ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 5

ລິດເດດ​ໃນ​ການ​ສ້າງ​ຂອງ “ຜູ້​ທີ່​ສ້າງ​ຟ້າ​ແລະ​ໂລກ”

ລິດເດດ​ໃນ​ການ​ສ້າງ​ຂອງ “ຜູ້​ທີ່​ສ້າງ​ຟ້າ​ແລະ​ໂລກ”

1, 2. ຕາເວັນ​ສະແດງ​ໃຫ້​ເຫັນ​ລິດເດດ​ຂອງ​ພະ​ເຢໂຫວາ​ໃນ​ການ​ສ້າງ​ແນວ​ໃດ?

 ເຈົ້າ​ເຄີຍ​ຝີງ​ໄຟ​ໃນ​ຄືນ​ທີ່​ໜາວໆ​ບໍ? ຖ້າ​ເຈົ້າ​ເດ່​ມື​ໄປ​ຂາງ​ໄຟ​ໃນ​ໄລຍະ​ທີ່​ພໍ​ດີ​ເຈົ້າ​ກໍ​ຈະ​ອຸ່ນ. ແຕ່​ຖ້າ​ເຈົ້າ​ຫຍັບ​ເຂົ້າ​ໄປ​ໃກ້​ຫຼາຍ ເຈົ້າ​ກໍ​ຈະ​ຮ້ອນ​ໂພດ ແລະ​ຖ້າ​ຫຍັບ​ອອກ​ໄປ​ໄກ​ໂພດ ເຈົ້າ​ກໍ​ຈະ​ໜາວ.

2 ຕາເວັນ​ເປັນ​ຄື​ກັບ “ໄຟ” ທີ່​ໃຫ້​ຄວາມ​ອົບອຸ່ນ​ກັບ​ເຮົາ​ໃນ​ຕອນ​ກາງເວັນ. “ໄຟ” ນີ້​ຢູ່​ໄກ​ຈາກ​ເຮົາ​ໃນ​ໄລຍະ​ຫ່າງ​ປະມານ 150 ລ້ານ​ກິໂລແມັດ! a ຕາເວັນ​ຕ້ອງ​ມີ​ພະລັງ​ມະຫາສານ​ແທ້ໆ​ເພື່ອ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ຮ້ອນ​ທີ່​ຢູ່​ໄກ​ປານ​ນັ້ນ! ໜ່ວຍໂລກ​ຢູ່​ຫ່າງ​ຈາກ​ຕາເວັນ​ໃນ​ໄລຍະ​ທີ່​ພໍ​ດີ. ຖ້າ​ຢູ່​ໃກ້​ໂພດ​ກໍ​ຈະ​ເຮັດ​ໃຫ້​ນ້ຳ​ທີ່​ຢູ່​ໂລກ​ລະ​ເຫີຍ​ເປັນ​ອາຍ​ໄປ​ໝົດ ແຕ່​ຖ້າ​ຢູ່​ໄກ​ໂພດ​ກໍ​ຈະ​ເຮັດ​ໃຫ້​ນ້ຳ​ທັງໝົດ​ທີ່​ຢູ່​ໂລກ​ກາຍ​ເປັນ​ນ້ຳ​ກ້ອນ. ດັ່ງນັ້ນ ຖ້າ​ໂລກ​ຂອງ​ເຮົາ​ຢູ່​ໃກ້​ຫຼື​ໄກ​ຈາກ​ຕາເວັນ​ຫຼາຍ​ໂພດ​ກໍ​ຈະ​ເຮັດ​ໃຫ້​ບໍ່​ມີ​ສິ່ງ​ທີ່​ມີ​ຊີວິດ. ນອກ​ຈາກ​ເປັນ​ສິ່ງ​ທີ່​ຈຳເປັນ​ຕໍ່​ຊີວິດ​ຢູ່​ໃນ​ໂລກ​ແລ້ວ ຕາເວັນ​ຍັງ​ເປັນ​ແຫຼ່ງ​ພະລັງ​ງານ​ທີ່​ສະອາດ ມີ​ປະໂຫຍດ ແລະ​ເຮັດ​ໃຫ້​ເຮົາ​ສົດ​ຊື່ນ.—ປັນຍາຈານ 11:7

3. ດວງ​ຕາເວັນ​ໃຫ້​ບົດ​ຮຽນ​ຫຍັງ​ເຮົາ?

3 ເຖິງ​ວ່າ​ຊີວິດ​ເຮົາ​ຈະ​ຂາດ​ຕາເວັນ​ບໍ່​ໄດ້ ແຕ່​ຄົນ​ສ່ວນ​ຫຼາຍ​ກໍ​ຖື​ວ່າ​ຕາເວັນ​ເປັນ​ສິ່ງ​ທຳມະດາ. ຍ້ອນ​ແນວ​ນີ້ ເຂົາເຈົ້າ​ຈຶ່ງ​ບໍ່​ເຂົ້າໃຈ​ວ່າ​ຕາເວັນ​ໃຫ້​ບົດ​ຮຽນ​ຫຍັງ​ເຮົາ​ແດ່. ຄຳພີ​ໄບເບິນ​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ: “ພະອົງ​ສ້າງ​ແສງ​ສະຫວ່າງ​ແລະ​ສ້າງ​ດວງ​ຕາເວັນ.” (ເພງ​ສັນລະເສີນ 74:16) ແມ່ນ​ແລ້ວ ຕາເວັນ​ເຮັດ​ໃຫ້​ພະ​ເຢໂຫວາ “ຜູ້​ທີ່​ສ້າງ​ຟ້າ​ແລະ​ໂລກ” ໄດ້​ຮັບ​ຄຳ​ສັນລະເສີນ. (ເພງ​ສັນລະເສີນ 19:1; 146:6) ແຕ່​ເຈົ້າ​ຮູ້​ບໍ ທີ່ຈິງ​ຕາເວັນ​ເປັນ​ພຽງ​ແຕ່​ດາວ​ໜ່ວຍ​ໜຶ່ງ​ໃນ​ຈຳນວນ​ດາວ​ທີ່​ນັບ​ບໍ່​ຖ້ວນ​ທີ່​ສອນ​ເຮົາ​ກ່ຽວກັບ​ລິດເດດ​ໃນ​ການ​ສ້າງ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ. ໃຫ້​ເຮົາ​ມາ​ເບິ່ງ​ກ່ຽວກັບ​ດາວ​ເຫຼົ່າ​ນັ້ນ​ບາງ​ດວງ​ຫຼາຍ​ຂຶ້ນ ແລ້ວ​ຫຼັງ​ຈາກນັ້ນ​ຈຶ່ງ​ມາ​ເບິ່ງ​ກ່ຽວກັບ​ໂລກ​ແລະ​ສິ່ງ​ມີ​ຊີວິດ​ທີ່​ຢູ່​ໃນ​ໂລກ.

ພະ​ເຢໂຫວາ “ສ້າງ​ແສງ​ສະຫວ່າງ​ແລະ​ສ້າງ​ດວງ​ຕາເວັນ”

“ແຫງນ​ໜ້າ​ເບິ່ງ​ທ້ອງຟ້າ​ແມ້”

4, 5. ດວງ​ຕາເວັນ​ມີ​ພະລັງ​ຫຼາຍ​ສ່ຳ​ໃດ​ແລະ​ໃຫຍ່​ສ່ຳ​ໃດ ແຕ່​ຖ້າ​ທຽບ​ກັບ​ດາວ​ອື່ນໆ​ມັນ​ເປັນ​ແນວ​ໃດ?

