ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 17

‘ເພິ່ນ​ມີ​ສະຕິ​ປັນຍາ​ຫຼາຍ​ແທ້ໆ’

‘ເພິ່ນ​ມີ​ສະຕິ​ປັນຍາ​ຫຼາຍ​ແທ້ໆ’

1, 2. ພະ​ເຢໂຫວາ​ຕ້ອງການ​ໃຫ້​ມື້​ທີ 7 ເປັນ​ແນວ​ໃດ ແຕ່​ເກີດ​ຫຍັງ​ຂຶ້ນ​ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ມື້​ນັ້ນ?

 ໃນ​ມື້​ທີ 6 ຫຼັງ​ຈາກ​ພະ​ເຢໂຫວາ​ໄດ້​ສ້າງ​ມະນຸດ​ແລ້ວ ເພິ່ນ​ໄດ້​ເບິ່ງ “ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເພິ່ນ​ສ້າງ” ແລະ​ບອກ​ວ່າ: “ດີ​ຫຼາຍ.” (ປະຖົມມະການ 1:31) ແຕ່​ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ມື້​ທີ 7 ອາດາມ​ແລະ​ເອວາ​ໄດ້​ເລືອກ​ທີ່​ຈະ​ຟັງ​ຊາຕານ​ແລະ​ກະບົດ​ຕໍ່​ພະ​ເຢໂຫວາ. ມະນຸດ​ເຊິ່ງ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ໂລກ​ທີ່​ພະ​ເຢໂຫວາ​ສ້າງ​ໄດ້​ເຮັດ​ບາບ ກາຍ​ເປັນ​ຄົນ​ບໍ່​ສົມບູນ​ແບບ ແລະ​ຕ້ອງ​ຕາຍ. ເປັນ​ເລື່ອງ​ທີ່​ໜ້າ​ເສົ້າ​ແທ້ໆ!

2 ນີ້​ອາດ​ເບິ່ງ​ຄື​ວ່າ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ສຳລັບ​ມື້​ທີ 7 ບໍ່​ໄດ້​ເປັນ​ຕາມ​ທີ່​ເພິ່ນ​ຕັ້ງໃຈ​ໄວ້. ຄື​ກັບ 6 ມື້​ກ່ອນ​ໜ້າ​ນັ້ນ​ເປັນ​ເວລາ​ທີ່​ຍາວ​ນານ ມື້​ທີ 7 ກໍ​ຄື​ຊິ​ຍາວ​ນານ​ຫຼາຍ​ພັນ​ປີ​ຄື​ກັນ. ພະ​ເຢໂຫວາ​ໄດ້​ອວຍພອນ​ໃຫ້​ມື້​ທີ 7 ເປັນ​ມື້​ທີ່​ບໍລິສຸດ ແລະ​ເພິ່ນ​ຈະ​ເຮັດ​ໃຫ້​ໂລກ​ກາຍ​ເປັນ​ອຸທິຍານ​ທີ່​ເຕັມ​ແຕ່​ຄອບຄົວ​ມະນຸດ​ທີ່​ສົມບູນແບບ. (ປະຖົມມະການ 1:28; 2:3) ແຕ່​ຫຼັງ​ຈາກ​ອາດາມ​ກັບ​ເອວາ​ກະບົດ ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ຈະ​ເກີດ​ຂຶ້ນ​ໄດ້​ແນວ​ໃດ? ພະເຈົ້າ​ຈະ​ເຮັດ​ແນວ​ໃດ​ກ່ຽວກັບ​ເລື່ອງ​ນີ້? ໃຫ້​ເຮົາ​ມາ​ເບິ່ງ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ສະຕິ​ປັນຍາ​ຂອງ​ເພິ່ນ​ໃນ​ແບບ​ທີ່​ເປັນ​ຕາ​ປະທັບໃຈ.

3, 4. (ກ) ເຮົາ​ຮຽນ​ຫຍັງ​ໄດ້​ກ່ຽວກັບ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ໃນ​ວິທີ​ທີ່​ເພິ່ນ​ຈັດການ​ກັບ​ການ​ກະບົດ​ໃນ​ສວນ​ເອເດັນ? (ຂ) ເຮົາ​ຈະ​ເຂົ້າໃຈ​ເລື່ອງ​ຫຍັງ​ຫຼາຍ​ຂຶ້ນ​ຕອນ​ທີ່​ເຮົາ​ຮຽນ​ຮູ້​ກ່ຽວກັບ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ?

3 ພະ​ເຢໂຫວາ​ໄດ້​ຈັດການ​ເລື່ອງ​ນັ້ນ​ທັນທີ. ເພິ່ນ​ບອກ​ວ່າ​ຈະ​ລົງໂທດ​ຜູ້​ທີ່​ກະບົດ​ແນວ​ໃດ ແລະ​ຍັງ​ບອກ​ໃຫ້​ຮູ້​ນຳ​ວ່າ​ເພິ່ນ​ຈະ​ແກ້ໄຂ​ບັນຫາ​ທີ່​ເກີດຂຶ້ນ​ນັ້ນ​ແນວ​ໃດ. (ປະຖົມມະການ 3:15) ພະ​ເຢໂຫວາ​ເລີ່ມ​ຈັດການ​ກັບ​ບັນຫາ​ນີ້​ຕັ້ງແຕ່​ຢູ່​ສວນ​ເອເດັນ. ຕະຫຼອດ​ຫຼາຍ​ພັນ​ປີ​ທີ່​ຜ່ານ​ມາ​ຈົນ​ຮອດ​ຕອນນີ້ ເພິ່ນ​ເຮັດ​ແບບ​ນັ້ນ​ແລະ​ຈະ​ເຮັດ​ຕໍ່​ໄປ​ຈົນ​ກວ່າ​ຜົນ​ເສຍ​ທຸກ​ຢ່າງ​ຈາກ​ການ​ກະບົດ​ຈະ​ໄດ້​ຮັບ​ການ​ແກ້ໄຂ​ໃນ​ອະນາຄົດ. ເພິ່ນ​ແກ້ໄຂ​ເລື່ອງ​ນີ້​ໃນ​ວິທີ​ທີ່​ລຽບ​ງ່າຍ ແຕ່​ກໍ​ສະຫຼາດ​ຫຼາຍ​ເຊິ່ງ​ເຮັດ​ໃຫ້​ເຮົາ​ສາມາດ​ໃຊ້​ເວລາ​ສຶກສາ ຄິດ​ຕຶກຕອງ ແລະ​ຮັບ​ປະໂຫຍດ​ໄດ້​ຕະຫຼອດ​ຊີວິດ. ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ຈະ​ເປັນ​ຈິງ​ແນ່ນອນ. ໃນ​ຕອນ​ນັ້ນ​ຄວາມ​ຊົ່ວ​ທັງໝົດ ບາບ ແລະຄວາມ​ຕາຍ​ຈະ​ໝົດ​ໄປ ແລະ​ຄົນ​ທີ່​ສັດຊື່​ກໍ​ຈະ​ເປັນ​ຄົນ​ສົມບູນແບບ. ທັງໝົດ​ນີ້​ຈະ​ເກີດຂຶ້ນ​ກ່ອນ​ມື້​ທີ 7 ສິ້ນ​ສຸດ​ລົງ. ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳລັບ​ໂລກ​ແລະ​ມະນຸດ​ເປັນ​ຈິງ​ຕາມ​ເວລາ​ທີ່​ເພິ່ນ​ໄດ້​ກຳນົດ​ໄວ້.

