ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 7

ລິດເດດ​ໃນ​ການ​ປົກປ້ອງ​ຂອງ​ພະເຈົ້າ ‘ຜູ້​ເປັນ​ບ່ອນ​ລີ້ໄພ​ຂອງ​ພວກ​ເຮົາ’

ລິດເດດ​ໃນ​ການ​ປົກປ້ອງ​ຂອງ​ພະເຈົ້າ ‘ຜູ້​ເປັນ​ບ່ອນ​ລີ້ໄພ​ຂອງ​ພວກ​ເຮົາ’

1, 2. ໃນ​ປີ 1513 ກ່ອນ ຄ.ສ ພວກ​ອິດສະຣາເອນ​ເຈິ​ອັນຕະລາຍ​ຫຍັງ​ຕອນ​ທີ່​ກຳລັງ​ເຂົ້າ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ ແລະ​ພະ​ເຢໂຫວາ​ເຮັດ​ໃຫ້​ເຂົາເຈົ້າ​ໝັ້ນໃຈ​ຫຼາຍ​ຂຶ້ນ​ແນວ​ໃດ?

 ໃນ​ຕົ້ນ​ປີ 1513 ກ່ອນ​ຄລິດຕະ​ສັກກະຫຼາດ (ກ່ອນ ຄ.ສ) ພວກ​ອິດສະຣາເອນ​ຕົກ​ຢູ່​ໃນ​ອັນຕະລາຍ ຕອນ​ນັ້ນ​ເຂົາເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ. ເຂົາເຈົ້າ​ຕ້ອງ​ຜ່ານ​ເຂດ​ທີ່​ເປັນ “ບ່ອນ​ກັນດານ​ທີ່​ກວ້າງ​ໃຫຍ່​ແລະ​ເປັນ​ຕາ​ຢ້ານ ທີ່​ເຕັມ​ແຕ່​ງູ​ພິດ​ກັບ​ແມງງອດ.” (ພະ​ບັນຍັດ 8:15) ເຂົາເຈົ້າ​ຍັງ​ອາດຈະ​ຖືກ​ຊາດ​ຕ່າງໆ​ທີ່​ເປັນ​ສັດຕູ​ມາ​ໂຈມຕີ​ນຳ​ອີກ. ພະ​ເຢໂຫວາ​ເປັນ​ຜູ້​ພາ​ປະຊາຊົນ​ຂອງ​ເພິ່ນ​ມາ​ເຈິ​ສະຖານະການ​ແບບ​ນີ້. ໃນ​ຖານະ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ ເພິ່ນ​ຈະ​ປົກປ້ອງ​ເຂົາເຈົ້າ​ໄດ້​ບໍ?

2 ພະ​ເຢໂຫວາ​ເຮັດ​ໃຫ້​ເຂົາເຈົ້າ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໂດຍ​ບອກ​ວ່າ: “ພວກ​ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ເຮົາ​ໄດ້​ເຮັດ​ຫຍັງ​ໃຫ້​ພວກ​ເອຢິບ ເພື່ອ​ໃຫ້​ພວກ​ເຈົ້າ​ມາ​ຢູ່​ກັບ​ເຮົາ​ຄື​ກັບ​ນົກ​ອິນຊີ​ໃຊ້​ປີກ​ຕຸ້ມ​ລູກ​ໄວ້.” (ອົບພະຍົບ 19:4) ພະ​ເຢໂຫວາ​ບອກ​ປະຊາຊົນ​ຫຼາຍ​ເທື່ອ​ວ່າ​ເພິ່ນ​ເຄີຍ​ຊ່ວຍ​ເຂົາເຈົ້າ​ໃຫ້​ລອດ​ຈາກ​ການ​ເປັນ​ທາດ​ໃນ​ເອຢີບ. ເພິ່ນ​ໃຊ້​ນົກ​ອິນຊີ​ເພື່ອ​ເປັນ​ພາບ​ປຽບທຽບ​ທີ່​ພາ​ເຂົາເຈົ້າ​ໄປ​ບ່ອນ​ທີ່​ປອດໄພ. ຍັງ​ມີ​ເຫດຜົນ​ອື່ນໆ​ອີກ​ທີ່ ‘ປີກ​ຂອງ​ນົກ​ອິນຊີ’ ເປັນ​ຕົວຢ່າງ​ທີ່​ເໝາະສົມ​ທີ່​ສະແດງ​ເຖິງ​ການ​ປົກປ້ອງ​ຈາກ​ພະເຈົ້າ.

3. ເປັນ​ຫຍັງ​ຈຶ່ງ​ໃຊ້ ‘ປີກ​ຂອງ​ນົກ​ອິນຊີ’ ປຽບທຽບ​ກັບ​ການ​ປົກປ້ອງ​ຂອງ​ພະເຈົ້າ?

3 ນົກ​ອິນຊີ​ບໍ່​ພຽງ​ແຕ່​ໃຊ້​ປີກ​ທີ່​ໃຫຍ່​ແລະ​ແຂງແຮງ​ເພື່ອ​ບິນ​ຂຶ້ນ​ສູງ​ເທົ່າ​ນັ້ນ. ແຕ່​ໃນ​ຕອນ​ທີ່​ຮ້ອນໆ ແມ່​ນົກ​ອິນຊີ​ຈະ​ພື​ປີກ​ທັງ​ສອງ​ຂ້າງ​ອອກ​ເພື່ອ​ເປັນ​ຮົ່ມ​ປົກປ້ອງ​ລູກ​ນ້ອຍ​ເພື່ອ​ບໍ່​ໃຫ້​ແດດ​ໄໝ້ ຖ້າ​ຢຽດ​ປີກ​ທັງ​ສອງ​ຂ້າງ​ອອກ​ອາດຈະ​ຍາວ​ກວ່າ 2 ແມັດ. ຕອນ​ທີ່​ອາກາດ​ໜາວ ນົກ​ອິນຊີ​ຈະ​ໃຊ້​ປີກ​ຕຸ້ມ​ລູກ​ນ້ອຍ​ໄວ້​ເພື່ອ​ບໍ່​ໃຫ້​ລູກ​ມັນ​ໜາວ. ຄື​ກັບ​ທີ່​ນົກ​ອິນຊີ​ປົກປ້ອງ​ລູກ​ນ້ອຍ ພະ​ເຢໂຫວາ​ໄດ້​ປົກປ້ອງ​ແລະ​ເບິ່ງແຍງ​ພວກ​ອິດສະຣາເອນ​ທີ່​ຂາດ​ປະສົບການ​ນຳ. ຕອນ​ທີ່​ຢູ່​ບ່ອນ​ກັນດານ ເຂົາເຈົ້າ​ກໍ​ຈະ​ມີ​ບ່ອນ​ລີ້ໄພ​ຢູ່​ກ້ອງ​ຮົ່ມ​ປີກ​ທີ່​ມີ​ພະລັງ​ຂອງ​ເພິ່ນ​ຕໍ່ໆ​ໄປ​ຖ້າ​ເຂົາເຈົ້າ​ຍັງ​ສັດຊື່​ຕໍ່​ເພິ່ນ​ສະເໝີ. (ພະ​ບັນຍັດ 32:9-11; ເພງ​ສັນລະເສີນ 36:7) ແຕ່​ໃນ​ທຸກ​ມື້​ນີ້​ພະ​ເຢໂຫວາ​ຍັງ​ປົກປ້ອງ​ຄົນ​ຂອງ​ເພິ່ນ​ຢູ່​ບໍ?

ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ປົກປ້ອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ

4, 5. ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ພະເຈົ້າ​ຈະ​ປົກປ້ອງ​ເຮົາ?

4 ພະ​ເຢໂຫວາ​ສາມາດ​ປົກປ້ອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໄດ້​ແທ້ໆ. ເພິ່ນ​ເປັນ “ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ” ເຊິ່ງ​ໝາຍ​ຄວາມ​ວ່າ​ເພິ່ນ​ມີ​ລິດເດດ​ຫຼາຍ ແລະ​ບໍ່​ມີ​ໃຜ​ຈະ​ຂັດຂວາງ​ເພິ່ນ​ບໍ່​ໃຫ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ໄດ້. (ປະຖົມມະການ 17:1) ຄື​ກັບ​ທີ່​ບໍ່​ມີ​ໃຜ​ຫ້າມ​ຄື້ນ​ຢູ່​ທະເລ​ບໍ່​ໃຫ້​ມັນ​ຢຸດ​ໄດ້ ຖ້າ​ພະ​ເຢໂຫວາ​ຕ້ອງການ​ຈະ​ເຮັດ​ຫຍັງ​ກໍ​ຈະ​ບໍ່​ມີ​ໃຜ​ຢຸດ​ເພິ່ນ​ໄດ້​ຄື​ກັນ. ເມື່ອ​ພະ​ເຢໂຫວາ​ເຮັດ​ຫຍັງ​ກໍ​ໄດ້​ຕາມ​ທີ່​ເພິ່ນ​ຕ້ອງການ ເຮົາ​ອາດ​ສົງໄສ​ວ່າ ‘ເພິ່ນ​ຢາກ​ໃຊ້​ລິດເດດ​ເພື່ອ​ປົກປ້ອງ​ຄົນ​ຂອງ​ເພິ່ນ​ບໍ?’

5 ຄຳ​ຕອບ​ແມ່ນ​ເພິ່ນ​ຢາກ​ຊ່ວຍ​ແທ້! ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ປົກປ້ອງ​ຄົນ​ຂອງ​ເພິ່ນ. ເພງ​ສັນລະເສີນ 46:1 ບອກ​ວ່າ: “ພະເຈົ້າ​ເປັນ​ບ່ອນ​ລີ້ໄພ​ແລະ​ເປັນ​ກຳລັງ​ຂອງ​ພວກ​ເຮົາ ເພິ່ນ​ຊ່ວຍ​ພວກ​ເຮົາ​ສະເໝີ​ຕອນ​ທີ່​ພວກ​ເຮົາ​ທຸກຍາກ​ລຳບາກ.” ຍ້ອນ​ພະເຈົ້າ “ເວົ້າ​ຕົວະ​ບໍ່​ໄດ້” ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ແທ້ໆ​ວ່າ​ເພິ່ນ​ຈະ​ປົກປ້ອງ​ພວກ​ເຮົາ. (ຕີໂຕ 1:2) ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ໃຊ້​ຕົວຢ່າງ​ປຽບທຽບ​ຫຍັງ​ເພື່ອ​ປົກປ້ອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ.

6, 7. (ກ) ຜູ້​ລ້ຽງ​ແກະ​ໃນ​ສະໄໝ​ຄຳພີ​ໄບເບິນ​ປົກປ້ອງ​ແກະ​ຂອງ​ລາວ​ແນວ​ໃດ? (ຂ) ຄຳພີ​ໄບເບິນ​ໃຊ້​ພາບ​ປຽບທຽບ​ຫຍັງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຢາກ​ປົກປ້ອງ​ເຮົາ​ແທ້ໆ?

6 ພະ​ເຢໂຫວາ​ເປັນ​ຜູ້​ລ້ຽງ​ເຮົາ ແລະ “ພວກ​ເຮົາ​ເປັນ​ປະຊາຊົນ​ຂອງ​ເພິ່ນ​ແລະ​ເປັນ​ແກະ​ຢູ່​ໃນ​ທົ່ງ​ຫຍ້າ​ຂອງ​ເພິ່ນ.” (ເພງ​ສັນລະເສີນ 23:1; 100:3) ແກະ​ຕ້ອງ​ໄດ້​ຮັບ​ການ​ປົກປ້ອງ​ຫຼາຍ​ແທ້ໆ ແລະ​ໃນ​ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ຜູ້​ລ້ຽງ​ແກະ​ຕ້ອງ​ກ້າຫານ​ຫຼາຍ​ເພື່ອ​ຈະ​ປົກປ້ອງ​ແກະ​ບໍ່​ໃຫ້​ສິງ ໝາ​ປ່າ ກັບ​ໝີ​ມາ​ທຳຮ້າຍ ແລະ​ບໍ່​ໃຫ້​ຄົນ​ຂີ້​ລັກ​ມາ​ລັກ​ໄດ້. (1 ຊາມູເອນ 17:34, 35; ໂຢຮັນ 10:12, 13) ແຕ່​ບາງ​ເທື່ອ​ຜູ້​ລ້ຽງ​ແກະ​ຕ້ອງ​ອ່ອນໂຍນ​ກັບ​ແກະ​ນຳ. ຕອນ​ທີ່​ແກະ​ເກີດ​ລູກ​ແລະ​ຢູ່​ໄກ​ຈາກ​ໝູ່ ຜູ້​ລ້ຽງ​ແກະ​ຈະ​ເບິ່ງແຍງ​ແລະ​ປົກປ້ອງ​ແກະ​ໂຕ​ແມ່​ຕອນ​ທີ່​ມັນ​ຍັງ​ຊ່ວຍ​ໂຕເອງ​ບໍ່​ໄດ້ ແລ້ວ​ລາວ​ກໍ​ຈະ​ອູ້ມ​ແກະ​ນ້ອຍ​ທີ່​ຫາກໍ​ເກີດ​ໄປ​ໄວ້​ໃນ​ຄອກ.

