ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີສິບແປດ

ການຮັບບັບເຕມາແລະສາຍສຳພັນຂອງເຈົ້າກັບພະເຈົ້າ

ການຮັບບັບເຕມາແລະສາຍສຳພັນຂອງເຈົ້າກັບພະເຈົ້າ
  • ຄລິດສະຕຽນຮັບບັບເຕມາແນວໃດ?

  • ເພື່ອຈະຮັບບັບເຕມາໄດ້ ເຈົ້າເອງຕ້ອງເຮັດຕາມຂັ້ນຕອນອັນໃດແດ່?

  • ບຸກຄົນໜຶ່ງຈະເຮັດການອຸທິດຕົວໃຫ້ແກ່ພະເຈົ້າໂດຍວິທີໃດ?

  • ມີເຫດຜົນພິເສດອັນໃດທີ່ຄວນຮັບບັບເຕມາ?

1. ເປັນຫຍັງຂ້າລາຊະການຄົນເອທິໂອປີຈຶ່ງຂໍຮັບບັບເຕມາ?

“ຈົ່ງເບິ່ງ ນໍ້າກໍມີໃນທີ່ນີ້ສິ່ງໃດຂັດຂວາງບໍ່ໃຫ້ຂ້າພະເຈົ້າຮັບສິນບັບເຕມາ?” ນັ້ນແມ່ນຄຳຖາມທີ່ຂ້າລາຊະການຄົນເອທິໂອປີໃນສະຕະວັດທຳອິດໄດ້ຖາມ. ຄລິດສະຕຽນທີ່ຊື່ຟີລິບໄດ້ພິສູດໃຫ້ລາວເຫັນວ່າພະເຍຊູເປັນເມຊີຕາມທີ່ສັນຍາໄວ້. ເນື່ອງຈາກປະທັບໃຈໃນສິ່ງທີ່ຕົນເອງໄດ້ຮຽນຮູ້ຈາກພະຄຳພີ ຊາຍເອທິໂອປີຄົນນີ້ຈຶ່ງລົງມືປະຕິບັດຕາມທີ່ຕົນໄດ້ຮຽນຮູ້ນັ້ນ. ລາວສະແດງໃຫ້ເຫັນວ່າຕ້ອງການຮັບບັບເຕມາ!—ກິດຈະການ 8:26-36.

2. ເປັນຫຍັງເຈົ້າຄວນຄຶດຢ່າງຈິງຈັງກ່ຽວກັບການຮັບບັບເຕມາ?

2 ຖ້າເຈົ້າໄດ້ສຶກສາບົດຕົ້ນໆຂອງປຶ້ມນີ້ຢ່າງລະອຽດກັບພະຍານພະເຢໂຫວາຄົນໜຶ່ງແລ້ວ ເຈົ້າອາດຮູ້ສຶກວ່າຕົນເອງພ້ອມແລ້ວທີ່ຈະຖາມວ່າ ‘ສິ່ງໃດຂັດຂວາງຂ້ອຍ ໄວ້ບໍ່ໃຫ້ຮັບບັບເຕມາ?’ ມາເຖິງຕອນນີ້ເຈົ້າໄດ້ຮຽນຮູ້ກ່ຽວກັບຄຳສັນຍາໃນຄຳພີໄບເບິນເລື່ອງຊີວິດຕະຫຼອດໄປໃນອຸທິຍານ. (ລືກາ 23:43; ຄຳປາກົດ 21:3, 4) ເຈົ້າຍັງໄດ້ຮຽນຮູ້ກ່ຽວກັບສະພາບທີ່ແທ້ຈິງຂອງຄົນຕາຍແລະຄວາມຫວັງເລື່ອງການຄືນມາຈາກຕາຍອີກ. (ຜູ້ເທສະໜາປ່າວປະກາດ 9:5; ໂຢຮັນ 5:28, 29) ເຈົ້າອາດໄດ້ຄົບຫາກັບພະຍານພະເຢໂຫວາຢູ່ການປະຊຸມປະຈຳປະຊາຄົມຂອງເຂົາເຈົ້າ ແລະໄດ້ເຫັນດ້ວຍຕາຂອງຕົນເອງວ່າເຂົາເຈົ້າເຮັດຕາມຫຼັກການຂອງສາສະໜາແທ້. (ໂຢຮັນ 13:35) ສິ່ງສຳຄັນທີ່ສຸດກໍຄື ເຈົ້າຄົງໄດ້ເລີ່ມຕົ້ນສ້າງສາຍສຳພັນເປັນສ່ວນຕົວກັບພະເຢໂຫວາພະເຈົ້າແລ້ວ.

