບ​ຄົນ​ຊົ່ວ. ເພິ່ນ​ອ່ອນໂຍນ​ແລະ​ເມດຕາ. ເພິ່ນ​ຍັງ​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ “ບໍ່​ໃຈ​ຮ້າຍ​ງ່າຍໆ” ເຖິງ​ວ່າ​ມະນຸດ​ຈະ​ເຮັດ​ຫຼາຍ​ຢ່າງ​ທີ່​ຍົວະ​ໃຫ້​ເພິ່ນ​ໃຈ​ຮ້າຍ​ກໍ​ຕາມ.—ເພງ​ສັນລະເສີນ 78:37-41

21. ເປັນ​ຫຍັງ​ພະ​ເຢໂຫວາ​ບໍ່​ໄດ້​ບັງຄັບ​ເຮົາ​ໃຫ້​ຮັບໃຊ້​ເພິ່ນ ແລະ​ເລື່ອງ​ນີ້​ບອກ​ໃຫ້​ເຮົາ​ຮູ້​ຫຍັງ​ກ່ຽວກັບ​ເພິ່ນ?

21 ຂໍ​ໃຫ້​ເບິ່ງ​ອີກ​ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ຄວບຄຸມ​ໂຕເອງ. ຖ້າ​ເຈົ້າ​ມີ​ອຳນາດ​ບໍ່​ຈຳກັດ ເຈົ້າ​ຄິດ​ວ່າ​ເຈົ້າ​ອາດຈະ​ບັງຄັບ​ຄົນ​ອື່ນ​ໃຫ້​ເຮັດ​ຕາມ​ທີ່​ເຈົ້າ​ຕ້ອງການ​ບໍ? ພະ​ເຢໂຫວາ​ມີ​ລິດເດດ​ສູງ​ສຸດ ແຕ່​ເພິ່ນ​ບໍ່​ເຄີຍ​ບັງຄັບ​ຜູ້​ໃດ​ໃຫ້​ຮັບໃຊ້​ເພິ່ນ. ເຖິງ​ວ່າ​ການ​ຮັບໃຊ້​ພະເຈົ້າ​ເປັນ​ວິທີ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ ແຕ່​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ບັງຄັບ​ເຮົາ​ໃຫ້​ຮັບໃຊ້​ເພິ່ນ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ຍ້ອນ​ເພິ່ນ​ເມດຕາ​ເຮົາ​ເພິ່ນ​ຈຶ່ງ​ໃຫ້​ກຽດ​ເຮົາ​ແຕ່​ລະ​ຄົນ​ມີ​ອິດສະຫຼະ​ທີ່​ຈະ​ເລືອກ​ເອງ. ເພິ່ນ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ຈະ​ມີ​ຜົນ​ດີ​ແນວ​ໃດ​ຖ້າ​ເຮົາ​ເລືອກ​ທີ່​ຈະ​ຮັບໃຊ້​ເພິ່ນ ແລະ​ຈະ​ມີ​ຜົນ​ເສຍ​ແນວ​ໃດ​ຖ້າ​ເຮົາ​ເລືອກ​ທີ່​ຈະ​ບໍ່​ຮັບໃຊ້​ເພິ່ນ. ເພິ່ນ​ໃຫ້​ໂອກາດ​ເຮົາ​ໄດ້​ເລືອກ​ເອົາ​ເອງ. (ພະ​ບັນຍັດ 30:19, 20) ພະ​ເຢໂຫວາ​ບໍ່​ມັກ​ຖ້າ​ເຮົາ​ຮັບໃຊ້​ເພິ່ນ​ຍ້ອນ​ຖືກ​ບັງຄັບ​ຫຼື​ຍ້ອນ​ຢ້ານ​ລິດເດດ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ. ກົງ​ກັນ​ຂ້າມ ເພິ່ນ​ຊອກ​ຫາ​ຜູ້​ທີ່​ເຕັມໃຈ​ຮັບໃຊ້​ເພິ່ນ​ດ້ວຍ​ຄວາມ​ຮັກ.—2 ໂກຣິນໂທ 9:7

22, 23. (ກ) ແມ່ນ​ຫຍັງ​ສະແດງ​ວ່າ​ພະ​ເຢໂຫວາ​ຍິນດີ​ເອົາ​ອຳນາດ​ຂອງ​ເພິ່ນ​ໃຫ້​ຄົນ​ອື່ນ? (ຂ) ເຮົາ​ຈະ​ເບິ່ງ​ເລື່ອງ​ຫຍັງ​ໃນ​ບົດ​ຕໍ່​ໄປ?

