ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 12

“ພະເຈົ້າບໍ່ຍຸຕິທຳບໍ?”

“ພະເຈົ້າບໍ່ຍຸຕິທຳບໍ?”

1. ເຮົາ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ຄົນ​ອື່ນ​ເຈິ​ເລື່ອງ​ທີ່​ບໍ່​ຍຸຕິທຳ?

 ແມ່​ໝ້າຍ​ທີ່​ສູງ​ອາຍຸ​ຖືກ​ຕົ້ມ​ເອົາ​ເງິນ​ໄປ​ຈົນ​ໝົດ​ເຊິ່ງ​ເປັນ​ເງິນ​ທີ່​ລາວ​ທ້ອນ​ໄວ້​ຕະຫຼອດ​ຊີວິດ. ແອນ້ອຍ​ທີ່​ຊ່ວຍ​ເຫຼືອ​ໂຕເອງ​ບໍ່ໄດ້​ຖືກ​ແມ່​ທີ່​ໃຈ​ດຳ​ເອົາ​ໄປ​ຖິ້ມ. ຜູ້​ຊາຍ​ຄົນ​ໜຶ່ງ​ຖືກ​ຈັບ​ໄປຂັງ​ຄຸກ​ທັງໆ​ທີ່​ບໍ່​ໄດ້​ເຮັດ​ຫຍັງ​ຜິດ. ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ເລື່ອງ​ເຫຼົ່າ​ນີ້? ເຈົ້າ​ຄື​ຊິ​ບໍ່​ມັກ ແລະ​ກໍ​ເຂົ້າໃຈ​ໄດ້​ທີ່​ເຈົ້າ​ຮູ້ສຶກ​ແບບ​ນັ້ນ. ຄົນ​ເຮົາ​ມີ​ຈິດ​ສຳນຶກ​ໃນ​ເລື່ອງ​ຖືກ​ເລື່ອງ​ຜິດ. ເມື່ອ​ເຫັນ​ບາງ​ຄົນ​ເຮັດ​ຫຍັງ​ແບບ​ບໍ່​ຍຸຕິທຳ ເຮົາ​ກໍ​ຮູ້ສຶກ​ເຈັບ​ໃຈ. ເຮົາ​ຢາກ​ໃຫ້​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ແລະ​ໃຫ້​ຜູ້​ເຮັດ​ຜິດ​ໄດ້​ຮັບ​ໂທດ. ແຕ່​ຖ້າ​ບໍ່​ເປັນ​ແນວ​ນັ້ນ ເຮົາ​ກໍ​ອາດ​ສົງໄສ​ວ່າ ‘ພະເຈົ້າ​ເຫັນ​ສິ່ງ​ທີ່​ກຳລັງ​ເກີດຂຶ້ນ​ບໍ? ເປັນ​ຫຍັງ​ເພິ່ນ​ບໍ່​ຈັດການ?’

2. ຫາບາກຸກ​ຮູ້ສຶກ​ແນວ​ໃດ​ໃນ​ເລື່ອງ​ຄວາມ​ບໍ່​ຍຸຕິທຳ ແລະ​ເປັນ​ຫຍັງ​ພະ​ເຢໂຫວາ​ບໍ່​ໄດ້​ໃຈ​ຮ້າຍ​ໃຫ້​ລາວ​ໃນ​ເລື່ອງ​ນີ້?

2 ຕະຫຼອດ​ປະຫວັດສາດ ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ໄດ້​ຕັ້ງ​ຄຳ​ຖາມ​ທີ່​ຄ້າຍຄື​ກັນ. ຕົວຢ່າງ​ເຊັ່ນ ຜູ້​ພະຍາກອນ​ຫາບາກຸກ​ໄດ້​ອະທິດຖານ​ເຖິງ​ພະເຈົ້າ​ວ່າ: “ເປັນ​ຫຍັງ​ພະອົງ​ຈຶ່ງ​ໃຫ້​ລູກ​ເຫັນ​ຄົນ​ເຮັດ​ຊົ່ວ? ເປັນ​ຫຍັງ​ພະອົງ​ຈຶ່ງ​ປ່ອຍ​ໃຫ້​ຄົນ​ຂົ່ມເຫງ​ກັນ? ເປັນ​ຫຍັງ​ພະອົງ​ຈຶ່ງ​ໃຫ້​ລູກ​ເຫັນ​ຄວາມ​ຈິບຫາຍ​ແລະ​ຄວາມ​ຮຸນແຮງ? ແລະ​ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ຂັດແຍ່ງ​ແລະ​ການ​ຜິດ​ຖຽງ​ກັນ?” (ຮາບາກຸກ 1:3) ພະ​ເຢໂຫວາ​ບໍ່​ໄດ້​ໃຈ​ຮ້າຍ​ໃຫ້​ຮາບາກຸກ​ທີ່​ຖາມ​ແບບ​ນັ້ນ. ຍ້ອນຫຍັງ? ຍ້ອນ​ເພິ່ນ​ສ້າງ​ມະນຸດ​ໃຫ້​ມີ​ຄວາມ​ຍຸຕິທຳ. ພະ​ເຢໂຫວາ​ໃຫ້​ເຮົາ​ສາມາດ​ສະທ້ອນ​ຄວາມ​ຮູ້ສຶກ​ຂອງ​ພະເຈົ້າ​ໃນ​ເລື່ອງ​ທີ່​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ​ໃນ​ລະດັບ​ໜຶ່ງ.

ພະ​ເຢໂຫວາ​ຊັງ​ຄວາມ​ບໍ່​ຍຸຕິທຳ

3. ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ​ພະ​ເຢໂຫວາ​ເຫັນ​ຄວາມ​ບໍ່​ຍຸຕິທຳ​ທີ່​ເກີດຂຶ້ນ​ຫຼາຍ​ກວ່າ​ເຮົາ?

3 ພະ​ເຢໂຫວາ​ເຫັນ​ຄວາມ​ບໍ່​ຍຸຕິທຳ​ທຸກ​ຢ່າງ​ທີ່​ເກີດຂຶ້ນ. ຄຳພີ​ໄບເບິນ​ບອກ​ກ່ຽວກັບ​ສະໄໝ​ຂອງ​ໂນອາ​ວ່າ: “ພະ​ເຢໂຫວາ​ເຫັນ​ວ່າ​ມະນຸດ​ຢູ່​ເທິງ​ໂລກ​ຊົ່ວ​ຫຼາຍ ແລະ​ໃນ​ໃຈ​ເຂົາ​ຄິດ​ແຕ່​ແນວ​ຊົ່ວໆ​ທຸກ​ເວລາ.” (ປະຖົມມະການ 6:5) ເຮົາ​ໄດ້​ຍິນ​ເລື່ອງ​ທີ່​ບໍ່​ຍຸຕິທຳ​ເລື້ອຍໆ ຫຼື​ເຮົາ​ອາດຈະ​ເຈິ​ເລື່ອງ​ນີ້​ດ້ວຍ​ໂຕເອງ. ແຕ່​ພະ​ເຢໂຫວາ​ເຫັນ​ເລື່ອງ​ທີ່​ບໍ່​ຍຸຕິທຳ​ທີ່​ເກີດ​ຂຶ້ນ​ນັ້ນ​ຫຼາຍ​ກວ່າ​ເຮົາ​ຫຼາຍ. ເພິ່ນ​ເຫັນ​ຄວາມ​ບໍ່​ຍຸຕິທຳ​ທຸກ​ຢ່າງ​ທີ່​ເກີດຂຶ້ນ​ທົ່ວ​ໂລກ! ນອກ​ຈາກນັ້ນ ເພິ່ນ​ຍັງ​ຮູ້​ວ່າ​ຄົນ​ເຮົາ​ມີ​ຄວາມ​ຄິດ​ທີ່​ຜິດໆ​ເຊິ່ງ​ເຮັດ​ໃຫ້​ລາວ​ເຮັດ​ສິ່ງ​ທີ່​ບໍ່​ຍຸຕິທຳ.—ເຢເຣມີຢາ 17:10

