ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີສິບສີ່

ວິທີເຮັດໃຫ້ຊີວິດຄອບຄົວຂອງເຈົ້າມີຄວາມສຸກ

ວິທີເຮັດໃຫ້ຊີວິດຄອບຄົວຂອງເຈົ້າມີຄວາມສຸກ
  • ເພື່ອຈະເປັນຜົວທີ່ດີ ອັນໃດເປັນສິ່ງຈຳເປັນ?

  • ຜູ້ຍິງຈະເຮັດໜ້າທີ່ຂອງເມຍໄດ້ຢ່າງ ປະສົບຜົນສຳເລັດໄດ້ແນວໃດ?

  • ໃນການເປັນພໍ່ແມ່ທີ່ດີ ມີຫຍັງກ່ຽວຂ້ອງຢູ່ນຳ?

  • ລູກຈະຊ່ວຍເຮັດໃຫ້ຊີວິດຄອບຄົວມີຄວາມສຸກໄດ້ໂດຍວິທີໃດ?

1. ເພື່ອເຮັດໃຫ້ຊີວິດຄອບຄົວມີຄວາມສຸກ ອັນໃດເປັນເຄັດລັບທີ່ສຳຄັນ?

ພະເຢໂຫວາພະເຈົ້າຢາກໃຫ້ຊີວິດຄອບຄົວຂອງເຈົ້າມີຄວາມສຸກ. ຄຳພີໄບເບິນພະຄຳຂອງພະອົງມີຄຳແນະນຳໃຫ້ສະມາຊິກແຕ່ລະຄົນໃນຄອບຄົວໂດຍຊີ້ແຈງເຖິງບົດບາດໜ້າທີ່ທີ່ພະເຈົ້າຢາກໃຫ້ແຕ່ລະຄົນເຮັດ. ເມື່ອສະມາຊິກໃນຄອບຄົວປະຕິບັດໜ້າທີ່ຂອງຕົນຕາມຄຳແນະນຳຂອງພະເຈົ້າ ຍ່ອມເກີດຜົນທີ່ເປັນຕາພໍໃຈຫຼາຍແທ້ໆ. ພະເຍຊູກ່າວວ່າ “ຄົນທັງຫຼາຍທີ່ຟັງພະຄຳຂອງພະເຈົ້າແລະຂັບຕາມພະຄຳນັ້ນກໍເປັນສຸກຫຼາຍ”!—ລືກາ 11:28.

2. ຄວາມສຸກພາຍໃນຄອບຄົວຂຶ້ນຢູ່ກັບການທີ່ເຮົາຍອມຮັບໃນເລື່ອງໃດ?

2 ສ່ວນຫຼາຍແລ້ວຄວາມສຸກໃນຄອບຄົວຂຶ້ນຢູ່ກັບການທີ່ເຮົາຍອມຮັບວ່າຄອບຄົວເກີດມາຈາກພະເຢໂຫວາ ຜູ້ທີ່ພະເຍຊູເອີ້ນວ່າເປັນ “ພະບິດາຂອງຂ້າພະເຈົ້າທັງຫຼາຍ.” (ມັດທາຍ 6:9) ທຸກຄອບຄົວຢູ່ແຜ່ນດິນໂລກມີຢູ່ກໍເນື່ອງມາຈາກພໍ່ທີ່ຢູ່ທາງພາກສະຫວັນ ແລະແນ່ນອນພະອົງຮູ້ວ່າອັນໃດທີ່ເຮັດໃຫ້ຄອບຄົວມີຄວາມສຸກ. (ເອເຟດ 3:14, 15) ດັ່ງນັ້ນ ຄຳພີໄບເບິນສອນຫຍັງກ່ຽວກັບບົດບາດໜ້າທີ່ຂອງສະມາຊິກແຕ່ລະຄົນໃນຄອບຄົວ?

ຄອບຄົວເກີດມາຈາກພະເຈົ້າ

3. ຄຳພີໄບເບິນອະທິບາຍແນວໃດກ່ຽວກັບຈຸດເລີ່ມຕົ້ນຂອງຄອບຄົວມະນຸດ ແລະເຮົາຮູ້ໄດ້ແນວໃດວ່າສິ່ງທີ່ຄຳພີໄບເບິນບອກເປັນຄວາມຈິງ?

3 ພະເຢໂຫວາໄດ້ສ້າງອາດາມແລະເອວາມະນຸດຄູ່ທຳອິດ ແລະເອົາທັງສອງມາຢູ່ນຳກັນແບບຜົວເມຍ. ພະອົງໃຫ້ເຂົາເຈົ້າຢູ່ໃນບ້ານເທິງແຜ່ນດິນໂລກເຊິ່ງເປັນອຸທິຍານທີ່ສວຍງາມ ນັ້ນຄືສວນເອເດນ ແລະບອກເຂົາເຈົ້າໃຫ້ມີລູກມີຫຼານ. ພະເຢໂຫວາກ່າວວ່າ “ຈົ່ງພາກັນອອກແມ່ແພ່ລູກເກີດມາກທະວີຂຶ້ນໃຫ້ແຜ່ນດິນເຕັມ.” (ຕົ້ນເດີມ 1:26-28; 2:18, 21-24) ນີ້ບໍ່ແມ່ນເລື່ອງທີ່ແຕ່ງຂຶ້ນຫຼືນິທານ ເພາະພະເຍຊູສະແດງໃຫ້ເຫັນວ່າສິ່ງທີ່ພະທຳຕົ້ນເດີມບອກກ່ຽວກັບການເລີ່ມຕົ້ນຂອງຊີວິດຄອບຄົວນັ້ນເປັນເລື່ອງຈິງ. (ມັດທາຍ 19:4, 5) ເຖິງແມ່ນວ່າເຮົາປະສົບບັນຫາຫຼາຍຢ່າງ ແລະຊີວິດໃນປັດຈຸບັນນີ້ກໍບໍ່ໄດ້ເປັນຄືກັບທີ່ພະເຈົ້າປະສົງໄວ້ ແຕ່ຂໍໃຫ້ເຮົາມາເບິ່ງນຳກັນວ່າເປັນຫຍັງຈຶ່ງເປັນໄປໄດ້ທີ່ຈະມີຄວາມສຸກພາຍໃນຄອບຄົວ.

