ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 6

ລິດເດດ​ໃນ​ການ​ທຳລາຍ​ຂອງ ‘ພະ​ເຢໂຫວາ​ນັກຮົບ​ທີ່​ເກັ່ງ​ຫຼາຍ’

ລິດເດດ​ໃນ​ການ​ທຳລາຍ​ຂອງ ‘ພະ​ເຢໂຫວາ​ນັກຮົບ​ທີ່​ເກັ່ງ​ຫຼາຍ’

1-3. (ກ) ພວກ​ອິດສະຣາເອນ​ໄດ້​ເຈິ​ເຫດການ​ຫຍັງ​ທີ່​ເປັນ​ອັນຕະລາຍ? (ຂ) ພະ​ເຢໂຫວາ​ໄດ້​ຕໍ່ສູ້​ໃຫ້​ປະຊາຊົນ​ຂອງ​ເພິ່ນ​ແນວ​ໃດ?

 ພວກ​ອິດສະຣາເອນ​ເຈິ​ທາງ​ຕັນ ຊິ​ໜີ​ໄປ​ທາງ​ໃດ​ກໍ​ບໍ່​ໄດ້​ແລ້ວ ທັງ​ເບື້ອງ​ຊ້າຍ​ແລະ​ເບື້ອງ​ຂວາ​ມີ​ແຕ່​ຜາ​ສູງໆ ທາງ​ໜ້າ​ກໍ​ແມ່ນ​ທະເລ​ແດງ​ທີ່​ຂ້າມ​ໄປ​ບໍ່​ໄດ້ ແລະ​ທາງ​ຫຼັງ​ກໍ​ແມ່ນ​ກອງ​ທະຫານ​ເອຢິບ​ທີ່​ໂຫດຫ້ຽມ​ທີ່​ພ້ອມ​ຈະ​ຂ້າ​ເຂົາເຈົ້າ. ກອງທັບ​ໃຫຍ່​ນີ້​ໄລ່​ໃກ້​ຊິ​ທັນ​ເຂົາເຈົ້າ​ແລ້ວ. a ແຕ່​ໂມເຊ​ກໍ​ຍັງ​ໃຫ້​ກຳລັງ​ໃຈ​ປະຊາຊົນ​ຂອງ​ພະເຈົ້າ​ແລະ​ຮັບຮອງ​ກັບ​ເຂົາເຈົ້າ​ວ່າ: “ພະ​ເຢໂຫວາ​ຈະ​ຕໍ່ສູ້​ໃຫ້​ພວກ​ເຈົ້າ.”—ອົບພະຍົບ 14:14

2 ໂມເຊ​ໄດ້​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຊ່ວຍ ແລະ​ເພິ່ນ​ກໍ​ຕອບ​ວ່າ: “ເປັນ​ຫຍັງ​ພວກ​ເຈົ້າ​ຮ້ອງ​ຂໍ​ໃຫ້​ເຮົາ​ຊ່ວຍ? . . . ໃຫ້​ເຈົ້າ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ແລະ​ຊີ້​ໄປ​ທາງ​ທະເລ ແລ້ວ​ນ້ຳ​ທະເລ​ກໍ​ຈະ​ແຍກ​ອອກ​ຈາກ​ກັນ.” (ອົບພະຍົບ 14:15, 16) ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ຫຼັງ​ຈາກ​ນັ້ນ​ເກີດ​ຫຍັງ​ຂຶ້ນ. ພະ​ເຢໂຫວາ​ສັ່ງ​ທູດສະຫວັນ​ຂອງ​ເພິ່ນ​ໃຫ້​ມາ​ຊ່ວຍ​ເຂົາເຈົ້າ​ທັນທີ ແລະ​ເສົາ​ຂີ້ເຝື້ອ​ກໍ​ຍ້າຍ​ໄປ​ຕັ້ງ​ຢູ່​ທາງ​ຫຼັງ​ພວກ​ອິດສະຣາເອນ. ເສົາ​ຂີ້ເຝື້ອ​ນັ້ນ​ກັ້ນ​ຢູ່​ທາງ​ກາງ​ຄື​ກັບ​ກຳແພງ​ເພື່ອ​ບໍ່​ໃຫ້​ພວກ​ເອຢີບ​ໂຈມຕີ​ພວກ​ອິດສະຣາເອນ​ໄດ້. (ອົບພະຍົບ 14:19, 20; ເພງ​ສັນລະເສີນ 105:39) ໂມເຊ​ໄດ້​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ ແລ້ວ​ກໍ​ມີ​ລົມ​ພັດ​ມາ​ບັກ​ແຮງໆ​ຈົນ​ເຮັດ​ໃຫ້​ນ້ຳ​ທະເລ​ແຍກ​ອອກ​ຈາກ​ກັນ. ນ້ຳ​ໄດ້​ແຂ້ນ​ແລະ​ຕັ້ງ​ຂຶ້ນ​ຄື​ຝາ​ຢູ່ 2 ຂ້າງ ເປີດ​ເປັນ​ທາງ​ກວ້າງ​ພໍ​ດີ​ໃຫ້​ພວກ​ອິດສະຣາເອນ​ທັງໝົດ​ຍ່າງ​ຂ້າມ​ໄປ​ໄດ້!—ອົບພະຍົບ 14:21; 15:8

3 ເມື່ອ​ຟາໂຣ​ເຫັນ​ການ​ອັດສະຈັນ​ນີ້ ລາວ​ຄວນ​ສັ່ງ​ໃຫ້​ກອງ​ທະຫານ​ເຊົາ​ໄລ່​ພວກ​ອິດສະຣາເອນ ແຕ່​ຟາໂຣ​ຜູ້​ຍິ່ງ​ຈອງຫອງ​ພັດ​ສັ່ງ​ໃຫ້​ທະຫານ​ບຸກ​ໂຈມຕີ. (ອົບພະຍົບ 14:23) ພວກ​ເອຢີບ​ຟ້າວ​ແລ່ນ​ນຳ​ຫຼັງ​ພວກ​ອິດສະຣາເອນ​ລົງ​ໄປ​ທະເລ ແຕ່​ບໍ່​ດົນ​ກົງ​ລໍ້​ລົດ​ມ້າ​ຂອງ​ເຂົາເຈົ້າ​ກໍ​ຫຼຸດ​ອອກ. ເມື່ອ​ພວກ​ອິດສະຣາເອນ​ທຸກ​ຄົນ​ຂ້າມ​ໄປ​ໄດ້​ຢ່າງ​ປອດໄພ​ແລ້ວ ພະ​ເຢໂຫວາ​ກໍ​ສັ່ງ​ໂມເຊ​ວ່າ: “ໃຫ້​ເຈົ້າ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ແລະ​ຊີ້​ໄປ​ທາງ​ທະເລ​ເພື່ອ​ນ້ຳ​ຈະ​ເຊົາ​ແຍກ​ຈາກ​ກັນ ແລ້ວ​ໄຫຼ​ທັບ​ພວກ​ເອຢິບ ພວກ​ລົດ​ຮົບ ແລະ​ພວກ​ທະຫານ​ມ້າ.” ແລ້ວ​ນ້ຳ​ທີ່​ແຂ້ນ​ແລະ​ຕັ້ງ​ຂຶ້ນ​ເປັນ​ຄື​ຝາ​ນັ້ນ​ກໍ​ໄດ້​ລົ້ມ​ທັບ​ໃສ່​ຟາໂຣ​ແລະ​ກອງ​ທະຫານ​ຂອງ​ລາວ​ທັງໝົດ!—ອົບພະຍົບ 14:24-28; ເພງ​ສັນລະເສີນ 136:15

4. (ກ) ຢູ່​ທະເລ​ແດງ​ພະ​ເຢໂຫວາ​ພິສູດ​ວ່າ​ເພິ່ນ​ເປັນ​ຫຍັງ​ສຳລັບ​ພວກ​ອິດສະຣາເອນ? (ຂ) ບາງ​ຄົນ​ອາດ​ຮູ້ສຶກ​ແນວ​ໃດ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ໃຊ້​ລິດເດດ​ຂອງ​ເພິ່ນ​ໃນ​ການ​ສູ້ຮົບ?

