ບົດທີ 26
ພະເຈົ້າ “ພ້ອມຈະໃຫ້ອະໄພ”
1-3. (ກ) ແມ່ນຫຍັງທີ່ເປັນຄືກັບພາລະໜັກສຳລັບດາວິດ ແລະແມ່ນຫຍັງຊ່ວຍລາວໃຫ້ມີກຳລັງໃຈ? (ຂ) ແມ່ນຫຍັງເປັນຄືກັບພາລະໜັກສຳລັບເຮົາເມື່ອເຮົາເຮັດຜິດຮ້າຍແຮງ ແລະພະເຢໂຫວາຮັບຮອງກັບເຮົາແນວໃດ?
ດາວິດຜູ້ຂຽນປຶ້ມເພງສັນລະເສີນໄດ້ຂຽນວ່າ: “ຄວາມຜິດຂອງລູກຖ້ວມຫົວລູກແລ້ວ. ມັນເປັນຄືກັບພາລະໜັກຫຼາຍໂພດຈົນລູກແບກບໍ່ໄຫວ. ລູກທຸກໃຈຫຼາຍຈົນຊາໄປໝົດໂຕແລ້ວ ລູກເຈັບປວດໃຈຫຼາຍຈົນຮ້ອງຄາງອອກມາ.” (ເພງສັນລະເສີນ 38:4, 8) ດາວິດຮູ້ວ່າເມື່ອຮູ້ສຶກຜິດຍ້ອນເຮັດຜິດຮ້າຍແຮງ ມັນກໍເປັນຄືກັບພາລະໜັກທີ່ລາວກຳລັງແບກໄວ້ ແຕ່ກໍມີບາງຢ່າງທີ່ເຮັດໃຫ້ລາວໄດ້ຮັບກຳລັງໃຈ. ລາວເຂົ້າໃຈວ່າເຖິງວ່າພະເຢໂຫວາຊັງການເຮັດຜິດຮ້າຍແຮງ ແຕ່ເພິ່ນກໍບໍ່ໄດ້ຊັງຄົນທີ່ເຮັດຜິດຖ້າຄົນນັ້ນກັບໃຈແທ້ໆແລະເຊົາເຮັດຜິດ. ຍ້ອນໝັ້ນໃຈວ່າພະເຢໂຫວາເຕັມໃຈສະແດງຄວາມເມດຕາຕໍ່ຜູ້ທີ່ກັບໃຈແທ້ໆ ດາວິດຈຶ່ງເວົ້າໄດ້ວ່າ: “ພະເຢໂຫວາ . . . ພ້ອມທີ່ຈະໃຫ້ອະໄພ.”—ເພງສັນລະເສີນ 86:5
2 ເມື່ອເຮັດຜິດຮ້າຍແຮງ ເຮົາກໍອາດຮູ້ສຶກຜິດເຊິ່ງເປັນຄືກັບພາລະໜັກທີ່ເຮົາແບກໄວ້. ທີ່ຈິງ ຄວາມຮູ້ສຶກແບບນີ້ເປັນສິ່ງທີ່ດີຍ້ອນມັນຈະກະຕຸ້ນເຮົາໃຫ້ພະຍາຍາມແກ້ໄຂສິ່ງທີ່ເຮົາເຮັດຜິດພາດໄປ. ແຕ່ຖ້າເຮົາຈົມຢູ່ກັບຄວາມຮູ້ສຶກຜິດນັ້ນບໍ່ເຊົາ ມັນກໍອັນຕະລາຍ ຍ້ອນເຮົາອາດຄິດວ່າພະເຢໂຫວາບໍ່ມີທາງໃຫ້ອະໄພເຮົາເຖິງວ່າເຮົາຈະກັບໃຈແລ້ວກໍຕາມ. ຖ້າເຮົາ “ຈົມຢູ່ກັບຄວາມໂສກເສົ້າຫຼາຍໂພດ” ຊາຕານກໍອາດພະຍາຍາມເຮັດໃຫ້ເຮົາເຊົາຮັບໃຊ້ພະເຢໂຫວາ ແລະຮູ້ສຶກເອົາເອງວ່າໂຕເອງບໍ່ມີຄ່າພໍຫຼືບໍ່ດີພໍທີ່ຈະຮັບໃຊ້ເພິ່ນ.—2 ໂກຣິນໂທ 2:5-11
3 ພະເຢໂຫວາຄິດແບບນັ້ນແທ້ໆບໍ? ບໍ່! ການໃຫ້ອະໄພເປັນວິທີໜຶ່ງທີ່ເພິ່ນສະແດງຄວາມຮັກທີ່ຍິ່ງໃຫຍ່ຕໍ່ເຮົາ. ໃນຄຳພີໄບເບິນເພິ່ນຮັບຮອງກັບເຮົາວ່າຖ້າເຮົາກັບໃຈແທ້ໆ ເພິ່ນກໍເຕັມໃຈໃຫ້ອະໄພເຮົາ. (ສຸພາສິດ 28:13) ເພື່ອຈະຊ່ວຍເຮົາໃຫ້ໝັ້ນໃຈໃນເລື່ອງນີ້ ຂໍໃຫ້ເຮົາມາເບິ່ງວ່າເປັນຫຍັງພະເຢໂຫວາຈຶ່ງໃຫ້ອະໄພແລະເພິ່ນເຮັດແບບນັ້ນແນວໃດ.
ເຫດຜົນທີ່ພະເຢໂຫວາ “ພ້ອມຈະໃຫ້ອະໄພ”
4. ພະເຢໂຫວາບໍ່ລືມຫຍັງກ່ຽວກັບໂຕພວກເຮົາ ແລະເລື່ອງນີ້ເຮັດໃຫ້ເພິ່ນປະຕິບັດຕໍ່ພວກເຮົາແນວໃດ?
