ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 19

‘ສະຕິ​ປັນຍາ​ຂອງ​ພະເຈົ້າ​ທີ່​ເຊື່ອງ​ຢູ່​ໃນ​ຄວາມລັບ​ສັກສິດ’

‘ສະຕິ​ປັນຍາ​ຂອງ​ພະເຈົ້າ​ທີ່​ເຊື່ອງ​ຢູ່​ໃນ​ຄວາມລັບ​ສັກສິດ’

1, 2. ມີ​ຄວາມລັບ​ຫຍັງ​ທີ່​ໜ້າສົນໃຈ​ສຳລັບ​ເຮົາ ແລະ​ຍ້ອນຫຍັງ?

 ຖ້າ​ເຮົາ​ຮູ້​ບາງ​ເລື່ອງ​ທີ່​ຄົນ​ອື່ນ​ບໍ່​ຮູ້​ຫຼື​ບໍ່​ເຂົ້າໃຈ​ກໍ​ອາດ​ເຮັດ​ໃຫ້​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ເກັບ​ຄວາມລັບ​ນັ້ນ​ໄວ້. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ: “ພະເຈົ້າ​ໄດ້​ຮັບ​ກຽດ​ເມື່ອ​ເພິ່ນ​ເກັບ​ເລື່ອງ​ຕ່າງໆ​ໄວ້​ເປັນ​ຄວາມລັບ.” (ສຸພາສິດ 25:2) ພະ​ເຢໂຫວາ​ເປັນ​ພະເຈົ້າ​ອົງ​ສູງ​ສຸດ ເພິ່ນ​ຈຶ່ງ​ມີ​ສິດ​ທີ່​ຈະ​ເກັບ​ບາງ​ເລື່ອງ​ໄວ້​ເປັນ​ຄວາມລັບ​ຈົນ​ກວ່າ​ຈະ​ຮອດ​ເວລາ​ກຳນົດ​ຂອງ​ເພິ່ນ​ທີ່​ຈະ​ເປີດເຜີຍ​ເລື່ອງ​ນັ້ນ​ກັບ​ມະນຸດ.

2 ແຕ່​ມີ​ຄວາມລັບ​ທີ່​ໜ້າສົນໃຈ​ທີ່​ພະ​ເຢໂຫວາ​ໄດ້​ເປີດເຜີຍ​ໄວ້​ໃນ​ຄຳ​ພິ​ໄບເບິນ. ຄວາມລັບ​ນັ້ນ​ຖືກ​ເອີ້ນ​ວ່າ: “ຄວາມລັບ​ສັກສິດ​ກ່ຽວກັບ​ສິ່ງ​ທີ່ [ພະເຈົ້າ] ຕັ້ງໃຈ​ໄວ້.” (ເອເຟໂຊ 1:9) ການ​ຮຽນ​ຮູ້​ກ່ຽວກັບ​ຄວາມລັບ​ນັ້ນ​ບໍ່​ໄດ້​ເປັນ​ແຕ່​ເລື່ອງ​ທີ່​ໜ້າ​ສົນໃຈ​ເທົ່າ​ນັ້ນ ແຕ່​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ​ເພາະ​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ຄວາມ​ລອດ​ແລະ​ເຂົ້າໃຈ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

ພະ​ເຢໂຫວາ​ຄ່ອຍໆ​ເປີດເຜີຍ​ຄວາມລັບ

3, 4. ຄຳ​ພະຍາກອນ​ຢູ່​ປະຖົມມະການ 3:15 ໃຫ້​ຄວາມ​ຫວັງ​ແນວ​ໃດ ແລະ​ຄຳ​ພະຍາກອນ​ນີ້​ເວົ້າ​ເຖິງ “ຄວາມລັບ​ສັກສິດ” ຫຍັງ?

3 ເມື່ອ​ອາດາມ​ແລະ​ເອວາ​ເຮັດ​ບາບ ເລື່ອງ​ນີ້​ອາດ​ເບິ່ງ​ຄື​ວ່າ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ທີ່​ຈະ​ໃຫ້​ມະນຸດ​ສົມບູນ​ແບບ​ຢູ່​ໃນ​ໂລກ​ທີ່​ເປັນ​ອຸທິຍານ​ບໍ່​ໄດ້​ເປັນ​ຈິງ​ຕາມ​ທີ່​ເພິ່ນ​ຕ້ອງການ. ແຕ່​ພະເຈົ້າ​ໄດ້​ບອກ​ທັນທີ​ເລີຍ​ວ່າ​ຈະ​ແກ້ໄຂ​ບັນຫາ​ທີ່​ເກີດຂຶ້ນ. ເພິ່ນ​ເວົ້າ​ວ່າ: “ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ຜູ້​ຍິງ​ເປັນ​ສັດຕູ​ກັນ ແລະ​ເຊື້ອສາຍ​ຂອງ​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ຜູ້​ຍິງ​ຈະ​ເປັນ​ສັດຕູ​ກັນ. ເຊື້ອສາຍ​ຂອງ​ຜູ້​ຍິງ​ຈະ​ຢຽບ​ຫົວ​ຂອງ​ເຈົ້າ​ຈົນ​ມຸ່ນ ແລະ​ເຈົ້າ​ຈະ​ເຮັດ​ໃຫ້​ສົ້ນ​ຕີນ​ຂອງ​ເຊື້ອສາຍ​ຂອງ​ຜູ້​ຍິງ​ບວມ​ຊ້ຳ.”—ປະຖົມມະການ 3:15

4 ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ໝາຍເຖິງ​ຫຍັງ? ໃຜ​ແມ່ນ​ຜູ້​ຍິງ? ໃຜ​ແມ່ນ​ງູ? ໃຜ​ແມ່ນ “ເຊື້ອສາຍ” ທີ່​ຈະ​ຢຽບ​ຫົວ​ຂອງ​ງູ​ໃຫ້​ມຸ່ນ? ອາດາມ​ແລະ​ເອວາ​ບໍ່​ຮູ້​ເລື່ອງ​ນີ້. ແຕ່​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ເວົ້າ​ໄດ້​ໃຫ້​ຄວາມ​ຫວັງ​ກັບ​ລູກ​ຫຼານ​ຂອງ​ເຂົາເຈົ້າ​ທີ່​ສັດຊື່​ຕໍ່​ເພິ່ນ. ລູກ​ຫຼານ​ທີ່​ສັດຊື່​ເຫຼົ່າ​ນີ້​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄວາມ​ຊົ່ວ ບາບ ແລະ​ຄວາມ​ຕາຍ​ໝົດ​ໄປ ແລະ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ກໍ​ຈະ​ເປັນ​ຈິງ. ແຕ່​ເລື່ອງ​ນີ້​ຈະ​ເກີດຂຶ້ນ​ແນວ​ໃດ? ໃນ​ຕອນ​ນັ້ນ​ເລື່ອງ​ນີ້​ຍັງ​ເປັນ​ຄວາມລັບ​ຢູ່. ຄຳພີ​ໄບເບິນ​ບອກ​ວ່າ: ‘ສະຕິ​ປັນຍາ​ຂອງ​ພະເຈົ້າ​ເຊື່ອງ​ຢູ່​ໃນ​ຄວາມລັບ​ສັກສິດ.’—1 ໂກຣິນໂທ 2:7

5. ເປັນ​ຫຍັງ​ພະ​ເຢໂຫວາ​ຄ່ອຍໆ​ເປີດເຜີຍ​ຄວາມລັບ​ຂອງ​ເພິ່ນ? ຂໍ​ໃຫ້​ຍົກ​ຕົວຢ່າງ.

