ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີແປດ

ລາຊະອານາຈັກຂອງພະເຈົ້າແມ່ນຫຍັງ?

ລາຊະອານາຈັກຂອງພະເຈົ້າແມ່ນຫຍັງ?
  • ຄຳພີໄບເບິນບອກຫຍັງເຮົາກ່ຽວກັບ ລາຊະອານາຈັກຂອງພະເຈົ້າ?

  • ລາຊະອານາຈັກຂອງພະເຈົ້າຈະເຮັດສິ່ງໃດ?

  • ລາຊະອານາຈັກຈະເຮັດໃຫ້ໃຈປະສົງຂອງພະເຈົ້າ ສຳລັບແຜ່ນດິນໂລກສຳເລັດເປັນຈິງເມື່ອໃດ?

1. ຕອນນີ້ຈະພິຈາລະນາຄຳອະທິດຖານອັນໃດທີ່ມີຊື່ສຽງ?

ຫຼາຍລ້ານຄົນທົ່ວໂລກຄຸ້ນເຄີຍດີກັບຄຳອະທິດຖານເຊິ່ງເອີ້ນກັນວ່າບົດສວດຂ້າແຕ່ພະບິດາ ຫຼືຄຳອະທິດຖານຂອງພະອົງເຈົ້າ. ຄຳເອີ້ນທັງສອງຢ່າງພາດພິງເຖິງຄຳອະທິດຖານທີ່ຮູ້ຈັກດີເຊິ່ງພະເຍຊູຄລິດເອງໃຫ້ໄວ້ເປັນແບບຢ່າງ. ຄຳອະທິດຖານນີ້ມີຄວາມໝາຍເລິກເຊິ່ງ ແລະການພິຈາລະນາກ່ຽວກັບສາມຄຳຂໍທຳອິດຂອງຄຳອະທິດຖານນີ້ຈະຊ່ວຍເຮົາໃຫ້ຮຽນຮູ້ຕື່ມກ່ຽວກັບສິ່ງທີ່ຄຳພີໄບເບິນສອນແທ້ໆ.

2. ສາມສິ່ງທີ່ພະເຍຊູສອນພວກລູກສິດໃຫ້ອະທິດຖານຂໍມີຫຍັງແດ່?

2 ໃນຕອນຕົ້ນຂອງຄຳອະທິດຖານທີ່ເປັນແບບຢ່າງນີ້ ພະເຍຊູສອນຜູ້ຟັງວ່າ “ທ່ານທັງຫຼາຍຈົ່ງອ້ອນວອນຕາມຢ່າງນີ້ວ່າ ‘ພະບິດາຂອງຂ້າພະເຈົ້າທັງຫຼາຍຜູ້ຢູ່ໃນສະຫວັນ ຂໍໃຫ້ນາມຊື່ຂອງພະອົງເປັນທີ່ນັບຖືອັນບໍລິສຸດ. ຂໍໃຫ້ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງພະອົງມາຕັ້ງຢູ່. ນໍ້າໃຈຂອງພະອົງສຳເລັດແລ້ວໃນສະຫວັນຢ່າງໃດ ຂໍໃຫ້ສຳເລັດທີ່ແຜ່ນດິນໂລກຢ່າງນັ້ນ.’” (ມັດທາຍ 6:9-13) ຄຳຂໍທັງສາມຢ່າງນີ້ມີຄວາມໝາຍແນວໃດ?

3. ພວກເຮົາຕ້ອງຮູ້ອັນໃດກ່ຽວກັບລາຊະອານາຈັກຂອງພະເຈົ້າ?

3 ເຮົາໄດ້ຮຽນມາຫຼາຍແລ້ວກ່ຽວກັບຊື່ຂອງພະເຈົ້າຄືເຢໂຫວາ. ພ້ອມນີ້ເຮົາກໍໄດ້ພິຈາລະນາໄປແດ່ແລ້ວກ່ຽວກັບໃຈປະສົງຂອງພະເຈົ້າເຊິ່ງໄດ້ແກ່ສິ່ງທີ່ພະອົງໄດ້ເຮັດແລ້ວແລະສິ່ງທີ່ພະອົງຍັງຈະເຮັດອີກເພື່ອມະນຸດ. ແຕ່ພະເຍຊູກ່າວເຖິງຫຍັງເມື່ອສອນໃຫ້ອະທິດຖານວ່າ “ຂໍໃຫ້ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງພະອົງມາຕັ້ງຢູ່”? ລາຊະອານາຈັກຂອງພະເຈົ້າແມ່ນຫຍັງ? ການມາຕັ້ງຢູ່ຂອງລາຊະອານາຈັກນີ້ຈະເຮັດໃຫ້ຊື່ຂອງພະເຈົ້າເປັນທີ່ນັບຖືອັນບໍລິສຸດແລະເຮັດໃຫ້ຊື່ນັ້ນສັກສິດໄດ້ໂດຍວິທີໃດ? ແລະການມາຕັ້ງຢູ່ຂອງລາຊະອານາຈັກກ່ຽວຂ້ອງແນວໃດກັບການເຮັດຕາມໃຈປະສົງຂອງພະເຈົ້າ?

ລາຊະອານາຈັກຂອງພະເຈົ້າແມ່ນຫຍັງ?

4. ລາຊະອານາຈັກຂອງພະເຈົ້າແມ່ນຫຍັງ ແລະໃຜເປັນກະສັດໃນລາຊະອານາຈັກນັ້ນ?