4 ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ປະທັບໃຈ​ຫຼາຍ​ແທ້ໆ. ອັກຄະສາວົກ​ໂປໂລ​ຖືກ​ກະຕຸ້ນ​ໃຫ້​ຂຽນ​ວ່າ: ‘ພະເຈົ້າ​ມີ​ສະຕິ​ປັນຍາ​ຫຼາຍ​ແທ້ໆ!’ (ໂຣມ 11:33) ຕອນ​ທີ່​ເຮົາ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວກັບ​ສະຕິ​ປັນຍາ​ຂອງ​ພະເຈົ້າ ເຮົາ​ຈະ​ເຂົ້າໃຈ​ແຈ້ງ​ວ່າ​ເຮົາ​ຄວນ​ເປັນ​ຄົນ​ຖ່ອມ. ເຖິງ​ວ່າ​ເຮົາ​ຈະ​ຮຽນ​ຮູ້​ເລື່ອງ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ມາ​ຫຼາຍ​ແລ້ວ ແຕ່​ເຮົາ​ກໍ​ເຂົ້າໃຈ​ສະຕິ​ປັນຍາ​ທີ່​ເລິກ​ເຊິ່ງ​ຂອງ​ເພິ່ນ​ໄດ້​ແຕ່​ໜ້ອຍ​ດຽວ​ເທົ່າ​ນັ້ນ. (ໂຢບ 26:14) ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄຸນລັກສະນະ​ທີ່​ໜ້າ​ປະທັບໃຈ​ນີ້​ໝາຍເຖິງ​ຫຍັງ.

ສະຕິ​ປັນຍາ​ແທ້​ແມ່ນ​ຫຍັງ?

5, 6. ເປັນ​ຫຍັງ​ເຮົາ​ຕ້ອງ​ມີ​ຄວາມ​ຮູ້​ເພື່ອ​ຈະ​ເປັນ​ຄົນ​ສະຫຼາດ ແລະ​ພະ​ເຢໂຫວາ​ມີ​ຄວາມ​ຮູ້​ຫຼາຍ​ສ່ຳ​ໃດ?

5 ສະຕິ​ປັນຍາ​ແຕກຕ່າງ​ກັບ​ຄວາມ​ຮູ້. ເຖິງ​ວ່າ​ຄອມພິວເຕີ​ຈະ​ເກັບ​ຂໍ້ມູນ​ທີ່​ເປັນ​ຄວາມ​ຮູ້​ໄວ້​ບັກ​ຫຼາຍໆ ແຕ່​ຄື​ຊິ​ບໍ່​ມີ​ໃຜ​ບອກ​ວ່າ​ຄອມພິວເຕີ​ສະຫຼາດ. ແຕ່​ເພື່ອ​ຈະ​ເປັນ​ຄົນ​ສະຫຼາດ ເຮົາ​ກໍ​ຕ້ອງ​ມີ​ຄວາມ​ຮູ້. (ສຸພາສິດ 10:14) ຕົວຢ່າງ​ເຊັ່ນ ຖ້າ​ເຮົາ​ຢາກ​ໄດ້​ຄຳ​ແນະນຳ​ທີ່​ດີ​ເພື່ອ​ຮັບ​ມື​ກັບ​ບັນຫາ​ສຸຂະພາບ ເຮົາ​ຈະ​ປຶກສາ​ບາງ​ຄົນ​ທີ່​ບໍ່​ມີ​ຄວາມ​ຮູ້​ໃນ​ການ​ປິ່ນປົວ​ເລີຍ​ບໍ? ເຮົາ​ຄື​ຊິ​ບໍ່​ເຮັດ​ແບບ​ນັ້ນ​ດອກ! ດັ່ງນັ້ນ ຄົນ​ທີ່​ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ​ກໍ​ເປັນ​ຄົນ​ທີ່​ມີ​ສະຕິ​ປັນຍາ​ແທ້.

6 ພະ​ເຢໂຫວາ​ຮູ້​ທຸກ​ຢ່າງ ເພິ່ນ​ເປັນ “ກະສັດ​ຕະຫຼອດ​ໄປ” ເພິ່ນ​ຜູ້​ດຽວ​ທີ່​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ. (ພະ​ນິມິດ 15:3) ເພິ່ນ​ຮູ້​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເກີດຂຶ້ນ. ຄຳພີ​ໄບເບິນ​ບອກ​ວ່າ: “ທຸກ​ສິ່ງ​ທີ່​ພະເຈົ້າ​ສ້າງ​ຂຶ້ນ​ມາ ບໍ່​ມີ​ຫຍັງ​ຖືກ​ປົກ​ປິດ​ໄວ້​ຈາກ​ສາຍ​ຕາ​ຂອງ​ເພິ່ນ ແຕ່​ທຸກ​ສິ່ງ​ຖືກ​ເປີດເຜີຍ​ແລະ​ປາກົດ​ແຈ້ງ​ຕໍ່​ສາຍ​ຕາ​ຂອງ​ເພິ່ນ​ຜູ້​ທີ່​ພວກ​ເຮົາ​ຕ້ອງ​ໃຫ້​ການ.” (ເຮັບເຣີ 4:13; ສຸພາສິດ 15:3) ໃນ​ຖານະ​ເປັນ​ຜູ້​ສ້າງ ພະ​ເຢໂຫວາ​ຮູ້​ທຸກ​ຢ່າງ​ກ່ຽວກັບ​ສິ່ງ​ທີ່​ເພິ່ນ​ສ້າງ ແລະ​ເພິ່ນ​ເຫັນ​ສິ່ງ​ທີ່​ມະນຸດ​ເຮັດ​ຕັ້ງແຕ່​ຕອນ​ທີ່​ເພິ່ນ​ສ້າງ​ເຂົາເຈົ້າ. ເພິ່ນ​ຮູ້​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ແຕ່​ລະ​ຄົນ. (1 ຂ່າວຄາວ 28:9) ເພິ່ນ​ສ້າງ​ເຮົາ​ໃຫ້​ມີ​ອິດສະຫຼະ​ໃນ​ການ​ເລືອກ ແລະ​ເມື່ອ​ເພິ່ນ​ເຫັນ​ວ່າ​ເຮົາ​ເລືອກ​ສິ່ງ​ທີ່​ດີ ເພິ່ນ​ກໍ​ມີ​ຄວາມ​ສຸກ. ນອກ​ຈາກນັ້ນ ເພິ່ນ​ຍັງ​ເປັນ “ຜູ້​ຟັງ​ຄຳ​ອະທິດຖານ.” ເພິ່ນ​ສາມາດ​ຟັງ​ຄຳ​ອະທິດຖານ​ຂອງ​ຫຼາຍ​ລ້ານ​ຄົນ​ໃນ​ເວລາ​ດຽວ​ກັນ​ໄດ້ (ເພງ​ສັນລະເສີນ 65:2) ແລະ​ພະ​ເຢໂຫວາ​ກໍ​ມີ​ຄວາມ​ຈື່​ຈຳ​ທີ່​ສົມບູນແບບ.

7, 8. ພະ​ເຢໂຫວາ​ສະແດງ​ວ່າ​ເພິ່ນ​ມີ​ຄວາມ​ເຂົ້າໃຈ​ແລະ​ມີ​ສະຕິ​ປັນຍາ​ແນວ​ໃດ?