4. (ກ) ສະມາຊິກແຕ່ລະຄົນໃນຄອບຄົວຈະມີສ່ວນສົ່ງເສີມຄວາມສຸກໃນຄອບຄົວໄດ້ໂດຍວິທີໃດ? (ຂ) ເພື່ອຄອບຄົວຈະມີຄວາມສຸກ ເປັນຫຍັງການສຶກສາເລື່ອງຊີວິດພະເຍຊູຈຶ່ງມີຄວາມສຳຄັນ?

4 ໂດຍການຮຽນແບບພະເຈົ້າໃນການສະແດງຄວາມຮັກ ສະມາຊິກແຕ່ລະຄົນໃນຄອບຄົວສາມາດຊ່ວຍເຮັດໃຫ້ຊີວິດຄອບຄົວມີຄວາມສຸກ. (ເອເຟດ 5:1, 2) ເນື່ອງຈາກເຮົາບໍ່ສາມາດເບິ່ງເຫັນພະເຈົ້າໄດ້ ເຮົາຈະຮຽນແບບພະອົງໄດ້ແນວໃດ? ເຮົາສາມາດຮຽນຮູ້ໄດ້ຈາກວິທີທີ່ພະເຢໂຫວາປະຕິບັດ ກໍເພາະພະອົງໄດ້ສົ່ງລູກຊາຍກົກຂອງພະອົງຈາກສະຫວັນໃຫ້ມາຢູ່ແຜ່ນດິນໂລກ. (ໂຢຮັນ 1:14, 18) ເມື່ອຢູ່ແຜ່ນດິນໂລກ ລູກຊາຍຜູ້ນີ້ເຊິ່ງແມ່ນພະເຍຊູຄລິດໄດ້ຮຽນແບບຜູ້ເປັນພໍ່ທີ່ຢູ່ໃນສະຫວັນໄດ້ຢ່າງດີເລີດຈົນກະທັ່ງວ່າການໄດ້ເຫັນແລະຟັງພະເຍຊູກໍຄືກັບການໄດ້ຢູ່ກັບພະເຢໂຫວາແລະໄດ້ຍິນພະເຢໂຫວາ. (ໂຢຮັນ 14:9) ສະນັ້ນ ໂດຍການຮຽນຮູ້ຈາກວິທີທີ່ພະເຍຊູສະແດງຄວາມຮັກແລະການຕິດຕາມຕົວຢ່າງຂອງພະອົງ ເຮົາແຕ່ລະຄົນກໍສາມາດຊ່ວຍເຮັດໃຫ້ຊີວິດຄອບຄົວມີຄວາມສຸກຫຼາຍຂຶ້ນ.

ແບບຢ່າງສຳລັບຜູ້ເປັນຜົວ

5, 6. (ກ) ວິທີທີ່ພະເຍຊູປະຕິບັດກັບປະຊາຄົມເປັນການວາງຕົວຢ່າງໃຫ້ຜູ້ເປັນຜົວຄືແນວໃດ? (ຂ) ເພື່ອຈະໄດ້ຮັບການໃຫ້ອະໄພບາບ ເຮົາຈຳເປັນຕ້ອງເຮັດຫຍັງ?

5 ຄຳພີໄບເບິນບອກວ່າຜູ້ເປັນຜົວຄວນປະຕິບັດຕໍ່ເມຍຂອງຕົນແບບດຽວກັບທີ່ພະເຍຊູປະຕິບັດຕໍ່ພວກລູກສິດຂອງເພິ່ນ. ຂໍໃຫ້ພິຈາລະນາຄຳແນະນຳຈາກຄຳພີໄບເບິນທີ່ວ່າ “ທ່ານທັງຫຼາຍຜູ້ເປັນຜົວ ຈົ່ງຮັກເມຍຂອງຕົນເອງເໝືອນດັ່ງພະຄລິດໄດ້ຮັກພວກຊຸມນຸມ [ປະຊາຄົມ] ແລະໄດ້ມອບພະອົງເອງໄວ້ແທນພວກຊຸມນຸມນັ້ນ . . . ຢ່າງນັ້ນຜົວທັງມວນຕ້ອງຮັກເມຍແຫ່ງຕົນເໝືອນຮັກກາຍຂອງຕົນເອງ. ຜູ້ທີ່ຮັກເມຍແຫ່ງຕົນກໍຮັກຕົວເອງ ເຫດວ່າບໍ່ມີຜູ້ໃດໄດ້ກຽດຊັງເນື້ອໜັງແຫ່ງຕົນສັກເທື່ອ ແຕ່ວ່າລ້ຽງໄວ້ແລະແພງມັນເໝືອນດັ່ງພະຄລິດລ້ຽງແລະຮັກພວກຊຸມນຸມ.”ເອເຟດ 5:23, 25-29.

