ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີເຈັດ

ຄວາມຫວັງແທ້ສຳລັບຄົນທີ່ເຮົາຮັກເຊິ່ງເສຍຊີວິດໄປແລ້ວ

ຄວາມຫວັງແທ້ສຳລັບຄົນທີ່ເຮົາຮັກເຊິ່ງເສຍຊີວິດໄປແລ້ວ
  • ເຮົາຮູ້ໄດ້ແນວໃດວ່າການຄືນມາຈາກຕາຍຈະເກີດຂຶ້ນແທ້ໆ?

  • ພະເຢໂຫວາຮູ້ສຶກແນວໃດໃນການປຸກຄົນຕາຍໃຫ້ຄືນມາ?

  • ໃຜຈະຖືກປຸກໃຫ້ຄືນມາຈາກຕາຍ?

1-3. ສັດຕູໃດທີ່ໄລ່ຕິດຕາມເຮົາໝົດທຸກຄົນ ແລະເປັນຫຍັງການຄິດເຖິງສິ່ງທີ່ຄຳພີໄບເບິນສອນຈະເຮັດໃຫ້ຮູ້ສຶກໂລ່ງໃຈຂຶ້ນແດ່?

ຂໍໃຫ້ນຶກພາບວ່າເຈົ້າພວມແລ່ນໜີຈາກສັດຕູໂຕໂຫດຮ້າຍ. ສັດຕູໂຕນີ້ແຂງແຮງແລະວ່ອງໄວກວ່າເຈົ້າຫຼາຍ. ເຈົ້າຮູ້ວ່າສັດຕູໂຕນີ້ບໍ່ມີຄວາມເມດຕາເພາະເຈົ້າເຫັນມັນຂ້າຫມູ່ເຈົ້າບາງຄົນ. ບໍ່ວ່າເຈົ້າຈະພະຍາຍາມຈົນສຸດກຳລັງເພື່ອແລ່ນໜີໄກຈາກມັນ ແຕ່ມັນພັດທັນເຈົ້າ. ເບິ່ງຄືວ່າບໍ່ມີຄວາມຫວັງຈະໜີພົ້ນໄດ້. ແຕ່ທັນທີທັນໃດກໍມີຜູ້ຊ່ວຍປາກົດຕົວຢູ່ທາງຂ້າງເຈົ້າ. ຜູ້ຊ່ວຍນີ້ມີກຳລັງຫຼາຍກວ່າສັດຕູນັ້ນ ແລະລາວສັນຍາວ່າຈະຊ່ວຍເຈົ້າ. ຈັ່ງແມ່ນເຮັດໃຫ້ເຈົ້າຮູ້ສຶກໂລ່ງອົກໂລ່ງໃຈ!

2 ໃນທຳນອງດຽວກັນ ເຈົ້າພວມ ຖືກສັດຕູແບບນັ້ນໄລ່ຕິດຕາມ. ເຮົາທຸກຄົນພວມຖືກໄລ່ຕິດຕາມ. ດັ່ງທີ່ເຮົາໄດ້ຮຽນໃນບົດກ່ອນ ຄຳພີໄບເບິນເອີ້ນຄວາມຕາຍວ່າເປັນສັດຕູ. ບໍ່ມີໃຜຈັກຄົນໃນພວກເຮົາໜີພົ້ນສັດຕູໂຕນີ້ໄດ້. ພວກເຮົາສ່ວນຫຼາຍເຄີຍເຫັນສັດຕູໂຕນີ້ພາກເອົາຊີວິດຂອງຄົນທີ່ເຮົາຮັກ. ແນວໃດກໍຕາມ ພະເຢໂຫວາມີລິດເດດເໜືອຄວາມຕາຍ. ພະອົງປ່ຽມລົ້ນດ້ວຍຄວາມຮັກເຊິ່ງເປັນຜູ້ຊ່ວຍຊີວິດທີ່ໄດ້ສະແດງໃຫ້ເຫັນແລ້ວວ່າສາມາດເອົາຊະນະສັດຕູໂຕນີ້ໄດ້. ແລະພະອົງສັນຍາວ່າຈະທຳລາຍສັດຕູໂຕນີ້ໃຫ້ດັບສູນໄປ ເຊິ່ງກໍຄືຄວາມຕາຍ. ຄຳພີໄບເບິນສອນວ່າ “ສັດຕູອັນທີ່ສຸດທີ່ . . . ຈະໃຫ້ສູນເສຍນັ້ນເປັນຄວາມຕາຍ.” (1 ໂກລິນໂທ 15:26) ນັ້ນເປັນຂ່າວດີແທ້ໆ!

3 ຕອນນີ້ຂໍໃຫ້ພິຈາລະນາສັ້ນໆວ່າເຮົາຮູ້ສຶກແນວໃດເມື່ອຄົນທີ່ເຮົາຮັກເສຍຊີວິດໄປ. ການຄົ້ນຄິດເລື່ອງນີ້ຈະຊ່ວຍເຮົາໃຫ້ເຂົ້າໃຈຄຳສັນຍາທີ່ຈະເຮັດໃຫ້ມີຄວາມສຸກ. ພະເຢໂຫວາສັນຍາວ່າຄົນຕາຍຈະມີຊີວິດອີກຄັ້ງ. (ເອຊາອີ 26:19) ເຂົາເຈົ້າຈະກັບຄືນມາມີຊີວິດອີກ. ນີ້ເປັນຄວາມຫວັງເລື່ອງການຄືນມາຈາກຕາຍ.

ເມື່ອຄົນທີ່ເຮົາຮັກເສຍຊີວິດ

4. (ກ) ຄວາມຮູ້ສຶກທີ່ພະເຍຊູມີຕໍ່ການຕາຍຂອງຄົນທີ່ຮັກສອນຫຍັງເຮົາກ່ຽວກັບຄວາມຮູ້ສຶກຂອງພະເຢໂຫວາ? (ຂ) ພະເຍຊູໄດ້ມາເປັນຫມູ່ສະໜິດກັບໃຜແດ່?

