ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີຫົກ

ຄົນຕາຍແລ້ວໄປຢູ່ໃສ?

ຄົນຕາຍແລ້ວໄປຢູ່ໃສ?
  • ເກີດຫຍັງຂຶ້ນກັບເຮົາເມື່ອເຮົາຕາຍ?

  • ເປັນຫຍັງເຮົາຈຶ່ງຕາຍ?

  • ການຮູ້ຈັກຄວາມຈິງເລື່ອງຄວາມຕາຍຈະເປັນການປອບໂຍນບໍ?

1-3. ມີຄຳຖາມຫຍັງແດ່ທີ່ຄົນເຮົາມັກຖາມກ່ຽວກັບຄວາມຕາຍ ແລະສາສະໜາຕ່າງໆໃຫ້ຄຳຕອບວ່າແນວໃດ?

ເປັນເວລາຫຼາຍພັນປີມາແລ້ວທີ່ຜູ້ຄົນຄິດເຖິງຄຳຖາມທີ່ກ່າວມາຂ້າງເທິງນີ້. ຄຳຖາມເຫຼົ່ານີ້ສຳຄັນ. ບໍ່ວ່າເຮົາແມ່ນໃຜຫຼືດຳລົງຊີວິດຢູ່ໃສກໍຕາມ ຄຳຕອບກ່ຽວຂ້ອງກັບເຮົາແຕ່ລະຄົນ.

2 ໃນບົດກ່ອນ ເຮົາໄດ້ພິຈະລະນາວິທີທີ່ເຄື່ອງບູຊາໄຖ່ຂອງພະເຍຊູໄດ້ເປີດໂອກາດໃຫ້ມີຊີວິດຕະຫຼອດໄປ. ນອກຈາກນັ້ນ ເຮົາຍັງໄດ້ຮຽນຮູ້ວ່າຄຳພີໄບເບິນບອກລ່ວງໜ້າກ່ຽວກັບເວລາທີ່ “ຄວາມຕາຍຈະບໍ່ມີຕໍ່ໄປ.” (ຄຳປາກົດ 21:4) ກ່ອນຈະເຖິງເວລານັ້ນ ພວກເຮົາທຸກຄົນຍັງຕ້ອງຕາຍ. ກະສັດຊາໂລໂມນຜູ້ສະຫຼາດກ່າວວ່າ “ຄົນທັງຫຼາຍທີ່ຍັງເປັນກໍຮູ້ຈັກວ່າເຂົາຈະຕາຍໄປ.” (ຜູ້ເທສະໜາປ່າວປະກາດ 9:5) ເຮົາພະຍາຍາມທີ່ຈະມີຊີວິດຍືນຍາວເທົ່າທີ່ຈະເປັນໄປໄດ້. ເຖິງຢ່າງນັ້ນກໍຕາມ ເຮົາກໍອາດສົງໄສວ່າຈະເກີດຫຍັງຂຶ້ນກັບເຮົາເມື່ອເຮົາຕາຍ.

3 ເມື່ອຄົນທີ່ເຮົາຮັກເສຍຊີວິດ ເຮົາໂສກເສົ້າເສຍໃຈ ແລະເຮົາອາດຖາມວ່າ ‘ເກີດຫຍັງຂຶ້ນກັບເຂົາເຈົ້າ? ເຂົາເຈົ້າຖືກທໍລະມານບໍ? ເຂົາເຈົ້າເບິ່ງແຍງເຮົາຢູ່ບໍ? ເຮົາຈະຊ່ວຍເຂົາເຈົ້າໄດ້ບໍ? ເຮົາຈະເຫັນເຂົາເຈົ້າອີກບໍ?’ ສາສະໜາຕ່າງໆໃນໂລກຕອບຄຳຖາມເຫຼົ່ານີ້ແຕກຕ່າງກັນ. ບາງສາສະໜາສອນວ່າຖ້າເຮົາເປັນຄົນດີເຮົາຈະໄດ້ໄປສະຫວັນ ແຕ່ຖ້າເຮົາເປັນຄົນບໍ່ດີເຮົາກໍຈະຕົກນາລົກ. ບາງສາສະໜາກໍສອນວ່າເມື່ອຄົນເຮົາຕາຍ ເຮົາຈະໄປຢູ່ກັບປູ່ຍ່າຕານາຍໃນໂລກວິນຍານ. ຍັງມີບາງສາສະໜາອີກທີ່ສອນວ່າຄົນຕາຍຈະຖືກຕັດສິນໃນແດນຄົນຕາຍ ແລະຈາກນັ້ນກໍມາເກີດໃໝ່ໃນອີກຮ່າງໜຶ່ງ.

4. ມີແນວຄິດພື້ນຖານອັນໃດກ່ຽວກັບຄວາມຕາຍທີ່ຫຼາຍສາສະໜາສອນຄືກັນ?

