ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 27

‘ພະ​ເຢໂຫວາ​ດີ​ແທ້ໆ’

‘ພະ​ເຢໂຫວາ​ດີ​ແທ້ໆ’

1, 2. ຄວາມ​ດີ​ຂອງ​ພະເຈົ້າ​ມີ​ປະໂຫຍດ​ກັບ​ໃຜ​ແດ່ ແລະ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ເລື່ອງ​ນີ້​ແນວ​ໃດ?

 ລອງ​ນຶກພາບ​ເບິ່ງ​ວ່າ​ຕອນ​ແລງ​ຂອງ​ມື້​ໜຶ່ງ​ທີ່​ມີ​ແສງ​ແດດ​ອ່ອນໆ​ຕອນ​ຕາເວັນ​ໃກ້​ຊິ​ຕົກ​ດິນ ມີ​ໝູ່​ຄູ່​ທີ່​ສະໜິດ​ກັນ​ກຸ່ມ​ໜຶ່ງ​ກຳລັງ​ກິນ​ເຂົ້າ​ຊຸມ​ກັນ​ຢູ່​ໜ້າ​ບ້ານ. ເຂົາເຈົ້າ​ເວົ້າ​ກັນ​ນົວ​ຫົວ​ກັນ​ມ່ວນ​ຕອນ​ທີ່​ແນມ​ເບິ່ງ​ທ້ອງຟ້າ​ທີ່​ສວຍ​ງາມ. ໃນ​ອີກ​ບ່ອນ​ໜຶ່ງ ຊາວນາ​ຄົນ​ໜຶ່ງ​ແນມ​ເບິ່ງ​ທົ່ງ​ນາ​ຂອງ​ໂຕເອງ​ແລ້ວ​ກໍ​ຍິ້ມ ລາວ​ມີ​ຄວາມ​ສຸກ​ເມື່ອ​ເຫັນ​ຂີ້ເຝື້ອ​ດຳ​ຈັບ​ກັນ​ເປັນ​ກ້ອນ​ແລ້ວ​ຝົນ​ກໍ​ຕົກ​ລົງ​ມາ. ສ່ວນ​ອີກ​ບ່ອນ​ໜຶ່ງ ຜົວ​ເມຍ​ຄູ່​ໜຶ່ງ​ດີໃຈ​ທີ່​ເຫັນ​ລູກ​ຫາກໍ​ຍ່າງ​ໄດ້​ເປັນ​ເທື່ອ​ທຳອິດ.

2 ເຂົາເຈົ້າ​ມີ​ຄວາມ​ສຸກ​ໃນ​ຊີວິດ​ຍ້ອນ​ໄດ້​ຮັບ​ຄວາມ​ດີ​ຈາກ​ພະ​ເຢໂຫວາ​ພະເຈົ້າ. ບາງ​ຄົນ​ທີ່​ເຄັ່ງ​ສາສະໜາ​ແທ້ໆ​ມັກ​ຈະ​ບອກ​ວ່າ​ພະເຈົ້າ​ຂອງ​ເຂົາເຈົ້າ​ເປັນ “ພະເຈົ້າ​ທີ່​ດີ.” ແຕ່​ຄຳພີ​ໄບເບິນ​ໃຊ້​ຄຳເວົ້າ​ກ່ຽວກັບ​ເລື່ອງ​ນີ້​ໃນ​ແບບ​ທີ່​ໜ້າ​ປະທັບໃຈ​ຫຼາຍ​ກວ່າ​ນັ້ນ​ອີກ. ຢູ່​ຫັ້ນ​ບອກ​ວ່າ: “ເພິ່ນ​ດີ​ແທ້ໆ.” (ເຊຄາຣີຢາ 9:17) ຄວາມ​ດີ​ຂອງ​ພະ​ເຢໂຫວາ​ໝາຍເຖິງ​ຫຍັງ ແລະ​ເຮົາ​ຈະ​ໄດ້​ປະໂຫຍດ​ຈາກ​ຄວາມ​ດີ​ຂອງ​ເພິ່ນ​ໄດ້​ແນວ​ໃດ?

ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ໃນ​ວິທີ​ທີ່​ດີ​ແທ້ໆ

3, 4. ຄວາມ​ດີ​ໝາຍເຖິງ​ຫຍັງ ແລະ​ເປັນ​ຫຍັງ​ຄວາມ​ດີ​ຈຶ່ງ​ເປັນ​ວິທີ​ທີ່​ດີ​ແທ້ໆ​ໃນ​ການ​ສະແດງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ?

3 ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ໃຊ້​ຄຳ​ວ່າ “ດີ” ກັບ​ຫຼາຍໆ​ຢ່າງ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ​ຄວາມ​ດີ​ເປັນ​ຄຸນລັກສະນະ​ທີ່​ດີ​ແທ້ໆ ແລະ​ໝາຍເຖິງ​ການ​ມີ​ສິນລະທຳ​ທີ່​ດີ​ແບບ​ບໍ່​ມີ​ບ່ອນ​ຕິ. ເຮົາ​ເລີຍ​ບອກ​ໄດ້​ວ່າ​ທຸກ​ສິ່ງ​ກ່ຽວກັບ​ພະ​ເຢໂຫວາ​ດີ​ຫຼາຍ​ແທ້ໆ. ຄຸນລັກສະນະ​ທຸກ​ຢ່າງ​ຂອງ​ເພິ່ນ ເຊັ່ນ: ລິດເດດ ຄວາມ​ຍຸຕິທຳ ແລະ​ສະຕິ​ປັນຍາ​ຂອງ​ເພິ່ນ​ດີ​ພ້ອມ​ທຸກ​ຢ່າງ. ແຕ່​ທີ່​ສຳຄັນ​ທີ່​ສຸດ ຄວາມ​ດີ​ເປັນ​ວິທີ​ທີ່​ດີ​ແທ້ໆ​ໃນ​ການ​ສະແດງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ແນວ​ນັ້ນ?

4 ຄວາມ​ດີ​ເປັນ​ຄຸນລັກສະນະ​ທີ່​ກະຕຸ້ນ​ໃຫ້​ລົງມື​ເຮັດ​ດີ​ເພື່ອ​ຄົນ​ອື່ນ. ອັກຄະສາວົກ​ໂປໂລ​ບອກ​ວ່າ​ຄວາມ​ດີ​ເປັນ​ສິ່ງ​ທີ່​ໜ້າ​ປະທັບໃຈ​ຫຼາຍ​ກວ່າ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. (ໂຣມ 5:7) ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ​ເຮັດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ​ຢ່າງ​ສັດຊື່ ແຕ່​ຄົນ​ດີ​ຈະ​ເຮັດ​ຫຼາຍ​ກວ່າ​ນັ້ນ​ອີກ. ລາວ​ຈະ​ຊອກ​ຫາ​ວິທີ​ຕ່າງໆ​ທີ່​ຈະ​ເຮັດ​ດີ​ເພື່ອ​ຄົນ​ອື່ນ. ໃນ​ບົດ​ນີ້​ເຮົາ​ຈະ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ດີ​ແບບ​ນັ້ນ​ແທ້ໆ. ເຫັນ​ໄດ້​ແຈ້ງ​ເລີຍ​ວ່າ​ຄວາມ​ດີ​ຂອງ​ພະ​ເຢໂຫວາ​ມາ​ຈາກ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ.

