ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 16

“ເປັນ​ຄົນ​ຍຸຕິທຳ” ໂດຍ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະເຈົ້າ

“ເປັນ​ຄົນ​ຍຸຕິທຳ” ໂດຍ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະເຈົ້າ

1-3. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ? (ຂ) ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຂອບໃຈ​ພະ​ເຢໂຫວາ?

 ເຈົ້າ​ຮູ້ສຶກ​ແນວ​ໃດ​ຖ້າ​ເຈົ້າ​ຢູ່​ໃນ​ເຮືອ​ສຳລານ​ທີ່​ກຳລັງ​ຊິ​ຈົມ​ນ້ຳ? ໃນ​ຕອນ​ທີ່​ເຈົ້າ​ຄິດ​ວ່າ​ຄື​ຊິ​ບໍ່​ມີ​ຫວັງ​ທີ່​ຈະ​ລອດ​ແລ້ວ ກໍ​ມີ​ຄົນ​ມາ​ຊ່ວຍ​ເຈົ້າ. ເຈົ້າ​ຄື​ຊິ​ດີ​ໃຈ​ຫຼາຍ​ຕອນ​ທີ່​ຄົນ​ນັ້ນ​ຊ່ວຍ​ເຈົ້າ​ໃຫ້​ມາ​ຢູ່​ໃນ​ເຮືອ​ຊູ​ຊີບ ແລ້ວ​ລາວ​ກໍ​ເວົ້າ​ວ່າ: “ຕອນນີ້​ເຈົ້າ​ປອດໄພ​ແລ້ວ​ເດີ້!” ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ? ແນ່ນອນ ເຈົ້າ​ຄື​ຊິ​ຮູ້ສຶກ​ເປັນ​ໜີ້​ບຸນ​ຄຸນ​ຜູ້​ນັ້ນ​ຫຼາຍ​ແທ້ໆ​ຍ້ອນ​ລາວ​ຊ່ວຍ​ຊີວິດ​ເຈົ້າ.

2 ຕົວຢ່າງ​ນີ້​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຮົາ. ເຮົາ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆ​ຍ້ອນ​ເພິ່ນ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ​ໂດຍ​ທາງ​ຄ່າໄຖ່. ຖ້າ​ເຮົາ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່ ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ບາບ​ຂອງ​ເຮົາ ແລະ​ເຮົາ​ກໍ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. (1 ໂຢຮັນ 1:7; 4:9) ໃນ​ບົດ​ທີ 14 ເຮົາ​ໄດ້​ຮຽນ​ວ່າ​ຄ່າໄຖ່​ເປັນ​ຫຼັກຖານ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ​ແລະ​ຮັກ​ເຮົາ​ຫຼາຍ. ແລ້ວ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຂອບໃຈ​ສຳລັບ​ຄ່າໄຖ່​ທີ່​ເພິ່ນ​ໄດ້​ເຮັດ​ເພື່ອ​ເຮົາ?

3 ຕອນນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ເຮັດ​ຫຍັງ? ເພິ່ນ​ບອກ​ເຮົາ​ທາງ​ຜູ້​ພະຍາກອນ​ມີກາ​ວ່າ: “ພະ​ເຢໂຫວາ​ໄດ້​ບອກ​ພວກ​ເຈົ້າ​ແລ້ວ​ວ່າ​ອັນ​ໃດ​ດີ ແລະ​ບອກ​ພວກ​ເຈົ້າ​ແລ້ວ​ວ່າ​ເພິ່ນ​ຕ້ອງການ​ຫຍັງ​ຈາກ​ພວກ​ເຈົ້າ. ເພິ່ນ​ມີ​ແຕ່​ຂໍ​ໃຫ້​ພວກ​ເຈົ້າ​ເປັນ​ຄົນ​ຍຸຕິທຳ ເປັນ​ຄົນ​ສັດຊື່ ແລະ​ໃຊ້​ຊີວິດ​ແບບ​ຈຽມ​ໂຕ​ຕາມ​ແນວ​ທາງ​ຂອງ​ພະເຈົ້າ.” (ມີກາ 6:8) ຂໍ​ໃຫ້​ສັງເກດ​ວ່າ​ສິ່ງ​ໜຶ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ແມ່ນ​ເພິ່ນ​ຢາກ​ໃຫ້​ເຮົາ “ເປັນ​ຄົນ​ຍຸຕິທຳ.” ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

ພະຍາຍາມ​ເຮັດ​ຕາມ​ສິ່ງ​ທີ່​ຖືກຕ້ອງ

4. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຕາມ​ມາດຕະຖານ​ທີ່​ຖືກຕ້ອງ​ຂອງ​ເພິ່ນ?

4 ພະ​ເຢໂຫວາ​ເປັນ​ຜູ້​ກຳນົດ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. ເພິ່ນ​ຢາກ​ໃຫ້​ເຮົາ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ​ຂອງ​ເພິ່ນ. ເພິ່ນ​ບອກ​ເຮົາ​ໃນ​ເອຊາຢາ 1:17 ວ່າ: “ໃຫ້​ຮຽນ​ເຮັດ​ສິ່ງ​ທີ່​ດີ​ແລະ​ຍຸຕິທຳ.” ພະ​ເຢໂຫວາ​ຍັງ​ກະຕຸ້ນ​ເຮົາ​ໃຫ້ “ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ” (ເຊຟານີຢາ 2:3) ແລະ​ໃຫ້ “ປູກ​ຝັງ​ນິດໄສ​ໃໝ່​ທີ່​ຖືກ​ສ້າງ​ຂຶ້ນ​ຕາມ​ທີ່​ພະເຈົ້າ​ຕ້ອງການ​ເຊິ່ງ​ເປັນ​ໄປ​ຕາມ​ຄວາມ​ຖືກຕ້ອງ.” (ເອເຟໂຊ 4:24) ເມື່ອ​ເຮົາ​ພະຍາຍາມ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ບໍ່​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ຄວາມ​ຮຸນແຮງ ຄວາມ​ບໍ່​ສະອາດ ແລະ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ຍ້ອນ​ສິ່ງ​ເຫຼົ່າ​ນີ້​ຂັດ​ກັບ​ມາດຕະຖານ​ທີ່​ຖືກຕ້ອງ​ຂອງ​ພະ​ເຢໂຫວາ.—ເພງ​ສັນລະເສີນ 11:5; ເອເຟໂຊ 5:3-5

5, 6. (ກ) ເປັນ​ຫຍັງ​ການ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ຈຶ່ງ​ບໍ່​ຍາກ​ເກີນ​ໄປ? (ຂ) ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ການ​ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຄວນ​ເຮັດ​ຢ່າງ​ຕໍ່​ເນື່ອງ?

