ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີສິບເຈັດ

ຫຍັບເຂົ້າໃກ້ພະເຈົ້າໂດຍການອະທິດຖານ

ຫຍັບເຂົ້າໃກ້ພະເຈົ້າໂດຍການອະທິດຖານ
  • ເປັນຫຍັງເຮົາຄວນອະທິດຖານເຖິງພະເຈົ້າ?

  • ເພື່ອພະເຈົ້າຈະຟັງເຮົາ ເຮົາຕ້ອງເຮັດຫຍັງແດ່?

  • ພະເຈົ້າຕອບຄຳອະທິດຖານຂອງເຮົາໂດຍວິທີໃດ?

“ຜູ້ໄດ້ສ້າງຟ້າສະຫວັນກັບແຜ່ນດິນໂລກ” ເຕັມໃຈທີ່ຈະຟັງຄຳອະທິດຖານຂອງເຮົາ

1, 2. ເປັນຫຍັງເຮົາຄວນຖືວ່າການອະທິດຖານເປັນສິດທິພິເສດອັນລໍ້າຄ່າ ແລະເປັນຫຍັງເຮົາຈຳເປັນຕ້ອງຮູ້ວ່າຄຳພີໄບເບິນສອນແນວໃດໃນເລື່ອງນີ້?

ເມື່ອສົມທຽບກັບເອກະພົບທີ່ກວ້າງໃຫຍ່ໄພສານ ໜ່ວຍໂລກກໍນ້ອຍໆ. ທີ່ຈິງ ສຳລັບພະເຢໂຫວາ “ຜູ້ໄດ້ສ້າງຟ້າສະຫວັນກັບແຜ່ນດິນໂລກ” ປະເທດຕ່າງໆປຽບຄືນໍ້າຢົດດຽວນ້ອຍໆຈາກຄຸນໍ້າ. (ຄຳເພງ 115:15; ເອຊາອີ 40:15) ເຖິງປານນັ້ນ ຄຳພີໄບເບິນກ່າວວ່າ “ພະເຢໂຫວາສະຖິດຢູ່ໃກ້ຄົນທັງປວງທີ່ອ້ອນວອນຮ້ອງຫາພະອົງ ແມ່ນຄົນທັງປວງທີ່ອ້ອນວອນຮ້ອງຫາພະອົງດ້ວຍຄວາມຈິງ. ພະອົງໂຜດໃຫ້ແກ່ຄົນທັງຫຼາຍທີ່ຢ້ານຢຳພະອົງຕາມເຂົາຢາກໄດ້ ພະອົງຟັງສຽງຮ້ອງຂອງເຂົາແລະຊ່ອຍເຂົາໃຫ້ພົ້ນ.” (ຄຳເພງ 145:18, 19) ຄິດເບິ່ງວ່ານັ້ນໝາຍເຖິງຫຍັງ! ຜູ້ສ້າງທີ່ມີລິດທານຸພາບທຸກປະການຢູ່ໃກ້ເຮົາແລະຈະຟັງເຮົາຖ້າເຮົາ “ອ້ອນວອນຮ້ອງຫາພະອົງດ້ວຍຄວາມຈິງ.” ຖືວ່າເປັນສິດທິພິເສດແທ້ໆທີ່ເຮົາສາມາດສ້າງສາຍສຳພັນທີ່ໃກ້ຊິດກັບພະເຈົ້າໄດ້ໂດຍການອະທິດຖານ!

2 ແນວໃດກໍຕາມ ຖ້າເຮົາຢາກໃຫ້ພະເຢໂຫວາຟັງຄຳອະທິດຖານຂອງເຮົາ ເຮົາຕ້ອງອະທິດຖານເຖິງພະອົງໃນແບບທີ່ພະອົງຍອມຮັບ. ເຮົາຈະເຮັດເຊັ່ນນັ້ນໄດ້ແນວໃດ ຖ້າເຮົາຍັງບໍ່ເຂົ້າໃຈສິ່ງທີ່ຄຳພີໄບເບິນສອນກ່ຽວກັບການອະທິດຖານ? ເປັນເລື່ອງຈຳເປັນສຳລັບເຮົາທີ່ຈະຮູ້ວ່າພະຄຳພີເວົ້າແນວໃດໃນເລື່ອງນີ້ ເພາະການອະທິດຖານຈະຊ່ວຍເຮົາໃຫ້ໃກ້ຊິດພະເຢໂຫວາຫຼາຍຂຶ້ນ.

ເປັນຫຍັງຈຶ່ງຕ້ອງອະທິດຖານເຖິງພະເຢໂຫວາ?

3. ອັນໃດເປັນເຫດຜົນສຳຄັນຢ່າງໜຶ່ງທີ່ເຮົາຄວນອະທິດຖານເຖິງພະເຢໂຫວາ?

