ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີ 10

“ໃຫ້​ພວກ​ເຈົ້າ​ຮຽນ​ແບບ​ພະເຈົ້າ” ໃນ​ການ​ໃຊ້​ອຳນາດ

“ໃຫ້​ພວກ​ເຈົ້າ​ຮຽນ​ແບບ​ພະເຈົ້າ” ໃນ​ການ​ໃຊ້​ອຳນາດ

1. ເມື່ອ​ມະນຸດ​ມີ​ອຳນາດ​ມັກ​ຈະ​ເກີດ​ຫຍັງ​ຂຶ້ນ?

 ນັກ​ຂຽນ​ຄົນ​ໜຶ່ງ​ເຄີຍ​ບອກ​ວ່າ: “ເມື່ອ​ຄົນ​ໃດ​ຄົນ​ໜຶ່ງ​ມີ​ອຳນາດ ຜົນ​ເສຍຫາຍ​ກໍ​ຈະ​ຕາມ​ມາ.” ນີ້​ໝາຍ​ຄວາມ​ວ່າ​ຄົນ​ທີ່​ມີ​ອຳນາດ​ມັກ​ຈະ​ໃຊ້​ອຳນາດ​ແບບ​ຜິດໆ. ຕະຫຼອດ​ຫຼາຍ​ພັນ​ປີ “ມະນຸດ​ປົກຄອງ​ມະນຸດ​ແລະ​ຄົນ​ທີ່​ຢູ່​ໃຕ້​ການ​ປົກຄອງ​ກໍ​ຕ້ອງ​ທົນທຸກ​ລຳບາກ.” (ປັນຍາຈານ 8:9) ການ​ໃຊ້​ອຳນາດ​ໂດຍ​ບໍ່​ມີ​ຄວາມ​ຮັກ​ເຮັດ​ໃຫ້​ຫຼາຍ​ຄົນ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ​ລຳບາກ.

2, 3. (ກ) ພະ​ເຢໂຫວາ​ໃຊ້​ລິດເດດ​ຕ່າງ​ຈາກ​ມະນຸດ​ໃຊ້​ອຳນາດ​ແນວ​ໃດ? (ຂ) ເຮົາ​ອາດ​ມີ​ອຳນາດ​ທີ່​ຈະ​ເຮັດ​ຫຍັງ​ໄດ້​ແດ່ ແລະ​ເຮົາ​ຄວນ​ໃຊ້​ອຳນາດ​ຂອງ​ເຮົາ​ແນວ​ໃດ?

2 ພະ​ເຢໂຫວາ​ພະເຈົ້າ​ບໍ່​ໄດ້​ເປັນ​ແບບ​ນັ້ນ​ເລີຍ. ເຖິງ​ວ່າ​ເພິ່ນ​ມີ​ລິດເດດ​ແບບ​ບໍ່​ຈຳກັດ ແຕ່​ເພິ່ນ​ກໍ​ບໍ່​ເຄີຍ​ໃຊ້​ລິດເດດ​ໃນ​ທາງ​ທີ່​ຜິ​ດ. ຄື​ກັບ​ທີ່​ເຮົາ​ໄດ້​ເບິ່ງ​ໃນ​ບົດ​ກ່ອນ ພະ​ເຢໂຫວາ​ໃຊ້​ລິດເດດ​ເພື່ອ​ສ້າງ ທຳລາຍ ປົກປ້ອງ ຫຼື​ຟື້ນຟູ​ໃນ​ແບບ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ດ້ວຍ​ຄວາມ​ຮັກ​ສະເໝີ. ເມື່ອ​ເຮົາ​ຄິດ​ຕຶກຕອງ​ກ່ຽວກັບ​ວິທີ​ທີ່​ເພິ່ນ​ໃຊ້​ລິດເດດ ເຮົາ​ກໍ​ຢາກ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ​ແລະ​ຢາກ “ຮຽນ​ແບບ​ພະເຈົ້າ” ໃນ​ການ​ໃຊ້​ອຳນາດ​ຂອງ​ເຮົາ. (ເອເຟໂຊ 5:1) ແຕ່​ເຮົາ​ທີ່​ເປັນ​ມະນຸດ​ທຳມະດາ​ມີ​ອຳນາດ​ຫຍັງ​ແດ່?

3 ຂໍ​ໃຫ້​ຈື່​ວ່າ​ມະນຸດ​ຖືກ​ສ້າງ ‘ໃຫ້​ຄ້າຍຄື​ກັບ​ພະເຈົ້າ.’ (ປະຖົມມະການ 1:26, 27) ດັ່ງນັ້ນ ເຮົາ​ຈຶ່ງ​ມີ​ອຳນາດ​ໃນ​ລະດັບ​ໜຶ່ງ​ຄື​ກັນ. ເຮົາ​ມີ​ອຳນາດ​ທີ່​ຈະ​ເຮັດ​ສິ່ງ​ຕ່າງໆ​ເຊັ່ນ: ເຮັດ​ວຽກ​ໜັກ​ເພື່ອ​ໃຫ້​ໄດ້​ຕາມ​ເປົ້າໝາຍ ມີ​ອຳນາດ​ເໜືອ​ຄົນ​ອື່ນ ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ຄົນ​ທີ່​ຮັກ​ເຮົາ. ເຮົາ​ອາດ​ມີ​ເຫື່ອ​ມີ​ແຮງ​ຫຼາຍ ຫຼື​ອາດ​ມີ​ຊັບ​ສົມບັດ​ຫຼາຍ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ​ໄດ້. ຜູ້​ຂຽນ​ເພງ​ສັນລະເສີນ​ບອກ​ວ່າ​ພະ​ເຢໂຫວາ​ເປັນ “ຜູ້​ໃຫ້​ຊີວິດ.” (ເພງ​ສັນລະເສີນ 36:9) ດັ່ງນັ້ນ ເຮົາ​ມີ​ອຳນາດ​ກໍ​ຍ້ອນ​ພະ​ເຢໂຫວາ​ເອົາ​ໃຫ້​ເຮົາ. ເຮົາ​ຄວນ​ຈະ​ໃຊ້​ອຳນາດ​ໃນ​ແບບ​ທີ່​ເພິ່ນ​ພໍໃຈ. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

ຄວາມ​ຮັກ​ເປັນ​ສິ່ງ​ສຳຄັນ

4, 5. (ກ) ອັນ​ໃດ​ເປັນ​ສິ່ງ​ສຳຄັນ​ໃນ​ການ​ໃຊ້​ອຳນາດ​ຢ່າງ​ຖືກຕ້ອງ ແລະ​ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຈາກ​ຕົວຢ່າງ​ຂອງ​ພະເຈົ້າ​ແນວ​ໃດ? (ຂ) ຄວາມ​ຮັກ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ໃຊ້​ອຳນາດ​ຢ່າງ​ຖືກຕ້ອງ?