4, 5. (ກ) ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ສົນໃຈ​ຜູ້​ທີ່​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ? (ຂ) ພະ​ເຢໂຫວາ​ເອງ​ໄດ້​ເຈິ​ກັບ​ຄວາມ​ບໍ່​ຍຸຕິທຳ​ຫຍັງ​ແດ່?

4 ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ເຫັນ​ຄວາມ​ບໍ່​ຍຸຕິທຳ ແຕ່​ເພິ່ນ​ຍັງ​ສົນໃຈ​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ຄວາມ​ບໍ່​ຍຸຕິທຳ​ນຳ​ອີກ. ເມື່ອ​ສັດຕູ​ເຮັດ​ຕໍ່​ປະຊາຊົນ​ຂອງ​ເພິ່ນ​ຢ່າງ​ໂຫດ​ຮ້າຍ ພະ​ເຢໂຫວາ​ຮູ້ສຶກ​ອີ່ຕົນ​ທີ່ “ເຂົາເຈົ້າ​ຮ້ອງ​ຄາງ​ຍ້ອນ​ຜູ້​ອື່ນ​ກົດຂີ່​ແລະ​ເຮັດ​ກັບ​ເຂົາເຈົ້າ​ແບບ​ໂຫດ​ຮ້າຍ.” (ພວກຜູ້ຕັດສິນ 2:18) ເຈົ້າ​ອາດ​ສັງເກດ​ວ່າ​ເມື່ອ​ບາງ​ຄົນ​ເຫັນ​ຄວາມ​ບໍ່​ຍຸຕິທຳ​ຫຼາຍ​ສ່ຳ​ໃດ ເຂົາເຈົ້າ​ກໍ​ແຮ່ງ​ຈະ​ລຶ້ງ​ກັບ​ເລື່ອງ​ນັ້ນ​ແລະ​ບໍ່​ໄດ້​ເຫັນ​ອົກ​ເຫັນ​ໃຈ​ຄົນ​ທີ່​ບໍ່​ໄດ້​ຮັບ​ຄວາມ​ຍຸຕິທຳ. ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ແບບ​ນັ້ນ! ເຖິງ​ວ່າ​ເພິ່ນ​ເຫັນ​ຄວາມ​ບໍ່​ຍຸຕິທຳ​ທຸກ​ຮູບແບບ​ມາ​ຫຼາຍ​ກວ່າ 6.000 ປີ​ແລ້ວ ເພິ່ນ​ກໍ​ຍັງ​ຊັງ​ຄວາມ​ບໍ່​ຍຸຕິທຳ​ຢູ່. ຄຳພີ​ໄບເບິນ​ບອກ​ວ່າ ເພິ່ນ​ຊັງ “ລີ້ນ​ທີ່​ເວົ້າ​ຕົວະ” “ມື​ທີ່​ເປື້ອນ​ເລືອດ​ຂອງ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ” ແລະ “ຄົນ​ທີ່​ເປັນ​ພະຍານ​ຕົວະ.”—ສຸພາສິດ 6:16-19

5 ຕອນ​ທີ່​ພະ​ເຢໂຫວາ​ຕຳໜິ​ພວກ​ຜູ້​ນຳ​ອິດສະຣາເອນ​ແຮງໆ ເຮົາ​ຮູ້​ເລີຍ​ວ່າ​ເພິ່ນ​ຊັງ​ຄວາມ​ບໍ່​ຍຸຕິທຳ​ຫຼາຍ​ສ່ຳ​ໃດ. ເພິ່ນ​ດົນໃຈ​ຜູ້​ພະຍາກອນ​ຂອງ​ເພິ່ນ​ໃຫ້​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ຄວນ​ຮູ້​ວ່າ​ຄວາມ​ຍຸຕິທຳ​ແມ່ນ​ຫຍັງ​ບໍ່​ແມ່ນ​ບໍ?” ຫຼັງ​ຈາກ​ທີ່​ເພິ່ນ​ເວົ້າ​ໃຫ້​ເຂົາເຈົ້າ​ເຫັນ​ພາບ​ກ່ຽວກັບ​ການ​ໃຊ້​ອຳນາດ​ແບບ​ຜິດໆ ເພິ່ນ​ກໍ​ບອກ​ເຖິງ​ຜົນ​ທີ່​ຈະ​ເກີດຂຶ້ນ​ກັບ​ເຂົາເຈົ້າ​ວ່າ: “ເມື່ອ​ພວກ​ເຈົ້າ​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ ເພິ່ນ​ຈະ​ບໍ່​ຊ່ວຍ. ເພິ່ນ​ຈະ​ປິ່ນ​ໜ້າ​ໜີ​ຈາກ​ພວກ​ເຈົ້າ ຍ້ອນ​ພວກ​ເຈົ້າ​ເຮັດ​ຊົ່ວ.” (ມີກາ 3:1-4) ເຫັນ​ໄດ້​ແຈ້ງ​ເລີຍ​ວ່າ​ພະ​ເຢໂຫວາ​ຊັງ​ຄວາມ​ບໍ່​ຍຸຕິທຳ​ຫຼາຍ ເພິ່ນ​ເອງ​ກໍ​ເຄີຍ​ເຈິ​ກັບ​ຄວາມ​ບໍ່​ຍຸຕິທຳ. ຊາຕານ​ໄດ້​ເຍາະເຍີ້ຍ​ເພິ່ນ​ແບບ​ບໍ່​ຍຸຕິທຳ​ມາ​ຫຼາຍ​ພັນ​ປີ​ແລ້ວ. (ສຸພາສິດ 27:11) ພະ​ເຢໂຫວາ​ເຈິ​ເລື່ອງ​ທີ່​ບໍ່​ຍຸຕິທຳ​ຫຼາຍ​ທີ່​ສຸດ​ແມ່ນ​ຕອນ​ທີ່​ລູກ​ຊາຍ​ຂອງ​ເພິ່ນ ຜູ້​ທີ່ “ບໍ່​ເຄີຍ​ເຮັດ​ຫຍັງ​ຜິດ” ຖືກ​ຂ້າ​ຄື​ກັບ​ເປັນ​ຜູ້​ທີ່​ເຮັດ​ຜິດ​ຮ້າຍ​ແຮງ. (1 ເປໂຕ 2:22; ເອຊາຢາ 53:9) ເຮົາ​ໝັ້ນໃຈ​ໄດ້​ແທ້ໆ​ວ່າ​ພະ​ເຢໂຫວາ​ເຫັນ​ທຸກ​ຄົນ​ທີ່​ເຈັບ​ປວດ​ຍ້ອນ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ ແລະ​ເພິ່ນ​ກໍ​ສົນໃຈ​ເຂົາເຈົ້າ​ຫຼາຍ​ແທ້ໆ.