4 ຄຳສອນຂອງສາສະໜາເຫຼົ່ານັ້ນລ້ວນແຕ່ມີແນວຄິດພື້ນຖານຢ່າງໜຶ່ງທີ່ຄືກັນ ນັ້ນກໍຄືມີບາງຢ່າງໃນໂຕເຮົາຍັງຢູ່ຕໍ່ໄປຫຼັງຈາກຮ່າງກາຍຕາຍແລ້ວ. ຕາມທີ່ເກືອບທຸກສາສະໜາທັງໃນອະດີດແລະໃນປັດຈຸບັນສອນ ເຮົາຍັງມີຊີວິດຢູ່ຕໍ່ໄປໃນຮູບການໃດໜຶ່ງທີ່ສາມາດເບິ່ງເຫັນ ໄດ້ຍິນ ແລະນຶກຄິດ. ແຕ່ຈະເປັນຢ່າງນັ້ນໄດ້ແນວໃດ? ອິນຊີທັງຫ້າລວມທັງຄວາມຄຶດຂອງເຮົາລ້ວນແຕ່ກ່ຽວຂ້ອງກັບການເຮັດວຽກຂອງສະໝອງ. ເມື່ອເຮົາຕາຍ ສະໝອງກໍເຊົາເຮັດວຽກ. ຄວາມຊົງຈຳ ຄວາມຮູ້ສຶກ ແລະອິນຊີທັງຫ້າຂອງເຮົາບໍ່ໄດ້ເຮັດວຽກດ້ວຍຕົວມັນເອງຕໍ່ໄປຢ່າງເລິກລັບ. ສິ່ງເຫຼົ່ານີ້ບໍ່ໄດ້ຢູ່ຕໍ່ໄປຫຼັງຈາກສະໝອງເຊົາເຮັດວຽກ.

ມີຫຍັງເກີດຂຶ້ນແທ້ໆ ເມື່ອຄົນເຮົາຕາຍ?

5, 6. ກ່ຽວກັບສະພາບຂອງຄົນຕາຍຄຳພີໄບເບິນສອນວ່າແນວໃດ?

5 ສິ່ງທີ່ເກີດຂຶ້ນຕອນຄົນເຮົາຕາຍບໍ່ໄດ້ເປັນເລື່ອງເລິກລັບສຳລັບພະເຢໂຫວາ ເຊິ່ງເປັນຜູ້ສ້າງສະໝອງ. ພະອົງຮູ້ຄວາມຈິງແລະໄດ້ອະທິບາຍສະພາບຂອງຄົນຕາຍໄວ້ໃນຄຳພີໄບເບິນເຊິ່ງເປັນພະຄຳຂອງພະອົງ. ຄຳສອນທີ່ຈະແຈ້ງຂອງຄຳພີໄບເບິນກໍຄື ເມື່ອຄົນເຮົາຕາຍ ເຮົາບໍ່ມີຊີວິດຢູ່ຕໍ່ໄປ. ຄວາມຕາຍກົງກັນຂ້າມກັບການມີຊີວິດ. ຄົນຕາຍເບິ່ງບໍ່ເຫັນ ບໍ່ໄດ້ຍິນ ຫຼືນຶກຄິດບໍ່ໄດ້. ເມື່ອຮ່າງກາຍຕາຍໄປແລ້ວບໍ່ມີແມ່ນແຕ່ສ່ວນດຽວໃນໂຕເຮົາທີ່ຢູ່ຕໍ່ໄປ. ເຮົາບໍ່ມີສ່ວນໃດທີ່ເປັນອະມະຕະ. *

ແປວທຽນໄປໃສ?

6 ຫຼັງຈາກທີ່ຊາໂລໂມນໄດ້ກ່າວວ່າຄົນທັງຫຼາຍທີ່ຍັງເປັນກໍຮູ້ຈັກວ່າເຂົາຈະຕາຍໄປ ລາວໄດ້ຂຽນວ່າ “ພວກຄົນຕາຍແລ້ວບໍ່ຮູ້ຈັກສິ່ງໃດ.” ຈາກນັ້ນລາວໄດ້ຂະຫຍາຍຄວາມຈິງພື້ນຖານນັ້ນໂດຍກ່າວວ່າຄົນຕາຍບໍ່ຮູ້ຈັກຮັກ ຫຼືບໍ່ຮູ້ຈັກກຽດຊັງ ແລະ “[ໃນຂຸມຝັງສົບ] ບໍ່ມີກິດຈະການ ບໍ່ມີຄວາມຄຶດ ບໍ່ມີວິຊາຄວາມຮູ້ ບໍ່ມີຄວາມປັນຍາ.” (ຜູ້ເທສະໜາປ່າວປະກາດ 9:5, 6, 10) ຄ້າຍຄືກັນ ຄຳເພງ 146:4 ກ່າວວ່າ ເມື່ອຄົນເຮົາຕາຍ ຄວາມຄິດຫຼື “ຄວາມໝາຍໃຈແຫ່ງຕົນກໍຈິບຫາຍໄປ.” ເຮົາທຸກຄົນເປັນມະນຸດທີ່ຕ້ອງຕາຍແລະບໍ່ໄດ້ຢູ່ຕໍ່ໄປເມື່ອຮ່າງກາຍຕາຍແລ້ວ. ຊີວິດທີ່ເຮົາມີຢູ່ຄືກັນກັບແປວທຽນ. ເມື່ອທຽນມອດ ແປວທຽນບໍ່ໄດ້ໄປ ໃສ. ແປວທຽນນັ້ນມີແຕ່ມອດໄປຊື່ໆ.

