ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີສາມ

ພະເຈົ້າມີຈຸດປະສົງແນວໃດຕໍ່ແຜ່ນດິນໂລກ?

ພະເຈົ້າມີຈຸດປະສົງແນວໃດຕໍ່ແຜ່ນດິນໂລກ?
  • ພະເຈົ້າມີຈຸດປະສົງແນວໃດຕໍ່ມະນຸດ?

  • ພະເຈົ້າຖືກທ້າທາຍແນວໃດ?

  • ໃນອະນາຄົດ ຊີວິດຢູ່ເທິງແຜ່ນດິນໂລກຈະເປັນແນວໃດ?

1. ພະເຈົ້າມີຈຸດປະສົງແນວໃດຕໍ່ແຜ່ນດິນໂລກ?

ຈຸດປະສົງຂອງພະເຈົ້າຕໍ່ແຜ່ນດິນໂລກວິເສດແທ້ໆ. ພະເຢໂຫວາຢາກໃຫ້ແຜ່ນດິນໂລກເຕັມດ້ວຍມະນຸດທີ່ມີຄວາມສຸກແລະມີສຸຂະພາບແຂງແຮງ. ຄຳພີໄບເບິນບອກວ່າ “ພະເຈົ້າໄດ້ປູກຝັງສວນໜຶ່ງໄວ້ຢູ່ໃນບ່ອນຊື່ເອເດນ” ທີ່ມີ “ຜົນລະໄມ້ທຸກຢ່າງທີ່ຊອບຕາແລະໃຊ້ເປັນອາຫານກິນ . . . ໃຫ້ງອກປົ່ງຂຶ້ນຈາກດິນ.” ພາຍຫຼັງທີ່ພະເຈົ້າໄດ້ສ້າງຊາຍຍິງຄູ່ທຳອິດເຊິ່ງແມ່ນອາດາມແລະເອວາ ພະອົງໄດ້ໃຫ້ເຂົາເຈົ້າຢູ່ໃນບ້ານທີ່ສວຍງາມນັ້ນແລະບອກເຂົາເຈົ້າວ່າ “ຈົ່ງພາກັນອອກແມ່ແພ່ລູກເກີດມາກທະວີຂຶ້ນໃຫ້ແຜ່ນດິນເຕັມ ແລະຈົ່ງບັງຄັບແຜ່ນດິນໂລກ.” (ຕົ້ນເດີມ 1:28; 2:8, 9, 15) ດັ່ງນັ້ນແມ່ນໃຈປະສົງຂອງພະເຈົ້າທີ່ຈະໃຫ້ມະນຸດມີລູກມີຫຼານ ຂະຫຍາຍບ້ານທີ່ເປັນສວນນັ້ນອອກໄປທົ່ວແຜ່ນດິນໂລກແລະເອົາໃຈໃສ່ເບິ່ງແຍງສັດຕ່າງໆ.

2. (ກ) ເຮົາຮູ້ໄດ້ແນວໃດວ່າຈຸດປະສົງຂອງພະເຈົ້າຕໍ່ແຜ່ນດິນໂລກຈະສຳເລັດເປັນຈິງ? (ຂ) ຄຳພີໄບເບິນເວົ້າແນວໃດກ່ຽວກັບການທີ່ມະນຸດຈະມີຊີວິດຕະຫຼອດໄປ?

2 ເຈົ້າຄິດວ່າຈຸດປະສົງຂອງພະເຢໂຫວາພະເຈົ້າທີ່ຢາກໃຫ້ມະນຸດຊາດມີຊີວິດໃນແຜ່ນດິນໂລກທີ່ເປັນອຸທິຍານຈະເປັນເລື່ອງຈິງໄດ້ບໍ? ພະເຈົ້າປະກາດວ່າ “ເຮົາໄດ້ບອກແລ້ວ . . . ເຮົາຈະໃຫ້ສຳເລັດ.” (ເອຊາອີ 46:9-11; 55:11) ແມ່ນແລ້ວ ສິ່ງໃດທີ່ພະເຈົ້າປະສົງ ພະອົງຈະເຮັດໃຫ້ເກີດຂຶ້ນຈິງຢ່າງແນ່ນອນ! ພະເຈົ້າກ່າວວ່າພະອົງ “ນິລະມິດສ້າງແຜ່ນດິນບໍ່ໃຊ່ໃຫ້ຢູ່ເປົ່າ” ແຕ່ “ສ້າງແຜ່ນດິນໃຫ້ມີຊາວຊົນ.” (ເອຊາອີ 45:18) ພະເຈົ້າຢາກໃຫ້ຄົນແບບໃດມີຊີວິດຢູ່ເທິງແຜ່ນດິນໂລກ? ແລະພະອົງຢາກໃຫ້ເຂົາເຈົ້າຢູ່ເທິງແຜ່ນດິນໂລກນີ້ດົນປານໃດ? ຄຳພີໄບເບິນຕອບວ່າ “ຄົນຊອບທຳທັງຫຼາຍຈະມີແຜ່ນດິນໄວ້ແລະເຂົາຈະຕັ້ງຢູ່ທີ່ນັ້ນສືບໆໄປເປັນນິດ.”ຄຳເພງ 37:29; ຄຳປາກົດ 21:3, 4.

