ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີສິບສາມ

ທັດສະນະແບບພະເຈົ້າໃນເລື່ອງຊີວິດ

ທັດສະນະແບບພະເຈົ້າໃນເລື່ອງຊີວິດ
  • ພະເຈົ້າມີທັດສະນະແນວໃດຕໍ່ຊີວິດ?

  • ພະເຈົ້າມີທັດສະນະແນວໃດຕໍ່ການເອົາລູກອອກ?

  • ເຮົາຈະສະແດງຄວາມນັບຖືຕໍ່ຊີວິດຄືແນວໃດ?

1. ໃຜເປັນຜູ້ສ້າງທຸກສິ່ງທີ່ມີຊີວິດ?

ຜູ້ພະຍາກອນເຢເຣມີໄດ້ເວົ້າວ່າ “ພະເຢໂຫວາພະເຈົ້າເປັນຄວາມຈິງ. ພະອົງແມ່ນພະເຈົ້າຜູ້ເປັນຊີວິດ.” (ເຢເຣມີ 10:10) ນອກຈາກນັ້ນ ພະເຢໂຫວາພະເຈົ້າຍັງເປັນຜູ້ສ້າງທຸກສິ່ງທີ່ມີຊີວິດ. ພວກກາຍວິນຍານທີ່ຢູ່ສະຫວັນກ່າວເຖິງພະອົງວ່າ “ພະອົງເປັນຜູ້ທີ່ໄດ້ນິລະມິດສ້າງສັບພະທຸກສິ່ງ ແລະສັບພະທຸກສິ່ງເປັນຢູ່ແລະຕ້ອງນິລະມິດສ້າງແລ້ວດ້ວຍນໍ້າໃຈຂອງພະອົງ.” (ຄຳປາກົດ 4:11) ໃນເພງບົດໜຶ່ງທີ່ໃຊ້ສັນລະເສີນພະເຈົ້າ ກະສັດດາວິດໄດ້ເວົ້າວ່າ “ພະອົງເປັນບໍ່ເກີດແຫ່ງທຸກຊີວິດ.” (ຄຳເພງ 36:9, ທ.ປ.) ດັ່ງນັ້ນ ຊີວິດຈຶ່ງເປັນຂອງປະທານຈາກພະເຈົ້າ.

2. ເພື່ອຄໍ້າຊູຊີວິດຂອງພວກເຮົາ ພະເຈົ້າໄດ້ເຮັດຫຍັງ?

2 ພະເຢໂຫວາຍັງຄໍ້າຊູຊີວິດຂອງພວກເຮົານຳອີກ. (ກິດຈະການ 17:28) ພະອົງຈັດຕຽມອາຫານທີ່ເຮົາກິນ ນໍ້າທີ່ເຮົາດື່ມ ອາກາດທີ່ເຮົາຫັນໃຈເອົາ ແລະພື້ນດິນທີ່ເຮົາອາໄສຢູ່. (ກິດຈະການ 14:15-17) ພະເຢໂຫວາຈັດຕຽມສິ່ງເຫຼົ່ານີ້ໃນວິທີທີ່ເຮັດໃຫ້ຊີວິດເປັນຕາມ່ວນຊື່ນ. ແຕ່ວ່າເພື່ອຈະມ່ວນຊື່ນກັບຊີວິດໄດ້ຢ່າງເຕັມທີ ເຮົາຈຳເປັນຕ້ອງໄດ້ຮຽນຮູ້ກ່ຽວກັບກົດໝາຍຂອງພະເຈົ້າແລະປະຕິບັດຕາມກົດໝາຍເຫຼົ່ານັ້ນ.—ເອຊາອີ 48:17, 18.

ການສະແດງຄວາມນັບຖືຕໍ່ຊີວິດ

3. ພະເຈົ້າມີທັດສະນະແນວໃດຕໍ່ການທີ່ອາເບນຖືກຂ້າ?

3 ພະເຈົ້າຕ້ອງການໃຫ້ເຮົາມີຄວາມນັບຖືຕໍ່ຊີວິດ ທັງຊີວິດຂອງເຮົາເອງແລະຊີວິດຂອງຄົນອື່ນນຳ. ຕົວຢ່າງເຊັ່ນ ເມື່ອຫວນກັບຄືນໄປໃນສະໄໝຂອງອາດາມແລະເອວາ ກາອີນລູກຊາຍຂອງເຂົາເຈົ້າໄດ້ຄຽດຮ້າຍຫຼາຍຕໍ່ອາເບນນ້ອງຊາຍຂອງຕົນ. ພະເຢໂຫວາເຕືອນກາອີນວ່າຄວາມຄຽດຮ້າຍອາດພາໃຫ້ເຮັດບາບທີ່ຮ້າຍແຮງໄດ້. ກາອີນເມີນເສີຍຕໍ່ການຕັກເຕືອນນັ້ນ. ລາວໄດ້ “ລຸກຂຶ້ນຕໍ່ສູ້ທ້າວອາເບນຜູ້ເປັນນ້ອງຊາຍແຫ່ງຕົນແລະໄດ້ຂ້າລາວເສຍ.” (ຕົ້ນເດີມ 4:3-8) ພະເຢໂຫວາລົງໂທດກາອີນເພາະລາວໄດ້ຂ້ານ້ອງຊາຍ.—ຕົ້ນເດີມ 4:9-11.