4 ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ຊ່ວຍ​ພວກ​ອິດສະຣາເອນ​ຢູ່​ທະເລ​ແດງ​ໃຫ້​ລອດ​ສອນ​ເຮົາ​ຫຼາຍ​ເລື່ອງ​ກ່ຽວກັບ​ເພິ່ນ. ພະ​ເຢໂຫວາ​ໄດ້​ພິສູດ​ວ່າ​ເພິ່ນ​ເປັນ “ນັກຮົບ​ທີ່​ເກັ່ງ​ຫຼາຍ.” (ອົບພະຍົບ 15:3) ແຕ່​ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ໃຊ້​ລິດເດດ​ໃນ​ການ​ສູ້ຮົບ? ສົງຄາມ​ເຮັດ​ໃຫ້​ຄົນ​ເຮົາ​ເຈັບ​ປວດ​ແລະ​ຕ້ອງ​ເຈິ​ຄວາມ​ທຸກ​ລຳບາກ​ຫຼາຍ​ແທ້ໆ. ຖ້າ​ພະ​ເຢໂຫວາ​ໃຊ້​ລິດເດດ​ຂອງ​ເພິ່ນ​ໃນ​ການ​ສູ້ຮົບ ເຈົ້າ​ອາດຈະ​ບໍ່​ຢາກ​ເປັນ​ໝູ່​ກັບ​ເພິ່ນ​ແມ່ນ​ບໍ?

ຢູ່​ທະເລ​ແດງ ພະ​ເຢໂຫວາ​ໄດ້​ພິສູດ​ວ່າ​ເພິ່ນ​ເປັນ “ນັກຮົບ​ທີ່​ເກັ່ງ​ຫຼາຍ”

ສົງຄາມ​ຂອງ​ພະເຈົ້າ​ບໍ່​ຄື​ກັບ​ສົງຄາມ​ຂອງ​ມະນຸດ

5, 6. (ກ) ເປັນ​ຫຍັງ​ຈຶ່ງ​ເອີ້ນ​ພະເຈົ້າ​ວ່າ “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ”? (ຂ) ສົງຄາມ​ຂອງ​ພະເຈົ້າ​ບໍ່​ຄື​ກັບ​ສົງຄາມ​ຂອງ​ມະນຸດ​ແນວ​ໃດ?

5 ມີ​ການ​ໃຊ້​ຄຳ​ບອກ​ຕຳແໜ່ງ​ຂອງ​ພະເຈົ້າ​ວ່າ: “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ” ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ 260 ເທື່ອ ແລະ​ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ 2 ເທື່ອ. (1 ຊາມູເອນ 1:11) ໃນ​ຖານະ​ຜູ້​ປົກຄອງ​ທີ່​ຍິ່ງໃຫຍ່​ສູງ​ສຸດ ພະ​ເຢໂຫວາ​ເບິ່ງແຍງ​ແລະ​ຈັດ​ລະບຽບ​ກອງທັບ​ທູດສະຫວັນ​ທີ່​ໃຫຍ່​ແລະ​ມີ​ກຳລັງ​ຫຼາຍ. (ໂຢຊວຍ 5:13-15; 1 ກະສັດ 22:19) ທູດສະຫວັນ​ເຫຼົ່າ​ນີ້​ສາມາດ​ທຳລາຍ​ກອງທັບ​ສັດຕູ​ຂອງ​ພະເຈົ້າ​ໄດ້​ແບບ​ງ່າຍໆ. (ເອຊາຢາ 37:36) ເຖິງ​ວ່າ​ການ​ທຳລາຍ​ບໍ່​ແມ່ນ​ເລື່ອງ​ທີ່​ເປັນ​ຕາ​ໜ້າ​ຍິນດີ ແຕ່​ເຮົາ​ຕ້ອງ​ຈື່​ວ່າ​ສົງຄາມ​ຂອງ​ພະເຈົ້າ​ບໍ່​ຄື​ກັບ​ສົງຄາມ​ຂອງ​ມະນຸດ. ຜູ້​ນຳ​ຂອງ​ໂລກ​ອ້າງ​ວ່າ​ເຂົາເຈົ້າ​ມີ​ເຫດຜົນ​ທີ່​ດີ​ທີ່​ຈະ​ເຮັດ​ສົງຄາມ. ແຕ່​ສົງຄາມ​ຂອງ​ມະນຸດ​ກ່ຽວ​ຂ້ອງ​ກັບ​ຄວາມ​ໂລບ​ແລະ​ຄວາມ​ເຫັນ​ແກ່​ໂຕ​ສະເໝີ.

6 ບໍ່​ຄື​ກັບ​ມະນຸດ ພະ​ເຢໂຫວາ​ບໍ່​ໄດ້​ເຮັດ​ຫຍັງ​ຕາມ​ໃຈ​ໂຕເອງ​ຫຼື​ເຮັດ​ຫຍັງ​ໂດຍ​ບໍ່​ໄດ້​ຄິດ​ແບບ​ຮອບຄອບ. ພະ​ບັນຍັດ 32:4 ບອກ​ວ່າ: “ພະເຈົ້າ​ເປັນ​ຄື​ກັບ​ຫີນ​ຜາ. ທຸກ​ສິ່ງ​ທີ່​ເພິ່ນ​ເຮັດ​ບໍ່​ມີ​ບ່ອນ​ຕິ. ແນວ​ທາງ​ຂອງ​ເພິ່ນ​ຍຸຕິທຳ. ເພິ່ນ​ເປັນ​ຜູ້​ທີ່​ພວກ​ເຮົາ​ໄວ້ໃຈ​ໄດ້. ເພິ່ນ​ຍຸຕິທຳ​ແລະ​ດີ​ແທ້ໆ.” ຄຳພີ​ໄບເບິນ​ບອກ​ວ່າ​ຄວາມ​ໂຫດຫ້ຽມ ຄວາມ​ຮຸນແຮງ ແລະ​ຄວາມ​ໃຈ​ຮ້າຍ​ທີ່​ບໍ່​ມີ​ການ​ຄວບຄຸມ​ເປັນ​ສິ່ງ​ທີ່​ຜິດ. (ປະຖົມມະການ 49:7; ເພງ​ສັນລະເສີນ 11:5) ດັ່ງນັ້ນ ຖ້າ​ພະ​ເຢໂຫວາ​ເຮັດ​ສົງຄາມ ເພິ່ນ​ກໍ​ຕ້ອງ​ມີ​ເຫດຜົນ​ທີ່​ດີ​ແທ້ໆ​ເພິ່ນ​ຈຶ່ງ​ເຮັດ. ເພິ່ນ​ໃຊ້​ລິດເດດ​ໃນ​ການ​ທຳລາຍ​ໃນ​ກໍລະນີ​ທີ່​ບໍ່​ມີ​ທາງ​ເລືອກ​ອື່ນ​ແລະ​ໃຊ້​ໜ້ອຍ​ທີ່​ສຸດ. ເພິ່ນ​ບອກ​ຜ່ານ​ທາງ​ເອເຊກຽນ​ຜູ້​ພະຍາກອນ​ຂອງ​ເພິ່ນ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ເຮົາ​ບໍ່​ດີ​ໃຈ​ທີ່​ເຫັນ​ຄົນ​ຊົ່ວ​ຕາຍ ແຕ່​ເຮົາ​ຢາກ​ໃຫ້​ລາວ​ເຊົາ​ເຮັດ​ຊົ່ວ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ຕໍ່​ໄປ.’”—ເອເຊກຽນ 18:23