3. ສະພາບການທີ່ໜ້າໂສກເສົ້າອັນໃດທີ່ມີຢູ່ເທິງແຜ່ນດິນໂລກໃນປັດຈຸບັນນີ້ ແລະເລື່ອງນີ້ເຮັດໃຫ້ເກີດຄຳຖາມຫຍັງ?

3 ເຫັນໄດ້ຢ່າງຈະແຈ້ງວ່າຈຸດປະສົງນີ້ຍັງບໍ່ທັນເກີດຂຶ້ນເທື່ອ. ຕອນນີ້ຜູ້ຄົນຍັງເຈັບປ່ວຍແລະຕາຍ ແມ່ນກະທັ່ງຕໍ່ສູ້ແລະຂ້າຟັນກັນ. ມີບາງສິ່ງຜິດພາດໄປ. ແນວໃດກໍຕາມ ແນ່ນອນວ່າພະເຈົ້າບໍ່ປະສົງໃຫ້ໂລກນີ້ມີສະພາບດັ່ງທີ່ເຮົາເຫັນໃນທຸກມື້ນີ້! ມີຫຍັງເກີດຂຶ້ນ? ເປັນຫຍັງຈຸດປະສົງຂອງພະເຈົ້າຈຶ່ງບໍ່ສຳເລັດເປັນຈິງ? ບໍ່ມີປຶ້ມປະຫວັດສາດຫົວໃດທີ່ມະນຸດຂຽນສາມາດບອກເຮົາໄດ້ ເພາະຄວາມຫຍຸ້ງຍາກໄດ້ເລີ່ມຕົ້ນໃນສະຫວັນ.

ຕົ້ນກຳເນີດຂອງສັດຕູ

4, 5. (ກ) ທີ່ຈິງແລ້ວໃຜເວົ້າກັບເອວາຜ່ານທາງງູ? (ຂ) ຄົນທີ່ເຄີຍມີສິນລະທຳແລະສັດຊື່ອາດກາຍເປັນຄົນຂີ້ລັກໄດ້ແນວໃດ?

4 ພະທຳທຳອິດຂອງຄຳພີໄບເບິນບອກເລື່ອງຜູ້ຕໍ່ຕ້ານພະເຈົ້າທີ່ໄດ້ປາກົດຕົວໃນສວນເອເດນ. ຜູ້ຕໍ່ຕ້ານຖືກເອີ້ນວ່າ “ງູ” ແຕ່ວ່າມັນບໍ່ແມ່ນງູແທ້ໆ. ພະທຳສຸດທ້າຍຂອງຄຳພີໄບເບິນບອກວ່າມັນເປັນ “ເດຍໂບໂລ [“ພະຍາມານ,” ທ.ປ.] ແລະຊາຕານທີ່ລໍ້ລວງທົ່ວແຜ່ນດິນໂລກທີ່ຄົນອາໄສ.” ມັນຍັງຖືກເອີ້ນວ່າເປັນ “ງູບູຮານ.” (ຕົ້ນເດີມ 3:1; ຄຳປາກົດ 12:9) ທູດສະຫວັນທີ່ມີລິດເດດຫຼືກາຍວິນຍານຕົນນີ້ທີ່ເຮົາບໍ່ສາມາດເຫັນໄດ້ໃຊ້ງູມາເວົ້າກັບເອວາ ແບບດຽວກັບຜູ້ຊຳນານເຊິ່ງເຮັດໃຫ້ເບິ່ງຄືວ່າສຽງຂອງຕົນອອກມາຈາກຕຸກກະຕາທີ່ຢູ່ໃກ້ໆລາວ. ແນ່ນອນວ່າກາຍວິນຍານຕົນນີ້ຢູ່ນຳຕອນທີ່ພະເຈົ້າກຽມແຜ່ນດິນໂລກໃຫ້ມະນຸດ.—ໂຢບ 38:4, 7.

5 ເນື່ອງຈາກທຸກສິ່ງທີ່ພະເຢໂຫວາສ້າງແມ່ນດີພ້ອມທຸກຢ່າງ ສະນັ້ນໃຜສ້າງ “ພະຍາມານ” ຜູ້ເປັນ “ຊາຕານ”? ເວົ້າງ່າຍໆກໍຄື ກາຍວິນຍານທີ່ມີລິດເດດຕົນໜຶ່ງເຊິ່ງເປັນລູກຂອງພະເຈົ້າໄດ້ເຮັດໃຫ້ຕົນເອງກາຍເປັນພະຍາມານ. ເລື່ອງນີ້ເປັນໄປໄດ້ແນວໃດ? ເຮົາຕ້ອງຍອມຮັບວ່າໃນທຸກມື້ນີ້ຄົນທີ່ຄັ້ງໜຶ່ງເຄີຍເປັນຄົນທີ່ມີສິນລະທຳແລະສັດຊື່ ກໍອາດກາຍເປັນຄົນຂີ້ລັກໄດ້. ເລື່ອງນີ້ເກີດຂຶ້ນໄດ້ແນວໃດ? ຄົນນັ້ນອາດປ່ອຍໃຫ້ຄວາມປາຖະໜາທີ່ຜິດເກີດຂຶ້ນໃນຫົວໃຈຂອງຕົນ. ຖ້າລາວມີແຕ່ຄິດເຖິງເລື່ອງນີ້ ຄວາມປາຖະໜາທີ່ຜິດກໍອາດເພີ່ມຂຶ້ນ. ຈາກນັ້ນຖ້າມີໂອກາດລາວກໍອາດເຮັດຕາມຄວາມປາຖະໜາທີ່ບໍ່ດີເຊິ່ງຕົນເອງໄດ້ຄິດນັ້ນ.—ຢາໂກໂບ 1:13-15.

