ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 31

“ໃຫ້​ໃກ້ຊິດ​ກັບ​ພະເຈົ້າ ແລ້ວ​ເພິ່ນ​ຈະ​ໃກ້ຊິດ​ກັບ​ພວກ​ເຈົ້າ”

“ໃຫ້​ໃກ້ຊິດ​ກັບ​ພະເຈົ້າ ແລ້ວ​ເພິ່ນ​ຈະ​ໃກ້ຊິດ​ກັບ​ພວກ​ເຈົ້າ”

1-3. (ກ) ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຄວາມ​ຜູກພັນ​ທີ່​ພໍ່​ແມ່​ມີ​ຕໍ່​ລູກ? (ຂ) ເຮົາ​ຮູ້ສຶກ​ແນວ​ໃດ​ຖ້າ​ມີ​ຄົນ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ ແລະ​ມີ​ຄຳ​ຖາມ​ສຳຄັນ​ຫຍັງ​ທີ່​ເຮົາ​ຄວນ​ຖາມ​ໂຕເອງ?

 ພໍ່​ແມ່​ຮູ້ສຶກ​ດີໃຈ​ເມື່ອ​ເຫັນ​ລູກ​ທີ່​ຫາກໍ​ເກີດ​ໃໝ່​ຍິ້ມ. ພໍ່​ແມ່​ມັກ​ຈະ​ເດ່​ໜ້າ​ເຂົ້າ​ໄປ​ໃກ້ໆ​ໜ້າ​ຂອງ​ລູກ​ນ້ອຍ ເວົ້າ​ເອາະ​ເນາະ​ແອະ​ແນະ​ກັບ​ລູກ ແລະ​ຍິ້ມ​ໃຫ້​ລູກ. ແລ້ວ​ພໍ່​ແມ່​ກໍ​ຈະ​ຖ້າ​ເບິ່ງ​ວ່າ​ລູກ​ຈະ​ເຮັດ​ແນວ​ໃດ ແລະ​ບໍ່​ດົນ​ລູກ​ນ້ອຍ​ກໍ​ຍິ້ມ​ອອກ​ມາ. ຮອຍ​ຍິ້ມ​ນັ້ນ​ບອກ​ໃຫ້​ຮູ້​ວ່າ​ລູກ​ນ້ອຍ​ສະແດງ​ຄວາມ​ຮັກ​ຕໍ່​ພໍ່​ແມ່​ຄືນ.

2 ຖ້າ​ມີ​ຄົນ​ສະແດງ​ຄວາມ​ຮັກ​ກັບ​ເຮົາ​ກໍ​ເປັນ​ເລື່ອງ​ປົກກະຕິ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາເຈົ້າ ຍ້ອນ​ເຮົາ​ຖືກ​ສ້າງ​ມາ​ແນວ​ນັ້ນ. (ເພງ​ສັນລະເສີນ 22:9) ເມື່ອ​ເຮົາ​ໃຫຍ່​ຂຶ້ນ ເຮົາ​ກໍ​ສະແດງ​ຄວາມ​ຮັກ​ກັບ​ຄົນ​ທີ່​ເຮົາ​ຮັກ​ໄດ້​ຫຼາຍ​ຂຶ້ນ. ເຈົ້າ​ອາດ​ຈື່​ໄດ້​ວ່າ​ຕອນ​ທີ່​ເຈົ້າ​ຍັງ​ນ້ອຍ ພໍ່​ແມ່ ຍາດຕິ​ພີ່ນ້ອງ​ຫຼື​ໝູ່​ເພື່ອນ​ສະແດງ​ຄວາມ​ຮັກ​ກັບ​ເຈົ້າ​ແນວ​ໃດ ການ​ເຮັດ​ແນວ​ນັ້ນ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ຮູ້ສຶກ​ດີໆຕໍ່​ເຂົາເຈົ້າ. ເມື່ອ​ເຈົ້າ​ຄ່ອຍໆ​ຮັກ​ເຂົາເຈົ້າ​ຫຼາຍ​ຂຶ້ນ ເຈົ້າ​ກໍ​ຢາກ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້​ວ່າ​ເຈົ້າ​ຮັກ​ເຂົາເຈົ້າ​ຄື​ກັນ. ຄ້າຍຄື​ກັນ ເຈົ້າ​ຮູ້ສຶກ​ແບບ​ນີ້​ກັບ​ພະ​ເຢໂຫວາ​ບໍ?

3 ຄຳພີ​ໄບເບິນ​ບອກ​ວ່າ: “ພວກ​ເຮົາ​ສະແດງ​ຄວາມ​ຮັກ​ກໍ​ຍ້ອນ​ພະເຈົ້າ​ຮັກ​ພວກ​ເຮົາ​ກ່ອນ.” (1 ໂຢຮັນ 4:19) ຕອນ​ທີ 1 ເຖິງ​ຕອນ​ທີ 3 ຂອງ​ປຶ້ມ​ຫົວ​ນີ້​ເຕືອນ​ເຮົາ​ໃຫ້​ຈື່​ໄວ້​ວ່າ ພະ​ເຢໂຫວາ​ໃຊ້​ລິດເດດ ຄວາມ​ຍຸຕິທຳ ແລະ​ສະຕິ​ປັນຍາ​ຂອງ​ເພິ່ນເພື່ອ​ປະໂຫຍດ​ຂອງ​ເຮົາ. ໃນ​ຕອນ​ທີ 4 ເຈົ້າ​ໄດ້​ເຫັນ​ແລ້ວ​ວ່າ​ເພິ່ນ​ຮັກ​ມະນຸດ​ທຸກ​ຄົນ​ແລະ​ຮັກ​ເຈົ້າ​ຫຼາຍ ແຕ່​ມີ​ຄຳ​ຖາມ​ໜຶ່ງ​ທີ່​ສຳຄັນ​ຫຼາຍ​ທີ່​ເຈົ້າ​ຄວນ​ຖາມ​ໂຕເອງ​ຄື ‘ຂ້ອຍ​ຈະ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ແນວ​ໃດ​ວ່າ​ຂ້ອຍ​ຮັກ​ເພິ່ນ?’

ການ​ຮັກ​ພະເຈົ້າ​ໝາຍເຖິງ​ຫຍັງ

4. ຫຼາຍ​ຄົນ​ຄິດ​ວ່າ​ການ​ຮັກ​ພະເຈົ້າ​ໝາຍເຖິງ​ຫຍັງ?