5 ການ​ເຮັດ​ຕາມ​ມາດຕະຖານ​ທີ່​ຖືກຕ້ອງ​ຂອງ​ພະ​ເຢໂຫວາ​ເປັນ​ເລື່ອງ​ຍາກ​ບໍ? ບໍ່​ເລີຍ. ຄົນ​ທີ່​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ໃກ້ຊິດ​ກັບ​ເພິ່ນ​ຈະ​ຮູ້ສຶກ​ວ່າ​ການ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ບໍ່​ແມ່ນ​ເລື່ອງ​ຍາກ. ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ມັກ​ຄຸນລັກສະນະ​ທັງໝົດ​ຂອງ​ເພິ່ນ ເຮົາ​ຈຶ່ງ​ຢາກ​ໃຊ້​ຊີວິດ​ໃນ​ແບບ​ທີ່​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ສຸກ. (1 ໂຢຮັນ 5:3) ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ “ມັກ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.” (ເພງ​ສັນລະເສີນ 11:7) ເຮົາ​ຈະ​ຮຽນ​ແບບ​ຄວາມ​ຍຸຕິທຳ​ແລະ​ຄວາມ​ຖືກຕ້ອງ​ຂອງ​ພະ​ເຢໂຫວາ​ໄດ້​ໂດຍ​ຮັກ​ສິ່ງ​ທີ່​ເພິ່ນ​ຮັກ​ແລະ​ຊັງ​ສິ່ງ​ທີ່​ເພິ່ນ​ຊັງ.—ເພງ​ສັນລະເສີນ 97:10

6 ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ບໍ່​ງ່າຍ​ເລີຍ​ຍ້ອນ​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ. ເຮົາ​ຕ້ອງ​ປະຖິ້ມ​ນິດໄສ​ເກົ່າ​ກັບ​ສິ່ງ​ຕ່າງໆ​ທີ່​ເຄີຍ​ເຮັດ​ແລ້ວ​ເອົາ​ນິດໄສ​ໃໝ່​ມາ​ໃສ່. ຄຳພີ​ໄບເບິນ​ບອກ​ວ່າ​ນິດໄສ​ໃໝ່ “ຄ່ອຍໆ​ຖືກ​ສ້າງ​ຂຶ້ນ” ໂດຍ​ໃຊ້​ຄວາມ​ຮູ້​ທີ່​ຖືກຕ້ອງ. (ໂກໂລຊາຍ 3:9, 10) ຄຳ​ທີ່​ໄດ້​ຮັບ​ການ​ແປ​ວ່າ “ຄ່ອຍໆ​ຖືກ​ສ້າງ​ຂຶ້ນ” ສະແດງ​ໃຫ້​ເຫັນ​ວ່າ​ການ​ເອົາ​ນິດໄສ​ໃໝ່​ມາ​ໃສ່​ເປັນ​ສິ່ງ​ທີ່​ຕ້ອງ​ເຮັດ​ຢ່າງ​ຕໍ່​ເນື່ອງ​ແລະ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ຫຼາຍ. ຍ້ອນ​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ ເຖິງ​ວ່າ​ເຮົາ​ຈະ​ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແຕ່​ບາງ​ເທື່ອ​ເຮົາ​ກໍ​ຍັງ​ຄິດ ເວົ້າ ຫຼື​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ຢູ່.—ໂຣມ 7:14-20; ຢາໂກໂບ 3:2

7. ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ​ຖ້າ​ເຮົາ​ເຮັດ​ຜິດ​ທັງໆ​ທີ່​ເຮົາ​ພະຍາຍາມ​ເຕັມທີ​ເພື່ອ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ?

7 ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ​ຖ້າ​ເຮົາ​ເຮັດ​ຜິດ​ເລື້ອຍໆ​ທັງໆ​ທີ່​ພະຍາຍາມ​ເຮັດ​ດີ​ທີ່​ສຸດ​ເພື່ອ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ແລ້ວ? ແນ່ນອນ ເຮົາ​ຄື​ຊິ​ບໍ່​ຢາກ​ແກ້​ໂຕ​ຫຼື​ຄິດ​ວ່າ​ຄວາມ​ຜິດ​ທີ່​ເຮົາ​ເຮັດ​ນັ້ນ​ບໍ່​ແມ່ນ​ເລື່ອງ​ໃຫຍ່. ແຕ່​ເຮົາ​ບໍ່​ຄວນ​ຄິດ​ວ່າ​ໂຕເອງ​ບໍ່​ດີ​ພໍ​ສຳລັບ​ພະ​ເຢໂຫວາ​ແລະ​ເຊົາ​ຮັບໃຊ້​ເພິ່ນ. ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ເຮົາ​ຖ້າ​ເຮົາ​ເສຍໃຈ​ແທ້ໆ​ໃນ​ສິ່ງ​ທີ່​ໄດ້​ເຮັດ. ອັກຄະສາວົກ​ໂຢຮັນ​ບອກ​ວ່າ: “ຂ້ອຍ​ຂຽນ​ເລື່ອງ​ເຫຼົ່າ​ນີ້​ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ເຮັດ​ຜິດ.” ແຕ່​ລາວ​ກໍ​ເວົ້າ​ຕໍ່​ອີກ​ວ່າ: “ແຕ່​ຖ້າ​ຜູ້​ໃດ​ເຮັດ​ຜິດ ພວກ​ເຮົາ​ກໍ​ມີ​ຜູ້​ຊ່ວຍ​ທີ່​ຢູ່​ກັບ​ພະເຈົ້າ​ຜູ້​ເປັນ​ພໍ່. ຜູ້​ຊ່ວຍ​ຜູ້​ນີ້​ແມ່ນ​ພະ​ເຢຊູ​ຄລິດ.” (1 ໂຢຮັນ 2:1) ພະ​ເຢໂຫວາ​ໄດ້​ກຽມ​ຄ່າໄຖ່​ຂອງ​ພະ​ເຢຊູ​ໃຫ້​ເຮົາ ເຮົາ​ຈຶ່ງ​ເປັນ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໄດ້​ທັງໆ​ທີ່​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ. ເຮົາ​ຮູ້ສຶກ​ແນວ​ໃດ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ? ນີ້​ເຮັດ​ໃຫ້​ເຮົາ​ຢາກ​ພະຍາຍາມ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ໃຫ້​ເພິ່ນ​ພໍໃຈ​ບໍ່​ແມ່ນ​ບໍ?

ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ແລະ​ຂ່າວ​ດີ​ທີ່​ມາ​ຈາກ​ເພິ່ນ

8, 9. ການ​ປະກາດ​ຂ່າວ​ດີ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຍຸຕິທຳ​ແນວ​ໃດ?

8 ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ເປັນ​ຄົນ​ຍຸຕິທຳ​ແລະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ແມ່ນ​ການ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມທີ​ໃນ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃຫ້​ຄົນ​ອື່ນ​ຮູ້. ແຕ່​ການ​ປະກາດ​ຂ່າວ​ດີ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຍຸຕິທຳ?