7 ພະ​ເຢໂຫວາ​ບໍ່​ໄດ້​ມີ​ແຕ່​ຄວາມ​ຮູ້​ເທົ່າ​ນັ້ນ ແຕ່​ເພິ່ນ​ຍັງ​ມີ​ຄວາມ​ເຂົ້າໃຈ​ນຳ. ນີ້​ໝາຍ​ຄວາມ​ວ່າ​ເພິ່ນ​ຮູ້​ດີ​ວ່າ​ທຸກ​ຢ່າງ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ​ແລະ​ເຂົ້າໃຈ​ພາບ​ລວມ​ທັງໝົດ. ເພິ່ນ​ຮູ້​ວ່າ​ແມ່ນ​ຫຍັງ​ດີ​ແມ່ນ​ຫຍັງ​ບໍ່​ດີ​ແລະ​ເບິ່ງ​ອອກ​ວ່າ​ເລື່ອງ​ໃດ​ສຳຄັນ​ຫຼື​ບໍ່​ສຳຄັນ. ນອກ​ຈາກນັ້ນ ເພິ່ນ​ບໍ່​ໄດ້​ເບິ່ງ​ແຕ່​ພາຍ​ນອກ ແຕ່​ເພິ່ນ​ເບິ່ງ​ຫົວໃຈ. (1 ຊາມູເອນ 16:7) ພະ​ເຢໂຫວາ​ມີ​ຄວາມ​ເຂົ້າໃຈ​ເຊິ່ງ​ເປັນ​ຄຸນລັກສະນະ​ທີ່​ດີ​ກວ່າ​ຄວາມ​ຮູ້. ແຕ່​ສະຕິ​ປັນຍາ​ກໍ​ຍັງ​ດີ​ກວ່າ​ຄວາມ​ເຂົ້າໃຈ​ອີກ.

8 ສະຕິ​ປັນຍາ​ໝາຍເຖິງ​ການ​ຮຽນ​ຮູ້​ບາງ​ຢ່າງ​ແລະ​ມີ​ຄວາມ​ເຂົ້າໃຈ​ໃນ​ເລື່ອງ​ນັ້ນ ແລະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ມາ​ໃຊ້​ແລ້ວ​ເກີດ​ຜົນ​ທີ່​ດີ. ຄຳພີ​ໄບເບິນ​ອະທິບາຍ​ວ່າ: “ສະຕິ​ປັນຍາ” ໝາຍເຖິງ​ການ​ເຮັດ​ບາງ​ຢ່າງ​ໃຫ້​ສຳເລັດ. ພະ​ເຢໂຫວາ​ໃຊ້​ຄວາມ​ຮູ້​ແລະ​ຄວາມ​ເຂົ້າໃຈ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ທຸກ​ຢ່າງ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້. ເພິ່ນ​ຮູ້​ແລະ​ເຂົ້າໃຈ​ທຸກ​ຢ່າງ. ເພິ່ນ​ຕັດສິນໃຈ​ໄດ້​ດີ​ແລະ​ເຮັດ​ສິ່ງ​ຕ່າງໆ​ໃນ​ວິທີ​ທີ່​ດີ​ທີ່​ສຸດ​ສະເໝີ. ພະ​ເຢໂຫວາ​ມີ​ສະຕິ​ປັນຍາ​ແທ້ ແລະ​ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ວ່າ: “ເມື່ອ​ຜູ້​ໃດ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ສິ່ງ​ນັ້ນ​ກໍ​ພິສູດ​ວ່າ​ລາວ​ມີ​ສະຕິ​ປັນຍາ.” (ມັດທາຍ 11:19) ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ສະແດງ​ວ່າ​ເພິ່ນ​ມີ​ສະຕິ​ປັນຍາ​ຫຼາຍ​ແທ້ໆ.

ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ​ສະແດງ​ວ່າ​ເພິ່ນ​ມີ​ສະຕິ​ປັນຍາ

9, 10. (ກ) ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ສະຕິ​ປັນຍາ​ຂອງ​ເພິ່ນ​ໃນ​ເລື່ອງ​ໃດ ແລະ​ເພິ່ນ​ເຮັດ​ແບບ​ນັ້ນ​ແນວ​ໃດ? (ຂ) ຄວາມ​ຮູ້​ເລື່ອງ​ຈຸລັງ​ຊ່ວຍ​ໃຫ້​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ສະຕິ​ປັນຍາ​ແນວ​ໃດ?

9 ເຈົ້າ​ເຄີຍ​ຮູ້ສຶກ​ປະທັບໃຈ​ບໍ​ທີ່​ເຫັນ​ບາງ​ຄົນ​ເຮັດ​ແນວ​ງາມໆ​ແລະ​ໃຊ້​ໄດ້​ດີ? (ອົບພະຍົບ 31:1-3) ມະນຸດ​ມີ​ສະຕິ​ປັນຍາ​ຈາກ​ພະ​ເຢໂຫວາ​ທີ່​ຈະ​ເຮັດ​ສິ່ງ​ຕ່າງໆ​ໄດ້. ແຕ່​ເພິ່ນ​ມີ​ສະຕິ​ປັນຍາ​ຫຼາຍ​ກວ່າ​ມະນຸດ​ທຸກ​ຄົນ. ກະສັດ​ດາວິດ​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ: “ລູກ​ສັນລະເສີນ​ພະອົງ​ຍ້ອນ​ລູກ​ຖືກ​ສ້າງ​ໃນ​ວິທີ​ທີ່​ເປັນ​ຕາ​ງຶດ​ແທ້ໆ. ຜົນ​ງານ​ຂອງ​ພະອົງ​ບໍ່​ມີ​ຫຍັງ​ທຽບ​ໄດ້. ລູກ​ຮູ້​ເລື່ອງ​ນີ້​ດີ.” (ເພງ​ສັນລະເສີນ 139:14) ຖ້າ​ເຮົາ​ຮຽນ​ຮູ້​ເລື່ອງ​ຮ່າງກາຍ​ຂອງ​ມະນຸດ​ຫຼາຍ​ຂຶ້ນ ເຮົາ​ກໍ​ແຮ່ງ​ຈະ​ປະທັບໃຈ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