6 ຄວາມຮັກທີ່ພະເຍຊູມີຕໍ່ປະຊາຄົມເຊິ່ງປະກອບດ້ວຍພວກລູກສິດ ເປັນຕົວຢ່າງອັນດີເລີດທີ່ພະອົງວາງໄວ້ສຳລັບຜູ້ເປັນຜົວ. ພະເຍຊູ “ຮັກເຂົາເຖິງທີ່ສຸດ” ຈົນໄດ້ສະລະຊີວິດເພື່ອເຂົາເຈົ້າ ເຖິງແມ່ນເຂົາເຈົ້າເປັນມະນຸດທີ່ບໍ່ສົມບູນແບບກໍຕາມ. (ໂຢຮັນ 13:1; 15:13) ຄ້າຍກັນ ມີການກະຕຸ້ນເຕືອນຜູ້ເປັນຜົວດັ່ງນີ້ “ຈົ່ງຮັກເມຍແຫ່ງຕົນ ຢ່າມີໃຈເຜັດຮ້ອນຕໍ່ເຂົາ.” (ໂກໂລດ 3:19) ອັນໃດຈະຊ່ວຍຜົວໃຫ້ເອົາຄຳແນະນຳດັ່ງກ່າວນີ້ມາໃຊ້ ໂດຍສະເພາະເມື່ອບາງຄັ້ງເມຍບໍ່ໄດ້ເຮັດຢ່າງສຸຂຸມ? ຜູ້ເປັນຜົວຄວນຈື່ໄວ້ວ່າຕົນເອງກໍຍັງເຮັດຜິດພາດ ແລະຄວນນຶກເຖິງສິ່ງທີ່ຕົນຕ້ອງເຮັດເພື່ອພະເຈົ້າຈະໃຫ້ອະໄພ. ຜົວຕ້ອງເຮັດຫຍັງ? ລາວຕ້ອງໃຫ້ອະໄພຜູ້ທີ່ເຮັດຜິດຕໍ່ລາວ ແລະນັ້ນກໍລວມເຖິງເມຍດ້ວຍ. ແນ່ນອນ ເມຍກໍຄວນເຮັດແບບດຽວກັນ. (ມັດທາຍ 6:12, 14, 15) ເຈົ້າເຂົ້າໃຈເຫດຜົນບໍວ່າເປັນຫຍັງບາງຄົນຈຶ່ງເວົ້າວ່າຊີວິດແຕ່ງດອງທີ່ປະສົບຜົນສຳເລັດຄືການຢູ່ຮ່ວມກັນຂອງຄົນສອງຄົນທີ່ເຕັມໃຈໃຫ້ອະໄພກັນແລະກັນ?

7. ພະເຍຊູຄລິດຄຳນຶງເຖິງສິ່ງໃດເຊິ່ງເປັນການວາງຕົວຢ່າງແນວໃດສຳລັບຜູ້ເປັນຜົວ?

7 ຜູ້ເປັນຜົວຄວນສັງເກດວ່າພະເຍຊູສະແດງຄວາມເຫັນອົກເຫັນໃຈຕໍ່ພວກລູກສິດຂອງພະອົງສະເໝີ. ພະອົງຄຳນຶງເຖິງຂໍ້ຈຳກັດແລະຄວາມຕ້ອງການທາງຮ່າງກາຍຂອງເຂົາເຈົ້າ. ຕົວຢ່າງ ເມື່ອເຂົາເຈົ້າອິດເມື່ອຍ ພະອົງເວົ້າວ່າ “ທ່ານທັງຫຼາຍຈົ່ງມາຕ່າງຫາກໃນປ່າສະຫງັດຢູ່ແລະເຊົາການຢູ່ສັກໜ້ອຍໜຶ່ງ.” (ມາລະໂກ 6:30-32) ເມຍກໍສົມຄວນໄດ້ຮັບການຄຳນຶງເຖິງເຊັ່ນດຽວກັນ. ຄຳພີໄບເບິນປຽບຜູ້ເປັນເມຍຄືກັບວ່າເປັນ “ເຄື່ອງສຳລັບໃສ່ທີ່ມີແຮງໜ້ອຍກວ່າ” ເຊິ່ງຜົວໄດ້ຮັບຄຳສັ່ງວ່າຕ້ອງ “ນັບຖື” ຫຼືໃຫ້ກຽດເມຍ. ຍ້ອນຫຍັງ? ກໍຍ້ອນວ່າທັງຜົວແລະເມຍໄດ້ຮັບ “ພະຄຸນຂອງຊີວິດເປັນມູນດ້ວຍກັນ.” (1 ເປໂຕ 3:7) ຜົວຄວນຈື່ໄວ້ວ່າສິ່ງທີ່ມີຄ່າສຳລັບພະເຈົ້າແມ່ນຄວາມສັດຊື່ ບໍ່ແມ່ນວ່າເປັນຊາຍຫຼືຍິງ.—ຄຳເພງ 101:6.

8. (ກ) ໂດຍວິທີໃດຜົວ “ທີ່ຮັກເມຍແຫ່ງຕົນກໍຮັກຕົວເອງ”? (ຂ) ສຳລັບຜູ້ທີ່ເປັນຜົວເມຍກັນ ການເປັນ “ເນື້ອໜັງອັນດຽວ” ໝາຍຄວາມວ່າແນວໃດ?

8 ຄຳພີໄບເບິນກ່າວວ່າ ຜົວ “ທີ່ຮັກເມຍແຫ່ງຕົນກໍຮັກຕົວເອງ.” ເປັນແນວນີ້ກໍເພາະວ່າຜູ້ຊາຍແລະເມຍຂອງຕົນ “ບໍ່ເປັນ 2 ຕໍ່ໄປແຕ່ວ່າເປັນເນື້ອອັນດຽວກັນ” ດັ່ງທີ່ພະເຍຊູໄດ້ຊີ້ແຈງໃຫ້ເຫັນ. (ມັດທາຍ 19:6) ດັ່ງນັ້ນ ທັງສອງຕ້ອງຈຳກັດຄວາມສົນໃຈທາງເພດໄວ້ສະເພາະກັບຜູ້ທີ່ເປັນຄູ່ຂອງຕົນເທົ່ານັ້ນ. (ສຸພາສິດ 5:15-21; ເຫບເລີ 13:4) ທັງສອງຈະເຮັດແບບນີ້ໄດ້ເມື່ອຄຳນຶງເຖິງຄວາມຈຳເປັນຂອງອີກຝ່າຍໜຶ່ງແບບບໍ່ເຫັນແກ່ຕົວ. (1 ໂກລິນໂທ 7:3-5) ສິ່ງທີ່ໜ້າສັງເກດແມ່ນຂໍ້ເຕືອນໃຈທີ່ວ່າ “ບໍ່ມີຜູ້ໃດໄດ້ກຽດຊັງເນື້ອໜັງແຫ່ງຕົນ ສັກເທື່ອ ແຕ່ວ່າລ້ຽງໄວ້ແລະແພງມັນ.” ຜົວຕ້ອງຮັກເມຍຄືກັບຮັກຕົນເອງ ໂດຍສຳນຶກວ່າຕ້ອງໃຫ້ການຕໍ່ພະເຍຊູເຊິ່ງເປັນປະມຸກຂອງລາວ.—ເອເຟດ 5:29; 1 ໂກລິນໂທ 11:3.