4 ຄວາມ​ຮັກ​ເປັນ​ສິ່ງ​ສຳຄັນ​ໃນ​ການ​ໃຊ້​ອຳນາດ​ຢ່າງ​ຖືກຕ້ອງ. ພວກ​ເຮົາ​ເຫັນ​ສິ່ງ​ນີ້​ແຈ້ງ​ຂຶ້ນ​ເມື່ອ​ພວກ​ເຮົາ​ເບິ່ງ​ຕົວຢ່າງ​ຂອງ​ພະ​ເຢໂຫວາ. ຈື່​ໄດ້​ບໍ​ໃນ​ບົດ​ທີ 1 ເຮົາ​ໄດ້​ຮຽນ​ວ່າ​ພະເຈົ້າ​ມີ​ຄຸນລັກສະນະ​ທີ່​ສຳຄັນ 4 ຢ່າງ​ຄື: ລິດເດດ ຄວາມ​ຍຸຕິທຳ ສະຕິ​ປັນຍາ ແລະ​ຄວາມ​ຮັກ. ໃນ​ຄຸນລັກສະນະ​ທັງ​ສີ່​ຢ່າງ​ນີ້ ຄວາມ​ຮັກ​ເດັ່ນ​ກວ່າ​ໝູ່​ໝົດ. ໃນ 1 ໂຢຮັນ 4:8 ບອກ​ວ່າ: “ພະເຈົ້າ​ເປັນ​ຄວາມ​ຮັກ.” ນີ້​ໝາຍ​ຄວາມ​ວ່າ​ພະເຈົ້າ​ເຮັດ​ທຸກ​ສິ່ງ​ດ້ວຍ​ຄວາມ​ຮັກ. ດັ່ງນັ້ນ ເມື່ອ​ພະ​ເຢໂຫວາ​ໃຊ້​ລິດເດດ ເພິ່ນ​ກໍ​ເຮັດ​ດ້ວຍ​ຄວາມ​ຮັກ​ແລະ​ເປັນ​ປະໂຫຍດ​ຕໍ່​ຄົນ​ທີ່​ຮັກ​ເພິ່ນ​ສະເໝີ.

5 ຄວາມ​ຮັກ​ຈະ​ຊ່ວຍ​ເຮົາ​ໃຫ້​ໃຊ້​ອຳນາດ​ຢ່າງ​ຖືກຕ້ອງ. ທີ່ຈິງ ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ: ຄວາມ​ຮັກ​ກໍ “ເມດຕາ” ແລະ “ບໍ່​ເຫັນ​ແກ່​ໂຕ.” (1 ໂກຣິນໂທ 13:4, 5) ດັ່ງນັ້ນ ຖ້າ​ເຮົາ​ມີ​ຄວາມ​ຮັກ ເຮົາ​ກໍ​ຈະ​ບໍ່​ໃຈ​ຮ້າຍ​ງ່າຍ​ຫຼື​ບໍ່​ເຂັ້ມ​ງວດ​ຫຼາຍ​ເກີນ​ໄປ​ກັບ​ຄົນ​ທີ່​ຢູ່​ໃຕ້​ອຳນາດ​ເຮົາ. ແຕ່​ເຮົາ​ຈະ​ເຮັດ​ດີ ໃຫ້​ກຽດ​ເຂົາເຈົ້າ ສົນໃຈ​ວ່າ​ເຂົາເຈົ້າ​ຕ້ອງການ​ຫຍັງ ແລະ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເຂົາເຈົ້າ​ຫຼາຍ​ກວ່າ​ຂອງ​ເຮົາ​ສະເໝີ.—ຟີລິບປອຍ 2:3, 4

6, 7. (ກ) ຄວາມ​ຢ້ານຢຳ​ພະເຈົ້າ​ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ຄຸນລັກສະນະ​ນີ້​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ໃຊ້​ອຳນາດ​ແບບ​ຜິດໆ? (ຂ) ມີ​ຕົວຢ່າງ​ຫຍັງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຕ້ອງ​ຮັກ​ພະເຈົ້າ​ເພື່ອ​ເຮົາ​ຈະ​ຢ້ານຢຳ​ເພິ່ນ?

6 ຄວາມ​ຮັກ​ກ່ຽວ​ຂ້ອງ​ກັບ​ຄຸນລັກສະນະ​ອີກ​ຢ່າງ​ໜຶ່ງ​ທີ່​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ໃຊ້​ອຳນາດ​ແບບ​ຜິດໆ​ເຊິ່ງ​ແມ່ນ​ຄວາມ​ຢ້ານຢຳ​ພະເຈົ້າ. ຄຸນລັກສະນະ​ນີ້​ຊ່ວຍ​ເຮົາ​ແນວ​ໃດ? ສຸພາສິດ 16:6 ບອກ​ວ່າ: ‘ຄົນ​ໜຶ່ງ​ເຊົາ​ເຮັດ​ຊົ່ວ​ຍ້ອນ​ລາວ​ຢ້ານຢຳ​ພະ​ເຢໂຫວາ.’ ການ​ໃຊ້​ອຳນາດ​ແບບ​ຜິດໆ​ແມ່ນ​ການ​ເຮັດ​ຊົ່ວ​ຢ່າງ​ໜຶ່ງ​ທີ່​ເຮົາ​ຕ້ອງ​ຫຼີກລ່ຽງ. ຖ້າ​ເຮົາ​ຢ້ານຢຳ​ພະເຈົ້າ ເຮົາ​ກໍ​ຈະ​ເຮັດ​ດີ​ຕໍ່​ຜູ້​ທີ່​ຢູ່​ໃຕ້​ອຳນາດ​ຂອງ​ເຮົາ. ຍ້ອນຫຍັງ? ຍ້ອນ​ເຮົາ​ຮູ້​ວ່າ​ຖ້າ​ເຮົາ​ເຮັດ​ຕໍ່​ຄົນ​ອື່ນ​ແນວ​ໃດ ພະເຈົ້າ​ກໍ​ຈະ​ຕັດສິນ​ເຮົາ​ຕາມ​ນັ້ນ. (ເນເຮມີຢາ 5:1-7, 15) ແຕ່​ຄວາມ​ຢ້ານຢຳ​ພະເຈົ້າ​ສຳຄັນ​ກວ່າ​ນັ້ນ​ອີກ. ຄຳ​ພາສາ​ດັ້ງເດີມ​ທີ່​ແປ​ວ່າ “ຢ້ານຢຳ” ມັກ​ໝາຍເຖິງ​ການ​ນັບຖື​ພະເຈົ້າ​ຫຼາຍ​ແທ້ໆ ແລະ​ຢ້ານຢຳ​ເພິ່ນ. ດັ່ງນັ້ນ ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ເພື່ອ​ເຮົາ​ຈະ​ນັບຖື​ພະເຈົ້າ​ຫຼາຍ​ແທ້ໆ​ຫຼື​ຢ້ານຢຳ​ເພິ່ນ ເຮົາ​ກໍ​ຕ້ອງ​ຮັກ​ເພິ່ນ. (ພະ​ບັນຍັດ 10:12, 13) ຖ້າ​ເຮົາ​ນັບຖື​ພະເຈົ້າ​ຫຼາຍ​ແທ້ໆ ເຮົາ​ກໍ​ຈະ​ລະວັງ​ບໍ່​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ເພິ່ນ​ເສຍໃຈ. ເຮົາ​ເຮັດ​ແນວ​ນີ້​ບໍ່​ແມ່ນ​ຍ້ອນ​ຢ້ານ​ເພິ່ນ​ລົງໂທດ ແຕ່​ຍ້ອນ​ເຮົາ​ຮັກ​ເພິ່ນ​ແທ້ໆ.