4 ລາຊະອານາຈັກຂອງພະເຈົ້າຄືລັດຖະບານທີ່ພະເຢໂຫວາພະເຈົ້າຕັ້ງຂຶ້ນທີ່ມີກະສັດເຊິ່ງພະອົງເລືອກໄວ້. ໃຜເປັນກະສັດໃນລາຊະອານາຈັກຂອງພະເຈົ້າ? ພະເຍຊູຄລິດນັ້ນເອງ. ພະເຍຊູເປັນກະສັດທີ່ຍິ່ງໃຫຍ່ກວ່າບັນດາມະນຸດທີ່ເຄີຍປົກຄອງ ແລະພະອົງເປັນທີ່ເອີ້ນວ່າ “ພະມະຫາກະສັດແຫ່ງກະສັດທັງປວງ ແລະພະຜູ້ເປັນເຈົ້ານາຍແຫ່ງເຈົ້ານາຍທັງປວງ.” (1 ຕີໂມເຕ 6:15) ພະອົງມີອຳນາດຈະເຮັດສິ່ງດີໆໄດ້ຫຼາຍກວ່າຜູ້ປົກຄອງຄົນໃດໆທີ່ເປັນມະນຸດ ແມ່ນແຕ່ຄົນທີ່ດີທີ່ສຸດໃນພວກເຂົາ.

5. ລາຊະອານາຈັກຂອງພະເຈົ້າປົກຄອງຈາກໃສ ແລະປົກຄອງຫຍັງ?

5 ລາຊະອານາຈັກຂອງພະເຈົ້າຈະປົກຄອງຈາກໃສ? ຄິດເບິ່ງດູພະເຍຊູຢູ່ໃສ? ເຮົາຄົງຈື່ເລື່ອງທີ່ໄດ້ຮຽນໄປແລ້ວທີ່ວ່າ ພະອົງຖືກປະຫານຢູ່ເທິງເສົາທໍລະມານແລະຈາກນັ້ນກໍຖືກປຸກໃຫ້ຄືນມາມີຊີວິດອີກ. ຫຼັງຈາກນັ້ນບໍ່ດົນພະອົງກໍຂຶ້ນໄປສະຫວັນ. (ກິດຈະການ 2:33) ດັ່ງນັ້ນ ລາຊະອານາຈັກຂອງພະເຈົ້າຈຶ່ງຢູ່ໃນສະຫວັນ. ດ້ວຍເຫດນີ້ຄຳພີໄບເບິນຈຶ່ງເອີ້ນລາຊະອານາຈັກນີ້ວ່າ “ອານາຈັກສະຫວັນ.” (2 ຕີໂມເຕ 4:18, ທ.ປ.) ເຖິງແມ່ນວ່າລາຊະອານາຈັກຂອງພະເຈົ້າຢູ່ໃນສະຫວັນ ແຕ່ວ່າລາຊະອານາຈັກນີ້ຈະປົກຄອງແຜ່ນດິນໂລກ.—ຄຳປາກົດ 11:15.

6, 7. ອັນໃດເຮັດໃຫ້ພະເຍຊູເປັນກະສັດທີ່ເດັ່ນ?

6 ອັນໃດເຮັດໃຫ້ພະເຍຊູເປັນກະສັດທີ່ເດັ່ນ? ເຫດຜົນໜຶ່ງກໍຄືພະອົງຈະບໍ່ມີວັນສິ້ນຊີວິດ. ເມື່ອສົມທຽບພະເຍຊູກັບບັນດາກະສັດທີ່ເປັນມະນຸດ ຄຳພີໄບເບິນເອີ້ນພະອົງວ່າ “ພະອົງຜູ້ດຽວຕາຍບໍ່ເປັນ ພະອົງຢູ່ໃນຄວາມສະຫວ່າງເຊິ່ງບໍ່ມີຜູ້ໃດເຂົ້າໄປເຖິງໄດ້.” (1 ຕີໂມເຕ 6:16, ທ.ປ.) ນີ້ໝາຍຄວາມວ່າສິ່ງດີໆທັງໝົດທີ່ພະເຍຊູເຮັດນັ້ນຈະຢັ້ງຢືນຕໍ່ໆໄປ. ແລະພະອົງຈະ ເຮັດສິ່ງທີ່ດີເລີດອີກຫຼາຍຢ່າງເຊິ່ງເປັນປະໂຫຍດຢ່າງແທ້ຈິງຕໍ່ປະຊາຊົນຂອງພະອົງ.

7 ຂໍໃຫ້ພິຈາລະນາຄຳພະຍາກອນກ່ຽວກັບພະເຍຊູໃນຄຳພີໄບເບິນທີ່ວ່າ “ພະວິນຍານຂອງພະເຢໂຫວາຈະສະຖິດຢູ່ເທິງພະອົງ ແມ່ນວິນຍານແຫ່ງຄວາມປັນຍາແລະຄວາມເຂົ້າໃຈ ແມ່ນວິນຍານແຫ່ງຄວາມປຶກສາແລະລິດເດດ ແມ່ນວິນຍານແຫ່ງຄວາມຮູ້ແລະຄວາມຢ້ານຢຳພະເຢໂຫວາ ແລະຄວາມສະຫນຸກຂອງພະອົງຈະເປັນຄວາມຢ້ານຢຳພະເຢໂຫວາ. ແລະພະອົງຈະບໍ່ຕັດສິນຕາມຕາເຫັນແລະຈະບໍ່ຕິຕຽນຕາມຫູໄດ້ຍິນ. ແຕ່ວ່າພະອົງຈະຕັດສິນຄົນທຸກຍາກທັງຫຼາຍຕາມຍຸຕິທຳ ແລະຈະຕິຕຽນຕາມຄວາມສັດຊື່ແກ່ຄົນທັງຫຼາຍທີ່ມີໃຈອ່ອນຫວານເທິງແຜ່ນດິນ.” (ເອຊາອີ 11:2-4) ຖ້ອຍຄຳເຫຼົ່ານີ້ສະແດງວ່າພະເຍຊູຈະເປັນກະສັດທີ່ຊອບທຳແລະເຫັນອົກເຫັນໃຈປະຊາຊົນທີ່ຢູ່ເທິງແຜ່ນດິນໂລກ. ເຮົາຢາກມີຜູ້ປົກຄອງແບບນີ້ບໍ?