7, 8. (ກ) ໂຢບ​ເຂົ້າໃຈ​ຜິດ​ແນວ​ໃດ​ກ່ຽວກັບ​ເລື່ອງ​ຮ້າຍໆ​ທີ່​ລາວ​ເຈິ? (ຂ) ເອລີຮູ​ຊ່ວຍ​ແກ້ໄຂ​ຄວາມ​ຄິດ​ຂອງ​ໂຢບ​ແນວ​ໃດ? (ຄ) ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ໂຢບ?

7 ຖ້າ​ຈັ່ງ​ຊັ້ນ ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຊ້​ລິດເດດ​ໃນ​ການ​ທຳລາຍ? ກ່ອນ​ຈະ​ຕອບ​ຄຳ​ຖາມ​ນີ້ ຂໍ​ໃຫ້​ຄິດ​ເຖິງ​ໂຢບ​ຜູ້​ຊາຍ​ທີ່​ສັດຊື່. ຊາຕານ​ໄດ້​ກ່າວຫາ​ວ່າ​ໂຢບ​ແລະ​ມະນຸດ​ທຸກ​ຄົນ​ຈະ​ບໍ່​ສັດຊື່​ຕໍ່​ພະເຈົ້າ​ເມື່ອ​ຖືກ​ທົດສອບ. ພະ​ເຢໂຫວາ​ຕອບ​ຂໍ້​ກ່າວຫາ​ນັ້ນ​ໂດຍ​ຍອມ​ໃຫ້​ຊາຕານ​ທົດສອບ​ຄວາມ​ສັດຊື່​ຂອງ​ໂຢບ. ຍ້ອນ​ແນວ​ນີ້​ໂຢບ​ຈຶ່ງ​ຕ້ອງ​ເຈັບ​ປ່ວຍ​ຢ່າງ​ຮຸນແຮງ ສູນ​ເສຍ​ຊັບ​ສົມບັດ​ທີ່​ລາວ​ມີ ແລະ​ສູນ​ເສຍ​ລູກ​ນຳ. (ໂຢບ 1:1–2:8) ໂຢບ​ບໍ່​ຮູ້​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ເຈິ​ເລື່ອງ​ຮ້າຍໆ​ແບບ​ນັ້ນ ແລະ​ລາວ​ເຂົ້າໃຈ​ຜິດ​ວ່າ​ທີ່​ລາວ​ເຈິ​ຄວາມ​ທຸກ​ທໍລະມານ​ແບບ​ນັ້ນ​ກໍ​ຍ້ອນ​ພະເຈົ້າ​ລົງໂທດ​ລາວ​ແບບ​ບໍ່​ຍຸຕິທຳ. ລາວ​ຖາມ​ພະເຈົ້າ​ວ່າ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ເຮັດ​ໃຫ້​ລາວ​ເປັນ “ເປົ້າ” ແລະ​ເປັນ “ສັດຕູ” ຂອງ​ເພິ່ນ.—ໂຢບ 7:20; 13:24

8 ແຕ່​ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ. ເອລີຮູ​ຊ່ວຍ​ໂຢບ​ໃຫ້​ຮູ້​ວ່າ​ໂຢບ​ກຳລັງ​ເຂົ້າໃຈ​ຜິດ​ໂດຍ​ເວົ້າ​ວ່າ: “ເຈົ້າ​ໝັ້ນໃຈ​ວ່າ​ເຈົ້າ​ເຮັດ​ຖືກ​ຈົນ​ກ້າ​ເວົ້າ​ວ່າ ‘ຂ້ອຍ​ເປັນ​ຝ່າຍ​ຖືກ​ກວ່າ​ພະເຈົ້າ’ ຊັ້ນ​ບໍ?” (ໂຢບ 35:2) ບໍ່​ສະຫຼາດ​ເລີຍ​ທີ່​ຈະ​ຄິດ​ວ່າ​ເຮົາ​ຮູ້​ດີ​ກວ່າ​ພະເຈົ້າ ຫຼື​ສະຫຼຸບ​ວ່າ​ເພິ່ນ​ເຮັດ​ແບບ​ບໍ່​ຍຸຕິທຳ. ເອລີຮູ​ບອກ​ວ່າ: “ເປັນ​ໄປ​ບໍ່​ໄດ້​ທີ່​ພະເຈົ້າ​ທ່ຽງແທ້​ຈະ​ເຮັດ​ຊົ່ວ ແລະ​ບໍ່​ມີ​ທາງ​ທີ່​ຜູ້​ມີ​ລິດເດດ​ສູງ​ສຸດ​ຈະ​ເຮັດ​ຜິດ.” ຈາກ​ນັ້ນ ເອລີຮູ​ກໍ​ເວົ້າ​ອີກ​ວ່າ: “ເຮົາ​ບໍ່​ສາມາດ​ເຂົ້າໃຈ​ກ່ຽວກັບ​ຜູ້​ມີ​ລິດເດດ​ສູງ​ສຸດ. ເພິ່ນ​ມີ​ລິດເດດ​ທີ່​ຍິ່ງໃຫຍ່. ເພິ່ນ​ເຮັດ​ສິ່ງ​ທີ່​ຍຸຕິທຳ​ແລະ​ຖືກຕ້ອງ​ສະເໝີ.” (ໂຢບ 34:10; 36:22, 23; 37:23) ເຮົາ​ໝັ້ນໃຈ​ໄດ້​ວ່າ​ເມື່ອ​ພະເຈົ້າ​ເຮັດ​ສົງຄາມ ເພິ່ນ​ຕ້ອງ​ມີ​ເຫດຜົນ​ທີ່​ດີ​ເພິ່ນ​ຈຶ່ງ​ເຮັດ. ຂໍ​ໃຫ້​ເຮົາ​ຈື່​ເລື່ອງ​ນີ້​ໄວ້ ຕອນນີ້​ເຮົາ​ຈະ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ວ່າ​ເປັນ​ຫຍັງ​ບາງ​ເທື່ອ​ພະ​ເຢໂຫວາ​ພະເຈົ້າ​ທີ່​ເຮັດ​ໃຫ້​ເກີດ​ສັນຕິສຸກ​ຈຶ່ງ​ເຮັດ​ສົງຄາມ.—1 ໂກຣິນໂທ 14:33

ເຫດຜົນ​ທີ່​ພະເຈົ້າ​ທີ່​ເຮັດ​ໃຫ້​ເກີດ​ສັນຕິສຸກ​ຕ້ອງ​ເຮັດ​ສົງຄາມ

9. ເປັນ​ຫຍັງ​ພະເຈົ້າ​ອົງ​ບໍລິສຸດ​ຈຶ່ງ​ຕ້ອງ​ເຮັດ​ສົງຄາມ?

