ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 25

ພະເຈົ້າ “ອີ່ຕົນ” ເຮົາ

ພະເຈົ້າ “ອີ່ຕົນ” ເຮົາ

1, 2. (ກ) ປົກກະຕິ​ແລ້ວ​ຕອນ​ທີ່​ລູກ​ໄຫ້ ແມ່​ຈະ​ເຮັດ​ແນວ​ໃດ? (ຂ) ໃຜ​ມີ​ຄວາມ​ຮູ້ສຶກ​ອີ່ຕົນ​ຫຼາຍ​ກວ່າ​ແມ່?

 ເມື່ອ​ລູກ​ນ້ອຍ​ໄຫ້​ໃນ​ຕອນ​ກາງຄືນ ແມ່​ກໍ​ຕື່ນ​ທັນທີ​ໂລດ. ຕັ້ງແຕ່​ລູກ​ເກີດ​ມາ ແມ່​ກໍ​ນອນ​ຫຼັບ​ບໍ່​ສະໜິດ​ຄື​ກັບ​ແຕ່​ກ່ອນ. ຕອນນີ້ ລາວ​ຮູ້​ເລີຍ​ວ່າ​ລູກ​ຢາກ​ໄດ້​ຫຍັງ​ຕອນ​ທີ່​ໄດ້​ຍິນ​ລູກ​ໄຫ້ ເຊັ່ນ: ລູກ​ອາດຈະ​ຫິວ​ນົມ ຢາກ​ໃຫ້​ອູ້ມ ຫຼື​ຢາກ​ໃຫ້​ແມ່​ສົນໃຈ. ແຕ່​ບໍ່​ວ່າ​ລູກ​ຈະ​ໄຫ້​ຍ້ອນ​ຫຍັງ​ກໍ​ຕາມ ແມ່​ກໍ​ຈະ​ຟ້າວ​ລຸກ​ຂຶ້ນ​ມາ​ເບິ່ງ​ທັນທີ​ຍ້ອນ​ລາວ​ຮັກ​ແລະ​ອີ່ຕົນ​ລູກ.

2 ເຖິງ​ວ່າ​ຄວາມ​ອີ່ຕົນ​ທີ່​ແມ່​ມີ​ຕໍ່​ລູກ​ທີ່​ຫາກໍ​ເກີດ​ມາ​ເປັນ​ຄວາມ​ຮູ້ສຶກ​ທີ່​ອ່ອນໂຍນ​ທີ່​ສຸດ​ທີ່​ມະນຸດ​ມີ ແຕ່​ພະ​ເຢໂຫວາ​ພະເຈົ້າ​ຮູ້ສຶກ​ອີ່ຕົນ​ເຮົາ​ຫຼາຍ​ກວ່າ​ນັ້ນ​ອີກ. ຖ້າ​ເຮົາ​ເຂົ້າໃຈ​ຄຸນລັກສະນະ​ທີ່​ດີ​ແທ້ໆ​ນີ້ ເຮົາ​ກໍ​ຈະ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄວາມ​ອີ່ຕົນ​ແມ່ນ​ຫຍັງ ແລະ​ພະເຈົ້າ​ສະແດງ​ຄຸນລັກສະນະ​ນີ້​ແນວ​ໃດ.

ຄວາມ​ອີ່ຕົນ​ໝາຍເຖິງ​ຫຍັງ?

3. ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ສະແດງ​ຄວາມ​ເມດຕາ” ຫຼື “ອີ່ຕົນ” ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ?

3 ໃນ​ຄຳພີ​ໄບເບິນ​ຄວາມ​ອີ່ຕົນ​ກັບ​ຄວາມ​ເມດຕາ​ມີ​ຄວາມ​ກ່ຽວ​ຂ້ອງ​ກັນ. ຄຳ​ໃນ​ພາສາ​ເຮັບເຣີ​ແລະ​ຄຳ​ໃນ​ພາສາ​ກຣີກ​ມີ​ຫຼາຍ​ຄຳ​ທີ່​ຖ່າຍ​ທອດ​ຄວາມ​ຮູ້ສຶກ​ກ່ຽວກັບ​ຄວາມ​ອີ່ຕົນ. ຕົວຢ່າງ​ເຊັ່ນ ຄຳ​ພາສາ​ເຮັບເຣີ​ຣາຄຳ ຫຼາຍ​ເທື່ອ​ແປ​ວ່າ “ສະແດງ​ຄວາມ​ເມດຕາ” ຫຼື “ອີ່ຕົນ.” ວັດຈະນານຸກົມ​ທີ່​ອະທິບາຍ​ຄຳພີ​ໄບເບິນ​ເຫຼັ້ມ​ໜຶ່ງ​ບອກ​ວ່າ ຄຳ​ກຳມະ​ຣາຄຳ “ໝາຍເຖິງ​ຄວາມ​ຮູ້ສຶກ​ອີ່ຕົນ​ທີ່​ເລິກ​ເຊິ່ງ​ແລະ​ອ່ອນໂຍນ ເຊັ່ນ ຄວາມ​ຮູ້ສຶກ​ທີ່​ເຮົາ​ມີ​ຕອນ​ທີ່​ເຫັນ​ຄົນ​ທີ່​ເຮົາ​ຮັກ​ທົນທຸກ​ແລະ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ.” ພະ​ເຢໂຫວາ​ໃຊ້​ຄຳ​ພາສາ​ເຮັບເຣີ​ນີ້​ເພື່ອ​ອະທິບາຍ​ຄວາມ​ຮູ້ສຶກ​ຂອງ​ເພິ່ນ. ຄຳ​ນີ້​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ມົດລູກ ຫຼື​ທ້ອງ” ແລະ​ແປ​ວ່າ​ເປັນ “ຄວາມ​ອີ່ຕົນ​ຂອງ​ແມ່” ໄດ້​ນຳ. aອົບພະຍົບ 33:19; ເຢເຣມີຢາ 33:26

“ແມ່​ຈະ​ລືມ​ລູກ . . . ທີ່​ລາວ​ເກີດ​ອອກ​ມາ​ບໍ?”

4, 5. ຄຳພີ​ໄບເບິນ​ໃຊ້​ຄວາມ​ຮູ້ສຶກ​ທີ່​ແມ່​ມີ​ຕໍ່​ລູກ​ເພື່ອ​ສອນ​ເຮົາ​ກ່ຽວກັບ​ຄວາມ​ອີ່ຕົນ​ຂອງ​ພະ​ເຢໂຫວາ​ແນວ​ໃດ?