6. ລູກຊາຍຂອງພະເຈົ້າຜູ້ໜຶ່ງທີ່ເປັນກາຍວິນຍານເຊິ່ງມີລິດເດດໄດ້ກາຍເປັນຊາຕານພະຍາມານແນວໃດ?

6 ເລື່ອງນີ້ໄດ້ເກີດຂຶ້ນກັບຊາຕານພະຍາມານ. ປາກົດວ່າມັນໄດ້ຍິນຕອນທີ່ພະເຈົ້າບອກອາດາມແລະເອວາໃຫ້ມີລູກມີຫຼານຈົນເຕັມແຜ່ນດິນໂລກ. (ຕົ້ນເດີມ 1:27, 28) ເປັນໄປໄດ້ທີ່ຊາຕານຄິດວ່າ ‘ມະນຸດທັງໝົດນີ້ໜ້າຈະນະມັດສະການເຮົາແທນທີ່ຈະນະມັດສະການພະເຈົ້າ!’ ດັ່ງນັ້ນຄວາມປາຖະໜາທີ່ຜິດໄດ້ເກີດຂຶ້ນໃນຫົວໃຈມັນ. ໃນທີ່ສຸດ ມັນໄດ້ຫຼອກເອວາໂດຍເວົ້າຕົວະກ່ຽວກັບພະເຈົ້າ. (ຕົ້ນເດີມ 3:1-5) ໂດຍວິທີນີ້ມັນຈຶ່ງກາຍເປັນ “ພະຍາມານ” ເຊິ່ງໝາຍຄວາມວ່າ “ຜູ້ໃສ່ຮ້າຍປ້າຍສີ.” ໃນເວລາດຽວກັນມັນກໍກາຍເປັນ “ຊາຕານ” ເຊິ່ງໝາຍຄວາມວ່າ “ຜູ້ຕໍ່ຕ້ານ.”

7. (ກ) ເປັນຫຍັງອາດາມແລະເອວາຈຶ່ງຕາຍ? (ຂ) ເພາະເຫດໃດລູກຫຼານໝົດທຸກຄົນຂອງອາດາມຈຶ່ງເຖົ້າລົງແລະຕາຍ?

7 ໂດຍໃຊ້ຄຳຕົວະແລະໃຊ້ກົນອຸບາຍ ຊາຕານພະຍາມານພາໃຫ້ອາດາມແລະເອວາບໍ່ເຊື່ອຟັງພະເຈົ້າ. (ຕົ້ນເດີມ 2:17; 3:6) ຜົນກໍຄື ໃນທີ່ສຸດເຂົາເຈົ້າໄດ້ຕາຍ ດັ່ງທີ່ພະເຈົ້າໄດ້ບອກວ່າພວກເຂົາຈະຕາຍຖ້າບໍ່ເຊື່ອຟັງ. (ຕົ້ນເດີມ 3:17-19) ເມື່ອອາດາມເຮັດບາບ ລາວໄດ້ກາຍເປັນຄົນບໍ່ສົມບູນແບບ ດັ່ງນັ້ນລູກຫຼານທັງໝົດຂອງລາວຈຶ່ງໄດ້ຮັບບາບນັ້ນສືບທອດກັນມາ. (ໂລມ 5:12) ເລື່ອງນີ້ອາດທຽບໄດ້ກັບໝໍ້ເຮັດເຂົ້າໜົມຄົກ. ຖ້າໝໍ້ບຸ້ມ ເຂົ້າໜົມຄົກທຸກອັນທີ່ເຮັດຈາກໝໍ້ນັ້ນຈະເປັນແນວໃດ? ເຂົ້າໜົມຄົກແຕ່ລະອັນກໍຈະມີຮອຍບຸ້ມຫຼືມີຕຳໜິ. ຄ້າຍຄືກັນ ມະນຸດແຕ່ລະຄົນໄດ້ສືບທອດຄວາມບໍ່ສົມບູນແບບຈາກອາດາມ. ດ້ວຍເຫດນີ້ມະນຸດທຸກຄົນຈຶ່ງເຖົ້າລົງແລະຕາຍ.—ໂລມ 3:23.

8, 9. (ກ) ປາກົດວ່າຊາຕານໄດ້ຕັ້ງຂໍ້ກ່າວຫາອັນໃດ? (ຂ) ເປັນຫຍັງພະເຈົ້າຈຶ່ງບໍ່ທຳລາຍພວກກະບົດທັນທີ?