5 ພະ​ເຢໂຫວາ​ເປັນ ‘ພະເຈົ້າ​ຜູ້​ເປີດເຜີຍ​ເລື່ອງ​ທີ່​ເປັນ​ຄວາມລັບ’ ແລະ​ໃນ​ທີ່​ສຸດ​ເພິ່ນ​ຈະ​ເປີດເຜີຍ​ຄວາມລັບ​ນີ້​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເຂົ້າໃຈ​ຫຼາຍ​ຂຶ້ນ. (ດານີເອນ 2:28) ແຕ່​ເພິ່ນ​ຈະ​ຄ່ອຍໆ​ເປີດເຜີຍ​ເລື່ອງ​ນີ້. ເພື່ອ​ເປັນ​ຕົວຢ່າງ ເຮົາ​ອາດ​ຄິດ​ເຖິງ​ຕອນ​ທີ່​ພໍ່​ຕອບ​ຄຳ​ຖາມ​ຂອງ​ລູກ ເມື່ອ​ລູກ​ຖາມ​ວ່າ “ພໍ່ ລູກ​ເກີດ​ມາ​ໄດ້​ຈັ່ງ​ໃດ?” ພໍ່​ທີ່​ສຸຂຸມ​ກໍ​ຈະ​ຕອບ​ໃນ​ແບບ​ທີ່​ລູກ​ຈະ​ເຂົ້າໃຈ​ໄດ້ ແລະ​ເມື່ອ​ລູກ​ໃຫຍ່​ຂຶ້ນ ພໍ່​ກໍ​ຈະ​ບອກ​ລາວ​ຫຼາຍ​ຂຶ້ນ. ຄ້າຍ​ຄື​ກັນ ພະ​ເຢໂຫວາ​ຄິດ​ໄວ້​ແລ້ວ​ວ່າ​ຕອນ​ໃດ​ດີ​ທີ່​ສຸດ​ທີ່​ເພິ່ນ​ຈະ​ເປີດເຜີຍ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ໃຫ້​ຄົນ​ຂອງ​ເພິ່ນ​ຮູ້.—ສຸພາສິດ 4:18; ດານີເອນ 12:4

6. (ກ) ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມີ​ການ​ເຮັດ​ສັນຍາ​ຫຼື​ຂໍ້​ຕົກ​ລົງ​ຕ່າງໆ? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ເຮັດ​ສັນຍາ​ກັບ​ມະນຸດ?

6 ພະ​ເຢໂຫວາ​ບອກ​ຄວາມລັບ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເຂົ້າໃຈ​ຫຼາຍ​ຂຶ້ນ​ແນວ​ໃດ? ເພິ່ນ​ເຮັດ​ສັນຍາ​ຫຼາຍ​ຢ່າງ​ທີ່​ເປັນ​ຄື​ກັບ​ຂໍ້​ຕົກ​ລົງ​ທາງ​ກົດໝາຍ. ບາງ​ເທື່ອ​ເຈົ້າ​ອາດ​ເຄີຍ​ເຮັດ​ສັນຍາ​ຕອນ​ທີ່​ຊື້​ດິນ ຊື້​ລົດ ຫຼື​ຊື້​ແນວ​ອື່ນໆ. ສັນຍາ​ແບບ​ນັ້ນ​ຮັບປະກັນ​ຕາມ​ກົດໝາຍ​ວ່າ​ຈະ​ມີ​ການ​ເຮັດ​ຕາມ​ເງື່ອນ​ໄຂ​ທີ່​ໄດ້​ຕົກ​ລົງ​ກັນ​ໄວ້. ແຕ່​ເປັນ​ຫຍັງ​ພະ​ເຢໂຫວາ​ຕ້ອງ​ເຮັດ​ສັນຍາ​ຫຼື​ຂໍ້​ຕົກ​ລົງ​ແບບ​ເປັນ​ທາງ​ການ​ກັບ​ມະນຸດ? ກໍ​ຍ້ອນ​ເພິ່ນ​ຢາກ​ຊ່ວຍ​ໃຫ້​ເຮົາ​ທີ່​ເປັນ​ມະນຸດ​ບໍ່​ສົມບູນແບບ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ໄດ້​ສັນຍາ​ໄວ້. ເພິ່ນ​ເລີຍ​ເຮັດ​ສັນຍາ​ຕ່າງໆ​ເພື່ອ​ຮັບປະກັນ​ວ່າ​ເພິ່ນ​ຈະ​ເຮັດ​ຕາມ​ທີ່​ບອກ​ໄວ້.—ເຮັບເຣີ 6:16-18

ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ອັບຣາຮາມ

7, 8. (ກ) ພະ​ເຢໂຫວາ​ເຮັດ​ສັນຍາ​ຫຍັງ​ກັບ​ອັບຣາຮາມ ແລະ​ສັນຍາ​ນີ້​ບອກ​ໃຫ້​ຮູ້​ຫຍັງ​ກ່ຽວກັບ​ຄວາມລັບ​ສັກສິດ? (ຂ) ພະເຢໂຫວາ​ຄ່ອຍໆ​ເປີດເຜີຍ​ແນວໃດ​ວ່າ​ໃຜ​ເປັນ​ລູກຫຼານ​ທີ່​ສັນຍາ​ໄວ້?

7 ຫຼາຍ​ກວ່າ 2.000 ປີ​ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ໄລ່​ອາດາມ​ກັບ​ເອວາ​ອອກ​ຈາກ​ສວນ​ເອເດັນ ເພິ່ນ​ບອກ​ອັບຣາຮາມ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ​ວ່າ: “ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ຄື​ກັບ​ດາວ​ເທິງ​ຟ້າ . . . ຍ້ອນ​ເຈົ້າ​ເຊື່ອຟັງ​ເຮົາ ຄົນ​ຈາກ​ທຸກ​ຊາດ​ຈະ​ໄດ້​ຮັບ​ພອນ​ໂດຍ​ທາງ​ລູກ​ຫຼານ​ຂອງ​ເຈົ້າ.” (ປະຖົມມະການ 22:17, 18) ເລື່ອງ​ນີ້​ບໍ່​ໄດ້​ເປັນ​ແຕ່​ສັນຍາ​ເປົ່າໆ ແຕ່​ພະ​ເຢໂຫວາ​ເຮັດ​ສັນຍາ​ທີ່​ມີ​ຜົນ​ຕາມ​ກົດໝາຍ​ກັບ​ອັບຣາຮາມ​ແລະ​ຮັບຮອງ​ກົດໝາຍ​ນັ້ນ​ດ້ວຍ​ຄຳ​ສາບານ​ຂອງ​ເພິ່ນ. (ປະຖົມມະການ 17:1, 2; ເຮັບເຣີ 6:13-15) ນີ້​ເປັນ​ເລື່ອງ​ທີ່​ໜ້າ​ງຶດ​ແທ້ໆ​ທີ່​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເຮັດ​ສັນຍາ​ວ່າ​ຈະ​ອວຍພອນ​ມະນຸດ!

“ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ຄື​ກັບ​ດາວ​ເທິງ​ຟ້າ”

8 ຕໍ່​ມາ​ພະ​ເຢໂຫວາ​ບອກ​ໃຫ້​ອັບຣາຮາມ​ຮູ້​ວ່າ​ລູກ​ຫຼານ​ທີ່​ສັນຍາ​ໄວ້​ຈະ​ມາ​ທາງ​ອີຊາກ​ລູກ​ຊາຍ​ຂອງ​ລາວ ແລະ​ໂດຍ​ທາງ​ຢາໂຄບ​ຫຼານ​ຊາຍ​ຂອງ​ລາວ. (ປະຖົມມະການ 21:12; 28:13, 14) ພະ​ເຢໂຫວາ​ດົນໃຈ​ໃຫ້​ຢາໂຄບ​ພະຍາກອນ​ເລື່ອງ​ນີ້​ກ່ຽວກັບ​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ລາວ​ວ່າ: “ຄ້ອນ​ຂອງ​ກະສັດ​ຈະ​ເປັນ​ຂອງ​ຢູດາ​ສະເໝີ. ໄມ້ຄ້ອນເທົ້າ​ຂອງ​ຜູ້​ປົກຄອງ​ຈະ​ຢູ່​ລະຫວ່າງ​ຕີນ​ຂອງ​ລາວ​ຈົນ​ກວ່າ​ຊີໂລ [ຫຼື “ຜູ້​ທີ່​ຈະ​ມາ”, ໄຂເງື່ອນ] ຈະ​ມາ ແລະ​ທຸກ​ຊົນຊາດ​ຈະ​ເຊື່ອຟັງ​ລາວ.” (ປະຖົມມະການ 49:10) ໃນ​ຕອນ​ນັ້ນ ຄົນ​ທົ່ວໄປ​ເຂົ້າໃຈ​ວ່າ​ລູກ​ຫຼານ​ທີ່​ຈະ​ມາ​ເປັນ​ກະສັດ​ນັ້ນ​ຕ້ອງ​ມາ​ຈາກ​ຕະກູນ​ຢູດາ.

ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ຊາດ​ອິດສະຣາເອນ

9, 10. (ກ) ພະ​ເຢໂຫວາ​ເຮັດ​ສັນຍາ​ຫຍັງ​ກັບ​ຊາດ​ອິດສະຣາເອນ ແລະ​ສັນຍາ​ນັ້ນ​ຊ່ວຍ​ປົກປ້ອງ​ເຂົາເຈົ້າ​ແນວ​ໃດ? (ຂ) ກົດໝາຍ​ຂອງ​ໂມເຊ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ມະນຸດ​ຈຳເປັນ​ຕ້ອງ​ມີ​ຄ່າໄຖ່?

9 ໃນ​ປີ 1513 ກ່ອນ​ຄລິດຕະ​ສັກກະຫຼາດ (ກ່ອນ ຄ.ສ) ພະ​ເຢໂຫວາ​ຄ່ອຍໆ​ເປີດເຜີຍ​ເລື່ອງ​ຄວາມລັບ​ສັກສິດ​ໂດຍ​ເຮັດ​ສັນຍາ​ກັບ​ຊາດ​ອິດສະຣາເອນ​ລູກ​ຫຼານ​ຂອງ​ອັບຣາຮາມ. ເຖິງ​ວ່າ​ສັນຍາ​ນີ້​ບໍ່​ມີ​ຜົນ​ບັງຄັບ​ໃຊ້​ແລ້ວ​ໃນ​ທຸກ​ມື້​ນີ້ ແຕ່​ກໍ​ເປັນ​ສິ່ງ​ສຳຄັນ​ທີ່​ພະ​ເຢໂຫວາ​ໃຊ້​ເພື່ອ​ບອກ​ວ່າ​ໃຜ​ເປັນ​ລູກ​ຫຼານ​ທີ່​ສັນຍາ​ໄວ້. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ແນວ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ເຫດຜົນ 3 ຢ່າງ​ນຳ​ກັນ. ເຫດຜົນ​ທຳອິດ ກົດໝາຍ​ເປັນ​ຄື​ກັບ​ກຳແພງ​ທີ່​ກັ້ນ​ລະຫວ່າງ​ຄົນ​ຢິວ​ກັບ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ. (ເອເຟໂຊ 2:14) ໂດຍ​ວິທີ​ນີ້ ກົດໝາຍ​ຂອງ​ໂມເຊ​ໄດ້​ຊ່ວຍ​ປົກປ້ອງ​ຊາດ​ອິດສະຣາເອນ​ເພື່ອ​ເຮັດ​ໃຫ້​ເມຊີອາ​ເຊິ່ງ​ເປັນ​ລູກ​ຫຼານ​ທີ່​ພະເຈົ້າ​ສັນຍາ​ຈະ​ໄດ້​ມາ​ເກີດ​ໃນ​ຕະກູນ​ຢູດາ.

10 ເຫດຜົນ​ທີ 2 ກົດໝາຍ​ຂອງ​ໂມເຊ​ສະແດງ​ໃຫ້​ເຫັນ​ແຈ້ງ​ວ່າ​ມະນຸດ​ຈຳເປັນ​ຕ້ອງ​ມີ​ຄ່າໄຖ່. ຍ້ອນ​ເປັນ​ກົດໝາຍ​ທີ່​ສົມບູນແບບ ກົດໝາຍນັ້ນ​ຈຶ່ງ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ເຫັນ​ວ່າ​ມະນຸດ​ທີ່​ຜິດ​ບາບ​ບໍ່​ສາມາດ​ເຮັດ​ຕາມ​ກົດໝາຍ​ນັ້ນ​ໄດ້​ຢ່າງ​ຄົບ​ຖ້ວນ. ກົດໝາຍ​ນັ້ນ​ຈຶ່ງ​ມີ​ໄວ້ “ເພື່ອ​ໃຫ້​ເຫັນ​ແຈ້ງ​ວ່າ​ຄົນ​ເຮົາ​ເຮັດ​ຜິດ ແລະ​ກົດໝາຍ​ນັ້ນ​ຈະ​ຢູ່​ຊົ່ວຄາວ​ຈົນ​ກວ່າ​ລູກ​ຫຼານ​ຜູ້​ທີ່​ໄດ້​ຮັບ​ຄຳ​ສັນຍາ​ນັ້ນ​ຈະ​ມາ.” (ຄາລາເຕຍ 3:19) ເຄື່ອງ​ບູຊາ​ທີ່​ເປັນ​ສັດ​ທີ່​ພວກ​ອິດສະຣາເອນ​ເອົາ​ໃຫ້​ພະເຈົ້າ​ບໍ່​ສາມາດ​ໄຖ່​ບາບ​ໄດ້​ຢ່າງ​ຄົບ​ຖ້ວນ. ອັກຄະສາວົກ​ໂປໂລ​ໄດ້​ຂຽນ​ໄວ້​ວ່າ: “ເລືອດ​ງົວ​ໂຕ​ຜູ້​ແລະ​ເລືອດ​ແບ້​ກຳຈັດ​ບາບ​ບໍ່​ໄດ້.” ເຄື່ອງ​ບູຊາ​ເຫຼົ່າ​ນີ້​ຊ່ວຍ​ໃຫ້​ເຂົາເຈົ້າ​ເຂົ້າໃຈ​ວ່າ​ຕ້ອງ​ມີ​ຄ່າໄຖ່​ທີ່​ສົມບູນແບບ​ເພື່ອ​ບາບ​ຂອງ​ເຂົາເຈົ້າ​ຈະ​ໄດ້​ຮັບ​ການ​ຍົກໂທດ​ໄດ້​ຢ່າງ​ຄົບ​ຖ້ວນ. (ເຮັບເຣີ 10:1-4) ດັ່ງນັ້ນ ກົດໝາຍ​ນັ້ນ​ຈຶ່ງ​ເປັນ​ຄື​ກັບ “ຜູ້​ເບິ່ງແຍງ” ທີ່​ພາ​ຄົນ​ຢິວ​ທີ່​ສັດຊື່​ໄປ​ຫາ​ພະຄລິດ.—ຄາລາເຕຍ 3:24

11. ສັນຍາ​ກ່ຽວກັບ​ກົດໝາຍ​ໃຫ້​ຄວາມ​ຫວັງ​ທີ່​ດີ​ທີ່​ສຸດ​ຫຍັງ​ກັບ​ຊາດ​ອິດສະຣາເອນ ແຕ່​ເປັນ​ຫຍັງ​ເຂົາເຈົ້າ​ສ່ວນ​ຫຼາຍ​ບໍ່​ມີ​ສ່ວນ​ໃນ​ຄວາມ​ຫວັງ​ນີ້?

