ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີ 13

“ກົດໝາຍຂອງພະເຢໂຫວາສົມບູນແບບ”

“ກົດໝາຍຂອງພະເຢໂຫວາສົມບູນແບບ”

1, 2. ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ບໍ່​ນັບຖື​ກົດໝາຍ ແຕ່​ເຮົາ​ຮູ້ສຶກ​ແນວ​ໃດ​ຕໍ່​ກົດໝາຍ​ຂອງ​ພະເຈົ້າ?

 ຄົນ​ໃນ​ຫຼາຍ​ປະເທດ​ທຸກ​ມື້​ນີ້​ບໍ່​ນັບຖື​ກົດໝາຍ. ຍ້ອນຫຍັງ? ສ່ວນ​ຫຼາຍ​ແລ້ວ​ກົດໝາຍ​ເປັນ​ເລື່ອງ​ທີ່​ເຂົ້າໃຈ​ຍາກ ແລະ​ຜູ້​ທີ່​ມີ​ອຳນາດ​ກໍ​ປະຕິບັດ​ກັບ​ຄົນ​ອື່ນ​ແບບ​ບໍ່​ຍຸຕິທຳ. ຄົນ​ທີ່​ຢາກ​ໄດ້​ຄວາມ​ຍຸຕິທຳ​ຈາກ​ສານ​ກໍ​ຕ້ອງ​ຖ້າ​ບັກ​ດົນໆ​ແລະ​ຕ້ອງ​ເສຍ​ເງິນ​ຫຼາຍ. ຄື​ກັບ​ປຶ້ມ​ຫົວ​ໜຶ່ງ​ທີ່​ພິມ​ອອກ​ໃນ​ປີ 1712 ຜູ້​ແຕ່ງ​ປຶ້ມ​ນີ້​ຂຽນ​ວ່າ: “ກົດໝາຍ​ເປັນ​ຂຸມ​ທີ່​ຢັ່ງ​ບໍ່​ເຖິງ . . . ກືນ​ກິນ​ທຸກ​ຢ່າ​ງ.”

2 ຕ່າງ​ຈາກ​ຄວາມ​ຄິດ​ຂອງ​ຄົນ​ທົ່ວໄປ ປະມານ 2.700 ປີ​ມາ​ແລ້ວ ຜູ້​ຂຽນ​ຄຳພີ​ໄບເບິນ​ບອກ​ວ່າ: “ລູກ​ຮັກ​ກົດ​ໝາຍ​ຂອງ​ພະອົງ​ຫຼາຍ​ແທ້ໆ.” (ເພງ​ສັນລະເສີນ 119:97) ເປັນ​ຫຍັງ​ຜູ້​ຂຽນ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ? ກໍ​ຍ້ອນ​ວ່າ​ກົດໝາຍ​ທີ່​ລາວ​ຮັກ​ບໍ່​ໄດ້​ມາ​ຈາກ​ມະນຸດ ແຕ່​ມາ​ຈາກ​ພະ​ເຢໂຫວາ​ພະເຈົ້າ. ຕອນ​ທີ່​ເຈົ້າ​ຮຽນ​ຮູ້​ກ່ຽວກັບ​ກົດໝາຍ​ຂອງ​ພະ​ເຢໂຫວາ ເຈົ້າ​ຈະ​ຮູ້ສຶກ​ແບບ​ດຽວ​ກັບ​ຜູ້​ຂຽນ​ປຶ້ມ​ເພງ​ສັນລະເສີນ​ຄົນ​ນີ້​ຫຼາຍ​ຂຶ້ນ​ເລື້ອຍໆ ແລະ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າໃຈ​ຄວາມ​ຄິດ​ຂອງ​ຜູ້​ທີ່​ໃຫ້​ກົດໝາຍ​ແລະ​ຜູ້​ພິພາກສາ​ອົງ​ຍິ່ງໃຫຍ່​ສູງ​ສຸດ​ຫຼາຍ​ຂຶ້ນ.

ຜູ້​ໃຫ້​ກົດໝາຍ​ອົງ​ສູງ​ສຸດ

3, 4. ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ເປັນ​ຜູ້​ໃຫ້​ກົດໝາຍ?

3 ຄຳພີ​ໄບເບິນ​ບອກ​ວ່າ: “ມີ​ແຕ່​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ທັງ​ຜູ້​ຕັ້ງ​ກົດໝາຍ​ແລະ​ຜູ້​ຕັດສິນ.” (ຢາໂກໂບ 4:12) ມີ​ແຕ່​ພະ​ເຢໂຫວາ​ຜູ້​ດຽວ​ທີ່​ມີ​ສິດ​ຕັ້ງ​ກົດ​ໃຫ້​ທຸກ​ສິ່ງ​ທີ່​ເພິ່ນ​ສ້າງ. ແມ່ນ​ແຕ່​ການ​ໂຄຈອນ​ຂອງ​ດາວ​ຕ່າງໆ ເພິ່ນ​ກໍ​ໃຫ້​ມີ “ກົດ​ຕ່າງໆ​ທີ່​ຄວບຄຸມ​ທ້ອງຟ້າ.” (ໂຢບ 38:33) ນອກຈາກນັ້ນ ທູດສະຫວັນ​ຈຳນວນ​ຫຼາຍ​ກໍ​ຢູ່​ໃຕ້​ກົດ​ຂອງ​ພະ​ເຢໂຫວາ​ຄື​ກັນ ແລະ​ເພິ່ນ​ໃຫ້​ເຂົາເຈົ້າ​ມີ​ວຽກ​ຂອງ​ໃຜ​ຂອງ​ລາວ​ແລະ​ບອກ​ໃຫ້​ເຂົາເຈົ້າ​ຮູ້​ວ່າ​ຈະ​ຮັບໃຊ້​ເພິ່ນ​ແນວ​ໃດ.—ເພງ​ສັນລະເສີນ 104:4; ເຮັບເຣີ 1:7, 14

4 ພະ​ເຢໂຫວາ​ຍັງ​ໄດ້​ໃຫ້​ກົດໝາຍ​ກັບ​ມະນຸດ​ນຳ. ເຮົາ​ແຕ່​ລະ​ຄົນ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ເປັນ​ຄື​ກັບ​ກົດໝາຍ​ໃນ​ໂຕ​ເຮົາ ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິ​ດ. (ໂຣມ 2:14) ອາດາມ​ກັບ​ເອວາ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສົມບູນແບບ. ດັ່ງນັ້ນ ເຂົາເຈົ້າ​ບໍ່​ຈຳເປັນ​ຕ້ອງ​ມີ​ກົດໝາຍ​ຫຼາຍ​ຂໍ້. (ປະຖົມມະການ 2:15-17) ແຕ່​ມະນຸດ​ບໍ່​ສົມບູນແບບ​ຕ້ອງ​ມີ​ກົດໝາຍ​ຫຼາຍ​ກວ່າ​ເພື່ອ​ໃຫ້​ເຂົາເຈົ້າ​ເຮັດ​ສິ່ງ​ທີ່​ພະເຈົ້າ​ພໍໃຈ. ພະ​ເຢໂຫວາ​ພະເຈົ້າ​ໃຫ້​ກົດໝາຍ​ກັບ​ຫົວໜ້າ​ຄອບຄົວ ເຊັ່ນ: ໂນອາ ອັບຣາຮາມ ແລະ​ຢາໂຄບ ແລ້ວ​ເຂົາເຈົ້າ​ກໍ​ບອກ​ກົດໝາຍ​ເຫຼົ່າ​ນັ້ນ​ໃຫ້​ຄົນ​ໃນ​ຄອບຄົວ​ຮູ້. (ປະຖົມມະການ 6:22; 9:3-6; 18:19; 26:4, 5) ເມື່ອ​ຮອດ​ສະໄໝ​ພວກ​ອິດສະຣາເອນ ພະ​ເຢໂຫວາ​ໄດ້​ເປັນ​ຜູ້​ໃຫ້​ກົດໝາຍ​ໃນ​ແບບ​ທີ່​ບໍ່​ເຄີຍ​ມີ​ຈັກ​ເທື່ອ ເພິ່ນໄດ້​ໃຫ້​ໂມເຊ​ບອກ​ກົດໝາຍ​ຂອງ​ເພິ່ນ​ກັບພວກ​ອິດສະຣາເອນ​ເຊິ່ງ​ຖືກ​ເອີ້ນ​ວ່າ​ກົດໝາຍ​ຂອງ​ໂມເຊ. ກົດໝາຍ​ເຫຼົ່າ​ນີ້​ຊ່ວຍ​ເຮົາ​ໃຫ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກ່ຽວກັບ​ຄວາມ​ຍຸຕິທຳ.