“ເພິ່ນ​ຈະ​ອູ້ມ​ພວກ​ມັນ​ແລະ​ກອດ​ໄວ້​ຢູ່​ເອິກ”

7 ພະ​ເຢໂຫວາ​ປຽບທຽບ​ເພິ່ນ​ເອງ​ເປັນ​ຜູ້​ລ້ຽງ​ແກະ ເພິ່ນ​ເຮັດ​ໃຫ້​ພວກ​ເຮົາ​ໝັ້ນໃຈ​ວ່າ​ເພິ່ນ​ຢາກ​ຈະ​ປົກປ້ອງ​ພວກ​ເຮົາ​ແທ້ໆ. (ເອເຊກຽນ 34:11-16) ໃນ​ບົດ​ທີ 2 ຂອງ​ປຶ້ມ​ນີ້​ໄດ້​ອະທິບາຍ​ກ່ຽວກັບ​ພະ​ເຢໂຫວາ​ໂດຍ​ໃຊ້​ເອຊາຢາ 40:11 ທີ່​ບອກ​ວ່າ: “ເພິ່ນ​ຈະ​ເບິ່ງແຍງ​ແກະ​ຂອງ​ເພິ່ນ​ຄື​ກັບ​ຄົນ​ລ້ຽງ​ແກະ. ເພິ່ນ​ຈະ​ຕ້ອນ​ແກະ​ຂອງ​ເພິ່ນ​ໃຫ້​ມາ​ຢູ່​ນຳ​ກັນ. ເພິ່ນ​ຈະ​ອູ້ມ​ພວກ​ມັນ​ແລະ​ກອດ​ໄວ້​ຢູ່​ເອິກ. ເພິ່ນ​ຈະ​ຄ່ອຍໆ​ພາ​ແກະ​ແມ່​ລູກ​ອ່ອນ​ໄປ.” ແກະ​ນ້ອຍ​ມາ​ຢູ່ “ເອິກ” ຂອງ​ຜູ້​ລ້ຽງ​ແກະ​ໄດ້​ແນວ​ໃດ? ແກະ​ນ້ອຍ​ຕ້ອງ​ເຂົ້າ​ມາ​ໃກ້ໆ​ຜູ້​ລ້ຽງ ແລ້ວ​ເອົາ​ຫົວ​ດຸດ​ຂາ​ລາວ​ຄ່ອຍໆ. ສ່ວນ​ຜູ້​ລ້ຽງ​ແກະ​ກໍ​ຕ້ອງ​ກົ້ມ​ລົງ​ອູ້ມ​ເອົາ​ແກະ​ນ້ອຍ​ຂຶ້ນ​ມາ ແລ້ວ​ຄ່ອຍໆ​ເອົາ​ເສື້ອ​ຊັ້ນ​ນອກ​ຫໍ່​ແລະ​ກອດ​ມັນ​ໄວ້​ຢ່າງ​ນຸ້ມ​ນວນ. ພາບ​ປຽບທຽບ​ທີ່​ໜ້າ​ປະທັບໃຈ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຜູ້​ລ້ຽງ​ແກະ​ອົງ​ຍິ່ງໃຫຍ່​ຢາກ​ຈະ​ປົກປ້ອງ​ເຮົາ​ແທ້ໆ.

8. (ກ) ພະເຈົ້າ​ສັນຍາ​ວ່າ​ຈະ​ປົກປ້ອງ​ໃຜ ແລະ​ສຸພາສິດ 18:10 ບອກ​ຫຍັງ​ເຮົາ​ໃນ​ເລື່ອງ​ນີ້? (ຂ) ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຊອກ​ຫາ​ບ່ອນ​ລີ້ໄພ​ໃນ​ຊື່​ຂອງ​ພະເຈົ້າ?

8 ແຕ່​ພະເຈົ້າ​ສັນຍາ​ວ່າ​ຈະ​ປົກປ້ອງ​ສະເພາະ​ແຕ່​ຜູ້​ທີ່​ໃກ້ຊິດ​ກັບ​ເພິ່ນ​ເທົ່າ​ນັ້ນ. ສຸພາສິດ 18:10 ບອກ​ວ່າ: “ຊື່​ຂອງ​ພະ​ເຢໂຫວາ​ເປັນ​ປ້ອມ​ທີ່​ແຂງແຮງ. ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລ່ນ​ເຂົ້າ​ໄປ​ໃນ​ຫັ້ນ​ແລະ​ໄດ້​ຮັບ​ການ​ປົກປ້ອງ.” ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ບາງ​ເທື່ອ​ມີ​ການ​ສ້າງ​ປ້ອມ​ຕ່າງໆ​ໄວ້​ໃນ​ບ່ອນ​ກັນດານ​ເພື່ອ​ເປັນ​ບ່ອນ​ທີ່​ຫຼົບ​ໄພ. ແຕ່​ຜູ້​ທີ່​ຕົກ​ຢູ່​ໃນ​ອັນຕະລາຍ​ຕ້ອງ​ໄດ້​ແລ່ນ​ເຂົ້າ​ໄປ​ໃນ​ປ້ອມ​ນັ້ນ​ຈຶ່ງ​ຈະ​ປອດໄພ. ຄ້າຍຄື​ກັນ ການ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ປ້ອມ​ສຳລັບ​ເຮົາ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ເຮົາ​ເວົ້າ​ຊື່​ຂອງ​ພະເຈົ້າ​ຊ້ຳໆ​ກັນ​ຫຼາຍ​ເທື່ອ ຍ້ອນ​ຊື່​ຂອງ​ພະເຈົ້າ​ບໍ່​ແມ່ນ​ຄາຖາອາຄົມ. ແຕ່​ເຮົາ​ຕ້ອງ​ຮູ້​ຈັກ​ແລະ​ໄວ້ໃຈ​ພະ​ເຢໂຫວາ​ຜູ້​ທີ່​ເປັນ​ເຈົ້າ​ຂອງ​ຊື່​ນັ້ນ ແລະ​ຕ້ອງ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ທີ່​ຖືກຕ້ອງ​ຂອງ​ເພິ່ນ. ພະ​ເຢໂຫວາ​ເມດຕາ​ເຮົາ​ຫຼາຍ​ແທ້ໆ​ທີ່​ສັນຍາ​ກັບ​ເຮົາ​ວ່າ​ຖ້າ​ເຮົາ​ໄວ້ໃຈ​ເພິ່ນ ເພິ່ນ​ກໍ​ຈະ​ປົກປ້ອງ​ເຮົາ​ຄື​ກັບ​ວ່າ​ເຮົາ​ຢູ່​ໃນ​ປ້ອມ​ທີ່​ແຂງແຮງ!

“ພະເຈົ້າ . . . ຈະ​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ”

9. ພະ​ເຢໂຫວາ​ມີ​ແຕ່​ສັນຍາ​ວ່າ​ຈະ​ປົກປ້ອງ​ເຮົາ​ເທົ່າ​ນັ້ນ​ບໍ?

9 ພະ​ເຢໂຫວາ​ເຮັດ​ຫຼາຍ​ກວ່າ​ສັນຍາ​ວ່າ​ຈະ​ປົກປ້ອງ​ເຮົາ. ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ເພິ່ນ​ເຮັດ​ການ​ອັດສະຈັນ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ປົກປ້ອງ​ຄົນ​ຂອງ​ເພິ່ນ​ໄດ້. ຕົວຢ່າງ​ເຊັ່ນ ຫຼາຍ​ເທື່ອ​ພະ​ເຢໂຫວາ​ໃຊ້​ລິດເດດ​ຂອງ​ເພິ່ນ​ເພື່ອ​ປົກປ້ອງ​ຊາດ​ອິດສະຣາເອນ​ຈາກ​ພວກ​ສັດຕູ​ທີ່​ມີ​ກອງ​ກຳລັງ​ຫຼາຍ. (ອົບພະຍົບ 7:4) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ໃຊ້​ລິດເດດ​ເພື່ອ​ປົກປ້ອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ແຕ່​ລະ​ຄົນ​ນຳ.

