ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີສິບເອັດ

ເປັນຫຍັງພະເຈົ້າຍອມໃຫ້ມີຄວາມທຸກທໍລະມານ?

ເປັນຫຍັງພະເຈົ້າຍອມໃຫ້ມີຄວາມທຸກທໍລະມານ?
  • ພະເຈົ້າເປັນຕົ້ນເຫດຂອງຄວາມທຸກທໍລະມານໃນທົ່ວໂລກບໍ?

  • ໃນສວນເອເດນ ມີການກໍ່ປະເດັນເລື່ອງໃດຂຶ້ນມາ?

  • ພະເຈົ້າຈະແກ້ໄຂຜົນກະທົບຈາກຄວາມ ທຸກທໍລະມານຂອງມະນຸດແນວໃດ?

1, 2. ຜູ້ຄົນໃນທຸກມື້ນີ້ປະສົບກັບຄວາມທຸກທໍລະມານໃນແບບໃດແດ່ ແລະເລື່ອງນີ້ເຮັດໃຫ້ຫຼາຍຄົນຖາມຄຳຖາມຫຍັງ?

ພາຍຫຼັງການສູ້ຮົບທີ່ຮຸນແຮງ ປະເທດໜຶ່ງໄດ້ຮັບຄວາມເສຍຫາຍຢ່າງຮາບກ້ຽງຍ້ອນຜົນຈາກສົງຄາມນັ້ນ ສາມັນຊົນທັງຜູ້ຍິງແລະເດັກນ້ອຍຫຼາຍພັນຄົນທີ່ຖືກຂ້າໄດ້ຖືກຝັງລວມກັນໃນຫລຸມໃຫຍ່ທີ່ມີຫຼັກປັກໄວ້ເປັນເຄື່ອງໝາຍອ້ອມຫລຸມນັ້ນ. ແຕ່ລະຫຼັກມີຄຳຈາລືກວ່າ “ເປັນຫຍັງ?” ບາງເທື່ອນີ້ເປັນຄຳຖາມທີ່ສະທ້ອນໃຫ້ເຫັນຄວາມເຈັບປວດໃຈທີ່ສຸດ. ຜູ້ຄົນຖາມແບບນີ້ດ້ວຍຄວາມເສົ້າໃຈເມື່ອສົງຄາມ ໄພທຳມະຊາດ ໂລກພະຍາດຫຼືອາດຊະຍາກຳ ເຮັດໃຫ້ຄົນທີ່ເຂົາເຈົ້າຮັກເຊິ່ງເປັນຜູ້ບໍລິສຸດເສຍຊີວິດ ເຮືອນຊານຂອງເຂົາເຈົ້າຖືກທຳລາຍ ຫຼືຄວາມທຸກທໍລະມານໃນອີກຫຼາຍໆວິທີທີ່ສຸດແສນຈະພັນລະນາໄດ້ມາຖືກເຂົາເຈົ້າ. ເຂົາເຈົ້າຢາກຮູ້ວ່າເປັນຫຍັງເຫດການທີ່ເສົ້າສະຫຼົດໃຈແບບນີ້ຈຶ່ງເກີດຂຶ້ນກັບຕົນເອງ.

2 ເປັນຫຍັງພະເຈົ້າຈຶ່ງຍອມໃຫ້ມີຄວາມທຸກທໍລະມານ? ຖ້າພະເຢໂຫວາພະເຈົ້າມີລິດເດດຮອບດ້ານ ມີຄວາມຮັກ ສະຕິປັນຍາ ແລະຄວາມຍຸຕິທຳ ເປັນຫຍັງໂລກຈຶ່ງມີແຕ່ຄວາມກຽດຊັງແລະຄວາມບໍ່ຍຸຕິທຳ? ເຈົ້າເອງເຄີຍສົງໄສຕໍ່ກັບເລື່ອງເຫຼົ່ານີ້ບໍ?

3, 4. (ກ) ສິ່ງໃດທີ່ສະແດງໃຫ້ເຫັນວ່າມັນບໍ່ຜິດທີ່ຈະຖາມເຫດຜົນທີ່ພະເຈົ້າຍອມໃຫ້ມີຄວາມທຸກທໍລະມານ? (ຂ) ພະເຢໂຫວາຮູ້ສຶກແນວໃດຕໍ່ກັບຄວາມຊົ່ວຮ້າຍແລະຄວາມທຸກທໍລະມານ?

3 ມັນຜິດບໍທີ່ຈະຖາມວ່າເປັນຫຍັງພະເຈົ້າຈຶ່ງຍອມໃຫ້ມີຄວາມທຸກທໍລະມານ? ບາງຄົນເປັນຫ່ວງວ່າການຖາມແບບນັ້ນຈະສະແດງວ່າເຂົາເຈົ້າຍັງບໍ່ມີຄວາມເຊື່ອພຽງພໍ ຫຼືສະແດງວ່າບໍ່ມີຄວາມນັບຖືຕໍ່ພະເຈົ້າ. ແນວໃດກໍຕາມ ເມື່ອອ່ານຄຳພີໄບເບິນເຈົ້າຈະພົບວ່າບຸກຄົນທີ່ສັດຊື່ແລະຢ້ານຢຳພະເຈົ້າກໍເຄີຍຖາມຄ້າຍໆກັນນັ້ນ. ຕົວຢ່າງ ຜູ້ພະຍາກອນຊື່ຫາບາກຸກຖາມພະເຢໂຫວາວ່າ “ເຫດສັນໃດພະອົງໃຫ້ຂ້ານ້ອຍເຫັນຄວາມອະທຳແລະພະອົງແຍງເບິ່ງການບັງບຽດ? ການທຳລາຍກັບການຫຍາບຊ້າກໍມີຢູ່ຕໍ່ໜ້າຂ້ານ້ອຍ ແລະມີຄວາມຖຽງກັນແລະສຽງການຜິດກັນກໍຍົກຂຶ້ນ?”—ຫາບາກຸກ 1:3.