4. ໃນພະບັນຍັດທີ່ໃຫ້ຜ່ານທາງໂມເຊ ພະເຈົ້າໄດ້ເນັ້ນແນວໃດກ່ຽວກັບທັດສະນະທີ່ຖືກຕ້ອງໃນເລື່ອງຊີວິດ?

4 ປະມານ 2.400 ປີຕໍ່ມາ ພະເຢໂຫວາໄດ້ອອກກົດໝາຍໃຫ້ຊາດອິດສະລາແອນເພື່ອຊ່ວຍເຂົາເຈົ້າໃຫ້ຮັບໃຊ້ພະອົງໃນແບບທີ່ຍອມຮັບໄດ້. ເນື່ອງຈາກໄດ້ອອກປະມວນກົດໝາຍນັ້ນຜ່ານທາງຜູ້ພະຍາກອນໂມເຊ ບາງຄັ້ງມີການເອີ້ນປະມວນກົດໝາຍເຫຼົ່ານັ້ນວ່າພະບັນຍັດຂອງໂມເຊ. ຂໍ້ໜຶ່ງໃນພະບັນຍັດຂອງໂມເຊບອກວ່າ “ຢ່າຂ້າຄົນ.” (ພະບັນຍັດ 5:17) ພະບັນຍັດຂໍ້ນີ້ຊີ້ໃຫ້ຊາດອິດສະລາແອນເຫັນວ່າພະເຈົ້າຖືວ່າຊີວິດມະນຸດມີຄ່າແລະຄົນເຮົາກໍຕ້ອງຖືວ່າຊີວິດຂອງຄົນອື່ນມີຄ່າ.

5. ເຮົາຄວນມີທັດສະນະແນວໃດຕໍ່ການເອົາລູກອອກ?

5 ຊິວ່າແນວໃດກ່ຽວກັບຊີວິດຂອງລູກອ່ອນທີ່ຍັງບໍ່ທັນເກີດມາ? ຕາມພະບັນຍັດຂອງໂມເຊ ການເຮັດໃຫ້ລູກນ້ອຍທີ່ຢູ່ໃນທ້ອງແມ່ຕາຍແມ່ນເປັນສິ່ງທີ່ຜິດ. ແທ້ຈິງແລ້ວ ແມ່ນແຕ່ຊີວິດຂອງລູກອ່ອນທີ່ຍັງບໍ່ທັນໄດ້ເກີດກໍມີຄ່າສຳລັບພະເຢໂຫວາ. (ອົບພະຍົບ 21:22, 23; ຄຳເພງ 127:3) ນີ້ກໍໝາຍຄວາມວ່າການເອົາລູກອອກເປັນສິ່ງທີ່ຜິດ.

6. ເປັນຫຍັງເຮົາບໍ່ຄວນກຽດຊັງເພື່ອນມະນຸດ?

6 ການມີຄວາມນັບຖືຕໍ່ຊີວິດລວມເຖິງການມີທັດສະນະທີ່ຖືກຕ້ອງຕໍ່ເພື່ອນມະນຸດ. ຄຳພີໄບເບິນເວົ້າວ່າ “ຄົນທຸກຄົນທີ່ຊັງພີ່ນ້ອງແຫ່ງຕົນເປັນຄົນຂ້າຄົນ ແລະທ່ານທັງຫຼາຍຮູ້ຈັກແລ້ວວ່າຄົນຂ້າຄົນບໍ່ມີຊີວິດອັນຕະຫຼອດໄປເປັນນິດຢູ່ໃນຕົວ.” (1 ໂຢຮັນ 3:15) ຖ້າເຮົາຢາກມີຊີວິດຕະຫຼອດໄປ ເຮົາຕ້ອງກຳຈັດຄວາມກຽດຊັງໃດໆທີ່ມີຕໍ່ເພື່ອນມະນຸດໃຫ້ໝົດໄປຈາກໃຈຂອງເຮົາ ເພາະວ່າສ່ວນຫຼາຍແລ້ວຄວາມກຽດຊັງເປັນຕົ້ນເຫດຂອງຄວາມຮຸນແຮງ. (1 ໂຢຮັນ 3:11, 12) ເປັນເລື່ອງສຳຄັນທີ່ເຮົາຈະຮຽນຮູ້ທີ່ຈະຮັກກັນແລະກັນ.

7. ນິດໄສອັນໃດແດ່ທີ່ສະແດງເຖິງການຂາດຄວາມນັບຖືຕໍ່ຊີວິດ?

