ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 21

ພະ​ເຢຊູ “ເຮັດ​ໃຫ້​ພວກ​ເຮົາ​ເຫັນ​ສະຕິ​ປັນຍາ​ຂອງ​ພະເຈົ້າ”

ພະ​ເຢຊູ “ເຮັດ​ໃຫ້​ພວກ​ເຮົາ​ເຫັນ​ສະຕິ​ປັນຍາ​ຂອງ​ພະເຈົ້າ”

1-3. ຄົນ​ທີ່​ເຄີຍ​ເປັນ​ເພື່ອນ​ບ້ານ​ຂອງ​ພະ​ເຢຊູ​ມີ​ທ່າທີ​ແນວ​ໃດ​ຕໍ່​ຄຳສອນ​ຂອງ​ເພິ່ນ ແລະ​ຍ້ອນຫຍັງ?

 ຕອນ​ທີ່​ພະ​ເຢຊູ​ສອນ​ຢູ່​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ ຜູ້​ທີ່​ໄດ້​ຍິນ​ເພິ່ນ​ສອນ​ພາກັນ​ຮູ້ສຶກ​ງຶດ​ຫຼາຍ. ຄົນ​ເຫຼົ່າ​ນັ້ນ​ຮູ້​ຈັກ​ເພິ່ນ​ດີ ຍ້ອນ​ເພິ່ນ​ໃຫຍ່​ຢູ່​ເມືອງ​ດຽວ​ກັບ​ເຂົາເຈົ້າແລະ​ເປັນ​ຊ່າງ​ໄມ້​ຢູ່​ຫັ້ນ​ຫຼາຍ​ປີ. ຄົນ​ທີ່​ມາ​ຟັງ​ເພິ່ນ​ສອນ ເຮືອນ​ຂອງ​ເຂົາເຈົ້າ​ບາງ​ຄົນ​ກໍ​ແມ່ນ​ພະ​ເຢຊູ​ເປັນ​ຜູ້​ປຸກ​ໃຫ້. ຄັນ​ໄຖ​ແລະ​ແອກ​ຂອງ​ຊາວ​ໄຮ່​ຊາວນາ​ບາງ​ຄົນ​ກໍ​ແມ່ນ​ເພິ່ນ​ເປັນ​ຜູ້​ເຮັດ​ໃຫ້. a ແລ້ວ​ເຂົາເຈົ້າ​ຈະ​ຍອມຮັບ​ຄຳສອນ​ຂອງ​ພະ​ເຢຊູ​ຜູ້​ທີ່​ເຄີຍ​ເປັນ​ຊ່າງ​ໄມ້​ບໍ?

2 ຄົນ​ສ່ວນ​ຫຼາຍ​ຮູ້ສຶກ​ແປກໃຈ​ຈຶ່ງ​ຖາມ​ກັນ​ວ່າ: “ຜູ້​ນີ້​ໄດ້​ສະຕິ​ປັນຍາ​ແບບ​ນີ້​ມາ​ແຕ່​ໃສ?” ແຕ່​ກໍ​ເວົ້າ​ຕື່ມ​ວ່າ: “ລາວ​ເປັນ​ລູກ​ຊ່າງ​ໄມ້​ຕົ໋ວ? ແມ່​ຂອງ​ລາວ​ຊື່​ມາຣິອາ.” (ມັດທາຍ 13:54-58; ມາຣະໂກ 6:1-3) ເປັນ​ຕາ​ເສຍດາຍ​ແທ້ໆ ຄົນ​ທີ່​ເຄີຍ​ເປັນ​ເພື່ອນ​ບ້ານ​ຂອງ​ພະ​ເຢຊູ​ອາດຈະ​ຄິດ​ວ່າ ‘ຜູ້​ນີ້​ເປັນ​ພຽງ​ແຕ່​ຊ່າງ​ໄມ້​ທີ່​ຢູ່​ໃນ​ເມືອງ​ຂອງ​ເຮົາ​ຊື່ໆ. ລາວ​ບໍ່​ໄດ້​ມີ​ຫຍັງ​ພິເສດ​ເລີຍ.’ ເຖິງ​ວ່າ​ສິ່ງ​ທີ່​ພະ​ເຢຊູ​ສອນ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ມີ​ສະຕິ​ປັນຍາ ແຕ່​ເຂົາເຈົ້າ​ກໍ​ປະຕິເສດ​ເພິ່ນ​ຄື​ເກົ່າ. ເຂົາເຈົ້າ​ບໍ່​ສົນໃຈ​ເລີຍ​ວ່າ​ເພິ່ນ​ໄດ້​ສະຕິ​ປັນຍາ​ນັ້ນ​ມາ​ຈາກ​ໃສ.

3 ແລ້ວ​ພະ​ເຢຊູ​ໄດ້​ສະຕິ​ປັນຍາ​ມາ​ຈາກ​ໃສ? ເພິ່ນ​ບອກ​ວ່າ: “ຂ້ອຍ​ບໍ່​ໄດ້​ສອນ​ຄຳສອນ​ຂອງ​ຂ້ອຍ​ເອງ ແຕ່​ເປັນ​ຄຳສອນ​ຂອງ​ຜູ້​ທີ່​ໃຊ້​ຂ້ອຍ​ມາ.” (ໂຢຮັນ 7:16) ອັກຄະສາວົກ​ໂປໂລ​ບອກ​ວ່າ​ພະ​ເຢຊູ “ເຮັດ​ໃຫ້​ພວກ​ເຮົາ​ເຫັນ​ສະຕິ​ປັນຍາ​ຂອງ​ພະເຈົ້າ.” (1 ໂກຣິນໂທ 1:30) ເຮົາ​ເຫັນ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ໄດ້​ຈາກ​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ. ທີ່ຈິງ ເລື່ອງ​ນີ້​ເປັນ​ຄວາມ​ຈິງ​ເຖິງຂັ້ນ​ທີ່​ພະ​ເຢຊູ​ສາມາດ​ເວົ້າ​ໄດ້​ວ່າ: “ຂ້ອຍ​ກັບ​ພໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.” (ໂຢຮັນ 10:30) ຂໍ​ໃຫ້​ເຮົາ​ມາ​ເບິ່ງ 3 ຢ່າງ​ທີ່​ພະ​ເຢຊູ​ສະແດງ​ໃຫ້​ເຫັນ “ສະຕິ​ປັນຍາ​ຂອງ​ພະເຈົ້າ.”

ຄຳສອນ​ຂອງ​ເພິ່ນ

4. (ກ) ເລື່ອງ​ຫຼັກ​ທີ່​ພະ​ເຢຊູ​ສອນ​ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ເລື່ອງ​ນັ້ນ​ຈຶ່ງ​ສຳຄັນ​ຫຼາຍ? (ຂ) ເປັນ​ຫຍັງ​ຄຳ​ແນະນຳ​ຂອງ​ພະ​ເຢຊູ​ຈຶ່ງ​ເປັນ​ປະໂຫຍດ​ແລະ​ເອົາ​ໄປ​ໃຊ້​ໄດ້​ແທ້ໆ?