4 ພະ​ເຢໂຫວາ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ຄວາມ​ຮັກ. ເພິ່ນ​ຮູ້​ວ່າ​ຄວາມ​ຮັກ​ຈະ​ກະຕຸ້ນ​ຄົນ​ເຮົາ​ໃຫ້​ສະແດງ​ຄຸນລັກສະນະ​ທີ່​ດີໆ​ອອກ​ມາ. ເຖິງ​ວ່າ​ຄົນ​ສ່ວນ​ຫຼາຍ​ຈະ​ບໍ່​ສັດຊື່​ແລະ​ບໍ່​ຍອມຮັບ​ອຳນາດ​ຂອງ​ເພິ່ນ ແຕ່​ເພິ່ນ​ກໍ​ຍັງ​ໝັ້ນໃຈ​ວ່າ​ຈະ​ມີ​ບາງ​ຄົນ​ທີ່​ຮັກ​ເພິ່ນ ແລະ​ເຮົາ​ກໍ​ເຫັນ​ວ່າ​ມີ​ຫຼາຍ​ລ້ານ​ຄົນ​ເປັນ​ແບບ​ນັ້ນ​ແທ້ໆ. ໜ້າ​ເສຍດາຍ​ທີ່​ຫຼາຍ​ສາສະໜາ​ໃນ​ໂລກ​ຊົ່ວ​ນີ້​ສອນ​ຜູ້​ຄົນ​ແບບ​ຜິດໆ​ໃນ​ເລື່ອງ​ການ​ຮັກ​ພະເຈົ້າ. ຫຼາຍ​ຄົນ​ບອກ​ວ່າ​ຮັກ​ພະເຈົ້າ ແຕ່​ເຂົາເຈົ້າ​ອາດ​ຄິດ​ວ່າ​ມີ​ແຕ່​ບອກ​ວ່າ ‘ຂ້ອຍ​ຮັກ​ພະເຈົ້າ’ ກໍ​ພໍ​ແລ້ວ. ຕອນ​ທຳອິດ​ເຮົາ​ອາດ​ບອກ​ວ່າ​ຮັກ​ພະເຈົ້າ​ຄື​ກັບ​ລູກ​ນ້ອຍ​ທີ່​ສະແດງ​ຄວາມ​ຮັກ​ຕໍ່​ພໍ່​ແມ່​ເປັນ​ເທື່ອ​ທຳອິດ​ດ້ວຍ​ຮອຍ​ຍິ້ມ ແຕ່​ເມື່ອ​ເຮົາ​ຮູ້ສຶກ​ຮັກ​ເພິ່ນ​ຫຼາຍ​ຂຶ້ນ ເຮົາ​ກໍ​ຕ້ອງ​ເຮັດ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ເພິ່ນ​ແທ້ໆ ບໍ່​ແມ່ນ​ມີ​ແຕ່​ເວົ້າ​ຊື່ໆ.

5. ການ​ຮັກ​ພະເຈົ້າ​ໝາຍເຖິງ​ຫຍັງ ແລະ​ເປັນ​ປະໂຫຍດ​ກັບ​ເຮົາ​ແນວ​ໃດ?

5 ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ການ​ຮັກ​ພະເຈົ້າ​ໝາຍເຖິງ​ຫຍັງ. ຄຳພີ​ໄບເບິນ​ບອກ​ວ່າ: “ການ​ຮັກ​ພະເຈົ້າ​ໝາຍເຖິງ​ການ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ເພິ່ນ.” ດັ່ງນັ້ນ ເຮົາ​ຈະ​ສະແດງ​ວ່າ​ເຮົາ​ຮັກ​ພະເຈົ້າ​ໄດ້​ໂດຍ​ການ​ເຊື່ອຟັງ​ເພິ່ນ. ຫຼາຍ​ຄົນ​ບໍ່​ມັກ​ເຊື່ອຟັງ​ຄົນ​ອື່ນ ແຕ່​ໃນ​ຂໍ້​ນັ້ນ​ກໍ​ບອກ​ວ່າ: “ຄຳ​ສັ່ງ​ຂອງ​ເພິ່ນ​ບໍ່​ຍາກ​ເກີນ​ໄປ.” (1 ໂຢຮັນ 5:3) ພະ​ເຢໂຫວາ​ໃຫ້​ກົດໝາຍ​ແລະ​ຫຼັກການ​ເພື່ອ​ຊ່ວຍ​ເຮົາ ບໍ່​ແມ່ນ​ເພື່ອ​ເຮັດ​ໃຫ້​ຊີວິດ​ເຮົາ​ລຳບາກ​ຂຶ້ນ. (ເອຊາຢາ 48:17, 18) ຄຳພີ​ໄບເບິນ​ສອນ​ເຮົາ​ຫຼາຍ​ຢ່າງ​ທີ່​ຊ່ວຍ​ໃຫ້​ເຮົາ​ຮັກ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ກໍ​ໂດຍ​ການ​ລົມ​ກັບ​ພະ​ເຢໂຫວາ ນະມັດສະການ​ເພິ່ນ ແລະ​ຮຽນ​ແບບ​ເພິ່ນ​ຢ່າງ​ສຸດ​ຄວາມ​ສາມາດ. ເຮົາ​ຈະ​ມາ​ເບິ່ງ 3 ຢ່າງ​ນີ້​ນຳ​ກັນ.

ລົມ​ກັບ​ພະ​ເຢໂຫວາ

6-8. (ກ) ເຮົາ​ຈະ​ຟັງ​ພະ​ເຢໂຫວາ​ໄດ້​ໂດຍ​ວິທີ​ໃດ? (ຂ) ເຮົາ​ຈະ​ເຮັດ​ໃຫ້​ການ​ອ່ານ​ຄຳພີ​ໄບເບິນ​ເປັນ​ເລື່ອງ​ທີ່​ມ່ວນ​ໄດ້​ແນວ​ໃດ?

6 ບົດ​ທີ 1 ເລີ່ມ​ໂດຍ​ໃຫ້​ເຈົ້າ​ລອງ​ນຶກພາບ​ວ່າ​ເຈົ້າ​ກຳລັງ​ເວົ້າ​ກັບ​ພະເຈົ້າ. ເຮົາ​ໄດ້​ຮຽນ​ວ່າ​ມີ​ບາງ​ຄົນ​ກໍ​ໄດ້​ເວົ້າ​ກັບ​ພະເຈົ້າ​ແທ້ໆ. ທີ່ຈິງ​ແລ້ວ ໂມເຊ​ເຄີຍ​ລົມ​ກັບ​ພະເຈົ້າ​ໂດຍ​ທາງ​ທູດສະຫວັນ. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ຄື​ກັນ​ບໍ? ທຸກ​ມື້​ນີ້ ພະ​ເຢໂຫວາ​ບໍ່​ໄດ້​ສົ່ງ​ທູດສະຫວັນ​ໃຫ້​ມາ​ເວົ້າ​ກັບ​ມະນຸດ​ແລ້ວ ແຕ່​ເພິ່ນ​ກໍ​ຍັງ​ມີ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຕິດຕໍ່​ກັບ​ເຮົາ. ພະ​ເຢໂຫວາ​ເວົ້າ​ກັບ​ເຮົາ​ໂດຍ​ທາງ​ໃດ ແລະ​ເຮົາ​ຈະ​ຟັງ​ເພິ່ນ​ໄດ້​ແນວ​ໃດ?