4 ພະເຢໂຫວາຮູ້ວ່າພວກເຮົາມີຂີດຈຳກັດຫຼາຍຢ່າງ. ເພງສັນລະເສີນ 103:14 ບອກວ່າ: “ເພິ່ນຮູ້ວ່າພວກເຮົາຖືກສ້າງມາແບບໃດ ແລະຈື່ວ່າພວກເຮົາເປັນແຕ່ຂີ້ດິນ.” ເພິ່ນບໍ່ໄດ້ລືມວ່າພວກເຮົາຖືກສ້າງມາຈາກຂີ້ດິນ ແລະພວກເຮົາເປັນຄົນບໍ່ສົມບູນແບບຈຶ່ງມີທ່າອ່ຽງທີ່ຈະເຮັດຜິດ. ຄຳເວົ້າທີ່ວ່າເພິ່ນຮູ້ວ່າ “ພວກເຮົາຖືກສ້າງມາແບບໃດ” ເຮັດໃຫ້ພວກເຮົາຄິດເຖິງຕົວຢ່າງໃນຄຳພີໄບເບິນທີ່ປຽບພະເຢໂຫວາເປັນຄືກັບຊ່າງປັ້ນໝໍ້ ແລະພວກເຮົາເປັນຄືກັບເຄື່ອງໃຊ້ທີ່ເປັນດິນດາກທີ່ເພິ່ນປັ້ນຂຶ້ນມາ. (ເຢເຣມີຢາ 18:2-6) ພະເຢໂຫວາຮູ້ວ່າບາບເຮັດໃຫ້ພວກເຮົາອ່ອນແອ ແລະບາງເທື່ອພວກເຮົາອາດຈະບໍ່ໄດ້ເຮັດຕາມຄຳແນະນຳຂອງເພິ່ນ ແຕ່ເພິ່ນກໍຍັງເຮັດດີກັບພວກເຮົາສະເໝີ.
5. ປຶ້ມໂຣມເວົ້າເຖິງອຳນາດຂອງບາບແນວໃດ?
5 ພະເຢໂຫວາເຂົ້າໃຈດີວ່າບາບມີພະລັງຫຼາຍສ່ຳໃດ. ຄຳພີໄບເບິນອະທິບາຍວ່າບາບມີອຳນາດຄວບຄຸມຄົນເຮົາແລະເຮັດໃຫ້ເຮົາຕາຍໄດ້. ໃນປຶ້ມໂຣມອັກຄະສາວົກໂປໂລບອກວ່າພວກເຮົາ “ຢູ່ໃຕ້ອຳນາດຂອງບາບ” ຄືກັບທະຫານຢູ່ໃຕ້ອຳນາດຂອງຜູ້ບັນຊາການ. (ໂຣມ 3:9) ບາບມີ “ອຳນາດ” ປົກຄອງມະນຸດຄືກັບກະສັດ. (ໂຣມ 5:21) ບາບ “ຢູ່ໃນ” ໂຕເຮົາ. (ໂຣມ 7:17, 20) ເຮົາຢູ່ໃຕ້ “ກົດຂອງບາບ” ທີ່ພະຍາຍາມຄວບຄຸມທຸກສິ່ງທີ່ເຮົາເຮັດ. (ໂຣມ 7:23, 25) ເຫັນໄດ້ແຈ້ງວ່າບາບທີ່ຢູ່ໃນໂຕເຮົາມີອຳນາດຫຼາຍແທ້ໆ!—ໂຣມ 7:21, 24
6, 7. (ກ) ພະເຢໂຫວາຮູ້ສຶກແນວໃດຕໍ່ຄົນທີ່ກັບໃຈ? (ຂ) ເປັນຫຍັງຈຶ່ງບໍ່ຖືກຕ້ອງທີ່ເຮົາຈະຄິດເອົາເອງວ່າພະເຈົ້າຈະໃຫ້ອະໄພທຸກເທື່ອທີ່ເຮົາເຮັດຜິດ?
6 ແມ່ນແລ້ວ ພະເຢໂຫວາຮູ້ວ່າເປັນໄປບໍ່ໄດ້ທີ່ພວກເຮົາຈະເຊື່ອຟັງເພິ່ນໄດ້ຢ່າງສົມບູນແບບ ເຖິງວ່າພວກເຮົາຈະພະຍາຍາມຫຼາຍສ່ຳໃດກໍຕາມ. ເພິ່ນຮັບຮອງດ້ວຍຄວາມຮັກວ່າຖ້າເຮົາກັບໃຈແທ້ໆແລະຂໍໃຫ້ເພິ່ນຍົກໂທດໃຫ້ເຮົາ ເພິ່ນກໍຈະຍົກໂທດໃຫ້ເຮົາ. ເພງສັນລະເສີນ 51:17 ບອກວ່າ: “ເຄື່ອງບູຊາທີ່ພະເຈົ້າພໍໃຈແມ່ນຫົວໃຈທີ່ສຳນຶກຜິດ. ພະອົງຕ້ອນຮັບຄົນຖ່ອມທີ່ເຈັບປວດໃຈ.” ພະເຢໂຫວາຈະບໍ່ມີທາງປະຕິເສດ “ຄົນຖ່ອມທີ່ເຈັບປວດໃຈ” ຍ້ອນລາວຮູ້ສຶກຜິດ.
7 ແຕ່ນີ້ກໍບໍ່ໄດ້ໝາຍຄວາມວ່າເຮົາຈະໃຊ້ຄວາມເມດຕາຂອງພະເຢໂຫວາມາເປັນຂໍ້ອ້າງເພື່ອເຮັດຜິດ. ພະເຢໂຫວາບໍ່ໄດ້ເບິ່ງຂ້າມຄວາມຜິດທີ່ເຮົາເຮັດ ແລະຄວາມເມດຕາຂອງເພິ່ນກໍມີຂີດຈຳກັດ. ເພິ່ນຈະບໍ່ມີທາງໃຫ້ອະໄພຄົນທີ່ຕັ້ງໃຈເຮັດຜິດແລະບໍ່ກັບໃຈ. (ເຮັບເຣີ 10:26) ແຕ່ຖ້າເພິ່ນເຫັນຄົນໜຶ່ງກັບໃຈແທ້ໆ ເພິ່ນກໍພ້ອມທີ່ຈະໃຫ້ອະໄພ. ຕອນນີ້ ຂໍໃຫ້ເຮົາມາເບິ່ງຕົວຢ່າງປຽບທຽບໃນຄຳພີໄບເບິນທີ່ຊ່ວຍເຮົາໃຫ້ເຂົ້າໃຈຄວາມຮັກທີ່ຍິ່ງໃຫຍ່ຂອງພະເຈົ້າ.
