ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີສີ່

ພະເຍຊູຄລິດແມ່ນໃຜ?

ພະເຍຊູຄລິດແມ່ນໃຜ?
  • ພະເຍຊູມີບົດບາດທີ່ພິເສດອັນໃດ?

  • ພະອົງມາຈາກໃສ?

  • ພະອົງເປັນບຸກຄົນແບບໃດ?

1, 2. (ກ) ເປັນຫຍັງການຮູ້ບາງເລື່ອງຂອງຄົນທີ່ມີຊື່ສຽງບໍ່ໄດ້ໝາຍຄວາມວ່າເຮົາຮູ້ຈັກຜູ້ນັ້ນແທ້ໆ? (ຂ) ມີຄວາມສັບສົນແນວໃດກ່ຽວກັບພະເຍຊູ?

ໃນໂລກນີ້ມີຫຼາຍຄົນທີ່ມີຊື່ສຽງ. ບາງຄົນເປັນທີ່ຮູ້ຈັກດີໃນຊຸມຊົນ ໃນເມືອງຫຼືໃນປະເທດຂອງຕົນ. ບາງຄົນເປັນທີ່ຮູ້ຈັກທົ່ວໂລກ. ແນວໃດກໍຕາມ ພຽງແຕ່ຮູ້ຈັກຊື່ຂອງຜູ້ທີ່ມີຊື່ສຽງບໍ່ໄດ້ໝາຍຄວາມວ່າເຮົາຮູ້ຈັກຜູ້ນັ້ນແທ້ໆ. ການຮູ້ຈັກຊື່ບໍ່ໄດ້ໝາຍຄວາມວ່າເຮົາຮູ້ຈັກທຸກລາຍລະອຽດກ່ຽວກັບພູມຫຼັງແລະທາດແທ້ຂອງຜູ້ນັ້ນ.

2 ເຖິງແມ່ນວ່າພະເຍຊູເຄີຍມີຊີວິດຢູ່ເທິງແຜ່ນດິນໂລກປະມານ 2.000 ປີມາແລ້ວກໍຕາມ ແຕ່ຄົນທົ່ວໂລກເຄີຍໄດ້ຍິນບາງສິ່ງກ່ຽວກັບພະອົງ. ແນວໃດກໍຕາມ ຫຼາຍຄົນຮູ້ສຶກສັບສົນວ່າພະເຍຊູແມ່ນໃຜແທ້ໆ. ບາງຄົນບອກວ່າພະອົງເປັນພຽງແຕ່ຄົນດີຄົນໜຶ່ງ. ບາງຄົນບອກວ່າພະອົງເປັນຜູ້ພະຍາກອນເທົ່ານັ້ນ. ບາງຄົນເຊື່ອວ່າພະເຍຊູເປັນພະເຈົ້າແລະຄວນໄດ້ຮັບການນະມັດສະການ. ເຮົາຄວນນະມັດສະການພະອົງບໍ?

3. ເປັນຫຍັງຈຶ່ງເປັນເລື່ອງສຳຄັນຕໍ່ເຈົ້າທີ່ຈະຮູ້ຈັກຄວາມຈິງກ່ຽວກັບພະເຍຊູ?

3 ການຮູ້ຈັກຄວາມຈິງກ່ຽວກັບພະເຍຊູເປັນເລື່ອງສຳຄັນຕໍ່ເຈົ້າ. ເປັນຫຍັງຈຶ່ງສຳຄັນ? ເພາະຄຳພີໄບເບິນບອກວ່າ “ອັນນີ້ເປັນຊີວິດອັນຕະຫຼອດໄປເປັນນິດ ຄືວ່າໃຫ້ເຂົາຮູ້ຈັກພະເຈົ້າອົງດຽວທ່ຽງແທ້ແລະພະເຍຊູຄລິດທີ່ພະເຈົ້າໄດ້ໃຊ້ມາ.” (ໂຢຮັນ 17:3) ແມ່ນແລ້ວ ການຮູ້ຈັກຄວາມຈິງກ່ຽວກັບພະເຢໂຫວາພະເຈົ້າແລະພະເຍຊູຄລິດຈະເປີດໂອກາດເພື່ອຈະໄດ້ຮັບຊີວິດຕະຫຼອດໄປຢູ່ເທິງແຜ່ນດິນໂລກທີ່ເປັນອຸທິຍານ. (ໂຢຮັນ 14:6) ນອກຈາກນັ້ນ ພະເຍຊູວາງແບບຢ່າງອັນດີທີ່ສຸດໃນວິທີດຳເນີນຊີວິດແລະວິທີປະຕິບັດຕໍ່ຄົນອື່ນ. (ໂຢຮັນ 13:34, 35) ໃນບົດທຳອິດຂອງປຶ້ມນີ້ເຮົາໄດ້ພິຈາລະນາຄວາມຈິງກ່ຽວກັບພະເຈົ້າໄປແລ້ວ. ຕອນນີ້ໃຫ້ເຮົາພິຈາລະນາວ່າຄຳພີໄບເບິນສອນຫຍັງແທ້ກ່ຽວກັບພະເຍຊູຄລິດ.

ຜູ້ເປັນເມຊີຕາມທີ່ສັນຍາໄວ້

4. ຄຳບອກຕຳແໜ່ງ “ເມຊີ” ແລະ “ພະຄລິດ” ມີຄວາມໝາຍວ່າແນວໃດ?