4 ທຳອິດ ຂໍ​ໃຫ້​ມາ​ເບິ່ງ​ສິ່ງ​ທີ່​ພະ​ເຢຊູ​ສອນ. ເລື່ອງ​ຫຼັກ​ທີ່​ເພິ່ນ​ສອນ​ແມ່ນ “ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.” (ລູກາ 4:43) ຂ່າວ​ສານ​ນີ້​ສຳຄັນ​ຫຼາຍ ຍ້ອນ​ການ​ປົກຄອງ​ນີ້​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ​ແລະ​ພິສູດ​ວ່າ​ເພິ່ນ​ເປັນ​ຜູ້​ປົກຄອງ​ທີ່​ດີ​ທີ່​ສຸດ. ການ​ປົກຄອງ​ນີ້​ຍັງ​ຈະ​ເຮັດ​ໃຫ້​ໂລກ​ກາຍ​ເປັນ​ອຸທິຍານ​ເຊິ່ງ​ເປັນ​ບ່ອນ​ທີ່​ມະນຸດ​ຈະ​ໄດ້​ຢູ່​ຕະຫຼອດ​ໄປ. ໃນ​ຄຳສອນ​ຂອງ​ພະ​ເຢຊູ ເພິ່ນ​ຍັງ​ໃຫ້​ຄຳ​ແນະນຳ​ທີ່​ສຸຂຸມ​ກ່ຽວກັບ​ການ​ໃຊ້​ຊີວິດ​ປະຈຳ​ວັນ​ນຳ. ເພິ່ນ​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ “ທີ່​ປຶກສາ​ທີ່​ສະຫຼາດ” ຕາມ​ທີ່​ບອກ​ໄວ້​ລ່ວງ​ໜ້າ. (ເອຊາຢາ 9:6) ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເປັນ “ທີ່​ປຶກສາ​ທີ່​ສະຫຼາດ” ຫຼື​ເປັນ​ຄູ​ສອນ​ທີ່​ດີ? ກໍ​ຍ້ອນ​ເພິ່ນ​ຮູ້​ຈັກ​ຄຳສອນ​ຂອງ​ພະ​ເຢໂຫວາ​ເປັນ​ຢ່າງ​ດີ​ແລະ​ຮູ້​ວ່າ​ພະເຈົ້າ​ຢາກ​ໃຫ້​ເຮົາ​ຮັບໃຊ້​ເພິ່ນ​ແນວ​ໃດ. ພະ​ເຢຊູ​ຍັງ​ເຂົ້າໃຈ​ຄວາມ​ຮູ້ສຶກ​ແລະ​ຄວາມ​ຄິດ​ຂອງ​ຄົນ​ເຮົາ​ນຳ ແລະ​ເພິ່ນ​ກໍ​ຮັກ​ມະນຸດ​ຫຼາຍ. ດັ່ງນັ້ນ ຄຳ​ແນະນຳ​ຂອງ​ເພິ່ນ​ຈຶ່ງ​ເປັນ​ປະໂຫຍດ​ແລະ​ເອົາ​ໄປ​ໃຊ້​ໄດ້​ແທ້ໆ. ນອກ​ຈາກ​ນັ້ນ ພະ​ເຢຊູ​ຍັງ “ມີ​ຄຳສອນ​ທີ່​ໃຫ້​ຊີວິດ​ຕະຫຼອດ​ໄປ.” ເມື່ອ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເພິ່ນ ເຮົາ​ກໍ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.—ໂຢຮັນ 6:68

5. ໃນ​ຄຳ​ບັນລະຍາຍ​ເທິງ​ພູ ພະ​ເຢຊູ​ສອນ​ເລື່ອງ​ຫຍັງ​ແດ່?

5 ຄຳ​ບັນລະຍາຍ​ເທິງ​ພູ​ເປັນ​ຕົວຢ່າງ​ໜຶ່ງ​ທີ່​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ພະ​ເຢຊູ​ສອນ​ດ້ວຍ​ສະຕິ​ປັນຍາ​ຂອງ​ພະເຈົ້າ. ເຮົາ​ອ່ານ​ຄຳ​ບັນລະຍາຍ​ນີ້​ໄດ້​ໃນ​ມັດທາຍ 5:3–7:27. ເຖິງ​ວ່າ​ຄຳ​ບັນລະຍາຍ​ນີ້​ບໍ່​ຍາວ​ແລະ​ໃຊ້​ເວລາ​ອ່ານ​ແຕ່ 20 ນາທີ​ເທົ່າ​ນັ້ນ ແຕ່​ຄຳ​ແນະນຳ​ໃນ​ຄຳ​ບັນລະຍາຍ​ນີ້​ກໍ​ຍັງ​ໃຊ້​ໄດ້​ຈົນ​ຮອດ​ທຸກ​ມື້​ນີ້. ພະ​ເຢຊູ​ເວົ້າ​ເຖິງ​ຫຼາຍ​ເລື່ອງ ມີ​ທັງ​ເລື່ອງ​ທີ່​ເຮົາ​ຈະ​ປັບປຸງ​ໂຕເອງ​ແນວ​ໃດ​ໃຫ້​ເຂົ້າ​ກັບ​ຄົນ​ອື່ນ​ໄດ້​ດີ (5:23-26, 38-42; 7:1-5, 12) ເຮົາ​ຈະ​ເປັນ​ຄົນ​ສະອາດ​ດ້ານ​ສິນລະທຳ​ໄດ້​ແນວ​ໃດ (5:27-32) ແລະ​ເຮົາ​ຈະ​ໃຊ້​ຊີວິດ​ແບບ​ມີ​ຈຸດ​ໝາຍ​ແນວ​ໃດ. (6:19-24; 7:24-27) ພະ​ເຢຊູ​ບໍ່​ພຽງ​ແຕ່​ບອກ​ຜູ້​ຟັງ​ວ່າ​ຈະ​ໃຊ້​ຊີວິດ​ຢ່າງ​ສະຫຼາດ​ໄດ້​ແນວ​ໃດ ແຕ່​ເພິ່ນ​ຍັງ​ອະທິບາຍ​ເຫດຜົນ​ນຳ​ວ່າ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ບອກ​ແບບ​ນັ້ນ​ແລະ​ເຮັດ​ໃຫ້​ເຫັນ​ເປັນ​ຕົວຢ່າງ​ນຳ​ອີກ.

6-8. (ກ) ພະ​ເຢຊູ​ໃຫ້​ເຫດຜົນ​ທີ່​ດີ​ແນວ​ໃດ​ວ່າ​ເຮົາ​ບໍ່​ຄວນ​ອຸກໃຈ​ຫຼາຍ​ເກີນ​ໄປ? (ຂ) ຄຳ​ແນະນຳ​ຂອງ​ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ສະຕິ​ປັນຍາ​ຂອງ​ພະເຈົ້າ​ແນວ​ໃດ?

6 ເພື່ອ​ເປັນ​ຕົວຢ່າງ ຂໍ​ໃຫ້​ຄິດ​ເຖິງ​ຄຳ​ແນະນຳ​ທີ່​ສຸຂຸມ​ຂອງ​ພະ​ເຢຊູ​ກ່ຽວກັບ​ວິທີ​ຮັບມື​ກັບ​ຄວາມ​ອຸກໃຈ​ໃນ​ຊີວິດ. ໃນ​ມັດທາຍ​ບົດ​ທີ 6 ພະ​ເຢຊູ​ແນະນຳ​ເຮົາ​ວ່າ: “ໃຫ້​ເຊົາ​ອຸກໃຈ​ວ່າ​ຈະ​ມີ​ຢູ່​ມີ​ກິນ​ບໍ ຫຼື​ອຸກໃຈ​ວ່າ​ຈະ​ມີ​ເຄື່ອງນຸ່ງ​ໃສ່​ຫຼື​ບໍ່.” (ຂໍ້ 25) ອາຫານ​ແລະ​ເຄື່ອງນຸ່ງ​ເປັນ​ສິ່ງ​ຈຳເປັນ​ພື້ນຖານ​ຢູ່​ແລ້ວ ດັ່ງນັ້ນ​ຈຶ່ງ​ເປັນ​ເລື່ອງ​ທຳມະດາ​ທີ່​ຄົນ​ເຮົາ​ຈະ​ເປັນ​ຫ່ວງ. ແຕ່​ພະ​ເຢຊູ​ພັດ​ບອກ​ເຮົາ​ວ່າ: “ໃຫ້​ເຊົາ​ອຸກໃຈ” ກ່ຽວກັບ​ສິ່ງ​ເຫຼົ່າ​ນີ້. b ຍ້ອນຫຍັງ?