7 ຊິວ່າແນວໃດກ່ຽວກັບການສະແດງຄວາມນັບຖືຕໍ່ຊີວິດຂອງເຮົາເອງ? ຕາມປົກກະຕິຄົນເຮົາບໍ່ຢາກຕາຍ ແຕ່ບາງຄົນພັດສ່ຽງຕາຍເພື່ອຄວາມເພີດເພີນ. ຕົວຢ່າງເຊັ່ນ ຫຼາຍຄົນສູບຢາ ຄ້ຽວໝາກ ຫຼືໃຊ້ຢາເສບຕິດເພື່ອຄວາມເພີດເພີນ. ສານເສບຕິດດັ່ງກ່າວກໍ່ຄວາມເສຍຫາຍຕໍ່ຮ່າງກາຍແລະຫຼາຍເທື່ອເຮັດໃຫ້ຜູ້ທີ່ໃຊ້ສານນັ້ນເສຍຊີວິດ. ຜູ້ທີ່ໃຊ້ສານເສບຕິດເຫຼົ່ານີ້ຈົນເປັນນິດໄສບໍ່ໄດ້ຖືວ່າຊີວິດເປັນສິ່ງສັກສິດ. ນິດໄສແບບນັ້ນບໍ່ສະອາດໃນສາຍຕາຂອງພະເຈົ້າ. (ໂລມ 6:19; 12:1; 2 ໂກລິນໂທ 7:1) ເພື່ອຈະຮັບໃຊ້ພະເຈົ້າໃນແບບທີ່ພະອົງຍອມຮັບໄດ້ ເຮົາຕ້ອງເຊົາຈາກນິດໄສດັ່ງກ່າວ. ເຖິງແມ່ນວ່າການເຮັດແບບນັ້ນອາດເປັນເລື່ອງຍາກ ແຕ່ພະເຢໂຫວາສາມາດໃຫ້ຄວາມຊ່ວຍເຫຼືອທີ່ຈຳເປັນແກ່ເຮົາ. ແລະພະອົງເຫັນຄຸນຄ່າທີ່ເຮົາແພງຊີວິດຄືເປັນຂອງປະທານທີ່ມີຄ່າຈາກພະອົງ.

8. ເປັນຫຍັງເຮົາຄວນມີຈິດສຳນຶກສູງໃນເລື່ອງຄວາມປອດໄພ?

8 ຖ້າເຮົາມີຄວາມນັບຖືຕໍ່ຊີວິດ ເຮົາຈະມີຈິດສຳນຶກສູງສະເໝີໃນເລື່ອງຄວາມປອດໄພ. ເຮົາຈະບໍ່ປະໝາດແລະຈະບໍ່ສ່ຽງອັນຕະລາຍພຽງເພື່ອຈະໄດ້ຄວາມມ່ວນຊື່ນຫຼືຄວາມຕື່ນເຕັ້ນ. ເຮົາຈະຫຼີກລ່ຽງການຂັບລົດແບບປະໝາດລວມທັງກິລາຕ່າງໆທີ່ເປັນອັນຕະລາຍຫຼືຮຸນແຮງ. (ຄຳເພງ 11:5) ກົດໝາຍຂອງພະເຈົ້າທີ່ໃຫ້ແກ່ຊາດອິດສະລາແອນບູຮານກ່າວວ່າ “ຖ້າເຈົ້າກໍ່ສ້າງໂຮງໃໝ່ [ທີ່ມີດາດຟ້າ] ຈົ່ງສ້າງຂ່າຍ [ຫຼືຮົ້ວຕໍ່າໆ] ລ້ອມຮອບຫຼັງໂຮງນັ້ນຈຶ່ງບໍ່ໃຫ້ມີໂທດເລືອດເທິງໂຮງນັ້ນຖ້າຄົນຜູ້ໜຶ່ງຜູ້ໃດຕົກແຕ່ຫຼັງໂຮງນັ້ນ.” (ພະບັນຍັດ 22:8) ເພື່ອໃຫ້ສອດຄ່ອງກັບຫຼັກການຂອງກົດໝາຍຂໍ້ນີ້ ເຮົາຄວນຮັກສາເຮືອນຂອງເຮົາເຊັ່ນ ຂັ້ນໄດ ໃຫ້ຢູ່ໃນສະພາບທີ່ປອດໄພເພື່ອບໍ່ໃຫ້ຜູ້ໃດສະດຸດລົ້ມ ຕົກລົງມາແລ້ວຖືກບາດເຈັບສາຫັດ. ຖ້າມີຍານພາຫະນະ ຄວນກວດເບິ່ງໃຫ້ຢູ່ໃນສະພາບທີ່ຈະຂັບຂີ່ໄດ້ຢ່າງປອດໄພ. ຢ່າປ່ອຍໃຫ້ເຮືອນຫຼືຍານພາຫະນະຂອງເຈົ້າເປັນອັນຕະລາຍຕໍ່ໂຕເອງຫຼືຕໍ່ຊີວິດຂອງຄົນອື່ນ.