6. ເຮົາ​ອາດ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ເຈິ​ເລື່ອງ​ທີ່​ບໍ່​ຍຸຕິທຳ ແລະ​ຍ້ອນຫຍັງ?

6 ແຕ່​ຕອນ​ທີ່​ເຮົາ​ເຫັນ​ຄວາມ​ບໍ່​ຍຸຕິທຳ​ຫຼື​ຕອນ​ທີ່​ເຮົາ​ເຈິ​ເລື່ອງ​ທີ່​ບໍ່​ຍຸຕິທຳ ເຮົາ​ອາດຈະ​ຮູ້ສຶກ​ໃຈ​ຮ້າຍ​ແລະ​ຮັບ​ບໍ່​ໄດ້. ຄວາມ​ຮູ້ສຶກ​ແບບ​ນີ້​ເປັນ​ເລື່ອງ​ປົກກະຕິ​ຍ້ອນ​ພະເຈົ້າ​ສ້າງ​ເຮົາ​ໃຫ້​ຄ້າຍ​ຄື​ກັບ​ເພິ່ນ ແລະ​ພະ​ເຢໂຫວາ​ພະເຈົ້າ​ກໍ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ. (ປະຖົມມະການ 1:27) ຖ້າ​ຈັ່ງ​ຊັ້ນ ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ຄວາມ​ບໍ່​ຍຸຕິທຳ​ເກີດຂຶ້ນ?

ຄຳ​ຖາມ​ທີ່​ສຳຄັນ

7. ໃນ​ສວນ​ເອເດັນ​ຊາຕານ​ບອກ​ແນວ​ໃດ​ກ່ຽວກັບ​ພະ​ເຢໂຫວາ?

7 ເຮົາ​ຈະ​ຮູ້​ໄດ້​ວ່າ​ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ບໍ່​ຍຸຕິທຳ​ກໍ​ໂດຍ​ຮຽນ​ຮູ້​ຈາກ​ເລື່ອງ​ທີ່​ເກີດຂຶ້ນ​ໃນ​ສວນ​ເອເດັນ. ດັ່ງ​ທີ່​ເຮົາ​ໄດ້​ເຂົ້າໃຈ​ແລ້ວ​ວ່າ​ຜູ້​ສ້າງ​ມີ​ສິດ​ທີ່​ຈະ​ປົກຄອງ​ໂລກ​ແລະ​ມະນຸດ​ທຸກ​ຄົນ. (ເພງ​ສັນລະເສີນ 24:1; ພະ​ນິມິດ 4:11) ແຕ່​ບໍ່​ດົນ​ຫຼັງ​ຈາກ​ພະ​ເຢໂຫວາ​ສ້າງ​ມະນຸດ​ກໍ​ມີ​ການ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ຖືກ​ໝິ່ນ​ປະໝາດ ແລະ​ເພິ່ນ​ຍັງ​ຖືກ​ກ່າວຫາ​ວ່າ​ເປັນ​ຜູ້​ປົກຄອງ​ທີ່​ບໍ່​ດີ. ເລື່ອງ​ນີ້​ເກີດຂຶ້ນ​ແນວ​ໃດ? ພະ​ເຢໂຫວາ​ສັ່ງ​ອາດາມ​ມະນຸດ​ຄົນ​ທຳອິດ​ບໍ່​ໃຫ້​ກິນ​ໝາກ​ໄມ້​ຈາກ​ຕົ້ນໄມ້​ຕົ້ນ​ໜຶ່ງ​ໃນ​ສວນ​ເອເດັນ ແລະບອກ​ນຳ​ວ່າ​ຜົນ​ຈະ​ເປັນ​ແນວ​ໃດ​ຖ້າ​ລາວ​ບໍ່​ເຊື່ອຟັງ? ພະເຈົ້າ​ບອກ​ລາວ​ວ່າ: “ເຈົ້າ​ກໍ​ຈະ​ຕາຍ​ມື້​ນັ້ນ.” (ປະຖົມມະການ 2:17) ຄຳ​ສັ່ງ​ຂອງ​ເພິ່ນ​ບໍ່​ໄດ້​ຍາກ​ໂພດ​ສຳລັບ​ອາດາມ​ກັບ​ເອວາ. ແຕ່​ຊາຕານ​ເຮັດ​ໃຫ້​ເອວາ​ຄິດ​ວ່າ​ພະເຈົ້າ​ເຂັ້ມ​ງວດ​ໂພດ ແລະ​ຍັງ​ບອກ​ວ່າລາວ​ຈະ​ໄດ້​ຮັບ​ຜົນ​ແນວ​ໃດ​ຖ້າ​ລາວ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ? ຊາຕານ​ບອກ​ເອວາ​ວ່າ: “ພວກ​ເຈົ້າ​ຊິ​ບໍ່​ຕາຍ​ດອກ. ພະເຈົ້າ​ຮູ້​ຢູ່​ແລ້ວ​ວ່າ ຖ້າ​ພວກ​ເຈົ້າ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ ພວກ​ເຈົ້າ​ກໍ​ຈະ​ສະຫຼາດ​ຂຶ້ນ. ພວກ​ເຈົ້າ​ຈະ​ເປັນ​ຄື​ກັບ​ພະເຈົ້າ ຮູ້​ຈັກ​ດີ​ແລະ​ຊົ່ວ.”—ປະຖົມມະການ 3:1-5

8. (ກ) ຊາຕານ​ຢາກ​ໃຫ້​ເອວາ​ເຊື່ອ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ? (ຂ) ມັນ​ເຮັດ​ໃຫ້​ພະເຈົ້າ​ເສຍ​ຊື່​ສຽງ​ແລະ​ໂຈມຕີ​ອຳນາດ​ການ​ປົກຄອງ​ສູງ​ສຸດ​ຂອງ​ເພິ່ນ​ແນວ​ໃດ?