10 ຕົວຢ່າງ​ເຊັ່ນ ຊີວິດ​ຂອງ​ເຮົາ​ເລີ່ມ​ຕົ້ນ​ຕອນ​ທີ່​ຈຸລັງ​ໄຂ່​ຈຸລັງ​ໜຶ່ງ​ປະສົມ​ກັບ​ນ້ຳ​ອະສຸຈິ. ຫຼັງ​ຈາກ​ນັ້ນ​ບໍ່​ດົນ​ຈຸລັງ​ນັ້ນ​ກໍ​ເລີ່ມ​ແບ່ງ​ໂຕ. ແລ້ວ​ໃນ​ທີ່​ສຸດ​ກໍ​ເກີດ​ເປັນ​ໂຕ​ເຮົາ​ທີ່​ມີ​ຈຸລັງ​ປະມານ 100 ລ້ານ​ລ້ານ​ຈຸລັງ ແລະ​ຈຸລັງ​ເຫຼົ່າ​ນີ້​ມີ​ຂະໜາດ​ນ້ອຍໆ. ຖ້າ​ເອົາ​ຈຸລັງ​ປະມານ 10.000 ຈຸລັງ​ມາ​ລວມ​ກັນ​ຈະ​ມີ​ຂະໜາດ​ເທົ່າ​ກັບ​ຫົວ​ເຂັມໝຸດ​ເທົ່າ​ນັ້ນ. ແຕ່​ເຖິງ​ຈະ​ເປັນ​ແນວ​ນັ້ນ ແຕ່​ລະ​ຈຸລັງ​ກໍ​ຊັບຊ້ອນ​ຫຼາຍ​ຈົນ​ເປັນ​ຕາ​ງຶດ​ແທ້ໆ. ຈຸລັງ​ມີ​ຄວາມ​ຊັບຊ້ອນ​ຫຼາຍ​ກວ່າ​ເຄື່ອງ​ຈັກ​ຫຼື​ໂຮງງານ​ທີ່​ມະນຸດ​ສ້າງ​ຂຶ້ນ​ມາ. ນັກ​ວິທະຍາສາດ​ບອກ​ວ່າ​ພຽງ​ແຕ່​ຈຸລັງ​ດຽວ​ກໍ​ເປັນ​ຄື​ກັບ​ເມືອງ​ທີ່​ມີ​ກຳແພງ​ແລະ​ປະຕູ​ອ້ອມ ມີ​ລະບົບ​ການ​ຂົນ​ສົ່ງ ມີ​ເຄືອ​ຂ່າຍ​ການ​ຕິດຕໍ່​ສື່ສານ ມີ​ໂຮງ​ໄຟ​ຟ້າ ມີ​ໂຮງງານ​ຜະລິດ ມີ​ລະບົບ​ກຳຈັດ​ສິ່ງ​ເສດ​ເຫຼືອ ມີ​ລະບົບ​ທີ່​ນຳ​ສິ່ງ​ເສດ​ເຫຼືອ​ມາ​ໃຊ້​ໃໝ່​ໄດ້ ມີ​ໜ່ວຍ​ປ້ອງກັນ​ໄພ ແລະ​ເຖິງ​ກັບ​ມີ​ສ່ວນ​ທີ່​ເປັນ​ຄື​ກັບ​ລັດຖະບານ​ກາງ​ໃນ​ແກນ​ກາງ​ຂອງ​ຈຸລັງ​ດ້ວຍ​ຊ້ຳ. ນອກ​ຈາກນັ້ນ ພາຍ​ໃນ​ບໍ່​ຈັກ​ຊົ່ວໂມງ​ຈຸລັງ​ຍັງ​ສາມາດ​ສ້າງ​ແບບ​ຈຳລອງ​ຂອງ​ໂຕ​ມັນ​ເອງ​ໄດ້​ຢ່າງ​ຄົບ​ຖ້ວນ.

11, 12. (ກ) ຂໍ້ມູນ​ທີ່​ຈຳເປັນ​ເພື່ອ​ສ້າງ​ຈຸລັງ​ຊະນິດ​ຕ່າງໆ​ມາ​ຈາກ​ໃສ ແລະ​ເລື່ອງ​ນີ້​ເປັນ​ຄື​ກັບ​ທີ່​ບອກ​ໃນ​ເພງ​ສັນລະເສີນ 139:16 ແນວ​ໃດ? (ຂ) ສະໝອງ​ຂອງ​ມະນຸດ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຖືກ​ສ້າງ​ແບບ “ເປັນ​ຕາ​ງຶດ​ແທ້ໆ”?

11 ແນ່ນອນ ເຖິງ​ວ່າ​ໃນ​ໂຕ​ເຮົາ​ຈະ​ມີ​ຈຸລັງ​ຈຳນວນ​ຫຼາຍ ແຕ່​ບໍ່​ແມ່ນ​ທຸກ​ຈຸລັງ​ຈະ​ຄື​ກັນ​ໝົດ. ຕອນ​ທີ່​ໂຕ​ອ່ອນ​ຂອງ​ຄົນ​ກຳລັງ​ໃຫຍ່​ຂຶ້ນ​ຢູ່​ໃນ​ທ້ອງ​ແມ່ ຈຸລັງ​ຫຼາຍ​ຈຸລັງ​ກໍ​ແບ່ງ​ໂຕ​ເພີ່ມ​ອອກ​ເປັນ​ຈຸລັງ​ຫຼາຍ​ຊະນິດ ເຊັ່ນ: ຈຸລັງ​ປະສາດ ຈຸລັງ​ກະດູກ ຈຸລັງ​ກ້າມເນື້ອ ຈຸລັງ​ເມັດ​ເລືອດ ຫຼື​ຈຸລັງ​ຕາ ແລະ​ເພື່ອ​ຈະ​ສ້າງ​ຈຸລັງ​ທັງໝົດ​ນີ້​ກໍ​ຕ້ອງ​ມີ​ຂໍ້ມູນ​ທີ່​ຈຳເປັນ​ທີ່​ມ້ຽນ​ໄວ້​ໃນ​ແຕ່​ລະ​ຈຸລັງ​ທີ່​ເປັນ​ຄື​ກັບ “ຫ້ອງ​ສະໝຸດ” ຂະໜາດ​ໃຫຍ່​ທີ່​ເອີ້ນ​ວ່າ ດີເອັນເອ (ໜ່ວຍ​ພັນທຸກຳ). ດາວິດ​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ​ໃຫ້​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ: “ພະອົງ​ເຫັນ​ລູກ​ຕັ້ງ​ແຕ່​ລູກ​ຍັງ​ເປັນ​ໂຕ​ອ່ອນ. ທຸກ​ສ່ວນ​ຂອງ​ລູກ​ຖືກ​ຈົດ​ໄວ້​ໃນ​ປຶ້ມ​ຂອງ​ພະອົງ.”—ເພງ​ສັນລະເສີນ 139:16

12 ອະໄວຍະວະ​ບາງ​ສ່ວນ​ຂອງ​ຮ່າງກາຍ​ສະຫຼັບ​ຊັບຊ້ອນ​ຫຼາຍ​ແທ້ໆ. ເພື່ອ​ເປັນ​ຕົວຢ່າງ ຂໍ​ໃຫ້​ມາ​ເບິ່ງ​ເລື່ອງ​ສະໝອງ​ຂອງ​ມະນຸດ. ບາງ​ຄົນ​ເອີ້ນ​ສະໝອງ​ວ່າ​ເປັນ​ສິ່ງ​ທີ່​ຊັບຊ້ອນ​ຫຼາຍ​ທີ່​ສຸດ​ໃນ​ເອກະພົບ. ສະໝອງ​ມີ​ຈຸລັງ​ປະສາດ​ປະມານ 1 ແສນ​ລ້ານ​ຈຸລັງ​ເຊິ່ງ​ຫຼາຍ​ເທົ່າ​ກັບ​ຈຳນວນ​ດາວ​ໃນ​ກາແລັກຊີ​ຂອງ​ເຮົາ. ຈຸລັງ​ເຫຼົ່າ​ນັ້ນ​ແຕ່​ລະ​ຈຸລັງ​ເຊື່ອມ​ຕໍ່​ກັນ​ກັບ​ຈຸລັງ​ອື່ນໆ​ຫຼາຍ​ພັນ​ຈຸລັງ. ນັກ​ວິທະຍາສາດ​ບອກ​ວ່າ​ສະໝອງ​ມະນຸດ​ສາມາດ​ເກັບ​ຂໍ້ມູນ​ຈາກ​ປຶ້ມ​ທຸກ​ຫົວ​ໃນ​ຫ້ອງ​ສະໝຸດ​ທຸກ​ບ່ອນ​ໃນ​ໂລກ​ໄດ້ ແລະ​ອາດຈະ​ຫຼາຍ​ກວ່າ​ນັ້ນ​ອີກ. ເຖິງ​ວ່າ​ນັກ​ວິທະຍາສາດ​ຈະ​ໃຊ້​ເວລາ​ດົນ​ຫຼາຍ​ປີ​ໃນ​ການ​ສຶກສາ​ກ່ຽວກັບ​ສະໝອງ ແຕ່​ເຂົາເຈົ້າ​ຍອມຮັບ​ວ່າ​ບໍ່​ສາມາດ​ເຂົ້າໃຈ​ເຕັມທີ​ກ່ຽວກັບ​ການ​ເຮັດ​ວຽກ​ຂອງ​ມັນ.