ພະເຢໂຫວາຈະເຮັດໃຫ້ຄວາມທຸກທໍລະມານທັງໝົດສິ້ນສຸດລົງ

4 ເມື່ອຫາບາກຸກຜູ້ພະຍາກອນທີ່ສັດຊື່ຖາມແບບນັ້ນ ພະເຢໂຫວາຮ້າຍລາວບໍ? ບໍ່. ແທນທີ່ຈະຮ້າຍ ພະເຈົ້າໄດ້ເອົາຄຳເວົ້າທີ່ຈິງໃຈຂອງຫາບາກຸກລວມໄວ້ໃນບັນທຶກຂອງຄຳພີໄບເບິນທີ່ຂຽນຂຶ້ນໂດຍການດົນໃຈ. ພະເຈົ້າຍັງຊ່ວຍລາວໃຫ້ມີຄວາມເຂົ້າໃຈໃນເລື່ອງຕ່າງໆຊັດເຈນຫຼາຍຂຶ້ນແລະໃຫ້ມີຄວາມເຊື່ອຫຼາຍຂຶ້ນດ້ວຍ. ພະເຢໂຫວາຕ້ອງການເຮັດແບບດຽວກັນນີ້ກັບເຮົາ. ຂໍໃຫ້ຈື່ວ່າ ຄຳພີໄບເບິນສອນວ່າ “ພະອົງເປັນຫ່ວງພວກທ່ານ.” (1 ເປໂຕ 5:7, ທ.ປ.) ພະເຈົ້າກຽດຊັງຄວາມຊົ່ວຮ້າຍແລະຄວາມທຸກທໍລະມານທີ່ເກີດຂຶ້ນຈາກຄວາມຊົ່ວນັ້ນຫຼາຍກວ່າທີ່ມະນຸດຄົນໃດຄົນໜຶ່ງກຽດຊັງ. (ເອຊາອີ 55:8, 9) ຄັນຊັ້ນ ເປັນຫຍັງໂລກນີ້ຈຶ່ງມີຄວາມທຸກທໍລະມານຫຼາຍແທ້?

ເປັນຫຍັງຈຶ່ງມີຄວາມທຸກທໍລະມານຫຼາຍແທ້?

5. ບາງຄັ້ງມີການໃຫ້ເຫດຜົນວ່າແນວໃດເພື່ອອະທິບາຍເລື່ອງຄວາມທຸກທໍລະມານຂອງມະນຸດ ແຕ່ຄຳພີໄບເບິນສອນວ່າແນວໃດ?

5 ຜູ້ຄົນໃນສາສະໜາຕ່າງໆໄດ້ຖາມພວກຫົວໜ້າສາສະໜາແລະພວກອາຈານສອນສາສະໜາຂອງຕົນວ່າເປັນຫຍັງຈຶ່ງມີຄວາມທຸກທໍລະມານຫຼາຍແທ້. ຄຳຕອບທີ່ໄດ້ຍິນເລື້ອຍໆກໍຄືວ່າພະເຈົ້າຢາກໃຫ້ມີຄວາມທຸກທໍລະມານແລະພະອົງໄດ້ກຳນົດທຸກສິ່ງໄວ້ແຕ່ດົນແລ້ວວ່າຈະມີຫຍັງເກີດຂຶ້ນ ເຊິ່ງລວມເຖິງເຫດການທີ່ກໍ່ໃຫ້ເກີດຄວາມໂສກເສົ້າ. ຊໍ້າບໍ່ຫນຳຫຼາຍຄົນເຄີຍໄດ້ຍິນວ່າແນວທາງຂອງພະເຈົ້າເປັນເລື່ອງທີ່ເຂົ້າໃຈບໍ່ໄດ້ເລີຍ ຫຼືໄດ້ຍິນວ່າພະເຈົ້າເຮັດໃຫ້ຄົນຕາຍແລະແມ່ນແຕ່ເຮັດໃຫ້ເດັກນ້ອຍຕາຍດ້ວຍຊໍ້າເພື່ອຈະໃຫ້ຄົນຕາຍເຫຼົ່ານັ້ນໄປຢູ່ນຳພະອົງໃນສະຫວັນ. ຕາມທີ່ເຮົາໄດ້ຮຽນຮູ້ມາແລ້ວ ພະເຢໂຫວາພະເຈົ້າບໍ່ເຄີຍເຮັດໃຫ້ສິ່ງຊົ່ວຮ້າຍເກີດຂຶ້ນ. ຄຳພີໄບເບິນບອກວ່າ “ຄວາມຮ້າຍຢູ່ຫ່າງໄກຈາກພະເຈົ້າແລະຄວາມອະທຳກໍຢູ່ຫ່າງໄກຈາກພະເຈົ້າອົງມີລິດເດດອັນໃຫຍ່ທີ່ສຸດ.”—ໂຢບ 34:10.

6. ເປັນຫຍັງຫຼາຍຄົນຈຶ່ງໂທດພະເຈົ້າແບບຜິດໆວ່າພະອົງເປັນຕົ້ນເຫດຂອງຄວາມທຸກທໍລະມານໃນໂລກນີ້?

