ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 23

“ພະເຈົ້າ​ໄດ້​ຮັກ​ພວກ​ເຮົາ​ກ່ອນ”

“ພະເຈົ້າ​ໄດ້​ຮັກ​ພວກ​ເຮົາ​ກ່ອນ”

1-3. ມີ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ການ​ຕາຍ​ຂອງ​ພະ​ເຢຊູ​ແຕກຕ່າງ​ຈາກ​ການ​ຕາຍ​ຂອງ​ຄົນ​ອື່ນ?

 ມີ​ມື້​ໜຶ່ງ​ໃນ​ລະດູ​ໃບ​ໄມ້​ປົ່ງ​ເຊິ່ງ​ເກືອບ 2.000 ປີ​ມາ​ແລ້ວ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ທັງໆ​ທີ່​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ແລ້ວ​ລາວ​ກໍ​ຖືກ​ຂ້າ​ຢ່າງ​ທໍລະມານ. ທີ່ຈິງ ບໍ່​ໄດ້​ມີ​ແຕ່​ລາວ​ຄົນ​ດຽວ​ທີ່​ເຈິ​ເລື່ອງ​ໂຫດ​ຮ້າຍ​ແລະ​ບໍ່​ຍຸຕິທຳ​ແບບ​ນີ້. ແຕ່​ການ​ຕາຍ​ຂອງ​ລາວ​ມີ​ບາງ​ຢ່າງ​ທີ່​ບໍ່​ຄື​ກັບ​ຄົນ​ອື່ນ.

2 ບໍ່​ເທົ່າ​ໃດ​ຊົ່ວໂມງ​ກ່ອນ​ທີ່​ຜູ້​ຊາຍ​ຄົນ​ນີ້​ຈະ​ຕາຍ ມີ​ບາງ​ຢ່າງ​ທີ່​ແປກ​ແທ້ໆ​ເກີດຂຶ້ນ​ຢູ່​ທ້ອງຟ້າ​ເຊິ່ງ​ເຮັດ​ໃຫ້​ຄົນ​ທີ່​ຢູ່​ຫັ້ນ​ຮູ້​ວ່າ​ສິ່ງ​ທີ່​ເກີດຂຶ້ນ​ນີ້​ເປັນ​ເຫດການ​ທີ່​ສຳຄັນ. ເຖິງ​ວ່າ​ຕອນ​ນັ້ນ​ເປັນ​ຕອນ​ທ່ຽງ ຢູ່​ບໍ່​ຢູ່​ທ້ອງຟ້າ​ກໍ​ມືດ​ຄື​ກັບ​ຕອນ​ກາງຄືນ​ເລີຍ. ຜູ້​ຂຽນ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ເວົ້າ​ວ່າ: “ບໍ່​ມີ​ແສງ​ຕາເວັນ.” (ລູກາ 23:44, 45) ແລ້ວ​ກ່ອນ​ທີ່​ຜູ້​ຊາຍ​ຄົນ​ນີ້​ຈະ​ຕາຍ ລາວ​ໄດ້​ເວົ້າ​ຄຳ​ໜຶ່ງ​ທີ່​ໜ້າສົນໃຈ​ທີ່​ວ່າ: “ສຳເລັດ​ແລ້ວ”! ທີ່ຈິງ ການ​ເສຍ​ສະລະ​ຊີວິດ​ຂອງ​ລາວ​ເຮັດ​ໃຫ້​ມີ​ສິ່ງ​ດີໆ​ເກີດຂຶ້ນ​ແລະ​ເປັນ​ການ​ສະແດງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ເທົ່າ​ທີ່​ມະນຸດ​ເຄີຍ​ໄດ້​ເຮັດ.—ໂຢຮັນ 15:13; 19:30

3 ຜູ້​ຊາຍ​ຄົນ​ນີ້​ແມ່ນ​ພະ​ເຢຊູ​ຄລິດ. ຄົນ​ທົ່ວ​ໂລກ​ຮູ້​ວ່າ​ພະ​ເຢຊູ​ທົນ​ຄວາມ​ທຸກ​ທໍລະມານ​ແລະ​ຕາຍ​ໃນ​ວັນ​ທີ 14 ເດືອນ​ນີຊານ ປີ 33. ແຕ່​ມີ​ສິ່ງ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ທີ່​ເຂົາເຈົ້າ​ບໍ່​ຮູ້. ເຖິງ​ວ່າ​ພະ​ເຢຊູ​ຕ້ອງ​ທົນທຸກ ແຕ່​ມີ​ອີກ​ຜູ້​ໜຶ່ງ​ທີ່​ທົນທຸກ​ຫຼາຍ​ກວ່າ​ອີກ. ຜູ້​ນັ້ນ​ໄດ້​ເສຍ​ສະລະ​ຫຼາຍ​ແທ້ໆ​ແລະ​ໄດ້​ສະແດງ​ຄວາມ​ຮັກ​ຫຼາຍ​ກວ່າ​ທຸກ​ຄົນ. ເພິ່ນ​ໄດ້​ເຮັດ​ຫຍັງ? ຄຳ​ຕອບ​ຂອງ​ຄຳ​ຖາມ​ນີ້​ຈະ​ສອນ​ເຮົາ​ກ່ຽວກັບ​ຄຸນລັກສະນະ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ພະ​ເຢໂຫວາ​ເຊິ່ງ​ກໍ​ແມ່ນ​ຄວາມ​ຮັກ.

ການ​ສະແດງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ສຸດ

4. ແມ່ນ​ຫຍັງ​ຊ່ວຍ​ໃຫ້​ທະຫານ​ໂຣມ​ເຂົ້າໃຈ​ວ່າ​ພະ​ເຢຊູ​ບໍ່​ແມ່ນ​ຄົນ​ທຳມະດາ ແລະ​ລາວ​ເວົ້າ​ແນວ​ໃດ?

4 ທະຫານ​ໂຣມ​ຄົນ​ໜຶ່ງ​ທີ່​ເຝົ້າ​ເບິ່ງ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ຈະ​ເສຍ​ຊີວິດ​ຮູ້ສຶກ​ຕົກໃຈ​ແລະ​ຢ້ານ​ຫຼາຍ​ທີ່​ເຫັນ​ທ້ອງຟ້າ​ມືດ​ແລະ​ແຜ່ນດິນ​ໄຫວ​ທີ່​ເກີດຂຶ້ນ​ຫຼັງ​ຈາກ​ນັ້ນ. ລາວ​ເວົ້າ​ວ່າ: “ຜູ້​ນີ້​ເປັນ​ລູກ​ຂອງ​ພະເຈົ້າ​ແທ້ໆ.” (ມັດທາຍ 27:54) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢຊູ​ບໍ່​ແມ່ນ​ຄົນ​ທຳມະດາ. ທະຫານ​ຄົນ​ນັ້ນ​ມີ​ສ່ວນ​ໃນ​ການ​ຂ້າ​ລູກ​ຄົນ​ດຽວ​ຂອງ​ພະເຈົ້າ​ສູງ​ສຸດ! ແລ້ວ​ພະເຈົ້າ​ຮັກ​ລູກ​ຂອງ​ເພິ່ນ​ຫຼາຍ​ສ່ຳ​ໃດ?

5. ກ່ອນ​ທີ່​ພະ​ເຢຊູ​ຈະ​ມາ​ໂລກ​ເພິ່ນ​ຢູ່​ກັບ​ພະ​ເຢໂຫວາ​ດົນ​ປານ​ໃດ?

