ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 18

ສະຕິ​ປັນຍາ​ໃນ “ຄຳສອນ​ຂອງ​ພະເຈົ້າ”

ສະຕິ​ປັນຍາ​ໃນ “ຄຳສອນ​ຂອງ​ພະເຈົ້າ”

1, 2. ພະ​ເຢໂຫວາ​ໃຊ້​ຄົນ​ໃຫ້​ຂຽນ​ຂ່າວ​ສານ​ຫຍັງ​ທີ່​ເປັນ​ຄື​ກັບ “ຈົດໝາຍ” ເຖິງ​ເຮົາ ແລະ​ຍ້ອນຫຍັງ?

 ເຈົ້າ​ເຄີຍ​ຮັບ​ຈົດໝາຍ​ຈາກ​ຄົນ​ທີ່​ເຈົ້າ​ຮັກ​ເຊິ່ງ​ຢູ່​ໄກ​ຈາກ​ເຈົ້າ​ບໍ? ການ​ໄດ້​ຮັບ​ຈົດໝາຍ​ຈາກ​ຄົນ​ທີ່​ເຮົາ​ຮັກ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ. ເຮົາ​ດີ​ໃຈ​ທີ່​ໄດ້​ຮູ້​ຂ່າວ​ວ່າ​ລາວ​ເປັນ​ແນວ​ໃດ ລາວ​ໄດ້​ເຮັດ​ຫຍັງ​ແດ່ ແລະ​ລາວ​ຈະ​ເຮັດ​ຫຍັງ​ໃນ​ອະນາຄົດ. ເຖິງ​ວ່າ​ເຮົາ​ຈະ​ຢູ່​ໄກ​ກັນ ແຕ່​ການ​ຕິດຕໍ່​ກັນ​ແບບ​ນີ້​ກໍ​ເຮັດ​ໃຫ້​ເຮົາ​ໃກ້ຊິດ​ກັນ​ຫຼາຍ​ຂຶ້ນ​ໄດ້.

2 ການ​ໄດ້​ຮັບ​ຈົດໝາຍ​ຈາກ​ຄົນ​ທີ່​ເຮົາ​ຮັກ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ອີ່ຫຼີ ແຕ່​ການ​ໄດ້​ຮັບ​ຂ່າວ​ສານ​ຈາກ​ພະເຈົ້າ​ທີ່​ເຮົາ​ຮັກ​ແຮ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ນັ້ນ​ອີກ. ພະ​ເຢໂຫວາ​ໃຊ້​ຄົນ​ໃຫ້​ຂຽນ​ຂ່າວ​ສານ​ທີ່​ເປັນ​ຄື​ກັບ “ຈົດໝາຍ” ນີ້​ເຖິງ​ເຮົາ ເຊິ່ງ​ແມ່ນ​ຄຳພີ​ໄບເບິນ. ໃນ​ຈົດໝາຍ​ນີ້​ເພິ່ນ​ບອກ​ເຮົາ​ວ່າ​ເພິ່ນ​ແມ່ນ​ໃຜ ເພິ່ນ​ໄດ້​ເຮັດ​ຫຍັງ​ແດ່ ເພິ່ນ​ຈະ​ເຮັດ​ຫຍັງ ແລະ​ບອກ​ເລື່ອງ​ອື່ນໆ​ອີກ​ຫຼາຍ​ເລື່ອງ. ພະ​ເຢໂຫວາ​ໄດ້​ໃຫ້​ຄຳພີ​ໄບເບິນ​ກັບ​ເຮົາ​ຍ້ອນ​ເພິ່ນ​ຢາກ​ໃຫ້​ເຮົາ​ໃກ້ຊິດ​ກັບ​ເພິ່ນ. ເພິ່ນ​ເປັນ​ພະເຈົ້າ​ຜູ້​ທີ່​ສະຫຼາດ​ຮອບ​ດ້ານ ເພິ່ນ​ໄດ້​ເລືອກ​ວິທີ​ທີ່​ດີ​ທີ່​ສຸດ​ເພື່ອ​ຕິດຕໍ່​ກັບ​ເຮົາ. ເຮົາ​ເຫັນ​ສະຕິ​ປັນຍາ​ທີ່​ດີ​ແທ້ໆ​ຂອງ​ເພິ່ນ​ໄດ້​ໃນ​ເນື້ອ​ໃນ​ແລະ​ວິທີ​ການ​ຂຽນ​ຄຳພີ​ໄບເບິນ.

ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ມີ​ການ​ຂຽນ​ຄຳພີ​ໄບເບິນ?

3. ພະ​ເຢໂຫວາ​ໃຫ້​ກົດໝາຍ​ກັບ​ໂມເຊ​ແນວ​ໃດ?

3 ບາງ​ຄົນ​ອາດ​ສົງໄສ​ວ່າ ‘ເປັນ​ຫຍັງ​ພະ​ເຢໂຫວາ​ຄື​ບໍ່​ເວົ້າ​ກັບ​ມະນຸດ​ໂດຍ​ກົງ​ຈາກ​ສະຫວັນ​ໂລດ?’ ເຂົາເຈົ້າ​ອາດ​ຄິດ​ວ່າ​ມັນ​ເປັນ​ວິທີ​ທີ່​ໜ້າສົນໃຈ​ຫຼາຍ​ກວ່າ​ຄຳພີ​ໄບເບິນ. ແທ້ໆ​ແລ້ວ ພະ​ເຢໂຫວາ​ກໍ​ເຄີຍ​ເວົ້າ​ກັບ​ມະນຸດ​ໂດຍ​ກົງ​ທາງ​ຕົວແທນ​ທີ່​ເປັນ​ທູດສະຫວັນ​ຂອງ​ເພິ່ນ. ຕົວຢ່າງ​ເຊັ່ນ ເພິ່ນ​ເຮັດ​ແບບ​ນັ້ນ​ຕອນ​ທີ່​ເພິ່ນ​ໃຫ້​ກົດໝາຍ​ກັບ​ຊາດ​ອິດສະຣາເອນ. (ຄາລາເຕຍ 3:19) ເມື່ອ​ໄດ້​ຍິນ​ສຽງ​ຂອງ​ພະ​ເຢໂຫວາ​ຈາກ​ສະຫວັນ ພວກ​ອິດສະຣາເອນ​ກໍ​ຕົກໃຈ​ແລະ​ຢ້ານ​ຫຼາຍ. ເຂົາເຈົ້າ​ຈົນ​ໄດ້​ຂໍ​ກັບ​ເພິ່ນ​ວ່າ​ບໍ່​ໃຫ້​ເວົ້າ​ກັບ​ເຂົາເຈົ້າ​ໂດຍ​ກົງ​ອີກ ແລະ​ຂໍ​ໃຫ້​ເພິ່ນ​ຕິດຕໍ່​ກັບ​ເຂົາເຈົ້າ​ຜ່ານ​ທາງ​ໂມເຊ​ແທນ. (ອົບພະຍົບ 20:18-20) ດັ່ງນັ້ນ ພະ​ເຢໂຫວາ​ຈຶ່ງ​ໃຫ້​ກົດໝາຍ​ປະມານ 600 ຂໍ້​ກັບ​ເຂົາເຈົ້າ​ໂດຍ​ເວົ້າ​ກັບ​ໂມເຊ​ໂດຍ​ກົງ.

4. ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ໂມເຊ​ບໍ່​ໄດ້​ຂຽນ​ກົດໝາຍ​ຂອງ​ພະເຈົ້າ​ໄວ້?