6 ເຈົ້າຮູ້ບໍວ່າເປັນຫຍັງຜູ້ຄົນຈຶ່ງໂທດພະເຈົ້າແບບຜິດໆວ່າພະອົງເປັນຕົ້ນເຫດຂອງຄວາມທຸກທໍລະມານທັງສິ້ນໃນໂລກນີ້? ໃນຫຼາຍກໍລະນີ ເຂົາເຈົ້າໂທດພະເຈົ້າຜູ້ມີລິດທານຸພາບທຸກປະການເພາະເຂົາເຈົ້າຄິດວ່າພະອົງເປັນຜູ້ປົກຄອງໂລກນີ້ແທ້ໆ. ເຂົາເຈົ້າບໍ່ຮູ້ຈັກຄວາມຈິງທີ່ຄຳພີໄບເບິນສອນເຊິ່ງເປັນເລື່ອງງ່າຍໆແຕ່ສຳຄັນ. ເຮົາໄດ້ຮຽນຮູ້ຄວາມຈິງນັ້ນໃນບົດທີ 3 ຂອງປຶ້ມນີ້. ຜູ້ປົກຄອງທີ່ແທ້ຈິງຂອງໂລກນີ້ແມ່ນຊາຕານພະຍາມານ.

7, 8. (ກ) ໂລກນີ້ສະທ້ອນເຖິງນິດໄສໃຈຄໍຂອງຜູ້ປົກຄອງໂລກນີ້ແນວໃດ? (ຂ) ຄວາມບໍ່ສົມບູນແບບຂອງມະນຸດແລະ “ວາລະແລະເຫດການທີ່ບໍ່ໄດ້ຄາດລ່ວງໜ້າ” ເພີ່ມຄວາມທຸກທໍລະມານໃຫ້ຫຼາຍຂຶ້ນຄືແນວໃດ?

7 ຄຳພີໄບເບິນກ່າວຢ່າງຊັດເຈນວ່າ “ມະນຸດສະໂລກທັງສິ້ນນອນຢູ່ໃນຜູ້ຮ້າຍນັ້ນ.” (1 ໂຢຮັນ 5:19) ເມື່ອເຮົາຄິດເຖິງເລື່ອງນີ້ນັບວ່າມີເຫດຜົນບໍ່ແມ່ນບໍ? ໂລກນີ້ສະທ້ອນເຖິງນິດໄສໃຈຄໍຂອງກາຍວິນຍານທີ່ເຮົາເບິ່ງບໍ່ເຫັນເຊິ່ງ “ລໍ້ລວງທົ່ວແຜ່ນດິນໂລກທີ່ຄົນອາໄສ.” (ຄຳປາກົດ 12:9) ຊາຕານເປັນຕາໜ້າກຽດຊັງ ຫຼອກລວງ ແລະໂຫດຮ້າຍ. ດັ່ງນັ້ນໂລກທີ່ຢູ່ໃຕ້ອຳນາດຂອງມັນຈຶ່ງມີແຕ່ຄວາມກຽດຊັງ ການຫຼອກລວງ ແລະຄວາມໂຫດຮ້າຍ. ນັ້ນເປັນເຫດຜົນໜຶ່ງທີ່ກໍ່ໃຫ້ມີຄວາມທຸກຫຼາຍ.

8 ດັ່ງທີ່ມີການພິຈາລະນາໃນບົດທີ 3 ເຫດຜົນທີສອງທີ່ກໍ່ໃຫ້ເກີດຄວາມທຸກທໍລະມານຫຼາຍແທ້ໆກໍຄືຄົນເຮົາບໍ່ສົມບູນແບບແລະມີບາບຕັ້ງແຕ່ການກະບົດໃນສວນເອເດນພຸ້ນ. ມະນຸດທີ່ມີບາບມັກຈະຕໍ່ສູ້ເພື່ອຍາດຊີງອຳນາດ ແລະຜົນທີ່ຕາມມາກໍຄືສົງຄາມ ການກົດຂີ່ ແລະຄວາມທຸກທໍລະມານ. (ຜູ້ເທສະໜາປ່າວປະກາດ 4:1; 8:9) ເຫດຜົນທີສາມສຳລັບຄວາມທຸກທໍລະມານແມ່ນ “ວາລະແລະເຫດການທີ່ບໍ່ໄດ້ຄາດລ່ວງໜ້າ.” (ຜູ້ເທສະໜາປ່າວປະກາດ 9:11, ລ.ມ.) ໃນໂລກທີ່ພະເຢໂຫວາບໍ່ໄດ້ເປັນຜູ້ປົກຄອງທີ່ໃຫ້ການປົກປ້ອງດູແລ ຜູ້ຄົນອາດປະສົບຄວາມເຈັບປວດຍ້ອນວ່າເຂົາເຈົ້າບັງເອີນໄປຢູ່ຜິດບ່ອນຜິດເວລາ.

9. ເປັນຫຍັງເຮົາຈຶ່ງໝັ້ນໃຈໄດ້ວ່າພະເຢໂຫວາມີເຫດຜົນທີ່ດີໃນການຍອມໃຫ້ຄວາມທຸກທໍລະມານມີຢູ່ຕໍ່ໄປ?

