ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 11

“ແນວ​ທາງ​ຂອງ​ເພິ່ນ​ຍຸຕິທຳ”

“ແນວ​ທາງ​ຂອງ​ເພິ່ນ​ຍຸຕິທຳ”

1, 2. (ກ) ໂຢເຊັບ​ເຈິ​ເລື່ອງ​ທີ່​ບໍ່​ຍຸຕິທຳ​ຫຍັງ​ແດ່? (ຂ) ພະ​ເຢໂຫວາ​ຊ່ວຍ​ລາວ​ແນວ​ໃດ?

 ໂຢເຊັບ​ເຈິ​ເລື່ອງ​ທີ່​ບໍ່​ຍຸຕິທຳ​ຫຼາຍ​ຢ່າງ​ໃນ​ຊີວິດ. ຕອນ​ອາຍຸ 17 ປີ ລາວ​ເກືອບ​ຖືກ​ພວກ​ອ້າຍ​ຂ້າ​ແລ້ວ ແຕ່​ເຂົາເຈົ້າ​ປ່ຽນ​ໃຈ​ຂາຍ​ລາວ​ໃຫ້​ໄປ​ເປັນ​ທາດ​ແລະ​ໄດ້​ໄປ​ຢູ່​ຕ່າງ​ປະເທດ. ຕອນ​ຢູ່​ຫັ້ນ ເມຍ​ຂອງ​ເຈົ້າ​ນາຍ​ຢາກ​ນອນ​ນຳ​ໂຢເຊັບ. ເມື່ອ​ໂຢເຊັບ​ປະຕິເສດ ລາວ​ກໍ​ໃຈ​ຮ້າຍ​ຫຼາຍ​ແລະ​ກ່າວຫາ​ວ່າ​ໂຢເຊັບ​ພະຍາຍາມ​ຂົ່ມຂືນ​ລາວ ໂຢເຊັບ​ຈຶ່ງ​ຖືກ​ຈັບ​ຂັງ​ຄຸກ​ທັງໆ​ທີ່​ບໍ່​ໄດ້​ເຮັດ​ຫຍັງ​ຜິດ. ເບິ່ງ​ຄື​ວ່າ​ບໍ່​ມີ​ໃຜ​ຈະ​ຊ່ວຍ​ໂຢເຊັບ​ໄດ້.

2 ແຕ່​ພະເຈົ້າ​ທີ່ “ຮັກ​ຄວາມ​ຖືກຕ້ອງ​ແລະ​ຮັກ​ຄວາມ​ຍຸຕິທຳ” ກຳລັງ​ເບິ່ງ​ຢູ່. (ເພງ​ສັນລະເສີນ 33:5) ພະ​ເຢໂຫວາ​ຊ່ວຍ​ໂຢເຊັບ. ເພິ່ນ​ເຮັດ​ໃຫ້​ລາວ​ໄດ້​ອອກ​ຈາກ​ຄຸກ ໃຫ້​ລາວ​ໄດ້​ຮັບ​ກຽດ ແລະ​ຖືກ​ແຕ່ງຕັ້ງ​ໃຫ້​ມີ​ຕຳແໜ່ງ​ສູງ​ໃນ​ປະເທດ​ເອຢິບ. (ປະຖົມມະການ 40:15; 41:41-43; ເພງ​ສັນລະເສີນ 105:17, 18) ໃນ​ທີ່​ສຸດ ໂຢເຊັບ​ກໍ​ໄດ້​ຮັບ​ການ​ພິສູດ​ວ່າ​ບໍ່​ມີ​ຄວາມ​ຜິດ ແລະ​ລາວ​ໄດ້​ໃຊ້​ຕຳແໜ່ງ​ຂອງ​ລາວ​ເພື່ອ​ຊ່ວຍ​ຄົນ​ຂອງ​ພະ​ເຢໂຫວາ.—ປະຖົມມະການ 45:5-8

ໂຢເຊັບ​ເຈິ​ເລື່ອງ​ທີ່​ບໍ່​ຍຸຕິທຳ​ແລະ​ຕ້ອງ​ຖືກ​ຈັບ​ຂັງ​ຄຸກ

3. ເປັນ​ຫຍັງ​ເຮົາ​ທຸກ​ຄົນ​ຢາກ​ໃຫ້​ຄົນ​ອື່ນ​ປະຕິບັດ​ຕໍ່​ເຮົາ​ແບບ​ຍຸຕິທຳ?

3 ເລື່ອງ​ຂອງ​ໂຢເຊັບ​ໃຫ້​ກຳລັງ​ໃຈ​ເຮົາ​ຫຼາຍ ຍ້ອນ​ເຮົາ​ອາດຈະ​ເຫັນ​ຄົນ​ທີ່​ເຈິ​ກັບ​ເລື່ອງ​ທີ່​ບໍ່​ຍຸຕິທຳ ຫຼື​ເຮົາ​ເອງ​ກໍ​ອາດຈະ​ເຄີຍ​ເຈິ​ກັບ​ເລື່ອງ​ບໍ່​ຍຸຕິທຳ. ເຮົາ​ທຸກ​ຄົນ​ຢາກ​ໃຫ້​ຄົນ​ອື່ນ​ປະຕິບັດ​ຕໍ່​ເຮົາ​ແບບ​ຍຸຕິທຳ​ແລະ​ບໍ່​ລຳອຽງ. ນີ້​ບໍ່​ແປກ ຍ້ອນ​ພະ​ເຢໂຫວາ​ສ້າງ​ໃຫ້​ເຮົາ​ມີ​ຄຸນລັກສະນະ​ຕ່າງໆ​ທີ່​ຄື​ກັບ​ເພິ່ນ ແລະ​ຄວາມ​ຍຸຕິທຳ​ກໍ​ເປັນ​ຄຸນລັກສະນະ​ໜຶ່ງ​ທີ່​ສຳຄັນ. (ປະຖົມມະການ 1:27) ເພື່ອ​ຈະ​ຮູ້​ຈັກ​ພະ​ເຢໂຫວາ​ດີ​ຂຶ້ນ ເຮົາ​ຕ້ອງ​ເຂົ້າໃຈ​ວ່າ​ເພິ່ນ​ຄິດ​ແນວ​ໃດ​ໃນ​ເລື່ອງ​ຄວາມ​ຍຸຕິທຳ. ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ຖືກ​ກະຕຸ້ນ​ໃຫ້​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ.