8. ໃຜຈະປົກຄອງຮ່ວມກັບພະເຍຊູ?

8 ຄວາມຈິງອີກຢ່າງໜຶ່ງກ່ຽວກັບລາຊະອານາຈັກຂອງພະເຈົ້າຄືພະເຍຊູຈະບໍ່ປົກຄອງພຽງຄົນດຽວ. ພະອົງຈະມີຜູ້ຮ່ວມປົກຄອງນຳ. ເພື່ອເປັນຕົວຢ່າງ ອັກຄະສາວົກໂປໂລບອກຕີໂມເຕວ່າ “ຖ້າເຮົາທັງຫຼາຍອົດທົນ ເຮົາທັງຫຼາຍຈະຄຸ້ມຄອງ [“ເປັນກະສັດ,” ລ.ມ.] ດ້ວຍກັນກັບພະອົງ.” (2 ຕີໂມເຕ 2:12) ແມ່ນແລ້ວ ໂປໂລ ຕີໂມເຕ ແລະຜູ້ສັດຊື່ຄົນອື່ນໆເຊິ່ງພະເຈົ້າໄດ້ເລືອກໄວ້ຈະປົກຄອງຮ່ວມກັບພະເຍຊູໃນລາຊະອານາຈັກທີ່ຢູ່ທາງພາກສະຫວັນ. ມີຈັກຄົນຈະໄດ້ຮັບໂອກາດພິເສດແບບນັ້ນ?

9. ມີຈັກຄົນຈະຮ່ວມປົກຄອງກັບພະເຍຊູ ແລະພະເຈົ້າເລີ່ມຕົ້ນເລືອກເຂົາເຈົ້າຕັ້ງແຕ່ຕອນໃດ?

9 ດັ່ງທີ່ບອກໄວ້ໃນບົດທີ 7 ຂອງປຶ້ມນີ້ ອັກຄະສາວົກໂຢຮັນໄດ້ເຫັນນິມິດທີ່ມີ “ລູກແກະ [ພະເຍຊູຄລິດ] ຢືນຢູ່ເທິງພູເຂົາຊີໂອນ [ບ່ອນຢູ່ຂອງພະອົງໃນສະຫວັນ] ແລະກັບພະອົງມີຄົນ 144.000 ຄົນທີ່ມີນາມຊື່ຂອງພະອົງແລະນາມຊື່ພະບິດາຂອງພະອົງຂຽນໄວ້ທີ່ໜ້າຜາກຂອງເຂົາ.” 144.000 ຄົນນີ້ແມ່ນໃຜ? ໂຢຮັນເອງບອກເຮົາວ່າ “ລູກແກະສະເດັດໄປທາງໃດ ຄົນທັງຫຼາຍນີ້ກໍຕາມພະອົງໄປທາງນັ້ນ. ຄົນທັງຫຼາຍນີ້ເປັນທີ່ຊື້ເອົາມາຈາກທ່າມກາງມະນຸດ ເປັນໝາກເດີມຖວາຍແກ່ພະເຈົ້າແລະແກ່ລູກແກະ.” (ຄຳປາກົດ 14:1, 4) ແມ່ນແລ້ວ ຄົນເຫຼົ່ານັ້ນເປັນລູກສິດທີ່ສັດຊື່ຂອງພະເຍຊູຄລິດ ເຊິ່ງຖືກເລືອກເປັນພິເສດໃຫ້ປົກຄອງຮ່ວມກັບພະອົງໃນສະຫວັນ. ພາຍຫຼັງຖືກປຸກໃຫ້ຄືນມາຈາກຕາຍເພື່ອມີຊີວິດຢູ່ພາກສະຫວັນ ພວກເຂົາຈະ “ເປັນກະສັດ . . . ຄຸ້ມຄອງແຜ່ນດິນໂລກ” ພ້ອມກັບພະເຍຊູ. (ຄຳປາກົດ 5:10) ນັບຕັ້ງແຕ່ສະໄໝຂອງພວກອັກຄະສາວົກພຸ້ນ ພະເຈົ້າໄດ້ເລືອກເອົາຄລິດສະຕຽນທີ່ສັດຊື່ເພື່ອເຮັດໃຫ້ຈຳນວນ 144.000 ຄົນຄົບຖ້ວນ.

10. ເປັນຫຍັງການໃຫ້ພະເຍຊູແລະ 144.000 ຄົນປົກຄອງມະນຸດຈຶ່ງເປັນການຈັດຕຽມທີ່ປ່ຽມລົ້ນດ້ວຍຄວາມຮັກ?

10 ການໃຫ້ພະເຍຊູແລະ 144.000 ຄົນປົກຄອງມະນຸດນັ້ນເປັນການຈັດຕຽມທີ່ປ່ຽມລົ້ນດ້ວຍຄວາມຮັກແທ້ໆ. ເຫດຜົນໜຶ່ງກໍຄື ພະເຍຊູຮູ້ວ່າການເປັນມະນຸດແລະການທີ່ຕ້ອງປະສົບຄວາມທຸກທໍລະມານນັ້ນເປັນຈັ່ງໃດ. ໂປໂລເວົ້າວ່າ ພະເຍຊູ “ບໍ່ແມ່ນຜູ້ທີ່ບໍ່ສາມາດເຫັນອົກເຫັນໃຈສຳລັບຄວາມອ່ອນແອຂອງພວກເຮົາໄດ້. ກົງກັນຂ້າມ ພວກເຮົາມີປະໂລຫິດໃຫຍ່ທີ່ໄດ້ຖືກທົດລອງທຸກປະການຢ່າງພວກເຮົາ ແຕ່ພະອົງບໍ່ໄດ້ເຮັດບາບ.” (ເຫບເລີ 4:15, ທ.ປ.; 5:8) ຜູ້ຮ່ວມປົກຄອງກັບພະອົງກໍປະສົບກັບຄວາມທຸກທໍລະມານແລະຕ້ອງອົດທົນເຊັ່ນກັນເມື່ອເປັນມະນຸດ. ນອກຈາກນີ້ ເຂົາເຈົ້າໄດ້ຕໍ່ສູ້ກັບຄວາມບໍ່ສົມບູນແບບ ແລະຕ້ອງອົດທົນກັບຄວາມເຈັບປ່ວຍທຸກຊະນິດ. ເຂົາເຈົ້າຈະເຂົ້າໃຈແທ້ໆຕໍ່ກັບບັນຫາຕ່າງໆທີ່ມະນຸດປະສົບ!