4 ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ໂມເຊ​ບໍ່​ຂຽນ​ກົດໝາຍ​ຂອງ​ພະເຈົ້າ​ໄວ້? ໂມເຊ​ຈະ​ຈື່​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ລາວ​ແລະ​ເອົາ​ໄປ​ບອກ​ກັບ​ພວກ​ອິດສະຣາເອນ​ຕໍ່​ໄດ້​ຢ່າງ​ຖືກຕ້ອງ​ບໍ? ແລະ​ລູກ​ຫຼານ​ຂອງ​ເຂົາເຈົ້າ​ຈະ​ເລົ່າ​ໃຫ້​ຄົນ​ລຸ້ນ​ຕໍ່​ໄປ​ຟັງ​ໄດ້​ບໍ? ເຂົາເຈົ້າ​ຈະ​ຕ້ອງ​ເລົ່າ​ໃຫ້​ກັນ​ຟັງ​ແບບ​ສືບ​ປາກ​ຕໍ່​ປາກ​ເທົ່າ​ນັ້ນ​ບໍ? ນີ້​ຄື​ຊິ​ບໍ່​ແມ່ນ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ເຮັດ​ໃຫ້​ທຸກ​ຄົນ​ຮູ້​ຈັກ​ກົດໝາຍ​ຂອງ​ພະເຈົ້າ​ໄດ້​ຢ່າງ​ຖືກຕ້ອງ. ລອງ​ຄິດ​ເບິ່ງ ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ເຮົາ​ຕ້ອງ​ເລົ່າ​ບາງ​ເລື່ອງ​ໃຫ້​ກັບ​ຫຼາຍ​ຄົນ​ທີ່​ຢືນ​ລຽນ​ແຖວ​ຍາວໆ​ຟັງ. ເຈົ້າ​ເລົ່າ​ເລື່ອງ​ນັ້ນ​ໃຫ້​ຄົນ​ທຳອິດ​ຟັງ ແລ້ວ​ກໍ​ໃຫ້​ລາວ​ເລົ່າ​ຕໍ່​ໃຫ້​ຄົນ​ທີ່​ຢູ່​ທາງ​ຫຼັງ​ແລະ​ເລົ່າ​ຕໍ່ໆ​ກັນ​ໄປ​ຈົນ​ຮອດ​ຄົນ​ສຸດທ້າຍ. ສິ່ງ​ທີ່​ຄົນ​ສຸດທ້າຍ​ໄດ້​ຍິນ​ຄື​ຊິ​ແຕກຕ່າງ​ກັນ​ຫຼາຍ​ກັບ​ສິ່ງ​ທີ່​ຄົນ​ທຳອິດ​ໄດ້​ຍິນ. ແຕ່​ເລື່ອງ​ແບບ​ນີ້​ຈະ​ບໍ່​ເກີດຂຶ້ນ​ກັບ​ກົດໝາຍ​ຂອງ​ພະເຈົ້າ​ແນ່ນອນ. ຍ້ອນຫຍັງ?

5, 6. ພະ​ເຢໂຫວາ​ສັ່ງ​ໃຫ້​ໂມເຊ​ເຮັດ​ຫຍັງ​ກັບ​ຖ້ອຍຄຳ​ຂອງ​ເພິ່ນ ແລະ​ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ເປັນ​ຂອງຂວັນ​ທີ່​ມີ​ຄ່າ​ຈາກ​ພະ​ເຢໂຫວາ?

5 ພະ​ເຢໂຫວາ​ເລືອກ​ວິທີ​ທີ່​ດີ​ທີ່​ສຸດ​ເພື່ອ​ໃຫ້​ມີ​ການ​ຂຽນ​ຖ້ອຍຄຳ​ຂອງ​ເພິ່ນ​ໄວ້. ເພິ່ນ​ສັ່ງ​ໂມເຊ​ວ່າ: “ໃຫ້​ຂຽນ​ຄຳ​ເຫຼົ່າ​ນີ້​ໄວ້ ເພາະ​ເຮົາ​ຈະ​ເຮັດ​ສັນຍາ​ກັບ​ເຈົ້າ​ແລະ​ພວກ​ອິດສະຣາເອນ​ຕາມ​ຄຳ​ເຫຼົ່າ​ນີ້.” (ອົບພະຍົບ 34:27) ດັ່ງນັ້ນ ໃນ​ປີ 1513 ກ່ອນ​ຄລິດຕະ​ສັກກະຫຼາດ (ກ່ອນ ຄ.ສ) ໂມເຊ​ຈຶ່ງ​ເປັນ​ຄົນ​ທຳອິດ​ທີ່​ເລີ່ມ​ຂຽນ​ຄຳພີ​ໄບເບິນ. ຕະຫຼອດໄລຍະ 1.610 ປີ​ຕໍ່​ມາ ພະ​ເຢໂຫວາ “ພະເຈົ້າ​ເວົ້າ . . . ໃນ​ຫຼາຍ​ໂອກາດ​ແລະ​ຫຼາຍ​ວິທີ” ກັບ​ຜູ້​ຂຽນ​ຄົນ​ອື່ນໆ​ອີກ​ປະມານ 40 ຄົນ​ເພື່ອ​ໃຫ້​ຂຽນ​ຄຳພີ​ໄບເບິນ. (ເຮັບເຣີ 1:1) ໃນ​ໄລຍະ​ດຽວ​ກັນ ມີ​ຜູ້​ຄັດລອກ​ທີ່​ສັດຊື່​ໄດ້​ລະມັດລະວັງ​ເປັນ​ພິເສດ​ໃນ​ການ​ຄັດລອກ​ສຳເນົາ​ທີ່​ຖືກຕ້ອງ​ເພື່ອ​ຮັກສາ​ຄຳພີ​ໄບເບິນ​ໄວ້​ໃຫ້​ເຮົາ​ໄດ້​ອ່ານ​ຈົນ​ຮອດ​ທຸກ​ມື້​ນີ້.—ເອັດຊະຣາ 7:6; ເພງ​ສັນລະເສີນ 45:1

6 ຄຳພີ​ໄບເບິນ​ເປັນ​ຂອງຂວັນ​ທີ່​ມີ​ຄ່າ​ຈາກ​ພະ​ເຢໂຫວາ. ເຈົ້າ​ເຄີຍ​ໄດ້​ຮັບ​ຈົດໝາຍ​ທີ່​ໃຫ້​ກຳລັງ​ໃຈ​ເຈົ້າ​ຈົນ​ເຈົ້າ​ເກັບ​ໄວ້​ອ່ານ​ຊ້ຳ​ແລ້ວ​ຊ້ຳ​ອີກ​ບໍ? ຄຳພີ​ໄບເບິນ​ກໍ​ເປັນ “ຈົດໝາຍ” ແບບ​ນັ້ນ​ທີ່​ມາ​ຈາກ​ພະ​ເຢໂຫວາ. ຍ້ອນ​ເພິ່ນ​ໃຫ້​ມີ​ການ​ຂຽນ​ຖ້ອຍຄຳ​ຂອງ​ເພິ່ນ​ໄວ້ ເຮົາ​ຈຶ່ງ​ສາມາດ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ​ແລະ​ຄິດ​ຕຶກຕອງ​ໄດ້. (ເພງ​ສັນລະເສີນ 1:2) ຕອນ​ທີ່​ເຮົາ​ຈຳເປັນ​ຕ້ອງ​ໄດ້​ຮັບ​ກຳລັງ​ໃຈ “ພະຄຳພີ​ຊ່ວຍ​ເຮົາ​ໃຫ້​ມີ . . . ກຳລັງ​ໃຈ” ໄດ້.—ໂຣມ 15:4

ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ມະນຸດ​ເປັນ​ຜູ້​ຂຽນ?