9. ຖ້າເຮົາມີຄວາມນັບຖືຕໍ່ຊີວິດ ເຮົາຈະປະຕິບັດຕໍ່ສັດແນວໃດ?

9 ກ່ຽວກັບຊີວິດຂອງສັດເດ? ຜູ້ສ້າງກໍຖືວ່າຊີວິດສັດສັກສິດຄືກັນ. ພະເຈົ້າອະນຸຍາດໃຫ້ຂ້າສັດເພື່ອເປັນອາຫານແລະເປັນເຄື່ອງນຸ່ງຫົ່ມ ຫຼືເພື່ອປ້ອງກັນບໍ່ໃຫ້ມັນເຮັດອັນຕະລາຍແກ່ຄົນ. (ຕົ້ນເດີມ 3:21; 9:3; ອົບພະຍົບ 21:28) ແຕ່ການທາລຸນຫຼືຂ້າສັດພຽງເພື່ອຄວາມເພີດເພີນນັ້ນເປັນສິ່ງທີ່ຜິດແລະຂາດຄວາມນັບຖືຢ່າງຍິ່ງຕໍ່ຄວາມສັກສິດຂອງຊີວິດ.—ສຸພາສິດ 12:10.

ການສະແດງຄວາມນັບຖືຕໍ່ເລືອດ

10. ພະເຈົ້າໄດ້ຊີ້ໃຫ້ເຫັນແນວໃດວ່າຊີວິດກັບເລືອດມີຄວາມກ່ຽວຂ້ອງກັນ?

10 ພາຍຫຼັງທີ່ກາອີນໄດ້ຂ້າອາເບນຜູ້ເປັນນ້ອງແລ້ວ ພະເຢໂຫວາບອກກາອີນວ່າ “ສຽງເລືອດຂອງນ້ອງຊາຍເຈົ້າກໍຮ້ອງຂຶ້ນມາຈາກດິນເຖິງເຮົາ.” (ຕົ້ນເດີມ 4:10) ເມື່ອພະເຈົ້າກ່າວເຖິງເລືອດຂອງອາເບນ ພະອົງພວມກ່າວເຖິງຊີວິດຂອງອາເບນ. ກາອີນໄດ້ທຳລາຍຊີວິດຂອງອາເບນ ແລະດັ່ງນັ້ນກາອີນຈະຕ້ອງຖືກລົງໂທດ. ນັ້ນຄືກັບວ່າເລືອດຫຼືຊີວິດຂອງອາເບນພວມຮ້ອງຂໍຄວາມຍຸຕິທຳຈາກພະເຢໂຫວາ. ມີການຊີ້ໃຫ້ເຫັນຄວາມກ່ຽວຂ້ອງກັນລະຫວ່າງຊີວິດແລະເລືອດອີກຄັ້ງໜຶ່ງຫຼັງຈາກນໍ້າຖ້ວມໂລກໃນສະໄໝຂອງໂນເອ. ກ່ອນນໍ້າຖ້ວມໂລກ ມະນຸດກິນແຕ່ໝາກໄມ້ ຜັກ ແລະທັນຍະພືດຕ່າງໆ. ຫຼັງຈາກນໍ້າຖ້ວມໂລກ ພະເຢໂຫວາບອກໂນເອແລະພວກລູກຊາຍຂອງລາວວ່າ “ສັດທຸກຕົວທີ່ຕີງໄປມາມີຊີວິດຢູ່ຈະເປັນອາຫານສຳລັບພວກທ່ານ ສັບພະທຸກສິ່ງນັ້ນເຮົາປະທານໃຫ້ແກ່ພວກທ່ານເໝືອນດັ່ງຜັກຂຽວ.” ແຕ່ພະເຈົ້າໄດ້ຕັ້ງຂໍ້ຫ້າມໄວ້ດັ່ງນີ້ “ຊີ້ນນັ້ນ ທ່ານທັງຫຼາຍຢ່າຊູ່ກິນກັບຊີວິດຂອງມັນ ຄືວ່າເລືອດ.” (ຕົ້ນເດີມ 1:29; 9:3, 4) ເຫັນໄດ້ແຈ້ງວ່າພະເຢໂຫວາຖືວ່າຊີວິດກັບເລືອດຂອງສັດມີຄວາມກ່ຽວຂ້ອງກັນ.

11. ນັບຕັ້ງແຕ່ສະໄໝຂອງໂນເອ ພະເຈົ້າຫ້າມການໃຊ້ເລືອດແນວໃດ?