9 ເປັນການປອບໂຍນໃຈເຮົາທີ່ຮູ້ວ່າພະເຈົ້າບໍ່ແມ່ນຕົ້ນເຫດຂອງຄວາມທຸກທໍລະມານ. ພະອົງບໍ່ແມ່ນຕົ້ນເຫດຂອງສົງຄາມ ອາດຊະຍາກຳ ການກົດຂີ່ ຫຼືແມ່ນແຕ່ໄພທຳມະຊາດທີ່ເຮັດໃຫ້ຜູ້ຄົນທຸກທໍລະມານ. ແນວໃດກໍຕາມ ເຮົາຈຳເປັນຕ້ອງຮູ້ວ່າເປັນຫຍັງພະເຢໂຫວາຈຶ່ງຍອມໃຫ້ມີຄວາມທຸກທໍລະມານທັງໝົດນີ້? ຖ້າພະອົງເປັນພະເຈົ້າທີ່ມີລິດທານຸພາບທຸກປະການ ພະອົງຍ່ອມມີລິດເດດທີ່ຈະຍຸດຕິຄວາມທຸກທໍລະມານ. ຄັນຊັ້ນເປັນຫຍັງພະອົງຈຶ່ງບໍ່ໃຊ້ລິດເດດນັ້ນ? ພະເຈົ້າຜູ້ປ່ຽມລົ້ນດ້ວຍຄວາມຮັກເຊິ່ງເຮົາໄດ້ຮູ້ຈັກຕ້ອງມີເຫດຜົນທີ່ດີ.—1 ໂຢຮັນ 4:8.

ການກໍ່ປະເດັນສຳຄັນຂຶ້ນມາ

10. ຊາຕານໄດ້ຕັ້ງຂໍ້ສົງໄສຫຍັງ ແລະມັນຕັ້ງຂໍ້ສົງໄສໂດຍວິທີໃດ?

10 ເພື່ອຈະເຂົ້າໃຈເຫດຜົນທີ່ພະເຈົ້າຍອມໃຫ້ມີຄວາມທຸກທໍລະມານ ເຮົາຕ້ອງຄິດຄືນເຖິງສະໄໝທີ່ຄວາມທຸກທໍລະມານນັ້ນເລີ່ມຕົ້ນ. ເມື່ອຊາຕານຊັກຈູງອາດາມແລະເອວາບໍ່ໃຫ້ເຊື່ອຟັງພະເຢໂຫວາ ຈຶ່ງເຮັດໃຫ້ເກີດຄຳຖາມສຳຄັນຂຶ້ນມາ. ຊາຕານບໍ່ໄດ້ຕັ້ງຂໍ້ສົງໄສກ່ຽວກັບລິດເດດ ຂອງພະເຢໂຫວາ. ແມ່ນແຕ່ຊາຕານເອງກໍຮູ້ວ່າພະເຢໂຫວາມີລິດເດດທີ່ບໍ່ມີຂີດຈຳກັດ. ແທນທີ່ຈະເປັນແນວນັ້ນ ຊາຕານພັດຕັ້ງຂໍ້ສົງໄສກ່ຽວກັບສິດທິໃນການປົກຄອງ ຂອງພະເຢໂຫວາ. ໂດຍການເອີ້ນພະເຈົ້າວ່າເປັນຜູ້ຕົວະເຊິ່ງກີດກັນຜູ້ທີ່ຢູ່ໃຕ້ການປົກຄອງຂອງພະອົງບໍ່ໃຫ້ໄດ້ຮັບສິ່ງດີໆ ຊາຕານໄດ້ກ່າວຫາພະເຢໂຫວາວ່າເປັນຜູ້ປົກຄອງທີ່ບໍ່ດີ. (ຕົ້ນເດີມ 3:2-5) ຊາຕານເວົ້າໂດຍທາງອ້ອມວ່າມະນຸດຄົງຈະມີຊີວິດການເປັນຢູ່ທີ່ດີກວ່າຖ້າບໍ່ມີການປົກຄອງຂອງພະເຈົ້າ. ນີ້ເປັນການໂຈມຕີສິດທິສູງສຸດໃນການປົກຄອງ ຂອງພະເຢໂຫວາ.

11. ເປັນຫຍັງພະເຢໂຫວາຈຶ່ງບໍ່ທຳລາຍພວກກະບົດໃນສວນເອເດນ?

11 ອາດາມແລະເອວາກະບົດຕໍ່ພະເຢໂຫວາ. ໃນຄວາມໝາຍໜຶ່ງທັງສອງເວົ້າວ່າ ‘ພວກເຮົາບໍ່ຈຳເປັນຕ້ອງໃຫ້ພະເຢໂຫວາເປັນຜູ້ປົກຄອງຂອງພວກເຮົາ. ພວກເຮົາສາມາດຕັດສິນດ້ວຍຕົວເອງວ່າອັນໃດຖືກອັນໃດຜິດ.’ ພະເຢໂຫວາຈະແກ້ໄຂບັນຫານັ້ນໄດ້ແນວໃດ? ພະອົງຈະສອນສິ່ງເນລະມິດສ້າງທີ່ມີຄວາມຮູ້ສຶກນຶກຄິດໄດ້ແນວໃດວ່າພວກກະບົດເປັນຝ່າຍຜິດ ແລະແນວທາງຂອງພະອົງດີທີ່ສຸດແທ້ໆ? ບາງຄົນອາດບອກວ່າພະເຈົ້າຄວນຈະທຳລາຍພວກກະບົດແລ້ວສ້າງມະນຸດຂຶ້ນມາໃໝ່. ແຕ່ພະເຢໂຫວາໄດ້ຊີ້ແຈງວ່າພະອົງປະສົງທີ່ຈະເຮັດໃຫ້ແຜ່ນດິນໂລກເຕັມໄປດ້ວຍລູກຫຼານຂອງອາດາມແລະເອວາ ແລະພະອົງຕ້ອງການໃຫ້ເຂົາເຈົ້າມີຊີວິດຢູ່ແຜ່ນດິນໂລກທີ່ເປັນອຸທິຍານ. (ຕົ້ນເດີມ 1:28) ພະເຢໂຫວາເຮັດໃຫ້ໃຈປະສົງຂອງພະອົງສຳເລັດເປັນຈິງສະເໝີ. (ເອຊາອີ 55:10, 11) ນອກຈາກນີ້ ການກຳຈັດພວກກະບົດໃນສວນເອເດນຄົງຈະບໍ່ໄດ້ຕອບຂໍ້ສົງໄສນັ້ນກ່ຽວກັບສິດທິໃນການປົກຄອງຂອງພະເຢໂຫວາ.