9 ກ່ອນ​ທີ່​ໂລກ​ຊົ່ວ​ນີ້​ຈະ​ເຖິງ​ຈຸດຈົບ ພະ​ເຢໂຫວາ​ຈະ​ໃຫ້​ມີ​ການ​ເຕືອນ​ຄົນ​ກ່ອນ. ຕອນ​ທີ່​ພະ​ເຢຊູ​ພະຍາກອນ​ກ່ຽວກັບ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ໄລຍະ​ສະໄໝ​ສຸດທ້າຍ ເພິ່ນ​ບອກ​ວ່າ: “ຈະ​ຕ້ອງ​ມີ​ການ​ປະກາດ​ຂ່າວ​ດີ​ກັບ​ຄົນ​ທຸກ​ຊາດ​ກ່ອນ.” (ມາຣະໂກ 13:10; ມັດທາຍ 24:3) ການ​ໃຊ້​ຄຳ​ວ່າ “ກ່ອນ” ເຮັດ​ໃຫ້​ເຮົາ​ເຂົ້າໃຈ​ວ່າ​ຈະ​ມີ​ເຫດການ​ອື່ນໆ​ຫຼັງ​ຈາກ​ມີ​ການ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ. ເຫດການ​ເຫຼົ່າ​ນີ້​ລວມ​ເຖິງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ທີ່​ມີ​ການ​ບອກ​ໄວ້​ລ່ວງ​ໜ້າ​ວ່າ​ພະເຈົ້າ​ຈະ​ທຳລາຍ​ຄົນ​ຊົ່ວ ແລະ​ຫຼັງ​ຈາກ​ນັ້ນ​ກໍ​ຈະ​ມີ​ໂລກ​ໃໝ່​ທີ່​ມີ​ແຕ່​ຄວາມ​ຖືກຕ້ອງ​ແລະ​ຍຸຕິທຳ. (ມັດທາຍ 24:14, 21, 22) ດັ່ງນັ້ນ​ຈະ​ບໍ່​ມີ​ໃຜ​ເວົ້າ​ໄດ້​ວ່າ​ພະ​ເຢໂຫວາ​ບໍ່​ຍຸຕິທຳ​ກັບ​ຄົນ​ຊົ່ວ. ຍ້ອນ​ເພິ່ນ​ໃຫ້​ມີ​ການ​ປະກາດ​ຂ່າວ​ດີ​ກ່ອນ ເຂົາເຈົ້າ​ຈຶ່ງ​ມີ​ໂອກາດ​ໄດ້​ຍິນ​ຄຳ​ເຕືອນ​ເພື່ອ​ຈະ​ປ່ຽນແປງ​ໂຕເອງ​ແລະ​ລອດ​ຊີວິດ​ໄດ້.—ໂຢນາ 3:1-10

10, 11. ເຮົາ​ຈະ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ແນວ​ໃດ​ຕອນ​ທີ່​ເຮົາ​ປະກາດ​ຂ່າວ​ດີ?

10 ເຮົາ​ຈະ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ແນວ​ໃດ​ໃນ​ການ​ປະກາດ​ຂ່າວ​ດີ? ສິ່ງ​ທຳອິດ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຍຸຕິທຳ​ແມ່ນ​ການ​ພະຍາຍາມ​ເຕັມທີ​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ລອດ. ໃຫ້​ເຮົາ​ຄິດ​ເຖິງ​ຕົວຢ່າງ​ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ບົດ​ນີ້​ເລື່ອງ​ການ​ຊ່ວຍ​ຄົນ​ໃຫ້​ລອດ​ຈາກ​ເຮືອ​ທີ່​ພວມ​ຈະ​ຈົມ​ນ້ຳ​ອີກ​ເທື່ອ​ໜຶ່ງ. ຫຼັງ​ຈາກ​ທີ່​ມີ​ຄົນ​ຊ່ວຍ​ເຈົ້າ​ໃຫ້​ມາ​ຢູ່​ເຮືອ​ຊູ​ຊີບ​ຢ່າງ​ປອດໄພ​ແລ້ວ ເຈົ້າ​ຄື​ຊິ​ຢາກ​ຊ່ວຍ​ຄົນ​ອື່ນ​ທີ່​ຍັງ​ຢູ່​ໃນ​ນ້ຳ. ຄ້າຍຄື​ກັນ ເຮົາ​ຕ້ອງ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ຂ່າວ​ດີ​ເພື່ອ​ເຂົາເຈົ້າ​ຈະ​ລອດ​ຊີວິດ. ເຖິງ​ວ່າ​ຫຼາຍ​ຄົນ​ຈະ​ບໍ່​ຟັງ​ຂ່າວ​ດີ​ທີ່​ເຮົາ​ປະກາດ ແຕ່​ຖ້າ​ພະ​ເຢໂຫວາ​ຍັງ​ອົດທົນ​ຢູ່ ເຮົາ​ກໍ​ຕ້ອງ​ພະຍາຍາມ​ເຕັມທີ​ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້ “ກັບໃຈ” ເພື່ອ​ເຂົາເຈົ້າ​ຈະ​ລອດ​ຊີວິດ​ໄດ້.—2 ເປໂຕ 3:9

11 ຖ້າ​ເຮົາ​ປະກາດ​ຂ່າວ​ດີ​ກັບ​ທຸກ​ຄົນ​ທີ່​ເຮົາ​ເຈິ ເຮົາ​ກໍ​ກຳລັງ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ແລະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ບໍ່​ລຳອຽງ. ຢ່າ​ລືມ​ວ່າ: “ພະເຈົ້າ​ບໍ່​ລຳອຽງ ເພິ່ນ​ຍອມຮັບ​ທຸກ​ຄົນ​ທີ່​ຢ້ານຢຳ​ເພິ່ນ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ບໍ່​ວ່າ​ລາວ​ຈະ​ເປັນ​ຄົນ​ຊາດ​ໃດ​ກໍ​ຕາມ.” (ກິດຈະການ 10:34, 35) ຖ້າ​ເຮົາ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ ເຮົາ​ຕ້ອງ​ບໍ່​ຕັດສິນ​ຄົນ​ລ່ວງ​ໜ້າ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ເຮົາ​ຕ້ອງ​ບອກ​ຂ່າວ​ດີ​ກັບ​ທຸກ​ຄົນ​ບໍ່​ວ່າ​ລາວ​ຈະ​ມາ​ຈາກ​ໃສ ຈະ​ລວຍ​ຫຼື​ທຸກ ຫຼື​ຄົນ​ອື່ນ​ຈະ​ເບິ່ງ​ລາວ​ແນວ​ໃດ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ກຳລັງ​ໃຫ້​ທຸກ​ຄົນ​ມີ​ໂອກາດ​ໄດ້​ຍິນ​ຂ່າວ​ດີ​ແລະ​ເຊື່ອຟັງ​ພະ​ເຢໂຫວາ.—ໂຣມ 10:11-13

ວິທີ​ທີ່​ເຮົາ​ເວົ້າ​ແລະ​ປະຕິບັດ​ກັບ​ຄົນ​ອື່ນ

12, 13. (ກ) ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຟ້າວ​ຕັດສິນ​ຄົນ​ອື່ນ? (ຂ) ຄຳ​ແນະນຳ​ຂອງ​ພະ​ເຢຊູ​ທີ່​ວ່າ “ໃຫ້​ເຊົາ​ຕັດສິນ​ຄົນ​ອື່ນ” ແລະ “ໃຫ້​ເຊົາ​ຕຳໜິ​ຄົນ​ອື່ນ” ມີ​ຄວາມ​ໝາຍ​ແນວ​ໃດ? (ເບິ່ງ​ໄຂເງື່ອນ)

