ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 29

“ຮູ້​ຈັກ​ຄວາມ​ຮັກ​ຂອງ​ພະຄລິດ”

“ຮູ້​ຈັກ​ຄວາມ​ຮັກ​ຂອງ​ພະຄລິດ”

1-3. (ກ) ແມ່ນ​ຫຍັງ​ກະຕຸ້ນ​ພະ​ເຢຊູ​ໃຫ້​ຢາກ​ເປັນ​ຄື​ພໍ່​ຂອງ​ເພິ່ນ? (ຂ) ໃນ​ບົດ​ນີ້​ເຮົາ​ຈະ​ຮຽນ​ເລື່ອງ​ຫຍັງ​ແດ່?

 ເຈົ້າ​ເຄີຍ​ເຫັນ​ເດັກນ້ອຍ​ຜູ້​ຊາຍ​ໂຕ​ນ້ອຍໆ​ທີ່​ພະຍາຍາມ​ຮຽນ​ແບບ​ພໍ່​ຂອງ​ລາວ​ບໍ? ລູກ​ຊາຍ​ອາດຈະ​ຮຽນ​ແບບ​ທ່າ​ຍ່າງ ວິທີ​ເວົ້າ ຫຼື​ສິ່ງ​ຕ່າງໆ​ທີ່​ພໍ່​ເຮັດ. ເມື່ອ​ໃຫຍ່​ຂຶ້ນ​ລາວ​ກໍ​ອາດຈະ​ມີ​ຄວາມ​ຄິດ​ຄື​ກັບ​ພໍ່​ໃນ​ເລື່ອງ​ທີ່​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ ແລະ​ເລື່ອງ​ຄວາມ​ເຊື່ອ​ນຳ. ຄວາມ​ຮັກ​ແລະ​ຄວາມ​ນັບຖື​ທີ່​ລູກ​ມີ​ຕໍ່​ພໍ່​ທີ່​ຮັກ​ລາວ​ມັກ​ຈະ​ເຮັດ​ໃຫ້​ລາວ​ຢາກ​ເປັນ​ຄື​ກັບ​ພໍ່.

2 ແລ້ວ​ພະ​ເຢຊູ​ຮູ້ສຶກ​ແນວ​ໃດ​ຕໍ່​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ທີ່​ຢູ່​ໃນ​ສະຫວັນ? ມີ​ຢູ່​ເທື່ອ​ໜຶ່ງ​ພະ​ເຢຊູ​ບອກ​ວ່າ: ‘ຂ້ອຍ​ຮັກ​ພໍ່.’ (ໂຢຮັນ 14:31) ພະ​ເຢຊູ​ຢູ່​ກັບ​ພໍ່​ດົນ​ກ່ອນ​ຈະ​ມີ​ການ​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ ແລະ​ບໍ່​ມີ​ໃຜ​ຈະ​ຮັກ​ພະ​ເຢໂຫວາ​ຫຼາຍ​ສ່ຳ​ກັບ​ພະ​ເຢຊູ. ຄວາມ​ຮັກ​ແບບ​ນີ້​ກະຕຸ້ນ​ພະ​ເຢຊູ​ລູກ​ທີ່​ສັດຊື່​ໃຫ້​ຢາກ​ເປັນ​ຄື​ກັບ​ພໍ່​ຂອງ​ເພິ່ນ.—ໂຢຮັນ 14:9

3 ໃນ​ບົດ​ຕົ້ນໆ​ຂອງ​ປຶ້ມ​ນີ້ ເຮົາ​ໄດ້​ເຫັນ​ວິທີ​ທີ່​ພະ​ເຢຊູ​ຮຽນ​ແບບ​ການ​ສະແດງ​ລິດເດດ ຄວາມ​ຍຸຕິທຳ ແລະ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ໄດ້​ຢ່າງ​ສົມບູນແບບ. ແຕ່​ພະ​ເຢຊູ​ຮຽນ​ແບບ​ຄວາມ​ຮັກ​ຂອງ​ພໍ່​ແນວ​ໃດ? ໃນ​ບົດ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ຄວາມ​ຮັກ​ທີ່​ພະ​ເຢຊູ​ສະແດງ​ໃນ 3 ດ້ານ​ຄື: ນ້ຳໃຈ​ເສຍ​ສະລະ ຄວາມ​ອີ່ຕົນ ແລະ​ພ້ອມ​ທີ່​ຈະ​ໃຫ້​ອະໄພ.

“ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ທີ່​ໃຫຍ່​ກວ່າ”

4. ພະ​ເຢຊູ​ສະແດງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ແນວ​ໃດ?

4 ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ໂດດ​ເດັ່ນ​ໃນ​ການ​ສະແດງ​ຄວາມ​ຮັກ​ທີ່​ເສຍ​ສະລະ​ໂຕເອງ. ການ​ເສຍ​ສະລະ​ຕ້ອງ​ກ່ຽວ​ຂ້ອງ​ກັບ​ການ​ໃຫ້​ຄວາມ​ຈຳເປັນ​ແລະ​ເລື່ອງ​ຂອງ​ຄົນ​ອື່ນ​ສຳຄັນ​ກວ່າ​ເລື່ອງ​ຂອງ​ໂຕເອງ. ພະ​ເຢຊູ​ສະແດງ​ຄວາມ​ຮັກ​ແບບ​ນັ້ນ​ແນວ​ໃດ? ເພິ່ນ​ບອກ​ວ່າ: “ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ກວ່າ​ຜູ້​ທີ່​ຍອມ​ຕາຍ​ເພື່ອ​ໝູ່​ຂອງ​ລາວ.” (ໂຢຮັນ 15:13) ພະ​ເຢຊູ​ເຕັມໃຈ​ສະລະ​ຊີວິດ​ສົມບູນ​ແບບ​ຂອງ​ເພິ່ນ​ເພື່ອ​ເຮົາ. ການ​ເຮັດ​ແນວ​ນີ້​ເປັນ​ການ​ສະແດງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ສຸດ ແຕ່​ພະ​ເຢ​ຊູ​ກໍ​ຍັງ​ສະແດງ​ຄວາມ​ຮັກ​ແບບ​ເສຍ​ສະລະ​ໃນ​ວິທີ​ອື່ນ​ນຳ.

5. ພະ​ເຢຊູ​ຕ້ອງ​ເສຍ​ສະລະ​ຫຍັງ​ແດ່​ເພື່ອ​ຈະ​ມາ​ຢູ່​ໂລກ?

5 ກ່ອນ​ລູກ​ຊາຍ​ຄົນ​ດຽວ​ຂອງ​ພະເຈົ້າ​ຈະ​ມາ​ຢູ່​ໂລກ ເພິ່ນ​ມີ​ຕຳແໜ່ງ​ທີ່​ສູງ​ສົ່ງ​ໃນ​ສະຫວັນ. ເພິ່ນ​ສະໜິດ​ກັບ​ພະ​ເຢໂຫວາ​ແລະ​ທູດສະຫວັນ​ຈຳນວນ​ຫຼາຍ. ເຖິງ​ວ່າ​ເພິ່ນ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ໃນ​ສະຫວັນ ແຕ່​ເພິ່ນ​ກໍ “ຍອມ​ສະລະ​ທຸກ​ສິ່ງ ມາ​ຮັບ​ເອົາ​ສະພາບ​ແບບ​ທາດ ແລະ​ມາ​ເກີດ​ເປັນ​ມະນຸດ.” (ຟີລິບປອຍ 2:7) ເພິ່ນ​ເຕັມໃຈ​ມາ​ຢູ່​ກັບ​ມະນຸດ​ຜິດ​ບາບ​ໃນ​ໂລກ​ທີ່ “ຢູ່​ໃນ​ອຳນາດ​ຊາຕານ​ໂຕ​ຊົ່ວ​ຮ້າຍ.” (1 ໂຢຮັນ 5:19) ນີ້​ເປັນ​ການ​ສະແດງ​ຄວາມ​ຮັກ​ທີ່​ເສຍ​ສະລະ​ຂອງ​ພະ​ເຢຊູ​ລູກ​ຊາຍ​ຂອງ​ພະເຈົ້າ​ແທ້ໆ!