8 ເມື່ອຊາຕານພາອາດາມແລະເອວາໃຫ້ເຮັດບາບຕໍ່ພະເຈົ້າ ທີ່ຈິງແລ້ວມັນເຮັດໃຫ້ເກີດມີການກະບົດ. ມັນທ້າທາຍວິທີການປົກຄອງຂອງພະເຢໂຫວາ. ຄວາມຈິງແລ້ວ ຊາຕານໝາຍຄວາມວ່າ ‘ພະເຈົ້າເປັນຜູ້ປົກຄອງທີ່ບໍ່ດີ. ພະອົງເວົ້າຕົວະແລະກີດກັນບໍ່ໃຫ້ປະຊາຊົນຂອງພະອົງໄດ້ຮັບສິ່ງທີ່ດີ. ມະນຸດບໍ່ຈຳເປັນຕ້ອງຢູ່ພາຍໃຕ້ການປົກຄອງຂອງພະເຈົ້າ. ເຂົາເຈົ້າສາມາດຕັດສິນໃຈດ້ວຍຕົນເອງວ່າອັນໃດດີອັນໃດຊົ່ວ. ເຂົາເຈົ້າຈະສະບາຍກວ່າຖ້າຢູ່ພາຍໃຕ້ການປົກຄອງຂອງຂ້ອຍ.’ ພະເຈົ້າຈະຈັດການກັບຂໍ້ກ່າວຫາທີ່ເປັນການດູຖູກນີ້ແນວໃດ? ບາງຄົນຄິດວ່າພະເຈົ້າຄວນຈະປະຫານພວກກະບົດ. ແຕ່ວ່າການເຮັດແນວນັ້ນຈະຕອບຂໍ້ກ່າວຫາຂອງຊາຕານໄດ້ບໍ? ການເຮັດແນວນັ້ນຈະພິສູດບໍວ່າວິທີການປົກຄອງຂອງພະເຈົ້າຖືກຕ້ອງ?

9 ຄວາມຮູ້ສຶກອັນສົມບູນແບບຂອງພະເຢໂຫວາໃນເລື່ອງຄວາມຍຸຕິທຳບໍ່ຍອມໃຫ້ພະອົງປະຫານພວກກະບົດທັນທີ. ພະອົງຕັດສິນວ່າຕ້ອງໃຊ້ເວລາເພື່ອຕອບຂໍ້ກ່າວຫາຂອງຊາຕານໃນວິທີທີ່ໜ້າພໍໃຈ ແລະເພື່ອພິສູດວ່າພະຍາມານເປັນຜູ້ຕົວະ. ດັ່ງນັ້ນ ພະເຈົ້າຈຶ່ງຕັດສິນໃຈວ່າຈະຍອມໃຫ້ມະນຸດປົກຄອງຕົນເອງຈັກໄລຍະໜຶ່ງພາຍໃຕ້ການຊັກຈູງຂອງຊາຕານ. ໃນບົດທີ 11 ຂອງປຶ້ມນີ້ຈະມີການພິຈາລະນາເຫດຜົນທີ່ພະເຢໂຫວາເຮັດແນວນັ້ນ ແລະທີ່ພະອົງຍອມໃຫ້ເວລາຜ່ານໄປດົນນານກ່ອນທີ່ຈະຈັດການກັບບັນຫາເຫຼົ່ານີ້. ແນວໃດກໍຕາມ ຕອນນີ້ເຮົາຄວນຈະຄິດໃນເລື່ອງນີ້ ເປັນສິ່ງຖືກຕ້ອງບໍທີ່ອາດາມແລະເອວາຈະເຊື່ອຊາຕານທີ່ບໍ່ເຄີຍເຮັດຈັກສິ່ງທີ່ດີເພື່ອເຂົາເຈົ້າ? ເປັນສິ່ງຖືກຕ້ອງບໍທີ່ເຂົາເຈົ້າຈະເຊື່ອວ່າພະເຢໂຫວາຜູ້ມອບທຸກສິ່ງທຸກຢ່າງໃຫ້ເຂົາເຈົ້າ ພະອົງເປັນຈອມຂີ້ຕົວະທີ່ໂຫດຮ້າຍ? ຄັນເປັນເຈົ້າ ເຈົ້າຈະເຮັດແນວໃດ?

10. ໃນການຕອບຂໍ້ກ່າວຫາຂອງຊາຕານເຈົ້າຈະຢູ່ຝ່າຍທີ່ສະໜັບສະຫນູນພະເຢໂຫວາໄດ້ແນວໃດ?

10 ເປັນສິ່ງດີທີ່ຈະຄິດເຖິງຄຳຖາມທີ່ກ່າວມາຂ້າງເທິງນີ້ເພາະໃນທຸກມື້ນີ້ພວກເຮົາແຕ່ລະຄົນປະສົບປະເດັນຕ່າງໆທີ່ຄ້າຍໆກັນ. ແມ່ນແລ້ວ ເຈົ້າມີໂອກາດຈະຢູ່ຝ່າຍທີ່ສະໜັບສະຫນູນພະເຢໂຫວາໃນການຕອບຂໍ້ກ່າວຫາຂອງຊາຕານ. ເຈົ້າສາມາດຍອມຮັບພະເຢໂຫວາໃນຖານະເປັນຜູ້ປົກຄອງຂອງເຈົ້າແລະຊ່ວຍພິສູດວ່າຊາຕານເປັນຜູ້ຕົວະ. (ຄຳເພງ 73:28; ສຸພາສິດ 27:11) ເປັນຕາໜ້າເສົ້າໃຈ ມີພຽງຄົນຈຳນວນໜ້ອຍໃນທ່າມກາງຫຼາຍພັນລ້ານຄົນໃນໂລກນີ້ທີ່ຕັດສິນໃຈແບບນັ້ນ. ເລື່ອງນີ້ຈຶ່ງເຮັດໃຫ້ເກີດຄຳຖາມທີ່ສຳຄັນທີ່ວ່າຄຳພີໄບເບິນສອນແທ້ໆບໍວ່າຊາຕານເປັນຜູ້ປົກຄອງໂລກນີ້?