ພາບ​ລວມ​ຂອງ​ກົດໝາຍ​ໂມເຊ

5. ກົດໝາຍ​ຂອງ​ໂມເຊ​ມີ​ກົດ​ຫຼາຍ​ໂພດ ມັນ​ຊັບຊ້ອນ​ແລະ​ເຮັດ​ຕາມ​ໄດ້​ຍາກ​ບໍ ແລະ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕອບ​ແບບ​ນັ້ນ?

5 ຫຼາຍ​ຄົນ​ອາດຈະ​ຄິດ​ວ່າ​ກົດໝາຍ​ຂອງ​ໂມເຊ​ມີ​ກົດ​ຫຼາຍ​ໂພດ ມັນ​ຊັບຊ້ອນ​ແລະ​ເຮັດ​ຕາມ​ໄດ້​ຍາກ. ແຕ່​ຄວາມ​ຄິດ​ແບບ​ນັ້ນ​ບໍ່​ຖືກ. ກົດໝາຍ​ຂອງ​ໂມເຊ​ມີ​ຫຼາຍ​ກວ່າ 600 ຂໍ້ ແລະ​ເຮັດ​ໃຫ້​ຄິດ​ວ່າ​ຄື​ມີ​ຫຼາຍ​ແທ້. ແຕ່​ລອງ​ຄິດ​ເບິ່ງ​ປະມານ​ປີ 2000 ກົດໝາຍ​ຂອງ​ສະຫະລັດ​ອາເມຣິກາ​ມີ​ຫຼາຍ​ກວ່າ 150.000 ໜ້າ ແລະ​ໃນ​ທຸກໆ 2 ປີ​ມີ​ການ​ເພີ່ມ​ກົດໝາຍ​ຕ່າງໆ​ເຂົ້າ​ໄປ​ອີກ​ປະມານ 600 ຂໍ້! ດັ່ງນັ້ນ ຖ້າ​ເວົ້າ​ເລື່ອງ​ປະລິມານ​ແລ້ວ ກົດໝາຍ​ຂອງ​ມະນຸດ​ເຮັດ​ໃຫ້​ກົດໝາຍ​ຂອງ​ໂມເຊ​ເບິ່ງ​ຄື​ມີ​ແຕ່​ໜ້ອຍ​ດຽວ. ກົດໝາຍ​ທີ່​ພະເຈົ້າ​ໃຫ້​ພວກ​ອິດສະຣາເອນ​ກ່ຽວ​ຂ້ອງ​ກັບ​ຫຼາຍ​ແງ່​ມຸມ​ຂອງ​ຊີວິດ ເຊິ່ງ​ກົດໝາຍ​ໃນ​ສະໄໝ​ປັດຈຸບັນ​ບໍ່​ໄດ້​ເວົ້າ​ເຖິງ​ຊ້ຳ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ພາບ​ລວມ​ຂອງ​ກົດໝາຍ​ນີ້​ນຳ​ກັນ.

6, 7. (ກ) ແມ່ນ​ຫຍັງ​ເຮັດ​ໃຫ້​ກົດໝາຍ​ຂອງ​ໂມເຊ​ຕ່າງ​ຈາກ​ກົດໝາຍ​ຂອງ​ມະນຸດ ແລະ​ກົດໝາຍ​ຂໍ້​ໃດ​ສຳຄັນ​ທີ່​ສຸດ? (ຂ) ພວກ​ອິດສະຣາເອນ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາເຈົ້າ​ຍອມຮັບ​ອຳນາດ​ປົກຄອງ​ສູງ​ສຸດ​ຂອງ​ພະ​ເຢໂຫວາ?

6 ກົດໝາຍ​ທີ່​ສອນ​ພວກ​ອິດສະຣາເອນ​ໃຫ້​ເຊື່ອຟັງ​ພະ​ເຢໂຫວາ​ຜູ້​ມີ​ອຳນາດ​ປົກຄອງ​ສູງ​ສຸດ. ຍ້ອນ​ແນວ​ນີ້​ຈຶ່ງ​ເຮັດ​ໃຫ້​ກົດໝາຍ​ຂອງ​ໂມເຊ​ຕ່າງ​ຈາກ​ກົດໝາຍ​ຂອງ​ມະນຸດ​ຫຼາຍ. ກົດໝາຍ​ຂໍ້​ທີ່​ສຳຄັນ​ທີ່​ສຸດ​ບອກ​ວ່າ: “ພວກ​ອິດສະຣາເອນ ໃຫ້​ຕັ້ງໃຈ​ຟັງ​ດີໆ​ເດີ້. ພະ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ພວກ​ເຮົາ​ແລະ​ພະ​ເຢໂຫວາ​ມີ​ພຽງ​ອົງ​ດຽວ. ເຈົ້າ​ຕ້ອງ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ສຸດ​ຫົວໃຈ ສຸດ​ຊີວິດ ແລະ​ສຸດ​ກຳລັງ​ຂອງ​ເຈົ້າ.” ພະ​ເຢໂຫວາ​ຢາກ​ໃຫ້​ເຂົາເຈົ້າ​ສະແດງ​ຄວາມ​ຮັກ​ຕໍ່​ເພິ່ນ​ແນວ​ໃດ? ເຂົາເຈົ້າ​ຕ້ອງ​ຮັບໃຊ້​ແລະ​ເຊື່ອຟັງ​ເພິ່ນ ຍ້ອນ​ເພິ່ນ​ເປັນ​ພະເຈົ້າ​ຜູ້​ມີ​ອຳນາດ​ປົກຄອງ​ສູງ​ສຸດ.—ພະ​ບັນຍັດ 6:4, 5; 11:13

7 ພວກ​ອິດສະຣາເອນ​ແຕ່​ລະ​ຄົນ​ຕ້ອງ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ຍອມຮັບ​ອຳນາດ​ປົກຄອງ​ສູງ​ສຸດ​ຂອງ​ພະ​ເຢໂຫວາ​ໂດຍ​ນັບຖື​ແລະ​ເຊື່ອຟັງ​ຄົນ​ທີ່​ມີ​ອຳນາດ​ເໜືອ​ເຂົາເຈົ້າ​ທີ່​ເປັນ​ຕົວແທນ​ຂອງ​ເພິ່ນ ເຊັ່ນ: ພໍ່​ແມ່ ຫົວໜ້າ ຜູ້​ຕັດສິນ ປະໂລຫິດ ແລະ​ກະສັດ. ພະ​ເຢໂຫວາ​ຖື​ວ່າ​ການ​ບໍ່​ເຊື່ອຟັງ​ຄົນ​ເຫຼົ່າ​ນັ້ນ​ກໍ​ສ່ຳ​ກັບ​ການ​ບໍ່​ເຊື່ອ​ຟັງ​ເພິ່ນ. ແຕ່​ຖ້າ​ຄົນ​ທີ່​ມີ​ອຳນາດ​ບໍ່​ສະແດງ​ຄວາມ​ຍຸຕິທຳ​ແລະ​ເຮັດ​ບໍ່​ດີ​ຕໍ່​ຄົນ​ໃນ​ຊາດດຽວກັນ ພະ​ເຢໂຫວາ​ກໍ​ຈະ​ລົງໂທດ​ເຂົາເຈົ້າ. (ອົບພະຍົບ 20:12; 22:28; ພະ​ບັນຍັດ 1:16, 17; 17:8-20; 19:16, 17) ຍ້ອນ​ແນວ​ນີ້ ພວກ​ອິດສະຣາເອນ​ທຸກ​ຄົນ​ທັງ​ຜູ້​ທີ່​ມີ​ອຳນາດ​ແລະ​ຜູ້​ທີ່​ຢູ່​ໃຕ້​ອຳນາດ​ຕ້ອງ​ຍອມຮັບ​ອຳນາດ​ປົກຄອງ​ສູງ​ສຸດ​ຂອງ​ພະ​ເຢໂຫວາ.

