ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີ 8

ລິດເດດ​ໃນ​ການ​ຟື້ນຟູ​ຂອງ​ພະ​ເຢໂຫວາ ‘ຜູ້​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່’

ລິດເດດ​ໃນ​ການ​ຟື້ນຟູ​ຂອງ​ພະ​ເຢໂຫວາ ‘ຜູ້​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່’

1, 2. ໃນ​ທຸກ​ມື້​ນີ້​ເຮົາ​ອາດຈະ​ສູນ​ເສຍ​ຫຍັງ​ແດ່ ແລະ​ສິ່ງ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ?

 ເດັກ​ນ້ອຍ​ຄົນ​ໜຶ່ງ​ເຮັດ​ເຄື່ອງ​ຫຼິ້ນ​ທີ່​ໂຕເອງ​ມັກ​ຫຼາຍ​ເສຍ​ຫຼື​ເພ ແລ້ວ​ລາວ​ກໍ​ໄຫ້​ແທ້​ໄຫ້​ວ່າ ສຽງ​ໄຫ້​ເຮັດ​ໃຫ້​ຮູ້​ວ່າ​ລາວ​ເສຍໃຈ​ແຮງ! ແຕ່​ເມື່ອ​ພໍ່​ຫຼື​ແມ່​ຊອກ​ເຄື່ອງ​ຫຼິ້ນ​ນັ້ນ​ເຫັນ​ຫຼື​ແປງ​ມັນ​ໃຫ້​ຄື​ເກົ່າ​ໄດ້ ຜູ້​ເປັນ​ລູກ​ກໍ​ດີໃຈ​ຫຼາຍ. ສຳລັບ​ພໍ່​ແມ່​ການ​ຊອກ​ຫາ​ຫຼື​ແປງ​ເຄື່ອງ​ຫຼິ້ນ​ນັ້ນ​ເປັນ​ເລື່ອງ​ທຳມະດາ ແຕ່​ສຳລັບ​ລູກ​ມັນ​ເປັນ​ເລື່ອງ​ທີ່​ສຸດ​ຍອດ​ເລີຍ. ລາວ​ຄິດ​ວ່າ​ເຄື່ອງ​ຫຼິ້ນ​ນັ້ນ​ເສຍ​ແທ້ໆ​ຫຼື​ແປງ​ບໍ່​ໄດ້​ແລ້ວ ແຕ່ລາວ​ດີໃຈ​ຫຼາຍ​ທີ່​ໄດ້​ຫຼິ້ນ​ມັນ​ອີກ!

2 ພະ​ເຢໂຫວາ​ເປັນ​ພໍ່​ທີ່​ດີ​ທີ່​ສຸດ. ເພິ່ນ​ມີ​ລິດເດດ​ທີ່​ຈະ​ເອົາ​ສິ່ງ​ທີ່​ເຮົາ​ຄິດ​ວ່າ​ບໍ່​ມີ​ທາງ​ແກ້ໄຂ​ໄດ້​ກັບ​ຄືນ​ມາ​ອີກ​ໄດ້. ຕອນນີ້ ເຮົາ​ບໍ່​ໄດ້​ເວົ້າ​ເຖິງ​ເຄື່ອງ​ຫຼິ້ນ. ເຮົາ​ຕ້ອງ​ເຈິ​ກັບ​ການ​ສູນ​ເສຍ​ຫຼາຍ​ຢ່າງ​ທີ່​ມີ​ຄ່າ​ກວ່າ​ເຄື່ອງ​ຫຼິ້ນ ຍ້ອນ​ເຮົາ​ມີ​ຊີວິດ​ຢູ່​ໃນ “ໄລຍະ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງ​ຍາກ​ລຳບາກ.” (2 ຕີໂມທຽວ 3:1-5) ສິ່ງ​ຕ່າງໆ​ທີ່​ຄົນ​ທົ່ວໄປ​ຖື​ວ່າ​ມີ​ຄ່າ ເຮົາ​ອາດຈະ​ເສຍ​ມັນ​ໄປ​ຕອນ​ໃດ​ກໍ​ໄດ້ ບໍ່​ວ່າ​ຈະ​ເປັນ​ເຮືອນ ຊັບ​ສົມບັດ ວຽກ​ງານ ຫຼື​ແມ່ນ​ແຕ່​ສຸຂະພາບ. ເຮົາ​ຮູ້ສຶກ​ເສຍໃຈ​ຫຼາຍ​ເມື່ອ​ເຫັນ​ສິ່ງ​ແວດ​ລ້ອມ​ຖືກ​ທຳລາຍ ສັດ​ແລະ​ພືດ​ຫຼາຍ​ຊະນິດ​ກໍ​ກຳລັງ​ຈະ​ສູນ​ພັນ​ໄປ. ແຕ່​ການ​ຕາຍ​ຂອງ​ຄົນ​ທີ່​ເຮົາ​ຮັກ​ເຮັດ​ໃຫ້​ເຮົາ​ເສຍໃຈ​ຫຼາຍ​ກວ່າ​ນັ້ນ​ອີກ. ເຮົາ​ຮູ້ສຶກ​ໂສກເສົ້າ​ແລະ​ໝົດ​ຫວັງ​ຈົນ​ເກືອບ​ຈະ​ຮັບ​ມື​ບໍ່​ໄດ້.—2 ຊາມູເອນ 18:33

3. ກິດຈະການ 3:21 ເວົ້າ​ເຖິງ​ຫຍັງ​ທີ່​ໃຫ້​ກຳລັງ​ໃຈ ແລະ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເລື່ອງ​ນີ້​ເກີດຂຶ້ນ​ໄດ້​ແນວ​ໃດ?

3 ເມື່ອ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ໃນ​ການ​ຟື້ນຟູ ເຮົາ​ໄດ້​ກຳລັງ​ໃຈ​ຫຼາຍ​ແທ້ໆ! ໃນ​ບົດ​ນີ້ ເຮົາ​ຈະ​ໄດ້​ຮຽນ​ກ່ຽວກັບ​ຫຼາຍ​ສິ່ງ​ທີ່​ພະ​ເຢໂຫວາ​ຈະ​ຟື້ນຟູ​ເພື່ອ​ພວກ​ເຮົາ. ທີ່ຈິງ ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ​ຕ້ອງການ​ໃຫ້ ‘ທຸກ​ສິ່ງ​ໄດ້​ຮັບ​ການ​ຟື້ນຟູ.’ (ກິດຈະການ 3:21) ເພື່ອ​ໃຫ້​ເລື່ອງ​ນີ້​ສຳເລັດ ພະ​ເຢໂຫວາ​ຈະ​ໃຊ້​ການ​ປົກຄອງ​ຂອງ​ເມຊີອາ​ເຊິ່ງ​ປົກຄອງ​ໂດຍ​ພະ​ເຢຊູ​ຄລິດ​ລູກ​ຊາຍ​ຂອງ​ເພິ່ນ. ມີ​ຫຼັກຖານ​ຈະ​ແຈ້ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ການ​ປົກຄອງ​ນີ້​ເລີ່ມ​ຕົ້ນ​ປົກຄອງ​ຢູ່​ສະຫວັນ​ໃນ​ປີ 1914. a (ມັດທາຍ 24:3-14) ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ຈະ​ຟື້ນຟູ​ສິ່ງ​ທີ່​ໜ້າ​ອັດສະຈັນ​ຫຍັງ​ແດ່? ມີ​ສິ່ງ​ໜຶ່ງ​ທີ່​ເຮົາ​ເຫັນ​ວ່າ​ໄດ້​ເກີດຂຶ້ນ​ແລ້ວ​ໃນ​ຕອນນີ້ ແຕ່​ຍັງ​ມີ​ການ​ຟື້ນຟູ​ອື່ນໆ​ອີກ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ເພື່ອ​ພວກ​ເຮົາ​ທຸກ​ຄົນ​ໃນ​ອະນາຄົດ.