22 ຕອນນີ້​ໃຫ້​ເຮົາ​ເບິ່ງ​ເຫດຜົນ​ສຸດທ້າຍ​ທີ່​ເຮົາ​ຢ້ານ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ. ຄົນ​ທີ່​ມີ​ອຳນາດ​ມັກ​ຢ້ານ​ວ່າ​ຈະ​ຕ້ອງ​ແບ່ງ​ອຳນາດ​ຂອງ​ໂຕເອງ​ໃຫ້​ຄົນ​ອື່ນ. ແຕ່​ພະ​ເຢໂຫວາ​ຍິນດີ​ເອົາ​ອຳນາດ​ໃຫ້​ຜູ້​ນະມັດສະການ​ທີ່​ສັດຊື່​ຂອງ​ເພິ່ນ ເຊັ່ນ ເພິ່ນ​ໃຫ້​ອຳນາດ​ກັບ​ລູກ​ຊາຍ​ຂອງ​ເພິ່ນ. (ມັດທາຍ 28:18) ພະ​ເຢໂຫວາ​ຍັງ​ເອົາ​ອຳນາດ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ວິທີ​ອື່ນໆ​ອີກ. ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ ພະອົງ​ຍິ່ງໃຫຍ່ ມີ​ລິດເດດ ມີ​ກຽດ​ຕິຍົດ​ແລະ​ສະຫງ່າ​ລາສີ ຍ້ອນ​ວ່າ​ທຸກ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ​ແລະ​ຢູ່​ໃນ​ໂລກ​ເປັນ​ຂອງ​ພະອົງ. . . . ພະອົງ​ມີ​ພະລັງ​ອຳນາດ. ພະອົງ​ສາມາດ​ເຮັດ​ໃຫ້​ໃຜ​ກໍ​ໄດ້​ຍິ່ງໃຫຍ່​ແລະ​ເຂັ້ມແຂງ​ຂຶ້ນ.”—1 ຂ່າວຄາວ 29:11, 12

23 ແມ່ນ​ແລ້ວ ພະ​ເຢໂຫວາ​ຍິນດີ​ທີ່​ຈະ​ໃຫ້​ກຳລັງ​ກັບ​ເຈົ້າ​ນຳ. ເພິ່ນ​ເຖິງຂັ້ນ​ວ່າ​ໃຫ້ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ” ກັບ​ຄົນ​ເຫຼົ່າ​ນັ້ນ​ທີ່​ຢາກ​ຮັບໃຊ້​ເພິ່ນ. (2 ໂກຣິນໂທ 4:7) ເຈົ້າ​ຄື​ຊິ​ຢາກ​ໃກ້ຊິດ​ກັບ​ພະເຈົ້າ​ຜູ້​ມີ​ລິດເດດ​ຫຼາຍ​ທີ່​ໃຊ້​ລິດເດດ​ໃນ​ທາງ​ທີ່​ດີ​ແລະ​ດ້ວຍ​ຄວາມ​ຮັກ​ສະເໝີ. ໃນ​ບົດ​ຕໍ່​ໄປ ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ໃຊ້​ລິດເດດ​ຂອງ​ເພິ່ນ​ແນວ​ໃດ​ໃນ​ການ​ສ້າງ​ສິ່ງ​ຕ່າງໆ.

a ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ຜູ້​ມີ​ລິດເດດ​ສູງ​ສຸດ” ມີ​ຄວາມ​ໝາຍ​ຕາມ​ໂຕ​ວ່າ “ຜູ້​ປົກຄອງ​ທຸກ​ສິ່ງ; ຜູ້​ມີ​ລິດເດດ​ທຸກ​ຢ່າງ.”

b ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ບໍ່​ຢູ່​ໃນ​ລົມ . . . ແຜ່ນດິນ​ໄຫວ . . . ໄຟ.” ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ບໍ່​ຄື​ກັບ​ພວກ​ທີ່​ເບິ່ງ​ວ່າ​ພະລັງ​ໃນ​ທຳມະຊາດ​ເປັນ​ຄື​ກັບ​ພະເຈົ້າ​ແລະ​ນະມັດສະການ​ສິ່ງ​ເຫຼົ່າ​ນັ້ນ. ພະ​ເຢໂຫວາ​ຍິ່ງໃຫຍ່​ກວ່າ​ທຸກ​ສິ່ງ​ທີ່​ເພິ່ນ​ສ້າງ​ຂຶ້ນ​ມາ.—1 ກະສັດ 8:27