5-7. ເປັນ​ຫຍັງ​ພະ​ເຢຊູ​ບໍ່​ຍອມ​ໃຫ້​ໃຜ​ເອີ້ນ​ເພິ່ນ​ວ່າ ‘ອາຈານ​ເປັນ​ຄົນ​ດີ​ແທ້ໆ’ ແລະ​ເລື່ອງ​ນີ້​ສອນ​ຄວາມ​ຈິງ​ທີ່​ສຳຄັນ​ຫຍັງ?

5 ບໍ່​ມີ​ໃຜ​ດີ​ຄື​ກັບ​ພະ​ເຢໂຫວາ. ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ແຈ້ງ​ໃນ​ເລື່ອງ​ນີ້​ຕອນ​ທີ່​ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້​ເຂົ້າ​ມາ​ຖາມ​ຄຳ​ຖາມ​ແລະ​ເອີ້ນ​ເພິ່ນ​ວ່າ: “ອາຈານ ທ່ານ​ເປັນ​ຄົນ​ດີ​ແທ້ໆ.” ພະ​ເຢຊູ​ຕອບ​ວ່າ: “ເປັນ​ຫຍັງ​ຈຶ່ງ​ຍ້ອງ​ຂ້ອຍ​ວ່າ​ດີ? ບໍ່​ມີ​ຜູ້​ໃດ​ດີ​ແທ້ໆ​ດອກ​ນອກ​ຈາກ​ພະເຈົ້າ​ເທົ່າ​ນັ້ນ.” (ມາຣະໂກ 10:17, 18) ເຈົ້າ​ອາດຈະ​ງົງ​ວ່າ​ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເວົ້າ​ແນວ​ນັ້ນ? ພະ​ເຢຊູ​ເປັນ​ອາຈານ​ທີ່​ດີ​ແທ້ໆ​ບໍ່​ແມ່ນ​ບໍ?

6 ເຫັນ​ໄດ້​ວ່າ​ຜູ້​ຊາຍ​ຄົນ​ນີ້​ໃຊ້​ຄຳ​ວ່າ ‘ອາຈານ​ເປັນ​ຄົນ​ດີ​ແທ້ໆ’ ເພື່ອ​ຈະ​ຍົກຍ້ອງ​ພະ​ເຢຊູ. ແຕ່​ພະ​ເຢຊູ​ຖ່ອມ​ຫຼາຍ ແລະ​ເພິ່ນ​ຢາກ​ໃຫ້​ທຸກ​ຄົນ​ຍົກຍ້ອງ​ພໍ່​ຂອງ​ເພິ່ນ​ໃນ​ສະຫວັນ​ຍ້ອນ​ບໍ່​ມີ​ໃຜ​ດີ​ແທ້ໆ​ຄື​ກັບ​ພໍ່​ຂອງ​ເພິ່ນ. (ສຸພາສິດ 11:2) ພະ​ເຢຊູ​ຍັງ​ສອນ​ຄວາມ​ຈິງ​ທີ່​ສຳຄັນ​ນຳ. ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ສູງ​ສຸດ. ມີ​ແຕ່​ເພິ່ນ​ຜູ້​ດຽວ​ເທົ່າ​ນັ້ນ​ມີ​ສິດ​ທີ່​ຈະ​ຕັ້ງ​ມາດຕະຖານ​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ. ເມື່ອ​ອາດາມ​ກັບ​ເອວາ​ບໍ່​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ໂດຍ​ກິນ​ໝາກ​ໄມ້​ຈາກ​ຕົ້ນໄມ້​ທີ່​ໃຫ້​ຮູ້​ຄວາມ​ດີ​ຄວາມ​ຊົ່ວ ເຂົາເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ຢາກ​ຕັດສິນ​ໃຈ​ເອົາ​ເອງ​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ. ແຕ່​ພະ​ເຢຊູ​ບໍ່​ເປັນ​ແບບ​ນັ້ນ ເພິ່ນ​ຖ່ອມ​ໃຈ​ແລະ​ເຕັມໃຈ​ຍອມຮັບ​ວ່າ​ມີ​ແຕ່​ພໍ່​ໃນ​ສະຫວັນ​ເທົ່າ​ນັ້ນ​ທີ່​ມີ​ສິດ​ທີ່​ຈະ​ຕັ້ງ​ມາດຕະຖານ​ຕ່າງໆ.

7 ນອກ​ຈາກນັ້ນ ພະ​ເຢຊູ​ຮູ້​ວ່າ​ສິ່ງ​ດີໆ​ທຸກ​ຢ່າງ​ມາ​ຈາກ​ພະ​ເຢໂຫວາ. ເພິ່ນ​ເປັນ​ຜູ້​ໃຫ້ “ສິ່ງ​ດີໆ​ແລະ​ຂອງຂວັນ​ພິເສດ​ທຸກ​ຢ່າງ.” (ຢາໂກໂບ 1:17) ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ດີ​ໂດຍ​ໃຫ້​ຢ່າງ​ໃຈ​ກວ້າງ​ແນວ​ໃດ?

ຫຼັກຖານ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ດີ​ແທ້ໆ

8. ພະ​ເຢໂຫວາ​ສະແດງ​ຄວາມ​ດີ​ກັບ​ທຸກ​ຄົນ​ແນວ​ໃດ?

8 ທຸກ​ຄົນ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ດີ​ຂອງ​ພະ​ເຢໂຫວາ. ເພງ​ສັນລະເສີນ 145:9 ບອກ​ວ່າ: “ພະ​ເຢໂຫວາ​ດີ​ຕໍ່​ທຸກ​ຄົນ.” ມີ​ຕົວຢ່າງ​ຫຍັງ​ແດ່​ທີ່​ຊ່ວຍ​ໃຫ້​ເຫັນ​ຄວາມ​ດີ​ຂອງ​ເພິ່ນ? ຄຳພີ​ໄບເບິນ​ບອກ​ວ່າ: “ເພິ່ນ​ກໍ​ຍັງ​ໃຫ້​ຫຼັກຖານ​ຈະ​ແຈ້ງ​ກ່ຽວກັບ​ເພິ່ນ​ເອງ​ໂດຍ​ການ​ເຮັດ​ດີ ໃຫ້​ມີ​ຝົນ​ຕົກ​ລົງ​ມາ​ຈາກ​ຟ້າ ໃຫ້​ມີ​ຜົນລະປູກ​ອຸດົມ​ສົມບູນ​ຕາມ​ລະດູ ໃຫ້​ມີ​ອາຫານ​ກິນ​ຈົນ​ອີ່ມ ແລະ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສຸກ.” (ກິດຈະການ 14:17) ເຈົ້າ​ມີ​ຄວາມ​ສຸກ​ບໍ​ທີ່​ໄດ້​ກິນ​ອາຫານ​ທີ່​ແຊບໆ? ເຮົາ​ມີ​ຄວາມ​ສຸກ​ແບບ​ນັ້ນ​ໄດ້​ຍ້ອນ​ພະ​ເຢໂຫວາ​ສ້າງ​ໂລກ​ຢ່າງ​ດີ. ເພິ່ນ​ເຮັດ​ໃຫ້​ມີ​ການ​ໝູນ​ວຽນ​ຂອງ​ນ້ຳ​ເຊິ່ງ​ເຮັດ​ໃຫ້​ມີ​ຝົນ​ແລະ​ມີ “ຜົນລະປູກ​ອຸດົມ​ສົມບູນ​ຕາມ​ລະດູ.” ພະ​ເຢໂຫວາ​ສະແດງ​ຄວາມ​ດີ​ກັບ​ທຸກ​ຄົນ​ບໍ່​ແມ່ນ​ແຕ່​ກັບ​ຄົນ​ທີ່​ຮັກ​ເພິ່ນ​ເທົ່າ​ນັ້ນ. ພະ​ເຢຊູ​ບອກ​ວ່າ: “ເພິ່ນ​ໃຫ້​ແສງ​ຕາເວັນ​ສ່ອງ​ໃສ່​ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ ແລະ​ໃຫ້​ມີ​ຝົນ​ສຳລັບ​ຄົນ​ເຮັດ​ດີ​ແລະ​ຄົນ​ເຮັດ​ຊົ່ວ.”—ມັດທາຍ 5:45