4 ມີຜູ້ໜຶ່ງທີ່ເຈົ້າຮັກໄດ້ເສຍຊີວິດໄປແລ້ວບໍ? ຄວາມເຈັບປວດໃຈ ຄວາມໂສກເສົ້າ ແລະຄວາມຮູ້ສຶກສິ້ນຫວັງເບິ່ງຄືວ່າເກີນກວ່າຈະທົນຮັບໄດ້. ໃນເວລາເຊັ່ນນັ້ນ ເພື່ອຈະໄດ້ການປອບໂຍນໃຈເຮົາຕ້ອງຄົ້ນເບິ່ງພະຄຳຂອງພະເຈົ້າ. (2 ໂກລິນໂທ 1:3, 4) ຄຳພີໄບເບິນຊ່ວຍໃຫ້ເຮົາເຂົ້າໃຈຄວາມຮູ້ສຶກຂອງພະເຢໂຫວາແລະພະເຍຊູທີ່ມີຕໍ່ຄວາມຕາຍ. ພະເຍຊູຜູ້ທີ່ສະທ້ອນຄວາມຮູ້ສຶກຂອງພໍ່ໄດ້ຢ່າງສົມບູນແບບຮູ້ເຖິງຄວາມເຈັບປວດທີ່ເກີດຈາກການສູນເສຍຄົນທີ່ເຮົາຮັກເນື່ອງຈາກຄວາມຕາຍ. (ໂຢຮັນ 14:9) ເມື່ອໄປເມືອງເຢຣຶຊາເລມ ພະເຍຊູມັກໄປຢາມລາຊະໂລກັບເອື້ອຍທັງສອງຊື່ວ່າມາລີແລະມາທາ ເຊິ່ງຢູ່ເມືອງເບທະນີທີ່ໃກ້ໆຫັ້ນ. ເຂົາເຈົ້າໄດ້ກາຍເປັນຫມູ່ສະໜິດຂອງພະອົງ. ຄຳພີໄບເບິນກ່າວວ່າ “ພະເຍຊູໄດ້ຮັກນາງມາທາກັບນ້ອງສາວແລະທ່ານລາຊະໂລ.” (ໂຢຮັນ 11:5) ແຕ່ດັ່ງທີ່ເຮົາໄດ້ຮຽນໃນບົດກ່ອນ ລາຊະໂລເສຍຊີວິດ.

5, 6. (ກ) ພະເຍຊູເປັນແນວໃດເມື່ອຢູ່ກັບຄອບຄົວແລະຫມູ່ເພື່ອນຂອງລາຊະໂລທີ່ພວມໂສກເສົ້າ? (ຂ) ເປັນຫຍັງຄວາມໂສກເສົ້າຂອງພະເຍຊູຈຶ່ງເຮັດໃຫ້ເຮົາມີກຳລັງໃຈ?

5 ພະເຍຊູຮູ້ສຶກແນວໃດເມື່ອຫມູ່ພະອົງເສຍຊີວິດ? ບັນທຶກບອກວ່າ ພະເຍຊູໄປຫາຍາຕິພີ່ນ້ອງແລະຫມູ່ເພື່ອນຂອງລາຊະໂລໃນຂະນະທີ່ເຂົາເຈົ້າໂສກເສົ້າຕໍ່ການສູນເສຍນັ້ນ. ເມື່ອເຫັນເຂົາເຈົ້າ ພະເຍຊູສະເທືອນໃຈຫຼາຍ. ພະອົງ “ໄດ້ສັ່ນໃນຈິດວິນຍານແຫ່ງຕົນ [“ສະເທືອນໃຈ,” ລ.ມ.] ແລະວຸ່ນວາຍໄປ.” ບັນທຶກນັ້ນບອກຕໍ່ໄປວ່າ “ພະເຍຊູໄດ້ຮ້ອງໄຫ້ນໍ້າຕາໄຫຼອອກ.” (ໂຢຮັນ 11:33, 35) ການທີ່ພະເຍຊູໂສກເສົ້າໝາຍຄວາມວ່າພະອົງບໍ່ມີຄວາມຫວັງຫຍັງບໍ? ບໍ່ແມ່ນ. ທີ່ຈິງພະເຍຊູຮູ້ວ່າກຳລັງຈະມີສິ່ງອັດສະຈັນເກີດຂຶ້ນ. (ໂຢຮັນ 11:3, 4) ເຖິງປານນັ້ນ ພະອົງຍັງຮູ້ສຶກເຈັບປວດໃຈແລະໂສກເສົ້າຍ້ອນຄວາມຕາຍ.

6 ໃນແງ່ໜຶ່ງ ຄວາມໂສກເສົ້າຂອງພະເຍຊູເຮັດໃຫ້ເຮົາມີກຳລັງໃຈ. ເລື່ອງນີ້ສອນວ່າທັງພະເຍຊູແລະພະເຢໂຫວາຜູ້ເປັນພໍ່ກຽດຊັງຄວາມຕາຍ. ຊໍ້າບໍ່ຫນຳພະເຢໂຫວາພະເຈົ້າພັດສາມາດຕໍ່ສູ້ແລະເອົາຊະນະສັດຕູໂຕນີ້ໄດ້! ຂໍໃຫ້ເຮົາມາເບິ່ງວ່າພະເຈົ້າຊ່ວຍພະເຍຊູໃຫ້ເຮັດອັນໃດ.