11 ເຫດຜົນ​ທີ 3 ສັນຍາ​ນັ້ນ​ເຮັດ​ໃຫ້​ຊາດ​ອິດສະຣາເອນ​ມີ​ຄວາມ​ຫວັງ​ທີ່​ດີ​ທີ່​ສຸ​ດ. ພະ​ເຢໂຫວາ​ບອກ​ວ່າ​ຖ້າ​ເຂົາເຈົ້າ​ເຊື່ອຟັງ​ແລະ​ເຮັດ​ຕາມ​ສັນຍາ​ນີ້ ເຂົາເຈົ້າ​ຈະ​ເປັນ “ຊາດ​ໜຶ່ງ​ທີ່​ບໍລິສຸດ ແລະ​ມີ​ປະໂລຫິດ​ປົກຄອງ​ເປັນ​ກະສັດ.” (ອົບພະຍົບ 19:5, 6) ຄົນ​ກຸ່ມ​ທຳອິດ​ທີ່​ພະ​ເຢໂຫວາ​ເລືອກ​ໃຫ້​ມາ​ເປັນ​ສະມາຊິກ​ຂອງ​ການ​ປົກຄອງ​ທີ່​ມີ​ປະໂລຫິດ​ປົກຄອງ​ເປັນ​ກະສັດ​ແມ່ນ​ມາ​ຈາກ​ຊາດ​ອິດສະຣາເອນ ແຕ່​ສ່ວນ​ຫຼາຍ​ຄົນ​ເຫຼົ່າ​ນີ້​ບໍ່​ໄດ້​ເຮັດ​ຕາມ​ກົດໝາຍ​ຂອງ​ພະ​ເຢໂຫວາ​ແລະ​ປະຕິເສດ​ເມຊີອາ ພະ​ເຢໂຫວາ​ຈຶ່ງ​ປະຕິເສດ​ເຂົາເຈົ້າ. ຖ້າ​ເປັນ​ແນວ​ນັ້ນ ພະ​ເຢໂຫວາ​ຈະ​ເລືອກ​ໃຜ​ໃຫ້​ມີ​ສ່ວນ​ໃນ​ການ​ປົກຄອງ​ທີ່​ມີ​ປະໂລຫິດ​ປົກຄອງ​ເປັນ​ກະສັດ​ແທນ​ເຂົາເຈົ້າ? ແລະ​ຄົນ​ທີ່​ພະເຈົ້າ​ເລືອກ​ຈະ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ລູກ​ຫຼານ​ທີ່​ສັນຍາ​ໄວ້? ພະເຈົ້າ​ຈະ​ບອກ​ໃຫ້​ຮູ້​ຄຳ​ຕອບ​ໃນ​ພາຍ​ຫຼັງ.

ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ດາວິດ

12. ພະ​ເຢໂຫວາ​ເຮັດ​ສັນຍາ​ຫຍັງ​ກັບ​ດາວິດ ແລະ​ສັນຍາ​ນີ້​ບອກ​ໃຫ້​ຮູ້​ຫຍັງ​ຫຼາຍ​ຂຶ້ນ​ເລື່ອງ​ຄວາມລັບ​ສັກສິດ​ຂອງ​ພະເຈົ້າ?

12 ໃນ​ສະຕະວັດ​ທີ 11 ກ່ອນ ຄ.ສ ພະ​ເຢໂຫວາ​ບອກ​ໃຫ້​ຮູ້​ຫຼາຍ​ຂຶ້ນ​ເລື່ອງ​ຄວາມລັບ​ສັກສິດ​ຕອນ​ທີ່​ເຮັດ​ສັນຍາ​ກັບ​ດາວິດ. ເພິ່ນ​ສັນຍາ​ກັບ​ກະສັດ​ທີ່​ສັດຊື່​ວ່າ: “ເຮົາ​ຈະ​ໃຫ້​ລູກ​ຫຼານ​ຂອງ​ເຈົ້າ . . . ເປັນ​ກະສັດ​ຕໍ່​ຈາກ​ເຈົ້າ ແລະ​ເຮົາ​ຈະ​ເຮັດ​ໃຫ້​ການ​ປົກຄອງ​ຂອງ​ລາວ​ໝັ້ນຄົງ . . . ເຮົາ​ຈະ​ເຮັດ​ໃຫ້​ການ​ປົກຄອງ​ຂອງ​ລາວ​ຕັ້ງ​ໝັ້ນຄົງ​ຢູ່​ຕະຫຼອດ​ໄປ.” (2 ຊາມູເອນ 7:12, 13; ເພງ​ສັນລະເສີນ 89:3) ຄຳເວົ້າ​ນີ້​ບອກ​ໃຫ້​ຮູ້​ວ່າ​ລູກ​ຫຼານ​ທີ່​ສັນຍາ​ໄວ້​ຈະ​ມາ​ຈາກ​ຕະກູນ​ຂອງ​ດາວິດ. ແຕ່​ມະນຸດ​ທຳມະດາ​ຈະ​ປົກຄອງ​ຕະຫຼອດ​ໄປ​ໄດ້​ແນວ​ໃດ? (ເພງ​ສັນລະເສີນ 89:20, 29, 34-36) ແລະ​ກະສັດ​ທີ່​ເປັນ​ມະນຸດ​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ​ໄດ້​ບໍ?

13, 14. (ກ) ໃນ​ເພງ​ສັນລະເສີນ​ບົດ 110 ພະ​ເຢໂຫວາ​ສັນຍາ​ຫຍັງ​ກັບ​ກະສັດ​ຜູ້​ທີ່​ເພິ່ນ​ເລືອກ? (ຂ) ພະ​ເຢໂຫວາ​ໃຫ້​ຜູ້​ພະຍາກອນ​ຂອງ​ເພິ່ນ​ບອກ​ເລື່ອງ​ຄວາມລັບ​ສັກສິດ​ຂອງ​ເພິ່ນ​ຫຼາຍ​ຂຶ້ນ​ແນວ​ໃດ?

