ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີສິບຫົກ

ຈົ່ງຢືນຢັດຢູ່ກັບການນະມັດສະການແທ້

ຈົ່ງຢືນຢັດຢູ່ກັບການນະມັດສະການແທ້
  • ຄຳພີໄບເບິນສອນແນວໃດກ່ຽວກັບການໃຊ້ຮູບປັ້ນ ແລະການນະມັດສະການບັນພະບຸລຸດ?

  • ຄລິດສະຕຽນຄວນມີທັດສະນະແນວໃດຕໍ່ມື້ບຸນທາງສາສະໜາ?

  • ເຈົ້າເອງຈະອະທິບາຍຄວາມເຊື່ອໃຫ້ກັບຄົນອື່ນແນວໃດ ຢ່າງທີ່ບໍ່ເຮັດໃຫ້ເຂົາເຈົ້າຂຸ່ນເຄືອງ?

1, 2. ພາຍຫຼັງທີ່ອອກມາຈາກສາສະໜາປອມແລ້ວ ມີຄຳຖາມອັນໃດທີ່ເຈົ້າຕ້ອງຖາມຕົວເອງ ແລະເປັນຫຍັງເຈົ້າຄຶດວ່າຄຳຖາມນີ້ຈຶ່ງສຳຄັນ?

ສົມມຸດວ່າເຈົ້າພົບເຫັນບໍລິເວນແຖວບ້ານຂອງເຈົ້າເປັນພິດໝົດ ຍ້ອນມີບາງຄົນໄດ້ເອົາຂອງເສຍທີ່ເປັນພິດມາຖິ້ມໄວ້ແຖວນັ້ນແບບລັບໆ ແລະໃນຕອນນີ້ຈຶ່ງກໍ່ໃຫ້ເກີດສະພາບການທີ່ເປັນອັນຕະລາຍເຖິງຊີວິດ. ເຈົ້າຈະເຮັດແນວໃດ? ແນ່ນອນ ຖ້າເຮັດໄດ້ເຈົ້າຈະຍ້າຍອອກຈາກແຖວນັ້ນ. ແຕ່ເຖິງວ່າຍ້າຍອອກໄປແລ້ວ ເຈົ້າອາດຍັງປະເຊີນກັບຄຳຖາມນີ້ທີ່ສຳຄັນທີ່ວ່າ ‘ຂ້ອຍໄດ້ຮັບສານພິດເຂົ້າໄປໃນຮ່າງກາຍບໍ?’

2 ສະພາບການຄ້າຍໆກັນນີ້ເກີດຂຶ້ນໃນເລື່ອງສາສະໜາປອມ. ຄຳພີໄບເບິນສອນວ່າການນະມັດສະການປອມແມ່ນປົນເປື້ອນດ້ວຍຄຳສອນແລະຮູບແບບການປະຕິບັດທີ່ບໍ່ສະອາດ. (2 ໂກລິນໂທ 6:17) ນັ້ນເປັນເຫດຜົນສຳຄັນທີ່ເຈົ້າຈະອອກມາຈາກ “ເມືອງບາບີໂລນໃຫຍ່” ເຊິ່ງກໍຄືສາສະໜາປອມທັງໝົດໃນໂລກນີ້. (ຄຳປາກົດ 18:2, 4) ເຈົ້າໄດ້ອອກມາຈາກສາສະໜາປອມແລ້ວບໍ? ຖ້າໄດ້ເຮັດ ເຈົ້າກໍເຮັດດີແລ້ວ. ພຽງແຕ່ແຍກຕົວອອກມາຫຼືລາອອກຈາກສາສະໜາປອມເທົ່ານັ້ນຍັງບໍ່ພໍ. ເຈົ້າຍັງຕ້ອງຖາມຕົວເອງວ່າ ‘ໃນສ່ວນເລິກໆ ຂ້ອຍຍັງມີອັນໃດທີ່ກ່ຽວຂ້ອງກັບການນະມັດສະການປອມຫຼົງເຫຼືອຢູ່ບໍ?’ ຂໍໃຫ້ພິຈາລະນາບາງຕົວຢ່າງ.

ການນະມັດສະການຮູບປັ້ນແລະບັນພະບຸລຸດ

3. (ກ) ກ່ຽວກັບການໃຊ້ຮູບປັ້ນ ຄຳພີໄບເບິນເວົ້າວ່າແນວໃດ ແລະເປັນຫຍັງອາດຈະຍາກທີ່ບາງຄົນຈະຍອມຮັບເອົາທັດສະນະຂອງພະເຈົ້າ? (ຂ) ເຈົ້າຄວນເຮັດແນວໃດກັບວັດຖຸສິ່ງຂອງຂອງເຈົ້າທີ່ກ່ຽວຂ້ອງກັບການນະມັດສະການປອມ?