“ລາຊະໂລເອີຍ ຈົ່ງອອກມາທາງນອກເຖີ້ນ”

7, 8. ເປັນຫຍັງກໍລະນີຂອງລາຊະໂລຈຶ່ງອາດເບິ່ງຄືວ່າໝົດຫວັງສຳລັບຜູ້ທີ່ເຝົ້າເບິ່ງຢູ່ ແຕ່ພະເຍຊູໄດ້ເຮັດຫຍັງ?

7 ລາຊະໂລຖືກມ້ຽນໄວ້ໃນຖໍ້າແລະພະເຍຊູໄດ້ຂໍໃຫ້ເອົາແຜ່ນຫີນທີ່ປິດທາງເຂົ້ານັ້ນອອກ. ມາທາຄັດຄ້ານເພາະວ່າລາຊະໂລຕາຍໄດ້ສີ່ມື້ແລ້ວແລະສົບຕ້ອງເລີ່ມເນົ່າ. (ໂຢຮັນ 11:39) ຈາກທັດສະນະຂອງມະນຸດເບິ່ງຄືວ່າບໍ່ມີຄວາມຫວັງຫຍັງແມ່ນບໍ?

ການຄືນມາຈາກຕາຍຂອງລາຊະໂລເຮັດໃຫ້ເກີດຄວາມຍິນດີຫຼາຍ.—ໂຢຮັນ 11:38-44

8 ແຜ່ນຫີນຖືກກິ້ງອອກໄປແລະພະເຍຊູໄດ້ຮ້ອງດ້ວຍສຽງດັງວ່າ “ລາຊະໂລເອີຍ ຈົ່ງອອກມາທາງນອກເຖີ້ນ.” ມີຫຍັງເກີດຂຶ້ນ? “ຜູ້ຕາຍນັ້ນໄດ້ອອກມາ.” (ໂຢຮັນ 11:43, 44) ເຈົ້ານຶກພາບເຖິງຄວາມຍິນດີຂອງຜູ້ຄົນທີ່ຢູ່ຫັ້ນໄດ້ບໍ? ບໍ່ວ່າລາຊະໂລຈະເປັນນ້ອງຊາຍ ເປັນຍາຕິພີ່ນ້ອງ ເປັນຫມູ່ເພື່ອນ ຫຼືເປັນເພື່ອນບ້ານຂອງເຂົາເຈົ້າກໍຕາມ ຄົນເຫຼົ່ານັ້ນຮູ້ວ່າລາວຕາຍແລ້ວ. ແຕ່ບັດນີ້ລາວມີຊີວິດແລະພວມຢືນຢູ່ທ່າມກາງເຂົາເຈົ້າອີກຄັ້ງໜຶ່ງແລະ ເປັນຄົນເກົ່າທີ່ພວກເຂົາຮັກນັ້ນແຫຼະ. ນັ້ນເປັນເລື່ອງເຫຼືອເຊື່ອແທ້ໆ. ແນ່ນອນວ່າຫຼາຍຄົນໄດ້ໂອບກອດລາຊະໂລດ້ວຍຄວາມຍິນດີ. ຈັ່ງແມ່ນເປັນໄຊຊະນະເໜືອຄວາມຕາຍແທ້ໆ!

ເອລີຢາປຸກລູກຊາຍຂອງແມ່ໝ້າຍຄົນໜຶ່ງໃຫ້ຄືນມາຈາກຕາຍ.—1 ກະສັດ 17:17-24

9, 10. (ກ) ພະເຍຊູເປີດເຜີຍໃຫ້ເຫັນແນວໃດກ່ຽວກັບຜູ້ທີ່ເຮັດໃຫ້ພະອົງສາມາດປຸກລາຊະໂລໃຫ້ຄືນມາຈາກຕາຍໄດ້? (ຂ) ການອ່ານບັນທຶກເລື່ອງການຄືນມາຈາກຕາຍໃນຄຳພີໄບເບິນມີປະໂຫຍດຄືແນວໃດ?

9 ພະເຍຊູບໍ່ໄດ້ອ້າງວ່າການເຮັດການອັດສະຈັນທີ່ໜ້າງຶດງໍ້ນີ້ເປັນໄປດ້ວຍລິດເດດຂອງຕົນເອງ. ການທີ່ໄດ້ອະທິດຖານກ່ອນທີ່ຈະເອີ້ນລາຊະໂລອອກມາ ພະອົງສະແດງໃຫ້ເຫັນຢ່າງຊັດເຈນວ່າພະເຢໂຫວາເປັນຜູ້ທີ່ເຮັດໃຫ້ມີການຄືນມາຈາກຕາຍ. (ໂຢຮັນ 11:41, 42) ນີ້ບໍ່ໄດ້ເປັນຄັ້ງດຽວທີ່ພະເຢໂຫວາໄດ້ໃຊ້ລິດເດດເພື່ອປຸກຄົນຕາຍໃຫ້ຟື້ນຄືນມາ. ຕາມທີ່ບັນທຶກໄວ້ໃນພະຄຳຂອງພະເຈົ້າ ລາຊະໂລເປັນໜຶ່ງໃນເກົ້າຄົນທີ່ຖືກປຸກໃຫ້ຄືນມາຈາກຕາຍ. * ການອ່ານແລະສຶກສາບັນທຶກເຫຼົ່ານີ້ກໍ່ໃຫ້ເກີດຄວາມຍິນດີ. ເລື່ອງເຫຼົ່ານີ້ສອນເຮົາວ່າພະເຈົ້າບໍ່ລຳອຽງ ເພາະຄົນທີ່ຖືກປຸກມີທັງເດັກນ້ອຍແລະຜູ້ໃຫຍ່ ຊາຍແລະຍິງ ຊາວອິດສະລາແອນແລະຄົນຊາດອື່ນນຳ. ສິ່ງທີ່ກ່າວໄວ້ໃນຂໍ້ຄວາມເຫຼົ່ານີ້ ຈັ່ງແມ່ນເປັນເລື່ອງທີ່ໜ້າຍິນດີແທ້ໆນໍ! ຕົວຢ່າງ ເມື່ອພະເຍຊູປຸກເດັກຍິງຄົນໜຶ່ງໃຫ້ຄືນມາຈາກຕາຍ ພໍ່ແມ່ຂອງເດັກນັ້ນ “ດີໃຈຢ່າງລົ້ນເຫຼືອ.” (ມາລະໂກ 5:42, ລ.ມ.) ທີ່ຈິງແລ້ວ ພະເຢໂຫວາເຮັດໃຫ້ເຂົາເຈົ້າມີເຫດຜົນທີ່ຈະມີຄວາມຍິນດີແບບທີ່ບໍ່ມີວັນລືມ.