12 ເຮົາ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ຍຸຕິທຳ​ໄດ້​ໂດຍ​ການ​ປະຕິບັດ​ກັບ​ຄົນ​ອື່ນ​ໃນ​ແບບ​ທີ່​ພະ​ເຢໂຫວາ​ປະຕິບັດ​ກັບ​ເຮົາ. ມັນ​ງ່າຍ​ທີ່​ເຮົາ​ຈະ​ເບິ່ງ​ຄົນ​ອື່ນ​ໃນ​ແງ່​ລົບ ວິພາກ​ວິຈານ​ຄວາມ​ຜິດ ແລະ​ສົງໄສ​ເຈຕະນາ​ຂອງ​ເຂົາເຈົ້າ. ແຕ່​ຖ້າ​ເຮົາ​ເຮັດ​ຜິດ​ເຮົາ​ກໍ​ບໍ່​ຢາກ​ໃຫ້​ພະ​ເຢໂຫວາ​ສົງໄສ​ເຈຕະນາ​ຂອງ​ເຮົາ​ຫຼື​ຕັດສິນ​ເຮົາ​ແບບ​ທີ່​ບໍ່​ເມດຕາ. ພະ​ເຢໂຫວາ​ບໍ່​ໄດ້​ເຮັດ​ກັບ​ເຮົາ​ແບບ​ນັ້ນ. ຜູ້​ຂຽນ​ປຶ້ມ​ເພງ​ສັນລະເສີນ​ບອກ​ວ່າ: “ພະ​ເຢໂຫວາ​ເອີ້ຍ ພະ​ເຢໂຫວາ ຖ້າ​ພະອົງ​ສົນໃຈ​ແຕ່​ຄວາມ​ຜິດ​ຂອງ​ພວກ​ເຮົາ ໃຜ​ຈະ​ລອດ​ຈາກ​ການ​ລົງໂທດ​ໄດ້.” (ເພງ​ສັນລະເສີນ 130:3) ເຮົາ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ທີ່​ເພິ່ນ​ເມດຕາ ຍຸຕິທຳ ແລະ​ບໍ່​ໄດ້​ເບິ່ງ​ແຕ່​ຂໍ້​ຜິດ​ພາດ​ຂອງ​ເຮົາ. (ເພງ​ສັນລະເສີນ 103:8-10) ດັ່ງນັ້ນ ເຮົາ​ຄວນ​ປະຕິບັດ​ກັບ​ຄົນ​ອື່ນ​ແນວ​ໃດ?

13 ເມື່ອ​ຄົນ​ອື່ນ​ເຮັດ​ຜິດ​ພາດ ເຮົາ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ສະແດງ​ຄວາມ​ເມດຕາ​ແລະ​ຄວາມ​ຍຸຕິທຳ​ໄດ້​ໂດຍ​ບໍ່​ຟ້າວ​ຕັດສິນ​ລາວ. ໂດຍ​ສະເພາະ​ຕອນ​ທີ່​ເຮົາ​ບໍ່​ຮູ້​ຄວາມ​ຈິງ​ທັງໝົດ ຫຼື​ເລື່ອງ​ນັ້ນ​ເປັນ​ແຕ່​ຂໍ້​ຜິດ​ພາດ​ເລັກໆ​ນ້ອຍໆ. ໃນ​ຄຳ​ບັນລະຍາຍ​ເທິງ​ພູ​ຂອງ​ພະ​ເຢຊູ ເພິ່ນ​ເຕືອນ​ວ່າ: “ໃຫ້​ເຊົາ​ຕັດສິນ​ຄົນ​ອື່ນ ເພື່ອ​ພະເຈົ້າ​ຈະ​ບໍ່​ຕັດສິນ​ພວກ​ເຈົ້າ.” (ມັດທາຍ 7:1) ໃນ​ບັນທຶກ​ຂອງ​ລູກາ ພະ​ເຢຊູ​ບອກ​ນຳ​ວ່າ: “ໃຫ້​ເຊົາ​ຕຳໜິ​ຄົນ​ອື່ນ ແລ້ວ​ພະເຈົ້າ​ຈະ​ບໍ່​ຕຳໜິ​ພວກ​ເຈົ້າ.” a (ລູກາ 6:37) ພະ​ເຢຊູ​ຮູ້​ວ່າ​ມະນຸດ​ບໍ່​ສົມບູນແບບ​ມັກ​ຈະ​ຕັດສິນ​ຄົນ​ອື່ນ. ຖ້າ​ຄົນ​ທີ່​ຟັງ​ເພິ່ນ​ສອນ​ມັກ​ຕັດສິນ​ຄົນ​ອື່ນ ລາວ​ຕ້ອງ​ເຊົາ​ນິດໄສ​ນີ້.

ເຮົາ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ເມື່ອ​ເຮົາ​ປະກາດ​ຂ່າວ​ດີ​ກັບ​ຄົນ​ອື່ນ​ແບບ​ບໍ່​ລຳອຽງ

14. ເປັນ​ຫຍັງ​ເຮົາ​ຕ້ອງ “ເຊົາ​ຕັດສິນ” ຄົນ​ອື່ນ?