ລາຊະອານາຈັກຂອງພະເຈົ້າ ຈະເຮັດສິ່ງໃດ?

11. ເປັນຫຍັງພະເຍຊູຈຶ່ງກ່າວວ່າພວກສາວົກຂອງພະອົງຄວນອະທິດຖານຂໍໃຫ້ໃຈປະສົງຂອງພະເຈົ້າສຳເລັດໃນສະຫວັນ?

11 ເມື່ອພະເຍຊູກ່າວວ່າພວກສາວົກຂອງພະອົງຄວນອະທິດຖານຂໍໃຫ້ລາຊະອານາຈັກຂອງພະເຈົ້າມາຕັ້ງຢູ່ ພະອົງຍັງກ່າວອີກວ່າເຂົາເຈົ້າຄວນອະທິດຖານຂໍໃຫ້ໃຈປະສົງຂອງພະເຈົ້າທີ່ສຳເລັດແລ້ວໃນ “ສະຫວັນຢ່າງໃດ ຂໍໃຫ້ສຳເລັດທີ່ແຜ່ນດິນໂລກຢ່າງນັ້ນ.” ພະເຈົ້າຢູ່ໃນສະຫວັນ ແລະພວກທູດສະຫວັນທີ່ສັດຊື່ໄດ້ເຮັດໃຫ້ໃຈປະສົງຂອງພະອົງສຳເລັດຢູ່ສະເໝີ. ແນວໃດກໍຕາມ ໃນບົດທີ 3 ຂອງປຶ້ມນີ້ເຮົາໄດ້ຮຽນຮູ້ວ່າທູດສະຫວັນຊົ່ວຕົນໜຶ່ງໄດ້ເຊົາເຮັດຕາມໃຈປະສົງຂອງພະເຈົ້າ ແລະມັນເປັນຕົ້ນເຫດໃຫ້ອາດາມແລະເອວາເຮັດບາບ. ໃນບົດທີ 10 ເຮົາຈະຮຽນຮູ້ຕື່ມວ່າຄຳພີໄບເບິນສອນແນວໃດກ່ຽວກັບທູດສະຫວັນຊົ່ວຕົນນັ້ນ ເຊິ່ງຮູ້ວ່າແມ່ນຊາຕານພະຍາມານ. ຊາຕານກັບພວກທູດສະຫວັນທີ່ຕິດຕາມມັນຖືກເອີ້ນວ່າພວກຜີປີສາດ ພວກມັນທັງໝົດໄດ້ຮັບອະນຸຍາດໃຫ້ຢູ່ໃນສະຫວັນໄລຍະໜຶ່ງ. ດ້ວຍເຫດນີ້ ຈຶ່ງບໍ່ແມ່ນຜູ້ທີ່ຢູ່ໃນສະຫວັນທັງໝົດເຮັດຕາມໃຈປະສົງຂອງພະເຈົ້າ. ແຕ່ສະພາບການຈະປ່ຽນໄປເມື່ອລາຊະອານາຈັກຂອງພະເຈົ້າເລີ່ມປົກຄອງ. ພະເຍຊູຄລິດ ກະສັດທີ່ຫາກໍຂຶ້ນຄອງບັນລັງຈະເຮັດສົງຄາມກັບຊາຕານ.—ຄຳປາກົດ 12:7-9.

12. ໃນຄຳປາກົດ 12:10 ມີການກ່າວເຖິງເຫດການສອງຢ່າງທີ່ສຳຄັນອັນໃດແດ່?

12 ຄຳພະຍາກອນຕໍ່ມາອະທິບາຍເຖິງສິ່ງທີ່ຈະເກີດຂຶ້ນໄວ້ວ່າ “ເຮົາໄດ້ຍິນສຽງປາກດັງໃນຟ້າສະຫວັນຮ້ອງວ່າ ‘ບັດນີ້ຄວາມພົ້ນແລະລິດເດດແລະແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ແຫ່ງພະເຈົ້າຂອງເຮົາທັງຫຼາຍໄດ້ມາແລ້ວ ແລະອຳນາດແຫ່ງພະຄລິດຂອງພະອົງ ເພາະວ່າຜູ້ທີ່ຟ້ອງ [ຊາຕານ] ພວກພີ່ນ້ອງຂອງເຮົາທັງຫຼາຍ ທີ່ໄດ້ຟ້ອງເຂົາຕໍ່ໜ້າພະເຈົ້າທັງກາງເວັນທັງກາງຄືນເປັນທີ່ຖິ້ມລົງເສຍແລ້ວ.’” (ຄຳປາກົດ 12:10) ເຈົ້າສັງເກດເຫັນບໍວ່າມີການກ່າວເຖິງເຫດການສອງຢ່າງທີ່ສຳຄັນໃນຂໍ້ຄຳພີນີ້? ເຫດການທຳອິດ ລາຊະອານາຈັກຂອງພະເຈົ້າທີ່ມີພະເຍຊູເປັນກະສັດເລີ່ມຕົ້ນປົກຄອງແລ້ວ. ເຫດການທີສອງແມ່ນຊາຕານຖືກໄລ່ອອກຈາກສະຫວັນໃຫ້ມາຢູ່ແຜ່ນດິນໂລກ.