4 ຄຳພີ​ໄບເບິນ​ໃຊ້​ຄວາມ​ຮູ້ສຶກ​ທີ່​ແມ່​ມີ​ຕໍ່​ລູກ​ນ້ອຍ​ເພື່ອ​ສອນ​ເຮົາ​ວ່າ​ຄວາມ​ອີ່ຕົນ​ຂອງ​ພະ​ເຢໂຫວາ​ໝາຍເຖິງ​ຫຍັງ. ໃນ​ເອຊາຢາ 49:15 ບອກ​ວ່າ: “ແມ່​ຈະ​ລືມ​ລູກ​ທີ່​ຍັງ​ກິນ​ນົມ​ຢູ່​ບໍ​ແລະ​ຈະ​ບໍ່​ອີ່ຕົນ​ລູກ​ທີ່​ລາວ​ເກີດ​ອອກ​ມາ​ບໍ? ເຖິງ​ວ່າ​ແມ່​ຈະ​ລືມ​ລູກ​ໄດ້ ແຕ່​ເຮົາ​ຈະ​ບໍ່​ມີ​ທາງ​ລືມ​ເຈົ້າ.” ຂໍ້​ນີ້​ສະແດງ​ວ່າ​ພະ​ເຢໂຫວາ​ອີ່ຕົນ​ປະຊາຊົນ​ຂອງ​ເພິ່ນ​ຫຼາຍ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ?

5 ເປັນ​ເລື່ອງ​ຍາກ​ທີ່​ຈະ​ຄິດ​ວ່າ​ແມ່​ຈະ​ບໍ່​ເບິ່ງແຍງ​ແລະ​ບໍ່​ເອົາໃຈໃສ່​ລູກ​ທີ່​ຍັງ​ກິນ​ນົມ​ຢູ່. ທີ່ຈິງ ລູກ​ຍັງ​ຊ່ວຍ​ໂຕເອງ​ບໍ່​ໄດ້ ແລະ​ລູກ​ຕ້ອງ​ໄດ້​ຮັບ​ຄວາມ​ຮັກ​ແລະ​ການ​ເອົາໃຈໃສ່​ຈາກ​ແມ່​ທັງ​ເວັນ​ທັງ​ຄືນ. ເປັນ​ເລື່ອງ​ທີ່​ໜ້າ​ເສົ້າ​ທີ່​ແມ່​ບາງ​ຄົນ​ປະຖິ້ມ​ລູກ​ຂອງ​ໂຕເອງ ໂດຍ​ສະເພາະ​ໃນ “ໄລຍະ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງ​ຍາກ​ລຳບາກ” ນີ້​ທີ່​ຫຼາຍ​ຄົນ “ບໍ່​ມີ​ຄວາມ​ຮັກ​ຕາມ​ທຳມະຊາດ.” (2 ຕີໂມທຽວ 3:1, 3, ໄຂເງື່ອນ) ແຕ່​ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ຈະ​ບໍ່​ມີ​ທາງ​ລືມ​ເຈົ້າ.” ຄວາມ​ອີ່ຕົນ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຈະ​ບໍ່​ມີ​ວັນ​ປ່ຽນແປງ. ຄວາມ​ອີ່ຕົນ​ທີ່​ເພິ່ນ​ມີ​ນັ້ນ​ມີ​ຫຼາຍ​ກວ່າ​ຄວາມ​ຮູ້ສຶກ​ຕາມ​ທຳ​ຊາດ​ທີ່​ແມ່​ມີ​ຕໍ່​ລູກ. ບໍ່​ແປກ​ເລີຍ​ທີ່​ນັກ​ວິຊາການ​ດ້ານ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ອະທິບາຍ​ກ່ຽວກັບ​ເອຊາຢາ 49:15 ວ່າ: “ນີ້​ເປັນ​ການ​ສະແດງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ຢ່າງ​ໜຶ່ງ​ຂອງ​ພະເຈົ້າ​ທີ່​ເວົ້າ​ເຖິງ​ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ.”

6. ຫຼາຍ​ຄົນ​ຄິດ​ແນວ​ໃດ​ກັບ​ການ​ສະແດງ​ຄວາມ​ອີ່ຕົນ ແຕ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ໃນ​ເລື່ອງ​ໃດ?

6 ຖ້າ​ເຮົາ​ສະແດງ​ຄວາມ​ອີ່ຕົນ​ໝາຍ​ຄວາມ​ວ່າ​ເຮົາ​ເປັນ​ຄົນ​ອ່ອນແອ​ບໍ? ຫຼາຍ​ຄົນ​ຄິດ​ແບບ​ນັ້ນ. ຕົວຢ່າງ​ເຊັ່ນ ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ມີ​ນັກ​ປັດຊະຍາ​ທີ່​ມີ​ຊື່​ສຽງ​ຄົນ​ໜຶ່ງ​ສອນ​ວ່າ: “ຄວາມ​ອີ່ຕົນ​ເປັນ​ຄວາມ​ອ່ອນແອ.” ລາວ​ເຊື່ອ​ວ່າ​ຄົນ​ເຮົາ​ຈະ​ມີ​ຊີວິດ​ທີ່​ດີ​ທີ່​ສຸດ​ຖ້າ​ບໍ່​ຮູ້ສຶກ​ດີໃຈ​ຫຼື​ເສຍໃຈ. ລາວ​ບອກ​ວ່າ​ຄົນ​ສະຫຼາດ​ອາດຈະ​ຊ່ວຍ​ເຫຼືອ​ຄົນ​ທີ່​ກຳລັງ​ລຳບາກ​ໄດ້ ແຕ່​ລາວ​ຕ້ອງ​ບໍ່​ຮູ້ສຶກ​ອີ່ຕົນ ຍ້ອນ​ຄວາມ​ຮູ້ສຶກ​ແບບ​ນັ້ນ​ຈະ​ເຮັດ​ໃຫ້​ລາວ​ບໍ່​ມີ​ສັນຕິສຸກ. ຄົນ​ແບບ​ນັ້ນ​ທີ່​ຄິດ​ເຖິງ​ແຕ່​ໂຕເອງ​ຈະ​ບໍ່​ສາມາດ​ສະແດງ​ຄວາມ​ອີ່ຕົນ​ອອກ​ມາ​ໄດ້​ແທ້ໆ ແຕ່​ພະ​ເຢໂຫວາ​ບໍ່​ເປັນ​ແບບ​ນັ້ນ! ໃນ​ຄຳພີ​ໄບເບິນ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າ​ເພິ່ນ “ມີ​ຄວາມ​ອີ່ຕົນ​ແລະ​ເຫັນອົກ​ເຫັນໃຈ​ຫຼາຍ​ແທ້ໆ.” (ຢາໂກໂບ 5:11) ເຮົາ​ຈະ​ໄດ້​ເຫັນ​ວ່າ​ຄວາມ​ອີ່ຕົນ​ບໍ່​ແມ່ນ​ຄວາມ​ອ່ອນແອ ແຕ່​ເປັນ​ຄຸນລັກສະນະ​ທີ່​ເຂັ້ມແຂງ​ແລະ​ສຳຄັນ​ຫຼາຍ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຢໂຫວາ​ເປັນ​ຄື​ກັບ​ພໍ່​ທີ່​ຮັກ​ເຮົາ ແລະ​ເພິ່ນ​ອີ່ຕົນ​ເຮົາ​ແນວ​ໃດ?