4 ເຈົ້າ​ຄື​ຊິ​ຮູ້​ແລ້ວ​ວ່າ​ຕາເວັນ​ເປັນ​ດາວ​ໜ່ວຍ​ໜຶ່ງ​ທີ່​ເບິ່ງ​ຄື​ວ່າ​ຈະ​ໃຫຍ່​ກວ່າ​ດາວ​ອື່ນໆ​ທີ່​ເຮົາ​ເຫັນ​ໃນ​ຕອນ​ກາງຄືນ ຍ້ອນ​ຕາເວັນ​ຢູ່​ໃກ້​ກັບ​ໜ່ວຍໂລກ​ຫຼາຍ​ກວ່າ​ດາວ​ເຫຼົ່າ​ນັ້ນ. ຕາເວັນ​ມີ​ພະລັງ​ຫຼາຍ​ສ່ຳ​ໃດ? ແກນ​ກາງ​ຂອງ​ດວງ​ຕາເວັນ​ມີ​ອຸນຫະພູມ​ປະມານ 15 ລ້ານ​ອົງ​ສາ​ເຊ. ຖ້າ​ເຈົ້າ​ເອົາ​ສ່ວນ​ໜຶ່ງ​ຈາກ​ແກນ​ຂອງ​ດວງ​ຕາເວັນ​ຂະໜາດ​ເທົ່າ​ກັບ​ຫົວ​ເຂັມໝຸດ​ມາ​ວາງ​ໄວ້​ຢູ່​ໂລກ ເຈົ້າ​ຕ້ອງ​ຢູ່​ໄກ​ຈາກ​ມັນ​ຫຼາຍ​ກວ່າ 140 ກິໂລແມັດ​ຈຶ່ງ​ຈະ​ປອດໄພ. ໃນ​ທຸກໆ​ວິນາທີ ດວງ​ຕາເວັນ​ປ່ອຍ​ພະລັງ​ງານ​ອອກ​ມາ​ເທົ່າ​ກັບ​ການ​ລະເບີດ​ຂອງ​ລູກ​ລະເບີດ​ນິວເຄລຍ​ຫຼາຍ​ຮ້ອຍ​ລ້ານ​ລູກ.

5 ດວງ​ຕາເວັນ​ມີ​ຂະໜາດ​ໃຫຍ່​ກວ່າ​ໂລກ​ຂອງ​ເຮົາ​ເຖິງ 1 ລ້ານ 3 ແສນ​ເທົ່າ. ຕາເວັນ​ເປັນ​ດາວ​ທີ່​ໃຫຍ່​ຜິດ​ປົກກະຕິ​ບໍ? ບໍ່​ແມ່ນ. ນັກ​ວິທະຍາສາດ​ບອກ​ວ່າ​ຕາເວັນ​ເປັນ​ດາວ​ໜ່ວຍ​ນ້ອຍໆ​ຖ້າ​ທຽບ​ກັບ​ດາວ​ອື່ນໆ. ອັກຄະສາວົກ​ໂປໂລ​ຂຽນ​ວ່າ: “ຄວາມ​ງາມ​ຂອງ​ດາວ​ແຕ່​ລະ​ດວງ​ກໍ​ຕ່າງ​ກັນ.” (1 ໂກຣິນໂທ 15:41) ໂປໂລ​ຂຽນ​ກ່ຽວກັບ​ເລື່ອງ​ນີ້​ໄດ້​ກໍ​ຍ້ອນ​ພະລັງ​ບໍລິສຸດ​ຊ່ວຍ​ລາວ. ມີ​ດາວ​ອີກ​ດວງ​ໜຶ່ງ​ທີ່​ໃຫຍ່​ຫຼາຍ ເຖິງຂັ້ນ​ວ່າ​ຖ້າ​ເອົາ​ມັນ​ມາ​ຕັ້ງ​ຢູ່​ບ່ອນ​ທີ່​ດວງ​ຕາເວັນ​ຢູ່ ໜ່ວຍໂລກ​ຂອງ​ເຮົາ​ກໍ​ຈະ​ຢູ່​ທາງ​ໃນ​ດາວ​ດວງ​ນັ້ນ. ນອກ​ຈາກນັ້ນ ຍັງ​ມີ​ດາວ​ຍັກ​ອີກ​ດວງ​ໜຶ່ງ​ທີ່​ໃຫຍ່​ຫຼາຍ ເຊິ່ງ​ຖ້າ​ເອົາ​ມັນ​ມາ​ຕັ້ງ​ຢູ່​ບ່ອນ​ທີ່​ດວງ​ຕາເວັນ​ຢູ່ ມັນ​ຈະ​ກິນ​ເນື້ອ​ທີ່​ໄປ​ຮອດ​ດາວ​ເສົາ. ເຖິງ​ວ່າ​ດາວ​ດວງ​ນັ້ນ​ຢູ່​ໄກ​ຈາກ​ໂລກ​ຈົນ​ເຖິງຂັ້ນ​ວ່າ​ຍານ​ອະວະກາດ​ຕ້ອງ​ໃຊ້​ເວລາ 4 ປີ​ຈຶ່ງ​ຈະ​ເດີນທາງ​ໄປ​ຮອດ​ຫັ້ນ ແຕ່​ຍານ​ອະວາກາດ​ນັ້ນ​ຕ້ອງ​ເດີນທາງ​ດ້ວຍ​ຄວາມ​ໄວ​ທີ່​ໄວ​ຫຼາຍ​ກວ່າ​ຄວາມ​ໄວ​ຂອງ​ລູກ​ປືນ 40 ເທົ່າ.

6. ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ດາວ​ມີ​ຫຼາຍ​ຈົນ​ມະນຸດ​ນັບ​ບໍ່​ໄດ້?

6 ສິ່ງ​ທີ່​ໜ້າ​ປະທັບໃຈ​ຫຼາຍ​ກວ່າ​ຂະໜາດ​ຂອງ​ດາວ​ແມ່ນ​ຈຳນວນ​ຂອງ​ມັນ. ທີ່ຈິງ ຄຳພີ​ໄບເບິນ​ບອກ​ວ່າ​ບໍ່​ມີ​ມະນຸດ​ຄົນ​ໃດ​ນັບ​ດາວ​ໄດ້ ຄື​ກັບ​ທີ່​ນັບ “ເມັດ​ດິນ​ຊາຍ​ຢູ່​ທະເລ” ບໍ່​ໄດ້. (ເຢເຣມີຢາ 33:22) ນີ້​ໝາຍ​ຄວາມ​ວ່າ​ຍັງ​ມີ​ດາວ​ອີກ​ບັກ​ຫຼາຍໆ​ດວງ​ທີ່​ເຮົາ​ບໍ່​ສາມາດ​ເຫັນ​ໄດ້​ດ້ວຍ​ຕາ​ເປົ່າ. ຖ້າ​ເຢເຣມີຢາ​ຜູ້​ຂຽນ​ຄຳພີ​ໄບເບິນ​ແຫງນ​ໜ້າ​ເບິ່ງ​ທ້ອງຟ້າ​ໃນ​ຕອນ​ກາງຄືນ​ແລະ​ພະຍາຍາມ​ທີ່​ຈະ​ນັບ​ດາວ​ທີ່​ລາວ​ເບິ່ງ​ເຫັນ ລາວ​ອາດຈະ​ນັບ​ໄດ້​ແຕ່​ປະມານ 3.000 ດວງ​ເທົ່າ​ນັ້ນ. ນີ້​ແມ່ນ​ຈຳນວນ​ທີ່​ມະນຸດ​ແນມ​ເຫັນ​ດາວ​ເຫຼົ່າ​ນັ້ນ​ດ້ວຍ​ຕາ​ເປົ່າ​ໃນ​ຄືນ​ທີ່​ທ້ອງຟ້າ​ປອດ​ໂປ່ງ ແລະ​ຈຳນວນ​ນັ້ນ​ອາດ​ທຽບ​ໄດ້​ກັບ​ຈຳນວນ​ເມັດ​ດິນ​ຊາຍ​ແຕ່​ກຳ​ມື​ດຽວ. ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ ມີ​ດາວ​ຫຼາຍ​ແທ້​ຫຼາຍ​ວ່າ​ຄື​ກັບ​ເມັດ​ດິນ​ຊາຍ​ຢູ່​ໃນ​ທະເລ b ມີ​ໃຜ​ບໍ​ທີ່​ຈະ​ນັບ​ດາວ​ຈຳນວນ​ຫຼາຍ​ປານ​ນັ້ນ​ໄດ້?

“ເພິ່ນ​ເອີ້ນ​ຊື່​ດາວ​ທຸກ​ດວງ​ໄດ້”

7. ນັກ​ດາລາສາດ​ຄິດ​ແນວ​ໃດ​ກ່ຽວກັບ​ຈຳນວນ​ດາວ​ທີ່​ຢູ່​ໃນ​ກາແລັກຊີ​ຂອງ​ເຮົາ ແລະ​ຈຳນວນ​ກາແລັກຊີ​ທີ່​ຢູ່​ໃນ​ເອກະພົບ?