13 ດາວິດ​ໄດ້​ຮັບ​ການ​ດົນໃຈ​ໃຫ້​ຂຽນ​ວ່າ: “ພະ​ເຢໂຫວາ​ເວົ້າ​ກັບ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ວ່າ ‘ນັ່ງ​ຢູ່​ເບື້ອງ​ຂວາ​ມື​ຂອງ​ເຮົາ​ກ່ອນ ຈົນ​ກວ່າ​ເຮົາ​ຈະ​ປາບ​ພວກ​ສັດຕູ​ຂອງ​ເຈົ້າ​ໃຫ້​ເປັນ​ບ່ອນ​ວາງ​ຕີນ​ຂອງ​ເຈົ້າ.’ ພະ​ເຢໂຫວາ​ສາບານ​ໄວ້​ແລ້ວ​ແລະ​ຈະ​ບໍ່​ປ່ຽນ​ໃຈ. ເພິ່ນ​ເວົ້າ​ວ່າ ‘ເຈົ້າ​ຈະ​ເປັນ​ປະໂລຫິດ​ຕະຫຼອດ​ໄປ​ຕາມ​ແບບ​ຂອງ​ເມັນຄີເຊເດັກ.’” (ເພງ​ສັນລະເສີນ 110:1, 4) ໃນ​ຂໍ້​ນີ້​ດາວິດ​ກຳລັງ​ເວົ້າ​ເຖິງ​ລູກ​ຫຼານ​ທີ່​ພະເຈົ້າ​ສັນຍາ​ໄວ້​ຫຼື​ເມຊີອາ. (ກິດຈະການ 2:35, 36) ກະສັດ​ອົງ​ນີ້​ບໍ່​ໄດ້​ປົກຄອງ​ຈາກ​ເຢຣູຊາເລັມ ແຕ່​ປົກຄອງ​ຈາກ​ສະຫວັນ​ແລະ “ນັ່ງ​ຢູ່​ເບື້ອງ​ຂວາ​ມື” ຂອງ​ພະ​ເຢໂຫວາ. ພະ​ເຢໂຫວາ​ຈະ​ໃຫ້​ເພິ່ນ​ມີ​ອຳນາດ​ປົກຄອງ​ບໍ່​ພຽງ​ແຕ່​ປະເທດ​ອິດສະຣາເອນ​ເທົ່າ​ນັ້ນ ແຕ່​ຈະ​ປົກຄອງ​ທົ່ວ​ໂລກ. (ເພງ​ສັນລະເສີນ 2:6-8) ຂໍ້​ນີ້​ຍັງ​ບອກ​ໃຫ້​ຮູ້​ວ່າ ພະ​ເຢໂຫວາ​ສາບານ​ວ່າ​ເມຊີອາ​ຈະ​ເປັນ “ປະໂລຫິດ . . . ຕາມ​ແບບ​ຂອງ​ເມັນຄີເຊເດັກ.” ຄື​ກັບ​ເມັນຄີເຊເດັກ​ທີ່​ມີ​ຊີວິດ​ຢູ່​ໃນ​ສະໄໝ​ຂອງ​ອັບຣາຮາມ​ເປັນ​ທັງ​ກະສັດ​ແລະ​ປະໂລຫິດ ລູກ​ຫຼານ​ທີ່​ສັນຍາ​ໄວ້​ຈະ​ໄດ້​ຮັບ​ການ​ແຕ່ງຕັ້ງ​ຈາກ​ພະເຈົ້າ​ໃຫ້​ເປັນ​ທັງ​ກະສັດ​ແລະ​ປະໂລຫິດ​ຄື​ກັນ!—ປະຖົມມະການ 14:17-20

14 ຕະຫຼອດ​ເວລາ​ຫຼາຍ​ປີ ພະ​ເຢໂຫວາ​ໄດ້​ໃຊ້​ຜູ້​ພະຍາກອນ​ຂອງ​ເພິ່ນ​ໃຫ້​ບອກ​ເລື່ອງ​ຄວາມລັບ​ສັກສິດ​ຂອງ​ເພິ່ນ​ຫຼາຍ​ຂຶ້ນ. ຕົວຢ່າງ​ເຊັ່ນ ເອຊາຢາ​ໄດ້​ບອກ​ວ່າ​ຜູ້ທີ່​ເປັນ​ລູກ​ຫຼານ​ຈະ​ຕ້ອງ​ມາ​ສະລະ​ຊີວິດ​ເພື່ອ​ເປັນ​ເຄື່ອງ​ບູຊາ. (ເອຊາຢາ 53:3-12) ມີກາ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ເມຊີອາ​ຈະ​ມາ​ເກີດ​ຢູ່​ໃສ. (ມີກາ 5:2) ດານີເອນ​ພະຍາກອນ​ແຈ້ງ​ເລີຍ​ວ່າ​ເມຊີອາ​ຈະ​ມາ​ຕອນ​ໃດ​ແລະ​ຈະ​ເສຍ​ຊີວິດ​ຕອນ​ໃດ.—ດານີເອນ 9:24-27

ພະເຈົ້າ​ໄດ້​ເປີດເຜີຍ​ຄວາມລັບ​ສັກສິດ!

15, 16. (ກ) ລູກ​ຊາຍ​ຂອງ​ພະ​ເຢໂຫວາ “ເກີດ​ຈາກ​ຜູ້​ຍິງ” ໄດ້​ແນວ​ໃດ? (ຂ) ພະ​ເຢຊູ​ໄດ້​ສິດ​ຫຍັງ​ຈາກ​ມາຣິອາ​ກັບ​ໂຢເຊັບ ແລະ​ເພິ່ນ​ມາ​ໃນ​ຖານະ​ລູກ​ຫຼານ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ຕອນ​ໃດ?

15 ຄຳ​ພະຍາກອນ​ກ່ຽວກັບ​ເມຊີອາ​ຍັງ​ເປັນ​ຄວາມລັບ​ຈົນ​ກວ່າ​ລູກ​ຫຼານ​ທີ່​ສັນຍາ​ໄວ້​ຈະ​ມາ. ຄາລາເຕຍ 4:4 ເວົ້າ​ວ່າ: “ເມື່ອ​ຮອດ​ເວລາ ພະເຈົ້າ​ກໍ​ໃຊ້​ລູກ​ຂອງ​ໂຕເອງ​ມາ. ເພິ່ນ​ເກີດ​ຈາກ​ຜູ້​ຍິງ.” ໃນ​ປີ​ທີ 2 ກ່ອນ ຄ.ສ ທູດສະຫວັນ​ອົງ​ໜຶ່ງ​ໄດ້​ບອກ​ສາວ​ບໍລິສຸດ​ຄົນ​ຢິວ​ທີ່​ຊື່​ມາຣິອາ​ວ່າ: “ຖ້າ​ເບິ່ງ​ເດີ້! ເຈົ້າ​ຈະ​ຖືພາ​ແລະ​ເກີດ​ລູກ​ຊາຍ. ໃຫ້​ຕັ້ງ​ຊື່​ລູກ​ວ່າ​ເຢຊູ. ລາວ​ຈະ​ເປັນ​ຜູ້​ຍິ່ງໃຫຍ່​ແລະ​ຈະ​ຖືກ​ເອີ້ນ​ວ່າ​ລູກ​ຂອງ​ພະເຈົ້າ​ສູງ​ສຸດ. ພະ​ເຢໂຫວາ​ພະເຈົ້າ​ຈະ​ຍົກ​ບັນລັງ​ຂອງ​ດາວິດ​ປູ່ຍ່າຕານາຍ​ຂອງ​ລາວ​ໃຫ້​ລາວ . . . ເຈົ້າ​ຈະ​ໄດ້​ຮັບ​ພະລັງ​ບໍລິສຸດ ແລະ​ລິດເດດ​ຂອງ​ພະເຈົ້າ​ສູງ​ສຸດ​ຈະ​ປົກປ້ອງ​ເຈົ້າ​ໄວ້. ດັ່ງນັ້ນ ເດັກນ້ອຍ​ທີ່​ເກີດ​ມາ​ຈະ​ຖືກ​ເອີ້ນ​ວ່າ​ເປັນ​ຜູ້​ບໍລິສຸດ​ແລະ​ເປັນ​ລູກ​ຂອງ​ພະເຈົ້າ.”—ລູກາ 1:31, 32, 35