3 ບາງຄົນມີຮູບປັ້ນຫຼືຮ້ານພະຢູ່ໃນເຮືອນຂອງຕົນເປັນເວລາຫຼາຍປີແລ້ວ. ເຈົ້າເດມີສິ່ງເຫຼົ່ານີ້ບໍ? ຖ້າມີ ເຈົ້າອາດຮູ້ສຶກວ່າເປັນເລື່ອງແປກຫຼືເປັນສິ່ງຜິດທີ່ຈະອະທິດຖານເຖິງພະເຈົ້າໂດຍບໍ່ໃຊ້ເຄື່ອງຊ່ວຍທີ່ເບິ່ງເຫັນກັບຕາ. ເຈົ້າອາດເຖິງຂັ້ນຮູ້ສຶກຜູກພັນກັບວັດຖຸເຫຼົ່ານີ້ບາງຢ່າງດ້ວຍຊໍ້າ. ແຕ່ພະເຈົ້າເປັນຜູ້ທີ່ບອກວ່າເຮົາຄວນນະມັດສະການພະອົງແນວໃດ ແລະຄຳພີໄບເບິນສອນວ່າພະອົງບໍ່ຕ້ອງການໃຫ້ເຮົາໃຊ້ຮູບປັ້ນ. (ອົບພະຍົບ 20:4, 5; ຄຳເພງ 115:4-8; ເອຊາອີ 42:8; 1 ໂຢຮັນ 5:21) ດັ່ງນັ້ນ ເຈົ້າສາມາດຢືນຢັດຢູ່ກັບການນະມັດສະການແທ້ ໂດຍທຳລາຍວັດຖຸສິ່ງຂອງຂອງເຈົ້າທີ່ກ່ຽວຂ້ອງກັບການນະມັດສະການປອມ. ແນ່ນອນ ເຈົ້າຕ້ອງຖືວ່າວັດຖຸເຫຼົ່ານັ້ນເປັນສິ່ງທີ່ໜ້າ “ໜ່າຍແໜງ” ຄືກັບທີ່ພະເຢໂຫວາຖືວ່າມັນເປັນ.—ພະບັນຍັດ 27:15.

4. (ກ) ເຮົາຮູ້ແນວໃດວ່າການນະມັດສະການບັນພະບຸລຸດເປັນສິ່ງໄຮ້ປະໂຫຍດ? (ຂ) ເປັນຫຍັງພະເຢໂຫວາຈຶ່ງຫ້າມປະຊາຊົນຂອງພະອົງບໍ່ໃຫ້ຫຍຸ້ງກ່ຽວກັບລັດທິພູດຜີປີສາດທຸກຮູບແບບ?

4 ໃນສາສະໜາປອມຫຼາຍສາສະໜາ ການນະມັດສະການບັນພະບຸລຸດຖືເປັນເລື່ອງປົກກະຕິ. ກ່ອນຮຽນຮູ້ຄວາມຈິງໃນຄຳພີໄບເບິນ ບາງຄົນເຊື່ອວ່າຄົນຕາຍມີຊີວິດຢູ່ໃນໂລກທີ່ເບິ່ງບໍ່ເຫັນແລະຄົນຕາຍສາມາດຊ່ວຍຫຼືເຮັດອັນຕະລາຍແກ່ຄົນທີ່ຍັງມີຊີວິດຢູ່. ບາງເທື່ອເຈົ້າອາດຈະເຄີຍອອກແຮງພະຍາຍາມຫຼາຍເພື່ອເອົາໃຈບັນພະບຸລຸດທີ່ຕາຍໄປແລ້ວ. ແຕ່ຕາມທີ່ໄດ້ຮຽນໃນບົດທີ 6 ຂອງປຶ້ມນີ້ ຄົນຕາຍບໍ່ມີຄວາມຮູ້ສຶກຫຍັງເລີຍ. ດັ່ງນັ້ນ ການພະຍາຍາມຕິດຕໍ່ກັບເຂົາເຈົ້າຈຶ່ງບໍ່ມີປະໂຫຍດຫຍັງ. ຂ່າວສານອັນໃດກໍຕາມທີ່ເບິ່ງຄືວ່າມາຈາກຄົນທີ່ເຮົາຮັກເຊິ່ງເສຍຊີວິດໄປແລ້ວ ທີ່ແທ້ແລ້ວແມ່ນມາຈາກພວກຜີປີສາດ. ດ້ວຍເຫດນີ້ ພະເຢໂຫວາຈຶ່ງຫ້າມຊາວອິດສະລາແອນບໍ່ໃຫ້ພະຍາຍາມເວົ້າລົມກັບຄົນຕາຍຫຼືເຮັດກິດຈະກຳໃດໆທີ່ກ່ຽວຂ້ອງກັບລັດທິພູດຜີປີສາດ.—ພະບັນຍັດ 18:10-12.

5. ເຖິງແມ່ນເຈົ້າເຄີຍໃຊ້ຮູບປັ້ນແລະເຄີຍນະມັດສະການບັນພະບຸລຸດ ແຕ່ເຈົ້າຈະເຮັດຫຍັງໄດ້ແດ່?

5 ຖ້າການໃຊ້ຮູບປັ້ນຫຼືການນະມັດສະການບັນພະບຸລຸດເຄີຍເປັນສ່ວນໜຶ່ງໃນວິທີນະມັດສະການແບບເກົ່າຂອງເຈົ້າ ເຈົ້າຈະເຮັດຫຍັງໄດ້ແດ່? ຄວນອ່ານແລະຄົ້ນຄຶດຕຶກຕອງຂໍ້ຄວາມຕ່າງໆໃນຄຳພີໄບເບິນທີ່ຊີ້ໃຫ້ເຫັນທັດສະນະຂອງພະເຈົ້າຕໍ່ກັບສິ່ງເຫຼົ່ານີ້. ຄວນອະທິດຖານເຖິງພະເຢໂຫວາທຸກໆມື້ ບອກໃຫ້ພະອົງຮູ້ວ່າເຈົ້າປາຖະໜາທີ່ຈະຢືນຢັດຢູ່ກັບການນະມັດສະການແທ້ ແລະຂໍໃຫ້ພະອົງຊ່ວຍເຈົ້າໃຫ້ຄິດໃນແບບທີ່ພະອົງຄິດ.—ເອຊາອີ 55:9.