ພະ​ເຢໂຫວາ​ສະແດງ​ຄວາມ​ອີ່ຕົນ​ຕໍ່​ຊາດ​ອິດສະຣາເອນ

7, 8. ພວກ​ອິດສະຣາເອນ​ຕ້ອງ​ເຈິ​ຄວາມ​ລຳບາກ​ຫຍັງ​ແດ່​ຕອນ​ຢູ່​ເອຢິບ ແລະ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ສິ່ງ​ທີ່​ເຂົາເຈົ້າ​ເຈິ?

7 ຄວາມ​ອີ່ຕົນ​ຂອງ​ພະ​ເຢໂຫວາ​ເຫັນ​ໄດ້​ແຈ້ງ​ໃນ​ວິທີ​ທີ່​ເພິ່ນ​ປະຕິບັດ​ກັບ​ຊາດ​ອິດສະຣາເອນ. ຫຼັງ​ຈາກ​ໂຢເຊັບ​ເສຍ​ຊີວິດ ຊາດ​ອິດສະຣາເອນ​ຫຼາຍ​ລ້ານ​ຄົນ​ໄດ້​ຕົກ​ເປັນ​ທາດ​ໃນ​ປະເທດ​ເອຢີບ ແລະ​ເຂົາເຈົ້າ​ມີ​ຊີວິດ​ທີ່​ລຳບາກ​ຫຼາຍ. ພວກ​ເອຢີບ “ເຮັດ​ໃຫ້​ຊີວິດ​ຂອງ​ພວກ​ອິດສະຣາເອນ​ທຸກຍາກ​ລຳບາກ. ເຂົາເຈົ້າ​ຕ້ອງ​ອອກ​ແຮງງານ​ໜັກ ຕ້ອງ​ເຮັດ​ດິນ​ຈີ່​ກັບ​ດິນ​ດາກ​ທີ່​ເປັນ​ຄື​ກັບ​ປູນ ແລະ​ເຮັດ​ວຽກ​ທຸກ​ຢ່າງ.” (ອົບພະຍົບ 1:11, 14) ເມື່ອ​ເຈິ​ເລື່ອງ​ແບບ​ນີ້ ພວກ​ອິດສະຣາເອນ​ຈຶ່ງ​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ ແລະ​ເພິ່ນ​ໄດ້​ເຮັດ​ຫຍັງ?

8 ພະ​ເຢໂຫວາ​ຮູ້ສຶກ​ເສຍໃຈ​ຫຼາຍ​ທີ່​ເຫັນ​ເຂົາເຈົ້າ​ຕ້ອງ​ເຈິ​ກັບ​ຄວາມ​ລຳບາກ. ເພິ່ນ​ບອກ​ວ່າ: “ເຮົາ​ເຫັນ​ແລ້ວ​ວ່າ​ຄົນ​ຂອງ​ເຮົາ​ຢູ່​ໃນ​ເອຢິບ​ທຸກ​ລຳບາກ​ສ່ຳ​ໃດ. ເຮົາ​ຮູ້​ວ່າ​ເຂົາເຈົ້າ​ເຈັບ​ປວດ​ຫຼາຍ​ແທ້ໆ. ເຮົາ​ໄດ້​ຍິນ​ສຽງ​ຮ້ອງ​ຄາງ​ຂອງ​ເຂົາເຈົ້າ​ຍ້ອນ​ເຂົາເຈົ້າ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ.” (ອົບພະຍົບ 3:7) ເປັນ​ໄປ​ບໍ່​ໄດ້​ທີ່​ພະ​ເຢໂຫວາ​ຈະ​ເຫັນ​ຄວາມ​ທຸກ​ແລະ​ໄດ້​ຍິນ​ສຽງ​ຮ້ອງ​ຂໍ​ຂອງ​ເຂົາເຈົ້າ​ແລ້ວ​ບໍ່​ຮູ້ສຶກ​ຫຍັງ​ເລີຍ. ໃນ​ບົດ​ທີ 24 ເຮົາ​ໄດ້​ຮຽນ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເຫັນອົກ​ເຫັນໃຈ. ການ​ເຫັນອົກ​ເຫັນໃຈ​ແມ່ນ​ການ​ຮ່ວມ​ຄວາມ​ຮູ້ສຶກ​ກັບ​ຄົນ​ທີ່​ເຈັບ​ປວດ. ແຕ່​ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ຮູ້ສຶກ​ກັບ​ປະຊາຊົນ​ຂອງ​ເພິ່ນ​ເທົ່າ​ນັ້ນ ເພິ່ນ​ຍັງ​ຖືກ​ກະຕຸ້ນ​ໃຫ້​ລົງມື​ເຮັດ​ບາງ​ຢ່າງ​ເພື່ອ​ຊ່ວຍ​ເຂົາເຈົ້າ. ເອຊາຢາ 63:9 ບອກ​ວ່າ: “ເພິ່ນ​ໄຖ່​ເຂົາເຈົ້າ​ຄືນ​ມາ​ຍ້ອນ​ເພິ່ນ​ຮັກ​ແລະ​ອີ່ຕົນ​ເຂົາເຈົ້າ.” ພະ​ເຢໂຫວາ​ຊ່ວຍ​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢີບ​ໂດຍ​ໃຊ້ “ລິດເດດ​ທີ່​ຍິ່ງໃຫຍ່” ຂອງ​ເພິ່ນ. (ພະ​ບັນຍັດ 4:34) ຫຼັງ​ຈາກນັ້ນ ເພິ່ນ​ຍັງ​ສະແດງ​ຄວາມ​ເມດຕາ​ກັບ​ເຂົາເຈົ້າ​ໂດຍ​ໃຫ້​ເຂົາເຈົ້າ​ມີ​ມານາ​ກິນ​ຕອນ​ຢູ່​ບ່ອນ​ກັນດານ​ແລະ​ພາ​ເຂົາເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ.