ການ​ຟື້ນຟູ​ການ​ນະມັດສະການ​ບໍລິສຸດ

4, 5. ໃນ​ປີ 607 ກ່ອນ ຄ.ສ ມີ​ເຫດການ​ຫຍັງ​ເກີດຂຶ້ນ​ກັບ​ຄົນ​ຂອງ​ພະເຈົ້າ ແລະ​ພະ​ເຢໂຫວາ​ສັນຍາ​ຫຍັງ​ກັບ​ເຂົາເຈົ້າ?

4 ສິ່ງ​ໜຶ່ງ​ທີ່​ພະ​ເຢໂຫວາ​ເຮັດ​ແລ້ວ​ແມ່ນ​ໄດ້​ຊ່ວຍ​ຄົນ​ຂອງ​ເພິ່ນ​ໃຫ້​ນະມັດສະການ​ເພິ່ນ​ໃນ​ວິທີ​ທີ່​ຖືກຕ້ອງ. ເພື່ອ​ຈະ​ເຂົ້າໃຈ​ວ່າ​ເລື່ອງ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ ຂໍ​ໃຫ້​ເບິ່ງ​ປະຫວັດສາດ​ຂອງ​ອານາຈັກ​ຢູດາ​ແບບ​ຫຍໍ້ໆ​ເພື່ອ​ຈະ​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ເລື່ອງ​ນີ້. ແລ້ວ​ເຮົາ​ຈະ​ເຂົ້າໃຈ​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ຫຼາຍ​ສ່ຳ​ໃດ​ເພື່ອ​ຈະ​ເຮັດ​ສິ່ງ​ຕ່າງໆ​ຂຶ້ນ​ໃໝ່.—ໂຣມ 15:4

5 ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ຄົນ​ຢິວ​ທີ່​ສັດຊື່​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ເມືອງ​ເຢຣູຊາເລັມ​ຖືກ​ທຳລາຍ​ໃນ​ປີ 607 ກ່ອນ​ຄລິດຕະ​ສັກກະຫຼາດ (ກ່ອນ ຄ.ສ) ເມືອງ​ທີ່​ເຂົາເຈົ້າ​ຮັກ​ຖືກ​ທຳລາຍ​ຢ່າງ​ຮາບຄາບ ແລະ​ກຳແພງ​ເມືອງ​ກໍ​ມຸ່ນ​ອັບຍັບ. ຮ້າຍ​ກວ່າ​ນັ້ນ ວິຫານ​ງາມໆ​ທີ່​ໂຊໂລໂມນ​ສ້າງ​ຂຶ້ນ​ກໍ​ຖືກ​ທຳລາຍ​ທັງໆ​ທີ່​ເປັນ​ບ່ອນ​ດຽວ​ໃນ​ໂລກ​ທີ່​ເປັນ​ສູນ​ກາງ​ການ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ເພິ່ນ​ຕ້ອງການ. (ເພງ​ສັນລະເສີນ 79:1) ຜູ້​ລອດ​ຊີວິດ​ກໍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ ເຂົາເຈົ້າ​ຕ້ອງ​ປະ​ບ້ານ​ເກີດ​ເມືອງ​ນອນ​ໄວ້​ໃຫ້​ເປັນ​ບ້ານ​ຮ້າງ​ມີ​ແຕ່​ສັດ​ຮ້າຍ​ມາ​ຢູ່. (ເຢເຣມີຢາ 9:11) ເຂົາເຈົ້າ​ຮູ້ສຶກ​ໝົດ​ຫວັງ​ແລະ​ຄິດ​ວ່າ​ຈະ​ບໍ່​ມີ​ທາງ​ໄດ້​ກັບ​ມາ​ອີກ. (ເພງ​ສັນລະເສີນ 137:1) ແຕ່​ພະ​ເຢໂຫວາ​ໄດ້​ບອກ​ລ່ວງ​ໜ້າ​ເລື່ອງ​ການ​ທຳລາຍ​ນີ້​ໄວ້​ດົນ​ແລ້ວ ແລະ​ເພິ່ນ​ໄດ້​ສັນຍາ​ວ່າ​ຈະ​ຟື້ນຟູ​ທຸກ​ສິ່ງ​ຂຶ້ນ​ໃໝ່.

6-8. (ກ) ຜູ້​ພະຍາກອນ​ຫຼາຍ​ຄົນ​ໄດ້​ຂຽນ​ຄຳ​ພະຍາກອນ​ກ່ຽວກັບ​ເລື່ອງ​ຫຍັງ ແລະ​ຄຳ​ພະຍາກອນ​ນັ້ນ​ເກີດຂຶ້ນ​ແທ້​ໃນ​ຄັ້ງ​ທຳອິດ​ແນວ​ໃດ? (ຂ) ໃນ​ສະໄໝ​ປັດຈຸບັນ ຄົນ​ຂອງ​ພະເຈົ້າ​ໄດ້​ເຫັນ​ຄຳ​ພະຍາກອນ​ເລື່ອງ​ການ​ຟື້ນຟູ​ເກີດຂຶ້ນ​ແທ້​ແນວ​ໃດ?

6 ທີ່ຈິງ ຜູ້​ພະຍາກອນ​ຫຼາຍ​ຄົນ​ໄດ້​ຂຽນ​ຄຳ​ພະຍາກອນ​ກ່ຽວກັບ​ການ​ຟື້ນຟູ. b ພະ​ເຢໂຫວາ​ສັນຍາ​ວ່າ​ແຜ່ນດິນ​ອິດສະຣາເອນ​ຈະ​ກັບ​ມາ​ອຸດົມ​ສົມບູນ​ອີກ​ແລະ​ຈະ​ມີ​ຫຼາຍ​ຄົນ​ໄປ​ຢູ່​ແຜ່ນດິນ​ນັ້ນ​ອີກ. ເພິ່ນ​ຈະ​ບໍ່​ໃຫ້​ສັດ​ຮ້າຍ​ແລະ​ສັດຕູ​ມາ​ໂຈມຕີ​ເຂົາເຈົ້າ​ເລີຍ. ພະ​ເຢໂຫວາ​ບອກ​ວ່າ​ແຜ່ນດິນ​ຂອງ​ເຂົາເຈົ້າ​ຈະ​ໄດ້​ຮັບ​ການ​ຟື້ນຟູ​ຈົນ​ເປັນ​ຄື​ກັບ​ອຸທິຍານ​ແທ້ໆ! (ເອຊາຢາ 65:25; ເອເຊກຽນ 34:25; 36:35) ແຕ່​ສິ່ງ​ທີ່​ສຳຄັນ​ແມ່ນ​ການ​ນະມັດສະການ​ທີ່​ບໍລິສຸດ​ຈະ​ໄດ້​ຮັບ​ການ​ຟື້ນຟູ ແລະ​ວິຫານ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່. (ມີກາ 4:1-5) ຄຳ​ພະຍາກອນ​ເຫຼົ່າ​ນີ້​ໃຫ້​ຄວາມ​ຫວັງ​ກັບ​ຄົນ​ຢິວ ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ອົດທົນ​ໃນ​ໄລຍະ 70 ປີ​ທີ່​ເຂົາເຈົ້າ​ເປັນ​ຊະເລີຍ​ຢູ່​ບາບີໂລນ.