4 ເປັນເວລາດົນນານກ່ອນພະເຍຊູເກີດ ຄຳພີໄບເບິນໄດ້ບອກລ່ວງໜ້າວ່າພະເຈົ້າຈະສົ່ງຜູ້ໜຶ່ງໃຫ້ມາເປັນເມຊີຫຼືພະຄລິດ. ຄຳບອກຕຳແໜ່ງ “ເມຊີ” (ມາຈາກຄຳພາສາເຫບເລີ) ແລະ “ພະຄລິດ” (ມາຈາກຄຳພາສາກະເລັກ) ທັງສອງຄຳໝາຍຄວາມວ່າ “ຜູ້ທີ່ຖືກເຈີມ.” ຜູ້ທີ່ພະເຈົ້າສັນຍາໄວ້ນີ້ຈະຖືກເຈີມເຊິ່ງເປັນການແຕ່ງຕັ້ງໃຫ້ມີຕຳແໜ່ງພິເສດ. ໃນບົດຕໍ່ໆໄປຂອງປຶ້ມນີ້ ເຮົາຈະຮຽນຫຼາຍຂຶ້ນວ່າເມຊີມີບົດບາດສຳຄັນແນວໃດຕໍ່ຄວາມສຳເລັດເປັນຈິງໃນຄຳສັນຍາຕ່າງໆຂອງພະເຈົ້າ. ນອກຈາກນີ້ ເຮົາຈະຮຽນຮູ້ກ່ຽວກັບພະພອນຕ່າງໆທີ່ພະເຍຊູສາມາດນຳມາໃຫ້ແມ່ນແຕ່ໃນຕອນນີ້. ແນວໃດກໍຕາມ ກ່ອນພະເຍຊູເກີດ ຫຼາຍຄົນຄົງຢາກຈະຮູ້ວ່າ ‘ໃຜຈະເປັນເມຊີ?’

5. ພວກລູກສິດຂອງພະເຍຊູໝັ້ນໃຈຫຍັງຢ່າງເຕັມທີກ່ຽວກັບພະອົງ?

5 ໃນສະຕະວັດທຳອິດ ສ.ສ. ພວກລູກສິດຂອງພະເຍຊູຊາວນາຊາເລດໝັ້ນໃຈເຕັມທີວ່າພະອົງເປັນເມຊີຕາມທີ່ບອກໄວ້ລ່ວງໜ້າ. (ໂຢຮັນ 1:41) ລູກສິດຜູ້ໜຶ່ງທີ່ຊື່ວ່າຊີໂມນເປໂຕໄດ້ເວົ້າກົງໆກັບພະເຍຊູວ່າ “ພະອົງເປັນພະຄລິດ.” (ມັດທາຍ 16:16) ແນວໃດກໍຕາມ ພວກສາວົກເຫຼົ່ານັ້ນແລະລວມທັງພວກເຮົາຈະໝັ້ນໃຈໄດ້ແນວໃດວ່າພະເຍຊູເປັນເມຊີແທ້ໆຕາມທີ່ສັນຍາໄວ້?

6. ຈົ່ງໃຫ້ຕົວຢ່າງເຖິງວິທີທີ່ພະເຢໂຫວາຊ່ວຍຜູ້ສັດຊື່ໃຫ້ລະບຸຕົວເມຊີ.

6 ຜູ້ພະຍາກອນຂອງພະເຈົ້າທີ່ມີຊີວິດຢູ່ກ່ອນສະໄໝຂອງພະເຍຊູໄດ້ບອກຂໍ້ມູນຫຼາຍຢ່າງລ່ວງໜ້າກ່ຽວກັບຜູ້ເປັນເມຊີ. ຂໍ້ມູນນີ້ຈະຊ່ວຍຄົນອື່ນໃຫ້ລະບຸຕົວພະອົງໄດ້. ເຮົາອາດຍົກຕົວຢ່າງໃນທຳນອງນີ້ ສົມມຸດວ່າມີຄົນຂໍໃຫ້ເຈົ້າໄປຮັບຜູ້ໜຶ່ງທີ່ບໍ່ເຄີຍຮູ້ຈັກມາກ່ອນຢູ່ຄິວລົດເມ ຫຼືຢູ່ສະຖານີລົດໄຟ ຫຼືຢູ່ເດີ່ນບິນ ເຊິ່ງເປັນບ່ອນທີ່ມີຄົນຫຼາຍ. ຖ້າມີຄົນໃຫ້ຂໍ້ມູນບາງຢ່າງກ່ຽວກັບຄົນນັ້ນ ມັນກໍຈະຊ່ວຍເຈົ້າໄດ້ຫຼາຍແມ່ນບໍ? ຄ້າຍຄືກັນ ພະເຢໂຫວາໃຫ້ຂໍ້ມູນຢ່າງລະອຽດໂດຍທາງຜູ້ພະຍາກອນຫຼາຍຄົນໃນຄຳພີໄບເບິນວ່າ ຜູ້ເປັນເມຊີຈະເຮັດສິ່ງໃດແລະຈະປະສົບອັນໃດ. ຄວາມສຳເລັດເປັນຈິງຂອງຄຳພະຍາກອນເຫຼົ່ານີ້ເຊິ່ງມີຫຼາຍຂໍ້ຈະຊ່ວຍຜູ້ສັດຊື່ໃຫ້ລະບຸຕົວເມຊີໄດ້ຢ່າງຊັດເຈນ.