7 ເຮົາ​ຮູ້​ວ່າ “ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ມາ​ຈາກ​ພະເຈົ້າ.” (2 ຕີໂມທຽວ 3:16) ດັ່ງນັ້ນ ພະ​ເຢໂຫວາ​ຈຶ່ງ​ເວົ້າ​ກັບ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ ແລະ​ເຮົາ​ກໍ​ຟັງ​ເພິ່ນ​ໂດຍ​ການ​ອ່ານ​ຄຳພີ​ໄບເບິນ. ຜູ້​ຂຽນ​ປຶ້ມ​ເພງ​ສັນລະເສີນ​ກະຕຸ້ນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃຫ້​ອ່ານ​ຄຳພີ​ໄບເບິນ “ທັງ​ກາງເວັນ​ແລະ​ກາງຄືນ.” (ເພງ​ສັນລະເສີນ 1:1, 2) ເພື່ອ​ເຮົາ​ຈະ​ອ່ານ​ຄຳພີ​ໄບເບິນ​ໄດ້​ທຸກ​ມື້ ເຮົາ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ​ຫຼາຍ. ແຕ່​ຖ້າ​ເຮົາ​ພະຍາຍາມ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ໄດ້​ປະໂຫຍດ​ຫຼາຍ​ແທ້ໆ. ເຮົາ​ໄດ້​ເຫັນ​ໃນ​ບົດ​ທີ 18 ວ່າ​ຄຳພີ​ໄບເບິນ​ເປັນ​ຄື​ກັບ​ຈົດໝາຍ​ທີ່​ມີ​ຄ່າ​ຈາກ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຂຽນ​ຫາ​ເຮົາ. ດັ່ງນັ້ນ ເຮົາ​ບໍ່​ຄວນ​ຖື​ວ່າ​ການ​ອ່ານ​ຄຳພີ​ໄບເບິນ​ເປັນ​ພຽງ​ແຕ່​ໜ້າທີ່ ແຕ່​ເຮົາ​ຕ້ອງ​ພະຍາຍາມ​ເຮັດ​ໃຫ້​ການ​ອ່ານ​ຄຳພີ​ໄບເບິນ​ເປັນ​ເລື່ອງ​ທີ່​ມ່ວນ. ແລ້ວ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

8 ຕອນ​ທີ່​ອ່ານ​ຄຳພີ​ໄບເບິນ ໃຫ້​ເຈົ້າ​ນຶກພາບ​ວ່າ​ຄົນ​ໃນ​ຄຳພີ​ໄບເບິນ​ມີ​ຊີວິດ​ຢູ່​ແທ້ໆ. ໃຫ້​ພະຍາຍາມ​ເຂົ້າໃຈ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ແບບ​ໃດ ຊີວິດ​ຂອງ​ເຂົາເຈົ້າ​ເປັນ​ແນວ​ໃດ ແລະ​ເປັນ​ຫຍັງ​ເຂົາເຈົ້າ​ຈຶ່ງ​ເຮັດ​ແບບ​ນັ້ນ. ຈາກນັ້ນ​ກໍ​ໃຫ້​ຄິດ​ຄັກໆ​ກ່ຽວກັບ​ເລື່ອງ​ທີ່​ອ່ານ​ໂດຍ​ຖາມ​ໂຕເອງ​ວ່າ: ‘ເລື່ອງ​ນີ້​ສອນ​ຫຍັງ​ຂ້ອຍ​ກ່ຽວກັບ​ພະ​ເຢໂຫວາ? ມີ​ການ​ເນັ້ນ​ຄຸນລັກສະນະ​ຫຍັງ​ຂອງ​ເພິ່ນ? ພະ​ເຢໂຫວາ​ຢາກ​ສອນ​ຫຍັງ​ຂ້ອຍ ແລະ​ຂ້ອຍ​ຈະ​ເອົາ​ເລື່ອງ​ນັ້ນ​ມາ​ໃຊ້​ໃນ​ຊີວິດ​ແນວ​ໃດ?’ ໃຫ້​ເຈົ້າ​ອ່ານ ຄິດ​ຕຶກຕອງ ແລະ​ເອົາ​ເລື່ອງ​ທີ່​ໄດ້​ຮຽນ​ໄປ​ໃຊ້. ເມື່ອ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ເຫັນ​ວ່າ​ຄຳພີ​ໄບເບິນ​ສົ່ງ​ຜົນ​ຕໍ່​ຊີວິດ​ເຈົ້າ​ຫຼາຍ​ສ່ຳ​ໃດ.—ເພງ​ສັນລະເສີນ 77:12; ຢາໂກໂບ 1:23-25

9. ໃຜ​ແມ່ນ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຕ້ອງ​ຕັ້ງໃຈ​ຟັງ​ເຂົາເຈົ້າ?

9 ພະ​ເຢໂຫວາ​ຍັງ​ເວົ້າ​ກັບ​ເຮົາ​ໂດຍ​ທາງ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ.” ພະ​ເຢຊູ​ບອກ​ລ່ວງ​ໜ້າ​ວ່າ​ພີ່ນ້ອງ​ຊາຍ​ທີ່​ຖືກ​ເລືອກ​ກຸ່ມ​ນ້ອຍໆ​ຈະ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຈັດ​ກຽມ​ຄວາມ​ຮູ້​ທີ່​ເສີມ​ຄວາມ​ເຊື່ອ “ຕາມ​ເວລາ​ທີ່​ເໝາະສົມ” ໃນ​ສະໄໝ​ສຸດທ້າຍ​ທີ່​ຍາກ​ລຳບາກ​ນີ້. (ມັດທາຍ 24:45-47) ເມື່ອ​ເຮົາ​ອ່ານ​ປຶ້ມ​ແລະ​ວາລະສານ​ຕ່າງໆ​ທີ່​ທາດ​ສັດຊື່​ແລະ​ສຸຂຸມ​ໄດ້​ກຽມ​ໄວ້​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄຳພີ​ໄບເບິນ ແລະ​ເມື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ​ແລະ​ການ​ປະຊຸມ​ໃຫຍ່​ຕ່າງໆ​ທີ່​ເຂົາເຈົ້າ​ກຽມ​ໄວ້​ໃຫ້ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ. ພະ​ເຢຊູ​ບອກ​ລູກສິດ​ຂອງ​ເພິ່ນ​ວ່າ: “ໃຫ້​ຕັ້ງໃຈ​ຟັງ​ດີໆ.” (ລູກາ 8:18) ດັ່ງນັ້ນ ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຄວນ​ຕັ້ງໃຈ​ຟັງ​ທາດ​ທີ່​ສັດຊື່​ທີ່​ພະ​ເຢຊູ​ແຕ່ງຕັ້ງ ຍ້ອນ​ພະ​ເຢໂຫວາ​ໃຊ້​ເຂົາເຈົ້າ​ເພື່ອ​ຕິດຕໍ່​ກັບ​ເຮົາ.

10-12. (ກ) ເປັນ​ຫຍັງ​ການ​ອະທິດຖານ​ຈຶ່ງ​ເປັນ​ສິດທິ​ພິເສດ​ຈາກ​ພະ​ເຢໂຫວາ? (ຂ) ເຮົາ​ຈະ​ອະທິດຖານ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ເພິ່ນ​ມັກ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ?