ຄວາມ​ຍຸຕິທຳ​ແມ່ນ​ຫຍັງ?

4. ຄົນ​ສ່ວນ​ຫຼາຍ​ຄິດ​ວ່າ​ຄວາມ​ຍຸຕິທຳ​ໝາຍເຖິງ​ຫຍັງ?

4 ຄົນ​ສ່ວນ​ຫຼາຍ​ຄິດ​ວ່າ​ຄວາມ​ຍຸຕິທຳ​ໝາຍເຖິງ​ການ​ເອົາ​ກົດໝາຍ​ມາ​ໃຊ້​ຢ່າງ​ຍຸຕິທຳ. ປຶ້ມ​ຫົວ​ໜຶ່ງ​ອະທິບາຍ​ວ່າ: “ຄວາມ​ຍຸຕິທຳ​ກ່ຽວ​ຂ້ອງ​ກັບ​ກົດໝາຍ ສິດ ແລະ​ໜ້າທີ່​ຂອງ​ຄົນ​ເຮົາ ແລະ​ກ່ຽວ​ຂ້ອງ​ກັບ​ຄວາມ​ຄິດ​ທີ່​ວ່າ​ແຕ່​ລະ​ຄົນ​ຄວນ​ໄດ້​ຮັບ​ຜົນ​ດີ​ຈາກ​ສິ່ງ​ທີ່​ໂຕເອງ​ເຮັດ​ດີ ແລະ​ສົມຄວນ​ໄດ້​ຮັບ​ໂທດ​ເມື່ອ​ບໍ່​ເຮັດ​ຕາມ​ກົດໝາຍ.” ແຕ່​ສຳລັບ​ພະ​ເຢໂຫວາ​ຄວາມ​ຍຸຕິທຳ​ບໍ່​ແມ່ນ​ແຕ່​ການ​ເຮັດ​ຕາມ​ກົດໝາຍ​ຍ້ອນ​ເປັນ​ໜ້າ​ທີ່​ທີ່​ຕ້ອງ​ເຮັດ​ເທົ່າ​ນັ້ນ.

5, 6. (ກ) ຄວາມ​ໝາຍ​ແທ້ໆ​ຂອງ​ຄຳ​ພາສາ​ດັ້ງເດີມ​ທີ່​ໄດ້​ແປ​ວ່າ “ຄວາມ​ຍຸຕິທຳ” ແມ່ນ​ຫຍັງ? (ຂ) ການ​ທີ່​ພະເຈົ້າ​ຍຸຕິທຳ​ໝາຍ​ຄວາມ​ວ່າ​ແນວ​ໃດ?

5 ເຮົາ​ຈະ​ເຂົ້າໃຈ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ເບິ່ງ​ຄຳ​ໃນ​ພາສາ​ດັ້ງເດີມ​ທີ່​ໃຊ້​ໃນ​ຄຳພີ​ໄບເບິນ. ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ມີ​ການ​ໃຊ້ 3 ຄຳ​ທີ່​ກ່ຽວກັບ​ຄວາມ​ຍຸຕິທຳ. ຄຳ​ທີ່​ມັກ​ແປ​ວ່າ “ຄວາມ​ຍຸຕິທຳ” ອາດ​ແປ​ໄດ້​ວ່າ “ສິ່ງ​ທີ່​ຖືກຕ້ອງ.” (ປະຖົມມະການ 18:25) ສ່ວນ​ອີກ 2 ຄຳ​ມັກ​ຈະ​ແປ​ວ່າ “ຄວາມ​ຖືກຕ້ອງ.” ໃນ​ພະຄຳພີ​ຄລິດ​ຕຽນ​ພາກ​ພາສາ​ກຣີກ ຄຳ​ທີ່​ແປ​ວ່າ “ຄວາມ​ຖືກຕ້ອງ” ມີ​ການ​ອະທິບາຍ​ວ່າ​ເປັນ “ຄຸນລັກສະນະ​ຂອງ​ຄວາມ​ຖືກຕ້ອງ​ຫຼື​ຄວາມ​ຍຸຕິທຳ.” ດັ່ງນັ້ນ ຄວາມ​ຖືກຕ້ອງ​ແລະ​ຄວາມ​ຍຸຕິທຳ​ຈຶ່ງ​ກ່ຽວ​ຂ້ອງ​ກັນ.—ອາໂມດ 5:24

6 ເມື່ອ​ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ​ຍຸຕິທຳ ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ເພິ່ນ​ບໍ່​ລຳອຽງ. ເພິ່ນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ​ສະເໝີ. (ໂຣມ 2:11) ເອລີຮູ​ຮູ້​ຈັກ​ພະ​ເຢໂຫວາ​ດີ ລາວ​ຈຶ່ງ​ເວົ້າ​ກ່ຽວກັບ​ເພິ່ນ​ວ່າ: “ເປັນ​ໄປ​ບໍ່​ໄດ້​ທີ່​ພະເຈົ້າ​ທ່ຽງແທ້​ຈະ​ເຮັດ​ຊົ່ວ ແລະ​ບໍ່​ມີ​ທາງ​ທີ່​ຜູ້​ມີ​ລິດເດດ​ສູງ​ສຸດ​ຈະ​ເຮັດ​ຜິດ.” (ໂຢບ 34:10) ດັ່ງນັ້ນ ເປັນ​ໄປ​ບໍ່​ໄດ້​ທີ່​ພະ​ເຢໂຫວາ​ຈະ​ບໍ່​ຍຸຕິທຳ. ຍ້ອນຫຍັງ? ມີ​ເຫດຜົນ​ສຳຄັນ 2 ຢ່າງ.

7, 8. (ກ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ບໍ່​ມີ​ທາງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ບໍ່​ຍຸຕິທຳ? (ຂ) ແມ່ນ​ຫຍັງ​ກະຕຸ້ນ​ເພິ່ນ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ?