7 ຕົວຢ່າງ​ເຊັ່ນ ຂໍ​ໃຫ້​ຄິດ​ເຖິງ​ເດັກນ້ອຍ​ຄົນ​ໜຶ່ງ​ທີ່​ຮູ້​ວ່າ​ພໍ່​ຮັກ​ແລະ​ເປັນ​ຫ່ວງ​ລາວ​ຫຼາຍ ແຕ່​ລາວ​ກໍ​ຮູ້​ວ່າ​ພໍ່​ຈະ​ລົງໂທດ​ລາວ​ຖ້າ​ລາວ​ບໍ່​ຟັງ​ຄວາມ. ເດັກນ້ອຍ​ຄົນ​ນີ້​ຟັງ​ຄວາມ​ພໍ່​ບໍ່​ແມ່ນ​ຍ້ອນ​ຢ້ານ​ພໍ່ ແຕ່​ຍ້ອນ​ລາວ​ຮັກ​ພໍ່​ຫຼາຍ​ແລະ​ຢາກ​ເຮັດ​ໃຫ້​ພໍ່​ມີ​ຄວາມ​ສຸກ. ຄ້າຍຄື​ກັບ​ຄວາມ​ຢ້ານຢຳ​ພະເຈົ້າ ຍ້ອນ​ເຮົາ​ຮັກ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ໃນ​ສະຫວັນ​ຫຼາຍ ເຮົາ​ຈຶ່ງ​ບໍ່​ຢາກ​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ເພິ່ນ​ເຈັບ​ປວດ​ໃຈ. (ປະຖົມມະການ 6:6) ແຕ່​ເຮົາ​ຢາກ​ເຮັດ​ໃຫ້​ເພິ່ນ​ດີໃຈ. (ສຸພາສິດ 27:11) ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ຢາກ​ໃຊ້​ອຳນາດ​ຂອງ​ເຮົາ​ຢ່າງ​ຖືກຕ້ອງ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ.

ອຳນາດ​ໃນ​ຄອບຄົວ

8. (ກ) ຜົວ​ມີ​ອຳນາດ​ຫຍັງ​ໃນ​ຄອບຄົວ ແລະ​ລາວ​ຄວນ​ໃຊ້​ອຳນາດ​ນັ້ນ​ແນວ​ໃດ? (ຂ) ຜົວ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ໃຫ້​ກຽດ​ເມຍ?

8 ທຳອິດ​ຂໍ​ໃຫ້​ເຮົາ​ຄິດ​ເຖິງ​ອຳນາດ​ໃນ​ຄອບຄົວ. ເອເຟໂຊ 5:23 ບອກ​ວ່າ: “ຜົວ​ເປັນ​ຜູ້​ນຳ​ຂອງ​ເມຍ.” ຜົວ​ຄວນ​ໃຊ້​ອຳນາດ​ທີ່​ພະເຈົ້າ​ເອົາ​ໃຫ້​ນັ້ນ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ໃຫ້​ຜົວ​ທຸກ​ຄົນ​ຢູ່​ກັບ​ເມຍ​ຂອງ​ໂຕເອງ “ດ້ວຍ​ຄວາມ​ເຂົ້າໃຈ ໃຫ້​ກຽດ​ເມຍ​ແລະ​ທະນຸຖະໜອມ​ລາວ​ຄື​ກັບ​ທີ່​ເຈົ້າ​ຈະ​ເຮັດ​ກັບ​ໂຖ​ງາມໆ​ທີ່​ບອບ​ບາ​ງ.” (1 ເປໂຕ 3:7) ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ກຽດ” ໝາຍເຖິງ “ລາຄາ ຄຸນຄ່າ . . . ຄວາມ​ນັບຖື.” ຜົວ​ທີ່​ໃຫ້​ກຽດ​ເມຍ​ຈະ​ບໍ່​ຕີ​ເມຍ ບໍ່​ເຮັດ​ໃຫ້​ເມຍ​ອັບອາຍ ບໍ່​ດູຖູກ​ເມຍ ຫຼື​ບໍ່​ເຮັດ​ໃຫ້​ເມຍ​ຮູ້ສຶກ​ວ່າ​ບໍ່​ມີ​ຄ່າ. ແຕ່​ລາວ​ຈະ​ເຫັນ​ຄຸນຄ່າ​ຂອງ​ເມຍ ເວົ້າ​ແລະ​ເຮັດ​ໃຫ້​ເມຍ​ເຫັນ​ວ່າ​ລາວ​ນັບຖື​ເມຍ. ລາວ​ສະແດງ​ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ​ວ່າ​ເມຍ​ມີ​ຄ່າ​ຫຼາຍ​ທັງ​ຕອນ​ທີ່​ຢູ່​ຕໍ່​ໜ້າ​ຄົນ​ອື່ນ​ແລະ​ຕອນ​ທີ່​ຢູ່​ນຳ​ກັນ. (ສຸພາສິດ 31:28) ຖ້າ​ເຮັດ​ແນວ​ນັ້ນ​ເມຍ​ກໍ​ຈະ​ຮັກ​ແລະ​ນັບຖື​ຜົວ​ໄດ້​ງ່າຍ​ຂຶ້ນ ແຕ່​ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ຜົວ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ.