5 ຄຳພີ​ໄບເບິນ​ເອີ້ນ​ພະ​ເຢຊູ​ວ່າ: “ເປັນ​ຜູ້​ທຳອິດ​ທີ່​ຖືກ​ສ້າງ​ກ່ອນ​ທຸກ​ສິ່ງ.” (ໂກໂລຊາຍ 1:15) ນີ້​ໝາຍ​ຄວາມ​ວ່າ​ພະ​ເຢຊູ​ເຄີຍ​ມີ​ຊີວິດ​ຢູ່​ກ່ອນ​ທີ່​ຈະ​ມີ​ການ​ສ້າງ​ເອກະພົບ​ຂຶ້ນ​ມາ. ຖ້າ​ເປັນ​ແນວ​ນັ້ນ ເພິ່ນ​ຢູ່​ກັບ​ພໍ່​ຂອງ​ເພິ່ນ​ດົນ​ປານ​ໃດ​ກ່ອນ​ທີ່​ຈະ​ມາ​ຢູ່​ໂລກ? ນັກ​ວິທະຍາສາດ​ບາງ​ຄົນ​ເຊື່ອ​ວ່າ​ເອກະພົບ​ມີ​ອາຍຸ 13 ພັນ​ລ້ານ​ປີ. ເຮົາ​ນຶກພາບ​ອອກ​ບໍ​ວ່າ​ເວລາ​ນັ້ນ​ດົນ​ສ່ຳ​ໃດ? ເພື່ອ​ຊ່ວຍ​ໃຫ້​ເຂົ້າໃຈ​ກ່ຽວກັບ​ອາຍຸ​ຂອງ​ເອກະພົບ​ຕາມ​ທີ່​ພວກ​ນັກ​ວິທະຍາສາດ​ໄດ້​ຄິດ​ໄລ່​ໄວ້ ຫໍ​ເບິ່ງ​ດາວ​ແຫ່ງ​ໜຶ່ງ​ໄດ້​ຕິດ​ແຜນ​ພູມ​ສະແດງ​ລຳດັບ​ເວລາ​ທີ່​ຍາວ 110 ແມັດ​ໄວ້​ຕາມ​ທາງ​ຍ່າງ. ຕອນ​ທີ່​ຜູ້​ມາ​ທ່ຽວ​ຊົມ​ຍ່າງ​ເບິ່ງ​ແຜນ​ພູມ​ນັ້ນ ແຕ່​ລະບາດ​ກ້າວ​ທີ່​ລາວ​ຍ່າງ​ຈະ​ເທົ່າ​ກັບ​ອາຍຸ​ເອກະພົບ​ປະມານ 75 ລ້ານ​ປີ. ໃນ​ສ່ວນ​ທ້າຍ​ຂອງ​ແຜນ​ພູມ​ນັ້ນ ມີ​ການ​ສະແດງ​ໃຫ້​ເຫັນ​ປະຫວັດ​ສາດ​ທັງໝົດ​ຂອງ​ມະນຸດ​ດ້ວຍ​ເສັ້ນ​ຂີດ​ແຕ່​ຂີດ​ດຽວ​ເຊິ່ງ​ໜາ​ເທົ່າ​ກັບ​ເສັ້ນ​ຜົມ​ເສັ້ນ​ໜຶ່ງ! ຖ້າ​ການ​ຄິດ​ໄລ່​ນີ້​ຖືກຕ້ອງ​ກໍ​ໝາຍ​ຄວາມ​ວ່າ​ພະ​ເຢຊູ​ມີ​ຊີວິດ​ຢູ່​ໃນ​ສະຫວັນ​ກັບ​ພະ​ເຢໂຫວາ​ກ່ອນ​ທີ່​ເພິ່ນ​ຈະ​ມາ​ຢູ່​ໂລກ​ດົນ​ກວ່າ 13 ພັນ​ລ້ານ​ປີ ແລະ​ໃນ​ໄລຍະ​ເວລາ​ນັ້ນ​ເພິ່ນ​ໄດ້​ເຮັດ​ຫຍັງ​ແດ່?

6. (ກ) ກ່ອນ​ທີ່​ຈະ​ມາ​ຢູ່​ໂລກ ລູກ​ຊາຍ​ຂອງ​ພະ​ເຢໂຫວາ​ເຮັດ​ຫຍັງ​ຢູ່​ສະຫວັນ? (ຂ) ພະ​ເຢໂຫວາ​ກັບ​ລູກ​ຊາຍ​ຂອງ​ເພິ່ນ​ຜູກພັນ​ກັນ​ຫຼາຍ​ສ່ຳ​ໃດ?

6 ພະ​ເຢຊູ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ວຽກ​ເປັນ “ນາຍ​ຊ່າງ” ໃຫ້​ພໍ່​ຂອງ​ເພິ່ນ. (ສຸພາສິດ 8:30) ຄຳພີ​ໄບເບິນ​ບອກ​ວ່າ: “ບໍ່​ມີ​ຫຍັງ​ເລີຍ​ທີ່​ເກີດຂຶ້ນ​ໂດຍ​ທີ່​ພະເຈົ້າ​ບໍ່​ໄດ້​ໃຊ້​ໃຫ້​ເພິ່ນ [ລູກ​ຊາຍ] ສ້າງ.” (ໂຢຮັນ 1:3) ດັ່ງນັ້ນ ພະ​ເຢໂຫວາ​ແລະ​ລູກ​ຂອງ​ເພິ່ນ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ສ້າງ​ທຸກ​ສິ່ງ. ພະ​ເຢໂຫວາ​ກັບ​ພະ​ເຢຊູ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ເຮັດ​ວຽກ​ນຳ​ກັນ. ເຮົາ​ຮູ້​ວ່າ​ຄວາມ​ຮັກ​ລະຫວ່າງ​ພໍ່​ກັບ​ລູກ​ແໜ້ນແຟ້ນ​ຫຼາຍ ແລະ​ຄວາມ​ຮັກ “ຜູກພັນ​ຄົນ​ເຮົາ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.” (ໂກໂລຊາຍ 3:14) ຄວາມ​ຮັກ​ລະຫວ່າງ​ພະ​ເຢໂຫວາ​ກັບ​ລູກ​ຂອງ​ເພິ່ນ​ແໜ້ນແຟ້ນ​ຫຼາຍ​ກວ່າ​ທີ່​ເຮົາ​ຈະ​ເຂົ້າໃຈ​ໄດ້ ຍ້ອນ​ທັງ​ສອງ​ຢູ່​ນຳ​ກັນ​ເປັນ​ເວລາ​ດົນ​ແທ້ໆ. ເຫັນ​ໄດ້​ແຈ້ງ​ວ່າ ພະ​ເຢໂຫວາ​ພະເຈົ້າ​ແລະ​ລູກ​ຂອງ​ເພິ່ນ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ດ້ວຍ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ສຸດ.

7. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ?