ພະເຢໂຫວາໃຫ້ອະໄພຫຼາຍສ່ຳໃດ?
8. ຈາກເພງສັນລະເສີນ 32:5 ພະເຢໂຫວາເຮັດຫຍັງເມື່ອເພິ່ນຍົກໂທດໃຫ້ເຮົາ ແລະເລື່ອງນີ້ເຮັດໃຫ້ເຮົາຮູ້ສຶກແນວໃດ?
8 ຫຼັງຈາກດາວິດໄດ້ກັບໃຈແລ້ວ ລາວບອກວ່າ: “ໃນທີ່ສຸດ ລູກກໍສາລະພາບຄວາມຜິດຂອງລູກໃຫ້ພະອົງຟັງ. ລູກບໍ່ໄດ້ປົກປິດຄວາມຜິດຂອງລູກເລີຍ . . . ແລະພະອົງກໍຍົກໂທດໃຫ້ລູກ.” (ເພງສັນລະເສີນ 32:5) ຄຳວ່າ “ຍົກໂທດ” ໃນພາສາເຮັບເຣີໝາຍເຖິງ “ຍົກຂຶ້ນ” ຫຼື “ເອົາໄປ.” ການໃຊ້ຄຳນີ້ໃນຂໍ້ນີ້ສະແດງເຖິງການເອົາ “ຄວາມຜິດ ຫຼືບາບ” ອອກໄປ. ຄວາມຈິງແລ້ວ ດາວິດຮູ້ສຶກຄືກັບວ່າພະເຢໂຫວາຍົກບາບອອກໄປ. ເລື່ອງນີ້ຄືຊິເຮັດໃຫ້ດາວິດຮູ້ສຶກດີຂຶ້ນແທ້ໆ. (ເພງສັນລະເສີນ 32:3) ເຮົາກໍຄືກັນ ເຮົາໝັ້ນໃຈໄດ້ວ່າຖ້າເຮົາຂໍໃຫ້ພະເຈົ້າຍົກໂທດໃຫ້ເຮົາໂດຍທາງຄ່າໄຖ່ຂອງພະເຢຊູ ພະເຈົ້າກໍຈະຍົກໂທດໃຫ້ເຮົາ.—ມັດທາຍ 20:28
9. ພະເຢໂຫວາໃຫ້ອະໄພຄວາມຜິດຂອງເຮົາຫຼາຍສ່ຳໃດ?
9 ດາວິດໃຊ້ອີກຕົວຢ່າງໜຶ່ງທີ່ໃຫ້ເຫັນພາບຈະແຈ້ງວ່າພະເຢໂຫວາໃຫ້ອະໄພເຮົາຫຼາຍສ່ຳໃດ ລາວເວົ້າວ່າ: “ທິດຕາເວັນອອກໄກຈາກທິດຕາເວັນຕົກຫຼາຍສ່ຳໃດ ເພິ່ນກໍເອົາຄວາມຜິດຂອງພວກເຮົາໄປໄກຫຼາຍສ່ຳນັ້ນ.” (ເພງສັນລະເສີນ 103:12) ແລ້ວທິດຕາເວັນອອກໄກຈາກທິດຕາເວັນຕົກຫຼາຍສ່ຳໃດ? ສອງທິດນີ້ຢູ່ໄກກັນຫຼາຍຈົນເຮົານຶກພາບບໍ່ອອກແລະບໍ່ມີທາງທີ່ຈະມາເຈິກັນໄດ້. ນັກວິຊາການຄົນໜຶ່ງໃຫ້ຂໍ້ສັງເກດວ່າຂໍ້ຄວາມນີ້ໝາຍເຖິງ “ໄລຍະທາງທີ່ໄກກັນຫຼາຍຈົນເຮົານຶກພາບບໍ່ໄດ້.” ພະເຢໂຫວາດົນໃຈໃຫ້ດາວິດຂຽນແບບນີ້ເພື່ອຊ່ວຍໃຫ້ເຮົາເຂົ້າໃຈວ່າ ເມື່ອເພິ່ນໃຫ້ອະໄພ ເພິ່ນກໍເອົາຄວາມຜິດຂອງເຮົາໄປບັກໄກໆເລີຍ.
10. ເມື່ອພະເຢໂຫວາຍົກໂທດຄວາມຜິດໃຫ້ເຮົາແລ້ວ ເປັນຫຍັງເຮົາບໍ່ຄວນຮູ້ສຶກຜິດໄປຕະຫຼອດຊີວິດ?
10 ເຈົ້າເຄີຍພະຍາຍາມຊັກຜ້າສີຂາວທີ່ມີຮອຍເປື້ອນອອກບໍ? ເຖິງວ່າເຈົ້າຈະພະຍາຍາມຫຼາຍສ່ຳໃດເພື່ອໃຫ້ຮອຍເປື້ອນອອກ ແຕ່ມັນກໍບໍ່ອອກ. ຂໍໃຫ້ສັງເກດເບິ່ງວ່າພະເຢໂຫວາໃຫ້ອະໄພເຮົາແນວໃດ ເພິ່ນບອກວ່າ: “ເຖິງວ່າຄວາມຜິດຂອງພວກເຈົ້າເປັນສີແດງຄືກັບເລືອດ. ເຮົາກໍຈະເຮັດໃຫ້ມັນຂາວຄືກັບຫິມະ. ເຖິງວ່າຄວາມຜິດຂອງພວກເຈົ້າເປັນຄືກັບຜ້າສີແດງສົດ ເຮົາກໍຈະເຮັດໃຫ້ມັນຂາວຄືກັບຂົນແກະ.” (ເອຊາຢາ 1:18) ຄຳວ່າ “ສີແດງສົດ” ໝາຍເຖິງສີແດງແຈດເຊິ່ງເປັນສີທີ່ໃຊ້ຍ້ອມຜ້າ. a (ນາຮູມ 2:3) ເຮົາບໍ່ມີທາງລຶບຮອຍເປື້ອນຂອງຄວາມຜິດໄດ້ດ້ວຍໂຕເອງ. ແຕ່ພະເຢໂຫວາສາມາດເອົາຄວາມຜິດທີ່ເປັນຄືກັບສີແດງສົດແລະສີແດງເຂັ້ມທີ່ຄືກັບເລືອດອອກໄປໄດ້ ແລະເພິ່ນຍັງເຮັດໃຫ້ ຄວາມຜິດນັ້ນຂາວຄືກັບຫິມະຫຼືຂົນແກະໄດ້. ເມື່ອພະເຢໂຫວາຍົກໂທດຄວາມຜິດໃຫ້ເຮົາແລ້ວ ເຮົາກໍບໍ່ຈຳເປັນຕ້ອງຮູ້ສຶກຜິດໄປຕະຫຼອດຊີວິດ.