6, 7. (ກ) ພະ​ເຢຊູ​ສະແດງ​ຄວາມ​ຮັກ​ທີ່​ເສຍ​ສະລະ​ຫຍັງ​ແດ່​ໃນ​ໄລຍະ​ທີ່​ເຮັດ​ວຽກ​ຮັບໃຊ້​ຢູ່​ໂລກ? (ຂ) ຕົວຢ່າງ​ຫຍັງ​ທີ່​ໜ້າ​ປະທັບໃຈ​ກ່ຽວກັບ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ໂຕ​ເຊິ່ງ​ຂຽນ​ໄວ້​ໃນ​ໂຢຮັນ 19:25-27?

6 ຕະຫຼອດ​ເວລາ​ທີ່​ພະ​ເຢຊູ​ຮັບໃຊ້​ຢູ່​ໂລກ ເພິ່ນ​ສະແດງ​ຄວາມ​ຮັກ​ທີ່​ເສຍ​ສະລະ​ໃນ​ຫຼາຍ​ວິທີ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອື່ນ. ເພິ່ນ​ບໍ່​ເຫັນ​ແກ່​ໂຕ​ແລະ​ສະລະ​ຄວາມ​ສະດວກ​ສະບາຍ​ຂອງ​ໂຕເອງ​ເພື່ອ​ຈົດຈໍ່​ກັບ​ວຽກ​ຮັບໃຊ້. ເພິ່ນ​ບອກ​ວ່າ: “ໝາ​ໄນ​ຍັງ​ມີ​ໂຜ້ງ​ຢູ່​ແລະ​ນົກ​ກໍ​ມີ​ຮັງ ແຕ່​ລູກ​ມະນຸດ​ບໍ່​ມີ​ບ່ອນ​ທີ່​ຈະ​ຊົ້ນ​ຫົວ​ນອນ.” (ມັດທາຍ 8:20) ພະ​ເຢຊູ​ເປັນ​ຊ່າງ​ໄມ້​ທີ່​ຊຳນານ ເພິ່ນ​ສາມາດ​ໃຊ້​ເວລາ​ບາງ​ສ່ວນ​ເພື່ອ​ປຸກ​ເຮືອນ​ທີ່​ສະດວກ​ສະບາຍ​ໃຫ້​ໂຕເອງ ຫຼື​ເຮັດ​ເຟີນີເຈີ​ທີ່​ງາມໆ​ໄວ້​ຂາຍ​ເພື່ອ​ຈະ​ມີ​ເງິນ​ຕື່ມ. ແຕ່​ເພິ່ນ​ກໍ​ບໍ່​ໄດ້​ໃຊ້​ຄວາມ​ສາມາດ​ເຫຼົ່າ​ນັ້ນ​ເພື່ອ​ຈະ​ໄດ້​ວັດຖຸ​ສິ່ງ​ຂອງ​ຫຼາຍໆ.

7 ຕົວຢ່າງ​ທີ່​ໜ້າ​ປະທັບໃຈ​ກ່ຽວກັບ​ຄວາມ​ຮັກ​ທີ່​ເສຍ​ສະລະ​ຂອງ​ພະ​ເຢຊູ​ຂຽນ​ໄວ້​ໃນ​ປຶ້ມ​ໂຢຮັນ 19:25-27. ລອງ​ນຶກພາບ​ເບິ່ງ​ວ່າ​ຕອນ​ບ່າຍ​ຂອງ​ມື້​ທີ່​ພະ​ເຢຊູ​ຈະ​ຕາຍ ເພິ່ນ​ຄື​ຊິ​ມີ​ຫຼາຍ​ເລື່ອງ​ໃຫ້​ຄິດ​ແທ້ໆ. ຕອນ​ທີ່​ເພິ່ນ​ເຈັບ​ປວດ​ຫຼາຍ​ຢູ່​ເທິງ​ເສົາ​ທໍລະມານ ເພິ່ນ​ເປັນ​ຫ່ວງ​ລູກສິດ​ຂອງ​ເພິ່ນ ເປັນ​ຫ່ວງ​ວຽກ​ປະກາດ ແລະ​ສິ່ງ​ທີ່​ສຳຄັນ​ແມ່ນ​ເພິ່ນ​ເປັນ​ຫ່ວງ​ເລື່ອງ​ການ​ຮັກສາ​ຄວາມ​ສັດຊື່​ແລະ​ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ການ​ສັນລະເສີນ. ທີ່ຈິງ​ແລ້ວ ອະນາຄົດ​ຂອງ​ທຸກ​ຄົນ​ຂຶ້ນ​ຢູ່​ກັບ​ເພິ່ນ. ແຕ່​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ ເພິ່ນ​ສະແດງ​ຄວາມ​ເປັນ​ຫ່ວງ​ມາຣິອາ​ແມ່​ຂອງ​ເພິ່ນ​ເຊິ່ງ​ເບິ່ງ​ຄື​ວ່າ​ຕອນ​ນັ້ນ​ລາວ​ເປັນ​ແມ່​ໝ້າຍ. ພະ​ເຢຊູ​ຂໍ​ໃຫ້​ໂຢຮັນ​ເບິ່ງແຍງ​ມາຣິອາ ແລະ​ຈາກນັ້ນ​ໂຢຮັນ​ກໍ​ໄດ້​ຮັບ​ມາຣິອາ​ໄປ​ຢູ່​ເຮືອນ​ຂອງ​ລາວ. ພະ​ເຢຊູ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ຈະ​ມີ​ຄົນ​ເບິ່ງແຍງ​ແມ່​ຂອງ​ເພິ່ນ​ທັງ​ທາງ​ຮ່າງກາຍ​ແລະ​ທາງ​ຄວາມ​ເຊື່ອ. ພະ​ເຢຊູ​ສະແດງ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ໂຕ​ແທ້ໆ!

‘ເພິ່ນ​ຮູ້ສຶກ​ອີ່ຕົນ’

8. ຄຳ​ພາສາ​ກຣີກ​ທີ່​ຄຳພີ​ໄບເບິນ​ໃຊ້​ເພື່ອ​ອະທິບາຍ​ຄວາມ​ອີ່ຕົນ​ຂອງ​ພະ​ເຢຊູ​ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ?

8 ພະ​ເຢຊູ​ມີ​ຄວາມ​ອີ່ຕົນ​ຄື​ກັບ​ພໍ່​ຂອງ​ເພິ່ນ. ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢຊູ​ຮູ້ສຶກ​ອີ່ຕົນ​ຄົນ​ທີ່​ກຳລັງ​ທຸກ​ລຳບາກ ແລະ​ເພິ່ນ​ພະຍາຍາມ​ຫາ​ວິທີ​ຊ່ວຍ​ເຂົາເຈົ້າ. ຄຳພີ​ໄບເບິນ​ໃຊ້​ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ຮູ້ສຶກ​ອີ່ຕົນ” ເພື່ອ​ອະທິບາຍ​ຄວາມ​ເມດຕາ​ຂອງ​ພະ​ເຢຊູ. ນັກ​ວິຊາການ​ຄົນ​ໜຶ່ງ​ໄດ້​ບອກ​ວ່າ: “ຄຳ​ນີ້​ອະທິບາຍ​ເຖິງ . . . ອາລົມ​ທີ່​ເລິກ​ເຊິ່ງ​ແລະ​ມີ​ພະລັງ​ຫຼາຍ. ນີ້​ເປັນ​ຄຳ​ພາສາ​ກຣີກ​ທີ່​ຖ່າຍ​ຄວາມ​ຮູ້ສຶກ​ອີ່ຕົນ​ໄດ້​ດີ​ທີ່​ສຸດ.” ໃຫ້​ເຮົາ​ມາ​ເບິ່ງ​ບາງ​ເຫດການ​ທີ່​ຄວາມ​ອີ່ຕົນ​ກະຕຸ້ນ​ພະ​ເຢຊູ​ໃຫ້​ຊ່ວຍ​ເຫຼືອ​ຄົນ​ອື່ນ.