7 ເຖິງ​ວ່າ​ພະ​ເຢໂຫວາ​ຮັກ​ລູກ​ຂອງ​ເພິ່ນ​ຫຼາຍ ແຕ່​ເພິ່ນ​ກໍ​ໄດ້​ສົ່ງ​ລູກ​ຜູ້​ນີ້​ໃຫ້​ມາ​ເກີດ​ຢູ່​ໂລກ. ການ​ເຮັດ​ແນວ​ນັ້ນ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ໄດ້​ຢູ່​ໃກ້ຊິດ​ກັບ​ລູກ​ທີ່​ຮັກ​ຂອງ​ເພິ່ນ​ເປັນ​ເວລາ​ດົນ​ຫຼາຍ​ສິບ​ປີ. ຕະຫຼອດ​ໄລຍະ​ນັ້ນ​ພະ​ເຢໂຫວາ​ໄດ້​ເຝົ້າ​ເບິ່ງ​ພະ​ເຢຊູ​ຈາກ​ສະຫວັນ ຕັ້ງແຕ່​ເພິ່ນ​ຍັງ​ເປັນ​ແອນ້ອຍ​ຈົນ​ໃຫຍ່​ຂຶ້ນ​ເປັນ​ມະນຸດ​ສົມບູນ​ແບບ. ແລ້ວ​ພະ​ເຢຊູ​ກໍ​ຮັບ​ບັບເຕມາ​ຕອນ​ອາຍຸ 30 ປີ. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ລູກ​ຂອງ​ເພິ່ນ? ພະ​ເຢໂຫວາ​ເວົ້າ​ຈາກ​ສະຫວັນ​ວ່າ: “ຜູ້​ນີ້​ແມ່ນ​ລູກ​ທີ່​ເຮົາ​ຮັກ. ເຮົາ​ພໍໃຈ​ລາວ​ຫຼາຍ.” (ມັດທາຍ 3:17) ເມື່ອ​ເຫັນ​ວ່າ​ພະ​ເຢຊູ​ໄດ້​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະຍາກອນ​ໄວ້ ແລະ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພໍ່​ຕ້ອງການ ພະ​ເຢໂຫວາ​ຕ້ອງ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ!—ໂຢຮັນ 5:36; 17:4

8, 9. (ກ) ພະ​ເຢຊູ​ຕ້ອງ​ເຈິ​ຫຍັງ​ແດ່​ໃນ​ວັນ​ທີ 14 ເດືອນ​ນີຊານ ປີ 33 ແລະ​ພໍ່​ຂອງ​ເພິ່ນ​ຮູ້ສຶກ​ແນວ​ໃດ? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ຍອມ​ໃຫ້​ລູກ​ຂອງ​ເພິ່ນ​ຖືກ​ທໍລະມານ​ແລະ​ຖືກ​ຂ້າ?

8 ແລ້ວ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ໃນ​ວັນ​ທີ 14 ເດືອນ​ນີຊານ ປີ 33? ເພິ່ນ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ພະ​ເຢຊູ​ຖືກ​ທໍລະຍົດ​ແລະ​ຖືກ​ຈັບ​ໃນ​ຄືນ​ນັ້ນ? ຕອນ​ທີ່​ພະ​ເຢຊູ​ຖືກ​ພວກ​ໝູ່​ຖິ້ມ​ແລະ​ຖືກ​ພິຈາລະນາ​ຄະດີ​ແບບ​ບໍ່​ຍຸຕິທຳ? ຕອນ​ທີ່​ຖືກ​ເຍາະເຍີ້ຍ ຖືກ​ຖົ່ມ​ນ້ຳ​ລາຍ​ໃສ່ ແລະ​ຖືກ​ຕີ? ຕອນ​ທີ່​ຖືກ​ຂ້ຽນ​ຈົນ​ຫຼັງ​ຈີກ​ແລະ​ເລືອດ​ອອກ? ຕອນ​ທີ່​ມື​ແລະ​ຕີນ​ຂອງ​ພະ​ເຢຊູ​ຖືກ​ຕອກ​ຕິດ​ກັບ​ເສົາ​ໄມ້​ແລະ​ປ່ອຍ​ໃຫ້​ແຂວນ​ຢູ່​ເທິງ​ເສົາ​ແລ້ວ​ຄົນ​ກໍ​ເວົ້າ​ເຍາະເຍີ້ຍ​ເພິ່ນ? ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ລູກ​ທີ່​ເພິ່ນ​ຮັກ​ຮ້ອງ​ສຽງ​ດັງ​ຫາ​ພໍ່​ດ້ວຍ​ຄວາມ​ເຈັບ​ປວດ? ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ພະ​ເຢຊູ​ຫາຍໃຈ​ບາດ​ສຸດທ້າຍ ແລະ​ນີ້​ເປັນ​ເທື່ອ​ທຳອິດ​ທີ່​ພະ​ເຢຊູ​ຈະ​ບໍ່​ມີ​ຊີວິດ​ຢູ່​ອີກ​ແລ້ວ​ຕັ້ງແຕ່​ມີ​ການ​ສ້າງ​ທຸກ​ສິ່ງ?—ມັດທາຍ 26:14-16, 46, 47, 56, 59, 67; 27:38-44, 46; ໂຢຮັນ 19:1

9 ເຮົາ​ບໍ່​ສາມາດ​ເຂົ້າໃຈ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ເຈັບ​ປວດ​ສ່ຳ​ໃດ​ຕອນ​ທີ່​ເຫັນ​ລູກ​ຂອງ​ເພິ່ນ​ຖືກ​ຂ້າ​ຢ່າງ​ທໍລະມານ. ແຕ່​ເຮົາ​ສາມາດ​ເຂົ້າໃຈ​ໄດ້​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ເລື່ອງ​ນີ້​ເກີດຂຶ້ນ. ເປັນ​ຫຍັງ​ເພິ່ນ​ຈຶ່ງ​ຍອມ​ທົນ​ກັບ​ເລື່ອງ​ນີ້? ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ຮູ້​ບາງ​ຢ່າງ​ທີ່​ດີ​ແທ້ໆ​ໃນ​ໂຢຮັນ 3:16. ຂໍ້​ຄຳພີ​ນີ້​ສຳຄັນ​ຫຼາຍ​ຈົນ​ບາງ​ຄົນ​ບອກ​ວ່າ​ເປັນ​ຂໍ້​ທີ່​ສະຫຼຸບ​ຂ່າວ​ດີ​ເລື່ອງ​ພະ​ເຢຊູ. ຂໍ້​ນີ້​ບອກ​ວ່າ: “ພະເຈົ້າ​ຮັກ​ຄົນ​ໃນ​ໂລກ​ຫຼາຍ ຈົນ​ເຖິງຂັ້ນ​ຍອມ​ສະລະ​ລູກ​ຄົນ​ດຽວ​ຂອງ​ເພິ່ນ ເພື່ອ​ທຸກ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ຜູ້​ນັ້ນ​ຈະ​ບໍ່​ຖືກ​ທຳລາຍ ແຕ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.” ດັ່ງນັ້ນ ສິ່ງ​ທີ່​ກະຕຸ້ນ​ໃຫ້​ພະ​ເຢໂຫວາ​ເຮັດ​ແບບ​ນັ້ນ​ກໍ​ແມ່ນ​ຄວາມ​ຮັກ. ພະ​ເຢໂຫວາ​ໄດ້​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ​ມາ​ທົນທຸກ​ທໍລະມານ​ແລະ​ຕາຍ​ເພື່ອ​ເຮົາ. ຂອງຂວັນ​ນີ້​ພະ​ເຢໂຫວາ​ໃຫ້​ກັບ​ເຮົາ​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ຂອງ​ເພິ່ນ​ເຊິ່ງ​ບໍ່​ເຄີຍ​ມີ​ຜູ້​ໃດ​ເຮັດ​ແບບ​ນີ້​ມາ​ກ່ອນ.

“ພະເຈົ້າ . . . ຍອມ​ສະລະ​ລູກ​ຄົນ​ດຽວ​ຂອງ​ເພິ່ນ”

ຄວາມ​ຮັກ​ແມ່ນ​ຫຍັງ?