ຄລິດສະຕຽນຮຸ່ນທຳອິດບໍ່ໄດ້ ສະຫຼອງບຸນຄລິດສະມາດ (ໂນແອນ)

6, 7. (ກ) ມີການຖືກັນວ່າການສະຫຼອງບຸນຄລິດສະມາດເປັນການລະນຶກເຖິງຫຍັງ ແລະພວກລູກສິດຂອງພະເຍຊູໃນສະຕະວັດທຳອິດໄດ້ສະຫຼອງບຸນຄລິດສະມາດບໍ? (ຂ) ໃນສະໄໝຂອງສາວົກຮຸ່ນທຳອິດຂອງພະເຍຊູ ການສະຫຼອງວັນເກີດກ່ຽວຂ້ອງກັບຫຍັງ?

6 ການນະມັດສະການປອມອາດເຮັດໃຫ້ການນະມັດສະການຂອງຄົນເຮົາເປັນມົນທິນ ເຊັ່ນບຸນຕ່າງໆເຊິ່ງເປັນທີ່ນິຍົມກັນຫຼາຍ. ຕົວຢ່າງ ຂໍໃຫ້ພິຈາລະນາກ່ຽວກັບບຸນຄລິດສະມາດ. ເປັນທີ່ຍອມຮັບກັນວ່າບຸນຄລິດສະມາດເປັນການລະນຶກເຖິງການເກີດຂອງພະເຍຊູຄລິດ ແລະເກືອບທຸກໆສາສະໜາທີ່ອ້າງວ່າເປັນຄລິດສະຕຽນໄດ້ພາກັນສະຫຼອງບຸນນີ້. ແຕ່ບໍ່ມີຫຼັກຖານທີ່ສະແດງວ່າພວກລູກສິດຂອງພະເຍຊູໃນສະຕະວັດທຳອິດສະຫຼອງບຸນດັ່ງກ່າວນີ້. ປຶ້ມບ່ອນກຳເນີດອັນສັກສິດຂອງສິ່ງເລິກລັບ (ພາສາອັງກິດ) ກ່າວວ່າ “ສອງຮ້ອຍປີຫຼັງຈາກທີ່ພະຄລິດເກີດ ບໍ່ມີໃຜຮູ້ແນ່ນອນວ່າພະອົງເກີດເມື່ອໃດແລະມີບໍ່ເທົ່າໃດຄົນທີ່ສົນໃຈເລື່ອງນັ້ນ.”

7 ຖ້າຫາກວ່າພວກລູກສິດຂອງພະເຍຊູຮູ້ມື້ທີ່ພະອົງເກີດແທ້ໆ ພວກເຂົາເຈົ້າກໍບໍ່ສະຫຼອງມື້ເກີດນັ້ນ. ເປັນຫຍັງ? ເພາະສາລານຸກົມເດີ ເວິລດ ບຸກ ເວົ້າວ່າ ຄລິດສະຕຽນຮຸ່ນທຳອິດ “ຖືວ່າການສະຫຼອງວັນເກີດຂອງຜູ້ໃດກໍຕາມເປັນທຳນຽມຂອງພວກນອກຮີດ.” ໃນຄຳພີໄບເບິນມີການກ່າວເຖິງສະເພາະແຕ່ການສະຫຼອງວັນເກີດຂອງຜູ້ປົກຄອງສອງຄົນທີ່ບໍ່ໄດ້ນະມັດສະການພະເຢໂຫວາ. (ຕົ້ນເດີມ 40:20; ມາລະໂກ 6:21) ມີການສະຫຼອງວັນເກີດຂອງເທບພະເຈົ້ານອກຮີດນຳອີກເພື່ອໃຫ້ກຽດແກ່ພວກເຂົາ. ຕົວຢ່າງ ໃນວັນທີ 24 ເດືອນພຶດສະພາ ຊາວໂລມສະຫຼອງວັນເກີດຂອງເທບທິດາໄດອານາ. ໃນມື້ຕໍ່ໄປພວກເຂົາກໍສະຫຼອງວັນເກີດຂອງພະອາທິດທີ່ຊື່ວ່າອາໂປໂລ. ດັ່ງນັ້ນ ການສະຫຼອງວັນເກີດຈຶ່ງກ່ຽວຂ້ອງກັບທຳນຽມນອກຮີດ ບໍ່ແມ່ນກ່ຽວຂ້ອງກັບສາສະໜາຄລິດສະຕຽນ.

8. ຂໍອະທິບາຍຄວາມກ່ຽວຂ້ອງກັນລະຫວ່າງການສະຫຼອງວັນເກີດກັບຄວາມເຊື່ອທີ່ງົມງວາຍ.

8 ມີເຫດຜົນອີກຢ່າງໜຶ່ງທີ່ຄລິດສະຕຽນໃນສະຕະວັດທຳອິດບໍ່ໄດ້ສະຫຼອງວັນເກີດຂອງພະເຍຊູ. ພວກສາວົກຂອງພະອົງຄົງຈະຮູ້ວ່າການສະຫຼອງວັນເກີດກ່ຽວຂ້ອງກັບຄວາມເຊື່ອທີ່ງົມງວາຍ. ຕົວຢ່າງ ຊາວກະເລັກແລະຊາວໂລມຫຼາຍຄົນໃນສະໄໝບູຮານເຊື່ອວ່າມີວິນຍານຕົນໜຶ່ງເບິ່ງແຍງມະນຸດແຕ່ລະຄົນທີ່ເກີດມາແລະວິນຍານນັ້ນເຝົ້າປົກປ້ອງຄຸ້ມຄອງຄົນນັ້ນຕະຫຼອດຊີວິດ. ໜັງສືຕຳນານກ່ຽວກັບວັນເກີດ (ພາສາອັງກິດ) ກ່າວວ່າ “ວິນຍານຕົນນີ້ມີຄວາມກ່ຽວຂ້ອງຢ່າງເລິກລັບກັບເທບພະເຈົ້າອົງທີ່ມີວັນເກີດກົງກັບວັນເກີດຂອງຄົນນັ້ນ.” ພະເຢໂຫວາຕ້ອງບໍ່ພໍໃຈຢ່າງແນ່ນອນກັບການສະຫຼອງແບບໃດກໍຕາມທີ່ເອົາພະເຍຊູເຂົ້າໄປກ່ຽວຂ້ອງກັບຄວາມເຊື່ອທີ່ງົມງວາຍ. (ເອຊາອີ 65:11, 12) ຄັນຊັ້ນ ເປັນຫຍັງຜູ້ຄົນມາກມາຍຈຶ່ງເລີ່ມສະຫຼອງບຸນຄລິດສະມາດ?