8 ຊາຕານ​ຕົວະ​ເອວາ​ແລະ​ຢາກ​ໃຫ້​ລາວ​ເຊື່ອ​ວ່າ​ພະ​ເຢໂຫວາ​ປິດ​ບັງ​ສິ່ງ​ທີ່​ລາວ​ສົມຄວນ​ຮູ້. ຊາຕານ​ເຮັດ​ໃຫ້​ເອວາ​ສົງໄສ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ດີ​ແທ້ໆ​ບໍ. ມັນ​ເຮັດ​ໃຫ້​ພະເຈົ້າ​ເສຍ​ຊື່​ສຽງ​ແລະ​ໂຈມຕີ​ອຳນາດ​ການ​ປົກຄອງ​ສູງ​ສຸດ​ຫຼື​ວິທີ​ປົກຄອງ​ຂອງ​ເພິ່ນ. ຊາຕານ​ບໍ່​ໄດ້​ເວົ້າ​ວ່າ​ພະ​ເຢໂຫວາ​ບໍ່​ແມ່ນ​ຜູ້​ປົກຄອງ​ສູງ​ສຸດ ແຕ່​ມັນ​ເວົ້າ​ໃນ​ທຳນອງ​ວ່າ​ເພິ່ນ​ບໍ່​ມີ​ສິດ​ປົກຄອງ ບໍ່​ສົມຄວນ​ຈະ​ໄດ້​ຮັບ​ຄວາມ​ນັບຖື ເປັນ​ຜູ້​ປົກຄອງ​ທີ່​ບໍ່​ດີ ແລະ​ບໍ່​ໄດ້​ສົນໃຈ​ຜົນ​ປະໂຫຍດ​ປະຊາຊົນ​ຂອງ​ເພິ່ນ.

9. (ກ) ຜົນ​ເປັນ​ແນວ​ໃດ​ເມື່ອ​ອາດາມ​ກັບ​ເອວາ​ບໍ່​ເຊື່ອຟັງ​ພະເຈົ້າ ແລະ​ນີ້​ເຮັດ​ໃຫ້​ເກີດ​ຄຳ​ຖາມ​ທີ່​ສຳຄັນ​ຫຍັງ? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ບໍ່​ທຳລາຍ​ເຂົາເຈົ້າ​ທັນທີ?

9 ໃນ​ທີ່​ສຸດ ອາດາມ​ກັບ​ເອວາ​ກໍ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ​ໂດຍ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ທີ່​ເພິ່ນ​ຫ້າມ​ບໍ່​ໃຫ້​ກິນ. ຍ້ອນ​ບໍ່​ເຊື່ອຟັງ ເຂົາເຈົ້າ​ຈຶ່ງ​ຖືກ​ລົງໂທດ​ໃຫ້​ຕາຍ​ຄື​ກັບ​ທີ່​ພະເຈົ້າ​ບອກ​ໄວ້. ຄຳ​ຕົວະ​ຂອງ​ຊາຕານ​ເຮັດ​ໃຫ້​ເກີດ​ຄຳ​ຖາມ​ສຳຄັນ​ບາງ​ຢ່າງ ເຊັ່ນ ພະ​ເຢໂຫວາ​ມີ​ສິດ​ປົກຄອງ​ມະນຸດ​ແທ້ໆ​ບໍ​ຫຼື​ມະນຸດ​ຄວນ​ຈະ​ປົກຄອງ​ກັນເອງ? ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ທີ່​ດີ​ທີ່​ສຸດ​ບໍ? ພະ​ເຢໂຫວາ​ສາມາດ​ໃຊ້​ລິດເດດ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ​ທຳລາຍ​ອາດາມ​ກັບ​ເອວາ​ແລະ​ຊາຕານ​ທັນທີ​ກໍ​ໄດ້. ຊາຕານ​ບໍ່​ໄດ້​ສົງໄສ​ກ່ຽວກັບ​ລິດເດດ​ຂອງ​ພະເຈົ້າ ແຕ່​ມັນ​ທ້າທາຍ​ຊື່ສຽງ​ແລະ​ວິທີ​ທີ່​ເພິ່ນ​ປົກຄອງ. ຖ້າ​ເພິ່ນ​ທຳລາຍ​ເຂົາເຈົ້າ​ທັນທີ​ກໍ​ຈະ​ບໍ່​ມີ​ການ​ພິສູດ​ວ່າ​ເພິ່ນ​ເປັນ​ຜູ້​ປົກ​ຄອງ​ທີ່​ຍຸຕິທຳ. ການ​ເຮັດ​ແນວ​ນັ້ນ​ມີ​ແຕ່​ຈະ​ເຮັດ​ໃຫ້​ຂໍ້​ກ່າວຫາ​ຂອງ​ຊາຕານ​ເບິ່ງ​ຄື​ວ່າ​ເປັນ​ຄວາມ​ຈິງ. ດັ່ງນັ້ນ ເພື່ອ​ຈະ​ຮູ້​ວ່າ​ມະນຸດ​ປົກຄອງ​ກັນເອງ​ຢ່າງ​ມີ​ຄວາມ​ສຸກ​ໂດຍ​ບໍ່​ເພິ່ງ​ພະເຈົ້າ​ໄດ້​ແທ້ໆ​ບໍ ເພິ່ນ​ກໍ​ຕ້ອງ​ໃຫ້​ເວລາ​ເຂົາເຈົ້າ​ໄດ້​ພິສູດ​ໂຕເອງ.

10. ປະຫວັດສາດ​ເຮັດ​ໃຫ້​ເຮົາ​ເຫັນ​ຫຍັງ​ກ່ຽວກັບ​ການ​ປົກຄອງ​ຂອງ​ມະນຸດ?

10 ຕະຫຼອດ​ຫຼາຍ​ພັນ​ປີ ມະນຸດ​ພະຍາຍາມ​ປົກຄອງ​ກັນ​ມາ​ຫຼາຍ​ຮູບແບບ​ແລ້ວ​ມີ​ທັງ​ລະບອບ​ຜະເດັດ​ການ ປະຊາ​ທິປະໄຕ ສັງຄົມ​ນິຍົມ ແລະ​ຄອມມູນິດ. ຜົນ​ຈາກ​ການ​ປົກຄອງ​ທັງໝົດ​ນີ້​ກົງ​ກັບ​ຄຳພີ​ໄບເບິນ​ບອກ​ໄວ້​ວ່າ: “ມະນຸດ​ປົກຄອງ​ມະນຸດ​ແລະ​ຄົນ​ທີ່​ຢູ່​ໃຕ້​ການ​ປົກຄອງ​ກໍ​ຕ້ອງ​ທົນທຸກ​ລຳບາກ.” (ປັນຍາຈານ 8:9) ນອກ​ຈາກນັ້ນ ຜູ້​ພະຍາກອນ​ເຢເຣມີຢາ​ຍັງ​ບອກ​ນຳ​ວ່າ: “ພະ​ເຢໂຫວາ​ເອີ້ຍ ລູກ​ຮູ້​ດີ​ວ່າ​ມະນຸດ​ບໍ່​ສາມາດ​ກຳນົດ​ແນວ​ທາງ​ຊີວິດ​ຂອງ​ໂຕເອງ​ໄດ້. ແມ່ນ​ແຕ່​ບາດ​ກ້າວ​ຂອງ​ໂຕເອງ ເຂົາເຈົ້າ​ກໍ​ຍັງ​ກຳນົດ​ບໍ່​ໄດ້​ຊ້ຳ.”—ເຢເຣມີຢາ 10:23

11. ເປັນ​ຫຍັງ​ພະ​ເຢໂຫວາ​ຍອມ​ໃຫ້​ມະນຸດ​ເຈິ​ຄວາມ​ທຸກ?