11 ເຮົາສະແດງຄວາມນັບຖືຕໍ່ເລືອດໂດຍການບໍ່ກິນເລືອດ. ໃນພະບັນຍັດທີ່ພະເຢໂຫວາໃຫ້ແກ່ຊາວອິດສະລາແອນ ພະອົງສັ່ງວ່າ “ບຸກຄະລະຜູ້ໃດຈັບສັດປ່າຫຼືນົກ ທີ່ຈະກິນໄດ້ກໍຕ້ອງໃຫ້ເລືອດສັດນັ້ນໄຫຼລົງແລະເອົາຂີ້ຝຸ່ນປົກບັງໄວ້. . . . ເຮົາໄດ້ບອກພວກລູກຫຼານຍິດສະລາເອນວ່າ ‘ເລືອດແຕ່ເນື້ອທຸກຢ່າງຢ່າຊູ່ກິນ.’” (ພວກເລວີ 17:13, 14) ຄຳສັ່ງຂອງພະເຈົ້າທີ່ຫ້າມການກິນເລືອດສັດເຊິ່ງທຳອິດໄດ້ໃຫ້ໂນເອປະມານ 800 ປີກ່ອນໜ້ານີ້ຍັງມີຜົນບັງຄັບໃຊ້ໄດ້. ທັດສະນະຂອງພະເຢໂຫວາແມ່ນຈະແຈ້ງ ຄືຜູ້ຮັບໃຊ້ຂອງພະອົງກິນຊີ້ນສັດໄດ້ ແຕ່ວ່າກິນເລືອດບໍ່ໄດ້. ເຂົາເຈົ້າຕ້ອງເທເລືອດລົງດິນເຊິ່ງຄວາມໝາຍວ່າ ເປັນການສົ່ງຊີວິດສັດຄືນໃຫ້ພະເຈົ້າ.

12. ໃນສະຕະວັດທຳອິດ ໂດຍການຊີ້ນຳຈາກພະວິນຍານບໍລິສຸດຈຶ່ງມີການໃຫ້ຄຳສັ່ງອັນໃດໃນການໃຊ້ເລືອດເຊິ່ງຍັງມີຜົນບັງຄັບໃຊ້ໃນປັດຈຸບັນ?

12 ຄລິດສະຕຽນກໍໄດ້ຮັບຄຳສັ່ງຄ້າຍໆກັນນັ້ນ. ໃນສະຕະວັດທຳອິດພວກອັກຄະສາວົກແລະພວກຜູ້ຊາຍທີ່ນຳໜ້າໃນທ່າມກາງພວກລູກສິດຂອງພະເຍຊູໄດ້ປະຊຸມກັນເພື່ອຕັດສິນວ່າທຸກຄົນໃນປະຊາຄົມຄລິດສະຕຽນຄວນປະຕິບັດຕາມຄຳສັ່ງອັນໃດແດ່. ເຂົາເຈົ້າໄດ້ສະຫລຸບດັ່ງນີ້ “ພະວິນຍານບໍລິສຸດແລະເຮົາທັງຫຼາຍໄດ້ເຫັນດີວ່າຈະບໍ່ເອົາຂອງໜັກມາວາງໄວ້ເທິງທ່ານທັງຫຼາຍ ເທົ່າເວັ້ນໄວ້ແຕ່ຂໍ້ນີ້ທີ່ເປັນຂໍ້ອັນຕ້ອງປະສົງ ຄືວ່າໃຫ້ອົດຈາກຂອງຖວາຍແກ່ຮູບພະແລະຈາກກິນເລືອດ ແລະຈາກກິນສັດຕາຍອັດຄໍ [ທີ່ຍັງມີເລືອດຕິດຢູ່ນຳຊີ້ນ] ແລະຈາກການຜິດຊາຍຍິງ.” (ກິດຈະການ 15:28, 29; 21:25) ດັ່ງນັ້ນ ເຮົາຕ້ອງ ‘ອົດຈາກກິນເລືອດ.’ ໃນສາຍຕາຂອງພະເຈົ້າ ການທີ່ເຮົາລະເວັ້ນຈາກເລືອດມີຄວາມສຳຄັນທໍ່ໆກັບການຫຼີກໜີຈາກການບູຊາຮູບປັ້ນແລະການຜິດສິນລະທຳທາງເພດ.

ຖ້າທ່ານໝໍສັ່ງເຈົ້າໃຫ້ງົດດື່ມເຫຼົ້າເຈົ້າຈະສັກເຫຼົ້າເຂົ້າທາງເສັ້ນເລືອດບໍ?

13. ຈົ່ງຍົກຕົວຢ່າງທີ່ສະແດງເຖິງເຫດຜົນວ່າຄຳສັ່ງທີ່ໃຫ້ລະເວັ້ນຈາກເລືອດລວມເອົາການໃສ່ເລືອດໄປນຳ.