ອັກຄະສາວົກເປໂຕປຸກຍິງຄລິດສະຕຽນທີ່ຊື່ນາງກວາງໃຫ້ຄືນມາຈາກຕາຍ.—ກິດຈະການ 9:36-42

10 ແນ່ນອນ ຄົນເຫຼົ່ານັ້ນທີ່ພະເຍຊູປຸກໃຫ້ຟື້ນຄືນມາໃນທີ່ສຸດກໍຍັງຕ້ອງໄດ້ຕາຍອີກ. ນີ້ໝາຍຄວາມວ່າການປຸກເຂົາເຈົ້າໃຫ້ຄືນມາຈາກຕາຍບໍ່ມີຄວາມໝາຍຫຍັງບໍ? ບໍ່ແມ່ນແນວນັ້ນ. ບັນທຶກເຫດການເຫຼົ່ານີ້ໃນຄຳພີໄບເບິນຢືນຢັນຄວາມຈິງທີ່ສຳຄັນແລະເຮັດໃຫ້ເຮົາມີຄວາມຫວັງ.

ຮຽນຮູ້ຈາກບັນທຶກກ່ຽວກັບການຄືນມາຈາກຕາຍ

11. ເລື່ອງການຄືນມາຈາກຕາຍຂອງລາຊະໂລຊ່ວຍຢືນຢັນຄວາມຈິງທີ່ບັນທຶກໄວ້ໃນຜູ້ເທສະໜາປ່າວປະກາດ 9:5 ຄືແນວໃດ?

11 ຄຳພີໄບເບິນສອນວ່າຄົນຕາຍແລ້ວ “ບໍ່ຮູ້ຈັກສິ່ງໃດ.” ຄົນຕາຍບໍ່ມີຊີວິດແລະບໍ່ຮູ້ສຶກຕົວວ່າຢູ່ບ່ອນໃດເລີຍ. ເລື່ອງຂອງລາຊະໂລຢືນຢັນຄວາມຈິງນີ້. ເມື່ອມີຊີວິດອີກ ລາຊະໂລເຮັດໃຫ້ຜູ້ຄົນຕື່ນເຕັ້ນໂດຍການເລົ່າເລື່ອງກ່ຽວກັບສະຫວັນບໍ? ຫຼືລາວເຮັດໃຫ້ຄົນຢ້ານໂດຍເລົ່າເລື່ອງນາລົກທີ່ມີໄຟລຸກໄໝ້ບໍ? ບໍ່ແມ່ນ. ຄຳພີໄບເບິນບໍ່ໄດ້ບອກວ່າລາຊະໂລເວົ້າເລື່ອງນັ້ນ. ຕະຫຼອດເວລາສີ່ມື້ທີ່ຕາຍ ລາວ “ບໍ່ຮູ້ຈັກສິ່ງໃດ.” (ຜູ້ເທສະໜາປ່າວປະກາດ 9:5) ເວົ້າງ່າຍໆ ລາຊະໂລພຽງແຕ່ນອນຫຼັບຢູ່ໃນຄວາມຕາຍ.—ໂຢຮັນ 11:11.

12. ເປັນຫຍັງເຮົາສາມາດໝັ້ນໃຈໄດ້ວ່າການຄືນມາຈາກຕາຍຂອງລາຊະໂລເກີດຂຶ້ນແທ້?

12 ເລື່ອງຂອງລາຊະໂລຍັງສອນເຮົາວ່າການຄືນມາຈາກຕາຍເປັນຄວາມຈິງ ບໍ່ແມ່ນນິທານ. ພະເຍຊູໄດ້ປຸກລາຊະໂລໃຫ້ຄືນມາຈາກຕາຍຕໍ່ໜ້າສັກຂີພິຍານຈຳນວນຫຼາຍ. ແມ່ນແຕ່ພວກຫົວໜ້າສາສະໜາທີ່ກຽດຊັງພະເຍຊູກໍບໍ່ໄດ້ປະຕິເສດເລື່ອງນີ້. ແທນທີ່ຈະປະຕິເສດ ເຂົາເຈົ້າພັດເວົ້າວ່າ “ເຮົາທັງຫຼາຍ [ຈະ] ກະທຳສິ່ງໃດເພາະວ່າທ່ານຜູ້ນັ້ນ [ພະເຍຊູ] ກະທຳການສຳຄັນຫຼາຍປະການ?” (ໂຢຮັນ 11:47) ຫຼາຍຄົນພາກັນໄປເບິ່ງລາຊະໂລທີ່ຄືນມາຈາກຕາຍ. ຜົນກໍຄື ຫຼາຍຄົນເຂົ້າມາເຊື່ອຖືໃນພະເຍຊູ. ເຂົາເຈົ້າເຂົ້າໃຈວ່າລາຊະໂລເປັນຫຼັກຖານທີ່ມີຊີວິດເຊິ່ງສະແດງວ່າພະເຍຊູເປັນຜູ້ທີ່ພະເຈົ້າໄດ້ໃຊ້ມາ. ຫຼັກຖານນີ້ມີນໍ້າໜັກຫຼາຍຈົນພວກຫົວໜ້າສາສະໜາຊາວຢິວບາງຄົນທີ່ມີໃຈແຂງກະດ້າງວາງແຜນທີ່ຈະຂ້າທັງພະເຍຊູແລະລາຊະໂລ.—ໂຢຮັນ 11:53; 12:9-11.