8. ກົດໝາຍ​ຂອງ​ໂມເຊ​ເນັ້ນ​ມາດຕະຖານ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ຄວາມ​ບໍລິສຸດ​ແນວ​ໃດ?

8 ກົດໝາຍ​ທີ່​ສອນ​ພວກ​ອິດສະຣາເອນ​ໃຫ້​ເປັນ​ຄົນ​ບໍລິສຸດ. ໃນ​ກົດໝາຍ​ຂອງ​ໂມເຊ​ມີ​ຄຳ​ວ່າ “ບໍລິສຸດ” ແລະ “ຄວາມ​ບໍລິສຸດ” ຫຼາຍ​ກວ່າ 280 ເທື່ອ. ກົດໝາຍ​ນີ້​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ໄຈ້​ແຍກ​ໄດ້​ວ່າ​ອັນ​ໃດ​ສະອາດ​ແລະ​ອັນ​ໃດ​ບໍ່​ສະອາດ. ໃນ​ນັ້ນ​ເວົ້າ​ເຖິງ 70 ຢ່າງ​ທີ່​ເຮັດ​ໃຫ້​ພວກ​ອິດສະຣາເອນ​ບໍ່​ສະອາດ​ແລະ​ບໍ່​ສາມາດ​ຮ່ວມ​ນະມັດສະການ​ພະເຈົ້າ​ກັບ​ຄົນ​ອື່ນ​ໄດ້. ກົດໝາຍ​ເຫຼົ່າ​ນີ້​ຍັງ​ເວົ້າ​ເຖິງ​ຄວາມ​ສະອາດ​ທາງ​ຮ່າງກາຍ ເລື່ອງ​ອາຫານ ແລະ​ການ​ກຳຈັດ​ສິ່ງ​ທີ່​ຂັບ​ຖ່າຍ​ອອກ​ມາ. ກົດໝາຍ​ເຫຼົ່າ​ນີ້​ເປັນ​ປະໂຫຍດ​ຕໍ່​ສຸຂະພາບ​ຂອງ​ພວກ​ອິດສະຣາເອນ​ຫຼາຍ. a ແຕ່​ກົດໝາຍ​ເຫຼົ່າ​ນີ້​ມີ​ບາງ​ຢ່າງ​ທີ່​ຊ່ວຍ​ເຂົາເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ອີກ​ຄື ແຍກ​ເຂົາເຈົ້າ​ອອກ​ຈາກ​ການ​ກະທຳ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ຊາດ​ທີ່​ຢູ່​ອ້ອມ​ຂ້າງ​ເຂົາເຈົ້າ ແລະ​ຊ່ວຍ​ໃຫ້​ເຂົາເຈົ້າ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພໍໃຈ​ສະເໝີ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ.

9, 10. ພະ​ເຢໂຫວາ​ໃຫ້​ກົດໝາຍ​ຫຍັງ​ກັບ​ພວກ​ອິດສະຣາເອນ​ເລື່ອງ​ການ​ມີ​ເພດ​ສຳພັນ​ແລະ​ການ​ເກີດ​ລູກ ແລະ​ກົດໝາຍ​ເຫຼົ່າ​ນັ້ນ​ມີ​ປະໂຫຍດ​ກັບ​ເຂົາເຈົ້າ​ແນວ​ໃດ?

9 ກົດໝາຍ​ຂອງ​ໂມເຊ​ບອກ​ວ່າ​ຄົນ​ທີ່​ມີ​ເພດ​ສຳພັນ​ນຳ​ກັນ​ຈະ​ບໍ່​ສະອາດ​ຢູ່​ໄລຍະ​ໜຶ່ງ​ເຖິງ​ວ່າ​ຈະ​ແຕ່ງດອງ​ກັນ​ແລ້ວ ແລະ​ຜູ້​ຍິງ​ທີ່​ຫາກໍ​ເກີດ​ລູກ​ກໍ​ຈະ​ບໍ່​ສະອາດ​ໃນ​ໄລຍະ​ໜຶ່ງ​ຄື​ກັນ. (ລະບຽບ​ພວກ​ເລວີ 12:2-4; 15:16-18) ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ການ​ມີ​ເພດ​ສຳພັນ​ແລະ​ການ​ເກີດ​ລູກ​ບໍ່​ແມ່ນ​ຂອງຂວັນ​ຈາກ​ພະເຈົ້າ. (ປະຖົມມະການ 1:28; 2:18-25) ພະ​ເຢໂຫວາ​ໃຫ້​ກົດໝາຍ​ເຫຼົ່າ​ນັ້ນ​ເພື່ອ​ຊ່ວຍ​ຄົນ​ຂອງ​ເພິ່ນ​ໃຫ້​ເປັນ​ຄົນ​ສະອາດ​ແລະ​ບໍ່​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ປອມ. ຊາດ​ທີ່​ຢູ່​ອ້ອມ​ຂ້າງ​ພວກ​ອິດສະຣາເອນ​ນະມັດສະການ​ພະເຈົ້າ​ຂອງ​ເຂົາເຈົ້າ​ໂດຍ​ການ​ມີ​ເພດ​ສຳພັນ. ສາສະໜາ​ຂອງ​ພວກ​ການາອານ​ມີ​ຮອດ​ໂສເພນີ​ແລະ​ຜູ້​ຊາຍ​ຂາຍ​ໂຕ​ຢູ່​ວິຫານ​ດ້ວຍ​ຊ້ຳ. ຍ້ອນ​ແນວ​ນີ້ ເຂົາເຈົ້າ​ຈຶ່ງ​ເຮັດ​ແນວ​ທີ່​ເປັນ​ຕາ​ຂີ້ດຽດ​ຫຼາຍ​ຂຶ້ນ​ເລື້ອຍໆ. ແຕ່​ກົດໝາຍ​ຂອງ​ໂມເຊ​ບໍ່​ໄດ້​ເອົາ​ການ​ມີ​ເພດ​ສຳພັນ​ລວມ​ເຂົ້າ​ກັບ​ການ​ນະມັດສະການ​ພະ​ເຢໂຫວາ. b ກົດໝາຍ​ຂອງ​ພະ​ເຢໂຫວາ​ກ່ຽວກັບ​ການ​ມີ​ເພດ​ສຳພັນ​ແລະ​ການ​ເກີດ​ລູກ​ຍັງ​ມີ​ປະໂຫຍດ​ກັບ​ພວກ​ອິດສະຣາເອນ​ໃນ​ດ້ານ​ອື່ນໆ​ນຳ​ອີກ.

10 ກົດໝາຍ​ເຫຼົ່າ​ນັ້ນ​ຊ່ວຍ​ສອນ​ຄວາມ​ຈິງ​ທີ່​ສຳຄັນ. c ເຖິງ​ວ່າ​ການ​ມີ​ເພດ​ສຳພັນ​ແລະ​ການ​ເກີດ​ລູກ​ເປັນ​ຂອງຂວັນ​ຈາກ​ພະເຈົ້າ ແຕ່​ມັນ​ກໍ​ເປັນ​ວິທີ​ທີ່​ບາບ​ຂອງ​ອາດາມ​ຖືກ​ຖ່າຍ​ທອດ​ຈາກ​ຄົນ​ລຸ້ນ​ໜຶ່ງ​ໄປ​ໃຫ້​ຄົນ​ອີກ​ລຸ້ນ​ໜຶ່ງ. (ໂຣມ 5:12) ກົດໝາຍ​ຂອງ​ພະເຈົ້າ​ເຕືອນ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ຈື່​ໄວ້​ສະເໝີ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ບາບ. ທີ່ຈິງ ເຮົາ​ທຸກ​ຄົນ​ເກີດ​ມາ​ກໍ​ມີ​ບາບ​ແລ້ວ. (ເພງ​ສັນລະເສີນ 51:5) ແຕ່ຍ້ອນ​ພະ​ເຢໂຫວາ​ໃຫ້​ອະໄພ​ແລະ​ໄຖ່​ບາບ​ໃຫ້​ເຮົາ ເຮົາ​ຈຶ່ງ​ໃກ້ຊິດ​ກັບ​ພະອົງ​ຜູ້​ເປັນ​ພະເຈົ້າ​ອົງ​ບໍລິສຸດ​ໄດ້.