7 ເຫດຜົນ​ທຳອິດ ເພິ່ນ​ບໍລິສຸດ. ດັ່ງ​ທີ່​ເຮົາ​ໄດ້​ເຫັນ​ໃນ​ບົດ​ທີ 3 ພະ​ເຢໂຫວາ​ບໍລິສຸດ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ. ຍ້ອນ​ແນວ​ນັ້ນ ເພິ່ນ​ຈຶ່ງ​ບໍ່​ເຮັດ​ສິ່ງ​ທີ່​ບໍ່​ຍຸຕິທຳ​ເລີຍ. ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ຍ້ອນ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ບໍລິສຸດ ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ເຕັມ​ຮ້ອຍ​ວ່າ​ເພິ່ນ​ຈະ​ເຮັດ​ດີ​ກັບ​ເຮົາ. ພະ​ເຢຊູ​ກໍ​ໝັ້ນໃຈ​ແບບ​ນັ້ນ. ໃນ​ຄືນ​ສຸດທ້າຍ​ທີ່​ເພິ່ນ​ມີ​ຊີວິດ​ຢູ່​ໂລກ ເພິ່ນ​ໄດ້​ອະທິດຖານ​ວ່າ: “ພໍ່​ຜູ້​ບໍລິສຸດ ຂໍ​ເບິ່ງແຍງ​ເຂົາເຈົ້າ​ເພື່ອ​ເຫັນ​ແກ່​ຊື່​ຂອງ​ພໍ່​ເອງ.” (ໂຢຮັນ 17:11) ໃນ​ຄຳພີ​ໄບເບິນ​ຄຳ​ວ່າ “ພໍ່​ຜູ້​ບໍລິສຸດ” ໃຊ້​ໄດ້​ແຕ່​ກັບ​ພະ​ເຢໂຫວາ​ຜູ້​ດຽວ. ຄຳ​ນີ້​ເໝາະສົມ​ແທ້ໆ​ຍ້ອນ​ບໍ່​ມີ​ພໍ່​ຄົນ​ໃດ​ທີ່​ຈະ​ບໍລິສຸດ​ຄື​ກັບ​ພະ​ເຢໂຫວາ. ພະ​ເຢຊູ​ໝັ້ນໃຈ​ແທ້ໆ​ວ່າ​ພວກ​ລູກສິດ​ຂອງ​ເພິ່ນ​ຈະ​ໄດ້​ຮັບ​ການ​ປົກປ້ອງ​ຈາກ​ພໍ່​ຜູ້​ບໍລິສຸດ ສະອາດ​ທຸກ​ດ້ານ ແລະ​ບໍ່​ມີ​ບາບ.—ມັດທາຍ 23:9

8 ເຫດຜົນ​ທີ 2 ພະ​ເຢໂຫວາ​ເປັນ​ຄວາມ​ຮັກ. ຄວາມ​ຮັກ​ກະຕຸ້ນ​ເພິ່ນ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ​ກັບ​ຄົນ​ອື່ນ. ແຕ່​ຄວາມ​ບໍ່​ຍຸຕິທຳ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ບໍ່​ວ່າ​ຈະ​ເປັນ​ການ​ແບ່ງ​ແຍກ​ສີ​ຜິວ ການ​ລຳອຽງ ແລະ​ການ​ຮັກ​ບັງ​ຊັງ​ບ່ຽງ. ຫຼາຍ​ເທື່ອ​ເກີດ​ຈາກ​ຄວາມ​ໂລບ​ແລະ​ຄວາມ​ເຫັນ​ແກ່​ໂຕ ເຊິ່ງ​ກົງ​ກັນ​ຂ້າມ​ກັບ​ຄວາມ​ຮັກ​ແທ້ໆ. ແຕ່​ຄຳພີ​ໄບເບິນ​ຮັບຮອງ​ກັບ​ເຮົາ​ກ່ຽວກັບ​ພະເຈົ້າ​ຜູ້​ເປັນ​ຄວາມ​ຮັກ​ວ່າ: “ພະ​ເຢໂຫວາ​ຍຸຕິທຳ​ແລະ​ເພິ່ນ​ມັກ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.” (ເພງ​ສັນລະເສີນ 11:7) ພະ​ເຢໂຫວາ​ບອກ​ກ່ຽວກັບ​ເພິ່ນ​ເອງ​ວ່າ: “ເຮົາ​ເຢໂຫວາ​ຮັກ​ຄວາມ​ຍຸຕິທຳ.” (ເອຊາຢາ 61:8) ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ມີ​ກຳລັງ​ໃຈ​ຫຼາຍ​ແທ້ໆ​ທີ່​ຮູ້​ວ່າ​ພະເຈົ້າ​ຂອງ​ເຮົາ​ມັກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ.—ເຢເຣມີຢາ 9:24

ຄວາມ​ເມດຕາ​ແລະ​ຄວາມ​ຍຸຕິທຳ​ທີ່​ສົມບູນ​ແບບ​ຂອງ​ພະ​ເຢໂຫວາ

9-11. (ກ) ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ກ່ຽວ​ຂ້ອງ​ກັບ​ຄວາມ​ເມດຕາ​ຂອງ​ເພິ່ນ​ແນວ​ໃດ? (ຂ) ຄວາມ​ຍຸຕິທຳ​ແລະ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ​ເຫັນ​ໄດ້​ແຈ້ງ​ແນວ​ໃດ​ໃນ​ວິທີ​ທີ່​ເພິ່ນ​ປະຕິບັດ​ຕໍ່​ມະນຸດ​ທີ່​ຜິດ​ບາບ?

9 ພະ​ເຢໂຫວາ​ສະແດງ​ຄວາມ​ຍຸຕິທຳ​ໄດ້​ຢ່າງ​ສົມບູນ​ແບບ​ຄື​ກັບ​ຄຸນລັກສະນະ​ທີ່​ດີ​ເລີດ​ອື່ນໆ​ຂອງ​ເພິ່ນ. ໂມເຊ​ໄດ້​ສັນລະເສີນ​ພະ​ເຢໂຫວາ​ວ່າ: “ພະເຈົ້າ​ເປັນ​ຄື​ກັບ​ຫີນ​ຜາ. ທຸກ​ສິ່ງ​ທີ່​ເພິ່ນ​ເຮັດ​ບໍ່​ມີ​ບ່ອນ​ຕິ. ແນວ​ທາງ​ຂອງ​ເພິ່ນ​ຍຸຕິທຳ. ເພິ່ນ​ເປັນ​ຜູ້​ທີ່​ພວກ​ເຮົາ​ໄວ້ໃຈ​ໄດ້. ເພິ່ນ​ຍຸຕິທຳ​ແລະ​ດີ​ແທ້ໆ.” (ພະ​ບັນຍັດ 32:3, 4) ພະ​ເຢໂຫວາ​ສະແດງ​ຄວາມ​ຍຸຕິທຳ​ສະເໝີ ແລະ​ເພິ່ນ​ບໍ່​ເຂັ້ມ​ງວດ​ເກີນ​ໄປ.