9, 10. (ກ) ຫຼັງ​ຈາກ​ທີ່​ພວກ​ອິດສະຣາເອນ​ເຂົ້າ​ໄປ​ຢູ່​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ສັນຍາ​ແລ້ວ ເປັນ​ຫຍັງ​ເພິ່ນ​ຍັງ​ຊ່ວຍ​ເຫຼືອ​ເຂົາເຈົ້າ​ຢູ່​ເລື້ອຍໆ? (ຂ) ໃນ​ສະໄໝ​ຂອງ​ເຢັບທາ ພະ​ເຢໂຫວາ​ຊ່ວຍ​ພວກ​ອິດສະຣາເອນ​ຈາກ​ການ​ກົດຂີ່​ແນວ​ໃດ ແລະ​ແມ່ນ​ຫຍັງ​ກະຕຸ້ນ​ເພິ່ນ​ໃຫ້​ເຮັດ​ແບບ​ນັ້ນ?

9 ຫຼັງ​ຈາກ​ພວກ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ສັນຍາ​ແລ້ວ ເພິ່ນ​ຍັງ​ສະແດງ​ຄວາມ​ອີ່ຕົນ​ຕໍ່​ເຂົາເຈົ້າ​ຕໍ່​ໄປ. ເຖິງ​ວ່າ​ເຂົາເຈົ້າ​ບໍ່​ເຊື່ອຟັງ​ເພິ່ນ​ເລື້ອຍໆ​ແລະ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ ແຕ່​ເມື່ອ​ເຂົາເຈົ້າ​ກັບໃຈ​ແລະ​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ ເພິ່ນ​ກໍ​ຊ່ວຍ​ເຂົາເຈົ້າ​ທຸກ​ເທື່ອ. ເປັນ​ຫຍັງ? ເພິ່ນ​ເຮັດ​ແບບ​ນັ້ນ “ຍ້ອນ​ເພິ່ນ​ອີ່ຕົນ​ປະຊາຊົນ​ຂອງ​ເພິ່ນ.”—2 ຂ່າວຄາວ 36:15; ພວກ​ຜູ້​ຕັດສິນ 2:11-16

10 ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຈາກ​ຕົວຢ່າງ​ຂອງ​ເຢັບທາ. ຍ້ອນ​ພວກ​ອິດສະຣາເອນ​ນະມັດສະການ​ພະ​ປອມ ພະ​ເຢໂຫວາ​ຈຶ່ງ​ປ່ອຍ​ໃຫ້​ພວກ​ອຳໂມນ​ກົດຂີ່​ເຂົາເຈົ້າ​ດົນ​ຮອດ 18 ປີ. ໃນ​ທີ່​ສຸດ​ພວກ​ອິດສະຣາເອນ​ກໍ​ກັບໃຈ. ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ: “ເຂົາເຈົ້າ​ຈຶ່ງ​ກຳຈັດ​ຮູບ​ພະ​ຕ່າງໆ​ໃຫ້​ໝົດ​ໄປ​ແລະ​ເລີ່ມ​ນະມັດສະການ​ພະ​ເຢໂຫວາ​ອີກ ເພື່ອ​ເພິ່ນ​ຈະ​ທົນ​ບໍ່​ໄດ້​ທີ່​ເຫັນ​ພວກ​ອິດສະຣາເອນ​ທຸກ​ລຳບາກ.” (ພວກ​ຜູ້​ຕັດສິນ 10:6-16) ເມື່ອ​ເຂົາເຈົ້າ​ກັບໃຈ​ແທ້ໆ ພະ​ເຢໂຫວາ​ກໍ​ທົນ​ບໍ່​ໄດ້​ອີກ​ຕໍ່​ໄປ​ທີ່​ຈະ​ເຫັນ​ເຂົາເຈົ້າ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ​ຢູ່. ພະ​ເຢໂຫວາ​ສະແດງ​ຄວາມ​ອີ່ຕົນ​ຕໍ່ພວກ​ອິດສະຣາເອນ​ໂດຍ​ໃຊ້​ເຢັບທາ​ຊ່ວຍ​ເຂົາເຈົ້າ​ໃຫ້​ພົ້ນ​ຈາກ​ສັດຕູ.—ພວກ​ຜູ້​ຕັດສິນ 11:30-33

11. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ອີ່ຕົນ​ຕໍ່​ພວກ​ອິດສະຣາເອນ?

11 ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ອີ່ຕົນ​ຕໍ່​ພວກ​ອິດສະຣາເອນ? ເຮົາ​ໄດ້​ຮຽນ​ວ່າ​ການ​ສະແດງ​ຄວາມ​ອີ່ຕົນ​ບໍ່​ແມ່ນ​ແຕ່​ຄວາມ​ຮູ້ສຶກ​ເສຍໃຈ​ເມື່ອ​ເຫັນ​ຄົນ​ອື່ນ​ເຈິ​ຄວາມ​ລຳບາກ​ເທົ່າ​ນັ້ນ. ໃຫ້​ເຮົາ​ຄິດ​ເຖິງ​ຕົວຢ່າງ​ຂອງ​ແມ່​ທີ່​ເວົ້າ​ເຖິງ​ໃນ​ຕອນ​ທຳອິດ. ເມື່ອ​ລູກ​ຮ້ອງ​ໄຫ້ ລາວ​ກໍ​ເຂົ້າ​ໄປ​ຊ່ວຍ​ຍ້ອນ​ອີ່ຕົນ​ລູກ. ຄ້າຍຄື​ກັນ ເມື່ອ​ພະ​ເຢໂຫວາ​ໄດ້​ຍິນ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ປະຊາຊົນ​ຂອງ​ເພິ່ນ ເພິ່ນ​ກໍ​ຊ່ວຍ​ຍ້ອນ​ວ່າ​ອີ່ຕົນ​ເຂົາເຈົ້າ. ນອກ​ຈາກນັ້ນ ເຮົາ​ຍັງ​ໄດ້​ຮຽນ​ອີກ​ວ່າ​ຄົນ​ທີ່​ສະແດງ​ຄວາມ​ອີ່ຕົນ​ບໍ່​ແມ່ນ​ຄົນ​ອ່ອນແອ. ຍ້ອນ​ພະ​ເຢໂຫວາ​ຮູ້ສຶກ​ອີ່ຕົນ​ພວກ​ອິດສະຣາເອນ ເພິ່ນ​ເລີຍ​ຕໍ່ສູ້​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ພົ້ນ​ຈາກ​ພວກ​ສັດຕູ. ແຕ່​ພະ​ເຢໂຫວາ​ສະແດງ​ຄວາມ​ອີ່ຕົນ​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເປັນ​ກຸ່ມ​ເທົ່າ​ນັ້ນ​ບໍ?