ສິ່ງທີ່ພະເຍຊູກ່າວເຖິງ ກ່ຽວກັບຄວາມຕາຍ

7. ພະເຍຊູອະທິບາຍວ່າຄວາມຕາຍເປັນຄືກັບຫຍັງ?

7 ພະເຍຊູຄລິດກ່າວເຖິງສະພາບຂອງຄົນຕາຍ. ຕໍ່ກັບເລື່ອງນີ້ພະອົງໄດ້ກ່າວເຖິງລາຊະໂລ ຊາຍຄົນໜຶ່ງທີ່ພະອົງຮູ້ຈັກດີແລະໄດ້ເສຍຊີວິດ. ພະອົງບອກພວກສາວົກວ່າ “ລາຊະໂລສ່ຽວຂອງເຮົາທັງຫຼາຍກໍໄດ້ຫຼັບຢູ່.” ພວກສາວົກພາກັນຄິດວ່າພະເຍຊູໝາຍຄວາມວ່າລາຊະໂລພວມນອນຫຼັບພັກຜ່ອນຢູ່ເພື່ອອາການຈະດີຂຶ້ນ. ແຕ່ພະເຍຊູບໍ່ໄດ້ໝາຍຄວາມວ່າແນວນັ້ນ. ພະເຍຊູຈຶ່ງໄດ້ບອກກົງໆວ່າ “ລາຊະໂລໄດ້ຕາຍແລ້ວ.” (ໂຢຮັນ 11:11-14) ຂໍໃຫ້ສັງເກດວ່າພະເຍຊູປຽບທຽບຄວາມຕາຍຄືກັບນອນພັກຜ່ອນ. ລາຊະໂລບໍ່ໄດ້ຢູ່ໃນສະຫວັນ ຫຼືຢູ່ໃນນາລົກທີ່ມີໄຟລຸກໄໝ້. ລາວບໍ່ໄດ້ໄປພົບກັບເທວະດາຫຼືປູ່ຍ່າຕານາຍ. ລາຊະໂລບໍ່ໄດ້ກັບມາເກີດເປັນມະນຸດອີກ. ລາວພັກຜ່ອນຢູ່ໃນຄວາມຕາຍເຊິ່ງຄືກັບນອນຫຼັບສະໜິດໂດຍທີ່ບໍ່ໄດ້ຝັນເລີຍ. ຂໍ້ພະຄຳພີອື່ນໆຍັງປຽບທຽບຄວາມຕາຍຄືກັບການນອນຫຼັບ. ຕົວຢ່າງເຊັ່ນ ເມື່ອເອຕຽນຜູ້ເປັນສາວົກຖືກຄວ່າງກ້ອນຫີນໃສ່ຈົນຕາຍ ຄຳພີໄບເບິນບອກວ່າລາວ “ໄດ້ຫຼັບໄປ.” (ກິດຈະການ 7:60) ຄ້າຍກັນ ອັກຄະສາວົກໂປໂລໄດ້ຂຽນກ່ຽວກັບບາງຄົນໃນສະໄໝຂອງລາວເຊິ່ງ “ລ່ວງລັບໄປແລ້ວ” ໃນຄວາມຕາຍ.—1 ໂກລິນໂທ 15:6.

ພະເຢໂຫວາສ້າງມະນຸດເພື່ອໃຫ້ມີຊີວິດຕະຫຼອດໄປເທິງແຜ່ນດິນໂລກ

8. ເຮົາຮູ້ໄດ້ແນວໃດວ່າພະເຈົ້າບໍ່ຢາກໃຫ້ຄົນເຮົາຕາຍ?