9, 10. (ກ) ເປັນ​ຫຍັງ​ພະ​ເຢຊູ​ກັບ​ພວກ​ອັກຄະສາວົກ​ຈຶ່ງ​ອອກ​ໄປ​ຫາ​ບ່ອນ​ງຽບໆ? (ຂ) ພະ​ເຢຊູ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ຜູ້​ຄົນ​ມາ​ຍາດ​ເວລາ​ສ່ວນ​ໂຕ​ຂອງ​ເພິ່ນ ເປັນ​ຫຍັງ​ເພິ່ນ​ຮູ້ສຶກ​ແບບ​ນັ້ນ?

9 ຄວາມ​ອີ່ຕົນ​ກະຕຸ້ນ​ພະ​ເຢຊູ​ໃຫ້​ສອນ​ຄົນ​ອື່ນ​ເລື່ອງ​ພະເຈົ້າ. ເລື່ອງ​ທີ່​ບັນທຶກ​ໃນ​ມາຣະໂກ 6:30-34 ຊ່ວຍ​ໃຫ້​ເຫັນ​ວ່າ​ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຮູ້ສຶກ​ອີ່ຕົນ​ແລະ​ຊ່ວຍ​ເຫຼືອ​ຄົນ​ອື່ນ. ລອງ​ນຶກພາບ​ເບິ່ງ​ວ່າ​ມີ​ຫຍັງ​ເກີດຂຶ້ນ​ຕອນ​ທີ່​ພວກ​ອັກຄະສາວົກ​ຫາ​ກໍ​ກັບ​ມາ​ແຕ່​ປະກາດ​ແລະ​ກຳລັງ​ເລົ່າ​ໃຫ້​ພະ​ເຢຊູ​ຟັງ​ຢ່າງ​ຕື່ນເຕັ້ນ​ວ່າ​ເຂົາເຈົ້າ​ໄດ້​ເຈິ​ຫຍັງ​ແດ່ ໃນ​ຕອນ​ນັ້ນ​ມີ​ຄົນ​ບັກ​ຫຼາຍໆ​ມາ​ຫາ​ພະ​ເຢຊູ ຈົນ​ເພິ່ນ​ກັບ​ພວກ​ອັກຄະສາວົກ​ບໍ່​ມີ​ຮອດ​ເວລາ​ຊິ​ກິນ​ເຂົ້າ. ພະ​ເຢຊູ​ເປັນ​ຄົນ​ຊ່າງ​ສັງເກດ. ເພິ່ນ​ເຫັນ​ວ່າ​ພວກ​ອັກຄະສາວົກ​ເມື່ອຍ ເພິ່ນ​ຈຶ່ງ​ບອກ​ເຂົາເຈົ້າ​ວ່າ: “ໄປ໋ ພວກ​ເຮົາ​ໄປ​ບ່ອນ​ທີ່​ຫ່າງ​ໄກ​ຈາກ​ຄົນ​ເພື່ອ​ຈະ​ໄດ້​ພັກຜ່ອນ​ໜ້ອຍ​ໜຶ່ງ.” ເຂົາເຈົ້າ​ຈຶ່ງ​ຂຶ້ນ​ເຮືອ​ໄປ​ທາງ​ເໜືອ​ສຸດ​ຂອງ​ທະເລ​ຄາລີເລ​ເພື່ອ​ໄປ​ຊອກ​ຫາ​ບ່ອນ​ພັກຜ່ອນ​ທີ່​ງຽບໆ. ແຕ່​ເມື່ອ​ຫຼາຍ​ຄົນ​ເຫັນ​ພະ​ເຢຊູ​ກັບ​ພວກ​ອັກຄະສາວົກ​ຂຶ້ນ​ເຮືອ​ໄປ​ແລະ​ມີ​ຫຼາຍ​ຄົນ​ໄດ້​ຍິນ​ເລື່ອງ​ນີ້ ເຂົາເຈົ້າ​ກໍ​ພາກັນ​ແລ່ນ​ເລາະ​ໄປ​ຕາມ​ແຄມ​ຝັ່ງ​ແລະ​ໄປ​ລັດ​ຢູ່​ທາງ​ໜ້າ​ແລະ​ຮອດ​ບ່ອນ​ນັ້ນ​ກ່ອນ​ທີ່​ເຮືອ​ຈະ​ໄປ​ຮອດ​ຊ້ຳ!

10 ພະ​ເຢຊູ​ຮູ້ສຶກ​ຫງຸດຫງິດ​ບໍ​ເມື່ອ​ເຫັນ​ວ່າ​ເພິ່ນ​ກັບ​ພວກ​ອັກຄະສາວົກ​ຈະ​ບໍ່​ໄດ້​ພັກຜ່ອນ? ບໍ່​ດອກ! ເມື່ອ​ເຫັນ​ວ່າ​ຫຼາຍ​ພັນ​ຄົນ​ກຳລັງ​ຖ້າ​ເພິ່ນ​ຢູ່ ເພິ່ນ​ກໍ​ຮູ້ສຶກ​ອີ່ຕົນ. ປຶ້ມ​ມາຣະໂກ​ບອກ​ວ່າ​ເມື່ອ “ເພິ່ນ​ເຫັນ​ຄົນ​ບັກ​ຫຼາຍໆ​ມາ​ຖ້າ​ຢູ່​ກໍ​ຮູ້ສຶກ​ອີ່ຕົນ ຍ້ອນ​ເຂົາເຈົ້າ​ເປັນ​ຄື​ແກະ​ທີ່​ບໍ່​ມີ​ຄົນ​ລ້ຽງ ພະ​ເຢຊູ​ຈຶ່ງ​ສອນ​ເຂົາເຈົ້າ​ຫຼາຍ​ເລື່ອງ.” ພະ​ເຢຊູ​ເຂົ້າໃຈ​ວ່າ​ຄົນ​ເຫຼົ່າ​ນີ້​ຈຳເປັນ​ຕ້ອງ​ໄດ້​ຍິນ​ຄຳສອນ​ທີ່​ມາ​ຈາກ​ພະເຈົ້າ. ເຂົາເຈົ້າ​ເປັນ​ຄື​ກັບ​ແກະ​ທີ່​ບໍ່​ມີ​ຄົນ​ລ້ຽງ​ຫຼື​ບໍ່​ມີ​ຄົນ​ປົກປ້ອງ. ພະ​ເຢຊູ​ຮູ້​ວ່າ​ພວກ​ຜູ້​ນຳ​ສາສະໜາ​ຄວນ​ຈະ​ເບິ່ງແຍງ​ປະຊາຊົນ​ທີ່​ເປັນ​ຄື​ກັບ​ຝູງ​ແກະ​ຢ່າງ​ດີ ແຕ່​ເຂົາເຈົ້າ​ພັດ​ບໍ່​ສົນໃຈ​ເລີຍ. (ໂຢຮັນ 7:47-49) ເພິ່ນ​ຮູ້ສຶກ​ອີ່ຕົນ​ປະຊາຊົນ​ແລະ​ເລີ່ມ​ສອນ​ເຂົາເຈົ້າ “ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.” (ລູກາ 9:11) ເພິ່ນ​ເຮັດ​ແບບ​ນັ້ນ​ທັງໆ​ທີ່​ຍັງ​ບໍ່​ຮູ້​ວ່າ​ເຂົາເຈົ້າ​ຈະ​ຕອບ​ຮັບ​ຄຳສອນ​ຂອງ​ເພິ່ນ​ຫຼື​ບໍ? ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢຊູ​ຮູ້ສຶກ​ອີ່ຕົນ​ຜູ້​ຄົນ​ກ່ອນ ແລ້ວ​ກໍ​ລົງມື​ສອນ​ເຂົາເຈົ້າ ບໍ່​ແມ່ນ​ວ່າ​ຫຼັງ​ຈາກ​ທີ່​ສອນ​ແລ້ວ​ຈຶ່ງ​ອີ່ຕົນ​ເຂົາເຈົ້າ.