ຕົ້ນກຳເນີດຂອງບຸນຄລິດສະມາດ

9. ເປັນຫຍັງຈຶ່ງເລືອກວັນທີ 25 ເດືອນທັນວາໃຫ້ເປັນວັນທີສະຫຼອງວັນເກີດຂອງພະເຍຊູ?

9 ເປັນເວລາຫຼາຍຮ້ອຍປີຫຼັງຈາກທີ່ພະເຍຊູມີຊີວິດຢູ່ແຜ່ນດິນໂລກ ຜູ້ຄົນຈຶ່ງໄດ້ເລີ່ມສະຫຼອງວັນເກີດຂອງພະອົງໃນວັນທີ 25 ເດືອນທັນວາ. ແຕ່ວ່ານັ້ນບໍ່ແມ່ນ ວັນທີທີ່ພະເຍຊູເກີດ ເພາະເບິ່ງຄືວ່າພະອົງເກີດໃນເດືອນຕຸລາ. * ຄັນຊັ້ນ ເປັນຫຍັງຈຶ່ງມີການເລືອກເອົາວັນທີ 25 ເດືອນທັນວາ? ບາງຄົນທີ່ຕໍ່ມາໄດ້ອ້າງຕົວວ່າເປັນຄລິດສະຕຽນຄົງ “ຢາກໃຫ້ວັນນັ້ນກົງກັບເທສະການນອກຮີດຂອງຊາວໂລມທີ່ສະຫຼອງ ‘ວັນເກີດຂອງດວງຕາເວັນເຊິ່ງບໍ່ມີຜູ້ໃດພິຊິດໄດ້.’” (ສາລານຸກົມບຣິແທນນິກາສະບັບໃໝ່) ໃນລະດູໜາວ ເມື່ອດວງຕາເວັນປາກົດວ່າມີແສງອ່ອນທີ່ສຸດ ພວກນອກຮີດໄດ້ຈັດພິທີຕ່າງໆຂຶ້ນເພື່ອຂໍໃຫ້ດວງຕາເວັນເຊິ່ງໃຫ້ຄວາມອົບອຸ່ນແລະໃຫ້ແສງສະຫວ່າງກັບມາຈາກການເດີນທາງໄກ. ສະນັ້ນ ຈຶ່ງຖືກັນວ່າວັນທີ 25 ເດືອນທັນວາ ເປັນວັນທີທີ່ແສງດວງຕາເວັນກັບຄືນມາ. ດ້ວຍຄວາມພະຍາຍາມທີ່ຈະເຮັດໃຫ້ພວກນອກຮີດປ່ຽນສາສະໜາ ພວກຜູ້ນຳສາສະໜາຈຶ່ງຍອມຮັບການສະຫຼອງນີ້ ແລ້ວພະຍາຍາມເຮັດໃຫ້ເບິ່ງຄືເປັນແບບ “ຄລິດສະຕຽນ.” *

10. ໃນອະດີດ ເປັນຫຍັງບາງຄົນບໍ່ສະຫຼອງບຸນຄລິດສະມາດ?

10 ເປັນທີ່ຍອມຮັບກັນດົນນານມາແລ້ວວ່າບຸນຄລິດສະມາດມີຕົ້ນກຳເນີດຈາກພວກນອກຮີດ. ເນື່ອງຈາກມີຕົ້ນກຳເນີດທີ່ບໍ່ຖືກຕ້ອງຕາມຫຼັກພະຄຳພີ ໃນສະຕະວັດທີ 17 ຈຶ່ງມີການສັ່ງຫ້າມການສະຫຼອງບຸນຄລິດສະມາດໃນປະເທດອັງກິດແລະປະເທດຫົວເມືອງຂຶ້ນບາງແຫ່ງຂອງອັງກິດທີ່ມີຊື່ອາເມລິກາ. ຜູ້ໃດທີ່ບໍ່ໄດ້ໄປການແຕ່ພັກຢູ່ເຮືອນໃນມື້ບຸນຄລິດສະມາດຍັງຕ້ອງເສຍເງິນຄ່າປັບໃໝ່. ແຕ່ອີກບໍ່ດົນທຳນຽມເກົ່າກໍກັບມາແລະເປັນທີ່ນິຍົມກັນອີກ ແລະມີການເພີ່ມທຳນຽມໃໝ່ບາງຢ່າງເຂົ້າໄປ. ບຸນຄລິດສະມາດກາຍເປັນມື້ບຸນທີ່ສຳຄັນອີກຄັ້ງໜຶ່ງ ແລະກໍຍັງຄົງເປັນມື້ບຸນສຳຄັນໃນອີກຫຼາຍດິນແດນ. ເນື່ອງຈາກບຸນຄລິດສະມາດກ່ຽວຂ້ອງກັບສາສະໜາປອມ ດັ່ງນັ້ນຜູ້ທີ່ຢາກເຮັດໃຫ້ພະເຈົ້າພໍໃຈຈຶ່ງບໍ່ສະຫຼອງບຸນນີ້ ຫຼືບຸນໃດໆທີ່ມີຕົ້ນກຳເນີດມາຈາກການນະມັດສະການຂອງພວກນອກຮີດ. *

ຕົ້ນກຳເນີດຂອງມື້ບຸນເປັນເລື່ອງສຳຄັນແທ້ໆບໍ?