7 ໃນ​ທີ່​ສຸດ​ກໍ​ຮອດ​ເວລາ​ທີ່​ຈະ​ຟື້ນຟູ. ຄົນ​ຢິວ​ທີ່​ເປັນ​ອິດສະຫຼະ​ຈາກ​ບາບີໂລນ​ໄດ້​ກັບ​ມາ​ເມືອງ​ເຢຣູຊາເລັມ ແລະ​ໄດ້​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ຄືນ​ໃໝ່​ຢູ່​ຫັ້ນ. (ເອັດຊະຣາ 1:1, 2) ຖ້າ​ເຂົາເຈົ້າ​ຍັງ​ຍຶດ​ໝັ້ນ​ກັບ​ການ​ນະມັດສະການ​ບໍລິສຸດ ພະ​ເຢໂຫວາ​ຈະ​ອວຍພອນ​ເຂົາເຈົ້າ​ແລະ​ເຮັດ​ໃຫ້​ແຜ່ນດິນ​ຂອງ​ເຂົາເຈົ້າ​ອຸດົມ​ສົມບູນ​ແລະ​ຈະເລີນ​ຮຸ່ງ​ເຮືອ​ງ. ນອກ​ຈາກນັ້ນ ເພິ່ນ​ຈະ​ປົກປ້ອງ​ເຂົາເຈົ້າ​ບໍ່​ໃຫ້​ພວກ​ສັດຕູ​ມາ​ໂຈມຕີ ແລະເພິ່ນຈະ​ບໍ່​ໃຫ້​ສັດ​ຮ້າຍ​ທີ່​ຢູ່​ໃນ​ແຜ່ນດິນ​ນັ້ນ​ຕັ້ງແຕ່​ດົນ​ແລ້ວ​ມາ​ເຮັດ​ອັນຕະລາຍ​ໃຫ້​ເຂົາເຈົ້າ. ເຂົາເຈົ້າ​ຕ້ອງ​ດີໃຈ​ແທ້ໆ​ທີ່​ພະ​ເຢໂຫວາ​ໃຊ້​ລິດເດດ​ໃນ​ການ​ຟື້ນຟູ​ເພື່ອ​ຊ່ວຍ​ເຂົາເຈົ້າ. ເຫດການ​ເຫຼົ່າ​ນີ້​ເກີດຂຶ້ນ​ແທ້​ຄັ້ງ​ທຳອິດ​ເຊິ່ງ​ເກີດຂຶ້ນ​ໃນ​ຂອບເຂດ​ທີ່​ນ້ອຍໆ ແລະ​ຈະ​ເກີດຂຶ້ນ​ແທ້​ຄັ້ງ​ທີ່​ຍິ່ງໃຫຍ່​ກວ່າ “ໃນ​ສະໄໝ​ສຸດທ້າຍ” ເຊິ່ງ​ກໍ​ແມ່ນ​ສະໄໝ​ຂອງ​ເຮົາ ຕອນ​ທີ່​ພະ​ເຢຊູ​ລູກ​ຫຼານ​ຂອງ​ກະສັດ​ດາວິດ​ທີ່​ສັນຍາ​ໄວ້​ດົນ​ແລ້ວ​ໄດ້​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ.—ເອຊາຢາ 2:2-4; 9:6, 7

8 ບໍ່​ດົນ​ຫຼັງ​ຈາກ​ພະ​ເຢຊູ​ໄດ້​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ໃນ​ປີ 1914 ພະເຢຊູ​ໄດ້​ຊ່ວຍ​ຄົນ​ຂອງ​ພະເຈົ້າ​ໃຫ້​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ເພິ່ນ​ພໍໃຈ. ຄື​ກັບ​ທີ່​ໄຊຣັດ​ຄົນ​ເປີເຊຍ​ໄດ້​ປົດ​ປ່ອຍ​ຄົນ​ຢິວ​ໃນ​ປີ 537 ກ່ອນ ຄ.ສ ພະ​ເຢຊູ​ກໍ​ໄດ້​ປົດ​ປ່ອຍ​ລູກສິດ​ຂອງ​ເພິ່ນ​ອອກ​ຈາກ​ສາສະໜາ​ປອມ​ທີ່​ຄຳພີ​ໄບເບິນ​ເອີ້ນ​ວ່າ: “ບາບີໂລນ​ໃຫຍ່.” (ພະ​ນິມິດ 18:1-5; ໂຣມ 2:29) ນັບ​ຕັ້ງ​ແຕ່​ປີ 1919 ການ​ນະມັດສະການ​ບໍລິສຸດ​ໄດ້​ຮັບ​ການ​ຟື້ນຟູ ແລະ​ຕັ້ງແຕ່​ນັ້ນ​ມາ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ກໍ​ໄດ້​ນະມັດສະການ​ເພິ່ນ​ໃນ​ວິທີ​ທີ່​ເພິ່ນ​ພໍໃຈ. (ມາລາກີ 3:1-5) ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ​ສຳລັບ​ເຮົາ​ໃນ​ທຸກ​ມື້​ນີ້?

ການ​ນະມັດສະການ​ບໍລິສຸດ​ໄດ້​ຮັບ​ການ​ຟື້ນຟູເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?

9. ຫຼັງ​ຈາກ​ອັກຄະສາວົກ​ຂອງ​ພະ​ເຢຊູ​ຕາຍ ເກີດ​ຫຍັງ​ຂຶ້ນ​ກັບ​ການ​ນະມັດສະການ​ບໍລິສຸດ ແລະ​ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ?

9 ຂໍ​ໃຫ້​ເບິ່ງ​ຄືນ​ໄປ​ໃນ​ສະຕະວັດ​ທຳອິດ ຄລິດສະຕຽນ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ​ເມື່ອ​ເຂົາເຈົ້າ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ຖືກຕ້ອງ. ແຕ່​ພະ​ເຢຊູ​ກັບ​ພວກ​ອັກຄະສາວົກ​ໄດ້​ບອກ​ລ່ວງ​ໜ້າ​ວ່າ ຈະ​ມີ​ໄລຍະ​ໜຶ່ງ​ທີ່​ຄົນ​ຈະ​ບໍ່​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ຖືກຕ້ອງ. (ມັດທາຍ 13:24-30; ກິດຈະການ 20:29, 30) ຫຼັງ​ຈາກ​ອັກຄະສາວົກ​ຂອງ​ພະ​ເຢຊູ​ຕາຍ​ກໍ​ມີ​ສາສະໜາ​ຄລິດ​ຫຼາຍ​ນິກາຍ​ເກີດຂຶ້ນ. ພວກ​ນັກ​ເທດ​ນັກ​ບວດ​ໄດ້​ສອນ​ປະຊາຊົນ​ແບບ​ຜິດໆ​ແລະ​ບໍ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ໃກ້ຊິດ​ກັບ​ພະ​ເຢໂຫວາ. ເຂົາເຈົ້າ​ສອນ​ວ່າ​ເພິ່ນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຕີເອການຸພາບ ແລະ​ສອນ​ປະຊາຊົນ​ໃຫ້​ສາລະພາບ​ຄວາມ​ຜິດ​ກັບ​ພວກ​ນັກ​ເທດ​ນັກ​ບວດ. ເຂົາເຈົ້າ​ສອນ​ໃຫ້​ອະທິດຖານ​ເຖິງ​ມາຣີ​ອາ​ແລະ “ນັກ​ບຸນ” ຕ່າງໆ​ແທນ​ທີ່​ຈະ​ອະທິດຖານ​ເຖິງ​ພະ​ເຢໂຫວາ. ຕັ້ງແຕ່​ຕອນນັ້ນ​ຈົນ​ມາ​ຮອດ​ສະໄໝ​ຂອງ​ເຮົາ​ເວລາ​ກໍ​ຜ່ານ​ໄປ​ຫຼາຍ​ຮ້ອຍ​ປີ​ແລ້ວ ເຮົາ​ເຫັນ​ວ່າ​ມີ​ຄຳສອນ​ຜິດໆ​ເພີ່ມ​ຫຼາຍ​ຂຶ້ນ​ແລະ​ຄົນ​ກໍ​ເຮັດ​ຊົ່ວ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ແລ້ວ​ພະ​ເຢໂຫວາ​ຈັດການ​ກັບ​ເລື່ອງ​ນີ້​ແນວ​ໃດ? ພະ​ເຢໂຫວາ​ໄດ້​ໃຊ້​ລິດເດດ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ​ຟື້ນຟູ​ການ​ນະມັດສະການ​ບໍລິສຸດ! ເຮົາ​ເວົ້າ​ໄດ້​ວ່າ​ການ​ຟື້ນຟູ​ນີ້​ເປັນ​ສິ່ງ​ໜຶ່ງ​ທີ່​ສຳຄັນ​ທີ່​ເກີດຂຶ້ນ​ໃນ​ສະໄໝ​ຂອງ​ເຮົາ.