13. ເຮົາມີເຫດຜົນອັນໃດທີ່ຈະເຊື່ອວ່າພະເຢໂຫວາສາມາດປຸກຄົນຕາຍໃຫ້ຄືນມາໄດ້ແທ້ໆ?

13 ເປັນເລື່ອງເພີ້ຝັນບໍທີ່ຈະຍອມຮັບວ່າການຄືນມາຈາກຕາຍເປັນຄວາມຈິງ? ບໍ່ແມ່ນ ເພາະພະເຍຊູສອນວ່າ ໃນວັນໜຶ່ງ “ຄົນທັງປວງທີ່ຢູ່ໃນບ່ອນຝັງສົບ” ຈະຖືກປຸກໃຫ້ຟື້ນຄືນມາ. (ໂຢຮັນ 5:28) ພະເຢໂຫວາເປັນຜູ້ສ້າງທຸກສິ່ງທີ່ມີຊີວິດ. ເປັນເລື່ອງຍາກບໍທີ່ຈະເຊື່ອວ່າພະອົງສາມາດສ້າງຊີວິດຄືນມາໃໝ່ອີກ? ກ່ຽວກັບຄວາມສາມາດນີ້ ສ່ວນຫຼາຍຍ່ອມຂຶ້ນຢູ່ກັບຄວາມຊົງຈຳຂອງພະເຢໂຫວາ. ພະອົງສາມາດຈື່ຜູ້ທີ່ເຮົາຮັກເຊິ່ງເສຍຊີວິດໄປແລ້ວໄດ້ບໍ? ດວງດາວຈຳນວນນັບບໍ່ຖ້ວນມີຢູ່ເຕັມທ້ອງຟ້າອັນກວ້າງໃຫຍ່ໄພສານ ເຖິງຢ່າງນັ້ນພະເຈົ້າໄດ້ຕັ້ງຊື່ໃຫ້ດວງດາວແຕ່ລະດວງ! (ເອຊາອີ 40:26) ດ້ວຍເຫດນີ້ພະເຢໂຫວາພະເຈົ້າຈຶ່ງສາມາດຈື່ຈຳທຸກລາຍລະອຽດຂອງຄົນທີ່ເຮົາຮັກເຊິ່ງເສຍຊີວິດໄປແລ້ວ ແລະພະອົງພ້ອມທີ່ຈະເຮັດໃຫ້ເຂົາເຈົ້າກັບຄືນມາມີຊີວິດອີກດັ່ງເດີມ.

14, 15. ດັ່ງຕົວຢ່າງທີ່ເຫັນໄດ້ຈາກຄຳເວົ້າຂອງໂຢບ ພະເຢໂຫວາຮູ້ສຶກແນວໃດໃນການເຮັດໃຫ້ຄົນທີ່ຕາຍແລ້ວກັບຄືນມາມີຊີວິດອີກ?

14 ພະເຢໂຫວາຮູ້ສຶກແນວໃດຕໍ່ການປຸກຄົນຕາຍໃຫ້ຄືນມາ? ຄຳພີໄບເບິນສອນວ່າພະອົງປາຖະໜາຈະປຸກຄົນຕາຍໃຫ້ຄືນມາ. ໂຢບຊາຍຜູ້ສັດຊື່ໄດ້ຖາມວ່າ “ຖ້າຄົນຜູ້ໜຶ່ງຕາຍເພິ່ນຈະຄືນມາອີກຫຼື?” ໂຢບກຳລັງເວົ້າເຖິງການລໍຖ້າຢູ່ໃນບ່ອນຝັງສົບຈົນເຖິງເວລາທີ່ພະເຈົ້າຈະລະນຶກເຖິງລາວ. ລາວເວົ້າກັບພະເຢໂຫວາວ່າ “ພະອົງຈະໄດ້ຮ້ອງເອີ້ນແລະຂ້ານ້ອຍຈະໄດ້ຕອບ. ພະອົງຈະໄດ້ມີຄວາມປາຖະໜາສູ່ກິດຈະການແຫ່ງມືພະອົງ.”—ໂຢບ 14:13-15.

15 ລອງຄິດເບິ່ງ! ພະເຢໂຫວາປາຖະໜາຈະເຮັດໃຫ້ຄົນຕາຍແລ້ວກັບຄືນມາມີຊີວິດອີກ. ການຮຽນຮູ້ວ່າພະເຢໂຫວາຮູ້ສຶກແບບນີ້ເຮັດໃຫ້ອົບອຸ່ນໃຈບໍ່ແມ່ນບໍ? ແຕ່ຈະວ່າແນວໃດກ່ຽວກັບການຄືນມາຈາກຕາຍທີ່ຈະເກີດຂຶ້ນໃນອະນາຄົດ? ໃຜຈະຖືກປຸກໃຫ້ຄືນມາຈາກຕາຍ? ແລະເຂົາເຈົ້າຈະຢູ່ໃສ?

“ຄົນທັງປວງທີ່ຢູ່ໃນບ່ອນຝັງສົບ”

16. ຄົນທີ່ຕາຍແລ້ວຈະຖືກປຸກໃຫ້ຄືນມາເພື່ອມີຊີວິດຢູ່ໃນສະພາບແວດລ້ອມແບບໃດ?