10 ເຮົາ​ໄດ້​ຮຽນ​ແລ້ວ​ວ່າ​ພະ​ເຢໂຫວາ​ເວົ້າ​ກັບ​ເຮົາ​ໂດຍ​ທາງ​ໃດ. ແຕ່​ເຮົາ​ຈະ​ເວົ້າ​ກັບ​ເພິ່ນ​ໄດ້​ບໍ? ເມື່ອ​ເຮົາ​ຄິດ​ກ່ຽວກັບ​ເລື່ອງ​ນີ້​ເຮົາ​ກໍ​ອາດຈະ​ຮູ້ສຶກ​ຢ້ານ​ແລ້ວ. ຖ້າ​ເຈົ້າ​ຢາກ​ເຂົ້າ​ຫາ​ຜູ້​ປົກຄອງ​ທີ່​ມີ​ອຳນາດ​ສູງ​ສຸດ​ໃນ​ປະເທດ​ເພື່ອ​ຈະ​ລົມ​ເລື່ອງ​ທີ່​ເຈົ້າ​ອຸກໃຈ ເຈົ້າ​ຄິດ​ວ່າ​ລາວ​ຈະ​ໃຫ້​ເຈົ້າ​ເຂົ້າ​ໄປ​ລົມ​ກັບ​ລາວ​ບໍ? ບາງ​ເທື່ອ ການ​ພະຍາຍາມ​ເຮັດ​ແບບ​ນັ້ນ​ກໍ​ອາດ​ເປັນ​ອັນຕະລາຍ​ຊ້ຳ! ໃນ​ສະໄໝ​ຂອງ​ເອັດສະເທີ​ແລະ​ມໍເດກາຍ ຖ້າ​ຜູ້​ໃດ​ພະຍາຍາມ​ເຂົ້າ​ໄປ​ເວົ້າ​ກັບ​ກະສັດ​ເປີເຊຍ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ ຜູ້​ນັ້ນ​ອາດຈະ​ຖືກ​ຂ້າ​ໄດ້. (ເອັດສະເທີ 4:10, 11) ຕອນນີ້ ຂໍ​ໃຫ້​ຄິດ​ເຖິງ​ການ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ສູງ​ສຸດ. ເມື່ອ​ທຽບ​ກັບ​ເພິ່ນ​ແລ້ວ ມະນຸດ​ທີ່​ມີ​ອຳນາດ​ສູງ​ສຸດ​ກໍ “ເປັນ​ຄື​ກັບ​ຕັກກະແຕນ.” (ເອຊາຢາ 40:22) ແຕ່​ເຮົາ​ຄວນ​ຈະ​ຮູ້ສຶກ​ຢ້ານ​ຈົນ​ບໍ່​ກ້າ​ເວົ້າ​ກັບ​ເພິ່ນ​ບໍ? ບໍ່ ເຮົາ​ບໍ່​ຄວນ​ຮູ້ສຶກ​ແບບ​ນັ້ນ.

11 ພະ​ເຢໂຫວາ​ມັກ​ຢາກ​ໃຫ້​ເຮົາ​ລົມ​ກັບ​ເພິ່ນ ແລະ​ເພິ່ນ​ເຮັດ​ໃຫ້​ເຮົາ​ລົມ​ກັບ​ເພິ່ນ​ໄດ້​ງ່າຍໆ. ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ສິດທິ​ພິເສດ​ທີ່​ຈະ​ອະທິດຖານ​ຫາ​ເພິ່ນ. ແມ່ນ​ແຕ່​ເດັກນ້ອຍໆ​ກໍ​ສາມາດ​ອະທິດຖານ​ຫາ​ພະ​ເຢໂຫວາ​ດ້ວຍ​ຄວາມ​ເຊື່ອ​ໄດ້​ໂດຍ​ທາງ​ຊື່​ຂອງ​ພະ​ເຢຊູ. (ໂຢຮັນ 14:6; ເຮັບເຣີ 11:6) ເຮົາ​ສາມາດ​ບອກ​ຄວາມ​ຮູ້ສຶກ​ເລິກໆ​ໃນ​ໃຈ​ຂອງ​ເຮົາ​ໃນ​ຄຳ​ອະທິດຖານ​ໄດ້. ແມ່ນ​ແຕ່​ເລື່ອງ​ທີ່​ເຈັບ​ປວດ​ໃຈ​ທີ່​ເວົ້າ​ອອກ​ມາ​ເປັນ​ຄຳເວົ້າ​ບໍ່​ໄດ້ ເຮົາ​ກໍ​ລົມ​ກັບ​ພະ​ເຢໂຫວາ​ໄດ້. (ໂຣມ 8:26) ເຮົາ​ບໍ່​ຕ້ອງ​ພະຍາຍາມ​ເຮັດ​ໃຫ້​ພະ​ເຢໂຫວາ​ປະທັບໃຈ​ໂດຍ​ໃຊ້​ຄຳເວົ້າ​ທີ່​ເລີດຫຼູ ຫຼື​ອະທິດຖານ​ແບບ​ຍາວໆ. (ມັດທາຍ 6:7, 8) ພະ​ເຢໂຫວາ​ບໍ່​ໄດ້​ຕັ້ງ​ກົດ​ວ່າ​ເຮົາ​ຕ້ອງ​ອະທິດຖານ​ຍາວ​ສ່ຳ​ໃດ​ຫຼື​ເລື້ອຍ​ສ່ຳ​ໃດ. ແຕ່​ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ “ອະທິດຖານ​ເປັນ​ປະຈຳ.”—1 ເທຊະໂລນິກ 5:17

12 ຄຳພີ​ໄບເບິນ​ເອີ້ນ​ພະ​ເຢໂຫວາ​ຜູ້​ດຽວ​ວ່າ: “ຜູ້​ຟັງ​ຄຳ​ອະທິດຖານ” ແລະ​ເພິ່ນ​ຈະ​ຟັງ​ເຮົາ​ດ້ວຍ​ຄວາມ​ເຫັນອົກເຫັນໃຈ. (ເພງ​ສັນລະເສີນ 65:2) ແຕ່​ເພິ່ນ​ຮູ້ສຶກ​ວ່າ​ເປັນ​ພາລະ​ທີ່​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ​ບໍ? ບໍ່​ແມ່ນ ເພິ່ນ​ມັກ​ຟັງ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ. ຄຳພີ​ໄບເບິນ​ປຽບທຽບ​ຄຳ​ອະທິດຖານ​ວ່າ​ເປັນ​ຄື​ກັບ​ເຄື່ອງຫອມ​ທີ່​ຖືກ​ເຜົາ​ແລະ​ມີ​ກິ່ນ​ຄວັນ​ທີ່​ຫອມ​ຫວານ. (ເພງ​ສັນລະເສີນ 141:2; ພະ​ນິມິດ 5:8; 8:4) ເຮົາ​ໄດ້​ກຳລັງ​ໃຈ​ແທ້ໆ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ມັກ​ຟັງ​ຄຳ​ອະທິດຖານ​ຈາກ​ໃຈ​ຂອງ​ເຮົາ. ດັ່ງນັ້ນ ຖ້າ​ເຮົາ​ຢາກ​ສະໜິດ​ກັບ​ພະ​ເຢໂຫວາ ເຮົາ​ຕ້ອງ​ອະທິດຖານ​ຫາ​ເພິ່ນ​ແບບ​ຖ່ອມ​ໃຈ​ທຸກ​ມື້. ໃຫ້​ລະບາຍ​ຄວາມ​ຮູ້ສຶກ​ທັງໝົດ​ຂອງ​ເຮົາ​ໃຫ້​ເພິ່ນ​ຟັງ. (ເພງ​ສັນລະເສີນ 62:8) ໃຫ້​ບອກ​ເພິ່ນ​ໃນ​ເລື່ອງ​ທີ່​ເຮົາ​ອຸກໃຈ​ແລະ​ເລື່ອງ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ. ໃຫ້​ຂອບໃຈ​ແລະ​ສັນລະເສີນ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ໃນ​ສະຫວັນ​ນຳ. ແລ້ວ​ເຮົາ​ກໍ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ.