13, 14. (ກ) ມົດ​ແລະ​ສັດ​ອື່ນໆ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພວກ​ມັນ “ສະຫຼາດ​ຕາມ​ສັນຊາດຕະຍານ” ແລະ​ເລື່ອງ​ນີ້​ສອນ​ຫຍັງ​ເຮົາ​ກ່ຽວກັບ​ຜູ້​ທີ່​ສ້າງ​ສັດ​ເຫຼົ່າ​ນີ້? (ຂ) ເປັນ​ຫຍັງ​ອາດ​ເວົ້າ​ໄດ້​ວ່າ​ໃຍ​ແມງມຸມ​ຖືກ​ສ້າງ “ດ້ວຍ​ສະຕິ​ປັນຍາ” ຂອງ​ພະເຈົ້າ?

13 ມະນຸດ​ເປັນ​ແຕ່​ຕົວຢ່າງ​ໜຶ່ງ​ທີ່​ເຮັດ​ໃຫ້​ເຫັນ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ໃນ​ການ​ສ້າງ. ເພງ​ສັນລະເສີນ 104:24 ບອກ​ວ່າ: “ພະ​ເຢໂຫວາ​ເອີ້ຍ ຜົນ​ງານ​ຂອງ​ພະອົງ​ມີ​ຫຼາຍ​ແທ້ໆ. ພະອົງ​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ​ດ້ວຍ​ສະຕິ​ປັນຍາ​ຂອງ​ພະອົງ. ຢູ່​ໃນ​ໂລກ​ກໍ​ເຕັມ​ແຕ່​ສິ່ງ​ທີ່​ພະອົງ​ສ້າງ.” ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ຍັງ​ເຫັນ​ໄດ້​ແຈ້ງ​ໃນ​ທຸກ​ສິ່ງ​ທີ່​ເພິ່ນ​ສ້າງ​ທີ່​ຢູ່​ອ້ອມ​ໂຕ​ເຮົາ. ຕົວຢ່າງ​ເຊັ່ນ ມົດ “ສະຫຼາດ​ຕາມ​ສັນຊາດຕະຍານ.” (ສຸພາສິດ 30:24, ໄຂເງື່ອນ) ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຈາກ​ການ​ທີ່​ມົດ​ຈັດ​ກຸ່ມ​ກັນ​ຢ່າງ​ເປັນ​ລະບຽບ. ມົດ​ບາງ​ຊະນິດ​ເບິ່ງແຍງ ປົກປ້ອງ ແລະ​ເອົາ​ອາຫານ​ຈາກ​ພວກ​ແມງ​ໄມ້​ທີ່​ເອີ້ນ​ວ່າ​ໂຕ​ເພ້ຍ ຄື​ກັບ​ວ່າ​ແມງ​ໄມ້​ເຫຼົ່າ​ນີ້​ເປັນ​ສັດ​ລ້ຽງ​ໃນ​ຟາມ​ຂອງ​ພວກ​ມັນ. ມົດ​ບາງ​ຊະນິດ​ເຮັດ​ໜ້າທີ່​ເປັນ​ຄື​ກັບ​ຄົນ​ເຮັດ​ສວນ​ທີ່​ປູກ “ພືດ​ຜົນ” ເຊັ່ນ ພວກ​ເຊື້ອຣາ. ພະ​ເຢໂຫວາ​ໃຫ້​ສັດ​ຕ່າງໆ​ມີ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ງຶດ ຕົວຢ່າງ​ເຊັ່ນ ແມງວັນ​ສາມາດ​ບິນ​ໄດ້​ດີ​ກວ່າ​ຍົນ​ໃນ​ທຸກ​ມື້​ນີ້​ຊ້ຳ. ນົກ​ທີ່​ອົບພະຍົບ​ເປັນ​ໄລຍະ​ທາງ​ໄກ​ໂດຍ​ອາໄສ​ດວງ​ດາວ ທົ່ງ​ແມ່​ເຫຼັກ​ໂລກ ຫຼື​ແຜນທີ່​ເຊິ່ງ​ມີ​ຢູ່​ໃນ​ໂຕ​ມັນ​ເພື່ອ​ເປັນ​ເຄື່ອງ​ຊີ້​ທາງ. ນັກ​ຊີວະ​ສາດ​ໃຊ້​ເວລາ​ຫຼາຍ​ປີ​ເພື່ອ​ສຶກສາ​ຄວາມ​ສາມາດ​ທີ່​ເປັນ​ຕາ​ງຶດ​ຂອງ​ສັດ​ເຫຼົ່າ​ນີ້. ດັ່ງນັ້ນ ຜູ້​ທີ່​ໃຫ້​ຄວາມ​ສາມາດ​ເຫຼົ່າ​ນີ້​ກັບ​ສັດ​ຕ່າງໆ​ຕ້ອງ​ມີ​ສະຕິ​ປັນຍາ​ຫຼາຍ​ແທ້ໆ!

14 ນັກ​ວິທະຍາສາດ​ໄດ້​ຮຽນ​ຫຼາຍ​ຢ່າງ​ຈາກ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ໃນ​ການ​ສ້າງ. ມີ​ສາຂາ​ວິຊາ​ດ້ານ​ວິສະວະກຳ​ສາດ​ທີ່​ເອີ້ນ​ວ່າ ໄບໂອມິເມຕິກສ໌ ເຊິ່ງ​ເປັນ​ວິຊາ​ໜຶ່ງ​ທີ່​ພະຍາຍາມ​ຮຽນ​ແບບ​ສິ່ງ​ຕ່າງໆ​ທີ່​ມີ​ຢູ່​ໃນ​ທຳມະຊາດ. ຕົວຢ່າງ​ເຊັ່ນ ເມື່ອ​ເຈົ້າ​ເບິ່ງ​ໃຍ​ແມງ​ມຸມ ເຈົ້າ​ອາດ​ຮູ້ສຶກ​ງຶດ​ທີ່​ມັນ​ງາມ​ຫຼາຍ. ແຕ່​ນັກ​ວິສະວະກຳ​ສາດ​ອາດ​ຮູ້ສຶກ​ງຶດ​ວ່າ​ມັນ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ. ເຖິງ​ວ່າ​ເສັ້ນ​ໃຍ​ແມງມຸມ​ເບິ່ງ​ຄື​ບາງໆ​ແລະ​ຂາດ​ງ່າຍ ແຕ່​ມັນ​ກໍ​ແຂງແຮງ​ກວ່າ​ເຫຼັກ​ກ້າ​ຫຼື​ເສັ້ນ​ໃຍ​ຂອງ​ເສື້ອ​ກັນ​ລູກ​ປືນ. ແລ້ວ​ໃຍ​ແມງ​ມຸມ​ແຂງແຮງ​ສ່ຳ​ໃດ? ຂໍ​ໃຫ້​ນຶກພາບ​ວ່າ​ຖ້າ​ມັນ​ມີ​ຂະໜາດ​ເທົ່າ​ກັບ​ດາງ​ທີ່​ໃຊ້​ຫາ​ປາ ໃຍ​ແມງມຸມ​ທີ່​ໃຫຍ່​ຂະໜາດ​ນັ້ນ​ຈະ​ສາມາດ​ຕັນ​ຍົນ​ລຳ​ໃຫຍ່​ທີ່​ກຳລັງ​ບິນ​ຢູ່​ໃຫ້​ຢຸດ​ໄດ້! ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ສ້າງ​ສິ່ງ​ທັງໝົດ​ນີ້ “ດ້ວຍ​ສະຕິ​ປັນຍາ” ຂອງ​ເພິ່ນ​ແທ້ໆ.