10. ຄົນ​ເຮົາ​ຢາກ​ໄດ້​ຫຍັງ ແລະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄວາມ​ໝາຍ​ຂອງ “ຄວາມ​ຮັກ”?

10 ຄຳ​ວ່າ “ຄວາມ​ຮັກ” ໝາຍເຖິງ​ຫຍັງ? ຫຼາຍ​ຄົນ​ບອກ​ວ່າ​ຄວາມ​ຮັກ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ມະນຸດ. ຕັ້ງແຕ່​ເກີດ​ຈົນ​ຮອດ​ຕາຍ ຄົນ​ເຮົາ​ຢາກ​ໄດ້​ຄວາມ​ຮັກ. ເມື່ອ​ໄດ້​ຮັບ​ຄວາມ​ຮັກ ເຮົາ​ກໍ​ມີ​ຄວາມ​ສຸກ ແລະ​ຖ້າ​ບໍ່​ມີ​ຄວາມ​ຮັກ ເຮົາ​ກໍ​ຢູ່​ບໍ່​ໄດ້. ເຖິງ​ວ່າ​ຄວາມ​ຮັກ​ຈະ​ເປັນ​ສິ່ງ​ທີ່​ສຳຄັນ ແຕ່​ກໍ​ບໍ່​ງ່າຍ​ເລີຍ​ທີ່​ຈະ​ອະທິບາຍ​ວ່າ​ຄວາມ​ຮັກ​ໝາຍເຖິງ​ຫຍັງ​ແທ້ໆ. ແມ່ນ​ຢູ່​ທີ່​ຄົນ​ເຮົາ​ເວົ້າ​ເຖິງ​ຄວາມ​ຮັກ​ຢູ່​ເລື້ອຍໆ ມີ​ການ​ຂຽນ​ປຶ້ມ ແຕ່ງ​ເພງ ແລະ​ແຕ່ງ​ກອນ​ກ່ຽວກັບ​ຄວາມ​ຮັກ ແຕ່​ທັງໝົດ​ນີ້​ກໍ​ບໍ່​ໄດ້​ຊ່ວຍ​ໃຫ້​ເຂົ້າໃຈ​ວ່າ​ຄວາມ​ຮັກ​ໝາຍເຖິງ​ຫຍັງ​ແທ້ໆ. ຫຼາຍ​ຄົນ​ເວົ້າ​ເຖິງ​ຄວາມ​ຮັກ​ເລື້ອຍໆ​ແລະ​ໃຊ້​ກັບ​ຫຼາຍ​ຢ່າງ ເລີຍ​ເຮັດ​ໃຫ້​ຄວາມ​ໝາຍ​ຂອງ​ຄຳ​ນີ້​ເຂົ້າໃຈ​ຍາກ​ຂຶ້ນ.

11, 12. (ກ) ຄຳພີ​ໄບເບິນ​ສອນ​ເຮົາ​ແນວ​ໃດ​ເລື່ອງ​ຄວາມ​ໝາຍ​ຂອງ​ຄວາມ​ຮັກ? (ຂ) ໃນ​ພາສາ​ກຣີກ​ບູຮານ​ມີ​ຄຳ​ຫຍັງ​ແດ່​ທີ່​ໝາຍເຖິງ​ຄວາມ​ຮັກ ແລະ​ຄຳ​ໃດ​ທີ່​ມັກ​ໃຊ້​ເລື້ອຍໆ​ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ? (ເບິ່ງ​ໄຂເງື່ອນ) (ຄ) ໃນ​ຄຳພີ​ໄບເບິນ​ຄຳ​ວ່າ​ອະກາເປ ໝາຍເຖິງ​ຫຍັງ?

11 ແຕ່​ຄຳພີ​ໄບເບິນ​ສອນ​ຢ່າງ​ຈະ​ແຈ້ງ​ວ່າ​ຄວາມ​ຮັກ​ໝາຍເຖິງ​ຫຍັງ. ວັດຈະນານຸກົມ​ທີ່​ອະທິບາຍ​ຄຳພີ​ໄບເບິນ​ເຫຼັ້ມ​ໜຶ່ງ​ບອກ​ວ່າ “ຄົນ​ທີ່​ມີ​ຄວາມ​ຮັກ​ຈະ​ສະແດງ​ອອກ​ດ້ວຍ​ການ​ກະທຳ.” ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ​ກັບ​ມະນຸດ​ແນວ​ໃດ. ລອງ​ຄິດ​ເບິ່ງ ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ຕໍ່​ເຮົາ​ໂດຍ​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ​ມາ​ຕາຍ​ເພື່ອ​ເຮົາ. ເລື່ອງ​ນີ້​ສອນ​ໃຫ້​ເຮົາ​ຮູ້​ແຈ້ງ​ເລີຍ​ວ່າ​ຄວາມ​ຮັກ​ແມ່ນ​ຫຍັງ. ໃນ​ບົດ​ຕໍ່ໆ​ໄປ​ເຮົາ​ຈະ​ເຫັນ​ຕົວຢ່າງ​ອີກ​ຫຼາຍ​ເລື່ອງ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ແນວ​ໃດ. ນອກ​ຈາກ​ນັ້ນ ເຮົາ​ຈະ​ໄດ້​ຮຽນ​ນຳ​ວ່າ​ຄຳ​ພາສາ​ດັ້ງເດີມ​ທີ່​ແປ​ວ່າ “ຄວາມ​ຮັກ” ທີ່​ໃຊ້​ໃນ​ຄຳພີ​ໄບເບິນ​ໝາຍເຖິງ​ຫຍັງ. ໃນ​ພາສາ​ກຣີກ​ບູຮານ​ມີ 4 ຄຳ​ທີ່​ແປ​ວ່າ “ຄວາມ​ຮັກ.” a ແຕ່​ມີ​ຄຳ​ໜຶ່ງ​ທີ່​ໃຊ້​ເລື້ອຍໆ​ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ແມ່ນ​ອະກາເປ. ວັດຈະນານຸກົມ​ອະທິບາຍ​ຄຳພີ​ໄບເບິນ​ເຫຼັ້ມ​ໜຶ່ງ​ບອກ​ວ່າ​ຄຳ​ນີ້ “ອະທິບາຍ​ຄວາມ​ຮັກ​ໃນ​ແບບ​ທີ່​ມີ​ພະລັງ​ຫຼາຍ​ທີ່​ສຸດ.” ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ?