8 ໃຈປະສົງດັ້ງເດີມຂອງພະເຈົ້າແມ່ນຢາກໃຫ້ມະນຸດຕາຍບໍ? ບໍ່ແມ່ນ! ພະເຢໂຫວາສ້າງມະນຸດເພື່ອໃຫ້ມີຊີວິດຢູ່ເທິງແຜ່ນດິນໂລກຕະຫຼອດໄປ. ດັ່ງທີ່ເຮົາໄດ້ຮຽນໃນບົດຕົ້ນໆໃນປຶ້ມນີ້ ພະເຈົ້າຈັດຕຽມໃຫ້ມະນຸດຄູ່ທຳອິດຢູ່ໃນອຸທິຍານທີ່ເຮັດໃຫ້ເພີດເພີນໃຈ. ພະອົງສ້າງເຂົາເຈົ້າໃຫ້ມີສຸຂະພາບສົມບູນແບບ. ພະເຢໂຫວາຢາກໃຫ້ເຂົາເຈົ້າໄດ້ຮັບແຕ່ສິ່ງດີໆ. ມີພໍ່ແມ່ທີ່ມີຄວາມຮັກຜູ້ໃດຢາກໃຫ້ລູກຂອງຕົນທໍລະມານຍ້ອນຄວາມເຖົ້າແກ່ແລະໃນທີ່ສຸດກໍຕາຍໄປບໍ? ບໍ່ມີ! ພະເຢໂຫວາຮັກພວກລູກຂອງພະອົງແລະຢາກໃຫ້ເຂົາເຈົ້າມີຄວາມສຸກທີ່ບໍ່ຈົບສິ້ນຢູ່ເທິງແຜ່ນດິນໂລກ. ຄຳພີໄບເບິນກ່າວເຖິງມະນຸດວ່າ “[ພະເຢໂຫວາ] ໄດ້ໃສ່ເວລາທີ່ບໍ່ມີກຳນົດໄວ້ໃນໃຈຂອງພວກເຂົາ.” (ຜູ້ເທສະໜາປ່າວປະກາດ 3:11, ລ.ມ.) ພະເຈົ້າສ້າງເຮົາພ້ອມກັບຄວາມປາຖະໜາທີ່ຈະມີຊີວິດຢູ່ຕະຫຼອດໄປ. ແລະພະອົງໄດ້ຕຽມການໄວ້ເພື່ອໃຫ້ເຮົາສົມຫວັງ.

ສາເຫດທີ່ມະນຸດຕາຍ

9. ພະເຢໂຫວາສັ່ງຫ້າມອາດາມໃນເລື່ອງໃດ ແລະເປັນຫຍັງການເຊື່ອຟັງຂໍ້ຄຳສັ່ງນີ້ຈຶ່ງບໍ່ຍາກ?

9 ຄັນຊັ້ນເປັນຫຍັງມະນຸດຈຶ່ງຕາຍ? ເພື່ອຈະຮູ້ຄຳຕອບ ເຮົາຕ້ອງຄົ້ນຄວ້າເລື່ອງທີ່ເກີດຂຶ້ນຢູ່ເທິງແຜ່ນດິນໂລກຕອນທີ່ມີແຕ່ຊາຍແລະຍິງຄູ່ດຽວເທົ່ານັ້ນ. ຄຳພີໄບເບິນອະທິບາຍວ່າ “ຜົນລະໄມ້ທຸກຢ່າງທີ່ຊອບຕາແລະໃຊ້ເປັນອາຫານກິນ ພະເຢໂຫວາພະເຈົ້າໄດ້ກະທຳໃຫ້ງອກປົ່ງຂຶ້ນຈາກດິນ.” (ຕົ້ນເດີມ 2:9) ແຕ່ກໍມີຂໍ້ຫ້າມຢູ່ຂໍ້ໜຶ່ງ. ພະເຢໂຫວາສັ່ງອາດາມວ່າ “ໝາກໄມ້ທຸກຢ່າງໃນສວນນີ້ເຈົ້າກິນໄດ້. ແຕ່ວ່າແຕ່ຕົ້ນໄມ້ແຫ່ງຄວາມຮູ້ການດີແລະຊົ່ວ ເຈົ້າຢ່າຊູ່ກິນ ເຫດວ່າໃນວັນໃດເຈົ້າຫາກກິນແຕ່ໝາກນັ້ນ ເຈົ້າຈະຕາຍໄປເປັນແທ້.” (ຕົ້ນເດີມ 2:16, 17) ການເຊື່ອຟັງຄຳສັ່ງນີ້ກໍບໍ່ຍາກ. ມີໝາກໄມ້ອື່ນໆຈາກຫຼາຍຕົ້ນທີ່ອາດາມແລະເອວາສາມາດກິນໄດ້ ແຕ່ຕອນນີ້ເປັນໂອກາດພິເສດທີ່ຈະສະແດງຄວາມຮູ້ຄຸນຄ່າຕໍ່ພະເຈົ້າຜູ້ທີ່ໃຫ້ທຸກສິ່ງແກ່ເຂົາເຈົ້າ ເຊິ່ງລວມເຖິງຊີວິດທີ່ສົມບູນແບບ. ການເຊື່ອຟັງຄຳສັ່ງນີ້ຈະສະແດງອີກວ່າເຂົາເຈົ້ານັບຖືສິດຂອງຜູ້ເປັນພໍ່ທີ່ຢູ່ທາງພາກສະຫວັນແລະຕ້ອງການການຊີ້ນຳດ້ວຍຄວາມຮັກຈາກພະອົງ.

10, 11. (ກ) ມະນຸດຄູ່ທຳອິດບໍ່ໄດ້ເຊື່ອຟັງພະເຈົ້າໂດຍວິທີໃດ? (ຂ) ເປັນຫຍັງການບໍ່ເຊື່ອຟັງຂອງອາດາມແລະເອວາຈຶ່ງເປັນເລື່ອງຮ້າຍແຮງ?