13 ຄຳສັ່ງທີ່ໃຫ້ລະເວັ້ນຈາກເລືອດລວມເຖິງການໃສ່ເລືອດນຳບໍ? ແມ່ນແລ້ວ. ເພື່ອເປັນຕົວຢ່າງ ສົມມຸດວ່າທ່ານໝໍບອກໃຫ້ເຈົ້າງົດເຄື່ອງດື່ມທີ່ມີເຫຼົ້າ. ນັ້ນຈະພຽງແຕ່ໝາຍຄວາມວ່າເຈົ້າບໍ່ຄວນດື່ມເຫຼົ້າ ແຕ່ເຈົ້າສາມາດສັກເຫຼົ້າເຂົ້າໄປທາງເສັ້ນເລືອດຂອງເຈົ້າເອງໄດ້ບໍ? ເຮັດບໍ່ໄດ້! ເຊັ່ນດຽວກັນ ການລະເວັ້ນຈາກເລືອດໝາຍເຖິງການບໍ່ເອົາເລືອດເຂົ້າໄປໃນຮ່າງກາຍຂອງເຮົາບໍ່ວ່າຈະດ້ວຍວິທີໃດກໍຕາມ. ດັ່ງນັ້ນ ຄຳສັ່ງທີ່ໃຫ້ລະເວັ້ນຈາກເລືອດໝາຍຄວາມວ່າເຮົາຈະບໍ່ຍອມໃຫ້ຜູ້ໃດໃສ່ເລືອດເຂົ້າໄປໃນເສັ້ນເລືອດຂອງເຮົາ.

14, 15. ຖ້າທ່ານໝໍບອກວ່າຄົນເຈັບທີ່ເປັນຄລິດສະຕຽນຕ້ອງໃສ່ເລືອດ ຄົນເຈັບຈະເຮັດແນວໃດ ແລະຍ້ອນຫຍັງຈຶ່ງເຮັດແນວນັ້ນ?

14 ຊິວ່າແນວໃດຖ້າຄລິດສະຕຽນບາດເຈັບສາຫັດຫຼືຈຳເປັນຕ້ອງໄດ້ຜ່າຕັດໃຫຍ່? ສົມມຸດວ່າທ່ານໝໍບອກຄົນເຈັບວ່າຕ້ອງໃສ່ເລືອດຄັນບໍ່ຊັ້ນລາວຈະຕາຍ. ແນ່ນອນ ຄົນເຈັບທີ່ເປັນຄລິດສະຕຽນຄົງຈະບໍ່ຢາກຕາຍ. ດ້ວຍຄວາມພະຍາຍາມທີ່ຈະຮັກສາຊີວິດເຊິ່ງເປັນຂອງປະທານທີ່ມີຄ່າຈາກພະເຈົ້າ ລາວຈະຍອມຮັບການປິ່ນປົວແບບອື່ນທີ່ບໍ່ກ່ຽວຂ້ອງກັບການໃຊ້ເລືອດໃນທາງທີ່ຜິດ. ດ້ວຍເຫດນີ້ ລາວຈະຊອກຫາວິທີປິ່ນປົວທາງການແພດດັ່ງກ່າວຖ້າສາມາດຫາໄດ້ ແລະຈະຍອມຮັບເອົາທາງເລືອກອື່ນແທນການໃສ່ເລືອດ.

15 ຄລິດສະຕຽນຈະລະເມີດກົດໝາຍຂອງພະເຈົ້າພຽງເພື່ອຈະມີຊີວິດຢູ່ຕໍ່ອີກໜ້ອຍໜຶ່ງໃນລະບົບປັດຈຸບັນນີ້ບໍ? ພະເຍຊູກ່າວວ່າ “ຄົນທຸກຄົນທີ່ຈະຢາກຊ່ວຍຊີວິດຈິດໃຈແຫ່ງຕົນໃຫ້ພົ້ນ ຜູ້ນັ້ນຈະເສຍຊີວິດຈິດໃຈ ແລະຄົນທຸກຄົນທີ່ຈະເສຍຊີວິດຈິດໃຈແຫ່ງຕົນເພາະເຫັນແກ່ເຮົາ ຜູ້ນັ້ນຈະພົບຊີວິດຈິດໃຈ.” (ມັດທາຍ 16:25) ເຮົາບໍ່ຢາກຕາຍ. ແຕ່ຖ້າເຮົາພະຍາຍາມຮັກສາຊີວິດທີ່ເຮົາມີຢູ່ໃນຕອນນີ້ໂດຍຝ່າຝືນກົດໝາຍຂອງພະເຈົ້າ ເຮົາຈະສ່ຽງຕໍ່ການສູນເສຍຊີວິດຕະຫຼອດໄປ. ດັ່ງນັ້ນ ເປັນສິ່ງທີ່ສຸຂຸມທີ່ເຮົາເຊື່ອໝັ້ນໃນຄວາມຖືກຕ້ອງຂອງກົດໝາຍພະເຈົ້າພ້ອມດ້ວຍຄວາມໝັ້ນໃຈຢ່າງເຕັມທີວ່າ ຖ້າເຮົາເສຍຊີວິດດ້ວຍສາເຫດໃດກໍຕາມ ພະອົງຜູ້ປະທານຊີວິດໃຫ້ເຮົາຈະລະນຶກເຖິງເຮົາໃນຕອນທີ່ມີການປຸກໃຫ້ຄືນມາຈາກຕາຍແລະຈະຄືນຊີວິດເຊິ່ງເປັນຂອງປະທານອັນມີຄ່າໃຫ້ແກ່ເຮົາ.—ໂຢຮັນ 5:28, 29; ເຫບເລີ 11:6.