12 ໃນ​ຄຳພີ​ໄບເບິນ​ຄຳ​ວ່າ​ອະກາເປ ໝາຍເຖິງ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ໂຕ​ທີ່​ມີ​ພື້ນຖານ​ຈາກ​ຫຼັກການ​ຂອງ​ພະເຈົ້າ. ດັ່ງນັ້ນ ຄວາມ​ຮັກ​ນີ້​ຈຶ່ງ​ບໍ່​ໄດ້​ເປັນ​ແຕ່​ຄວາມ​ຮູ້ສຶກ​ທີ່​ເຮົາ​ມີ​ກັບ​ບາງ​ຄົນ​ທີ່​ໜ້າ​ຮັກ​ຫຼື​ເຮັດ​ດີ​ກັບ​ເຮົາ​ເທົ່າ​ນັ້ນ. ມີ​ການ​ໃຊ້​ຄຳ​ນີ້​ໃນ​ຄວາມ​ໝາຍ​ທີ່​ກວ້າງ​ກວ່າ​ເຊິ່ງ​ກໍ​ແມ່ນ​ຄວາມ​ຮັກ​ທີ່​ເກີດ​ຈາກ​ຄວາມ​ຄິດ​ແລະ​ຄວາມ​ຕັ້ງໃຈ​ຂອງ​ເຮົາ. ດັ່ງນັ້ນ ຄລິດສະຕຽນ​ຄວນ​ສະແດງ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ໂຕ​ໂດຍ​ຮັກ​ຄົນ​ອື່ນ​ຫຼາຍ​ກວ່າ​ຮັກ​ໂຕເອງ. ໃຫ້​ເຮົາ​ມາ​ເບິ່ງ​ໂຢຮັນ 3:16 ອີກ​ເທື່ອ​ໜຶ່ງ. ຄຳ​ວ່າ “ໂລກ” ທີ່​ພະເຈົ້າ​ຮັກ​ຫຼາຍ​ຈົນ​ເຖິງຂັ້ນ​ຍອມ​ສະລະ​ລູກ​ຄົນ​ດຽວ​ຂອງ​ເພິ່ນ​ໃນ​ຂໍ້​ນີ້​ໝາຍເຖິງ​ຫຍັງ? ໂລກ​ໃນ​ຂໍ້​ນີ້​ໝາຍເຖິງ​ມະນຸດ​ທຸກ​ຄົນ​ທີ່​ອາດ​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່​ຂອງ​ພະ​ເຢຊູ​ເຊິ່ງ​ລວມ​ເຖິງ​ຄົນ​ຈຳນວນ​ຫຼາຍ​ທີ່​ຍັງ​ໃຊ້​ຊີວິດ​ໃນ​ແບບ​ທີ່​ພະເຈົ້າ​ບໍ່​ພໍໃຈ. ພະ​ເຢໂຫວາ​ຮັກ​ມະນຸດ​ແຕ່​ລະ​ຄົນ​ຄື​ໝູ່​ສະໜິດ​ແບບ​ທີ່​ເພິ່ນ​ຮັກ​ອັບຣາຮາມ​ຜູ້​ສັດຊື່​ບໍ? (ຢາໂກໂບ 2:23) ບໍ່. ແຕ່​ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ​ກັບ​ເຮົາ​ທຸກ​ຄົນ​ເຖິງ​ວ່າ​ເພິ່ນ​ເອງ​ຕ້ອງ​ເສຍ​ສະລະ​ຫຼາຍ​ອີ່ຫຼີ. ພະ​ເຢໂຫວາ​ຢາກ​ໃຫ້​ທຸກ​ຄົນ​ກັບໃຈ​ແລະ​ປ່ຽນແປງ​ໂຕເອງ. (2 ເປໂຕ 3:9) ຫຼາຍ​ຄົນ​ໄດ້​ເຮັດ​ແບບ​ນັ້ນ ແລະ​ເພິ່ນ​ກໍ​ຍິນດີ​ໃຫ້​ເຂົາເຈົ້າ​ມາ​ເປັນ​ໝູ່​ກັບ​ເພິ່ນ.

13, 14. ແມ່ນ​ຫຍັງ​ສະແດງ​ວ່າ​ຄວາມ​ຮັກ​ທີ່​ຄລິດສະຕຽນ​ມີ​ຕໍ່​ກັນ​ເປັນ​ຄວາມ​ຮູ້ສຶກ​ອົບອຸ່ນ?

13 ບາງ​ຄົນ​ເຂົ້າໃຈ​ຜິດ​ວ່າ​ອະກາເປ ທີ່​ໃຊ້​ໃນ​ຄຳພີ​ໄບເບິນ​ໝາຍເຖິງ​ຄວາມ​ຮັກ​ແບບ​ເຢັນ​ຊາ​ແລະ​ບໍ່​ມີ​ຄວາມ​ຮູ້ສຶກ. ແຕ່​ຄວາມ​ຮັກ​ທີ່​ຄລິດສະຕຽນ​ມີ​ຕໍ່​ກັນ​ເປັນ​ຄວາມ​ຮູ້ສຶກ​ທີ່​ອົບອຸ່ນ. ຕົວຢ່າງ​ເຊັ່ນ ເມື່ອ​ໂຢຮັນ​ຂຽນ​ວ່າ: “ພະເຈົ້າ​ຜູ້​ເປັນ​ພໍ່​ຮັກ​ລູກ​ຂອງ​ເພິ່ນ” ລາວ​ໄດ້​ໃຊ້​ຄຳ​ອະກາເປ. ຄຳ​ນີ້​ເປັນ​ຄວາມ​ຮັກ​ທີ່​ບໍ່​ມີ​ຄວາມ​ຮູ້ສຶກ​ບໍ? ບໍ່​ແມ່ນ. ຂໍ​ໃຫ້​ສັງເກດ​ຄຳເວົ້າ​ຂອງ​ພະ​ເຢຊູ​ໃນ​ໂຢຮັນ 5:20 ທີ່​ວ່າ: “ເພິ່ນ​ຮັກ​ລູກ​ຂອງ​ເພິ່ນ​ຫຼາຍ.” ຄຳ​ທີ່​ໃຊ້​ໃນ​ຂໍ້​ນີ້​ແມ່ນ​ຟິເລໂອ ທີ່​ໝາຍເຖິງ​ຄວາມ​ຮັກ​ທີ່​ອົບອຸ່ນ​ແລະ​ເລິກ​ເຊິ່ງ​ຕໍ່​ກັນ. (ໂຢຮັນ 3:35; 5:20) ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ແຕ່​ຄວາມ​ຮູ້ສຶກ​ເທົ່າ​ນັ້ນ ແຕ່​ມີ​ພື້ນຖານ​ຈາກ​ຫຼັກການ​ທີ່​ສະຫຼາດ​ແລະ​ຍຸຕິທຳ​ສະເໝີ.

14 ຄື​ກັບ​ທີ່​ເຮົາ​ໄດ້​ລົມ​ກັນ​ແລ້ວ ຄຸນລັກສະນະ​ທັງໝົດ​ຂອງ​ພະ​ເຢໂຫວາ​ນັ້ນ​ດີ​ແທ້ໆ ສົມບູນແບບ ແລະ​ເຮັດ​ໃຫ້​ເຮົາ​ຢາກ​ໃກ້ຊິດ​ກັບ​ເພິ່ນ. ຄວາມ​ຮັກ​ຍັງ​ເປັນ​ຄຸນລັກສະນະ​ທີ່​ເດັ່ນ​ທີ່​ສຸດ​ຂອງ​ເພິ່ນ​ນຳ. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ແນວ​ໃດ?