10 ເປັນຕາເສຍໃຈ ມະນຸດຄູ່ທຳອິດເລືອກທີ່ຈະບໍ່ເຊື່ອຟັງພະເຢໂຫວາ. ໂດຍເວົ້າຜ່ານທາງງູ ຊາຕານຖາມເອວາວ່າ “ຈິງຫຼືພະເຈົ້າໄດ້ບອກຫ້າມວ່າພວກເຈົ້າຢ່າຊູ່ກິນໝາກໄມ້ທຸກຢ່າງໃນສວນນີ້ຫຼື?” ເອວາຕອບວ່າ “ໝາກໄມ້ທັງປວງທີ່ຢູ່ໃນສວນນີ້ພວກເຮົາພາກັນກິນໄດ້. ແຕ່ວ່າໝາກຜົນລະໄມ້ນັ້ນທີ່ຢູ່ກາງສວນ ພະເຈົ້າໄດ້ຫ້າມວ່າ ‘ຢ່າກິນແລະຢ່າບາຍ ຢ້ານວ່າພວກເຈົ້າຈະຕາຍໄປ.’”—ຕົ້ນເດີມ 3:1-3.

11 ຊາຕານບອກວ່າ “ພວກເຈົ້າຈະບໍ່ຕາຍດອກ ເພາະວ່າພະເຈົ້າຮູ້ຢູ່ວ່າພວກເຈົ້າຫາກກິນໝາກໄມ້ນັ້ນໃນວັນໃດ ຕາຂອງພວກເຈົ້າຈະມືນແຈ້ງຂຶ້ນໃນວັນນັ້ນ ແລະພວກເຈົ້າຈະເປັນເໝືອນພະເຈົ້າ ຮູ້ຈັກການດີແລະຊົ່ວ.” (ຕົ້ນເດີມ 3:4, 5) ຊາຕານຕ້ອງການໃຫ້ເອວາເຊື່ອວ່າຕົນຈະໄດ້ປະໂຫຍດຖ້າກິນໝາກໄມ້ທີ່ຫ້າມນັ້ນ. ຊາຕານບອກວ່າ ເອວາມີສິດທີ່ຈະຕັດສິນໃຈເອົາເອງໃນສິ່ງທີ່ຖືກແລະຜິດ ເອວາຈະເຮັດອັນໃດກໍໄດ້ທີ່ຕົນຕ້ອງການ. ຊາຕານຍັງບອກວ່າພະເຢໂຫວາຕົວະເລື່ອງຜົນທີ່ຈະໄດ້ຮັບຈາກການກິນໝາກໄມ້ນັ້ນ. ເອວາເຊື່ອຊາຕານ. ດັ່ງນັ້ນ ເອວາຈຶ່ງປິດເອົາໝາກໄມ້ນັ້ນມາກິນ. ຈາກນັ້ນກໍຍື່ນໃຫ້ຜົວກິນນຳ. ບໍ່ແມ່ນວ່າເຂົາເຈົ້າໄດ້ເຮັດຍ້ອນບໍ່ຮູ້ ແຕ່ເຂົາເຈົ້າຮູ້ວ່າຕົນເອງພວມເຮັດໃນສິ່ງທີ່ພະເຈົ້າສັ່ງວ່າຢ່າເຮັດເດັດຂາດ. ໂດຍການກິນໝາກໄມ້ນັ້ນ ທັງສອງເຈຕະນາທີ່ຈະບໍ່ເຊື່ອຟັງຄຳສັ່ງທີ່ທັງງ່າຍດາຍແລະມີເຫດຜົນ. ເຂົາເຈົ້າໄດ້ໝິ່ນປະໝາດພໍ່ຜູ້ຢູ່ທາງພາກສະຫວັນແລະດູຖູກສິດຂອງພະອົງ. ການຂາດຄວາມນັບຖືແບບນັ້ນຕໍ່ຜູ້ສ້າງທີ່ປ່ຽມລົ້ນດ້ວຍຄວາມຮັກເຮັດໃຫ້ເຂົາເຈົ້າບໍ່ມີຂໍ້ແກ້ຕົວໄດ້ເລີຍ!

12. ອັນໃດອາດຊ່ວຍເຮົາໃຫ້ເຂົ້າໃຈຄວາມຮູ້ສຶກຂອງພະເຢໂຫວາເມື່ອອາດາມແລະເອວາໄດ້ເລືອກເອົາແນວທາງທີ່ຂັດຂືນພະອົງ?

12 ເພື່ອເປັນຕົວຢ່າງ ຖ້າລູກສາວຫຼືລູກຊາຍທີ່ເຈົ້າລ້ຽງແລະເບິ່ງແຍງກາຍເປັນຄົນທີ່ບໍ່ເຊື່ອຟັງເຈົ້າແລະທັງບໍ່ນັບຖືແລະບໍ່ມີຄວາມຮັກຕໍ່ເຈົ້າເລີຍ ເຈົ້າຈະຮູ້ສຶກແນວໃດ? ການກະທຳແບບນັ້ນຄົງຈະເຮັດໃຫ້ເຈົ້າເຈັບປວດໃຈຫຼາຍ. ລອງນຶກພາບເບິ່ງວ່າ ເມື່ອທັງອາດາມແລະເອວາເລືອກເອົາແນວທາງທີ່ຂັດຂືນພະເຢໂຫວາ ພະອົງຄົງເຈັບປວດໃຈຫຼາຍສໍ່າໃດ.