11. ເປັນຫຍັງບາງຄົນຈຶ່ງສະຫຼອງບຸນຕ່າງໆ ແຕ່ອັນໃດເປັນສິ່ງສຳຄັນທີ່ສຸດເຊິ່ງເຮົາຄວນຄຳນຶງເຖິງ?

11 ບາງຄົນເຫັນດີວ່າມື້ບຸນຢ່າງເຊັ່ນບຸນຄລິດສະມາດມີຕົ້ນກຳເນີດມາຈາກພວກນອກຮີດ ແຕ່ເຂົາເຈົ້າກໍຍັງຮູ້ສຶກວ່າບໍ່ຜິດທີ່ຈະສະຫຼອງວັນບຸນເຫຼົ່ານັ້ນ. ທີ່ຈິງແລ້ວ ຄົນສ່ວນຫຼາຍບໍ່ໄດ້ຄິດເຖິງການນະມັດສະການປອມເມື່ອເຂົາເຈົ້າສະຫຼອງມື້ບຸນຕ່າງໆ. ນອກຈາກນີ້ ເວລາພິເສດເຫຼົ່ານີ້ເປີດໂອກາດໃຫ້ຄອບຄົວໄດ້ເຂົ້າໃກ້ຊິດກັນ. ເຈົ້າຮູ້ສຶກແບບນັ້ນບໍ? ຖ້າຮູ້ສຶກແບບນັ້ນ ກໍຄົງຈະແມ່ນຄວາມຮັກຕໍ່ຄອບຄົວນັ້ນເອງ ບໍ່ແມ່ນຄວາມມັກຕໍ່ສາສະໜາປອມທີ່ເຮັດໃຫ້ການຢືນຢັດຢູ່ກັບການນະມັດສະການແທ້ເບິ່ງຄືວ່າເປັນເລື່ອງຍາກ. ຂໍໃຫ້ໝັ້ນໃຈວ່າພະເຢໂຫວາຜູ້ສ້າງຕັ້ງຄອບຄົວ ຢາກໃຫ້ເຈົ້າມີສາຍສຳພັນທີ່ດີກັບຍາຕິພີ່ນ້ອງຂອງເຈົ້າ. (ເອເຟດ 3:14, 15) ແຕ່ເຈົ້າສາມາດເສີມສ້າງສາຍສຳພັນໃນຄອບຄົວໃຫ້ແໜ້ນແຟ້ນຂຶ້ນໄດ້ໃນວິທີທີ່ພະເຈົ້າຍອມຮັບ. ອັກຄະສາວົກໂປໂລຂຽນກ່ຽວກັບສິ່ງສຳຄັນທີ່ສຸດທີ່ເຮົາຄວນຄຳນຶງເຖິງວ່າ “ຈົ່ງພິຈາລະນາລອງເບິ່ງການທີ່ເປັນຊອບໃຈພະອົງເຈົ້າ.”—ເອເຟດ 5:10.

ເຈົ້າຈະກິນເຂົ້າໜົມອົມທີ່ເກັບຂຶ້ນມາຈາກຮ່ອງນໍ້າບໍ?

12. ຈົ່ງຍົກຕົວຢ່າງທີ່ສະແດງໃຫ້ເຫັນວ່າເປັນຫຍັງເຮົາຄວນຫຼີກລ່ຽງທຳນຽມແລະການສະຫຼອງຕ່າງໆທີ່ມີຕົ້ນກຳເນີດມາຈາກແຫຼ່ງທີ່ບໍ່ສະອາດ.

12 ບາງທີເຈົ້າອາດຮູ້ສຶກວ່າຕົ້ນກຳເນີດຂອງບຸນຕ່າງໆບໍ່ແມ່ນເຫດຜົນທີ່ມີການສະຫຼອງບຸນເຫຼົ່ານັ້ນໃນປັດຈຸບັນ. ຕົ້ນກຳເນີດຂອງບຸນສຳຄັນແທ້ໆບໍ? ສຳຄັນແທ້ໆ! ເພື່ອເປັນຕົວຢ່າງ ສົມມຸດວ່າເຈົ້າເຫັນເຂົ້າໜົມອົມກ້ອນໜຶ່ງເຮ່ຍຢູ່ຮ່ອງນໍ້າຢູ່ແຄມທາງ. ເຈົ້າຈະຈັບເອົາເຂົ້າໜົມອົມກ້ອນນັ້ນມາອົມບໍ? ບໍ່ເອົາດອກ! ເຂົ້າໜົມນັ້ນບໍ່ສະອາດ. ເຊັ່ນດຽວກັບເຂົ້າໜົມອົມກ້ອນນັ້ນ ບຸນຕ່າງໆອາດເບິ່ງຄືວ່າດີ ແຕ່ວ່າມັນມາຈາກແຫຼ່ງທີ່ບໍ່ສະອາດ. ເພື່ອຈະຢືນຢັດຢູ່ກັບການນະມັດສະການແທ້ ເຮົາຕ້ອງມີທັດສະນະຄືຜູ້ພະຍາກອນເອຊາອີ ເຊິ່ງລາວບອກຜູ້ນະມັດສະການແທ້ວ່າ “ຢ່າຊູ່ບາຍສິ່ງຂອງອັນຖ່ອຍຮ້າຍ.”—ເອຊາອີ 52:11.

ຈົ່ງໃຊ້ຄວາມສັງເກດເຂົ້າໃຈໃນການພົວພັນກັບຄົນອື່ນ

13. ມີຂໍ້ທ້າທາຍອັນໃດແດ່ເກີດຂຶ້ນເມື່ອເຈົ້າບໍ່ເຂົ້າຮ່ວມໃນມື້ບຸນຕ່າງໆ?