16. ຜູ້ຮັບໃຊ້ຂອງພະເຈົ້າຕັ້ງໃຈແນ່ວແນ່ແນວໃດໃນເລື່ອງເລືອດ?

16 ໃນປັດຈຸບັນນີ້ ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຈົ້າຕັ້ງໃຈຢ່າງແນ່ວແນ່ທີ່ຈະປະຕິບັດຕາມຄຳສັ່ງຂອງພະອົງໃນເລື່ອງເລືອດ. ເຂົາເຈົ້າຈະບໍ່ກິນເລືອດບໍ່ວ່າໃນຮູບແບບໃດກໍຕາມ ແລະຈະບໍ່ຍອມຮັບເລືອດເພື່ອການຮັກສາປິ່ນປົວ. * ເຂົາເຈົ້າໝັ້ນໃຈວ່າພະເຈົ້າຜູ້ສ້າງເລືອດຮູ້ວ່າອັນໃດດີທີ່ສຸດສຳລັບເຂົາເຈົ້າ. ເຈົ້າເຊື່ອບໍວ່າພະອົງຮູ້ຈັກດີ?

ການໃຊ້ເລືອດທີ່ຖືກຕ້ອງພຽງວິທີດຽວ

17. ໃນອິດສະລາແອນບູຮານການໃຊ້ເລືອດພຽງວິທີດຽວທີ່ພະເຢໂຫວາພະເຈົ້າຍອມຮັບຄືຫຍັງ?

17 ພະບັນຍັດຂອງໂມເຊເນັ້ນການໃຊ້ເລືອດທີ່ຖືກຕ້ອງພຽງວິທີດຽວ. ກ່ຽວກັບການນະມັດສະການທີ່ຮຽກຮ້ອງຈາກຊາວອິດສະລາແອນບູຮານ ພະເຢໂຫວາສັ່ງວ່າ “ຊີວິດຈິດໃຈແຫ່ງເນື້ອກໍຢູ່ໃນເລືອດ ແລະຝ່າຍເຮົາ ເຮົາໄດ້ປະທານເລືອດເທິງແທ່ນບູຊາເພື່ອຈະໄດ້ກະທຳການໄຖ່ໂທດແທນຈິດໃຈທັງຫຼາຍຂອງພວກທ່ານ ເຫດວ່າແມ່ນເລືອດໄຖ່ໂທດຊີວິດຈິດໃຈ.” (ພວກເລວີ 17:11) ເມື່ອຊາວອິດສະລາແອນເຮັດບາບ ເຂົາເຈົ້າຈະໄດ້ຮັບການໃຫ້ອະໄພໂດຍການຖວາຍສັດເປັນເຄື່ອງບູຊາ ແລະເອົາເລືອດສັດບາງສ່ວນໄປຊິດໃສ່ແທ່ນບູຊາທີ່ຢູ່ໃນທັບອາໄສ ຫຼືໃນສະໄໝຕໍ່ມາກໍແມ່ນຢູ່ແທ່ນບູຊາທີ່ຢູ່ໃນວິຫານຂອງພະເຈົ້າ. ການໃຊ້ເລືອດພຽງວິທີດຽວກໍຄືໃຊ້ເພື່ອເປັນເຄື່ອງບູຊາຕາມທີ່ໄດ້ກ່າວໄປແລ້ວ.

18. ຜົນປະໂຫຍດແລະຄວາມພອນອັນໃດທີ່ເຮົາໄດ້ຮັບຈາກເລືອດຂອງພະເຍຊູທີ່ໄຫຼອອກ?