9. ຢູ່ຟີລິບ 1:8 ມີການກ່າວເຖິງຄຸນລັກສະນະອັນໃດຂອງພະເຍຊູ ແລະເປັນຫຍັງຜົວຄວນສະແດງຄຸນລັກສະນະດັ່ງກ່າວຕໍ່ເມຍຂອງຕົນ?

9 ອັກຄະສາວົກໂປໂລກ່າວເຖິງ “ຄວາມຮັກໄຄ່ຕາມແບບຢ່າງຂອງພະຄລິດເຍຊູ.” (ຟີລິບ 1:8, ລ.ມ.) ຄວາມຮັກໄຄ່ຂອງພະເຍຊູເປັນຄຸນລັກສະນະທີ່ພາໃຫ້ສົດຊື່ນໃຈ ເປັນສິ່ງທີ່ດຶງດູດໃຈພວກຜູ້ຍິງທີ່ເຂົ້າມາເປັນສາວົກຂອງພະອົງ. (ໂຢຮັນ 20:1, 11-13, 16) ແລະເມຍທັງຫຼາຍກໍປາຖະໜາຈະໄດ້ຮັບຄວາມຮັກໄຄ່ຈາກຜົວ.

ຕົວຢ່າງສຳລັບຜູ້ເປັນເມຍ

10. ພະເຍຊູວາງຕົວຢ່າງແນວໃດສຳລັບຜູ້ເປັນເມຍ?

10 ຄອບຄົວເປັນການຈັດຕັ້ງອັນໜຶ່ງ ແລະເພື່ອຈະດຳເນີນງານຢ່າງສະດວກຈຳເປັນຕ້ອງມີປະມຸກ. ແມ່ນແຕ່ພະເຍຊູກໍຍອມຢູ່ໃຕ້ອຳນາດຂອງຜູ້ທີ່ເປັນປະມຸກຂອງພະອົງ. “ຫົວ [ປະມຸກ] ຂອງພະຄລິດເປັນພະເຈົ້າ” ແບບດຽວກັບທີ່ “ຜູ້ຊາຍເປັນຫົວ [ປະມຸກ] ຂອງຜູ້ຍິງ.” (1 ໂກລິນໂທ 11:3) ການທີ່ພະເຍຊູອ່ອນນ້ອມຕໍ່ຖານະປະມຸກຂອງພະເຈົ້າເປັນຕົວຢ່າງທີ່ດີເລີດ ເພາະເຮົາທຸກຄົນມີປະມຸກທີ່ເຮົາຕ້ອງອ່ອນນ້ອມຍອມຟັງ.

11. ເມຍຄວນມີທັດສະນະແນວໃດຕໍ່ຜົວ ແລະຄວາມປະພຶດຂອງເມຍອາດກໍ່ຜົນແນວໃດ?

11 ມະນຸດບໍ່ສົມບູນແບບເຮັດຜິດພາດໄດ້ ແລະຫຼາຍເທື່ອກໍບົກພ່ອງໃນການເປັນຫົວໜ້າຄອບຄົວທີ່ດີພ້ອມ. ດັ່ງນັ້ນ ຜູ້ເປັນເມຍຄວນເຮັດແນວໃດ? ເມຍບໍ່ຄວນດູຖູກສິ່ງທີ່ຜົວເຮັດຫຼືບໍ່ຄວນພະຍາຍາມຍຶດຕຳແໜ່ງປະມຸກຂອງຜົວ. ເມຍຄວນຈື່ວ່າຕາມທັດສະນະຂອງພະເຈົ້າ ນໍ້າໃຈສະຫງົບສະຫງ່ຽມແລະສຸພາບມີຄ່າຫຼາຍ. (1 ເປໂຕ 3:4) ໂດຍການສະແດງນໍ້າໃຈແບບນັ້ນ ຜູ້ເປັນເມຍຈະເຫັນວ່າການອ່ອນນ້ອມຍອມຟັງດ້ວຍຄວາມເຫຼື້ອມໃສໃນພະເຈົ້າເປັນເລື່ອງທີ່ເຮັດໄດ້ງ່າຍຂຶ້ນແມ່ນວ່າຢູ່ໃນສະພາບການທີ່ຍາກລຳບາກ. ນອກຈາກນັ້ນ ຄຳພີໄບເບິນກ່າວວ່າ “ຝ່າຍເມຍນັ້ນຈົ່ງຢ້ານຢຳຜົວແຫ່ງຕົນ.” (ເອເຟດ 5:33) ແຕ່ຊິວ່າແນວໃດຖ້າຜົວບໍ່ໄດ້ຍອມຮັບພະຄລິດໃນຖານະເປັນປະມຸກຂອງລາວ? ຄຳພີໄບເບິນກະຕຸ້ນເຕືອນຜູ້ເປັນເມຍວ່າ “ຈົ່ງນ້ອມຍອມຟັງຜົວແຫ່ງຕົນ ເພື່ອຖ້າຜົວຄົນໃດບໍ່ເຊື່ອຟັງພະຄຳ ກິດຈະການແຫ່ງເມຍຈະໄດ້ເອົາໃຈຜົວໄດ້ປາສະຈາກພະຄຳ ເພື່ອຜົວຈະໄດ້ຈອບເຫັນເມຍໄດ້ກະທຳຕາມທຳນຽມອັນບໍລິສຸດດ້ວຍໃຈຢ້ານຢຳ.”1 ເປໂຕ 3:1, 2.

12. ເປັນຫຍັງຈຶ່ງບໍ່ຜິດທີ່ເມຍຈະສະແດງຄວາມເຫັນຂອງຕົນໃນແບບທີ່ສະແດງຄວາມນັບຖື?