13 ອາດມີຂໍ້ທ້າທາຍຫຼາຍຢ່າງເກີດຂຶ້ນເມື່ອເຈົ້າຕັດສິນໃຈວ່າຈະບໍ່ເຂົ້າຮ່ວມໃນມື້ບຸນຕ່າງໆ. ຕົວຢ່າງ ເພື່ອນຮ່ວມງານຂອງເຈົ້າອາດສົງໄສວ່າເປັນຫຍັງເຈົ້າບໍ່ເຂົ້າຮ່ວມໃນກິດຈະກຳບາງຢ່າງໃນມື້ບຸນທີ່ຈັດຢູ່ບ່ອນເຮັດວຽກ. ເຈົ້າຈະເຮັດແນວໃດຖ້າໄດ້ຮັບຂອງຂວັນໃນວັນບຸນຄລິດສະມາດ? ຜິດບໍທີ່ຈະຮັບເອົາຂອງຂວັນນັ້ນ? ຖ້າຄູ່ແຕ່ງດອງຂອງເຈົ້າບໍ່ມີຄວາມເຊື່ອຄືເຈົ້າເດ? ເຈົ້າຈະເຮັດແນວໃດເພື່ອໃຫ້ແນ່ໃຈວ່າລູກຂອງເຈົ້າຈະບໍ່ຮູ້ສຶກວ່າເຂົາເຈົ້າຂາດອັນໃດໄປເນື່ອງຈາກບໍ່ໄດ້ສະຫຼອງມື້ບຸນຕ່າງໆ?

14, 15. ເຈົ້າອາດເຮັດແນວໃດຖ້າມີຄົນທັກທາຍເຈົ້າດ້ວຍຖ້ອຍຄຳທີ່ມັກເວົ້າໃນໄລຍະທີ່ມີການສະຫຼອງບຸນ ຫຼືຖ້າມີຄົນຢາກໃຫ້ຂອງຂວັນເຈົ້າ?

14 ຈຳເປັນຕ້ອງມີຄວາມສັງເກດເຂົ້າໃຈເປັນຢ່າງດີເພື່ອຈະເບິ່ງອອກວ່າຈະຮັບມືກັບສະພາບການແຕ່ລະຢ່າງແນວໃດ. ຫາກບັງເອີນມີຄົນທັກທາຍເຈົ້າດ້ວຍຄຳເວົ້າທີ່ມັກຈະເວົ້າລົມກັນໃນໄລຍະທີ່ສະຫຼອງບຸນ ເຈົ້າກໍອາດພຽງແຕ່ກ່າວຄຳຂອບໃຈໃນຄວາມປາຖະໜາທີ່ດີຂອງເຂົາເຈົ້າ. ແຕ່ສົມມຸດວ່າເຈົ້າກຳລັງຕິດຕໍ່ພົວພັນກັບຄົນທີ່ພົບຫຼືເຮັດວຽກນຳເປັນປະຈຳ ໃນກໍລະນີແບບນັ້ນເຈົ້າອາດເລືອກທີ່ຈະເວົ້າຫຼາຍກວ່ານັ້ນ. ບໍ່ວ່າຈະໃນກໍລະນີໃດກໍຕາມ ຂໍໃຫ້ເປັນຄົນຜ່ອນສັ້ນຜ່ອນຍາວ. ຄຳພີໄບເບິນແນະນຳວ່າ “ໃຫ້ຖ້ອຍຄຳຂອງທ່ານທັງຫຼາຍອອກເລື້ອຍດ້ວຍພະຄຸນ ເຄັມດ້ວຍເກືອ ທ່ານທັງຫຼາຍຕ້ອງຮູ້ຈັກວ່າສົມຄວນຈະຕອບແກ່ທຸກຄົນດ້ວຍຄຳຢ່າງໃດ.” (ໂກໂລດ 4:6) ຈົ່ງລະວັງກິລິຍາທ່າທາງແບບທີ່ບໍ່ສະແດງຄວາມນັບຖືຕໍ່ຜູ້ອື່ນ. ແທນທີ່ຈະເຮັດແນວນັ້ນ ຈົ່ງອະທິບາຍຈຸດຢືນຂອງເຈົ້າແບບຜ່ອນສັ້ນຜ່ອນຍາວ. ຂໍໃຫ້ອະທິບາຍຢ່າງຊັດເຈນວ່າເຈົ້າບໍ່ໄດ້ຄັດຄ້ານເລື່ອງການໃຫ້ຂອງຂວັນແລະການພົບປະສັງສັນ ແຕ່ວ່າເຈົ້າຢາກເຮັດແບບນີ້ໃນໂອກາດອື່ນຫຼາຍກວ່າ.