13. ເມື່ອຊາຕານຖືກໄລ່ອອກຈາກສະຫວັນ ຜົນທີ່ຕາມມາເປັນແນວໃດ?

13 ອັນໃດຄືຜົນຈາກເຫດການສອງຢ່າງນີ້? ເຮົາອ່ານກ່ຽວກັບສິ່ງທີ່ເກີດຂຶ້ນໃນສະຫວັນດັ່ງນີ້ “ຟ້າສະຫວັນທັງຫຼາຍກັບທັງຜູ້ທີ່ຢູ່ໃນສະຫວັນນັ້ນ ຈົ່ງຊົມຊື່ນຍິນດີເຖີ້ນ.” (ຄຳປາກົດ 12:12) ແມ່ນແລ້ວ ພວກທູດສະຫວັນທີ່ສັດຊື່ເຊິ່ງຢູ່ໃນສະຫວັນຊົມຊື່ນຍິນດີເພາະວ່າຊາຕານແລະພວກຜີປີສາດຂອງມັນຖືກໄລ່ອອກຈາກສະຫວັນ ແລະທູດສະຫວັນທຸກໆອົງທີ່ຢູ່ໃນສະຫວັນລ້ວນແຕ່ສັດຊື່ຕໍ່ພະເຢໂຫວາພະເຈົ້າ. ດັ່ງນັ້ນ ໃນສະຫວັນຈຶ່ງມີຄວາມສະຫງົບສຸກແລະມີຄວາມສາມັກຄີກັນຢ່າງທີ່ບໍ່ມີໃຜທຳລາຍໄດ້. ຕອນນີ້ມີການເຮັດຕາມໃຈປະສົງຂອງພະເຈົ້າແລ້ວໃນສະຫວັນ.

ການຂັບໄລ່ຊາຕານແລະພວກຜີປີສາດ ຂອງມັນອອກຈາກສະຫວັນ ເຮັດໃຫ້ເກີດ ວິບາກແກ່ແຜ່ນດິນໂລກ. ອີກບໍ່ດົນຄວາມລຳບາກເຊັ່ນນັ້ນຈະຈົບສິ້ນລົງ

14. ເກີດຫຍັງຂຶ້ນເນື່ອງຈາກວ່າຊາຕານຖືກໄລ່ລົງມາຢູ່ແຜ່ນດິນໂລກ?

14 ກ່ຽວກັບແຜ່ນດິນໂລກເດ? ຄຳພີໄບເບິນບອກວ່າ “ວິບາກແກ່ແຜ່ນດິນໂລກແລະແກ່ນໍ້າທະເລ ເຫດວ່າພະຍາມານໄດ້ລົງມາເຖິງທ່ານທັງຫຼາຍມີຄວາມຄຽດຮ້າຍນັກ ເພາະຮູ້ຈັກວ່າເວລາແຫ່ງຕົນຍັງແຕ່ໜ້ອຍດຽວ.” (ຄຳປາກົດ 12:12) ຊາຕານຄຽດເພາະມັນຖືກໄລ່ອອກຈາກສະຫວັນແລະມີເວລາເຫຼືອພຽງໜ້ອຍດຽວ. ດ້ວຍຄວາມຄຽດ ມັນເຮັດໃຫ້ເກີດຄວາມຍາກລຳບາກ ຫຼື “ວິບາກ” ຢູ່ເທິງແຜ່ນດິນໂລກ. ເຮົາຈະຮຽນຮູ້ຕື່ມກ່ຽວກັບ “ວິບາກ” ນັ້ນໃນບົດຕໍ່ໄປ. ແຕ່ເມື່ອຄິດເຖິງເລື່ອງນີ້ ເຮົາອາດຖາມວ່າ ລາຊະອານາຈັກຈະເຮັດໃຫ້ໃຈປະສົງຂອງພະເຈົ້າສຳເລັດຢູ່ເທິງແຜ່ນດິນໂລກໄດ້ແນວໃດ?

15. ພະເຈົ້າມີໃຈປະສົງແນວໃດສຳລັບແຜ່ນດິນໂລກ?

15 ຂໍໃຫ້ນຶກເຖິງໃຈປະສົງຂອງພະເຈົ້າສຳລັບແຜ່ນດິນໂລກ. ເຮົາໄດ້ຮຽນຮູ້ກ່ຽວກັບເລື່ອງນີ້ໃນບົດທີ 3. ໃນສວນເອເດນພະເຈົ້າໄດ້ສະແດງວ່າຢາກໃຫ້ແຜ່ນດິນໂລກເປັນອຸທິຍານ ເຊິ່ງເຕັມໄປດ້ວຍມະນຸດທີ່ຊອບທຳແລະມີຊີວິດຢູ່ຕະຫຼອດໄປ. ຊາຕານພາໃຫ້ອາດາມແລະເອວາເຮັດບາບ ແລະເລື່ອງນີ້ກະທົບໃສ່ຄວາມສຳເລັດກ່ຽວກັບໃຈປະສົງຂອງພະເຈົ້າຕໍ່ແຜ່ນດິນໂລກໃນໄລຍະໜຶ່ງ ແຕ່ກໍບໍ່ໄດ້ເຮັດໃຫ້ໃຈປະສົງຂອງພະເຈົ້າປ່ຽນແປງ. ພະເຢໂຫວາຍັງມີໃຈປະສົງໃຫ້ “ຄົນຊອບທຳທັງຫຼາຍຈະມີແຜ່ນດິນໄວ້ແລະເຂົາຈະຕັ້ງຢູ່ທີ່ນັ້ນສືບໆໄປເປັນນິດ.” (ຄຳເພງ 37:29) ລາຊະອານາຈັກຂອງພະເຈົ້າຈະເຮັດໃຫ້ເລື່ອງນີ້ສຳເລັດເປັນຈິງ. ໂດຍວິທີໃດ?