10, 11. (ກ) ມີ 2 ເລື່ອງ​ຫຍັງ​ແດ່​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ບໍລິສຸດ ແລະ​ເລື່ອງ​ນີ້​ສົ່ງ​ຜົນ​ແນວ​ໃດ​ຕໍ່​ເຈົ້າ? (ຂ) ພະ​ເຢໂຫວາ​ໄດ້​ລວບລວມ​ຄົນ​ແບບ​ໃດ​ໃຫ້​ເຂົ້າ​ມາ​ນະມັດສະການ​ເພິ່ນ ແລະ​ເຂົາເຈົ້າ​ຈະ​ມີ​ໂອກາດ​ໄດ້​ເຫັນ​ຫຍັງ?

10 ຍ້ອນ​ພະ​ເຢໂຫວາ​ຟື້ນຟູ​ການ​ນະມັດສະການ​ບໍລິສຸດ ເຮົາ​ຈຶ່ງ​ມີ​ຄວາມ​ສຸກ​ທີ່​ໄດ້​ນະມັດສະການ​ເພິ່ນ​ແບບ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ນີ້​ກ່ຽວ​ຂ້ອງ​ກັບ 2 ເລື່ອງ​ທີ່​ສຳຄັນ. ເລື່ອງ​ທຳອິດ​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ທີ່​ພະ​ເຢໂຫວາ​ພະເຈົ້າ​ອົງ​ທ່ຽງແທ້​ພໍໃຈ. ເພິ່ນ​ຊ່ວຍ​ໃຫ້​ພວກ​ເຮົາ​ນະມັດສະການ​ສອດ​ຄ່ອງ​ກັບ​ຄວາມ​ຈິງ​ແລະ​ຊ່ວຍ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຮູ້​ທີ່​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ​ເຂັ້ມແຂງ. ຍ້ອນແນວນີ້​ພວກ​ເຮົາ​ຈຶ່ງ​ຮູ້​ຈັກ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. (ໂຢຮັນ 4:24) ເລື່ອງ​ທີ 2 ກ່ຽວ​ຂ້ອງ​ກັບ​ຄົນ. ເອຊາຢາ​ບອກ​ລ່ວງ​ໜ້າ​ວ່າ: “ໃນ​ສະໄໝ​ສຸດທ້າຍ” ພະ​ເຢໂຫວາ​ຈະ​ສອນ​ຜູ້​ທີ່​ນະມັດສະການ​ເພິ່ນ​ໃຫ້​ຢູ່​ຮ່ວມ​ກັນ​ຢ່າງ​ມີ​ສັນຕິສຸກ ແລະ​ສອນ​ເຮົາ​ບໍ່​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ສົງຄາມ. ເຖິງ​ວ່າ​ພວກ​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ ແຕ່​ເພິ່ນ​ກໍ​ຊ່ວຍ​ພວກ​ເຮົາ​ໃຫ້​ມີ “ນິດໄສ​ໃໝ່” ແລະ​ຊ່ວຍ​ພວກ​ເຮົາ​ໃຫ້​ມີ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ເພິ່ນ. (ເອເຟໂຊ 4:22-24; ຄາລາເຕຍ 5:22, 23) ເມື່ອ​ເຮົາ​ເຮັດ​ຕາມ​ທີ່​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຊີ້ນຳ ເຮົາ​ກໍ​ກຳລັງ​ນະມັດສະການ​ເພິ່ນ​ໃນ​ແບບ​ທີ່​ເພິ່ນ​ພໍໃຈ.

11 ພະ​ເຢໂຫວາ​ລວບລວມ​ຄົນ​ທີ່​ຮັກ​ເພິ່ນ ຄົນ​ທີ່​ຮັກ​ສັນຕິສຸກ ແລະ “ຄົນ​ທີ່​ຮູ້​ໂຕ​ວ່າ​ຕ້ອງ​ໃຫ້​ພະເຈົ້າ​ຊີ້ນຳ” ໃຫ້​ມາ​ນະມັດສະການ​ເພິ່ນ​ແບບ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. (ມັດທາຍ 5:3) ເຂົາເຈົ້າ​ຈະ​ມີ​ໂອກາດ​ໄດ້​ເຫັນ​ການ​ຟື້ນຟູ​ທີ່​ຍິ່ງໃຫຍ່​ສຳລັບ​ມະນຸດ​ແລະ​ໂລກ.

“ເຮົາ​ກຳລັງ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່”

12, 13. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ວ່າ​ຄຳ​ພະຍາກອນ​ກ່ຽວກັບ​ການ​ຟື້ນຟູ​ຈະ​ເກີດຂຶ້ນ​ແທ້​ຕາມ​ໂຕ​ອັກສອນ? (ຂ) ໃນ​ສວນ​ເອເດນ ພະ​ເຢໂຫວາ​ຢາກ​ໃຫ້​ໂລກ​ເປັນ​ແນວ​ໃດ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ໃຫ້​ຄວາມ​ຫວັງ​ເຮົາ​ກ່ຽວກັບ​ອະນາຄົດ?