ການ​ນະມັດສະການ​ພະ​ເຢໂຫວາ

13, 14. ການ​ນະມັດສະການ​ພະ​ເຢໂຫວາ​ໝາຍເຖິງ​ຫຍັງ ແລະ​ເປັນ​ຫຍັງ​ເຮົາ​ຄວນ​ນະມັດສະການ​ເພິ່ນ?

13 ການ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ບໍ່​ຄື​ກັບ​ການ​ເວົ້າ​ລົມ​ກັນ​ກັບ​ໝູ່​ຫຼື​ຍາດ​ຕິ​ພີ່ນ້ອງ​ຂອງ​ເຮົາ ແຕ່​ເປັນ​ການ​ນະມັດສະການ​ພະ​ເຢໂຫວາ. ນີ້​ເປັນ​ວິທີ​ໜຶ່ງ​ທີ່​ເຮົາ​ສະແດງ​ຄວາມ​ນັບຖື​ແລະ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ສຸດ​ຫົວໃຈ​ແບບ​ທີ່​ເພິ່ນ​ຄວນ​ຈະ​ໄດ້​ຮັບ. ການ​ນະມັດສະການ​ແທ້​ມີ​ຜົນ​ຕໍ່​ການ​ໃຊ້​ຊີວິດ​ຂອງ​ເຮົາ​ແລະ​ເຮັດ​ໃຫ້​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ທັງ​ໃນ​ສະຫວັນ​ແລະ​ໃນ​ໂລກ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ໃນ​ນິມິດ​ເລື່ອງ​ໜຶ່ງ ອັກຄະສາວົກ​ໂຢຮັນ​ໄດ້​ຍິນ​ທູດສະຫວັນ​ອົງ​ໜຶ່ງ​ປະກາດ​ວ່າ: “ໃຫ້​ທຸກ​ຄົນ​ນະມັດສະການ​ຜູ້​ທີ່​ສ້າງ​ຟ້າ ໂລກ ທະເລ ແລະ​ນ້ຳ​ພຸ​ຕ່າງໆ.”—ພະ​ນິມິດ 14:7

14 ເປັນ​ຫຍັງ​ເຮົາ​ຄວນ​ນະມັດສະການ​ພະ​ເຢໂຫວາ? ໃຫ້​ຄິດ​ເຖິງ​ຄຸນລັກສະນະ​ຕ່າງໆ​ທີ່​ໄດ້​ລົມ​ກັນ​ໄປ​ແລ້ວ ເຊັ່ນ: ຄວາມ​ບໍລິສຸດ ລິດເດດ ການ​ຄວບຄຸມ​ໂຕເອງ ຄວາມ​ຍຸຕິທຳ ຄວາມ​ກ້າຫານ ຄວາມ​ເມດຕາ ສະຕິ​ປັນຍາ ຄວາມ​ຖ່ອມ ຄວາມ​ຮັກ ຄວາມ​ອີ່ຕົນ ຄວາມ​ພັກດີ ແລະ​ຄວາມ​ດີ. ເຮົາ​ໄດ້​ເຫັນ​ແລ້ວ​ວ່າ​ພະ​ເຢໂຫວາ​ສະແດງ​ຄຸນລັກສະນະ​ເຫຼົ່າ​ນີ້​ໃນ​ແບບ​ທີ່​ດີ​ທີ່​ສຸດ. ເມື່ອ​ເຮົາ​ຄິດ​ຕຶກຕອງ​ເຖິງ​ວິທີ​ທີ່​ເພິ່ນ​ສະແດງ​ຄຸນລັກສະນະ​ເຫຼົ່າ​ນີ້​ທັງໝົດ ເຮົາ​ກໍ​ຈະ​ເຫັນ​ແຈ້ງ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ຍິ່ງໃຫຍ່​ເກີນ​ກວ່າ​ທີ່​ຈະ​ເຂົ້າໃຈ​ໄດ້. ເພິ່ນ​ສູງ​ສົ່ງ​ກວ່າ​ເຮົາ​ຫຼາຍ​ແທ້ໆ. (ເອຊາຢາ 55:9) ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ມີ​ສິດ​ປົກຄອງ​ເຮົາ ແລະ​ເພິ່ນ​ສົມຄວນ​ໄດ້​ຮັບ​ການ​ນະມັດສະການ​ຈາກ​ເຮົາ. ແຕ່​ເຮົາ​ຄວນ​ນະມັດສະການ​ພະ​ເຢໂຫວາ​ແນວ​ໃດ?

15. ເຮົາ​ຈະ​ນະມັດສະການ​ພະ​ເຢໂຫວາ “ໂດຍ​ໃຫ້​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ​ແລະ​ນະມັດສະການ​ແບບ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຈິງ” ໄດ້​ແນວ​ໃດ ແລະ​ການ​ປະຊຸມ​ຄລິດສະຕຽນ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ເຮັດ​ຫຍັງ?

15 ພະ​ເຢຊູ​ບອກ​ວ່າ: “ພະເຈົ້າ​ເປັນ​ຜູ້​ທີ່​ມະນຸດ​ເບິ່ງ​ບໍ່​ເຫັນ ແລະ​ຄົນ​ທີ່​ນະມັດສະການ​ເພິ່ນ​ຕ້ອງ​ນະມັດສະການ​ໂດຍ​ໃຫ້​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ ແລະ​ນະມັດສະການ​ແບບ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຈິງ.” (ໂຢຮັນ 4:24) ເພື່ອ​ເຮົາ​ຈະ​ນະມັດສະການ​ພະເຈົ້າ ‘ໂດຍ​ໃຫ້​ພະລັງ​ຂອງ​ພະອົງ​ຊີ້ນຳ’ ເຮົາ​ຕ້ອງ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ເພິ່ນ​ແລະ​ໃຫ້​ພະລັງ​ນັ້ນ​ຊີ້ນຳ​ຊີວິດ​ເຮົາ. ການ​ນະມັດສະການ​ຂອງ​ເຮົາ​ຕ້ອງ​ສອດ​ຄ່ອງ​ກັບ​ຄວາມ​ຈິງ​ເຊິ່ງ​ແມ່ນ​ຄວາມ​ຮູ້​ທີ່​ຢູ່​ໃນ​ຄຳພີ​ໄບເບິນ. ເຮົາ​ມີ​ໂອກາດ​ທີ່​ດີ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ “ໂດຍ​ໃຫ້​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ ແລະ​ນະມັດສະການ​ແບບ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຈິງ” ຕອນ​ທີ່​ເຮົາ​ປະຊຸມ​ຮ່ວມ​ກັບ​ພີ່ນ້ອງ. (ເຮັບເຣີ 10:24, 25) ເຮົາ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ເພິ່ນ​ພໍໃຈ​ໄດ້​ໂດຍ​ຮ້ອງ​ເພງ​ສັນລະເສີນ ອະທິດຖານ ຕັ້ງໃຈ​ຟັງ ແລະ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະຊຸມ.