3. (ກ) ພະເຍຊູສັ່ງພວກລູກສິດໃຫ້ເຮັດຫຍັງ? (ຂ) ການຮັບບັບເຕມາໃນນໍ້າເຮັດແນວໃດ?

3 ເຈົ້າຈະສະແດງໃຫ້ເຫັນແນວໃດວ່າເຈົ້າຢາກຮັບໃຊ້ພະເຈົ້າ? ພະເຍຊູບອກພວກລູກສິດວ່າ “ຈົ່ງໄປແລະກະທຳໃຫ້ພວກຕ່າງປະເທດທັງປວງເຂົ້າເປັນລູກສິດ ໃຫ້ເຂົາຮັບສິນບັບເຕມາ.” (ມັດທາຍ 28:19) ພະເຍຊູເອງໄດ້ວາງຕົວຢ່າງໄວ້ໂດຍການຮັບບັບເຕມາໃນນໍ້າ. ພະອົງບໍ່ໄດ້ເອົານໍ້າມາຊິດໃສ່ຕົນໂຕ ຫຼືພຽງແຕ່ເທນໍ້າໃສ່ຫົວ. (ມັດທາຍ 3:16) ຄຳ ‘ຮັບບັບເຕມາ’ ມາຈາກຄຳພາສາກະເລັກທີ່ໝາຍຄວາມວ່າ “ຈຸ່ມ.” ດັ່ງນັ້ນ ການຮັບບັບເຕມາຂອງຄລິດສະຕຽນຈຶ່ງໝາຍເຖິງການຈຸ່ມຕົວຫຼິບລົງໃນນໍ້າ.

4. ການຮັບບັບເຕມາໃນນໍ້າບົ່ງຊີ້ເຖິງຫຍັງ?

4 ການຮັບບັບເຕມາໃນນໍ້າເປັນຂໍ້ຮຽກຮ້ອງຢ່າງໜຶ່ງສຳລັບທຸກຄົນທີ່ຢາກມີສາຍສຳພັນກັບພະເຢໂຫວາພະເຈົ້າ. ການຮັບບັບເຕມາເປັນການບອກຢ່າງເປີດເຜີຍວ່າເຈົ້າຢາກຮັບໃຊ້ພະເຈົ້າ. ນັ້ນສະແດງວ່າເຈົ້າຍິນດີທີ່ຈະເຮັດຕາມໃຈປະສົງຂອງພະເຢໂຫວາ. (ຄຳເພງ 40:7, 8) ແຕ່ເພື່ອຈະຮັບບັບເຕມາໄດ້ ເຈົ້າຕ້ອງເຮັດຕາມຂັ້ນຕອນສະເພາະ.

ຈຳເປັນຕ້ອງມີຄວາມຮູ້ແລະຄວາມເຊື່ອ

5. (ກ) ເພື່ອຈະຮັບບັບເຕມາໄດ້ ອັນໃດເປັນຂັ້ນຕອນທຳອິດ? (ຂ) ເປັນຫຍັງການປະຊຸມຄລິດສະຕຽນຈຶ່ງສຳຄັນ?