7. ເຮົາ​ເຫັນ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ແນວ​ໃດ​ທີ່​ໃຫ້​ມະນຸດ​ເປັນ​ຜູ້​ຂຽນ​ຄຳພີ​ໄບເບິນ?

7 ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ສະຕິ​ປັນຍາ​ຂອງ​ເພິ່ນ​ໂດຍ​ໃຊ້​ມະນຸດ​ໃຫ້​ຂຽນ​ຄຳພີ​ໄບເບິນ. ຂໍ​ໃຫ້​ຄິດ​ເບິ່ງ​ວ່າ ຖ້າ​ພະ​ເຢໂຫວາ​ໃຊ້​ທູດສະຫວັນ​ໃຫ້​ຂຽນ​ຄຳພີ​ໄບເບິນ ເຮົາ​ຈະ​ຮູ້ສຶກ​ປະທັບໃຈ​ກັບ​ເລື່ອງ​ທີ່​ເຮົາ​ໄດ້​ອ່ານ​ບໍ? ແມ່ນ​ຢູ່ທູດສະຫວັນ​ສາມາດ​ເວົ້າ​ເຖິງ​ພະ​ເຢໂຫວາ​ຈາກ​ແງ່ມຸມ​ຂອງ​ເຂົາເຈົ້າ​ໄດ້​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ ເປັນ​ຫຍັງ​ເຂົາເຈົ້າ​ຮັກ​ແລະ​ນະມັດສະການ​ເພິ່ນ ແລະ​ເຂົາເຈົ້າ​ຍັງ​ສາມາດ​ເວົ້າ​ເຖິງ​ເລື່ອງ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະເຈົ້າ​ເຊິ່ງ​ເປັນ​ມະນຸດ​ໄດ້​ນຳ. ແຕ່​ທູດສະຫວັນ​ມີ​ຖານະ​ທີ່​ສູງ​ກວ່າ​ເຮົາ. ເຂົາເຈົ້າ​ສົມບູນແບບ ມີ​ຄວາມ​ຮູ້ ມີ​ປະສົບການ ແລະ​ມີ​ອຳນາດ​ຫຼາຍ​ກວ່າ​ເຮົາ ແລ້ວ​ເຮົາ​ຈະ​ເຂົ້າໃຈ​ໄດ້​ແທ້ໆ​ບໍ​ວ່າ​ທູດສະຫວັນ​ຢາກ​ບອກ​ຫຍັງ​ເຮົາ?—ເຮັບເຣີ 2:6, 7

8. ພະ​ເຢໂຫວາ​ໃຫ້​ຜູ້​ຂຽນ​ຄຳພີ​ໄບເບິນ​ມີ​ໂອກາດ​ຫຍັງ? (ເບິ່ງ​ໄຂເງື່ອນ)

8 ໂດຍ​ການ​ໃຫ້​ມະນຸດ​ເປັນ​ຜູ້​ຂຽນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ພະເຈົ້າ​ໃຫ້​ສິ່ງ​ທີ່​ມີ​ປະໂຫຍດ​ກັບ​ເຮົາ​ຫຼາຍ. ຄຳພີ​ໄບເບິນ​ແມ່ນ​ປຶ້ມ​ທີ່ “ມາ​ຈາກ​ພະເຈົ້າ” ເຊິ່ງ​ບອກ​ໃຫ້​ຮູ້​ຄວາມ​ຄິດ​ຂອງ​ເພິ່ນ​ແລະ​ເລື່ອງ​ຕ່າງໆ​ທີ່​ເຮັດ​ໃຫ້​ເຮົາ​ປະທັບໃຈ. (2 ຕີໂມທຽວ 3:16) ເພິ່ນ​ເຮັດ​ໃຫ້​ເລື່ອງ​ນີ້​ເກີດຂຶ້ນ​ແນວ​ໃດ? ຫຼາຍ​ເທື່ອ​ເພິ່ນ​ໃຫ້​ຜູ້​ຂຽນ​ໃຊ້​ຄວາມ​ຄິດ​ຂອງ​ເຂົາເຈົ້າ​ໃນ​ການ​ເລືອກ “ຄຳ​ມ່ວນໆ​ແລະ​ບັນທຶກ​ສິ່ງ​ທີ່​ເປັນ​ຄວາມ​ຈິງ​ຢ່າງ​ຖືກຕ້ອງ.” (ປັນຍາຈານ 12:10, 11) ຍ້ອນ​ແນວ​ນີ້​ຈຶ່ງ​ເຮັດ​ໃຫ້​ເຮົາ​ເຫັນ​ວາດ​ຂອງ​ການ​ຂຽນ​ທີ່​ມີ​ຫຼາຍ​ຮູບ​ແບບ​ໃນ​ຄຳພີ​ໄບເບິນ ແລະ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ຜູ້​ຂຽນ​ເປັນ​ຄົນ​ແນວ​ໃດ​ແລະ​ມີ​ປະສົບການ​ຫຍັງ​ແດ່​ໃນ​ຊີວິດ. a ແນວ​ໃດ​ກໍ​ຕາມ ຜູ້​ຂຽນ​ໄດ້ “ເວົ້າ​ສິ່ງ​ທີ່​ມາ​ຈາກ​ພະເຈົ້າ​ຕາມ​ທີ່​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ຊີ້ນຳ​ເຂົາເຈົ້າ.” (2 ເປໂຕ 1:21) ດັ່ງນັ້ນ ຄຳພີ​ໄບເບິນ​ຈຶ່ງ​ເປັນ “ຄຳສອນ​ຂອງ​ພະເຈົ້າ.”—1 ເທຊະໂລນິກ 2:13

“ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ມາ​ຈາກ​ພະເຈົ້າ”

9, 10. ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້ສຶກ​ປະທັບໃຈ​ແທ້ໆ​ໃນ​ເລື່ອງ​ທີ່​ອ່ານ​ໃນ​ຄຳພີ​ໄບເບິນ?

9 ເມື່ອ​ພະ​ເຢໂຫວາ​ໃຫ້​ມະນຸດ​ເປັນ​ຜູ້​ຂຽນ​ຄຳພີ​ໄບເບິນ​ກໍ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ປະທັບໃຈ​ແທ້ໆ​ໃນ​ເລື່ອງ​ທີ່​ເຮົາ​ອ່ານ. ຜູ້​ຂຽນ​ຄຳພີ​ໄບເບິນ​ເປັນ​ຄົນ​ທຳມະດາ​ແລະ​ເປັນ​ມະນຸດ​ບໍ່​ສົມບູນແບບ​ຄື​ກັບ​ເຮົາ. ເຂົາເຈົ້າ​ເຄີຍ​ເຈິ​ຄວາມ​ລຳບາກ​ແລະ​ຄວາມ​ກົດ​ດັນ​ຄ້າຍໆ​ກັນ​ກັບ​ເຮົາ ແລະ​ບາງ​ເທື່ອ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ກໍ​ດົນໃຈ​ໃຫ້​ເຂົາເຈົ້າ​ຂຽນ​ກ່ຽວກັບ​ຄວາມ​ຮູ້ສຶກ​ແລະ​ບັນຫາ​ຂອງ​ເຂົາເຈົ້າ​ນຳ. (2 ໂກຣິນໂທ 12:7-10) ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ​ຂຽນ​ກ່ຽວກັບ​ປະສົບການ​ທີ່​ເຂົາເຈົ້າ​ເຈິ​ອອກ​ມາ​ເປັນ​ຄຳເວົ້າ​ຂອງ​ໂຕເອງ ເຊິ່ງ​ທູດສະຫວັນ​ຈະ​ບໍ່​ສາມາດ​ເຮັດ​ແບບ​ນັ້ນ​ໄດ້.