7 ພະ​ເຢຊູ​ບອກ​ເຫດຜົນ​ທີ່​ດີ​ຫຼາຍ​ຢ່າງ​ວ່າ​ເປັນ​ຫຍັງ​ຜູ້​ຟັງ​ຂອງ​ເພິ່ນ​ບໍ່​ຄວນ​ອຸກໃຈ​ຫຼາຍ​ເກີນ​ໄປ. ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ເຮົາ ເພິ່ນ​ຈຶ່ງ​ສາມາດ​ໃຫ້​ເຮົາ​ມີ​ເຄື່ອງນຸ່ງ​ແລະ​ອາຫານ​ເພື່ອ​ເຮົາ​ຈະ​ມີ​ຊີວິດ​ຢູ່​ໄດ້​ແນ່ນອນ. (ຂໍ້ 25) ຖ້າ​ພະເຈົ້າ​ໃຫ້​ນົກ​ມີ​ອາຫານ​ກິນ​ແລະ​ເບິ່ງແຍງ​ດອກ​ໄມ້​ໃຫ້​ສວຍ​ງາມ​ໄດ້ ເພິ່ນ​ກໍ​ຈະ​ເບິ່ງແຍງ​ພວກ​ເຮົາ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຫຼາຍ​ກວ່າ​ນັ້ນ​ອີກ! (ຂໍ້ 26, 28-30) ທີ່ຈິງ​ແລ້ວ ຄວາມ​ອຸກໃຈ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ​ແລະ​ກໍ​ບໍ່​ໄດ້​ຊ່ວຍ​ໃຫ້​ຊີວິດ​ຂອງ​ເຮົາ​ຍືນ​ຂຶ້ນ. c (ຂໍ້ 27) ແລ້ວ​ເຮົາ​ຈະ​ເຊົາ​ອຸກໃຈ​ໄດ້​ແນວ​ໃດ? ພະ​ເຢຊູ​ແນະນຳ​ວ່າ​ເຮົາ​ຕ້ອງ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ມາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຕໍ່ໆ​ໄປ. ຜູ້​ທີ່​ເຮັດ​ແບບ​ນັ້ນ​ຈະ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ “ຈະ​ໃຫ້” ພວກ​ເຮົາ​ມີ​ສິ່ງ​ຈຳເປັນ​ໃນ​ຊີວິດ. (ຂໍ້ 33) ພະ​ເຢຊູ​ຍັງ​ໃຫ້​ຄຳ​ແນະນຳ​ກັບ​ພວກ​ເຮົາ​ວ່າ​ພວກ​ເຮົາ​ຕ້ອງ​ຮັບມື​ກັບ​ບັນຫາ​ເປັນ​ແຕ່​ລະ​ມື້​ໄປ​ແລະ​ບໍ່​ຕ້ອງ​ອຸກໃຈ​ກ່ຽວກັບ​ເລື່ອງ​ຂອງ​ມື້​ອື່ນ. (ຂໍ້ 34) ບາງ​ເທື່ອ​ເລື່ອງ​ທີ່​ເຮົາ​ອຸກໃຈ​ອາດຈະ​ບໍ່​ເກີດຂຶ້ນ​ຄື​ກັບ​ທີ່​ເຮົາ​ຄິດ​ກະ​ໄດ້. ການ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ສະຫຼາດ​ສຸຂຸມ​ນີ້​ຈະ​ຊ່ວຍ​ເຮົາ​ຫຼີກລ່ຽງ​ເລື່ອງ​ຕ່າງໆ​ທີ່​ເຮັດ​ໃຫ້​ຄົນ​ເຮົາ​ເຄັ່ງ​ຕຶງ​ແລະ​ບໍ່​ມີ​ຄວາມ​ສຸກ.

8 ເມື່ອ​ເວລາ​ຜ່ານ​ໄປ​ຄຳ​ແນະນຳ​ຂອງ​ຄົນ​ເຮົາ​ອາດຈະ​ຕ້ອງ​ໄດ້​ມີ​ການ​ແກ້ໄຂ​ໃໝ່​ຫຼື​ເອົາ​ຄຳ​ແນະນຳ​ອື່ນ​ມາ​ໃຊ້​ແທນ ຍ້ອນ​ຄຳ​ແນະນຳ​ບາງ​ຢ່າງ​ກໍ​ໃຊ້​ບໍ່​ໄດ້​ແລ້ວ. ແຕ່​ຄຳ​ແນະນຳ​ຂອງ​ພະ​ເຢຊູ​ທີ່​ໄດ້​ສອນ​ໄວ້​ເກືອບ 2.000 ປີ​ຍັງ​ໃຊ້​ໄດ້​ຈົນ​ຮອດ​ທຸກ​ມື້​ນີ້. ນີ້​ເປັນ​ຫຼັກຖານ​ວ່າ​ສະຕິ​ປັນຍາ​ຂອງ​ເພິ່ນ​ມາ​ຈາກ​ພະເຈົ້າ​ພໍ່​ຂອງ​ເພິ່ນ​ບໍ່​ແມ່ນ​ບໍ? ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢຊູ​ເປັນ​ທີ່​ປຶກສາ​ທີ່​ສະຫຼາດ​ອີ່ຫຼີ ແລະ​ເພິ່ນ​ເປັນ​ຜູ້ “ຖ່າຍ​ທອດ​ຄຳເວົ້າ​ຂອງ​ພະເຈົ້າ.”—ໂຢຮັນ 3:34

ວິທີ​ທີ່​ເພິ່ນ​ສອນ

9. ພວກ​ທະຫານ​ພາກັນ​ເວົ້າ​ແນວ​ໃດ​ກ່ຽວກັບ​ວິທີ​ສອນ​ຂອງ​ພະ​ເຢຊູ ແລະ​ເປັນ​ຫຍັງ​ເຂົາເຈົ້າ​ຈຶ່ງ​ບໍ່​ໄດ້​ເວົ້າ​ເກີນ​ຄວາມ​ຈິງ?

9 ຢ່າງ​ທີ 2 ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ສະຕິ​ປັນຍາ​ຂອງ​ພະເຈົ້າ​ໂດຍ​ວິທີ​ທີ່​ເພິ່ນ​ສອນ. ມີ​ເທື່ອ​ໜຶ່ງ ພວກ​ຫົວໜ້າ​ສາສະໜາ​ຄົນ​ຢິວ​ສົ່ງ​ທະຫານ​ໄປ​ຈັບ​ພະ​ເຢຊູ ແຕ່​ກໍ​ຕ້ອງ​ກັບ​ເມືອ​ມື​ເປົ່າ. ເຂົາເຈົ້າ​ພາກັນ​ເວົ້າ​ວ່າ: “ພວກ​ເຮົາ​ບໍ່​ເຄີຍ​ໄດ້​ຍິນ​ຜູ້​ໃດ​ເວົ້າ​ຄື​ກັບ​ຜູ້​ຊາຍ​ຄົນ​ນີ້.” (ໂຢຮັນ 7:45, 46) ເຂົາເຈົ້າ​ບໍ່​ໄດ້​ເວົ້າ​ເກີນ​ຄວາມ​ຈິງ ຍ້ອນ​ພະ​ເຢຊູ​ເຄີຍ​ມີ​ຊີວິດ​ຢູ່​ເທິງ​ສະຫວັນ​ດົນກ່ອນ​ເພິ່ນ​ຈະ​ມາ​ຢູ່​ໂລກ ດັ່ງນັ້ນ​ເພິ່ນ​ຈຶ່ງ​ມີ​ຄວາມ​ຮູ້​ແລະ​ປະສົບການ​ຫຼາຍ​ກວ່າ​ມະນຸດ​ທຸກ​ຄົນ. (ໂຢຮັນ 8:23) ບໍ່​ມີ​ມະນຸດ​ຄົນ​ໃດ​ສອນ​ໄດ້​ຄື​ກັບ​ເພິ່ນ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ໃນ 2 ວິທີ​ທີ່​ພະ​ເຢຊູ​ຄູ​ທີ່​ສະຫຼາດ​ໄດ້​ສອນ.

“ຄົນ​ທີ່​ມາ​ຟັງ​ເພິ່ນ​ກໍ​ຮູ້ສຶກ​ງຶດ​ໃນ​ວິທີ​ທີ່​ເພິ່ນ​ສອນ”

10, 11. (ກ) ເປັນ​ຫຍັງ​ຕົວຢ່າງ​ປຽບທຽບ​ຂອງ​ພະ​ເຢຊູ​ຈຶ່ງ​ເຮັດ​ໃຫ້​ເຮົາ​ປະທັບໃຈ? (ຂ) ຕົວຢ່າງ​ປຽບທຽບ​ແມ່ນ​ຫຍັງ ແລະ​ພະ​ເຢຊູ​ໃຊ້​ຕົວຢ່າງ​ຫຍັງ​ແດ່​ເພື່ອ​ສອນ​ບົດ​ຮຽນ​ທີ່​ສຳຄັນ?

10 ໃຊ້​ຕົວຢ່າງ​ທີ່​ເຂົ້າ​ເຖິງ​ຫົວໃຈ. ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢຊູ​ເວົ້າ​ເລື່ອງ​ທັງໝົດ​ນີ້​ກັບ​ຫຼາຍ​ຄົນ​ທີ່​ມາ​ຫາ​ເພິ່ນ​ໂດຍ​ໃຊ້​ຕົວຢ່າງ​ປຽບທຽບ. ທີ່ຈິງ ເພິ່ນ​ສອນ​ເຂົາເຈົ້າ​ໂດຍ​ໃຊ້​ຕົວຢ່າງ​ປຽບທຽບ​ເລື້ອຍໆ.” (ມັດທາຍ 13:34) ພວກ​ເຮົາ​ຮູ້ສຶກ​ປະທັບໃຈ​ຫຼາຍ​ກັບ​ວິທີ​ສອນ​ຂອງ​ພະ​ເຢຊູ ເພິ່ນ​ໃຊ້​ຕົວຢ່າງ​ງ່າຍໆ​ໃນ​ຊີວິດ​ປະຈຳ​ວັນ​ເພື່ອ​ສອນ​ຄວາມ​ຈິງ​ທີ່​ສຳຄັນ. ເພິ່ນ​ເວົ້າ​ເຖິງ​ຊາວນາ​ທີ່​ຫວ່ານ​ເມັດ​ພືດ ຜູ້​ຍິງ​ກຽມ​ແປ້ງ​ເຮັດ​ເຂົ້າຈີ່ ພວກ​ເດັກນ້ອຍ​ທີ່​ຫຼິ້ນ​ຢູ່​ຕະຫຼາດ ຄົນ​ຫາ​ປາ​ແກ່​ດາງ ຄົນ​ລ້ຽງ​ແກະ​ຊອກ​ຫາ​ແກະ​ໂຕ​ທີ່​ຫຼົງ​ທາງ. ເລື່ອງ​ທັງໝົດ​ນີ້​ເປັນ​ເລື່ອງ​ທີ່​ຜູ້​ຟັງ​ເຄີຍ​ເຫັນ​ຢູ່​ເລື້ອຍໆ. ເມື່ອ​ເພິ່ນ​ໃຊ້​ເລື່ອງ​ທີ່​ຄົນ​ທົ່ວໄປ​ຮູ້​ຈັກ​ດີ​ເພື່ອ​ສອນ​ຄວາມ​ຈິງ​ທີ່​ສຳຄັນ ເຂົາເຈົ້າ​ກໍ​ເຂົ້າໃຈ​ງ່າຍ ຈື່​ໄດ້​ດີ ແລະ​ເອົາ​ໄປ​ໃຊ້​ໄດ້​ງ່າຍໆ.—ມັດທາຍ 11:16-19; 13:3-8, 33, 47-50; 18:12-14

11 ຫຼາຍ​ເທື່ອ​ພະ​ເຢຊູ​ມັກ​ໃຊ້​ຕົວຢ່າງ​ປຽບທຽບ​ເຊິ່ງ​ແມ່ນ​ເລື່ອງ​ສັ້ນໆ​ທີ່​ສອນ​ບົດ​ຮຽນ​ທີ່​ສຳຄັນ. ເພິ່ນ​ເຮັດ​ແນວ​ນັ້ນ​ຍ້ອນ​ຢາກ​ໃຫ້​ຜູ້​ຟັງ​ເຂົ້າໃຈ​ງ່າຍ​ແລະ​ຈື່​ບົດ​ຮຽນ​ໄດ້​ດີ. ໃນ​ຫຼາຍ​ຕົວຢ່າງ ພະ​ເຢຊູ​ເວົ້າ​ເຖິງ​ພໍ່​ຂອງ​ເພິ່ນ​ໂດຍ​ໃຊ້​ຕົວຢ່າງ​ປຽບທຽບ​ທີ່​ຈະ​ແຈ້ງ​ແລະ​ຈື່​ງ່າຍ. ຕົວຢ່າງ​ເຊັ່ນ ເລື່ອງ​ລູກ​ຊາຍ​ທີ່​ຫຼົງ​ທາງ​ສອນ​ເຮົາ​ໃຫ້​ເຂົ້າໃຈ​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ ແລະ​ຍັງ​ສອນ​ວ່າ​ເມື່ອ​ຄົນ​ທີ່​ເຮັດ​ຜິດ​ກັບໃຈ​ແທ້ໆ ເພິ່ນ​ກໍ​ພ້ອມ​ຈະ​ໃຫ້​ອະໄພ​ແລະ​ຕ້ອນຮັບ​ລາວ​ກັບ​ມາ.—ລູກາ 15:11-32

12. (ກ) ພະ​ເຢຊູ​ໃຊ້​ຄຳ​ຖາມ​ເພື່ອ​ສອນ​ໃນ​ທາງ​ໃດ​ແດ່? (ຂ) ພະ​ເຢຊູ​ຖາມ​ຄົນ​ທີ່​ສົງໄສ​ເລື່ອງ​ສິດ​ຂອງ​ເພິ່ນ​ແນວ​ໃດ​ຈົນ​ເຂົາເຈົ້າ​ຕອບ​ບໍ່​ໄດ້?

12 ໃຊ້​ຄຳ​ຖາມ​ຢ່າງ​ເໝາະສົມ. ພະ​ເຢຊູ​ໃຊ້​ຄຳ​ຖາມ​ເພື່ອ​ຊ່ວຍ​ຜູ້​ຟັງ​ໃຫ້​ຄິດ​ຄັກໆ ກວດ​ເບິ່ງ​ແຮງ​ກະຕຸ້ນ​ຂອງ​ໂຕເອງ ຫຼື​ລົງມື​ຕັດສິນໃຈ. (ມັດທາຍ 12:24-30; 17:24-27; 22:41-46) ເມື່ອ​ພວກ​ຫົວໜ້າ​ສາສະໜາ​ຖາມ​ພະ​ເຢຊູ​ວ່າ​ໃຜ​ໃຫ້​ສິດ​ກັບ​ເພິ່ນ ພະ​ເຢຊູ​ຈຶ່ງ​ຖາມ​ຄືນ​ວ່າ: “ໂຢຮັນ​ໄດ້​ສິດ​ທີ່​ຈະ​ໃຫ້​ບັບເຕມາ​ຈາກ​ຜູ້​ໃດ ຈາກ​ພະເຈົ້າ​ຫຼື​ຈາກ​ມະນຸດ?” ຄຳ​ຖາມ​ນີ້​ເຮັດ​ໃຫ້​ເຂົາເຈົ້າ​ບໍ່​ກ້າ​ເວົ້າ​ຄວາມ​ຈິງ ເຂົາເຈົ້າ​ຈຶ່ງ​ລົມ​ກັນ​ວ່າ: “ຖ້າ​ພວກ​ເຮົາ​ຕອບ​ວ່າ ‘ຈາກ​ພະເຈົ້າ’ ລາວ​ກໍ​ຈະ​ຖາມ​ວ່າ ‘ຄັນຊັ້ນ ເປັນ​ຫຍັງ​ຈຶ່ງ​ບໍ່​ເຊື່ອ​ໂຢຮັນ?’ ແຕ່​ຖ້າ​ຈະ​ຕອບ​ວ່າ ‘ຈາກ​ມະນຸດ’ ກໍ​ຢ້ານ​ປະຊາຊົນ​ຈະ​ໃຈ​ຮ້າຍ ຍ້ອນ​ເຂົາເຈົ້າ​ຖື​ວ່າ​ໂຢຮັນ​ເປັນ​ຜູ້​ພະຍາກອນ.” ໃນ​ທີ່​ສຸດ​ເຂົາເຈົ້າ​ຈຶ່ງ​ຕອບ​ວ່າ: “ບໍ່​ຮູ້​ເດະ.” (ມາຣະໂກ 11:27-33; ມັດທາຍ 21:23-27) ພະ​ເຢຊູ​ໃຊ້​ຄຳ​ຖາມ​ງ່າຍໆ ແຕ່​ເຮັດ​ໃຫ້​ເຂົາເຈົ້າ​ຕອບ​ບໍ່​ໄດ້​ຍ້ອນ​ເຂົາເຈົ້າ​ມີ​ຄວາມ​ຄິດ​ທີ່​ບໍ່​ຖືກຕ້ອງ.

13-15. ຕົວຢ່າງ​ປຽບທຽບ​ເລື່ອງ​ຄົນ​ຊາມາເຣຍ​ເຮັດ​ໃຫ້​ເຫັນ​ສະຕິ​ປັນຍາ​ຂອງ​ພະ​ເຢຊູ​ແນວ​ໃດ?

13 ບາງ​ເທື່ອ​ພະ​ເຢຊູ​ສອນ​ໂດຍ​ໃຊ້​ຄຳ​ຖາມ​ກັບ​ຕົວຢ່າງ​ປຽບທຽບ. ເພິ່ນ​ໃຊ້​ຄຳ​ຖາມ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຟັງ​ໄດ້​ຄິດ​ກ່ຽວກັບ​ຕົວຢ່າງ​ປຽບທຽບ​ທີ່​ເພິ່ນ​ຍົກ​ຂຶ້ນ​ມາ. ຕົວຢ່າງ​ເຊັ່ນ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຊ່ຽວຊານ​ດ້ານ​ກົດໝາຍ​ຂອງ​ໂມເຊ​ໄດ້​ຖາມ​ພະ​ເຢຊູ​ວ່າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ. ພະ​ເຢຊູ​ກໍ​ເລີຍ​ບອກ​ໃຫ້​ລາວ​ຄິດ​ເຖິງ​ກົດໝາຍ​ຂອງ​ໂມເຊ​ຂໍ້​ທີ່​ສອນ​ໃຫ້​ຮັກ​ພະເຈົ້າ​ແລະ​ຮັກ​ເພື່ອນ​ບ້ານ. ຜູ້​ຊາຍ​ຄົນ​ນີ້​ຢາກ​ສະແດງ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ໂຕເອງ​ເຮັດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ​ຢູ່​ແລ້ວ ລາວ​ເລີຍ​ຖາມ​ວ່າ: “ໃຜ​ແມ່ນ​ເພື່ອນ​ບ້ານ​ທີ່​ຂ້ອຍ​ຕ້ອງ​ຮັກ?” ພະ​ເຢຊູ​ຕອບ​ໂດຍ​ໃຊ້​ຕົວຢ່າງ​ປຽບທຽບ​ເລື່ອງ​ໜຶ່ງ. ເພິ່ນ​ເລົ່າ​ວ່າ​ມີ​ຜູ້​ຊາຍ​ຄົນ​ຢິວ​ຄົນ​ໜຶ່ງ​ເດີນທາງ​ຄົນ​ດຽວ ແລ້ວ​ລາວ​ຖືກ​ໂຈນ​ປຸ້ນ​ກາງ​ທາງ​ແລະ​ຖືກ​ຕີ​ຈົນ​ເກືອບ​ຕາຍ. ຕໍ່​ມາ ມີ​ຄົນ​ຢິວ 2 ຄົນ​ຍ່າງ​ກາຍ​ມາ. ຄົນ​ທຳອິດ​ແມ່ນ​ປະໂລຫິດ ແລະ​ອີກ​ຄົນ​ໜຶ່ງ​ແມ່ນ​ຄົນ​ເລວີ. ແຕ່ 2 ຄົນ​ນີ້​ບໍ່​ສົນໃຈ​ແລະ​ບໍ່​ໄດ້​ຊ່ວຍ​ຫຍັງ. ສຸດທ້າຍ​ກໍ​ມີ​ຄົນ​ຊາມາເຣຍ​ຄົນ​ໜຶ່ງ​ຍ່າງ​ມາ​ເຫັນ​ຄື​ກັນ ດ້ວຍ​ຄວາມ​ອີ່ຕົນ ລາວ​ຈຶ່ງ​ຄ່ອຍໆ​ເອົາ​ຜ້າ​ພັນ​ບາດ​ໃຫ້​ຜູ້​ນັ້ນ ແລ້ວ​ພາ​ໄປ​ພັກ​ຢູ່​ໂຮງ​ແຮມ​ຈົນ​ກວ່າ​ລາວ​ຊິ​ດີ​ຂຶ້ນ. ເມື່ອ​ພະ​ເຢຊູ​ເລົ່າ​ເລື່ອງ​ນີ້​ຈົບ ເພິ່ນ​ກໍ​ຖາມ​ຜູ້​ຊາຍ​ທີ່​ຊ່ຽວຊານ​ກົດໝາຍ​ຂອງ​ໂມເຊ​ວ່າ: “ໃນ 3 ຄົນ​ນີ້ ເຈົ້າ​ຄິດ​ວ່າ​ຜູ້​ໃດ​ເປັນ​ເພື່ອນ​ບ້ານ​ທີ່​ຮັກ​ຄົນ​ທີ່​ຖືກ​ປຸ້ນ?” ລາວ​ຈຳເປັນ​ຕ້ອງ​ຕອບ​ວ່າ: “ຄົນ​ທີ່​ຊ່ວຍ​ເຫຼືອ​ຜູ້​ຊາຍ​ຄົນ​ນັ້ນ.”—ລູກາ 10:25-37

14 ຕົວຢ່າງ​ປຽບທຽບ​ນີ້​ສະແດງ​ໃຫ້​ເຫັນ​ສະຕິ​ປັນຍາ​ຂອງ​ພະ​ເຢຊູ​ແນວ​ໃດ? ໃນ​ສະໄໝ​ຂອງ​ພະ​ເຢຊູ ຄົນ​ຢິວ​ຄິດ​ວ່າ: “ເພື່ອນ​ບ້ານ” ມີ​ແຕ່​ຄົນ​ທີ່​ເຮັດ​ຕາມ​ຮີດຄອງ​ປະເພນີ​ຂອງ​ເຂົາເຈົ້າ​ເທົ່າ​ນັ້ນ​ທີ່​ບໍ່​ແມ່ນ​ຄົນ​ຊາມາເຣຍ​ແນ່ນອນ. (ໂຢຮັນ 4:9) ດັ່ງນັ້ນ ຖ້າ​ພະ​ເຢຊູ​ເລົ່າ​ເລື່ອງ​ໂດຍ​ໃຫ້​ຄົນ​ຊາມາເຣຍ​ເປັນ​ຜູ້​ຖືກ​ທຳຮ້າຍ​ແລະ​ຄົນ​ຢິວ​ເປັນ​ຜູ້​ຊ່ວຍ​ເຫຼືອ ການ​ເລົ່າ​ແນວ​ນັ້ນ​ຈະ​ເຮັດ​ໃຫ້​ຜູ້​ຊາຍ​ຄົນ​ນີ້​ເຊົາ​ມີ​ອະຄະຕິ​ບໍ? ພະ​ເຢຊູ​ເລົ່າ​ເລື່ອງ​ໃນ​ແບບ​ທີ່​ສະຫຼາດ​ຫຼາຍ. ເພິ່ນ​ເລົ່າ​ເລື່ອງ​ນີ້​ໂດຍ​ໃຫ້​ຄົນ​ຊາມາເຣຍ​ເປັນ​ຝ່າຍ​ທີ່​ເບິ່ງແຍງ​ຄົນ​ຢິວ. ຫຼັງ​ຈາກ​ເລົ່າ​ຈົບ​ແລ້ວ​ເພິ່ນ​ກໍ​ຖາມ​ຄຳ​ຖາມ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຊາຍ​ຄົນ​ນີ້​ເຂົ້າໃຈ​ວ່າ​ການ​ຮັກ “ເພື່ອນ​ບ້ານ” ໝາຍ​ຄວາມ​ວ່າ​ແນວ​ໃດ​ແທ້ໆ. ກ່ອນ​ໜ້າ​ນີ້​ລາວ​ຖາມ​ຍ້ອນ​ຢາກ​ຮູ້​ວ່າ ‘ໃຜ​ແມ່ນ​ເພື່ອນ​ບ້ານ​ທີ່​ຂ້ອຍ​ຕ້ອງ​ຮັກ?’ ແຕ່​ເມື່ອ​ພະ​ເຢຊູ​ຖາມ​ວ່າ: “ໃນ 3 ຄົນ​ນີ້ ເຈົ້າ​ຄິດ​ວ່າ​ຜູ້​ໃດ​ເປັນ​ເພື່ອນ​ບ້ານ?” ເພິ່ນ​ບໍ່​ໄດ້​ເນັ້ນ​ຄົນ​ທີ່​ໄດ້​ຮັບ​ຄວາມ​ເມດຕາ​ເຊິ່ງ​ກໍ​ແມ່ນ​ຄົນ​ທີ່​ຖືກ​ທຳຮ້າຍ ແຕ່​ເພິ່ນ​ເນັ້ນ​ຄົນ​ທີ່​ໄດ້​ສະແດງ​ຄວາມ​ເມດຕາ​ເຊິ່ງ​ກໍ​ແມ່ນ​ຄົນ​ຊາມາເຣຍ. ເພື່ອນ​ບ້ານ​ທີ່​ແທ້​ຈິງ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ບໍ່​ວ່າ​ຈະ​ມີ​ພູມ​ຫຼັງ​ແບບ​ໃດ​ຫຼື​ມາ​ຈາກ​ເຊື້ອ​ຊາດ​ໃດ​ກໍ​ຕາມ. ພະ​ເຢຊູ​ສອນ​ຢ່າງ​ສະຫຼາດ​ແທ້ໆ.

15 ບໍ່​ແປກ​ເລີຍ​ທີ່​ຜູ້​ໃດ​ກໍ​ປະທັບໃຈ​ໃນ “ວິທີ​ທີ່​ເພິ່ນ​ສອນ” ແລະ​ຢາກ​ຈະ​ຟັງ​ເພິ່ນ​ສອນ. (ມັດທາຍ 7:28, 29) ມີ​ເທື່ອ​ໜຶ່ງ “ມີ​ຄົນ​ບັກ​ຫຼາຍໆ” ມາ​ຫາ​ພະ​ເຢຊູ​ແລະ​ຢູ່​ກັບ​ເພິ່ນ​ເປັນ​ເວລາ 3 ມື້ ແລະ​ບໍ່​ຍອມ​ໄປ​ກິນ​ເຂົ້າ​ກິນ​ນ້ຳ​ເລີຍ!—ມາຣະໂກ 8:1, 2

ວິທີ​ທີ່​ເພິ່ນ​ໃຊ້​ຊີວິດ

16. ພະ​ເຢຊູ “ເຮັດ​ໃຫ້​ເຫັນ” ແນວ​ໃດ​ວ່າ​ເພິ່ນ​ເອົາ​ສະຕິ​ປັນຍາ​ຂອງ​ພະເຈົ້າ​ມາ​ໃຊ້​ໃນ​ຊີວິດ?

16 ຢ່າງ​ທີ 3 ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ໂດຍ​ທາງ​ວິທີ​ທີ່​ເພິ່ນ​ໃຊ້​ຊີວິດ. ສະຕິ​ປັນຍາ​ແມ່ນ​ການ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ມາ​ໃຊ້​ແລ້ວ​ເກີດ​ຜົນ​ທີ່​ດີ. ອັກຄະສາວົກ​ຢາໂກໂບ​ຖາມ​ວ່າ: “ໃນ​ພວກ​ເຈົ້າ​ມີ​ໃຜ​ທີ່​ມີ​ສະຕິ​ປັນຍາ?” ແລ້ວ​ລາວ​ກໍ​ເວົ້າ​ຕື່ມ​ວ່າ: “ໃຫ້​ລາວ​ເຮັດ​ໃຫ້​ເຫັນ​ໂດຍ​ການ​ປະພຶດ​ທີ່​ດີ.” (ຢາໂກໂບ 3:13) ການ​ກະທຳ​ຂອງ​ພະ​ເຢຊູ “ເຮັດ​ໃຫ້​ເຫັນ” ວ່າ​ເພິ່ນ​ເອົາ​ສະຕິ​ປັນຍາ​ຂອງ​ພະເຈົ້າ​ມາ​ໃຊ້. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢຊູ​ໃຊ້​ສະຕິ​ປັນຍາ​ແນວ​ໃດ​ທັງ​ໃນ​ຊີວິດ​ສ່ວນ​ໂຕ​ແລະ​ໃນ​ການ​ປະຕິບັດ​ກັບ​ຄົນ​ອື່ນ.

17. ພະ​ເຢຊູ​ໃຊ້​ຊີວິດ​ແນວ​ໃດ​ທີ່​ສະແດງ​ວ່າ​ເພິ່ນ​ເປັນ​ຄົນ​ສົມດຸນ​ຢູ່​ສະເໝີ?

17 ເຈົ້າ​ອາດ​ເຄີຍ​ເຫັນ​ຄົນ​ທີ່​ຂາດ​ສະຕິ​ປັນຍາ​ທີ່​ມັກ​ຈະ​ເປັນ​ຄົນ​ເຂັ້ມ​ງວດ ມັກ​ເວົ້າ​ຫຼາຍ ແລະ​ມັກ​ເຮັດ​ຫຍັງ​ກໍ​ຕາມ​ທີ່​ບໍ່​ມີ​ເຫດຜົນ​ເຊິ່ງ​ບໍ່​ມີ​ຄວາມ​ສົມດຸນ​ເລີຍ. ແຕ່​ພະ​ເຢຊູ​ເປັນ​ຄົນ​ທີ່​ສົມດຸນ​ສະເໝີ​ຍ້ອນ​ເພິ່ນ​ຮຽນ​ແບບ​ສະຕິ​ປັນຍາ​ຂອງ​ພະເຈົ້າ. ນອກ​ຈາກ​ນັ້ນ ເພິ່ນ​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ເພິ່ນ​ດຸ​ໝັ່ນ​ເຮັດ​ວຽກ​ປະກາດ​ຂ່າວ​ດີ ເພິ່ນ​ບອກ​ວ່າ: “ຂ້ອຍ​ມາ​ເພື່ອ​ເຮັດ​ວຽກ​ນີ້.” (ມາຣະໂກ 1:38) ເຫັນ​ໄດ້​ແຈ້ງ​ເລີຍ​ວ່າ​ວັດຖຸ​ເງິນ​ຄຳ​ບໍ່​ແມ່ນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເພິ່ນ. ເບິ່ງ​ຄື​ວ່າ​ເພິ່ນ​ບໍ່​ໄດ້​ມີ​ວັດຖຸ​ເງິນ​ຄຳ​ຫຍັງ​ຫຼາຍ​ຊ້ຳ. (ມັດທາຍ 8:20) ແຕ່​ນີ້​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢຊູ​ບໍ່​ມີ​ເຄື່ອງ​ດີໆ​ໃຊ້​ຫຼື​ເປັນ​ຄົນ​ທີ່​ບໍ່​ມັກ​ເຮັດ​ແນວ​ມ່ວນໆ. ທີ່ຈິງ ເພິ່ນ​ເປັນ​ຄົນ​ອາລົມ​ດີ​ແລະ​ມັກ​ເຮັດ​ໃຫ້​ຄົນ​ອື່ນ​ມີ​ຄວາມ​ສຸກ ຄື​ກັບ​ພໍ່​ຂອງ​ເພິ່ນ​ທີ່​ເປັນ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ.” (1 ຕີໂມທຽວ 1:11; 6:15) ເມື່ອ​ໄປ​ຮ່ວມ​ງານ​ລ້ຽງ​ເຊິ່ງ​ຕາມ​ປົກກະຕິ​ມັກ​ຈະ​ມີ​ດົນຕີ ການ​ຮ້ອງ​ເພງ ແລະ​ບັນຍາກາດ​ທີ່​ມ່ວນ​ຊື່ນ ເພິ່ນ​ກໍ​ບໍ່​ໄດ້​ໄປ​ແລ້ວ​ເຮັດ​ໃຫ້​ງານ​ນັ້ນ​ໝົດ​ຄວາມ​ມ່ວນ​ຊື່ນ. ຕອນ​ທີ່​ເຫຼົ້າແວງ​ໝົດ ເພິ່ນ​ກໍ​ປ່ຽນ​ນ້ຳ​ໃຫ້​ກາຍ​ເປັນ​ເຫຼົ້າແວງ​ທີ່​ດີ​ທີ່​ສຸດ​ເຊິ່ງ​ເປັນ​ເຄື່ອງ​ດື່ມ​ທີ່​ເຮັດ​ໃຫ້ “ມີ​ຄວາມ​ມ່ວນ​ຊື່ນ.” (ເພງ​ສັນລະເສີນ 104:15; ໂຢຮັນ 2:1-11) ມີ​ຫຼາຍ​ເທື່ອ​ທີ່​ພະ​ເຢຊູ​ຖືກ​ເຊີນ​ໃຫ້​ໄປ​ກິນ​ເຂົ້າ​ກັບ​ຄົນ​ອື່ນ ເພິ່ນ​ກໍ​ຈະ​ໃຊ້​ໂອກາດ​ນັ້ນ​ເພື່ອ​ສອນ​ນຳ.—ລູກາ 10:38-42; 14:1-6

18. ພະ​ເຢຊູ​ມີ​ສະຕິ​ປັນຍາ​ແນວ​ໃດ​ຕອນ​ທີ່​ເພິ່ນ​ປະຕິບັດ​ຕໍ່​ພວກ​ລູກສິດ?

18 ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ມີ​ສະຕິ​ປັນຍາ​ຫຼາຍ​ແທ້ໆ​ຕອນ​ທີ່​ເພິ່ນ​ປະຕິບັດ​ກັບ​ຄົນ​ອື່ນ. ເພິ່ນ​ເຂົ້າໃຈ​ຄວາມ​ຄິດ ຄວາມ​ຮູ້ສຶກ ແລະ​ແຮງ​ກະຕຸ້ນ​ຂອງ​ລູກສິດ​ໄດ້​ຢ່າງ​ດີ. ເຖິງ​ວ່າ​ເຂົາເຈົ້າ​ຈະ​ບໍ່​ສົມບູນ​ແບບ ແຕ່​ເພິ່ນ​ກໍ​ຍັງ​ເຫັນ​ຄຸນລັກສະນະ​ທີ່​ດີ​ຂອງ​ເຂົາເຈົ້າ ແລະ​ຮູ້​ວ່າ​ແຕ່​ລະ​ຄົນ​ທີ່​ພະ​ເຢໂຫວາ​ໄດ້​ຊັກ​ນຳ​ເຂົ້າ​ມາ​ເປັນ​ຄົນ​ແນວ​ໃດ. (ໂຢຮັນ 6:44) ເຖິງ​ວ່າ​ບາງ​ເທື່ອ​ພວກ​ລູກສິດ​ຈະ​ເຮັດ​ຜິດ​ພາດ​ແດ່ ແຕ່​ພະ​ເຢຊູ​ກໍ​ຍັງ​ໄວ້ໃຈ​ເຂົາເຈົ້າ​ໃຫ້​ເຮັດ​ວຽກ​ປະກາດ​ຂ່າວ​ດີ​ເຊິ່ງ​ເປັນ​ວຽກ​ທີ່​ສຳຄັນ​ຫຼາຍ ແລະ​ເພິ່ນ​ກໍ​ໝັ້ນໃຈ​ວ່າ​ເຂົາເຈົ້າ​ຈະ​ເຮັດ​ວຽກ​ນີ້​ໄດ້​ສຳເລັດ. (ມັດທາຍ 28:19, 20) ໃນ​ປຶ້ມ​ກິດຈະການ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ພວກ​ລູກສິດ​ສັດຊື່​ໂດຍ​ເຮັດ​ວຽກ​ຕາມ​ທີ່​ພະ​ເຢຊູ​ສັ່ງ​ທຸກ​ຢ່າງ. (ກິດຈະການ 2:41, 42; 4:33; 5:27-32) ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ພະ​ເຢຊູ​ມີ​ສະຕິ​ປັນຍາ​ແທ້ໆ​ທີ່​ໄວ້ໃຈ​ພວກ​ລູກສິດ.

19. ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ “ເປັນ​ຄົນ​ອ່ອນໂຍນ​ແລະ​ຖ່ອມ​ໂຕ”?

19 ໃນ​ບົດ​ທີ 20 ເຮົາ​ໄດ້​ຮຽນ​ວ່າ​ຄົນ​ທີ່​ມີ​ສະຕິ​ປັນຍາ​ແທ້​ຈະ​ເປັນ​ຄົນ​ຖ່ອມ​ໂຕ​ແລະ​ອ່ອນໂຍນ. ແນ່ນອນ ພະ​ເຢໂຫວາ​ວາງ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ເລື່ອງ​ຄວາມ​ຖ່ອມ​ແລະ​ຄວາມ​ອ່ອນໂຍນ. ພະ​ເຢຊູ​ກໍ​ເປັນ​ແນວ​ນັ້ນ​ຄື​ກັນ ເຮົາ​ຮູ້ສຶກ​ປະທັບໃຈ​ຫຼາຍ​ເມື່ອ​ເຫັນ​ວ່າ​ເພິ່ນ​ສະແດງ​ຄວາມ​ຖ່ອມ​ຕອນ​ທີ່​ປະຕິບັດ​ກັບ​ພວກ​ລູກສິດ​ຂອງ​ເພິ່ນ. ເຖິງ​ວ່າ​ຈະ​ເປັນ​ມະນຸດ​ສົມບູນແບບ ແຕ່​ເພິ່ນ​ກໍ​ບໍ່​ໄດ້​ຄິດ​ວ່າ​ເພິ່ນ​ເໜືອ​ກວ່າ​ພວກ​ລູກສິດ. ເພິ່ນ​ບໍ່​ຢາກ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ວ່າ​ເຂົາເຈົ້າ​ດ້ອຍ​ກວ່າ​ຫຼື​ບໍ່​ມີ​ຄວາມ​ສາມາດ​ພຽງ​ພໍ. ກົງ​ກັນ​ຂ້າມ ເພິ່ນ​ພັດ​ຄິດ​ເຖິງ​ຂໍ້​ຈຳກັດ​ຂອງ​ພວກ​ລູກສິດ​ແລະ​ອົດທົນ​ຕອນ​ທີ່​ເຂົາເຈົ້າ​ເຮັດ​ຜິດ​ພາດ. (ມາຣະໂກ 14:34-38; ໂຢຮັນ 16:12) ແມ່ນ​ແຕ່​ເດັກນ້ອຍ​ກໍ​ຮູ້ສຶກ​ສະບາຍ​ໃຈ​ເມື່ອ​ຢູ່​ກັບ​ພະ​ເຢຊູ. ຍ້ອນຫຍັງ? ຍ້ອນ​ເຂົາເຈົ້າ​ຮູ້ສຶກ​ວ່າ​ເພິ່ນ “ເປັນ​ຄົນ​ອ່ອນໂຍນ​ແລະ​ຖ່ອມ​ໂຕ.”—ມັດທາຍ 11:29; ມາຣະໂກ 10:13-16

20. ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ເປັນ​ຄົນ​ມີ​ເຫດຜົນ​ຕອນ​ທີ່​ປະຕິບັດ​ກັບ​ຜູ້​ຍິງ​ຄົນ​ຕ່າງ​ຊາດ​ທີ່​ລູກ​ສາວ​ຂອງ​ລາວ​ຖືກ​ຜີ​ສິງ?