3 ເຫດຜົນທີ່ສຳຄັນຢ່າງໜຶ່ງທີ່ເຮົາຄວນອະທິດຖານເຖິງພະເຢໂຫວາ ກໍຍ້ອນວ່າພະອົງເຊີນເຮົາໃຫ້ເຮັດເຊັ່ນນັ້ນ. ພະຄຳຂອງພະອົງສະໜັບສະຫນູນເຮົາວ່າ “ຢ່າອຸກໃຈດ້ວຍສິ່ງໜຶ່ງສິ່ງໃດສັກເທື່ອ ແຕ່ວ່າຄວາມຕ້ອງການຢາກໄດ້ຂອງທ່ານທັງຫຼາຍທຸກສິ່ງ ທ່ານຈົ່ງໃຫ້ຊາບແກ່ພະເຈົ້າດ້ວຍຄຳອ້ອນວອນກໍດີ ຄຳອ້ອນວອນຂໍເຊີນກໍດີ ດ້ວຍຄວາມໂມທະນາພະຄຸນ ແລະຄວາມສຸກສຳລານແຫ່ງພະເຈົ້າອັນເຫຼືອລົ້ນທີ່ຈະເຂົ້າໃຈໄດ້ກໍຈະຮັກສາໃຈແລະຄວາມຄຶດທັງຫຼາຍຂອງພວກທ່ານໄວ້ໃນພະຄລິດເຍຊູ.” (ຟີລິບ 4:6, 7) ແນ່ນອນ ເຮົາບໍ່ຢາກເບິ່ງຂ້າມການຈັດຕຽມທີ່ກະລຸນານີ້ທີ່ຜູ້ປົກຄອງອົງສູງສຸດຂອງເອກະພົບໄດ້ເຮັດເພື່ອເຮົາ!

4. ການອະທິດຖານເຖິງພະເຢໂຫວາເປັນປະຈຳເສີມສ້າງສາຍສຳພັນຂອງເຮົາກັບພະອົງໃຫ້ແໜ້ນແຟ້ນຄືແນວໃດ?

4 ເຫດຜົນອີກຢ່າງໜຶ່ງທີ່ເຮົາຄວນອະທິດຖານ ແມ່ນຍ້ອນວ່າການອະທິດຖານເຖິງພະເຢໂຫວາເປັນປະຈຳແມ່ນວິທີທີ່ເສີມສ້າງສາຍສຳພັນຂອງເຮົາກັບພະອົງໃຫ້ແໜ້ນແຟ້ນຂຶ້ນ. ເພື່ອນແທ້ບໍ່ໄດ້ລົມກັນສະເພາະຕອນທີ່ຕ້ອງການອັນໃດອັນໜຶ່ງເທົ່ານັ້ນ. ແທ້ໆແລ້ວ ເພື່ອນທີ່ດີສົນໃຈກັນແລະກັນ ແລະແຮ່ງຈະສະໜິດກັນຫຼາຍຂຶ້ນເມື່ອເຂົາເຈົ້າເປີດເຜີຍຄວາມຄິດເຫັນ ຄວາມຫ່ວງໃຍ ແລະຄວາມຮູ້ສຶກຂອງຕົນເອງອອກມາ. ສາຍສຳພັນຂອງເຮົາກັບພະເຢໂຫວາພະເຈົ້າກໍຢູ່ໃນສະພາບທີ່ຄ້າຍຄືກັນນັ້ນ. ໂດຍອີງໃສ່ຄຳຊີ້ນຳຈາກປຶ້ມນີ້ ເຈົ້າໄດ້ຮຽນຮູ້ຫຼາຍຢ່າງທີ່ວ່າຄຳພີໄບເບິນສອນແນວໃດກ່ຽວກັບພະເຢໂຫວາ ກ່ຽວກັບຄຸນລັກສະນະ ແລະຈຸດປະສົງຂອງພະອົງ. ເຈົ້າໄດ້ຮຽນຮູ້ວ່າພະອົງເປັນພະເຈົ້າທີ່ມີຕົວຕົນຢູ່ແທ້. ການອະທິດຖານເຮັດໃຫ້ເຈົ້າມີໂອກາດສະແດງຄວາມຄິດເຫັນແລະຄວາມຮູ້ສຶກເລິກໆທີ່ມີຕໍ່ພໍ່ທີ່ຢູ່ໃນສະຫວັນ. ໃນຂະນະທີ່ເຮັດແນວນັ້ນ ເຈົ້າກໍຈະໃກ້ຊິດພະເຢໂຫວາຫຼາຍຂຶ້ນ.—ຢາໂກໂບ 4:8.

ເຮົາຕ້ອງເຮັດຕາມຂໍ້ຮຽກຮ້ອງອັນໃດແດ່?

5. ສິ່ງໃດສະແດງໃຫ້ເຫັນວ່າພະເຢໂຫວາບໍ່ໄດ້ຟັງຄຳອະທິດຖານຂອງທຸກຄົນ?

5 ພະເຢໂຫວາຟັງຄຳອະທິດຖານຂອງທຸກຄົນບໍ? ຂໍໃຫ້ພິຈາລະນາສິ່ງທີ່ພະອົງບອກກັບຊາວອິດສະລາແອນທີ່ກະບົດໃນສະໄໝຂອງເອຊາອີທີ່ວ່າ “ມາດແມ່ນທ່ານທັງຫຼາຍຈະອ້ອນວອນຕື່ມມາກຫຼາຍເຮົາຈະບໍ່ຟັງ ມືຂອງພວກທ່ານເຕັມດ້ວຍເລືອດ.” (ເອຊາອີ 1:15) ດັ່ງນັ້ນ ການກະທຳບາງຢ່າງອາດເປັນຕົ້ນເຫດໃຫ້ພະເຈົ້າບໍ່ຟັງຄຳອະທິດຖານຂອງເຮົາ. ເພາະສະນັ້ນ ເພື່ອໃຫ້ພະເຈົ້າຟັງຄຳອະທິດຖານຂອງເຮົາຢ່າງພໍໃຈ ເຮົາຕ້ອງເຮັດຕາມຂໍ້ຮຽກຮ້ອງພື້ນຖານບາງຢ່າງ.

6. ເພື່ອພະເຈົ້າຈະຟັງຄຳອະທິດຖານຂອງເຮົາ ອັນໃດເປັນຂໍ້ຮຽກຮ້ອງທີ່ສຳຄັນອັນໜຶ່ງ ແລະເຮົາຈະເຮັດຕາມຂໍ້ຮຽກຮ້ອງນັ້ນໄດ້ແນວໃດ?