10 ເພື່ອ​ເປັນ​ຕົວຢ່າງ ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ຂອງ​ກະສັດ​ດາວິດ​ນຳ​ກັນ. ຫຼັງ​ຈາກ​ທີ່​ໄດ້​ເຮັດ​ບາບ​ຮ້າຍ​ແຮງ ດາວິດ​ກໍ​ແຕ່ງ​ເພງ​ເພື່ອ​ລະບາຍ​ຄວາມ​ໃນ​ໃຈ​ອອກ​ມາ​ແລະ​ອະທິດຖານ​ຂໍ​ໃຫ້​ພະເຈົ້າ​ຍົກໂທດ​ໃຫ້. ລາວ​ຂຽນ​ວ່າ: “ຂໍ​ພະອົງ . . . ເອົາ​ບາບ​ທີ່​ເປັນ​ຄື​ກັບ​ຮອຍ​ເປື້ອນ​ອອກ​ຈາກ​ລູກ. ລູກ​ຮູ້​ດີ​ວ່າ​ລູກ​ເຮັດ​ຫຍັງ​ຜິດ ແລະ​ຄວາມ​ຜິດ​ນັ້ນ​ກໍ​ຝັງ​ໃຈ​ລູກ​ບໍ່​ລືມ. ລູກ​ມີ​ຄວາມ​ຜິດ​ຕັ້ງແຕ່​ເກີດ​ແລ້ວ ແລະ​ເປັນ​ຄົນ​ບາບ​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່. ຂໍ​ພະອົງ​ຢ່າ​ໄລ່​ລູກ​ໜີ ແລະ​ຂໍ​ພະອົງ​ຢ່າ​ເອົາ​ພະລັງ​ບໍລິສຸດ​ໄປ​ຈາກ​ລູກ. ເຄື່ອງ​ບູຊາ​ທີ່​ພະເຈົ້າ​ພໍໃຈ​ແມ່ນ​ຫົວໃຈ​ທີ່​ສຳນຶກ​ຜິດ. ພະອົງ​ຕ້ອນຮັບ​ຄົນ​ຖ່ອມ​ທີ່​ເຈັບ​ປວດ​ໃຈ.” (ເພງ​ສັນລະເສີນ 51:2, 3, 5, 11, 17) ຕອນ​ທີ່​ເຮົາ​ອ່ານ​ຂໍ້​ຄວາມ​ເຫຼົ່າ​ນີ້ ເຮົາ​ຮູ້ສຶກ​ໄດ້​ເລີຍ​ວ່າ​ດາວິດ​ເຈັບ​ປວດ​ແລະ​ທຸກໃຈ​ຫຼາຍ​ແທ້ໆ​ແມ່ນ​ບໍ? ມີ​ແຕ່​ມະນຸດ​ທີ່​ບໍ່​ສົມບູນແບບ​ເທົ່າ​ນັ້ນ​ທີ່​ຈະ​ສະແດງ​ຄວາມ​ຮູ້ສຶກ​ແບບ​ນີ້​ອອກ​ມາ​ໄດ້.

ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ມີ​ເລື່ອງ​ກ່ຽວກັບ​ຜູ້​ຄົນ​ຫຼາຍ​ແທ້?

11. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ມີ​ການ​ລວບລວມ​ຕົວຢ່າງ​ຊີວິດ​ຈິງ​ໄວ້​ໃນ​ຄຳພີ​ໄບເບິນ?

11 ຍັງ​ມີ​ເຫດຜົນ​ອື່ນໆ​ອີກ​ທີ່​ເຮັດ​ໃຫ້​ເຮົາ​ປະທັບໃຈ​ຄຳພີ​ໄບເບິນ. ສ່ວນ​ຫຼາຍ​ແລ້ວ ຄຳພີ​ໄບເບິນ​ມີ​ເລື່ອງ​ຕ່າງໆ​ທີ່​ເປັນ​ເລື່ອງ​ກ່ຽວກັບ​ຄົນ​ເຮົາ ທັງ​ຄົນ​ທີ່​ຮັບໃຊ້​ພະເຈົ້າ​ແລະ​ບໍ່​ໄດ້​ຮັບໃຊ້​ພະເຈົ້າ. ຕອນ​ທີ່​ເຮົາ​ອ່ານ ເຮົາ​ຈະ​ໄດ້​ເຫັນ​ວ່າ​ມີ​ເລື່ອງ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ທຸກໃຈ ແລະ​ມີ​ເລື່ອງ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ມີ​ຄວາມ​ສຸກ. ເຮົາ​ຈະ​ໄດ້​ບົດ​ຮຽນ​ຈາກ​ການ​ຕັດສິນໃຈ​ຂອງ​ເຂົາເຈົ້າ​ແລະ​ເຫັນ​ຜົນ​ທີ່​ເກີດຂຶ້ນ​ຈາກ​ສິ່ງ​ທີ່​ເຂົາເຈົ້າ​ເລືອກ. ເລື່ອງ​ຕ່າງໆ​ນີ້​ຖືກ​ລວບລວມ​ໄວ້​ເພື່ອ “ສອນ​ພວກ​ເຮົາ.” (ໂຣມ 15:4) ຈາກ​ຕົວຢ່າງ​ຊີວິດ​ຈິງ​ເຫຼົ່າ​ນີ້ ພະ​ເຢໂຫວາ​ສອນ​ພວກ​ເຮົາ​ໃນ​ວິທີ​ທີ່​ໜ້າ​ປະທັບໃຈ​ແທ້ໆ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ.

12. ເລື່ອງ​ຕ່າງໆ​ໃນ​ຄຳພີ​ໄບເບິນ​ກ່ຽວກັບ​ຄົນ​ທີ່​ບໍ່​ສັດຊື່​ຊ່ວຍ​ເຮົາ​ແນວ​ໃດ?

12 ຄຳພີ​ໄບເບິນ​ເວົ້າ​ເຖິງ​ຄົນ​ທີ່​ບໍ່​ສັດຊື່​ແລະ​ຄົນ​ຊົ່ວ ແລະ​ຍັງ​ບອກ​ອີກ​ວ່າ​ມີ​ຫຍັງ​ເກີດຂຶ້ນ​ກັບ​ເຂົາເຈົ້າ. ເລື່ອງ​ຕ່າງໆ​ຂອງ​ເຂົາເຈົ້າ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຈະ​ແຈ້ງ​ວ່າ​ເປັນ​ຫຍັງ​ນິດໄສ​ແບບ​ນັ້ນ​ຈຶ່ງ​ຊົ່ວ​ຫຼາຍ. ຕົວຢ່າງ​ເຊັ່ນ ຄຳພີ​ໄບເບິນ​ອາດ​ບອກ​ກົງໆ​ວ່າ​ເປັນ​ເລື່ອງ​ຜິດ​ທີ່​ຄົນ​ໜຶ່ງ​ຈະ​ບໍ່​ພັກດີ​ຕໍ່​ໝູ່. ເຈົ້າ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ເຈົ້າ​ໄດ້​ອ່ານ​ວ່າ​ຢູດາອິສະກາຣີອົດ​ທໍລະຍົດ​ພະ​ເຢຊູ? (ມັດທາຍ 26:14-16, 46-50; 27:3-10) ເລື່ອງ​ແບບ​ນີ້​ເປັນ​ປະໂຫຍດ​ຫຼາຍ​ຕໍ່​ເຮົາ​ແທ້ໆ​ເພາະ​ມັນ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ອອກ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ຫຼີກລ່ຽງ​ນິດໄສ​ທີ່​ບໍ່​ດີ​ແບບ​ນັ້ນ.

13. ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄຸນລັກສະນະ​ທີ່​ດີ​ໄດ້​ແນວ​ໃດ?

13 ຄຳພີ​ໄບເບິນ​ຍັງ​ເວົ້າ​ເຖິງ​ຜູ້​ຮັບໃຊ້​ທີ່​ສັດຊື່​ຫຼາຍ​ຄົນ​ຂອງ​ພະເຈົ້າ​ນຳ. ເຮົາ​ສາມາດ​ອ່ານ​ກ່ຽວກັບ​ຄວາມ​ເຊື່ອ​ແລະ​ຄວາມ​ພັກດີ​ຂອງ​ເຂົາເຈົ້າ. ເຮົາ​ເຫັນ​ຄຸນລັກສະນະ​ດີໆ​ຂອງ​ເຂົາເຈົ້າ​ເຊິ່ງ​ເຮົາ​ຕ້ອງ​ມີ​ເພື່ອ​ຈະ​ໃກ້ຊິດ​ກັບ​ພະເຈົ້າ​ໄດ້. ຕົວຢ່າງ​ເຊັ່ນ ເມື່ອ​ເວົ້າ​ເຖິງ​ຄວາມ​ເຊື່ອ ຄຳພີ​ໄບເບິນ​ກໍ​ອະທິບາຍ​ຄວາມ​ໝາຍ​ຂອງ​ຄວາມ​ເຊື່ອ ແລະ​ບອກ​ເຮົາ​ວ່າ​ຄວາມ​ເຊື່ອ​ມີ​ຄວາມ​ສຳຄັນ​ຫຼາຍ​ແທ້ໆ​ຖ້າ​ເຮົາ​ຢາກ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ. (ເຮັບເຣີ 11:1, 6) ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ຄຳພີ​ໄບເບິນ​ຍັງ​ມີ​ຕົວຢ່າງ​ຂອງ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ນຳ. ຂໍ​ໃຫ້​ຄິດ​ເຖິງ​ອັບຣາຮາມ ລາວ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ສ່ຳ​ໃດ​ຕອນ​ທີ່​ເອົາ​ອີຊາກ​ໄປ​ເປັນ​ເຄື່ອງ​ບູຊາ. (ປະຖົມມະການ​ບົດ 22; ເຮັບເຣີ 11:17-19) ເລື່ອງ​ແບບ​ນີ້​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄຳ​ວ່າ “ຄວາມ​ເຊື່ອ” ຫຼາຍ​ຂຶ້ນ. ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ມີ​ສະຕິ​ປັນຍາ​ແທ້ໆ​ທີ່​ເພິ່ນ​ສອນ​ເຮົາ​ໂດຍ​ບໍ່​ພຽງ​ແຕ່​ບອກ​ໃຫ້​ເຮົາ​ມີ​ຄຸນລັກສະນະ​ທີ່​ດີ​ເທົ່າ​ນັ້ນ ແຕ່​ເພິ່ນ​ຍັງ​ໃຫ້​ເຮົາ​ເຫັນ​ຕົວຢ່າງ​ຊີວິດ​ຈິງ​ທີ່​ຊ່ວຍ​ເຮົາ​ໃຫ້​ສະແດງ​ຄຸນລັກສະນະ​ເຫຼົ່າ​ນັ້ນ​ໄດ້.

14, 15. ຄຳພີ​ໄບເບິນ​ບອກ​ຫຍັງ​ເຮົາ​ກ່ຽວກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ມາ​ວິຫານ ແລະ​ເຮົາ​ໄດ້​ຮຽນ​ຫຍັງ​ກ່ຽວກັບ​ພະ​ເຢໂຫວາ​ຈາກ​ເລື່ອງ​ນີ້?

14 ເລື່ອງ​ຕ່າງໆ​ກ່ຽວກັບ​ຊີວິດ​ຈິງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ຍັງ​ສອນ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ. ຂໍ​ໃຫ້​ເບິ່ງ​ເລື່ອງ​ຂອງ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ພະ​ເຢຊູ​ສັງເກດ​ເຫັນ​ໃນ​ວິຫານ. ຕອນ​ທີ່​ເພິ່ນ​ນັ່ງ​ຢູ່​ໃກ້ໆ​ກັບ​ກ່ອງ​ບໍລິຈາກ​ແລະ​ສັງເກດ​ເບິ່ງ​ຄົນ​ປ່ອນ​ເງິນ​ໃສ່​ໃນ​ກ່ອງ​ເຫຼົ່າ​ນັ້ນ ພະ​ເຢຊູ​ເຫັນ​ຄົນ​ລວຍ​ຫຼາຍ​ຄົນ​ໄດ້​ເອົາ “ເງິນ​ເຫຼືອ​ໃຊ້​ມາ​ບໍລິຈາກ.” ແຕ່​ເພິ່ນ​ກໍ​ສັງເກດ​ເຫັນ​ແມ່​ໝ້າຍ​ທີ່​ທຸກຍາກ​ຄົນ​ໜຶ່ງ​ມາ​ບໍລິຈາກ​ຄື​ກັນ. ເງິນ​ທີ່​ລາວ​ເອົາ​ມາ​ປ່ອນ​ແມ່ນ “ຫຼຽນ​ນ້ອຍໆ 2 ຫຼຽນ​ທີ່​ມີ​ຄ່າ​ໜ້ອຍ​ດຽວ” b ເຊິ່ງ​ເປັນ​ເງິນ​ທັງໝົດ​ທີ່​ລາວ​ມີ. ແຕ່​ຄຳເວົ້າ​ພະ​ເຢຊູ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ ເພິ່ນ​ບອກ​ວ່າ: “ແມ່​ໝ້າຍ​ທີ່​ທຸກຍາກ​ຜູ້​ນີ້​ໄດ້​ປ່ອນ​ເງິນ​ໃສ່​ກ່ອງ​ບໍລິຈາກ​ຫຼາຍ​ກວ່າ​ທຸກ​ຄົນ.” ຈາກ​ຄຳເວົ້າ​ນີ້​ເຮັດ​ໃຫ້​ເຮົາ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຖື​ວ່າ​ເງິນ​ທີ່​ແມ່​ໝ້າຍ​ໄດ້​ບໍລິຈາກ​ນັ້ນ​ມີ​ຄ່າ​ຫຼາຍ​ກວ່າ​ຂອງ​ທຸກ​ຄົນ​ລວມ​ກັນ.—ມາຣະໂກ 12:41-44; ລູກາ 21:1-4; ໂຢຮັນ 8:28

15 ຄິດ​ເບິ່ງ​ແມ້ ມີ​ຄົນ​ບັກ​ຫຼາຍໆ​ມາ​ວິຫານ​ໃນ​ມື້​ນັ້ນ ແຕ່​ພະ​ເຢຊູ​ກໍ​ຕັ້ງໃຈ​ສັງເກດ​ເບິ່ງ​ແມ່​ໝ້າຍ​ຄົນ​ນີ້​ແລະ​ພະ​ເຢໂຫວາ​ກໍ​ໃຫ້​ມີ​ການ​ຂຽນ​ເລື່ອງ​ຂອງ​ລາວ​ໄວ້​ໃນ​ຄຳພີ​ໄບເບິນ. ຈາກ​ຕົວຢ່າງ​ນີ້ ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຂົ້າໃຈ​ວ່າ​ເພິ່ນ​ເຫັນ​ຄຸນຄ່າ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ເພິ່ນ. ເຖິງ​ວ່າ​ສິ່ງ​ທີ່​ເຮົາ​ໃຫ້​ຈະ​ບໍ່​ຫຼາຍ​ເທົ່າ​ກັບ​ຄົນ​ອື່ນ ແຕ່​ຖ້າ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ໃຫ້​ເພິ່ນ​ໄດ້ ເພິ່ນ​ກໍ​ພໍໃຈ​ເຮົາ​ຫຼາຍ. ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ພະ​ເຢໂຫວາ​ໃຊ້​ຕົວຢ່າງ​ຂອງ​ແມ່​ໝ້າຍ​ຄົນ​ນີ້​ສອນ​ຄວາມ​ຈິງ​ທີ່​ໃຫ້​ກຳລັງ​ໃຈ?

ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ບໍ່​ໄດ້​ໃຫ້​ລາຍລະອຽດ​ທຸກ​ຢ່າງ

16, 17. ການ​ທີ່​ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ລາຍລະອຽດ​ທັງໝົດ​ເຮັດ​ໃຫ້​ເຮົາ​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ມີ​ສະຕິ​ປັນຍາ​ຫຼາຍ?

16 ເມື່ອ​ເຈົ້າ​ຂຽນ​ຈົດໝາຍ​ຫາ​ຄົນ​ທີ່​ເຈົ້າ​ຮັກ ເຈົ້າ​ຄື​ຊິ​ຂຽນ​ທຸກ​ເລື່ອງ​ບໍ່​ໄດ້ ແລະ​ເຈົ້າ​ຕ້ອງ​ເລືອກ​ວ່າ​ຈະ​ຂຽນ​ເລື່ອງ​ໃດ​ແດ່. ຄ້າຍຄື​ກັນ ພະ​ເຢໂຫວາ​ເລືອກ​ທີ່​ຈະ​ເວົ້າ​ເຖິງ​ບາງ​ຄົນ​ແລະ​ບາງ​ເຫດການ​ໃນ​ຄຳພີ​ໄບເບິນ. ແຕ່​ເພິ່ນ​ກໍ​ບໍ່​ໄດ້​ບອກ​ລາຍລະອຽດ​ທຸກ​ຢ່າງ​ກ່ຽວກັບ​ເລື່ອງ​ເຫຼົ່າ​ນັ້ນ. (ໂຢຮັນ 21:25) ຕົວຢ່າງ​ເຊັ່ນ ອາດຈະ​ມີ​ບາງ​ເລື່ອງ​ຫຼື​ບາງ​ເຫດການ​ທີ່​ເຮົາ​ບໍ່​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ລົງໂທດ​ຄົນ​ເຮົາ ແຕ່​ຄຳພີ​ໄບເບິນ​ກໍ​ບໍ່​ໄດ້​ຕອບ​ຄຳ​ຖາມ​ທຸກ​ຢ່າງ​ທີ່​ເຮົາ​ສົງໄສ. ການ​ທີ່​ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ລາຍລະອຽດ​ທັງໝົດ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ເພິ່ນ​ມີ​ສະຕິ​ປັນຍາ​ຫຼາຍ​ແທ້ໆ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ແນວ​ນັ້ນ?

17 ຄຳພີ​ໄບເບິນ​ຂຽນ​ໃນ​ແບບ​ທີ່​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ເປັນ​ຄົນ​ແບບ​ໃດ. ເຮັບເຣີ 4:12 ບອກ​ວ່າ: “ຖ້ອຍຄຳ​ຂອງ​ພະເຈົ້າ​ມີ​ຊີວິດ ມີ​ພະລັງ​ຫຼາຍ ແລະ​ຄົມ​ກວ່າ​ດາບ 2 ຄົມ ແທງ​ຊອດ​ເຖິງຂັ້ນ​ແຍກ​ອອກ​ລະຫວ່າງ​ຕົວ​ຕົນ​ທີ່​ເຫັນ​ພາຍ​ນອກ​ກັບ​ສິ່ງ​ທີ່​ຄົນ​ເຮົາ​ເປັນ​ແທ້ໆ . . . ແລະ​ສາມາດ​ຮູ້​ເຖິງ​ຄວາມ​ຄິດ​ກັບ​ເຈຕະນາ​ໃນ​ໃຈ.” ຄຳສອນ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ສັດຊື່ ຊ່ວຍ​ໃຫ້​ກວດ​ເບິ່ງ​ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ເຮົາ. ຫຼາຍ​ເທື່ອ​ຄົນ​ທີ່​ມັກ​ຈັບ​ຜິດ​ກໍ​ຈະ​ບໍ່​ມັກ​ທີ່​ບາງ​ເຫດການ​ໃນ​ຄຳພີ​ໄບເບິນ​ບໍ່​ໄດ້​ໃຫ້​ລາຍລະອຽດ​ທັງໝົດ​ທີ່​ລາວ​ຢາກ​ຮູ້. ເຂົາເຈົ້າ​ເຖິງຂັ້ນ​ສົງໄສ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ ມີ​ສະຕິ​ປັນຍາ ແລະ​ຍຸຕິທຳ​ແທ້ໆ​ບໍ.

18, 19. (ກ) ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຮູ້ສຶກ​ວ່າ​ຕ້ອງ​ໄດ້​ຄຳ​ຕອບ​ສຳລັບ​ທຸກ​ເລື່ອງ​ທີ່​ເຮົາ​ສົງໄສ? (ຂ) ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເຂົ້າໃຈ​ຄຳສອນ​ຂອງ​ພະເຈົ້າ ແລະ​ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ສະຕິ​ປັນຍາ​ທີ່​ເລິກ​ເຊິ່ງ​ຂອງ​ພະ​ເຢໂຫວາ​ແນວ​ໃດ?

18 ແຕ່​ຖ້າ​ເຮົາ​ສຶກສາ​ຄຳພີ​ໄບເບິນ​ດ້ວຍ​ເຈຕະນາ​ທີ່​ຖືກຕ້ອງ ແລະ​ເຖິງ​ວ່າ​ບາງ​ເລື່ອງ​ອາດຈະ​ບໍ່​ໄດ້​ມີ​ລາຍລະອຽດ​ທຸກ​ຢ່າງ ເຮົາ​ກໍ​ຈະ​ບໍ່​ຮູ້ສຶກ​ວ່າ​ຕ້ອງ​ໄດ້​ຮັບ​ຄຳ​ຕອບ​ສຳລັບ​ທຸກ​ເລື່ອງ​ທີ່​ເຮົາ​ສົງໄສ. ຍ້ອນຫຍັງ? ເມື່ອ​ເຮົາ​ສຶກສາ​ຄຳພີ​ໄບເບິນ​ເພື່ອ​ຈະ​ໃກ້ຊິດ​ກັບ​ພະ​ເຢໂຫວາ ເຮົາ​ຈະ​ຄ່ອຍໆ​ຮູ້​ແລະ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ. ເຖິງ​ວ່າ​ຕອນ​ທຳອິດ​ເຮົາ​ຈະ​ບໍ່​ເຂົ້າໃຈ​ບາງ​ເລື່ອງ​ທີ່​ໄດ້​ອ່ານ​ຫຼື​ຮູ້ສຶກ​ວ່າ​ເລື່ອງ​ນັ້ນ​ບໍ່​ສອດ​ຄ່ອງ​ກັບ​ຄຸນລັກສະນະ​ຂອງ​ພະເຈົ້າ ແຕ່​ເຮົາ​ຈະ​ໄດ້​ຮຽນ​ຮູ້​ຫຼາຍ​ພໍ​ຈົນ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ​ຫຼາຍ​ແລະ​ມີ​ຄວາມ​ຍຸຕິທຳ​ສະເໝີ.