9. ຈາກ​ຕົວຢ່າງ​ຂອງ​ໝາກ​ແອັບເປິ້ນ ເຮົາ​ເຫັນ​ຄວາມ​ດີ​ຂອງ​ພະ​ເຢໂຫວາ​ແນວ​ໃດ?

9 ຫຼາຍ​ຄົນ​ບໍ່​ໄດ້​ເຫັນຄ່າ​ສິ່ງ​ດີໆ​ໃນ​ທຳມະຊາດ​ຍ້ອນ​ຮູ້ສຶກ​ວ່າ​ຕາເວັນ ຝົນ ແລະ​ລະດູ​ການ​ຕ່າງໆ​ທີ່​ເຮັດ​ໃຫ້​ເກີດ​ໝາກ​ກໍ​ມີ​ຢູ່​ຕະຫຼອດ​ເວລາ. ແຕ່​ລອງ​ຄິດ​ເຖິງ​ໝາກ​ແອັບເປິ້ນ​ເບິ່ງ​ແມ້. ໃນ​ຫຼາຍ​ບ່ອນ​ຂອງ​ໂລກ ແອັບເປິ້ນ​ເປັນ​ໝາກ​ໄມ້​ທີ່​ມີ​ຢູ່​ທົ່ວໄປ. ມັນ​ງາມ​ເປັນ​ຕາ​ແຊບ ມີ​ລົດ​ຊາດ​ແຊບ ແລະ​ມີ​ສານ​ອາຫານ​ທີ່​ເປັນ​ປະໂຫຍດ. ເຈົ້າ​ຮູ້​ບໍ​ວ່າ​ທົ່ວ​ໂລກ​ມີ​ໝາກ​ແອັບເປິ້ນ​ປະມານ 7.500 ຊະນິດ ແລະ​ມີ​ຫຼາກຫຼາຍ​ສີ​ສັນ ມີ​ສີ​ແດງ ສີ​ຄຳ ສີ​ເຫຼືອງ ແລະ​ສີ​ຂຽວ. ນອກ​ຈາກນັ້ນ ໜ່ວຍ​ຂອງ​ມັນ​ກໍ​ມີ​ຫຼາຍ​ຂະໜາດ ຕັ້ງແຕ່​ໜ່ວຍ​ນ້ອຍໆ​ສ່ຳ​ໝາກ​ກະ​ທັນ​ໄປ​ຈົນ​ຮອດ​ໜ່ວຍ​ໃຫຍ່ໆ​ສ່ຳ​ໝາກ​ກ້ຽງ​ໃຫຍ່. ສ່ວນ​ໄນ​ຂອງ​ມັນ​ເຖິງ​ວ່າ​ຈະ​ນ້ອຍ​ຈົນ​ເບິ່ງ​ຄື​ວ່າ​ບໍ່​ມີ​ຫຍັງ​ພິເສດ ແຕ່​ເມື່ອ​ເອົາ​ໄປ​ປູກ​ມັນ​ກໍ​ຈະ​ເປັນ​ຕົ້ນໄມ້​ທີ່​ໃຫຍ່​ແລະ​ໝາກ​ມັນ​ກໍ​ແຊບ​ຫຼາຍ. (ເພງ​ຂອງ​ໂຊໂລໂມນ 2:3) ຕົ້ນ​ແອັບເປິ້ນ​ຈະ​ອອກ​ດອກ​ງາມໆ​ໃນ​ລະດູ​ໃບໄມ້​ປົ່ງ ແລະຈະ​ເກັບ​ໝາກ​ຂອງ​ມັນ​ໄດ້​ໃນ​ລະດູ​ໃບໄມ້​ຫຼົ່ນ. ຕົ້ນ​ໝາກ​ແອັບເປິ້ນ​ຈະ​ເປັນ​ໝາກ​ໃຫ້​ປະມານ 75 ປີ ແລະ​ທຸກ​ປີ​ຕົ້ນ​ໜຶ່ງ​ຈະ​ເປັນ​ໝາກ​ຫຼາຍ​ຮອດ 400 ກິໂລ​ກຣາມ!

ພະ​ເຢໂຫວາ “ໃຫ້​ມີ​ຝົນ​ຕົກ​ລົງ​ມາ​ຈາກ​ຟ້າ ໃຫ້​ມີ​ຜົນລະປູກ​ອຸດົມ​ສົມບູນ​ຕາມ​ລະດູ”

ໄນ​ນ້ອຍໆ​ທີ່​ໃຫຍ່​ຂຶ້ນ​ເປັນ​ຕົ້ນໄມ້​ທີ່​ໃຫ້​ປະໂຫຍດ​ແລະ​ມີ​ໝາກ​ທີ່​ກິນ​ໄດ້​ເປັນ​ເວລາ​ຫຼາຍ​ສິບ​ປີ

10, 11. ປະສາດ​ສຳຜັດ​ຕ່າງໆ​ສະແດງ​ໃຫ້​ເຫັນ​ຄວາມ​ດີ​ຂອງ​ພະເຈົ້າ​ແນວ​ໃດ?