9 ຫຼັງ​ຈາກ​ສັນລະເສີນ​ພະເຈົ້າ​ຖານະ​ເປັນ “ນັກຮົບ​ທີ່​ເກັ່ງ​ຫຼາຍ” ໂມເຊ​ບອກ​ວ່າ: “ພະ​ເຢໂຫວາ​ເອີ້ຍ ບໍ່​ມີ​ພະເຈົ້າ​ອົງ​ໃດ​ທຽບ​ກັບ​ພະອົງ​ໄດ້. ພະອົງ​ບໍລິສຸດ ແລະ​ບໍ່​ມີ​ພະເຈົ້າ​ອົງ​ໃດ​ຄື​ພະອົງ.” (ອົບພະຍົບ 15:11) ຜູ້​ພະຍາກອນ​ຮາບາກຸກ​ຂຽນ​ຄ້າຍໆ​ກັນ​ວ່າ: “ຕາ​ຂອງ​ພະອົງ​ບໍລິສຸດ​ຫຼາຍ​ຈຶ່ງ​ທົນ​ເຫັນ​ຄວາມ​ຊົ່ວ​ບໍ່​ໄດ້ ແລະ​ພະອົງ​ກໍ​ທົນ​ເຫັນ​ສິ່ງ​ຊົ່ວ​ຕໍ່​ໄປ​ບໍ່​ໄດ້.” (ຮາບາກຸກ 1:13) ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ ບໍລິສຸດ ແລະ​ຍຸຕິທຳ​ນຳ. ແຕ່​ບາງ​ເທື່ອ​ຄຸນລັກສະນະ​ເຫຼົ່າ​ນີ້​ກໍ​ກະຕຸ້ນ​ໃຫ້​ເພິ່ນ​ໃຊ້​ລິດເດດ​ໃນ​ການ​ທຳລາຍ. (ເອຊາຢາ 59:15-19; ລູກາ 18:7) ດັ່ງນັ້ນ ເມື່ອ​ພະເຈົ້າ​ເຮັດ​ສົງຄາມ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເພິ່ນ​ບໍ່​ບໍລິສຸດ. ກົງ​ກັນ​ຂ້າມ ເພິ່ນ​ສູ້ຮົບ​ກໍ​ຍ້ອນ​ເພິ່ນ​ບໍລິສຸດ.—ອົບພະຍົບ 39:30

10. ຄວາມ​ເປັນ​ສັດຕູ​ກັນ​ຕາມ​ທີ່​ບອກ​ໄວ້​ໃນ​ປະຖົມມະການ 3:15 ຈະ​ຖືກ​ແກ້ໄຂ​ແນວ​ໃດ ແລະ​ຄົນ​ທີ່​ສັດຊື່​ຕໍ່​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ?

10 ຂໍ​ໃຫ້​ຄິດ​ເຖິງ​ເຫດການ​ທີ່​ເກີດຂຶ້ນ​ຫຼັງ​ຈາກ​ອາດາມ​ກັບ​ເອວາ​ມະນຸດ​ຄູ່​ທຳອິດ​ໄດ້​ກະບົດ​ຕໍ່​ພະເຈົ້າ. (ປະຖົມມະການ 3:1-6) ຖ້າ​ພະ​ເຢໂຫວາ​ບໍ່​ໄດ້​ລົງໂທດ​ເຂົາເຈົ້າ ເລື່ອງ​ນີ້​ຈະ​ມີ​ຜົນ​ຕໍ່​ຕຳແໜ່ງ​ຂອງ​ເພິ່ນ​ໃນ​ຖານະ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ. ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ ເພິ່ນ​ຈຶ່ງ​ຕ້ອງ​ຕັດສິນ​ເຂົາເຈົ້າ​ໃຫ້​ຕາຍ. (ໂຣມ 6:23) ຄຳ​ພະຍາກອນ​ທຳອິດ​ໃນ​ຄຳພີ​ໄບເບິນ ເພິ່ນ​ບອກ​ລ່ວງ​ໜ້າ​ວ່າ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຈະ​ເປັນ​ສັດຕູ​ກັບ​ພວກ​ທີ່​ຕິດຕາມ “ງູ” ເຊິ່ງ​ກໍ​ແມ່ນ​ຊາຕານ. (ພະ​ນິມິດ 12:9; ປະຖົມມະການ 3:15) ໃນ​ທີ່​ສຸດ​ເລື່ອງ​ນີ້​ຈະ​ຖືກ​ແກ້ໄຂ​ຕອນ​ທີ່​ຊາຕານ​ຖືກ​ທຳລາຍ. (ໂຣມ 16:20) ການ​ຕັດສິນ​ທີ່​ຍຸຕິທຳ​ນີ້​ຈະ​ເຮັດ​ໃຫ້​ຄົນ​ທີ່​ສັດຊື່​ຕໍ່​ພະ​ເຢໂຫວາ​ໄດ້​ຮັບ​ພອນ​ຫຼາຍ. ຊາຕານ​ຈະ​ບໍ່​ສາມາດ​ລໍ້ລວງ​ມະນຸດ​ໄດ້​ອີກ​ຕໍ່​ໄປ​ແລະ​ໂລກ​ຈະ​ເປັນ​ອຸທິຍານ. (ມັດທາຍ 19:28) ກ່ອນ​ຈະ​ຮອດ​ຕອນ​ນັ້ນ ພວກ​ທີ່​ຢູ່​ຝ່າຍ​ຊາຕານ​ຈະ​ຕໍ່ຕ້ານ​ແລະ​ພະຍາຍາມ​ທຳລາຍ​ຄົນ​ທີ່​ຮັກ​ພະ​ເຢໂຫວາ. ຍ້ອນ​ແນວ​ນີ້​ຈຶ່ງ​ມີ​ເຫດຜົນ​ທີ່​ບາງ​ເທື່ອ​ພະ​ເຢໂຫວາ​ຕ້ອງ​ໄດ້​ເຮັດ​ສົງຄາມ​ເພື່ອ​ປົກປ້ອງ​ຄົນ​ຂອງ​ເພິ່ນ.

ພະເຈົ້າ​ທຳລາຍ​ຄວາມ​ຊົ່ວ

11. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ໃຫ້​ເກີດ​ນ້ຳຖ້ວມ​ໂລກ?