18 ຄລິດສະຕຽນແທ້ບໍ່ໄດ້ຢູ່ພາຍໃຕ້ພະບັນຍັດຂອງໂມເຊ ແລະດ້ວຍເຫດນັ້ນຈຶ່ງບໍ່ໄດ້ຖວາຍສັດເປັນເຄື່ອງບູຊາແລະເອົາເລືອດໄປຊິດໃສ່ແທ່ນບູຊາ. (ເຫບເລີ 10:1) ແນວໃດກໍຕາມ ການໃຊ້ເລືອດຊິດໃສ່ແທ່ນບູຊາໃນສະໄໝຂອງຊາດອິດສະລາແອນບູຮານຊີ້ເຖິງເຄື່ອງບູຊາທີ່ມີຄ່າຫຼາຍຂອງພະເຍຊູຄລິດລູກຊາຍຂອງພະເຈົ້າ. ດັ່ງທີ່ເຮົາໄດ້ຮຽນໃນບົດທີ 5 ຂອງປຶ້ມນີ້ ພະເຍຊູໄດ້ສະລະຊີວິດມະນຸດຂອງຕົນເພື່ອພວກເຮົາໂດຍຍອມໃຫ້ເລືອດຂອງພະອົງໄຫຼອອກເປັນເຄື່ອງບູຊາ. ຈາກນັ້ນ ພະອົງໄດ້ຂຶ້ນໄປສະຫວັນແລະໄດ້ນຳເອົາຄຸນຄ່າຂອງເລືອດທີ່ໄຫຼອອກນັ້ນໄປຖວາຍໃຫ້ພະເຈົ້າຄັ້ງດຽວເຊິ່ງມີຜົນໃຊ້ໄດ້ຕະຫຼອດໄປ. (ເຫບເລີ 9:11, 12) ນັ້ນເປັນການປູພື້ນຖານໄວ້ສຳລັບການອະໄພບາບຂອງເຮົາແລະເປີດທາງໃຫ້ເຮົາໄດ້ຮັບຊີວິດຕະຫຼອດໄປ. (ມັດທາຍ 20:28; ໂຢຮັນ 3:16) ການໃຊ້ເລືອດໃນວິທີນັ້ນຈັ່ງແມ່ນມີຄວາມສຳຄັນແທ້ໆ! (1 ເປໂຕ 1:18, 19) ໂດຍການສະແດງຄວາມເຊື່ອໃນຄຸນຄ່າຂອງເລືອດພະເຍຊູທີ່ໄຫຼອອກ ເຮົາຈຶ່ງຈະໄດ້ຮັບຄວາມລອດ.

ເຮົາຈະສະແດງຄວາມນັບຖືຕໍ່ຊີວິດແລະເລືອດໄດ້ແນວໃດ?

19. ເຮົາຕ້ອງເຮັດຫຍັງເພື່ອຈະ “ເສາະໃສຈາກເລືອດແຫ່ງຄົນທັງປວງ”?

19 ເຮົາຮູ້ສຶກຂອບໃຈພະເຢໂຫວາພະເຈົ້າສຳລັບຊີວິດເຊິ່ງເປັນການຈັດຕຽມດ້ວຍຄວາມຮັກ! ເລື່ອງນີ້ຄວນກະຕຸ້ນເຮົາບໍ່ແມ່ນບໍໃຫ້ບອກຄົນອື່ນກ່ຽວກັບໂອກາດທີ່ຈະໄດ້ຮັບຊີວິດຕະຫຼອດໄປໂດຍອາໄສຄວາມເຊື່ອໃນຄ່າໄຖ່ຂອງພະເຍຊູ? ການທີ່ເຮົາຫ່ວງໃຍຕໍ່ຊີວິດຂອງເພື່ອນມະນຸດແບບທີ່ພະເຈົ້າຫ່ວງໃຍຈະກະຕຸ້ນເຮົາໃຫ້ບອກຄົນອື່ນກ່ຽວກັບເລື່ອງນີ້ດ້ວຍຄວາມກະຕືລືລົ້ນແລະດ້ວຍໃຈແຮງກ້າ. (ເອເຊກຽນ 3:17-21) ຖ້າເຮົາດຸໝັ່ນເຮັດໜ້າທີ່ຮັບຜິດຊອບນີ້ສຳເລັດ ເຮົາກໍຈະເວົ້າແບບດຽວກັບອັກຄະສາວົກໂປໂລທີ່ວ່າ “ເຮົາກໍເສາະໃສຈາກເລືອດແຫ່ງຄົນທັງປວງ ເພາະວ່າເຮົາບໍ່ໄດ້ຫວງຈະສັ່ງສອນຄຳປະກາດແຫ່ງພະເຈົ້າໝົດສິ້ນໃຫ້ທ່ານທັງຫຼາຍຟັງ.” (ກິດຈະການ 20:26, 27) ການບອກຄົນອື່ນໃນເລື່ອງພະເຈົ້າແລະເລື່ອງໃຈປະສົງຕ່າງໆຂອງພະອົງເປັນວິທີທີ່ດີທີ່ສະແດງວ່າເຮົານັບຖືຊີວິດແລະເລືອດຢ່າງສູງສົ່ງ.

^ ຂໍ້ 16 ສຳລັບຂໍ້ມູນເລື່ອງທາງເລືອກອື່ນທີ່ໃຊ້ແທນການໃສ່ເລືອດ ຂໍໃຫ້ເບິ່ງຈຸນລະສານເລືອດສາມາດຊ່ວຍຊີວິດຂອງເຮົາໄດ້ແນວໃດ? (ພາສາໄທ) ໜ້າ 13-17 ຈັດພິມໂດຍພະຍານພະເຢໂຫວາ.