11. ພະເຢໂຫວາໂຍນຄວາມຜິດຂອງເຮົາໄປທາງຫຼັງຂອງເພິ່ນໝາຍຄວາມວ່າແນວໃດ?
11 ຫຼັງຈາກທີ່ເຮເຊກີຢາເຊົາປ່ວຍຈາກພະຍາດທີ່ເຮັດໃຫ້ເຖິງຕາຍ ລາວກໍແຕ່ງເພງຂອບໃຈພະເຢໂຫວາ. ລາວບອກເພິ່ນວ່າ: “ພະອົງໂຍນຄວາມຜິດທັງໝົດຂອງລູກໄປທາງຫຼັງພະອົງ.” (ເອຊາຢາ 38:17) ໃນຂໍ້ນີ້ເຮເຊກີຢາເວົ້າຄືກັບວ່າພະເຢໂຫວາເອົາຄວາມຜິດຂອງລາວຖິ້ມໄປທາງຫຼັງຂອງເພິ່ນ. ເພິ່ນຈຶ່ງເບິ່ງບໍ່ເຫັນແລະບໍ່ຄິດເຖິງຄວາມຜິດນັ້ນອີກຕໍ່ໄປ. ວັດຈະນານຸກົມທີ່ອະທິບາຍຄຳພີໄບເບິນເຫຼັ້ມໜຶ່ງບອກວ່າຂໍ້ນີ້ອາດແປໄດ້ວ່າ “ພະອົງໄດ້ເຮັດຄືກັບວ່າ [ຄວາມຜິດຂອງລູກ] ບໍ່ໄດ້ເກີດຂຶ້ນ.” ເລື່ອງນີ້ເຮັດໃຫ້ເຮົາໄດ້ກຳລັງໃຈແທ້ໆແມ່ນບໍ?
12. ຜູ້ພະຍາກອນມີກາຊ່ວຍເຮົາໃຫ້ເຂົ້າໃຈແນວໃດວ່າເມື່ອພະເຢໂຫວາໃຫ້ອະໄພແລ້ວ ເພິ່ນກໍໂຍນຄວາມຜິດຂອງເຮົາຖິ້ມໄປເລີຍ?
12 ໃນຄຳສັນຍາເລື່ອງການຟື້ນຟູ ຜູ້ພະຍາກອນມີກາໝັ້ນໃຈວ່າພະເຢໂຫວາຈະໃຫ້ອະໄພປະຊາຊົນຂອງເພິ່ນທີ່ກັບໃຈ. ລາວຂຽນວ່າ: “ບໍ່ມີພະເຈົ້າອົງໃດທຽບກັບພະອົງໄດ້ . . . ບໍ່ຈື່ຄວາມຜິດຂອງປະຊາຊົນຂອງພະອົງທີ່ຍັງເຫຼືອຢູ່ . . . ພະອົງຈະໂຍນຄວາມຜິດທັງໝົດຂອງພວກເຮົາຖິ້ມລົງທະເລທີ່ເລິກໆ.” (ມີກາ 7:18, 19) ລອງຄິດເບິ່ງແມ້ ຄົນທີ່ມີຊີວິດຢູ່ໃນສະໄໝທີ່ຂຽນຄຳພີໄບເບິນເຂົ້າໃຈຂໍ້ນີ້ໄດ້ແນວໃດ. ເປັນໄປໄດ້ບໍທີ່ຈະເອົາສິ່ງທີ່ຖິ້ມ “ລົງທະເລທີ່ເລິກໆ” ກັບຄືນມາອີກ? ເປັນໄປບໍ່ໄດ້ດອກ. ດັ່ງນັ້ນ ຄຳເວົ້າຂອງມີກາບອກໃຫ້ເຮົາຮູ້ວ່າເມື່ອພະເຢໂຫວາໃຫ້ອະໄພ ເພິ່ນກໍໂຍນຄວາມຜິດຂອງເຮົາຖິ້ມໄປເລີຍ.
13. ຄຳເວົ້າຂອງພະເຢຊູທີ່ບອກວ່າ “ຂໍພະອົງຍົກໂທດໃຫ້ພວກເຮົາ” ມີຄວາມໝາຍວ່າແນວໃດ?