11, 12. (ກ) ກົດໝາຍ​ຂອງ​ໂມເຊ​ສອນ​ເລື່ອງ​ຄວາມ​ຍຸຕິທຳ​ແນວ​ໃດ? (ຂ) ກົດໝາຍ​ຂອງ​ໂມເຊ​ປົກປ້ອງ​ປະຊາຊົນ​ບໍ່​ໃຫ້​ຖືກ​ຕັດສິນ​ແບບ​ຍຸຕິທຳ​ແນວ​ໃດ?

11 ກົດໝາຍ​ທີ່​ສະໜັບສະໜູນ​ຄວາມ​ຍຸຕິທຳ​ທີ່​ສົມບູນແບບ​ຂອງ​ພະ​ເຢໂຫວາ. ກົດໝາຍ​ຂອງ​ໂມເຊ​ສອນ​ຫຼັກການ​ທີ່​ສຳຄັນ​ວ່າ​ຕ້ອງ​ມີ​ຄວາມ​ສົມດຸນ​ລະຫວ່າງ​ການ​ເຮັດ​ຜິດ​ແລະ​ການ​ລົງໂທດ. ມີ​ກົດໝາຍ​ທີ່​ບອກ​ໄວ້​ວ່າ: “ຊີວິດ​ແທນ​ຊີວິດ ຕາ​ແທນ​ຕາ ແຂ້ວ​ແທນ​ແຂ້ວ ມື​ແທນ​ມື ຕີນ​ແທນ​ຕີນ.” (ພະ​ບັນຍັດ 19:21) ດັ່ງນັ້ນ ຖ້າ​ມີ​ໃຜ​ເຮັດ​ຜິດ ຜູ້​ນັ້ນ​ຈະ​ຖືກ​ລົງໂທດ​ແບບ​ບໍ່​ໜັກ​ຫຼື​ບໍ່​ເບົາ​ເກີນ​ໄປ. ກົດໝາຍ​ຂອງ​ໂມເຊ​ເຮັດ​ໃຫ້​ເຫັນ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ ຖ້າ​ເຮົາ​ເຂົ້າໃຈ​ເລື່ອງ​ນີ້ ເຮົາ​ກໍ​ຈະ​ເຂົ້າໃຈ​ເລື່ອງ​ຄ່າໄຖ່​ຂອງ​ພະ​ເຢຊູ​ຄລິດ​ນຳ ເຊິ່ງ​ເຮົາ​ຈະ​ຮຽນ​ຫຼາຍ​ຂຶ້ນ​ໃນ​ບົດ​ທີ 14.—1 ຕີໂມທຽວ 2:5, 6

12 ກົດໝາຍ​ຍັງ​ປົກປ້ອງ​ປະຊາຊົນ​ບໍ່​ໃຫ້​ຖືກ​ຕັດສິນ​ແບບ​ບໍ່​ຍຸຕິທຳ. ຕົວຢ່າງ​ເຊັ່ນ ຖ້າ​ມີ​ຄົນ​ຖືກ​ກ່າວຫາ​ວ່າ​ເຮັດ​ຜິດ ຜູ້​ຕັດສິນ​ຈະ​ຕັດສິນ​ລົງໂທດ​ລາວ​ໄດ້​ເມື່ອ​ມີ​ພະຍານ​ຢ່າງ​ໜ້ອຍ 2 ຄົນ​ຢືນຢັນ​ໃນ​ເລື່ອງ​ນັ້ນ ແລະ​ຖ້າ​ໃຜ​ເປັນ​ພະຍານ​ຕົວະ​ກໍ​ຈະ​ຖືກ​ໂທດ​ໜັກ. (ພະ​ບັນຍັດ 19:15, 18, 19) ການ​ສໍ້​ໂກງ​ແລະ​ການ​ໃຫ້​ສິນບົນ​ເປັນ​ການ​ເຮັດ​ຜິດ​ທີ່​ຮ້າຍ​ແຮງ​ຄື​ກັນ. (ອົບພະຍົບ 23:8; ພະ​ບັນຍັດ 27:25) ແມ່ນ​ແຕ່​ເລື່ອງ​ການ​ຊື້​ຂາຍ ພວກ​ອິດສະຣາເອນ​ກໍ​ຕ້ອງ​ເຮັດ​ຕາມ​ມາດຕະຖານ​ເລື່ອງ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ. (ລະບຽບ​ພວກ​ເລວີ 19:35, 36; ພະ​ບັນຍັດ 23:19, 20) ເຫັນ​ໄດ້​ແຈ້ງ​ວ່າ​ກົດໝາຍ​ຂອງ​ໂມເຊ​ຍຸຕິທຳ​ແລະ​ເປັນ​ປະໂຫຍດ​ຕໍ່​ພວກ​ອິດສະຣາເອນ​ແທ້ໆ!

ກົດໝາຍ​ທີ່​ສອນ​ເລື່ອງ​ຄວາມ​ເມດຕາ​ແລະ​ຄວາມ​ຍຸຕິທຳ

13, 14. ກົດໝາຍ​ຂອງ​ໂມເຊ​ຊ່ວຍ​ທັງ​ຜູ້​ເສຍຫາຍ​ແລະ​ຜູ້​ທີ່​ເປັນ​ຂີ້​ລັກ​ໃຫ້​ໝັ້ນໃຈ​ໄດ້​ແນວ​ໃດ​ວ່າ​ເຂົາເຈົ້າ​ຈະ​ໄດ້​ຮັບ​ຄວາມ​ຍຸຕິທຳ?

13 ກົດໝາຍ​ຂອງ​ໂມເຊ​ເຂັ້ມ​ງວດ​ເກີນ​ໄປ​ແລະ​ບໍ່​ໄດ້​ສອນ​ເລື່ອງ​ຄວາມ​ເມດຕາ​ບໍ? ບໍ່​ແມ່ນ! ກະສັດ​ດາວິດ​ໄດ້​ຮັບ​ການ​ດົນໃຈ​ໃຫ້​ຂຽນ​ວ່າ: “ກົດໝາຍ​ຂອງ​ພະ​ເຢໂຫວາ​ສົມບູນແບບ.” (ເພງ​ສັນລະເສີນ 19:7) ດາວິດ​ເຂົ້າໃຈ​ວ່າ ກົດໝາຍ​ຂອງ​ໂມເຊ​ສອນ​ຄົນ​ໃຫ້​ເມດຕາ​ແລະ​ສະແດງ​ຄວາມ​ຍຸຕິທຳ​ກັບ​ຄົນ​ອື່ນ. ແລ້ວ​ກົດໝາຍ​ຂອງ​ໂມເຊ​ເຮັດ​ໃຫ້​ເລື່ອງ​ນີ້​ເປັນ​ໄປ​ໄດ້​ແນວ​ໃດ?