12 ເຖິງວ່າຜົວຈະເປັນຜູ້ມີຄວາມເຊື່ອໃນພະເຈົ້າຫຼືວ່າບໍ່ມີກໍຕາມ ການທີ່ເມຍສະເໜີຄວາມຄິດເຫັນທີ່ຕ່າງກັນຈາກຜົວແບບຜ່ອນໜັກຜ່ອນເບົາກໍບໍ່ໄດ້ສະແດງວ່າເມຍຂາດຄວາມນັບຖືຕໍ່ຜົວ. ຄວາມຄິດເຫັນຂອງເມຍອາດຖືກຕ້ອງ ແລະທຸກຄົນໃນຄອບຄົວອາດຈະໄດ້ຮັບປະໂຫຍດຖ້າຜົວຮັບຟັງລາວ. ເຖິງວ່າອັບລາຫາມບໍ່ເຫັນດີກັບຊາລາເມຍຂອງຕົນທີ່ໄດ້ສະເໜີວິທີທີ່ໃຊ້ການໄດ້ເພື່ອແກ້ບັນຫາບາງຢ່າງໃນຄອບຄົວ ແຕ່ພະເຈົ້າບອກອັບລາຫາມວ່າ “ເຈົ້າຈົ່ງຟັງນາງເຖີ້ນ.” (ຕົ້ນເດີມ 21:9-12) ແນ່ນອນ ເມື່ອຜົວເຮັດການຕັດສິນໃຈໃນເລື່ອງໜຶ່ງໂດຍສະເພາະທີ່ບໍ່ຂັດກັບກົດໝາຍຂອງພະເຈົ້າ ຜູ້ເປັນເມຍກໍຄວນຍອມຢູ່ໃຕ້ອຳນາດໂດຍສະໜັບສະຫນູນການຕັດສິນໃຈນັ້ນຂອງຜົວ.—ກິດຈະການ 5:29; ເອເຟດ 5:24.

ຊາລາໄດ້ວາງຕົວຢ່າງທີ່ດີອັນໃດສຳລັບຜູ້ເປັນເມຍ?

13. (ກ) ຕິໂຕ 2:4, 5 ກະຕຸ້ນເຕືອນຜູ້ຍິງທີ່ແຕ່ງດອງແລ້ວໃຫ້ເຮັດຫຍັງ? (ຂ) ກ່ຽວກັບການແຍກກັນຢູ່ແລະການປະຮ້າງກັນ ຄຳພີໄບເບິນເວົ້າວ່າແນວໃດ?

13 ຜູ້ເປັນເມຍອາດເຮັດໜ້າທີ່ຂອງຕົນໃນການເອົາໃຈໃສ່ເບິ່ງແຍງຄອບຄົວໄດ້ຫຼາຍວິທີ. ຕົວຢ່າງ ຄຳພີໄບເບິນຊີ້ໃຫ້ເຫັນວ່າຜູ້ຍິງທີ່ແຕ່ງດອງແລ້ວຄວນ “ຮູ້ຮັກຜົວຮັກລູກຂອງເຂົາ ແລະໃຫ້ເປັນຄົນມີສະຕິອັນດີ ເປັນຄົນບໍລິສຸດ ໃຫ້ຄາການໃນເຮືອນ ມີໃຈດີແລະນ້ອມຟັງຄຳຂອງຜົວ.” (ຕິໂຕ 2:4, 5) ຜູ້ເປັນເມຍແລະແມ່ທີ່ເຮັດແບບນີ້ຈະໄດ້ຄວາມຮັກແລະນັບຖືຈາກຄອບຄົວຕະຫຼອດໄປ. (ສຸພາສິດ 31:10, 28) ເນື່ອງຈາກຊີວິດແຕ່ງດອງເປັນການຢູ່ຮ່ວມກັນຂອງສອງບຸກຄົນທີ່ບໍ່ສົມບູນແບບ ສະພາບການທີ່ຮ້າຍແຮງບາງຢ່າງອາດເຮັດໃຫ້ມີການແຍກກັນຢູ່ຫຼືປະຮ້າງກັນກໍມີ. ຄຳພີໄບເບິນຍອມໃຫ້ແຍກກັນຢູ່ພາຍໃຕ້ສະພາບການບາງຢ່າງ. ແຕ່ຜົວແລະເມຍຕ້ອງບໍ່ຖືວ່າການແຍກກັນຢູ່ເປັນເລື່ອງຫຼິ້ນໆເພາະຄຳພີໄບເບິນແນະນຳວ່າ “ຢ່າໃຫ້ເມຍປະຜົວ . . . ແລະຜົວນັ້ນຢ່າໃຫ້ປະເມຍຈັກເທື່ອ.” (1 ໂກລິນໂທ 7:10, 11) ແລະສະເພາະແຕ່ການຜິດປະເວນີຂອງຄູ່ແຕ່ງດອງເທົ່ານັ້ນເປັນເຫດຜົນຢ່າງຖືກຕ້ອງຕາມຫຼັກພະຄຳພີທີ່ຈະໃຫ້ປະຮ້າງກັນ.—ມັດທາຍ 19:9.

ຕົວຢ່າງທີ່ສົມບູນແບບສຳລັບຜູ້ເປັນພໍ່ແມ່

14. ພະເຍຊູປະຕິບັດແນວໃດກັບເດັກນ້ອຍ ແລະລູກຕ້ອງການຫຍັງຈາກພໍ່ແມ່?