14 ເປັນ​ຫຍັງ​ເຮົາ​ຕ້ອງ “ເຊົາ​ຕັດສິນ” ຄົນ​ອື່ນ? ເຫດຜົນ​ໜຶ່ງ​ກໍ​ແມ່ນ​ເຮົາ​ບໍ່​ມີ​ສິດ​ທີ່​ຈະ​ເຮັດ​ແບບ​ນັ້ນ. ຢາໂກໂບ​ເຕືອນ​ເຮົາ​ວ່າ: “ມີ​ແຕ່​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ທັງ​ຜູ້​ຕັ້ງ​ກົດໝາຍ​ແລະ​ຜູ້​ຕັດສິນ” ຜູ້​ນັ້ນ​ແມ່ນ​ພະ​ເຢໂຫວາ. ດັ່ງນັ້ນ ຢາໂກໂບ​ຈຶ່ງ​ຖາມ​ຄຳ​ຖາມ​ທີ່​ເຮົາ​ຄວນ​ຄິດ​ທີ່​ຖາມ​ວ່າ: “ເຈົ້າ​ແມ່ນ​ໃຜ​ຈຶ່ງ​ຈະ​ຕັດສິນ​ຄົນ​ອື່ນ?” (ຢາໂກໂບ 4:12; ໂຣມ 14:1-4) ອີກ​ເຫດຜົນ​ໜຶ່ງ​ແມ່ນ​ເຮົາ​ເປັນ​ຄົນ​ທີ່​ມີ​ບາບ​ຈຶ່ງ​ຕັດສິນ​ຄົນ​ອື່ນ​ແບບ​ບໍ່​ຍຸຕິທຳ​ໄດ້​ງ່າຍ. ເຮົາ​ອາດ​ບໍ່​ຮູ້​ວ່າ​ລາວ​ເປັນ​ຄົນ​ແນວ​ໃດ​ແທ້ໆ​ຍ້ອນ​ລາວ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ມັກ ເຮົາ​ຮູ້ສຶກ​ວ່າ​ລາວ​ເຮັດ​ບໍ່​ດີ​ກັບ​ເຮົາ. ເຮົາ​ອາດຈະ​ອິດສາ​ຫຼື​ຄິດ​ວ່າ​ເຮົາ​ດີ​ກວ່າ​ລາວ. ນອກ​ຈາກ​ນັ້ນ ເຮົາ​ບໍ່​ຮູ້​ວ່າ​ຄົນ​ອື່ນ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ ແລະ​ບໍ່​ຮູ້​ສະພາບການ​ທຸກ​ຢ່າງ​ໃນ​ຊີວິດ​ຂອງ​ລາວ​ນຳ. ເຫດຜົນ​ເຫຼົ່າ​ນີ້​ຄວນ​ເຮັດ​ໃຫ້​ເຮົາ​ບໍ່​ຟ້າວ​ຕັດສິນ​ຄົນ​ອື່ນ ແລະ​ຍອມຮັບ​ວ່າ​ເຮົາ​ບໍ່​ມີ​ສິດ​ທີ່​ຈະ​ເວົ້າ​ວ່າ​ພີ່ນ້ອງ​ຂອງ​ເຮົາ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ບໍ່​ດີ​ເທົ່າ​ທີ່​ຄວນ ຫຼື​ບອກ​ວ່າ​ລາວ​ເຮັດ​ບາງ​ຢ່າງ​ດ້ວຍ​ເຈຕະນາ​ບໍ່​ດີ. ຄື​ຊິ​ດີ​ກວ່າ​ຫຼາຍ​ຖ້າ​ເຮົາ​ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ຊອກ​ຫາ​ສ່ວນ​ທີ່​ດີ​ຂອງ​ພີ່ນ້ອງ ແທນ​ທີ່​ຈະ​ສົນໃຈ​ແຕ່​ຂໍ້​ເສຍ​ຂອງ​ລາວ.

15. ຜູ້​ທີ່​ນະມັດສະການ​ພະເຈົ້າ​ບໍ່​ຄວນ​ມີ​ຄຳເວົ້າ​ແລະ​ການ​ກະທຳ​ແບບ​ໃດ ແລະ​ຍ້ອນຫຍັງ?

15 ເຮົາ​ຄວນ​ປະຕິບັດ​ກັບ​ຄົນ​ໃນ​ຄອບຄົວ​ຂອງ​ເຮົາ​ແນວ​ໃດ? ເຮືອນ​ຄວນ​ຈະ​ເປັນ​ບ່ອນ​ທີ່​ທຸກ​ຄົນ​ຮູ້ສຶກ​ມີ​ຄວາມ​ສຸກ​ແລະ​ປອດໄພ. ແຕ່​ເປັນ​ເລື່ອງ​ເສົ້າ​ທີ່​ໃນ​ທຸກ​ມື້​ນີ້ ເຮືອນ​ພັດ​ເປັນ​ບ່ອນ​ທີ່​ຄົນ​ໃນ​ຄອບຄົວ​ໃຊ້​ຄວາມ​ຮຸນແຮງ​ຕໍ່​ກັນ. ບໍ່​ແມ່ນ​ເລື່ອງ​ແປກ​ທີ່​ຈະ​ໄດ້​ຍິນ​ວ່າ​ຜົວ​ເມຍ​ຫຼື​ພໍ່​ແມ່​ໃຊ້​ຄຳເວົ້າ​ຫຍາບ​ຄາຍ​ແລະ​ຕົບ​ຕີ​ກັນ. ແຕ່​ຄົນ​ທີ່​ນະມັດສະການ​ພະເຈົ້າ​ບໍ່​ຄວນ​ໃຊ້​ຄຳ​ຫຍາບ​ຄາຍ ເວົ້າ​ດູຖູກ ແລະ​ຕົບ​ຕີ​ຄົນ​ໃນ​ຄອບຄົວ. (ເອເຟໂຊ 4:29, 31; 5:33; 6:4) ຄຳ​ແນະນຳ​ຂອງ​ພະ​ເຢຊູ​ທີ່​ວ່າ: “ໃຫ້​ເຊົາ​ຕັດສິນ​ຄົນ​ອື່ນ” ແລະ “ເຊົາ​ຕຳໜິ​ຄົນ​ອື່ນ” ຄວນ​ເອົາ​ມາ​ໃຊ້​ຕອນ​ທີ່​ເຮົາ​ຢູ່​ເຮືອນ​ນຳ. ຈື່​ໄວ້​ວ່າ​ການ​ເປັນ​ຄົນ​ຍຸຕິທຳ​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ເຮັດ​ກັບ​ຄົນ​ອື່ນ​ຄື​ກັບ​ທີ່​ພະ​ເຢໂຫວາ​ເຮັດ​ກັບ​ເຮົາ ແລະ​ພະ​ເຢໂຫວາ​ບໍ່​ເຄີຍ​ຮຸນແຮງ​ຫຼື​ໂຫດຫ້ຽມ​ກັບ​ເຮົາ. ແຕ່​ເພິ່ນ “ມີ​ຄວາມ​ອີ່ຕົນ​ແລະ​ເຫັນອົກເຫັນໃຈ​ຫຼາຍ​ແທ້ໆ” ຕໍ່​ຜູ້​ທີ່​ຮັກ​ເພິ່ນ. (ຢາໂກໂບ 5:11) ພະ​ເຢໂຫວາ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ຄວນ​ຮຽນ​ແບບ!

ຜູ້​ເບິ່ງແຍງ​ຮັບໃຊ້ “ດ້ວຍ​ຄວາມ​ຍຸຕິທຳ”

16, 17. (ກ) ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ເບິ່ງແຍງ​ເຮັດ​ຫຍັງ? (ຂ) ຜູ້​ເບິ່ງແຍງ​ຕ້ອງ​ເຮັດ​ຫຍັງ​ຖ້າ​ຜູ້​ທີ່​ເຮັດ​ຜິດ​ບໍ່​ໄດ້​ກັບໃຈ​ແທ້ໆ ແລະ​ຍ້ອນຫຍັງ?