14 ໃນ​ທຸກ​ມື້​ນີ້ ເບິ່ງ​ຄື​ວ່າ​ກົດໝາຍ​ຈະ​ໃຫ້​ປະໂຫຍດ​ກັບ​ຜູ້​ທີ່​ເຮັດ​ຜິດ​ຫຼາຍ​ກວ່າ​ຜູ້​ເສຍຫາຍ. ຕົວຢ່າງ​ເຊັ່ນ ເຖິງ​ວ່າ​ຂີ້​ລັກ​ຕ້ອງ​ຕິດ​ຄຸກ ແຕ່​ຜູ້​ທີ່​ເສຍຫາຍ​ອາດຈະ​ບໍ່​ໄດ້​ສິ່ງ​ຂອງ​ທີ່​ຖືກ​ລັກ​ໄປ​ນັ້ນ​ຄືນ​ມາ​ຊ້ຳ ແລະ​ເຂົາເຈົ້າ​ຍັງ​ຕ້ອງ​ເສຍ​ພາສີ​ເພື່ອ​ເປັນ​ຄ່າ​ໃຊ້​ຈ່າຍ​ສຳລັບ​ແນວ​ຢູ່​ແນວ​ກິນ​ໃຫ້​ຄົນ​ທີ່​ຕິດ​ຄຸກ​ນຳ. ໃນ​ອິດສະຣາເອນ​ບູຮານ​ບໍ່​ມີ​ຄຸກ​ຄື​ກັບ​ທຸກ​ມື້​ນີ້. ແຕ່​ກົດໝາຍ​ຂອງ​ໂມເຊ​ໃຫ້​ຄວາມ​ຍຸຕິທຳ​ກັບ​ຄົນ​ທີ່​ເສຍຫາຍ​ແລະ​ຄົນ​ທີ່​ເຮັດ​ຜິດ ແລະ​ບໍ່​ໄດ້​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ໜັກ​ເກີນ​ໄປ. (ພະ​ບັນຍັດ 25:1-3) ແຕ່​ຂີ້​ລັກ​ຕ້ອງ​ໄຊ້​ຄືນ​ສິ່ງ​ທີ່​ລັກ​ໄປ ແລະ​ຍັງ​ຕ້ອງ​ຊົດໄຊ້​ຕື່ມ​ອີກ. ລາວ​ຕ້ອງ​ຊົດໄຊ້​ຕື່ມ​ຫຼາຍ​ປານ​ໃດ? ຜູ້​ຕັດສິນ​ອາດ​ຕັດສິນ​ວ່າ​ຄົນ​ທີ່​ເຮັດ​ຜິດ​ຈະ​ຕ້ອງ​ໄຊ້​ຕື່ມ​ຫຼາຍ​ເທົ່າ​ໃດ​ໂດຍ​ເບິ່ງ​ຈາກ​ຫຼາຍ​ປັດໄຈ ເຊັ່ນ ຜູ້​ເຮັດ​ຜິດ​ກັບໃຈ​ແທ້ໆ​ບໍ. ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ເຂົ້າໃຈ​ຫຼາຍ​ຂຶ້ນ​ວ່າ​ເປັນ​ຫຍັງ​ການ​ຊົດໄຊ້​ທີ່​ປຶ້ມ​ລະບຽບ​ພວກ​ເລວີ 6:1-7 ຈຶ່ງ​ໜ້ອຍ​ກວ່າ​ທີ່​ບອກ​ໄວ້​ໃນປຶ້ມ​ອົບພະຍົບ 22:7.

15. ກົດໝາຍ​ຂອງ​ໂມເຊ​ເນັ້ນ​ເລື່ອງ​ຄວາມ​ເມດຕາ​ແລະ​ຄວາມ​ຍຸຕິທຳ​ແນວ​ໃດ​ເມື່ອ​ມີ​ຄົນ​ເຮັດ​ໃຫ້​ຄົນ​ຕາຍ​ໂດຍ​ບໍ່​ໄດ້​ຕັ້ງໃຈ?

15 ກົດໝາຍ​ຂອງ​ໂມເຊ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເມດຕາ​ຄົນ​ທີ່​ເຮັດ​ຜິດ​ໂດຍ​ບໍ່​ໄດ້​ຕັ້ງໃຈ. ຕົວຢ່າງ​ເຊັ່ນ ເມື່ອ​ມີ​ຄົນ​ເຮັດ​ໃຫ້​ຄົນ​ຕາຍ​ໂດຍ​ບໍ່​ໄດ້​ຕັ້ງໃຈ ລາວ​ບໍ່​ຕ້ອງ​ຊົດໄຊ້​ດ້ວຍ​ຊີວິດ​ຂອງ​ໂຕເອງ ແຕ່​ລາວ​ຕ້ອງ​ໜີ​ໄປ​ເມືອງ​ລີ້ໄພ​ເມືອງ​ໃດ​ກໍ​ໄດ້​ທີ່​ມີ​ຢູ່​ທົ່ວ​ອິດສະຣາເອນ. ຫຼັງ​ຈາກ​ທີ່​ຜູ້​ຕັດສິນ​ພິຈາລະນາ​ຄະດີ​ຂອງ​ລາວ​ແລ້ວ ລາວ​ຕ້ອງ​ຢູ່​ເມືອງ​ລີ້ໄພ​ຈົນ​ກວ່າ​ປະໂລຫິດ​ໃຫຍ່​ຕາຍ. ຈາກນັ້ນ ລາວ​ຈຶ່ງ​ຈະ​ຍ້າຍ​ໄປ​ຢູ່​ໃສ​ກໍ​ໄດ້​ຕາມ​ທີ່​ລາວ​ເລືອກ. ຖ້າ​ລາວ​ເຮັດ​ຕາມ​ການ​ຈັດ​ກຽມ​ນີ້ ລາວ​ກໍ​ຈະ​ໄດ້​ຮັບ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ. ນອກ​ຈາກນັ້ນ ກົດໝາຍ​ນີ້​ຍັງ​ຊ່ວຍ​ໃຫ້​ພວກ​ອິດສະຣາເອນ​ເຂົ້າໃຈ​ວ່າ​ຊີວິດ​ມະນຸດ​ມີ​ຄຸນຄ່າ​ຫຼາຍ​ສຳລັບ​ເພິ່ນ.—ຈົດເຊັນ​ບັນຊີ 15:30, 31; 35:12-25

16. ກົດໝາຍ​ຂອງ​ໂມເຊ​ສອນ​ໃຫ້​ນັບຖື​ສິດ​ຂອງ​ຄົນ​ອື່ນ​ແນວ​ໃດ?

16 ກົດໝາຍ​ຂອງ​ໂມເຊ​ສອນ​ໃຫ້​ນັບຖື​ສິດ​ຂອງ​ຄົນ​ອື່ນ. ກົດໝາຍ​ນີ້​ປົກປ້ອງ​ຄົນ​ທີ່​ເປັນ​ໜີ້​ໂດຍ​ຫ້າມ​ບໍ່​ໃຫ້​ເຈົ້າ​ໜີ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ລູກ​ໜີ້​ເພື່ອ​ຍຶດ​ເອົາ​ເຄື່ອງ​ຄ້ຳ​ປະກັນ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ເຈົ້າ​ໜີ້​ຕ້ອງ​ຖ້າ​ຢູ່​ທາງ​ນອກ ແລະ​ໃຫ້​ລູກ​ໜີ້​ເອົາ​ເຄື່ອງ​ຄ້ຳ​ປະກັນ​ອອກ​ມາ​ໃຫ້​ລາວ. ໂດຍ​ວິທີ​ນີ້ ເຮືອນ​ຂອງ​ລູກ​ໜີ້​ຈຶ່ງ​ບໍ່​ຖືກ​ບຸກ​ລຸກ. ຖ້າ​ເຈົ້າ​ໜີ້​ເອົາ​ເສື້ອ​ຄຸມ​ຂອງ​ລູກ​ໜີ້​ໄປ​ເປັນ​ເຄື່ອງ​ຄ້ຳ​ປະກັນ ລາວ​ຕ້ອງ​ເອົາ​ມາ​ສົ່ງ​ຄືນ​ກ່ອນ​ຕາເວັນ​ຕົກ​ດິນ ຍ້ອນ​ວ່າ​ລູກ​ໜີ້​ອາດຈະ​ຕ້ອງ​ໃຊ້​ເສື້ອ​ນັ້ນ​ເພື່ອ​ເຮັດ​ໃຫ້​ຮ່າງກາຍ​ອົບອຸ່ນ​ຕອນ​ກາງຄືນ.—ພະ​ບັນຍັດ 24:10-14

17, 18. ໃນ​ເລື່ອງ​ການ​ເຮັດ​ສົງຄາມ ພວກ​ອິດສະຣາເອນ​ຕ່າງ​ຈາກ​ຊາດ​ອື່ນໆ​ແນວ​ໃດ ແລະ​ຍ້ອນຫຍັງ?