“ພະ​ເຢຊູ​ຮູ້ສຶກ​ອີ່ຕົນ​ຈຶ່ງ​ເດ່​ມື​ໄປ​ຈັບ​ລາວ”

11, 12. (ກ) ໃນ​ສະໄໝ​ຄຳພີ​ໄບເບິນ ຄົນ​ທີ່​ເປັນ​ຂີ້ທູດ​ຖືກ​ເບິ່ງ​ແນວ​ໃດ ແຕ່​ພະ​ເຢຊູ​ເຮັດ​ແນວ​ໃດ​ເມື່ອ​ຄົນ​ທີ່​ເປັນ “ຂີ້ທູດ​ເຕັມ​ໂຕ” ເຂົ້າ​ໄປ​ຫາ​ເພິ່ນ? (ຂ) ຄົນ​ທີ່​ເປັນ​ຂີ້ທູດ​ອາດ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ພະ​ເຢຊູ​ເດ່​ມື​ໄປ​ຈັບ​ລາວ ແລະ​ປະສົບການ​ຂອງ​ທ່ານ​ໝໍ​ຄົນ​ໜຶ່ງ​ຊ່ວຍ​ເຮົາ​ໃຫ້​ຮູ້​ຫຍັງ​ໃນ​ເລື່ອງ​ນີ້?

11 ຄວາມ​ອີ່ຕົນ​ກະຕຸ້ນ​ພະ​ເຢຊູ​ໃຫ້​ຊ່ວຍ​ຄົນ​ທີ່​ມີ​ຄວາມ​ທຸກ. ເມື່ອ​ຄົນ​ທີ່​ເຈັບ​ປ່ວຍ​ຫຼາຍ​ຄົນ​ເຫັນ​ວ່າ​ພະ​ເຢຊູ​ເປັນ​ຄົນ​ທີ່​ເມດຕາ ເຂົາເຈົ້າ​ກໍ​ເລີຍ​ມາ​ຂໍ​ໃຫ້​ເພິ່ນ​ຊ່ວຍ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ແຈ້ງ​ຕອນ​ທີ່​ພະ​ເຢຊູ​ຢູ່​ກັບ​ຄົນ​ບັກ​ຫຼາຍໆ ແລ້ວ​ກໍ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ “ຂີ້ທູດ​ເຕັມ​ໂຕ” ເຂົ້າ​ໄປ​ຫາ​ເພິ່ນ. (ລູກາ 5:12) ໃນ​ສະໄໝ​ຄຳພີ​ໄບເບິນ ກົດໝາຍ​ຂອງ​ພະ​ເຢໂຫວາ​ສັ່ງ​ໃຫ້​ແຍກ​ຄົນ​ທີ່​ເປັນ​ຂີ້ທູດ​ອອກ​ຈາກ​ໝູ່ ເພື່ອ​ປ້ອງກັນ​ບໍ່​ໃຫ້​ຄົນ​ອື່ນ​ຕິດ​ພະຍາດ​ນຳ​ເຂົາເຈົ້າ. (ຈົດເຊັນ​ບັນຊີ 5:1-4) ແຕ່​ຕໍ່​ມາ​ພວກ​ຜູ້​ນຳ​ສາສະໜາ​ໄດ້​ຕັ້ງ​ກົດ​ທີ່​ເຂັ້ມ​ງວດ​ໂພດ ແລະ​ກົດ​ເຫຼົ່າ​ນັ້ນ​ບໍ່​ໄດ້​ສອນ​ຜູ້​ຄົນ​ໃຫ້​ສະແດງ​ຄວາມ​ເມດຕາ​ກັບ​ຄົນ​ທີ່​ເປັນ​ພະຍາດ​ຂີ້ທູດ. a ແຕ່​ພະ​ເຢຊູ​ເຮັດ​ແນວ​ໃດ​ກັບ​ຄົນ​ທີ່​ເປັນ​ຂີ້ທູດ? ຄຳພີ​ໄບເບິນ​ບອກ​ວ່າ: “ມີ​ຜູ້​ໜຶ່ງ​ທີ່​ເປັນ​ຂີ້ທູດ​ໄດ້​ມາ​ຫາ​ພະ​ເຢຊູ ລາວ​ເຖິງຂັ້ນ​ຄູ້​ເຂົ່າ​ລົງ​ອ້ອນວອນ​ເພິ່ນ​ວ່າ: ‘ຖ້າ​ທ່ານ​ຢາກ​ຊ່ວຍ ຂ້ອຍ​ຮູ້​ວ່າ​ທ່ານ​ຈະ​ປົວ​ຂ້ອຍ​ໄດ້.’ ພະ​ເຢຊູ​ຮູ້ສຶກ​ອີ່ຕົນ​ຈຶ່ງ​ເດ່​ມື​ໄປ​ຈັບ​ລາວ​ແລະ​ເວົ້າ​ວ່າ: ‘ຂ້ອຍ​ຢາກ​ຊ່ວຍ. ໃຫ້​ເຈົ້າ​ເຊົາ​ເດີ້.’ ແລ້ວ​ລາວ​ກໍ​ເຊົາ​ເປັນ​ຂີ້ທູດ​ທັນທີ.” (ມາຣະໂກ 1:40-42) ພະ​ເຢຊູ​ຮູ້​ດີ​ວ່າ​ຄົນ​ທີ່​ເປັນ​ຂີ້ທູດ​ບໍ່​ຄວນ​ຢູ່​ໃກ້​ກັບ​ຄົນ​ອື່ນ. ແຕ່​ແທນ​ທີ່​ຈະ​ໄລ່​ລາວ​ໜີ ພະ​ເຢຊູ​ພັດ​ອີ່ຕົນ​ລາວ​ຫຼາຍ​ແລະ​ລົງມື​ເຮັດ​ສິ່ງ​ທີ່​ບໍ່​ມີ​ໃຜ​ຄາດ​ຄິດ. ພະ​ເຢຊູ​ໄດ້​ເດ່​ມື​ໄປ​ຈັບ​ຜູ້​ຊາຍ​ຄົນ​ນັ້ນ!