11 ພະ​ເຢໂຫວາ​ຮູ້​ຕັ້ງແຕ່​ຕອນ​ທຳອິດ​ແລ້ວ​ວ່າ​ຖ້າ​ມະນຸດ​ປົກຄອງ​ກັນເອງ​ໂດຍ​ບໍ່​ໄດ້​ເພິ່ງ​ເພິ່ນ ເຂົາເຈົ້າ​ກໍ​ຈະ​ເຈິ​ບັນຫາ​ຫຼາຍ​ຢ່າງ. ຖ້າ​ເປັນ​ແນວ​ນັ້ນ ຍຸຕິທຳ​ບໍ​ທີ່​ພະເຈົ້າ​ຍອມ​ໃຫ້​ເຂົາເຈົ້າ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ. ເພື່ອ​ເປັນ​ຕົວຢ່າງ ສົມມຸດ​ວ່າ​ລູກ​ຂອງ​ເຈົ້າ​ເຈັບ​ປ່ວຍ​ໜັກ​ແລະ​ຕ້ອງ​ໄດ້​ຜ່າ​ຕັດ. ເຈົ້າ​ຮູ້​ວ່າ​ການ​ຜ່າ​ຕັດ​ຈະ​ເຮັດ​ໃຫ້​ລູກ​ເຈັບ​ປວດ​ຫຼາຍ ແລະ​ເລື່ອງ​ນີ້​ກໍ​ເຮັດ​ໃຫ້​ເຈົ້າ​ທຸກໃຈ. ແຕ່​ເຈົ້າ​ຮູ້​ວ່າ​ການ​ຜ່າ​ຕັດ​ຈະ​ເຮັດ​ໃຫ້​ລູກ​ມີ​ສຸຂະພາບ​ດີ​ຂຶ້ນ. ຄ້າຍຄື​ກັນ ພະເຈົ້າ​ຮູ້​ແລະ​ບອກ​ລ່ວງ​ໜ້າ​ໄວ້​ວ່າ​ການ​ທີ່​ເພິ່ນ​ຍອມ​ໃຫ້​ມະນຸດ​ປົກຄອງ​ກັນເອງ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ເຈັບ​ປວດ​ແລະ​ມີ​ຄວາມ​ທຸກ. (ປະຖົມມະການ 3:16-19) ເພິ່ນ​ຍັງ​ຮູ້​ວ່າ​ເພື່ອ​ຄວາມ​ເຈັບ​ປວດ​ແລະ​ຄວາມ​ທຸກ​ຈະ​ໝົດ​ໄປ​ເລີຍ ເພິ່ນ​ຕ້ອງ​ຍອມ​ໃຫ້​ເຂົາເຈົ້າ​ເຫັນ​ຜົນ​ເສຍຫາຍ​ທີ່​ເກີດ​ຈາກ​ການ​ທີ່​ເຂົາເຈົ້າ​ປົກຄອງ​ກັນເອງ​ໂດຍ​ບໍ່​ເພິ່ງ​ເພິ່ນ. ໂດຍ​ວິທີ​ນີ້​ປະເດັນ​ເລື່ອງ​ສິດ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ໄດ້​ຮັບ​ການ​ພິສູດ​ວ່າ​ຖືກຕ້ອງ​ຕະຫຼອດ​ໄປ.

ປະເດັນ​ເລື່ອງ​ຄວາມ​ຊື່​ສັດ​ຂອງ​ມະນຸດ

12. ຕົວຢ່າງ​ຂອງ​ໂຢບ​ສະແດງ​ໃຫ້​ເຫັນ​ວ່າ​ຊາຕານ​ກ່າວຫາ​ມະນຸດ​ໃນ​ເລື່ອງ​ໃດ?

12 ຕອນ​ທີ່​ຊາຕານ​ທ້າທາຍ​ສິດ​ແລະ​ວິທີ​ປົກຄອງ​ຂອງ​ພະເຈົ້າ ມັນ​ບໍ່​ພຽງ​ແຕ່​ສົງໄສ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ບໍ່​ດີ​ແລະ​ເປັນ​ຜູ້​ປົກຄອງ​ທີ່​ບໍ່​ດີ​ເທົ່າ​ນັ້ນ ແຕ່​ມັນ​ຍັງ​ສົງໄສ​ກ່ຽວກັບ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ແລະ​ເຫດຜົນ​ທີ່​ເຂົາເຈົ້າ​ຮັບໃຊ້​ເພິ່ນ​ນຳ ເຊັ່ນ ຊາຕານ​ເວົ້າ​ກັບ​ພະ​ເຢໂຫວາ​ກ່ຽວກັບ​ໂຢບ​ຜູ້​ສັດຊື່​ວ່າ: “ພະອົງ​ເຮັດ​ຮົ້ວ​ປົກປ້ອງ​ລາວ​ກັບ​ຄອບຄົວ ແລະ​ທຸກ​ສິ່ງ​ທຸກ​ຢ່າງ​ຂອງ​ລາວ​ບໍ່​ແມ່ນ​ບໍ? ພະອົງ​ອວຍພອນ​ສິ່ງ​ທີ່​ລາວ​ເຮັດ ແລະ​ອວຍພອນ​ໃຫ້​ຝູງ​ສັດ​ຂອງ​ລາວ​ອອກ​ແມ່​ແພ່​ລູກ​ບັກ​ຫຼາຍໆ. ແຕ່​ລອງ​ໃຫ້​ພະອົງ​ຈັດການ​ລາວ​ເບິ່ງ​ແລະ​ເອົາ​ທຸກ​ສິ່ງ​ທີ່​ລາວ​ມີ​ໄປ​ຈົນ​ໝົດ ລາວ​ກໍ​ຈະ​ສາບແຊ່ງ​ພະອົງ​ໂລດ.”—ໂຢບ 1:10, 11

13. ຊາຕານ​ອ້າງ​ວ່າ​ອັນ​ໃດ​ເປັນ​ເຫດຜົນ​ທີ່​ໂຢບ​ຮັບໃຊ້​ພະເຈົ້າ ແລະ​ເລື່ອງ​ນີ້​ກ່ຽວ​ຂ້ອງ​ກັບ​ມະນຸດ​ທຸກ​ຄົນ​ແນວ​ໃດ?