ຜົວ​ແລະ​ເມຍ​ໃຊ້​ອຳນາດ​ຂອງ​ເຂົາເຈົ້າ​ຢ່າງ​ຖືກຕ້ອງ​ໂດຍ​ເວົ້າ​ແລະ​ປະຕິບັດ​ຕໍ່​ກັນ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ນັບຖື

9. (ກ) ເມຍ​ມີ​ອຳນາດ​ຫຍັງ​ໃນ​ຄອບຄົວ? (ຂ) ເມຍ​ຈະ​ໃຊ້​ຄວາມ​ສາມາດ​ຂອງ​ລາວ​ແນວ​ໃດ​ເພື່ອ​ສະໜັບສະໜູນ​ຜົວ ແລະ​ຜົນ​ຈະ​ເປັນ​ແນວ​ໃດ?

9 ເມຍ​ມີ​ອຳນາດ​ໃນ​ລະດັບ​ໜຶ່ງ​ໃນ​ຄອບຄົວ​ຄື​ກັນ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ຜູ້​ຍິງ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍໃຈ​ແລະ​ນັບຖື​ຜົວ​ທີ່​ເປັນ​ຫົວໜ້າ​ຄອບຄົວ​ວ່າ ເຂົາເຈົ້າ​ສາມາດ​ຊ່ວຍ​ຜົວ​ໃຫ້​ຕັດສິນໃຈ​ໄດ້​ດີ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. (ປະຖົມມະການ 21:9-12; 27:46–28:2) ເມຍ​ອາດຈະ​ຫົວ​ໄວ​ກວ່າ​ຜົວ ຫຼື​ອາດຈະ​ມີ​ຄວາມ​ສາມາດ​ໃນ​ດ້ານ​ອື່ນ​ທີ່​ຜົວ​ບໍ່​ມີ. ແຕ່​ເມຍ​ຄວນ “ນັບຖື” ຜົວ​ແລະ “ເຊື່ອຟັງ” ຜົວ “ຄື​ກັບ​ທີ່​ລາວ​ເຊື່ອຟັງ​ພະຄລິດ.” (ເອເຟໂຊ 5:22, 33) ເມື່ອ​ເມຍ​ຕັ້ງໃຈ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ ລາວ​ກໍ​ຈະ​ໃຊ້​ຄວາມ​ສາມາດ​ຂອງ​ລາວ​ເພື່ອ​ສະໜັບສະໜູນ​ຜົວ ແລະ​ບໍ່​ດູຖູກ​ຫຼື​ພະຍາຍາມ​ໃຊ້​ອຳນາດ​ຂົ່ມ​ຜົວ. “ຜູ້​ຍິງ​ທີ່​ສະຫຼາດ​ແທ້” ຈະ​ຮ່ວມ​ມື​ກັບ​ຜົວ​ເພື່ອ​ເສີມສ້າງ​ຄອບຄົວ. ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ລາວ​ມີ​ສັນຕິສຸກ​ກັບ​ພະເຈົ້າ​ສະເໝີ.—ສຸພາສິດ 14:1

10. (ກ) ພະເຈົ້າ​ໃຫ້​ພໍ່​ແມ່​ມີ​ອຳນາດ​ຫຍັງ? (ຂ) ການ​ສັ່ງ​ສອນ​ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ​ພໍ່​ແມ່​ຄວນ “ສັ່ງ​ສອນ” ລູກ​ແນວ​ໃດ? (ເບິ່ງ​ໄຂເງື່ອນ)

10 ພະເຈົ້າ​ໃຫ້​ອຳນາດ​ພໍ່​ແມ່​ຄື​ກັນ. ຄຳພີ​ໄບເບິນ​ເຕືອນ​ວ່າ: “ຜູ້​ທີ່​ເປັນ​ພໍ່​ກໍ​ຢ່າ​ຍົວະ​ລູກ​ໃຫ້​ໃຈ​ຮ້າຍ ແຕ່​ໃຫ້​ລ້ຽງ​ລູກ​ດ້ວຍ​ຫຼັກການ​ແລະ​ຄຳສອນ​ຂອງ​ພະ​ເຢໂຫວາ.” (ເອເຟໂຊ 6:4) ໃນ​ຄຳພີ​ໄບເບິນ ຄຳ​ວ່າ “ສັ່ງ​ສອນ” ອາດ​ໝາຍເຖິງ “ການ​ລ້ຽງ​ດູ ການ​ຝຶກ​ຝົນ ແລະ​ການ​ສອນ.” ລູກ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ສັ່ງ​ສອນ. ເຂົາເຈົ້າ​ຈະ​ເຕີບໃຫຍ່​ຂຶ້ນ​ຢ່າງ​ມີ​ຄວາມ​ສຸກ​ແລະ​ປະສົບ​ຜົນ​ສຳເລັດ​ຖ້າ​ລູກ​ຮູ້​ວ່າ​ພໍ່​ແມ່​ຢາກ​ໃຫ້​ເຂົາເຈົ້າ​ເຮັດ​ຫຍັງ​ແລະ​ມີ​ກົດ​ຄັກ​ແນ່. ຄຳພີ​ໄບເບິນ​ບອກ​ວ່າ​ພໍ່​ແມ່​ຕ້ອງ​ສັ່ງ​ສອນ​ລູກ​ດ້ວຍ​ຄວາມ​ຮັກ. (ສຸພາສິດ 13:24) ດັ່ງນັ້ນ ພໍ່​ແມ່​ຄວນ​ໃຊ້ “ໄມ້​ແສ້​ຂອງ​ການ​ສັ່ງ​ສອນ” ຢ່າງ​ເໝາະ​ສົມ ບໍ່​ວ່າ​ຈະ​ເປັນ​ທາງ​ອາລົມ​ຫຼື​ທາງ​ຮ່າງກາຍ. a (ສຸພາສິດ 22:15; 29:15) ຖ້າ​ພໍ່​ແມ່​ສັ່ງ​ສອນ​ລູກ​ແບບ​ເຂັ້ມ​ງວດ​ຫຼື​ແບບ​ໂຫດໆ​ແລະ​ບໍ່​ໄດ້​ສະແດງ​ຄວາມ​ຮັກ. ພໍ່​ແມ່​ກໍ​ໃຊ້​ອຳນາດ​ໃນ​ທາງ​ທີ່​ຜິດ. ການ​ທີ່​ພໍ່​ແມ່​ເຮັດ​ແນວ​ນີ້​ອາດ​ເຮັດ​ໃຫ້​ລູກ​ເສຍໃຈ​ຫຼາຍ. (ໂກໂລຊາຍ 3:21) ແຕ່​ການ​ສັ່ງ​ສອນ​ທີ່​ເໝາະ​ສົມ​ຊ່ວຍ​ລູກ​ໃຫ້​ຮູ້​ວ່າ​ພໍ່​ແມ່​ຮັກ​ແລະ​ເປັນ​ຫ່ວງ​ເຂົາເຈົ້າ ແລະ​ຢາກ​ໃຫ້​ເຂົາເຈົ້າ​ເປັນ​ຄົນ​ດີ.