7. ຄຳພະຍາກອນສອງເລື່ອງໃດແດ່ໄດ້ສຳເລັດເປັນຈິງໃນພະເຍຊູ?

7 ຂໍໃຫ້ພິຈາລະນາພຽງສອງຕົວຢ່າງ. ຕົວຢ່າງທຳອິດ ຜູ້ພະຍາກອນມີເກໄດ້ບອກລ່ວງໜ້າຫຼາຍກວ່າ 700 ປີວ່າຜູ້ທີ່ພະເຈົ້າສັນຍາໄວ້ຈະມາເກີດໃນເມືອງເບດເລເຫມເຊິ່ງເປັນເມືອງນ້ອຍໃນແຜ່ນດິນຢູດາ. (ມີເກ 5:2) ພະເຍຊູເດເກີດຢູ່ໃສ? ເກີດໃນເມືອງນັ້ນ! (ມັດທາຍ 2:1, 3-9) ຕົວຢ່າງທີສອງ ຄຳພະຍາກອນທີ່ບັນທຶກລ່ວງໜ້າຫຼາຍສະຕະວັດຢູ່ດານຽນ 9:25 ໄດ້ບອກປີທີ່ເມຊີຈະປາກົດຕົວ ເຊິ່ງແມ່ນປີ 29 ສ.ສ. * ຄວາມສຳເລັດເປັນຈິງຂອງຄຳພະຍາກອນເຫຼົ່ານີ້ແລະຄຳພະຍາກອນອື່ນໆພິສູດວ່າພະເຍຊູເປັນເມຊີຕາມຄຳສັນຍາ.

ຕອນທີ່ພະເຍຊູຮັບບັບເຕມາ ພະອົງກາຍເປັນເມຊີຫຼືພະຄລິດ

8, 9. ໃນຕອນທີ່ພະເຍຊູຮັບບັບເຕມາ ມີຫຼັກຖານອັນໃດແດ່ທີ່ປາກົດແຈ້ງວ່າພະອົງເປັນເມຊີ?

8 ຫຼັກຖານເພີ່ມເຕີມທີ່ວ່າພະເຍຊູເປັນເມຊີໄດ້ປາກົດແຈ້ງໃນທ້າຍປີ 29 ສ.ສ. ນັ້ນເປັນປີທີ່ພະເຍຊູໄປຫາໂຢຮັນຜູ້ໃຫ້ຮັບບັບເຕມາເພື່ອຈະຮັບບັບເຕມາໃນແມ່ນໍ້າຢູລະເດນ. ພະເຢໂຫວາໄດ້ສັນຍາວ່າຈະໃຫ້ສັນຍະລັກສຳຄັນແກ່ໂຢຮັນເພື່ອສາມາດລະບຸຕົວຜູ້ເປັນເມຊີໄດ້. ຕອນທີ່ພະເຍຊູຮັບບັບເຕມາ ໂຢຮັນໄດ້ເຫັນສັນຍະລັກທີ່ສຳຄັນນັ້ນ. ຄຳພີໄບເບິນກ່າວເຖິງເຫດການໃນຕອນນັ້ນວ່າ “ເມື່ອໄດ້ຮັບສິນບັບເຕມາແລ້ວ ພະເຍຊູໄດ້ຂຶ້ນມາຈາກນໍ້າໂລດ ແລະຈົ່ງເບິ່ງຟ້າສະຫວັນແຫວກອອກແກ່ພະອົງ ແລະພະອົງໄດ້ເຫັນພະວິນຍານແຫ່ງພະເຈົ້າລົງມາເໝືອນດັ່ງນົກເຂົາແລະມາຢູ່ເທິງພະອົງ. ແລະຈົ່ງເບິ່ງມີສຽງປາກອອກມາແຕ່ຟ້າສະຫວັນວ່າ ‘ພະອົງນີ້ເປັນພະບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫຼາຍໃນພະອົງ.’” (ມັດທາຍ 3:16, 17) ຫຼັງຈາກໄດ້ຍິນແລະໄດ້ເຫັນໃນສິ່ງທີ່ເກີດຂຶ້ນ ໂຢຮັນແນ່ໃຈວ່າພະເຍຊູເປັນຜູ້ທີ່ພະເຈົ້າສົ່ງມາ. (ໂຢຮັນ 1:32-34) ໃນຕອນທີ່ມີການເທພະວິນຍານຫຼືພະລັງປະຕິບັດການຂອງພະເຈົ້າລົງມາໃສ່ພະເຍຊູ ໃນມື້ນັ້ນພະອົງກາຍເປັນເມຊີຫຼືພະຄລິດ ຜູ້ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ນຳແລະເປັນກະສັດ.—ເອຊາອີ 55:4.

9 ຄວາມສຳເລັດເປັນຈິງຂອງຄຳພະຍາກອນໃນຄຳພີໄບເບິນແລະການຢືນຢັນຈາກພະເຢໂຫວາພະເຈົ້າສະແດງໃຫ້ເຫັນຢ່າງຊັດເຈນວ່າພະເຍຊູເປັນເມຊີຕາມທີ່ສັນຍາໄວ້. ນອກຈາກນັ້ນ ຄຳພີໄບເບິນຍັງຕອບຄຳຖາມອີກສອງຂໍ້ທີ່ສຳຄັນກ່ຽວກັບພະເຍຊູຄລິດ ນັ້ນຄືພະອົງມາຈາກໃສແລະພະອົງເປັນບຸກຄົນແບບໃດ?