10 ຮ່າງກາຍ​ຂອງ​ເຮົາ “ຖືກ​ສ້າງ​ໃນ​ວິທີ​ທີ່​ເປັນ​ຕາ​ງຶດ​ແທ້ໆ.” ເຮົາ​ມີ​ປະສາດ​ສຳຜັດ​ທີ່​ຖືກ​ອອກ​ແບບ​ມາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮຽນ​ຮູ້​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ​ແລະ​ມີ​ຄວາມ​ສຸກ​ກັບ​ສິ່ງ​ເຫຼົ່າ​ນັ້ນ. ນີ້​ສະແດງ​ວ່າ​ພະ​ເຢໂຫວາ​ດີ​ແທ້ໆ. (ເພງ​ສັນລະເສີນ 139:14) ລອງ​ຄິດ​ເຖິງ​ຕົວຢ່າງ​ໃນ​ຕອນ​ຕົ້ນ​ຂອງ​ບົດ​ນີ້​ອີກ​ເທື່ອ​ໜຶ່ງ. ຖ້າ​ເຈົ້າ​ຢູ່​ຫັ້ນ ເຈົ້າ​ຈະ​ເຫັນ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ມີ​ຄວາມ​ສຸກ? ເຈົ້າ​ອາດຈະ​ເຫັນ​ເດັກນ້ອຍ​ທີ່​ໜ້າ​ຮັກ​ຍິ້ມ​ແກ້ມ​ແດງ ເຫັນ​ຝົນ​ທີ່​ຕົກ​ລົງ​ມາ​ໃສ່​ທົ່ງ​ນາ ແລະ​ເຫັນ​ທ້ອງຟ້າ​ທີ່​ເປັນ​ແສງ​ສີ​ແດງ ສີ​ເຫຼືອງ​ກັບ​ສີ​ສົ້ມ​ຕອນ​ທີ່​ຕາເວັນ​ໃກ້​ຊິ​ຕົກ​ດິນ. ພະ​ເຢໂຫວາ​ອອກ​ແບບ​ຕາ​ຂອງ​ເຮົາ​ໃຫ້​ເບິ່ງ​ເຫັນ​ສີ​ຕ່າງໆ​ບັກ​ຫຼາຍໆ​ສີ​ແລະ​ອາດ​ຈະ​ເປັນ​ລ້ານໆ​ສີ​ກໍ​ໄດ້. ນອກ​ຈາກນັ້ນ ເຮົາ​ຍັງ​ໄດ້​ຍິນ​ແລະ​ສາມາດ​ແຍກ​ສຽງ​ຕ່າງໆ​ໄດ້ ເຊັ່ນ: ສຽງ​ຂອງ​ຄົນ​ທີ່​ເຮົາ​ຮັກ ສຽງ​ລົມ​ພັດ​ໃບ​ໄມ້​ຄ່ອຍໆ ແລະ​ສຽງ​ຫົວ​ຂອງ​ພວກ​ເດັກນ້ອຍ. ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ຄວາມ​ສຸກ​ເມື່ອ​ໄດ້​ເຫັນ​ແລະ​ໄດ້​ຍິນ​ສຽງ​ເຫຼົ່າ​ນີ້? ຄຳພີ​ໄບເບິນ​ບອກ​ວ່າ: “ຫູ​ທີ່​ໄດ້​ຍິນ​ແລະ​ຕາ​ທີ່​ເບິ່ງ​ເຫັນ ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ທັງ​ສອງ​ຢ່າງ​ນີ້.” (ສຸພາສິດ 20:12) ແຕ່​ພະ​ເຢໂຫວາ​ຍັງ​ໃຫ້​ເຮົາ​ມີ​ປະສາດ​ສຳຜັດ​ອື່ນໆ​ອີກ.

11 ຄວາມ​ສາມາດ​ໃນ​ການ​ໄດ້​ກິ່ນ​ແມ່ນ​ຫຼັກຖານ​ອີກ​ຢ່າງ​ໜຶ່ງ​ທີ່​ເຮັດ​ໃຫ້​ເຫັນ​ຄວາມ​ດີ​ຂອງ​ພະ​ເຢໂຫວາ. ດັງ​ຂອງ​ເຮົາ​ສາມາດ​ແຍກ​ກິ່ນ​ຕ່າງໆ​ໄດ້​ເປັນ​ລ້ານໆ​ກິ່ນ. ລອງ​ຄິດ​ເຖິງ​ບາງ​ກິ່ນ ເຊັ່ນ ກິ່ນ​ອາຫານ​ທີ່​ເຈົ້າ​ມັກ ຫຼື​ກິ່ນ​ດອກ​ໄມ້​ທີ່​ຫອມໆ. ນອກ​ຈາກນັ້ນ ປະສາດ​ສຳຜັດ​ທາງ​ຜິວ​ໜັງ​ຍັງ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ໄດ້​ຕອນ​ທີ່​ມີ​ລົມ​ພັດ​ມາ​ຖືກ​ໂຕ​ເຮົາ ແລະ​ຮູ້ສຶກ​ອົບອຸ່ນ​ຕອນ​ທີ່​ໄດ້​ກອດ​ຄົນ​ທີ່​ເຮົາ​ຮັກ. ຕອນ​ທີ່​ເຮົາ​ກິນ​ໝາກ​ໄມ້ ລີ້ນ​ຂອງ​ເຮົາ​ມີ​ການ​ຮັບ​ລົດຊາດ​ທີ່​ເຮັດ​ໃຫ້​ເຮົາ​ຮັບ​ຮູ້​ໄດ້​ຫຼາຍ​ລົດ​ຊາດ. ດັ່ງນັ້ນ ເຮົາ​ມີ​ເຫດຜົນ​ຫຼາຍ​ແທ້ໆ​ທີ່​ຈະ​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ: “ພະອົງ​ເປັນ​ພະເຈົ້າ​ທີ່​ດີ​ຫຼາຍ​ແທ້ໆ. ພະອົງ​ໄດ້​ກຽມ​ພອນ​ໄວ້​ໃຫ້​ຄົນ​ທີ່​ນັບຖື​ພະອົງ.” (ເພງ​ສັນລະເສີນ 31:19) ແຕ່​ພະ​ເຢໂຫວາ​ໄດ້​ກຽມ​ສິ່ງ​ດີໆ​ໄວ້​ສຳລັບ​ຄົນ​ທີ່​ນັບ​ຖື​ເພິ່ນ​ແນວ​ໃດ?

ພະ​ເຢໂຫວາ​ໃຫ້​ສິ່ງ​ດີໆ​ທີ່​ເປັນ​ປະໂຫຍດ​ກັບ​ເຮົາ​ຕະຫຼອດ​ໄປ

12. ພະ​ເຢໂຫວາ​ໃຫ້​ຫຍັງ​ກັບ​ເຮົາ​ທີ່​ມີ​ຄ່າ​ຫຼາຍ​ກວ່າ​ອາຫານ ແລະ​ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ?