17 ພະ​ເຢໂຫວາ​ໃຫ້​ກົດໝາຍ​ກັບ​ພວກ​ອິດສະຣາເອນ​ກ່ຽວກັບ​ການ​ເຮັດ​ສົງຄາມ​ນຳ. ຄົນ​ຂອງ​ພະເຈົ້າ​ບໍ່​ໄດ້​ເຮັດ​ສົງຄາມ​ຍ້ອນ​ຢາກ​ມີ​ອຳນາດ​ຫຼາຍ​ຂຶ້ນ​ຫຼື​ມັກ​ຕໍ່ສູ້ ແຕ່​ຍ້ອນ​ເປັນ​ຕົວແທນ​ໃນ “ສົງຄາມ​ຂອງ​ພະ​ເຢໂຫວາ.” (ຈົດເຊັນ​ບັນຊີ 21:14) ຫຼາຍ​ເທື່ອ​ພວກ​ອິດສະຣາເອນ​ຕ້ອງ​ສະເໜີ​ເງື່ອນ​ໄຂ​ໃຫ້​ຝ່າຍ​ກົງ​ກັນ​ຂ້າມ​ຍອມແພ້​ກ່ອນ. ຖ້າ​ເມືອງ​ໃດ​ບໍ່​ຍອມ ເຂົາເຈົ້າ​ຈຶ່ງ​ຈະ​ລ້ອມ​ໂຈມຕີ​ເມືອງ​ນັ້ນ​ໄດ້ ແຕ່​ຕ້ອງ​ເຮັດ​ຕາມ​ກົດ​ຂອງ​ພະເຈົ້າ. ຕະຫຼອດ​ປະຫວັດສາດ​ທະຫານ​ຫຼາຍ​ຄົນ​ຂົ່ມຂືນ​ຜູ້​ຍິງ​ຫຼື​ມີ​ການ​ຂ້າ​ລ້າງ​ເປັນ​ກຸ່ມ​ຢ່າງ​ໂຫດ​ຮ້າຍ​ປ່າ​ເຖື່ອນ ແຕ່​ທະຫານ​ໃນ​ກອງທັບ​ຂອງ​ອິດສະຣາເອນ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ແບບ​ນັ້ນ. ເຂົາເຈົ້າ​ຕ້ອງ​ບໍ່​ທຳລາຍ​ສິ່ງ​ແວດ​ລ້ອມ​ໂດຍ​ບໍ່​ຕັດ​ຕົ້ນໄມ້​ກິນ​ໝາກ​ໃນ​ເມືອງ​ຂອງ​ພວກ​ສັດຕູ. d ແຕ່​ກອງທັບ​ຊາດ​ອື່ນໆ​ບໍ່​ມີ​ກົດໝາຍ​ແບບ​ນີ້​ເລີຍ.—ພະ​ບັນຍັດ 20:10-15, 19, 20; 21:10-13

18 ເຈົ້າ​ຮູ້ສຶກ​ບໍ່​ມັກ​ແມ່ນ​ບໍ​ເມື່ອ​ໄດ້​ຍິນ​ຂ່າວ​ວ່າ​ໃນ​ບາງ​ປະເທດ​ມີ​ການ​ຝຶກ​ເດັກນ້ອຍ​ໃຫ້​ເປັນ​ທະຫານ? ໃນ​ອິດສະຣາເອນ​ບູຮານ ຜູ້​ຊາຍ​ທີ່​ເປັນ​ທະຫານ​ບໍ່​ມີ​ຈັກ​ຄົນ​ທີ່​ອາຍຸ​ຕ່ຳ​ກວ່າ 20 ປີ. (ຈົດເຊັນ​ບັນຊີ 1:2, 3) ແມ່ນ​ແຕ່​ຜູ້​ຊາຍ​ທີ່​ອາຍຸ​ຫຼາຍ​ກວ່າ​ນັ້ນ​ກໍ​ບໍ່​ຕ້ອງ​ໄປ​ສູ້ຮົບ​ຖ້າ​ລາວ​ຮູ້ສຶກ​ຢ້ານ​ຫຼາຍ​ເກີນ​ໄປ ແລະ​ຜູ້​ຊາຍ​ທີ່​ຫາກໍ​ແຕ່ງດອງ​ໃໝ່​ກໍ​ບໍ່​ຕ້ອງ​ໄປ​ສູ້ຮົບ​ເປັນ​ເວລາ 1 ປີ​ເຕັມ ເພື່ອ​ລາວ​ອາດຈະ​ໄດ້​ເຫັນ​ລູກ​ຂອງ​ໂຕເອງ​ເກີດ​ມາ​ກ່ອນ​ທີ່​ຈະ​ເລີ່ມ​ວຽກ​ທີ່​ສ່ຽງ​ອັນຕະລາຍ. ກົດໝາຍ​ອະທິບາຍ​ວ່າ ໂດຍ​ວິທີ​ນີ້​ຜູ້​ຊາຍ​ທີ່​ຫາກໍ​ແຕ່ງດອງ​ໃໝ່​ຈະ “ຢູ່​ເຮືອນ​ແລະ​ເຮັດ​ໃຫ້​ເມຍ​ມີ​ຄວາມ​ສຸກ.”—ພະ​ບັນຍັດ 20:5, 6, 8; 24:5

19. ກົດໝາຍ​ຂອງ​ໂມເຊ​ປົກປ້ອງ​ຜູ້​ຍິງ ເດັກນ້ອຍ ຄອບຄົວ ແມ່​ໝ້າຍ ແລະ​ລູກ​ກຳພ້າ​ແນວ​ໃດ?

19 ພະ​ເຢໂຫວາ​ໃຊ້​ກົດໝາຍ​ຂອງ​ໂມເຊ​ປົກປ້ອງ​ຜູ້​ຍິງ ເດັກນ້ອຍ ແລະ​ຄອບຄົວ​ນຳ​ອີກ ແລະ​ຍັງ​ໃຫ້​ພວກ​ອິດສະຣາເອນ​ເບິ່ງແຍງ​ເອົາໃຈໃສ່​ເຂົາເຈົ້າ​ໃນ​ສິ່ງ​ທີ່​ຈຳເປັນ. ພະ​ເຢໂຫວາ​ສັ່ງ​ໃຫ້​ພໍ່​ແມ່​ໃຊ້​ເວລາ​ຢູ່​ກັບ​ລູກ​ສະເໝີ ແລະ​ສອນ​ເລື່ອງ​ຂອງ​ເພິ່ນ​ໃຫ້​ກັບ​ລູກ. (ພະ​ບັນຍັດ 6:6, 7) ເພິ່ນ​ບອກ​ວ່າ​ການ​ມີ​ເພດ​ສຳພັນ​ກັບ​ຍາດ​ຕິ​ພີ່ນ້ອງ​ທີ່​ໃກ້ຊິດ​ເປັນ​ບາບ​ຮ້າຍ​ແຮງ ແລະ​ຄົນ​ທີ່​ເຮັດ​ແບບ​ນັ້ນ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. (ລະບຽບ​ພວກ​ເລວີ​ບົດ 18) ເພິ່ນ​ຍັງ​ຫ້າມ​ບໍ່​ໃຫ້​ຫຼິ້ນຊູ້​ເຊິ່ງ​ສ່ວນ​ຫຼາຍ​ມັກ​ເປັນ​ສາເຫດ​ທີ່​ເຮັດ​ໃຫ້​ຄອບຄົວ​ແຕກ​ແຍກ ແລະ​ເຮັດ​ໃຫ້​ຄົນ​ໃນ​ຄອບຄົວ​ຕ້ອງ​ທຸກໃຈ​ແລະ​ເຈັບ​ປວດ​ຫຼາຍ. ພະ​ເຢໂຫວາ​ສັ່ງ​ໃຫ້​ພວກ​ອິດສະຣາເອນ​ເບິ່ງແຍງ​ແມ່​ໝ້າຍ​ແລະ​ລູກ​ກຳພ້າ​ໃຫ້​ມີ​ສິ່ງ​ທີ່​ຈຳເປັນ ແລະ​ຍັງ​ບອກ​ວ່າ​ຖ້າ​ມີ​ໃຜ​ເຮັດ​ບໍ່​ດີ​ໃຫ້​ເຂົາເຈົ້າ ເພິ່ນ​ຈະ​ໃຈ​ຮ້າຍ​ແຮງ​ໃຫ້​ຜູ້​ນັ້ນ.—ອົບພະຍົບ 20:14; 22:22-24

20, 21. (ກ) ເປັນ​ຫຍັງ​ກົດໝາຍ​ຂອງ​ໂມເຊ​ຈຶ່ງ​ອະນຸຍາດ​ໃຫ້​ພວກ​ອິດສະຣາເອນ​ມີ​ເມຍ​ຫຼາຍ​ຄົນ? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ຍອມ​ໃຫ້​ມີ​ຜູ້​ຊາຍ​ອິດສະຣາເອນ​ຢ່າຮ້າງ​ໄດ້?