ໃຜ​ໄດ້​ໃຫ້​ສິ່ງ​ທີ່​ມີ​ຊີວິດ​ຕ່າງໆ​ທີ່​ຢູ່​ໂລກ “ມີ​ສະຕິ​ປັນຍາ​ໂດຍ​ສັນຊາດຕະຍານ”?

ສະຕິ​ປັນຍາ​ໃນ​ການ​ຈັດ​ລະບຽບ​ດວງ​ດາວ​ແລະ​ທູດສະຫວັນ

15, 16. (ກ) ດາວ​ແລະ​ກາແລັກຊີ​ສອນ​ຫຍັງ​ເຮົາ​ກ່ຽວກັບ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ? (ຂ) ການ​ທີ່​ພະ​ເຢໂຫວາ​ໃຫ້​ທູດສະຫວັນ​ມີ​ວຽກ​ຫຼາຍ​ບອກ​ໃຫ້​ເຮົາ​ຮູ້​ຫຍັງ​ກ່ຽວກັບ​ສະຕິ​ປັນຍາ​ຂອງ​ເພິ່ນ?

15 ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ເຫັນ​ແຕ່​ຢູ່​ໃນ​ໂລກ​ເທົ່າ​ນັ້ນ. ໃນ​ບົດ​ທີ 5 ເຮົາ​ໄດ້​ຮຽນ​ວ່າ​ພະ​ເຢໂຫວາ​ເຮັດ​ໃຫ້​ດາວ​ໂຄ​ຈອນ​ຢ່າງ​ເປັນ​ລະບຽບ​ຕາມ “ກົດ​ຕ່າງໆ​ທີ່​ຄວບຄຸມ​ທ້ອງຟ້າ” ຂອງ​ເພິ່ນ. (ໂຢບ 38:33) ເຮົາ​ເຫັນ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ຈາກ​ການ​ທີ່​ເພິ່ນ​ຈັດ​ລະບຽບ​ດາວ​ຕ່າງໆ​ໃນ​ກາແລັກຊີ ຈັດ​ກາແລັກຊີ​ເປັນ​ກຸ່ມໆ ແລະ​ໃຫ້​ຢູ່​ລວມ​ກັນ​ເປັນ​ກຸ່ມ​ກາແລັກຊີ​ຂະໜາດ​ໃຫຍ່. ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ເວົ້າ​ເຖິງ​ດາວ​ຕ່າງໆ​ເປັນ​ຄື​ກັບ “ກອງທັບ.” (ເອຊາຢາ 40:26) ແຕ່​ມີ​ກອງທັບ​ອີກ​ແບບ​ໜຶ່ງ​ທີ່​ເຮັດ​ໃຫ້​ເຮົາ​ເຫັນ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ຫຼາຍ​ກວ່າ​ນີ້​ອີກ.

16 ໃນ​ບົດ​ທີ 4 ເຮົາ​ໄດ້​ຮຽນ​ຮູ້​ວ່າ​ມີ​ການ​ເອີ້ນ​ພະເຈົ້າ​ວ່າ “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ” ຍ້ອນ​ເພິ່ນ​ເປັນ​ຜູ້ບັນຊາການ​ກອງທັບ​ໃຫຍ່​ຂອງ​ທູດສະຫວັນ. ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ແຈ້ງ​ວ່າ​ພະ​ເຢໂຫວາ​ມີ​ພະລັງ​ຫຼາຍ​ແທ້ໆ. ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ລອງ​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ບໍ່​ເຄີຍ​ເຊົາ​ເຮັດ​ວຽກ​ເລີຍ. (ໂຢຮັນ 5:17) ດັ່ງນັ້ນ ທູດສະຫວັນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ກໍ​ມີ​ວຽກ​ຫຼາຍ​ຄື​ກັນ. ເຖິງ​ວ່າ​ທູດສະຫວັນ​ມີ​ຄວາມ​ສາມາດ​ແລະ​ພະລັງ​ຫຼາຍ​ກວ່າ​ມະນຸດ ແຕ່​ພະ​ເຢໂຫວາ​ກໍ​ໃຫ້​ທູດສະຫວັນ​ມີ​ວຽກ​ເຮັດ​ຫຼາຍ​ຕະຫຼອດ​ຕັ້ງແຕ່​ເຂົາເຈົ້າ​ຖືກ​ສ້າງ​ມາ. (ເຮັບເຣີ 1:7; 2:7) ທູດສະຫວັນ​ມີ​ຄວາມ​ສຸກ​ທີ່​ໄດ້ “ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ” ແລະ “ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ” ເປັນ​ເວລາ​ຫຼາຍ​ພັນ​ລ້ານ​ປີ. (ເພງ​ສັນລະເສີນ 103:20, 21) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ມີ​ສະຕິ​ປັນຍາ​ຫຼາຍ​ແທ້ໆ!

ມີ​ແຕ່​ພະ​ເຢໂຫວາ “ເທົ່າ​ນັ້ນ​ທີ່​ສະຫຼາດ​ຮອບ​ດ້ານ”

17, 18. ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ບອກ​ວ່າ​ມີ​ແຕ່​ພະ​ເຢໂຫວາ “ເທົ່າ​ນັ້ນ​ທີ່​ສະຫຼາດ​ຮອບ​ດ້ານ” ແລະ​ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ຄຳເວົ້າ​ຂອງ​ໂປໂລ​ກ່ຽວກັບ​ສະຕິ​ປັນຍາ​ຂອງ​ພະເຈົ້າ?