ພະ​ເຢໂຫວາ​ອີ່ຕົນ​ເຮົາ​ແຕ່​ລະ​ຄົນ

12. ກົດໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ພວກ​ອິດສະຣາເອນ​ສະແດງ​ວ່າ​ເພິ່ນ​ອີ່ຕົນ​ປະຊາຊົນ​ຂອງ​ເພິ່ນ​ເປັນ​ແຕ່​ລະ​ຄົນ​ແນວ​ໃດ?

12 ກົດໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ພວກ​ອິດສະຣາເອນ​ສະແດງ​ວ່າ​ເພິ່ນ​ສະແດງ​ຄວາມ​ອີ່ຕົນ​ຕໍ່​ປະຊາຊົນ​ຂອງ​ເພິ່ນ​ເປັນ​ແຕ່​ລະ​ຄົນ​ນຳ. ຕົວຢ່າງ​ເຊັ່ນ ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ຄົນ​ທຸກ​ຫຼາຍ​ສ່ຳ​ໃດ. ພະ​ເຢໂຫວາ​ຮູ້​ວ່າ​ອາດ​ມີ​ເຫດການ​ທີ່​ບໍ່​ໄດ້​ຄາດ​ຄິດ​ເກີດຂຶ້ນ​ທີ່​ເຮັດ​ໃຫ້​ບາງ​ຄົນ​ກາຍ​ເປັນ​ຄົນ​ທຸກ. ພວກ​ອິດສະຣາເອນ​ຄວນ​ປະຕິບັດ​ກັບ​ຄົນ​ທຸກ​ແນວ​ໃດ? ພະ​ເຢໂຫວາ​ສັ່ງ​ເຂົາເຈົ້າ​ວ່າ: “ຢ່າ​ໃຈ​ດຳ​ແລະ​ບໍ່​ຊ່ວຍ​ເຫຼືອ​ລາວ. ເຈົ້າ​ຕ້ອງ​ເອື້ອເຟື້ອ ໃຫ້​ລາວ​ຢືມ​ໂດຍ​ບໍ່​ຄິດ​ເສຍດາຍ. ຖ້າ​ເຈົ້າ​ເຮັດ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ກໍ​ຊິ​ອວຍພອນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ.” (ພະ​ບັນຍັດ 15:7, 10) ພະ​ເຢໂຫວາ​ຍັງ​ສັ່ງ​ເຂົາເຈົ້າ​ບໍ່​ໃຫ້​ກ່ຽວ​ເຂົ້າ​ຢູ່​ແຄມ​ຄັນ​ນາ​ຈົນ​ໝົດ ຫຼື​ເກັບ​ສ່ວນ​ທີ່​ເຫຼືອ​ຈາກ​ການ​ກ່ຽວ​ເພື່ອ​ຄົນ​ທຸກ​ຈະ​ມີ​ໂອກາດ​ເກັບ​ເຂົ້າ​ທີ່​ເຮ່ຍ​ຫຼື​ເຂົ້າ​ທີ່​ເຫຼືອ​ໄດ້. (ລະບຽບ​ພວກ​ເລວີ 23:22; ນາງ​ຣຸດ 2:2-7) ເມື່ອ​ພວກ​ອິດສະຣາເອນ​ເຊື່ອຟັງ​ກົດໝາຍ​ນີ້ ຄົນ​ທຸກ​ກໍ​ບໍ່​ຕ້ອງ​ເປັນ​ຂໍ​ທານ. ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ອີ່ຕົນ​ຄົນ​ທີ່​ກຳລັງ​ລຳບາກ.

13, 14. (ກ) ຄຳເວົ້າ​ຂອງ​ດາວິດ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ເຮົາ​ແຕ່​ລະ​ຄົນ​ຫຼາຍ​ແທ້ໆ? (ຂ) ມີ​ຕົວຢ່າງ​ຫຍັງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຢູ່​ໃກ້​ຄົນ​ທີ່ “ຫົວໃຈ​ແຕກ​ສະຫຼາຍ” ແລະ “ທໍ້ໃຈ​ແຮງ”?

13 ໃນ​ທຸກ​ມື້​ນີ້ ພະເຈົ້າ​ກໍ​ຍັງ​ຮັກ​ແລະ​ເປັນ​ຫ່ວງ​ເຮົາ​ແຕ່​ລະ​ຄົນ​ນຳ. ເຮົາ​ໝັ້ນໃຈ​ໄດ້​ວ່າ​ເພິ່ນ​ຮູ້​ວ່າ​ເຮົາ​ຕ້ອງ​ເຈິ​ກັບ​ບັນຫາ​ຫຍັງ​ແດ່. ດາວິດ​ຜູ້​ຂຽນ​ປຶ້ມ​ເພງ​ສັນລະເສີນ​ບອກ​ວ່າ: “ພະ​ເຢໂຫວາ​ເຝົ້າ​ເບິ່ງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ເພິ່ນ​ຟັງ​ຄຳ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ເຂົາເຈົ້າ. ພະ​ເຢໂຫວາ​ຢູ່​ໃກ້​ຄົນ​ທີ່​ຫົວໃຈ​ແຕກ​ສະຫຼາຍ. ເພິ່ນ​ຊ່ວຍ​ຄົນ​ທີ່​ທໍ້ໃຈ​ແຮງ.” (ເພງ​ສັນລະເສີນ 34:15, 18) ນັກ​ວິຊາການ​ດ້ານ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ອະທິບາຍ​ຄຳ​ວ່າ: “ຫົວໃຈ​ແຕກ​ສະຫຼາຍ” ແລະ “ທໍ້ໃຈ​ແຮງ” ໃຊ້ກັບ​ຄົນ​ທີ່​ທໍ້ໃຈ​ຍ້ອນ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ໂຕເອງ​ແລະ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄ່າ. ເຂົາເຈົ້າ​ອາດ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຢູ່​ໄກ​ແລະ​ຄິດ​ວ່າ​ໂຕເອງ​ບໍ່​ມີ​ຄ່າ​ພໍ​ທີ່​ເພິ່ນ​ຈະ​ສົນໃຈ ແຕ່​ເພິ່ນ​ບໍ່​ໄດ້​ຄິດ​ແບບ​ນັ້ນ. ຄຳເວົ້າ​ຂອງ​ດາວິດ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຖິ້ມ​ຄົນ​ທີ່​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄ່າ. ພະເຈົ້າ​ຜູ້​ທີ່​ມີ​ຄວາມ​ອີ່ຕົນ​ຮູ້​ວ່າ​ຕອນ​ນັ້ນ​ແຫຼະ​ເປັນ​ເວລາ​ທີ່​ເຮົາ​ຕ້ອງການ​ເພິ່ນ​ຫຼາຍ​ທີ່​ສຸດ ແລະ​ເພິ່ນ​ກໍ​ຢູ່​ໃກ້​ເຮົາ.