12, 13. ຈົ່ງຍົກຕົວຢ່າງທີ່ສະແດງໃຫ້ເຫັນເຫດຜົນທີ່ພະເຢໂຫວາຍອມໃຫ້ຊາຕານກາຍເປັນຜູ້ປົກຄອງໂລກນີ້ ແລະເຫດຜົນທີ່ພະເຈົ້າອະນຸຍາດໃຫ້ມະນຸດປົກຄອງຕົນເອງ.

12 ຂໍໃຫ້ພິຈາລະນາຕົວຢ່າງໜຶ່ງ. ສົມມຸດວ່ານາຍຄູພວມອະທິບາຍວິທີແກ້ເລກຂໍ້ທີ່ຍາກໃຫ້ກັບລູກສິດ. ລູກສິດຜູ້ໜຶ່ງທີ່ສະຫຼາດແຕ່ດື້ດ້ານອ້າງວ່າວິທີແກ້ເລກຂອງນາຍຄູຜິດ. ໂດຍບອກທາງອ້ອມວ່ານາຍຄູຂາດຄວາມສາມາດ ລູກສິດທີ່ດື້ດ້ານຜູ້ນີ້ຢືນຢັນວ່າຕົນເອງຮູ້ວິທີແກ້ເລກທີ່ດີກວ່າ. ລູກສິດຄົນອື່ນຄິດວ່າຫມູ່ທີ່ດື້ດ້ານນັ້ນເປັນຝ່າຍຖືກແລະຈຶ່ງພາກັນດື້ດ້ານຕໍ່ນາຍຄູນຳກັນ. ນາຍຄູຄວນເຮັດແນວໃດ? ຖ້ານາຍຄູໄລ່ພວກລູກສິດທີ່ດື້ດ້ານອອກໄປຈາກຫ້ອງຮຽນ ມັນຈະມີຜົນກະທົບແນວໃດຕໍ່ນັກຮຽນຄົນອື່ນ? ເຂົາເຈົ້າຈະເຊື່ອແມ່ນບໍວ່າຫມູ່ນັກຮຽນຜູ້ນັ້ນແລະຜູ້ທີ່ເຂົ້າຢູ່ຝ່າຍລາວເປັນຝ່າຍຖືກ? ນັກຮຽນຄົນອື່ນທີ່ຢູ່ໃນຫ້ອງອາດສູນເສຍຄວາມນັບຖືຕໍ່ນາຍຄູ ໂດຍຄິດວ່ານາຍຄູຢ້ານຈະຖືກພິສູດວ່າເປັນຝ່າຍຜິດ. ແຕ່ສົມມຸດວ່ານາຍຄູຍອມໃຫ້ລູກສິດທີ່ດື້ດ້ານນັ້ນສະແດງໃຫ້ຫມູ່ໃນຫ້ອງເຫັນວິທີແກ້ເລກດ້ວຍຕົວລາວ ເອງເດ.

ລູກສິດຈະມີຄວາມສາມາດຫຼາຍກວ່ານາຍຄູບໍ?

13 ພະເຢໂຫວາໄດ້ເຮັດຄ້າຍຄືກັບທີ່ນາຍຄູຜູ້ນັ້ນເຮັດ. ຂໍໃຫ້ຈື່ໄວ້ ບໍ່ໄດ້ມີພຽງແຕ່ພວກກະບົດໃນສວນເອເດນທີ່ມີສ່ວນກ່ຽວຂ້ອງ. ທູດສະຫວັນຫຼາຍລ້ານອົງພວມເຝົ້າເບິ່ງຢູ່. (ໂຢບ 38:7; ດານຽນ 7:10) ວິທີທີ່ພະເຢໂຫວາຈັດການກັບການກະບົດຈະມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ບັນດາທູດສະຫວັນເຫຼົ່ານັ້ນແລະໃນທີ່ສຸດກໍຕໍ່ກັບສິ່ງເນລະມິດສ້າງທີ່ມີຄວາມຮູ້ສຶກນຶກຄິດທັງໝົດ. ດັ່ງນັ້ນ ພະເຢໂຫວາໄດ້ເຮັດແນວໃດ? ພະອົງໄດ້ຍອມໃຫ້ຊາຕານສະແດງວິທີທີ່ມັນຈະປົກຄອງມະນຸດຊາດ. ພະເຈົ້າຍັງຍອມໃຫ້ມະນຸດປົກຄອງຕົນເອງພາຍໃຕ້ການຊີ້ນຳຂອງຊາຕານ.

14. ການທີ່ພະເຢໂຫວາຕັດສິນໃຈຍອມໃຫ້ມະນຸດປົກຄອງຕົນເອງ ຈະມີປະໂຫຍດແນວໃດ?