14 ໃນວິທີທີ່ພະເຍຊູໄດ້ປະຕິບັດກັບພວກເດັກນ້ອຍພະອົງວາງຕົວຢ່າງທີ່ສົມບູນແບບສຳລັບຜູ້ເປັນພໍ່ແມ່. ເມື່ອຄົນອື່ນພະຍາຍາມຫ້າມພວກເດັກນ້ອຍບໍ່ໃຫ້ເຂົ້າໄປຫາພະເຍຊູ ພະອົງກ່າວວ່າ “ຈົ່ງໃຫ້ຫມູ່ເດັກນ້ອຍມາຫາເຮົາເຖີ້ນ ຢ່າຊູ່ຫ້າມເຂົາ.” ຄຳພີໄບເບິນບອກວ່າ ຈາກນັ້ນພະອົງ “ໄດ້ກອດເອົາຫມູ່ເດັກນ້ອຍນັ້ນແລ້ວ ພະອົງໄດ້ວາງມືເທິງເຂົາແລະອວຍພອນໃຫ້ເຂົາ.” (ມາລະໂກ 10:13-16) ເນື່ອງຈາກພະເຍຊູໃຫ້ເວລາກັບເດັກນ້ອຍ ຜູ້ເປັນພໍ່ເປັນແມ່ກໍຄວນຈະເຮັດແບບດຽວກັນກັບລູກຂອງຕົນບໍ່ແມ່ນບໍ? ບໍ່ແມ່ນວ່າລູກຕ້ອງການເວລາໜ້ອຍດຽວຈາກພໍ່ແມ່ ແຕ່ວ່າເຂົາເຈົ້າຕ້ອງການໃຫ້ພໍ່ແມ່ໃຊ້ເວລາກັບເຂົາເຈົ້າຫຼາຍໆ. ພໍ່ແມ່ຕ້ອງມີເວລາສອນລູກ ເພາະພະເຢໂຫວາສັ່ງຜູ້ເປັນພໍ່ເປັນແມ່ໃຫ້ເຮັດແນວນັ້ນ.—ພະບັນຍັດ 6:4-9.

15. ຜູ້ເປັນພໍ່ເປັນແມ່ສາມາດເຮັດຫຍັງໄດ້ແດ່ເພື່ອປົກປ້ອງລູກຂອງຕົນ?

15 ໃນຂະນະທີ່ໂລກນີ້ນັບມື້ນັບຊົ່ວຮ້າຍຂຶ້ນ ເດັກນ້ອຍຈຳເປັນຕ້ອງມີພໍ່ແມ່ປົກປ້ອງເຂົາເຈົ້າໃຫ້ພົ້ນຈາກຄົນທີ່ເຝົ້າຄອຍຫາໂອກາດທຳຮ້າຍເດັກນ້ອຍ ເຊັ່ນ ຄົນທີ່ພະຍາຍາມຫຼອກເດັກນ້ອຍໄປທຳຮ້າຍທາງເພດ. ຂໍໃຫ້ພິຈາລະນາວິທີທີ່ພະເຍຊູໄດ້ປົກປ້ອງພວກສາວົກເຊິ່ງພະອົງໄດ້ເອີ້ນດ້ວຍຄວາມຮູ້ສຶກຮັກໄຄ່ວ່າ “ລູກນ້ອຍ.” ເມື່ອພະເຍຊູຖືກຈັບແລະບໍ່ດົນຈາກນັ້ນກໍຈະຖືກປະຫານຊີວິດ ພະອົງໄດ້ຊ່ວຍພວກເຂົາໃຫ້ມີທາງໜີໄດ້. (ໂຢຮັນ 13:33, ລ.ມ.; 18:7-9) ໃນຖານະທີ່ເປັນພໍ່ແມ່ ເຈົ້າຕ້ອງຕື່ນຕົວຕໍ່ຄວາມພະຍາຍາມຂອງພະຍາມານທີ່ຢາກທຳຮ້າຍລູກນ້ອຍຂອງເຈົ້າ. ເຈົ້າຈຳເປັນຕ້ອງເຕືອນລູກລ່ວງໜ້າ. * (1 ເປໂຕ 5:8) ບໍ່ເຄີຍມີຍຸກໃດທີ່ມີການຄຸກຄາມຄວາມປອດໄພດ້ານຮ່າງກາຍ ດ້ານຝ່າຍວິນຍານ ແລະດ້ານສິນລະທຳຫຼາຍເທົ່າທີ່ມີໃນຍຸກປັດຈຸບັນນີ້.

ຈາກວິທີທີ່ພະເຍຊູປະຕິບັດກັບພວກເດັກນ້ອຍຜູ້ເປັນພໍ່ແມ່ໄດ້ບົດຮຽນຫຍັງ?

16. ພໍ່ແມ່ຈະຮຽນອັນໃດໄດ້ຈາກວິທີທີ່ພະເຍຊູຈັດການກັບຄວາມບໍ່ສົມບູນແບບຂອງພວກສາວົກ?

16 ໃນຄືນກ່ອນທີ່ພະເຍຊູຈະສິ້ນຊີວິດ ພວກສາວົກໄດ້ຖຽງກັນວ່າແມ່ນໃຜເປັນໃຫຍ່ໃນທ່າມກາງພວກເຂົາ. ແທນທີ່ຈະໃຈຮ້າຍໃຫ້ເຂົາເຈົ້າ ພະເຍຊູໄດ້ໂນ້ມນ້າວໃຈເຂົາເຈົ້າດ້ວຍຄວາມຮັກໄຄ່ທາງຄຳເວົ້າແລະທາງຕົວຢ່າງ. (ລືກາ 22:24-27; ໂຢຮັນ 13:3-8) ຖ້າເຈົ້າເປັນພໍ່ແມ່ ເຈົ້າເຫັນວິທີທີ່ຕົນເອງອາດຕິດຕາມຕົວຢ່າງຂອງພະເຍຊູໃນການຕັກເຕືອນແກ້ໄຂລູກບໍ? ທີ່ຈິງ ລູກຈຳເປັນຕ້ອງໄດ້ຮັບການຕີສອນ ແຕ່ການຕີສອນນັ້ນຄວນໃຫ້ “ຕາມຂະໜາດ” ແລະຢ່າເຮັດດ້ວຍຄວາມຄຽດຮ້າຍ. ເຈົ້າຄົງບໍ່ຢາກຈະເວົ້າແບບບໍ່ໄດ້ຄຶດກ່ອນເຊິ່ງ “ແທງຄືດາບ.” (ເຢເຣມີ 30:11, ລ.ມ.; ສຸພາສິດ 12:18) ການຕີສອນຄວນເຮັດໃຫ້ລູກເຂົ້າໃຈໃນພາຍຫຼັງວ່ານັ້ນເປັນສິ່ງທີ່ເໝາະສົມແທ້ໆ.—ເອເຟດ 6:4; ເຫບເລີ 12:9-11.