10 ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ກ່ຽວ​ຂ້ອງ​ກັບ​ຄວາມ​ເມດຕາ​ນຳ. ເພງ​ສັນລະເສີນ 116:5 ບອກ​ວ່າ: “ພະ​ເຢໂຫວາ​ໃຈ​ດີ​ແລະ​ຍຸຕິທຳ. ພະເຈົ້າ​ຂອງ​ພວກ​ເຮົາ​ມີ​ຄວາມ​ເມດຕາ.” ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ​ແລະ​ເມດຕາ. ຄຸນລັກສະນະ​ທັງ​ສອງ​ຢ່າງ​ນີ້​ບໍ່​ໄດ້​ຂັດແຍ່ງ​ກັນ. ເມື່ອ​ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ ຄວາມ​ຍຸຕິທຳ​ຂອງ​ເພິ່ນ​ກໍ​ບໍ່​ໄດ້​ໜ້ອຍ​ລົງ. ທີ່ຈິງ ຕອນ​ທີ່​ເພິ່ນ​ເຮັດ​ສິ່ງ​ຕ່າງໆ ເພິ່ນ​ມັກ​ສະແດງ​ຄຸນລັກສະນະ 2 ຢ່າງ​ນີ້​ພ້ອມ​ກັນ. ໃຫ້​ເຮົາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ.

11 ເຮົາ​ທຸກ​ຄົນ​ໄດ້​ຮັບ​ບາບ​ມາ​ຈາກ​ອາດາມ ເຮົາ​ຈຶ່ງ​ຕ້ອງ​ຕາຍ. (ໂຣມ 5:12) ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ດີໃຈ​ເລີຍ​ທີ່​ເຫັນ​ຄົນ​ບາບ​ຕາຍ. ເພິ່ນ​ເປັນ “ພະເຈົ້າ​ທີ່​ພ້ອມ​ຈະ​ໃຫ້​ອະໄພ ໃຈ​ດີ ມີ​ຄວາມ​ເມດຕາ.” (ເນເຮມີຢາ 9:17) ແຕ່​ຍ້ອນ​ເພິ່ນ​ບໍລິສຸດ ເພິ່ນ​ຈຶ່ງ​ບໍ່​ສາມາດ​ເບິ່ງ​ຂ້າມ​ບາບ​ໄດ້. ຖ້າ​ເປັນ​ແນວ​ນັ້ນ ເພິ່ນ​ຈະ​ສະແດງ​ຄວາມ​ເມດຕາ​ກັບ​ເຮົາ​ທີ່​ເປັນ​ຄົນ​ບາບ​ໄດ້​ແນວ​ໃດ? ຄຳພີ​ໄບເບິນ​ມີ​ຄຳ​ຕອບ​ກ່ຽວກັບ​ເລື່ອງ​ນີ້​ທີ່​ເວົ້າ​ເຖິງ​ການ​ຈັດ​ກຽມ​ຂອງ​ພະ​ເຢໂຫວາ​ເລື່ອງ​ຄ່າໄຖ່​ເພື່ອ​ໃຫ້​ມະນຸດ​ທຸກ​ຄົນ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. ນີ້​ເປັນ​ຄຳສອນ​ທີ່​ມີ​ຄ່າ​ທີ່​ສຸດ​ເລື່ອງ​ໜຶ່ງ. ໃນ​ບົດ​ທີ 14 ເຮົາ​ຈະ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວກັບ​ການ​ຈັດ​ກຽມ​ທີ່​ມາ​ຈາກ​ຄວາມ​ຮັກ​ເຊິ່ງ​ເຮັດ​ໃຫ້​ເຮົາ​ເຫັນ​ທັງ​ຄວາມ​ຍຸຕິທຳ​ແລະ​ຄວາມ​ເມດຕາ​ຂອງ​ພະເຈົ້າ. ໂດຍ​ທາງ​ການ​ຈັດ​ກຽມ​ນີ້ ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ​ຫຼາຍ​ຕໍ່​ຄົນ​ບາບ​ທີ່​ໄດ້​ກັບໃຈ ແລະ​ໃນ​ເວລາ​ດຽວ​ກັນ​ເພິ່ນ​ກໍ​ຮັກສາ​ມາດຕະຖານ​ຄວາມ​ຍຸຕິທຳ​ທີ່​ສົມບູນ​ແບບ​ຂອງ​ເພິ່ນ​ໄວ້​ນຳ.—ໂຣມ 3:21-26

ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ຢາກ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ

12, 13. (ກ) ເປັນ​ຫຍັງ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ໃຫ້​ເຮົາ​ຢາກ​ໃກ້ຊິດ​ກັບ​ເພິ່ນ? (ຂ) ດາວິດ​ສະຫຼຸບ​ແນວ​ໃດ​ກ່ຽວກັບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໄດ້​ກຳລັງ​ໃຈ​ແນວ​ໃດ?

12 ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ຢ້ານ​ເພິ່ນ​ແລະ​ບໍ່​ຢາກ​ໃກ້ຊິດ​ກັບ​ເພິ່ນ. ຄຳພີ​ໄບເບິນ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ຍຸຕິທຳ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ. ໃຫ້​ເຮົາ​ເບິ່ງ​ຕົວຢ່າງ​ທີ່​ໜ້າ​ປະທັບໃຈ​ນຳ​ກັນ.