6 ຂໍ້ຮຽກຮ້ອງທີ່ສຳຄັນອັນໜຶ່ງກໍຄື ເຮົາຕ້ອງສະແດງຄວາມເຊື່ອ. (ມາລະໂກ 11:24) ອັກຄະສາວົກໂປໂລຂຽນວ່າ “ປາສະຈາກຄວາມເຊື່ອຈະເປັນທີ່ຊອບໃຈພະເຈົ້າກໍບໍ່ໄດ້ ເພາະວ່າຜູ້ທີ່ຫຍັບເຂົ້າມາຫາພະເຈົ້າຕ້ອງເຊື່ອວ່າພະອົງເປັນຢູ່ ແລະພະອົງຈະປະທານບຳເໜັດໃຫ້ແກ່ຄົນທັງຫຼາຍທີ່ປົງໃຈຊອກຫາພະອົງ.” (ເຫບເລີ 11:6) ການມີຄວາມເຊື່ອແທ້ບໍ່ແມ່ນພຽງແຕ່ຮູ້ວ່າພະເຈົ້າມີຢູ່ແລະຮູ້ວ່າພະອົງຟັງແລະຕອບຄຳອະທິດຖານ. ເຮົາຢັ້ງຢືນຄວາມເຊື່ອໂດຍທາງການກະທຳ. ເຮົາຕ້ອງໃຫ້ຫຼັກຖານຢ່າງຊັດເຈນວ່າເຮົາມີຄວາມເຊື່ອໂດຍວິທີທີ່ເຮົາດຳເນີນຊີວິດໃນແຕ່ລະມື້.—ຢາໂກໂບ 2:26.

7. (ກ) ເມື່ອເວົ້າກັບພະເຢໂຫວາໃນຄຳອະທິດຖານ ເປັນຫຍັງເຮົາຄວນສະແດງຄວາມນັບຖື? (ຂ) ເມື່ອອະທິດຖານເຖິງພະເຈົ້າ ເຮົາຈະສະແດງຄວາມຖ່ອມໃຈແລະຄວາມຈິງໃຈໄດ້ແນວໃດ?

7 ພະເຢໂຫວາຍັງຕ້ອງການໃຫ້ຜູ້ທີ່ອະທິດຖານເຖິງພະອົງອະທິດຖານດ້ວຍຄວາມຖ່ອມໃຈແລະຢ່າງຈິງໃຈ. ເຮົາມີເຫດຜົນທີ່ຈະຖ່ອມໃຈເມື່ອເວົ້າກັບພະເຢໂຫວາບໍ່ແມ່ນບໍ? ເມື່ອຜູ້ຄົນມີໂອກາດເວົ້າກັບເຈົ້າຊີວິດຫຼືປະທານປະເທດ ຕາມປົກກະຕິແລ້ວເຂົາເຈົ້າຕ້ອງເວົ້າດ້ວຍຄວາມເຄົາລົບນັບຖື ເນື່ອງຈາກຍອມຮັບຖານະອັນສູງສົ່ງຂອງຜູ້ປົກຄອງນັ້ນ. ເຮົາຄວນສະແດງຄວາມນັບຖືຫຼາຍກວ່ານັ້ນອີກເມື່ອເຂົ້າຫາພະເຢໂຫວາ! (ຄຳເພງ 138:6) ທີ່ຈິງແລ້ວພະອົງເປັນ “ພະເຈົ້າອົງມີລິດເດດອັນໃຫຍ່ທີ່ສຸດ.” (ຕົ້ນເດີມ 17:1) ເມື່ອເຮົາອະທິດຖານເຖິງພະເຈົ້າ ທ່າທາງທີ່ເຮົາເຂົ້າຫາພະອົງຄວນສະແດງໃຫ້ເຫັນວ່າເຮົາຍອມຮັບຖານະຂອງຕົນເອງດ້ວຍຄວາມຖ່ອມໃຈຕໍ່ໜ້າພະອົງ. ນອກຈາກນັ້ນ ຄວາມຖ່ອມໃຈຈະກະຕຸ້ນເຮົາໃຫ້ອະທິດຖານດ້ວຍຄວາມຈິງໃຈ ໂດຍຫຼີກລ່ຽງການອະທິດຖານແບບຊໍ້າໆຊາກໆທີ່ເປັນພຽງພິທີກຳ.—ມັດທາຍ 6:7, 8.

8. ເຮົາຈະປະຕິບັດໃຫ້ສອດຄ່ອງກັບສິ່ງທີ່ເຮົາໄດ້ອະທິດຖານຂໍໂດຍເຮັດແນວໃດ?