16 ບັນທຶກເລື່ອງການຄືນມາຈາກຕາຍໃນຄຳພີໄບເບິນສອນເຮົາຫຼາຍຢ່າງກ່ຽວກັບການຄືນມາຈາກຕາຍເຊິ່ງຈະເກີດຂຶ້ນໃນອະນາຄົດ. ຄົນທີ່ຖືກປຸກໃຫ້ກັບມາມີຊີວິດຢູ່ແຜ່ນດິນໂລກນີ້ຈະໄດ້ຢູ່ຮ່ວມກັນອີກກັບຄົນທີ່ເຂົາເຈົ້າຮັກ. ການຄືນມາຈາກຕາຍໃນອະນາຄົດຈະຄ້າຍກັນແຕ່ຈະດີກວ່າ. ດັ່ງທີ່ເຮົາໄດ້ຮຽນຮູ້ແລ້ວໃນບົດທີ 3 ພະເຈົ້າປະສົງເຮັດໃຫ້ແຜ່ນດິນໂລກທັງໝົດເປັນອຸທິຍານ. ດັ່ງນັ້ນ ຄົນຕາຍຈະບໍ່ຖືກປຸກໃຫ້ຄືນມາເພື່ອມີຊີວິດຢູ່ໃນໂລກທີ່ເຕັມໄປດ້ວຍສົງຄາມ ອາດຊະຍາກຳ ແລະຄວາມເຈັບປ່ວຍ. ເຂົາເຈົ້າມີໂອກາດທີ່ຈະມີຊີວິດຕະຫຼອດໄປໃນໂລກນີ້ທີ່ມີຄວາມສະຫງົບແລະຄວາມສຸກ.

17. ການຄືນມາຈາກຕາຍຈະກວ້າງຂວາງປານໃດ?

17 ມີໃຜແດ່ຈະຖືກປຸກໃຫ້ຄືນມາຈາກຕາຍ? ພະເຍຊູບອກວ່າ “ຄົນທັງປວງ ທີ່ຢູ່ໃນບ່ອນຝັງສົບກໍຈະຍິນສຽງປາກຂອງພະບຸດ [ພະເຍຊູ] ແລະເຂົາຈະອອກມາ.” (ໂຢຮັນ 5:28, 29) ຄຳປາກົດ 20:13 ກໍເວົ້າຄ້າຍໆກັນວ່າ “ນໍ້າທະເລໄດ້ສົ່ງຄືນຄົນຕາຍທັງຫຼາຍທີ່ຢູ່ໃນທີ່ນັ້ນ ແລະຄວາມຕາຍແລະບ່ອນທີ່ຕາບໍ່ເຫັນ [ຮາເດສ] ໄດ້ສົ່ງຄືນຄົນຕາຍທັງຫຼາຍທີ່ຢູ່ໃນທີ່ນັ້ນ.” “ຮາເດສ” ໝາຍເຖິງບ່ອນຝັງສົບທົ່ວໄປຂອງມະນຸດ. (ຂໍໃຫ້ເບິ່ງພາກຜະໜວກໜ້າ 212-213.) ບ່ອນຝັງສົບທົ່ວໄປຈະຖືກເຮັດໃຫ້ຫວ່າງເປົ່າ. ຜູ້ຄົນຈຳນວນຫຼາຍຕື້ເຊິ່ງນອນຫຼັບຢູ່ໃນທີ່ນັ້ນຈະມີຊີວິດອີກ. ອັກຄະສາວົກໂປໂລເວົ້າວ່າ “ທັງຜູ້ຊອບທຳແລະຜູ້ບໍ່ຊອບທຳຈະຄືນມາຈາກຕາຍ.” (ກິດຈະການ 24:15) ນັ້ນໝາຍຄວາມວ່າແນວໃດ?

ໃນອຸທິຍານ ຄົນຕາຍຈະຖືກປຸກໃຫ້ຄືນມາຈາກຕາຍ ເພື່ອຢູ່ຮ່ວມກັບຄົນທີ່ເຂົາເຈົ້າຮັກ

18. ມີໃຜແດ່ທີ່ລວມຢູ່ໃນທ່າມກາງ “ຜູ້ຊອບທຳ” ທີ່ຈະຖືກປຸກໃຫ້ຄືນມາຈາກຕາຍ ແລະຄວາມຫວັງໃນເລື່ອງນີ້ສົ່ງຜົນຕໍ່ເຮົາເປັນສ່ວນຕົວແນວໃດ?

18 “ຜູ້ຊອບທຳ” ລວມເຖິງຫຼາຍຄົນທີ່ເຮົາອ່ານໃນຄຳພີໄບເບິນເຊິ່ງເຄີຍມີຊີວິດຢູ່ກ່ອນພະເຍຊູມາແຜ່ນດິນໂລກ. ເຮົາອາດຄິດເຖິງ ໂນເອ ອັບລາຫາມ ຊາລາ ໂມເຊ ລຶດ ເອເຊເທຣ ແລະອີກຫຼາຍຄົນ. ໃນພະທຳເຫບເລີ ບົດທີ 11 ມີການເວົ້າເຖິງຊາຍຍິງເຫຼົ່ານີ້ທີ່ມີຄວາມເຊື່ອໝັ້ນໃນພະເຈົ້າ. ແຕ່ວ່າ “ຜູ້ຊອບທຳ” ຍັງລວມເຖິງຜູ້ຮັບໃຊ້ຂອງພະເຢໂຫວາທີ່ເສຍຊີວິດໃນສະໄໝຂອງເຮົານຳອີກ. ເນື່ອງຈາກມີຄວາມຫວັງເລື່ອງການຄືນມາຈາກຕາຍ ເຮົາຈຶ່ງບໍ່ຢ້ານຄວາມຕາຍຈັກໜ້ອຍ.—ເຫບເລີ2:15.

19. ໃຜຄື “ຜູ້ບໍ່ຊອບທຳ” ແລະດ້ວຍຄວາມເມດຕາພະເຢໂຫວາໃຫ້ໂອກາດອັນໃດແກ່ເຂົາເຈົ້າ?

19 ຈະວ່າແນວໃດກັບຜູ້ທີ່ບໍ່ໄດ້ຮັບໃຊ້ຫຼືບໍ່ໄດ້ເຊື່ອຟັງພະເຢໂຫວາເນື່ອງຈາກບໍ່ເຄີຍຮູ້ຈັກພະອົງມາກ່ອນ? “ຜູ້ບໍ່ຊອບທຳ” ຈຳນວນມາກມາຍເຫຼົ່ານີ້ຈະບໍ່ຖືກລືມ. ເຂົາເຈົ້າກໍຈະຖືກປຸກໃຫ້ຄືນມາຈາກຕາຍແລະຈະມີການໃຫ້ເວລາເພື່ອຮຽນຮູ້ກ່ຽວກັບພະເຈົ້າທ່ຽງແທ້ແລະຮັບໃຊ້ພະອົງ. ໃນລະຫວ່າງພັນປີ ຄົນຕາຍຈະຖືກປຸກໃຫ້ຄືນມາແລະມີໂອກາດທີ່ຈະຮັບໃຊ້ພະເຢໂຫວາຢູ່ເທິງແຜ່ນດິນໂລກຮ່ວມກັບມະນຸດທີ່ສັດຊື່. ນັ້ນຈະເປັນເວລາທີ່ວິເສດແທ້ໆ. ຄຳພີໄບເບິນເອີ້ນເວລານີ້ວ່າວັນພິພາກສາ. *

20. ເກເຮນນາແມ່ນຫຍັງ ແລະໃຜໄປບ່ອນນັ້ນ?

20 ນີ້ໝາຍຄວາມວ່າມະນຸດທຸກຄົນທີ່ເຄີຍມີຊີວິດຢູ່ຈະຖືກປຸກໃຫ້ຄືນມາຈາກຕາຍບໍ? ບໍ່ແມ່ນ. ຄຳພີໄບເບິນບອກວ່າຄົນຕາຍບາງຄົນຈະຢູ່ໃນ “ເກເຮນນາ” (ລືກາ 12:5, ລ.ມ.) ເກເຮນນາໄດ້ຊື່ມາຈາກສະຖານທີ່ເຊິ່ງເປັນບ່ອນຖິ້ມຂີ້ເຫຍື້ອທີ່ຕັ້ງຢູ່ນອກເມືອງເຢຣຶຊາເລມບູຮານ. ຊາກສົບແລະຂີ້ເຫຍື້ອຖືກເຜົາຢູ່ຫັ້ນ. ພວກຢິວຖືວ່າສົບທີ່ຖືກໂຍນລົງທີ່ນັ້ນບໍ່ສົມຄວນຈະຖືກຝັງຫຼືບໍ່ສົມຄວນຈະຄືນມາຈາກຕາຍ. ດັ່ງນັ້ນເກເຮນນາຈຶ່ງເປັນສັນຍະລັກທີ່ເໝາະສົມຂອງການທຳລາຍໃຫ້ສູນສິ້ນເລີຍ. ເຖິງແມ່ນວ່າພະເຍຊູຈະມີບົດບາດໃນການພິພາກສາທັງຄົນເປັນແລະຄົນຕາຍ ແຕ່ພະເຢໂຫວາເປັນຜູ້ຕັດສິນຊີ້ຂາດ. (ກິດຈະການ 10:42) ຜູ້ທີ່ພະເຢໂຫວາຕັດສິນວ່າເປັນຄົນຊົ່ວຮ້າຍແລະບໍ່ຍອມປ່ຽນແປງຕົນເອງຈະບໍ່ໄດ້ກັບຄືນມາຈາກຕາຍ.

ການຄືນມາຈາກຕາຍເພື່ອຢູ່ສະຫວັນ

21, 22. (ກ) ການຄືນມາຈາກຕາຍອີກແບບໜຶ່ງແມ່ນຫຍັງ? (ຂ) ໃຜເປັນຜູ້ທຳອິດທີ່ຖືກປຸກໃຫ້ຄືນມາມີຊີວິດເປັນກາຍວິນຍານ?

21 ຄຳພີໄບເບິນຍັງກ່າວເຖິງການຄືນມາຈາກຕາຍອີກແບບໜຶ່ງ ນັ້ນຄືການຄືນມາຈາກຕາຍເພື່ອມີຊີວິດເປັນກາຍວິນຍານຢູ່ໃນສະຫວັນ. ຕົວຢ່າງການຄືນມາຈາກຕາຍແບບນີ້ມີບັນທຶກໄວ້ໃນຄຳພີໄບເບິນພຽງຄັ້ງດຽວ ນັ້ນຄືການຄືນມາຈາກຕາຍຂອງພະເຍຊູ.

22 ຫຼັງຈາກພະເຍຊູຖືກປະຫານຊີວິດໃນຖານະເປັນມະນຸດ ພະເຢໂຫວາບໍ່ໄດ້ປ່ອຍລູກຊາຍທີ່ສັດຊື່ຂອງພະອົງໄວ້ຢູ່ໃນບ່ອນຝັງສົບ. (ຄຳເພງ 16:10; ກິດຈະການ 13:34, 35) ພະເຈົ້າປຸກພະເຍຊູໃຫ້ຄືນມາມີຊີວິດ ແຕ່ບໍ່ໄດ້ປຸກໃຫ້ເປັນມະນຸດ. ອັກຄະສາວົກເປໂຕອະທິບາຍວ່າ ພະຄລິດ “ໄດ້ຖືກຄວາມຕາຍໃນເນື້ອໜັງ ແຕ່ວ່າໄດ້ຊີວິດເປັນຄືນມາດ້ວຍພະວິນຍານ.” (1 ເປໂຕ 3:18) ນີ້ເປັນການອັດສະຈັນທີ່ຍິ່ງໃຫຍ່ແທ້ໆ. ພະເຍຊູມີຊີວິດອີກຄັ້ງໜຶ່ງໃນຖານະເປັນກາຍວິນຍານທີ່ມີລິດເດດ! (1 ໂກລິນໂທ 15:3-6) ພະເຍຊູເປັນຜູ້ທຳອິດທີ່ຖືກປຸກໃຫ້ຄືນມາຈາກຕາຍໂດຍມີສະຫງ່າລາສີແບບນີ້. (ໂຢຮັນ 3:13) ແຕ່ພະອົງບໍ່ແມ່ນຄົນສຸດທ້າຍ.