10, 11. ຕົວຢ່າງ​ຂອງ​ໃຜ​ແດ່​ໃນ​ຄຳພີ​ໄບເບິນ​ທີ່​ພະ​ເຢໂຫວາ​ເຄີຍ​ໃຊ້​ລິດເດດ​ຂອງ​ເພິ່ນ​ປົກປ້ອງ​ເຂົາເຈົ້າ?

10 ຕອນ​ທີ່​ພວກ​ຊາຍ​ໜຸ່ມ​ຄົນ​ເຮັບເຣີ 3 ຄົນ​ທີ່​ຊື່​ຊາດຣາກ ເມຊາກ ແລະ​ເອເບດ​ເນໂກ​ບໍ່​ຍອມ​ກົ້ມ​ກາບ​ຮູບ​ປັ້ນ​ຄຳ​ທີ່​ກະສັດ​ເນບູກາດເນັດຊາ​ເຮັດ​ຂຶ້ນ​ມາ ກະສັດ​ຈຶ່ງ​ໃຈ​ຮ້າຍ​ຫຼາຍ​ແລະ​ຂູ່​ວ່າ​ຈະ​ໂຍນ​ເຂົາເຈົ້າ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ຮ້ອນໆ. ກະສັດ​ເນບູກາດເນັດຊາ​ຜູ້​ມີ​ອຳນາດ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ໄດ້​ທ້າ​ວ່າ: “ລອງ​ເບິ່ງ​ດຸ ຊິ​ມີ​ພະເຈົ້າ​ອົງ​ໃດ​ບໍ​ທີ່​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ມື​ຂ້ອຍ​ໄດ້?” (ດານີເອນ 3:15) ຊາຍ​ໜຸ່ມ​ທັງ​ສາມ​ຄົນ​ໝັ້ນໃຈ​ແທ້ໆ​ວ່າ​ພະເຈົ້າ​ມີ​ລິດເດດ​ທີ່​ຈະ​ປົກປ້ອງ​ເຂົາເຈົ້າ​ໄດ້ ແຕ່​ເຂົາເຈົ້າ​ກໍ​ບໍ່​ໄດ້​ຄິດ​ວ່າ​ພະເຈົ້າ​ຈະ​ຕ້ອງ​ປົກປ້ອງ​ເຂົາເຈົ້າ. ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ​ຕອບ​ວ່າ: “ຖ້າ​ພວກ​ເຮົາ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ແທ້ໆ ພະເຈົ້າ​ທີ່​ພວກ​ເຮົາ​ນະມັດສະການ​ກໍ​ຈະ​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ.” (ດານີເອນ 3:17) ເຖິງ​ວ່າ​ເຕົາ​ໄຟ​ນັ້ນ​ຮ້ອນ​ກວ່າ​ປົກກະຕິ​ເຖິງ 7 ເທົ່າ ແຕ່​ກໍ​ບໍ່​ໄດ້​ເປັນ​ບັນຫາ​ຫຍັງ​ສຳລັບ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ​ຂອງ​ເຂົາເຈົ້າ. ເພິ່ນ​ປົກປ້ອງ​ເຂົາເຈົ້າ ແລະ​ກະສັດ​ຕ້ອງ​ຈຳ​ໃຈ​ຍອມຮັບ​ວ່າ: “ບໍ່​ມີ​ພະເຈົ້າ​ອົງ​ໃດ​ສາມາດ​ຊ່ວຍ​ໃຫ້​ລອດ​ໄດ້​ຄື​ກັບ​ພະເຈົ້າ​ອົງ​ນີ້.”—ດານີເອນ 3:29

11 ພະ​ເຢໂຫວາ​ຍັງ​ໄດ້​ໃຊ້​ລິດເດດ​ໃນ​ການ​ປົກປ້ອງ​ຂອງ​ເພິ່ນ​ໃນ​ແບບ​ທີ່​ເປັນ​ຕາ​ງຶດ​ຕອນ​ທີ່​ຍ້າຍ​ຊີວິດ​ລູກ​ຊາຍ​ຜູ້​ດຽວ​ທີ່​ເພິ່ນ​ໄດ້​ສ້າງ​ໃຫ້​ໄປ​ຢູ່​ໃນ​ທ້ອງ​ຂອງ​ສາວ​ບໍລິສຸດ​ຄົນ​ຢິວ​ທີ່​ຊື່​ມາຣີອາ. ທູດສະຫວັນ​ບອກ​ມາຣີອາ​ວ່າ​ລາວ​ຈະ “ຖືພາ​ແລະ​ເກີດ​ລູກ​ຊາຍ.” ທູດສະຫວັນ​ໄດ້​ບອກ​ຕື່ມ​ອີກ​ວ່າ: “ເຈົ້າ​ຈະ​ໄດ້​ຮັບ​ພະລັງ​ບໍລິສຸດ ແລະ​ລິດເດດ​ຂອງ​ພະເຈົ້າ​ສູງ​ສຸດ​ຈະ​ປົກປ້ອງ​ເຈົ້າ​ໄວ້.” (ລູກາ 1:31, 35) ຕອນ​ນັ້ນ ລູກ​ຊາຍ​ຂອງ​ພະເຈົ້າ​ຕ້ອງ​ໄດ້​ຮັບ​ການ​ປົກປ້ອງ​ເປັນ​ພິເສດ. ບາບ​ແລະ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ແມ່​ຈະ​ສົ່ງ​ຜົນ​ບໍ່​ດີ​ຕໍ່​ລູກ​ໃນ​ທ້ອງ​ບໍ? ຊາຕານ​ອາດຈະ​ເຮັດ​ອັນຕະລາຍ​ຫຼື​ຂ້າ​ລູກ​ໃນ​ທ້ອງ​ກ່ອນ​ຈະ​ເກີດ​ມາ​ໄດ້​ບໍ? ບໍ່​ໄດ້! ພະ​ເຢໂຫວາ​ໄດ້​ປົກປ້ອງ​ມາຣີອາ​ດີ​ແທ້ໆ ບໍ່​ມີ​ໃຜ​ແລະ​ບໍ່​ມີ​ຫຍັງ​ເຮັດ​ໃຫ້​ລູກ​ໃນ​ທ້ອງ​ລາວ​ຖືກ​ອັນຕະລາຍ​ໄດ້. ພະ​ເຢໂຫວາ​ຍັງ​ປົກປ້ອງ​ພະ​ເຢຊູ​ຕໍ່​ໄປ​ໃນ​ຕອນ​ທີ່​ເປັນ​ໄວລຸ້ນ. (ມັດທາຍ 2:1-15) ຖ້າ​ຍັງ​ບໍ່​ຮອດ​ເວລາ​ທີ່​ພະເຈົ້າ​ກຳນົດ ເພິ່ນ​ຈະ​ບໍ່​ໃຫ້​ໃຜ​ທຳຮ້າຍ​ລູກ​ສຸດ​ທີ່​ຮັກ​ຂອງ​ເພິ່ນ​ໄດ້.

12. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ການ​ອັດສະຈັນ​ເພື່ອ​ປົກປ້ອງ​ບາງ​ຄົນ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ?

12 ເປັນ​ຫຍັງ​ບາງ​ເທື່ອ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ການ​ອັດສະຈັນ​ເພື່ອ​ປົກປ້ອງ​ຜູ້​ຮັບໃຊ້​ບາງ​ຄົນ​ຂອງ​ເພິ່ນ? ມີ​ຫຼາຍ​ກໍລະນີ​ທີ່​ພະ​ເຢໂຫວາ​ໄດ້​ປົກປ້ອງ​ບາງ​ຄົນ​ກໍ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້. ຕົວຢ່າງ​ເຊັ່ນ ເປັນ​ເລື່ອງ​ສຳຄັນ​ແທ້ໆ​ທີ່​ພະ​ເຢໂຫວາ​ຕ້ອງ​ປົກປ້ອງ​ພະ​ເຢຊູ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້​ແລະ​ເພື່ອ​ມະນຸດ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໄດ້. ມີ​ຫຼາຍ​ເຫດການ​ໃນ​ຄຳພີ​ໄບເບິນ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ໃຊ້​ລິດເດດ​ເພື່ອ​ປົກປ້ອງ​ຄົນ​ຂອງ​ເພິ່ນ ແລະ​ເຫດການ​ເຫຼົ່າ​ນັ້ນ “ຂຽນ​ໄວ້​ເພື່ອ​ສອນ​ພວກ​ເຮົາ. ຍ້ອນ​ພະຄຳພີ​ຊ່ວຍ​ພວກ​ເຮົາ​ໃຫ້​ອົດທົນ​ແລະ​ມີ​ກຳລັງ​ໃຈ ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ຫວັງ​ໄດ້.” (ໂຣມ 15:4) ແມ່ນ​ແລ້ວ ຕົວຢ່າງ​ເຫຼົ່າ​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ. ແຕ່​ໃນ​ທຸກ​ມື້​ນີ້​ພະເຈົ້າ​ຍັງ​ປົກປ້ອງ​ເຮົາ​ແນວ​ໃດ​ແດ່?

ພະເຈົ້າ​ບໍ່​ໄດ້​ປົກປ້ອງ​ເຮົາ​ຈາກ​ສິ່ງ​ທີ່​ບໍ່​ດີ​ທຸກ​ຢ່າງ

13. ພະ​ເຢໂຫວາ​ຕ້ອງ​ເຮັດ​ການ​ອັດສະຈັນ​ເພື່ອ​ປົກປ້ອງ​ເຮົາ​ບໍ? ຂໍ​ໃຫ້​ອະທິບາຍ.

13 ຄຳ​ສັນຍາ​ຂອງ​ພະເຈົ້າ​ເລື່ອງ​ການ​ປົກປ້ອງ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຕ້ອງ​ເຮັດ​ການ​ອັດສະຈັນ​ເພື່ອ​ປົກປ້ອງ​ເຮົາ. ພະເຈົ້າ​ບໍ່​ໄດ້​ຮັບປະກັນ​ວ່າ​ຊີວິດ​ເຮົາ​ຈະ​ບໍ່​ມີ​ບັນຫາ​ຫຍັງ​ໃນ​ຕອນນີ້. ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ​ຕ້ອງ​ເຈິ​ບັນຫາ​ຫຼາຍ​ຢ່າງ. ເຂົາເຈົ້າ​ເຈິ​ຄວາມ​ທຸກຍາກ ສົງຄາມ ຄວາມ​ເຈັບ​ປ່ວຍ ແລະ​ຄວາມ​ຕາຍ. ພະ​ເຢຊູ​ເວົ້າ​ວ່າ​ລູກສິດ​ຂອງ​ເພິ່ນ​ບາງ​ຄົນ​ອາດຈະ​ຖືກ​ຂ້າ​ຍ້ອນ​ຄວາມ​ເຊື່ອ. ດັ່ງນັ້ນ ພະ​ເຢຊູ​ຈຶ່ງ​ເນັ້ນ​ວ່າ​ພວກ​ເຮົາ​ຕ້ອງ​ອົດທົນ​ຈົນ​ເຖິງ​ທີ່​ສຸດ. (ມັດທາຍ 24:9, 13) ຖ້າ​ພະ​ເຢໂຫວາ​ໃຊ້​ລິດເດດ​ຂອງ​ເພິ່ນ​ເຮັດ​ການ​ອັດສະຈັນ​ເພື່ອ​ປົກປ້ອງ​ພວກ​ເຮົາ​ທຸກໆ​ກໍລະນີ ຊາຕານ​ກໍ​ຈະ​ເຍາະເຍີ້ຍ​ພະ​ເຢໂຫວາ​ແລະ​ກ່າວຫາ​ວ່າ​ເຮົາ​ຮັບໃຊ້​ເພິ່ນ​ຍ້ອນ​ເພິ່ນ​ປົກປ້ອງ​ເຮົາ ບໍ່​ແມ່ນ​ຍ້ອນ​ວ່າ​ເຮົາ​ຮັກ​ເພິ່ນ.—ໂຢບ 1:9, 10

14. ມີ​ຕົວຢ່າງ​ຂອງ​ໃຜ​ແດ່​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ປົກປ້ອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທຸກ​ຄົນ​ໃນ​ແບບ​ດຽວ​ກັນ?

14 ແມ່ນ​ແຕ່​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ກໍ​ບໍ່​ໄດ້​ໃຊ້​ລິດເດດ​ເພື່ອ​ປົກປ້ອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທຸກ​ຄົນ​ບໍ່​ໃຫ້​ຖືກ​ຂ້າ. ຕົວຢ່າງ​ເຊັ່ນ ປະມານ​ປີ 44 ເຮໂຣດ​ສັ່ງ​ຄົນ​ໃຫ້​ຂ້າ​ອັກຄະສາວົກ​ຢາໂກໂບ. ແຕ່​ຫຼັງ​ຈາກ​ນັ້ນ​ບໍ່​ດົນ ເປໂຕ​ພັດ​ຖືກ​ຊ່ວຍ “ໃຫ້ລອດ​ຈາກ​ເຮໂຣດ.” (ກິດຈະການ 12:1-11) ສ່ວນ​ໂຢຮັນ​ນ້ອງ​ຊາຍ​ຂອງ​ຢາໂກໂບ​ມີ​ຊີວິດ​ຍືນ​ກວ່າ​ເປໂຕ​ແລະ​ຢາໂກໂບ. ເຫັນ​ໄດ້​ແຈ້ງ​ວ່າ ເຮົາ​ບໍ່​ຄວນ​ຄາດໝາຍ​ໃຫ້​ພະເຈົ້າ​ປົກປ້ອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທຸກ​ຄົນ​ໃນ​ແບບ​ດຽວ​ກັນ. ຄຳພີ​ໄບເບິນ​ຍັງ​ບອກ​ວ່າ: ‘ເວລາ​ແລະ​ເຫດການ​ທີ່​ບໍ່​ຄາດ​ຄິດ​ເກີດຂຶ້ນ​ກັບ​ພວກ​ເຮົາ​ທຸກ​ຄົນ​ໄດ້.’ (ປັນຍາຈານ 9:11) ຖ້າ​ຈັ່ງ​ຊັ້ນ ພະ​ເຢໂຫວາ​ປົກປ້ອງ​ເຮົາ​ໃນ​ທຸກ​ມື້​ນີ້​ແນວ​ໃດ?