13 ພະເຢຊູໃຊ້ຕົວຢ່າງປຽບທຽບເລື່ອງເຈົ້າໜີ້ກັບລູກໜີ້ເພື່ອຊ່ວຍເຮົາໃຫ້ເຫັນວ່າພະເຢໂຫວາໃຫ້ອະໄພເຮົາແນວໃດ. ເພິ່ນສອນເຮົາໃຫ້ອະທິດຖານວ່າ: “ຂໍພະອົງຍົກໂທດໃຫ້ພວກເຮົາ.” (ມັດທາຍ 6:12) ໃນຂໍ້ນີ້ພະເຢຊູປຽບທຽບຄວາມຜິດເປັນຄືກັບໜີ້. (ລູກາ 11:4) ເມື່ອເຮົາເຮັດຜິດ ເຮົາກໍເປັນ “ລູກໜີ້” ຂອງພະເຢໂຫວາ. ວັດຈະນານຸກົມທີ່ອະທິບາຍຄຳພີໄບເບິນເຫຼັ້ມໜຶ່ງບອກວ່າຄຳພາສາກຣີກທີ່ແປວ່າ “ຍົກໂທດ” ໝາຍເຖິງ “ປ່ອຍໄປ ຍົກໜີ້ໃຫ້ໂດຍບໍ່ທວງຄືນ.” ດັ່ງນັ້ນ ເມື່ອພະເຢໂຫວາໃຫ້ອະໄພ ເພິ່ນກໍຍົກໜີ້ໃຫ້ເຮົາ. ພະເຢໂຫວາຈະບໍ່ທວງໜີ້ ທີ່ເພິ່ນຍົກໃຫ້ເຮົາແລ້ວ. ນີ້ເປັນເລື່ອງທີ່ໃຫ້ກຳລັງໃຈແທ້ໆສຳລັບຄົນທີ່ກັບໃຈ.—ເພງສັນລະເສີນ 32:1, 2
14. ຄຳເວົ້າທີ່ວ່າ “ເພື່ອຄວາມຜິດຂອງພວກເຈົ້າຈະຖືກລົບລ້າງ” ຊ່ວຍເຮົາໃຫ້ເຂົ້າໃຈການໃຫ້ອະໄພຂອງພະເຢໂຫວາຫຼາຍຂຶ້ນແນວໃດ?
14 ກິດຈະການ 3:19 ກໍຊ່ວຍເຮົາໃຫ້ເຂົ້າໃຈກ່ຽວກັບການໃຫ້ອະໄພຂອງພະເຢໂຫວາຫຼາຍຂຶ້ນ. ຂໍ້ນີ້ເວົ້າວ່າ: “ໃຫ້ກັບໃຈແລະປ່ຽນແປງຊີວິດໃໝ່ ເພື່ອຄວາມຜິດຂອງພວກເຈົ້າຈະຖືກລົບລ້າງ.” ໃນພາສາດັ້ງເດີມຄຳວ່າ “ລົບລ້າງ” ອາດໝາຍເຖິງ “ເຊັດອອກ ຍົກເລີກ ຫຼືທຳລາຍ.” ນັກວິຊາການດ້ານຄຳພີໄບເບິນບາງຄົນບອກວ່າຄຳນີ້ເຮັດໃຫ້ຄິດເຖິງການລຶບສິ່ງທີ່ຂຽນດ້ວຍມື. ນ້ຳມຶກທີ່ໃຊ້ທົ່ວໄປໃນສະໄໝນັ້ນເຮັດຈາກສ່ວນປະສົມທີ່ມີຝຸ່ນຖ່ານດັງໄຟ ຢາງໄມ້ ແລະນ້ຳ. ຫຼັງຈາກຂຽນດ້ວຍນ້ຳມຶກຊະນິດນີ້ແລະປະໄວ້ບໍ່ດົນ ຜູ້ຂຽນສາມາດໃຊ້ຟອງນ້ຳທີ່ປຽກເຊັດສິ່ງທີ່ຂຽນນັ້ນອອກໄດ້. ນີ້ເປັນການປຽບທຽບທີ່ເຮັດໃຫ້ເຮົາເຂົ້າໃຈວ່າພະເຢໂຫວາມີຄວາມເມດຕາແທ້ໆ. ຖ້າເພິ່ນໃຫ້ອະໄພຄວາມຜິດຂອງເຮົາແລ້ວ ກໍຄືກັບວ່າເພິ່ນເອົາຟອງນ້ຳມາເຊັດຄວາມຜິດຂອງເຮົາອອກໄປ.
15. ພະເຢໂຫວາຢາກໃຫ້ເຮົາໝັ້ນໃຈຫຍັງກ່ຽວກັບເພິ່ນ?
15 ເມື່ອເຮົາຄິດຕຶກຕອງກ່ຽວກັບຕົວຢ່າງປຽບທຽບຕ່າງໆເຫຼົ່ານີ້ ເຮົາກໍຈະເຫັນວ່າພະເຢໂຫວາພ້ອມທີ່ຈະຍົກໂທດຄວາມຜິດໃຫ້ເຮົາແທ້ໆ. ຖ້າເພິ່ນເຫັນວ່າເຮົາກັບໃຈອີ່ຫຼີ ເຮົາກໍບໍ່ຕ້ອງຢ້ານວ່າເພິ່ນຈະລົງໂທດເຮົາຍ້ອນຄວາມຜິດທີ່ເຮົາເຄີຍເຮັດ. ຍັງມີແງ່ມຸມອື່ນອີກທີ່ຄຳພີໄບເບິນຊ່ວຍໃຫ້ເຮົາເຫັນວ່າພະເຢໂຫວາມີຄວາມເມດຕາຫຼາຍແທ້ໆ. ຖ້າເພິ່ນໃຫ້ອະໄພເຮົາແລ້ວ ເພິ່ນກໍຈະລືມຄວາມຜິດຂອງເຮົາໄປເລີຍ.
ພະເຢໂຫວາຢາກໃຫ້ເຮົາຮູ້ວ່າເພິ່ນ “ພ້ອມຈະໃຫ້ອະໄພ”
‘ເຮົາຈະບໍ່ຈື່ຄວາມຜິດຂອງເຂົາເຈົ້າອີກຕໍ່ໄປ’
16, 17. ເມື່ອຄຳພີໄບເບິນບອກວ່າພະເຢໂຫວາບໍ່ຈື່ຄວາມຜິດຂອງເຮົາ ນັ້ນໝາຍຄວາມວ່າແນວໃດ? ຂໍໃຫ້ອະທິບາຍ.