13 ຄວາມ​ຍຸຕິທຳ​ທີ່​ສົມບູນແບບ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເພິ່ນ​ສະແດງ​ຄວາມ​ສັດຊື່​ຕໍ່​ຜູ້​ຮັບໃຊ້​ຂອງ​ເພິ່ນ. ດາວິດ​ຜູ້​ຂຽນ​ເພງ​ສັນລະເສີນເຂົ້າໃຈ​ເລື່ອງ​ນີ້​ດີ​ທັງ​ຈາກ​ປະສົບການ​ຂອງ​ລາວ​ແລະ​ຈາກ​ການ​ທີ່​ລາວ​ສັງເກດ​ວິທີ​ທີ່​ພະເຈົ້າ​ປະຕິບັດ​ກັບ​ຜູ້​ຮັບໃຊ້​ຄົນ​ອື່ນ​ຂອງ​ເພິ່ນ. ດາວິດ​ສະຫຼຸບ​ວ່າ: “ພະ​ເຢໂຫວາ​ຮັກ​ຄວາມ​ຍຸຕິທຳ ແລະ​ເພິ່ນ​ຈະ​ບໍ່​ປະຖິ້ມ​ຄົນ​ທີ່​ສັດຊື່​ຕໍ່​ເພິ່ນ. ເພິ່ນ​ຈະ​ປົກປ້ອງ​ເຂົາເຈົ້າ​ສະເໝີ.” (ເພງ​ສັນລະເສີນ 37:28) ນີ້​ເປັນ​ຄຳ​ຮັບຮອງ​ທີ່​ໃຫ້​ກຳລັງ​ໃຈ​ແທ້ໆ! ພະເຈົ້າ​ຂອງ​ເຮົາ​ຈະ​ບໍ່​ປະ​ບໍ່​ຖິ້ມ​ຜູ້​ທີ່​ສັດຊື່​ຕໍ່​ເພິ່ນ. ດັ່ງນັ້ນ ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ເພິ່ນ​ຈະ​ຮັກ​ແລະ​ສົນໃຈ​ເຮົາ​ສະເໝີ!—ສຸພາສິດ 2:7, 8

14. ກົດໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ເປັນ​ຫ່ວງ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ?

14 ພະ​ເຢໂຫວາ​ຮັກ​ຄວາມ​ຍຸຕິທຳ. ເພິ່ນ​ເປັນ​ຫ່ວງ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຫຼາຍ. ເຮົາ​ເຫັນ​ເລື່ອງ​ນີ້​ໃນ​ກົດໝາຍ​ທີ່​ເພິ່ນ​ໃຫ້​ພວກ​ອິດສະຣາເອນ. ຕົວຢ່າງ​ເຊັ່ນ ເພິ່ນ​ບອກ​ໄວ້​ແຈ້ງ​ເລີຍ​ວ່າ​ຄວນ​ປະຕິບັດ​ຕໍ່​ລູກ​ກຳພ້າ​ແລະ​ແມ່​ໝ້າຍ​ແນວ​ໃດ. (ພະ​ບັນຍັດ 24:17-21) ເພິ່ນ​ຮູ້​ດີ​ວ່າ​ຊີວິດ​ຂອງ​ເຂົາເຈົ້າ​ທຸກຍາກ​ສ່ຳ​ໃດ ເພິ່ນ​ຈຶ່ງ​ເປັນ​ພໍ່​ຂອງ​ລູກ​ກຳພ້າ​ແລະ​ເປັນ​ຜູ້​ປົກປ້ອງ​ແມ່​ໝ້າຍ. ຄຳພີ​ໄບເບິນ​ບອກ​ວ່າ: “ເພິ່ນ​ຍຸຕິທຳ​ກັບ​ລູກ​ກຳພ້າ​ແລະ​ແມ່​ໝ້າຍ.” a (ພະ​ບັນຍັດ 10:18; ເພງ​ສັນລະເສີນ 68:5) ພະ​ເຢໂຫວາ​ເຕືອນ​ພວກ​ອິດສະຣາເອນ​ວ່າ​ຖ້າ​ເຂົາເຈົ້າ​ເຮັດ​ບໍ່​ດີ​ກັບ​ຜູ້​ຍິງ​ແລະ​ເດັກນ້ອຍ​ທີ່​ບໍ່​ມີ​ທາງ​ສູ້ ເພິ່ນ​ຈະ​ຟັງ​ສຽງ​ຮ້ອງ​ທຸກ​ຂອງ​ຄົນ​ເຫຼົ່າ​ນັ້ນ​ແນ່ນອນ. ເພິ່ນ​ບອກ​ວ່າ: “ເຮົາ​ຈະ​ໃຈ​ຮ້າຍ [ໃຫ້​ເຈົ້າ] ຫຼາຍ.” (ອົບພະຍົບ 22:22-24) ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ໃຈ​ຮ້າຍ​ງ່າຍ ແຕ່​ຖ້າ​ບາງ​ຄົນ​ຕັ້ງໃຈ​ເຮັດ​ບໍ່​ດີ​ກັບ​ຄົນ​ອື່ນ ເພິ່ນ​ກໍ​ຈະ​ໃຈ​ຮ້າຍ​ໃຫ້​ເຂົາເຈົ້າ​ຫຼາຍ ໂດຍ​ສະເພາະ​ຖ້າ​ຄົນ​ທີ່​ຖືກ​ທຳຮ້າຍ​ເປັນ​ຄົນ​ອ່ອນແອ​ແລະ​ບໍ່​ມີ​ທາງ​ສູ້.—ເພງ​ສັນລະເສີນ 103:6

15, 16. ມີ​ຫຼັກຖານ​ຫຍັງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ບໍ່​ລຳອຽງ?