12 ຄຳ​ພະຍາກອນ​ກ່ຽວກັບ​ການ​ຟື້ນຟູ​ຫຼາຍ​ຂໍ້​ບໍ່​ໄດ້​ເວົ້າ​ເຖິງ​ແຕ່​ການ​ຟື້ນຟູ​ທາງ​ຄວາມ​ເຊື່ອ​ເທົ່າ​ນັ້ນ. ຕົວຢ່າງ​ເຊັ່ນ ເອຊາຢາ​ໄດ້​ຂຽນ​ວ່າ​ມີ​ມື້​ໜຶ່ງ​ຄົນ​ເຈັບ​ປ່ວຍ ຄົນ​ເປັນ​ລ່ອຍ ຄົນ​ຕາບອດ ແລະ​ຄົນ​ຫູ​ໜວກ​ຈະ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ເຊົາ ແລະ​ແມ່ນ​ແຕ່​ຄວາມ​ຕາຍ​ກໍ​ຈະ​ດັບ​ສູນ​ຕະຫຼອດ​ໄປ. (ເອຊາຢາ 25:8; 35:1-7) ຄຳ​ສັນຍາ​ເຫຼົ່າ​ນີ້​ບໍ່​ໄດ້​ເກີດຂຶ້ນ​ແທ້​ກັບ​ຄົນ​ອິດສະຣາເອນ​ບູຮານ. ເຖິງ​ວ່າ​ທຸກ​ມື້​ນີ້​ເຮົາ​ໄດ້​ເຫັນ​ຄຳ​ສັນຍາ​ເຫຼົ່າ​ນີ້​ເກີດຂຶ້ນ​ແທ້​ທາງ​ດ້ານ​ຄວາມ​ເຊື່ອ ແຕ່​ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ໃນ​ອະນາຄົດ​ຄຳ​ສັນຍາ​ທັງໝົດ​ນີ້​ຈະ​ເກີດຂຶ້ນ​ແທ້​ຕາມ​ໂຕ​ອັກສອນ. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ແນວ​ໃດ?

13 ໃນ​ສວນ​ເອເດັນ ພະ​ເຢໂຫວາ​ບອກ​ໃຫ້​ຮູ້​ວ່າ​ເພິ່ນ​ຢາກ​ໃຫ້​ໂລກ​ເປັນ​ບ່ອນ​ທີ່​ຄອບຄົວ​ມະນຸດ​ຢູ່​ແລ້ວ​ມີ​ຄວາມ​ສຸກ ມີ​ສຸຂະພາບ​ດີ ແລະ​ສາມັກຄີ​ກັນ. ພະ​ເຢໂຫວາ​ສັ່ງ​ມະນຸດ​ຄູ່​ທຳອິດ​ໃຫ້​ເບິ່ງແຍງ​ໂລກ ເບິ່ງແຍງ​ສັດ​ຕ່າງໆ ແລະ​ເຮັດ​ໃຫ້​ໂລກ​ເປັນ​ອຸທິຍານ. (ປະຖົມມະການ 1:28) ສິ່ງ​ທີ່​ເຮົາ​ເຫັນ​ໃນ​ທຸກ​ມື້​ນີ້​ຍັງ​ບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເປັນ​ເທື່ອ. ແຕ່​ເຮົາ​ໝັ້ນໃຈ​ວ່າ​ຈະ​ບໍ່​ມີ​ຫຍັງ​ຂັດຂວາງ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ໄດ້. (ເອຊາຢາ 55:10, 11) ໃນ​ຖານະ​ເປັນ​ກະສັດ​ເມຊີອາ​ທີ່​ພະ​ເຢໂຫວາ​ແຕ່ງຕັ້ງ ພະ​ເຢຊູ​ຈະ​ເຮັດ​ໃຫ້​ທົ່ວ​ໂລກ​ເປັນ​ອຸທິຍານ.—ລູກາ 23:43

14, 15. (ກ) ພະ​ເຢໂຫວາ​ຈະ “ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່” ແນວ​ໃດ? (ຂ) ຊີວິດ​ໃນ​ອຸທິຍານ​ຈະ​ເປັນ​ແນວ​ໃດ ແລະ​ເຈົ້າ​ມັກ​ຫຍັງ​ຫຼາຍ​ທີ່​ສຸດ?

14 ລອງ​ຄິດ​ເບິ່ງ​ວ່າ​ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ທົ່ວ​ໂລກ​ເປັນ​ອຸທິຍານ! ພະ​ເຢໂຫວາ​ເວົ້າ​ເຖິງ​ຕອນ​ນັ້ນ​ວ່າ: “ເຮົາ​ກຳລັງ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່.” (ພະ​ນິມິດ 21:5) ຂໍ້​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ​ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ໃຊ້​ລິດເດດ​ທຳລາຍ​ໂລກ​ຊົ່ວ​ນີ້. ຕອນ​ນັ້ນ​ຈະ​ມີ​ແຕ່ “ຟ້າ​ສະຫວັນ​ໃໝ່​ແລະ​ໂລກ​ໃໝ່” ນີ້​ໝາຍ​ຄວາມ​ວ່າ​ການ​ປົກຄອງ​ໃໝ່​ຈາກ​ສະຫວັນ​ຈະ​ປົກຄອງ​ສັງຄົມ​ໃໝ່​ທີ່​ຢູ່​ໃນ​ໂລກ​ເຊິ່ງ​ມີ​ແຕ່​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ. (2 ເປໂຕ 3:13) ຊາຕານ​ກັບ​ພວກ​ປີສາດ​ຈະ​ທຳຮ້າຍ​ເຂົາເຈົ້າ​ບໍ່​ໄດ້. (ພະ​ນິມິດ 20:3) ນີ້​ຈະ​ເປັນ​ເທື່ອ​ທຳອິດ​ໃນ​ຫຼາຍ​ພັນ​ປີ​ທີ່​ມະນຸດ​ຫຼຸດ​ພົ້ນ​ຈາກ​ອິດທິພົນ​ທີ່​ບໍ່​ດີ​ເຊິ່ງ​ມີ​ແຕ່​ຄວາມ​ບໍ່​ສັດຊື່​ແລະ​ຄວາມ​ກຽດຊັງ. ເມື່ອ​ເປັນ​ແນວ​ນັ້ນ ເຂົາເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ.

15 ໃນ​ທີ່​ສຸດ​ເຮົາ​ຈະ​ເບິ່ງແຍງ​ໂລກ​ໃຫ້​ສວຍ​ງາມ​ຄື​ກັບ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເປັນ​ໃນ​ຕອນ​ທຳອິດ. ພະ​ເຢໂຫວາ​ສ້າງ​ໂລກ​ໃຫ້​ຟື້ນຟູ​ໂຕເອງ​ໄດ້. ຖ້າ​ຄົນ​ເຮົາ​ເຊົາ​ສ້າງ​ມົນລະພິດ ຫ້ວຍ​ໜອງ​ຄອງ​ບຶງ​ແລະ​ແມ່​ນ້ຳ​ຕ່າງໆ​ທີ່​ເປິ​ເປື້ອນ​ກໍ​ຈະ​ກັບ​ມາ​ສະອາດ​ເອງ​ໄດ້​ຄື​ເກົ່າ. ຖ້າ​ບໍ່​ມີ​ສົງຄາມ ບ່ອນ​ທີ່​ໄດ້​ຮັບ​ຄວາມ​ເສຍຫາຍ​ຈາກ​ການ​ສູ້ຮົບ​ກໍ​ຈະ​ຟື້ນຟູ​ໂຕເອງ​ໄດ້. ເມື່ອ​ຮອດ​ຕອນ​ນັ້ນ ພວກ​ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ໄດ້​ມີ​ສ່ວນ​ເຮັດ​ໃຫ້​ທົ່ວ​ໂລກ​ກາຍ​ເປັນ​ອຸທິຍານ​ທີ່​ສວຍ​ງາມ​ຄື​ກັບ​ສວນ​ເອເດັນ​ທີ່​ມີ​ທັງ​ສັດ​ແລະ​ພືດ​ຫຼາຍ​ຊະນິດ​ຈົນ​ນັບ​ບໍ່​ຫຼ້ອນ! ມະນຸດ​ຈະ​ບໍ່​ເຮັດ​ໃຫ້​ສັດ​ແລະ​ພືດ​ຊະນິດ​ຕ່າງໆ​ສູນ​ພັນ​ອີກ​ຕໍ່​ໄປ. ແຕ່​ເຂົາເຈົ້າ​ຈະ​ໃຊ້​ຊີວິດ​ຢູ່​ກັບ​ທຳມະຊາດ​ຢ່າງ​ສະຫງົບ​ແລະ​ມີ​ຄວາມ​ສຸກ. ແມ່ນ​ແຕ່​ເດັກນ້ອຍ​ກໍ​ຈະ​ບໍ່​ຢ້ານ​ວ່າ​ຈະ​ຖືກ​ສັດ​ທຳຮ້າຍ.—ເອຊາຢາ 9:6, 7; 11:1-9

16. ໃນ​ອຸທິຍານ ພະ​ເຢໂຫວາ​ຈະ​ສ້າງ​ຫຍັງ​ຂຶ້ນ​ໃໝ່​ສຳລັບ​ຄົນ​ທີ່​ສັດຊື່?