16 ພະເຢໂຫວາໄດ້ສັນຍາກັບຄົນທີ່ຢູ່ພາຍໃຕ້ສັນຍາໃໝ່ວ່າ: “ເຮົາຈະຍົກໂທດໃຫ້ເຂົາເຈົ້າແລະຈະບໍ່ຈື່ຄວາມຜິດຂອງເຂົາເຈົ້າອີກຕໍ່ໄປ.” (ເຢເຣມີຢາ 31:34) ນີ້ໝາຍຄວາມວ່າເມື່ອພະເຢໂຫວາໃຫ້ອະໄພແລ້ວ ເພິ່ນຈະຈື່ຄວາມຜິດທີ່ເຮົາ ເຄີຍເຮັດບໍ່ໄດ້ເລີຍບໍ? ບໍ່ແມ່ນແນວນັ້ນ. ຄຳພີໄບເບິນເວົ້າເຖິງຄວາມຜິດຂອງຫຼາຍຄົນທີ່ພະເຢໂຫວາໄດ້ໃຫ້ອະໄພໄປແລ້ວ ລວມທັງດາວິດນຳ. (2 ຊາມູເອນ 11:1-17; 12:13) ເຫັນໄດ້ແຈ້ງວ່າພະເຢໂຫວາຍັງຈື່ໄດ້ວ່າຫຼາຍຄົນເຄີຍເຮັດຜິດຫຍັງແດ່. ໃນຄຳພີໄບເບິນເຮົາໄດ້ອ່ານວ່າເຂົາເຈົ້າເຮັດຜິດຫຍັງແດ່ ເຂົາເຈົ້າກັບໃຈແນວໃດ ແລະພະເຈົ້າໃຫ້ອະໄພເຂົາເຈົ້າແນວໃດ. ພະເຢໂຫວາໃຫ້ຂຽນເລື່ອງທັງໝົດນີ້ໄວ້ເພື່ອປະໂຫຍດຂອງເຮົາ. (ໂຣມ 15:4) ຄັນຊັ້ນ ຄຳພີໄບເບິນໝາຍຄວາມວ່າແນວໃດເມື່ອບອກວ່າພະເຢໂຫວາ “ບໍ່ຈື່” ຄວາມຜິດຂອງຄົນທີ່ເພິ່ນໃຫ້ອະໄພແລ້ວ?
17 ວັດຈະນານຸກົມທີ່ອະທິບາຍຄຳພີໄບເບິນເຫຼັ້ມໜຶ່ງບອກວ່າ ໃນພາສາເຮັບເຣີຄຳວ່າ “ຈື່” ມີຄວາມໝາຍຫຼາຍກວ່າຄຳວ່າ “ບໍ່ລືມ” ສິ່ງທີ່ເກີດຂຶ້ນເທົ່າ ນັ້ນ ແຕ່ຍັງໝາຍເຖິງການເຮັດບາງຢ່າງທີ່ກ່ຽວຂ້ອງກັບເລື່ອງນັ້ນນຳ. ດັ່ງນັ້ນ ໃນຄວາມໝາຍນີ້ ຄຳວ່າ “ຈື່” ຄວາມຜິດຈຶ່ງລວມເຖິງການລົງໂທດຄົນທີ່ເຮັດຜິດນຳ. (ໂຮເຊອາ 9:9) ແຕ່ເມື່ອພະເຈົ້າບອກວ່າ: “ເຮົາຈະບໍ່ຈື່ຄວາມຜິດຂອງເຂົາເຈົ້າອີກຕໍ່ໄປ” ເພິ່ນກໍເຮັດໃຫ້ເຮົາໝັ້ນໃຈວ່າ ເມື່ອເພິ່ນໃຫ້ອະໄພຄົນທີ່ເຮັດຜິດທີ່ກັບໃຈແລ້ວ ເພິ່ນຈະບໍ່ເອົາຄວາມຜິດນັ້ນມາລົງໂທດລາວອີກ. (ເອເຊກຽນ 18:21, 22) ເຫັນໄດ້ແຈ້ງວ່າເມື່ອພະເຢໂຫວາລືມຄວາມຜິດຂອງເຮົາແລ້ວ ເພິ່ນກໍຈະບໍ່ຄິດເຖິງຄວາມຜິດນັ້ນແລະຈະບໍ່ເອົາເລື່ອງນັ້ນມາລົງໂທດເຮົາຊ້ຳແລ້ວຊ້ຳອີກ. ເຮົາໄດ້ກຳລັງໃຈຫຼາຍແທ້ໆທີ່ຮູ້ວ່າຖ້າພະເຢໂຫວາໃຫ້ອະໄພເຮົາແລ້ວ ເພິ່ນກໍຈະລືມເລື່ອງນັ້ນໄປເລີຍ.
ພະເຢໂຫວາປົກປ້ອງເຮົາບໍ່ໃຫ້ໄດ້ຮັບຜົນເສຍຫາຍຈາກການເຮັດຜິດຂອງເຮົາບໍ?
18. ການໃຫ້ອະໄພໝາຍຄວາມວ່າຄົນທີ່ເຮັດຜິດທີ່ກັບໃຈຈະບໍ່ຕ້ອງຮັບຜົນເສຍຫາຍຈາກການເຮັດຜິດຂອງລາວບໍ?