16 ເຮົາ​ທຸກ​ຄົນ​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ໃນ​ການ​ສະແດງ​ຄວາມ​ຍຸຕິທຳ ແຕ່​ພວກ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ​ຄລິດສະຕຽນ​ມີ​ຄວາມ​ຮັບ​ຜິດ​ຊອບ​ຫຼາຍ​ເປັນ​ພິເສດ​ໃນ​ເລື່ອງ​ນີ້. ຂໍ​ໃຫ້​ສັງເກດ​ຄຳ​ພະຍາກອນ​ທີ່​ບອກ​ໄວ້​ກ່ຽວກັບ “ພວກ​ເຈົ້າ​ນາຍ” ຫຼື​ຜູ້​ເບິ່ງແຍງ. ເອຊາຢາ​ໄດ້​ບັນທຶກ​ໄວ້​ວ່າ: “ກະສັດ​ອົງ​ໜຶ່ງ​ຈະ​ປົກຄອງ​ໃນ​ວິທີ​ທີ່​ຖືກຕ້ອງ ແລະ​ພວກ​ເຈົ້າ​ນາຍ​ກໍ​ຈະ​ປົກຄອງ​ຢ່າງ​ຍຸຕິທຳ.” (ເອຊາຢາ 32:1) ແມ່ນ​ແລ້ວ ພະ​ເຢໂຫວາ​ຄາດໝາຍ​ໃຫ້​ຜູ້​ເບິ່ງແຍງ​ຮັບໃຊ້​ໃນ​ແບບ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຍຸຕິທຳ. ແຕ່​ເຂົາເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

17 ຜູ້​ເບິ່ງແຍງ​ທີ່​ມີ​ຄຸນສົມບັດ​ເຫຼົ່າ​ນີ້​ຮູ້​ດີ​ວ່າ​ການ​ສະແດງ​ຄວາມ​ຍຸຕິທຳ​ກ່ຽວ​ຂ້ອງ​ກັບ​ການ​ຮັກສາ​ປະຊາຄົມ​ໃຫ້​ສະອາດ. ບາງ​ເທື່ອ​ພວກ​ຜູ້​ເບິ່ງແຍງ​ຕ້ອງ​ຕັດສິນ​ຄວາມ​ເມື່ອ​ມີ​ການ​ເຮັດ​ຜິດ​ຮ້າຍ​ແຮງ. ຕອນ​ທີ່​ເຮັດ​ແນວ​ນັ້ນ ເຂົາເຈົ້າ​ຕ້ອງ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຂົາເຈົ້າ​ສະແດງ​ຄວາມ​ເມດຕາ​ຖ້າ​ເປັນ​ໄປ​ໄດ້. ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ​ພະຍາຍາມ​ຊ່ວຍ​ຜູ້​ທີ່​ເຮັດ​ຜິດ​ໃຫ້​ກັບໃຈ. ແຕ່​ຈະ​ວ່າ​ແນວ​ໃດ​ເມື່ອ​ຜູ້​ທີ່​ເຮັດ​ຜິດ​ບໍ່​ຍອມ​ກັບໃຈ​ທັງໆ​ທີ່​ຜູ້​ເບິ່ງແຍງ​ພະຍາຍາມ​ຊ່ວຍ​ຜູ້​ເຮັດ​ຜິດ​ແລ້ວ? ຖ້າ​ເປັນ​ແນວ​ນັ້ນ ຜູ້​ເບິ່ງແຍງ​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ບອກ​ວ່າ: “ພວກ​ເຈົ້າ​ຕ້ອງ​ກຳຈັດ​ຄົນ​ທີ່​ເຮັດ​ຊົ່ວ​ໃຫ້​ອອກ​ໄປ​ຈາກ​ພວກ​ເຈົ້າ” ເຊິ່ງ​ໝາຍເຖິງ​ການ​ໃຫ້​ຜູ້​ນັ້ນ​ອອກ​ຈາກ​ປະຊາຄົມ. (1 ໂກຣິນໂທ 5:11-13; 2 ໂຢຮັນ 9-11) ເຖິງ​ວ່າ​ການ​ເຮັດ​ແບບ​ນັ້ນ​ເຮັດ​ໃຫ້​ຜູ້​ເບິ່ງແຍງ​ເສຍໃຈ ແຕ່​ເຂົາເຈົ້າ​ກໍ​ຍອມຮັບ​ວ່າ​ນັ້ນ​ເປັນ​ສິ່ງ​ຈຳເປັນ​ເພື່ອ​ປົກປ້ອງ​ປະຊາຄົມ​ໃຫ້​ສະອາດ​ທາງ​ສິນລະທຳ​ແລະ​ຄວາມ​ເຊື່ອ ແລະ​ເຂົາເຈົ້າ​ຍັງ​ຫວັງ​ວ່າ​ຈະ​ມີ​ມື້​ໜຶ່ງ​ທີ່​ຜູ້​ເຮັດ​ຜິດ​ຈະ​ສຳນຶກ​ໂຕ​ແລະ​ກັບ​ເຂົ້າ​ມາ​ໃນ​ປະຊາຄົມ​ອີກ.—ລູກາ 15:17, 18

18. ເມື່ອ​ຜູ້​ເບິ່ງແຍງ​ຕ້ອງ​ໃຫ້​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ ລາວ​ຄວນ​ຄິດ​ເຖິງ​ຫຍັງ​ສະເໝີ?

18 ຜູ້​ເບິ່ງແຍງ​ຕ້ອງ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະເຈົ້າ​ຕອນ​ທີ່​ໃຫ້​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ. ແນ່ນອນ ຜູ້​ເບິ່ງແຍງ​ບໍ່​ຄວນ​ຊອກ​ຫາ​ຂໍ້​ຜິດ​ພາດ​ຂອງ​ຄົນ​ອື່ນ ແລະ​ລາວ​ຈະ​ບໍ່​ຟ້າວ​ແກ້ໄຂ​ພີ່ນ້ອງ. ແຕ່​ອາດຈະ​ມີ​ພີ່ນ້ອງ​ບາງ​ຄົນ “ກຳລັງ​ໄປ​ຜິດ​ທາງ​ໂດຍ​ບໍ່​ຮູ້​ໂຕ.” ການ​ຈື່​ໄວ້​ສະເໝີ​ວ່າ​ຄວາມ​ຍຸຕິທຳ​ຂອງ​ພະເຈົ້າ​ບໍ່​ໄດ້​ໂຫດຫ້ຽມ​ຈະ​ກະຕຸ້ນ​ຜູ້​ເບິ່ງແຍງ​ໃຫ້ “ພະຍາຍາມ​ຊ່ວຍ​ຜູ້​ນັ້ນ​ໃຫ້​ກັບ​ມາ​ໃນ​ທາງ​ທີ່​ຖືກຕ້ອງ​ດ້ວຍ​ຄວາມ​ອ່ອນໂຍນ.” (ຄາລາເຕຍ 6:1) ດັ່ງນັ້ນ ຜູ້​ເບິ່ງແຍງ​ຈະ​ບໍ່​ຮ້າຍ​ບໍ່​ດ່າ​ຜູ້​ທີ່​ເຮັດ​ຜິດ ຫຼື​ເວົ້າ​ໃຫ້​ລາວ​ເຈັບ ແຕ່​ເຂົາເຈົ້າ​ຈະ​ໃຫ້​ຄຳ​ແນະນຳ​ດ້ວຍ​ຄວາມ​ຮັກ​ເພື່ອ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ໄດ້​ຮັບ​ກຳລັງ​ໃຈ. ແຕ່​ເມື່ອ​ຕ້ອງ​ໃຫ້​ຄຳ​ແນະນຳ​ແບບ​ກົງໆ​ເພື່ອ​ຊ່ວຍ​ບາງ​ຄົນ​ໃຫ້​ເຫັນ​ວ່າ​ລາວ​ກຳລັງ​ກ້າວ​ໄປ​ຜິດ​ທາງ ຜູ້​ເບິ່ງແຍງ​ຈະ​ຈື່​ໄວ້​ສະເໝີ​ວ່າ​ພີ່ນ້ອງ​ຄົນ​ນັ້ນ​ເປັນ​ແກະ​ຂອງ​ພະ​ເຢໂຫວາ. b (ລູກາ 15:7) ຖ້າ​ຜູ້​ເບິ່ງແຍງ​ໃຫ້​ຄຳ​ແນະນຳ​ຫຼື​ແກ້ໄຂ​ດ້ວຍ​ຄວາມ​ຮັກ ເຂົາເຈົ້າ​ກໍ​ຈະ​ຊ່ວຍ​ຜູ້​ເຮັດ​ຜິດ​ໄດ້​ສຳເລັດ.