19 ດັ່ງນັ້ນ ເພື່ອ​ຈະ​ເຂົ້າໃຈ​ຄຳສອນ​ຂອງ​ພະເຈົ້າ ເຮົາ​ຕ້ອງ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ​ດ້ວຍ​ເຈຕະນາ​ທີ່​ຖືກຕ້ອງ ເຮົາ​ຈຶ່ງ​ຈະ​ເຫັນ​ສະຕິ​ປັນຍາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ຈັ່ງ​ຊັ້ນ? ສ່ວນ​ຫຼາຍ​ຄົນ​ທີ່​ສະຫຼາດ​ອາດ​ຂຽນ​ປຶ້ມ​ໃຫ້​ແຕ່ “ຄົນ​ທີ່​ມີ​ຄວາມ​ຮູ້​ແລະ​ຄົນ​ສະຫຼາດ” ອ່ານ​ແລະ​ເຂົ້າໃຈ​ໄດ້​ເທົ່າ​ນັ້ນ. ມີ​ແຕ່​ພະ​ເຢໂຫວາ​ພະເຈົ້າ​ຜູ້​ທີ່​ມີ​ສະຕິ​ປັນຍາ​ທີ່​ເລິກ​ເຊິ່ງ​ເທົ່າ​ນັ້ນ​ທີ່​ດົນໃຈ​ໃຫ້​ຂຽນ​ປຶ້ມ​ເພື່ອ​ໃຫ້​ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ​ແລະ​ມີ​ເຈຕະນາ​ທີ່​ຖືກຕ້ອງ​ອ່ານ​ແລະ​ເຂົ້າໃຈ​ໄດ້!—ມັດທາຍ 11:25

ປຶ້ມ​ທີ່​ສອນ​ໃຫ້​ໃຊ້​ຊີວິດ​ຢ່າງ​ມີ​ຄວາມ​ສຸກ

20. ເປັນ​ຫຍັງ​ຈຶ່ງ​ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ບອກ​ໄດ້​ວ່າ​ເຮົາ​ຈະ​ໃຊ້​ຊີວິດ​ແນວ​ໃດ​ຈຶ່ງ​ຈະ​ດີ​ທີ່​ສຸດ ແລະ​ຄຳພີ​ໄບເບິນ​ມີ​ຫຍັງ​ທີ່​ຊ່ວຍ​ເຮົາ​ໄດ້?

20 ໂດຍ​ທາງ​ຄຳພີ​ໄບເບິນ ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ຈະ​ໃຊ້​ຊີວິດ​ແນວ​ໃດ​ຈຶ່ງ​ຈະ​ດີ​ທີ່​ສຸດ. ໃນ​ຖານະ​ຜູ້​ສ້າງ ເພິ່ນ​ຮູ້​ຄວາມ​ຈຳເປັນ​ຂອງ​ເຮົາ​ດີ​ກວ່າ​ໂຕ​ເຮົາ. ມະນຸດ​ທຸກ​ຄົນ​ຕ້ອງການ​ຄວາມ​ຮັກ ຄວາມ​ສຸກ ຄອບຄົວ​ແລະ​ໝູ່​ທີ່​ດີ ແລະ​ເລື່ອງ​ນີ້​ບໍ່​ໄດ້​ປ່ຽນ​ໄປ​ເລີຍ​ຕັ້ງແຕ່​ເລີ່ມ​ມີ​ການ​ຂຽນ​ຄຳພີ​ໄບເບິນ. ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ດີໆ​ທີ່​ຊ່ວຍ​ເຮົາ​ໃຫ້​ໃຊ້​ຊີວິດ​ຢ່າງ​ມີ​ຄວາມ​ສຸກ​ແລະ​ປະສົບ​ຜົນ​ສຳເລັດ. (ສຸພາສິດ 2:7) ບົດ​ສຸດທ້າຍ​ໃນ​ແຕ່​ລະ​ຕອນ​ຂອງ​ປຶ້ມ​ນີ້​ຊ່ວຍ​ໃຫ້​ເຮົາ​ເຫັນ​ວ່າ​ຈະ​ເອົາ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ແນວ​ໃດ. ແຕ່​ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ.

21-23. ຄຳ​ແນະນຳ​ທີ່​ສະຫຼາດ​ຫຍັງ​ທີ່​ຊ່ວຍ​ເຮົາ​ໃຫ້​ເຊົາ​ໃຈ​ຮ້າຍ​ຫຼື​ຄຽດ​ໃຫ້​ຄົນ​ອື່ນ?

21 ເຈົ້າ​ເຄີຍ​ສັງເກດ​ບໍ​ວ່າ​ຄົນ​ທີ່​ບໍ່​ຍອມ​ຍົກໂທດ​ໃຫ້​ຄົນ​ອື່ນ​ມັກ​ຈະ​ບໍ່​ມີ​ຄວາມ​ສຸກ? ຕອນ​ທີ່​ເຮົາ​ໃຈ​ຮ້າຍ​ແລະ​ຄຽດ​ໃຫ້​ຄົນ​ອື່ນ​ບໍ່​ເຊົາ​ຈັກ​ເທື່ອ ເຮົາ​ກໍ​ຈະ​ມີ​ແຕ່​ຄິດ​ກ່ຽວກັບ​ເລື່ອງ​ນັ້ນ​ຈົນ​ເຮັດ​ໃຫ້​ໃຈ​ເຮົາ​ບໍ່​ສະຫງົບ​ແລະ​ບໍ່​ມີ​ຄວາມ​ສຸກ. ໝໍ​ຫຼາຍ​ຄົນ​ບອກ​ວ່າ​ຖ້າ​ເຮົາ​ໃຈ​ຮ້າຍ​ແລະ​ຄຽດ​ໃຫ້​ຄົນ​ອື່ນ​ຕະຫຼອດ ມັນ​ຈະ​ເຮັດ​ໃຫ້​ເຮົາ​ເຈັບ​ປ່ວຍ​ຮ້າຍ​ແຮງ​ໄດ້. ແຕ່​ດົນ​ມາ​ແລ້ວ​ກ່ອນ​ທີ່​ໝໍ​ຫຼາຍ​ຄົນ​ຈະ​ເຂົ້າໃຈ​ເລື່ອງ​ນີ້ ຄຳພີ​ໄບເບິນ​ບອກ​ວ່າ: “ໃຫ້​ເຊົາ​ໃຈ​ຮ້າຍ​ແລະ​ເຊົາ​ຄຽດ​ໃຫ້​ຄົນ​ອື່ນ.” (ເພງ​ສັນລະເສີນ 37:8) ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

22 ຄຳພີ​ໄບເບິນ​ໃຫ້​ຄຳ​ແນະນຳ​ທີ່​ສະຫຼາດ​ກັບ​ເຮົາ​ວ່າ: “ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ຈະ​ບໍ່​ໃຈ​ຮ້າຍ​ງ່າຍ ແລະ​ຖ້າ​ລາວ​ເບິ່ງ​ຂ້າມ​ຄວາມ​ຜິດ ລາວ​ກໍ​ຈະ​ໄດ້​ຮັບ​ກຽດ.” (ສຸພາສິດ 19:11) ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ຈະ​ບໍ່​ເບິ່ງ​ແຕ່​ສິ່ງ​ທີ່​ຄົນ​ອື່ນ​ເວົ້າ​ຫຼື​ເຮັດ ແຕ່​ລາວ​ຈະ​ເຂົ້າໃຈ​ນຳ​ວ່າ​ເປັນ​ຫຍັງ​ຄົນ​ອື່ນ​ຈຶ່ງ​ເວົ້າ​ຫຼື​ເຮັດ​ແບບ​ນັ້ນ. ຖ້າ​ເຮົາ​ພະຍາຍາມ​ເຂົ້າໃຈ​ເຈຕະນາ ຄວາມ​ຮູ້ສຶກ ແລະ​ສະພາບການ​ຂອງ​ຄົນ​ອື່ນ ເຮົາ​ກໍ​ຈະ​ບໍ່​ໃຈ​ຮ້າຍ​ແລະ​ເບິ່ງ​ລາວ​ແບບ​ບໍ່​ດີ.