12 ພະ​ເຢຊູ​ເວົ້າ​ວ່າ: “ພະຄຳພີ​ບອກ​ໄວ້​ວ່າ ‘ຄົນ​ເຮົາ​ຈະ​ມີ​ຊີວິດ​ຢູ່​ໄດ້ ບໍ່​ແມ່ນ​ດ້ວຍ​ອາຫານ​ເທົ່າ​ນັ້ນ ແຕ່​ດ້ວຍ​ຄຳເວົ້າ​ທຸກ​ຄຳ​ທີ່​ອອກ​ມາ​ຈາກ​ປາກ​ພະ​ເຢໂຫວາ.’” (ມັດທາຍ 4:4) ຄຳເວົ້າ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ເປັນ​ປະໂຫຍດ​ຫຼາຍ​ກວ່າ​ອາຫານ​ທີ່​ເຮົາ​ກິນ​ຍ້ອນ​ຊ່ວຍ​ເຮົາ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ​ໄດ້. ໃນ​ບົດ​ທີ 8 ຂອງ​ປຶ້ມ​ນີ້ ເຮົາ​ໄດ້​ຮຽນ​ແລ້ວ​ວ່າ​ໃນ​ສະໄໝ​ສຸດທ້າຍ​ພະ​ເຢໂຫວາ​ໄດ້​ໃຊ້​ລິດເດດ​ຂອງ​ເພິ່ນ​ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ນະມັດສະການ​ເພິ່ນ​ຢ່າງ​ຖືກຕ້ອງ​ແລະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ສິ່ງ​ສຳຄັນ​ຢ່າງ​ໜຶ່ງ​ແມ່ນ​ພະ​ເຢໂຫວາ​ໄດ້​ໃຫ້​ເຮົາ​ມີ​ຄວາມ​ຮູ້​ບັກ​ຫຼາຍໆ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮູ້​ຈັກ​ເພິ່ນ​ຫຼາຍ​ຂຶ້ນ ເຮັດ​ໃຫ້​ເພິ່ນ​ພໍໃຈ ແລະເຮັດ​ໃຫ້​ໃກ້ຊິດ​ກັບ​ເພິ່ນ.

13, 14. (ກ) ຜູ້​ພະຍາກອນ​ເອເຊກຽນ​ໄດ້​ເຫັນ​ຫຍັງ​ໃນ​ນິມິດ ແລະ​ນິມິດ​ນັ້ນ​ມີ​ຄວາມ​ໝາຍ​ແນວ​ໃດ​ກັບ​ພວກ​ເຮົາ? (ຂ) ພະ​ເຢໂຫວາ​ໃຫ້​ຫຍັງ​ກັບ​ຄົນ​ທີ່​ເຊື່ອຟັງ​ເພິ່ນ​ເພື່ອ​ເຂົາເຈົ້າ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ?

13 ໃນ​ຄຳ​ພະຍາກອນ​ທີ່​ສຳຄັນ​ເລື່ອງ​ການ​ຟື້ນຟູ ຜູ້​ພະຍາກອນ​ເອເຊກຽນ​ເຫັນ​ນິມິດ​ກ່ຽວກັບ​ວິຫານ​ທີ່​ໄດ້​ຮັບ​ການ​ຟື້ນຟູ​ແລະ​ເຕັມ​ໄປ​ດ້ວຍ​ສະຫງ່າ​ລາສີ. ລາວ​ເຫັນ​ນ້ຳ​ທີ່​ໄຫຼ​ອອກ​ມາ​ຈາກ​ວິຫານ​ແລະ​ຄ່ອຍໆ​ເລິກ​ລົງໆ​ຈົນ​ກາຍ​ເປັນ​ແມ່​ນ້ຳ. ບໍ່​ວ່າ​ນ້ຳ​ນັ້ນ​ຈະ​ໄຫຼ​ໄປ​ບ່ອນ​ໃດ ບ່ອນ​ນັ້ນ​ກໍ​ຈະ​ເກີດ​ຜົນ​ດີ. ຢູ່​ຕາມ​ແຄມ​ຝັ່ງ​ຂອງ​ແມ່​ນ້ຳ​ທັງ​ສອງ​ຟາກ ມີ​ຕົ້ນ​ໄມ້​ທີ່​ໝາກ​ຂອງ​ມັນ​ເອົາ​ມາ​ເປັນ​ອາຫານ​ແລະ​ໃບ​ຂອງ​ມັນ​ກໍ​ໃຊ້​ເປັນ​ຢາ​ປົວ​ພະຍາດ​ໄດ້. ເມື່ອ​ແມ່​ນ້ຳ​ນີ້​ໄຫຼ​ລົງ​ທະເລ​ຕາຍ ມັນ​ກໍ​ເຮັດ​ໃຫ້​ນ້ຳ​ທີ່​ຢູ່​ຫັ້ນ​ກາຍ​ເປັນ​ນ້ຳ​ດີ​ແລະ​ມີ​ປາ​ບັກ​ຫຼາຍໆ. (ເອເຊກຽນ 47:1-12) ແຕ່​ທັງໝົດ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ?

14 ນິມິດ​ນີ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ຜູ້​ຄົນ​ໃຫ້​ກັບ​ມາ​ນະມັດສະການ​ເພິ່ນ​ໃນ​ແບບ​ທີ່​ຖືກຕ້ອງ. ຄື​ກັບ​ນ້ຳ​ທີ່​ຄ່ອຍໆ​ເລິກ​ລົງໆ​ຈົນ​ກາຍ​ເປັນ​ແມ່​ນ້ຳ ສິ່ງ​ດີໆ​ທີ່​ພະ​ເຢໂຫວາ​ໃຫ້​ເພື່ອ​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ​ກໍ​ຈະ​ມີ​ຫຼາຍ​ຂຶ້ນ​ເລື້ອຍໆ. ເລື່ອງ​ນີ້​ເກີດຂຶ້ນ​ແທ້​ຕັ້ງແຕ່​ປີ 1919. ຕອນ​ນັ້ນ​ຄລິດສະຕຽນ​ແທ້​ໄດ້​ກັບ​ມາ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ຖືກຕ້ອງ​ອີກ. ເພິ່ນ​ໃຫ້​ສິ່ງ​ດີໆ​ຫຼາຍ​ຢ່າງ​ເພື່ອ​ສອນ​ຄວາມ​ຈິງ​ໃຫ້​ຫຼາຍ​ລ້ານ​ຄົນ​ໂດຍ​ໃຊ້​ຄຳພີ​ໄບເບິນ ສິ່ງພິມ​ຕ່າງໆ ການ​ປະຊຸມ​ແຕ່​ລະ​ອາທິດ ແລະ​ການ​ປະຊຸມ​ໃຫຍ່. ນອກ​ຈາກນັ້ນ ເພິ່ນ​ຍັງ​ສອນ​ຄວາມ​ຈິງ​ທີ່​ສຳຄັນ​ເລື່ອງ​ຄ່າໄຖ່​ຂອງ​ພະ​ເຢຊູ​ເຊິ່ງ​ຊ່ວຍ​ຄົນ​ທີ່​ຮັກ​ແລະ​ຢ້ານຢຳ​ເພິ່ນ​ໃຫ້​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ​ແລະ​ມີ​ຄວາມ​ຫວັງ​ເລື່ອງ​ຊີວິດ​ຕະຫຼອດ​ໄປ. a ເຫັນ​ໄດ້​ແຈ້ງ​ວ່າ​ໃນ​ສະໄໝ​ສຸດທ້າຍ​ຄົນ​ສ່ວນ​ຫຼາຍ​ບໍ່​ມີ​ຄວາມ​ສຸກ​ຍ້ອນ​ເຂົາເຈົ້າ​ບໍ່​ເຊື່ອຟັງ​ຄຳສອນ​ຂອງ​ພະ​ເຢໂຫວາ. ແຕ່​ຄົນ​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ຍ້ອນ​ເຂົາເຈົ້າ​ມີ​ທຸກ​ຢ່າງ​ທີ່​ຊ່ວຍ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ.—ເອຊາຢາ 65:13

15. ໃນ​ໄລຍະ 1.000 ປີ​ທີ່​ພະ​ເຢຊູ​ປົກຄອງ ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ດີ​ແນວ​ໃດ​ຕໍ່​ຄົນ​ທີ່​ສັດຊື່?