ການ​ປະຊຸມ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ທີ່​ດີ​ທີ່​ຈະ​ສະແດງ​ວ່າ​ເຮົາ​ຮັກ​ແລະ​ນັບຖື​ພະ​ເຢໂຫວາ

16. ຄຳ​ສັ່ງ​ສຳຄັນ​ທີ່​ສຸດ​ຂໍ້​ໜຶ່ງ​ທີ່​ພະ​ເຢຊູ​ບອກ​ໃຫ້​ຄລິດສະຕຽນ​ແທ້​ເຮັດ​ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຢາກ​ເຮັດ​ຕາມ​ຄຳ​ສັ່ງ​ນັ້ນ?

16 ເຮົາ​ຍັງ​ນະມັດສະການ​ພະ​ເຢໂຫວາ​ໂດຍ​ເວົ້າ​ເລື່ອງ​ຂອງ​ເພິ່ນ​ໃຫ້​ຄົນ​ອື່ນ​ຟັງ ແລະ​ການ​ເຮັດ​ແບບ​ນັ້ນ​ກໍ​ເປັນ​ການ​ສັນລະເສີນ​ເພິ່ນ​ນຳ. (ເຮັບເຣີ 13:15) ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ເປັນ​ຄຳ​ສັ່ງ​ທີ່​ສຳຄັນ​ທີ່​ສຸດ​ຂໍ້​ໜຶ່ງ​ທີ່​ພະ​ເຢຊູ​ບອກ​ໃຫ້​ຄລິດສະຕຽນ​ແທ້​ເຮັດ. (ມັດທາຍ 24:14) ເຮົາ​ເຮັດ​ຕາມ​ຄຳ​ສັ່ງ​ນັ້ນ​ກໍ​ຍ້ອນ​ເຮົາ​ຮັກ​ພະ​ເຢໂຫວາ. ຖ້າ​ເຮົາ​ສຳນຶກ​ວ່າ​ຊາຕານ​ເຊິ່ງ​ເປັນ “ພະເຈົ້າ​ຂອງ​ໂລກ​ນີ້​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ເຂົາເຈົ້າ [ຄົນ​ທີ່​ບໍ່​ເຊື່ອ] ມືດ” ໂດຍ​ແພ່​ຄຳ​ຕົວະ​ກ່ຽວກັບ​ພະ​ເຢໂຫວາ ເຮົາ​ກໍ​ຢາກ​ຈະ​ເປັນ​ພະຍານ​ຂອງ​ພະ​ເຢໂຫວາ​ແລະ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ຄວາມ​ຈິງ​ກ່ຽວກັບ​ເພິ່ນ. (2 ໂກຣິນໂທ 4:4; ເອຊາຢາ 43:10-12) ເມື່ອ​ເຮົາ​ຄິດ​ເຖິງ​ຄຸນລັກສະນະ​ຕ່າງໆ​ທີ່​ດີໆ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ແຮ່ງ​ຢາກ​ບອກ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ດີ​ສ່ຳ​ໃດ​ແມ່ນ​ບໍ? ບໍ່​ມີ​ສິດທິ​ພິເສດ​ໃດ​ຈະ​ຍິ່ງໃຫຍ່​ກວ່າ​ການ​ຊ່ວຍ​ຄົນ​ອື່ນ​ໃຫ້​ມາ​ຮູ້​ຈັກ​ແລະ​ຮັກ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ໃນ​ສະຫວັນ.

17. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ແລະ​ຢ້ານຢຳ​ພະ​ເຢໂຫວາ ແລະ​ເປັນ​ຫຍັງ​ຕ້ອງ​ນະມັດສະການ​ເພິ່ນ​ຢ່າງ​ສຸດ​ຫົວໃຈ?

17 ການ​ນະມັດສະການ​ພະ​ເຢໂຫວາ​ຄວນ​ມີ​ຜົນ​ກັບ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ໃນ​ຊີວິດ. (ໂກໂລຊາຍ 3:23) ຖ້າ​ເຮົາ​ຍອມຮັບ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ ເຮົາ​ກໍ​ຈະ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ໃນ​ແບບ​ທີ່​ເພິ່ນ​ພໍໃຈ ບໍ່​ວ່າ​ຈະ​ເປັນ​ຕອນ​ທີ່​ເຮົາ​ຢູ່​ບ່ອນ​ເຮັດ​ວຽກ ຢູ່​ກັບ​ຄອບຄົວ ຢູ່​ກັບ​ຄົນ​ອື່ນ ຫຼື​ແມ່ນ​ແຕ່​ຕອນ​ທີ່​ເຮົາ​ຢູ່​ຄົນ​ດຽວ. ນອກ​ຈາກນັ້ນ ເຮົາ​ຈະ​ພະຍາຍາມ​ຮັບໃຊ້​ພະ​ເຢໂຫວາ “ດ້ວຍ​ສຸດ​ຫົວໃຈ.” (1 ຂ່າວຄາວ 28:9) ດັ່ງນັ້ນ ເຮົາ​ຈະ​ບໍ່​ທຳທ່າ​ເຮັດ​ຄື​ກັບ​ວ່າ​ຮັບໃຊ້​ພະ​ເຢໂຫວາ ແຕ່​ກໍ​ລັກ​ເຮັດ​ສິ່ງ​ທີ່​ເພິ່ນ​ຊັງ. ເຮົາ​ຈະ​ບໍ່​ມີ​ທາງ​ເຮັດ​ແບບ​ນັ້ນ​ຍ້ອນ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ຮັບໃຊ້​ເພິ່ນ​ສຸດ​ຫົວໃຈ. ຄວາມ​ຢ້ານຢຳ​ພະເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ເພິ່ນ​ສຸດ​ຫົວໃຈ​ນຳ. ຄຳພີ​ໄບເບິນ​ບອກ​ວ່າ​ມີ​ແຕ່​ຄົນ​ທີ່​ຢ້ານຢຳ​ເພິ່ນ​ເທົ່າ​ນັ້ນ​ທີ່​ຈະ​ເປັນ​ໝູ່​ກັບ​ເພິ່ນ​ໄດ້.—ເພງ​ສັນລະເສີນ 25:14

ຮຽນ​ແບບ​ພະ​ເຢໂຫວາ

18, 19. ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ​ມະນຸດ​ບໍ່​ສົມບູນ​ແບບ​ກໍ​ຮຽນ​ແບບ​ພະ​ເຢໂຫວາ​ພະເຈົ້າ​ໄດ້?