ຕົວຢ່າງສຳລັບຜູ້ເປັນລູກ

17. ພະເຍຊູວາງຕົວຢ່າງທີ່ດີສຳລັບຜູ້ເປັນລູກໃນທາງໃດແດ່?

17 ລູກຈະຮຽນຮູ້ຈາກພະເຍຊູໄດ້ບໍ? ໄດ້ແທ້! ໂດຍທາງຕົວຢ່າງຂອງພະເຍຊູເອງ ພະອົງສະແດງໃຫ້ເຫັນວ່າລູກຄວນເຊື່ອຟັງພໍ່ແມ່ຂອງຕົນ. ພະອົງກ່າວວ່າ “ເຮົາໄດ້ເວົ້າ . . . ຕາມພະບິດາໄດ້ສັ່ງສອນເຮົາ.” ພະອົງຍັງກ່າວຕື່ມວ່າ “ເຮົາກະທຳການທີ່ເປັນຊອບໃຈແກ່ພະເຈົ້າຢູ່ເລື້ອຍ.” (ໂຢຮັນ 8:28, 29) ພະເຍຊູເຊື່ອຟັງພໍ່ຂອງພະອົງທີ່ຢູ່ໃນສະຫວັນ ແລະຄຳພີໄບເບິນບອກໃຫ້ລູກເຊື່ອຟັງພໍ່ແມ່ຂອງຕົນ. (ເອເຟດ 6:1-3) ເຖິງແມ່ນວ່າພະເຍຊູເປັນເດັກນ້ອຍທີ່ເປັນມະນຸດສົມບູນແບບ ແຕ່ພະອົງເຊື່ອຟັງໂຢເຊບກັບມາລີເຊິ່ງເປັນພໍ່ແມ່ຂອງພະອົງທີ່ເປັນມະນຸດບໍ່ສົມບູນແບບ. ແນ່ນອນ ເລື່ອງນີ້ຄົງຈະເຮັດໃຫ້ສະມາຊິກທຸກຄົນໃນຄອບຄົວຂອງພະເຍຊູມີຄວາມສຸກ!—ລືກາ 2:4, 5, 51, 52.

18. ເປັນຫຍັງພະເຍຊູຈຶ່ງເຊື່ອຟັງພໍ່ຂອງພະອົງທີ່ຢູ່ໃນສະຫວັນສະເໝີ ແລະໃນປັດຈຸບັນນີ້ໃຜຈະມີຄວາມຍິນດີຖ້າລູກເຊື່ອຟັງພໍ່ແມ່ຂອງຕົນ?

18 ຜູ້ເປັນລູກຮູ້ບໍວ່າເຂົາເຈົ້າຈະເປັນແບບພະເຍຊູຫຼາຍຂຶ້ນໄດ້ແລະຈະເຮັດໃຫ້ພໍ່ແມ່ຂອງຕົນມີຄວາມຍິນດີ? ແມ່ນຢູ່ ບາງຄັ້ງລູກຮູ້ສຶກວ່າການເຊື່ອຟັງພໍ່ແມ່ເປັນເລື່ອງຍາກ ແຕ່ພະເຈົ້າຕ້ອງການໃຫ້ລູກເຊື່ອຟັງພໍ່ແມ່. (ສຸພາສິດ 1:8; 6:20) ແມ່ນແຕ່ພາຍໃຕ້ສະພາບການທີ່ຍາກລຳບາກພະເຍຊູໄດ້ເຊື່ອຟັງພໍ່ທີ່ຢູ່ໃນສະຫວັນສະເໝີ. ຄັ້ງໜຶ່ງ ເມື່ອພະເຈົ້າປະສົງໃຫ້ພະເຍຊູເຮັດສິ່ງໜຶ່ງທີ່ຍາກເປັນພິເສດ ພະເຍຊູກ່າວວ່າ “ໃຫ້ຈອກນີ້ [ຂໍ້ຮຽກຮ້ອງສະເພາະ] ກາຍໄປຈາກຂ້າພະເຈົ້າ.” ແຕ່ພະເຍຊູຍັງໄດ້ເຮັດໃນສິ່ງທີ່ພະເຈົ້າປະສົງ ເພາະພະອົງຍອມຮັບວ່າຜູ້ເປັນພໍ່ຮູ້ດີທີ່ສຸດ. (ລືກາ 22:42) ເມື່ອລູກຮຽນຮູ້ທີ່ຈະເຊື່ອຟັງ ເຂົາເຈົ້າຈະເຮັດໃຫ້ພໍ່ແມ່ແລະພໍ່ທີ່ຢູ່ໃນສະຫວັນມີຄວາມຍິນດີຫຼາຍ. *ສຸພາສິດ 23:22-25.

ເມື່ອຖືກລໍ້ໃຈຄົນຫນຸ່ມນ້ອຍຄວນຄິດເຖິງເລື່ອງໃດ?

19. (ກ) ຊາຕານລໍ້ໃຈຄົນຫນຸ່ມນ້ອຍແນວໃດ? (ຂ) ຄວາມປະພຶດທີ່ບໍ່ດີຂອງລູກອາດສົ່ງຜົນກະທົບແນວໃດຕໍ່ພໍ່ແມ່?

19 ພະຍາມານໄດ້ລໍ້ໃຈພະເຍຊູ ແລະເຮົາກໍແນ່ໃຈໄດ້ວ່າມັນຈະລໍ້ໃຈຄົນຫນຸ່ມນ້ອຍໃຫ້ເຮັດສິ່ງທີ່ຜິດ. (ມັດທາຍ 4:1-10) ຊາຕານພະຍາມານໃຊ້ຄວາມກົດດັນຈາກຄົນໃນໄວດຽວກັນ ເຊິ່ງອາດຕ້ານທານໄດ້ຍາກ. ດັ່ງນັ້ນ ສຳຄັນຢ່າງຍິ່ງທີ່ຄົນຫນຸ່ມນ້ອຍຈະບໍ່ຄົບຄ້າສະມາຄົມກັບຄົນທີ່ເຮັດສິ່ງທີ່ຜິດ! (1 ໂກລິນໂທ 15:33) ດີນາລູກສາວຂອງຢາໂຄບໄດ້ຄົບຄ້າສະມາຄົມກັບຜູ້ທີ່ບໍ່ໄດ້ນະມັດສະການພະເຢໂຫວາ ແລະເລື່ອງນີ້ເຮັດໃຫ້ເກີດຄວາມຫຍຸ້ງຍາກຫຼາຍຢ່າງ. (ຕົ້ນເດີມ 34:1, 2) ລອງຄິດເບິ່ງດູວ່າຄົນໃນຄອບຄົວຈະເຈັບປວດໃຈຫຼາຍສໍ່າໃດຖ້າສະມາຊິກຄົນໜຶ່ງໃນຄອບຄົວເຂົ້າໄປພົວພັນກັບການເຮັດຜິດສິນລະທຳທາງເພດ!—ສຸພາສິດ 17:21, 25.