20 ແຕ່​ບາງ​ຄົນ​ອາດ​ສົງໄສ​ວ່າ ‘ເປັນ​ຫຍັງ​ກົດໝາຍ​ຂອງ​ໂມເຊ​ຈຶ່ງ​ອະນຸຍາດ​ໃຫ້​ຜູ້​ຊາຍ​ມີ​ເມຍ​ຫຼາຍ​ຄົນ?’ (ພະ​ບັນຍັດ 21:15-17) ເຮົາ​ຈະ​ເຂົ້າໃຈ​ເລື່ອງ​ນີ້​ຫຼາຍ​ຂຶ້ນ​ຖ້າ​ເຮົາ​ຄິດ​ເຖິງ​ວ່າ​ວັດທະນະທຳ​ແລະ​ການ​ໃຊ້​ຊີວິດ​ຂອງ​ພວກ​ອິດສະຣາເອນ​ຕ່າງ​ກັນ​ຫຼາຍ​ກັບ​ຄົນ​ເຮົາ​ປັດຈຸບັນ​ນີ້. (ສຸພາສິດ 18:13) ຕອນ​ທີ່​ພະ​ເຢໂຫວາ​ສ້າງ​ອາດາມ​ກັບ​ເອວາ ເພິ່ນ​ບອກ​ຈະ​ແຈ້ງ​ເລີຍ​ວ່າ​ຜູ້​ຊາຍ​ຄວນ​ມີ​ເມຍ​ຄົນ​ດຽວ ແລະ​ເຂົາເຈົ້າ​ຕ້ອງ​ຢູ່​ນຳ​ກັນ​ຕະຫຼອດ​ຊີວິດ. (ປະຖົມມະການ 2:18, 20-24) ແຕ່​ຕອນ​ທີ່​ພະ​ເຢໂຫວາ​ໃຫ້​ກົດໝາຍ​ກັບ​ພວກ​ອິດສະຣາເອນ ຜູ້​ຊາຍ​ຫຼາຍ​ຄົນ​ມີ​ເມຍ​ຫຼາຍ​ກວ່າ 1 ຄົນ​ຢູ່​ແລ້ວ ແລະ​ເປັນ​ແບບ​ນີ້​ມາ​ຫຼາຍ​ຮ້ອຍ​ປີ​ແລ້ວ. ພະ​ເຢໂຫວາ​ຮູ້​ວ່າ: “ຄົນ​ພວກ​ນີ້​ຫົວ​ແຂງ​ແທ້ໆ” ແລະ​ຫຼາຍ​ເທື່ອ​ເຂົາເຈົ້າ​ບໍ່​ເຊື່ອຟັງ​ກົດໝາຍ​ທີ່​ສຳຄັນ​ທີ່​ສຸດ ເຊັ່ນ ການ​ນົບ​ຮູບ​ບູຊາ. (ອົບພະຍົບ 32:9) ດັ່ງນັ້ນ ກ່ອນ​ທີ່​ຈະ​ມີ​ກົດໝາຍ​ຂອງ​ໂມເຊ ເພິ່ນ​ບໍ່​ໄດ້​ແກ້ໄຂ​ການ​ເຮັດ​ຜິດ​ທີ່​ຜູ້​ຊາຍ​ມີ​ເມຍ​ຫຼາຍ​ຄົນ. ເຮົາ​ຕ້ອງ​ບໍ່​ລືມ​ວ່າ ພະ​ເຢໂຫວາ​ບໍ່​ເຄີຍ​ໃຫ້​ເຂົາເຈົ້າ​ມີ​ເມຍ​ຫຼາຍ​ຄົນ ແຕ່​ເພິ່ນ​ໃຊ້​ກົດໝາຍ​ຂອງ​ໂມເຊ​ເພື່ອ​ປົກປ້ອງ​ຜູ້​ຍິງ​ແລະ​ບໍ່​ໃຫ້​ຜູ້​ຊາຍ​ເຮັດ​ບໍ່​ດີ​ກັບ​ລາວ.

21 ບາງ​ຄົນ​ອາດ​ສົງໄສ​ວ່າ​ເປັນ​ຫຍັງ​ກົດໝາຍ​ຂອງ​ໂມເຊ​ອະນຸຍາດ​ໃຫ້​ຜູ້​ຊາຍ​ຢ່າຮ້າງ​ເມຍ​ດ້ວຍ​ເຫດຜົນ​ຕ່າງໆ​ໄດ້. (ພະ​ບັນຍັດ 24:1-4) ພະ​ເຢຊູ​ບອກ​ວ່າ​ພະ​ເຢໂຫວາ​ຍອມ​ໃຫ້​ເຂົາເຈົ້າ​ເຮັດ​ແບບ​ນັ້ນ​ກໍ​ຍ້ອນ​ເຂົາເຈົ້າ “ເປັນ​ຄົນ​ຫົວ​ແຂງ.” ແຕ່​ເພິ່ນ​ຍອມ​ໃຫ້​ເຂົາເຈົ້າ​ເຮັດ​ແບບ​ນັ້ນ​ພຽງ​ແຕ່​ຊົ່ວຄາວ ແລະ​ພະ​ເຢຊູ​ກໍ​ສອນ​ພວກ​ລູກສິດ​ໃຫ້​ເຊື່ອຟັງ​ແລະ​ເຮັດ​ຕາມ​ມາດຕະຖານ​ດັ້ງເດີມ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ການ​ແຕ່ງດອງ.—ມັດທາຍ 19:8

ກົດໝາຍ​ທີ່​ສົ່ງເສີມ​ຄວາມ​ຮັກ

22. ກົດໝາຍ​ຂອງ​ໂມເຊ​ສອນ​ເລື່ອງ​ການ​ສະແດງ​ຄວາມ​ຮັກ​ແນວ​ໃດ ແລະ​ກັບ​ໃຜ​ແດ່?

22 ໃນ​ທຸກ​ມື້​ນີ້​ບໍ່​ມີ​ປະເທດ​ໃດ​ທີ່​ສາມາດ​ອອກ​ກົດໝາຍ​ໃຫ້​ຄົນ​ເຮົາ​ຮັກ​ກັນ. ແຕ່​ກົດໝາຍ​ຂອງ​ໂມເຊ​ສອນ​ວ່າ​ຄວາມ​ຮັກ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ. ໃນ​ປຶ້ມ​ພະ​ບັນຍັດ​ມີ​ຄຳ​ທີ່​ກ່ຽວ​ຂ້ອງ​ກັບ “ຄວາມ​ຮັກ” ຫຼາຍ​ກວ່າ 20 ເທື່ອ. ກົດໝາຍ​ຂໍ້​ທີ 2 ທີ່​ສຳຄັນ​ທີ່​ສຸດ​ແມ່ນ “ເຈົ້າ​ຕ້ອງ​ຮັກ​ເພື່ອນ​ບ້ານ​ຄື​ກັບ​ຮັກ​ໂຕເອງ.” (ລະບຽບ​ພວກ​ເລວີ 19:18; ມັດທາຍ 22:37-40) ປະຊາຊົນ​ຂອງ​ພະເຈົ້າ​ຕ້ອງ​ຮັກ​ກັນ​ແລະ​ຕ້ອງ​ຮັກ​ຄົນ​ຕ່າງ​ຊາດ​ນຳ ຍ້ອນ​ເຂົາເຈົ້າ​ກໍ​ເຄີຍ​ເປັນ​ຄົນ​ຕ່າງ​ຊາດ​ໃນ​ເອຢິບ​ຄື​ກັນ. ເຂົາເຈົ້າ​ຕ້ອງ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ທຸກຍາກ​ແລະຄົນ​ທີ່​ເດືອດຮ້ອນ​ໂດຍ​ຊ່ວຍ​ເຫຼືອ​ຄົນ​ເຫຼົ່າ​ນັ້ນ​ໃຫ້​ມີ​ສິ່ງ​ຈຳເປັນ​ແລະ​ບໍ່​ເອົາ​ປຽບ​ເຂົາເຈົ້າ. ເຂົາເຈົ້າ​ຍັງ​ຕ້ອງ​ອີ່ຕົນ​ສັດ​ຂອງ​ເຂົາເຈົ້າ​ນຳ.—ອົບພະຍົບ 23:6; ລະບຽບ​ພວກ​ເລວີ 19:14, 33, 34; ພະ​ບັນຍັດ 22:4, 10; 24:17, 18

23. ຜູ້​ຂຽນ​ເພງ​ສັນລະເສີນ​ບົດ 119 ຖືກ​ກະຕຸ້ນ​ໃຫ້​ເຮັດ​ຫຍັງ ແລະ​ເຮົາ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ?