ພະເຍຊູມາຈາກໃສ?

10. ຄຳພີໄບເບິນສອນວ່າແນວໃດກ່ຽວກັບຊີວິດພະເຍຊູກ່ອນມາເກີດຢູ່ເທິງແຜ່ນດິນໂລກ?

10 ຄຳພີໄບເບິນສອນວ່າພະເຍຊູເຄີຍມີຊີວິດຢູ່ໃນສະຫວັນກ່ອນມາແຜ່ນດິນໂລກ. ມີເກໄດ້ພະຍາກອນວ່າເມຊີຈະເກີດຢູ່ເມືອງເບດເລເຫມແລະຍັງບອກອີກວ່າຈະມີຕົ້ນກຳເນີດ “ແຕ່ບູຮານ.” (ມີເກ 5:2) ໃນຫຼາຍໂອກາດ ພະເຍຊູບອກວ່າເຄີຍມີຊີວິດຢູ່ໃນສະຫວັນກ່ອນມາເກີດເປັນມະນຸດ. (ໂຢຮັນ 3:13; 6:38, 62; 17:4, 5) ໃນຖານະເປັນກາຍວິນຍານທີ່ຢູ່ໃນສະຫວັນ ພະເຍຊູມີສາຍສຳພັນທີ່ພິເສດກັບພະເຢໂຫວາ.

11. ຄຳພີໄບເບິນສະແດງໃຫ້ເຫັນແນວໃດວ່າພະເຍຊູເປັນລູກທີ່ພະເຢໂຫວາແພງຫຼາຍທີ່ສຸດ?

11 ພະເຍຊູເປັນລູກທີ່ພະເຢໂຫວາແພງຫຼາຍທີ່ສຸດແລະນີ້ມີເຫດຜົນທີ່ຟັງຂຶ້ນ. ມີການເອີ້ນພະອົງວ່າ “ເປັນບຸດຫົວທີແຫ່ງສັບພະທຸກສິ່ງທີ່ສ້າງແລ້ວ” ເນື່ອງຈາກພະອົງເປັນຜູ້ທຳອິດທີ່ພະເຈົ້າສ້າງ. * (ໂກໂລດ 1:15) ຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ລູກຊາຍຜູ້ນີ້ພິເສດ. ພະອົງເປັນ “ພະບຸດອົງດຽວ.” (ໂຢຮັນ 3:16) ນີ້ໝາຍຄວາມວ່າພະເຍຊູເປັນຜູ້ດຽວເທົ່ານັ້ນທີ່ພະເຈົ້າໄດ້ສ້າງໂດຍກົງ. ພະເຍຊູຍັງເປັນຜູ້ດຽວເທົ່ານັ້ນທີ່ພະເຈົ້າໃຊ້ໃນຄາວສ້າງສັບພະທຸກສິ່ງ. (ໂກໂລດ 1:16) ນອກຈາກນັ້ນຍັງມີການເອີ້ນພະເຍຊູວ່າເປັນ “ພະຄຳ.” (ໂຢຮັນ 1:14) ເລື່ອງນີ້ບອກເຮົາວ່າພະອົງເປັນຜູ້ເວົ້າແທນພະເຈົ້າ ດັງນັ້ນພະອົງຈຶ່ງເປັນຜູ້ສົ່ງຂ່າວແລະຄຳສັ່ງຕ່າງໆຂອງຜູ້ເປັນພໍ່ໃຫ້ກັບລູກທັງຫຼາຍທັງທີ່ເປັນກາຍວິນຍານແລະເປັນມະນຸດ.

12. ເຮົາຮູ້ໄດ້ແນວໃດວ່າລູກຊາຍກົກບໍ່ທຽບເທົ່າກັບພະເຈົ້າ?

12 ລູກຊາຍກົກຜູ້ນີ້ທຽບເທົ່າກັບພະເຈົ້າຄືກັບທີ່ບາງຄົນເຊື່ອບໍ? ຄຳພີໄບເບິນບໍ່ໄດ້ສອນແນວນັ້ນ. ດັ່ງທີ່ເຮົາສັງເກດເຫັນໃນຫຍໍ້ໜ້າກ່ອນ ລູກຊາຍຜູ້ນີ້ຖືກສ້າງຂຶ້ນມາ. ເຫັນໄດ້ຢ່າງຈະແຈ້ງວ່າ ພະອົງມີຈຸດເລີ່ມຕົ້ນ ໃນຂະນະທີ່ພະເຢໂຫວາບໍ່ມີຈຸດເລີ່ມຕົ້ນແລະບໍ່ມີຈຸດສິ້ນສຸດ. (ຄຳເພງ 90:2) ລູກຊາຍຜູ້ນີ້ເປັນຜູ້ດຽວທີ່ພະເຢໂຫວາໄດ້ສ້າງໂດຍກົງບໍ່ເຄີຍແມ່ນແຕ່ຄິດທີ່ຈະພະຍາຍາມເຮັດໃຫ້ຕົວເອງທຽບເທົ່າກັບພໍ່. ຄຳພີໄບເບິນສອນຢ່າງຈະແຈ້ງວ່າພໍ່ໃຫຍ່ກວ່າລູກ. (ໂຢຮັນ 14:28; 1 ໂກລິນໂທ 11:3) ພະເຢໂຫວາຜູ້ດຽວເທົ່ານັ້ນເປັນ “ພະເຈົ້າອົງມີລິດເດດອັນໃຫຍ່ທີ່ສຸດ.” (ຕົ້ນເດີມ 17:1) ດ້ວຍເຫດນີ້ ຈຶ່ງບໍ່ມີໃຜທຽບເທົ່າພະອົງໄດ້. *

13. ຄຳພີໄບເບິນໝາຍຄວາມວ່າແນວໃດເມື່ອກ່າວວ່າ ລູກຊາຍເປັນ “ຮູບແຫ່ງພະເຈົ້າທີ່ຕາເຫັນບໍ່ໄດ້”?