16, 17. ດານຽນ 2:44 ບອກຫຍັງເຮົາກ່ຽວກັບລາຊະອານາຈັກຂອງພະເຈົ້າ?

16 ຂໍໃຫ້ຄິດກ່ຽວກັບຄຳພະຍາກອນທີ່ຢູ່ໃນດານຽນ 2:44 ທີ່ວ່າ “ໃນຄາວກະສັດທັງຫຼາຍນັ້ນພະເຈົ້າແຫ່ງຟ້າສະຫວັນຈະຕັ້ງພະລາຊະອານາຈັກອັນໜຶ່ງໄວ້ທີ່ຈະບໍ່ຈິບຫາຍສັກເທື່ອ. ແລະພະລາຊະອານາຈັກນີ້ຈະບໍ່ກາຍເປັນຂອງຊາວປະເທດອື່ນ. ມັນຈະໃຫ້ລາຊະອານາຈັກທັງປວງນີ້ຫັກແຕກຈິບຫາຍ ແຕ່ວ່າຕົວເອງຈະຕັ້ງຢູ່ສືບໆໄປເປັນນິດ.” ຂໍ້ນີ້ບອກຫຍັງເຮົາກ່ຽວກັບລາຊະອານາຈັກຂອງພະເຈົ້າ?

17 ອັນທຳອິດ ຂໍ້ນີ້ບອກເຮົາວ່າຈະມີການຕັ້ງລາຊະອານາຈັກຂອງພະເຈົ້າ “ໃນຄາວກະສັດທັງຫຼາຍນັ້ນ” ຫຼືໃນຂະນະທີ່ອານາຈັກອື່ນໆຍັງມີຢູ່. ອັນທີສອງ ຂໍ້ນີ້ບອກເຮົາວ່າລາຊະອານາຈັກຂອງພະເຈົ້າຈະຢູ່ຕະຫຼອດໄປ. ຈະບໍ່ມີລັດຖະບານໃດມາໂຄ່ນລົ້ມຫຼືເຂົ້າມາແທນທີ່ລາຊະອານາຈັກນີ້ໄດ້. ອັນທີສາມ ເຮົາເຫັນວ່າຈະມີສົງຄາມລະຫວ່າງລາຊະອານາຈັກຂອງພະເຈົ້າກັບອານາຈັກອື່ນຂອງໂລກນີ້. ແຕ່ລາຊະອານາຈັກຂອງພະເຈົ້າຈະໄດ້ໄຊຊະນະ. ໃນທີ່ສຸດລາຊະອານາຈັກຂອງພະເຈົ້າຈະເປັນລັດຖະບານດຽວທີ່ປົກຄອງມະນຸດ. ຈາກນັ້ນມະນຸດຈະຍິນດີກັບການປົກຄອງທີ່ດີທີ່ສຸດເທົ່າທີ່ເຂົາເຈົ້າເຄີຍຮູ້ເຄີຍເຫັນຜ່ານມາ.

18. ສົງຄາມຂັ້ນສຸດທ້າຍລະຫວ່າງລາຊະອານາຈັກຂອງພະເຈົ້າແລະບັນດາລັດຖະບານຂອງໂລກນີ້ມີຊື່ວ່າແນວໃດ?

18 ຄຳພີໄບເບິນໄດ້ບອກໄວ້ຫຼາຍສິ່ງກ່ຽວກັບສົງຄາມຂັ້ນເດັດຂາດລະຫວ່າງລາຊະອານາຈັກຂອງພະເຈົ້າກັບລັດຖະບານຕ່າງໆຂອງໂລກນີ້. ຕົວຢ່າງ ຄຳພີໄບເບິນສອນວ່າ ເມື່ອອະວະສານໃກ້ເຂົ້າມາ ພວກກາຍວິນຍານຊົ່ວຈະກະຈາຍຄຳຕົວະເພື່ອລໍ້ລວງ “ກະສັດທັງຫຼາຍທົ່ວແຜ່ນດິນໂລກທີ່ຄົນອາໄສ.” ເພື່ອຈຸດປະສົງຫຍັງ? “ເພື່ອຈະໃຫ້ເຂົາ [ບັນດາກະສັດ] ມາຊຸມນຸມກັນສຳລັບການເສິກໃນວັນອັນໃຫຍ່ຂອງພະເຈົ້າຜູ້ມີລິດເດດອັນໃຫຍ່ທີ່ສຸດ.” ບັນດາກະສັດທັງຫຼາຍຂອງແຜ່ນດິນໂລກຈະຖືກເຕົ້າໂຮມມາ “ທີ່ບ່ອນໜຶ່ງເອີ້ນຊື່ໃນພາສາເຫບເລີວ່າ ອະລະມະເຄໂດນ.” (ຄຳປາກົດ 16:14, 16) ເນື່ອງຈາກສິ່ງທີ່ກ່າວເຖິງໃນພະຄຳພີສອງຂໍ້ນີ້ ຈຶ່ງເອີ້ນການສູ້ຮົບຂັ້ນເດັດຂາດລະຫວ່າງບັນດາລັດຖະບານມະນຸດແລະລາຊະອານາຈັກຂອງພະເຈົ້າວ່າສົງຄາມອະລະມະເຄໂດນ.

19, 20. ອັນໃດຂັດຂວາງບໍ່ໃຫ້ໃຈປະສົງຂອງພະເຈົ້າສຳເລັດຢູ່ເທິງແຜ່ນດິນໂລກໃນຕອນນີ້?