18 ບົດ​ສຸດທ້າຍ​ຂອງ​ແຕ່​ລະ​ຕອນ​ໃນ​ປຶ້ມ​ນີ້​ບອກ​ວິທີ​ທີ່​ເຮົາ​ຈະ “ຮຽນ​ແບບ​ພະເຈົ້າ​ຄື​ກັບ​ລູກ​ທີ່​ຮັກ​ຂອງ​ເພິ່ນ” ໄດ້. (ເອເຟໂຊ 5:1) ເຮົາ​ຄວນ​ຈະ​ຈື່​ໄວ້​ວ່າ​ເຖິງ​ວ່າ​ເຮົາ​ຈະ​ເປັນ​ຄົນ​ບໍ່​ສົມບູນແບບ ເຮົາ​ກໍ​ຍັງ​ຮຽນ​ແບບ​ວິທີ​ທີ່​ພະ​ເຢໂຫວາ​ໃຊ້​ລິດເດດ ສະແດງ​ຄວາມ​ຍຸຕິທຳ ສະຕິ​ປັນຍາ ແລະ​ຄວາມ​ຮັກ​ໄດ້​ນຳ. ແຕ່​ເຮົາ​ຈະ​ໝັ້ນໃຈ​ໄດ້​ແນວ​ໃດ​ວ່າ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແທ້ໆ? ເຮົາ​ໄດ້​ຮຽນ​ແລ້ວ​ວ່າ​ຊື່​ເຢໂຫວາ​ໝາຍເຖິງ​ເພິ່ນ​ຈະ​ເປັນ​ຫຍັງ​ກໍ​ໄດ້​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້. ເຮົາ​ຮູ້ສຶກ​ງຶດ​ແທ້ໆ​ທີ່​ເພິ່ນ​ເຮັດ​ແບບ​ນັ້ນ​ໄດ້. ເຖິງ​ວ່າ​ເຮົາ​ຈະ​ບໍ່​ມີ​ຄວາມ​ສາມາດ​ແບບ​ນັ້ນ ແຕ່​ເຮົາ​ກໍ​ຍັງ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້.

19 ເຮົາ​ຖືກ​ສ້າງ​ໃຫ້​ຄ້າຍຄື​ກັບ​ພະເຈົ້າ. (ປະຖົມມະການ 1:26) ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ຄື​ກັບ​ສິ່ງ​ທີ່​ມີ​ຊີວິດ​ແບບ​ອື່ນ​ທີ່​ຢູ່​ໃນ​ໂລກ. ເຮົາ​ບໍ່​ໄດ້​ເຮັດ​ສິ່ງ​ຕ່າງໆ​ຍ້ອນ​ຖືກ​ກະຕຸ້ນ​ຈາກ​ສັນຊາດຕະຍານ ກຳມະພັນ ຫຼື​ສິ່ງ​ທີ່​ຢູ່​ອ້ອມ​ໂຕ​ເຮົາ​ເທົ່າ​ນັ້ນ. ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ອິດສະຫຼະ​ໃນ​ການ​ເລືອກ​ເຊິ່ງ​ເປັນ​ຄື​ກັບ​ຂອງຂວັນ​ທີ່​ມີ​ຄ່າ​ຫຼາຍ. ເຖິງ​ວ່າ​ເຮົາ​ບໍ່​ສົມບູນ​ແບບ ແຕ່​ກໍ​ຍັງ​ເລືອກ​ເອງ​ໄດ້​ວ່າ​ເຮົາ​ຢາກ​ຈະ​ເປັນ​ຄົນ​ແບບ​ໃດ? ຢ່າ​ລືມ​ວ່າ​ຊື່​ຂອງ​ພະເຈົ້າ​ຍັງ​ໝາຍ​ຄວາມ​ວ່າ​ເພິ່ນ​ຈະ​ເຮັດ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເປັນ​ຫຍັງ​ກໍ​ໄດ້​ຕາມ​ທີ່​ເພິ່ນ​ຢາກ​ໃຫ້​ເປັນ. ຄັນຊັ້ນ ເຈົ້າ​ຢາກ​ເປັນ​ຄົນ​ທີ່​ສະແດງ​ຄວາມ​ຮັກ ມີ​ສະຕິ​ປັນຍາ ແລະ​ໃຊ້​ອຳນາດ​ຢ່າງ​ຍຸຕິທຳ​ບໍ? ພະ​ເຢໂຫວາ​ຈະ​ໃຊ້​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ຄົນ​ແບບ​ນັ້ນ​ໄດ້​ແນ່ນອນ! ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ​ຈະ​ມີ​ຜົນ​ດີ​ຫຍັງ​ແດ່?

20. ຖ້າ​ເຮົາ​ຮຽນ​ແບບ​ພະ​ເຢໂຫວາ​ຈະ​ມີ​ຜົນ​ດີ​ຫຍັງ​ແດ່?

20 ເຈົ້າ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ່​ຂອງ​ເຈົ້າ​ໃນ​ສະຫວັນ​ດີໃຈ. (ສຸພາສິດ 27:11) ເຖິງ​ວ່າ​ເຈົ້າ​ເປັນ​ຄົນ​ບໍ່​ສົມບູນ​ແບບ ແຕ່​ເຈົ້າ​ກໍ​ສາມາດ​ເຮັດ​ໃຫ້​ພະ​ເຢໂຫວາ “ພໍໃຈ​ສະເໝີ” ໄດ້ ຍ້ອນ​ເພິ່ນ​ຮູ້​ດີ​ວ່າ​ເຈົ້າ​ມີ​ຂີດ​ຈຳກັດ​ຫຍັງ​ແດ່. (ໂກໂລຊາຍ 1:9, 10) ຖ້າ​ເຈົ້າ​ຮຽນ​ຮູ້​ທີ່​ຈະ​ຮຽນ​ແບບ​ຄຸນລັກສະນະ​ທີ່​ດີ​ຂອງ​ພະ​ເຢໂຫວາ​ຕໍ່ໆ​ໄປ ເຈົ້າ​ກໍ​ຈະ​ມີ​ສິດທິ​ພິເສດ​ໄດ້​ບອກ​ຄວາມ​ຈິງ​ທີ່​ເປັນ​ຄື​ກັບ​ແສງ​ສະຫວ່າງ​ໃຫ້​ກັບ​ຄົນ​ທີ່​ຢູ່​ໃນ​ໂລກ​ມືດ​ທີ່​ບໍ່​ຮູ້​ຈັກ​ພະເຈົ້າ. (ມັດທາຍ 5:1, 2, 14) ເຈົ້າ​ຍັງ​ສະແດງ​ຄຸນລັກສະນະ​ທີ່​ດີ​ຂອງ​ພະ​ເຢໂຫວາ​ກັບ​ຄົນ​ອື່ນ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ດີ​ແທ້ໆ!