13 ພະເຢໂຫວາແລະລູກຊາຍກົກຂອງພະອົງມີສາຍສຳພັນທີ່ໃກ້ຊິດເປັນເວລາຫຼາຍພັນລ້ານປີ ດົນກ່ອນທ້ອງຟ້າທີ່ເຕັມໄປດ້ວຍດວງດາວແລະແຜ່ນດິນໂລກຖືກສ້າງຂຶ້ນ. ທັງສອງຕ້ອງຮັກກັນຫຼາຍແທ້ໆ! (ໂຢຮັນ 3:35; 14:31) ລູກຜູ້ເປັນທີ່ຮັກຜູ້ນີ້ຕ້ອງຄືກັບພໍ່ຂອງຕົນ. ດ້ວຍເຫດນີ້ຄຳພີໄບເບິນຈຶ່ງກ່າວເຖິງລູກຜູ້ນີ້ວ່າເປັນ “ຮູບແຫ່ງພະເຈົ້າຜູ້ທີ່ຕາເຫັນບໍ່ໄດ້.” (ໂກໂລດ 1:15) ແມ່ນແລ້ວ ມະນຸດອາດມີຫຼາຍສິ່ງທີ່ຄ້າຍຄືກັບພໍ່ຂອງຕົນສັນໃດ ລູກຜູ້ນີ້ທີ່ຢູ່ທາງພາກສະຫວັນກໍສະທ້ອນຄຸນລັກສະນະຕ່າງໆແລະນິດໄສໃຈຄໍຂອງພໍ່ສັນນັ້ນ.

14. ລູກຊາຍຜູ້ດຽວທີ່ພະເຢໂຫວາໄດ້ສ້າງໂດຍກົງມາເກີດເປັນມະນຸດໄດ້ແນວໃດ?

14 ລູກຊາຍຜູ້ດຽວທີ່ພະເຢໂຫວາສ້າງໂດຍກົງເຕັມໃຈອອກຈາກສະຫວັນລົງມາແຜ່ນດິນໂລກເພື່ອມີຊິວິດແບບມະນຸດ. ແຕ່ເຈົ້າອາດສົງໄສວ່າ ‘ເປັນໄປໄດ້ແນວໃດທີ່ກາຍວິນຍານຈະມາເກີດເປັນມະນຸດ?’ ພະເຢໂຫວາໄດ້ເຮັດການອັດສະຈັນເພື່ອໃຫ້ເລື່ອງນີ້ສຳເລັດ. ພະອົງຍ້າຍຊີວິດລູກຊາຍກົກຈາກສະຫວັນມາໄວ້ໃນທ້ອງຂອງສາວບໍລິສຸດຄົນຢິວທີ່ຊື່ວ່າມາລີ. ບໍ່ມີພໍ່ທີ່ເປັນມະນຸດຄົນໃດເຂົ້າມາກ່ຽວຂ້ອງໃນເລື່ອງນີ້. ໂດຍວິທີນີ້ ມາລີຈຶ່ງໃຫ້ກຳເນີດລູກຊາຍທີ່ສົມບູນແບບ ແລະຕັ້ງຊື່ລູກວ່າເຍຊູ.—ລືກາ 1:30-35.

ພະເຍຊູເປັນ ບຸກຄົນແບບໃດ?

15. ເປັນຫຍັງເວົ້າໄດ້ວ່າໂດຍຜ່ານທາງພະເຍຊູເຮົາຈຶ່ງຮູ້ຈັກພະເຢໂຫວາຫຼາຍຂຶ້ນ?

15 ສິ່ງທີ່ພະເຍຊູເວົ້າແລະເຮັດຕອນຢູ່ແຜ່ນດິນໂລກຊ່ວຍເຮົາໃຫ້ຮູ້ຈັກພະອົງດີຂຶ້ນ. ຍິ່ງກວ່ານັ້ນ ໂດຍທາງພະເຍຊູເຮົາໄດ້ມາຮູ້ຈັກພະເຢໂຫວາຫຼາຍຂຶ້ນ. ເປັນຫຍັງຈຶ່ງເວົ້າແນວນັ້ນ? ຂໍໃຫ້ຈື່ໄວ້ວ່າລູກຜູ້ນີ້ເປັນພາບສະທ້ອນທີ່ສົມບູນແບບຂອງພໍ່ຂອງພະອົງ. ດ້ວຍເຫດນີ້ພະເຍຊູຈຶ່ງເວົ້າກັບລູກສິດຜູ້ໜຶ່ງຂອງພະອົງວ່າ “ຜູ້ທີ່ໄດ້ເຫັນເຮົາກໍໄດ້ເຫັນພະບິດາ.” (ໂຢຮັນ 14:9) ສີ່ພະທຳໃນຄຳພີໄບເບິນເຊິ່ງເປັນທີ່ຮັບຮູ້ວ່າເປັນພະທຳກິດຕິຄຸນ ຄືມັດທາຍ ມາລະໂກ ລືກາ ແລະໂຢຮັນ ບອກເຮົາຫຼາຍຢ່າງກ່ຽວກັບຊີວິດ ວຽກງານ ແລະຄຸນລັກສະນະສະເພາະຂອງພະເຍຊູຄລິດ.