13 ຊາຕານ​ອ້າງ​ວ່າ​ພະ​ເຢໂຫວາ​ໃຊ້​ລິດເດດ​ຂອງ​ເພິ່ນ​ປົກປ້ອງ​ໂຢບ​ເພື່ອ​ເຮັດ​ໃຫ້​ລາວ​ຮັກ​ແລະ​ຮັບໃຊ້​ເພິ່ນ. ມັນ​ກຳລັງ​ບອກ​ວ່າ​ທີ່​ໂຢບ​ຮັບໃຊ້​ພະເຈົ້າ​ກໍ​ຍ້ອນ​ເພິ່ນ​ໃຫ້​ສິ່ງ​ດີໆ​ກັບ​ລາວ. ເຖິງ​ວ່າ​ລາວ​ຈະ​ເປັນ​ຄົນ​ດີ​ຫຼາຍ​ສ່ຳ​ໃດ ແຕ່​ຖ້າ​ລາວ​ບໍ່​ເຫຼືອ​ຫຍັງ​ເລີຍ ລາວ​ກໍ​ຈະ​ເຊົາ​ຮັບໃຊ້​ພະເຈົ້າ​ໂລດ. ຊາຕານ​ຮູ້​ວ່າ​ໂຢບ “ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ສັດຊື່​ໃນ​ທຸກ​ເລື່ອງ. ລາວ​ນັບຖື​ພະເຈົ້າ​ຫຼາຍ​ແລະ​ບໍ່​ເຮັດ​ສິ່ງ​ຊົ່ວ.” a ລອງ​ຄິດ​ເບິ່ງ​ແມ້ ຖ້າ​ຊາຕານ​ເຮັດ​ໃຫ້​ໂຢບ​ຜູ້​ສັດຊື່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໄດ້ ແລ້ວ​ມະນຸດ​ຄົນ​ອື່ນໆ​ເດ້​ຈະ​ເປັນ​ແນວ​ໃດ? ທີ່ຈິງ ຊາຕານ​ບອກ​ວ່າ​ມະນຸດ​ຮັບໃຊ້​ພະເຈົ້າ​ຍ້ອນ​ເຫັນ​ແກ່​ຜົນປະໂຫຍດ. ເຮົາ​ເຫັນ​ເລື່ອງ​ນີ້​ແຈ້ງ​ຈາກ​ສິ່ງ​ທີ່​ຊາຕານ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: “ມະນຸດ​ສົນໃຈ​ແຕ່​ໂຕເອງ ຄົນໆ​ໜຶ່ງ​ຈະ​ຍອມ​ເສຍ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ແລກ​ກັບ​ຊີວິດ​ຂອງ​ໂຕເອງ.”—ໂຢບ 1:8; 2:4

14. ປະຫວັດສາດ​ສະແດງ​ໃຫ້​ເຫັນ​ຫຍັງ​ກ່ຽວກັບ​ຂໍ້​ກ່າວຫາ​ຂອງ​ຊາຕານ​ຕໍ່​ມະນຸດ?

14 ປະຫວັດສາດ​ສະແດງ​ໃຫ້​ເຫັນ​ວ່າ​ມີ​ຫຼາຍ​ຄົນ​ເປັນ​ຄື​ກັບ​ໂຢບ. ເຖິງ​ວ່າ​ຈະ​ເຈິ​ການ​ທົດສອບ ແຕ່​ເຂົາເຈົ້າ​ກໍ​ຍັງ​ສັດຊື່​ຕໍ່​ພະ​ເຢໂຫວາ​ເຊິ່ງ​ບໍ່​ຄື​ກັບ​ທີ່​ຊາຕານ​ກ່າວຫາ. ເຂົາເຈົ້າ​ເຮັດ​ໃຫ້​ພະ​ເຢໂຫວາ​ດີໃຈ ແລະ​ເຮັດ​ໃຫ້​ເພິ່ນ​ຕອບ​ຄຳ​ເຍາະເຍີ້ຍ​ຂອງ​ຊາຕານ​ໄດ້​ໃນ​ເລື່ອງ​ທີ່​ມັນ​ບອກ​ວ່າ​ມະນຸດ​ຈະ​ເຊົາ​ຮັບໃຊ້​ພະເຈົ້າ​ຖ້າ​ເຂົາເຈົ້າ​ເຈິ​ຄວາມ​ຍາກ​ລຳບາກ. (ເຮັບເຣີ 11:4-38) ຄົນ​ທີ່​ຮັກ​ພະ​ເຢໂຫວາ​ບໍ່​ໄດ້​ເຊົາ​ຮັບໃຊ້​ເພິ່ນ. ເຖິງ​ວ່າ​ເຂົາເຈົ້າ​ເຈິ​ກັບ​ບັນຫາ​ທີ່​ໜັກໆ ແຕ່​ເຂົາເຈົ້າ​ຍັງ​ໝັ້ນໃຈ​ຢ່າງ​ເຕັມທີ​ວ່າ​ພະເຢໂຫວາ​ຈະ​ໃຫ້​ກຳລັງ​ກັບ​ເຂົາເຈົ້າ​ເພື່ອ​ຈະ​ອົດທົນ​ໄດ້.—2 ໂກຣິນໂທ 4:7-10

15. ອາດ​ມີ​ຄຳ​ຖາມ​ຫຍັງ​ກ່ຽວກັບ​ການ​ຕັດສິນ​ຂອງ​ພະເຈົ້າ​ທັງ​ໃນ​ອະດີດ​ແລະ​ໃນ​ອະນາຄົດ?

15 ແຕ່​ການ​ສະແດງ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ກ່ຽວ​ຂ້ອງ​ກັບ​ເລື່ອງ​ອຳນາດ​ໃນ​ການ​ປົກຄອງ​ສູງ​ສຸດ​ຂອງ​ເພິ່ນ​ແລະ​ຄວາມ​ສັດຊື່​ຂອງ​ມະນຸດ​ເທົ່າ​ນັ້ນ. ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເຄີຍ​ຕັດສິນ​ຄົນ​ແລະ​ຊາດ​ຕ່າງໆ​ໃນ​ອະດີດ​ແນວ​ໃດ ແລະ​ຍັງ​ບອກ​ລ່ວງ​ໜ້າ​ເລື່ອງ​ການ​ຕັດສິນ​ທີ່​ເພິ່ນ​ຈະ​ເຮັດ​ໃນ​ອະນາຄົດ​ນຳ. ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເຄີຍ​ຕັດສິນ​ຢ່າງ​ຍຸຕິທຳ​ແລະ​ເພິ່ນ​ຈະ​ເຮັດ​ແບບ​ນັ້ນ​ໃນ​ອະນາຄົດ​ຄື​ກັນ?

ພະ​ເຢໂຫວາ​ຍຸຕິທຳ​ສະເໝີ

ພະ​ເຢໂຫວາ​ຈະ​ບໍ່ “ທຳລາຍ​ຄົນ​ດີ​ພ້ອມ​ກັບ​ຄົນ​ຊົ່ວ”

16, 17. ມີ​ຕົວຢ່າງ​ຫຍັງ​ແດ່​ທີ່​ສະແດງ​ວ່າ​ມະນຸດ​ບໍ່​ສາມາດ​ຕັດສິນໃຈ​ໄດ້​ຢ່າງ​ຖືກຕ້ອງ​ສະເໝີ?