12 ເຈົ້າ​ນຶກພາບ​ອອກ​ບໍ​ວ່າ​ຄົນ​ທີ່​ເປັນ​ຂີ້ທູດ​ຈະ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ພະ​ເຢຊູ​ເດ່​ມື​ໄປ​ຈັບ​ໂຕ​ລາວ? ໝໍ​ຄົນ​ໜຶ່ງ​ທີ່​ຊື່​ພໍ​ແບນ​ທີ່​ເປັນ​ຜູ້​ຊ່ຽວຊານ​ດ້ານ​ພະຍາດ​ຂີ້ທູດ​ເລົ່າ​ວ່າ ລາວ​ເຄີຍ​ປົວ​ຄົນ​ທີ່​ເປັນ​ຂີ້ທູດ​ຄົນ​ໜຶ່ງ​ຢູ່​ປະເທດ​ອິນເດຍ. ຕອນ​ທີ່​ກຳລັງ​ກວດ​ພະຍາດ ລາວ​ໄດ້​ຈັບ​ບ່າ​ຂອງ​ຜູ້​ຊາຍ​ຄົນ​ນັ້ນ​ພ້ອມ​ກັບ​ອະທິບາຍ​ວິທີ​ປິ່ນປົວ​ໂດຍ​ໃຊ້​ຄົນ​ແປ​ພາສາ. ແລ້ວ​ຢູ່​ບໍ່​ຢູ່​ຜູ້​ຊາຍ​ທີ່​ເປັນ​ຂີ້ທູດ​ກໍ​ເລີ່ມ​ຮ້ອງໄຫ້. ໝໍ​ເລີຍ​ຖາມ​ວ່າ: “ຂ້ອຍ​ເວົ້າ​ຫຍັງ​ຜິດ​ບໍ?” ຄົນ​ທີ່​ແປ​ພາສາ​ຈຶ່ງ​ຖາມ​ຜູ້​ຊາຍ​ທີ່​ເປັນ​ຂີ້ທູດ ແລະ​ລາວ​ກໍ​ຕອບ. ແລ້ວ​ຄົນ​ທີ່​ແປ​ພາສາ​ກໍ​ບອກ​ໝໍ​ວ່າ: “ລາວ​ບອກ​ວ່າ ບໍ່ ທ່ານ​ໝໍ​ບໍ່​ໄດ້​ເວົ້າ​ຫຍັງ​ຜິດ​ດອກ. ລາວ​ໄຫ້​ຍ້ອນ​ຕື້ນຕັນ​ໃຈ​ທີ່​ທ່ານ​ໝໍ​ເອົາ​ມື​ມາ​ຈັບ​ບ່າ​ລາວ. ບໍ່​ມີ​ໃຜ​ຈັບ​ໂຕ​ລາວ​ມາ​ຫຼາຍ​ປີ​ແລ້ວ​ຈົນ​ມາ​ຮອດ​ຕອນນີ້.” ດັ່ງນັ້ນ ຄົນ​ທີ່​ເປັນ​ຂີ້ທູດ​ຕ້ອງ​ຮູ້ສຶກ​ດີ​ຫຼາຍ​ແທ້ໆ​ເມື່ອ​ພະ​ເຢຊູ​ຈັບ​ໂຕ​ລາວ​ເຖິງ​ວ່າ​ຈະ​ຈັບ​ພຽງ​ແຕ່​ເທື່ອ​ດຽວ. ແຕ່​ການ​ຈັບ​ເທື່ອ​ນີ້​ພິເສດ​ຫຼາຍ ຍ້ອນ​ພະ​ເຢຊູ​ໄດ້​ປົວ​ລາວ​ໃຫ້​ເຊົາ​ເປັນ​ພະຍາດ​ທີ່​ຮ້າຍ​ແຮງ ແລະ​ເຮັດ​ໃຫ້​ລາວ​ໄດ້​ກັບ​ໄປ​ຢູ່​ກັບ​ຄອບຄົວ​ແລະ​ນະມັດສະການ​ພະ​ເຢໂຫວາ​ນຳ​ກັນ.

13, 14. (ກ) ພະ​ເຢຊູ​ເຈິ​ເຫດການ​ຫຍັງ​ຕອນ​ທີ່​ໃກ້​ຈະ​ຮອດ​ເມືອງ​ນາອິນ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ເປັນ​ຕາ​ໂສກເສົ້າ​ຫຼາຍ? (ຂ) ຄວາມ​ອີ່ຕົນ​ໄດ້​ກະຕຸ້ນ​ພະ​ເຢຊູ​ໃຫ້​ລົງມື​ເຮັດ​ຫຍັງ​ເພື່ອ​ແມ່​ໝ້າຍ​ຄົນ​ເມືອງ​ນາອິນ?

13 ຄວາມ​ອີ່ຕົນ​ກະຕຸ້ນ​ພະ​ເຢຊູ​ໃຫ້​ຊ່ວຍ​ຄົນ​ທີ່​ກຳລັງ​ໂສກເສົ້າ. ພະ​ເຢຊູ​ຮູ້ສຶກ​ໂສກເສົ້າ​ຫຼາຍ​ທີ່​ເຫັນ​ຄົນ​ອື່ນ​ກຳລັງ​ເສົ້າ​ຍ້ອນ​ຄົນ​ທີ່​ຮັກ​ຕາຍ​ໄປ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໃນ​ລູກາ 7:11-15 ນຳ​ກັນ. ຫຼັງ​ຈາກ​ເລີ່ມ​ວຽກ​ຮັບໃຊ້​ປະມານ 1 ປີ​ກັບ 9 ເດືອນ ພະ​ເຢຊູ​ກໍ​ເດີນທາງ​ໄປ​ເມືອງ​ນາອິນ​ໃນ​ແຂວງ​ຄາລີເລ. ເມື່ອ​ໃກ້​ຈະ​ຮອດ​ປະຕູ​ເມືອງ ເພິ່ນ​ເຫັນ​ຄົນ​ກຸ່ມ​ໜຶ່ງ​ຫາມ​ສົບ​ອອກ​ມາ. ເຫດການ​ນີ້​ເປັນ​ຕາ​ໜ້າ​ເສົ້າ​ແທ້ໆ ຍ້ອນ​ສົບ​ທີ່​ຖືກ​ຫາມ​ອອກ​ມາ​ເປັນ​ສົບ​ລູກ​ຊາຍ​ຂອງ​ແມ່​ໝ້າຍ. ລາວ​ມີ​ລູກ​ແຕ່​ຄົນ​ດຽວ. ກ່ອນ​ໜ້າ​ນີ້​ລາວ​ໄດ້​ຈັດ​ງານ​ສົບ​ຂອງ​ຜົວ​ໄປ​ແລ້ວ ແລະ​ຕອນນີ້​ລາວ​ຕ້ອງ​ເສຍ​ລູກ​ຊາຍ​ໄປ​ອີກ. ລູກ​ຜູ້​ນີ້​ອາດ​ເປັນ​ຄົນ​ດຽວ​ທີ່​ເບິ່ງແຍງ​ລາວ. ຫຼາຍ​ຄົນ​ທີ່​ມາ​ນຳ​ລາວ​ໄດ້​ຮ້ອງ​ເພງ​ແລະ​ຫຼິ້ນ​ດົນຕີ​ໄວ້ອາໄລ​ນຳ. (ເຢເຣມີຢາ 9:17, 18; ມັດທາຍ 9:23) ແຕ່​ພະ​ເຢຊູ​ສົນໃຈ​ແມ່​ໝ້າຍ​ເປັນ​ພິເສດ​ທີ່​ລາວ​ກຳລັງ​ຍ່າງ​ແລະ​ໂສກເສົ້າ​ຢູ່​ໃກ້ໆ​ກັບ​ເປ​ທີ່​ມີ​ສົບ​ຂອງ​ລູກ​ຊາຍ.

14 ພະ​ເຢຊູ “ຮູ້ສຶກ​ອີ່ຕົນ” ແມ່​ໝ້າຍ​ຄົນ​ນີ້​ຫຼາຍ. ເພິ່ນ​ເວົ້າ​ດ້ວຍ​ນ້ຳ​ສຽງ​ທີ່​ອົບອຸ່ນ​ວ່າ: “ບໍ່​ຕ້ອງ​ໄຫ້.” ແລ້ວ​ເພິ່ນ​ກໍ​ຍ່າງ​ເຂົ້າ​ໄປ​ໃກ້ໆ​ແລະ​ຈັບ​ເປ​ຫາມ​ສົບ. ຄົນ​ທີ່​ຫາມ​ເປ​ແລະ​ຄົນ​ທີ່​ຍ່າງ​ນຳ​ເປ​ກໍ​ຢຸດ. ພະ​ເຢຊູ​ເວົ້າ​ດ້ວຍ​ສຽງ​ທີ່​ມີ​ພະລັງ​ວ່າ: “ຊາຍ​ໜຸ່ມ​ເອີ້ຍ ຂ້ອຍ​ສັ່ງ​ເຈົ້າ​ໃຫ້​ລຸກ​ຂຶ້ນ!” ຈາກນັ້ນ “ຜູ້​ທີ່​ຕາຍ​ນັ້ນ​ກໍ​ລຸກ​ຂຶ້ນ​ນັ່ງ​ແລ້ວ​ເລີ່ມ​ເວົ້າ” ຄື​ກັບ​ວ່າ​ຄົນ​ທີ່​ນອນ​ຫຼັບ​ສະໜິດ​ຢູ່​ຖືກ​ປຸກ​ໃຫ້​ຕື່ນ! ແລ້ວ​ພະ​ເຢຊູ​ກໍ “ເອົາ​ລາວ​ສົ່ງ​ຄືນ​ໃຫ້​ແມ່.”