ໃຜປົກຄອງໂລກນີ້?

ຖ້າຊາຕານບໍ່ແມ່ນເຈົ້າຂອງ ປະເທດທັງໝົດໃນໂລກນີ້ ມັນຈະສະເໜີ ໃຫ້ພະເຍຊູໄດ້ແນວໃດ?

11, 12. (ກ) ການລໍ້ໃຈພະເຍຊູເປີດເຜີຍໃຫ້ເຫັນແນວໃດວ່າຊາຕານເປັນຜູ້ປົກຄອງໂລກນີ້? (ຂ) ມີສິ່ງໃດອີກທີ່ພິສູດວ່າຊາຕານເປັນຜູ້ປົກຄອງໂລກນີ້?

11 ປາກົດວ່າພະເຍຊູຍອມຮັບວ່າຊາຕານເປັນຜູ້ປົກຄອງໂລກນີ້. ດ້ວຍວິທີທີ່ອັດສະຈັນບາງຢ່າງ ຄັ້ງໜຶ່ງຊາຕານໄດ້ສະແດງໃຫ້ພະເຍຊູເຫັນ “ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ທັງຫຼາຍແຫ່ງໂລກກັບລັດສະໝີຂອງແຜ່ນດິນນັ້ນ.” ຈາກນັ້ນຊາຕານໄດ້ສັນຍາກັບພະເຍຊູວ່າ “ສິ່ງທັງຫຼາຍນີ້ເຮົາຈະໃຫ້ແກ່ພະອົງທັງໝົດຖ້າພະອົງຈະນົບນ້ອມຕົວລົງແລະຂາບໄຫວ້ເຮົາ.” (ມັດທາຍ 4:8, 9; ລືກາ 4:5, 6) ຂໍໃຫ້ລອງຄຶດເບິ່ງດູ ຖ້າຊາຕານບໍ່ແມ່ນຜູ້ປົກຄອງຂອງປະເທດເຫຼົ່ານີ້ ການເອົາມາສະເໜີແບບນີ້ຈະເປັນຕາລໍ້ໃຈພະເຍຊູບໍ? ພະເຍຊູບໍ່ໄດ້ປະຕິເສດວ່າລັດຖະບານທັງໝົດໃນໂລກນີ້ບໍ່ແມ່ນຂອງຊາຕານ. ພະເຍຊູຄົງຈະປະຕິເສດແນ່ນອນ ຖ້າຫາກວ່າຊາຕານບໍ່ໄດ້ເປັນຜູ້ບົງການຢູ່ເບື້ອງຫຼັງລັດຖະບານທັງໝົດເຫຼົ່ານີ້.

12 ແນ່ນອນ ພະເຢໂຫວາເປັນພະເຈົ້າຜູ້ມີລິດທານຸພາບທຸກປະການ ເປັນຜູ້ສ້າງເອກະພົບທີ່ມະຫັດສະຈັນ. (ຄຳປາກົດ 4:11) ເຖິງຢ່າງນັ້ນກໍຕາມ ບໍ່ມີບ່ອນໃດໃນຄຳພີໄບເບິນທີ່ບອກວ່າພະເຢໂຫວາພະເຈົ້າຫຼືພະເຍຊູຄລິດເປັນຜູ້ປົກຄອງໂລກນີ້. ທີ່ຈິງ ພະເຍຊູກ່າວເຖິງຊາຕານໂດຍສະເພາະເຈາະຈົງວ່າເປັນ “ເຈົ້ານາຍແຫ່ງໂລກນີ້.” (ໂຢຮັນ 12:31; 14:30, 16:11) ຄຳພີໄບເບິນແມ່ນແຕ່ເອີ້ນຊາຕານພະຍາມານວ່າເປັນ “ພະຂອງໂລກນີ້.” (2 ໂກລິນໂທ 4:3, 4) ອັກຄະສາວົກໂຢຮັນທີ່ເປັນຄລິດສະຕຽນຂຽນກ່ຽວກັບຜູ້ຕໍ່ຕ້ານຜູ້ນີ້ຫຼືຊາຕານວ່າ “ມະນຸດສະໂລກທັງສິ້ນນອນຢູ່ໃນຜູ້ຮ້າຍນັ້ນ.”—1 ໂຢຮັນ 5:19.

ວິທີທີ່ໂລກຂອງຊາຕານຈະຖືກກຳຈັດອອກໄປ

13. ເປັນຫຍັງຈຶ່ງຕ້ອງມີໂລກໃໝ່?