8 ເພື່ອພະເຈົ້າຈະຟັງຄຳອະທິດຖານຂອງເຮົາ ຂໍ້ຮຽກຮ້ອງອີກຢ່າງໜຶ່ງແມ່ນການປະຕິບັດໃຫ້ສອດຄ່ອງກັບຄຳອະທິດຖານຂອງເຮົາ. ພະເຢໂຫວາຄາດໝາຍໃຫ້ເຮົາເຮັດສຸດຄວາມສາມາດເພື່ອຈະເຮັດຕາມສິ່ງທີ່ເຮົາອະທິດຖານຂໍນັ້ນ. ຕົວຢ່າງ ຖ້າເຮົາອະທິດຖານວ່າ “ຂໍໂຜດປະທານອາຫານທີ່ຂ້າພະເຈົ້າທັງຫຼາຍຕ້ອງປະສົງໃນວັນນີ້” ເຮົາຕ້ອງດຸໝັ່ນເຮັດວຽກອັນໃດກໍໄດ້ທີ່ເຮົາເຮັດໄດ້. (ມັດທາຍ 6:11; 2 ເທຊະໂລນີກ 3:10) ຖ້າເຮົາອະທິດຖານຂໍໃຫ້ພະອົງຊ່ວຍເຫຼືອເພື່ອຈະເອົາຊະນະຄວາມອ່ອນແອຂອງມະນຸດທີ່ບໍ່ສົມບູນແບບ ເຮົາກໍຕ້ອງລະວັງທີ່ຈະບໍ່ເຂົ້າໄປຢູ່ໃນສະພາບແວດລ້ອມແລະໃນສະຖານະການທີ່ອາດເຮັດໃຫ້ເກີດການລໍ້ໃຈ. (ໂກໂລດ 3:5) ນອກຈາກຂໍ້ຮຽກຮ້ອງພື້ນຖານເຫຼົ່ານີ້ແລ້ວ ຍັງມີຄຳຖາມກ່ຽວກັບການອະທິດຖານທີ່ເຮົາຈຳເປັນຕ້ອງໄດ້ຮັບຄຳຕອບ.

ການຕອບຄຳຖາມບາງຂໍ້ກ່ຽວກັບການອະທິດຖານ

9. ເຮົາຄວນອະທິດຖານເຖິງໃຜ ແລະໃນນາມຂອງຜູ້ໃດ?

9 ເຮົາຄວນອະທິດຖານເຖິງໃຜ? ພະເຍຊູສອນພວກລູກສິດໃຫ້ອະທິດຖານເຖິງ “ພະບິດາຂອງຂ້າພະເຈົ້າທັງຫຼາຍຜູ້ຢູ່ໃນສະຫວັນ.” (ມັດທາຍ 6:9) ດັ່ງນັ້ນ ຄຳອະທິດຖານຂອງເຮົາຕ້ອງມຸ່ງໄປຫາພະເຢໂຫວາພະເຈົ້າເທົ່ານັ້ນ. ແນວໃດກໍຕາມ ພະເຢໂຫວາຮຽກຮ້ອງໃຫ້ເຮົາຍອມຮັບຖານະຕຳແໜ່ງຂອງພະເຍຊູຄລິດເຊິ່ງເປັນລູກຊາຍຜູ້ດຽວທີ່ພະອົງໄດ້ສ້າງໂດຍກົງ. ດັ່ງທີ່ເຮົາໄດ້ຮຽນໃນບົດທີ 5 ພະເຍຊູຖືກສົ່ງມາແຜ່ນດິນໂລກໃຫ້ເປັນຄ່າໄຖ່ເພື່ອຈະປົດປ່ອຍເຮົາໃຫ້ພົ້ນຈາກບາບແລະຄວາມຕາຍ. (ໂຢຮັນ 3:16; ໂລມ 5:12) ພະອົງໄດ້ຮັບການແຕ່ງຕັ້ງໃຫ້ເປັນປະໂລຫິດໃຫຍ່ແລະເປັນຜູ້ພິພາກສາ. (ໂຢຮັນ 5:22; ເຫບເລີ 6:20) ດ້ວຍເຫດນີ້ ພະຄຳພີຈຶ່ງແນະນຳໃຫ້ເຮົາອະທິດຖານຜ່ານທາງພະເຍຊູ. ພະເຍຊູເອງກ່າວວ່າ “ເຮົາເປັນທາງນັ້ນແລະເປັນຄວາມຈິງແລະເປັນຊີວິດ. ບໍ່ມີຜູ້ໃດມາຫາພະບິດາເທົ່າເວັ້ນໄວ້ມາດ້ວຍເຮົາ.” (ໂຢຮັນ 14:6) ເພື່ອພະເຢໂຫວາຈະຟັງຄຳອະທິດຖານຂອງເຮົາ ເຮົາຕ້ອງອະທິດຖານເຖິງ ພະເຢໂຫວາເທົ່ານັ້ນໂດຍຜ່ານທາງ ລູກຊາຍຂອງພະອົງ.

10. ເມື່ອເຮົາອະທິດຖານ ເປັນຫຍັງຈຶ່ງບໍ່ມີການກຳນົດທ່າສະເພາະ?

10 ເມື່ອອະທິດຖານເຮົາຕ້ອງມີທ່າສະເພາະບໍ? ບໍ່ຕ້ອງມີ. ພະເຢໂຫວາບໍ່ໄດ້ກຳນົດວ່າຕ້ອງເຮັດມືຫຼືເຮັດທ່າແນວໃດສະເພາະ. ຄຳພີໄບເບິນສອນວ່າການອະທິດຖານດ້ວຍທ່າຕ່າງໆນັ້ນເປັນສິ່ງທີ່ຍອມຮັບໄດ້. ທ່າເຫຼົ່ານັ້ນລວມເຖິງການນັ່ງ ການກົ້ມຫົວລົງ ການຄູ້ເຂົ່າ ແລະການຢືນ. (1 ຂ່າວຄາວ 17:16; ເນເຫມີ 8:6; ດານຽນ 6:10; ມາລະໂກ 11:25) ສິ່ງທີ່ສຳຄັນຢ່າງແທ້ຈິງແມ່ນເຈຕະຄະຕິທີ່ຖືກຕ້ອງຈາກຫົວໃຈ ບໍ່ແມ່ນທ່າພິເສດທີ່ຄົນອື່ນເບິ່ງເຫັນໄດ້. ທີ່ຈິງແລ້ວ ໃນລະຫວ່າງທີ່ເຮົາເຮັດວຽກປະຈຳວັນຫຼືເມື່ອເຮົາປະເຊີນກັບເຫດການສຸກເສີນ ເຮົາອາດອະທິດຖານໃນໃຈໄດ້ບໍ່ວ່າເຮົາຢູ່ໃສກໍຕາມ. ພະເຢໂຫວາຮັບຟັງຄຳອະທິດຖານແບບນັ້ນເຖິງແມ່ນວ່າຄົນທີ່ຢູ່ອ້ອມຂ້າງເຮົາອາດຈະບໍ່ສັງເກດເຫັນເລີຍ.—ເນເຫມີ 2:1-6.