15. (ກ) ຕົວຢ່າງ​ຂອງ​ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຄວາມ​ອີ່ຕົນ​ກ່ຽວ​ຂ້ອງ​ກັບ​ການ​ກະທຳ? (ຂ) ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ໄດ້​ແນວ​ໃດ?

15 ເຮົາ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ຈາກ 2 ເຫດການ​ນີ້ ເຮົາ​ສັງເກດ​ວ່າ​ຄວາມ​ອີ່ຕົນ​ກ່ຽວ​ຂ້ອງ​ກັບ​ການ​ກະທຳ. ເມື່ອ​ພະ​ເຢຊູ​ເຫັນ​ຄົນ​ອື່ນ​ມີ​ຄວາມ​ທຸກ ເພິ່ນ​ກໍ​ອົດ​ອີ່ຕົນ​ບໍ່​ໄດ້ ເພິ່ນ​ຈຶ່ງ​ເຮັດ​ບາງ​ຢ່າງ​ເພື່ອ​ຊ່ວຍ​ເຂົາເຈົ້າ​ຕະຫຼອດ. ເຮົາ​ຈະ​ຮຽນ​ແບບ​ເພິ່ນ​ໄດ້​ແນວ​ໃດ? ເຮົາ​ທີ່​ເປັນ​ຄລິດສະຕຽນ​ມີ​ໜ້າທີ່​ປະກາດ​ຂ່າວ​ດີ​ແລະ​ຊ່ວຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ. ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ເຮັດ​ແບບ​ນີ້​ຍ້ອນ​ເຮົາ​ຮັກ​ພະ​ເຢໂຫວາ ແຕ່​ອີກ​ເຫດຜົນ​ໜຶ່ງ​ແມ່ນ​ຍ້ອນ​ເຮົາ​ອີ່ຕົນ​ຄົນ​ອື່ນ​ນຳ. ຖ້າ​ເຮົາ​ອີ່ຕົນ​ຄົນ​ອື່ນ​ຄື​ກັບ​ພະ​ເຢຊູ ເຮົາ​ກໍ​ຈະ​ພະຍາຍາມ​ເຕັມທີ​ທີ່​ຈະ​ປະກາດ​ຂ່າວ​ດີ​ໃຫ້​ຄົນ​ອື່ນ​ຟັງ. (ມັດທາຍ 22:37-39) ແລ້ວ​ເຮົາ​ຈະ​ສະແດງ​ຄວາມ​ອີ່ຕົນ​ຕໍ່​ພີ່ນ້ອງ​ທີ່​ມີ​ຄວາມ​ທຸກ​ແລະ​ໂສກເສົ້າ​ໄດ້​ແນວ​ໃດ? ເຖິງ​ວ່າ​ເຮົາ​ຈະ​ປົວ​ຫຼື​ປຸກ​ຄົນ​ຕາຍ​ບໍ່​ໄດ້ ແຕ່​ເຮົາ​ກໍ​ສະແດງ​ຄວາມ​ອີ່ຕົນ​ໄດ້​ໂດຍ​ຫາ​ທາງ​ທີ່​ຈະ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ທີ່​ມີ​ຄວາມ​ຈຳເປັນ​ຫຼື​ບອກ​ລາວ​ວ່າ​ເຮົາ​ຮັກ​ແລະ​ເປັນ​ຫ່ວງ​ລາວ​ຫຼາຍ.—ເອເຟໂຊ 4:32

“ພໍ່​ເອີ້ຍ ຍົກໂທດ​ໃຫ້​ເຂົາເຈົ້າ​ແດ່”

16. ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ເຕັມໃຈ​ໃຫ້​ອະໄພ​ແມ່ນ​ແຕ່​ຕອນ​ທີ່​ເພິ່ນ​ຖືກ​ຕອກ​ຢູ່​ເທິງ​ເສົາ​ທໍລະມານ?

16 ວິທີ​ໜຶ່ງ​ທີ່​ພະ​ເຢຊູ​ຊີ້​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ແມ່ນ​ພະ​ເຢຊູ “ພ້ອມ​ທີ່​ຈະ​ໃຫ້​ອະໄພ.” (ເພງ​ສັນລະເສີນ 86:5) ເພິ່ນ​ເຮັດ​ແບບ​ນີ້​ແມ່ນ​ແຕ່​ຕອນ​ທີ່​ເພິ່ນ​ຖືກ​ຕອກ​ຢູ່​ເທິງ​ເສົາ. ເຖິງ​ວ່າ​ເພິ່ນ​ກຳລັງ​ຈະ​ຕາຍ​ຢ່າງ​ໜ້າ​ອັບອາຍ​ແລະ​ຕ້ອງ​ເຈັບ​ປວດ​ທໍລະມານ​ຍ້ອນ​ຖືກ​ຕອກ​ຕະປູ​ຢູ່​ຕີນ​ແລະ​ມື ແຕ່​ເພິ່ນ​ຍັງ​ເວົ້າ​ຫຍັງ? ເພິ່ນ​ຂໍ​ໃຫ້​ພະ​ເຢໂຫວາ​ລົງໂທດ​ຄົນ​ທີ່​ຈະ​ຂ້າ​ເພິ່ນ​ບໍ? ບໍ່. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ພະ​ເຢຊູ​ເວົ້າ​ວ່າ: “ພໍ່​ເອີ້ຍ ຍົກໂທດ​ໃຫ້​ເຂົາເຈົ້າ​ແດ່. ເຂົາເຈົ້າ​ບໍ່​ຮູ້​ວ່າ​ກຳລັງ​ເຮັດ​ຫຍັງ​ຢູ່.”—ລູກາ 23:34 b

17-19. ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ໃຫ້​ອະໄພ​ເປໂຕ​ທີ່​ເຄີຍ​ປະຕິເສດ​ເພິ່ນ​ຮອດ 3 ເທື່ອ?

17 ຕົວຢ່າງ​ທີ່​ໜ້າ​ປະທັບໃຈ​ກ່ຽວກັບ​ການ​ໃຫ້​ອະໄພ​ຂອງ​ພະ​ເຢຊູ​ເຫັນ​ໄດ້​ຈາກ​ທີ່​ເພິ່ນ​ເຮັດ​ແລະ​ເວົ້າ​ກັບ​ເປໂຕ. ເຮົາ​ຮູ້​ວ່າ​ເປໂຕ​ຮັກ​ພະ​ເຢຊູ​ຫຼາຍ. ໃນ​ວັນ​ທີ 14 ເດືອນ​ນີຊານ​ເຊິ່ງ​ເປັນ​ຄືນ​ສຸດທ້າຍ​ທີ່​ພະ​ເຢຊູ​ມີ​ຊີວິດ​ຢູ່​ໂລກ ເປໂຕ​ບອກ​ເພິ່ນ​ວ່າ: “ອາຈານ ຂ້ອຍ​ພ້ອມ​ຈະ​ຕິດ​ຄຸກ​ແລະ​ຕາຍ​ນຳ​ທ່ານ.” ແຕ່​ບໍ່​ຈັກ​ຊົ່ວໂມງ​ຕໍ່​ມາ​ເປໂຕ​ກໍ​ປະຕິເສດ​ວ່າ​ບໍ່​ຮູ້​ຈັກ​ພະ​ເຢຊູ​ຮອດ 3 ເທື່ອ! ຄຳພີ​ໄບເບິນ​ບອກ​ເຮົາ​ໃຫ້​ຮູ້​ວ່າ​ເກີດ​ຫຍັງ​ຂຶ້ນ​ຕອນ​ທີ່​ເປໂຕ​ປະຕິເສດ​ເທື່ອ​ທີ 3 ຕອນ​ນັ້ນ “ພະ​ເຢຊູ​ກໍ​ປິ່ນ​ມາ​ເບິ່ງ​ເປໂຕ.” ເມື່ອ​ເປໂຕ​ຮູ້​ວ່າ​ໂຕເອງ​ໄດ້​ເຮັດ​ຜິດ​ຮ້າຍ​ແຮງ ລາວ​ກໍ “ອອກ​ໄປ​ທາງ​ນອກ​ແລະ​ຮ້ອງໄຫ້​ດ້ວຍ​ຄວາມ​ເຈັບ​ປວດ​ໃຈ​ຫຼາຍ.” ໃນ​ມື້​ນັ້ນ​ຕອນ​ທີ່​ພະ​ເຢຊູ​ຕາຍ ເປໂຕ​ອາດ​ຈະ​ສົງໄສ​ວ່າ ‘ອາຈານ​ຈະ​ໃຫ້​ອະໄພ​ຂ້ອຍ​ບໍ?’—ລູກາ 22:33, 61, 62