16 ຕໍ່​ມາ​ພະ​ເຢໂຫວາ​ໄດ້​ຍ້າຍ​ຊີວິດ​ຂອງ​ລູກ​ຊາຍ​ຈາກ​ສະຫວັນ​ໃຫ້​ມາ​ຢູ່​ໃນ​ທ້ອງ​ຂອງ​ມາຣິອາ​ເພື່ອ​ໃຫ້​ເພິ່ນ​ມາ​ເກີດ​ເປັນ​ມະນຸດ. ເຖິງ​ວ່າ​ມາຣິອາ​ເປັນ​ຄົນ​ບໍ່​ສົມບູນແບບ ແຕ່​ພະ​ເຢຊູ​ກໍ​ບໍ່​ໄດ້​ຮັບ​ຄວາມ​ບໍ່​ສົມບູນແບບ​ຈາກ​ລາວ​ຍ້ອນ​ເພິ່ນ​ເປັນ “ລູກ​ຂອງ​ພະເຈົ້າ.” ແຕ່​ຍ້ອນ​ມາຣິອາ​ກັບ​ໂຢເຊັບ​ເປັນ​ລູກ​ຫຼານ​ຂອງ​ດາວິດ ພະ​ເຢຊູ​ຈຶ່ງ​ມີ​ສິດ​ທີ່​ຈະ​ນັ່ງ​ເທິງ​ບັນລັງ​ຂອງ​ດາວິດ​ແລະ​ປົກຄອງ​ເປັນ​ກະສັດ. (ກິດຈະການ 13:22, 23) ຕອນ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ​ໃນ​ປີ 29 ພະ​ເຢໂຫວາ​ໄດ້​ແຕ່ງຕັ້ງ​ເພິ່ນ​ດ້ວຍ​ພະລັງ​ບໍລິສຸດ​ແລະ​ບອກ​ວ່າ: “ຜູ້​ນີ້​ແມ່ນ​ລູກ​ທີ່​ເຮົາ​ຮັກ.” (ມັດທາຍ 3:16, 17) ໃນ​ທີ່​ສຸດ ລູກ​ຫຼານ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ກໍ​ມາ​ແລ້ວ. (ຄາລາເຕຍ 3:16) ເຖິງ​ເວລາ​ແລ້ວ​ທີ່​ພະ​ເຢໂຫວາ​ຈະ​ເປີດເຜີຍ​ຫຼາຍ​ຂຶ້ນ​ກ່ຽວກັບ​ຄວາມລັບ​ສັກສິດ.—2 ຕີໂມທຽວ 1:10

17. ມີ​ການ​ບອກ​ໃຫ້​ຮູ້​ຫຍັງ​ກ່ຽວກັບ​ຄຳ​ພະຍາກອນ​ໃນ​ປະຖົມມະການ 3:15?

17 ຕອນ​ທີ່​ພະ​ເຢຊູ​ຮັບໃຊ້​ຢູ່​ໂລກ ເພິ່ນ​ບອກ​ໃຫ້​ຮູ້​ວ່າ​ງູ​ໃນ​ປະຖົມມະການ 3:15 ແມ່ນ​ຊາຕານ ແລະ​ເຊື້ອສາຍ​ຂອງ​ງູ​ແມ່ນ​ຜູ້​ທີ່​ຕິດຕາມ​ຊາຕານ. (ມັດທາຍ 23:33; ໂຢຮັນ 8:44) ຕໍ່​ມາ​ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ພວກ​ມັນ​ຈະ​ຖືກ​ທຳລາຍ​ຕະຫຼອດ​ໄປ (ພະ​ນິມິດ 20:1-3, 10, 15) ແລະ​ຍັງ​ບອກ​ວ່າ​ຜູ້​ຍິງ​ໃນ​ປະຖົມມະການ 3:15 ແມ່ນ “ເຢຣູຊາເລັມ​ທີ່​ຢູ່​ທາງ​ເທິງ” ທີ່​ປຽບ​ຄື​ກັບ​ວ່າ​ເປັນ​ເມຍ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ເຊິ່ງ​ກໍ​ແມ່ນ​ອົງການ​ຂອງ​ເພິ່ນ​ໃນ​ສ່ວນ​ທີ່​ຢູ່​ສະຫວັນ​ທີ່​ປະກອບ​ດ້ວຍ​ທູດສະຫວັນ​ທີ່​ສັດຊື່. aຄາລາເຕຍ 4:26; ພະ​ນິມິດ 12:1-6

ສັນຍາ​ໃໝ່

18. ຈຸດປະສົງ​ຂອງ “ສັນຍາ​ໃໝ່” ແມ່ນ​ຫຍັງ?

18 ໃນ​ຄືນ​ກ່ອນ​ທີ່​ພະ​ເຢຊູ​ຈະ​ເສຍ​ຊີວິດ ເພິ່ນ​ໄດ້​ບອກ​ເລື່ອງ​ທີ່​ໜ້າ​ຕື່ນເຕັ້ນ​ທີ່​ສຸດ​ກ່ຽວກັບ​ຄວາມລັບ​ສັກສິດ​ໃຫ້​ລູກສິດ​ທີ່​ສັດຊື່​ຮູ້​ເລື່ອງ “ສັນຍາ​ໃໝ່.” (ລູກາ 22:20) ຄື​ກັນ​ກັບ​ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ຊາດ​ອິດສະຣາເອນ​ຜ່ານ​ທາງ​ໂມເຊ ສັນຍາ​ໃໝ່​ນີ້​ກໍ​ມີ​ຈຸດປະສົງ​ຄ້າຍ​ຄື​ກັນ ເຊິ່ງ​ເຮັດ​ໃຫ້​ມີ “ຊາດ​ໜຶ່ງ​ທີ່ . . . ມີ​ປະໂລຫິດ​ປົກຄອງ​ເປັນ​ກະສັດ.” (ອົບພະຍົບ 19:6; 1 ເປໂຕ 2:9) ສັນຍາ​ໃໝ່​ນີ້​ບໍ່​ໄດ້​ເຮັດ​ກັບ​ຊາດ​ອິດສະຣາເອນ​ແທ້ໆ ແຕ່​ເຮັດ​ກັບ “ອິດສະຣາເອນ​ຂອງ​ພະເຈົ້າ” ທີ່​ມີ​ແຕ່​ລູກສິດ​ທີ່​ເປັນ​ຜູ້​ຖືກ​ເລືອກ​ທີ່​ສັດຊື່​ຂອງ​ພະຄລິດ. (ຄາລາເຕຍ 6:16) ເຂົາເຈົ້າ​ຈະ​ມີ​ສ່ວນ​ຮ່ວມ​ກັບ​ພະ​ເຢຊູ​ເພື່ອ​ຊ່ວຍ​ເຮັດ​ໃຫ້​ມະນຸດ​ທີ່​ສັດຊື່​ຢູ່​ໃນ​ໂລກ​ໄດ້​ຮັບ​ພອນ.

19. (ກ) ເປັນ​ຫຍັງ​ສັນຍາ​ໃໝ່​ຈຶ່ງ​ເຮັດ​ໃຫ້​ມີ “ຊາດ​ໜຶ່ງ​ທີ່ . . . ມີ​ປະໂລຫິດ​ປົກຄອງ​ເປັນ​ກະສັດ”? (ຂ) ເປັນ​ຫຍັງ​ຄລິດສະຕຽນ​ຜູ້​ຖືກ​ເລືອກ​ຈຶ່ງ​ຖືກ​ເອີ້ນ​ວ່າ “ເປັນ​ຄົນ​ທີ່​ຖືກ​ສ້າງ​ຂຶ້ນ​ໃໝ່” ແລະ​ຈະ​ມີ​ຈັກ​ຄົນ​ຮ່ວມ​ປົກຄອງ​ໃນ​ສະຫວັນ​ກັບ​ພະຄລິດ?