11. ຄວາມກັງວົນສ່ວນຕົວອັນໃດແດ່ເຊິ່ງເໝາະສົມທີ່ຈະກ່າວເຖິງໃນຄຳອະທິດຖານ?

11 ເຮົາຈະອະທິດຖານຂໍຫຍັງແດ່? ຄຳພີໄບເບິນບອກວ່າ “ຖ້າເຮົາທັງຫຼາຍຂໍສິ່ງໜຶ່ງສິ່ງໃດຕາມນໍ້າໃຈແຫ່ງພະອົງ ພະອົງ [ພະເຢໂຫວາ] ໂຜດຟັງເຮົາທັງຫຼາຍ.” (1 ໂຢຮັນ 5:14) ດັ່ງນັ້ນ ເຮົາອາດອະທິດຖານຂໍສິ່ງໃດກໍໄດ້ທີ່ສອດຄ່ອງກັບໃຈປະສົງຂອງພະເຈົ້າ. ພະເຈົ້າປະສົງໃຫ້ເຮົາອະທິດຖານກ່ຽວກັບເລື່ອງສ່ວນຕົວທີ່ເຮັດໃຫ້ເຮົາກັງວົນບໍ? ແມ່ນແທ້! ການອະທິດຖານເຖິງພະເຢໂຫວາກໍຄືການເວົ້າກັບຫມູ່ສະໜິດ. ເຮົາອາດເວົ້າແບບເປີດໃຈ “ຖອກໃຈອອກ” ຕໍ່ພະເຈົ້າ. (ຄຳເພງ 62:8) ເປັນເລື່ອງເໝາະສົມທີ່ເຮົາຈະຂໍພະວິນຍານບໍລິສຸດເພາະນັ້ນຈະຊ່ວຍເຮົາໃຫ້ເຮັດໃນສິ່ງທີ່ຖືກຕ້ອງ. (ລືກາ 11:13) ນອກຈາກນີ້ ເຮົາຍັງສາມາດຂໍການຊີ້ນຳເພື່ອຕັດສິນໃຈແບບທີ່ສຸຂຸມ ແລະຂໍກຳລັງເພື່ອຈະອົດທົນກັບຄວາມລຳບາກຕ່າງໆໄດ້. (ຢາໂກໂບ 1:5) ເມື່ອເຮົາເຮັດບາບ ເຮົາຄວນຂໍການໃຫ້ອະໄພໂດຍອາໄສເຄື່ອງບູຊາໄຖ່ໂທດຂອງພະຄລິດ. (ເອເຟດ 1:3, 7) ແນ່ນອນ ເຮົາບໍ່ຄວນອະທິດຖານແຕ່ເລື່ອງສ່ວນຕົວຂອງເຮົາເທົ່ານັ້ນ. ເຮົາຄວນອະທິດຖານເພື່ອຄົນອື່ນນຳ ເຊັ່ນ ສະມາຊິກໃນຄອບຄົວແລະລວມທັງເພື່ອນຮ່ວມຄວາມເຊື່ອຂອງເຮົາ.—ກິດຈະການ 12:5; ໂກໂລດ 4:12.

12. ເຮົາອາດຈະຈັດເລື່ອງທີ່ກ່ຽວຂ້ອງກັບພໍ່ຂອງເຮົາທີ່ຢູ່ໃນສະຫວັນໃຫ້ເປັນສິ່ງສຳຄັນລຳດັບທຳອິດໃນຄຳອະທິດຖານຂອງເຮົາໄດ້ໂດຍວິທີໃດ?

12 ເລື່ອງທີ່ກ່ຽວຂ້ອງກັບພະເຢໂຫວາພະເຈົ້າຄວນເປັນສິ່ງສຳຄັນລຳດັບທຳອິດໃນຄຳອະທິດຖານຂອງເຮົາ. ແນ່ນອນ ເຮົາມີເຫດຜົນທີ່ຈະສັນລະເສີນແລະຂອບໃຈພະອົງຈາກໃຈຈິງສຳລັບຄຸນຄວາມດີທັງສິ້ນຂອງພະອົງ. (1 ຂ່າວຄາວ 29:10-13) ຄຳອະທິດຖານແບບຢ່າງທີ່ພະເຍຊູໃຫ້ໄວ້ເຊິ່ງບັນທຶກໄວ້ໃນມັດທາຍ 6:9-13 ພະອົງສອນເຮົາໃຫ້ອະທິດຖານຂໍໃຫ້ຊື່ຂອງພະເຈົ້າເປັນທີ່ນັບຖືອັນບໍລິສຸດ ຄືຖືວ່າຊື່ນັ້ນສັກສິດ. ລຳດັບຕໍ່ມາກໍຂໍໃຫ້ລາຊະອານາຈັກຂອງພະອົງມາຕັ້ງຢູ່ ແລະຂໍໃຫ້ໃຈປະສົງຂອງພະອົງສຳເລັດທີ່ແຜ່ນດິນໂລກຄືກັບທີ່ສຳເລັດແລ້ວຢູ່ໃນສະຫວັນ. ຫຼັງຈາກກ່າວເຖິງເລື່ອງສຳຄັນເຫຼົ່ານີ້ເຊິ່ງກ່ຽວຂ້ອງກັບພະເຢໂຫວາແລ້ວ ພະເຍຊູຈຶ່ງເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບຄວາມກັງວົນສ່ວນຕົວ. ໃນທຳນອງດຽວກັນ ເມື່ອຈັດໃຫ້ພະເຈົ້າຢູ່ໃນລຳດັບທີ່ສຳຄັນທີ່ສຸດໃນຄຳອະທິດຖານ ເຮົາກໍສະແດງວ່າເຮົາບໍ່ໄດ້ສົນໃຈແຕ່ຄວາມຢູ່ເຢັນເປັນສຸກຂອງເຮົາເອງເທົ່ານັ້ນ.