18 ເປໂຕ​ບໍ່​ຕ້ອງ​ຖ້າ​ດົນ​ຈຶ່ງ​ຈະ​ໄດ້​ຄຳ​ຕອບ. ພະ​ເຢຊູ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໃນ​ຕອນ​ເຊົ້າ​ວັນ​ທີ 16 ເດືອນ​ນີຊານ ແລະ​ເບິ່ງ​ຄື​ວ່າ​ມື້​ນັ້ນ​ພະ​ເຢຊູ​ໄດ້​ໄປ​ຫາ​ເປໂຕ​ເປັນ​ສ່ວນ​ໂຕ. (ລູກາ 24:34; 1 ໂກຣິນໂທ 15:4-8) ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຢາກ​ລົມ​ກັບ​ເປໂຕ​ຫຼາຍ​ທັງໆ​ທີ່​ລາວ​ເຄີຍ​ປະຕິເສດ​ເພິ່ນ​ຮອດ 3 ເທື່ອ? ພະ​ເຢຊູ​ອາດ​ຢາກ​ໃຫ້​ເປໂຕ​ທີ່​ກັບໃຈ​ແລ້ວ​ໝັ້ນໃຈ​ວ່າ​ເພິ່ນ​ຍັງ​ຮັກ​ລາວ​ຢູ່​ແລະ​ຖື​ວ່າ​ລາວ​ເປັນ​ຄົນ​ທີ່​ມີ​ຄ່າ. ແຕ່​ພະ​ເຢຊູ​ເຮັດ​ຫຼາຍ​ກວ່າ​ນັ້ນ​ອີກ​ເພື່ອ​ໃຫ້​ເປໂຕ​ໝັ້ນໃຈ​ວ່າ​ເພິ່ນ​ໃຫ້​ອະໄພ​ລາວ​ແລ້ວ.

19 ຫຼັງ​ຈາກນັ້ນ​ບໍ່​ດົນ ພະ​ເຢຊູ​ໄດ້​ໄປ​ເຈິ​ກັບ​ພວກ​ລູກສິດ​ຢູ່​ທະເລ​ຄາລີເລ. ຕອນ​ນັ້ນ ພະ​ເຢຊູ​ຖາມ​ເປໂຕ​ຕັ້ງ 3 ເທື່ອ​ວ່າ​ລາວ​ຮັກ​ເພິ່ນ​ບໍ? ຫຼັງ​ຈາກ​ທີ່​ພະ​ເຢຊູ​ຖາມ​ເປັນ​ເທື່ອ​ທີ 3 ເປໂຕ​ກໍ​ຕອບ​ເພິ່ນ​ວ່າ: “ນາຍ​ເອີ້ຍ ທ່ານ​ກໍ​ຮູ້​ວ່າ​ຂ້ອຍ​ຮັກ​ທ່ານ.” ທີ່ຈິງ ພະ​ເຢຊູ​ຮູ້​ຢູ່​ແລ້ວ​ວ່າ​ເປໂຕ​ຄິດ​ຫຍັງ​ໃນ​ໃຈ​ແລະ​ຮູ້​ວ່າ​ລາວ​ຮັກ​ເພິ່ນ​ຫຼາຍ. ແຕ່​ພະ​ເຢຊູ​ໃຫ້​ໂອກາດ​ເປໂຕ​ທີ່​ເຄີຍ​ປະຕິເສດ​ເພິ່ນ​ຮອດ 3 ເທື່ອ​ໃຫ້​ຢືນຢັນ​ຄວາມ​ຮັກ​ຂອງ​ລາວ​ທີ່​ມີ​ຕໍ່​ເພິ່ນ​ຮອດ 3 ເທື່ອ​ຄື​ກັນ. ນອກ​ຈາກນັ້ນ ພະ​ເຢຊູ​ໃຫ້​ລາວ​ມີ​ໜ້າທີ່​ຮັບ​ຜິດ​ຊອບ “ເບິ່ງແຍງ​ແກະ​ໂຕ​ນ້ອຍໆ” ຂອງ​ເພິ່ນ. (ໂຢຮັນ 21:15-17) ກ່ອນ​ໜ້າ​ນັ້ນ ເປໂຕ​ໄດ້​ຮັບ​ວຽກ​ມອບໝາຍ​ໃຫ້​ປະກາດ. (ລູກາ 5:10) ແຕ່​ໃນ​ຕອນນີ້ ພະ​ເຢຊູ​ໃຫ້​ລາວ​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ທີ່​ສຳຄັນ​ໃນ​ການ​ເບິ່ງແຍງ​ຄົນ​ທີ່​ເຂົ້າ​ມາ​ເປັນ​ຜູ້​ຕິດຕາມ​ພະຄລິດ. ນີ້​ສະແດງ​ວ່າ​ພະ​ເຢຊູ​ໄວ້ໃຈ​ເປໂຕ​ຫຼາຍ​ແທ້ໆ. ຫຼັງ​ຈາກນັ້ນ​ບໍ່​ດົນ ພະ​ເຢຊູ​ກໍ​ໃຫ້​ລາວ​ມີ​ບົດບາດ​ທີ່​ສຳຄັນ​ໃນ​ວຽກ​ຂອງ​ພວກ​ລູກສິດ. (ກິດຈະການ 2:1-41) ເປໂຕ​ຄື​ຊິໄດ້​ກຳລັງ​ໃຈ​ຫຼາຍ​ແທ້ໆ​ທີ່​ຮູ້​ວ່າ​ພະ​ເຢຊູ​ໃຫ້​ອະໄພ​ແລະ​ຍັງ​ໄວ້ໃຈ​ລາວ​ຄື​ເກົ່າ.

ເຈົ້າ “ຮູ້​ຈັກ​ຄວາມ​ຮັກ​ຂອງ​ພະຄລິດ” ບໍ?

20, 21. ເຮົາ​ຈະ​ມາ “ຮູ້​ຈັກ​ຄວາມ​ຮັກ​ຂອງ​ພະຄລິດ” ຢ່າງ​ເຕັມທີ​ໄດ້​ແນວ​ໃດ?