14 ນາຍຄູໃນຕົວຢ່າງຂອງເຮົາຮູ້ວ່າລູກສິດທີ່ດື້ດ້ານກັບພວກລູກສິດທີ່ເຂົ້າຂ້າງລາວເປັນຝ່າຍຜິດ. ແຕ່ນາຍຄູຍັງຮູ້ອີກວ່າການຍອມໃຫ້ພວກລູກສິດເຫຼົ່ານັ້ນມີໂອກາດທີ່ຈະພະຍາຍາມພິສູດຂໍ້ໂຕ້ຖຽງຂອງຕົນຈະເປັນປະໂຫຍດແກ່ນັກຮຽນໝົດຫ້ອງ. ເມື່ອລູກສິດທີ່ດື້ດ້ານແກ້ເລກບໍ່ໄດ້ ນັກຮຽນທີ່ສັດຊື່ໝົດທຸກຄົນຈະເຫັນວ່າມີແຕ່ນາຍຄູຜູ້ດຽວມີຄວາມສາມາດສອນນັກຮຽນໃນຫ້ອງໄດ້. ໃນພາຍຫຼັງນັ້ນພວກເຂົາເຈົ້າຈະເຂົ້າໃຈເຫດຜົນທີ່ນາຍຄູຈະໄລ່ພວກນັກຮຽນທີ່ດື້ດ້ານອອກຈາກຫ້ອງຮຽນ. ຄ້າຍກັນ ພະເຢໂຫວາຮູ້ວ່າມະນຸດແລະທູດສະຫວັນທັງໝົດທີ່ມີຫົວໃຈສັດຊື່ຈະໄດ້ຮັບປະໂຫຍດຫາກເຫັນວ່າຊາຕານແລະຜູ້ຮ່ວມກະບົດກັບມັນເປັນຝ່າຍຫຼົ້ມແຫຼວ ແລະມະນຸດບໍ່ສາມາດປົກຄອງຕົນເອງໄດ້. ເຊັ່ນດຽວກັບເຢເຣມີໃນສະໄໝກ່ອນໆພຸ້ນ ເຂົາເຈົ້າຈະຮຽນຄວາມຈິງທີ່ສຳຄັນຂໍ້ນີ້ທີ່ວ່າ “ໂອ້ພະເຢໂຫວາຂ້ານ້ອຍຮູ້ຈັກວ່າທາງມະນຸດບໍ່ເປັນແຫ່ງຕົນ. ແລະຄົນທີ່ທຽວໄປກໍບໍ່ມີອຳນາດຈະນຳໜ້າບາດຕີນແຫ່ງຕົນໄປ.”—ເຢເຣມີ 10:23.

ເປັນຫຍັງຈຶ່ງດົນແທ້?

15, 16. (ກ) ເປັນຫຍັງພະເຢໂຫວາຈຶ່ງຍອມໃຫ້ມີຄວາມທຸກທໍລະມານດົນແທ້? (ຂ) ເປັນຫຍັງພະເຢໂຫວາບໍ່ສະກັດກັ້ນບໍ່ໃຫ້ເກີດເຫດການຊົ່ວຮ້າຍຂຶ້ນມາ?

15 ເປັນຫຍັງພະເຢໂຫວາຈຶ່ງຍອມໃຫ້ມີຄວາມທຸກທໍລະມານດົນແທ້? ແລະເປັນຫຍັງພະອົງຈຶ່ງບໍ່ສະກັດກັ້ນບໍ່ໃຫ້ສິ່ງຊົ່ວເກີດຂຶ້ນ? ຂໍໃຫ້ພິຈາລະນາສອງສິ່ງທີ່ນາຍຄູໃນຕົວຢ່າງຂອງເຮົາບໍ່ ໄດ້ເຮັດ. ສິ່ງທຳອິດ ນາຍຄູບໍ່ໄດ້ບອກນັກຮຽນທີ່ດື້ດ້ານໃຫ້ເຊົາໃນຂະນະທີ່ລາວຫາກໍເລີ່ມອະທິບາຍວິທີແກ້ເລກ. ສິ່ງທີສອງ ນາຍຄູບໍ່ໄດ້ຊ່ວຍນັກຮຽນທີ່ດື້ດ້ານຄົນນັ້ນໃນການແກ້ເລກຂໍ້ນັ້ນ. ຄ້າຍກັນ ຂໍໃຫ້ພິຈາລະນາສອງສິ່ງທີ່ພະເຢໂຫວາຕັດສິນໃຈບໍ່ ເຮັດ. ສິ່ງທຳອິດ ພະອົງບໍ່ໄດ້ຫ້າມຊາຕານແລະຜູ້ທີ່ຢູ່ຝ່າຍມັນໄວ້ຈາກການພະຍາຍາມພິສູດວ່າພວກມັນເປັນຝ່າຍຖືກ. ດ້ວຍເຫດນີ້ຈຶ່ງຈຳເປັນຕ້ອງປ່ອຍໃຫ້ເວລາຜ່ານໄປ. ຕະຫຼອດປະຫວັດສາດຫຼາຍພັນປີ ມະນຸດສາມາດທົດລອງເບິ່ງທຸກຮູບແບບຂອງລະບອບການປົກຄອງຫຼືລັດຖະບານຂອງຕົນເອງ. ມະນຸດໄດ້ກ້າວໜ້າແດ່ໃນດ້ານວິທະຍາສາດແລະຂະແໜງການອື່ນໆ ແຕ່ຄວາມບໍ່ຍຸຕິທຳ ຄວາມອຶດຢາກ ອາດຊະຍາກຳ ແລະສົງຄາມພັດຮ້າຍແຮງຂຶ້ນກວ່າແຕ່ກ່ອນ. ຕອນນີ້ການປົກຄອງຂອງມະນຸດສະແດງໃຫ້ເຫັນ ແລ້ວວ່າຫຼົ້ມແຫຼວ.