ພະ​ເຢໂຫວາ​ປົກປ້ອງ​ຊີວິດ​ເຮົາ

15, 16. (ກ) ມີ​ຫຍັງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ໄດ້​ປົກປ້ອງ​ຜູ້​ນະມັດສະການ​ຂອງ​ເພິ່ນ​ແບບ​ເປັນ​ກຸ່ມ​ທາງ​ດ້ານ​ຮ່າງກາຍ? (ຂ) ເປັນ​ຫຍັງ​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ປົກປ້ອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ທຸກ​ມື້​ນີ້​ແລະ​ຕອນ​ທີ່​ມີ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່”?

15 ທຳອິດ ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ປົກປ້ອງ​ຊີວິດ​ເຮົາ​ແນວ​ໃດ. ພວກ​ເຮົາ​ທີ່​ນະມັດສະການ​ພະ​ເຢໂຫວາ​ຄາດໝາຍ​ໄດ້​ວ່າ​ເພິ່ນ​ຈະ​ປົກປ້ອງ​ເຮົາ​ເປັນ​ກຸ່ມ. ຖ້າ​ບໍ່​ຈັ່ງ​ຊັ້ນ ເຮົາ​ກໍ​ຈະ​ເປັນ​ເຫຍື່ອ​ຂອງ​ຊາຕານ​ໄດ້​ງ່າຍໆ. ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ຊາຕານ​ເປັນ “ຜູ້​ປົກຄອງ​ໂລກ​ນີ້” ມັນ​ຢາກ​ກຳຈັດ​ຜູ້​ນະມັດສະການ​ແທ້​ທຸກ​ຄົນ​ໃຫ້​ໝົດ​ອີ່ຫຼີ. ຖ້າ​ພະ​ເຢໂຫວາ​ບໍ່​ໄດ້​ປົກປ້ອງ​ເຮົາ ຊາຕານ​ກໍ​ຈະ​ທຳລາຍ​ເຮົາ​ໄດ້. (ໂຢຮັນ 12:31; ພະ​ນິມິດ 12:17) ບາງ​ລັດຖະບານ​ທີ່​ມີ​ອຳນາດ​ໃນ​ໂລກ​ໄດ້​ສັ່ງ​ຫ້າມ​ວຽກ​ປະກາດ​ຂອງ​ເຮົາ​ແລະ​ພະຍາຍາມ​ກຳຈັດ​ພວກ​ເຮົາ​ໃຫ້​ໝົດ​ໄປ ແຕ່​ຄົນ​ຂອງ​ພະ​ເຢໂຫວາ​ກໍ​ຍັງ​ປະກາດ​ຢ່າງ​ສັດຊື່​ຕໍ່ໆ​ໄປ! ເປັນ​ຫຍັງ​ຊາດ​ຕ່າງໆ​ຈຶ່ງ​ບໍ່​ສາມາດ​ຢຸດ​ວຽກ​ປະກາດ​ຂອງ​ຄລິດສະຕຽນ​ກຸ່ມ​ນ້ອຍໆ​ທີ່​ເບິ່ງ​ຄື​ວ່າ​ປົກປ້ອງ​ໂຕເອງ​ບໍ່​ໄດ້? ກໍ​ຍ້ອນ​ພະ​ເຢໂຫວາ​ປົກປ້ອງ​ເຮົາ​ດ້ວຍ​ປີກ​ທີ່​ມີ​ລິດເດດ​ຂອງ​ເພິ່ນ!—ເພງ​ສັນລະເສີນ 17:7, 8

16 ພະ​ເຢໂຫວາ​ຈະ​ປົກປ້ອງ​ຊີວິດ​ເຮົາ​ຕອນ​ທີ່​ມີ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່” ບໍ? ເຮົາ​ບໍ່​ຕ້ອງ​ຢ້ານ​ຕອນ​ທີ່​ພະເຈົ້າ​ມາ​ຕັດສິນ​ຄົນ​ຊົ່ວ ຍ້ອນ​ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ຮູ້​ວິທີ​ຊ່ວຍ​ຄົນ​ທີ່​ຢ້ານຢຳ​ເພິ່ນ​ໃຫ້​ຜ່ານ​ການ​ທົດສອບ ແຕ່​ເພິ່ນ​ຈົ່ງ​ຄົນ​ຊົ່ວ​ໄວ້​ເພື່ອ​ທຳລາຍ​ໃນ​ມື້​ຕັດສິນ.” (ພະ​ນິມິດ 7:14; 2 ເປໂຕ 2:9) ກ່ອນ​ທີ່​ຈະ​ຮອດ​ຕອນ​ນັ້ນ ເຮົາ​ໝັ້ນໃຈ​ໃນ 2 ເລື່ອງ​ໄດ້​ສະເໝີ. ເລື່ອງ​ທຳອິດ ພະ​ເຢໂຫວາ​ຈະ​ບໍ່​ຍອມ​ໃຫ້​ຊາຕານ​ກຳຈັດ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ​ໃຫ້​ໝົດ​ໄປ​ຈາກ​ໂລກ. ເລື່ອງ​ທີ 2 ເພິ່ນ​ຈະ​ໃຫ້​ຄົນ​ທີ່​ສັດຊື່​ຕໍ່​ເພິ່ນ​ໄດ້​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່. ຖ້າ​ເຂົາເຈົ້າ​ຕາຍ​ກ່ອນ ເພິ່ນ​ກໍ​ຈະ​ປຸກ​ເຂົາເຈົ້າ​ໃຫ້​ຄືນ​ມາ​ມີ​ຊີວິດ​ອີກ​ຍ້ອນ​ເພິ່ນ​ບໍ່​ລືມ​ເຂົາເຈົ້າ.—ໂຢຮັນ 5:28, 29

17. ພະ​ເຢໂຫວາ​ປົກປ້ອງ​ເຮົາ​ໂດຍ​ທາງ​ຖ້ອຍຄຳ​ຂອງ​ເພິ່ນ​ແນວ​ໃດ?

