ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕອນ​ທີ 4

“ພະເຈົ້າ​ເປັນ​ຄວາມ​ຮັກ”

“ພະເຈົ້າ​ເປັນ​ຄວາມ​ຮັກ”

ໃນ​ຄຸນລັກສະນະ​ທັງໝົດ​ຂອງ​ພະ​ເຢໂຫວາ ຄວາມ​ຮັກ​ເປັນ​ຄຸນລັກສະນະ​ທີ່​ເດັ່ນ​ທີ່​ສຸດ ແລະ​ຄຸນລັກສະນະ​ນີ້​ເຮັດ​ໃຫ້​ເຮົາ​ຢາກ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ​ນຳ. ຕອນ​ທີ່​ເຮົາ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ສະແດງ​ຄຸນລັກສະນະ​ທີ່​ດີ​ນີ້​ແນວ​ໃດ ເຮົາ​ກໍ​ຈະ​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ບອກ​ວ່າ: “ພະເຈົ້າ​ເປັນ​ຄວາມ​ຮັກ.”—1 ໂຢຮັນ 4:8

ໃນຕອນນີ້

ບົດ​ທີ 23

“ພະເຈົ້າ​ໄດ້​ຮັກ​ພວກ​ເຮົາ​ກ່ອນ”

ຄຳເວົ້າ​ທີ່​ວ່າ “ພະເຈົ້າ​ເປັນ​ຄວາມ​ຮັກ” ໝາຍ​ຄວາມ​ວ່າ​ແນວ​ໃດ​ແທ້ໆ?

ບົດ​ທີ  24

ບໍ່​ມີ​ຫຍັງ​ຈະ “ຂັດ​ຂວາງ​ຄວາມ​ຮັກ​ທີ່​ພະເຈົ້າ​ສະແດງ​ຕໍ່​ພວກ​ເຮົາ” ໄດ້

ຢ່າ​ເຊື່ອ​ຄຳ​ຂີ້​ຕົວະ​ທີ່​ວ່າ​ພະເຈົ້າ​ບໍ່​ຮັກ​ຫຼື​ບໍ່​ເຫັນ​ຄ່າເຈົ້າ.

ບົດ​ທີ 25

ພະເຈົ້າ “ອີ່ຕົນ” ເຮົາ

ພະເຈົ້າ​ມີ​ຄວາມ​ອີ່ຕົນ​ພວກ​ລູກ​ຂອງ​ເພິ່ນ​ຫຼາຍ​ກວ່າ​ທີ່​ແມ່​ອີ່ຕົນ​ລູກ​ຂອງ​ລາວ​ແນວ​ໃດ?

ບົດ​ທີ 26

ພະເຈົ້າ “ພ້ອມ​ຈະ​ໃຫ້​ອະໄພ”

ຖ້າ​ພະເຈົ້າ​ມີ​ຄວາມ​ຈື່​ຈຳ​ທີ່​ສົມບູນ​ແບບ ເພິ່ນ​ຈະ​ໃຫ້​ອະໄພ​ແລະ​ລືມ​ຄວາມ​ຜິດ​ເຮົາ​ໄດ້​ແນວ​ໃດ?

ບົດ​ທີ 27

‘ພະ​ເຢໂຫວາ​ດີ​ແທ້ໆ’

ຄວາມ​ດີ​ຂອງ​ພະເຈົ້າ​ໝາຍເຖິງ​ຫຍັງ?

ບົດ​ທີ 28

“ພະອົງ​ຜູ້​ດຽວ​ພັກດີ”

ເປັນ​ຫຍັງ​ຄວາມ​ພັກດີ​ຂອງ​ພະເຈົ້າ​ຈຶ່ງ​ດີ​ກວ່າ​ຄວາມ​ສັດຊື່​ຂອງ​ເພິ່ນ?

ບົດ​ທີ 29

“ຮູ້​ຈັກ​ຄວາມ​ຮັກ​ຂອງ​ພະຄລິດ”

ພະ​ເຢຊູ​ຮຽນ​ແບບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ໃນ 3 ດ້ານ​ໄດ້​ຢ່າງ​ສົມບູນ​ແບບ.

ບົດ​ທີ 30

“ໃຊ້​ຊີວິດ​ດ້ວຍ​ຄວາມ​ຮັກ​ຕໍ່​ໄປ”

ປຶ້ມ 1 ໂກຣິນໂທ​ເນັ້ນ​ວ່າ​ເຮົາ​ສາມາດ​ສະແດງ​ຄວາມ​ຮັກ​ໄດ້​ໃນ​ຫຼາຍ​ວິທີ.