15 ນ້ຳ​ໃນ​ນິມິດ​ຂອງ​ເອເຊກຽນ​ຍັງ​ໄຫຼ​ຕໍ່​ໄປ​ຫຼັງ​ຈາກ​ໂລກ​ຊົ່ວ​ນີ້​ຖືກ​ທຳລາຍ ແລະ​ຈະ​ໄຫຼ​ຫຼາຍ​ຂຶ້ນ​ເລື້ອຍໆ​ໃນ​ໄລຍະ 1.000 ປີ​ທີ່​ພະ​ເຢຊູ​ປົກຄອງ. ໃນ​ຕອນ​ນັ້ນ​ພະ​ເຢໂຫວາ​ຈະ​ໃຊ້​ຄ່າໄຖ່​ຂອງ​ພະ​ເຢຊູ​ຊ່ວຍ​ຄົນ​ທີ່​ສັດຊື່​ໃຫ້​ຄ່ອຍໆ​ກາຍ​ເປັນ​ມະນຸດ​ສົມບູນ​ແບບ. ເມື່ອ​ຮອດ​ຕອນ​ນັ້ນ ເຮົາ​ຕ້ອງ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ ຍ້ອນ​ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ສິ່ງ​ດີໆ​ຫຼາຍ​ຢ່າງ!

ພະ​ເຢໂຫວາ​ສະແດງ​ຄວາມ​ດີ​ຂອງ​ເພິ່ນ​ວິ​ທີ​ອື່ນໆ

16. ພະ​ເຢໂຫວາ​ມີ​ຄຸນລັກສະນະ​ດີໆ​ຫຍັງ​ອີກ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ດີ​ຂອງ​ເພິ່ນ?

16 ຄວາມ​ດີ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ມີ​ແຕ່​ການ​ໃຫ້​ແບບ​ໃຈ​ກວ້າງ​ເທົ່າ​ນັ້ນ. ພະເຈົ້າ​ບອກ​ໂມເຊ​ວ່າ: “ເຮົາ​ຈະ​ກາຍ​ໜ້າ​ເຈົ້າ​ແລະ​ໃຫ້​ເຈົ້າ​ເຫັນ​ວ່າ​ເຮົາ​ດີ​ສ່ຳ​ໃດ. ເຮົາ​ຈະ​ປະກາດ​ຊື່​ເຢໂຫວາ​ຕໍ່​ໜ້າ​ເຈົ້າ.” ແລ້ວ “ພະ​ເຢໂຫວາ​ກາຍ​ໜ້າ​ໂມເຊ​ໄປ​ແລະ​ເວົ້າ​ວ່າ ‘ເຮົາ​ແມ່ນ​ເຢໂຫວາ ເຮົາ​ແມ່ນ​ເຢໂຫວາ ເຮົາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ ໃຈ​ດີ ບໍ່​ໃຈ​ຮ້າຍ​ງ່າຍ ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່​ສຸດ ແລະ​ເວົ້າ​ແຕ່​ຄວາມ​ຈິງ.’” (ອົບພະຍົບ 33:19; 34:6) ຈາກ​ຂໍ້​ເຫຼົ່າ​ນີ້​ເຮົາ​ເຫັນ​ວ່າ​ຄວາມ​ດີ​ຂອງ​ພະ​ເຢໂຫວາ​ກ່ຽວ​ຂ້ອງ​ກັບ​ຄຸນລັກສະນະ​ທີ່​ດີໆ​ອີກ​ຫຼາຍ​ຢ່າງ. ໃຫ້​ເຮົາ​ມາ​ເບິ່ງ 2 ຄຸນລັກສະນະ​ນຳ​ກັນ.

17. ຄວາມ​ໃຈ​ດີ​ແມ່ນ​ຫຍັງ ແລະ​ພະ​ເຢໂຫວາ​ສະແດງ​ຄຸນລັກສະນະ​ນີ້​ກັບ​ມະນຸດ​ແນວ​ໃດ?

17 “ໃຈ​ດີ.” ຄຸນລັກສະນະ​ນີ້​ກ່ຽວ​ຂ້ອງ​ກັບ “ຄວາມ​ເມດຕາ” ແລະ​ບອກ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ອ່ອນໂຍນ​ແລະ​ເຂົ້າ​ຫາ​ໄດ້​ງ່າຍ. ຄົນ​ທີ່​ມີ​ອຳນາດ​ມັກ​ຈະ​ຫຍາບຄາຍ ຫຼື​ມັກ​ກົດຂີ່ ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ແບບ​ນັ້ນ. ເພິ່ນ​ໃຈ​ດີ​ແລະ​ອ່ອນໂຍນ​ສະເໝີ. ຕົວຢ່າງ​ເຊັ່ນ ພະ​ເຢໂຫວາ​ເວົ້າ​ກັບ​ອັບຣາມ​ວ່າ: “ໃຫ້​ເຈົ້າ​ແນມ​ເບິ່ງ​ອ້ອມໆ​ໂຕ​ເຈົ້າ. ເບິ່ງ​ໄປ​ທາງ​ທິດເໜືອ​ກັບ​ທິດໃຕ້ ທິດ​ຕາເວັນ​ອອກ​ກັບ​ທິດ​ຕາເວັນ​ຕົກ.” (ປະຖົມມະການ 13:14) ນັກ​ວິຊາການ​ດ້ານ​ຄຳພີ​ໄບເບິນ​ບອກ​ວ່າ​ໃນ​ພາສາ​ເຮັບເຣີ ຂໍ້​ນີ້​ບໍ່​ໄດ້​ໃຊ້​ເປັນ​ຄຳ​ສັ່ງ​ແຕ່​ເປັນ​ຄຳ​ຂໍ​ແບບ​ສຸພາບ. ຍັງ​ມີ​ຕົວຢ່າງ​ອື່ນໆ​ອີກ​ໃນ​ເລື່ອງ​ນີ້. (ປະຖົມມະການ 31:12; ເອເຊກຽນ 8:5) ຄິດ​ເບິ່ງ​ແມ້ ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ໄດ້ “ຂໍ” ກັບ​ມະນຸດ​ທີ່​ຕ່ຳຕ້ອຍ! ໃນ​ໂລກ​ທີ່​ມີ​ແຕ່​ຄົນ​ຫຍາບຄາຍ​ແລະ​ແຂງ​ກະດ້າງ ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຈ​ດີ?

18. ພະ​ເຢໂຫວາ “ເວົ້າ​ແຕ່​ຄວາມ​ຈິງ” ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ​ເປັນ​ຫຍັງ​ຄຳເວົ້າ​ນີ້​ຈຶ່ງ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ໝັ້ນໃຈ?

18 “ເວົ້າ​ແຕ່​ຄວາມ​ຈິງ.” ຄົນ​ໃນ​ທຸກ​ມື້​ນີ້​ມັກ​ຈະ​ບໍ່​ສັດຊື່ ແຕ່​ຄຳພີ​ໄບເບິນ​ບອກ​ວ່າ: “ພະເຈົ້າ​ບໍ່​ແມ່ນ​ມະນຸດ​ຈຶ່ງ​ຊິ​ມາ​ເວົ້າ​ຕົວະ.” (ຈົດເຊັນ​ບັນຊີ 23:19) ຕີໂຕ 1:2 ກໍ​ບອກ​ວ່າ: “ພະເຈົ້າ​ເວົ້າ​ຕົວະ​ບໍ່​ໄດ້.” ພະ​ເຢໂຫວາ​ມີ​ແຕ່​ຄວາມ​ດີ​ແລະ​ບໍ່​ມີ​ທາງ​ເວົ້າ​ຕົວະ. ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ຄຳ​ສັນຍາ​ຂອງ​ເພິ່ນ​ຈະ​ເກີດຂຶ້ນ​ແທ້​ແນ່ນອນ. ມີ​ການ​ເອີ້ນ​ພະ​ເຢໂຫວາ​ວ່າ: “ພະເຈົ້າ​ທີ່​ເວົ້າ​ແຕ່​ຄວາມ​ຈິງ.” (ເພງ​ສັນລະເສີນ 31:5) ເພິ່ນ​ບໍ່​ໄດ້​ປິດ​ບັງ​ເລື່ອງ​ຂອງ​ເພິ່ນ ແຕ່​ເພິ່ນ​ບອກ​ຄວາມ​ຈິງ​ທຸກ​ຢ່າງ​ເຊິ່ງ​ເປັນ​ສະຕິ​ປັນຍາ​ທີ່​ໃຫ້​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຮູ້. b ເພິ່ນ​ຍັງ​ສອນ​ເຂົາເຈົ້າ​ໃຫ້​ຮູ້​ວິທີ​ເອົາ​ສິ່ງ​ທີ່​ຮຽນ​ໄປ​ໃຊ້​ເພື່ອ​ຈະ “ໃຊ້​ຊີວິດ​ຕາມ​ຄວາມ​ຈິງ.” (3 ໂຢຮັນ 3) ແລ້ວ​ຄວາມ​ດີ​ຂອງ​ພະ​ເຢໂຫວາ​ມີ​ຜົນ​ຕໍ່​ຄວາມ​ຄິດ ຄວາມ​ຮູ້ສຶກ ແລະ​ການ​ກະທຳ​ຂອງ​ເຮົາ​ແນວ​ໃດ?

“ມີ​ແຕ່​ຄວາມ​ຍິນດີ ຍ້ອນ​ຄວາມ​ດີ​ຂອງ​ພະ​ເຢໂຫວາ”

19, 20. (ກ) ຊາຕານ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ເອວາ​ສົງໄສ​ຄວາມ​ດີ​ຂອງ​ພະ​ເຢໂຫວາ ແລະ​ຜົນ​ເປັນ​ແນວ​ໃດ? (ຂ) ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ຄິດ​ເຖິງ​ຄວາມ​ດີ​ຂອງ​ພະ​ເຢໂຫວາ ແລະ​ເປັນ​ຫຍັງ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ?

19 ຕອນ​ທີ່​ຊາຕານ​ຫຼອກລວງ​ເອວາ​ໃນ​ສວນ​ເອເດັນ ມັນ​ເຮັດ​ໃຫ້​ລາວ​ສົງໄສ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ດີ​ແທ້ໆ​ບໍ? ພະ​ເຢໂຫວາ​ເຄີຍ​ບອກ​ອາດາມ​ວ່າ: “ເຈົ້າ​ກິນ​ໝາກ​ໄມ້​ທຸກ​ຊະນິດ​ໃນ​ສວນ​ໄດ້​ຢ່າງ​ເຕັມທີ​ໂລດ.” ໃນ​ສວນ​ເອເດັນ​ມີ​ຕົ້ນໄມ້​ບັກ​ຫຼາຍໆ ແຕ່​ມີ​ພຽງ​ຕົ້ນ​ດຽວ​ທີ່​ພະ​ເຢໂຫວາ​ຫ້າມ​ບໍ່​ໃຫ້​ເຂົາເຈົ້າ​ກິນ. ຂໍ​ໃຫ້​ສັງເກດ​ຄຳ​ຖາມ​ທຳອິດ​ທີ່​ຊາຕານ​ເວົ້າ​ກັບ​ເອວາ​ທີ່​ວ່າ: “ພະເຈົ້າ​ຫ້າມ​ພວກ​ເຈົ້າ​ບໍ່​ໃຫ້​ກິນ​ໝາກ​ໄມ້​ທຸກ​ຕົ້ນ​ໃນ​ສວນ​ນີ້​ແມ່ນ​ບໍ?” (ປະຖົມມະການ 2:9, 16; 3:1) ຊາຕານ​ໄດ້​ປ່ຽນ​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ເພື່ອ​ເຮັດ​ໃຫ້​ເອວາ​ຄິດ​ວ່າ​ເພິ່ນ​ກີດ​ກັນ​ບໍ່​ຢາກ​ໃຫ້​ລາວ​ໄດ້​ສິ່ງ​ດີໆ. ລາວ​ເລີຍ​ສົງໄສ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ດີ​ແທ້ໆ​ບໍ ທັງໆ​ທີ່​ເພິ່ນ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ກັບ​ລາວ.

20 ຄວາມ​ສົງໄສ​ຂອງ​ເອວາ​ເທື່ອ​ນີ້​ເຮັດ​ໃຫ້​ຄົນ​ບັກ​ຫຼາຍໆ​ຕ້ອງ​ເຈັບ​ປວດ​ແລະ​ທຸກ​ທໍລະມານ. ແຕ່​ຂໍ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ຄຳເວົ້າ​ທີ່​ເຢເຣມີຢາ 31:12 ທີ່​ວ່າ: “ເຂົາເຈົ້າ​ຈະ​ມີ​ແຕ່​ຄວາມ​ຍິນດີ ຍ້ອນ​ຄວາມ​ດີ​ຂອງ​ພະ​ເຢໂຫວາ.” ຄວາມ​ດີ​ຂອງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແທ້ໆ. ດັ່ງນັ້ນ ເຮົາ​ບໍ່​ຄວນ​ສົງໄສ​ເຈຕະນາ​ຂອງ​ພະ​ເຢໂຫວາ​ຍ້ອນ​ເພິ່ນ​ເປັນ​ພະເຈົ້າ​ທີ່​ດີ​ແທ້ໆ. ເຮົາ​ໄວ້​ໃຈ​ເພິ່ນ​ໄດ້​ຢ່າງ​ເຕັມທີ​ຍ້ອນ​ເພິ່ນ​ຢາກ​ໃຫ້​ຜູ້​ທີ່​ຮັກ​ເພິ່ນ​ໄດ້​ຮັບ​ແຕ່​ສິ່ງ​ທີ່​ດີ​ທີ່​ສຸດ​ສະເໝີ.