19 ສັນຍາ​ໃໝ່​ທີ່​ມີ “ຊາດ​ໜຶ່ງ​ທີ່ . . . ມີ​ປະໂລຫິດ​ປົກຄອງ​ເປັນ​ກະສັດ” ຈະ​ເຮັດ​ໃຫ້​ມະນຸດ​ໄດ້​ພອນ​ແນວ​ໃດ? ສັນຍາ​ໃໝ່​ນີ້​ບໍ່​ໄດ້​ເນັ້ນ​ຄວາມ​ຄິດ​ທີ່​ວ່າ​ພວກ​ລູກສິດ​ຂອງ​ພະ​ເຢຊູ​ເປັນ​ຄົນ​ບາບ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ສັນຍາ​ນີ້​ເນັ້ນ​ວ່າ​ເຂົາເຈົ້າ​ຈະ​ໄດ້​ຮັບ​ການ​ຍົກໂທດ​ໂດຍ​ທາງ​ເຄື່ອງ​ບູຊາ​ຂອງ​ພະ​ເຢຊູ. (ເຢເຣມີຢາ 31:31-34) ພະ​ເຢໂຫວາ​ຖື​ວ່າ​ເຂົາເຈົ້າ​ເປັນ​ຄົນ​ດີ ບໍ່​ມີ​ບາບ ເພິ່ນ​ຮັບ​ເອົາ​ເຂົາເຈົ້າ​ເຂົ້າ​ມາ​ໃນ​ຄອບຄົວ​ທີ່​ຢູ່​ສະຫວັນ​ຂອງ​ເພິ່ນ ແລະ​ເພິ່ນ​ໄດ້​ໃຊ້​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ເລືອກ​ເຂົາເຈົ້າ. (ໂຣມ 8:15-17; 2 ໂກຣິນໂທ 1:21) ໂດຍ​ວິທີ​ນີ້​ເຂົາເຈົ້າ​ຈຶ່ງ​ໄດ້ “ເກີດ​ໃໝ່​ເພື່ອ​ຈະ​ມີ​ຄວາມ​ຫວັງ . . . ໃນ​ສະຫວັນ.” (1 ເປໂຕ 1:3, 4) ຍ້ອນ​ມະນຸດ​ຖືກ​ສ້າງ​ໃຫ້​ມີ​ຊີວິດ​ຢູ່​ໂລກ ຄລິດສະຕຽນ​ຜູ້​ຖືກ​ເລືອກ​ຈຶ່ງ​ຖືກ​ເອີ້ນ​ວ່າ: “ເປັນ​ຄົນ​ທີ່​ຖືກ​ສ້າງ​ຂຶ້ນ​ໃໝ່.” (2 ໂກຣິນໂທ 5:17) ຄຳພີ​ໄບເບິນ​ບອກ​ວ່າ 144.000 ຄົນ​ຈະ​ເປັນ​ກະສັດ​ຮ່ວມ​ກັບ​ພະ​ເຢຊູ​ຢູ່​ສະຫວັນ ແລະ​ເຂົາເຈົ້າ​ຈະ​ປົກຄອງ​ມະນຸດ​ທີ່​ໄດ້​ຮັບ​ການ​ໄຖ່​ບາບ.—ພະ​ນິມິດ 5:9, 10; 14:1-4

20. (ກ) ໃນ​ປີ 36 ມີ​ການ​ບອກ​ໃຫ້​ຮູ້​ຫຍັງ​ກ່ຽວກັບ​ຄວາມລັບ​ສັກສິດ? (ຂ) ມີ​ໃຜ​ແດ່​ຈະ​ໄດ້​ຮັບ​ພອນ​ຈາກ​ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ອັບຣາຮາມ?

20 ຄລິດສະຕຽນ​ທີ່​ເປັນ​ຜູ້​ຖືກ​ເລືອກ​ກັບ​ພະ​ເຢຊູ​ເປັນ “ລູກ​ຫຼານ​ຂອງ​ອັບຣາຮາມ.” b (ຄາລາເຕຍ 3:29) ກຸ່ມ​ທຳອິດ​ທີ່​ຖືກ​ເລືອກ​ແມ່ນ​ຄົນ​ຢິວ​ຕາມ​ສາຍ​ເລືອດ. ແຕ່​ໃນ​ປີ 36 ພະ​ເຢໂຫວາ​ບອກ​ໃຫ້​ຮູ້​ບາງ​ຢ່າງ​ຫຼາຍ​ຂຶ້ນ​ອີກ​ກ່ຽວກັບ​ຄວາມລັບ​ສັກສິດ. ເພິ່ນ​ເລືອກ​ຄົນ​ທີ່​ບໍ່​ແມ່ນ​ຄົນ​ຢິວ​ໃຫ້​ປົກຄອງ​ກັບ​ພະ​ເຢຊູ​ໃນ​ສະຫວັນ. (ໂຣມ 9:6-8; 11:25, 26; ເອເຟໂຊ 3:5, 6) ຄລິດສະຕຽນ​ຜູ້​ຖືກ​ເລືອກ​ເປັນ​ກຸ່ມ​ດຽວ​ເທົ່າ​ນັ້ນ​ບໍ​ທີ່​ຈະ​ໄດ້​ຮັບ​ພອນ​ຈາກ​ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ອັບຣາຮາມ? ບໍ່​ແມ່ນ ເພາະ​ເຄື່ອງ​ບູຊາ​ຂອງ​ພະ​ເຢຊູ​ເປັນ​ປະໂຫຍດ​ສຳລັບ​ທຸກ​ຄົນ​ທົ່ວ​ໂລກ. (1 ໂຢຮັນ 2:2) ຕໍ່​ມາ​ພະ​ເຢໂຫວາ​ບອກ​ໃຫ້​ຮູ້​ວ່າ​ມີ “ຄົນ​ກຸ່ມ​ໃຫຍ່” ທີ່​ບໍ່​ມີ​ໃຜ​ນັບ​ຈຳນວນ​ໄດ້​ຈະ​ລອດ​ຜ່ານ​ໂລກ​ຊົ່ວ​ຂອງ​ຊາຕານ. (ພະ​ນິມິດ 7:9, 14) ຍັງ​ມີ​ຄົນ​ອີກ​ບັກ​ຫຼາຍໆ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ອຸທິຍານ.—ລູກາ 23:43; ໂຢຮັນ 5:28, 29; ພະ​ນິມິດ 20:11-15; 21:3, 4

ສະຕິ​ປັນຍາ​ຂອງ​ພະເຈົ້າ​ແລະ​ຄວາມລັບ​ສັກສິດ

21, 22. ຄວາມລັບ​ສັກສິດ​ຂອງ​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ສະຕິ​ປັນຍາ​ຂອງ​ເພິ່ນ​ແນວ​ໃດ​ແດ່?

21 ຄວາມລັບ​ສັກສິດ​ນີ້​ເຮັດ​ໃຫ້​ເຮົາ ‘ໄດ້​ຮູ້​ຈັກ​ສະຕິ​ປັນຍາ​ທີ່​ພະເຈົ້າ​ສະແດງ​ໃຫ້​ເຫັນ​ໃນ​ຫຼາຍໆ​ທາງ.’ (ເອເຟໂຊ 3:8-10) ເຮົາ​ເຫັນ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ກ່ຽວກັບ​ຄວາມລັບ​ສັກສິດ ແລະ​ວິທີ​ທີ່​ເພິ່ນ​ຄ່ອຍໆ​ເປີດເຜີຍ​ເລື່ອງ​ນີ້. ເພິ່ນ​ມີ​ສະຕິ​ປັນຍາ​ຫຼາຍ​ແລະ​ຮູ້​ວ່າ​ມະນຸດ​ບໍ່​ສາມາດ​ເຂົ້າໃຈ​ເລື່ອງ​ນີ້​ໄດ້​ທັງໝົດ​ບາດ​ດຽວ. ເພິ່ນ​ຈຶ່ງ​ຄ່ອຍໆ​ບອກ​ເຮົາ​ໃຫ້​ຮູ້​ຫຼາຍ​ຂຶ້ນ ແລະ​ເປີດ​ໂອກາດ​ໃຫ້​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ໄວ້ໃຈ​ເພິ່ນ.—ເພງ​ສັນລະເສີນ 103:14