13 ໃນຂະນະທີ່ເວລາຜ່ານໄປແຕ່ລະປີ ໂລກນີ້ກາຍເປັນສະຖານທີ່ທີ່ແຮ່ງນັບມື້ແຮ່ງນັບອັນຕະລາຍ. ໂລກນີ້ເຕັມໄປດ້ວຍກອງທະຫານທີ່ສູ້ຮົບກັນ ນັກການເມືອງທີ່ບໍ່ສັດຊື່ ຜູ້ນຳສາສະໜາທີ່ຫຼອກລວງ ແລະພວກອາດຊະຍາກອນທີ່ໂຫດຫ້ຽມ. ມັນບໍ່ມີທາງທີ່ຈະປ່ຽນແປງໂລກນີ້ໃຫ້ດີຂຶ້ນ. ຄຳພີໄບເບິນເປີດເຜີຍວ່າເວລາທີ່ພະເຈົ້າຈະກຳຈັດໂລກຊົ່ວໃນສົງຄາມອະລະມະເຄໂດນໃກ້ເຂົ້າມາແລ້ວ. ສົງຄາມນີ້ຈະກຽມທາງໄວ້ໃຫ້ໂລກໃໝ່ທີ່ຊອບທຳ.—ຄຳປາກົດ 16:14-16.

14. ພະເຈົ້າໄດ້ເລືອກໃຜໃຫ້ເປັນຜູ້ປົກຄອງລາຊະອານາຈັກຂອງພະອົງ ແລະເລື່ອງນີ້ມີບອກໄວ້ລ່ວງໜ້າວ່າແນວໃດ?

14 ພະເຢໂຫວາພະເຈົ້າໄດ້ເລືອກພະເຍຊູຄລິດໃຫ້ເປັນຜູ້ປົກຄອງໃນລາຊະອານາຈັກຫຼືລັດຖະບານທາງພາກສະຫວັນຂອງພະອົງ. ຄຳພີໄບເບິນໄດ້ບອກລ່ວງໜ້າດົນນານມາແລ້ວວ່າ “ເດັກນ້ອຍອົງໜຶ່ງໄດ້ເກີດມາສຳລັບພວກເຮົາ ລູກຊາຍອົງໜຶ່ງກໍປະທານໃຫ້ແກ່ພວກເຮົາ ແລະການສະເຫວີຍລາດຈະຕັ້ງຢູ່ບ່າຂອງພະອົງ ແລະເຂົາຈະເອີ້ນຊື່ພະອົງວ່າ ‘ . . . ພະອົງເຈົ້າແຫ່ງຄວາມສຸກສຳລານ.’ ພະລາຊະອານາຈັກຂອງພະອົງກັບຄວາມສຸກສຳລານຈະບໍ່ມີສິ້ນສຸດ.” (ເອຊາອີ 9:6, 7) ກ່ຽວກັບລັດຖະບານນີ້ພະເຍຊູສອນພວກລູກສິດໃຫ້ອະທິດຖານວ່າ “ຂໍໃຫ້ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງພະອົງມາຕັ້ງຢູ່. ນໍ້າໃຈຂອງພະອົງສຳເລັດແລ້ວໃນສະຫວັນຢ່າງໃດ ຂໍໃຫ້ສຳເລັດທີ່ແຜ່ນດິນໂລກຢ່າງນັ້ນ.” (ມັດທາຍ 6:10) ດັ່ງທີ່ເຮົາຈະໄດ້ເຫັນຕໍ່ໄປໃນປຶ້ມນີ້ ອີກບໍ່ດົນລາຊະອານາຈັກຂອງພະເຈົ້າຈະກຳຈັດການປົກຄອງທັງໝົດຂອງໂລກນີ້ແລະຈະເຂົ້າມາປົກຄອງແທນ. (ດານຽນ 2:44) ຈາກນັ້ນລາຊະອານາຈັກຂອງພະເຈົ້າຈະເຮັດໃຫ້ທົ່ວໂລກເປັນອຸທິຍານ.

ໂລກໃໝ່ໃກ້ເຂົ້າມາແລ້ວ!

15. “ແຜ່ນດິນໂລກໃໝ່” ໝາຍເຖິງຫຍັງ?

15 ຄຳພີໄບເບິນຮັບຮອງກັບເຮົາວ່າ “ຕາມຄຳປະຕິຍານຂອງ [ພະເຈົ້າ] ເຮົາທັງຫຼາຍຄອຍຖ້າຟ້າອາກາດໃໝ່ແລະແຜ່ນດິນໂລກໃໝ່ ຢູ່ທີ່ນັ້ນຄວາມຊອບທຳຕັ້ງຢູ່.” (2 ເປໂຕ 3:13; ເອຊາອີ 65:17) “ແຜ່ນດິນໂລກ” ນັ້ນໝາຍເຖິງຜູ້ຄົນທີ່ມີຊີວິດຢູ່ເທິງແຜ່ນດິນໂລກ. ດັ່ງນັ້ນ “ແຜ່ນດິນໂລກໃໝ່” ທີ່ຊອບທຳກໍຄືສັງຄົມມະນຸດທີ່ພະເຈົ້າຍອມຮັບເອົາ.

16. ອັນໃດເປັນຂອງຂວັນລໍ້າຄ່າທີ່ພະເຈົ້າຈະມອບໃຫ້ແກ່ຜູ້ທີ່ພະອົງຍອມຮັບເອົາ ແລະເພື່ອຈະໄດ້ຮັບເຮົາຕ້ອງເຮັດຫຍັງ?