ອາດາມມາຈາກຂີ້ຝຸ່ນດິນ ແລະກໍກັບໄປເປັນຂີ້ຝຸ່ນດິນອີກ

13. ພະເຢໂຫວາບອກວ່າຈະເກີດຫຍັງຂຶ້ນເມື່ອອາດາມຕາຍ ແລະນີ້ໝາຍຄວາມວ່າແນວໃດ?

13 ບໍ່ມີເຫດຜົນທີ່ພະເຢໂຫວາຕ້ອງຄໍ້າຈູນອາດາມແລະເອວາຜູ້ທີ່ບໍ່ເຊື່ອຟັງໃຫ້ມີຊີວິດຢູ່ຕະຫຼອດໄປ. ທັງສອງຕາຍດັ່ງທີ່ພະອົງບອກໄວ້ແລ້ວ. ອາດາມແລະເອວາບໍ່ມີຊີວິດອີກຕໍ່ໄປ. ທັງສອງບໍ່ໄດ້ໄປຢູ່ໃນໂລກວິນຍານ. ເຮົາຮູ້ເລື່ອງນີ້ຈາກຖ້ອຍຄຳທີ່ພະເຢໂຫວາບອກອາດາມຫຼັງຈາກທີ່ໄດ້ເອີ້ນລາວມາອະທິບາຍໃນເລື່ອງການບໍ່ເຊື່ອຟັງນັ້ນ. ພະເຈົ້າບອກວ່າ “ເຈົ້າຈະຫຼົບໄປໃນດິນອີກ ເພາະວ່າເຈົ້າໄດ້ອອກມາຈາກດິນ ເພາະວ່າເຈົ້າເປັນຂີ້ຝຸ່ນ ແລະເຈົ້າຈະຫຼົບໄປໃນຂີ້ຝຸ່ນອີກ.” (ຕົ້ນເດີມ 3:19) ພະເຈົ້າໄດ້ສ້າງອາດາມຈາກຂີ້ຝຸ່ນດິນ. (ຕົ້ນເດີມ 2:7) ກ່ອນໜ້ານັ້ນ ອາດາມບໍ່ໄດ້ມີຊີວິດຢູ່. ດັ່ງນັ້ນ ເມື່ອພະເຢໂຫວາບອກວ່າອາດາມຈະກັບໄປເປັນຂີ້ຝຸ່ນດິນ ພະອົງໝາຍຄວາມວ່າອາດາມຈະກັບໄປຢູ່ໃນສະພາບທີ່ບໍ່ມີຊີວິດ. ອາດາມຈະຢູ່ໃນສະພາບທີ່ບໍ່ມີຊີວິດຄືກັນກັບຂີ້ຝຸ່ນທີ່ພະເຈົ້າໃຊ້ໃນການສ້າງລາວ.

14. ເປັນຫຍັງຄົນເຮົາຈຶ່ງຕາຍ?

14 ອາດາມແລະເອວາຄົງຈະມີຊີວິດຢູ່ຈົນຮອດທຸກມື້ນີ້ ແຕ່ເຂົາເຈົ້າຕ້ອງຕາຍກໍຍ້ອນເລືອກທີ່ຈະບໍ່ເຊື່ອຟັງພະເຈົ້າ ແລະດ້ວຍເຫດນີ້ເຂົາເຈົ້າຈຶ່ງເຮັດບາບ. ເຫດຜົນທີ່ພວກເຮົາຕ້ອງຕາຍກໍຍ້ອນວ່າອາດາມໄດ້ຖ່າຍທອດສະພາບທີ່ຜິດບາບພ້ອມທັງຄວາມຕາຍມາໃຫ້ລູກຫຼານໝົດທຸກຄົນ. (ໂລມ 5:12) ບາບນີ້ຄືກັບເຊື້ອພະຍາດທີ່ຮ້າຍແຮງເຊິ່ງມີການຖ່າຍທອດໃຫ້ຕໍ່ໆກັນ ແລະບໍ່ມີໃຜສາມາດຫຼີກໜີໄດ້. ຄວາມຕາຍເຊິ່ງກໍຄືຜົນຂອງບາບນັ້ນ ເປັນຄວາມເສຍຫາຍອັນໃຫຍ່ຫຼວງ. ຄວາມຕາຍເປັນສັດຕູ ບໍ່ແມ່ນມິດ. (1 ໂກລິນໂທ 15:26) ເຮົາຮູ້ສຶກຂອບໃຈເປັນຢ່າງຍິ່ງທີ່ພະເຢໂຫວາໄດ້ຈັດຕຽມຄ່າໄຖ່ເພື່ອຊ່ວຍເຮົາໃຫ້ພົ້ນຈາກສັດຕູທີ່ຮ້າຍກາດນີ້!