17 ເຮົາ​ເຂົ້າໃຈ​ໄດ້​ວ່າ​ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ບອກ​ໄດ້​ວ່າ​ພະ​ເຢໂຫວາ​ມີ​ສະຕິ​ປັນຍາ​ຫຼາຍ. ຕົວຢ່າງ​ເຊັ່ນ ຄຳພີ​ໄບເບິນ​ບອກ​ວ່າ​ມີ​ແຕ່​ພະ​ເຢໂຫວາ “ເທົ່າ​ນັ້ນ​ທີ່​ສະຫຼາດ​ຮອບ​ດ້ານ.” (ໂຣມ 16:27) ພະ​ເຢໂຫວາ​ຜູ້​ດຽວ​ມີ​ສະຕິ​ປັນຍາ​ທີ່​ສົມບູນແບບ. ດັ່ງນັ້ນ ສະຕິ​ປັນຍາ​ແທ້​ຈຶ່ງ​ມາ​ຈາກ​ເພິ່ນ. (ສຸພາສິດ 2:6) ເຖິງ​ວ່າ​ພະ​ເຢຊູ​ຈະ​ເປັນ​ຜູ້​ສະຫຼາດ​ທີ່​ສຸດ​ທີ່​ພະ​ເຢໂຫວາ​ໄດ້​ສ້າງ ແຕ່​ພະ​ເຢຊູ​ກໍ​ບໍ່​ໄດ້​ເພິ່ງ​ສະຕິ​ປັນຍາ​ຂອງ​ໂຕເອງ ເພິ່ນ​ເວົ້າ​ທຸກ​ຢ່າງ​ຕາມ​ທີ່​ພໍ່​ຂອງ​ເພິ່ນ​ບອກ.—ໂຢຮັນ 12:48-50

18 ຂໍ​ໃຫ້​ສັງເກດ​ວ່າ​ອັກຄະສາວົກ​ໂປໂລ​ໄດ້​ເວົ້າ​ເຖິງ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ທີ່​ບໍ່​ມີ​ໃຜ​ທຽບ​ໄດ້​ວ່າ​ແນວ​ໃດ. ລາວ​ບອກ​ວ່າ: “ພອນ​ຈາກ​ພະເຈົ້າ​ມີ​ຫຼາຍ​ອີ່ຫຼີ! ເພິ່ນ​ມີ​ສະຕິ​ປັນຍາ​ຫຼາຍ​ແລະ​ຄວາມ​ຮູ້​ຂອງ​ເພິ່ນ​ກໍ​ເລິກ​ເຊິ່ງ​ແທ້ໆ! ເພິ່ນ​ຈະ​ຕັດສິນໃຈ​ແນວ​ໃດ ຫຼື​ເພິ່ນ​ຈະ​ເຮັດ​ຫຍັງ​ຕໍ່​ໄປ ບໍ່​ມີ​ຜູ້​ໃດ​ຈະ​ເຂົ້າໃຈ​ໄດ້​ທັງໝົດ.” (ໂຣມ 11:33) ຄຳເວົ້າ​ນີ້​ຂອງ​ໂປໂລ​ເຮັດ​ໃຫ້​ຮູ້​ວ່າ​ລາວ​ຮູ້ສຶກ​ປະທັບໃຈ​ຫຼາຍ​ແທ້ໆ. ໃນ​ພາສາ​ດັ້ງເດີມ​ລາວ​ເລືອກ​ໃຊ້​ຄຳ​ວ່າ “ເລິກ” ທີ່​ກ່ຽວ​ຂ້ອງ​ກັບ​ຄຳ​ທີ່​ແປ​ວ່າ “ຂຸມ​ເລິກ.” ຄຳ​ນີ້​ຊ່ວຍ​ໃຫ້​ເຫັນ​ພາບ​ຈະ​ແຈ້ງ​ແລະ​ໝາຍເຖິງ​ບ່ອນ​ທີ່​ເລິກ​ຫຼາຍ​ແລະ​ບໍ່​ມີ​ຂອບເຂດ. ເຖິງ​ວ່າ​ເຮົາ​ພະຍາຍາມ​ຫຼາຍ​ສ່ຳ​ໃດ​ເພື່ອ​ຈະ​ເຂົ້າໃຈ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ບໍ່​ສາມາດ​ເຂົ້າໃຈ​ໄດ້​ຢ່າງ​ເຕັມທີ ແລະ​ບໍ່​ມີ​ທາງ​ທີ່​ຈະ​ຮູ້​ທຸກ​ຢ່າງ​ຄື​ກັບ​ເພິ່ນ. (ເພງ​ສັນລະເສີນ 92:5) ນີ້​ເຮັດ​ໃຫ້​ເຫັນ​ວ່າ​ເຮົາ​ຮູ້​ແຕ່​ໜ້ອຍ​ດຽວ​ເທົ່າ​ນັ້ນ.

19, 20. (ກ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຊ້​ນົກ​ອິນຊີ​ເປັນ​ສັນຍະລັກ​ສະແດງ​ເຖິງ​ສະຕິ​ປັນຍາ​ຂອງ​ເພິ່ນ? (ຂ) ແມ່ນ​ຫຍັງ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ?

19 ມີ​ແຕ່​ພະ​ເຢໂຫວາ “ເທົ່າ​ນັ້ນ​ທີ່​ສະຫຼາດ​ຮອບ​ດ້ານ” ໃນ​ອີກ​ຄວາມ​ໝາຍ​ໜຶ່ງ​ແມ່ນ​ມີ​ແຕ່​ເພິ່ນ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ. ຢ່າ​ລືມ​ວ່າ​ພະ​ເຢໂຫວາ​ໃຊ້​ນົກ​ອິນຊີ​ທີ່​ມີ​ສາຍ​ຕາ​ເບິ່ງ​ກວ້າງ​ເຫັນ​ໄກ​ເພື່ອ​ເປັນ​ສັນຍະລັກ​ສະແດງ​ເຖິງ​ສະຕິ​ປັນຍາ​ຂອງ​ເພິ່ນ. ນົກ​ອິນຊີ​ຄຳ​ອາດ​ມີ​ນ້ຳ​ໜັກ​ແຕ່ 5 ກິໂລກຣາມ ແຕ່​ຕາ​ມັນ​ໃຫຍ່​ກວ່າ​ຕາ​ຄົນ​ທີ່​ເປັນ​ຜູ້​ໃຫຍ່​ແລ້ວ. ສາຍ​ຕາ​ອັນ​ແຫຼມ​ຄົມ​ທີ່​ເປັນ​ຕາ​ງຶດ​ຂອງ​ນົກ​ອິນຊີ​ເຮັດ​ໃຫ້​ມັນ​ແນມ​ເຫັນ​ເຫຍື່ອ​ທີ່​ນ້ອຍໆ​ຈາກ​ບ່ອນ​ສູງ​ຫຼາຍ​ຮ້ອຍ​ແມັດ ແລະ​ຢູ່​ໄກ​ຫຼາຍ​ກວ່າ 1 ກິໂລແມັດ​ຊ້ຳ! ມີ​ເທື່ອ​ໜຶ່ງ​ພະ​ເຢໂຫວາ​ເວົ້າ​ເຖິງ​ນົກ​ອິນຊີ​ວ່າ​ຕາ​ມັນ “ແນມ​ເຫັນ​ເຫຍື່ອ​ຕັ້ງແຕ່​ຢູ່​ໄກໆ.” (ໂຢບ 39:29) ຄ້າຍຄື​ກັນ ພະ​ເຢໂຫວາ​ກໍ​ສາມາດ​ເບິ່ງ​ເຫັນ​ໄກ​ໄປ​ຮອດ​ອະນາຄົດ​ໄດ້.