16 ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ​ຂຶ້ນ​ໃໝ່​ຈະ​ເປັນ​ປະໂຫຍດ​ຕໍ່​ເຈົ້າ​ນຳ. ຫຼັງ​ສົງຄາມ​ອາມາເຄໂດນ ຄົນ​ທົ່ວ​ໂລກ​ທີ່​ລອດ​ຊີວິດ​ຈະ​ໄດ້​ຮັບ​ການ​ປິ່ນປົວ​ແບບ​ອັດສະຈັນ. ຄື​ກັບ​ທີ່​ພະ​ເຢຊູ​ເຄີຍ​ເຮັດ​ແລ້ວ​ຕອນ​ທີ່​ຢູ່​ໂລກ ເພິ່ນ​ຈະ​ໃຊ້​ລິດເດດ​ທີ່​ພະເຈົ້າ​ໃຫ້​ເພື່ອ​ເຮັດ​ໃຫ້​ຄົນ​ຕາບອດ​ເຫັນ​ຮຸ່ງ ຄົນ​ຫູ​ໜວກ​ໄດ້​ຍິນ ຄົນ​ເປັນ​ລ່ອຍ​ແລະ​ຄົນ​ພິການ​ມີ​ຮ່າງກາຍ​ແຂງແຮງ​ສົມບູນ. (ມັດທາຍ 15:30) ຜູ້​ເຖົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ກັບ​ມາ​ມີ​ເຫື່ອ​ມີ​ແຮງ​ອີກ​ແລະ​ມີ​ສຸຂະພາບ​ດີ​ຄື​ກັບ​ຕອນ​ເປັນ​ໜຸ່ມ. (ໂຢບ 33:25) ຈະ​ບໍ່​ມີ​ຮອຍ​ຫ່ຽວ ແຂນ​ຂາ​ຈະ​ມີ​ແຮງ​ຂຶ້ນ ແລະ​ກ້າມຊີ້ນ​ຈະ​ແຂງແຮງ​ອີກ. ຄົນ​ທີ່​ສັດຊື່​ທຸກ​ຄົນ​ຈະ​ຮູ້ສຶກ​ໄດ້​ວ່າ​ຜົນ​ຂອງ​ບາບ​ແລະ​ຄວາມ​ບໍ່​ສົມບູນແບບ​ຈະ​ຄ່ອຍໆ​ໝົດ​ໄປ. ເຮົາ​ຈະ​ຂອບໃຈ​ພະ​ເຢໂຫວາ​ພະເຈົ້າ​ຫຼາຍ​ແທ້ໆ​ທີ່​ເພິ່ນ​ໃຊ້​ລິດເດດ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່. ຕອນນີ້ ໃຫ້​ເຮົາ​ມາ​ເບິ່ງ​ການ​ຟື້ນຟູ​ອີກ​ຢ່າງ​ໜຶ່ງ​ທີ່​ໜ້າ​ປະທັບໃຈ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃນ​ອະນາຄົດ.

ການ​ເຮັດ​ໃຫ້​ຄົນ​ຕາຍ​ຟື້ນ​ຄືນ​ມາ​ມີ​ຊີວິດ​ອີກ

17, 18. (ກ) ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຕຳໜິ​ພວກ​ຊາດູກາຍ? (ຂ) ເປັນ​ຫຍັງ​ເອລີຢາ​ຈຶ່ງ​ຂໍ​ໃຫ້​ພະ​ເຢໂຫວາ​ປຸກ​ລູກ​ຂອງ​ແມ່​ໝ້າຍ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ?

17 ໃນ​ສະໄໝ​ຂອງ​ພະ​ເຢຊູ ພວກ​ຜູ້​ນຳ​ສາສະໜາ​ບາງ​ຄົນ​ທີ່​ຖືກ​ເອີ້ນ​ວ່າ​ພວກ​ຊາດູກາຍ​ບໍ່​ເຊື່ອ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ. ພະ​ເຢຊູ​ໄດ້​ຕຳໜິ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ຄິດ​ຜິດ​ແລ້ວ. ພວກ​ເຈົ້າ​ບໍ່​ເຂົ້າໃຈ​ພະຄຳພີ​ແລະ​ບໍ່​ຮູ້​ວ່າ​ລິດເດດ​ຂອງ​ພະເຈົ້າ​ເຮັດ​ຫຍັງ​ໄດ້​ແດ່.” (ມັດທາຍ 22:29) ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ທີ່​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ.

18 ຂໍ​ໃຫ້​ນຶກພາບ​ເຫດການ​ທີ່​ເກີດຂຶ້ນ​ໃນ​ສະໄໝ​ຂອງ​ເອລີຢາ. ແມ່​ໝ້າຍ​ກຳລັງ​ອູ້ມ​ສົບ​ລູກ​ຊາຍ​ຄົນ​ດຽວ​ຂອງ​ລາວ. ຜູ້​ພະຍາກອນ​ເອລີຢາ​ເຫັນ​ແນວນັ້ນ​ກໍ​ຕົກໃຈ​ຫຼາຍ. ລາວ​ເປັນ​ແຂກ​ຂອງ​ແມ່​ໝ້າຍ​ຜູ້​ນີ້​ມາ​ໄດ້​ໄລຍະ​ໜຶ່ງ​ແລ້ວ. ກ່ອນ​ໜ້າ​ນີ້ ລາວ​ໄດ້​ຊ່ວຍ​ເດັກນ້ອຍ​ຜູ້​ນີ້​ບໍ່​ໃຫ້​ຫິວ​ຕາຍ. ລາວ​ຄື​ຊິ​ຜູກພັນ​ກັບ​ເດັກນ້ອຍ​ຜູ້​ນີ້​ຫຼາຍ. ຫົວໃຈ​ຂອງ​ຜູ້​ເປັນ​ແມ່​ຕ້ອງ​ແຕກ​ສະຫຼາຍ​ແທ້ໆ​ເພາະ​ຫຼັງ​ຈາກ​ທີ່​ຜົວ​ຕາຍ​ໄປກໍມີ​ແຕ່​ລູກ​ຜູ້​ນີ້​ນິ​ແຫຼະ​ທີ່​ເຮັດ​ໃຫ້​ລາວ​ມີ​ຄວາມ​ສຸກ. ລາວ​ຫວັງ​ເພິ່ງ​ລູກ​ຜູ້​ນີ້​ໃຫ້​ເບິ່ງແຍງ​ລາວ​ຕອນ​ເຖົ້າ​ຕອນ​ແກ່. ລາວ​ໂສກເສົ້າ​ຫຼາຍ​ແລະ​ຄິດ​ວ່າ​ພະເຈົ້າ​ກຳລັງ​ລົງໂທດ​ລາວ​ຍ້ອນ​ຄວາມ​ຜິດ​ທີ່​ລາວ​ເຄີຍ​ເຮັດ​ຜ່ານ​ມາ. ເອລີຢາ​ອົດ​ເບິ່ງ​ແມ່​ໝ້າຍ​ຜູ້​ນີ້​ໂສກເສົ້າ​ຕໍ່​ໄປ​ບໍ່​ໄດ້​ອີກ​ແລ້ວ ລາວ​ຈຶ່ງ​ເອົາ​ສົບ​ເດັກນ້ອຍ​ຈາກ​ເອິກ​ຂອງ​ແມ່​ແລ້ວ​ອູ້ມ​ຂຶ້ນ​ໄປ​ເທິງ​ຫ້ອງ​ຂອງ​ລາວ ແລະ​ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ປຸກ​ເດັກນ້ອຍ​ຄົນ​ນີ້​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ.—1 ກະສັດ 17:8-21

19, 20. (ກ) ອັບຣາຮາມ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ແລະ​ເປັນ​ຫຍັງ​ລາວ​ຈຶ່ງ​ເຊື່ອ​ແບບ​ນັ້ນ? (ຂ) ພະ​ເຢໂຫວາ​ໃຫ້​ລາງວັນ​ຫຍັງ​ກັບ​ເອລີຢາ​ຍ້ອນ​ລາວ​ມີ​ຄວາມ​ເຊື່ອ?

19 ເອລີຢາ​ບໍ່​ແມ່ນ​ຜູ້​ທຳອິດ​ທີ່​ເຊື່ອ​ໃນ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ. ຫຼາຍ​ຮ້ອຍ​ປີ​ກ່ອນ​ໜ້າ​ນັ້ນ ອັບຣາຮາມ​ກໍ​ເຊື່ອ​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ທີ່​ປຸກ​ຄົນ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. ເປັນ​ຫຍັງ​ລາວ​ຈຶ່ງ​ໝັ້ນໃຈ​ແນວ​ນັ້ນ? ຕອນ​ທີ່​ອັບຣາຮາມ​ອາຍຸ 100 ປີ ແລະ​ຊາຣາ​ອາຍຸ 90 ປີ ຕອນ​ນັ້ນ​ເຂົາເຈົ້າ​ມີ​ລູກ​ບໍ່​ໄດ້​ແລ້ວ ພະ​ເຢໂຫວາ​ຈຶ່ງ​ເຮັດ​ໃຫ້​ເຂົາເຈົ້າ​ສາມາດ​ມີ​ລູກ​ໄດ້ ແລ້ວ​ຊາຣາ​ກໍ​ເກີດ​ລູກ​ຊາຍ​ຍ້ອນ​ລິດເດດ​ຂອງ​ພະເຈົ້າ. (ປະຖົມມະການ 17:17; 21:2, 3) ຕໍ່​ມາ​ເມື່ອ​ເດັກນ້ອຍ​ຜູ້​ນີ້​ເປັນ​ຜູ້​ໃຫຍ່​ແລ້ວ ພະ​ເຢໂຫວາ​ບອກ​ອັບຣາຮາມ​ໃຫ້​ເອົາ​ລູກ​ຜູ້​ນີ້​ເປັນ​ເຄື່ອງ​ບູຊາ. ອັບຣາຮາມ​ສະແດງ​ຄວາມ​ເຊື່ອ​ແລະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ປຸກ​ອີຊາກ​ລູກ​ຊາຍ​ທີ່​ລາວ​ຮັກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໄດ້. (ເຮັບເຣີ 11:17-19) ຍ້ອນ​ມີ​ຄວາມ​ເຊື່ອ​ທີ່​ໜັກແໜ້ນ​ແບບ​ນີ້ ກ່ອນ​ທີ່​ອັບຣາຮາມ​ຈະ​ຂຶ້ນ​ໄປ​ເທິງ​ພູ​ເພື່ອ​ເອົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ ລາວ​ບອກ​ຄົນ​ຮັບໃຊ້​ໃຫ້​ໝັ້ນໃຈ​ວ່າ​ລາວ​ແລະ​ອີຊາກ​ຈະ​ກັບ​ມາ​ນຳ​ກັນ.—ປະຖົມມະການ 22:5

“ເບິ່ງ​ແມ້ ລູກ​ຂອງ​ເຈົ້າ​ຟື້ນ​ແລ້ວ”!

20 ພະ​ເຢໂຫວາ​ບໍ່​ໄດ້​ຂ້າ​ອີຊາກ​ຈຶ່ງ​ບໍ່​ຈຳເປັນ​ຕ້ອງ​ປຸກ​ລາວ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໃນ​ຕອນ​ນັ້ນ. ແຕ່​ໃນ​ກໍລະນີ​ຂອງ​ເອລີຢາ ລູກ​ຊາຍ​ຂອງ​ແມ່​ໝ້າຍ​ຕາຍ​ໄດ້​ບໍ່​ດົນ ແຕ່​ພະ​ເຢໂຫວາ​ອວຍພອນ​ຄວາມ​ເຊື່ອ​ຂອງ​ເອລີຢາ​ໂດຍ​ປຸກ​ເດັກນ້ອຍ​ຄົນ​ນັ້ນ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ. ຈາກນັ້ນ ເອລີຢາ​ກໍ​ພາ​ເດັກນ້ອຍ​ຄົນ​ນັ້ນ​ໄປ​ຫາ​ແມ່. ລາວ​ບໍ່​ລືມ​ຄຳເວົ້າ​ຂອງ​ເອລີຢາ​ທີ່​ບອກ​ວ່າ: “ເບິ່ງ​ແມ້ ລູກ​ຂອງ​ເຈົ້າ​ຟື້ນ​ແລ້ວ”!—1 ກະສັດ 17:22-24

21, 22. (ກ) ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ບັນທຶກ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ? (ຂ) ໃນ​ອຸທິຍານ ມີ​ໃຜ​ແດ່​ທີ່​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ແລະ​ໃຜ​ຈະ​ເປັນ​ຜູ້​ປຸກ?

21 ນີ້​ເປັນ​ເທື່ອ​ທຳອິດ​ໃນ​ຄຳພີ​ໄບເບິນ​ທີ່​ພະ​ເຢໂຫວາ​ໃຊ້​ລິດເດດ​ຂອງ​ເພິ່ນ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ມີ​ຊີວິດ​ອີກ. ຫຼັງ​ຈາກນັ້ນ ພະ​ເຢໂຫວາ​ຍັງ​ໃຫ້​ລິດເດດ​ກັບ​ເອລີຊາ ພະ​ເຢຊູ ໂປໂລ ແລະ​ເປໂຕ​ເພື່ອ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ມີ​ຊີວິດ​ອີກ. ຄົນ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ ໃນ​ທີ່​ສຸດ​ກໍ​ຍັງ​ຕ້ອງ​ຕາຍ​ອີກ. ແຕ່​ຄຳພີ​ໄບເບິນ​ໄດ້​ບັນທຶກ​ເລື່ອງ​ເຫຼົ່າ​ນີ້​ໄວ້​ເພື່ອ​ຊ່ວຍ​ພວກ​ເຮົາ​ໃຫ້​ເຫັນ​ພາບ​ອະນາຄົດ​ທີ່​ດີໆ.