7 ເອຊາຢາ 40:26 ຕອບ​ວ່າ: “ແຫງນ​ໜ້າ​ເບິ່ງ​ທ້ອງຟ້າ​ແມ້. ໃຜ​ເປັນ​ຜູ້​ສ້າງ​ດວງ​ດາວ​ເຫຼົ່າ​ນີ້? ກໍ​ແມ່ນ​ຜູ້​ທີ່​ນັບ​ພວກ​ມັນ​ໄດ້​ແລະ​ສັ່ງ​ພວກ​ມັນ​ອອກ​ໄປ​ເປັນ​ກອງທັບ. ເພິ່ນ​ເອີ້ນ​ຊື່​ດາວ​ທຸກ​ດວງ​ໄດ້” ແລະ​ເພງ​ສັນລະເສີນ 147:4 ກໍ​ບອກ​ວ່າ: “ເພິ່ນ​ນັບ​ຈຳນວນ​ດາວ​ທັງໝົດ.” ແລ້ວ “ຈຳນວນ​ດາວ​ທັງໝົດ” ມີ​ຫຼາຍ​ປານ​ໃດ? ຄຳ​ຖາມ​ນີ້​ຕອບ​ຍາກ. ນັກ​ດາລາສາດ​ກະ​ປະມານ​ວ່າ​ສະເພາະ​ແຕ່​ໃນ​ກາແລັກຊີ​ທາງ​ຊ້າງ​ເຜືອກ​ຂອງ​ເຮົາ​ມີ​ດາວ​ຫຼາຍ​ກວ່າ 1 ແສນ​ລ້ານ​ດວງ. c ບາງ​ຄົນ​ຄິດ​ວ່າ​ອາດ​ມີ​ຫຼາຍ​ກວ່າ​ນັ້ນ​ຊ້ຳ. ແຕ່​ເອກະພົບ​ຂອງ​ເຮົາ​ມີກາແລັກຊີ​ອີກ​ຈຳນວນ​ຫຼາຍ ແລະ​ຫຼາຍ​ກາແລັກຊີ​ກໍ​ມີ​ຈຳນວນ​ດາວ​ຫຼາຍ​ກວ່າ​ກາແລັກຊີ​ທາງ​ຊ້າງ​ເຜືອກ. ແລ້ວ​ມີກາແລັກຊີ​ຫຼາຍ​ປານ​ໃດ? ນັກ​ດາລາສາດ​ບາງ​ຄົນ​ກະ​ປະມານ​ວ່າ​ມີ 1 ແສນ​ລ້ານ​ກາແລັກຊີ ຫຼື​ອາດ​ມີ​ຫຼາຍ​ຮອດ​ລ້ານ​ລ້ານ​ກາແລັກຊີ. ເບິ່ງ​ຄື​ວ່າ​ມະນຸດ​ຍັງ​ບໍ່​ຮູ້​ວ່າ​ຈຳນວນ​ກາແລັກຊີ​ມີ​ຫຼາຍ​ສ່ຳ​ໃດ ຄັນຊັ້ນ ຈຳນວນ​ດາວ​ຫຼາຍ​ພັນ​ລ້ານ​ດວງ​ທີ່​ຢູ່​ໃນ​ແຕ່​ລະ​ກາແລັກຊີ ເຂົາເຈົ້າ​ແຮ່ງ​ຊິ​ບໍ່​ຮູ້. ແຕ່​ພະ​ເຢໂຫວາ​ຮູ້​ຈຳນວນ​ດາວ​ທັງໝົດ​ແລະ​ເພິ່ນ​ຍັງ​ຕັ້ງ​ຊື່​ໃຫ້​ດາວ​ແຕ່​ລະ​ດວງ​ນຳ​ອີກ!

8. (ກ) ເຈົ້າ​ຈະ​ອະທິບາຍ​ເລື່ອງ​ຂະໜາດ​ຂອງ​ກາແລັກຊີ​ທາງ​ຊ້າງ​ເຜືອກ​ແນວ​ໃດ? (ຂ) ດາວ​ແລະ​ກາແລັກຊີ​ຕ່າງໆ​ເຄື່ອນ​ທີ່​ແນວ​ໃດ​ແລະ​ຍ້ອນຫຍັງ?

8 ເຮົາ​ຈະ​ຮູ້ສຶກ​ງຶດ​ຫຼາຍ​ກວ່າ​ນີ້​ເມື່ອ​ຄິດ​ເຖິງ​ຂະໜາດ​ຂອງ​ກາແລັກຊີ​ຕ່າງໆ. ມີ​ການ​ກະ​ປະມານ​ວ່າ​ກາແລັກຊີ​ທາງ​ຊ້າງ​ເຜືອກ​ຈາກ​ຟາກ​ໜຶ່ງ​ໄປ​ຫາ​ອີກ​ຟາກ​ໜຶ່ງ​ມີ​ໄລຍະ​ທາງ​ປະມານ 1 ແສນ​ປີ​ແສງ. ລອງ​ຄິດ​ເບິ່ງ​ວ່າ ແສງ​ເດີນທາງ​ໄວ​ຫຼາຍ​ດ້ວຍ​ຄວາມ​ໄວ 3 ແສນ​ກິໂລແມັດ​ຕໍ່​ວິນາທີ ແຕ່​ກໍ​ຍັງ​ໃຊ້​ເວລາ​ຮອດ 1 ແສນ​ປີ​ເພື່ອ​ແສງ​ຈະ​ເດີນທາງ​ຂ້າມ​ກາແລັກຊີ​ຂອງ​ເຮົາ​ໄດ້. ບາງ​ກາແລັກຊີ​ມີ​ຂະໜາດ​ໃຫຍ່​ກວ່າ​ກາແລັກຊີ​ຂອງ​ເຮົາ​ຫຼາຍ​ເທົ່າ​ຊ້ຳ. ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ​ພື “ທ້ອງຟ້າ” ງ່າຍ​ຄື​ກັບ​ພື​ຜ້າ. (ເພງ​ສັນລະເສີນ 104:2) ເພິ່ນ​ຍັງ​ຄວບຄຸມ​ດາວ​ແລະ​ກາແລັກຊີ​ຕ່າງໆ​ໃຫ້​ເຄື່ອນ​ທີ່​ເປັນ​ລະບົບ​ລະບຽບ ຕັ້ງແຕ່​ສິ່ງ​ທີ່​ນ້ອຍ​ທີ່​ສຸດ​ໄປ​ຈົນ​ຮອດ​ກາແລັກຊີ​ທີ່​ໃຫຍ່​ທີ່​ສຸດ. (ໂຢບ 38:31-33) ຍ້ອນ​ແນວ​ນີ້ ນັກ​ວິທະຍາສາດ​ຈຶ່ງ​ປຽບທຽບ​ການ​ເຄື່ອນ​ທີ່​ທີ່​ແນ່ນອນ​ຂອງ​ດາວ​ຕ່າງໆ​ຄື​ກັບ​ຈັງຫວະ​ການ​ເຕັ້ນ​ບັນເລ້​ທີ່​ງາມໆ. ຂໍ​ໃຫ້​ຄິດ​ເຖິງ​ພະເຈົ້າ​ຜູ້​ສ້າງ​ສິ່ງ​ເຫຼົ່າ​ນີ້ ແລ້ວ​ເຈົ້າ​ຊິ​ຮູ້ສຶກ​ປະທັບໃຈ​ໃນ​ລິດເດດ​ທີ່​ຍິ່ງໃຫຍ່​ໃນ​ການ​ສ້າງ​ຂອງ​ເພິ່ນ​ແທ້ໆ.

“ເພິ່ນ​ເປັນ​ຜູ້​ສ້າງ​ໂລກ​ດ້ວຍ​ລິດເດດ​ຂອງ​ເພິ່ນ”

9, 10. ເຮົາ​ເຫັນ​ລິດເດດ​ໃນ​ການ​ສ້າງ​ຂອງ​ພະ​ເຢໂຫວາ​ແນວ​ໃດ​ເມື່ອ​ຄິດ​ເຖິງ​ທີ່​ຕັ້ງ​ລະບົບ​ສຸລິຍະ​ຂອງ​ເຮົາ ດາວ​ພະຫັດ ໜ່ວຍໂລກ ແລະ​ດວງ​ເດືອນ?

9 ເຮົາ​ຍັງ​ເຫັນ​ລິດເດດ​ໃນ​ການ​ສ້າງ​ຂອງ​ພະ​ເຢໂຫວາ​ໃນ​ວິທີ​ທີ່​ເພິ່ນ​ສ້າງ​ໂລກ​ທີ່​ເປັນ​ບ້ານ​ຂອງ​ເຮົາ. ເພິ່ນ​ໄດ້​ຕັ້ງ​ໜ່ວຍໂລກ​ໄວ້​ໃນ​ບ່ອນ​ທີ່​ເໝາະສົມ​ໃນ​ເອກະພົບ​ທີ່​ກວ້າງ​ໃຫຍ່​ໄພສານ. ນັກ​ວິທະຍາສາດ​ບາງ​ຄົນ​ເຊື່ອ​ວ່າ​ກາແລັກຊີ​ອື່ນໆ​ບໍ່​ເໝາະ​ທີ່​ຈະ​ເປັນ​ບ່ອນ​ຢູ່​ຂອງ​ສິ່ງ​ທີ່​ມີ​ຊີວິດ. ກາແລັກຊີ​ທາງ​ຊ້າງ​ເຜືອກ​ສ່ວນ​ຫຼາຍ​ບໍ່​ໄດ້​ຖືກ​ອອກ​ແບບ​ເພື່ອ​ໃຫ້​ເປັນ​ບ່ອນ​ຢູ່​ຂອງ​ສິ່ງ​ທີ່​ມີ​ຊີວິດ. ຢູ່​ໃຈ​ກາງ​ຂອງ​ກາແລັກຊີ​ມີ​ການ​ແຜ່​ລັງສີ​ສູງ​ຫຼາຍ​ແລະ​ມີ​ດາວ​ໂຄ​ຈອນ​ຢູ່​ໃກ້​ກັນ​ບັກ​ຫຼາຍໆ​ເຊິ່ງ​ເຮັດ​ໃຫ້​ເປັນ​ອັນຕະລາຍ​ໄດ້. ນອກ​ຈາກນັ້ນ ຢູ່​ຂອບ​ນອກ​ຂອງ​ກາແລັກຊີ​ທາງ​ຊ້າງ​ເຜືອກ​ຍັງ​ຂາດ​ທາດ​ຫຼາຍ​ຢ່າງ​ທີ່​ຈຳເປັນ​ຕໍ່​ສິ່ງ​ທີ່​ມີ​ຊີວິດ. ແຕ່​ລະບົບ​ສຸລິຍະ​ຂອງ​ເຮົາ​ຕັ້ງ​ຢູ່​ໃນ​ບ່ອນ​ເໝາະສົມ​ທີ່​ສຸດ.

10 ໜ່ວຍໂລກ​ໄດ້​ຮັບ​ການ​ປົກປ້ອງ​ຈາກ​ດາວ​ພະຫັດ ເຊິ່ງ​ເປັນ​ດາວ​ເຄາະ​ຂະໜາດ​ໃຫຍ່​ທີ່​ຢູ່​ໄກໆ. ດາວ​ພະຫັດ​ໃຫຍ່​ກວ່າ​ໜ່ວຍໂລກ​ຫຼາຍ​ກວ່າ 1.000 ເທົ່າ ມັນ​ຈຶ່ງ​ມີ​ແຮງ​ດຶງດູດ​ມະຫາສານ. ນີ້​ເປັນ​ປະໂຫຍດ​ແນວ​ໃດ? ດາວ​ພະຫັດ​ໄດ້​ດູດ​ເອົາ​ວັດຖຸ​ຕ່າງໆ​ທີ່​ແລ່ນ​ຜ່ານ​ອະວະກາດ​ໄດ້​ທັນທີ ຫຼື​ບໍ່​ກໍ​ເຮັດ​ໃຫ້​ວັດຖຸ​ເຫຼົ່າ​ນັ້ນ​ໄປ​ທາງ​ອື່ນ. ນັກ​ວິທະຍາສາດ​ຫຼາຍ​ຄົນ​ຄິດ​ໄລ່​ວ່າ ຖ້າ​ບໍ່​ມີ​ດາວ​ພະຫັດ​ກໍ​ຈະ​ມີ​ວັດຖຸ​ຈຳນວນ​ຫຼາຍ​ເຄື່ອນ​ທີ່​ມາ​ຕຳ​ໜ່ວຍໂລກ​ຫຼາຍ​ກວ່າ​ປັດຈຸບັນ​ເຖິງ 10.000 ເທົ່າ. ໃກ້​ກວ່າ​ດາວ​ພະຫັດ​ກໍ​ແມ່ນ​ດວງ​ເດືອນ. ໜ່ວຍໂລກ​ໄດ້​ຮັບ​ປະໂຫຍດ​ຈາກ​ດວງ​ເດືອນ​ເຊິ່ງ​ເປັນ​ດາວ​ທີ່​ບໍ່​ທຳມະດາ. ເດືອນ​ບໍ່​ພຽງ​ແຕ່​ງາມ​ແລະ​ໃຫ້​ແສງ “ສະຫວ່າງ​ໃນ​ຕອນ​ກາງຄືນ” ເທົ່າ​ນັ້ນ ແຕ່​ມັນ​ຍັງ​ຊ່ວຍ​ໃຫ້​ໜ່ວຍໂລກ​ອຽງ​ນຳ. ຍ້ອນ​ແນວ​ນີ້ ໂລກ​ຈຶ່ງ​ມີ​ລະດູ​ການ​ຕ່າງໆ​ທີ່​ແນ່ນອນ​ເຊິ່ງ​ເປັນ​ສິ່ງ​ທີ່​ສຳຄັນ​ອີກ​ຢ່າງ​ໜຶ່ງ​ສຳລັບ​ຊີວິດ.

11. ຊັ້ນ​ບັນຍາກາດ​ຂອງ​ໂລກ​ໄດ້​ຮັບ​ການ​ອອກ​ແບບ​ແນວ​ໃດ​ເພື່ອ​ໃຫ້​ເປັນ​ໂລ້​ປົກປ້ອງ?

11 ເຮົາ​ຍັງ​ເຫັນ​ລິດເດດ​ໃນ​ການ​ສ້າງ​ຂອງ​ພະ​ເຢໂຫວາ​ໄດ້​ຈາກ​ວິທີ​ທີ່​ເພິ່ນ​ອອກ​ແບບ​ໜ່ວຍໂລກ​ນຳ. ໃຫ້​ເຮົາ​ມາ​ເບິ່ງ​ກ່ຽວກັບ​ຊັ້ນ​ບັນຍາກາດ​ຂອງ​ໂລກ​ທີ່​ເປັນ​ຄື​ກັບ​ໂລ້​ປົກປ້ອງ​ພວກ​ເຮົາ. ຕາເວັນ​ແຜ່​ລັງສີ​ອອກ​ມາ ມີ​ທັງ​ລັງສີ​ທີ່​ເປັນ​ປະໂຫຍດ​ຕໍ່​ສຸຂະພາບ​ແລະ​ລັງສີ​ທີ່​ເປັນ​ອັນຕະລາຍ​ເຖິງ​ຕາຍ​ໄດ້. ເມື່ອ​ລັງສີ​ທີ່​ເປັນ​ອັນຕະລາຍ​ນັ້ນ​ແຜ່​ມາ​ຮອດ​ຊັ້ນ​ບັນຍາກາດ​ທີ່​ຢູ່​ນອກ​ໂລກ ລັງສີ​ເຫຼົ່າ​ນັ້ນ​ຈະ​ປ່ຽນ​ທາດ​ອົກຊີແຊນ​ທຳມະດາ​ໃຫ້​ກາຍ​ເປັນ​ໂອໂຊນ. ຍ້ອນ​ແນວ​ນີ້​ຈຶ່ງ​ເຮັດ​ໃຫ້​ມີ​ຊັ້ນ​ໂອໂຊນ​ຢູ່​ອ້ອມ​ໂລກ​ເຊິ່ງ​ຈະ​ດູດ​ເອົາ​ລັງສີ​ສ່ວນ​ໃຫຍ່​ທີ່​ເປັນ​ອັນຕະລາຍ​ອອກ​ໄປ. ມັນ​ຄື​ກັບ​ວ່າ​ໂລກ​ຂອງ​ເຮົາ​ຖືກ​ອອກ​ແບບ​ໃຫ້​ມີ​ເກາະ​ປ້ອງກັນ​ໂຕເອງ.

12. ການ​ໝູນ​ວຽນ​ຂອງ​ນ້ຳ​ທີ່​ຢູ່​ໃນ​ຊັ້ນ​ບັນຍາກາດ​ສະແດງ​ໃຫ້​ເຫັນ​ລິດເດດ​ໃນ​ການ​ສ້າງ​ຂອງ​ພະ​ເຢໂຫວາ​ແນວ​ໃດ?

12 ໂອໂຊນ​ເປັນ​ພຽງ​ສິ່ງ​ໜຶ່ງ​ທີ່​ຢູ່​ຊັ້ນ​ບັນຍາກາດ​ຂອງ​ເຮົາ. ຊັ້ນ​ບັນຍາກາດ​ຂອງ​ໂລກ​ຍັງ​ຊ່ວຍ​ເຮົາ​ໃຫ້​ມີ​ອາກາດ​ຫາຍໃຈ​ແລະ​ມີ​ສ່ວນ​ປະສົມ​ອື່ນໆ​ທີ່​ຈຳເປັນ​ເພື່ອ​ໃຫ້​ສິ່ງ​ທີ່​ມີ​ຊີວິດ​ຢູ່​ໄດ້. ສິ່ງ​ທີ່​ເປັນ​ຕາ​ງຶດ​ຢ່າງ​ໜຶ່ງ​ກ່ຽວກັບ​ຊັ້ນ​ບັນຍາກາດ​ແມ່ນ​ການ​ໝູນ​ວຽນ​ຂອງ​ນ້ຳ. ໃນ​ແຕ່ລະປີ ຕາເວັນ​ເຮັດ​ໃຫ້​ນ້ຳ​ຈາກ​ມະຫາ​ສະໝຸດ​ແລະ​ທະເລ​ຕ່າງໆ​ທີ່​ຢູ່​ໃນ​ໂລກ​ເຫີຍ​ເປັນ​ອາຍ​ຫຼາຍ​ກວ່າ 4 ແສນ​ກິໂລ​ແມັດ​ກ້ອນ. ນ້ຳ​ຈັບ​ກັນ​ກາຍ​ເປັນ​ຂີ້ເຝື້ອ ແລ້ວ​ຂີ້ເຝື້ອ​ກໍ​ຖືກ​ລົມ​ທີ່​ຢູ່​ໃນ​ຊັ້ນ​ບັນຍາກາດ​ພັດ​ກະຈາຍ​ອອກ​ໄປ. ນ້ຳ​ທີ່​ເຫີຍ​ຂຶ້ນ​ໄປ​ຖືກ​ຕອງ​ໃຫ້​ສະອາດ​ກ່ອນ ແລ້ວ​ຈຶ່ງ​ຕົກ​ລົງ​ມາ​ເປັນ​ຝົນ ຫິມະ ແລະ​ນ້ຳ​ກ້ອນ​ເພື່ອ​ມາ​ແທນ​ນ້ຳ​ທີ່​ເຫີຍ​ຂຶ້ນ​ໄປ​ນັ້ນ. ຄື​ກັບ​ທີ່​ປັນຍາຈານ 1:7 ບອກ​ວ່າ: “ແມ່​ນ້ຳ​ທັງໝົດ​ໄຫຼ​ລົງ​ໄປ​ໃນ​ທະເລ ແຕ່​ທະເລ​ກໍ​ບໍ່​ເຄີຍ​ເຕັມ​ຈັກ​ເທື່ອ. ນ້ຳ​ກັບ​ໄປ​ບ່ອນ​ເກົ່າ​ເພື່ອ​ຈະ​ໄຫຼ​ລົງ​ມາ​ອີກ​ເທື່ອ​ໜຶ່ງ.” ມີ​ແຕ່​ພະ​ເຢໂຫວາ​ຜູ້​ດຽວ​ທີ່​ເຮັດ​ໃຫ້​ການ​ໝູນ​ວຽນ​ແບບ​ນີ້​ເກີດຂຶ້ນ​ໄດ້.

13. ພືດ​ແລະ​ດິນ​ສະແດງ​ໃຫ້​ເຫັນ​ລິດເດດ​ໃນ​ການ​ສ້າງ​ຂອງ​ພະ​ເຢໂຫວາ​ແນວ​ໃດ?

13 ສິ່ງ​ທີ່​ມີ​ຊີວິດ​ທຸກ​ຊະນິດ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ຜູ້​ສ້າງ​ຂອງ​ເຮົາ​ມີ​ລິດເດດ​ຫຼາຍ. ຕັ້ງແຕ່​ຕົ້ນ​ແປກ​ຊີຄົວຢາ​ທີ່​ໃຫຍ່​ແລະ​ສູງ​ກວ່າ​ຕຶກ 30 ຊັ້ນ ໄປ​ຈົນ​ຮອດ​ພືດ​ນ້ອຍໆ​ທີ່​ຕາ​ເຮົາ​ເບິ່ງ​ບໍ່​ເຫັນ​ເຊິ່ງ​ມີ​ບັກ​ຫຼາຍໆ​ຢູ່​ໃນ​ມະຫາ​ສະໝຸດ ແຕ່​ພືດ​ເຫຼົ່າ​ນີ້​ຜະລິດ​ອົກຊີແຊນ​ສ່ວນ​ຫຼາຍ​ທີ່​ເຮົາ​ຫາຍໃຈ​ເອົາ. ແມ່ນ​ແຕ່​ໃນ​ດິນ​ກໍ​ມີ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ບັກ​ຫຼາຍໆ​ເຊັ່ນ: ໜອນ ເຊື້ອຣາ ແລະ​ຈຸລິນຊີ. ສິ່ງ​ທີ່​ມີ​ຊີວິດ​ເຫຼົ່າ​ນີ້​ເຮັດ​ວຽກ​ຮ່ວມ​ກັນ​ໃນ​ວິທີ​ທີ່​ສະຫຼັບ​ຊັບຊ້ອນ​ເຊິ່ງ​ຊ່ວຍ​ໃຫ້​ພືດ​ຈະເລີນ​ເຕີບໂຕ. ຄຳພີ​ໄບເບິນ​ບອກ​ວ່າ​ດິນ​ສາມາດ​ຜະລິດ​ອາຫານ​ສຳລັບ​ສິ່ງ​ທີ່​ມີ​ຊີວິດ​ໄດ້.

14. ໃນ​ອາໂຕມ​ທີ່​ນ້ອຍໆ​ມີ​ພະລັງ​ຫຼາຍ​ສ່ຳ​ໃດ?

14 ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ເປັນ “ຜູ້​ສ້າງ​ໂລກ​ດ້ວຍ​ລິດເດດ​ຂອງ​ເພິ່ນ.” (ເຢເຣມີຢາ 10:12) ແມ່ນ​ແຕ່​ໃນ​ສິ່ງ​ທີ່​ນ້ອຍ​ທີ່​ສຸດ​ກໍ​ຊ່ວຍ​ເຮົາ​ໃຫ້​ເຫັນ​ລິດເດດ​ໃນ​ການ​ສ້າງ​ຂອງ​ພະເຈົ້າ​ໄດ້. ຕົວຢ່າງ​ເຊັ່ນ ຖ້າ​ເອົາ​ອາໂຕມ 1 ລ້ານ​ອັນ​ມາ​ວາງ​ລຽນ​ຕໍ່ໆ​ກັນ​ກໍ​ຍັງ​ບໍ່​ໜາ​ເທົ່າ​ກັບ​ເສັ້ນ​ຜົມ​ເສັ້ນ​ໜຶ່ງ​ຊ້ຳ ແລະ​ເຖິງ​ວ່າ​ເຮົາ​ຈະ​ຂະຫຍາຍ​ອາໂຕມ​ໜຶ່ງ​ໃຫ້​ສູງ​ສ່ຳ​ຕຶກ 14 ຊັ້ນ ນິວເຄລຍ​ຂອງ​ມັນ​ກໍ​ຈະ​ໃຫຍ່​ສ່ຳ​ແຕ່​ກັບ​ເກືອ​ເມັດ​ໜຶ່ງ​ທີ່​ວາງ​ໄວ້​ຢູ່​ຊັ້ນ​ທີ 7 ຂອງ​ຕຶກ​ນັ້ນ. ແຕ່​ນິວເຄລຍ​ທີ່​ນ້ອຍໆ​ນີ້​ເປັນ​ແຫຼ່ງ​ຂອງ​ພະລັງ​ງານ​ທີ່​ເປັນ​ຕາ​ງຶດ​ຫຼາຍ. ມີ​ການ​ໃຊ້​ນິວເຄລຍ​ເຫຼົ່າ​ນີ້​ໃນ​ການ​ສ້າງ​ລະເບີດ​ນິວເຄລຍ​ທີ່​ມີ​ພະລັງ​ທຳລາຍ​ລ້າງ​ແບບ​ບໍ່​ເຫຼືອ​ຫຍັງ!

“ທຸກ​ສິ່ງ​ທີ່​ມີ​ລົມ​ຫາຍໃຈ”

15. ພະ​ເຢໂຫວາ​ຢາກ​ສອນ​ຫຍັງ​ໂຢບ​ເມື່ອ​ເວົ້າ​ເຖິງ​ສັດ​ຕ່າງໆ?

15 ເຮົາ​ຍັງ​ສາມາດ​ເຫັນ​ລິດເດດ​ໃນ​ການ​ສ້າງ​ຂອງ​ພະ​ເຢໂຫວາ​ໄດ້​ໂດຍ​ເບິ່ງ​ສັດ​ຫຼາຍ​ຊະນິດ​ທີ່​ເພິ່ນ​ສ້າງ. ເພງ​ສັນລະເສີນ​ບົດ 148 ເວົ້າ​ເຖິງ​ສິ່ງ​ຕ່າງໆ​ທີ່​ສັນລະເສີນ​ພະ​ເຢໂຫວາ ແລະ​ໃນ​ຂໍ້ 10 ກໍ​ເວົ້າ​ເຖິງ “ສັດ​ປ່າ​ແລະ​ສັດ​ບ້ານ” ນຳ. ມີ​ເທື່ອ​ໜຶ່ງ ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຫັນ​ເຫດຜົນ​ທີ່​ມະນຸດ​ຄວນ​ຢ້ານຢຳ​ເພິ່ນ. ເພິ່ນ​ເວົ້າ​ກັບ​ໂຢບ​ກ່ຽວກັບ​ສັດ​ຕ່າງໆ ເຊັ່ນ: ສິງ ລາ​ປ່າ (ມ້າ​ລາຍ) ງົວ​ປ່າ ເບເຫໂມດ (ຫຼື​ຊ້າງ​ນ້ຳ) ແລະ​ເລວີອາທານ (ອາດ​ໝາຍເຖິງ​ແຂ້). ຕອນ​ນັ້ນ ເພິ່ນ​ຢາກ​ຈະ​ສອນ​ຫຍັງ​ໂຢບ? ຖ້າ​ມະນຸດ​ຍັງ​ຮູ້ສຶກ​ປະທັບໃຈ​ເມື່ອ​ເຫັນ​ສັດ​ໃຫຍ່​ເຫຼົ່າ​ນີ້ ເຮົາ​ກໍ​ຄວນ​ຮູ້ສຶກ​ປະທັບໃຈ​ພະ​ເຢໂຫວາ​ຜູ້​ສ້າງ​ສັດ​ເຫຼົ່າ​ນີ້​ຫຼາຍ​ກວ່າ​ນັ້ນ​ອີກ.—ໂຢບ​ບົດ 38-41

16. ໃນ​ນົກ​ບາງ​ຊະນິດ​ທີ່​ພະ​ເຢໂຫວາ​ໄດ້​ສ້າງ ເຈົ້າ​ປະທັບໃຈ​ຫຍັງ?

16 ເພງ​ສັນລະເສີນ 148:10 ຍັງ​ເວົ້າ​ເຖິງ “ນົກ” ນຳ​ອີກ. ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ຊະນິດ​ຂອງ​ນົກ​ມີ​ຫຼາຍ​ສ່ຳ​ໃດ! ພະ​ເຢໂຫວາ​ບອກ​ໂຢບ​ກ່ຽວກັບ​ນົກ​ກະຈອກເທດ​ທີ່ “ມັນ​ຫົວຂວັນ​ໃສ່​ມ້າ​ກັບ​ຄົນ​ຂີ່​ມ້າ.” ເຖິງ​ວ່າ​ນົກ​ນີ້​ຈະ​ສູງ 2,5 ແມັດ​ແລະ​ບິນ​ບໍ່​ໄດ້ ແຕ່​ມັນ​ກໍ​ແລ່ນ​ໄດ້​ຕັ້ງ 65 ກິໂລແມັດ​ຕໍ່​ຊົ່ວໂມງ. ຂະໜາດ​ວ່າ​ມັນ​ກ້າວ​ແຕ່​ໂຢບ​ດຽວ​ກໍ​ຍາວ​ຕັ້ງ​ວ່າ 4,5 ແມັດ​ແລ້ວ! (ໂຢບ 39:13, 18) ໃນ​ອີກ​ດ້ານ​ໜຶ່ງ​ກໍ​ມີ​ນົກ​ອານບາທຣອດສ໌​ທີ່​ໃຊ້​ຊີວິດ​ສ່ວນ​ຫຼາຍ​ຢູ່​ກາງ​ອາກາດ​ເທິງ​ທະເລ. ນົກ​ທີ່​ເປັນ​ຄື​ກັບ​ເຄື່ອງ​ເວີ່ນ​ທຳມະຊາດ​ນີ້​ມີ​ປີກ​ເບື້ອງ​ນີ້​ຫາ​ປີກ​ເບື້ອງ​ນັ້ນ​ຍາວ​ປະມານ 3 ແມັດ ແລະ​ອາດ​ເວີ່ນ​ຢູ່​ເທິງ​ຟ້າ​ໄດ້​ຫຼາຍ​ຊົ່ວໂມງ​ເຊິ່ງ​ມີ​ແຕ່​ກາງ​ປີກ​ອອກ​ຊື່ໆ​ໂດຍ​ບໍ່​ຕ້ອງ​ກະ​ພິບ​ປີກ. ກົງ​ກັນ​ຂ້າມ ນົກ​ກະຈິບ​ເຜີ້ງ​ສົບ​ຍາວ​ເປັນ​ນົກ​ທີ່​ນ້ອຍ​ທີ່​ສຸດ​ໃນ​ໂລກ ໂຕ​ຂອງ​ມັນ​ຍາວ​ແຕ່ 5 ຊັງຕີແມັດ ແຕ່​ມັນ​ກະ​ພິບ​ປີກ 80 ເທື່ອ​ຕໍ່ 1 ວິນາທີ! ນົກ​ກະຈິບ​ເຜີ້ງ​ສົບ​ຍາວ​ສາມາດ​ບິນ​ເວີ່ນ​ໄດ້​ຄື​ກັບ​ຍົນ​ເຮລີຄົບເຕີ້ ແລະ​ມັນ​ຍັງ​ບິນ​ຖອຍ​ຫຼັງ​ໄດ້​ອີກ. ພວກ​ມັນ​ມີ​ສີ​ສັນ​ເຫຼື້ອມ​ຍິບຍັບ​ເປັນ​ປະ​ກາຍ​ຄື​ກັບ​ເພັດ.

17. ປາ​ວານ​ສີ​ຟ້າ​ໂຕ​ໃຫຍ່​ສ່ຳ​ໃດ ແລະ​ເມື່ອ​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ​ເຮົາ​ຮູ້ສຶກ​ແນວ​ໃດ?

17 ເພງ​ສັນລະເສີນ 148:7 ຍັງ​ບອກ​ວ່າ: “ສັດ​ໃຫຍ່​ໃນ​ທະເລ” ກໍ​ສັນລະເສີນ​ພະ​ເຢໂຫວາ. ຂໍ​ໃຫ້​ມາ​ເບິ່ງ​ປາ​ວານ​ສີ​ຟ້າ​ເຊິ່ງ​ເປັນ​ສັດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ. “ສັດ​ໃຫຍ່” ທີ່​ຢູ່​ໃນ​ມະຫາ​ສະໝຸດ​ນີ້​ອາດ​ຍາວ​ຮອດ 30 ແມັດ​ຫຼື​ຫຼາຍ​ກວ່າ​ນັ້ນ ແລະ​ອາດ​ໜັກສ່ຳ​ກັບ​ຊ້າງ​ໂຕ​ທີ່​ໃຫຍ່​ແລ້ວ 30 ໂຕ. ແມ່ນ​ແຕ່​ລີ້ນ​ຂອງ​ມັນ​ກໍ​ໜັກ​ເກືອບ​ສ່ຳ​ຊ້າງ​ໂຕ​ໜຶ່ງ. ຫົວໃຈ​ຂອງ​ມັນ​ໃຫຍ່​ສ່ຳ​ກັບ​ລົດ​ໃຫຍ່​ກະປ໋ອງ​ຄັນ​ໜຶ່ງ. ອະໄວຍະວະ​ທີ່​ໃຫຍ່​ນີ້​ເຕັ້ນ​ພຽງ​ແຕ່ 9 ເທື່ອ​ຕໍ່ 1 ນາທີ ເຊິ່ງ​ຕ່າງ​ກັນ​ຫຼາຍ​ເມື່ອ​ທຽບ​ກັບ​ຫົວໃຈ​ຂອງ​ນົກ​ກະຈິບ​ເຜີ້ງ​ທີ່​ອາດ​ເຕັ້ນ​ປະມານ 1.200 ເທື່ອ​ຕໍ່ 1 ນາທີ. ເສັ້ນ​ເລືອດ​ເສັ້ນ​ໜຶ່ງ​ຂອງ​ປາ​ວານ​ສີ​ຟ້າ​ໃຫຍ່​ຫຼາຍ​ຈົນ​ເດັກນ້ອຍ​ສາມາດ​ຄານ​ຢູ່​ໃນ​ເສັ້ນ​ເລືອດ​ນັ້ນ​ໄດ້. ເມື່ອ​ຄິດ​ເຖິງ​ສິ່ງ​ເຫຼົ່າ​ນີ້​ເຮົາ​ຢາກ​ເວົ້າ​ຄື​ກັບ​ຄຳ​ລົງ​ທ້າຍ​ໃນ​ປຶ້ມ​ເພງ​ສັນລະເສີນ​ທີ່​ວ່າ: “ໃຫ້​ທຸກ​ສິ່ງ​ທີ່​ມີ​ລົມ​ຫາຍໃຈ​ສັນລະເສີນ​ພະ​ເຢໂຫວາ.”—ເພງ​ສັນລະເສີນ 150:6

ບົດ​ຮຽນ​ຈາກ​ການ​ໃຊ້​ລິດເດດ​ໃນ​ການ​ສ້າງ​ຂອງ​ພະ​ເຢໂຫວາ

18, 19. ສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ພະ​ເຢໂຫວາ​ສ້າງ​ມີ​ຫຼາຍ​ສ່ຳ​ໃດ ແລະ​ສິ່ງ​ເຫຼົ່າ​ນັ້ນ​ສອນ​ຫຍັງ​ເຮົາ​ເລື່ອງ​ສິດ​ໃນ​ການ​ປົກຄອງ​ຂອງ​ເພິ່ນ?

18 ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ໃຊ້​ລິດເດດ​ໃນ​ການ​ສ້າງ? ເຮົາ​ຮູ້ສຶກ​ປະທັບໃຈ​ຫຼາຍ​ເມື່ອ​ເຫັນ​ສິ່ງ​ທີ່​ມີ​ຊີວິດ​ຫຼາກຫຼາຍ​ຊະນິດ​ທີ່​ພະ​ເຢໂຫວາ​ໄດ້​ສ້າງ. ຜູ້​ຂຽນ​ເພງ​ສັນລະເສີນ​ຄົນ​ໜຶ່ງ​ໄດ້​ບອກ​ວ່າ: “ພະ​ເຢໂຫວາ​ເອີ້ຍ ຜົນ​ງານ​ຂອງ​ພະອົງ​ມີ​ຫຼາຍ​ແທ້ໆ . . . ຢູ່​ໃນ​ໂລກ​ກໍ​ເຕັມ​ແຕ່​ສິ່ງ​ທີ່​ພະອົງ​ສ້າງ.” (ເພງ​ສັນລະເສີນ 104:24) ຄຳເວົ້າ​ນີ້​ເປັນ​ຄວາມ​ຈິງ​ແທ້ໆ! ນັກ​ຊີວະ​ສາດ​ຄົ້ນພົບ​ວ່າ​ຢູ່​ໃນ​ໂລກ​ມີ​ສິ່ງ​ທີ່​ມີ​ຊີວິດ​ຫຼາຍ​ກວ່າ 1 ລ້ານ​ຊະນິດ. ແຕ່​ບາງ​ຄົນ​ຄິດ​ວ່າ​ອາດຈະ​ມີ​ຫຼາຍ​ກວ່າ​ນັ້ນ​ອີກ​ຫຼາຍ​ລ້ານ​ຊະນິດ. ບາງ​ເທື່ອ​ນັກ​ສິລະປິນ​ຄົນ​ໜຶ່ງ​ອາດຈະ​ຄິດ​ແນວ​ສ້າງ​ສັນ​ໃໝ່ໆ​ບໍ່​ອອກ​ກໍ​ໄດ້. ແຕ່​ເຫັນ​ໄດ້​ແຈ້ງ​ວ່າ​ລິດເດດ​ໃນ​ການ​ສ້າງ​ສັນ​ສິ່ງ​ໃໝ່ໆ​ຂອງ​ພະ​ເຢໂຫວາ​ບໍ່​ມີ​ມື້​ໝົດ​ເລີຍ.

19 ພະ​ເຢໂຫວາ​ໃຊ້​ລິດເດດ​ໃນ​ການ​ສ້າງ​ສິ່ງ​ຕ່າງໆ​ເພື່ອ​ສອນ​ເຮົາ​ວ່າ​ເພິ່ນ​ມີ​ສິດ​ປົກຄອງ​ທຸກ​ສິ່ງ​ທີ່​ເພິ່ນ​ສ້າງ. ຄຳ​ວ່າ “ຜູ້​ສ້າງ” ຊ່ວຍ​ແຍກ​ພະ​ເຢໂຫວາ​ອອກ​ຈາກ​ສິ່ງ​ອື່ນ​ທັງໝົດ​ໃນ​ເອກະພົບ ຍ້ອນ​ເພິ່ນ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ. ເຖິງ​ວ່າ​ລູກ​ຄົນ​ດຽວ​ຂອງ​ພະ​ເຢໂຫວາ​ຈະ​ເປັນ “ນາຍ​ຊ່າງ” ໃນ​ການ​ສ້າງ​ສິ່ງ​ຕ່າງໆ ແຕ່​ຄຳພີ​ໄບເບິນ​ກໍ​ບໍ່​ເຄີຍ​ເອີ້ນ​ພະ​ເຢຊູ​ວ່າ​ຜູ້​ສ້າງ​ຈັກ​ເທື່ອ (ສຸພາສິດ 8:30; ມັດທາຍ 19:4) ແຕ່​ເອີ້ນ​ເພິ່ນ​ວ່າ “ຜູ້​ທຳອິດ​ທີ່​ຖືກ​ສ້າງ​ກ່ອນ​ທຸກ​ສິ່ງ.” (ໂກໂລຊາຍ 1:15) ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ ຈຶ່ງ​ມີ​ແຕ່​ເພິ່ນ​ຜູ້​ດຽວ​ທີ່​ມີ​ສິດ​ທີ່​ຈະ​ປົກຄອງ​ທຸກ​ຄົນ​ແລະ​ທຸກໆ​ສິ່ງ​ໃນ​ເອກະພົບ.—ໂຣມ 1:20; ພະ​ນິມິດ 4:11

20. ການ​ທີ່​ພະ​ເຢໂຫວາ​ຢຸດ​ພັກ​ຈາກ​ການ​ສ້າງ​ສິ່ງ​ຕ່າງໆ​ຢູ່​ໂລກ​ໝາຍເຖິງ​ຫຍັງ?