23 ຄຳພີ​ໄບເບິນ​ຍັງ​ແນະນຳ​ອີກ​ວ່າ: “ຂໍ​ໃຫ້​ອົດທົນ​ຕໍ່​ກັນ​ແລະ​ກັນ ແລະ​ໃຫ້​ອະໄພ​ກັນ​ຢ່າງ​ໃຈ​ກວ້າງ​ຕໍ່ໆ​ໄປ.” (ໂກໂລຊາຍ 3:13) ຄຳ​ວ່າ “ຂໍ​ໃຫ້​ອົດທົນ​ຕໍ່​ກັນ​ແລະ​ກັນ” ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ອົດທົນ​ຕໍ່​ຄົນ​ອື່ນ ແລະ​ບໍ່​ໃຈ​ຮ້າຍ​ຕອນ​ທີ່​ມີ​ຄົນ​ເຮັດ​ໃຫ້​ເຮົາ​ລຳຄານ. ເມື່ອ​ເປັນ​ແນວ​ນັ້ນ ເຮົາ​ຈຶ່ງ​ຈະ​ບໍ່​ໄດ້​ເຮັດ​ຫຍັງ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ບໍ່​ດີ. ສ່ວນ​ຄຳ​ວ່າ “ໃຫ້​ອະໄພ” ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ການ​ເຊົາ​ໃຈ​ຮ້າຍ​ຫຼື​ຄຽດ​ໃຫ້​ຄົນ​ອື່ນ​ແລະ​ບໍ່​ຄິດ​ເຖິງ​ເລື່ອງ​ທີ່​ຄົນ​ນັ້ນ​ເຮັດ​ອີກ​ຕໍ່​ໄປ. ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ຈຳເປັນ​ຕ້ອງ​ໃຫ້​ອະໄພ​ຄົນ​ອື່ນ​ເມື່ອ​ມີ​ເຫດຜົນ​ທີ່​ຈະ​ເຮັດ​ແບບ​ນັ້ນ. ເມື່ອ​ເຮົາ​ໃຫ້​ອະໄພ​ຄົນ​ອື່ນ ມັນ​ກໍ​ຈະ​ຊ່ວຍ​ທັງ​ເຮົາ​ແລະ​ລາວ​ໃຫ້​ສະຫງົບໃຈ​ແລະ​ມີ​ສັນຕິສຸກ​ນຳ​ອີກ. (ລູກາ 17:3, 4) ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ດີ​ແທ້ໆ!

24. ຜົນ​ເປັນ​ແນວ​ໃດ​ຖ້າ​ເຮົາ​ເອົາ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ໄປ​ໃຊ້?

24 ຍ້ອນ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ ເພິ່ນ​ຈຶ່ງ​ຕິດຕໍ່​ກັບ​ເຮົາ. ເພິ່ນ​ເລືອກ​ວິທີ​ທີ່​ດີ​ທີ່​ສຸດ​ໂດຍ​ໃຊ້​ພະລັງ​ບໍລິສຸດ​ຊີ້ນຳ​ມະນຸດ​ໃຫ້​ຂຽນ​ຂໍ້​ຄວາມ​ໃນ​ຄຳພີ​ໄບເບິນ​ທີ່​ເປັນ​ຄື​ກັບ​ຈົດ​ໝາຍ​ເຖິງ​ເຮົາ. ນີ້​ເຮັດ​ໃຫ້​ເຮົາ​ໄດ້​ເຫັນ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ໃນ​ແຕ່​ລະ​ໜ້າ​ຂອງ​ຄຳພີ​ໄບເບິນ. ສະຕິ​ປັນຍາ​ນີ້ “ໄວ້ໃຈ​ໄດ້​ສະເໝີ.” (ເພງ​ສັນລະເສີນ 93:5) ຖ້າ​ເຮົາ​ເອົາ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ມາ​ໃຊ້​ໃນ​ຊີວິດ​ແລະ​ບອກ​ເລື່ອງ​ນີ້​ກັບ​ຄົນ​ອື່ນ ເຮົາ​ກໍ​ຈະ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. ໃນ​ບົດ​ຕໍ່​ໄປ ເຮົາ​ຈະ​ເບິ່ງ​ອີກ​ຕົວຢ່າງ​ໜຶ່ງ​ທີ່​ດີ​ແທ້ໆ​ກ່ຽວກັບ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ທີ່​ເພິ່ນ​ສາມາດ​ບອກ​ລ່ວງ​ໜ້າ​ກ່ຽວກັບ​ອະນາຄົດ​ແລະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້.

a ຕົວຢ່າງ​ເຊັ່ນ ດາວິດ​ເຊິ່ງ​ເປັນ​ຄົນ​ລ້ຽງ​ແກະ ລາວ​ມັກ​ໃຊ້​ຕົວຢ່າງ​ຈາກ​ການ​ລ້ຽງ​ແກະ​ຂອງ​ລາວ. (ເພງ​ສັນລະເສີນ​ບົດ 23) ມັດທາຍ​ເຊິ່ງ​ເຄີຍ​ເປັນ​ຄົນ​ເກັບ​ພາສີ​ໄດ້​ເວົ້າ​ເຖິງ​ໂຕ​ເລກ​ແລະ​ຈຳນວນ​ຂອງ​ເງິນ​ຫຼາຍ​ເທື່ອ. (ມັດທາຍ 17:27; 26:15; 27:3) ລູກາ​ເຊິ່ງ​ເປັນ​ໝໍ​ໄດ້​ເວົ້າ​ເຖິງ​ລາຍລະອຽດ​ຕ່າງໆ​ກ່ຽວກັບ​ພະຍາດ​ທີ່​ຫຼາຍ​ຄົນ​ເປັນ.—ລູກາ 4:38; 14:2; 16:20

b ຫຼຽນ​ທີ່​ເວົ້າ​ເຖິງ​ນີ້​ແມ່ນ​ຫຼຽນ​ເລັບຕັນ. ໃນ​ຕອນ​ນັ້ນ​ຄົນ​ຮັບຈ້າງ​ຈະ​ໄດ້​ຄ່າ​ແຮງງານ 2 ເລັບຕັນ​ສຳລັບ​ການ​ເຮັດ​ວຽກ​ປະມານ 15 ນາທີ. ເງິນ 2 ຫຼຽນ​ນີ້​ຊື້​ນົກ​ກະຈອກ​ໂຕ​ດຽວ​ກະ​ບໍ່​ໄດ້​ຊ້ຳ ຂະໜາດ​ວ່າ​ນົກ​ນີ້​ລາຄາ​ຖືກ​ທີ່​ສຸດ​ແລ້ວ​ແລະ​ກໍ​ເປັນ​ເປັນ​ອາຫານ​ຂອງ​ຄົນ​ທຸກຍາກ.