11. ລູກ​ຈະ​ໃຊ້​ອຳນາດ​ຂອງ​ໂຕເອງ​ຢ່າງ​ຖືກຕ້ອງ​ໄດ້​ແນວ​ໃດ?

11 ສ່ວນ​ຜູ້​ເປັນ​ລູກ​ເດ້​ມີ​ອຳນາດ​ບໍ? ເຂົາເຈົ້າ​ຈະ​ໃຊ້​ອຳນາດ​ຂອງ​ໂຕເອງ​ຢ່າງ​ຖືກຕ້ອງ​ແນວ​ໃດ? ສຸພາສິດ 20:29 ບອກ​ວ່າ: “ຄວາມ​ງາມ​ຂອງ​ຄົນ​ໜຸ່ມ​ແມ່ນ​ເຫື່ອ​ແຮງ​ຂອງ​ເຂົາເຈົ້າ.” ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຄົນ​ໜຸ່ມ​ຈະ​ໃຊ້​ເຫື່ອ​ແຮງ​ຂອງ​ເຂົາເຈົ້າ​ແມ່ນ​ການ​ຮັບໃຊ້ “ຜູ້​ສ້າງ​ທີ່​ຍິ່ງໃຫຍ່.” (ປັນຍາຈານ 12:1) ຄົນ​ໜຸ່ມ​ຄວນ​ຈື່​ໄວ້​ວ່າ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ອາດ​ເຮັດ​ໃຫ້​ພໍ່​ແມ່​ມີ​ຄວາມ​ສຸກ​ຫຼື​ທຸກໃຈ​ກໍ​ໄດ້. (ສຸພາສິດ 23:24, 25) ເມື່ອ​ລູກ​ເຊື່ອຟັງ​ພໍ່​ແມ່​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ລູກ​ກໍ​ເຮັດ​ໃຫ້​ພໍ່​ແມ່​ມີ​ຄວາມ​ສຸກ​ຫຼາຍ. (ເອເຟໂຊ 6:1) ການ​ເຮັດ​ແບບ​ນີ້ “ເຮັດ​ໃຫ້​ພະຄລິດ​ພໍໃຈ.”—ໂກໂລຊາຍ 3:20

ອຳນາດ​ໃນ​ປະຊາຄົມ

12, 13. (ກ) ຜູ້​ເບິ່ງແຍງ​ຄວນ​ມີ​ຄວາມ​ຄິດ​ແນວ​ໃດ​ກັບ​ອຳນາດ​ທີ່​ລາວ​ມີ​ໃນ​ປະຊາຄົມ? (ຂ) ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ​ເປັນ​ຫຍັງ​ຜູ້​ເບິ່ງແຍງ​ຄວນ​ເວົ້າ​ແລະ​ປະຕິບັດ​ຕໍ່​ແກະ​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ຮັກ.

12 ພະ​ເຢໂຫວາ​ໃຫ້​ຜູ້​ເບິ່ງແຍງ​ນຳໜ້າ​ໃນ​ປະຊາຄົມ​ຄລິດສະຕຽນ. (ເຮັບເຣີ 13:17) ຜູ້​ຊາຍ​ທີ່​ມີ​ຄຸນສົມບັດ​ເຫຼົ່າ​ນີ້​ຄວນ​ໃຊ້​ອຳນາດ​ທີ່​ພະເຈົ້າ​ໃຫ້​ເພື່ອ​ເບິ່ງແຍງ​ແລະ​ສະໜັບສະໜູນ​ພີ່ນ້ອງ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຜູ້​ເບິ່ງແຍງ​ມີ​ສິດ​ໃຊ້​ອຳນາດ​ເພື່ອ​ຄວບຄຸມ​ພີ່ນ້ອງ​ບໍ? ບໍ່! ຜູ້​ເບິ່ງແຍງ​ຕ້ອງ​ເປັນ​ຄົນ​ຖ່ອມ​ແລະ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຂົາເຈົ້າ​ເຮັດ​ຫຍັງ​ເພື່ອ​ພີ່ນ້ອງ. (1 ເປໂຕ 5:2, 3) ຄຳພີ​ໄບເບິນ​ບອກ​ຜູ້​ເບິ່ງແຍງ​ວ່າ: “ໃຫ້​ເບິ່ງແຍງ​ປະຊາຄົມ​ຂອງ​ພະເຈົ້າ​ທີ່​ເພິ່ນ​ຊື້​ໄວ້​ດ້ວຍ​ເລືອດ​ຂອງ​ລູກ​ຊາຍ​ເພິ່ນ.” (ກິດຈະການ 20:28) ນີ້​ໝາຍ​ຄວາມ​ວ່າ​ຜູ້​ເບິ່ງແຍງ​ຕ້ອງ​ເຮັດ​ແລະ​ເວົ້າ​ກັບ​ພີ່ນ້ອງ​ແຕ່​ລະ​ຄົນ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ອ່ອນໂຍນ.