20 ໃນ​ຄຳພີ​ໄບເບິນ​ມີ​ຄຳ​ພະຍາກອນ​ຫຼື​ເຫດການ​ທີ່​ຂຽນ​ໄວ້​ລ່ວງ​ໜ້າ​ຫຼາຍ​ຮ້ອຍ​ຂໍ້. ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ. ພະ​ເຢໂຫວາ​ບອກ​ໄວ້​ລ່ວງ​ໜ້າ​ວ່າ​ໃຜ​ຈະ​ຊະນະ​ສົງຄາມ ໃຜ​ຈະ​ເປັນ​ມະຫາ​ອຳນາດ​ໂລກ ແລະ​ຍັງ​ບອກ​ນຳ​ວ່າ​ເຂົາເຈົ້າ​ຈະ​ຊະນະ​ແນວ​ໃດ. ບາງ​ເລື່ອງ​ກໍ​ບອກ​ລ່ວງ​ໜ້າ​ເປັນ​ເວລາ​ຫຼາຍ​ຮ້ອຍ​ປີ​ກ່ອນ​ຊ້ຳ.—ເອຊາຢາ 44:25–45:4; ດານີເອນ 8:2-8, 20-22

21, 22. (ກ) ເປັນ​ຫຍັງ​ຈຶ່ງ​ຜິດ​ທີ່​ຈະ​ເຊື່ອ​ວ່າ​ພະ​ເຢໂຫວາ​ລິຂິດ​ຊີວິດ​ຂອງ​ເຮົາ​ໄວ້​ລ່ວງ​ໜ້າ? ຂໍ​ໃຫ້​ຍົກ​ຕົວຢ່າງ. (ຂ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ໃຊ້​ສະຕິ​ປັນຍາ​ໃນ​ແບບ​ທີ່​ບໍ່​ມີ​ຄວາມ​ຮັກ?

21 ແຕ່​ນີ້​ໝາຍ​ຄວາມ​ວ່າ​ພະເຈົ້າ​ຮູ້​ລ່ວງ​ໜ້າ​ທຸກ​ຢ່າງ​ທີ່​ເຈົ້າ​ຈະ​ເຮັດ​ບໍ? ບາງ​ສາສະໜາ​ສອນ​ວ່າ​ພະເຈົ້າ​ເປັນ​ຜູ້​ລິຂິດ​ຊີວິດ​ຂອງ​ເຮົາ. ແຕ່​ຄວາມ​ຄິດ​ແບບ​ນັ້ນ​ອາດ​ເຮັດ​ໃຫ້​ເຂົ້າໃຈ​ຜິດ​ວ່າ​ພະ​ເຢໂຫວາ​ບໍ່​ມີ​ສະຕິ​ປັນຍາ​ແທ້ໆ. ເມື່ອ​ເປັນ​ແນວ​ນັ້ນ​ກໍ​ສະແດງ​ວ່າ​ເພິ່ນ​ບໍ່​ສາມາດ​ຮູ້​ຫຍັງ​ກ່ຽວກັບ​ອະນາຄົດ. ຕົວຢ່າງ​ເຊັ່ນ ຖ້າ​ເຈົ້າ​ມີ​ສຽງ​ດີ​ແລະ​ຮ້ອງ​ເພງ​ມ່ວນ ໝາຍ​ຄວາມ​ວ່າ​ເຈົ້າ​ຈະ​ຕ້ອງ​ຮ້ອງ​ເພງ​ຕະຫຼອດ​ເວລາ​ບໍ? ບໍ່. ຄ້າຍ​ຄື​ກັນ ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ຮູ້​ວ່າ​ອະນາຄົດ​ຈະ​ເປັນ​ແນວ​ໃດ ແຕ່​ເພິ່ນ​ກໍ​ບໍ່​ໄດ້​ໃຊ້​ຄວາມ​ສາມາດ​ນັ້ນ​ຕະຫຼອດ​ເວລາ. ຖ້າ​ເຮັດ​ແບບ​ນັ້ນ ສ່ຳ​ກັບ​ວ່າ​ເຮົາ​ບໍ່​ມີ​ສິດ​ເລືອກ​ຊີວິດ​ເອງ​ໄດ້. ການ​ມີ​ອິດສະຫຼະ​ທີ່​ຈະ​ເລືອກ​ເປັນ​ຂອງຂວັນ​ທີ່​ມີ​ຄ່າ​ຈາກ​ພະ​ເຢໂຫວາ ແລະ​ເພິ່ນ​ຈະ​ບໍ່​ເອົາ​ສິດ​ນັ້ນ​ໄປ​ຈາກ​ເຮົາ​ເດັດຂາດ.—ພະ​ບັນຍັດ 30:19, 20

22 ຄົນ​ທີ່​ເຊື່ອ​ວ່າ​ພະເຈົ້າ​ລິຂິດ​ທຸກ​ຢ່າງ​ໄວ້​ລ່ວງ​ໜ້າ​ກໍ​ກຳລັງ​ໂທດ​ວ່າ​ເພິ່ນ​ເປັນ​ຕົ້ນເຫດ​ທີ່​ເຮັດ​ໃຫ້​ມີ​ເລື່ອງ​ບໍ່​ດີ​ເກີດຂຶ້ນ ແລະ​ຄິດ​ວ່າ​ເພິ່ນ​ໃຊ້​ສະຕິ​ປັນຍາ​ໃນ​ແບບ​ທີ່​ບໍ່​ມີ​ຄວາມ​ຮັກ. ແຕ່​ເລື່ອງ​ນັ້ນ​ບໍ່​ເປັນ​ຄວາມ​ຈິງ​ເລີຍ! ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ “ເປັນ​ຄວາມ​ຮັກ.” (1 ໂຢຮັນ 4:8) ຂໍ້​ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ໃຊ້​ສະຕິ​ປັນຍາ​ໃນ​ແບບ​ທີ່​ມີ​ຄວາມ​ຮັກ​ຄື​ກັບ​ຄຸນລັກສະນະ​ອື່ນໆ​ຂອງ​ເພິ່ນ​ສະເໝີ.

23. ເປັນ​ຫຍັງ​ເຮົາ​ຄວນ​ໄວ້​ວາງໃຈ​ໃນ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ?

23 ເຫັນ​ໄດ້​ແຈ້ງ​ວ່າ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ສົມບູນແບບ. ເພິ່ນ​ມີ​ສະຕິ​ປັນຍາ​ຫຼາຍ​ກວ່າ​ເຮົາ. ຄຳພີ​ໄບເບິນ​ກະຕຸ້ນ​ເຮົາ​ດ້ວຍ​ຄວາມ​ຮັກ​ວ່າ: “ໃຫ້​ໄວ້​ວາງໃຈ​ພະ​ເຢໂຫວາ​ສຸດ​ຫົວໃຈ​ຂອງ​ລູກ ແລະ​ຢ່າ​ເພິ່ງ​ຄວາມ​ເຂົ້າໃຈ​ຂອງ​ໂຕເອງ. ບໍ່​ວ່າ​ລູກ​ຈະ​ເຮັດ​ຫຍັງ​ກໍ​ໃຫ້​ຄິດ​ເຖິງ​ເພິ່ນ​ສະເໝີ ແລ້ວ​ເພິ່ນ​ຈະ​ບອກ​ທາງ​ທີ່​ຖືກຕ້ອງ​ໃຫ້​ລູກ.” (ສຸພາສິດ 3:5, 6) ໃຫ້​ເຮົາ​ຮຽນ​ຮູ້​ຕໍ່ໆ​ໄປ​ກ່ຽວກັບ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ສະຫຼາດ​ຮອບ​ດ້ານ​ເພື່ອ​ເຮົາ​ຈະ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ.