ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 22

“ສະຕິ​ປັນຍາ​ຈາກ​ພະເຈົ້າ” ມີ​ຜົນ​ກັບ​ຊີວິດ​ເຈົ້າ​ບໍ?

“ສະຕິ​ປັນຍາ​ຈາກ​ພະເຈົ້າ” ມີ​ຜົນ​ກັບ​ຊີວິດ​ເຈົ້າ​ບໍ?

1-3. (ກ) ໂຊໂລໂມນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ມີ​ສະຕິ​ປັນຍາ​ຕອນ​ທີ່​ລາວ​ຕັດສິນ​ຄະດີ​ຂອງ​ຜູ້​ຍິງ 2 ຄົນ? (ຂ) ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ຫຍັງ​ກັບ​ເຮົາ ແລະ​ເຮົາ​ຈະ​ລົມ​ກັນ​ກ່ຽວກັບ​ຫຍັງ​ແດ່​ໃນ​ເລື່ອງ​ນີ້?

 ຄະດີ​ນີ້​ຕັດສິນ​ຍາກ​ຫຼາຍ. ມີ​ຜູ້​ຍິງ 2 ຄົນ​ຢູ່​ເຮືອນ​ຫຼັງ​ດຽວ​ກັນ ແລະ​ເຂົາເຈົ້າ​ເກີດ​ກໍ​ລູກ​ຊາຍ​ທີ່​ຫ່າງ​ກັນ​ແຕ່​ສອງ​ສາມ​ມື້​ເທົ່າ​ນັ້ນ. ແຕ່​ແອນ້ອຍ​ຄົນ​ໜຶ່ງ​ຕາຍ. ຜູ້​ຍິງ 2 ຄົນ​ນີ້​ຕ່າງ​ກໍ​ອ້າງ​ວ່າ​ເປັນ​ແມ່​ຂອງ​ແອນ້ອຍ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່. a ບໍ່​ມີ​ຄົນ​ອື່ນ​ທີ່​ຮູ້​ເຫັນ​ເຫດການ​ທີ່​ເກີດ​ຂຶ້ນ. ຜູ້​ຕັດສິນ​ພະຍາຍາມ​ຄົ້ນ​ຫາ​ຄວາມ​ຈິງ ແຕ່​ກໍ​ເຮັດ​ບໍ່​ໄດ້. ໃນ​ທີ່​ສຸດ ຜູ້​ຍິງ 2 ຄົນ​ນີ້​ກໍ​ໄປ​ຂໍ​ໃຫ້​ໂຊໂລໂມນ​ກະສັດ​ຂອງ​ອິດສະຣາເອນ​ຊ່ວຍ​ຕັດສິນ​ຄະດີ. ແລ້ວ​ໂຊໂລໂມນ​ຈະ​ບອກ​ໄດ້​ບໍ​ວ່າ​ໃຜ​ແມ່ນ​ແມ່​ແທ້ໆ​ຂອງ​ແອນ້ອຍ​ຜູ້​ນັ້ນ?

2 ຫຼັງ​ຈາກ​ທີ່​ຟັງ​ຜູ້​ຍິງ​ທັງ​ສອງ​ຄົນ​ຖຽງ​ກັນ​ໄລຍະ​ໜຶ່ງ ໂຊໂລໂມນ​ຈຶ່ງ​ບອກ​ໃຫ້​ເອົາ​ດາບ​ມາ. ລາວ​ສັ່ງ​ໃຫ້​ເອົາ​ແອນ້ອຍ​ຄົນ​ນັ້ນ​ໄປ​ຜ່າ​ເຄິ່ງ ແລ້ວ​ເອົາ​ໃຫ້ 2 ຄົນ​ນັ້ນ​ຄົນ​ລະ​ເຄິ່ງ. ຜູ້​ທີ່​ເປັນ​ແມ່​ແທ້ໆ​ຂອງ​ແອນ້ອຍ​ຂໍຮ້ອງ​ໃຫ້​ກະສັດ​ເອົາ​ລູກ​ໃຫ້​ຜູ້​ຍິງ​ອີກ​ຄົນ​ໜຶ່ງ​ໄປ​ເລີຍ. ແຕ່​ຜູ້​ຍິງ​ຄົນ​ນັ້ນ​ພັດ​ບອກ​ໃຫ້​ເອົາ​ແອນ້ອຍ​ໄປ​ຜ່າ​ເຄິ່ງ​ໂລດ. ຕອນນີ້ ໂຊໂລໂມນ​ຮູ້​ເລີຍ​ວ່າ​ໃຜ​ເປັນ​ແມ່​ແທ້ໆ​ຂອງ​ແອນ້ອຍ. ລາວ​ຮູ້​ວ່າ​ຜູ້​ທີ່​ເປັນ​ແມ່​ຈະ​ຮັກ​ລູກ​ຂອງ​ໂຕເອງ​ຫຼາຍ ເມື່ອ​ຮູ້​ແນວ​ນີ້​ກໍ​ເຮັດ​ໃຫ້​ລາວ​ຕັດສິນ​ໄດ້​ຢ່າງ​ຖືກຕ້ອງ. ລອງ​ຄິດ​ເບິ່ງ​ດຸ​ວ່າ​ຜູ້​ທີ່​ເປັນ​ແມ່​ຈະ​ດີ​ໃຈ​ສ່ຳ​ໃດ​ຕອນ​ທີ່​ໂຊໂລໂມນ​ບອກ​ໃຫ້​ເອົາ​ລູກ​ນ້ອຍ​ຄືນ​ໃຫ້​ຜູ້​ເປັນ​ແມ່ ແລະ​ບອກ​ວ່າ: “ລາວ​ເປັນ​ແມ່​ແທ້ໆ.”—1 ກະສັດ 3:16-27

3 ການ​ເຮັດ​ແນວ​ນັ້ນ​ເປັນ​ການ​ຕັດສິນໃຈ​ທີ່​ສະຫຼາດ​ແທ້ໆ. ເມື່ອ​ປະຊາຊົນ​ໄດ້​ຍິນ​ວ່າ​ໂຊໂລໂມນ​ຕັດສິນ​ຄະດີ​ແນວ​ໃດ ເຂົາເຈົ້າ​ກໍ​ຮູ້ສຶກ​ປະທັບໃຈ​ຫຼາຍ “ເພາະ​ເຂົາເຈົ້າ​ເຫັນ​ວ່າ​ພະເຈົ້າ​ໄດ້​ໃຫ້​ສະຕິ​ປັນຍາ​ລາວ” ເພື່ອ​ຈະ​ຕັດສິນ​ໄດ້​ຢ່າງ​ຍຸຕິທຳ. ສະຕິ​ປັນຍາ​ຂອງ​ໂຊໂລໂມນ​ເປັນ​ຂອງຂວັນ​ຈາກ​ພະ​ເຢໂຫວາ. ເພິ່ນ​ໃຫ້​ລາວ​ມີ “ສະຕິ​ປັນຍາ​ແລະ​ຄວາມ​ເຂົ້າໃຈ​ຫຼາຍ.” (1 ກະສັດ 3:12, 28) ແຕ່​ສຳລັບ​ພວກ​ເຮົາ​ເດ້? ເພິ່ນ​ຈະ​ໃຫ້​ສະຕິ​ປັນຍາ​ກັບ​ພວກ​ເຮົາ​ນຳ​ບໍ? ໃຫ້​ແທ້. ໂຊໂລໂມນ​ໄດ້​ຮັບ​ການ​ດົນໃຈ​ໃຫ້​ຂຽນ​ວ່າ: “ພະ​ເຢໂຫວາ​ເປັນ​ຜູ້​ໃຫ້​ສະຕິ​ປັນຍາ.” (ສຸພາສິດ 2:6) ເພິ່ນ​ສັນຍາ​ວ່າ​ຈະ​ໃຫ້​ສະຕິ​ປັນຍາ​ກັບ​ທຸກ​ຄົນ​ທີ່​ຂໍ​ແທ້ໆ. ແຕ່​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ສະຕິ​ປັນຍາ​ຈາກ​ພະ​ເຢໂຫວາ? ແລະ​ເຮົາ​ຈະ​ໃຊ້​ສະຕິ​ປັນຍາ​ນັ້ນ​ໃນ​ຊີວິດ​ແນວ​ໃດ?

ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ສະຕິ​ປັນຍາ​ຈາກ​ພະ​ເຢໂຫວາ?

4-7. ເຮົາ​ຕ້ອງ​ເຮັດ 4 ຢ່າງ​ຫຍັງ​ແດ່​ເພື່ອ​ຈະ​ໄດ້​ສະຕິ​ປັນຍາ​ຈາກ​ພະເຈົ້າ?

4 ເຮົາ​ຕ້ອງ​ສະຫຼາດ​ຫຼື​ມີ​ການ​ສຶກສາ​ສູງ​ບໍ​ເພື່ອ​ຈະ​ໄດ້​ສະຕິ​ປັນຍາ​ຈາກ​ພະເຈົ້າ? ບໍ່. ພະ​ເຢໂຫວາ​ເຕັມໃຈ​ປັນ​ສະຕິ​ປັນຍາ​ໃຫ້​ກັບ​ທຸກ​ຄົນ ບໍ່​ວ່າ​ເຮົາ​ຈະ​ເປັນ​ຄົນ​ແນວ​ໃດ​ຫຼື​ມີ​ຄວາມ​ຮູ້​ຫຼາຍ​ສ່ຳ​ໃດ​ໂດຍ​ບໍ່​ໄດ້​ຄຳນຶງ​ເຖິງ​ພູມ​ຫຼັງ​ຫຼື​ລະດັບ​ການ​ສຶກສາ. (1 ໂກຣິນໂທ 1:26-29) ແຕ່​ເຮົາ​ຕ້ອງ​ໄດ້​ເຮັດ​ບາງ​ຢ່າງ​ນຳ ເພາະ​ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ “ພະຍາຍາມ​ເພື່ອ​ຈະ​ໄດ້​ສະຕິ​ປັນຍາ.” (ສຸພາສິດ 4:7) ແຕ່​ເຮົາ​ຈະ​ເຮັດ​ແນວ​ນັ້ນ​ໄດ້​ຈັ່ງ​ໃດ?

5 ຢ່າງ​ທຳອິດ ເຮົາ​ຕ້ອງ​ຢ້ານຢຳ​ພະເຈົ້າ. ສຸພາສິດ 9:10 ບອກ​ວ່າ: “ການ​ຢ້ານຢຳ​ພະ​ເຢໂຫວາ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ສະຕິ​ປັນຍາ.” ດັ່ງນັ້ນ ເພື່ອ​ຈະ​ມີ​ສະຕິ​ປັນຍາ​ແທ້ ເຮົາ​ຕ້ອງ​ຢ້ານຢຳ​ພະ​ເຢໂຫວາ. ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ກ່ອນ​ໜ້າ​ນີ້​ເຮົາ​ໄດ້​ຮຽນ​ຮູ້​ແລ້ວ​ວ່າ​ເພື່ອ​ຈະ​ເປັນ​ຄົນ​ສະຫຼາດ​ແທ້ໆ ເຮົາ​ຕ້ອງ​ໃຊ້​ຄວາມ​ຮູ້​ແລະ​ຄວາມ​ເຂົ້າໃຈ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ດີ. ຄວາມ​ຢ້ານຢຳ​ພະເຈົ້າ​ໝາຍເຖິງ​ການ​ເຊື່ອຟັງ ແລະ​ໄວ້​ວາງໃຈ​ພະເຈົ້າ​ສຸດ​ຫົວໃຈ ບໍ່​ແມ່ນ​ຢ້ານ​ວ່າ​ຈະ​ຖືກ​ພະເຈົ້າ​ລົງໂທດ. ຄວາມ​ຢ້ານຢຳ​ພະເຈົ້າ​ມີ​ປະໂຫຍດ​ແລະ​ຊ່ວຍ​ໃຫ້​ເຮົາ​ໃຊ້​ຊີວິດ​ສອດ​ຄ່ອງ​ກັບ​ສິ່ງ​ທີ່​ເພິ່ນ​ຢາກ​ໃຫ້​ເຮົາ​ເຮັດ. ການ​ໃຊ້​ຊິ​ວິດ​ແບບ​ນີ້​ດີ​ທີ່​ສຸດ​ຍ້ອນ​ສິ່ງ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ເຮັດ​ມີ​ປະໂຫຍດ​ກັບ​ເຮົາ​ສະເໝີ.

6 ຢ່າງ​ທີ 2 ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ​ແລະ​ຈຽມໂຕ. ມີ​ແຕ່​ຄົນ​ຖ່ອມ​ແລະ​ຈຽມໂຕ​ເທົ່າ​ນັ້ນ​ຈຶ່ງ​ຈະ​ໄດ້​ສະຕິ​ປັນຍາ​ຈາກ​ພະເຈົ້າ. (ສຸພາສິດ 11:2) ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ​ແລະ​ຈຽມໂຕ ເຮົາ​ຈະ​ຍອມຮັບ​ວ່າ​ເຮົາ​ບໍ່​ຮູ້​ໝົດ​ທຸກ​ສິ່ງ​ທຸກ​ຢ່າງ ຄວາມ​ຄິດ​ຂອງ​ເຮົາ​ອາດຈະ​ບໍ່​ໄດ້​ຖືກຕ້ອງ​ສະເໝີ ແລະ​ຍອມຮັບ​ວ່າ​ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ເບິ່ງ​ເລື່ອງ​ຕ່າງໆ​ແບບ​ພະ​ເຢໂຫວາ. ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ “ຕໍ່ຕ້ານ​ຄົນ​ຍິ່ງ” ແຕ່​ເພິ່ນ​ຍິນດີ​ຈະ​ໃຫ້​ສະຕິ​ປັນຍາ​ກັບ​ຄົນ​ທີ່​ຖ່ອມ​ແທ້ໆ.—ຢາໂກໂບ 4:6

7 ຢ່າງ​ທີ 3 ແມ່ນ​ການ​ສຶກສາ​ຄຳພີ​ໄບເບິນ. ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ຮູ້​ກ່ຽວກັບ​ສະຕິ​ປັນຍາ​ຂອງ​ເພິ່ນ​ໃນ​ຄຳພີ​ໄບເບິນ. ເພື່ອ​ຈະ​ມີ​ສະຕິ​ປັນຍາ ເຮົາ​ຕ້ອງ​ທຸ່ມເທ​ຄວາມ​ພະຍາຍາມ​ຄົ້ນ​ຫາ​ສະຕິ​ປັນຍາ​ນັ້ນ. (ສຸພາສິດ 2:1-5) ຢ່າງ​ທີ 4 ແມ່ນ​ການ​ອະທິດຖານ. ຖ້າ​ເຮົາ​ອະທິດຖານ​ຂໍ​ສະຕິ​ປັນຍາ​ຈາກ​ພະເຈົ້າ​ຢ່າງ​ຈິງໃຈ ເພິ່ນ​ກໍ​ຈະ​ເຕັມໃຈ​ໃຫ້​ສະຕິ​ປັນຍາ​ກັບ​ເຮົາ. (ຢາໂກໂບ 1:5) ເພິ່ນ​ຈະ​ໃຫ້​ພະລັງ​ບໍລິສຸດ​ກັບ​ເຮົາ​ນຳ​ຖ້າ​ເຮົາ​ອະທິດຖານ​ຂໍ​ຈາກ​ເພິ່ນ. ພະລັງ​ບໍລິສຸດ​ຂອງ​ເພິ່ນ​ຈະ​ຊ່ວຍ​ໃຫ້​ເຮົາ​ເຫັນ​ຄຳ​ແນະນຳ​ທີ່​ສະຫຼາດ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ແກ້ໄຂ​ບັນຫາ​ຕ່າງໆ ຫຼີກລ່ຽງ​ອັນຕະລາຍ ແລະ​ຕັດສິນໃຈ​ໄດ້​ຢ່າງ​ຖືກຕ້ອງ.—ລູກາ 11:13

ເພື່ອ​ຈະ​ໄດ້​ສະຕິ​ປັນຍາ​ຂອງ​ພະເຈົ້າເຮົາ​ຕ້ອງ​ພະຍາຍາມ​ຄົ້ນ​ຫາ​ສະຕິ​ປັນຍາ​ນັ້ນ

8. ຖ້າ​ເຮົາ​ມີ​ສະຕິ​ປັນຍາ​ຈາກ​ພະເຈົ້າ ຄົນ​ອື່ນ​ຈະ​ເຫັນ​ໄດ້​ຈາກ​ຫຍັງ​ແດ່?

8 ໃນ​ບົດ​ທີ 17 ເຮົາ​ໄດ້​ຮຽນ​ວ່າ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ເປັນ​ປະໂຫຍດ​ກັບ​ເຮົາ​ສະເໝີ. ຖ້າ​ເຮົາ​ມີ​ສະຕິ​ປັນຍາ​ຈາກ​ພະເຈົ້າ ຄົນ​ອື່ນ​ກໍ​ຈະ​ສັງເກດ​ເຫັນ​ໄດ້​ຈາກ​ສິ່ງ​ທີ່​ເຮົາ​ເຮັດ. ຢາໂກໂບ​ຜູ້​ຂຽນ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ອະທິບາຍ​ວ່າ​ຄົນ​ທີ່​ມີ​ສະຕິ​ປັນຍາ​ຈາກ​ພະເຈົ້າ​ຈະ​ເປັນ​ຄົນ​ແບບ​ໃດ. ລາວ​ຂຽນ​ວ່າ: “ສະຕິ​ປັນຍາ​ຈາກ​ພະເຈົ້າ​ນັ້ນ ທຳອິດ​ເຮັດ​ໃຫ້​ຄົນ​ມີ​ຫົວໃຈ​ບໍລິສຸດ. ຈາກ​ນັ້ນ ມັນ​ກໍ​ເຮັດ​ໃຫ້​ລາວ​ເປັນ​ຄົນ​ສ້າງ​ສັນຕິສຸກ ຍອມ​ຄົນ​ອື່ນ ພ້ອມ​ຈະ​ເຊື່ອຟັງ ຮູ້ສຶກ​ອີ່ຕົນ​ຄົນ​ອື່ນ ເຮັດ​ສິ່ງ​ທີ່​ດີ ບໍ່​ລຳອຽງ ແລະ​ບໍ່​ໜ້າ​ຊື່​ໃຈ​ຄົດ.” (ຢາໂກໂບ 3:17) ຕອນ​ທີ່​ເຮົາ​ເບິ່ງ​ແຕ່​ລະ​ແງ່​ມຸມ​ຂອງ​ສະຕິ​ປັນຍາ​ຂອງ​ພະເຈົ້າ ເຮົາ​ອາດ​ຖາມ​ຕົວເອງ​ວ່າ ‘ສະຕິ​ປັນຍາ​ຈາກ​ພະເຈົ້າ​ມີ​ຜົນ​ແນວ​ໃດ​ກັບ​ຊີວິດ​ຂອງ​ຂ້ອຍ’?

ເຮັດ​ໃຫ້​ບໍລິສຸດ​ແລ້ວ​ກໍ​ເຮັດ​ໃຫ້​ສ້າງ​ສັນຕິສຸກ

9. ການ​ເປັນ​ຄົນ​ບໍລິສຸດ​ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ​ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ​ຄວາມ​ບໍລິສຸດ​ເປັນ​ຄຸນລັກສະນະ​ທຳອິດ​ຂອງ​ສະຕິ​ປັນຍາ​ຈາກ​ພະເຈົ້າ?

9 “ທຳອິດ​ເຮັດ​ໃຫ້​ຄົນ​ມີ​ຫົວໃຈ​ບໍລິສຸດ.” ເພື່ອ​ຈະ​ເປັນ​ຄົນ​ບໍລິສຸດ​ເຮົາ​ຕ້ອງ​ສະອາດ​ທັງ​ທາງ​ດ້ານ​ການ​ກະທຳ​ແລະ​ຄວາມ​ຄິດ. ຄຳພີ​ໄບເບິນ​ບອກ​ວ່າ​ສະຕິ​ປັນຍາ​ກ່ຽວ​ຂ້ອງ​ກັບ​ຫົວໃຈ ແຕ່​ພະ​ເຢໂຫວາ​ຈະ​ບໍ່​ໃຫ້​ສະຕິ​ປັນຍາ “ເຂົ້າ​ໄປ” ໃນ​ຫົວໃຈ​ຂອງ​ຄົນ​ທີ່​ມີ​ຄວາມ​ຄິດ​ຊົ່ວ ຄວາມ​ຕ້ອງການ​ຊົ່ວ ແລະ​ເຈຕະນາ​ຊົ່ວ. (ສຸພາສິດ 2:10; ມັດທາຍ 15:19, 20) ແຕ່​ຖ້າ​ຫົວໃຈ​ຂອງ​ເຮົາ​ບໍລິສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​ທັງໆ​ທີ່​ເປັນ​ມະນຸດ​ບໍ່​ສົມບູນ​ແບບ​ຢູ່ ເຮົາ​ຈະ “ເຊົາ​ເຮັດ​ຊົ່ວ​ແລະ​ມາ​ເຮັດ​ດີ.” (ເພງ​ສັນລະເສີນ 37:27; ສຸພາສິດ 3:7) ຄຳພີ​ໄບເບິນ​ບອກ​ໃຫ້​ເຂົ້າໃຈ​ແຈ້ງ​ເລີຍ​ວ່າ​ເພື່ອ​ຈະ​ໄດ້​ສະຕິ​ປັນຍາ​ຂອງ​ພະເຈົ້າ ເຮົາ​ຕ້ອງ​ເປັນ​ຄົນ​ສະອາດ​ໃນ​ທຸກ​ດ້ານ​ກ່ອນ. ຈາກ​ນັ້ນ ເຮົາ​ຈຶ່ງ​ຈະ​ສະທ້ອນ​ເຖິງ​ຄຸນລັກສະນະ​ອື່ນໆ​ຂອງ​ສະຕິ​ປັນຍາ​ຈາກ​ພະເຈົ້າ​ໄດ້.

10, 11. (ກ) ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ມີ​ສັນຕິສຸກ​ກັບ​ຄົນ​ອື່ນ? (ຂ) ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ເຈົ້າ​ໄດ້​ເຮັດ​ໃຫ້​ພີ່ນ້ອງ​ຄຽດ​ໃຫ້​ເຈົ້າ ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຄືນດີ​ກັບ​ລາວ? (ເບິ່ງ​ໄຂເງື່ອນ)

10 “ຈາກ​ນັ້ນ ມັນ​ກໍ​ເຮັດ​ໃຫ້​ລາວ​ເປັນ​ຄົນ​ສ້າງ​ສັນຕິສຸກ.” ຖ້າ​ເຮົາ​ມີ​ສະຕິ​ປັນຍາ​ຈາກ​ພະ​ເຢໂຫວາ​ເຮົາ​ຈະ​ພະຍາຍາມ​ເຕັມທີ​ເພື່ອ​ຈະ​ມີ​ສັນຕິສຸກ​ກັບ​ຄົນ​ອື່ນ ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ໃຊ້​ຊີວິດ​ຕາມ​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ. (ຄາລາເຕຍ 5:22) ເຮົາ​ຈະ​ພະຍາຍາມ​ບໍ່​ທຳລາຍ “ສັນຕິສຸກ​ທີ່​ຜູກພັນ” ຄົນ​ຂອງ​ພະ​ເຢໂຫວາ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ. (ເອເຟໂຊ 4:3) ເຮົາ​ຍັງ​ພະຍາຍາມ​ທີ່​ຈະ​ໄດ້​ສັນຕິສຸກ​ກັບຄືນມາ​ເມື່ອ​ເຮົາ​ມີ​ບັນຫາ​ກັບ​ພີ່ນ້ອງ. ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ? ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ “ໃຊ້​ຊີວິດ​ຢ່າງ​ສະຫງົບສຸກ​ຕໍ່ໆ​ໄປ ແລ້ວ​ພະເຈົ້າ​ຜູ້​ມີ​ຄວາມ​ຮັກ​ແລະ​ເປັນ​ຜູ້​ໃຫ້​ສັນຕິສຸກ​ຈະ​ຢູ່​ກັບ​ພວກ​ເຈົ້າ.” (2 ໂກຣິນໂທ 13:11) ດັ່ງນັ້ນ ຖ້າ​ເຮົາ​ໃຊ້​ຊີວິດ​ແບບ​ມີ​ສັນຕິສຸກ​ຕໍ່ໆ​ໄປ ພະເຈົ້າ​ຜູ້​ໃຫ້​ສັນຕິສຸກ​ຈະ​ຢູ່​ກັບ​ເຮົາ. ສິ່ງ​ທີ່​ເຮົາ​ເວົ້າ​ແລະ​ເຮັດ​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ມີ​ຜົນ​ຫຼາຍ​ຕໍ່​ຄວາມ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. ແຕ່​ເຮົາ​ຈະ​ເຮັດ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຜູ້​ສ້າງ​ສັນຕິສຸກ​ໄດ້​ແນວ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ນຳ​ກັນ.

11 ເຈົ້າ​ຄວນ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ວ່າ​ໄດ້​ເຮັດ​ໃຫ້​ພີ່ນ້ອງ​ຄຽດ​ໃຫ້​ເຈົ້າ? ພະ​ເຢຊູ​ບອກ​ວ່າ: “ຖ້າ​ພວກ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ພະເຈົ້າ​ຢູ່​ແທ່ນ​ບູຊາ​ແລະ​ຄິດ​ພໍ້​ວ່າ​ຍັງ​ມີ​ຄົນ​ຄຽດ​ໃຫ້​ເຈົ້າ​ຢູ່ ໃຫ້​ວາງ​ເຄື່ອງ​ບູຊາ​ນັ້ນ​ໄວ້​ຢູ່​ຕໍ່​ໜ້າ​ແທ່ນ​ແລະ​ໄປ​ຄືນດີ​ກັບ​ຜູ້​ນັ້ນ​ກ່ອນ ແລ້ວ​ຈຶ່ງ​ກັບ​ມາ​ເອົາ​ເຄື່ອງ​ບູຊາ​ນັ້ນ​ໃຫ້​ພະເຈົ້າ.” (ມັດທາຍ 5:23, 24) ດັ່ງນັ້ນ ເຈົ້າ​ຄວນ​ເຂົ້າ​ໄປ​ຫາ​ພີ່ນ້ອງ​ແລະ​ລົມ​ກັບ​ລາວ​ໂດຍ​ມີ​ເປົ້າໝາຍ​ທີ່​ຈະ “ຄືນດີ” ກັບ​ລາວ. b ແທນ​ທີ່​ຈະ​ບອກ​ວ່າ​ລາວ​ບໍ່​ມີ​ເຫດຜົນ​ເລີຍ​ທີ່​ຮູ້ສຶກ​ແບບ​ນັ້ນ. ເຈົ້າ​ອາດຈະ​ຕ້ອງ​ໄປ​ຂໍໂທດ​ທີ່​ເຮັດ​ໃຫ້​ລາວ​ເສຍໃຈ. ຖ້າ​ເຈົ້າ​ໄປ​ຫາ​ລາວ​ໂດຍ​ມີ​ເປົ້າໝາຍ​ທີ່​ຈະ​ຄືນດີ​ແລະ​ພະຍາຍາມ​ທີ່​ຈະ​ໄດ້​ສັນຕິສຸກ​ກັບ​ຄືນ​ມາ ພວກ​ເຈົ້າ​ກໍ​ຈະ​ແກ້ໄຂ​ເລື່ອງ​ທີ່​ເຂົ້າໃຈ​ຜິດ​ກັນ​ໄດ້ ພ້ອມ​ທີ່​ຈະ​ຂໍໂທດ ແລະ​ໃຫ້​ອະໄພ​ກັນ. ເມື່ອ​ເຈົ້າ​ພະຍາຍາມ​ເຕັມທີ​ເພື່ອ​ຈະ​ຄືນດີ​ກັບ​ພີ່ນ້ອງ ເຈົ້າ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ໃຊ້​ຊີວິດ​ຕາມ​ສະຕິ​ປັນຍາ​ຂອງ​ພະເຈົ້າ.

“ຍອມ​ຄົນ​ອື່ນ ແລະ​ພ້ອມ​ຈະ​ເຊື່ອຟັງ”

12, 13. (ກ) ຄຳ​ວ່າ “ຍອມ​ຄົນ​ອື່ນ” ຢູ່​ຢາໂກໂບ 3:17 ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ? (ຂ) ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ໄດ້​ແນວ​ໃດ​ວ່າ​ເຮົາ​ເປັນ​ຄົນ​ມີ​ເຫດຜົນ?

12 “ຍອມ​ຄົນ​ອື່ນ.” ການ​ຍອມ​ຄົນ​ອື່ນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ນັກ​ວິຊາການ​ດ້ານ​ຄຳພີ​ໄບເບິນ​ບອກ​ວ່າ​ຄຳ​ພາສາ​ກຣີກ​ດັ້ງເດີມ​ທີ່​ແປ​ວ່າ “ຍອມ​ຄົນ​ອື່ນ” ໃນ​ຢາໂກໂບ 3:17 ເປັນ​ຄຳ​ທີ່​ແປ​ຍາກ. ຜູ້​ແປ​ບາງ​ຄົນ​ເຄີຍ​ໃຊ້​ຄຳ​ຕ່າງໆ​ເຊັ່ນ: “ອ່ອນໂຍນ” “ອົດທົນ” ແລະ “ເຫັນອົກເຫັນໃຈ.” ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເປັນ​ຄົນ​ທີ່​ຍອມ​ຄົນ​ອື່ນ?

13 ຟີລິບປອຍ 4:5 ບອກ​ວ່າ: “ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ພວກ​ເຈົ້າ​ເປັນ​ຄົນ​ມີ​ເຫດຜົນ.” ຂໍ້​ນີ້​ສະແດງ​ວ່າ​ພຽງ​ແຕ່​ຄິດ​ວ່າ​ໂຕເອງ​ເປັນ​ຄົນ​ມີ​ເຫດຜົນ​ຍັງ​ບໍ່​ພໍ ແຕ່​ທີ່​ສຳຄັນ​ແມ່ນ​ຄົນ​ອື່ນ​ເບິ່ງ​ເຮົາ​ແນວ​ໃດ. ເຮົາ​ມີ​ຊື່​ສຽງ​ວ່າ​ເປັນ​ຄົນ​ມີ​ເຫດຜົນ​ບໍ. ຄົນ​ທີ່​ມີ​ເຫດຜົນ​ຈະ​ບໍ່​ຍຶດ​ໃຫ້​ທຸກ​ຢ່າງ​ເປັນ​ໄປ​ຕາມ​ກົດ​ແບບ​ເຄັ່ງ​ຄັດ​ຫຼື​ຮຽກ​ຮ້ອງ​ໃຫ້​ຄົນ​ອື່ນ​ເຮັດ​ຕາມ​ທີ່​ລາວ​ຕ້ອງການ​ສະເໝີ. ແຕ່​ລາວ​ຈະ​ເຕັມໃຈ​ຮັບ​ຟັງ​ຄົນ​ອື່ນ ແລະ​ເມື່ອ​ເຫັນ​ວ່າ​ເໝາະສົມ​ລາວ​ກໍ​ຈະ​ຍອມ​ເຮັດ​ຕາມ​ທີ່​ຄົນ​ອື່ນ​ຕ້ອງການ. ລາວ​ອ່ອນໂຍນ​ແລະ​ບໍ່​ຫຍາບ​ຄາຍ​ກັບ​ຄົນ​ອື່ນ. ເຖິງ​ວ່າ​ເລື່ອງ​ນີ້​ສຳຄັນ​ສຳລັບ​ຄລິດສະຕຽນ​ໝົດ​ທຸກ​ຄົນ ແຕ່​ສຳຄັນ​ເປັນ​ພິເສດ​ສຳລັບ​ຜູ້​ເບິ່ງແຍງ ຍ້ອນ​ວ່າ​ຖ້າ​ລາວ​ອ່ອນໂຍນ ຄົນ​ອື່ນ​ກໍ​ຢາກ​ເຂົ້າ​ຫາ​ແລະ​ລົມ​ກັບ​ລາວ​ໄດ້​ງ່າຍ. (1 ເທຊະໂລນິກ 2:7, 8) ເຮົາ​ທຸກ​ຄົນ​ຄວນ​ຖາມ​ຕົວເອງ​ວ່າ ‘ຂ້ອຍ​ມີ​ຊື່​ສຽງ​ວ່າ​ເປັນ​ຄົນ​ທີ່​ເຫັນອົກເຫັນໃຈ ເປັນ​ຄົນ​ຍອມ​ຄົນ​ອື່ນ ແລະ​ສຸພາບ​ອ່ອນໂຍນ​ບໍ?’

14. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ “ພ້ອມ​ທີ່​ຈະ​ເຊື່ອຟັງ”?

14 “ພ້ອມ​ຈະ​ເຊື່ອຟັງ.” ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ພ້ອມ​ຈະ​ເຊື່ອຟັງ” ມີ​ຢູ່​ເທື່ອ​ດຽວ​ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ. ນັກ​ວິຊາການ​ດ້ານ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ບອກ​ວ່າ ຄຳ​ນີ້ “ໃຊ້​ເລື້ອຍໆ​ກັບ​ທະຫານ​ທີ່​ພ້ອມ​ຈະ​ເຊື່ອຟັງ​ຄຳ​ສັ່ງ” ຄຳ​ນີ້​ຖ່າຍ​ທອດ​ຄວາມ​ຄິດ​ກ່ຽວກັບ​ການ​ເປັນ​ຄົນ “ບອກ​ລອນ​ສອນ​ງ່າຍ” ນຳ. ຄົນ​ທີ່​ໃຊ້​ຊີວິດ​ຕາມ​ສະຕິ​ປັນຍາ​ຂອງ​ພະເຈົ້າ​ພ້ອມ​ທີ່​ຈະ​ເຊື່ອຟັງ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້. ຄົນ​ອື່ນ​ເບິ່ງ​ວ່າ​ລາວ​ເປັນ​ຄົນ​ທີ່​ບໍ່​ໄດ້​ເອົາ​ຄວາມ​ຄິດ​ເຫັນ​ຂອງ​ໂຕເອງ​ເປັນ​ໃຫຍ່. ຖ້າ​ມີ​ຫຼັກຖານ​ທີ່​ຈະ​ແຈ້ງ​ຈາກ​ຄຳພີ​ໄບເບິນ​ທີ່​ສະແດງ​ວ່າ​ລາວ​ຕັດສິນໃຈ​ຜິດ​ຫຼື​ເຮັດ​ຫຍັງ​ຜິດ ລາວ​ພ້ອມ​ທີ່​ຈະ​ປ່ຽນ​ທັນທີ. ຄົນ​ອື່ນ​ເບິ່ງ​ວ່າ​ເຈົ້າ​ເປັນ​ຄົນ​ແບບ​ນັ້ນ​ບໍ?

“ຮູ້ສຶກ​ອີ່ຕົນ​ຄົນ​ອື່ນ ເຮັດ​ສິ່ງ​ທີ່​ດີ”

15. ຄວາມ​ເມດຕາ​ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ຈຶ່ງ​ເໝາະສົມ​ທີ່​ຢາໂກໂບ 3:17 ເວົ້າ​ເຖິງ​ການ “ຮູ້ສຶກ​ອີ່ຕົນ​ຄົນ​ອື່ນ” ກັບ​ການ “ເຮັດ​ສິ່ງ​ທີ່​ດີ” ນຳ​ກັນ?

15 “ຮູ້ສຶກ​ອີ່ຕົນ​ຄົນ​ອື່ນ ເຮັດ​ສິ່ງ​ທີ່​ດີ.” ຄວາມ​ເມດຕາ​ເປັນ​ສ່ວນ​ສຳຄັນ​ຢ່າງ​ໜຶ່ງ​ຂອງ​ສະຕິ​ປັນຍາ​ຈາກ​ພະເຈົ້າ ຍ້ອນ​ຄຳພີ​ໄບເບິນ​ບອກ​ວ່າ​ຄົນ​ທີ່​ມີ​ສະຕິ​ປັນຍາ​ຈະ “ຮູ້ສຶກ​ອີ່ຕົນ​ຄົນ​ອື່ນ.” ສັງເກດ​ວ່າ​ໃນ​ນີ້​ມີ​ການ​ເວົ້າ​ເຖິງ​ການ “ອີ່ຕົນ​ຄົນ​ອື່ນ” ກັບ​ການ “ເຮັດ​ສິ່ງ​ທີ່​ດີ” ນຳ​ກັນ. ເລື່ອງ​ນີ້​ເໝາະສົມ​ຫຼາຍ​ຍ້ອນ​ຄຳພີ​ໄບເບິນ​ສ່ວນ​ຫຼາຍ​ມັກ​ໃຊ້​ຄຳ​ວ່າ “ອີ່ຕົນ” ເພື່ອ​ອະທິບາຍ​ກ່ຽວກັບ​ຄົນ​ທີ່​ເຫັນອົກເຫັນໃຈ​ຄົນ​ອື່ນ​ແລະ​ຢາກ​ເຮັດ​ຫຼາຍ​ຢ່າງ​ເພື່ອ​ຊ່ວຍ​ຄົນ​ນັ້ນ. ວັດຈະນານຸກົມ​ຫົວ​ໜຶ່ງ​ອະທິບາຍ​ຄວາມ​ໝາຍ​ຂອງ​ຄຳ​ອີ່ຕົນ​ວ່າ “ເປັນ​ຄວາມ​ຮູ້ສຶກ​ໂສກເສົ້າ​ເມື່ອ​ເຫັນ​ບາງ​ຄົນ​ເຈິ​ເລື່ອງ​ທີ່​ໜັກໆ ແລະ​ພະຍາຍາມ​ທີ່​ຈະ​ເຮັດ​ບາງ​ຢ່າງ​ເພື່ອ​ຊ່ວຍ​ຄົນ​ນັ້ນ.” ດັ່ງນັ້ນ ຄົນ​ທີ່​ມີ​ສະຕິ​ປັນຍາ​ຂອງ​ພະເຈົ້າ​ຈະ​ບໍ່​ໄດ້​ສົນໃຈ​ແຕ່​ຂໍ້ມູນ​ທີ່​ເປັນ​ຄວາມ​ຈິງ​ເທົ່າ​ນັ້ນ ແຕ່​ລາວ​ຈະ​ສົນໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ນຳ. ລາວ​ຈະ​ສະແດງ​ຄວາມ​ເມດຕາ​ແລະ​ເຫັນອົກເຫັນໃຈ​ຄົນ​ອື່ນ. ແລ້ວ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ອີ່ຕົນ​ຄົນ​ອື່ນ​ໄດ້​ແນວ​ໃດ?

16, 17. (ກ) ນອກ​ຈາກ​ຄວາມ​ຮັກ​ຕໍ່​ພະເຈົ້າ​ແລ້ວ ຍັງ​ມີ​ຫຍັງ​ອີກ​ທີ່​ກະຕຸ້ນ​ເຮົາ​ໃຫ້​ມີ​ສ່ວນ​ໃນ​ວຽກ​ປະກາດ ແລະ​ເປັນ​ຫຍັງ? (ຂ) ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ມີ​ຄວາມ​ເມດຕາ?

16 ວິທີ​ໜຶ່ງ​ທີ່​ສຳຄັນ​ແມ່ນ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ກັບ​ຄົນ​ອື່ນ. ແມ່ນ​ຫຍັງ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ວຽກ​ນີ້? ສິ່ງ​ທຳອິດ​ແມ່ນ​ຍ້ອນ​ເຮົາ​ຮັກ​ພະເຈົ້າ ແລະ​ຍ້ອນ​ເຮົາ​ອີ່ຕົນ​ຄົນ​ອື່ນ​ນຳ. (ມັດທາຍ 22:37-39) ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້ “ຖືກ​ປະຖິ້ມ​ແລະ​ມີ​ບາດ​ເຕັມ​ໂຕ​ຄື​ກັບ​ແກະ​ທີ່​ບໍ່​ມີ​ຄົນ​ລ້ຽງ.” (ມັດທາຍ 9:36) ພວກ​ຫົວໜ້າ​ສາສະໜາ​ບໍ່​ໄດ້​ສົນໃຈ​ແລະ​ປິດ​ຫູ​ປິດ​ຕາ​ປະຊາຊົນ​ບໍ່​ໃຫ້​ຮູ້​ຄວາມ​ຈິງ​ຈາກ​ຄຳສອນ​ຂອງ​ພະເຈົ້າ. ເຂົາເຈົ້າ​ເລີຍ​ບໍ່​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ສະຕິ​ປັນຍາ​ຂອງ​ພະເຈົ້າ​ແລະ​ບໍ່​ຮູ້​ສິ່ງ​ດີ​ຕ່າງໆ​ທີ່​ການ​ປົກຄອງ​ຂອງ​ເພິ່ນ​ຈະ​ເຮັດ​ໃຫ້​ເກີດຂຶ້ນ​ຢູ່​ໂລກ​ນີ້. ເມື່ອ​ເຮົາ​ສຳນຶກ​ວ່າ​ມີ​ຫຼາຍ​ຄົນ​ຈຳເປັນ​ຕ້ອງ​ໄດ້​ຍິນ​ຂ່າວ​ດີ ເຮົາ​ກໍ​ແຮ່ງ​ຮູ້ສຶກ​ອີ່ຕົນ​ເຂົາເຈົ້າ​ແລະ​ຢາກ​ຈະ​ພະຍາຍາມ​ເຮັດ​ທຸກ​ສິ່ງ​ເພື່ອ​ຈະ​ບອກ​ເຂົາເຈົ້າ​ເລື່ອງ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ.

ເມື່ອ​ເຮົາ​ອີ່ຕົນ​ຫຼື​ເຫັນອົກເຫັນໃຈ​ຄົນ​ອື່ນສະແດງ​ວ່າ​ເຮົາ​ມີ “ສະຕິ​ປັນຍາ​ຈາກ​ພະເຈົ້າ”

17 ມີ​ວິທີ​ອື່ນ​ອີກ​ບໍ​ທີ່​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ອີ່ຕົນ​ຄົນ​ອື່ນ? ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ປຽບທຽບ​ຂອງ​ພະ​ເຢຊູ​ເລື່ອງ​ຄົນ​ຊາມາເຣຍ​ທີ່​ເຈິ​ຜູ້​ຊາຍ​ຄົນ​ໜຶ່ງ​ນອນ​ຢູ່​ແຄມ​ທາງ​ຍ້ອນ​ຖືກ​ປຸ້ນ​ແລະ​ຖືກ​ຕີ. ເມື່ອ​ຄົນ​ຊາມາເຣຍ​ເຫັນ​ຜູ້​ນັ້ນ ລາວ​ກໍ​ຮູ້ສຶກ​ອີ່ຕົນ​ແລະ​ໄດ້ “ຊ່ວຍ​ເຫຼືອ” ໂດຍ​ພັນ​ບາດ​ໃຫ້​ຄົນ​ຖືກ​ຕີ​ແລະ​ໄດ້​ເບິ່ງແຍງ​ລາວ​ຢ່າງ​ດີ. (ລູກາ 10:29-37) ເລື່ອງ​ນີ້​ເປັນ​ຕົວຢ່າງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ອີ່ຕົນ​ກ່ຽວ​ຂ້ອງ​ກັບ​ການ​ລົງມື​ເຮັດ​ໂດຍ​ຊ່ວຍ​ເຫຼືອ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ. ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ “ເຮັດ​ດີ​ກັບ​ທຸກ​ຄົນ ໂດຍ​ສະເພາະ​ກັບ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ.” (ຄາລາເຕຍ 6:10) ລອງ​ຄິດ​ເຖິງ​ບາງ​ຢ່າງ​ທີ່​ເຈົ້າ​ອາດ​ເຮັດ​ໄດ້ ເຊັ່ນ: ພີ່ນ້ອງ​ທີ່​ສູງ​ອາຍຸ​ອາດ​ຈຳເປັນ​ຕ້ອງ​ມີ​ຄົນ​ໄປ​ຮັບ​ໄປ​ສົ່ງ​ສຳລັບ​ການ​ປະຊຸມ ແມ່​ໝ້າຍ​ໃນ​ປະຊາຄົມ​ອາດ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ສ້ອມ​ແປງ​ເຮືອນ​ຂອງ​ລາວ (ຢາໂກໂບ 1:27) ຄົນ​ທີ່​ທໍ້ໃຈ​ອາດ​ຕ້ອງການ “ຄຳເວົ້າ​ດີໆ” ເພື່ອ​ຈະ​ມີ​ກຳລັງ​ໃຈ. (ສຸພາສິດ 12:25) ເມື່ອ​ເຮົາ​ສະແດງ​ຄວາມ​ເມດຕາ​ຫຼື​ອີ່ຕົນ​ຄົນ​ໃນ​ວິທີ​ຕ່າງໆ​ແບບ​ນີ້ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ໃຊ້​ຊີວິດ​ຕາມ​ສະຕິ​ປັນຍາ​ຈາກ​ພະເຈົ້າ​ແທ້ໆ.

“ບໍ່​ລຳອຽງ ແລະ​ບໍ່​ໜ້າ​ຊື່​ໃຈ​ຄົດ”

18. ຖ້າ​ເຮົາ​ໃຊ້​ຊີວິດ​ຕາມ​ສະຕິ​ປັນຍາ​ທີ່​ມາ​ຈາກ​ພະເຈົ້າ ເຮົາ​ຈະ​ກຳຈັດ​ຫຍັງ​ອອກ​ຈາກ​ຫົວໃຈ​ຂອງ​ເຮົາ ແລະ​ຍ້ອນຫຍັງ?

18 “ບໍ່​ລຳອຽງ.” ສະຕິ​ປັນຍາ​ຈາກ​ພະເຈົ້າ​ຊ່ວຍ​ເຮົາ​ບໍ່​ໃຫ້​ຄິດ​ວ່າ​ເຮົາ​ດີ​ກວ່າ​ຄົນ​ອື່ນ​ທີ່​ມີ​ເຊື້ອ​ຊາດ​ຫຼື​ສີ​ຜິວ​ຕ່າງ​ຈາກ​ເຮົາ. ຖ້າ​ເຮົາ​ໃຊ້​ຊີວິດ​ຕາມ​ສະຕິ​ປັນຍາ​ຈາກ​ພະເຈົ້າ ເຮົາ​ກໍ​ຈະ​ພະຍາຍາມ​ກຳຈັດ​ຄວາມ​ລຳອຽງ​ບໍ່​ໃຫ້​ມີ​ຢູ່​ໃນ​ໃຈ​ເຮົາ. (ຢາໂກໂບ 2:9) ເຮົາ​ຈະ​ບໍ່​ເຮັດ​ດີ​ແຕ່​ກັບ​ຄົນ​ທີ່​ມີ​ການ​ສຶກສາ ຄົນ​ລວຍ ຫຼື​ຄົນ​ທີ່​ເຮັດ​ໜ້າທີ່​ຮັບ​ຜິດ​ຊອບ​ໃນ​ປະຊາຄົມ​ເທົ່າ​ນັ້ນ. ເຮົາ​ຈະ​ບໍ່​ດູຖູກ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຂອງ​ເຮົາ​ເຖິງ​ຈະ​ເບິ່ງ​ຄື​ວ່າ​ລາວ​ບໍ່​ໄດ້​ເປັນ​ຄົນ​ທີ່​ສຳຄັນ​ຫຍັງ. ຖ້າ​ພະ​ເຢໂຫວາ​ເປີດ​ໂອກາດ​ໃຫ້​ເຂົາເຈົ້າ​ໄດ້​ຮັບ​ຄວາມ​ຮັກ​ຂອງ​ເພິ່ນ​ແລ້ວ ເຮົາ​ກໍ​ຄວນ​ຈະ​ຮັກ​ເຂົາເຈົ້າ​ຄື​ກັນ.

19, 20. (ກ) ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ໜ້າ​ຊື່​ໃຈ​ຄົດ” ມາ​ຈາກ​ຫຍັງ? (ຂ) ເຮົາ​ຈະ​ສະແດງ​ວ່າ​ເຮົາ “ມີ​ຄວາມ​ຮັກ​ຢ່າງ​ຈິງໃຈ​ແບບ​ພີ່ນ້ອງ” ໂດຍ​ວິທີ​ໃດ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?

19 “ບໍ່​ໜ້າ​ຊື່​ໃຈ​ຄົດ.” ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ໜ້າ​ຊື່​ໃຈ​ຄົດ” ອາດ​ໝາຍເຖິງ “ນັກ​ສະແດງ​ເທິງ​ເວທີ.” ໃນ​ສະໄໝ​ກ່ອນ ນັກ​ສະແດງ​ກຣີກ​ແລະ​ໂຣມ​ຈະ​ໃສ່​ໜ້າ​ກາກ​ຂະໜາດ​ໃຫຍ່​ຕອນ​ສະແດງ​ຢູ່​ເທິງ​ເວທີ. ດັ່ງນັ້ນ ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ໜ້າ​ຊື່​ໃຈ​ຄົດ” ຈຶ່ງ​ໃຊ້​ກັບ​ຄົນ​ທີ່​ທຳທ່າ​ເຮັດ​ຫຼື​ຄົນ​ທີ່​ພະຍາຍາມ​ຫຼອກລວງ​ຄົນ​ອື່ນ. ຖ້າ​ເຮົາ​ມີ​ສະຕິ​ປັນຍາ​ຂອງ​ພະເຈົ້າ ເຮົາ​ກໍ​ຈະ​ບໍ່​ເຮັດ​ແບບ​ນັ້ນ​ກັບ​ພີ່ນ້ອງ​ຂອງ​ເຮົາ ແລະ​ສະຕິ​ປັນຍາ​ນີ້​ຍັງ​ມີ​ຜົນ​ກັບ​ຄວາມ​ຮູ້ສຶກ​ທີ່​ເຮົາ​ມີ​ຕໍ່​ເຂົາເຈົ້າ​ນຳ.