11 ນ້ຳຖ້ວມ​ໃຫຍ່​ໃນ​ສະໄໝ​ຂອງ​ໂນອາ​ເປັນ​ເຫດການ​ໜຶ່ງ​ທີ່​ພະ​ເຢໂຫວາ​ຕ້ອງ​ຕໍ່ສູ້​ເພື່ອ​ປົກປ້ອງ​ຄົນ​ຂອງ​ເພິ່ນ. ປະຖົມມະການ 6:11, 12 ບອກ​ວ່າ: “ພະເຈົ້າ​ເຫັນ​ວ່າ​ໂລກ​ຖືກ​ທຳລາຍ ແລະ​ມີ​ແຕ່​ຄວາມ​ຮຸນແຮງ. ເມື່ອ​ແນມ​ລົງ​ມາ​ເທິງ​ໂລກ ເພິ່ນ​ເຫັນ​ຜູ້​ຄົນ​ເຮັດ​ແຕ່​ສິ່ງ​ຊົ່ວໆ.” ພະເຈົ້າ​ຊິ​ປ່ອຍ​ໃຫ້​ຄົນ​ຊົ່ວ​ທຳລາຍ​ຄົນ​ດີ​ທີ່​ເຫຼືອ​ຢູ່​ບໍ່​ຈັກ​ຄົນ​ໃນ​ໂລກ​ນີ້​ບໍ? ບໍ່​ດອກ. ພະ​ເຢໂຫວາ​ເຫັນ​ວ່າ​ຈຳເປັນ​ຕ້ອງ​ເຮັດ​ໃຫ້​ເກີດ​ນ້ຳຖ້ວມ​ໃຫຍ່​ທົ່ວ​ໂລກ​ເພື່ອ​ທຳລາຍ​ຄົນ​ທີ່​ມັກ​ໃຊ້​ຄວາມ​ຮຸນແຮງ​ແລະ​ເຮັດ​ຜິດ​ສິນລະທຳ.

12. (ກ) ພະ​ເຢໂຫວາ​ສັນຍາ​ຫຍັງ​ກັບ​ອັບຣາຮາມ? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ທຳລາຍ​ພວກ​ອາໂມ?

12 ເລື່ອງ​ນີ້​ຄ້າຍຄື​ກັບ​ທີ່​ພະເຈົ້າ​ຕັດສິນ​ທຳລາຍ​ພວກ​ການາອານ. ພະ​ເຢໂຫວາ​ສັນຍາ​ກັບ​ອັບຣາຮາມ​ວ່າ​ທຸກ​ເຊື້ອ​ຊາດ​ທີ່​ຢູ່​ໃນ​ໂລກ​ຈະ​ໄດ້​ຮັບ​ພອນ​ຍ້ອນ​ລູກ​ຫຼານ​ຂອງ​ລາວ. ເພື່ອ​ເຮັດ​ໃຫ້​ຄຳ​ສັນຍາ​ນັ້ນ​ເກີດຂຶ້ນ​ແທ້ ພະເຈົ້າ​ບອກ​ວ່າ​ຈະ​ເອົາ​ແຜ່ນດິນ​ການາອານ​ທີ່​ພວກ​ອາໂມ​ຢູ່​ຍົກ​ໃຫ້​ລູກ​ຫຼານ​ຂອງ​ອັບຣາຮາມ. ຍຸຕິທຳ​ແລ້ວ​ບໍ​ທີ່​ພະເຈົ້າ​ຈະ​ທຳລາຍ​ຄົນ​ທີ່​ຢູ່​ແຜ່ນດິນ​ນັ້ນ? ພະ​ເຢໂຫວາ​ຕ້ອງ​ຖ້າ​ໃຫ້​ຮອດ 400 ປີ​ຈຶ່ງ​ຈະ​ທຳລາຍ​ເຂົາເຈົ້າ ຍ້ອນ “ບາບ​ຂອງ​ພວກ​ອາໂມ​ຍັງ​ບໍ່​ທັນ​ຮອດ​ຂີດ​ສູງ​ສຸດ​ເທື່ອ.” b (ປະຖົມມະການ 12:1-3; 13:14, 15; 15:13, 16, ໄຂເງື່ອນ; 22:18) ໃນ​ໄລຍະ​ເວລາ​ນັ້ນ ພວກ​ອາໂມ​ແຮ່ງ​ເຮັດ​ຊົ່ວ​ທຸກ​ຮູບ​ແບບ​ຫຼາຍ​ຂຶ້ນ​ເລື້ອຍໆ. ພວກ​ການາອານ​ນະມັດສະການ​ຮູບ​ບູຊາ ຂ້າ​ຄົນ ແລະ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ທີ່​ເປັນ​ຕາ​ຂີ້ດຽດ. (ອົບພະຍົບ 23:24; 34:12, 13; ຈົດເຊັນ​ບັນຊີ 33:52) ເຂົາເຈົ້າ​ເຖິງຂັ້ນ​ວ່າ​ຂ້າ​ລູກ​ຂອງ​ໂຕເອງ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ຂອງ​ເຂົາເຈົ້າ. ພະ​ເຢໂຫວາ​ພະເຈົ້າ​ອົງ​ບໍລິສຸດ​ຈະ​ປ່ອຍ​ໃຫ້​ຄົນ​ຂອງ​ເພິ່ນ​ຢູ່​ກັບ​ຄົນ​ຊົ່ວ​ແບບ​ນັ້ນ​ບໍ? ບໍ່! ເພິ່ນ​ບອກ​ວ່າ: “ແຜ່ນດິນ​ຈຶ່ງ​ບໍ່​ສະອາດ. ເຮົາ​ຈະ​ລົງໂທດ​ແຜ່ນດິນ​ຍ້ອນ​ຄວາມ​ຜິດ​ນີ້ ແລະ​ຄົນ​ທີ່​ຢູ່​ຫັ້ນ​ຈະ​ຖືກ​ຂັບ​ໄລ່​ອອກ​ຈາກ​ແຜ່ນດິນ.” (ລະບຽບ​ພວກ​ເລວີ 18:21-25) ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ຂ້າ​ທຸກ​ຄົນ​ໃນ​ແຜ່ນດິນ​ນັ້ນ. ເພິ່ນ​ໄດ້​ປົກປ້ອງ​ຣາຮາບ​ແລະ​ຄົນ​ໃນ​ເມືອງ​ກິເບໂອນ​ທີ່​ມີ​ຫົວໃຈ​ທີ່​ດີ​ເຖິງ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ການາອານ.—ໂຢຊວຍ 6:25; 9:3-27

ການ​ຕໍ່ສູ້​ເພື່ອ​ຊື່​ຂອງ​ເພິ່ນ

13, 14. (ກ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຕ້ອງ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ? (ຂ) ພະ​ເຢໂຫວາ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ພົ້ນ​ຈາກ​ຄຳ​ຕຳໜິ​ໂດຍ​ວິທີ​ໃດ?

13 ຍ້ອນ​ພະ​ເຢໂຫວາ​ບໍລິສຸດ ຊື່​ຂອງ​ເພິ່ນ​ຈຶ່ງ​ບໍລິສຸດ. (ລະບຽບ​ພວກ​ເລວີ 22:32) ພະ​ເຢຊູ​ສອນ​ພວກ​ລູກສິດ​ໃຫ້​ອະທິດຖານ​ວ່າ: “ຂໍ​ໃຫ້​ຊື່​ຂອງ​ພະອົງ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ.” (ມັດທາຍ 6:9) ການ​ຂືນ​ອຳນາດ​ຢູ່​ສວນ​ເອເດນ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ຖືກ​ໝິ່ນ​ປະໝາດ ແລະ​ເຮັດ​ໃຫ້​ເກີດ​ຂໍ້​ສົງໄສ​ກ່ຽວກັບ​ຊື່​ສຽງ​ແລະ​ວິທີ​ການ​ປົກຄອງ​ຂອງ​ພະເຈົ້າ. ພະ​ເຢໂຫວາ​ຈະ​ບໍ່​ເບິ່ງ​ຂ້າມ​ການ​ໃສ່​ຮ້າຍ​ແລະ​ການ​ຂືນ​ອຳນາດ​ແບບ​ນັ້ນ. ເພິ່ນ​ຕ້ອງ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ພົ້ນ​ຈາກ​ຄຳ​ຕຳໜິ​ແນ່ນອນ.—ເອຊາຢາ 48:11

14 ຂໍ​ໃຫ້​ຄິດ​ເຖິງ​ພວກ​ອິດສະຣາເອນ​ອີກ​ເທື່ອ​ໜຶ່ງ. ຖ້າ​ເຂົາເຈົ້າ​ຍັງ​ເປັນ​ທາດ​ຢູ່​ເອຢີບ ຄຳ​ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ອັບຣາຮາມ​ທີ່​ວ່າ​ທຸກ​ເຊື້ອ​ຊາດ​ໃນ​ໂລກ​ຈະ​ໄດ້​ຮັບ​ພອນ​ຍ້ອນ​ລູກ​ຫຼານ​ຂອງ​ລາວ​ກໍ​ຄື​ຊິ​ບໍ່​ເກີດຂຶ້ນ​ແທ້. ແຕ່​ໂດຍ​ການ​ຊ່ວຍ​ເຂົາເຈົ້າ​ໃຫ້​ເປັນ​ອິດສະຫຼະ​ແລະ​ຕັ້ງ​ເຂົາເຈົ້າ​ໃຫ້​ເປັນ​ຊາດ​ໜຶ່ງ ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ພົ້ນ​ຈາກ​ຄຳ​ຕຳໜິ. ຍ້ອນ​ແນວ​ນີ້ ຜູ້​ພະຍາກອນ​ດານີເອນ​ຈຶ່ງ​ອະທິດຖານ​ຫາ​ພະເຈົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ພະອົງ​ເປັນ​ຜູ້​ພາ​ປະຊາຊົນ​ຂອງ​ພະອົງ​ອອກ​ມາ​ຈາກ​ເອຢິບ​ດ້ວຍ​ລິດເດດ​ຂອງ​ພະອົງ ແລະ​ເຮັດ​ໃຫ້​ພະອົງ​ເອງ​ມີ​ຊື່​ສຽງ.”—ດານີເອນ 9:15

15. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຊ່ວຍ​ພວກ​ຢິວ​ໃຫ້​ພົ້ນ​ຈາກ​ການ​ເປັນ​ຊະເລີຍ​ຢູ່​ບາບີໂລນ?

15 ໜ້າ​ສົນໃຈ ດານີເອນ​ອະທິດຖານ​ແບບ​ນີ້​ຕອນ​ທີ່​ພວກ​ຢິວ​ຕ້ອງການ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຂົາເຈົ້າ​ອີກ​ເພື່ອ​ເຫັນ​ແກ່​ຊື່​ຂອງ​ເພິ່ນ. ເຂົາເຈົ້າ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ຍ້ອນ​ເຂົາເຈົ້າ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ. ນອກ​ຈາກ​ນັ້ນ ເຢຣູຊາເລັມ​ທີ່​ເປັນ​ເມືອງ​ຫຼວງ​ຂອງ​ເຂົາເຈົ້າ​ກໍ​ຖືກ​ທຳລາຍ. ດານີເອນ​ຮູ້​ວ່າ​ຖ້າ​ພະ​ເຢໂຫວາ​ຊ່ວຍ​ພວກ​ຢິວ​ໃຫ້​ກັບ​ຄືນ​ມາ​ບ້ານ​ເກີດ​ກໍ​ຈະ​ເຮັດ​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ. ດັ່ງນັ້ນ ດານີເອນ​ຈຶ່ງ​ອະທິດຖານ​ວ່າ: “ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ຟັງ​ພວກ​ເຮົາ. ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ຍົກໂທດ​ໃຫ້​ພວກ​ເຮົາ ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ສົນໃຈ​ແລະ​ຊ່ວຍ​ພວກ​ເຮົາ. ພະເຈົ້າ​ຂອງ​ລູກ ຂໍ​ພະອົງ​ຢ່າ​ຊັກຊ້າ​ຍ້ອນ​ເຫັນ​ແກ່​ຊື່​ຂອງ​ພະອົງ.”ດານີເອນ 9:18, 19

ການ​ຕໍ່ສູ້​ເພື່ອ​ປະຊາຊົນ​ຂອງ​ເພິ່ນ

16. ຂໍ​ໃຫ້​ອະທິບາຍ​ວ່າ​ເປັນ​ຫຍັງ​ເມື່ອ​ພະ​ເຢໂຫວາ​ປົກປ້ອງ​ຊື່​ຂອງ​ເພິ່ນ​ບໍ່​ໄດ້​ສະແດງ​ວ່າ​ເພິ່ນ​ສົນໃຈ​ແຕ່​ໂຕເອງ.

16 ເມື່ອ​ພະ​ເຢໂຫວາ​ປົກປ້ອງ​ຊື່​ຂອງ​ເພິ່ນ​ສະແດງ​ວ່າ​ເພິ່ນ​ສົນໃຈ​ແຕ່​ໂຕເອງ​ບໍ? ບໍ່​ແມ່ນ. ພະ​ເຢໂຫວາ​ປົກປ້ອງ​ຊື່​ຂອງ​ເພິ່ນ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ບໍລິສຸດ ຍຸຕິທຳ ແລະ​ປົກປ້ອງ​ຄົນ​ຂອງ​ເພິ່ນ. ປະຖົມມະການ​ບົດ 14 ບອກ​ເຮົາ​ວ່າ​ກະສັດ 4 ອົງ​ໄດ້​ຈັບ​ໂລດ​ຫຼານ​ຊາຍ​ຂອງ​ອັບຣາຮາມ​ໄປ​ພ້ອມ​ກັບ​ຄອບຄົວ​ຂອງ​ລາວ. ພະ​ເຢໂຫວາ​ໄດ້​ຊ່ວຍ​ອັບຣາຮາມ​ໃຫ້​ຊະນະ​ພວກ​ສັດຕູ​ທັງໆ​ທີ່​ພວກ​ນັ້ນ​ມີ​ກຳລັງ​ຫຼາຍ​ກວ່າ! ໄຊ​ຊະນະ​ເທື່ອ​ນີ້​ຄື​ຊິ​ຖືກ​ຂຽນ​ເປັນ​ເລື່ອງ​ທຳອິດ​ໃນ “ປຶ້ມ​ທີ່​ຊື່​ສົງຄາມ​ຂອງ​ພະ​ເຢໂຫວາ.” ປຶ້ມ​ນີ້​ໄດ້​ຂຽນ​ເລື່ອງ​ການ​ສູ້ຮົບ​ບາງ​ເລື່ອງ​ທີ່​ບໍ່​ໄດ້​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ. (ຈົດເຊັນ​ບັນຊີ 21:14) ແຕ່​ຫຼັງ​ຈາກ​ນັ້ນ​ກໍ​ມີ​ໄຊ​ຊະນະ​ອີກ​ຫຼາຍ​ເທື່ອ.