5 ຕອນນີ້ເຈົ້າໄດ້ເລີ່ມຕົ້ນຂັ້ນຕອນທຳອິດແລ້ວ. ເຈົ້າໄດ້ເລີ່ມແນວໃດ? ກໍໂດຍການຮັບເອົາຄວາມຮູ້ຕໍ່ໆໄປ ກ່ຽວກັບພະເຢໂຫວາພະເຈົ້າແລະພະເຍຊູຄລິດ ບາງເທື່ອໂດຍການສຶກສາຄຳພີໄບເບິນຢ່າງເປັນລະບົບ. (ໂຢຮັນ 17:3) ແຕ່ວ່າຍັງມີອີກຫຼາຍສິ່ງທີ່ຈຳເປັນຕ້ອງຮຽນຮູ້. ຄລິດສະຕຽນຢາກຈະເປັນຜູ້ທີ່ “ເຕັມໄປດ້ວຍຄວາມຮູ້ຈັກນໍ້າໃຈພະເຈົ້າ.” (ໂກໂລດ 1:9) ການທີ່ເຈົ້າເຂົ້າຮ່ວມການປະຊຸມປະຈຳປະຊາຄົມຂອງພະຍານພະເຢໂຫວາຊ່ວຍເຈົ້າໄດ້ຫຼາຍໃນເລື່ອງນີ້. ການເຂົ້າຮ່ວມການປະຊຸມດັ່ງກ່າວນັ້ນສຳຄັນຫຼາຍ. (ເຫບເລີ 10:24, 25) ການເຂົ້າຮ່ວມການປະຊຸມຕ່າງໆເປັນປະຈຳຈະຊ່ວຍເຈົ້າໃຫ້ມີຄວາມຮູ້ຫຼາຍຂຶ້ນກ່ຽວກັບພະເຈົ້າ.

ການໄດ້ຮັບຄວາມຮູ້ຖ້ອງແທ້ກ່ຽວກັບພະຄຳຂອງພະເຈົ້າເປັນຂັ້ນຕອນສຳຄັນທີ່ເຮັດໃຫ້ຄົນເຮົາມີຄຸນສົມບັດສຳລັບການຮັບບັບເຕມາ

6. ເພື່ອຈະຮັບບັບເຕມາໄດ້ ເຈົ້າຕ້ອງມີຄວາມຮູ້ກ່ຽວກັບຄຳພີໄບເບິນຫຼາຍສໍ່າໃດ?

6 ແນ່ນອນ ເພື່ອຈະຮັບບັບເຕມາໄດ້ເຈົ້າບໍ່ຈຳເປັນຕ້ອງຮູ້ທຸກສິ່ງໃນຄຳພີໄບເບິນ. ຂ້າລາຊະການຄົນເອທິໂອປີມີຄວາມຮູ້ແດ່ ແລ້ວ ແຕ່ລາວຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອເພື່ອຈະເຂົ້າໃຈພະຄຳພີບາງຕອນ. (ກິດຈະການ 8:30, 31) ໃນທຳນອງດຽວກັນ ເຈົ້າເອງຍັງຕ້ອງຮຽນຮູ້ອີກຫຼາຍແນວ. ທີ່ຈິງແລ້ວ ເຈົ້າຈະຮຽນຮູ້ເລື່ອງຂອງພະເຈົ້າຢ່າງບໍ່ມີມື້ສິ້ນສຸດ. (ຜູ້ເທສະໜາປ່າວປະກາດ 3:11) ແຕ່ກ່ອນທີ່ເຈົ້າຈະຮັບບັບເຕມາໄດ້ ຢ່າງໜ້ອຍທີ່ສຸດເຈົ້າຕ້ອງຮູ້ແລະຍອມຮັບຫຼັກຄຳສອນພື້ນຖານຕ່າງໆໃນຄຳພີໄບເບິນ. (ເຫບເລີ 5:12) ຄຳສອນດັ່ງກ່າວນັ້ນລວມເຖິງຄວາມຈິງກ່ຽວກັບສະພາບຂອງຄົນຕາຍ ແລະຄວາມສຳຄັນຂອງຊື່ແລະລາຊະອານາຈັກຂອງພະເຈົ້າ.

7. ການສຶກສາຄຳພີໄບເບິນຄວນສົ່ງຜົນຕໍ່ເຈົ້າຄືແນວໃດ?