13 ເຮົາ​ອາດ​ຈະ​ຍົກ​ຕົວຢ່າງ​ແບບ​ນີ້. ໝູ່​ສະໜິດ​ຂໍ​ໃຫ້​ເຈົ້າ​ເບິ່ງແຍງ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ​ໃຫ້​ລາວ. ເຈົ້າ​ຮູ້​ວ່າ​ສິ່ງ​ນັ້ນ​ມີ​ລາຄາ​ແພງ​ຫຼາຍ ເຈົ້າ​ຈຶ່ງ​ຢາກ​ເບິ່ງແຍງ​ສິ່ງ​ທີ່​ມີ​ຄ່າ​ນັ້ນ​ຢ່າງ​ດີ​ແລະ​ລະມັດ​ລະວັງ​ເປັນ​ພິເສດ. ຄ້າຍຄື​ກັນ ພະເຈົ້າ​ໄດ້​ມອບໝາຍ​ຜູ້​ເບິ່ງແຍງ​ໃຫ້​ເບິ່ງແຍງ​ສິ່ງ​ທີ່​ມີ​ຄ່າ​ສຳລັບ​ເພິ່ນ​ເຊິ່ງ​ແມ່ນ​ພີ່ນ້ອງ​ຊາຍ​ຍິງ​ໃນ​ປະຊາຄົມ​ທີ່​ຄຳພີ​ໄບເບິນ​ປຽບທຽບ​ວ່າ​ເປັນ​ຄື​ແກະ. (ໂຢຮັນ 21:16, 17) ພະ​ເຢໂຫວາ​ຮັກ​ແກະ​ຂອງ​ເພິ່ນ​ຫຼາຍ​ເຖິງຂັ້ນ​ໄດ້​ຊື້​ເຂົາເຈົ້າ​ດ້ວຍ​ເລືອດ​ທີ່​ມີ​ຄ່າ​ຂອງ​ພະ​ເຢຊູ​ຄລິດ​ລູກ​ຄົນ​ດຽວ​ຂອງ​ເພິ່ນ. ພະ​ເຢໂຫວາ​ຊື້​ເຂົາເຈົ້າ​ດ້ວຍ​ລາຄາ​ແພງ​ທີ່​ສຸ​ດ. ຜູ້​ເບິ່ງແຍງ​ທີ່​ຖ່ອມ​ໂຕ​ຈະ​ຈື່​ເລື່ອງ​ນີ້​ໄວ້​ສະເໝີ​ໂດຍ​ເວົ້າ​ແລະ​ປະຕິບັດ​ຕໍ່​ແກະ​ຂອງ​ພະ​ເຢໂຫວາ​ດ້ວຍ​ຄວາມ​ຮັກ.

“ລີ້ນ​ມີ​ອຳນາດ”

14. ລີ້ນ​ມີ​ອຳນາດ​ແນວ​ໃດ?

14 ຄຳພີ​ໄບເບິນ​ບອກ​ວ່າ: “ລີ້ນ​ມີ​ອຳນາດ​ສັ່ງ​ໃຫ້​ເປັນ​ຫຼື​ຕາຍ​ໄດ້.” (ສຸພາສິດ 18:21) ລີ້ນ​ສ້າງ​ຄວາມ​ເສຍຫາຍ​ໄດ້​ຫຼາຍ​ແທ້ໆ. ບາງ​ເທື່ອ​ເຮົາ​ຮູ້ສຶກ​ເສຍໃຈ​ເມື່ອ​ບາງ​ຄົນ​ເວົ້າ​ໃຫ້​ເຮົາ​ແບບ​ເຈັບໆ ແຕ່​ຄຳເວົ້າ​ກໍ​ເຮັດ​ໃຫ້​ເກີດ​ຜົນ​ດີ​ຫຼາຍ​ຢ່າ​ງ. ສຸພາສິດ 12:18 ບອກ​ວ່າ: “ຄຳເວົ້າ​ຂອງ​ຄົນ​ສະຫຼາດ​ຈະ​ຊ່ວຍ​ປິ່ນປົວ​ໄດ້.” ແມ່ນ​ແລ້ວ ຄຳເວົ້າ​ທີ່​ໃຫ້​ກຳລັງ​ໃຈ​ແລະ​ອ່ອນໂຍນ​ເປັນ​ຄື​ກັບ​ຢາ​ປິ່ນປົວ​ພະຍາດ​ແລະ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ດີ​ຂຶ້ນ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ.

15, 16. ເຮົາ​ຈະ​ໃຊ້​ຄຳເວົ້າ​ຂອງ​ເຮົາ​ເພື່ອ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໄດ້​ແນວ​ໃດ?

15 1 ເທຊະໂລນິກ 5:14 ກະຕຸ້ນ​ເຮົາ​ໃຫ້ “ເວົ້າ​ປອບ​ໃຈ​ຄົນ​ທີ່​ຊຶມເສົ້າ.” ແມ່ນ​ແຕ່​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ກໍ​ຕ້ອງ​ຕໍ່ສູ້​ກັບ​ຄວາມ​ທໍ້ໃຈ​ເປັນ​ບາງ​ເທື່ອ. ເຮົາ​ຈະ​ຊ່ວຍ​ຄົນ​ທີ່​ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ? ເຮົາ​ສາມາດ​ຊົມເຊີຍ​ເຂົາເຈົ້າ​ຈາກ​ໃຈ​ເພື່ອ​ໃຫ້​ເຂົາເຈົ້າ​ເຫັນ​ວ່າ​ພະ​ເຢໂຫວາ​ເຫັນຄ່າ​ເຂົາເຈົ້າ ແລະ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ​ໂດຍ​ໃຊ້​ຂໍ້​ຄຳພີ​ຕ່າງໆ​ທີ່​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ແລະ​ເປັນ​ຫ່ວງ​ຜູ້​ທີ່ “ຫົວໃຈ​ແຕກ​ສະຫຼາຍ” ແລະ “ທໍ້ໃຈ​ແຮງ.” (ເພງ​ສັນລະເສີນ 34:18) ເມື່ອ​ເຮົາ​ເວົ້າ​ປອບ​ໃຈ​ຄົນ​ອື່ນ ເຮົາ​ກໍ​ກຳລັງ​ຮຽນ​ແບບ​ພະເຈົ້າ​ຜູ້​ທີ່​ເມດຕາ​ເຊິ່ງ “ໃຫ້​ກຳລັງ​ໃຈ​ຄົນ​ທີ່​ທໍ້ໃຈ.”—2 ໂກຣິນໂທ 7:6

16 ເຮົາ​ອາດ​ເວົ້າ​ໃຫ້​ກຳລັງ​ໃຈ​ຜູ້​ທີ່​ຕ້ອງການ​ກຳລັງ​ໃຈ​ຫຼາຍ. ມີ​ພີ່ນ້ອງ​ໂສກເສົ້າ​ຍ້ອນ​ຄົນ​ທີ່​ລາວ​ຮັກ​ຕາຍ​ໄປ​ບໍ? ເຮົາ​ສາມາດ​ເວົ້າ​ປອບ​ໂຍນ​ແລະ​ສະແດງ​ຄວາມ​ເປັນ​ຫ່ວງ​ລາວ​ໄດ້. ມີ​ພີ່ນ້ອງ​ຊາຍ​ຍິງ​ທີ່​ສູງ​ອາຍຸ​ເຊິ່ງ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄ່າ​ບໍ? ຄຳເວົ້າ​ທີ່​ເຫັນອົກເຫັນໃຈ​ສາມາດ​ເຮັດ​ໃຫ້​ຜູ້​ສູງ​ອາຍຸ​ໝັ້ນໃຈ​ວ່າ​ໂຕເອງ​ມີ​ຄ່າ. ມີ​ບາງ​ຄົນ​ຕ້ອງ​ອົດທົນ​ກັບ​ຄວາມ​ເຈັບ​ປ່ວຍ​ຊຳເຮື້ອ​ບໍ? ເຮົາ​ອາດຈະ​ເວົ້າ​ໃຫ້​ກຳລັງ​ໃຈ​ແລະ​ເຮັດ​ໃຫ້​ລາວ​ຮູ້ສຶກ​ດີ​ຂຶ້ນ​ໂດຍ​ໂທ​ຫາ ຂຽນ​ຈົດໝາຍ ຫຼື​ໄປ​ຢາມ​ລາວ. ພະ​ເຢໂຫວາ​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ເຮົາ​ເວົ້າ “ສິ່ງ​ດີໆ​ທີ່​ໃຫ້​ກຳລັງ​ໃຈ.”—ເອເຟໂຊ 4:29