15 ພະ​ເຢໂຫວາ​ຍັງ​ຮັບຮອງ​ກັບ​ເຮົາ​ນຳ​ວ່າ​ເພິ່ນ “ບໍ່​ລຳອຽງ​ແລະ​ບໍ່​ຮັບ​ສິນບົນ.” (ພະ​ບັນຍັດ 10:17) ພະ​ເຢໂຫວາ​ບໍ່​ລຳອຽງ ເພິ່ນ​ບໍ່​ຄື​ກັບ​ມະນຸດ​ທີ່​ມີ​ອຳນາດ​ທີ່​ມັກ​ເຮັດ​ດີ​ແຕ່​ກັບ​ຄົນ​ລວຍ​ຫຼື​ຄົນ​ທີ່​ມີ​ຊື່​ສຽງ​ເທົ່າ​ນັ້ນ. ພະ​ເຢໂຫວາ​ໃຫ້​ທຸກ​ຄົນ​ມີ​ໂອກາດ​ມາ​ນະມັດສະການ​ເພິ່ນ​ແລະ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ຄຳພີ​ໄບເບິນ​ບອກ​ວ່າ: “ເພິ່ນ​ຍອມຮັບ​ທຸກ​ຄົນ​ທີ່​ຢ້ານຢຳ​ເພິ່ນ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ບໍ່​ວ່າ​ລາວ​ຈະ​ເປັນ​ຄົນ​ຊາດ​ໃດ​ກໍ​ຕາມ.” (ກິດຈະການ 10:34, 35) ພະ​ເຢໂຫວາ​ໃຫ້​ຄວາມ​ຫວັງ​ທີ່​ດີໆ​ນີ້​ກັບ​ທຸກ​ຄົນ​ບໍ່​ວ່າ​ເຂົາເຈົ້າ​ຈະ​ມີ​ຖານະ​ແບບ​ໃດ​ທາງ​ສັງຄົມ ມີ​ຜິວ​ສີ​ຫຍັງ ຫຼື​ມາ​ຈາກ​ປະເທດ​ໃດ. ເຮົາ​ເຫັນ​ແຈ້ງ​ເລີຍ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ຍຸຕິທຳ​ໄດ້​ດີ​ແທ້ໆ.

16 ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ອີກ​ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ຍຸຕິທຳ​ທີ່​ສົມບູນ​ແບບ ເຊິ່ງ​ກໍ​ແມ່ນ​ວິທີ​ທີ່​ເພິ່ນ​ຈັດການ​ກັບ​ຄົນ​ທີ່​ບໍ່​ຍອມ​ເຮັດ​ຕາມ​ມາດຕະຖານ​ທີ່​ຖືກຕ້ອງ​ຂອງ​ເພິ່ນ.

ພະ​ເຢໂຫວາ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ

17. ເປັນ​ຫຍັງ​ບັນຫາ​ທີ່​ມີ​ຢູ່​ໃນ​ໂລກ​ບໍ່​ຄວນ​ເຮັດ​ໃຫ້​ເຮົາ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ຍຸຕິທຳ? ຂໍ​ໃຫ້​ອະທິບາຍ.

17 ບາງ​ຄົນ​ອາດ​ສົງໄສ​ວ່າ ‘ຖ້າ​ພະ​ເຢໂຫວາ​ບໍ່​ມັກ​ເລື່ອງ​ທີ່​ບໍ່​ຍຸຕິທຳ ແລ້ວ​ເປັນ​ຫຍັງ​ໂລກ​ທຸກ​ມື້​ນີ້​ຈຶ່ງ​ເຕັມ​ແຕ່​ການ​ສໍ້​ໂກງ​ແລະ​ຄວາມ​ທຸກ?’ ບັນຫາ​ເຫຼົ່າ​ນີ້​ບໍ່​ຄວນ​ເຮັດ​ໃຫ້​ເຮົາ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ຍຸຕິທຳ. ບັນຫາ​ຫຼາຍ​ຢ່າງ​ໃນ​ໂລກ​ເກີດຂຶ້ນ​ກໍ​ຍ້ອນ​ມະນຸດ​ໄດ້​ຮັບ​ບາບ​ຈາກ​ອາດາມ ແລະ​ຍ້ອນ​ໂລກ​ເຕັມ​ແຕ່​ຄົນ​ທີ່​ບໍ່​ຍອມ​ເຊື່ອຟັງ​ພະ​ເຢໂຫວາ. ແຕ່​ອີກ​ບໍ່​ດົນ​ຄວາມ​ບໍ່​ຍຸຕິທຳ​ແລະ​ບັນຫາ​ຕ່າງໆ​ຈະ​ໝົດ​ໄປ.—ພະ​ບັນຍັດ 32:5

18, 19. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າພະ​ເຢໂຫວາ​ຈະ​ຈັດການ​ຄົນ​ທີ່​ຝ່າຝືນ​ກົດໝາຍ​ທີ່​ຖືກຕ້ອງ​ຂອງ​ເພິ່ນ?

18 ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນ​ທີ່​ເຂົ້າ​ມາ​ໃກ້ຊິດ​ກັບ​ເພິ່ນ​ດ້ວຍ​ຄວາມ​ຈິງໃຈ. ແຕ່​ເພິ່ນ​ຈະ​ບໍ່​ຍອມ​ໃຫ້​ຜູ້​ໃດ​ໝິ່ນ​ປະໝາດ​ຊື່​ຂອງ​ເພິ່ນ​ຕະຫຼອດ​ໄປ. (ເພງ​ສັນລະເສີນ 74:10, 22, 23) ບໍ່​ມີ​ຜູ້​ໃດ​ຈະ​ມາ​ຕົວະ​ພະເຈົ້າ​ຜູ້​ທີ່​ມີ​ຄວາມ​ຍຸຕິທຳ​ໄດ້. ເພິ່ນ​ຈະ​ລົງໂທດ​ຄົນ​ທີ່​ຕັ້ງໃຈ​ເຮັດ​ຊົ່ວ​ໃຫ້​ສົມ​ກັບ​ຄວາມ​ຜິດ​ຂອງ​ເຂົາເຈົ້າ. ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ ໃຈ​ດີ ບໍ່​ໃຈ​ຮ້າຍ​ງ່າຍ ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່​ສຸດ ແລະ​ເວົ້າ​ແຕ່​ຄວາມ​ຈິງ . . . ແຕ່​ເຮົາ​ຊິ​ບໍ່​ປ່ອຍ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ບໍ່​ຖືກ​ລົງໂທດ.” (ອົບພະຍົບ 34:6, 7) ໃນ​ອະດີດ​ພະ​ເຢໂຫວາ​ກໍ​ເຄີຍ​ລົງໂທດ​ຄົນ​ທີ່​ຕັ້ງໃຈ​ຝ່າຝືນ​ກົດໝາຍ​ທີ່​ຖືກຕ້ອງ​ຂອງ​ເພິ່ນ​ໄປ​ແລ້ວ.