16 ຄຳພີ​ໄບເບິນ​ເວົ້າ​ເຖິງ​ພະ​ເຢໂຫວາ​ຢ່າງ​ຖືກຕ້ອງ​ວ່າ: “ແນວ​ທາງ​ຂອງ​ເພິ່ນ​ຍຸຕິທຳ.” (ພະ​ບັນຍັດ 32:4) ແຕ່​ເຮົາ​ຄື​ຊິ​ເວົ້າ​ເຖິງ​ໂຕເອງ​ແບບ​ນັ້ນ​ບໍ່​ໄດ້​ຍ້ອນ​ເຮົາ​ບໍ່​ຮູ້​ຂໍ້ມູນ​ທັງໝົດ ແລະ​ເຮົາ​ກໍ​ຕັດສິນ​ຜິດ​ພາດ​ເລື້ອຍໆ. ຕົວຢ່າງ​ເຊັ່ນ ອັບຣາຮາມ​ຂໍຮ້ອງ​ພະ​ເຢໂຫວາ​ບໍ່​ໃຫ້​ທຳລາຍ​ເມືອງ​ໂຊໂດມ​ທັງໆ​ທີ່​ຄົນ​ໃນ​ເມືອງ​ນັ້ນ​ຊົ່ວ​ຫຼາຍ. ລາວ​ຖາມ​ພະ​ເຢໂຫວາ​ວ່າ: “ພະອົງ​ຈະ​ທຳລາຍ​ຄົນ​ດີ​ພ້ອມ​ກັບ​ຄົນ​ຊົ່ວ​ແທ້ໆ​ບໍ?” (ປະຖົມມະການ 18:23-33) ພະ​ເຢໂຫວາ​ບໍ່​ມີ​ທາງ​ເຮັດ​ແບບ​ນັ້ນ​ດອກ. ເຮົາ​ຮູ້​ວ່າ ຫຼັງ​ຈາກ​ທີ່​ໂລດ​ຜູ້​ສັດຊື່​ກັບ​ລູກ​ສາວ 2 ຄົນ​ມາ​ຮອດ​ເມືອງ​ໂຊອາ​ຢ່າງ​ປອດໄພ​ແລ້ວ ພະ​ເຢໂຫວາ​ຈຶ່ງ “ໃຫ້​ມາດ​ແລະ​ໄຟ​ຕົກ​ລົງ​ມາ​ໃສ່​ເມືອງ​ໂຊໂດມ.” (ປະຖົມມະການ 19:22-24) ກົງ​ກັນ​ຂ້າມ ໂຢນາ​ພັດ​ບໍ່​ໄດ້​ຮູ້ສຶກ​ອີ່ຕົນ​ຄົນ​ໃນ​ເມືອງ​ນີເນເວ. ຕອນ​ນັ້ນ ລາວ​ໄດ້​ປະກາດ​ແລ້ວ​ວ່າ​ຄົນ​ໃນ​ເມືອງ​ນີເນເວ​ຈະ​ຖືກ​ທຳລາຍ​ຍ້ອນ​ເຂົາເຈົ້າ​ຊົ່ວ​ຫຼາຍ ແຕ່​ເມື່ອ​ເຫັນ​ເຂົາເຈົ້າ​ກັບໃຈ ພະ​ເຢໂຫວາ​ກໍ​ເມດຕາ​ເຂົາເຈົ້າ ໂຢນາ​ຈຶ່ງ “ໃຈ​ຮ້າຍ​ແຮງ.”—ໂຢນາ 3:10–4:1

17 ພະ​ເຢໂຫວາ​ຮັບຮອງ​ກັບ​ອັບຣາຮາມ​ວ່າ​ເພິ່ນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ. ເມື່ອ​ເພິ່ນ​ທຳລາຍ​ຄົນ​ຊົ່ວ ເພິ່ນ​ກໍ​ປົກປ້ອງ​ຄົນ​ທີ່​ສັດຊື່​ໄປ​ນຳ. ແຕ່​ໂຢນາ​ຕ້ອງ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ເມດຕາ​ມະນຸດ​ຫຼາຍ. ຖ້າ​ຄົນ​ຊົ່ວ​ເຊົາ​ເຮັດ​ຊົ່ວ ເພິ່ນ​ກໍ “ພ້ອມ​ທີ່​ຈະ​ໃຫ້​ອະໄພ.” (ເພງ​ສັນລະເສີນ 86:5) ບາງ​ຄົນ​ເຮັດ​ກັບ​ຄົນ​ອື່ນ​ແບບ​ໂຫດ​ຮ້າຍ​ກໍ​ເພື່ອ​ຈະ​ອວດ​ວ່າ​ໂຕເອງ​ມີ​ອຳນາດ ຫຼື​ຖ້າ​ຈະ​ສະແດງ​ຄວາມ​ເມດຕາ​ກໍ​ຢ້ານ​ຄົນ​ອື່ນ​ເບິ່ງ​ວ່າ​ໂຕເອງ​ເປັນ​ຄົນ​ອ່ອນແອ. ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ແບບ​ນັ້ນ ເພິ່ນ​ສະແດງ​ຄວາມ​ເມດຕາ​ສະເໝີ​ເມື່ອ​ມີ​ເຫດຜົນ​ທີ່​ຈະ​ເຮັດ​ແບບ​ນັ້ນ.—ເອຊາຢາ 55:7; ເອເຊກຽນ 18:23

18. ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເບິ່ງ​ຂ້າມ​ຄວາມ​ຜິດ?

18 ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ເຮັດ​ໃຫ້​ເພິ່ນ​ເບິ່ງ​ຂ້າມ​ການ​ເຮັດ​ຜິດ. ເມື່ອ​ພວກ​ອິດສະຣາເອນ​ຍັງ​ນະມັດສະການ​ຮູບ​ບູຊາ ເພິ່ນ​ບອກ​ຢ່າງ​ເດັດຂາດ​ວ່າ: “ເຮົາ​ຈະ​ຕັດສິນ​ພວກ​ເຈົ້າ​ຕາມ​ການ​ກະທຳ​ຂອງ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຕ້ອງ​ຮັບ​ຜິດ​ຊອບ​ທີ່​ພວກ​ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຫຼາຍ​ຢ່າ​ງ. ເຮົາ​ຈະ​ບໍ່​ອີ່ຕົນ​ແລະ​ບໍ່​ສົນໃຈ​ພວກ​ເຈົ້າ. ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ພວກ​ເຈົ້າ.” (ເອເຊກຽນ 7:3, 4) ດັ່ງນັ້ນ ຖ້າ​ຄົນ​ທີ່​ເຮັດ​ຜິດ​ບໍ່​ຍອມ​ປ່ຽນແປງ​ໂຕເອງ ພະ​ເຢໂຫວາ​ກໍ​ຈະ​ລົງ​ໂທດ​ເຂົາເຈົ້າ. ແຕ່​ເພິ່ນ​ຈະ​ລົງໂທດ​ເມື່ອ​ມີ​ເຫດຜົນ​ທີ່ຈະ​ເຮັດ​ແບບ​ນັ້ນ. ຕົວຢ່າງ​ເຊັ່ນ ເມື່ອ​ພະ​ເຢໂຫວາ​ໄດ້​ຍິນ​ສຽງ​ຮ້ອງ​ຈົ່ມ​ກ່ຽວກັບ​ເມືອງ​ໂຊໂດມ​ແລະ​ເມືອງ​ໂກໂມຣາ ເພິ່ນ​ບອກ​ວ່າ: “ເຮົາ​ຊິ​ລົງ​ໄປ​ເບິ່ງ​ວ່າ​ຊິ​ແມ່ນ​ຄື​ກັບ​ທີ່​ເຂົາເຈົ້າ​ເວົ້າ​ບໍ?” (ປະຖົມມະການ 18:20, 21) ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆ​ທີ່​ພະ​ເຢໂຫວາ​ບໍ່​ຄື​ກັບ​ມະນຸດ​ທີ່​ຟ້າວ​ຕັດສິນ​ກ່ອນ​ໄດ້​ຟັງ​ຄວາມ​ຈິງ​ທັງໝົດ. ພະ​ເຢໂຫວາ​ເປັນ​ຄື​ກັບ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ແທ້ໆ​ວ່າ: “ເພິ່ນ​ເປັນ​ຜູ້​ທີ່​ພວກ​ເຮົາ​ໄວ້ໃຈ​ໄດ້” ຫຼື​ຍຸຕິທຳ​ສະເໝີ.—ພະ​ບັນຍັດ 32:4

ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຍຸຕິທຳ​ສະເໝີ

19. ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ບໍ່​ເຂົ້າໃຈ​ເຫດຜົນ​ທີ່​ພະ​ເຢໂຫວາ​ຕັດສິນ​ລົງໂທດ?

19 ຄຳພີ​ໄບເບິນ​ບໍ່​ໄດ້​ອະທິບາຍ​ລາຍລະອຽດ​ທຸກຢ່າງ​ທີ່​ພະ​ເຢໂຫວາ​ຕັດສິນ​ລົງໂທດ​ໃນ​ແຕ່​ລະ​ເທື່ອ​ແລະ​ບໍ່​ໄດ້​ບອກ​ລະອຽດ​ວ່າ​ເພິ່ນ​ຈະ​ຕັດສິນ​ມະນຸດ​ທຸກ​ຄົນ​ແນວ​ໃດ​ໃນ​ອະນາຄົດ. ຖ້າ​ມີ​ເຫດການ​ຫຼື​ຄຳ​ພະຍາກອນ​ບາງ​ເລື່ອງ​ໃນ​ຄຳພີ​ໄບເບິນ​ທີ່​ເຮົາ​ຍັງ​ບໍ່​ເຂົ້າໃຈ​ຍ້ອນ​ບໍ່​ມີ​ລາຍລະອຽດ​ຈະ​ແຈ້ງ ຂໍ​ໃຫ້​ເຮົາ​ມີ​ຄວາມ​ຄິດ​ຄື​ກັບ​ຜູ້​ພະຍາກອນ​ມີກາ​ທີ່​ບອກ​ວ່າ: “ຂ້ອຍ​ຈະ​ອົດທົນ​ລໍ​ຖ້າ​ໃຫ້​ພະເຈົ້າ​ຂອງ​ຂ້ອຍ​ມາ​ຊ່ວຍ​ຂ້ອຍ​ໃຫ້​ລອດ.”—ມີກາ 7:7

20, 21. ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ?

20 ເຖິງ​ເຮົາ​ຈະ​ເຫັນ​ວ່າ​ມີ​ຄວາມ​ບໍ່​ຍຸຕິທຳ​ຫຼາຍ​ເລື່ອງ​ທີ່​ມະນຸດ​ບໍ່​ຢາກ​ແກ້ໄຂ ແຕ່​ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ທຸກ​ສະຖານະການ. ພະເຢໂຫວາ​ສັນຍາ​ວ່າ: “ການ​ແກ້ແຄ້ນ​ເປັນ​ໜ້າທີ່​ຂອງ​ເຮົາ ເຮົາ​ຈະ​ເປັນ​ຜູ້​ຕອບ​ແທນ​ເອງ.” (ໂຣມ 12:19) ຖ້າ​ເຮົາ​ລໍ​ຖ້າ​ພະ​ເຢໂຫວາ​ຢ່າງ​ອົດທົນ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ໝັ້ນໃຈ​ຄື​ກັບ​ອັກຄະສາວົກ​ໂປໂລ​ທີ່​ບອກ​ວ່າ: “ພະເຈົ້າ​ບໍ່​ຍຸຕິທຳ​ບໍ? ບໍ່​ແມ່ນ.”—ໂຣມ 9:14

21 ຕອນນີ້ ເຮົາ​ມີ​ຊີວິດ​ຢູ່​ໃນ “ໄລຍະ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງ​ຍາກ​ລຳບາກ.” (2 ຕີໂມທຽວ 3:1) ຫຼາຍ​ຄົນ​ຕ້ອງ​ທຸກ​ລຳບາກ​ຍ້ອນ​ເຈິ​ຄວາມ​ບໍ່​ຍຸຕິທຳ​ແລະ “ການ​ກົດຂີ່​ຂົ່ມເຫງ.” (ປັນຍາຈານ 4:1) ແຕ່​ພະ​ເຢໂຫວາ​ບໍ່​ເຄີຍ​ປ່ຽນ. ເພິ່ນ​ຍັງ​ຊັງ​ຄວາມ​ບໍ່​ຍຸຕິທຳ​ແລະ​ເປັນ​ຫ່ວງ​ຄົນ​ທີ່​ເຈິ​ຄວາມ​ບໍ່​ຍຸຕິທຳ. ຖ້າ​ເຮົາ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ເພິ່ນ​ສະເໝີ ເພິ່ນ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ໄດ້​ຈົນ​ເຖິງ​ເວລາ​ທີ່​ເພິ່ນ​ຈະ​ເຮັດ​ໃຫ້​ຄວາມ​ບໍ່​ຍຸຕິທຳ​ທຸກ​ຢ່າງ​ໝົດ​ໄປ​ໂດຍ​ທາງ​ການ​ປົກຄອງ​ຂອງ​ເພິ່ນ.—1 ເປໂຕ 5:6, 7

a ພະ​ເຢໂຫວາ​ບອກ​ກ່ຽວກັບ​ໂຢບ​ວ່າ: “ຢູ່​ໃນ​ໂລກ​ບໍ່​ມີ​ຜູ້​ໃດ​ຄື​ກັບ​ລາວ.” (ໂຢບ 1:8) ດັ່ງນັ້ນ ໂຢບ​ອາດ​ມີ​ຊີວິດ​ຢູ່​ຫຼັງ​ຈາກ​ທີ່​ໂຢເຊັບ​ຕາຍ​ແລ້ວ​ແລະ​ກ່ອນ​ທີ່​ໂມເຊ​ຈະ​ເປັນ​ຜູ້​ນຳ​ຂອງ​ພວກ​ອິດສະຣາເອນ. ໃນ​ຕອນ​ນັ້ນ​ຈຶ່ງ​ບອກ​ໄດ້​ວ່າ​ບໍ່​ມີ​ໃຜ​ສັດຊື່​ຄື​ກັບ​ໂຢບ.