15 ຖ້າມີບາງຄົນຢາກເອົາຂອງຂວັນໃຫ້ເຈົ້າເດ? ສ່ວນຫຼາຍຂຶ້ນຢູ່ກັບສະພາບການ. ຜູ້ໃຫ້ອາດເວົ້າວ່າ “ຂ້ອຍຮູ້ວ່າເຈົ້າບໍ່ສະຫຼອງບຸນນີ້. ແຕ່ຂ້ອຍຍັງຢາກໃຫ້ຂອງຂວັນເຈົ້າ.” ເຈົ້າອາດຕັດສິນໃຈຮັບເອົາຂອງຂວັນນັ້ນເພາະນັ້ນບໍ່ຄືກັບການມີສ່ວນຮ່ວມໃນບຸນນັ້ນ. ແນ່ນອນ ຖ້າຜູ້ໃຫ້ບໍ່ຮູ້ຈັກຄວາມເຊື່ອຂອງເຈົ້າດີປານໃດ ເຈົ້າອາດບອກວ່າເຈົ້າບໍ່ສະຫຼອງບຸນນີ້. ເລື່ອງນີ້ຈະຊ່ວຍອະທິບາຍເຫດຜົນທີ່ເຈົ້າຮັບເອົາຂອງຂວັນແຕ່ວ່າບໍ່ໄດ້ໃຫ້ຂອງຂວັນໃນໂອກາດນັ້ນ. ໃນອີກດ້ານໜຶ່ງ ຄົງຈະບໍ່ສະຫຼາດທີ່ຈະຮັບເອົາຂອງຂວັນນັ້ນຫາກຜູ້ໃຫ້ຈົງໃຈສະແດງໃຫ້ເຫັນວ່າເຈົ້າບໍ່ໄດ້ຍຶດໝັ້ນກັບຄວາມເຊື່ອຂອງເຈົ້າ ຫຼືສະແດງໃຫ້ເຫັນວ່າເຈົ້າຍອມອ່ອນຂໍ້ກັບຄວາມເຊື່ອເພື່ອຈະໄດ້ຜົນປະໂຫຍດທາງດ້ານວັດຖຸ.

ຈະປະຕິບັດແນວໃດຕໍ່ ສະມາຊິກຄອບຄົວທີ່ຕ່າງຄວາມເຊື່ອ?

16. ເມື່ອຈັດການກັບເລື່ອງທີ່ກ່ຽວຂ້ອງກັບການສະຫຼອງບຸນຕ່າງໆ ເຮົາຈະເປັນຄົນຜ່ອນສັ້ນຜ່ອນຍາວໄດ້ແນວໃດ?

16 ຈະວ່າແນວໃດຖ້າສະມາຊິກໃນຄອບຄົວມີຄວາມເຊື່ອທີ່ຕ່າງຈາກເຈົ້າ? ອີກຄັ້ງໜຶ່ງ ຈົ່ງເປັນຄົນຜ່ອນສັ້ນຜ່ອນຍາວ. ເຈົ້າບໍ່ຈຳເປັນຕ້ອງເຮັດໃຫ້ທຳນຽມຫຼືການສະຫຼອງທຸກຢ່າງທີ່ຍາຕິພີ່ນ້ອງເຮັດຢູ່ມາເປັນປະເດັນ. ແຕ່ໃຫ້ຍອມຮັບວ່າເຂົາເຈົ້າມີສິດທິທີ່ຈະສະແດງຄວາມຄິດເຫັນ ຄືກັບທີ່ເຈົ້າເອງຕ້ອງການໃຫ້ເຂົາເຈົ້າຍອມຮັບວ່າເຈົ້າມີສິດທິທີ່ຈະເຮັດແບບທີ່ເຈົ້າເຫັນວ່າສົມຄວນ. (ມັດທາຍ 7:12) ຈົ່ງລະວັງຢ່າເຮັດສິ່ງໃດໆທີ່ອາດເຮັດໃຫ້ເຈົ້າມີສ່ວນຮ່ວມໃນການສະຫຼອງບຸນນັ້ນ. ແນວໃດກໍຕາມ ຂໍໃຫ້ເປັນຄົນມີເຫດຜົນຫາກເຫັນວ່າເລື່ອງນັ້ນບໍ່ໄດ້ກ່ຽວຂ້ອງແທ້ໆກັບການສະຫຼອງອັນໃດອັນໜຶ່ງ. ແນ່ນອນ ເຈົ້າຕ້ອງລະວັງສະເໝີທີ່ຈະບໍ່ເຮັດໃນສິ່ງທີ່ລົບກວນສະຕິຮູ້ສຶກຜິດຊອບທີ່ດີຂອງເຈົ້າ.—1 ຕີໂມເຕ 1:18, 19.

17. ເນື່ອງຈາກເຫັນຄົນອື່ນພາກັນສະຫຼອງບຸນຕ່າງໆ ເຈົ້າຈະເຮັດແນວໃດເພື່ອບໍ່ໃຫ້ລູກຮູ້ສຶກວ່າຂາດສິ່ງໃດສິ່ງໜຶ່ງ?

17 ເຈົ້າຈະເຮັດແນວໃດເພື່ອລູກຂອງເຈົ້າຈະບໍ່ຮູ້ສຶກວ່າຂາດສິ່ງໃດສິ່ງໜຶ່ງຍ້ອນບໍ່ໄດ້ສະຫຼອງບຸນຕ່າງໆທີ່ບໍ່ຖືກຕ້ອງຕາມຫຼັກພະຄຳພີ? ສ່ວນຫຼາຍແລ້ວກໍຂຶ້ນກັບສິ່ງທີ່ເຈົ້າເຮັດໃນໂອກາດອື່ນ. ພໍ່ແມ່ບາງຄົນຈັດເວລາໄວ້ຕ່າງຫາກເພື່ອໃຫ້ຂອງຂວັນແກ່ລູກຂອງຕົນ. ຂອງຂວັນຢ່າງໜຶ່ງທີ່ດີທີ່ສຸດເຊິ່ງພໍ່ແມ່ຈະໃຫ້ລູກໄດ້ກໍຄືເວລາແລະການເອົາໃຈໃສ່ດ້ວຍຄວາມຮັກ.

ຍຶດໝັ້ນກັບການນະມັດສະການແທ້

ການນະມັດສະການແທ້ເຮັດໃຫ້ມີຄວາມສຸກທີ່ແທ້ຈິງ

18. ການເຂົ້າຮ່ວມການປະຊຸມຄລິດສະຕຽນຊ່ວຍເຈົ້າແນວໃດໃຫ້ຢືນຢັດຢູ່ກັບການນະມັດສະການແທ້?