16 ສິ່ງທີສອງ ພະເຢໂຫວາບໍ່ໄດ້ຊ່ວຍຊາຕານໃນການປົກຄອງໂລກນີ້. ຖ້າສົມມຸດວ່າພະເຈົ້າສະກັດກັ້ນບໍ່ໃຫ້ມີອາດຊະຍາກຳທີ່ຮ້າຍແຮງເກີດຂຶ້ນ ທີ່ແທ້ແລ້ວການເຮັດເຊັ່ນນັ້ນກໍໃຫ້ຫຼັກຖານວ່າພວກກະບົດເປັນຝ່າຍຖືກບໍ່ແມ່ນບໍ? ພະເຈົ້າຈະບໍ່ເຮັດໃຫ້ຜູ້ຄົນຄິດບໍວ່າມະນຸດສາມາດປົກຄອງຕົນເອງໄດ້ ໂດຍບໍ່ເກີດຜົນເສຍຫາຍ? ຖ້າພະເຢໂຫວາເຮັດແບບນັ້ນ ພະອົງກໍຈະເປັນຜູ້ທີ່ເຂົ້າຮ່ວມກັບຝ່າຍທີ່ເວົ້າຕົວະ. ແຕ່ “ພະເຈົ້າຈະເວົ້າຕົວະບໍ່ໄດ້.”—ເຫບເລີ 6:18.

17, 18. ພະເຢໂຫວາຈະເຮັດແນວໃດກັບຜົນເສຍຫາຍທັງໝົດທີ່ເກີດຈາກການປົກຄອງຂອງມະນຸດແລະຈາກອິດທິພົນຂອງຊາຕານ?

17 ຊິວ່າແນວໃດກ່ຽວກັບຜົນເສຍຫາຍທັງໝົດທີ່ເກີດຂຶ້ນໃນລະຫວ່າງທີ່ມີການກະບົດຕໍ່ພະເຈົ້າເຊິ່ງເປັນເວລາດົນນານ? ເຮົາຄວນຈື່ໄວ້ວ່າພະເຢໂຫວາມີລິດທານຸພາບທຸກປະການ. ສະນັ້ນ ພະອົງທັງສາມາດແລະທັງຈະແກ້ໄຂຜົນກະທົບຕ່າງໆທີ່ເກີດຈາກຄວາມທຸກທໍລະມານຂອງມະນຸດ. ດັ່ງທີ່ເຮົາໄດ້ຮຽນຮູ້ແລ້ວ ການກໍ່ຄວາມເສຍຫາຍແກ່ໜ່ວຍໂລກຂອງເຮົາຈະໄດ້ຮັບການແກ້ໄຂໂດຍການປ່ຽນແຜ່ນດິນໂລກໃຫ້ເປັນອຸທິຍານ. ຜົນກະທົບຈາກບາບຈະຖືກກຳຈັດໂດຍທາງຄວາມເຊື່ອໃນເຄື່ອງບູຊາທີ່ພະເຍຊູຖວາຍເປັນຄ່າໄຖ່ ແລະຜົນກະທົບຈາກຄວາມຕາຍຈະຖືກລຶບລ້າງໄປໂດຍການປຸກໃຫ້ຄືນມາຈາກຕາຍ. ໂດຍວິທີນີ້ພະເຈົ້າຈະໃຊ້ພະເຍຊູໃຫ້ “ກະທຳໃຫ້ການຂອງພະຍາມານຈິບຫາຍເສຍ.” (1 ໂຢຮັນ 3:8) ພະເຢໂຫວາຈະເຮັດໃຫ້ເລື່ອງທັງໝົດນີ້ສຳເລັດໃນເວລາທີ່ເໝາະສົມ. ເຮົາມີຄວາມຍິນດີທີ່ພະອົງບໍ່ໄດ້ລົງມືຈັດການໄວກວ່ານີ້ ເນື່ອງຈາກຄວາມອົດທົນຂອງພະອົງຈຶ່ງເຮັດໃຫ້ເຮົາມີໂອກາດໄດ້ຮຽນຮູ້ຄວາມຈິງແລະໄດ້ຮັບໃຊ້ພະອົງ. (2 ເປໂຕ 3:9, 10) ໃນລະຫວ່າງນີ້ ພະເຈົ້າມີຄວາມປາຖະໜາຢ່າງຍິ່ງທີ່ຈະຊອກຫາຜູ້ນະມັດສະການທີ່ຈິງໃຈແລະຊ່ວຍເຂົາເຈົ້າໃຫ້ອົດທົນກັບຄວາມຍາກລຳບາກທີ່ອາດເກີດຂຶ້ນກັບເຂົາເຈົ້າໃນໂລກທີ່ຫຍຸ້ງຍາກນີ້.—ໂຢຮັນ 4:23; 1 ໂກລິນໂທ 10:13.

18 ບາງຄົນອາດຄິດວ່າຖ້າພະເຈົ້າໄດ້ສ້າງອາດາມແລະເອວາໃນແບບທີ່ບໍ່ສາມາດ ກະບົດຕໍ່ພະອົງ ນັ້ນກໍອາດຊ່ວຍປ້ອງກັນບໍ່ໃຫ້ຄວາມທຸກທໍລະມານທັງປວງເກີດຂຶ້ນແມ່ນບໍ? ເພື່ອຕອບຄຳຖາມນີ້ ເຮົາຕ້ອງນຶກເຖິງຂອງປະທານອັນລໍ້າຄ່າທີ່ພະເຢໂຫວາມອບໃຫ້ເຮົາ.