18 ການທີ່ພະເຢໂຫວາພ້ອມຈະໃຫ້ອະໄພ ໝາຍຄວາມວ່າຄົນທີ່ເຮັດຜິດທີ່ກັບໃຈຈະບໍ່ຕ້ອງຮັບຜົນເສຍຫາຍຈາກການເຮັດຜິດຂອງລາວບໍ? ບໍ່ແມ່ນແນວນັ້ນ. ຖ້າເຮົາເຮັດຜິດ ເຮົາກໍຈະໄດ້ຮັບຜົນເສຍຫາຍແນ່ນອນ. ໂປໂລບອກວ່າ: “ຜູ້ໃດຫວ່ານສິ່ງໃດກໍຕ້ອງເກັບກ່ຽວສິ່ງນັ້ນ.” (ຄາລາເຕຍ 6:7) ຫຼັງຈາກທີ່ພະເຢໂຫວາໃຫ້ອະໄພແລ້ວ ເຮົາອາດເຈິກັບບັນຫາຫຼາຍຢ່າງທີ່ເກີດຈາກສິ່ງທີ່ເຮົາເຮັດ. ແຕ່ນີ້ບໍ່ໄດ້ໝາຍຄວາມວ່າເພິ່ນເຮັດໃຫ້ເຮົາເຈິກັບບັນຫາ. ເມື່ອຜູ້ຮັບໃຊ້ຂອງພະເຢໂຫວາເຈິຄວາມຍາກລຳບາກໃນຊີວິດ ລາວບໍ່ຄວນຄິດວ່າ ‘ພະເຢໂຫວາອາດຈະລົງໂທດຂ້ອຍຍ້ອນຄວາມຜິດທີ່ຂ້ອຍເຄີຍເຮັດ.’ (ຢາໂກໂບ 1:13) ເຮົາຕ້ອງບໍ່ລືມວ່າພະເຢໂຫວາຈະບໍ່ໄດ້ປົກປ້ອງເຮົາໄວ້ຈາກຜົນເສຍຫາຍທຸກຢ່າງທີ່ເກີດຈາກການເຮັດຜິດຂອງເຮົາ. ເຮົາອາດຕ້ອງເຈິກັບຜົນເສຍຫາຍ ເຊັ່ນ: ການຢ່າຮ້າງ ການມີລູກໂດຍບໍ່ໄດ້ຕັ້ງໃຈ ການຕິດພະຍາດຕິດຕໍ່ທາງເພດສຳພັນ ການສູນເສຍຄວາມໄວ້ໃຈ ຫຼືຄວາມນັບຖື. ສິ່ງທັງໝົດນີ້ແມ່ນຜົນທີ່ເກີດຈາກການເຮັດຜິດ. ຂໍໃຫ້ຈື່ໄວ້ວ່າເຖິງວ່າພະເຢໂຫວາຈະຍົກໂທດໃຫ້ດາວິດໃນຄວາມຜິດທີ່ລາວເຮັດກັບບັດເຊບາແລະຂ້າອູຣີຢາ ແຕ່ພະເຢໂຫວາກໍບໍ່ໄດ້ປົກປ້ອງດາວິດຈາກຜົນເສຍຫາຍຮ້າຍແຮງທີ່ຕາມມາ.—2 ຊາມູເອນ 12:9-12
19-21. (ກ) ກົດໝາຍທີ່ຂຽນໄວ້ໃນລະບຽບພວກເລວີ 6:1-7 ເປັນປະໂຫຍດແນວໃດທັງຕໍ່ຜູ້ເສຍຫາຍແລະຄົນທີ່ເຮັດຜິດ? (ຂ) ຖ້າມີຄົນໄດ້ຮັບຄວາມເສຍຫາຍຈາກການເຮັດຜິດຂອງເຮົາ ເຮົາຕ້ອງພະຍາຍາມເຮັດຫຍັງພະເຢໂຫວາຈຶ່ງຈະພໍໃຈ?
19 ຄວາມຜິດຂອງເຮົາອາດສົ່ງຜົນເສຍຫາຍຕໍ່ຄົນອື່ນນຳອີກ. ຕົວຢ່າງເຊັ່ນ ໃນປຶ້ມລະບຽບພວກເລວີບົດທີ 6 ກົດໝາຍຂອງໂມເຊໃນບົດນີ້ເວົ້າເຖິງຄົນຜູ້ໜຶ່ງທີ່ລັກ ຂູດຮີດ ຫຼືສໍ້ໂກງຊັບສິນຂອງຄົນອິດສະຣາເອນນຳກັນ. ແຕ່ຄົນທີ່ເຮັດຜິດພັດຢືນຢັນແລະສາບານວ່າໂຕເອງບໍ່ໄດ້ເຮັດຫຍັງຜິດ. ເນື່ອງຈາກວ່າບໍ່ມີຜູ້ໃດຮູ້ເຫັນເປັນພະຍານການເຮັດຜິດຂອງລາວ ລາວເລີຍບໍ່ໄດ້ຖືກລົງໂທດ. ແຕ່ຕໍ່ມາຄົນທີ່ເຮັດຜິດເລີ່ມຮູ້ສຶກບໍ່ສະບາຍໃຈ ລາວຈຶ່ງສາລະພາບວ່າລາວໄດ້ເຮັດຜິດແທ້. ເພື່ອຈະໄດ້ຮັບການໃຫ້ອະໄພຈາກພະເຈົ້າ ລາວຕ້ອງເຮັດ 3 ຢ່າງຄື: ເອົາເຄື່ອງທີ່ໄດ້ລັກໄປນັ້ນມາສົ່ງຄືນ ຈ່າຍຄ່າປັບໃໝໃຫ້ຜູ້ເສຍຫາຍ 20 ເປີເຊັນຂອງລາຄາເຄື່ອງທີ່ໄດ້ລັກເອົາໄປນັ້ນ ແລະເອົາແກະຜູ້ໂຕໜຶ່ງມາໃຫ້ເພື່ອເປັນເຄື່ອງບູຊາໄຖ່ຄວາມຜິດ. ໃນກົດໝາຍນັ້ນບອກວ່າ: “ປະໂລຫິດຈະໄຖ່ຄວາມຜິດໃຫ້ລາວຕໍ່ໜ້າພະເຢໂຫວາ” ແລ້ວ “ລາວຈະໄດ້ຮັບການຍົກໂທດ.”—ລະບຽບພວກເລວີ 6:1-7
20 ກົດໝາຍນີ້ສະແດງໃຫ້ເຫັນຄວາມເມດຕາຂອງພະເຈົ້າແລະເປັນປະໂຫຍດຕໍ່ຜູ້ເສຍຫາຍແລະຄົນເຮັດຜິດນຳ. ຜູ້ເສຍຫາຍຈະໄດ້ຊັບສິນຂອງໂຕເອງຄືນ ສ່ວນຜູ້ທີ່ເຮັດຜິດກໍຮູ້ສຶກໂລ່ງໃຈຫຼາຍເມື່ອໄດ້ຍອມຮັບຄວາມຜິດແລະເຮັດສິ່ງທີ່ຖືກຕ້ອງ. ຖ້າລາວບໍ່ເຮັດແນວນັ້ນ ພະເຈົ້າກໍຈະບໍ່ຍົກໂທດໃຫ້ລາວ.