17. ຫຼັງ​ຈາກ​ທີ່​ພວກ​ອິດສະຣາເອນ​ເຂົ້າ​ໃນ​ແຜ່ນດິນ​ການາອານ​ແລ້ວ ອັນ​ໃດ​ສະແດງ​ວ່າ​ພະ​ເຢໂຫວາ​ຕໍ່ສູ້​ເພື່ອ​ເຂົາເຈົ້າ? ຂໍ​ໃຫ້​ຍົກ​ຕົວຢ່າງ.

17 ບໍ່​ດົນ​ກ່ອນ​ທີ່​ພວກ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ການາອານ ໂມເຊ​ໄດ້​ຮັບຮອງ​ກັບ​ເຂົາເຈົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ນຳໜ້າ​ພວກ​ເຈົ້າ ແລະ​ຈະ​ຕໍ່ສູ້​ເພື່ອ​ພວກ​ເຈົ້າ​ຄື​ກັບ​ທີ່​ເພິ່ນ​ເຄີຍ​ເຮັດ​ຕອນ​ຢູ່​ເອຢິບ.” (ພະ​ບັນຍັດ 1:30; 20:1) ເລີ່ມ​ຈາກ​ໂຢຊວຍ​ທີ່​ເປັນ​ຜູ້​ນຳ​ຕໍ່​ຈາກ​ໂມເຊ​ຈົນ​ຮອດ​ສະໄໝ​ຂອງ​ພວກ​ຜູ້​ຕັດສິນ​ແລະ​ການ​ປົກຄອງ​ຂອງ​ກະສັດ​ທີ່​ສັດຊື່​ຂອງ​ອານາຈັກ​ຢູດາ ພະ​ເຢໂຫວາ​ໄດ້​ຕໍ່ສູ້​ແທນ​ປະຊາຊົນ​ຂອງ​ເພິ່ນ. ເພິ່ນ​ຊ່ວຍ​ເຂົາເຈົ້າ​ໃຫ້​ຊະນະ​ພວກ​ສັດຕູ​ຫຼາຍ​ເທື່ອ.—ໂຢຊວຍ 10:1-14; ພວກ​ຜູ້​ຕັດສິນ 4:12-17; 2 ຊາມູເອນ 5:17-21

18. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້ສຶກ​ຂອບໃຈ​ທີ່​ພະ​ເຢໂຫວາ​ບໍ່​ເຄີຍ​ປ່ຽນ? (ຂ) ອີກ​ບໍ່​ດົນ​ຄວາມ​ເປັນ​ສັດຕູ​ກັນ​ຕາມ​ທີ່​ບອກ​ໃນ​ປະຖົມມະການ 3:15 ຈະ​ເຮັດ​ໃຫ້​ເກີດ​ເຫດການ​ຫຍັງ​ຂຶ້ນ?

18 ພະ​ເຢໂຫວາ​ບໍ່​ເຄີຍ​ປ່ຽນ ແລະ​ຄວາມ​ຕ້ອງ​ຂອງ​ເພິ່ນ​ທີ່​ຈະ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ອຸທິຍານ​ກໍ​ບໍ່​ເຄີຍ​ປ່ຽນ​ຄື​ກັນ. (ປະຖົມມະການ 1:27, 28) ພະເຈົ້າ​ຍັງ​ຊັງ​ຄວາມ​ຊົ່ວ​ຢູ່ ແລະ​ເພິ່ນ​ກໍ​ຍັງ​ຮັກ​ປະຊາຊົນ​ຂອງ​ເພິ່ນ​ຫຼາຍ​ແລະ​ອີກ​ບໍ່​ດົນ​ເພິ່ນ​ຈະ​ເຮັດ​ບາງ​ຢ່າງ​ເພື່ອ​ຊ່ວຍ​ເຂົາເຈົ້າ. (ເພງ​ສັນລະເສີນ 11:7) ທີ່ຈິງ ອີກ​ບໍ່​ດົນ​ຄວາມ​ເປັນ​ສັດຕູ​ກັນ​ທີ່​ບອກ​ໄວ້​ໃນ​ປະຖົມມະການ 3:15 ຈະ​ເຮັດ​ໃຫ້​ມີ​ການ​ໂຈມຕີ​ຄົນ​ຂອງ​ພະເຈົ້າ​ຢ່າງ​ໜັກ. ພະ​ເຢໂຫວາ​ຈະ​ເປັນ “ນັກຮົບ​ທີ່​ເກັ່ງ​ຫຼາຍ” ອີກ​ເທື່ອ​ໜຶ່ງ ກໍ​ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ​ແລະ​ເພື່ອ​ປົກປ້ອງ​ຄົນ​ຂອງ​ເພິ່ນ.—ເຊຄາຣີຢາ 14:3; ພະນິມິດ 16:14, 16

19. (ກ) ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ​ເປັນ​ຫຍັງ​ເມື່ອ​ພະເຈົ້າ​ໃຊ້​ລິດເດດ​ໃນ​ການ​ທຳລາຍ​ຈຶ່ງ​ເຮັດ​ໃຫ້​ເຮົາ​ຢາກ​ໃກ້ຊິດ​ກັບ​ເພິ່ນ. (ຂ) ເມື່ອ​ພະເຈົ້າ​ເຕັມໃຈ​ຕໍ່ສູ້​ເພື່ອ​ເຮົາ ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ​ຕໍ່​ເພິ່ນ?

19 ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ໜຶ່ງ ສົມມຸດ​ວ່າ​ຄອບຄົວ​ຂອງ​ຜູ້​ຊາຍ​ຄົນ​ໜຶ່ງ​ກຳລັງ​ຖືກ​ສັດ​ທຳຮ້າຍ ແລະ​ລາວ​ກໍ​ແລ່ນ​ເຂົ້າ​ໄປ​ຊ່ວຍ ແລ້ວກໍ​ຂ້າ​ສັດ​ໂຕ​ນັ້ນ. ເຈົ້າ​ຄິດ​ວ່າ​ເມຍ​ແລະ​ລູກ​ຊິ​ຢ້ານ​ແລະ​ບໍ່​ຢາກ​ໄປ​ໃກ້​ລາວ​ຍ້ອນ​ລາວ​ເຮັດ​ແນວ​ນັ້ນ​ບໍ? ບໍ່​ດອກ. ເຂົາເຈົ້າ​ຕ້ອງ​ຂອບໃຈ​ລາວ​ແທ້ໆ​ທີ່​ຮັກ​ເຂົາເຈົ້າ​ຫຼາຍ​ແລະ​ໄດ້​ສະລະ​ໂຕເອງ​ເພື່ອ​ປົກປ້ອງ​ຄອບຄົວ. ຄ້າຍຄື​ກັນ ເມື່ອ​ພະເຈົ້າ​ໃຊ້​ລິດເດດ​ໃນ​ການ​ທຳລາຍ​ເພື່ອ​ປົກປ້ອງ​ເຮົາ ເຮົາ​ຈະ​ບໍ່​ຢ້ານ​ທີ່​ຈະ​ເຂົ້າ​ຫາ​ເພິ່ນ. ຍ້ອນ​ເພິ່ນ​ເຕັມໃຈ​ທີ່​ຈະ​ຕໍ່ສູ້​ເພື່ອ​ປົກປ້ອງ​ເຮົາ ເຮົາ​ຄວນ​ຈະ​ຮັກ​ເພິ່ນ​ຫຼາຍ​ຂຶ້ນ ແລະ​ຍອມຮັບ​ລິດເດດ​ທີ່​ບໍ່​ມີ​ຂີດ​ຈຳກັດ​ຂອງ​ເພິ່ນ​ຫຼາຍ​ຂຶ້ນ. ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ “ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ​ໃຫ້​ພະເຈົ້າ​ດ້ວຍ​ຄວາມ​ຢ້ານຢຳ​ແບບ​ທີ່​ພະອົງ​ຍອມຮັບ​ໄດ້.”—ເຮັບເຣີ 12:28