“ໃຫ້​ໃກ້ຊິດ​ກັບ​ພະເຈົ້າ ແລ້ວ​ເພິ່ນ​ຈະ​ໃກ້ຊິດ​ກັບ​ພວກ​ເຈົ້າ”

ຂໍ​ໃຫ້​ເຈົ້າ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ

21, 22. ທຸກ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ​ໄດ້​ຕະຫຼອດ​ໄປ?

21 ການ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຕາມ​ຢາໂກໂບ 4:8 ບອກ​ໄວ້ ບໍ່​ແມ່ນ​ວ່າ​ຈະ​ເຮັດ​ແຕ່​ເທື່ອ​ດຽວ​ຫຼື​ເຮັດ​ແຕ່​ໄລຍະ​ສັ້ນໆ​ເທົ່າ​ນັ້ນ. ແຕ່​ເຮົາ​ຢາກ​ຈະ​ສັດຊື່​ຕໍ່​ພະ​ເຢໂຫວາ​ຕະຫຼອດ​ໄປ​ແລະ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ​ເລື້ອຍໆ ຍ້ອນ​ຍັງ​ມີ​ອີກ​ຫຼາຍ​ຢ່າງ​ທີ່​ເຮົາ​ຈະ​ຮຽນ​ຮູ້​ກ່ຽວກັບ​ເພິ່ນ​ໄດ້. ຢ່າ​ລືມ​ວ່າ​ປຶ້ມ​ນີ້​ເວົ້າ​ເຖິງ​ແຕ່​ບາງ​ແງ່​ມຸມ​ທີ່​ຄຳພີ​ໄບເບິນ​ບອກ​ເຮົາ​ກ່ຽວກັບ​ພະ​ເຢໂຫວາ​ເທົ່າ​ນັ້ນ ແລະ​ບໍ່​ໄດ້​ສອນ​ທັງໝົດ​ກ່ຽວກັບ​ເພິ່ນ. ອັກຄະສາວົກ​ໂຢຮັນ​ບອກ​ວ່າ​ຖ້າ​ຂຽນ​ທຸກ​ສິ່ງ​ທີ່​ພະ​ເຢຊູ​ເຮັດ​ຕອນ​ທີ່​ເພິ່ນ​ຮັບໃຊ້​ຢູ່​ໂລກ​ແລ້ວ “ໂລກ​ນີ້​ຄື​ຊິ​ບໍ່​ມີ​ບ່ອນ​ພໍ​ທີ່​ຈະ​ມ້ຽນ​ມ້ວນ​ໜັງສື​ເຫຼົ່າ​ນັ້ນ​ໄດ້.” (ໂຢຮັນ 21:25) ຖ້າ​ຄຳເວົ້າ​ນີ້​ເປັນ​ຈິງ​ກັບ​ລູກ​ຂອງ​ພະເຈົ້າ​ກໍ​ແຮ່ງ​ຕ້ອງ​ເປັນ​ຈິງ​ກັບ​ພະ​ເຢໂຫວາ​ຄື​ກັນ.

22 ເຖິງ​ວ່າ​ເຮົາ​ຈະ​ມີ​ຊີວິດ​ຢູ່​ໄດ້​ຕະຫຼອດ​ໄປ ເຮົາ​ກໍ​ຍັງ​ຕ້ອງ​ໄດ້​ຮຽນ​ຮູ້​ອີກ​ຫຼາຍ​ຢ່າງ​ກ່ຽວກັບ​ພະ​ເຢໂຫວາ. (ປັນຍາຈານ 3:11) ລອງ​ຄິດ​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ຫຍັງ​ໄດ້​ອີກ​ແດ່. ເມື່ອ​ເຮົາ​ມີ​ຊີວິດ​ຢູ່​ໄດ້​ເປັນ​ຮ້ອຍ​ເປັນ​ພັນ​ປີ ຫຼື​ແມ່ນ​ແຕ່​ຫຼາຍ​ລ້ານ​ປີ ເຮົາ​ກໍ​ຈະ​ໄດ້​ຮູ້​ຈັກ​ພະ​ເຢໂຫວາ​ຫຼາຍ​ກວ່າ​ຕອນນີ້ ຍ້ອນ​ມີ​ອີກ​ຫຼາຍ​ເລື່ອງ​ທີ່​ໜ້າ​ປະທັບໃຈ​ທີ່​ເຮົາ​ຍັງ​ບໍ່​ທັນ​ຮູ້​ກ່ຽວກັບ​ເພິ່ນ ແລະ​ເຮົາ​ຢາກ​ຮູ້​ຈັກ​ເພິ່ນ​ໃຫ້​ຫຼາຍ​ຂຶ້ນ. ເຮົາ​ຈະ​ຮູ້ສຶກ​ຄື​ກັບ​ຜູ້​ຂຽນ​ເພງ​ສັນລະເສີນ​ທີ່​ບອກ​ວ່າ: “ສຳລັບ​ລູກ ການ​ທີ່​ໄດ້​ຢູ່​ໃກ້​ພະເຈົ້າ​ເປັນ​ປະໂຫຍດ​ຫຼາຍ.” (ເພງ​ສັນລະເສີນ 73:28) ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່​ຈະ​ເປັນ​ຊີວິດ​ທີ່​ດີ​ແທ້ໆ ແລະ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ເຮົາ​ຈະ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ສະເໝີ.

23 ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ເຮັດ​ຫຍັງ?

23 ຂໍ​ໃຫ້​ເຈົ້າ​ຮັກ​ພະ​ເຢໂຫວາ​ສຸດ​ຫົວ​ໃຈ ສຸດ​ຊີວິດ ສຸດ​ຄວາມ​ຄິດ ແລະ​ສຸດ​ກຳລັງ​ຂອງ​ເຈົ້າ. (ມາຣະໂກ 12:29, 30) ຂໍ​ໃຫ້​ເຈົ້າ​ຮັກ​ພະ​ເຢໂຫວາ​ຢ່າງ​ໝັ້ນຄົງ. ທຸກ​ເທື່ອ​ທີ່​ເຈົ້າ​ຕັດສິນໃຈ ບໍ່​ວ່າ​ເລື່ອງ​ນັ້ນ​ຈະ​ເປັນ​ເລື່ອງ​ໃຫຍ່​ຫຼື​ເລື່ອງ​ນ້ອຍ​ກໍ​ໃຫ້​ເຈົ້າ​ຕັດສິນໃຈ​ໃນ​ແບບ​ທີ່​ເຈົ້າ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ຫຼາຍ​ຂຶ້ນ. ຂໍ​ໃຫ້​ເຈົ້າ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ​ຕັ້ງແຕ່​ຕອນນີ້ ແລ້ວ​ເຈົ້າ​ກັບ​ເພິ່ນ​ກໍ​ຈະ​ໃກ້ຊິດ​ກັນ​ຕະຫຼອດ​ໄປ!