ເຄັດລັບສຳຄັນທີ່ເຮັດໃຫ້ຄອບຄົວມີຄວາມສຸກ

20. ເພື່ອຈະມີຊີວິດຄອບຄົວທີ່ມີຄວາມສຸກ ສະມາຊິກແຕ່ລະຄົນໃນຄອບຄົວຕ້ອງໄດ້ເຮັດຫຍັງ?

20 ເມື່ອນຳໃຊ້ຄຳແນະນຳໃນຄຳພີໄບເບິນ ບັນຫາຕ່າງໆໃນຄອບຄົວກໍແກ້ໄຂໄດ້ງ່າຍຂຶ້ນ. ທີ່ຈິງ ການນຳໃຊ້ຄຳແນະນຳດັ່ງກ່າວນັ້ນເປັນເຄັດລັບທີ່ສຳຄັນທີ່ເຮັດໃຫ້ຊີວິດຄອບຄົວມີຄວາມສຸກ. ດັ່ງນັ້ນ ຜົວທັງຫຼາຍຄວນຮັກເມຍຂອງຕົນເອງແລະປະຕິບັດກັບເມຍຄືດັ່ງທີ່ພະເຍຊູປະຕິບັດຕໍ່ປະຊາຄົມ. ເມຍທັງຫຼາຍຄວນຍອມຢູ່ໃຕ້ອຳນາດຄວາມເປັນປະມຸກຂອງຜົວ ແລະຮຽນເອົາແບບຢ່າງຂອງເມຍທີ່ມີຄວາມສາມາດດັ່ງທີ່ພັນລະນາໄວ້ໃນສຸພາສິດ 31:10-31. ພໍ່ແມ່ທັງຫຼາຍຄວນຝຶກສອນລູກຂອງຕົນ. (ສຸພາສິດ 22:6) ຜູ້ເປັນພໍ່ຄວນ “ຄຸ້ມຄອງເຮືອນແຫ່ງຕົນດ້ວຍຢ່າງດີ.” (1 ຕີໂມເຕ 3:4, 5; 5:8) ແລະລູກທັງຫຼາຍຄວນເຊື່ອຟັງພໍ່ແມ່ຂອງຕົນ. (ໂກໂລດ 3:20) ໃນຄອບຄົວບໍ່ມີໃຜທີ່ເປັນມະນຸດສົມບູນແບບ ເພາະທຸກຄົນລ້ວນແຕ່ເຮັດຜິດພາດໄດ້. ດັ່ງນັ້ນ ຈົ່ງຖ່ອມໃຈຂໍໂທດກັນແລະກັນ.

21. ຄວາມຫວັງທີ່ວິເສດອັນໃດຄອຍຖ້າຢູ່ຂ້າງໜ້າ ແລະໃນປັດຈຸບັນນີ້ເຮົາສາມາດເພີດເພີນກັບຊີວິດຄອບຄົວທີ່ມີຄວາມສຸກໄດ້ແນວໃດ?

21 ຄວາມຈິງແລ້ວຄຳພີໄບເບິນມີຄຳແນະນຳແລະຄຳສັ່ງສອນມາກມາຍທີ່ເປັນປະໂຫຍດກ່ຽວກັບຊີວິດຄອບຄົວ. ນອກຈາກນີ້ ຄຳພີໄບເບິນຍັງສອນເຮົາກ່ຽວກັບໂລກໃໝ່ຂອງພະເຈົ້າແລະອຸທິຍານຢູ່ແຜ່ນດິນໂລກທີ່ເຕັມໄປດ້ວຍຜູ້ຄົນທີ່ມີຄວາມສຸກເຊິ່ງນະມັດສະການພະເຢໂຫວາ. (ຄຳປາກົດ 21:3, 4) ເປັນຄວາມຫວັງທີ່ວິເສດເຊິ່ງຄອຍຖ້າຢູ່ຂ້າງໜ້າ! ແມ່ນແຕ່ໃນຕອນນີ້ ເຮົາກໍສາມາດເພີດເພີນກັບຊີວິດຄອບຄົວທີ່ມີຄວາມສຸກໄດ້ໂດຍການນຳໃຊ້ຄຳແນະນຳຈາກພະເຈົ້າທີ່ມີຢູ່ໃນຄຳພີໄບເບິນ ພະຄຳຂອງພະອົງ.

^ ຂໍ້ 15 ຄວາມຊ່ວຍເຫຼືອໃນການປົກປ້ອງລູກແມ່ນມີໃນປຶ້ມຈົ່ງຮຽນຈາກຄູຜູ້ຍິ່ງໃຫຍ່ (ພາສາໄທ) ໃນບົດທີ 32 ຈັດພິມໂດຍພະຍານພະເຢໂຫວາ.

^ ຂໍ້ 18 ສະເພາະເມື່ອພໍ່ແມ່ສັ່ງໃຫ້ລູກເຮັດສິ່ງທີ່ລະເມີດກົດໝາຍຂອງພະເຈົ້າເທົ່ານັ້ນ ຈຶ່ງຖືວ່າຖືກຕ້ອງທີ່ລູກຈະບໍ່ເຊື່ອຟັງພໍ່ແມ່.—ກິດຈະການ 5:29.