16 ພະເຍຊູສັນຍາວ່າໃນໂລກໃໝ່ທີ່ກຳລັງຈະມາເຖິງ ຜູ້ທີ່ພະເຈົ້າຍອມຮັບຈະໄດ້ຮັບ “ຊີວິດອັນຕະຫຼອດໄປເປັນນິດ” ເປັນຂອງຂວັນ. (ມາລະໂກ 10:30) ຂໍໃຫ້ເປີດຄຳພີໄບເບິນໄປໂຢຮັນ 3:16 ແລະໂຢຮັນ 17:3 ແລະອ່ານສິ່ງທີ່ພະເຍຊູບອກໃຫ້ເຮົາເຮັດເພື່ອຈະໄດ້ຮັບຊີວິດຕະຫຼອດໄປ. ຕອນນີ້ຂໍໃຫ້ພິຈາລະນາພະພອນຕ່າງໆຈາກຄຳພີໄບເບິນເຊິ່ງຜູ້ທີ່ເໝາະສົມກັບຂອງຂວັນອັນວິເສດສຸດຈາກພະເຈົ້າຈະໄດ້ຮັບໃນອຸທິຍານທີ່ຢູ່ເທິງແຜ່ນດິນໂລກເຊິ່ງກຳລັງຈະມາເຖິງ.

17, 18. ເຮົາສາມາດໝັ້ນໃຈໄດ້ແນວໃດວ່າຈະມີຄວາມສະຫງົບສຸກແລະຄວາມປອດໄພທົ່ວແຜ່ນດິນໂລກ?

17 ຄວາມຊົ່ວຮ້າຍ ສົງຄາມ ອາດຊະຍາກຳ ແລະຄວາມຮຸນແຮງຈະຖືກກຳຈັດໃຫ້ໝົດໄປ. “ຄົນຮ້າຍຈະບໍ່ຢູ່ຕໍ່ໄປ . . . ຄົນທັງຫຼາຍທີ່ມີໃຈອ່ອນຫວານຈະມີແຜ່ນດິນໄວ້.” (ຄຳເພງ 37:10, 11) ຈະມີຄວາມສະຫງົບສຸກເພາະ ‘ພະເຈົ້າຈະໂຜດໃຫ້ການເສິກທັງຫຼາຍເຊົາຈົນທີ່ສຸດແຜ່ນດິນໂລກ.’ (ຄຳເພງ 46:9; ເອຊາອີ 2:4) ຈາກນັ້ນ “ຄົນຊອບທຳຈະຊື່ນບານຈຳເລີນຂຶ້ນແລະຈະມີຄວາມສຸກສຳລານອັນບໍລິບູນຈົນບໍ່ມີເດືອນຕໍ່ໄປ”—ແລະນັ້ນໝາຍຄວາມວ່າຈະມີຄວາມສະຫງົບສຸກຕະຫຼອດໄປ!—ຄຳເພງ 72:7.

18 ຜູ້ນະມັດສະການຂອງພະເຢໂຫວາຈະຢູ່ດ້ວຍຄວາມປອດໄພ. ໃນສະໄໝທີ່ຂຽນຄຳພີໄບເບິນ ຕາບໃດທີ່ຊາວອິດສະລາແອນເຊື່ອຟັງພະເຈົ້າ ເຂົາເຈົ້າກໍຈະມີຄວາມປອດໄພ. (ພວກເລວີ 25:18, 19) ຈັ່ງແມ່ນວິເສດແທ້ໆທີ່ຈະມີຄວາມປອດໄພຄ້າຍໆກັນນັ້ນໃນອຸທິຍານ!—ເອຊາອີ 32:18; ມີເກ 4:4.

19. ເຮົາຮູ້ໄດ້ແນວໃດວ່າຈະມີອາຫານຢ່າງບໍລິບູນຢູ່ໃນໂລກໃໝ່ຂອງພະເຈົ້າ?

19 ການຂາດແຄນອາຫານຈະບໍ່ມີຕໍ່ໄປ. ຜູ້ແຕ່ງຄຳເພງຮ້ອງເພງວ່າ “ທີ່ແຜ່ນດິນນັ້ນຈະມີເຂົ້າອັນບໍລິບູນເທິງຍອດພູທັງຫຼາຍ.” (ຄຳເພງ 72:16) ພະເຢໂຫວາພະເຈົ້າຈະອວຍພອນຜູ້ຊອບທຳຂອງພະອົງແລະ “ແຜ່ນດິນຈະເກີດຜົນລະປູກແຫ່ງຕົນ.”—ຄຳເພງ 67:6.

20. ເປັນຫຍັງເຮົາໝັ້ນໃຈໄດ້ວ່າທົ່ວໂລກຈະກາຍເປັນອຸທິຍານ?