21, 22. (ກ) ເມື່ອ​ຮູ້​ວ່າ​ພະ​ເຢໂຫວາ​ດີ​ແທ້ໆ ເຈົ້າ​ຢາກ​ເຮັດ​ຫຍັງ? (ຂ) ເຮົາ​ຈະ​ຮຽນ​ຮູ້​ຄຸນລັກສະນະ​ຫຍັງ​ໃນ​ບົດ​ຕໍ່​ໄປ ແລະ​ຄຸນລັກສະນະ​ນັ້ນ​ຕ່າງ​ຈາກ​ຄວາມ​ດີ​ແນວ​ໃດ?

21 ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ຕອນ​ທີ່​ໄດ້​ບອກ​ຄົນ​ອື່ນ​ເລື່ອງ​ຄວາມ​ດີ​ຂອງ​ພະເຈົ້າ. ເພງ​ສັນລະເສີນ 145:7 ບອກ​ກ່ຽວກັບ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ວ່າ: “ເຂົາເຈົ້າ​ຈະ​ຄິດ​ເຖິງ​ຄວາມ​ດີ​ທັງໝົດ​ຂອງ​ເພິ່ນ​ແລະ​ເວົ້າ​ບໍ່​ຢຸດ​ບໍ່​ເຊົາ.” ເຮົາ​ໄດ້​ປະໂຫຍດ​ຈາກ​ຄວາມ​ດີ​ຂອງ​ພະ​ເຢໂຫວາ​ທຸກ​ມື້. ເຮົາ​ຄວນ​ຈະ​ຂອບໃຈ​ພະ​ເຢໂຫວາ​ສຳລັບ​ຄວາມ​ດີ​ຂອງ​ເພິ່ນ​ທຸກ​ມື້​ແລະ​ເວົ້າ​ເລື່ອງ​ນັ້ນ​ຢ່າງ​ເຈາະຈົງ. ການ​ຄິດ​ເຖິງ​ຄວາມ​ດີ​ຂອງ​ພະ​ເຢໂຫວາ ຂອບໃຈ​ເພິ່ນ​ທຸກ​ມື້ ແລະ​ບອກ​ຄົນ​ອື່ນ​ເລື່ອງ​ຄວາມ​ດີ​ຂອງ​ເພິ່ນ​ຈະ​ຊ່ວຍ​ໃຫ້​ເຮົາ​ຮຽນ​ແບບ​ພະເຈົ້າ​ຂອງ​ເຮົາ. ຖ້າ​ເຮົາ​ຊອກ​ຫາ​ວິທີ​ທີ່​ຈະ​ເຮັດ​ດີ​ຄື​ກັບ​ທີ່​ພະ​ເຢໂຫວາ​ເຮັດ ເຮົາ​ກໍ​ຈະ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. ຕອນ​ທີ່ອັກຄະສາວົກ​ໂຢຮັນ​ເຖົ້າ​ແລ້ວ ລາວ​ຂຽນ​ວ່າ: “ໝູ່​ທີ່​ຮັກ ຂໍ​ໃຫ້​ຮຽນ​ແບບ​ຕົວຢ່າງ​ທີ່​ດີ. ຢ່າ​ຮຽນ​ແບບ​ຕົວຢ່າງ​ທີ່​ບໍ່​ດີ. ຄົນ​ທີ່​ເຮັດ​ດີ​ກໍ​ຢູ່​ຝ່າຍ​ພະເຈົ້າ ສ່ວນ​ຄົນ​ທີ່​ເຮັດ​ຊົ່ວ​ກໍ​ບໍ່​ຮູ້​ຈັກ​ພະເຈົ້າ.”—3 ໂຢຮັນ 11

22 ຄວາມ​ດີ​ຂອງ​ພະ​ເຢໂຫວາ​ຍັງ​ກ່ຽວ​ຂ້ອງ​ກັບ​ຄຸນລັກສະນະ​ອື່ນໆ​ນຳ. ຕົວຢ່າງ​ເຊັ່ນ ພະເຈົ້າ “ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່​ສຸດ” ຫຼື​ຄວາມ​ຮັກ​ພັກດີ. (ອົບພະຍົບ 34:6) ຄຸນລັກສະນະ​ນີ້​ພິເສດ​ຫຼາຍ​ຍ້ອນ​ພະ​ເຢໂຫວາ​ສະແດງ​ຕໍ່​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ​ເທົ່າ​ນັ້ນ. ໃນ​ບົດ​ຕໍ່​ໄປ​ເຮົາ​ຈະ​ໄດ້​ຮຽນ​ວ່າ​ເພິ່ນ​ເຮັດ​ແບບ​ນັ້ນ​ແນວ​ໃດ.

a ບໍ່​ມີ​ຕົວຢ່າງ​ໃດ​ທີ່​ເຮັດ​ໃຫ້​ເຫັນ​ຄວາມ​ດີ​ຂອງ​ພະ​ເຢໂຫວາ​ໄດ້​ດີ​ກວ່າ​ເລື່ອງ​ຄ່າໄຖ່. ພະ​ເຢໂຫວາ​ຈະ​ເລືອກ​ທູດສະຫວັນ​ອົງ​ໃດ​ກໍ​ໄດ້​ເພື່ອ​ມາ​ຕາຍ​ແທນ​ເຮົາ ແຕ່​ເພິ່ນ​ກໍ​ເລືອກ​ລູກ​ຊາຍ​ທີ່​ຮັກ​ຂອງ​ເພິ່ນ​ໃຫ້​ມາ​ເປັນ​ຄ່າໄຖ່​ເພື່ອ​ເຮົາ.

b ຄຳພີ​ໄບເບິນ​ມັກ​ຈະ​ເຊື່ອມ​ຄວາມ​ຈິງ​ເຂົ້າ​ກັບ​ແສງ​ສະຫວ່າງ. ຕົວຢ່າງ​ເຊັ່ນ ໃນ​ປຶ້ມ​ເພງ​ສັນລະເສີນ​ບອກ​ວ່າ: “ຂໍ​ພະອົງ​ສົ່ງ​ແສງ​ສະຫວ່າງ​ແລະ​ຄຳ​ຂອງ​ພະອົງ​ທີ່​ເປັນ​ຄວາມ​ຈິງ​ອອກ​ມາ.” (ເພງ​ສັນລະເສີນ 43:3) ພະ​ເຢໂຫວາ​ຊ່ວຍ​ຄົນ​ທີ່​ເຕັມໃຈ​ຮຽນ​ຮູ້​ໃຫ້​ເຂົ້າໃຈ​ຄວາມ​ຈິງ​ກ່ຽວກັບ​ເພິ່ນ​ຫຼາຍ​ຂຶ້ນ.—2 ໂກຣິນໂທ 4:6; 1 ໂຢຮັນ 1:5