23, 24. ໃຜເປັນ “ຝູງນ້ອຍ” ຂອງພະເຍຊູ ແລະເຂົາເຈົ້າມີຈຳນວນເທົ່າໃດ?

23 ພະເຍຊູຮູ້ວ່າອີກບໍ່ດົນພະອົງຈະກັບຄືນໄປສະຫວັນ ພະອົງຈຶ່ງບອກພວກລູກສິດທີ່ສັດຊື່ວ່າພະອົງຈະໄປ “ຈັດແຈ່ງບ່ອນ” ສຳລັບເຂົາເຈົ້າຢູ່ຫັ້ນ. (ໂຢຮັນ 14:2) ພະອົງກ່າວເຖິງຜູ້ທີ່ຈະໄປສະຫວັນວ່າເປັນ “ຝູງນ້ອຍ” ຂອງພະອົງ. (ລືກາ 12:32) ມີຄລິດສະຕຽນຜູ້ສັດຊື່ຈຳນວນເທົ່າໃດໃນກຸ່ມທີ່ຂ້ອນຂ້າງນ້ອຍນີ້? ຕາມຄຳປາກົດ 14:1 ອັກຄະສາວົກໂຢຮັນເວົ້າວ່າ “ເຮົາໄດ້ເຫັນແລະຈົ່ງເບິ່ງລູກແກະ [ພະເຍຊູຄລິດ] ຢືນຢູ່ເທິງພູເຂົາຊີໂອນ ແລະກັບພະອົງມີຄົນ 144.000 ຄົນທີ່ມີນາມຊື່ຂອງພະອົງແລະນາມຊື່ພະບິດາຂອງພະອົງຂຽນໄວ້ທີ່ໜ້າຜາກຂອງເຂົາ.”

24 ຄລິດສະຕຽນຈຳນວນ 144.000 ຄົນນີ້ເຊິ່ງລວມເຖິງອັກຄະສາວົກທີ່ສັດຊື່ຂອງພະເຍຊູໄດ້ຮັບການປຸກໃຫ້ຄືນມາຈາກຕາຍເພື່ອມີຊີວິດຢູ່ໃນສະຫວັນ. ການຄືນມາຈາກຕາຍຂອງເຂົາເຈົ້າເກີດຂຶ້ນຕອນໃດ? ອັກຄະສາວົກໂປໂລຂຽນວ່າ ເຫດການນັ້ນຈະເກີດຂຶ້ນໃນລະຫວ່າງເວລາການປະທັບຂອງພະຄລິດ. (1 ໂກລິນໂທ 15:23) ດັ່ງທີ່ເຮົາຈະໄດ້ຮຽນຮູ້ໃນບົດທີ 9 ຕອນນີ້ພວກເຮົາມີຊີວິດຢູ່ໃນເວລາດັ່ງກ່າວ. ດັ່ງນັ້ນ ຄົນຈຳນວນໜ້ອຍທີ່ເຫຼືອຈາກຈຳນວນ 144.000 ຄົນເຊິ່ງຕາຍໃນສະໄໝຂອງເຮົາຈະຖືກປຸກໃຫ້ຄືນມາຈາກຕາຍທັນທີໂລດເພື່ອຈະມີຊີວິດຢູ່ໃນສະຫວັນ. (1 ໂກລິນໂທ 15:51-55) ແນວໃດກໍຕາມ ໃນອະນາຄົດມະນຸດສ່ວນຫຼາຍມີໂອກາດທີ່ຈະໄດ້ຮັບການປຸກໃຫ້ຄືນມາມີຊີວິດຢູ່ແຜ່ນດິນໂລກທີ່ເປັນອຸທິຍານ.

25. ເຮົາຈະຮຽນຮູ້ເລື່ອງໃດໃນບົດຕໍ່ໄປ?

25 ແມ່ນແລ້ວ ພະເຢໂຫວາຈະປາບຄວາມຕາຍເຊິ່ງເປັນສັດຕູຂອງເຮົາແທ້ໆແລະຄວາມຕາຍຈະດັບສູນໄປຕະຫຼອດການ! (ເອຊາອີ 25:8) ແຕ່ເຈົ້າອາດສົງໄສວ່າ ‘ຄົນທີ່ຖືກປຸກໃຫ້ຄືນມາຈາກຕາຍເພື່ອຢູ່ໃນສະຫວັນຈະເຮັດຫຍັງຢູ່ຫັ້ນ?’ ໃນສະຫວັນ ເຂົາເຈົ້າຈະມາເປັນສ່ວນຂອງລັດຖະບານຂອງລາຊະອານາຈັກທີ່ດີເລີດ. ເຮົາຈະຮຽນຮູ້ຫຼາຍຂຶ້ນກ່ຽວກັບລັດຖະບານນັ້ນໃນບົດຕໍ່ໄປ.

^ ຂໍ້ 19 ສຳລັບຂໍ້ມູນເພີ່ມເຕີມເລື່ອງວັນພິພາກສາແລະເກນໃນການພິພາກສາ ຂໍໃຫ້ເບິ່ງພາກຜະໜວກໜ້າ 213-215.