18 ເພື່ອເຮັດໃຫ້ພະເຈົ້າພໍໃຈ ເຈົ້າເອງຕ້ອງປະຕິເສດການນະມັດສະການປອມແລະຢືນຢັດຢູ່ກັບການນະມັດສະການແທ້. ການເຮັດແນວນັ້ນມີຫຍັງກ່ຽວຂ້ອງຢູ່ນຳ? ຄຳພີໄບເບິນກ່າວວ່າ “ພວກເຮົາຈົ່ງລະວັງຄຶດເຖິງກັນແລະກັນ ເພື່ອຈະໄດ້ເຕືອນໃຈກັນໃຫ້ປົງໃຈຮັກກັນແລະກັນແລະກະທຳການດີ ຢ່າໃຫ້ປະການຊຸມນຸມກັນນັ້ນເໝືອນດັ່ງຜູ້ລາງຄົນເຄີຍປະ ແຕ່ວ່າຈົ່ງເຕືອນສະຕິກັນແລະກັນ ແລະມາກກວ່ານັ້ນອີກເພາະທ່ານທັງຫຼາຍເຫັນວ່າວັນນັ້ນພວມຫຍັບເຂົ້າມາ.” (ເຫບເລີ 10:24, 25) ການປະຊຸມຕ່າງໆຂອງຄລິດສະຕຽນເປັນໂອກາດທີ່ໜ້າຍິນດີທີ່ເຈົ້າຈະນະມັດສະການພະເຈົ້າໃນວິທີທີ່ພະອົງຍອມຮັບ. (ຄຳເພງ 22:22; 122:1) ຢູ່ການປະຊຸມເຫຼົ່ານັ້ນ “ມີຄວາມເລົ້າໂລມ” ລະຫວ່າງຄລິດສະຕຽນທີ່ສັດຊື່.—ໂລມ 1:12.

19. ເປັນຫຍັງການເວົ້າກັບຄົນອື່ນກ່ຽວກັບສິ່ງຕ່າງໆທີ່ເຈົ້າໄດ້ຮຽນຮູ້ຈາກຄຳພີໄບເບິນຈຶ່ງຖືວ່າເປັນເລື່ອງສຳຄັນ?

19 ອີກທາງໜຶ່ງທີ່ເຈົ້າສາມາດຢືນຢັດຢູ່ກັບການນະມັດສະການແທ້ກໍຄືການເວົ້າກັບຄົນອື່ນກ່ຽວກັບສິ່ງທີ່ເຈົ້າໄດ້ຮຽນຮູ້ຈາກການສຶກສາຄຳພີໄບເບິນກັບພະຍານພະເຢໂຫວາ. ແທ້ຈິງແລ້ວ ຜູ້ຄົນມາກມາຍກຳລັງ “ທອດຫຸ່ຍແລະຮ້ອງຄາງ” ເພາະຄວາມຊົ່ວຮ້າຍທີ່ເກີດຂຶ້ນໃນໂລກທຸກມື້ນີ້. (ເອເຊກຽນ 9:4) ບາງທີເຈົ້າຮູ້ຈັກບາງຄົນທີ່ຮູ້ສຶກແນວນັ້ນ. ເປັນຫຍັງບໍ່ລອງເວົ້າກັບເຂົາເຈົ້າເລື່ອງຄວາມຫວັງກ່ຽວກັບອະນາຄົດທີ່ເຈົ້າໄດ້ຈາກຄຳພີໄບເບິນ? ໃນຂະນະທີ່ເຈົ້າຄົບຫາສະມາຄົມກັບຄລິດສະຕຽນແທ້ແລະເວົ້າກັບຄົນອື່ນກ່ຽວກັບຄວາມຈິງທີ່ວິເສດເຊິ່ງເຈົ້າໄດ້ຮຽນຮູ້ໃນຄຳພີໄບເບິນ ເຈົ້າຈະຮູ້ສຶກວ່າຄວາມປາຖະໜາທີ່ຈະປະຕິບັດຕາມປະເພນີຕ່າງໆຂອງສາສະໜາປອມທີ່ຍັງຄົງມີຢູ່ໃນໃຈຂອງເຈົ້ານັ້ນຈະຄ່ອຍໆໝົດໄປ. ຖ້າເຈົ້າຢືນຢັດຢູ່ກັບການນະມັດສະການແທ້ ຂໍໃຫ້ໝັ້ນໃຈວ່າເຈົ້າຈະມີຄວາມສຸກຢ່າງຍິ່ງແລະຈະໄດ້ຮັບຄວາມພອນມາກມາຍ.—ມາລາກີ 3:10.

^ ຂໍ້ 9 ບຸນຊາເຕີນາເລຍກໍຍັງມີສ່ວນທີ່ເຮັດໃຫ້ມີການເລືອກວັນທີ 25 ເດືອນທັນວານຳອີກ. ບຸນນີ້ຈັດຂຶ້ນເພື່ອໃຫ້ກຽດແກ່ເທບພະເຈົ້າຂອງການກະເສດຂອງຊາວໂລມເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 17-24 ເດືອນທັນວາ. ມີການຈັດການກິນລ້ຽງ ການມ່ວນຊື່ນເຮຮາ ແລະການໃຫ້ຂອງຂວັນໃນລະຫວ່າງບຸນຊາເຕີນາເລຍ.

^ ຂໍ້ 10 ສຳລັບການພິຈາລະນາເລື່ອງທີ່ວ່າຄລິດສະຕຽນແທ້ມີທັດສະນະແນວໃດຕໍ່ບຸນອື່ນໆເຊິ່ງເປັນທີ່ນິຍົມ ຂໍໃຫ້ເບິ່ງພາກຜະໜວກໜ້າ 222-223.