ການຮູ້ຈັກຄວາມຈິງໃນເລື່ອງ ຄວາມຕາຍແມ່ນເປັນປະໂຫຍດ

15. ເປັນຫຍັງການຮູ້ຈັກຄວາມຈິງໃນເລື່ອງຄວາມຕາຍຈຶ່ງເປັນການປອບໂຍນ?

15 ສິ່ງທີ່ຄຳພີໄບເບິນສອນກ່ຽວກັບສະພາບຂອງຄົນຕາຍແມ່ນເປັນການປອບໂຍນແທ້ໆ. ດັ່ງທີ່ເຮົາໄດ້ເຫັນແລ້ວ ຄົນຕາຍບໍ່ໄດ້ທຸກທໍລະມານຫຼືເຈັບປວດໃຈ. ດັ່ງນັ້ນຈຶ່ງບໍ່ມີເຫດຜົນທີ່ຈະຢ້ານຄົນຕາຍ ເນື່ອງຈາກເຂົາເຈົ້າທຳຮ້າຍເຮົາບໍ່ໄດ້. ເຂົາເຈົ້າບໍ່ຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອຈາກເຮົາ ແລະເຂົາເຈົ້າກໍບໍ່ສາມາດຊ່ວຍເຮົາໄດ້. ເຮົາເວົ້າກັບເຂົາເຈົ້າບໍ່ໄດ້ ແລະເຂົາເຈົ້າກໍເວົ້າກັບເຮົາບໍ່ໄດ້. ພວກຫົວໜ້າສາສະໜາຫຼາຍຄົນອ້າງແບບຜິດໆວ່າຕົນເອງສາມາດຊ່ວຍຄົນທີ່ຕາຍແລ້ວໄດ້ ແລະຜູ້ທີ່ເຊື່ອກໍເອົາເງິນໃຫ້ເຂົາເຈົ້າ. ແຕ່ການຮູ້ຈັກຄວາມຈິງກ່ຽວກັບຄວາມຕາຍຊ່ວຍປ້ອງກັນເຮົາບໍ່ໃຫ້ຖືກຄົນທີ່ສອນເລື່ອງຕົວະແບບນັ້ນຫຼອກລວງ.

16. ຄຳສອນຂອງຫຼາຍສາສະໜາຢູ່ໃຕ້ອຳນາດຊັກຈູງຂອງໃຜ ແລະໂດຍວິທີໃດ?

16 ສາສະໜາສ່ວນຫຼາຍເຫັນດີກັບສິ່ງທີ່ຄຳພີໄບເບິນສອນກ່ຽວກັບຄົນຕາຍບໍ? ສ່ວນຫຼາຍບໍ່ເຫັນດີນຳ. ຍ້ອນຫຍັງ? ຍ້ອນການສອນຂອງເຂົາເຈົ້າຢູ່ໃຕ້ອຳນາດຊັກຈູງຂອງຊາຕານ. ມັນໃຊ້ສາສະໜາປອມສອນຄົນໃຫ້ເຊື່ອວ່າຫຼັງຈາກທີ່ຮ່າງກາຍຕາຍໄປແລ້ວ ເຮົາຈະມີຊີວິດຢູ່ຕໍ່ໄປໃນໂລກວິນຍານ. ນີ້ເປັນເລື່ອງຕົວະທີ່ຊາຕານເອົາມາປົນກັບຄຳຕົວະອື່ນໆເພື່ອເຮັດໃຫ້ຜູ້ຄົນຫັນໜີຈາກພະເຢໂຫວາ. ເປັນແນວນັ້ນໄດ້ຈັ່ງໃດ?

17. ເປັນຫຍັງຄຳສອນເລື່ອງການທໍລະມານຕະຫຼອດໄປຈຶ່ງເຮັດໃຫ້ພະເຢໂຫວາເສື່ອມເສຍກຽດ?

17 ດັ່ງທີ່ໄດ້ກ່າວໃນຕອນຕົ້ນ ບາງສາສະໜາສອນວ່າຖ້າໃຜເປັນຄົນບໍ່ດີ ເມື່ອຕາຍໄປແລ້ວຜູ້ນັ້ນຈະຮັບທຸກຕະຫຼອດໄປໃນບ່ອນທີ່ມີໄຟລຸກໄໝ້. ຄຳສອນນີ້ເຮັດໃຫ້ພະເຈົ້າເສື່ອມເສຍກຽດ. ພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກ ແລະພະອົງຈະບໍ່ທໍລະມານຜູ້ຄົນໃນແບບດັ່ງກ່າວ. (1 ໂຢຮັນ 4:8) ເຈົ້າຈະຮູ້ສຶກແນວໃດຕໍ່ກັບຜູ້ທີ່ລົງໂທດລູກທີ່ບໍ່ເຊື່ອຟັງໂດຍຈັບມືທັງສອງຂ້າງຂອງລູກລົນໄຟ? ເຈົ້າຈະນັບຖືຄົນແບບນັ້ນບໍ? ທີ່ຈິງແລ້ວ ເຈົ້າຢາກຈະຮູ້ຈັກລາວບໍ? ບໍ່ຢາກຮູ້ຈັກໜ້ອຍ! ເຈົ້າຄົງຈະຄິດວ່າລາວໂຫດຫ້ຽມໂພດ. ເຖິງແນວໃດກໍຕາມ ຊາຕານຢາກໃຫ້ເຮົາເຊື່ອວ່າພະເຢໂຫວາທໍລະມານຄົນຕະຫຼອດໄປໃນໄຟ!