14 ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ໜຶ່ງ​ນຳ​ກັນ. ແມ່​ຄົນ​ໜຶ່ງ​ໃນ​ອາເມຣິກາ​ຟ້າວ​ພາ​ລູກ​ຊາຍ​ອາຍຸ 2 ປີ​ໄປ​ໂຮງໝໍ​ຍ້ອນ​ຫາຍໃຈ​ບໍ່​ອອກ. ຫຼັງ​ຈາກ​ທີ່​ໝໍ​ກວດ​ເບິ່ງ​ອາການ​ແລ້ວ ລາວ​ບອກ​ວ່າ​ເດັກນ້ອຍ​ຕ້ອງ​ໄດ້​ນອນ​ໂຮງໝໍ. ເຈົ້າ​ຄິດ​ວ່າ​ຄືນ​ນັ້ນ​ແມ່​ຈະ​ຢູ່​ໃສ? ແນ່ນອນ ແມ່​ຈະ​ນັ່ງ​ຢູ່​ຂ້າງ​ຕຽງ​ລູກ​ຊາຍ​ຢູ່​ໂຮງໝໍ. ລູກ​ຂອງ​ລາວ​ບໍ່​ສະບາຍ​ແລະ​ລາວ​ກໍ​ຢາກ​ຢູ່​ໃກ້ໆ​ລູກ. ສິ່ງ​ທີ່​ແມ່​ເຮັດ​ເປັນ​ການ​ຮຽນ​ແບບ​ຄວາມ​ອີ່ຕົນ​ຂອງ​ພະ​ເຢໂຫວາ​ຍ້ອນ​ເຮົາ​ຖືກ​ສ້າງ​ໃຫ້​ຄ້າຍຄື​ກັບ​ເພິ່ນ. (ປະຖົມມະການ 1:26) ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ຮັກ​ແລະ​ເປັນ​ຫ່ວງ​ເຮົາ​ຫຼາຍ​ແທ້ໆ. ຄຳເວົ້າ​ທີ່​ໜ້າ​ປະທັບໃຈ​ໃນ​ເພງ​ສັນລະເສີນ 34:18 ບອກ​ເຮົາ​ວ່າ ເມື່ອ​ເຮົາ “ຫົວໃຈ​ແຕກ​ສະຫຼາຍ” ຫຼື “ທໍ້ໃຈ​ແຮງ” ພະ​ເຢໂຫວາ​ກໍ “ຢູ່​ໃກ້” ເຮົາ. ເພິ່ນ​ອີ່ຕົນ​ເຮົາ​ແລະ​ພ້ອມ​ຈະ​ຊ່ວຍ​ເຮົາ​ສະເໝີ​ຄື​ກັບ​ພໍ່​ທີ່​ຮັກ​ເຮົາ.

15. ພະ​ເຢໂຫວາ​ຊ່ວຍ​ເຮົາ​ແຕ່​ລະ​ຄົນ​ແນວ​ໃດ?

15 ແລ້ວ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ແຕ່​ລະ​ຄົນ​ແນວ​ໃດ? ເພິ່ນ​ບໍ່​ໄດ້​ເຮັດ​ໃຫ້​ບັນຫາ​ທຸກ​ຢ່າງ​ຂອງ​ເຮົາ​ໝົດ​ໄປ ແຕ່​ເພິ່ນ​ກຽມ​ຫຼາຍ​ຢ່າງ​ເພື່ອ​ຊ່ວຍ​ຄົນ​ທີ່​ຂໍ​ໃຫ້​ເພິ່ນ​ຊ່ວຍ. ຕົວຢ່າງ​ເຊັ່ນ ເພິ່ນ​ໃຫ້​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ມີ​ປະໂຫຍດ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ບັນຫາ​ຕ່າງໆ​ໄດ້ ແລະ​ເພິ່ນ​ຍັງ​ໃຫ້​ມີ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ​ທີ່​ພ້ອມ​ຈະ​ຊ່ວຍ​ເຫຼືອ​ເຮົາ​ຍ້ອນ​ເຂົາເຈົ້າ​ພະຍາຍາມ​ເຕັມທີ​ທີ່​ຈະ​ຮຽນ​ແບບ​ຄວາມ​ອີ່ຕົນ​ຂອງ​ພະ​ເຢໂຫວາ. (ຢາໂກໂບ 5:14, 15) ພະ​ເຢໂຫວາ​ເປັນ “ຜູ້​ຟັງ​ຄຳ​ອະທິດຖານ” ແລະ​ເພິ່ນ​ກໍ “ເອົາ​ພະລັງ​ບໍລິສຸດ​ໃຫ້​ຄົນ​ທີ່​ຂໍ​ນຳ​ເພິ່ນ.” (ເພງ​ສັນລະເສີນ 65:2; ລູກາ 11:13) ພະລັງ​ບໍລິສຸດ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ” ເພື່ອ​ຈະ​ອົດທົນ​ຈົນ​ກວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມາ​ແກ້ໄຂ​ບັນຫາ​ທັງໝົດ​ທີ່​ເຮັດ​ໃຫ້​ເຮົາ​ທຸກໃຈ. (2 ໂກຣິນໂທ 4:7) ເຮົາ​ຮູ້ສຶກ​ຂອບໃຈ​ຫຼາຍ​ແທ້ໆ​ສຳລັບ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ຈັດ​ກຽມ​ໃຫ້​ເຮົາ. ຂໍ​ໃຫ້​ຈື່​ວ່າ​ທັງໝົດ​ນີ້​ເປັນ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ອີ່ຕົນ​ເຮົາ.