17 ພະ​ເຢໂຫວາ​ຍັງ​ປົກປ້ອງ​ເຮົາ​ໃນ​ຕອນນີ້​ໂດຍ​ທາງ “ຖ້ອຍຄຳ” ຂອງ​ເພິ່ນ. ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ຊີວິດ​ໂຕເອງ​ໄປ​ໃນ​ທາງ​ທີ່​ດີ​ຂຶ້ນ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. (ເຮັບເຣີ 4:12) ຖ້າ​ເຮົາ​ເຮັດ​ຕາມ​ຫຼັກການ​ໃນ​ຄຳພີ​ໄບເບິນ ເຮົາ​ກໍ​ຈະ​ໄດ້​ຮັບ​ການ​ປົກປ້ອງ​ຈາກ​ສິ່ງ​ທີ່​ເປັນ​ອັນຕະລາຍ​ຕໍ່​ຊີວິດ​ຂອງ​ເຮົາ. ເອຊາຢາ 48:17 ບອກ​ວ່າ: “ເຮົາ​ເຢໂຫວາ . . . ເຮົາ​ສອນ​ເຈົ້າ​ເພື່ອ​ປະໂຫຍດ​ຂອງ​ເຈົ້າ.” ການ​ໃຊ້​ຊີວິດ​ຕາມ​ຄຳສອນ​ຂອງ​ພະເຈົ້າ​ເຮັດ​ໃຫ້​ເຮົາ​ມີ​ສຸຂະພາບ​ດີ​ຂຶ້ນ​ແລະ​ມີ​ຊີວິດ​ທີ່​ຍືນ​ຍາວ. ຕົວຢ່າງ​ເຊັ່ນ ຍ້ອນ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ ເຮົາ​ຈຶ່ງ​ບໍ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ບໍ່​ເສບ​ຢາ ຫຼື​ສູບ​ຢາ​ທີ່​ມີ​ຜົນ​ເສຍຫາຍ​ຕໍ່​ຮ່າງກາຍ​ແລະ​ຊີວິດ​ຄື​ກັບ​ຄົນ​ທີ່​ບໍ່​ເຊື່ອຟັງ​ພະເຈົ້າ​ໄດ້​ເຮັດ. (ກິດຈະການ 15:29; 2 ໂກຣິນໂທ 7:1) ເຮົາ​ຮູ້ສຶກ​ຂອບໃຈ​ພະເຈົ້າ​ແທ້ໆ​ທີ່​ປົກປ້ອງ​ເຮົາ​ໂດຍ​ທາງ​ຖ້ອຍຄຳ​ຂອງ​ເພິ່ນ!

ພະ​ເຢໂຫວາ​ປົກປ້ອງ​ເຮົາ​ທາງ​ດ້ານ​ຄວາມ​ເຊື່ອ

18. ພະ​ເຢໂຫວາ​ປົກປ້ອງ​ເຮົາ​ທາງ​ດ້ານ​ຄວາມ​ເຊື່ອ​ແນວ​ໃດ?

18 ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ພະ​ເຢໂຫວາ​ປົກປ້ອງ​ເຮົາ​ທາງ​ດ້ານ​ຄວາມ​ເຊື່ອ. ເພິ່ນ​ເຮັດ​ແນວ​ນັ້ນ​ໂດຍ​ຊ່ວຍ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ເພື່ອ​ເຮົາ​ຈະ​ອົດທົນ​ກັບ​ບັນຫາ​ຕ່າງໆ​ແລະ​ເປັນ​ໝູ່​ກັບ​ເພິ່ນ​ຕໍ່​ໄປ​ໄດ້. ພະ​ເຢໂຫວາ​ປົກປ້ອງ​ຊີວິດ​ເຮົາ​ບໍ່​ແມ່ນ​ແຕ່​ສອງ​ສາມ​ປີ​ເທົ່າ​ນັ້ນ ແຕ່​ຕະຫຼອດ​ໄປ​ເລີຍ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ​ເພື່ອ​ໃຫ້​ເຮົາ​ສະໜິດ​ກັບ​ເພິ່ນ?

19. ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮັບມື​ກັບ​ການ​ທົດສອບ​ທີ່​ເຮົາ​ກຳລັງ​ເຈິ?

19 ພະ​ເຢໂຫວາ​ເປັນ “ຜູ້​ຟັງ​ຄຳ​ອະທິດຖານ.” (ເພງ​ສັນລະເສີນ 65:2) ຖ້າ​ເຮົາ​ເຈິ​ບັນຫາ​ໃນ​ຊີວິດ​ຫຼາຍ​ຂຶ້ນ​ເລື້ອຍໆ​ແລະ​ຮັບມື​ບໍ່​ໄຫວ ເຮົາ​ຈະ​ຮູ້ສຶກ​ດີ​ຂຶ້ນ​ເມື່ອ​ເຮົາ​ລະບາຍ​ຄວາມ​ຮູ້ສຶກ​ໃນ​ໃຈ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. (ຟີລິບປອຍ 4:6, 7) ເພິ່ນ​ບໍ່​ໄດ້​ເຮັດ​ການ​ອັດສະຈັນ​ເພື່ອ​ໃຫ້​ບັນຫາ​ຂອງ​ເຮົາ​ໝົດ​ໄປ ແຕ່​ເພິ່ນ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ໂດຍ​ໃຫ້​ສະຕິ​ປັນຍາ​ເພື່ອ​ຫາ​ທາງ​ແກ້ໄຂ​ບັນຫາ​ໄດ້. (ຢາໂກໂບ 1:5, 6) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຈະ​ໃຫ້​ພະລັງ​ບໍລິສຸດ​ກັບ​ທຸກ​ຄົນ​ທີ່​ຂໍ​ນຳ​ເພິ່ນ. (ລູກາ 11:13) ພະລັງ​ບໍລິສຸດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບມື​ກັບ​ການ​ທົດສອບ​ຫຼື​ບັນຫາ​ຕ່າງໆ​ທີ່​ເຮົາ​ກຳລັງ​ເຈິ​ໄດ້ ແລະ​ຈະ​ເຮັດ​ໃຫ້​ເຮົາ​ມີ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ” ເພື່ອ​ຈະ​ອົດທົນ​ໄດ້​ຈົນ​ກວ່າ​ໂລກ​ໃໝ່​ຈະ​ມາ​ຮອດ. ພະ​ເຢໂຫວາ​ຈະ​ກຳຈັດ​ບັນຫາ​ທຸກ​ຢ່າງ​ໃຫ້​ໝົດ​ໄປ​ໃນ​ອີກ​ບໍ່​ດົນ.—2 ໂກຣິນໂທ 4:7

20. ພະ​ເຢໂຫວາ​ໃຊ້​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ປົກປ້ອງ​ເຮົາ​ແນວ​ໃດ?