19 ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ພວກ​ອິດສະຣາເອນ​ບູຮານ. ເຖິງ​ວ່າ​ພະ​ເຢໂຫວາ​ພາ​ເຂົາເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ ແຕ່​ເຂົາເຈົ້າ​ກໍ​ບໍ່​ຟັງ​ຄວາມ​ເພິ່ນ​ບັກ​ຫຼາຍໆ​ເທື່ອ. ເຂົາເຈົ້າ​ເຮັດ​ໃຫ້​ພະ​ເຢໂຫວາ “ເສຍໃຈ” ແຕ່​ເພິ່ນ​ກໍ​ບໍ່​ໄດ້​ຖິ້ມ​ເຂົາເຈົ້າ​ທັນທີ. (ເພງ​ສັນລະເສີນ 78:38-41) ພະ​ເຢໂຫວາ​ເມດຕາ​ແລະ​ໃຫ້​ໂອກາດ​ເຂົາເຈົ້າ​ທີ່​ຈະ​ປ່ຽນແປງ​ໂຕເອງ. ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ເຮົາ​ຈະ​ບໍ່​ດີໃຈ​ທີ່​ເຫັນ​ຄົນ​ຊົ່ວ​ຕາຍ ແຕ່​ເຮົາ​ຢາກ​ໃຫ້​ລາວ​ເຊົາ​ເຮັດ​ຊົ່ວ ເພື່ອ​ລາວ​ຈະ​ມີ​ຊີວິດ​ຢູ່​ຕໍ່​ໄປ. ພວກ​ອິດສະຣາເອນ​ເອີ້ຍ ເຊົາ​ເຮັດ​ຊົ່ວ​ແມ້ ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ຕາຍ.” (ເອເຊກຽນ 33:11) ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ໃຜ​ຖືກ​ທຳລາຍ ເພິ່ນ​ຈຶ່ງ​ສົ່ງ​ຜູ້​ພະຍາກອນ​ຂອງ​ເພິ່ນ​ໄປ​ຫາ​ເຂົາເຈົ້າ​ບັກ​ຫຼາຍໆ​ເທື່ອ ແຕ່​ເຂົາເຈົ້າ​ສ່ວນ​ຫຼາຍ​ກໍ​ບໍ່​ຍອມ​ຟັງ​ແລະ​ບໍ່​ຍອມ​ກັບໃຈ. ໃນ​ທີ່​ສຸດ ພະ​ເຢໂຫວາ​ກໍ​ຍອມ​ໃຫ້​ສັດຕູ​ຊະນະ​ເຂົາເຈົ້າ​ເພື່ອ​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ບໍລິສຸດ​ແລະ​ຍຸຕິທຳ.—ເນເຮມີຢາ 9:26-30

20. (ກ) ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ກັບ​ພວກ​ອິດສະຣາເອນ​ບອກ​ໃຫ້​ເຮົາ​ຮູ້​ຫຍັງ​ກ່ຽວກັບ​ເພິ່ນ? (ຂ) ເປັນ​ຫຍັງ​ຈຶ່ງ​ເໝາະສົມ​ທີ່​ໃຊ້​ໂຕ​ສິງ​ເປັນ​ສັນຍະລັກ​ເຖິງ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ?

20 ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ກ່ຽວກັບ​ພະ​ເຢໂຫວາ​ຈາກ​ວິທີ​ທີ່​ເພິ່ນ​ປະຕິບັດ​ກັບ​ພວກ​ອິດສະຣາເອນ? ເຮົາ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ເຫັນ​ການ​ກະທຳ​ທຸກ​ຢ່າງ​ທີ່​ບໍ່​ຍຸຕິທຳ ແລະ​ສິ່ງ​ເຫຼົ່າ​ນີ້​ກໍ​ເຮັດ​ໃຫ້​ເພິ່ນ​ເສຍໃຈ​ຫຼາຍ. (ສຸພາສິດ 15:3) ເຮົາ​ຍັງ​ໄດ້​ຮຽນ​ຮູ້​ອີກ​ວ່າ​ພະ​ເຢໂຫວາ​ຊອກ​ຫາ​ວິທີ​ທີ່​ຈະ​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນ​ທີ່​ກັບໃຈ. ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໄດ້​ກຳລັງ​ໃຈ​ແທ້ໆ. ເຮົາ​ຍັງ​ຮຽນ​ຮູ້​ອີກ​ວ່າ​ພະ​ເຢໂຫວາ​ອົດທົນ​ແລະ​ໃຫ້​ໂອກາດ​ທຸກ​ຄົນ​ທີ່​ຈະ​ປ່ຽນແປງ​ໂຕເອງ ນີ້​ຈຶ່ງ​ເຮັດ​ໃຫ້​ຫຼາຍ​ຄົນ​ເຂົ້າໃຈ​ຜິດ​ວ່າ​ເພິ່ນ​ບໍ່​ລົງໂທດ​ຄົນ​ຊົ່ວ. ແຕ່​ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ ວິທີ​ທີ່​ເພິ່ນ​ປະຕິບັດ​ກັບ​ພວກ​ອິດສະຣາເອນ​ສອນ​ເຮົາ​ວ່າ​ຄວາມ​ອົດທົນ​ຂອງ​ເພິ່ນ​ມີ​ຂີດ​ຈຳກັດ. ພະ​ເຢໂຫວາ​ຍຸຕິທຳ​ແລະ​ກ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ. ເພິ່ນ​ບໍ່​ຄື​ກັບ​ມະນຸດ​ທີ່​ຫຼາຍ​ເທື່ອ​ບໍ່​ກ້າ​ຈັດການ​ຄົນ​ທີ່​ເຮັດ​ຜິດ. ນີ້​ຈຶ່ງ​ເໝາະສົມ​ແລ້ວ​ທີ່​ຄຳພີ​ໄບເບິນ​ໃຊ້​ໂຕ​ສິງ​ເປັນ​ສັນຍະລັກ​ເຖິງ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ. b (ເອເຊກຽນ 1:10; ພະ​ນິມິດ 4:7) ດັ່ງນັ້ນ ເຮົາ​ໝັ້ນໃຈ​ໄດ້​ວ່າ​ເພິ່ນ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເພິ່ນ​ທີ່​ຈະ​ເຮັດ​ໃຫ້​ໂລກ​ມີ​ແຕ່​ຄວາມ​ຍຸຕິທຳ. ເຮົາ​ສະຫຼຸບ​ໄດ້​ວ່າ ພະ​ເຢໂຫວາ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ແນ່ນອນ ແຕ່​ເພິ່ນ​ກໍ​ພ້ອມ​ທີ່​ຈະ​ສະແດງ​ຄວາມ​ເມດຕາ​ກັບ​ທຸກ​ຄົນ​ທີ່​ກັບໃຈ.—2 ເປໂຕ 3:9