20 ພະ​ເຢໂຫວາ​ເຊົາ​ໃຊ້​ລິດເດດ​ໃນ​ການ​ສ້າງ​ຂອງ​ເພິ່ນ​ແລ້ວ​ບໍ? ຄຳພີ​ໄບເບິນ​ບອກ​ວ່າ​ເມື່ອ​ພະ​ເຢໂຫວາ​ແລ້ວ​ວຽກ​ໃນ​ການ​ສ້າງ​ຂອງ​ເພິ່ນ​ໃນ​ມື້​ທີ 6 ຈາກນັ້ນ ‘ມື້​ທີ 7 ເພິ່ນ​ໄດ້​ເລີ່ມ​ຢຸດ​ພັກ​ຈາກ​ວຽກ​ທັງໝົດ​ຂອງ​ເພິ່ນ.’ (ປະຖົມມະການ 2:2) ແຕ່​ອັກຄະສາວົກ​ໂປໂລ​ບອກ​ວ່າ “ມື້” ທີ 7 ນີ້​ດົນ​ນານ​ຫຼາຍ​ພັນ​ປີ ຍ້ອນ​ມື້​ນັ້ນ​ຍັງ​ຢູ່​ມາ​ຈົນ​ຮອດ​ສະໄໝ​ຂອງ​ລາວ. (ເຮັບເຣີ 4:3-6) ແຕ່​ການ “ຢຸດ​ພັກ” ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ເຊົາ​ເຮັດ​ວຽກ​ທຸກ​ຢ່າງ​ບໍ? ບໍ່​ແມ່ນ. ພະ​ເຢໂຫວາ​ບໍ່​ເຄີຍ​ເຊົາ​ເຮັດ​ວຽກ. (ເພງ​ສັນລະເສີນ 92:4; ໂຢຮັນ 5:17) ດັ່ງນັ້ນ ການ​ຢຸດ​ພັກ​ຂອງ​ເພິ່ນ​ໝາຍເຖິງ​ການ​ເຊົາ​ສ້າງ​ສິ່ງ​ຕ່າງໆ​ຢູ່​ໂລກ. ແຕ່​ເພິ່ນ​ບໍ່​ເຄີຍ​ເຊົາ​ເຮັດ​ສິ່ງ​ຕ່າງໆ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້. ຕົວຢ່າງ​ໜຶ່ງ​ກໍ​ແມ່ນ​ເພິ່ນ​ໄດ້​ດົນໃຈ​ໃຫ້​ຂຽນ​ຄຳພີ​ໄບເບິນ ແລະ​ວຽກ​ຂອງ​ເພິ່ນ​ຍັງ​ກ່ຽວ​ຂ້ອງ​ກັບ​ການ​ເຮັດ​ໃຫ້​ເກີດ “ຄົນ​ທີ່​ຖືກ​ສ້າງ​ຂຶ້ນ​ໃໝ່” ເຊິ່ງ​ເຮົາ​ຈະ​ເບິ່ງ​ນຳ​ກັນ​ໃນ​ບົດ​ທີ 19.—2 ໂກຣິນໂທ 5:17

21. ຕອນ​ທີ່​ເຮົາ​ມີ​ຊີວິດ​ຕະຫຼອດ​ໄປ ເຮົາ​ຈະ​ຮູ້ສຶກ​ແນວ​ໃດ​ກ່ຽວກັບ​ລິດເດດ​ໃນ​ການ​ສ້າງ​ຂອງ​ພະ​ເຢໂຫວາ?

21 ເມື່ອ​ວັນ​ຢຸດ​ພັກ​ຂອງ​ພະ​ເຢໂຫວາ​ສິ້ນ​ສຸດ​ລົງ ຕອນ​ນັ້ນ​ເພິ່ນ​ກໍ​ຈະ​ເວົ້າ​ໄດ້​ວ່າ​ວຽກ​ທັງໝົດ​ຂອງ​ເພິ່ນ​ທີ່​ຢູ່​ໂລກ “ດີ​ຫຼາຍ” ຄື​ກັບ​ທີ່​ເພິ່ນ​ໄດ້​ບອກ​ໃນ​ຕອນ​ຈົບ​ຂອງ​ມື້​ທີ 6 ຂອງ​ການ​ສ້າງ. (ປະຖົມມະການ 1:31) ເຮົາ​ບໍ່​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ໃຊ້​ລິດເດດ​ໃນ​ການ​ສ້າງ​ທີ່​ບໍ່​ມີ​ຂີດ​ຈຳກັດ​ຂອງ​ເພິ່ນ​ແນວ​ໃດ​ໃນ​ອະນາຄົດ ແຕ່​ເຮົາ​ໝັ້ນໃຈ​ວ່າ​ເຮົາ​ຈະ​ປະທັບໃຈ​ໃນ​ວິທີ​ທີ່​ເພິ່ນ​ຈະ​ໃຊ້​ລິດເດດ​ໃນ​ການ​ສ້າງ​ຂອງ​ເພິ່ນ​ສະເໝີ. ຕອນ​ທີ່​ເຮົາ​ມີ​ຊີວິດ​ຕະຫຼອດ​ໄປ ເຮົາ​ກໍ​ຈະ​ໄດ້​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຈາກ​ສິ່ງ​ທີ່​ເພິ່ນ​ສ້າງ. (ປັນຍາຈານ 3:11) ແຮ່ງ​ເຮົາ​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ນັບຖື​ແລະ​ໃຫ້​ກຽດ​ເພິ່ນ​ຫຼາຍ​ເທົ່າ​ນັ້ນ ແລ້ວ​ເຮົາ​ກໍ​ຈະ​ໃກ້ຊິດ​ກັບ​ຜູ້​ສ້າງ​ອົງ​ຍິ່ງໃຫຍ່​ຫຼາຍ​ຂຶ້ນ​ນຳ.

a ເພື່ອ​ຈະ​ເຂົ້າໃຈ​ໂຕ​ເລກ​ຈຳນວນ​ຫຼາຍ​ນີ້​ໄດ້ ໃຫ້​ລອງ​ຄິດ​ໄລ່​ແບບ​ນີ້. ຖ້າ​ເຈົ້າ​ເດີນທາງ​ດ້ວຍ​ລົດ​ໃຫຍ່​ໃນ​ໄລຍະ​ທາງ​ສ່ຳ​ນັ້ນ ເຖິງ​ວ່າ​ຈະ​ຂັບ​ດ້ວຍ​ຄວາມ​ໄວ 160 ກິໂລແມັດ​ຕໍ່​ຊົ່ວໂມງ ແລະ​ຂັບ​ໝົດ​ມື້​ໝົດ​ຄືນ 24 ຊົ່ວໂມງ​ເຈົ້າ​ຈະ​ຕ້ອງ​ໃຊ້​ເວລາ​ຫຼາຍ​ກວ່າ 100 ປີ​ຈຶ່ງ​ຈະ​ໄປ​ຮອດ!

b ບາງ​ຄົນ​ຄິດ​ວ່າ​ຄົນ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ​ເຄີຍ​ໃຊ້​ກ້ອງ​ສ່ອງ​ເບິ່ງ​ດາວ​ທີ່​ເຮັດ​ແບບ​ງ່າຍໆ. ເຂົາເຈົ້າ​ໃຫ້​ເຫດຜົນ​ວ່າ​ຄັນ​ບໍ່​ຊັ້ນ​ຄົນ​ສະໄໝ​ນັ້ນ​ຄື​ຊິ​ບໍ່​ຮູ້​ດອກ​ວ່າ​ມີ​ດາວ​ຫຼາຍ​ຈົນ​ນັບ​ບໍ່​ໄດ້. ຄວາມ​ຄິດ​ແບບ​ນັ້ນ​ເບິ່ງ​ຂ້າມ​ຄວາມ​ຈິງ​ທີ່​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ໃຫ້​ຂໍ້ມູນ​ກັບ​ຜູ້​ທີ່​ຂຽນ​ຄຳພີ​ໄບເບິນ.—2 ຕີໂມທຽວ 3:16

c ລອງ​ນຶກພາບ​ເບິ່ງ​ວ່າ​ເຈົ້າ​ຈະ​ໃຊ້​ເວລາ​ດົນ​ປານ​ໃດ​ເພື່ອ​ນັບ​ດາວ​ຈຳນວນ 1 ແສນ​ລ້ານ​ດວງ. ຖ້າ​ທຸກ 1 ວິນາທີ​ເຈົ້າ​ນັບ​ດາວ 1 ດວງ ແລະ​ນັບ​ແບບ​ນີ້​ຕະຫຼອດ 24 ຊົ່ວໂມງ​ທຸກ​ມື້ ເຈົ້າ​ຈະ​ຕ້ອງ​ໃຊ້​ເວລາ 3.171 ປີ!