“ພະເຈົ້າ​ເປັນ​ຄວາມ​ຮັກ”

15. ຄຳພີ​ໄບເບິນ​ເວົ້າ​ເຖິງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ໃນ​ແບບ​ທີ່​ແຕກຕ່າງ​ຈາກ​ຄຸນລັກສະນະ​ອື່ນໆ​ຂອງ​ເພິ່ນ​ແນວ​ໃດ? (ເບິ່ງ​ໄຂເງື່ອນ)

15 ຄຳພີ​ໄບເບິນ​ເວົ້າ​ເຖິງ​ຄວາມ​ຮັກ​ໃນ​ແບບ​ທີ່​ແຕກຕ່າງ​ຈາກ​ຄຸນລັກສະນະ​ອື່ນໆ​ຂອງ​ພະ​ເຢໂຫວາ. ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ພະເຈົ້າ​ເປັນ​ລິດເດດ ເປັນ​ຄວາມ​ຍຸຕິທຳ ຫຼື​ເປັນ​ສະຕິ​ປັນຍາ ແຕ່​ບອກ​ວ່າ​ເພິ່ນ​ມີ​ຄຸນລັກສະນະ​ທັງ​ສາມ​ຢ່າງ​ນີ້. ຄຸນລັກສະນະ​ເຫຼົ່າ​ນີ້​ມາ​ຈາກ​ເພິ່ນ ແລະ​ບໍ່​ມີ​ໃຜ​ສະແດງ​ຄຸນລັກສະນະ​ທັງໝົດ​ນີ້​ໄດ້​ດີ​ເທົ່າ​ກັບ​ເພິ່ນ. ແຕ່​ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ບາງ​ຢ່າງ​ທີ່​ພິເສດ​ກ່ຽວກັບ​ຄຸນລັກສະນະ​ທີ 4 ວ່າ: “ພະເຈົ້າ​ເປັນ​ຄວາມ​ຮັກ.” b (1 ໂຢຮັນ 4:8) ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ?

16-18. (ກ) ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ເວົ້າ​ວ່າ: “ພະເຈົ້າ​ເປັນ​ຄວາມ​ຮັກ”? (ຂ) ເປັນ​ຫຍັງ​ຈຶ່ງ​ເໝາະສົມ​ທີ່​ໃຊ້​ມະນຸດ​ເປັນ​ສັນຍະລັກ​ໃນ​ການ​ສະແດງ​ເຖິງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ?

16 ຄຳ​ວ່າ “ພະເຈົ້າ​ເປັນ​ຄວາມ​ຮັກ” ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄວາມ​ຮັກ​ແລະ​ພະເຈົ້າ​ເປັນ​ສິ່ງ​ດຽວ​ກັນ. ເຮົາ​ເວົ້າ​ບໍ່​ໄດ້​ວ່າ “ຄວາມ​ຮັກ​ເປັນ​ພະເຈົ້າ” ຍ້ອນ​ພະ​ເຢໂຫວາ​ເປັນ​ຫຼາຍ​ກວ່າ​ນັ້ນ. ເພິ່ນ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຄິດ ມີ​ຄວາມ​ຮູ້ສຶກ ແລະ​ມີ​ຄຸນລັກສະນະ​ຫຼາຍ​ຢ່າງ ບໍ່​ໄດ້​ມີ​ແຕ່​ຄວາມ​ຮັກ​ຢ່າງ​ດຽວ. ເຖິງ​ວ່າ​ຈະ​ເປັນ​ແນວ​ນັ້ນ ຄວາມ​ຮັກ​ກໍ​ເປັນ​ຄຸນລັກສະນະ​ເດັ່ນ​ຂອງ​ເພິ່ນ. ວັດຈະນານຸກົມ​ທີ່​ອະທິບາຍ​ຄຳພີ​ໄບເບິນ​ເຫຼັ້ມ​ໜຶ່ງ​ເວົ້າ​ກ່ຽວກັບ​ຂໍ້​ນີ້​ວ່າ: “ພະເຈົ້າ​ເປັນ​ຄວາມ​ຮັກ​ແລະ​ທຸກ​ສິ່ງ​ກ່ຽວກັບ​ເພິ່ນ​ກໍ​ເປັນ​ຄວາມ​ຮັກ.” ນີ້​ໝາຍ​ຄວາມ​ວ່າ​ທີ່​ພະ​ເຢໂຫວາ​ສາມາດ​ເຮັດ​ສິ່ງ​ຕ່າງໆ​ໄດ້​ກໍ​ຍ້ອນ​ເພິ່ນ​ມີ​ລິດເດດ ມີ​ຄວາມ​ຍຸຕິທຳ ແລະ​ມີ​ສະຕິ​ປັນຍາ​ຊີ້ນຳ​ວິທີ​ທີ່​ເພິ່ນ​ລົງມື​ເຮັດ​ທຸກ​ຢ່າງ. ແຕ່​ຄວາມ​ຮັກ​ເປັນ​ສິ່ງ​ທີ່​ກະຕຸ້ນ​ໃຫ້​ເພິ່ນ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ. ດັ່ງນັ້ນ ເມື່ອ​ເພິ່ນ​ສະແດງ​ຄຸນລັກສະນະ​ອື່ນໆ ເພິ່ນ​ກໍ​ສະແດງ​ຄວາມ​ຮັກ​ນຳ.

17 ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ການ​ສະແດງ​ຄວາມ​ຮັກ. ດັ່ງນັ້ນ ຖ້າ​ເຮົາ​ຢາກ​ຮຽນ​ຮູ້​ກ່ຽວກັບ​ຄວາມ​ຮັກ ເຮົາ​ກໍ​ຕ້ອງ​ຮູ້​ຈັກ​ພະ​ເຢໂຫວາ ແລະ​ເຮົາ​ທຸກ​ຄົນ​ສະແດງ​ຄຸນລັກສະນະ​ນີ້​ໄດ້. ຍ້ອນຫຍັງ? ຕອນ​ທີ່​ພະ​ເຢໂຫວາ​ສ້າງ​ມະນຸດ ເພິ່ນ​ເວົ້າ​ກັບ​ພະ​ເຢຊູ​ວ່າ: “ໃຫ້​ພວກ​ເຮົາ​ສ້າງ​ມະນຸດ​ຄ້າຍຄື​ກັບ​ພວກ​ເຮົາ.” (ປະຖົມມະການ 1:26) ຈາກ​ສິ່ງ​ຕ່າງໆ​ທີ່​ພະ​ເຢໂຫວາ​ສ້າງ​ໃນ​ໂລກ ມີ​ແຕ່​ມະນຸດ​ເທົ່າ​ນັ້ນ​ທີ່​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ສະແດງ​ຄວາມ​ຮັກ​ໄດ້. ຢ່າ​ລືມ​ວ່າ​ພະ​ເຢໂຫວາ​ໃຊ້​ສັດ​ຕ່າງໆ​ເພື່ອ​ເປັນ​ສັນຍະລັກ​ສະແດງ​ເຖິງ​ຄຸນລັກສະນະ​ທີ່​ສຳຄັນ​ຂອງ​ເພິ່ນ. ແຕ່​ເມື່ອ​ພະ​ເຢໂຫວາ​ເວົ້າ​ເຖິງ​ຄວາມ​ຮັກ ເພິ່ນ​ໃຊ້​ມະນຸດ​ເປັນ​ສັນຍະລັກ​ສະແດງ​ເຖິງ​ຄຸນລັກສະນະ​ທີ່​ເດັ່ນ​ທີ່​ສຸດ​ນີ້​ຂອງ​ເພິ່ນ.—ເອເຊກຽນ 1:10

18 ຖ້າ​ເຮົາ​ສະແດງ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ໂຕ​ກັບ​ຄົນ​ອື່ນ ເຮົາ​ກໍ​ກຳລັງ​ຮຽນ​ແບບ​ຄຸນລັກສະນະ​ເດັ່ນ​ທີ່​ສຸດ​ຂອງ​ພະ​ເຢໂຫວາ. ຄື​ກັບ​ທີ່​ອັກຄະສາວົກ​ໂຢຮັນ​ຂຽນ​ໄວ້​ວ່າ: “ພວກ​ເຮົາ​ສະແດງ​ຄວາມ​ຮັກ​ກໍ​ຍ້ອນ​ພະເຈົ້າ​ຮັກ​ພວກ​ເຮົາ​ກ່ອນ.” (1 ໂຢຮັນ 4:19) ແຕ່​ພະ​ເຢໂຫວາ​ຮັກ​ພວກ​ເຮົາ​ກ່ອນ​ແນວ​ໃດ?