ການ​ໃກ້ຊິດ​ພະເຈົ້າ​ທີ່​ມີ​ຄວາມ​ຍຸຕິທຳ

21. ເມື່ອ​ຄິດ​ຕຶກຕອງ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ຍຸຕິທຳ ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ ແລະ​ຍ້ອນຫຍັງ?

21 ເມື່ອ​ເຮົາ​ຄິດ​ຕຶກຕອງ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ຍຸຕິທຳ ເຮົາ​ບໍ່​ຄວນ​ຮູ້ສຶກ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ບໍ່​ມີ​ຄວາມ​ຮູ້ສຶກ ເຂັ້ມ​ງວດ ແລະ​ມີ​ແຕ່​ຢາກ​ຕັດສິນ​ລົງໂທດ​ຜູ້​ເຮັດ​ຜິດ​ເທົ່າ​ນັ້ນ. ແຕ່​ເຮົາ​ຄວນ​ຄິດ​ວ່າ​ເພິ່ນ​ເປັນ​ພໍ່​ທີ່​ມີ​ຄວາມ​ຮັກ ແລະ​ເຮັດ​ສິ່ງ​ທີ່​ດີ​ທີ່​ສຸດ​ເພື່ອ​ລູກ​ຂອງ​ເພິ່ນ​ສະເໝີ. ພະ​ເຢໂຫວາ​ເປັນ​ພໍ່​ທີ່​ຍຸຕິທຳ ເພິ່ນ​ພ້ອມ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ແຕ່​ໃນ​ເວລາ​ດຽວ​ກັນ​ເພິ່ນ​ກໍ​ສະແດງ​ຄວາມ​ເມດຕາ​ຕໍ່​ລູກ​ຂອງ​ເພິ່ນ​ທີ່​ຢູ່​ໃນ​ໂລກ​ເຊິ່ງ​ເປັນ​ຜູ້​ທີ່​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແລະ​ການ​ໃຫ້​ອະໄພ​ຈາກ​ເພິ່ນ.—ເພງ​ສັນລະເສີນ 103:10, 13

22. ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ​ໃນ​ເລື່ອງ​ໃດ ແລະ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ເຮັດ​ແນວ​ນັ້ນ?

22 ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆ​ທີ່​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ໝາຍເຖິງ​ແຕ່​ການ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ເທົ່າ​ນັ້ນ! ຍ້ອນ​ພະ​ເຢໂຫວາ​ເຮັດ​ທຸກ​ຢ່າງ​ດ້ວຍ​ຄວາມ​ຍຸຕິທຳ ເຮົາ​ຈຶ່ງ​ມີ​ຄວາມ​ຫວັງ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ມີ​ຊີວິດ​ສົມບູນ​ແບບ​ໃນ​ໂລກ​ທີ່ “ທຸກ​ຄົນ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕະຫຼອດ​ໄປ.” (2 ເປໂຕ 3:13) ນີ້​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ກະຕຸ້ນ​ເພິ່ນ​ໃຫ້​ຊອກ​ຫາ​ວິທີ​ທີ່​ຈະ​ຊ່ວຍ​ຄົນ​ໃຫ້​ລອດ​ແທນ​ທີ່​ຈະ​ລົງໂທດ​ເຂົາເຈົ້າ. ເມື່ອ​ເຮົາ​ເຂົ້າໃຈ​ວ່າ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ໝາຍເຖິງ​ຫຍັງ ເຮົາ​ກໍ​ຢາກ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ! ໃນ​ບົດ​ຕໍ່ໆ​ໄປ ເຮົາ​ຈະ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ສະແດງ​ຄຸນລັກສະນະ​ທີ່​ດີ​ເລີດ​ນີ້​ແນວ​ໃດ.

a ຄຳ​ວ່າ “ລູກ​ກຳພ້າ” ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ທັງ​ເດັກນ້ອຍ​ຜູ້​ຍິງ​ແລະ​ເດັກນ້ອຍ​ຜູ້​ຊາຍ​ທີ່​ກຳພ້າ​ພໍ່. ເພິ່ນ​ໃຫ້​ບັນທຶກ​ເລື່ອງ​ລູກ​ສາວ​ຂອງ​ເຊໂລເຟຂາດ​ທີ່​ເພິ່ນ​ຕັດສິນ​ໃຫ້​ເຂົາເຈົ້າ​ໄດ້​ຮັບ​ດິນ​ທີ່​ເປັນ​ມໍລະດົກ​ຂອງ​ພໍ່​ເຂົາເຈົ້າ. ເພິ່ນ​ເຮັດ​ໃຫ້​ການ​ຕັດສິນ​ນີ້​ເປັນ​ກົດໝາຍ​ທີ່​ປົກປ້ອງ​ສິດ​ຂອງ​ເດັກນ້ອຍ​ຜູ້​ຍິງ​ທີ່​ກຳພ້າ​ພໍ່.—ຈົດເຊັນ​ບັນຊີ 27:1-8

b ພະ​ເຢໂຫວາ​ປຽບທຽບ​ເພິ່ນ​ເອງ​ເປັນ​ຄື​ກັບ​ໂຕ​ສິງ​ຕອນ​ທີ່​ເພິ່ນ​ຕັດສິນ​ລົງໂທດ​ພວກ​ອິດສະຣາເອນ​ທີ່​ບໍ່​ສັດຊື່.—ເຢເຣມີຢາ 25:38; ໂຮເຊອາ 5:14