13. ກ່ຽວກັບຄວາມຍາວຂອງຄຳອະທິດຖານທີ່ພະເຈົ້າຍອມຮັບ ພະຄຳພີຊີ້ໃຫ້ເຫັນຄືແນວໃດ?

13 ຄຳອະທິດຖານຂອງເຮົາຄວນຍາວປານໃດ? ຄຳພີໄບເບິນບໍ່ໄດ້ກຳນົດຄວາມຍາວຂອງຄຳອະທິດຖານສ່ວນຕົວຫຼືຄຳອະທິດຖານຮ່ວມກັບຄົນອື່ນ. ຮູບແບບຂອງຄຳອະທິດຖານອາດມີຕັ້ງແຕ່ຄຳອະທິດຖານສັ້ນໆກ່ອນກິນເຂົ້າໄປຈົນຮອດຄຳອະທິດຖານສ່ວນຕົວທີ່ຍາວເມື່ອເຮົາລະບາຍຄວາມໃນໃຈຂອງເຮົາກັບພະເຢໂຫວາ. (1 ຊາເມືອນ 1:12, 15) ແນວໃດກໍຕາມ ພະເຍຊູຕຳໜິຄົນທີ່ຖືວ່າຕົນເອງຊອບທຳເຊິ່ງອະທິດຖານຍືດຍາວແບບໂອ້ອວດຕໍ່ໜ້າຄົນອື່ນ. (ລືກາ 20:46, 47) ພະເຢໂຫວາບໍ່ໄດ້ປະທັບໃຈກັບຄຳອະທິດຖານແບບນັ້ນ. ສິ່ງສຳຄັນກໍຄືເຮົາຕ້ອງອະທິດຖານອອກມາຈາກໃຈຈິງ. ດ້ວຍເຫດນີ້ ຄວາມຍາວຂອງຄຳອະທິດຖານທີ່ພະເຈົ້າຍອມຮັບອາດແຕກຕ່າງກັນໄປຕາມຄວາມຈຳເປັນແລະສະພາບການ.

ພະອົງຟັງຄຳອະທິດຖານບໍ່ວ່າເຮົາອະທິດຖານໃນໂອກາດໃດກໍຕາມ

14. ເມື່ອຄຳພີໄບເບິນແນະນຳເຮົາໃຫ້ “ອະທິດຖານຢູ່ສະເໝີ” ນັ້ນໝາຍຄວາມວ່າແນວໃດແລະເລື່ອງນີ້ເປັນການປອບໂຍນຄືແນວໃດ?

14 ເຮົາຄວນອະທິດຖານເລື້ອຍປານໃດ? ຄຳພີໄບເບິນແນະນຳເຮົາໃຫ້ “ອະທິດຖານຢູ່ສະເໝີ” ໃຫ້ “ອ້ອນວອນຢູ່ເລື້ອຍ” ແລະໃຫ້ “ອ້ອນວອນບໍ່ເຊົາບໍ່ຂາດ.” (ມັດທາຍ 26:41, ລ.ມ.; ໂລມ 12:12; 1 ເທຊະໂລນີກ 5:17) ແນ່ນອນ ຖ້ອຍຄຳເຫຼົ່ານີ້ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງອະທິດຖານເຖິງພະເຢໂຫວາໝົດມື້ໝົດຄືນ. ແທນທີ່ຈະເປັນແນວນັ້ນ ຄຳພີໄບເບິນກະຕຸ້ນເຕືອນເຮົາໃຫ້ອະທິດຖານເປັນປະຈຳ ຂອບໃຈພະເຢໂຫວາຕໍ່ໆໄປທີ່ພະອົງສຳແດງຄຸນຄວາມດີຕໍ່ເຮົາ ແລະໃຫ້ເຮົາສະແຫວງຫາການຊີ້ນຳ ການປອບໂຍນ ແລະກຳລັງຈາກພະອົງ. ການຮູ້ວ່າພະເຢໂຫວາບໍ່ໄດ້ກຳນົດວ່າເຮົາຈະເວົ້າກັບພະອົງໃນຄຳອະທິດຖານດົນປານໃດແລະເລື້ອຍປານໃດເປັນການປອບໂຍນບໍ່ແມ່ນບໍ? ຖ້າເຮົາເຫັນວ່າການອະທິດຖານເປັນສິ່ງທີ່ມີຄ່າຢ່າງແທ້ຈິງ ເຮົາກໍຈະພົບວ່າມີຫຼາຍໂອກາດທີ່ຈະອະທິດຖານເຖິງພໍ່ຂອງເຮົາທີ່ຢູ່ໃນສະຫວັນ.