20 ພະ​ເຢຊູ​ຍັງ​ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ​ໂດຍ​ເປັນ​ຄົນ​ມີ​ເຫດຜົນ​ແລະ​ພ້ອມ​ຈະ​ປັບ​ປ່ຽນ. ເພິ່ນ​ສະແດງ​ຄວາມ​ເມດຕາ​ເມື່ອ​ເຫັນ​ວ່າ​ເໝາະສົມ​ທີ່​ຈະ​ເຮັດ​ແນວ​ນັ້ນ. ຕົວຢ່າງ​ເຊັ່ນ ຂໍ​ໃຫ້​ຄິດ​ເຖິງ​ຕອນ​ທີ່​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ຄົນ​ຕ່າງ​ຊາດ​ມາ​ຂໍ​ໃຫ້​ພະ​ເຢຊູ​ຊ່ວຍ​ປົວ​ລູກ​ສາວ​ຂອງ​ລາວ​ທີ່​ຖືກ​ຜີ​ສິງ​ແລະ​ທົນທຸກ​ທໍລະມານ​ຫຼາຍ. ທຳອິດ ພະ​ເຢຊູ​ບໍ່​ຕອບ​ຫຍັງ​ເລີຍ​ຕອນ​ທີ່​ຜູ້​ຍິງ​ຄົນ​ນີ້​ຂໍ​ໃຫ້​ເພິ່ນ​ຊ່ວຍ. ຈາກ​ນັ້ນ ເພິ່ນ​ກໍ​ບອກ​ລາວ​ກົງໆ​ເລີຍ​ວ່າ​ເພິ່ນ​ຖືກ​ສົ່ງ​ມາ​ເພື່ອ​ຊ່ວຍ​ຄົນ​ຢິວ​ບໍ່​ແມ່ນ​ຄົນ​ຕ່າງ​ຊາດ ແລະ​ສຸດທ້າຍ​ເພິ່ນ​ກໍ​ໃຊ້​ຕົວຢ່າງ​ປຽບທຽບ​ເພື່ອ​ອະທິບາຍ​ຢ່າງ​ກະລຸນາ​ວ່າ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ບໍ່​ຊ່ວຍ. ແຕ່​ຜູ້​ຍິງ​ຄົນ​ນີ້​ມີ​ຄວາມ​ເຊື່ອ​ຫຼາຍ ລາວ​ຈຶ່ງ​ຂໍ​ບໍ່​ຢຸດ​ບໍ່​ເຊົາ​ເພື່ອ​ໃຫ້​ພະ​ເຢຊູ​ຊ່ວຍ. ແລ້ວ​ພະ​ເຢຊູ​ເຮັດ​ແນວ​ໃດ? ໃນ​ທີ່​ສຸດ ເພິ່ນ​ກໍ​ຊ່ວຍ​ປົວ​ລູກ​ສາວ​ຂອງ​ຜູ້​ຍິງ​ຄົນ​ນັ້ນ​ໃຫ້​ເຊົາ​ເປັນ​ປົກກະຕິ​ທັງໆ​ທີ່​ຕອນ​ທຳອິດ​ເພິ່ນ​ບອກ​ວ່າ​ຈະ​ບໍ່​ຊ່ວຍ. (ມັດທາຍ 15:21-28) ພະ​ເຢຊູ​ເປັນ​ຄົນ​ຖ່ອມ​ອີ່ຫຼີ ແລະ​ມີ​ແຕ່​ຄົນ​ຖ່ອມ​ເທົ່າ​ນັ້ນ​ຈຶ່ງ​ຈະ​ໄດ້​ສະຕິ​ປັນຍາ​ແທ້.

21. ເປັນ​ຫຍັງ​ເຮົາ​ຄວນ​ຮຽນ​ແບບ​ຄຸນລັກສະນະ​ຕ່າງໆ ຄຳເວົ້າ ແລະ​ການ​ກະທຳ​ຂອງ​ພະ​ເຢຊູ?

21 ເຮົາ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ແທ້ໆ​ທີ່​ບອກ​ເຮົາ​ຫຼາຍ​ຢ່າງ​ກ່ຽວກັບ​ພະ​ເຢຊູ​ເຊິ່ງ​ເປັນ​ຄົນ​ສະຫຼາດ​ທີ່​ສຸດ​ໃນ​ໂລກ. ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢຊູ​ເວົ້າ​ແລະ​ເຮັດ​ຫຍັງ​ແດ່. ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢຊູ​ຮຽນ​ແບບ​ພໍ່​ຂອງ​ເພິ່ນ​ໄດ້​ຢ່າງ​ສົມບູນ​ແບບ. ດັ່ງນັ້ນ ຖ້າ​ເຮົາ​ຮຽນ​ແບບ​ຄຸນລັກສະນະ​ຕ່າງໆ ຄຳເວົ້າ ແລະ​ການ​ກະທຳ​ຂອງ​ພະ​ເຢຊູ ເຮົາ​ກໍ​ກຳລັງ​ຮຽນ​ແບບ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ນຳ. ໃນ​ບົດ​ຕໍ່​ໄປ ເຮົາ​ຈະ​ໄດ້​ຮຽນ​ຮູ້​ວ່າ​ເຮົາ​ຈະ​ເອົາ​ສະຕິ​ປັນຍາ​ຂອງ​ພະເຈົ້າ​ໄປ​ໃຊ້​ໃນ​ຊີວິດ​ໄດ້​ແນວ​ໃດ?

a ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ຊ່າງ​ໄມ້​ຖືກ​ຈ້າງ​ໃຫ້​ໄປ​ປຸກ​ເຮືອນ ເຮັດ​ເຟີນິເຈີ ແລະ​ເຮັດ​ເຄື່ອງມື​ກະສິກຳ. ນັກ​ຂຽນ​ຄົນ​ໜຶ່ງ​ທີ່​ມີ​ຊີວິດ​ຫຼັງ​ຈາກ​ທີ່​ພະ​ເຢຊູ​ຕາຍ​ໄປ​ປະມານ 100 ປີ ໄດ້​ຂຽນ​ກ່ຽວກັບ​ເພິ່ນ​ວ່າ: “ຕອນ​ທີ່​ພະ​ເຢຊູ​ມີ​ຊີວິດ​ຢູ່ ເພິ່ນ​ເຮັດ​ວຽກ​ເປັນ​ຊ່າງ​ໄມ້ ແລະ​ວຽກ​ທີ່​ເພິ່ນ​ເຮັດ​ເປັນ​ປະຈຳ​ແມ່ນ​ການ​ເຮັດ​ຄັນ​ໄຖ​ແລະ​ແອກ.”

b ຄຳ​ກຳມະ​ພາສາ​ກຣີກ​ທີ່​ແປ​ວ່າ “ອຸກໃຈ” ໝາຍເຖິງ “ເຮັດ​ໃຫ້​ຈິດ​ໃຈ​ວອກແວກ.” ຄື​ກັບ​ຢູ່​ໃນ​ມັດທາຍ 6:25 ຄຳ​ນີ້​ໃຊ້​ກັບ​ຄົນ​ທີ່​ອຸກໃຈ​ຫຼາຍ​ຈົນ​ບໍ່​ຄິດ​ເຖິງ​ເລື່ອງ​ອື່ນ​ແລະ​ເຮັດ​ໃຫ້​ລາວ​ບໍ່​ມີ​ຄວາມ​ສຸກ.

c ໝໍ​ຫຼາຍ​ຄົນ​ເຫັນ​ວ່າ​ຄົນ​ທີ່​ອຸກໃຈ​ແລະ​ມີ​ຄວາມ​ເຄັ່ງ​ຕຶງ​ຫຼາຍ​ໂພດ​ອາດ​ມີ​ຄວາມ​ສ່ຽງ​ຕໍ່​ການ​ເປັນ​ໂລກ​ຫົວໃຈ​ແລະ​ຄວາມ​ເຈັບ​ປ່ວຍ​ອື່ນໆ​ອີກ​ຫຼາຍ​ຢ່າງ​ທີ່​ອາດ​ເຮັດ​ໃຫ້​ຕາຍ​ໄວ.