20 ອັກຄະສາວົກ​ເປໂຕ​ບອກ​ວ່າ ການ​ທີ່​ເຮົາ “ເຊື່ອຟັງ​ຄວາມ​ຈິງ” ຄວນ​ເຮັດ​ໃຫ້​ເກີດ “ມີ​ຄວາມ​ຮັກ​ຢ່າງ​ຈິງໃຈ​ແບບ​ພີ່ນ້ອງ.” (1 ເປໂຕ 1:22) ແມ່ນ​ແລ້ວ ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພີ່ນ້ອງ​ຕ້ອງ​ບໍ່​ໄດ້​ເຫັນ​ແຕ່​ທາງ​ນອກ​ເທົ່າ​ນັ້ນ. ເຮົາ​ຈະ​ບໍ່​ທຳທ່າ​ເຮັດ​ຄື​ວ່າ​ຮັກ​ພີ່ນ້ອງ​ເພື່ອ​ເຮັດ​ໃຫ້​ຄົນ​ອື່ນ​ປະທັບໃຈ. ຄວາມ​ຮັກ​ຂອງ​ເຮົາ​ຕ້ອງ​ເປັນ​ແບບ​ທີ່​ອອກ​ມາ​ຈາກ​ໃຈ​ແທ້ໆ. ຖ້າ​ເຮົາ​ເປັນ​ຄົນ​ແບບ​ນັ້ນ ພີ່ນ້ອງ​ກໍ​ຈະ​ໄວ້ໃຈ​ເຮົາ​ຍ້ອນ​ເຂົາເຈົ້າ​ຈະ​ເຫັນ​ວ່າ​ເຮົາ​ຈິງໃຈ​ຕໍ່​ເຂົາເຈົ້າ. ຄວາມ​ຈິງໃຈ​ແບບ​ນີ້​ເຮັດ​ໃຫ້​ເຮົາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພີ່ນ້ອງ ແລະ​ເຮົາ​ຈະ​ຮູ້ສຶກ​ປອດໄພ​ເມື່ອ​ຢູ່​ໃນ​ປະຊາຄົມ.

“ໃຫ້​ປົກປ້ອງ​ສະຕິ​ປັນຍາ”

21, 22. (ກ) ມີ​ຫຍັງ​ທີ່​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ໂຊໂລໂມນ​ບໍ່​ໄດ້​ຮັກສາ​ສະຕິ​ປັນຍາ​ໄວ້? (ຂ) ເຮົາ​ຈະ​ຮັກສາ​ສະຕິ​ປັນຍາ​ໄວ້​ໄດ້​ແນວ​ໃດ ແລະ​ການ​ເຮັດ​ແນວ​ນີ້​ມີ​ປະໂຫຍດ​ຫຍັງ?

21 ສະຕິ​ປັນຍາ​ເປັນ​ຂອງຂວັນ​ຈາກ​ພະ​ເຢໂຫວາ. ດັ່ງນັ້ນ ເຮົາ​ຄວນ​ຮັກສາ​ໄວ້. ໂຊໂລໂມນ​ເວົ້າ​ວ່າ: “ລູກ​ເອີ້ຍ . . . ໃຫ້​ປົກປ້ອງ​ສະຕິ​ປັນຍາ​ທີ່​ໃຊ້​ໄດ້​ແທ້​ແລະ​ຄວາມ​ສາມາດ​ໃນ​ການ​ຄິດ.” (ສຸພາສິດ 3:21) ຖ້າ​ໂຊໂລໂມນ​ເຊື່ອຟັງ​ພະ​ເຢໂຫວາ​ສະເໝີ ລາວ​ກໍ​ຈະ​ມີ​ສະຕິ​ປັນຍາ. ແຕ່​ເສຍດາຍ​ທີ່​ລາວ​ບໍ່​ໄດ້​ເຮັດ​ແບບ​ນັ້ນ. ໃນ​ທີ່​ສຸດ ພວກ​ເມຍ​ຕ່າງ​ຊາດ​ຂອງ​ລາວ​ກໍ​ເຮັດ​ໃຫ້​ລາວ​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ເພິ່ນ​ຍອມຮັບ​ອີກ​ຕໍ່​ໄປ. (1 ກະສັດ 11:1-8) ສິ່ງ​ທີ່​ເກີດຂຶ້ນ​ກັບ​ໂຊໂລໂມນ​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ຮູ້​ຈະ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ​ຖ້າ​ເຮົາ​ບໍ່​ໄດ້​ເອົາ​ມັນ​ໄປ​ໃຊ້.

22 ເຮົາ​ຈະ​ຮັກສາ​ສະຕິ​ປັນຍາ​ເອົາ​ໄວ້​ໄດ້​ແນວ​ໃດ? ມີ​ແຕ່​ອ່ານ​ຄຳພີ​ໄບເບິນ​ແລະ​ປຶ້ມ​ຕ່າງໆ​ທີ່ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ກຽມ​ໃຫ້​ນັ້ນ​ຍັງ​ບໍ່​ພໍ ເຮົາ​ຕ້ອງ​ພະຍາຍາມ​ເອົາ​ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ໄປ​ໃຊ້​ນຳ. (ມັດທາຍ 24:45) ເຮົາ​ມີ​ເຫດຜົນ​ຫຼາຍ​ແທ້ໆ​ທີ່​ຈະ​ເອົາ​ສະຕິ​ປັນຍາ​ຂອງ​ພະເຈົ້າ​ມາ​ໃຊ້​ໃນ​ຊີວິດ. ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ໃນ​ຕອນນີ້ ແລະ​ເຮັດ​ໃຫ້​ເຮົາ “ຍຶດ​ໝັ້ນ​ກັບ​ຄວາມ​ຫວັງ​ເລື່ອງ​ຊີວິດ​ແທ້​ໄວ້” ເຊິ່ງ​ເປັນ​ຊີວິດ​ໃນ​ໂລກ​ໃໝ່​ຂອງ​ພະເຈົ້າ. (1 ຕີໂມທຽວ 6:19) ສິ່ງ​ສຳຄັນ​ທີ່​ສຸດ ການ​ເອົາ​ສະຕິ​ປັນຍາ​ຈາກ​ພະເຈົ້າ​ໄປ​ໃຊ້​ຈະ​ເຮັດ​ໃຫ້​ເຮົາ​ໃກ້ຊິດ​ຫຼາຍ​ຂຶ້ນ​ກັບ​ພະ​ເຢໂຫວາ​ຜູ້​ໃຫ້​ສະຕິ​ປັນຍາ​ທັງໝົດ.

a ຕາມ 1 ກະສັດ 3:16 ບອກ​ວ່າ​ຜູ້​ຍິງ 2 ຄົນ​ນີ້​ເປັນ​ໂສເພນີ. ປຶ້ມການເຂົ້າໃຈພະຄຳພີຢ່າງເລິກເຊິ່ງ (Insight on the Scriptures) ບອກ​ວ່າ: “ຜູ້​ຍິງ 2 ຄົນ​ນີ້​ອາດ​ເປັນ​ໂສເພນີ ແຕ່​ບໍ່​ໄດ້​ຂາຍ​ບໍລິການ​ເປັນ​ອາຊີບ. ເຂົາເຈົ້າ​ມີ​ລູກ​ໂດຍ​ບໍ່​ໄດ້​ແຕ່ງດອງ. ເຂົາເຈົ້າ​ອາດຈະ​ເປັນ​ຄົນ​ຢິວ ຫຼື​ບໍ່​ກໍ​ອາດ​ເປັນ​ຄົນ​ຢິວ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄົນ​ຕ່າງ​ຊາດ​ກໍ​ໄດ້.”—ຈັດພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

b ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ຄືນດີ” ໝາຍເຖິງ “ປ່ຽນ​ຈາກ​ສັດຕູ​ມາ​ເປັນ​ໝູ່ ກັບ​ມາ​ດີ​ກັນ​ຄື​ເກົ່າ ແລະ​ຟື້ນຟູ​ຄວາມ​ສຳພັນ​ໃຫ້​ກັບ​ມາ​ເປັນ​ປົກກະຕິ​ແລະ​ປອງດອງ​ກັນ.” ດັ່ງນັ້ນ ເຈົ້າ​ຄວນ​ມີ​ເປົ້າໝາຍ​ເຮັດ​ໃຫ້​ພີ່ນ້ອງ​ເຊົາ​ຄຽດ​ໃຫ້.—ໂຣມ 12:18