22 ການ​ທີ່​ພະ​ເຢໂຫວາ​ເລືອກ​ພະ​ເຢຊູ​ໃຫ້​ເປັນ​ກະສັດ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ມີ​ສະຕິ​ປັນຍາ​ຫຼາຍ​ກວ່າ​ຄົນ​ອື່ນ. ພະ​ເຢຊູ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ສ້າງ​ແລະ​ເປັນ​ຜູ້​ທີ່​ໄວ້ໃຈ​ໄດ້​ຫຼາຍ​ທີ່​ສຸດ​ໃນ​ເອກະພົບ. ຕອນ​ທີ່​ພະ​ເຢຊູ​ເປັນ​ມະນຸດ​ຢູ່​ໂລກ ເພິ່ນ​ຕ້ອງ​ເຈິ​ກັບ​ຄວາມ​ທຸກຍາກ​ລຳບາກ​ຫຼາຍ​ແບບ ເພິ່ນ​ຈຶ່ງ​ເຂົ້າໃຈ​ໄດ້​ດີ​ກ່ຽວກັບ​ບັນຫາ​ທີ່​ມະນຸດ​ຕ້ອງ​ເຈິ. (ເຮັບເຣີ 5:7-9) ຜູ້​ທີ່​ຈະ​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ​ກໍ​ຄື​ກັນ ຕະຫຼອດ​ຫຼາຍ​ຮ້ອຍ​ປີ ພະ​ເຢໂຫວາ​ໄດ້​ເລືອກ​ທັງ​ຊາຍ​ແລະ​ຍິງ​ຈາກ​ທຸກ​ເຊື້ອ​ຊາດ ທຸກ​ພາສາ ແລະ​ທຸກ​ພູມ​ຫຼັງ. ດັ່ງນັ້ນ ບໍ່​ວ່າ​ເຮົາ​ຕ້ອງ​ເຈິ​ກັບ​ບັນຫາ​ຫຍັງ ເຮົາ​ໝັ້ນໃຈ​ວ່າ​ຄົນ​ທີ່​ພະເຈົ້າ​ເລືອກ​ກໍ​ເຄີຍ​ເຈິ​ກັບ​ບັນຫາ​ເຫຼົ່າ​ນັ້ນ​ແລະ​ເຂົາເຈົ້າ​ກໍ​ເອົາ​ຊະນະ​ໄດ້. (ເອເຟໂຊ 4:22-24) ດີ​ແທ້ໆ​ທີ່​ເຮົາ​ຈະ​ໄດ້​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ກະສັດ​ແລະ​ປະໂລຫິດ​ເຫຼົ່າ​ນີ້​ທີ່​ເຂົ້າໃຈ​ແລະ​ຢາກ​ຈະ​ຊ່ວຍ​ເຮົາ​ອີ່ຫຼີ.

23. ຄລິດສະຕຽນ​ມີ​ສິດທິ​ພິເສດ​ຫຍັງ​ກ່ຽວກັບ​ຄວາມລັບ​ສັກສິດ​ຂອງ​ພະ​ເຢໂຫວາ?

23 ອັກຄະສາວົກ​ໂປໂລ​ຂຽນ​ວ່າ: “ຄວາມລັບ​ສັກສິດ​ທີ່​ຖືກ​ປົກປິດ​ໄວ້​ຈາກ​ຄົນ​ລຸ້ນ​ກ່ອນໆ​ຕະຫຼອດ​ຫຼາຍ​ຍຸກ​ຫຼາຍ​ສະໄໝ . . . ຖືກ​ເປີດເຜີຍ​ຕໍ່​ພວກ​ຜູ້​ບໍລິສຸດ​ຂອງ​ເພິ່ນ​ແລ້ວ.” (ໂກໂລຊາຍ 1:26) ຄລິດສະຕຽນ​ຜູ້​ຖືກ​ເລືອກ​ຂອງ​ພະ​ເຢໂຫວາ​ໄດ້​ເຂົ້າໃຈ​ຫຼາຍ​ຂຶ້ນ​ກ່ຽວກັບ​ຄວາມລັບ​ສັກສິດ ແລະ​ເຂົາເຈົ້າ​ໄດ້​ບອກ​ຄວາມ​ຮູ້​ນີ້​ກັບ​ຫຼາຍ​ລ້ານ​ຄົນ. ຖື​ວ່າ​ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆ​ທີ່​ພະ​ເຢໂຫວາ “ໃຫ້​ພວກ​ເຮົາ​ຮູ້​ຄວາມລັບ​ສັກສິດ​ກ່ຽວກັບ​ສິ່ງ​ທີ່​ເພິ່ນ​ຕັ້ງໃຈ​ໄວ້.” (ເອເຟໂຊ 1:9) ຂໍ​ໃຫ້​ເຮົາ​ບອກ​ຄວາມລັບ​ທີ່​ໜ້າ​ຕື່ນເຕັ້ນ​ນີ້​ກັບ​ຄົນ​ອື່ນ​ເພື່ອ​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ໂອກາດ​ໄດ້​ຮຽນ​ຮູ້​ກ່ຽວກັບ​ຄວາມລັບ​ທີ່​ໜ້າ​ຕື່ນເຕັ້ນ​ນີ້​ຄື​ກັນ.

a ມີ​ການ​ເປີດເຜີຍ “ຄວາມລັບ​ສັກສິດ​ທີ່​ວ່າ ມະນຸດ​ເຊື່ອຟັງ​ພະເຈົ້າ​ສຸດ​ຫົວໃຈ​ໄດ້” ໂດຍ​ພະ​ເຢຊູ​ນຳ. (1 ຕີໂມທຽວ 3:16) ຄຳ​ຖາມ​ທີ່​ວ່າ​ມີ​ຈັກ​ຄົນ​ບໍ​ທີ່​ຈະ​ສັດຊື່​ຕໍ່​ພະ​ເຢໂຫວາ​ໄດ້​ຢ່າງ​ສົມບູນແບບ. ເລື່ອງ​ນີ້​ເປັນ​ຄວາມລັບ​ມາ​ດົນ​ນານ​ຫຼາຍ​ປີ​ແລ້ວ. ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ວ່າ​ເລື່ອງ​ນີ້​ເປັນ​ໄປ​ໄດ້. ເຖິງ​ວ່າ​ເພິ່ນ​ຖືກ​ຊາຕານ​ທົດສອບ​ຫຼາຍ​ເທື່ອ ແຕ່​ເພິ່ນ​ກໍ​ສັດຊື່​ຕໍ່​ພະ​ເຢໂຫວາ​ສະເໝີ.—ມັດທາຍ 4:1-11; 27:26-50

b ພະ​ເຢຊູ​ຍັງ​ໄດ້​ເຮັດ ‘ສັນຍາ​ກັບ​ເຂົາເຈົ້າ​ວ່າ​ຈະ​ໃຫ້​ເຂົາເຈົ້າ​ມີ​ສ່ວນ​ໃນ​ການ​ປົກຄອງ’ ຂອງ​ເພິ່ນ. (ລູກາ 22:29, 30) ພະ​ເຢຊູ​ສັນຍາ​ກັບ​ທຸກ​ຄົນ​ທີ່​ເປັນ​ແກະ “ຝູງ​ນ້ອຍ” ວ່າ​ເຂົາເຈົ້າ​ຈະ​ໄດ້​ປົກຄອງ​ກັບ​ເພິ່ນ​ໃນ​ສະຫວັນ​ຖານະ​ເປັນ​ລູກ​ຫຼານ​ທີ່​ສຳຄັນ​ອັນ​ດັບ​ຮອງ​ຂອງ​ອັບຣາຮາມ.—ລູກາ 12:32