7 ແນວໃດກໍຕາມ ການມີຄວາມຮູ້ພຽງຢ່າງດຽວນັ້ນຍັງບໍ່ພໍ ເພາະ “ປາສະຈາກຄວາມເຊື່ອຈະເປັນທີ່ຊອບໃຈພະເຈົ້າກໍບໍ່ໄດ້.” (ເຫບເລີ 11:6) ຄຳພີໄບເບິນບອກເຮົາວ່າເມື່ອບາງຄົນໃນເມືອງໂກລິນໂທບູຮານໄດ້ຍິນຂ່າວສານທີ່ຄລິດສະຕຽນປະກາດ ເຂົາເຈົ້າ “ກໍໄດ້ເຊື່ອແລະໄດ້ຮັບສິນບັບເຕມາ.” (ກິດຈະການ 18:8) ໃນວິທີທີ່ຄ້າຍກັນ ການສຶກສາຄຳພີໄບເບິນຄວນເຮັດໃຫ້ເຈົ້າເຊື່ອ ຢ່າງເຕັມທີວ່າຄຳພີໄບເບິນເປັນພະຄຳຂອງພະເຈົ້າທີ່ຂຽນໂດຍການດົນໃຈ. ການສຶກສາຄຳພີໄບເບິນຄວນຊ່ວຍເຈົ້າໃຫ້ມີຄວາມເຊື່ອໃນຄຳສັນຍາຕ່າງໆຂອງພະເຈົ້າ ແລະເຊື່ອວ່າເຄື່ອງບູຊາຂອງພະເຍຊູສາມາດຊ່ວຍເຈົ້າໃຫ້ລອດໄດ້.—ໂຢຊວຍ 23:14; ກິດຈະການ 4:12; 2 ຕີໂມເຕ 3:16, 17.

ການແບ່ງປັນຄວາມຈິງໃນ ຄຳພີໄບເບິນກັບຄົນອື່ນ

8. ສິ່ງໃດຈະກະຕຸ້ນເຈົ້າໃຫ້ແບ່ງປັນເລື່ອງທີ່ໄດ້ຮຽນຮູ້ໃຫ້ກັບຄົນອື່ນໆ?

8 ເມື່ອຫົວໃຈເຈົ້າມີຄວາມເຊື່ອຫຼາຍຂຶ້ນ ເຈົ້າຈະປະສົບດ້ວຍຕົນເອງວ່າເປັນເລື່ອງຍາກທີ່ຈະເກັບເລື່ອງທີ່ໄດ້ຮຽນຮູ້ໄວ້ຄົນດຽວ. (ເຢເຣມີ 20:9) ເຈົ້າຈະມີແຮງຈູງໃຈໃຫ້ເວົ້າກັບຄົນອື່ນກ່ຽວກັບເລື່ອງພະເຈົ້າແລະຈຸດປະສົງຂອງພະອົງ.—2 ໂກລິນໂທ 4:13.

ຄວາມເຊື່ອຄວນກະຕຸ້ນເຈົ້າໃຫ້ແບ່ງປັນສິ່ງທີ່ເຈົ້າໄດ້ເຊື່ອໃຫ້ແກ່ຄົນອື່ນ

9, 10. (ກ) ເຈົ້າອາດເລີ່ມຕົ້ນແບ່ງປັນຄວາມຈິງໃນຄຳພີໄບເບິນໃຫ້ກັບໃຜແດ່? (ຂ) ຖ້າເຈົ້າຢາກມີສ່ວນຮ່ວມໃນວຽກງານການປະກາດຂອງພະຍານພະເຢໂຫວາທີ່ຈັດເປັນລະບົບ ເຈົ້າຄວນເຮັດຫຍັງ?