16. ຂ່າວສານຕົ້ນຕໍຂອງພະເຍຊູແມ່ນຫຍັງ ແລະຄຳສອນຂອງພະອົງມາຈາກໃສ?

16 ພະເຍຊູຍັງເປັນທີ່ຮູ້ຈັກດີໃນຖານະ “ອາຈານ.” (ໂຢຮັນ 1:38; 13:13) ພະອົງສອນເລື່ອງຫຍັງ? ຂ່າວສານຕົ້ນຕໍຂອງພະອົງກໍຄື “ຂ່າວດີເລື່ອງລາຊະອານາຈັກ” ເຊິ່ງແມ່ນລາຊະອານາຈັກຂອງພະເຈົ້າທີ່ເປັນລັດຖະບານທາງພາກສະຫວັນເຊິ່ງຈະປົກຄອງຢູ່ທົ່ວແຜ່ນດິນໂລກແລະຈະນຳເອົາຄວາມພອນຕ່າງໆທີ່ບໍ່ມີສິ້ນສຸດມາສູ່ມະນຸດທີ່ເຊື່ອຟັງ. (ມັດທາຍ 4:23, ລ.ມ.) ຂ່າວສານນີ້ແມ່ນຂອງໃຜ? ພະເຍຊູບອກວ່າ “ຄວາມສັ່ງສອນຂອງເຮົາບໍ່ມາແຕ່ເຮົາ ແຕ່ວ່າມາແຕ່ພະເຈົ້າທີ່ໄດ້ໃຊ້ເຮົາມາ” ນັ້ນຄືພະເຢໂຫວາ. (ໂຢຮັນ 7:16) ພະເຍຊູຮູ້ວ່າພໍ່ຂອງພະອົງຢາກໃຫ້ມະນຸດໄດ້ຍິນກ່ຽວກັບຂ່າວດີເລື່ອງລາຊະອານາຈັກ. ໃນບົດທີ 8 ເຮົາຈະຮຽນຮູ້ຫຼາຍຂຶ້ນກ່ຽວກັບລາຊະອານາຈັກຂອງພະເຈົ້າແລະສິ່ງທີ່ລາຊະອານາຈັກນີ້ຈະເຮັດໃຫ້ສຳເລັດ.

17. ພະເຍຊູສັ່ງສອນຢູ່ໃສ ແລະເປັນຫຍັງພະອົງຈຶ່ງທຸ່ມເທຕົວຫຼາຍປານນັ້ນໃນການສັ່ງສອນຄົນອື່ນ?

17 ພະເຍຊູສັ່ງສອນຢູ່ໃສ? ຢູ່ທຸກແຫ່ງທີ່ພະອົງພົບພໍ້ຜູ້ຄົນ ເຊັ່ນຢູ່ຊົນນະບົດ ຢູ່ໃນເມືອງ ຢູ່ບ້ານຕ່າງໆ ຢູ່ຕະຫຼາດ ແລະຢູ່ເຮືອນປະຊາຊົນ. ພະເຍຊູບໍ່ໄດ້ຄາດໝາຍໃຫ້ປະຊາຊົນມາຫາພະອົງ ແຕ່ພະອົງເອງເປັນຜູ້ໄປຫາເຂົາເຈົ້າ. (ມາລະໂກ 6:56; ລືກາ 19:5, 6) ເປັນຫຍັງພະເຍຊູຈຶ່ງທຸ່ມເທຕົວປານນັ້ນແລະໃຊ້ເວລາຫຼາຍແທ້ໆໃນການປະກາດແລະການສັ່ງສອນ? ເພາະວ່າພະເຈົ້າປະສົງໃຫ້ພະເຍຊູເຮັດເຊັ່ນນັ້ນ. ພະເຍຊູເຮັດຕາມຄວາມປະສົງຂອງພໍ່ສະເໝີ. (ໂຢຮັນ 8:28, 29) ແຕ່ມີອີກເຫດຜົນໜຶ່ງທີ່ພະອົງປະກາດ. ພະອົງຮູ້ສຶກອີ່ຕົນຝູງຄົນທີ່ມາຫາພະອົງ. (ມັດທາຍ 9:35, 36) ແທນທີ່ພວກຫົວໜ້າສາສະໜາຈະສອນຄວາມຈິງກ່ຽວກັບພະເຈົ້າແລະໃຈປະສົງຕ່າງໆຂອງພະອົງຕາມທີ່ຄວນຈະສອນ ແຕ່ເຂົາພັດໄດ້ປະຖິ້ມປະຊາຊົນ. ພະເຍຊູຮູ້ວ່າປະຊາຊົນຈຳເປັນຕ້ອງໄດ້ຍິນຂ່າວສານເລື່ອງລາຊະອານາຈັກຫຼາຍສໍ່າໃດ.

18. ຄຸນລັກສະນະອັນໃດຂອງພະເຍຊູທີ່ດຶງດູດໃຈເຈົ້າຫຼາຍທີ່ສຸດ?