19 ໂດຍທາງສົງຄາມອະລະມະເຄໂດນ ລາຊະອານາຈັກຂອງພະເຈົ້າຈະເຮັດໃຫ້ອັນໃດສຳເລັດ? ຂໍໃຫ້ຄິດຄືນເລື່ອງໃຈປະສົງຂອງພະເຈົ້າສຳລັບແຜ່ນດິນໂລກ. ພະເຢໂຫວາພະເຈົ້າຢາກໃຫ້ແຜ່ນດິນໂລກເຕັມໄປດ້ວຍມະນຸດສົມບູນແບບແລະຊອບທຳເຊິ່ງຮັບໃຊ້ພະອົງໃນອຸທິຍານ. ໃນຕອນນີ້ມີຫຍັງຂັດຂວາງບໍ່ໃຫ້ເປັນໄປຕາມໃຈປະສົງນັ້ນ? ສິ່ງທຳອິດ ເຮົາເປັນຄົນບາບ ເຮົາເຈັບປ່ວຍແລະຕາຍ. ແນວໃດກໍຕາມ ໃນບົດທີ 5 ເຮົາໄດ້ຮຽນຮູ້ວ່າພະເຍຊູສິ້ນຊີວິດແທນພວກເຮົາເພື່ອພວກເຮົາຈະມີຊີວິດຕະຫຼອດໄປ. ເຈົ້າຄົງຈະຈື່ຖ້ອຍຄຳທີ່ບັນທຶກໄວ້ໃນພະທຳກິດຕິຄຸນຂອງໂຢຮັນທີ່ວ່າ “ພະເຈົ້າໄດ້ຮັກມະນຸດສະໂລກຫຼາຍປານນັ້ນຈົນໄດ້ປະທານໃຫ້ພະບຸດອົງດຽວຂອງພະອົງ ເພື່ອຄົນທຸກຄົນທີ່ເຊື່ອໃນພະບຸດນັ້ນຈະບໍ່ຈິບຫາຍ ແຕ່ວ່າຈະມີຊີວິດອັນຕະຫຼອດໄປເປັນນິດ.”—ໂຢຮັນ 3:16.

20 ບັນຫາອີກຢ່າງໜຶ່ງກໍຄື ຫຼາຍຄົນເຮັດສິ່ງທີ່ບໍ່ດີ. ເຂົາເຈົ້າຂີ້ຕົວະ ຫຼອກຫຼວງ ແລະຜິດສິນລະທຳ. ເຂົາເຈົ້າບໍ່ຢາກ ເຮັດຕາມໃຈປະສົງຂອງພະເຈົ້າ. ຄົນທີ່ເຮັດສິ່ງບໍ່ດີຈະຖືກທຳລາຍໃນສົງຄາມອະລະມະເຄໂດນຂອງພະເຈົ້າ. (ຄຳເພງ 37:10) ຍັງມີເຫດຜົນອີກຢ່າງໜຶ່ງທີ່ເຮັດໃຫ້ໃຈປະສົງຂອງພະເຈົ້າຍັງບໍ່ທັນສຳເລັດຢູ່ເທິງແຜ່ນດິນໂລກໃນຕອນນີ້ ນັ້ນຄືລັດຖະບານຕ່າງໆບໍ່ໄດ້ສະໜັບສະຫນູນປະຊາຊົນໃຫ້ເຮັດຕາມໃຈປະສົງນັ້ນ. ຫຼາຍລັດຖະບານບໍ່ເຂັ້ມແຂງ ໂຫດຮ້າຍແລະສໍ້ໂກງ. ຄຳພີໄບເບິນກ່າວແບບກົງໄປກົງມາວ່າ “ຄົນທັງຫຼາຍຄຸ້ມຄອງຄົນທັງຫຼາຍໃຫ້ເປັນການອັນຕະລາຍແກ່ເຂົາ.”—ຜູ້ເທສະໜາປ່າວປະກາດ 8:9.

21. ລາຊະອານາຈັກຈະເຮັດໃຫ້ໃຈປະສົງຂອງພະເຈົ້າສຳເລັດຢູ່ເທິງແຜ່ນດິນໂລກໂດຍວິທີໃດ?

21 ຫຼັງຈາກອະລະມະເຄໂດນ ມະນຸດຈະຢູ່ພາຍໃຕ້ການປົກຄອງຂອງລັດຖະບານດຽວ ຄືລາຊະອານາຈັກຂອງພະເຈົ້າ. ລາຊະອານາຈັກນີ້ຈະເຮັດຕາມໃຈປະສົງຂອງພະເຈົ້າແລະນຳເອົາຄວາມຫວັງອັນເປັນຄວາມພອນອັນດີເລີດມາໃຫ້ເຮົາ. ຕົວຢ່າງ ລາຊະອານາຈັກນີ້ຈະກຳຈັດຊາຕານແລະພວກຜີປີສາດຂອງມັນ. (ຄຳປາກົດ 20:1-3) ຈະມີການນຳໃຊ້ຄຸນຄ່າເຄື່ອງບູຊາຂອງພະເຍຊູເພື່ອເຮັດໃຫ້ມະນຸດທີ່ສັດຊື່ບໍ່ຕ້ອງເຈັບປ່ວຍຫຼືຕາຍອີກຕໍ່ໄປ. ແທນທີ່ຈະເປັນແນວນັ້ນ ພາຍໃຕ້ການປົກຄອງຂອງລາຊະອານາຈັກ ເຂົາເຈົ້າຈະສາມາດມີຊີວິດຢູ່ຕະຫຼອດໄປ. (ຄຳປາກົດ 22:1-3) ແຜ່ນດິນໂລກຈະໄດ້ຮັບການຟື້ນຟູໃຫ້ເປັນອຸທິຍານ. ໂດຍວິທີນີ້ລາຊະອານາຈັກຈະເຮັດໃຫ້ໃຈປະສົງຂອງພະເຈົ້າສຳເລັດເທິງແຜ່ນດິນໂລກ ແລະຈະເຮັດໃຫ້ຊື່ຂອງພະເຈົ້າເປັນທີ່ນັບຖືອັນບໍລິສຸດ. ອັນນີ້ໝາຍຄວາມວ່າແນວໃດ? ກໍໝາຍຄວາມວ່າໃນທີ່ສຸດທຸກຄົນທີ່ມີຊີວິດຢູ່ພາຍໃຕ້ລາຊະອານາຈັກຂອງພະເຈົ້າຈະຖວາຍກຽດແກ່ຊື່ຂອງພະເຢໂຫວາ.