18. ການນະມັດສະການຄົນຕາຍດັ່ງບາງສາສະໜາສອນມາຈາກຄຳຕົວະອັນໃດ?

18 ນອກຈາກນີ້ ຊາຕານຍັງໃຊ້ບາງສາສະໜາໃຫ້ສອນວ່າເມື່ອຄົນເຮົາຕາຍ ວິນຍານຈະອອກຈາກຮ່າງກາຍແລະຄົນທີ່ມີຊີວິດຢູ່ຕ້ອງເຄົາລົບແລະໃຫ້ກຽດວິນຍານນັ້ນ. ຕາມຄຳສອນນີ້ ວິນຍານຂອງຄົນຕາຍອາດກາຍເປັນເພື່ອນທີ່ມີລິດເດດຫຼືເປັນສັດຕູທີ່ໜ້າຢ້ານກົວກໍໄດ້. ຫຼາຍຄົນເຊື່ອຄຳຕົວະນີ້. ເຂົາເຈົ້າຢ້ານຄົນຕາຍ ແລະດັ່ງນັ້ນຈຶ່ງເຄົາລົບແລະນະມັດສະການຄົນຕາຍ. ກົງກັນຂ້າມ ຄຳພີໄບເບິນສອນວ່າຄົນຕາຍຄືກັບຄົນທີ່ພວມນອນຫຼັບຢູ່ ແລະເຮົາຄວນນະມັດສະການພະເຢໂຫວາພະເຈົ້າທ່ຽງແທ້ແຕ່ອົງດຽວເທົ່ານັ້ນເຊິ່ງເປັນຜູ້ສ້າງແລະຈັດຕຽມສິ່ງຕ່າງໆໃຫ້ເຮົາ.—ຄຳປາກົດ 4:11.

19. ການຮູ້ຈັກຄວາມຈິງກ່ຽວກັບຄວາມຕາຍຊ່ວຍໃຫ້ເຂົ້າໃຈຄຳສອນອັນໃດອີກໃນຄຳພີໄບເບິນ?

19 ການຮູ້ຈັກຄວາມຈິງກ່ຽວກັບຄົນຕາຍຊ່ວຍປ້ອງກັນເຈົ້າບໍ່ໃຫ້ຖືກຕົວະຈາກສາສະໜາທີ່ຊັກຈູງໃຫ້ຫຼົງຜິດ. ການຮູ້ຈັກຄວາມຈິງນີ້ຍັງຊ່ວຍເຈົ້າໃຫ້ເຂົ້າໃຈຄຳສອນອື່ນໆໃນຄຳພີໄບເບິນ. ຕົວຢ່າງເຊັ່ນ ຖ້າເຈົ້າຮູ້ແລ້ວວ່າເມື່ອຕາຍຄົນເຮົາບໍ່ໄດ້ໄປຢູ່ໂລກວິນຍານ ຄຳສັນຍາເລື່ອງຊີວິດຕະຫຼອດໄປໃນອຸທິຍານຢູ່ເທິງແຜ່ນດິນໂລກຍ່ອມມີຄວາມໝາຍແທ້ໆຕໍ່ເຈົ້າ.

20. ເຮົາຈະພິຈາລະນາຄຳຖາມອັນໃດໃນບົດຕໍ່ໄປ?

20 ດົນນານມາແລ້ວ ໂຢບຊາຍຜູ້ຊອບທຳໄດ້ຍົກຄຳຖາມນີ້ຂຶ້ນມາຖາມວ່າ “ຖ້າຄົນຜູ້ໜຶ່ງຕາຍເພິ່ນຈະຄືນມາອີກຫຼື?” (ໂຢບ 14:14) ຄົນທີ່ເສຍຊີວິດເຊິ່ງນອນຫຼັບຢູ່ໃນຄວາມຕາຍຈະກັບມາມີຊີວິດອີກໄດ້ບໍ? ດັ່ງທີ່ບົດຕໍ່ໄປຈະບອກໃຫ້ຮູ້ ສິ່ງທີ່ຄຳພີໄບເບິນສອນໃນເລື່ອງນີ້ໃຫ້ການປອບໂຍນຫຼາຍ.

^ ຂໍ້ 5 ສຳລັບຄຳຖາມທີ່ວ່າຄົນເຮົາມີສ່ວນໃດເປັນອະມະຕະຫຼືບໍ່ ຂໍໃຫ້ເບິ່ງພາກຜະໜວກໜ້າ 208-211.