22 ໃນ​ອຸທິຍານ ພະ​ເຢຊູ​ຈະ​ເປັນ “ຜູ້​ທີ່​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ແລະ​ໃຫ້​ເຂົາເຈົ້າ​ມີ​ຊີວິດ.” (ໂຢຮັນ 11:25) ເພິ່ນ​ຈະ​ປຸກ​ຄົນ​ບັກ​ຫຼາຍໆ​ຈົນ​ນັບ​ບໍ່​ໄດ້​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໃຫ້​ເຂົາເຈົ້າ​ມີ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ອຸທິຍານ. (ໂຢຮັນ 5:28, 29) ລອງ​ຄິດ​ເບິ່ງ​ວ່າ​ພວກ​ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ຕອນ​ທີ່​ເຮົາ​ເຈິ​ໝູ່​ກັບ​ຄົນ​ທີ່​ເຮົາ​ຮັກ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລະ​ໄດ້​ກອດ​ເຂົາເຈົ້າ​ອີກ​ເທື່ອ​ໜຶ່ງ. ທຸກ​ຄົນ​ທີ່​ຢູ່​ທົ່ວ​ໂລກ​ຈະ​ສັນລະເສີນ​ພະ​ເຢໂຫວາ​ຍ້ອນ​ເພິ່ນ​ໃຊ້​ລິດເດດ​ປຸກ​ຄົນ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ.

23. ພະ​ເຢໂຫວາ​ໄດ້​ສະແດງ​ລິດເດດ​ຄັ້ງ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ຂອງ​ເພິ່ນ​ແນວ​ໃດ? ແລະ​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ເລື່ອງ​ອະນາຄົດ​ແນວ​ໃດ?

23 ພະ​ເຢໂຫວາ​ເຮັດ​ສິ່ງ​ໜຶ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ໄດ້​ແທ້ໆ​ວ່າ​ເພິ່ນ​ສາມາດ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ໄດ້. ພະ​ເຢໂຫວາ​ໄດ້​ສະແດງ​ລິດເດດ​ຄັ້ງ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ໂດຍ​ປຸກ​ພະ​ເຢຊູ​ລູກ​ຊາຍ​ໃຫ້​ຟື້ນ​ຄືນ​ມາ​ມີ​ຊີວິດ​ອີກ​ໃນ​ສະຫວັນ​ແລະ​ໃຫ້​ເພິ່ນ​ມີ​ລິດເດດ​ຫຼາຍ​ກວ່າ​ທູດສະຫວັນ​ທັງໝົດ. ພະ​ເຢຊູ​ເປັນ​ຮອງ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ. ຫຼັງ​ຈາກ​ທີ່​ພະ​ເຢຊູ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ກໍ​ມີ​ຫຼາຍ​ຮ້ອຍ​ຄົນ​ທີ່​ເຫັນ​ເພິ່ນ. (1 ໂກຣິນໂທ 15:5, 6) ເລື່ອງ​ນີ້​ຄວນ​ຈະ​ຊ່ວຍ​ຄົນ​ທີ່​ບໍ່​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ໃຫ້​ໝັ້ນໃຈ​ວ່າ ພະ​ເຢໂຫວາ​ມີ​ລິດເດດ​ທີ່​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ມີ​ຊີວິດ​ໄດ້​ອີກ.

24. ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ມີ​ຊີວິດ​ອີກ ແລະ​ພວກ​ເຮົາ​ແຕ່​ລະ​ຄົນ​ຄວນ​ເຫັນ​ຄຸນຄ່າ​ຄວາມ​ຫວັງ​ເລື່ອງ​ຫຍັງ​ສະເໝີ?

24 ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ມີ​ລິດເດດ​ທີ່​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ມີ​ຊີວິດ ແຕ່​ເພິ່ນ​ຢາກ​ເຮັດ​ແບບ​ນັ້ນ​ແທ້ໆ. ໂຢບ​ຜູ້​ຊາຍ​ທີ່​ສັດຊື່​ໄດ້​ຮັບ​ການ​ດົນໃຈ​ໃຫ້​ເວົ້າ​ວ່າ ພະ​ເຢໂຫວາ​ຢາກ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ມີ​ຊີວິດ​ອີກ​ແທ້ໆ. (ໂຢບ 14:15) ເມື່ອ​ເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ໃຊ້​ລິດເດດ​ດ້ວຍ​ຄວາມ​ຮັກ​ສະເໝີ ເຈົ້າ​ກໍ​ຢາກ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ນີ້ ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເປັນ​ພຽງ​ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ຈະ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່. ດັ່ງນັ້ນ ຂໍ​ໃຫ້​ເຈົ້າ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ​ແລະ​ເຫັນ​ຄຸນຄ່າ​ຄວາມ​ຫວັງ​ທີ່​ເຈົ້າ​ຈະ​ໄດ້​ຢູ່​ໃນ​ອຸທິຍານ​ຕອນ​ທີ່​ພະ​ເຢໂຫວາ “ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່.”—ພະ​ນິມິດ 21:5

a “ຕອນ​ທີ່​ທຸກ​ສິ່ງ​ຈະ​ໄດ້​ຮັບ​ການ​ຟື້ນຟູ” ເລີ່ມ​ຕົ້ນ​ເມື່ອ​ລູກ​ຫຼານ​ຂອງ​ກະສັດ​ດາວິດ​ຜູ້​ສັດຊື່​ນັ່ງ​ຢູ່​ເທິງ​ບັນລັງ​ການ​ປົກຄອງ​ຂອງ​ເມຊີອາ ພະ​ເຢໂຫວາ​ສັນຍາ​ກັບ​ດາວິດ​ວ່າ​ລູກ​ຫຼານ​ຂອງ​ລາວ​ຈະ​ປົກຄອງ​ຕະຫຼອດ​ໄປ. (ເພງ​ສັນລະເສີນ 89:35-37) ແຕ່​ຫຼັງ​ຈາກ​ທີ່​ກອງທັບ​ບາບີໂລນ​ທຳລາຍ​ເມືອງ​ເຢຣູຊາເລັມ​ໃນ​ປີ 607 ກ່ອນ​ຄລິດຕະ​ສັກກະຫຼາດ (ກ່ອນ ຄ.ສ) ກໍ​ບໍ່​ມີ​ລູກ​ຫຼານ​ຄົນ​ໃດ​ຂອງ​ດາວິດ​ປົກຄອງ​ເປັນ​ຕົວແທນ​ຂອງ​ພະເຈົ້າ​ອີກ. ແຕ່​ເມື່ອ​ພະ​ເຢຊູ​ເຊິ່ງ​ເປັນ​ລູກ​ຫຼານ​ຂອງ​ດາວິດ​ໄດ້​ຂຶ້ນ​ປົກຄອງ​ໃນ​ສະຫວັນ ເພິ່ນ​ກໍ​ເປັນ​ກະສັດ​ຕາມ​ຄຳ​ສັນຍາ.

b ຄົນ​ທີ່​ຂຽນ​ກ່ຽວກັບ​ຄຳ​ພະຍາກອນ​ເລື່ອງ​ການ​ຟື້ນຟູ​ມີ​ໂມເຊ ເອຊາຢາ ເຢເຣມີຢາ ເອເຊກຽນ ໂຮເຊອາ ໂຢເອນ ອາໂມດ ໂອບາດີຢາ ມີກາ ແລະ​ເຊຟານີຢາ.