ເຮົາຈະໃຊ້ຂອງປະທານຈາກພະເຈົ້າແນວໃດ?

ພະເຈົ້າຈະຊ່ວຍເຮົາໃຫ້ອົດທົນກັບຄວາມທຸກທໍລະມານ

19. ພະເຢໂຫວາໃຫ້ຂອງປະທານທີ່ມີຄ່າອັນໃດແກ່ເຮົາ ແລະເປັນຫຍັງເຮົາຄວນຖືວ່າຂອງປະທານນີ້ມີຄ່າ?

19 ດັ່ງທີ່ບອກໄວ້ໃນບົດທີ 5 ມີການສ້າງມະນຸດໃຫ້ມີເຈດຈຳນົງເສລີ. ເຮົາເຂົ້າໃຈບໍວ່າຂອງປະທານນັ້ນມີຄ່າສໍ່າໃດ? ພະເຈົ້າສ້າງສັດນາໆຊະນິດນັບບໍ່ຖ້ວນແລະສັດເຫຼົ່ານີ້ສ່ວນຫຼາຍເຮັດສິ່ງຕ່າງໆຕາມສັນຊາດຕະຍານ. (ສຸພາສິດ 30:24) ມະນຸດໄດ້ສ້າງຫຸ່ນຍົນບາງປະເພດເຊິ່ງສາມາດກຳນົດໃຫ້ມັນເຮັດຕາມຄຳສັ່ງທຸກຢ່າງ. ຖ້າພະເຈົ້າສ້າງເຮົາແບບນັ້ນເຮົາຈະມີຄວາມສຸກບໍ? ບໍ່ມີດອກ ເຮົາດີໃຈທີ່ມີອິດສະຫຼະທີ່ຈະເລືອກວ່າຈະເປັນຄົນແບບໃດ ຈະດຳເນີນຊີວິດແນວໃດ ຈະຄົບຫາກັບໃຜ ແລະອື່ນໆ. ເຮົາຢາກໄດ້ອິດສະຫຼະໃນລະດັບໃດໜຶ່ງ ແລະພະເຈົ້າຢາກໃຫ້ເຮົາມີສິ່ງນີ້.

20, 21. ເຮົາອາດໃຊ້ຂອງປະທານກ່ຽວກັບເຈດຈຳນົງເສລີຢ່າງທີ່ດີທີ່ສຸດໄດ້ໂດຍວິທີໃດ ແລະເປັນຫຍັງເຮົາຈຶ່ງຄວນເຮັດແນວນັ້ນ?

20 ພະເຢໂຫວາບໍ່ພໍໃຈກັບການຮັບໃຊ້ທີ່ເຮັດແບບຝືນໃຈ. (2 ໂກລິນໂທ 9:7) ເພື່ອເປັນຕົວຢ່າງ ການທີ່ລູກເວົ້າວ່າ “ລູກຮັກພໍ່ຮັກແມ່” ຍ້ອນມີຄົນບອກໃຫ້ເວົ້າ ກັບການທີ່ລູກເວົ້າແນວນັ້ນອອກມາຈາກໃຈ ອັນໃດຈະເຮັດໃຫ້ພໍ່ແມ່ສຸກໃຈຫຼາຍກວ່າກັນ? ດັ່ງນັ້ນສິ່ງສຳຄັນທີ່ຄວນຈະພິຈາລະນາຄື ເຈົ້າ ຈະໃຊ້ເຈດຈຳນົງເສລີທີ່ພະເຢໂຫວາມອບໃຫ້ແນວໃດ? ຊາຕານ ອາດາມ ແລະເອວາໃຊ້ເຈດຈຳນົງເສລີໃນທາງທີ່ຜິດພາດທີ່ສຸດ. ພວກເຂົາປະຕິເສດພະເຢໂຫວາພະເຈົ້າ. ເຈົ້າເດຈະເຮັດແນວໃດ?

21 ເຈົ້າມີໂອກາດທີ່ຈະໃຊ້ຂອງປະທານອັນດີເລີດກ່ຽວກັບເຈດຈຳນົງເສລີຢ່າງທີ່ດີທີ່ສຸດເທົ່າທີ່ຈະເປັນໄປໄດ້. ເຈົ້າສາມາດເຂົ້າຮ່ວມກັບຜູ້ຄົນນັບເປັນລ້ານໆເຊິ່ງໄດ້ຢູ່ຝ່າຍພະເຢໂຫວາ. ເຂົາເຈົ້າເຮັດໃຫ້ພະເຈົ້າຍິນດີເພາະເຂົາເຈົ້າປະກອບສ່ວນຢ່າງຫ້າວຫັນໃນການພິສູດວ່າຊາຕານເປັນຜູ້ຕົວະແລະເປັນຜູ້ປົກຄອງໂລກທີ່ຫຼົ້ມແຫຼວ. (ສຸພາສິດ 27:11) ເຈົ້າເອງກໍສາມາດເຮັດແບບນັ້ນໄດ້ໂດຍການເລືອກແນວທາງຊີວິດທີ່ຖືກຕ້ອງ. ຈະມີການອະທິບາຍເລື່ອງນີ້ໃນບົດຕໍ່ໄປ.