23 ບໍ່​ມີ​ຊາດ​ໃດ​ມີ​ກົດໝາຍ​ດີ​ຄື​ກັບ​ທີ່​ພະ​ເຢໂຫວາ​ໃຫ້​ພວກ​ອິດສະຣາເອນ. ບໍ່​ແປກ​ເລີຍ​ທີ່​ຜູ້​ຂຽນ​ປຶ້ມ​ເພງ​ສັນລະເສີນ​ບອກ​ວ່າ: “ລູກ​ຮັກ​ກົດ​ໝາຍ​ຂອງ​ພະອົງ​ຫຼາຍ​ແທ້ໆ.” ຍ້ອນ​ລາວ​ຮັກ​ກົດ​ໝາຍ​ຂອງ​ພະເຈົ້າ ລາວ​ຈຶ່ງ​ຢາກ​ເຊື່ອຟັງ​ແລະ​ເຮັດ​ຕາມ​ຢ່າງ​ເຕັມທີ. ລາວ​ຍັງ​ບອກ​ຕື່ມ​ວ່າ: “ລູກ​ຄິດ​ຕຶກຕອງ​ກ່ຽວກັບ​ກົດໝາຍ​ຂອງ​ພະອົງ​ຕະຫຼອດ​ເວລາ.” (ເພງ​ສັນລະເສີນ 119:11, 97) ລາວ​ໃຊ້​ເວລາ​ສຶກສາ​ກົດໝາຍ​ຂອງ​ພະ​ເຢໂຫວາ​ເປັນ​ປະຈຳ ແລະ​ນັ້ນ​ເຮັດ​ໃຫ້​ລາວ​ແຮ່ງ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ກົດໝາຍ​ຂອງ​ເພິ່ນ​ຫຼາຍ​ຂຶ້ນ. ເມື່ອ​ເຈົ້າ​ຮຽນ​ຮູ້​ກ່ຽວກັບ​ກົດໝາຍ​ຂອງ​ພະ​ເຢໂຫວາ​ຕໍ່ໆ​ໄປ ເຈົ້າ​ກໍ​ຈະ​ໃກ້ຊິດ​ກັບ​ພະເຈົ້າ​ຜູ້​ໃຫ້​ກົດໝາຍ​ອົງ​ຍິ່ງໃຫຍ່​ແລະ​ພະເຈົ້າ​ຜູ້​ທີ່​ຍຸຕິທຳ​ຫຼາຍ​ຂຶ້ນ.

a ຕົວຢ່າງ​ເຊັ່ນ ກົດໝາຍ​ທີ່​ບອກ​ໃຫ້​ຂຸດ​ຂຸມ​ກ່ອນ​ຖ່າຍ​ໜັກ​ແລະ​ຫຼັງ​ຈາກ​ຖ່າຍ​ແລ້ວ​ໃຫ້​ເອົາ​ດິນ​ຖົມ ໃຫ້​ກັກ​ໂຕ​ຄົນ​ເຈັບ​ປ່ວຍ​ໄວ້​ບໍ່​ໃຫ້​ພະຍາດ​ແພ່ ແລະ​ຕ້ອງ​ເຮັດ​ໃຫ້​ຮ່າງກາຍ​ສະອາດ​ຫຼັງ​ຈາກ​ທີ່​ໄປ​ຖືກ​ຫຼື​ໄປ​ຈັບ​ສົບ. ສິ່ງ​ເຫຼົ່າ​ນີ້​ເປັນ​ຄວາມ​ຮູ້​ທີ່​ມີ​ມາ​ດົນ​ຫຼາຍ​ພັນ​ປີ​ແລ້ວ​ກ່ອນ​ທີ່​ນັກ​ວິທະຍາສາດ​ຈະ​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ການ​ເຮັດ​ແນວ​ນັ້ນ​ຈຶ່ງ​ດີ.—ລະບຽບ​ພວກ​ເລວີ 13:4-8; ຈົດເຊັນ​ບັນຊີ 19:11-13, 17-19; ພະ​ບັນຍັດ 23:13, 14

b ວິຫານ​ຂອງ​ພວກ​ການາອານ​ມີ​ຫ້ອງ​ພິເສດ​ເພື່ອ​ໃຫ້​ຄົນ​ທີ່​ມາ​ນະມັດສະການ​ພະເຈົ້າ​ມີ​ເພດ​ສຳພັນ​ກັນ ແຕ່​ກົດໝາຍ​ຂອງ​ໂມເຊ​ບອກ​ວ່າ​ຜູ້​ທີ່​ຫາກໍ​ມີ​ເພດ​ສຳພັນ​ກັນ​ຈະ​ບໍ່​ສະອາດ ຍ້ອນ​ແນວນີ້​ຈຶ່ງ​ເຮັດ​ໃຫ້​ເຂົາເຈົ້າ​ເຂົ້າ​ມາ​ນະມັດສະການ​ໃນ​ວິຫານ​ບໍ່​ໄດ້. ດັ່ງນັ້ນ ຖ້າ​ເຂົາເຈົ້າ​ເຊື່ອຟັງ​ກົດໝາຍ​ຂໍ້​ນີ້ ເຂົາເຈົ້າ​ກໍ​ຈະ​ບໍ່​ເອົາ​ເລື່ອງ​ເພດ​ສຳພັນ​ມາ​ລວມ​ກັບ​ການ​ນະມັດສະການ​ພະ​ເຢໂຫວາ​ຢູ່​ວິຫານ​ຂອງ​ເພິ່ນ.

c ກົດໝາຍ​ຂອງ​ພະ​ເຢໂຫວາ​ມີ​ໄວ້​ເພື່ອ​ສອນ​ປະຊາຊົນ. ສາລານຸກົມ​ຈູເດອິກາ​ອະທິບາຍ​ໄວ້​ວ່າ​ຄຳ​ພາສາ​ເຮັບເຣີ​ໂທຣາ​ທີ່​ແປ​ວ່າ “ກົດໝາຍ” ໝາຍເຖິງ “ຄຳ​ສັ່ງ​ສອນ.”

d ໃນ​ຄຳພີ​ໄບເບິນ​ພະເຈົ້າ​ຫ້າມ​ວ່າ: “ພວກ​ເຈົ້າ​ບໍ່​ຄວນ​ທຳລາຍ​ຕົ້ນໄມ້​ຄື​ກັບ​ທີ່​ພວກ​ເຈົ້າ​ຂ້າ​ຄົນ.” (ພະ​ບັນຍັດ 20:19) ຟີໂລ​ນັກ​ວິຊາການ​ຄົນ​ຢິວ​ໃນ​ສະຕະວັດ​ທຳອິດ​ອ້າງ​ເຖິງ​ກົດໝາຍ​ຂໍ້​ນີ້​ໂດຍ​ອະທິບາຍ​ວ່າ ພະເຈົ້າ​ຖື​ວ່າ​ເປັນ​ເລື່ອງ​ບໍ່​ຍຸຕິທຳ​ທີ່​ຄົນ​ຈະ​ທຳລາຍ​ສິ່ງ​ທີ່​ບໍ່​ຮູ້​ເລື່ອງ​ຫຍັງ​ຍ້ອນ​ພວກ​ເຮົາ​ໃຈ​ຮ້າຍ​ໃຫ້​ຄົນ​ອື່ນ.