16. ຕົວຢ່າງ​ຫຍັງ​ທີ່​ດີ​ທີ່​ສຸດ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ອີ່ຕົນ​ເຮົາ ແລະ​ເລື່ອງ​ນີ້​ສົ່ງ​ຜົນ​ແນວ​ໃດ​ຕໍ່​ເຈົ້າ?

16 ຕົວຢ່າງ​ທີ່​ດີ​ທີ່​ສຸດ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ອີ່ຕົນ​ເຮົາ​ແມ່ນ​ການ​ໃຫ້​ລູກ​ຊາຍ​ຜູ້​ທີ່​ເພິ່ນ​ຮັກ​ຫຼາຍ​ທີ່​ສຸດ​ມາ​ເປັນ​ຄ່າໄຖ່​ໃຫ້​ເຮົາ. ພະ​ເຢໂຫວາ​ເສຍ​ສະລະ​ດ້ວຍ​ຄວາມ​ຮັກ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ລອດ​ຈາກ​ບາບ​ແລະ​ຄວາມ​ຕາຍ. ເຮົາ​ຕ້ອງ​ບໍ່​ລືມ​ວ່າ​ຄ່າໄຖ່​ເປັນ​ຂອງຂວັນ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ເຮົາ​ເປັນ​ສ່ວນ​ໂຕ. ເຊຄາຣີຢາ​ພໍ່​ຂອງ​ໂຢຮັນ​ຜູ້​ໃຫ້​ຮັບ​ບັບເຕມາ​ເຂົ້າໃຈ​ໃນ​ເລື່ອງ​ນີ້​ແລະ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ຄ່າໄຖ່​ນີ້​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ “ເພິ່ນ . . . ອີ່ຕົນ​ເຂົາເຈົ້າ.”—ລູກາ 1:78

ຕອນ​ທີ່​ພະ​ເຢໂຫວາ​ບໍ່​ອີ່ຕົນ

17-19. (ກ) ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຄວາມ​ອີ່ຕົນ​ຂອງ​ພະ​ເຢໂຫວາ​ມີ​ຂີດ​ຈຳກັດ? (ຂ) ແມ່ນ​ຫຍັງ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ອີ່ຕົນ​ປະຊາຊົນ​ຂອງ​ເພິ່ນ​ອີກ​ຕໍ່​ໄປ?

17 ເຮົາ​ຄວນ​ຄິດ​ບໍ​ວ່າ​ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ອີ່ຕົນ​ແບບ​ບໍ່​ມີ​ຂີດ​ຈຳກັດ? ບໍ່. ກົງ​ກັນ​ຂ້າມ ຄຳພີ​ໄບເບິນ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ສະແດງ​ຄວາມ​ອີ່ຕົນ​ຕໍ່​ຄົນ​ທີ່​ຈົງໃຈ​ເຮັດ​ສິ່ງ​ທີ່​ເພິ່ນ​ບໍ່​ມັກ. (ເຮັບເຣີ 10:28) ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ເລື່ອງ​ນີ້​ຫຼາຍ​ຂຶ້ນ ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພວກ​ອິດສະຣາເອນ​ນຳ​ກັນ.

18 ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ພວກ​ອິດສະຣາເອນ​ຈາກ​ພວກ​ສັດຕູ​ຫຼາຍ​ເທື່ອ ແຕ່​ໃນ​ທີ່​ສຸດ​ເພິ່ນ​ກໍ​ບໍ່​ໄດ້​ອີ່ຕົນ​ເຂົາເຈົ້າ​ອີກ​ຕໍ່​ໄປ ຍ້ອນ​ເຂົາເຈົ້າ​ບໍ່​ຍອມ​ເຊົາ​ນົບ​ຮູບ​ບູຊາ​ແລະ​ເຖິງຂັ້ນ​ເອົາ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ! (ເອເຊກຽນ 5:11; 8:17, 18) ນອກ​ຈາກນັ້ນ ຄຳພີ​ໄບເບິນ​ຍັງ​ບອກ​ອີກ​ວ່າ: “ເຂົາເຈົ້າ​ເຍາະເຍີ້ຍ​ຜູ້​ສົ່ງ​ຂ່າວ​ຂອງ​ພະເຈົ້າ​ທ່ຽງແທ້ ດູຖູກ​ຄຳ​ເຕືອນ​ຂອງ​ເພິ່ນ ແລະ​ດູຖູກ​ຜູ້​ພະຍາກອນ​ຂອງ​ເພິ່ນ. ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຂົາເຈົ້າ​ຫຼາຍ​ຈົນ​ບໍ່​ມີ​ວິທີ​ທີ່​ຈະ​ຊ່ວຍ​ເຂົາເຈົ້າ​ໄດ້.” (2 ຂ່າວຄາວ 36:16) ພວກ​ອິດສະຣາເອນ​ເຮັດ​ຜິດ​ຈົນ​ເຖິງຂັ້ນ​ທີ່​ພະ​ເຢໂຫວາ​ບໍ່​ສາມາດ​ຈະ​ສະແດງ​ຄວາມ​ອີ່ຕົນ​ຕໍ່​ເຂົາເຈົ້າ​ໄດ້​ອີກ. ເຂົາເຈົ້າ​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ​ຫຼາຍ. ແລ້ວ​ຜົນ​ເປັນ​ແນວ​ໃດ?

19 ພະ​ເຢໂຫວາ​ບໍ່​ອີ່ຕົນ​ຄົນ​ຂອງ​ເພິ່ນ​ອີກ​ຕໍ່​ໄປ. ເພິ່ນ​ບອກ​ວ່າ: “ເຮົາ​ຈະ​ບໍ່​ຮູ້ສຶກ​ເສຍໃຈ ບໍ່​ອີ່ຕົນ​ແລະ​ບໍ່​ເມດຕາ​ເຂົາເຈົ້າ​ເລີຍ ແລະ​ຈະ​ບໍ່​ມີ​ຫຍັງ​ມາ​ຢຸດ​ເຮົາ​ບໍ່​ໃຫ້​ທຳລາຍ​ເຂົາເຈົ້າ​ໄດ້.” (ເຢເຣມີຢາ 13:14) ດັ່ງນັ້ນ ເມືອງ​ເຢຣູຊາເລັມ​ແລະ​ວິຫານ​ຈຶ່ງ​ຖືກ​ທຳລາຍ ແລະ​ພວກ​ອິດສະຣາເອນ​ກໍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ປະເທດ​ບາບີໂລນ. ເປັນ​ເລື່ອງ​ໜ້າ​ເສຍດາຍ​ແທ້ໆ​ທີ່​ມະນຸດ​ບໍ່​ຍອມ​ເຊື່ອຟັງ​ຈົນ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ອີ່ຕົນ​ເຂົາເຈົ້າ​ອີກ​ຕໍ່​ໄປ.—ເພງ​ໂສກເສົ້າ 2:21

20, 21. (ກ) ຈະ​ມີ​ຫຍັງ​ເກີດຂຶ້ນ​ຖ້າ​ພະ​ເຢໂຫວາ​ບໍ່​ສະແດງ​ຄວາມ​ອີ່ຕົນ​ອີກ​ຕໍ່​ໄປ? (ຂ) ໃນ​ບົດ​ຕໍ່​ໄປ​ເຮົາ​ຈະ​ເບິ່ງ​ເລື່ອງ​ຫຍັງ​ທີ່​ກ່ຽວກັບ​ຄວາມ​ເມດຕາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ?