ລາຊະອານາຈັກຂອງພະເຈົ້າຈະລົງມືຈັດການເມື່ອໃດ?

22. ເປັນຫຍັງເຮົາຈຶ່ງຮູ້ໄດ້ວ່າລາຊະອານາຈັກຂອງພະເຈົ້າບໍ່ທັນຕັ້ງຂຶ້ນຕອນທີ່ພະເຍຊູຢູ່ເທິງແຜ່ນດິນໂລກ ຫຼືບໍ່ໄດ້ຕັ້ງຂຶ້ນທັນທີຫຼັງຈາກທີ່ພະອົງຖືກປຸກໃຫ້ຄືນມາຈາກຕາຍ?

22 ເມື່ອພະເຍຊູບອກພວກລູກສິດໃຫ້ອະທິດຖານວ່າ “ຂໍໃຫ້ລາຊະອານາຈັກຂອງພະອົງມາຕັ້ງຢູ່” ເຫັນໄດ້ຈະແຈ້ງວ່າລາຊະອານາຈັກຍັງບໍ່ທັນຕັ້ງຂຶ້ນໃນຕອນນັ້ນ. ລາຊະອານາຈັກຖືກຕັ້ງຂຶ້ນຕອນທີ່ພະເຍຊູຂຶ້ນໄປສະຫວັນບໍ? ບໍ່ແມ່ນ ເພາະທັງເປໂຕແລະໂປໂລບອກວ່າ ຫຼັງຈາກທີ່ພະເຍຊູຖືກປຸກໃຫ້ຄືນມາຈາກຕາຍ ຄຳພະຍາກອນໃນຄຳເພງ 110:1 ໄດ້ສຳເລັດເປັນຈິງໃນພະອົງທີ່ວ່າ “ພະເຢໂຫວາໄດ້ກ່າວແກ່ພະອົງເຈົ້າຂອງຂ້ານ້ອຍວ່າ ‘ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ ຈົນເຖິງເຮົາຈະເອົາສັດຕູທັງຫຼາຍຂອງພະອົງລົງມາເປັນມ້າຮອງຕີນຂອງພະອົງ.’” (ກິດຈະການ 2:32-35; ເຫບເລີ 10:12, 13) ນີ້ສະແດງວ່າມີໄລຍະທີ່ຕ້ອງລໍຖ້າ.

ພາຍໃຕ້ການປົກຄອງຂອງລາຊະອານາຈັກ ໃຈປະສົງຂອງພະເຈົ້າຈະສຳເລັດຢູ່ແຜ່ນດິນໂລກເຊັ່ນດຽວກັບທີ່ສຳເລັດຢູ່ສະຫວັນ

23. (ກ) ລາຊະອານາຈັກຂອງພະເຈົ້າເລີ່ມຕົ້ນປົກຄອງເມື່ອໃດ? (ຂ) ບົດຕໍ່ໄປເວົ້າເລື່ອງຫຍັງ?

23 ຕ້ອງລໍຖ້າດົນປານໃດ? ໃນລະຫວ່າງທ້າຍສະຕະວັດທີ 19 ແລະສະຕະວັດທີ 20 ພວກນັກສຶກສາຄຳພີໄບເບິນທີ່ຈິງໃຈໄດ້ເຂົ້າໃຈຫຼາຍຂຶ້ນວ່າເວລາຂອງການລໍຖ້າຈະສິ້ນສຸດລົງໃນປີ 1914. (ກ່ຽວກັບວັນເວລານີ້ ຂໍໃຫ້ເບິ່ງພາກຜະໜວກໜ້າ 215-218) ເຫດການຕ່າງໆຂອງໂລກທີ່ເລີ່ມຕົ້ນໃນປີ 1914 ຢືນຢັນວ່ານັກສຶກສາຄຳພີໄບເບິນທີ່ຈິງໃຈເຫຼົ່ານີ້ໄດ້ເຂົ້າໃຈຖືກຕ້ອງແລ້ວ. ຄວາມສຳເລັດເປັນຈິງຂອງຄຳພະຍາກອນໃນຄຳພີໄບເບິນສະແດງວ່າພະຄລິດໄດ້ກາຍເປັນກະສັດໃນປີ 1914 ແລະລາຊະອານາຈັກຂອງພະເຈົ້າທີ່ຢູ່ທາງພາກສະຫວັນໄດ້ເລີ່ມຕົ້ນປົກຄອງແລ້ວ. ດ້ວຍເຫດນີ້ ເຮົາພວມມີຊີວິດຢູ່ໃນ ‘ເວລາແຕ່ໜ້ອຍດຽວ’ ທີ່ຊາຕານມີເຫຼືອຢູ່. (ຄຳປາກົດ 12:12; ຄຳເພງ 110:2) ນອກຈາກນີ້ ເຮົາຍັງເວົ້າໄດ້ດ້ວຍຄວາມໝັ້ນໃຈວ່າອີກບໍ່ດົນລາຊະອານາຈັກຂອງພະເຈົ້າຈະລົງມືຈັດການເພື່ອເຮັດໃຫ້ໃຈປະສົງຂອງພະເຈົ້າສຳເລັດຢູ່ແຜ່ນດິນໂລກ. ເຈົ້າຮູ້ສຶກວ່ານີ້ເປັນຂ່າວທີ່ດີເລີດບໍ? ເຈົ້າເຊື່ອວ່າເລື່ອງນີ້ເປັນຄວາມຈິງບໍ? ບົດຕໍ່ໄປຈະຊ່ວຍເຈົ້າໃຫ້ເຫັນວ່າຄຳພີໄບເບິນສອນເລື່ອງເຫຼົ່ານີ້ແທ້ໆ.