ໃຫ້​ໃກ້ຊິດ​ກັບ “ນັກຮົບ​ທີ່​ເກັ່ງ​ຫຼາຍ”

20. ຖ້າ​ເຮົາ​ຍັງ​ບໍ່​ຮູ້​ລາຍລະອຽດ​ທຸກ​ຢ່າງ ເຮົາ​ຄວນ​ເຮັດ​ແນວ​ໃດ​ແລະ​ຍ້ອນຫຍັງ?

20 ຄຳພີ​ໄບເບິນ​ບໍ່​ໄດ້​ອະທິບາຍ​ລາຍລະອຽດ​ທຸກ​ຢ່າງ​ກ່ຽວກັບ​ການ​ຕັດສິນໃຈ​ຂອງ​ພະ​ເຢໂຫວາ​ໃນ​ການ​ເຮັດ​ສົງຄາມ. ແຕ່​ເຮົາ​ສາມາດ​ໝັ້ນໃຈ​ໄດ້​ຕະຫຼອດ​ວ່າ​ພະ​ເຢໂຫວາ​ບໍ່​ເຄີຍ​ໃຊ້​ລິດເດດ​ໃນ​ການ​ທຳລາຍ​ແບບ​ບໍ່​ຍຸຕິທຳ ຫຼື​ໂຫດຫ້ຽມ. ຫຼາຍ​ເທື່ອ​ເຮົາ​ຈະ​ເຂົ້າໃຈ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ອ່ານ​ເນື້ອ​ໃນ​ລວມ​ຫຼື​ຂໍ້ມູນ​ທີ່​ເປັນ​ພູມ​ຫຼັງ​ໃນ​ຄຳພີ​ໄບເບິນ. (ສຸພາສິດ 18:13) ຖ້າ​ເຮົາ​ຍັງ​ບໍ່​ຮູ້​ລາຍລະອຽດ​ທຸກ​ຢ່າງ ເຮົາ​ຄວນ​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ແລະ​ຄິດ​ຕຶກຕອງ​ກ່ຽວກັບ​ຄຸນລັກສະນະ​ທີ່​ດີໆ​ຂອງ​ເພິ່ນ. ເມື່ອ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ແນວ​ນັ້ນ ແລະ​ເຮົາ​ຈະ​ເຫັນ​ວ່າ​ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ເຮົາ​ຈະ​ໄວ້ໃຈ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຮົາ.—ໂຢບ 34:12

21. ເຖິງ​ວ່າ​ບາງ​ເທື່ອ​ພະ​ເຢໂຫວາ​ເປັນ “ນັກຮົບ​ທີ່​ເກັ່ງ​ຫຼາຍ” ແຕ່​ແທ້ໆ​ແລ້ວ​ເພິ່ນ​ເປັນ​ພະເຈົ້າ​ແນວ​ໃດ?

21 ເຖິງ​ວ່າ​ບາງ​ເທື່ອ​ພະ​ເຢໂຫວາ​ຈຳເປັນ​ຕ້ອງ​ເປັນ “ນັກຮົບ​ທີ່​ເກັ່ງ​ຫຼາຍ” ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເພິ່ນ​ມັກ​ເຮັດ​ສົງຄາມ. ໃນ​ນິມິດ​ຂອງ​ເອເຊກຽນ​ກ່ຽວກັບ​ລົດ​ມ້າ​ໃນ​ສະຫວັນ ມີ​ການ​ພັນລະນາ​ວ່າ​ພະ​ເຢໂຫວາ​ກຽມ​ພ້ອມ​ທີ່​ຈະ​ເຮັດ​ສົງຄາມ​ກັບ​ສັດຕູ​ຂອງ​ເພິ່ນ. ແຕ່​ເອເຊກຽນ​ກໍ​ເຫັນ​ຮຸ້ງ​ກິນ​ນ້ຳ​ເຊິ່ງ​ເປັນ​ສັນຍະລັກ​ຂອງ​ສັນຕິສຸກ​ຢູ່​ອ້ອມ​ຮອບ​ພະເຈົ້າ​ນຳ. (ປະຖົມມະການ 9:13; ເອເຊກຽນ 1:28; ພະ​ນິມິດ 4:3) ເຫັນ​ໄດ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມັກ​ສັນຕິສຸກ. ອັກຄະສາວົກ​ໂຢຮັນ​ຂຽນ​ວ່າ: “ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ໂຢຮັນ 4:8) ພະ​ເຢໂຫວາ​ສະແດງ​ຄຸນລັກສະນະ​ທັງໝົດ​ຂອງ​ເພິ່ນ​ພ້ອມ​ກັນ​ຢ່າງ​ສົມບູນແບບ. ເປັນ​ກຽດ​ຫຼາຍ​ແທ້ໆ​ທີ່​ເຮົາ​ສາມາດ​ໃກ້ຊິດ​ກັບ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ ແຕ່​ກໍ​ມີ​ຄວາມ​ຮັກ​ຫຼາຍ!

a ໂຢເຊຟຸດ​ນັກ​ປະຫວັດສາດ​ຄົນ​ຢິວ​ບອກ​ວ່າ​ຄົນ​ເຮັບເຣີ​ຖືກ “ລົດ​ມ້າ 600 ຄັນ​ໄລ່​ນຳ​ຫຼັງ ພ້ອມ​ກັບ​ທະຫານ​ມ້າ 50.000 ຄົນ ແລະ​ກອງ​ທະຫານ​ຮາບ 200.000 ຄົນ​ທີ່​ມີ​ອາວຸດ​ນຳ.”—ປະຫວັດສາດ​ຂອງ​ຄົນ​ຢິວ (Jewish Antiquities) ເຫຼັ້ມ 2 ໜ້າ 324 [ບົດ 15 ຂໍ້ 3]

b ເປັນ​ໄປ​ໄດ້​ທີ່​ຄຳ​ວ່າ “ອາໂມ” ໃນ​ຂໍ້​ນີ້​ໝາຍເຖິງ​ທຸກ​ຄົນ​ໃນ​ແຜ່ນດິນ​ການາອານ.—ພະ​ບັນຍັດ 1:6-8, 19-21, 27; ໂຢຊວຍ 24:15, 18