17. ເຮົາ​ຈະ​ໃຊ້​ຄຳເວົ້າ​ຂອງ​ເຮົາ​ເພື່ອ​ປະໂຫຍດ​ຂອງ​ຄົນ​ອື່ນ​ໄດ້​ແນວ​ໃດ ແລະ​ເປັນ​ຫຍັງ​ເຮົາ​ຄວນ​ເຮັດ​ແນວ​ນັ້ນ?

17 ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ໃຊ້​ຄຳເວົ້າ​ຂອງ​ເຮົາ​ແມ່ນ​ການ​ບອກ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ກັບ​ຄົນ​ອື່ນ. ສຸພາສິດ 3:27 ບອກ​ວ່າ: “ຢ່າ​ປະຕິເສດ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ ຖ້າ​ລູກ​ສາມາດ​ຊ່ວຍ​ໄດ້.” ເຮົາ​ຕ້ອງ​ບອກ​ຂ່າວ​ດີ​ກ່ຽວກັບ​ພະ​ເຢໂຫວາ​ເພື່ອ​ຈະ​ຊ່ວຍ​ຊີວິດ​ຄົນ​ອື່ນ​ໄດ້. (1 ໂກຣິນໂທ 9:16, 22) ແຕ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້​ຫຼາຍ​ສ່ຳ​ໃດ?

ວິທີ​ທີ່​ດີ​ທີ່​ສຸດ​ໃນ​ການ​ໃຊ້​ກຳລັງ​ຂອງ​ເຮົາ​ແມ່ນ​ການ​ປະກາດ​ຂ່າວ​ດີ

ຮັບໃຊ້​ພະ​ເຢໂຫວາ “ສຸດ​ກຳລັງ” ຂອງ​ເຮົາ

18. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ?

18 ເຮົາ​ຢາກ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມທີ​ໃນ​ວຽກ​ປະກາດ​ຍ້ອນ​ເຮົາ​ຮັກ​ພະ​ເຢໂຫວາ. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ພະຍາຍາມ​ເຮັດ​ວຽກ​ນີ້​ຫຼາຍ​ສ່ຳ​ໃດ? ເຖິງ​ວ່າ​ສະພາບການ​ໃນ​ຊີວິດ​ຂອງ​ເຮົາ​ແຕ່​ລະ​ຄົນ​ບໍ່​ຄື​ກັນ ແຕ່​ຄຳພີ​ໄບເບິນ​ບອກ​ວ່າ: “ບໍ່​ວ່າ​ພວກ​ເຈົ້າ​ຈະ​ເຮັດ​ຫຍັງ ກໍ​ໃຫ້​ເຮັດ​ສຸດ​ຄວາມ​ສາມາດ​ຄື​ກັບ​ເຮັດ​ໃຫ້​ພະ​ເຢໂຫວາ ບໍ່​ແມ່ນ​ເຮັດ​ໃຫ້​ມະນຸດ.” (ໂກໂລຊາຍ 3:23) ພະ​ເຢຊູ​ບອກ​ວ່າ​ກົດໝາຍ​ຂໍ້​ທີ່​ສຳຄັນ​ທີ່​ສຸດ​ແມ່ນ “ເຈົ້າ​ຕ້ອງ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ສຸດ​ຫົວໃຈ ສຸດ​ຊີວິດ ສຸດ​ຄວາມ​ຄິດ ແລະ​ສຸດ​ກຳລັງ​ຂອງ​ເຈົ້າ.” (ມາຣະໂກ 12:30) ດັ່ງນັ້ນ ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ແຕ່​ລະ​ຄົນ​ຮັກ​ເພິ່ນ​ແລະ​ຮັບໃຊ້​ເພິ່ນ​ແບບ​ສຸດ​ຊີວິດ.

19, 20. (ກ) ເນື່ອງ​ຈາກ​ຊີວິດ​ໝາຍເຖິງ​ຫົວໃຈ ຄວາມ​ຄິດ ແລະ​ກຳລັງ ແຕ່​ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເວົ້າ​ເຖິງ 3 ຄຳ​ນີ້​ໃນ​ມາຣະໂກ 12:30? (ຂ) ການ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຊີວິດ​ໝາຍ​ຄວາມ​ວ່າ​ແນວ​ໃດ?

19 ການ​ຮັບໃຊ້​ພະເຈົ້າ​ສຸດ​ຊີວິດ​ໝາຍ​ຄວາມ​ວ່າ​ແນວ​ໃດ? ຊີວິດ​ໝາຍເຖິງ​ໂຕ​ຕົນ​ທັງໝົດ​ຂອງ​ເຮົາ​ເຊິ່ງ​ລວມ​ເຖິງ​ຫົວໃຈ ຄວາມ​ຄິດ ແລະ​ກຳລັງ​ຂອງ​ເຮົາ​ນຳ. ຖ້າ​ຊີວິດ​ລວມ​ເຖິງ​ຫົວໃຈ ຄວາມ​ຄິດ ແລະ​ກຳລັງ ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເວົ້າ​ເຖິງ 3 ຄຳ​ນີ້​ອີກ​ໃນ​ມາຣະໂກ 12:30? ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ໜຶ່ງ. ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ຫຼາຍ​ຄົນ​ອາດ​ຂາຍ​ໂຕເອງ​ໄປ​ເປັນ​ທາດ. ແຕ່​ຖ້າ​ລາວ​ບໍ່​ຮັບໃຊ້​ເຈົ້າ​ນາຍ​ຂອງ​ລາວ​ສຸດ​ຫົວໃຈ ລາວ​ກໍ​ຈະ​ບໍ່​ໃຊ້​ຄວາມ​ຄິດ​ຫຼື​ກຳລັງ​ຂອງ​ລາວ​ຢ່າງ​ເຕັມທີ​ເພື່ອ​ເຮັດ​ວຽກ​ໃຫ້​ເຈົ້າ​ນາ​ຍ. (ໂກໂລຊາຍ 3:22) ເບິ່ງ​ຄື​ວ່າ​ພະ​ເຢຊູ​ເວົ້າ​ເຖິງ 3 ຄຳ​ນີ້​ເພື່ອ​ຈະ​ເນັ້ນ​ວ່າ​ເຮົາ​ຕ້ອງ​ຮັບໃຊ້​ພະເຈົ້າ​ຂອງ​ເຮົາ​ຢ່າງ​ເຕັມທີ​ແລະ​ໃຫ້​ທຸກ​ສິ່ງ​ທີ່​ເຮົາ​ມີ​ກັບ​ເພິ່ນ.