20 ແຜ່ນດິນໂລກທັງໝົດຈະກາຍເປັນອຸທິຍານ. ຈະມີການສ້າງເຮືອນໃໝ່ລວມທັງສວນທີ່ສວຍງາມຢູ່ເທິງຕອນດິນເຊິ່ງຄັ້ງໜຶ່ງເຄີຍຖືກມະນຸດທີ່ຜິດບາບທຳລາຍ. (ເອຊາອີ 65:21-24; ຄຳປາກົດ 11:18) ເມື່ອເວລາຜ່ານໄປ ສ່ວນຕ່າງໆຂອງແຜ່ນດິນໂລກທີ່ໄດ້ຮັບການປູກຝັງດູແລແລ້ວຈະຂະຫຍາຍອອກໄປຈົນກະທັ່ງທົ່ວໂລກສວຍງາມແລະເກີດຜົນຄືກັບສວນເອເດນ. ແລະພະເຈົ້າຈະ “ແບມືອອກແລະໃຫ້ສິ່ງທັງປວງທີ່ມີຊີວິດຢູ່ກິນອີ່ມບໍລິບູນ” ແບບບໍ່ເຊົາບໍ່ຂາດ.—ຄຳເພງ 145:16.

21. ອັນໃດສະແດງໃຫ້ເຫັນວ່າຄົນກັບສັດຈະຢູ່ນຳກັນຢ່າງສັນຕິ?

21 ຄົນກັບສັດຈະຢູ່ນຳກັນຢ່າງສັນຕິ. ສັດປ່າແລະສັດບ້ານຈະຫາກິນນຳກັນ. ແມ່ນແຕ່ເດັກນ້ອຍໆກໍຈະບໍ່ຕ້ອງຢ້ານສັດຕ່າງໆເຊິ່ງໃນເວລານີ້ເປັນສັດອັນຕະລາຍ.—ເອຊາອີ 11:6-9; 65:25.

22. ຈະເກີດຫຍັງຂຶ້ນກັບຄວາມເຈັບປ່ວຍ?

22 ຄວາມເຈັບປ່ວຍຈະໝົດໄປ. ໃນຖານະເປັນຜູ້ປົກຄອງລາຊະອານາຈັກຂອງພະເຈົ້າທີ່ຢູ່ທາງພາກສະຫວັນ ພະເຍຊູຈະປິ່ນປົວຄົນປ່ວຍໃນຂອບເຂດທີ່ກວ້າງຂວາງກວ່າຕອນທີ່ພະອົງຢູ່ເທິງແຜ່ນດິນໂລກ. (ມັດທາຍ 9:35; ມາລະໂກ 1:40-42; ໂຢຮັນ 5:5-9) ຈາກນັ້ນ “ຊາວຊົນຈະບໍ່ກ່າວວ່າ ‘ຂ້ອຍບໍ່ສຳບາຍ.’”—ເອຊາອີ 33:24; 35:5, 6.

23. ເປັນຫຍັງການປຸກໃຫ້ຄືນມາຈາກຕາຍຈຶ່ງເຮັດໃຫ້ເຮົາຊົມຊື່ນຍິນດີ?

23 ຜູ້ທີ່ເຮົາຮັກເຊິ່ງຕາຍໄປແລ້ວຈະກັບມາມີຊີວິດອີກພ້ອມດ້ວຍຄວາມຫວັງທີ່ຈະບໍ່ຕາຍອີກເລີຍ. ຜູ້ທີ່ນອນຫຼັບໃນຄວາມຕາຍເຊິ່ງເປັນຜູ້ທີ່ຢູ່ໃນຄວາມຊົງຈຳຂອງພະເຈົ້າຈະກັບມາມີຊີວິດອີກ. ທີ່ຈິງແລ້ວ “ທັງຜູ້ຊອບທຳແລະຜູ້ບໍ່ຊອບທຳຈະຄືນມາຈາກຕາຍ.”—ກິດຈະການ 24:15; ໂຢຮັນ 5:28, 29.

24. ເຈົ້າຮູ້ສຶກແນວໃດຕໍ່ການມີຊີວິດຢູ່ເທິງແຜ່ນດິນໂລກທີ່ເປັນອຸທິຍານ?

24 ຈັ່ງແມ່ນເປັນອະນາຄົດທີ່ດີເລີດແທ້ໆທີ່ພວມລໍຖ້າຜູ້ທີ່ເລືອກຮຽນຮູ້ກ່ຽວກັບພະເຢໂຫວາພະເຈົ້າຜູ້ສ້າງອົງຍິ່ງໃຫຍ່ ແລະຮັບໃຊ້ພະອົງ! ນັ້ນແມ່ນອຸທິຍານເທິງແຜ່ນດິນໂລກທີ່ກຳລັງຈະມາເຖິງເຊິ່ງພະເຍຊູໄດ້ກ່າວເຖິງຕອນທີ່ພະອົງສັນຍາກັບຜູ້ຮ້າຍທີ່ກຳລັງຈະຕາຍຢູ່ທາງຂ້າງພະອົງວ່າ “ເຈົ້າຈະຢູ່ກັບເຮົາໃນທີ່ສຸກກະເສີມ [“ອຸທິຍານ,” ລ.ມ.].” (ລືກາ 23:43) ເປັນເລື່ອງສຳຄັນທີ່ເຮົາຈະຮຽນຮູ້ໃຫ້ຫຼາຍຂຶ້ນກ່ຽວກັບພະເຍຊູຄລິດເພາະໂດຍທາງພະອົງພະພອນຕ່າງໆດັ່ງທີ່ກ່າວມາທັງໝົດນັ້ນຈຶ່ງຈະເກີດຂຶ້ນໄດ້.