15. ໃນຕອນຈົບຂອງຄຳອະທິດຖານສ່ວນຕົວແລະຄຳອະທິດຖານຮ່ວມກັບຄົນອື່ນ ເປັນຫຍັງເຮົາຄວນເວົ້າວ່າ “ອາແມນ”?

15 ໃນຕອນຈົບຂອງຄຳອະທິດຖານເປັນຫຍັງເຮົາຄວນເວົ້າວ່າ “ອາແມນ”? ຄຳວ່າ “ອາແມນ” ມີຄວາມໝາຍວ່າ “ແນ່ນອນ” ຫຼື “ຂໍໃຫ້ເປັນຢ່າງນັ້ນ.” ຕົວຢ່າງຕ່າງໆໃນພະຄຳພີສະແດງໃຫ້ເຫັນວ່າເປັນການເໝາະສົມທີ່ຈະເວົ້າວ່າ “ອາແມນ” ໃນຕອນຈົບຂອງຄຳອະທິດຖານສ່ວນຕົວຫຼືຄຳອະທິດຖານຮ່ວມກັບຄົນອື່ນ. (1 ຂ່າວຄາວ 16:36; ຄຳເພງ 41:13) ການເວົ້າວ່າ “ອາແມນ” ໃນຕອນຈົບຂອງຄຳອະທິດຖານເປັນການຢືນຢັນວ່າຄຳເວົ້ານັ້ນມາຈາກໃຈຂອງເຮົາ. ເມື່ອເຮົາເວົ້າວ່າ “ອາແມນ” ໃນໃຈຫຼືເວົ້າອອກສຽງຫຼັງຈາກທີ່ຜູ້ນຳອະທິດຖານເວົ້າຈົບແລ້ວ ນັ້ນສະແດງວ່າເຮົາເຫັນດີກັບຄວາມຄິດທີ່ຜູ້ນັ້ນເວົ້າອອກມາ.—1 ໂກລິນໂທ 14:16.

ວິທີທີ່ພະເຈົ້າຕອບຄຳອະທິດຖານຂອງເຮົາ

16. ເຮົາມີຄວາມໝັ້ນໃຈອັນໃດໃນເລື່ອງການອະທິດຖານ?

16 ພະເຢໂຫວາຕອບຄຳອະທິດຖານແທ້ໆບໍ? ຕອບແທ້! ເຮົາມີຫຼັກຖານໜັກແໜ້ນທີ່ເຮັດໃຫ້ໝັ້ນໃຈວ່າ “ຜູ້ຟັງຄວາມອ້ອນວອນ” ຕອບຄຳອະທິດຖານທີ່ຈິງໃຈຂອງມະນຸດຫຼາຍລ້ານຄົນ. (ຄຳເພງ 65:2) ພະເຢໂຫວາອາດຕອບຄຳອະທິດຖານຂອງເຮົາໃນຫຼາຍວິທີ.

17. ເປັນຫຍັງຈຶ່ງອາດເວົ້າໄດ້ວ່າພະເຢໂຫວາໃຊ້ບັນດາທູດສະຫວັນແລະຜູ້ຮັບໃຊ້ຂອງພະອົງທີ່ຢູ່ເທິງແຜ່ນດິນໂລກເພື່ອຕອບຄຳອະທິດຖານຂອງເຮົາ?

17 ພະເຢໂຫວາໃຊ້ທູດສະຫວັນແລະຜູ້ຮັບໃຊ້ຂອງພະອົງທີ່ຢູ່ເທິງແຜ່ນດິນໂລກເພື່ອຕອບຄຳອະທິດຖານ. (ເຫບເລີ 1:13, 14) ມີປະສົບການຫຼາຍເລື່ອງຂອງຄົນທີ່ໄດ້ອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຈົ້າເພື່ອໃຫ້ເຂົ້າໃຈສິ່ງທີ່ຂຽນໃນຄຳພີໄບເບິນ ແລະຫຼັງຈາກນັ້ນບໍ່ດົນກໍໄດ້ພົບກັບຜູ້ຮັບໃຊ້ຂອງພະເຢໂຫວາ. ປະສົບການດັ່ງກ່າວເປັນຫຼັກຖານສະແດງວ່າທູດສະຫວັນຊີ້ນຳວຽກງານການປະກາດເລື່ອງລາຊະອານາຈັກ. (ຄຳປາກົດ 14:6) ເພື່ອຕອບຄຳອະທິດຖານຂອງເຮົາໃນຕອນທີ່ເຮົາຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອຢ່າງແທ້ຈິງ ພະເຢໂຫວາອາດກະຕຸ້ນຄລິດສະຕຽນຄົນໜຶ່ງໃຫ້ມາຊ່ວຍເຫຼືອເຮົາ.—ສຸພາສິດ 12:25; ຢາໂກໂບ 2:16.

ເພື່ອຕອບຄຳອະທິດຖານຂອງເຮົາ ພະເຢໂຫວາສາມາດກະຕຸ້ນຄລິດສະຕຽນຄົນໜຶ່ງໃຫ້ມາຊ່ວຍເຫຼືອເຮົາ

18. ເພື່ອຕອບຄຳອະທິດຖານຂອງຜູ້ທີ່ຮັບໃຊ້ພະອົງ ພະເຢໂຫວາໃຊ້ພະວິນຍານບໍລິສຸດແລະພະຄຳຂອງພະອົງແນວໃດ?