19. ຜູ້​ເບິ່ງແຍງ​ຕ້ອງ​ຕັດສິນໃຈ​ໃນ​ເລື່ອງ​ໃດ​ແດ່ ແລະ​ເຂົາເຈົ້າ​ໃຫ້​ຫຍັງ​ຊີ້ນຳ​ການ​ຕັດສິນໃຈ​ຂອງ​ເຂົາເຈົ້າ?

19 ຫຼາຍ​ເທື່ອ​ຜູ້​ເບິ່ງແຍງ​ຕ້ອງ​ຕັດສິນໃຈ​ເລື່ອງ​ທີ່​ມີ​ຜົນ​ຕໍ່​ພີ່ນ້ອງ. ຕົວຢ່າງ​ເຊັ່ນ ຄະນະ​ຜູ້​ເບິ່ງແຍງ​ຕ້ອງ​ປະຊຸມ​ກັນ​ເປັນ​ບາງ​ເທື່ອ​ເພື່ອ​ເບິ່ງ​ວ່າ​ມີ​ພີ່ນ້ອງ​ຊາຍ​ຄົນ​ໃດ​ໃນ​ປະຊາຄົມ​ມີ​ຄຸນສົມບັດ​ທີ່​ຈະ​ໄດ້​ຮັບ​ການ​ສະເໜີ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ຫຼື​ຜູ້​ຊ່ວຍ​ວຽກ​ຮັບໃຊ້. ຄະນະ​ຜູ້​ເບິ່ງແຍງ​ຮູ້​ວ່າ​ເຂົາເຈົ້າ​ຕ້ອງ​ເປັນ​ຄົນ​ບໍ່​ລຳອຽງ ບໍ່​ເຮັດ​ຕາມ​ຄວາມ​ຮູ້ສຶກ​ສ່ວນ​ໂຕ ແຕ່​ໃຫ້​ຄຳພີ​ໄບເບິນ​ຊີ້ນຳ​ການ​ຕັດສິນໃຈ​ຂອງ​ເຂົາເຈົ້າ. ຖ້າ​ເຂົາເຈົ້າ​ເຮັດ​ແບບ​ນັ້ນ ເຂົາເຈົ້າ​ກໍ​ຈະ​ເຮັດ​ກັບ​ຄົນ​ອື່ນ​ແບບ “ບໍ່​ມີ​ອະຄະຕິ​ກັບ​ໃຜ​ແລະ​ບໍ່​ລຳອຽງ.”—1 ຕີໂມທຽວ 5:21

20, 21. (ກ) ຜູ້​ເບິ່ງແຍງ​ພະຍາຍາມ​ເຮັດ​ຫຍັງ ແລະ​ຍ້ອນຫຍັງ? (ຂ) ຜູ້​ເບິ່ງແຍງ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ “ຄົນ​ທີ່​ຊຶມເສົ້າ”?

20 ຜູ້​ເບິ່ງແຍງ​ຍັງ​ເຮັດ​ຕາມ​ຄວາມ​ຍຸຕິທຳ​ຂອງ​ພະເຈົ້າ​ໃນ​ວິທີ​ອື່ນ​ອີກ. ຫຼັງ​ຈາກ​ທີ່​ບອກ​ລ່ວງ​ໜ້າ​ວ່າ​ຜູ້​ເບິ່ງແຍງ​ຈະ​ຮັບໃຊ້ “ດ້ວຍ​ຄວາມ​ຍຸຕິທຳ” ແລ້ວ ເອຊາຢາ​ບອກ​ຕື່ມ​ອີກ​ວ່າ: “ທຸກ​ຄົນ​ຈະ​ເປັນ​ຄື​ກັບ​ບ່ອນ​ທີ່​ບັງ​ລົມ ເປັນ​ຄື​ກັບ​ບ່ອນ​ທີ່​ປົກປ້ອງ​ຈາກ​ພາຍຸ​ຝົນ ເປັນ​ຄື​ກັບ​ແມ່​ນ້ຳ​ໃນ​ແຜ່ນດິນ​ທີ່​ບໍ່​ມີ​ນ້ຳ ແລະ​ເປັນ​ຄື​ກັບ​ເງົາ​ຂອງ​ຫີນ​ຜາ​ໃຫຍ່​ໃນ​ແຜ່ນດິນ​ທີ່​ແຫ້ງ​ແລ້ງ.” (ເອຊາຢາ 32:1, 2) ຍ້ອນ​ແນວ​ນີ້ ຜູ້​ເບິ່ງແຍງ​ຈະ​ພະຍາຍາມ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ສົດ​ຊື່ນ.