9 ເຈົ້າອາດເລີ່ມຕົ້ນແບ່ງປັນຄວາມຈິງໃນຄຳພີໄບເບິນກັບຄົນອື່ນໂດຍການເວົ້າແບບຜ່ອນໜັກຜ່ອນເບົາກ່ຽວກັບເລື່ອງນັ້ນກັບຍາຕິພີ່ນ້ອງ ຫມູ່ເພື່ອນ ເພື່ອນບ້ານ ແລະຫມູ່ເຮັດວຽກນຳກັນ. ອີກບໍ່ດົນເຈົ້າຄົງຈະຢາກເຂົ້າຮ່ວມໃນວຽກງານການປະກາດຂອງພະຍານພະເຢໂຫວາທີ່ຈັດເປັນລະບົບ. ເມື່ອເຖິງຕອນນັ້ນ ຂໍໃຫ້ລົມເລື່ອງນີ້ກັບພະຍານພະເຢໂຫວາຜູ້ທີ່ກຳລັງສອນຄຳພີໄບເບິນໃຫ້ເຈົ້າ. ຖ້າເຫັນວ່າເຈົ້າມີຄຸນສົມບັດສຳລັບການປະກາດ ຈະມີການນັດໃຫ້ເຈົ້າແລະຜູ້ທີ່ສອນເຈົ້າພົບກັບຜູ້ເຖົ້າແກ່ສອງຄົນຂອງປະຊາຄົມ.

10 ການຈັດຕຽມແບບນີ້ຈະເຮັດໃຫ້ເຈົ້າຮູ້ຈັກຄຸ້ນເຄີຍຫຼາຍຂຶ້ນກັບຜູ້ເຖົ້າແກ່ຄລິດສະຕຽນບາງຄົນເຊິ່ງເປັນຜູ້ລ້ຽງຝູງແກະຂອງພະເຈົ້າ. (ກິດຈະການ 20:28; 1 ເປໂຕ 5:2, 3) ຖ້າຜູ້ເຖົ້າແກ່ເຫຼົ່ານີ້ສັງເກດເຫັນວ່າເຈົ້າເຂົ້າໃຈແລະເຊື່ອໃນຄຳສອນພື້ນຖານຂອງຄຳພີໄບເບິນ ເຈົ້າພວມໃຊ້ຊີວິດຕາມຫຼັກການຂອງພະເຈົ້າແລະທັງຢາກເປັນພະຍານພະເຢໂຫວາແທ້ໆ ພວກຜູ້ເຖົ້າແກ່ກໍຈະບອກໃຫ້ເຈົ້າຮູ້ວ່າເຈົ້າມີຄຸນສົມບັດສຳລັບການເຂົ້າຮ່ວມໃນວຽກງານການປະກາດຕໍ່ສາທາລະນະໃນຖານະເປັນຜູ້ປະກາດຂ່າວດີທີ່ຍັງບໍ່ທັນໄດ້ຮັບບັບເຕມາ.

11. ກ່ອນທີ່ບາງຄົນຈະມີຄຸນສົມບັດສຳລັບວຽກງານການປະກາດ ເຂົາເຈົ້າອາດຕ້ອງເຮັດການປ່ຽນແປງອັນໃດແດ່?

11 ໃນອີກທາງໜຶ່ງ ເຈົ້າອາດຈຳເປັນຕ້ອງປ່ຽນແປງຮູບແບບຊີວິດແລະນິດໄສບາງຢ່າງເພື່ອຈະມີຄຸນສົມບັດສຳລັບວຽກງານການປະກາດ. ການປ່ຽນແປງນີ້ອາດລວມເຖິງການປະຖິ້ມນິດໄສບາງຢ່າງທີ່ບໍ່ໄດ້ບອກໃຫ້ຄົນອື່ນຮູ້. ດັ່ງນັ້ນ ກ່ອນທີ່ເຈົ້າຈະຂໍເປັນຜູ້ປະກາດທີ່ຍັງບໍ່ທັນຮັບບັບເຕມາ ເຈົ້າຕ້ອງເຊົາເຮັດບາບທີ່ຮ້າຍແຮງເຊັ່ນ ການຜິດສິນລະທຳທາງເພດ ການເມົາເຫຼົ້າ ແລະການເສບຢາ.—1 ໂກລິນໂທ 6:9, 10; ຄາລາຊີ 5:19-21.

ການປະໃຈເກົ່າເອົາໃຈໃໝ່ແລະຫຼົບຕັ້ງໃຈໃໝ່

12. ເປັນຫຍັງການປະໃຈເກົ່າເອົາໃຈໃໝ່ຈຶ່ງເປັນສິ່ງຈຳເປັນ?