ພະ​ເຢໂຫວາ​ຮັກ​ພວກ​ເຮົາ​ກ່ອນ

19. ແມ່ນ​ຫຍັງ​ກະຕຸ້ນ​ພະ​ເຢໂຫວາ​ໃຫ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ?

19 ຄວາມ​ຮັກ​ມີ​ຢູ່​ດົນ​ແລ້ວ. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ແນວ​ນັ້ນ? ລອງ​ຄິດ​ເບິ່ງ​ວ່າ​ແມ່ນ​ຫຍັງ​ກະຕຸ້ນ​ພະ​ເຢໂຫວາ​ໃຫ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ? ບໍ່​ແມ່ນ​ຍ້ອນ​ເພິ່ນ​ຮູ້ສຶກ​ເຫງົາ​ແລະ​ຕ້ອງ​ມີ​ໝູ່​ດອກ. ພະ​ເຢໂຫວາ​ມີ​ທຸກ​ຢ່າງ​ແລະ​ບໍ່​ຂາດ​ຫຍັງ​ເລີຍ. ຍ້ອນ​ຄວາມ​ຮັກ​ເປັນ​ຄຸນລັກສະນະ​ທີ່​ກະຕຸ້ນ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ເຮັດ​ດີ​ກັບ​ຄົນ​ອື່ນ ແລະ​ພະ​ເຢໂຫວາ​ກໍ​ເປັນ​ຄວາມ​ຮັກ ເພິ່ນ​ເລີຍ​ໃຫ້​ຊີວິດ​ກັບ​ທູດສະຫວັນ​ແລະ​ມະນຸດ​ເພື່ອ​ເຂົາເຈົ້າ​ຈະ​ມີ​ຄວາມ​ສຸກ​ຄື​ກັນ. ຄຳພີ​ໄບເບິນ​ບອກ​ວ່າ: “ຜູ້​ທຳອິດ​ທີ່​ພະເຈົ້າ​ສ້າງ” ແມ່ນ​ພະ​ເຢຊູ​ລູກ​ຊາຍ​ຄົນ​ດຽວ​ຂອງ​ເພິ່ນ. (ພະ​ນິມິດ 3:14) ຕໍ່​ມາ​ພະ​ເຢໂຫວາ​ໃຊ້​ພະ​ເຢຊູ​ໃຫ້​ເປັນ​ນາຍ​ຊ່າງ​ແລະ​ສ້າງ​ສິ່ງ​ອື່ນໆ​ທັງໝົດ​ໂດຍ​ສ້າງ​ພວກ​ທູດສະຫວັນ​ກ່ອນ. (ໂຢບ 38:4, 7; ໂກໂລຊາຍ 1:16) ພະ​ເຢໂຫວາ​ສ້າງ​ເຂົາເຈົ້າ​ໃຫ້​ມີ​ອິດສະຫຼະ​ທີ່​ຈະ​ເລືອກ ມີ​ສະຕິ​ປັນຍາ ແລະ​ມີ​ຄວາມ​ຮູ້ສຶກ. ເຂົາເຈົ້າ​ເລີຍ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ແລະ​ເປັນ​ໝູ່​ກັນ​ໄດ້ ແລະ​ສິ່ງ​ສຳຄັນ​ທີ່​ສຸດ​ເຂົາເຈົ້າ​ຮັກ​ພະ​ເຢໂຫວາ​ໄດ້​ນຳ. (2 ໂກຣິນໂທ 3:17) ດັ່ງນັ້ນ ເຂົາເຈົ້າ​ສະແດງ​ຄວາມ​ຮັກ​ໄດ້​ກໍ​ຍ້ອນ​ພະ​ເຢໂຫວາ​ຮັກ​ເຂົາເຈົ້າ​ກ່ອນ.

20, 21. ແມ່ນ​ຫຍັງ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ອາດາມ​ກັບ​ເອວາ​ຫຼາຍ ແຕ່​ເຂົາເຈົ້າ​ພັດ​ເຮັດ​ຫຍັງ?

20 ເປັນ​ແນວ​ນັ້ນ​ກັບ​ມະນຸດ​ນຳ. ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ກັບ​ອາດາມ​ແລະ​ເອວາ​ຕັ້ງແຕ່​ຕອນ​ທຳອິດ​ທີ່​ເພິ່ນ​ສ້າງ​ເຂົາເຈົ້າ. ບໍ່​ວ່າ​ເຂົາເຈົ້າ​ຈະ​ຫຼຽວ​ໄປ​ບ່ອນ​ໃດ​ໃນ​ສວນ​ເອເດັນ​ເຊິ່ງ​ເປັນ​ບ້ານ​ຂອງ​ເຂົາເຈົ້າ ເຂົາເຈົ້າ​ກໍ​ເຫັນ​ແຈ້ງ​ວ່າ​ພະ​ເຢໂຫວາ​ຮັກ​ເຂົາເຈົ້າ​ຫຼາຍ. ຂໍ​ໃຫ້​ສັງເກດ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ໄດ້​ສ້າງ​ສວນ​ໜຶ່ງ​ຊື່​ເອເດັນ​ໄວ້​ທາງ​ທິດ​ຕາເວັນ​ອອກ ແລະ​ໃຫ້​ມະນຸດ​ຢູ່​ຫັ້ນ.” (ປະຖົມມະການ 2:8) ເຈົ້າ​ເຄີຍ​ຢູ່​ສວນ​ທີ່​ງາມໆ​ບໍ? ແມ່ນ​ຫຍັງ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ທີ່​ສຸດ? ຍ້ອນ​ແສງ​ແດດ​ທີ່​ສ່ອງ​ຜ່ານ​ໃບ​ໄມ້​ລົງ​ມາ​ບໍ? ຫຼື​ວ່າ​ຍ້ອນ​ມີ​ດອກ​ໄມ້​ທີ່​ຫຼາກຫຼາຍ​ສີ​ສັນ? ຫຼື​ວ່າ​ຍ້ອນ​ສຽງ​ນ້ຳ​ຫ້ວຍ​ໄຫຼ ສຽງ​ນົກ​ຮ້ອງ​ເພງ ຫຼື​ສຽງ​ຂອງ​ແມງ​ໄມ້? ຫຼື​ວ່າ​ຍ້ອນ​ກິ່ນ​ຫອມໆ​ຂອງ​ດອກ​ໄມ້ ໝາກ​ໄມ້ ແລະ​ຕົ້ນໄມ້​ຕ່າງໆ? ເຖິງ​ວ່າ​ໃນ​ທຸກ​ມື້​ນີ້​ຈະ​ມີ​ສວນ​ທີ່​ສວຍ​ງາມໆ ແຕ່​ກໍ​ບໍ່​ມີ​ສວນ​ໃດ​ທີ່​ທຽບ​ໄດ້​ກັບ​ສວນ​ເອເດັນ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ?