20 ຄຳພີ​ໄບເບິນ​ເວົ້າ​ເຖິງ​ຄວາມ​ຮັກ​ຂອງ​ພະຄລິດ​ໃນ​ແບບ​ທີ່​ດີ​ແທ້ໆ ແຕ່​ຄວາມ​ຮັກ​ຂອງ​ພະ​ເຢຊູ​ຄລິດ​ຄວນ​ຈະ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ຫຍັງ? ຄຳພີ​ໄບເບິນ​ບອກ​ວ່າ​ເຮົາ​ຕ້ອງ “ຮູ້​ຈັກ​ຄວາມ​ຮັກ​ຂອງ​ພະຄລິດ​ທີ່​ເໜືອ​ກວ່າ​ຄວາມ​ຮູ້.” (ເອເຟໂຊ 3:19) ເຮົາ​ເຫັນ​ວ່າ​ໃນ​ປຶ້ມ​ຂ່າວ​ດີ​ມີ​ເລື່ອງ​ຕ່າງໆ​ກ່ຽວກັບ​ພະ​ເຢຊູ​ທີ່​ສອນ​ເຮົາ​ຫຼາຍ​ຢ່າງ​ກ່ຽວກັບ​ຄວາມ​ຮັກ​ຂອງ​ພະຄລິດ. ແຕ່​ເພື່ອ​ຈະ “ຮູ້​ຈັກ​ຄວາມ​ຮັກ​ຂອງ​ພະຄລິດ” ແທ້ໆ ເຮົາ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ການ​ມີ​ຄວາມ​ຮູ້​ກ່ຽວກັບ​ເພິ່ນ.

21 ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ຮູ້​ຈັກ” ໝາຍເຖິງ​ຮູ້​ຈັກ “ໂດຍ​ທາງ​ປະສົບການ​ຂອງ​ເຮົາ​ເອງ.” ເມື່ອ​ເຮົາ​ສະແດງ​ຄວາມ​ຮັກ​ແບບ​ພະ​ເຢຊູ​ເຊິ່ງ​ກໍ​ແມ່ນ​ການ​ເສຍ​ສະລະ​ໂຕເອງ​ເພື່ອ​ປະໂຫຍດ​ຂອງ​ຄົນ​ອື່ນ​ແບບ​ບໍ່​ເຫັນ​ແກ່​ໂຕ ສະແດງ​ຄວາມ​ອີ່ຕົນ​ໂດຍ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທີ່​ຈຳເປັນ ແລະ​ໃຫ້​ອະໄພ​ຄົນ​ອື່ນ​ຈາກ​ໃຈ ເຮົາ​ກໍ​ຈະ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ພະ​ເຢຊູ​ແທ້ໆ. ເມື່ອ​ເຮັດ​ແນວ​ນັ້ນ ເຮົາ​ຈະ “ຮູ້​ຈັກ​ຄວາມ​ຮັກ​ຂອງ​ພະຄລິດ​ທີ່​ເໜືອ​ກວ່າ​ຄວາມ​ຮູ້” ຈາກ​ປະສົບການ​ຂອງ​ເຮົາ​ເອງ. ຢ່າ​ລືມ​ວ່າ​ຖ້າ​ເຮົາ​ພະຍາຍາມ​ຮຽນ​ແບບ​ພະຄລິດ ເຮົາ​ກໍ​ແຮ່ງ​ຈະ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ພະເຈົ້າ​ທີ່​ເຮົາ​ຮັກ​ເຊິ່ງ​ເປັນ​ຜູ້​ທີ່​ພະ​ເຢຊູ​ຮຽນ​ແບບ​ໄດ້​ຢ່າງ​ສົມບູນແບບ.

a ພວກ​ຜູ້​ນຳ​ສາສະໜາ​ຕັ້ງ​ກົດ​ວ່າ​ຕ້ອງ​ຢູ່​ຫ່າງ​ຈາກ​ຄົນ​ທີ່​ເປັນ​ຂີ້ທູດ​ປະມານ 2 ແມັດ. ແຕ່​ຖ້າ​ມີ​ລົມ​ພັດ ຄົນ​ທີ່​ເປັນ​ຂີ້ທູດ​ຕ້ອງ​ຢູ່​ໄກໆ​ຢ່າງ​ໜ້ອຍ​ປະມານ 45 ແມັດ. ໜັງສື​ມິດລາດ ຣັບບາ ເລົ່າ​ວ່າ​ມີ​ຜູ້​ນຳ​ສາສະໜາ​ຄົນ​ໜຶ່ງ​ບໍ່​ຍອມ​ເຂົ້າ​ໃກ້​ຄົນ​ທີ່​ເປັນ​ຂີ້ທູດ ແລະ​ອີກ​ຄົນ​ໜຶ່ງ​ກໍ​ເອົາ​ຫີນ​ດຶກ​ໃສ່​ຄົນ​ຂີ້ທູດ​ເພື່ອ​ໃຫ້​ລາວ​ໜີ​ໄປ​ໄກໆ. ດັ່ງນັ້ນ ຄົນ​ທີ່​ເປັນ​ຂີ້ທູດ​ຈຶ່ງ​ມີ​ປົມດ້ອຍ​ຫຼາຍ​ຍ້ອນ​ມີ​ຄົນ​ລັງກຽດ.

b ສຳເນົາ​ເກົ່າ​ແກ່​ບາງ​ສະບັບ ມີ​ການ​ຕັດ​ສ່ວນ​ທຳອິດ​ຂອງ​ລູກາ 23:34 ອອກ​ທີ່​ບອກ​ວ່າ: “ພໍ່​ເອີ້ຍ ຍົກໂທດ​ໃຫ້​ເຂົາເຈົ້າ​ແດ່. ເຂົາເຈົ້າ​ບໍ່​ຮູ້​ວ່າ​ກຳລັງ​ເຮັດ​ຫຍັງ​ຢູ່.” ແຕ່​ຂໍ້​ຄວາມ​ນີ້​ມີ​ຢູ່​ໃນ​ສຳເນົາ​ເກົ່າ​ແກ່​ທີ່​ໜ້າ​ເຊື່ອຖື​ຫຼາຍ​ສະບັບ ແລະ​ມີ​ຢູ່​ໃນ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ແລະ​ສະບັບ​ແປ​ອື່ນໆ​ນຳ. ເບິ່ງ​ຄື​ວ່າ​ພະ​ເຢຊູ​ໄດ້​ເວົ້າ​ເຖິງ​ທະຫານ​ໂຣມ​ທີ່​ຄຶງ​ເພິ່ນ. ເຂົາເຈົ້າ​ບໍ່​ຮູ້​ວ່າ​ໂຕເອງ​ກຳລັງ​ເຮັດ​ຫຍັງ​ຢູ່​ແລະ​ບໍ່​ຮູ້​ວ່າ​ພະ​ເຢຊູ​ແມ່ນ​ໃຜ​ແທ້ໆ. ນອກ​ຈາກນັ້ນ ພະ​ເຢຊູ​ອາດ​ໝາຍເຖິງ​ຄົນ​ຢິວ​ທີ່​ຢາກ​ຂ້າ​ເພິ່ນ​ກໍ​ໄດ້ ແຕ່​ຕໍ່​ມາ​ເຂົາເຈົ້າ​ກໍ​ເຂົ້າ​ມາ​ເປັນ​ລູກສິດ​ເພິ່ນ. (ກິດຈະການ 2:36-38) ທີ່ຈິງ ພວກ​ຜູ້​ນຳ​ສາສະໜາ​ທີ່​ກະຕຸ້ນ​ທະຫານ​ໂຣມ​ໃຫ້​ຂ້າ​ພະ​ເຢຊູ​ມີ​ຄວາມ​ຜິດ​ຫຼາຍ​ກວ່າ ຍ້ອນ​ເຂົາເຈົ້າ​ຢາກ​ໃຫ້​ພະ​ເຢຊູ​ຕາຍ​ທັງໆ​ທີ່​ຮູ້​ວ່າ​ເພິ່ນ​ເປັນ​ລູກ​ຂອງ​ພະເຈົ້າ. ຫຼາຍ​ຄົນ​ໃນ​ພວກ​ນີ້​ຈຶ່ງ​ບໍ່​ສົມຄວນ​ໄດ້​ຮັບ​ການ​ໃຫ້​ອະໄພ.—ໂຢຮັນ 11:45-53