20 ແລ້ວ​ໃນ​ທຸກ​ມື້​ນີ້​ເດ້ ພະ​ເຢໂຫວາ​ຍັງ​ຮູ້ສຶກ​ແບບ​ນັ້ນ​ບໍ? ພະ​ເຢໂຫວາ​ຍັງ​ຄື​ເກົ່າ ເພິ່ນ​ບໍ່​ເຄີຍ​ປ່ຽນ. ຍ້ອນ​ອີ່ຕົນ​ຄົນ ພະ​ເຢໂຫວາ​ຈຶ່ງ​ໃຫ້​ພະຍານ​ຂອງ​ເພິ່ນ​ປະກາດ “ຂ່າວ​ດີ​ເລື່ອງ​ການ​ປົກຄອງ” ຂອງ​ເພິ່ນ​ໄປ​ທົ່ວ​ໂລກ. (ມັດທາຍ 24:14) ເມື່ອ​ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ​ຢາກ​ຮຽນ​ຮູ້​ກ່ຽວກັບ​ເພິ່ນ ເພິ່ນ​ກໍ​ຊ່ວຍ​ເຂົາເຈົ້າ​ໃຫ້​ເຂົ້າໃຈ​ຄວາມ​ຈິງ. (ກິດຈະການ 16:14) ແຕ່​ວຽກ​ປະກາດ​ຈະ​ບໍ່​ໄດ້​ເຮັດ​ໄປ​ຕະຫຼອດ​ດອກ. ຖ້າ​ພະ​ເຢໂຫວາ​ປ່ອຍ​ໃຫ້​ຄົນ​ຊົ່ວ​ເຮັດ​ແນວ​ບໍ່​ດີ​ແລະ​ເຮັດ​ໃຫ້​ຄົນ​ອື່ນ​ລຳບາກ​ຕໍ່​ໄປ​ກໍ​ສ່ຳ​ກັບ​ວ່າ​ເພິ່ນ​ບໍ່​ໄດ້​ສະແດງ​ຄວາມ​ອີ່ຕົນ. ເມື່ອ​ພະ​ເຢໂຫວາ​ຕັດສິນ​ວ່າ​ຈະ​ບໍ່​ອີ່ຕົນ​ອີກ​ຕໍ່​ໄປ ເພິ່ນ​ກໍ​ຈະ​ທຳລາຍ​ໂລກ​ຊົ່ວ​ນີ້. ແຕ່​ການ​ທີ່​ເພິ່ນ​ເຮັດ​ແບບ​ນັ້ນ​ກໍ​ເປັນ​ການ​ສະແດງ​ຄວາມ​ອີ່ຕົນ​ນຳ ເພາະເພິ່ນ​ຈະ​ເຮັດ​ໃຫ້ “ຊື່​ທີ່​ບໍລິສຸດ” ຂອງ​ເພິ່ນ​ໄດ້​ຮັບ​ການ​ຍົກຍ້ອງ​ແລະ​ຈະ​ຊ່ວຍ​ຄົນ​ທີ່​ຮັກ​ເພິ່ນ​ໃຫ້​ລອດ. (ເອເຊກຽນ 36:20-23) ພະ​ເຢໂຫວາ​ຈະ​ກຳຈັດ​ຄວາມ​ຊົ່ວ​ແລະ​ຈະ​ເຮັດ​ໃຫ້​ທົ່ວ​ໂລກ​ມີ​ແຕ່​ສິ່ງ​ທີ່​ຖືກຕ້ອງ. ພະ​ເຢໂຫວາ​ບອກ​ກັບ​ຄົນ​ຊົ່ວ​ວ່າ: “ເຮົາ​ຈະ​ບໍ່​ອີ່ຕົນ​ແລະ​ບໍ່​ສົນໃຈ​ເຂົາເຈົ້າ. ເຮົາ​ຈະ​ໃຫ້​ເຂົາເຈົ້າ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ໂຕເອງ.”—ເອເຊກຽນ 9:10

21 ກ່ອນ​ຈະ​ຮອດ​ຕອນ​ນັ້ນ ພະ​ເຢໂຫວາ​ຍັງ​ຮູ້ສຶກ​ອີ່ຕົນ​ຄົນ ແມ່ນ​ແຕ່​ຄົນ​ເຫຼົ່າ​ນັ້ນ​ທີ່​ອາດຈະ​ຖືກ​ທຳລາຍ​ໄປ​ພ້ອມ​ກັບ​ໂລກ​ຊົ່ວ​ນີ້. ແຕ່​ຄົນ​ທີ່​ກັບໃຈ​ແທ້ໆ​ຈະ​ໄດ້​ປະໂຫຍດ​ຈາກ​ຄວາມ​ເມດຕາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ເຊິ່ງ​ກໍ​ແມ່ນ​ການ​ໃຫ້​ອະໄພ. ໃນ​ບົດ​ຕໍ່​ໄປ​ເຮົາ​ຈະ​ເບິ່ງ​ບາງ​ຕົວຢ່າງ​ທີ່​ດີ​ແທ້ໆ​ໃນ​ຄຳພີ​ໄບເບິນ​ທີ່​ເຮັດ​ໃຫ້​ເຮົາ​ເຫັນ​ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ.

a ໜ້າສົນໃຈ​ຢູ່​ເພງ​ສັນລະເສີນ 103:13 ຄຳ​ໃນ​ພາສາ​ເຮັບເຣີ​ຣາຄຳ ໝາຍ​ຄວາມ​ວ່າ​ຄວາມ​ເມດຕາ​ຫຼື​ຄວາມ​ອີ່ຕົນ​ທີ່​ພໍ່​ມີ​ຕໍ່​ລູກ.