21 ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ສ້າງ​ສວນ​ນັ້ນ​ດ້ວຍ​ໂຕ​ເພິ່ນ​ເອງ! ສວນ​ນັ້ນ​ຕ້ອງ​ງາມ​ຫຼາຍ​ແທ້ໆ​ຍ້ອນ​ມີ​ຕົ້ນໄມ້​ຫຼາຍ​ຊະນິດ​ທີ່​ສວຍ​ງາມ​ແລະ​ມີ​ໝາກ​ທີ່​ແຊບໆ. ສວນ​ນັ້ນ​ຊຸ່ມ​ຊື່ນ ກວ້າງ​ຂວາງ ແລະ​ມີ​ສັດ​ຫຼາຍ​ຊະນິດ​ທີ່​ເຮັດ​ໃຫ້​ໜ້າສົນໃຈ​ແລະ​ຕື່ນເຕັ້ນ. ອາດາມ​ກັບ​ເອວາ​ມີ​ທຸກ​ຢ່າງ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສຸກ ມີ​ວຽກ​ທີ່​ເຮັດ​ໃຫ້​ອີ່ມໃຈ​ພໍໃຈ​ແລະ​ໃກ້ຊິດ​ກັນ​ຫຼາຍ. ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາເຈົ້າ​ກ່ອນ ແລະ​ເຂົາເຈົ້າ​ກໍ​ຄວນ​ຈະ​ຮັກ​ເພິ່ນ​ນຳ. ແຕ່​ເຂົາເຈົ້າ​ບໍ່​ໄດ້​ເຮັດ​ແບບ​ນັ້ນ. ແທນ​ທີ່​ຈະ​ເຊື່ອຟັງ​ພໍ່​ທີ່​ຢູ່​ໃນ​ສະຫວັນ ເຂົາເຈົ້າ​ພັດ​ເຫັນ​ແກ່​ໂຕ​ແລະ​ກະບົດ​ເພິ່ນ.—ປະຖົມມະການ​ບົດ 2

22. ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ?

22 ພະ​ເຢໂຫວາ​ຕ້ອງ​ຮູ້ສຶກ​ເສຍໃຈ​ຫຼາຍ​ແທ້ໆ! ແຕ່​ສິ່ງ​ນັ້ນ​ເຮັດ​ໃຫ້​ເພິ່ນ​ເຊົາ​ຮັກ​ມະນຸດ​ບໍ? ບໍ່! ຍ້ອນ “ເພິ່ນ​ດີ​ແທ້ໆ. ເພິ່ນ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ.” (ເພງ​ສັນລະເສີນ 136:1) ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ກັບ​ລູກ​ຫຼານ​ຂອງ​ອາດາມ​ແລະ​ເອວາ​ໂດຍ​ຊ່ວຍ​ທຸກ​ຄົນ​ທີ່​ຢາກ​ຮູ້​ຈັກ​ແລະ​ຮັກ​ເພິ່ນ​ໃຫ້​ມີ​ໂອກາດ​ລອດ. ເຮົາ​ໄດ້​ຮຽນ​ໄປ​ແລ້ວ​ວ່າ​ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ຊ່ວຍ​ຊີວິດ​ພວກ​ເຮົາ​ແມ່ນ​ໃຫ້​ລູກ​ທີ່​ຮັກ​ຂອງ​ເພິ່ນ​ມາ​ເປັນ​ຄ່າໄຖ່ ເຖິງ​ວ່າ​ເພິ່ນ​ຕ້ອງ​ເຈັບ​ປວດ​ຫຼາຍ​ກໍ​ຕາມ.—1 ໂຢຮັນ 4:10

23. ແມ່ນ​ຫຍັງ​ເປັນ​ເຫດຜົນ​ຢ່າງ​ໜຶ່ງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ເປັນ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ” ແລະ​ບົດ​ຕໍ່​ໄປ​ຈະ​ຕອບ​ຄຳ​ຖາມ​ຫຍັງ​ແດ່?

23 ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ມະນຸດ​ຕັ້ງແຕ່​ທຳອິດ. ເຮົາ​ເຫັນ​ຫຼັກຖານ​ຫຼາຍ​ຢ່າງ​ທີ່​ສະແດງ​ວ່າ “ພະເຈົ້າ​ຮັກ​ພວກ​ເຮົາ​ກ່ອນ.” ຄວາມ​ຮັກ​ເຮັດ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ແລະ​ມີ​ຄວາມ​ສຸກ. ດັ່ງນັ້ນ​ຈຶ່ງ​ບໍ່​ແປກ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ​ເປັນ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ.” (1 ຕີໂມທຽວ 1:11) ແຕ່​ເຈົ້າ​ອາດ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ແທ້ໆ​ບໍ? ບົດ​ຕໍ່​ໄປ​ຈະ​ຕອບ​ຄຳ​ຖາມ​ທີ່​ສຳຄັນ​ນີ້.

a ຄຳ​ຟິເລໂອ ໃຊ້​ກັບ​ຄວາມ​ຮັກ​ລະຫວ່າງ​ໝູ່​ສະໜິດ​ຫຼື​ພີ່ນ້ອງ. ມີ​ການ​ໃຊ້​ຄຳ​ນີ້​ເລື້ອຍໆ​ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ. ຄຳ​ວ່າ​ສະຕໍເຈ ເປັນ​ຄວາມ​ຮັກ​ລະຫວ່າງ​ຄົນ​ໃນ​ຄອບຄົວ​ທີ່​ໃຊ້​ໃນ 2 ຕີໂມທຽວ 3:3 ເພື່ອ​ບອກ​ວ່າ​ໃນ​ສະໄໝ​ສຸດທ້າຍ​ຫຼາຍ​ຄົນ​ຈະ​ບໍ່​ຮັກ​ຍາດ​ຕິ​ພີ່ນ້ອງ. ຄຳ​ວ່າ​ເອຣອດ ໃຊ້​ກັບ​ຄວາມ​ຮັກ​ລະຫວ່າງ​ຊາຍ​ແລະ​ຍິງ. ເຖິງ​ວ່າ​ບໍ່​ມີ​ການ​ໃຊ້​ຄຳ​ນີ້​ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ ແຕ່​ຄຳພີ​ໄບເບິນ​ກໍ​ເວົ້າ​ເຖິງ​ຄວາມ​ຮັກ​ແບບ​ນີ້.—ສຸພາສິດ 5:15-20

b ຂໍ້​ອື່ນໆ​ໃນ​ຄຳພີ​ໄບເບິນ​ກໍ​ໃຊ້​ຄຳ​ທີ່​ຄ້າຍໆ​ກັນ​ນີ້ ເຊັ່ນ “ພະເຈົ້າ​ເປັນ​ຄວາມ​ສະຫວ່າງ” ແລະ “ພະເຈົ້າ . . . ເປັນ​ຄື​ກັບ​ໄຟ​ທີ່​ເຜົາ​ຜານ.” (1 ໂຢຮັນ 1:5; ເຮັບເຣີ 12:29) ນີ້​ເປັນ​ການ​ປຽບທຽບ​ພະ​ເຢໂຫວາ​ກັບ​ບາງ​ຢ່າງ​ເທົ່າ​ນັ້ນ. ພະ​ເຢໂຫວາ​ເປັນ​ຄື​ກັບ​ຄວາມ​ສະຫວ່າງ​ຍ້ອນ​ເພິ່ນ​ບໍລິສຸດ​ແລະ​ເຮັດ​ທຸກ​ຢ່າງ​ຖືກຕ້ອງ​ສະເໝີ. ເພິ່ນ​ບໍ່​ມີ “ຄວາມ​ມືດ” ຫຼື​ຄວາມ​ບໍ່​ສະອາດ​ເລີຍ ແລະ​ອາດ​ທຽບ​ເພິ່ນ​ເປັນ​ຄື​ກັບ​ໄຟ​ຍ້ອນ​ເພິ່ນ​ໃຊ້​ລິດເດດ​ໃນ​ການ​ທຳລາຍ.