21 ເຖິງວ່າເຮົາບໍ່ໄດ້ຢູ່ພາຍໃຕ້ກົດໝາຍຂອງໂມເຊ ແຕ່ກົດໝາຍນີ້ກໍຊ່ວຍເຮົາໃຫ້ເຂົ້າໃຈຄວາມຄິດຂອງພະເຢໂຫວາຫຼາຍຂຶ້ນແລະຮູ້ວ່າເພິ່ນພ້ອມຈະໃຫ້ອະໄພຄົນແບບໃດ. (ໂກໂລຊາຍ 2:13, 14) ຖ້າມີຄົນໄດ້ຮັບຄວາມເສຍຫາຍຈາກການເຮັດຜິດຂອງເຮົາ ແລະເຮົາກໍພະຍາຍາມເຮັດທຸກຢ່າງເພື່ອແກ້ໄຂຄວາມຜິດນັ້ນ ພະເຢໂຫວາຈະພໍໃຈເຮົາຫຼາຍ. (ມັດທາຍ 5:23, 24) ເລື່ອງນີ້ອາດລວມເຖິງການຍອມຮັບວ່າເຮົາເປັນຄົນເຮັດຜິດ ແລະຂໍໃຫ້ຜູ້ເສຍຫາຍຍົກໂທດໃຫ້ເຮົາ. ຈາກນັ້ນ ເຮົາກໍສາມາດຂໍພະເຢໂຫວາໃຫ້ອະໄພເຮົາໂດຍທາງຄ່າໄຖ່ຂອງພະເຢຊູ. ຖ້າເຮົາເຮັດແນວນີ້ ເຮົາກໍໝັ້ນໃຈໄດ້ວ່າພະເຢໂຫວາຈະໃຫ້ອະໄພເຮົາແນ່ນອນ.—ເຮັບເຣີ 10:21, 22
22. ເມື່ອພະເຢໂຫວາໃຫ້ອະໄພເຮົາ ເພິ່ນຈະເຮັດຫຍັງພ້ອມ?
22 ຄືກັບພໍ່ທີ່ຮັກລູກ ເມື່ອພະເຢໂຫວາໃຫ້ອະໄພ ເພິ່ນຕ້ອງໄດ້ສັ່ງສອນພ້ອມ. (ສຸພາສິດ 3:11, 12) ຖ້າຄລິດສະຕຽນທີ່ເຮັດຜິດແລ້ວກັບໃຈ ລາວກໍອາດຈະບໍ່ໄດ້ເຮັດໜ້າທີ່ຕ່າງໆໃນວຽກຮັບໃຊ້ ເຊັ່ນ: ບໍ່ໄດ້ເປັນຜູ້ເບິ່ງແຍງ ຜູ້ຊ່ວຍວຽກຮັບໃຊ້ ຫຼືຜູ້ຮັບໃຊ້ເຕັມເວລາອີກຕໍ່ໄປ. ເມື່ອເປັນແນວນີ້ ລາວອາດເສຍໃຈທີ່ຕ້ອງສູນເສຍສິດທິພິເສດໃນການຮັບໃຊ້ພະເຢໂຫວາ. ແຕ່ການສັ່ງສອນແບບນີ້ບໍ່ໄດ້ໝາຍຄວາມວ່າພະເຢໂຫວາບໍ່ໄດ້ໃຫ້ອະໄພລາວ. ເຮົາຕ້ອງຈື່ໄວ້ວ່າທີ່ພະເຢໂຫວາສັ່ງສອນເຮົາກໍຍ້ອນເພິ່ນຮັກເຮົາ. ຖ້າເຮົາຍອມຮັບເອົາການສັ່ງສອນຈາກພະເຢໂຫວາ ເຮົາກໍຈະໄດ້ຮັບປະໂຫຍດແນ່ນອນ.—ເຮັບເຣີ 12:5-11
23. ເປັນຫຍັງເຮົາບໍ່ຄວນຄິດເອົາເອງວ່າພະເຢໂຫວາບໍ່ມີທາງໃຫ້ອະໄພເຮົາ ແລະເປັນຫຍັງເຮົາຄວນຮຽນແບບເພິ່ນໃນການໃຫ້ອະໄພຄົນອື່ນ?
23 ເຮົາໄດ້ຮັບກຳລັງໃຈແທ້ໆທີ່ຮູ້ວ່າພະເຈົ້າຂອງເຮົາ “ພ້ອມຈະໃຫ້ອະໄພ” ເຖິງວ່າເຮົາອາດຈະເຮັດຜິດພາດຫຼາຍເທື່ອ. ແຕ່ເຮົາບໍ່ຄວນຄິດເອົາເອງວ່າພະເຢໂຫວາຄືຊິບໍ່ມີທາງໃຫ້ອະໄພເຮົາດອກ. ຖ້າເຮົາກັບໃຈແທ້ໆ ພະຍາຍາມເຮັດສິ່ງທີ່ຖືກຕ້ອງ ແລະອະທິດຖານຂໍພະເຢໂຫວາໃຫ້ອະໄພໂດຍທາງຄ່າໄຖ່ຂອງພະເຢຊູ ເຮົາກໍສາມາດໝັ້ນໃຈໄດ້ເຕັມທີວ່າພະເຢໂຫວາຈະໃຫ້ອະໄພເຮົາ. (1 ໂຢຮັນ 1:9) ຂໍໃຫ້ເຮົາຮຽນແບບພະເຢໂຫວາໃນການໃຫ້ອະໄພຄົນອື່ນ. ຢ່າລືມວ່າພະເຢໂຫວາບໍ່ເຄີຍເຮັດຜິດພາດ. ເພິ່ນຮັກແລະພ້ອມທີ່ຈະໃຫ້ອະໄພເຮົາສະເໝີ. ເລື່ອງນີ້ຄວນກະຕຸ້ນເຮົາໃຫ້ພະຍາຍາມເຮັດດີທີ່ສຸດທີ່ຈະໃຫ້ອະໄພຄົນອື່ນ.
a ນັກວິຊາການຄົນໜຶ່ງບອກວ່າສີແດງສົດ “ເປັນສີທີ່ບໍ່ຕົກສີ ຫຼືເປັນສີທີ່ຕິດແໜ້ນ. ເປັນສີທີ່ຊັກບໍ່ອອກ ບໍ່ວ່າຈະຕາກແດດຕາກຝົນ ສີກໍບໍ່ຈືດບໍ່ຈາງ.”