18 ພະເຍຊູເປັນຄົນທີ່ເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ທັງມີຄວາມອ່ອນໂຍນແລະທັງອົບອຸ່ນໄປນຳ. ດ້ວຍເຫດນີ້ ຄົນອື່ນໆຈຶ່ງເຫັນວ່າພະອົງເປັນຄົນທີ່ເຂົ້າຫາໄດ້ງ່າຍແລະເປັນຄົນໃຈດີ. ແມ່ນແຕ່ເດັກນ້ອຍກໍຮູ້ສຶກສະບາຍໃຈເມື່ອຢູ່ນຳພະອົງ. (ມາລະໂກ 10:13-16) ພະເຍຊູບໍ່ລຳອຽງ. ພະອົງກຽດຊັງການສໍ້ໂກງແລະຄວາມບໍ່ຍຸຕິທຳ. (ມັດທາຍ 21:12, 13) ໃນສະໄໝທີ່ພວກຜູ້ຍິງເກືອບຈະບໍ່ໄດ້ຮັບຄວາມນັບຖືແລະບໍ່ມີສິດທິພິເສດແມ່ນແຕ່ໜ້ອຍດຽວ ພະອົງພັດປະຕິບັດນຳເຂົາເຈົ້າຢ່າງທີ່ໃຫ້ກຽດ. (ໂຢຮັນ 4:9, 27) ພະເຍຊູເປັນຄົນທີ່ມີຄວາມຖ່ອມໃຈຢ່າງແທ້ຈິງ. ຄັ້ງໜຶ່ງ ພະອົງໄດ້ລ້າງຕີນໃຫ້ພວກອັກຄະສາວົກເຊິ່ງຕາມປົກກະຕິແລ້ວເປັນວຽກຂອງຄົນຮັບໃຊ້ທີ່ຕໍ່າຕ້ອຍ.

ພະເຍຊູປະກາດສັ່ງສອນຢູ່ທຸກແຫ່ງທີ່ພົບພໍ້ຜູ້ຄົນ

19. ຕົວຢ່າງອັນໃດທີ່ສະແດງວ່າພະເຍຊູມີຄວາມຮູ້ສຶກທີ່ວ່ອງໄວຕໍ່ຄວາມຈຳເປັນຂອງຜູ້ອື່ນ?

19 ພະເຍຊູມີຄວາມຮູ້ສຶກທີ່ວ່ອງໄວຕໍ່ຄວາມຈຳເປັນຂອງຜູ້ອື່ນ. ເລື່ອງນີ້ເຫັນໄດ້ແຈ້ງຕອນທີ່ພະອົງເຮັດການອັດສະຈັນເພື່ອປິ່ນປົວໂດຍໃຊ້ລິດເດດຈາກພະວິນຍານຂອງພະເຈົ້າ. (ມັດທາຍ 14:14) ຕົວຢ່າງເຊັ່ນ ຊາຍຄົນໜຶ່ງທີ່ເປັນຂີ້ທູດໄດ້ມາຫາພະເຍຊູແລະເວົ້າວ່າ “ຖ້າພະອົງມີນໍ້າໃຈ ພະອົງອາດກະທຳໃຫ້ຂ້າພະເຈົ້າດີສະອາດໄດ້.” ພະເຍຊູຮູ້ສຶກເຖິງຄວາມເຈັບປວດແລະຄວາມທຸກຂອງຊາຍຜູ້ນີ້. ຍ້ອນຮູ້ສຶກອີ່ຕົນ ພະເຍຊູຈຶ່ງເດ່ມືອອກບາຍຊາຍຄົນນັ້ນພ້ອມທັງກ່າວວ່າ “ເຮົາມີນໍ້າໃຈ ໃຫ້ເຈົ້າດີສະອາດເຖີ້ນ.” ແລະຊາຍທີ່ເຈັບປ່ວຍນີ້ກໍໄດ້ເຊົາພະຍາດເລີຍ! (ມາລະໂກ 1:40-42) ເຈົ້ານຶກພາບອອກບໍວ່າຊາຍຄົນນັ້ນຕ້ອງຮູ້ສຶກແນວໃດ?

ສັດຊື່ຈົນເຖິງທີ່ສຸດ

20, 21. ໃນການເຊື່ອຟັງພະເຈົ້າຢ່າງຈົງຮັກພັກດີ ພະເຍຊູໄດ້ວາງຕົວຢ່າງແນວໃດ?

20 ພະເຍຊູວາງຕົວຢ່າງດີທີ່ສຸດໃນການເຊື່ອຟັງພະເຈົ້າຢ່າງຈົງຮັກພັກດີ. ພະອົງຍັງສັດຊື່ຕໍ່ພໍ່ທີ່ຢູ່ທາງພາກສະຫວັນພາຍໃຕ້ທຸກສະພາບການແລະທັງໆທີ່ມີການຕໍ່ຕ້ານແລະຄວາມທຸກໃນທຸກຮູບແບບ. ພະເຍຊູຕ້ານທານການລໍ້ໃຈຂອງຊາຕານໄດ້ຢ່າງໜັກແໜ້ນແລະກໍປະສົບຜົນສຳເລັດ. (ມັດທາຍ 4:1-11) ຄັ້ງໜຶ່ງ ພີ່ນ້ອງຄີງໆບາງຄົນຂອງພະເຍຊູທີ່ບໍ່ໄດ້ເຊື່ອໃນພະອົງ ເຖິງຂັ້ນເວົ້າວ່າພະອົງ “ເສຍຈິດ.” (ມາລະໂກ 3:21) ແຕ່ພະເຍຊູບໍ່ຍອມໃຫ້ເຂົາເຈົ້າມີອິດທິພົນຕໍ່ພະອົງ ພະອົງຍັງເຮັດວຽກຂອງພະເຈົ້າຕໍ່ໆໄປ. ທັງໆທີ່ຖືກໝິ່ນປະໝາດແລະຖືກທາລຸນ ພະເຍຊູກໍຍັງຢັບຢັ້ງຕົນເອງ ບໍ່ເຄີຍພະຍາຍາມທີ່ຈະທຳຮ້າຍຜູ້ທີ່ຕໍ່ຕ້ານພະອົງ.—1 ເປໂຕ 2:21-23.