20 ການ​ຮັບໃຊ້​ສຸດ​ຊີວິດ​ໝາຍ​ຄວາມ​ວ່າ​ເຮົາ​ທຸກ​ຄົນ​ຕ້ອງ​ໃຊ້​ເວລາ​ແລະ​ກຳລັງ​ໃນ​ວຽກ​ຮັບໃຊ້​ເທົ່າ​ກັນ​ໝົດ​ບໍ? ຄື​ຊິ​ເປັນ​ໄປ​ບໍ່​ໄດ້ ຍ້ອນ​ສະພາບການ​ແລະ​ຄວາມ​ສາມາດ​ຂອງ​ເຮົາ​ແຕ່​ລະ​ຄົນ​ບໍ່​ຄື​ກັນ. ຕົວຢ່າງເຊັ່ນ ຄົນ​ໜຸ່ມ​ທີ່​ແຂງແຮງ​ແລະ​ມີ​ສຸຂະພາບ​ດີ ອາດຈະ​ໃຊ້​ເວລາ​ໃນ​ວຽກ​ປະກາດ​ໄດ້​ຫຼາຍ​ກວ່າ​ຄົນ​ທີ່​ອາຍຸ​ຫຼາຍ​ແລະ​ບໍ່​ຄ່ອຍ​ແຂງແຮງ. ຄົນ​ໂສດ​ອາດ​ເຮັດ​ໄດ້​ຫຼາຍ​ກວ່າ​ຄົນ​ທີ່​ຕ້ອງ​ເບິ່ງແຍງ​ຄອບຄົວ. ຖ້າ​ເຮົາ​ມີ​ກຳລັງ​ແລະ​ສາມາດ​ເຮັດ​ວຽກ​ຮັບໃຊ້​ໄດ້​ຫຼາຍ​ກວ່າ​ຄົນ​ອື່ນ ເຮົາ​ກໍ​ຄວນ​ຮູ້ສຶກ​ຂອບໃຈ​ໃນ​ເລື່ອງ​ນີ້! ແຕ່​ເຮົາ​ບໍ່​ຄວນ​ປຽບທຽບ​ໂຕເອງ​ກັບ​ຄົນ​ອື່ນ​ແລະ​ຄິດ​ວ່າ​ເຂົາເຈົ້າ​ບໍ່​ໄດ້​ເຮັດ​ເຕັມທີ. (ໂຣມ 14:10-12) ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ເຮົາ​ຢາກ​ເຮັດ​ສຸດ​ຄວາມ​ສາມາດ​ຂອງ​ເຮົາ​ເພື່ອ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ.

21. ແມ່ນ​ຫຍັງ​ເປັນ​ວິທີ​ທີ່​ດີ​ທີ່​ສຸດ​ໃນ​ການ​ໃຊ້​ອຳນາດ​ຂອງ​ເຮົາ?

21 ພະ​ເຢໂຫວາ​ວາງ​ຕົວຢ່າງ​ທີ່​ສົມບູນແບບ​ໃນ​ການ​ໃຊ້​ອຳນາດ​ຂອງ​ເພິ່ນ​ສະເໝີ. ເຖິງ​ວ່າ​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ ແຕ່​ເຮົາ​ກໍ​ຢາກ​ຮຽນ​ແບບ​ເພິ່ນ​ໃຫ້​ດີ​ທີ່​ສຸດ. ເຮົາ​ສາມາດ​ໃຊ້​ອຳນາດ​ຂອງ​ເຮົາ​ຢ່າງ​ຖືກຕ້ອງ​ໄດ້​ໂດຍ​ເຮັດ​ດີ​ແລະ​ໃຫ້​ກຽດ​ຜູ້​ທີ່​ຢູ່​ໃຕ້​ອຳນາດ​ເຮົາ. ນອກ​ຈາກນັ້ນ ເຮົາ​ຢາກ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ປະກາດ​ຢ່າງ​ເຕັມທີ ຍ້ອນ​ວຽກ​ນີ້​ເປັນ​ວຽກ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ເຮັດ​ເພື່ອ​ຊ່ວຍ​ຊີວິດ​ຄົນ. (ໂຣມ 10:13, 14) ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ເມື່ອ​ເຈົ້າ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ເພິ່ນ. ເຈົ້າ​ຄື​ຊິ​ຢາກ​ເຮັດ​ທຸກ​ຢ່າງ​ເພື່ອ​ຮັບໃຊ້​ພະ​ເຈົ້າ​ທີ່​ມີ​ຄວາມ​ຮັກ​ແລະ​ເຫັນອົກເຫັນໃຈ. ນີ້​ເປັນ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ຈະ​ໃຊ້​ອຳນາດ​ຂອງ​ເຮົາ.

a ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ໄມ້​ແສ້” ໝາຍເຖິງ​ໄມ້​ດິ້ວ​ຫຼື​ໄມ້ຄ້ອນເທົ້າ ເຊັ່ນ ໄມ້​ທີ່​ຄົນ​ລ້ຽງ​ແກະ​ໃຊ້​ເພື່ອ​ຊີ້​ທາງ​ໃຫ້​ຝູງ​ແກະ​ຂອງ​ລາວ. (ເພງ​ສັນລະເສີນ 23:4) ດັ່ງນັ້ນ ເມື່ອ​ຄຳພີ​ໄບເບິນ​ເວົ້າ​ເຖິງ “ໄມ້​ແສ້” ກໍ​ໝາຍ​ຄວາມ​ວ່າ​ພໍ່​ແມ່​ຄວນ​ສັ່ງ​ສອນ​ລູກ​ດ້ວຍ​ຄວາມ​ຮັກ ບໍ່​ແມ່ນ​ເພື່ອ​ລົງໂທດ​ແບບ​ຮຸນແຮງ​ຫຼື​ແບບ​ໂຫດໆ.