20 ບາງ​ເທື່ອ​ພະ​ເຢໂຫວາ​ກໍ​ໃຊ້​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ເພື່ອ​ປົກປ້ອງ​ເຮົາ. ພະ​ເຢໂຫວາ​ໄດ້​ຊີ້ນຳ​ຄົນ​ຂອງ​ເພິ່ນ​ທົ່ວ​ໂລກ​ໃຫ້​ມາ​ເປັນ “ພີ່ນ້ອງ” ກັນ. (1 ເປໂຕ 2:17; ໂຢຮັນ 6:44) ຄວາມ​ຮັກ​ແບບ​ພີ່ນ້ອງ​ທີ່​ເຂົາເຈົ້າ​ສະແດງ​ອອກ​ມາ​ເຮັດ​ໃຫ້​ເຫັນ​ວ່າ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ກະຕຸ້ນ​ຄົນ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ດີ. ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ໃຫ້​ມີ​ຄຸນລັກສະນະ​ທີ່​ດີ​ຫຼາຍ​ຢ່າງ ເຊັ່ນ: ຄວາມ​ຮັກ ຄວາມ​ເມດຕາ ແລະ​ຄວາມ​ດີ. (ຄາລາເຕຍ 5:22, 23) ເມື່ອ​ເຮົາ​ຮູ້ສຶກ​ທໍ້ໃຈ​ແລະ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໄດ້​ໃຫ້​ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ຫຼື​ເວົ້າ​ໃຫ້​ກຳລັງ​ໃຈ​ເຮົາ ເຮົາ​ຄວນ​ຂອບໃຈ​ພະ​ເຢໂຫວາ​ແທ້ໆ​ທີ່​ເພິ່ນ​ປົກປ້ອງ​ແລະ​ເບິ່ງແຍງ​ເຮົາ​ໂດຍ​ທາງ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ.

21. (ກ) ພະ​ເຢໂຫວາ​ໃຫ້ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ກຽມ​ຄວາມ​ຮູ້​ຕາມ​ເວລາ​ທີ່​ເໝາະສົມ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ? (ຂ) ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ສິ່ງ​ທີ່​ພະ​ເຢໂຫວາ​ກຽມ​ໄວ້​ເພື່ອ​ປົກປ້ອງ​ເຮົາ​ທາງ​ດ້ານ​ຄວາມ​ເຊື່ອ?

21 ພະ​ເຢໂຫວາ​ຍັງ​ປົກປ້ອງ​ເຮົາ​ໃນ​ວິທີ​ອື່ນ​ນຳ​ໂດຍ​ທາງ​ຄວາມ​ຮູ້​ທີ່​ເຮັດ​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ. ພະ​ເຢໂຫວາ​ມອບໝາຍ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ໃຫ້​ແຈກ​ຢາຍ​ຄວາມ​ຮູ້​ເພື່ອ​ຊ່ວຍ​ເຮົາໃຫ້​ໄດ້​ຮັບ​ກຳລັງ​ຈາກ​ຖ້ອຍຄຳ​ຂອງ​ເພິ່ນ. ທາດ​ສັດຊື່​ໃຊ້​ປຶ້ມ​ແລະ​ສື່​ຕ່າງໆ ເຊັ່ນ: ວາລະສານ​ຫໍສັງເກດການ​ແລະ​ຕື່ນເຖີດ! (ພາສາ​ໄທ) ເວັບໄຊ jw.org ລວມ​ທັງ​ການ​ປະຊຸມ​ປະຈຳ​ອາທິດ ການ​ປະຊຸມ​ໝວດ ແລະ​ການ​ປະຊຸມ​ພາກ ເພື່ອ “ແຈກ​ຢາຍ​ອາຫານ . . . ຕາມ​ເວລາ​ທີ່​ເໝາະສົມ” ທີ່​ເຮົາ​ຈຳເປັນ​ໃນ​ເວລາ​ທີ່​ເຮົາ​ຕ້ອງການ. (ມັດທາຍ 24:45) ເຈົ້າ​ເຄີຍ​ໄດ້​ຍິນ​ຫຍັງ​ແດ່​ຢູ່​ການ​ປະຊຸມ​ຄລິດສະຕຽນ​ທີ່​ເຮັດ​ໃຫ້​ເຈົ້າ​ໄດ້​ກຳລັງ​ໃຈ ເຊັ່ນ: ການ​ອອກ​ຄວາມ​ຄິດ​ເຫັນ ຄຳ​ບັນລະຍາຍ ຫຼື​ຄຳ​ອະທິດຖານ? ມີ​ບົດ​ຄວາມ​ເລື່ອງ​ໃດ​ບໍ​ຈາກ​ປຶ້ມ​ຫຼື​ສື່​ຕ່າງໆ​ຂອງ​ເຮົາ​ທີ່​ເຮັດ​ໃຫ້​ເຈົ້າ​ໄດ້​ຮັບ​ປະໂຫຍດ​ເປັນ​ພິເສດ? ຂໍ​ໃຫ້​ຈື່​ວ່າ​ພະ​ເຢໂຫວາ​ກຽມ​ສິ່ງ​ເຫຼົ່າ​ນີ້​ເພື່ອ​ປົກປ້ອງ​ເຮົາ​ທາງ​ດ້ານ​ຄວາມ​ເຊື່ອ.

22. ພະ​ເຢໂຫວາ​ໃຊ້​ລິດເດດ​ຂອງ​ເພິ່ນ​ແນວ​ໃດ ແລະ​ເປັນ​ຫຍັງ​ການ​ເຮັດ​ແນວ​ນັ້ນ​ຈຶ່ງ​ເປັນ​ປະໂຫຍດ​ຕໍ່​ເຮົາ?

22 ພະ​ເຢໂຫວາ​ເປັນ​ໂລ້ “ສຳລັບ​ທຸກ​ຄົນ​ທີ່​ໄປ​ລີ້ໄພ​ຢູ່​ນຳ​ເພິ່ນ.” (ເພງ​ສັນລະເສີນ 18:30) ເຮົາ​ເຂົ້າໃຈ​ວ່າ​ເພິ່ນ​ບໍ່​ໄດ້​ໃຊ້​ລິດເດດ​ເພື່ອ​ປົກປ້ອງ​ເຮົາ​ບໍ່​ໃຫ້​ເຈິ​ຄວາມ​ຫຍຸ້ງ​ຍາກ​ທຸກ​ຢ່າງ​ໃນ​ຕອນນີ້. ແຕ່​ເພິ່ນ​ໃຊ້​ລິດເດດ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້​ສະເໝີ ແລະ​ສິ່ງ​ທີ່​ເພິ່ນ​ເຮັດ​ນັ້ນ​ຈະ​ຊ່ວຍ​ໃຫ້​ຄົນ​ຂອງ​ເພິ່ນ​ມີ​ຊີວິດ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ມີ​ໄດ້. ຖ້າ​ເຮົາ​ໃກ້ຊິດ​ກັບ​ພະ​ເຢໂຫວາ ຮັກ​ແລະ​ເຊື່ອຟັງ​ເພິ່ນ​ຕໍ່ໆ​ໄປ ເພິ່ນ​ກໍ​ຈະ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ. ເມື່ອ​ທຽບ​ກັບ​ສິ່ງ​ເຫຼົ່າ​ນັ້ນ ເຮົາ​ຖື​ວ່າ​ຄວາມ​ທຸກ​ຕ່າງໆ​ໃນ​ຕອນນີ້ “ຈະ​ຢູ່​ແຕ່​ໄລຍະ​ສັ້ນໆ​ແລະ​ບໍ່​ໜັກ.”—2 ໂກຣິນໂທ 4:17