21 ທຸກ​ມື້​ນີ້ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ​ຕ້ອງການ​ກຳລັງ​ໃຈ​ຍ້ອນ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ຮູ້ສຶກ​ທໍ້ໃຈ. ຖ້າ​ເຈົ້າ​ເປັນ​ຜູ້​ເບິ່ງແຍງ ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ “ຄົນ​ທີ່​ຊຶມເສົ້າ”? (1 ເທຊະໂລນິກ 5:14) ເຈົ້າ​ອາດຈະ​ຕ້ອງ​ຟັງ​ເຂົາເຈົ້າ​ດ້ວຍ​ຄວາມ​ເຫັນອົກເຫັນໃຈ. (ຢາໂກໂບ 1:19) ເຂົາເຈົ້າ​ອາດຈະ​ຢາກ​ເລົ່າ​ເລື່ອງ​ທີ່​ເຂົາເຈົ້າ​ອຸກໃຈ​ໃຫ້​ຄົນ​ທີ່​ໄວ້ໃຈ​ຟັງ. (ສຸພາສິດ 12:25) ເຈົ້າ​ຊ່ວຍ​ເຂົາເຈົ້າ​ໃຫ້​ໝັ້ນໃຈ​ວ່າ​ເຂົາເຈົ້າ​ມີ​ຄ່າ​ແລະ​ເປັນ​ທີ່​ຮັກ​ຂອງ​ພະ​ເຢໂຫວາ​ແລະ​ຂອງ​ພີ່ນ້ອງ​ໄດ້. (1 ເປໂຕ 1:22; 5:6, 7) ນອກ​ຈາກ​ນັ້ນ ຜູ້​ເບິ່ງແຍງ​ອາດຈະ​ອະທິດຖານ​ກັບ​ເຂົາເຈົ້າ​ແລະ​ອະທິດຖານ​ເພື່ອ​ເຂົາເຈົ້າ​ໄດ້​ນຳ. ການ​ໄດ້​ຟັງ​ຜູ້​ເບິ່ງແຍງ​ເວົ້າ​ກ່ຽວກັບ​ເຂົາເຈົ້າ​ໃນ​ຄຳ​ອະທິດຖານ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ໄດ້​ກຳລັງ​ໃຈ​ຫຼາຍ. (ຢາໂກໂບ 5:14, 15) ຖ້າ​ເຈົ້າ​ພະຍາຍາມ​ຊ່ວຍ​ພີ່ນ້ອງ​ທີ່​ຊຶມເສົ້າ​ດ້ວຍ​ຄວາມ​ຮັກ ພະ​ເຢໂຫວາ​ພະເຈົ້າ​ທີ່​ຍຸຕິທຳ​ຈະ​ບໍ່​ມີ​ມື້​ລືມ​ສິ່ງ​ທີ່​ເຈົ້າ​ເຮັດ​ແນ່ນອນ.

ຜູ້​ເບິ່ງແຍງ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ເມື່ອ​ເຂົາເຈົ້າ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ທໍ້ໃຈ

22. ເຮົາ​ຈະ​ຮຽນ​ແບບ​ຢ່າງ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ໄດ້​ໃນ​ທາງ​ໃດ​ແດ່ ແລະ​ຜົນ​ຈະ​ເປັນ​ແນວ​ໃດ?

22 ການ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຮົາ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ​ເລື້ອຍໆ. ຖ້າ​ເຮົາ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ເພິ່ນ ຖ້າ​ເຮົາ​ປະກາດ​ຂ່າວ​ດີ​ທີ່​ຊ່ວຍ​ຊີວິດ​ໃຫ້​ຄົນ​ອື່ນ​ຮູ້ ແລະ​ຖ້າ​ເຮົາ​ເລືອກ​ທີ່​ຈະ​ເບິ່ງ​ສ່ວນ​ດີ​ຂອງ​ຄົນ​ອື່ນ​ແທນ​ທີ່​ຈະ​ເບິ່ງ​ຂໍ້​ຜິດ​ພາດ​ຂອງ​ເຂົາເຈົ້າ ເຮົາ​ກໍ​ກຳລັງ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະເຈົ້າ. ຜູ້​ເບິ່ງແຍງ​ທຸກ​ຄົນ ເມື່ອ​ເຈົ້າ​ປົກປ້ອງ​ປະຊາຄົມ​ໃຫ້​ສະອາດ ໃຫ້​ຄຳ​ແນະນຳ​ທີ່​ໃຫ້​ກຳລັງ​ໃຈ​ຈາກ​ຄຳພີ​ໄບເບິນ ຕັດສິນ​ເລື່ອງ​ຕ່າງໆ​ແບບ​ບໍ່​ລຳອຽງ ແລະ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ທໍ້ໃຈ ເຈົ້າ​ກໍ​ກຳລັງ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະເຈົ້າ. ພະ​ເຢໂຫວາ​ຄື​ຊິ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ເຫັນ​ຄົນ​ຂອງ​ເພິ່ນ​ພະຍາຍາມ​ຢ່າງ​ດີ​ທີ່​ສຸດ​ເພື່ອ​ຈະ “ເປັນ​ຄົນ​ຍຸຕິທຳ” ໂດຍ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເພິ່ນ.

a ສະບັບ​ແປ​ບາງ​ສະບັບ​ໃຊ້​ຄຳ​ວ່າ “ຢ່າ​ຕັດສິນ” ແລະ “ຢ່າ​ກ່າວ​ໂທດ.” ການ​ແປ​ແບບ​ນັ້ນ​ໝາຍ​ຄວາມ​ວ່າ “ຢ່າ​ເລີ່ມ​ຕັດສິນ” ແລະ “ຢ່າ​ເລີ່ມ​ກ່າວ​ໂທດ.” ແຕ່​ຄຳ​ວ່າ “ຢ່າ” ໃນ​ຂໍ້​ຄຳພີ​ເຫຼົ່າ​ນີ້​ທີ່​ຜູ້​ຂຽນ​ຄຳພີ​ໄບເບິນ​ໃຊ້​ເປັນ​ຄຳ​ທີ່​ໃຊ້​ກັບ​ສິ່ງ​ທີ່​ກຳລັງ​ເກີດຂຶ້ນ​ໃນ​ປັດຈຸບັນ. ດັ່ງນັ້ນ ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ວ່າ​ຄົນ​ທີ່​ຟັງ​ເພິ່ນ​ທີ່​ກຳລັງ​ຕັດສິນ​ຄົນ​ອື່ນ​ຢູ່​ຕ້ອງ​ເຊົາ​ເຮັດ​ແບບ​ນັ້ນ.

b ໃນ 2 ຕີໂມທຽວ 4:2 ຄຳພີ​ໄບເບິນ​ບອກ​ວ່າ​ບາງ​ເທື່ອ​ຜູ້​ເບິ່ງແຍງ​ຕ້ອງ “ວ່າ​ກ່າວ ຕັກ​ເຕືອນ ຕຳໜິ ແລະ​ໂນ້ມນ້າວ.” ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ໂນ້ມນ້າວ” (ພາຣາຄາເລໂອ) ອາດ​ມີ​ຄວາມ​ໝາຍ​ວ່າ “ໃຫ້​ກຳລັງ​ໃຈ” ນຳ. ຄຳ​ພາສາ​ກຣີກ​ອີກ​ຄຳ​ໜຶ່ງ​ທີ່​ກ່ຽວ​ຂ້ອງ​ກັນ​ອາດ​ໝາຍເຖິງ​ທະນາຍ​ຄວາມ​ທີ່​ຊ່ວຍ​ເວົ້າ​ຄວາມ​ໃຫ້​ບາງ​ຄົນ​ໃນ​ສານ. ດັ່ງນັ້ນ ເຖິງ​ວ່າ​ຜູ້​ເບິ່ງແຍງ​ຕ້ອງ​ວ່າ​ກ່າວ​ຕັກ​ເຕືອນ​ຢ່າງ​ໜັກແໜ້ນ ແຕ່​ເຂົາເຈົ້າ​ຕ້ອງ​ຊ່ວຍ​ພີ່ນ້ອງ​ໃຫ້​ກັບ​ມາ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ອີກ.