18 ພະເຢໂຫວາພະເຈົ້າຍັງໃຊ້ພະວິນຍານບໍລິສຸດ ແລະຄຳພີໄບເບິນພະຄຳຂອງພະອົງເພື່ອຕອບຄຳອະທິດຖານຂອງຜູ້ທີ່ຮັບໃຊ້ພະອົງ. ພະອົງອາດຕອບຄຳອະທິດຖານຂອງເຮົາທີ່ຂໍໃຫ້ພະອົງຊ່ວຍເພື່ອຈະອົດທົນກັບຄວາມລຳບາກໂດຍໃຫ້ການຊີ້ນຳແລະໃຫ້ກຳລັງແກ່ເຮົາໂດຍທາງພະວິນຍານບໍລິສຸດ. (2 ໂກລິນໂທ 4:7) ຫຼາຍຄັ້ງຄຳຕອບທີ່ເຮົາໄດ້ຮັບສຳລັບຄຳອະທິດຖານເພື່ອຂໍການຊີ້ນຳນັ້ນມາຈາກຄຳພີໄບເບິນ ເຊິ່ງພະເຢໂຫວາໃຫ້ຄວາມຊ່ວຍເຫຼືອເພື່ອເຮົາຈະຕັດສິນໃຈຢ່າງສຸຂຸມ. ເຮົາອາດພົບຂໍ້ພະຄຳພີທີ່ເປັນປະໂຫຍດໃນລະຫວ່າງການສຶກສາສ່ວນຕົວ ແລະໃນຂະນະທີ່ເຮົາອ່ານໜັງສືຂອງຄລິດສະຕຽນເຊັ່ນປຶ້ມຫົວນີ້. ອາດມີການຊີ້ເຖິງຈຸດຕ່າງໆໃນພະຄຳພີທີ່ເຮົາຈຳເປັນຕ້ອງພິຈາລະນາຢູ່ການປະຊຸມຄລິດສະຕຽນຫຼືໂດຍທາງຄວາມຄິດເຫັນຂອງຜູ້ເຖົ້າແກ່ໃນປະຊາຄົມເຊິ່ງຫ່ວງໃຍເຮົາ.—ຄາລາຊີ 6:1.

19. ເຮົາຄວນຈື່ອັນໃດໄວ້ຖ້າບາງຄັ້ງຄຳອະທິດຖານຂອງເຮົາເບິ່ງຄືວ່າບໍ່ໄດ້ຮັບຄຳຕອບ?

19 ຖ້າເບິ່ງຄືວ່າພະເຢໂຫວາຕອບຄຳອະທິດຖານຂອງເຮົາຊ້າ ນີ້ບໍ່ໄດ້ໝາຍຄວາມວ່າພະອົງຕອບຄຳອະທິດຖານບໍ່ໄດ້. ແທນທີ່ຈະຄິດແນວນັ້ນ ເຮົາຕ້ອງຈື່ໄວ້ວ່າພະເຢໂຫວາຕອບຄຳອະທິດຖານຕາມທີ່ພະອົງເຫັນສົມຄວນແລະໃນເວລາທີ່ພະອົງເຫັນວ່າເໝາະ. ພະອົງຮູ້ຄວາມຈຳເປັນຂອງເຮົາແລະຮູ້ວິທີທີ່ຈະໃສ່ໃຈເລື່ອງນັ້ນໄດ້ດີກວ່າເຮົາ. ຫຼາຍຄັ້ງ ພະອົງໃຫ້ເຮົາ ‘ຂໍ ຊອກຫາ ແລະເຄາະ’ ຕໍ່ໆໄປ. (ລືກາ 11:5-10) ຄວາມພາກພຽນແບບນັ້ນສະແດງໃຫ້ພະເຈົ້າເຫັນວ່າເຮົາມີຄວາມປາຖະໜາຢ່າງແຮງກ້າແລະມີຄວາມເຊື່ອແທ້. ນອກຈາກນີ້ ພະເຢໂຫວາອາດຕອບຄຳອະທິດຖານຂອງເຮົາໃນວິທີທີ່ເຮົາເບິ່ງບໍ່ອອກ. ຕົວຢ່າງ ພະອົງອາດຕອບຄຳອະທິດຖານຂອງເຮົາກ່ຽວກັບການທົດລອງໃດໜຶ່ງ ໂດຍໃຫ້ກຳລັງແກ່ເຮົາເພື່ອຈະອົດທົນຄວາມລຳບາກໄດ້ ແຕ່ບໍ່ແມ່ນໂດຍການກຳຈັດບັນຫານັ້ນ.—ຟີລິບ 4:13.

20. ເປັນຫຍັງເຮົາຄວນໃຊ້ສິດທິພິເສດອັນລໍ້າຄ່າໃນການອະທິດຖານຢ່າງເຕັມທີ?

20 ເຮົາຮູ້ສຶກຂອບໃຈພຽງໃດທີ່ພະຜູ້ສ້າງເອກະພົບອັນກວ້າງໃຫຍ່ໄພສານຢູ່ໃກ້ທຸກຄົນທີ່ອະທິດຖານເຖິງພະອົງຢ່າງເໝາະສົມ! (ຄຳເພງ 145:18) ຂໍໃຫ້ເຮົາໃຊ້ສິດທິພິເສດອັນລໍ້າຄ່ານີ້ໃນການອະທິດຖານຢ່າງເຕັມທີ. ຖ້າເຮົາເຮັດແນວນັ້ນ ເຮົາຈະມີໂອກາດທີ່ໜ້າຍິນດີທີ່ຈະເຂົ້າໃກ້ພະເຢໂຫວາຫຼາຍກວ່າເກົ່າ ຜູ້ເຊິ່ງຟັງຄຳອ້ອນວອນຂອງເຮົາ.