21 ພະເຍຊູຮັກສາຄວາມສັດຊື່ຈົນເທົ້າມື້ສິ້ນຊີວິດ ເຊິ່ງເປັນການຕາຍແບບທີ່ໂຫດຫ້ຽມແລະທໍລະມານດ້ວຍເງື້ອມມືຂອງພວກສັດຕູ. (ຟີລິບ 2:8) ຂໍໃຫ້ພິຈາລະນາວ່າພະອົງໄດ້ອົດທົນກັບສິ່ງໃດແດ່ໃນມື້ສຸດທ້າຍທີ່ພະອົງເປັນມະນຸດ. ພະອົງຖືກຈັບ ຖືກກ່າວຫາໂດຍພະຍານປອມ ຖືກຕັດສິນລົງໂທດໂດຍຜູ້ພິພາກສາທີ່ບໍ່ສັດຊື່ ຖືກຝູງຄົນເຍາະເຍີ້ຍ ແລະຖືກພວກທະຫານທໍລະມານ. ພະອົງຖືກຕອກໃສ່ເສົາທໍລະມານ ແລະເມື່ອຫັນໃຈບາດສຸດທ້າຍກໍໄດ້ຮ້ອງວ່າ “ສຳເລັດແລ້ວ.” (ໂຢຮັນ 19:30) ຢ່າງໃດກໍຕາມ ຫຼັງຈາກພະອົງສິ້ນຊີວິດໄດ້ສາມມື້ ພໍ່ທີ່ຢູ່ທາງພາກສະຫວັນໄດ້ປຸກພະອົງໃຫ້ຄືນສູ່ຊີວິດໃຫ້ເປັນກາຍວິນຍານ. (1 ເປໂຕ 3:18) ປະມານສອງຫຼືສາມອາທິດຕໍ່ມາ ພະອົງກໍໄດ້ກັບໄປສະຫວັນ. ຢູ່ສະຫວັນພະອົງໄດ້ “ນັ່ງເບື້ອງຂວາມືຂອງພະເຈົ້າ” ແລະລໍຖ້າເພື່ອຈະໄດ້ຮັບອຳນາດໃນຖານະເປັນກະສັດ.—ເຫບເລີ 10:12, 13.

22. ໂດຍສັດຊື່ຈົນກະທັ່ງສິ້ນຊີວິດ ພະເຍຊູເຮັດໃຫ້ອັນໃດບັນລຸຜົນສຳເລັດ?

22 ໂດຍສັດຊື່ຈົນກະທັ່ງສິ້ນຊີວິດ ພະເຍຊູເຮັດໃຫ້ອັນໃດບັນລຸຜົນສຳເລັດ? ການສິ້ນຊີວິດຂອງພະເຍຊູເປີດໂອກາດໃຫ້ເຮົາມີຊີວິດຕະຫຼອດໄປເທິງແຜ່ນດິນໂລກທີ່ເປັນອຸທິຍານເຊິ່ງສອດຄ່ອງກັບຈຸດປະສົງດັ້ງເດີມຂອງພະເຢໂຫວາ. ໃນບົດຕໍ່ໄປເຮົາຈະສຶກສາວິທີທີ່ຄວາມຕາຍຂອງພະເຍຊູຈະເຮັດໃຫ້ເລື່ອງນີ້ເປັນໄປໄດ້.

^ ຂໍ້ 7 ສຳລັບຄຳອະທິບາຍຄຳພະຍາກອນຂອງດານຽນເຊິ່ງສຳເລັດເປັນຈິງກ່ຽວກັບພະເຍຊູ ຂໍໃຫ້ເບິ່ງພາກຜະໜວກໜ້າ 197-199.

^ ຂໍ້ 11 ມີການເອີ້ນພະເຢໂຫວາວ່າເປັນພໍ່ຍ້ອນວ່າພະອົງເປັນຜູ້ສ້າງ. (ເອຊາອີ 64:8) ເນື່ອງຈາກພະເຈົ້າເປັນຜູ້ສ້າງພະເຍຊູ ຈຶ່ງມີການເອີ້ນພະເຍຊູວ່າລູກຂອງພະເຈົ້າ. ດ້ວຍເຫດຜົນທີ່ຄ້າຍກັນ ມີການເອີ້ນກາຍວິນຍານອື່ນໆແລະແມ່ນແຕ່ອາດາມທີ່ເປັນມະນຸດວ່າລູກຂອງພະເຈົ້າ.—ໂຢບ 1:6; ລືກາ 3:38.

^ ຂໍ້ 12 ສຳລັບຫຼັກຖານເພີ່ມເຕີມວ່າລູກຊາຍກົກບໍ່ທຽບເທົ່າກັບພະເຈົ້າ ຂໍໃຫ້ເບິ່ງພາກຜະໜວກໜ້າ 201-204.