12 ຍັງມີຂັ້ນຕອນອື່ນໆອີກທີ່ຕ້ອງເຮັດກ່ອນຈະມີຄຸນສົມບັດສຳລັບການຮັບບັບເຕມາ. ອັກຄະສາວົກເປໂຕເວົ້າວ່າ “ຈົ່ງປະໃຈເກົ່າເອົາໃຈໃໝ່ແລະຈົ່ງຫຼົບຕັ້ງໃຈໃໝ່.” (ກິດຈະການ 3:19) ການປະໃຈເກົ່າເອົາໃຈໃໝ່ຄືການຮູ້ສຶກເສຍໃຈຢ່າງແທ້ຈິງຕໍ່ການກະທຳບາງແນວທີ່ເຄີຍເຮັດ. ການປະໃຈເກົ່າເອົາໃຈໃໝ່ ແມ່ນເໝາະສົມແທ້ໆສຳລັບຜູ້ທີ່ເຄີຍໃຊ້ຊີວິດທີ່ຜິດສິນລະທຳ ແລະກໍຍັງຈຳເປັນສຳລັບຄົນທີ່ບໍ່ໄດ້ໃຊ້ຊີວິດແບບນັ້ນນຳອີກ. ເປັນຫຍັງຈຶ່ງຈຳເປັນ? ກໍເພາະວ່າມະນຸດທຸກຄົນເປັນຄົນບາບແລະຈຳເປັນຕ້ອງໄດ້ຮັບການໃຫ້ອະໄພຈາກພະເຈົ້າ. (ໂລມ 3:23; 5:12) ຕອນທີ່ຍັງບໍ່ທັນໄດ້ສຶກສາຄຳພີໄບເບິນ ເຈົ້າບໍ່ຮູ້ຈັກວ່າອັນໃດແມ່ນໃຈປະສົງຂອງພະເຈົ້າ. ດັ່ງນັ້ນ ເຈົ້າຈະດຳເນີນຊີວິດໃນແບບທີ່ສອດຄ່ອງກັບໃຈປະສົງຂອງພະອົງທຸກປະການໄດ້ແນວໃດ? ດ້ວຍເຫດນີ້ ການປະໃຈເກົ່າເອົາໃຈໃໝ່ຈຶ່ງເປັນສິ່ງຈຳເປັນ.

13. ການຫຼົບຕັ້ງໃຈໃໝ່ແມ່ນຫຍັງ?

13 ຫຼັງຈາກປະໃຈເກົ່າເອົາໃຈໃໝ່ແລ້ວ ກໍຕ້ອງຫຼົບຕັ້ງໃຈໃໝ່. ພຽງແຕ່ຮູ້ສຶກເສຍໃຈນັ້ນຍັງບໍ່ພໍ. ເຈົ້າຕ້ອງປະຖິ້ມແນວທາງການດຳເນີນຊີວິດແບບເກົ່າ ແລະຕັ້ງໃຈແນ່ວແນ່ວ່າຈະເຮັດໃນສິ່ງທີ່ຖືກຕ້ອງນັບຕັ້ງແຕ່ນີ້ເປັນຕົ້ນໄປ. ການປະໃຈເກົ່າເອົາໃຈໃໝ່ແລະການຫຼົບຕັ້ງໃຈໃໝ່ເປັນຂັ້ນຕອນທີ່ເຈົ້າຕ້ອງເຮັດກ່ອນຈະຮັບບັບເຕມາ.

ການອຸທິດຕົວຂອງເຈົ້າເອງ

14. ອັນໃດເປັນຂັ້ນຕອນສຳຄັນທີ່ເຈົ້າຕ້ອງເຮັດກ່ອນຮັບບັບເຕມາ?

14 ກ່ອນຮັບບັບເຕມາຍັງມີຂັ້ນຕອນໜຶ່ງອີກທີ່ສຳຄັນ. ເຈົ້າຕ້ອງອຸທິດຕົວ ໃຫ້ແກ່ພະເຢໂຫວາພະເຈົ້າ.

ເຈົ້າເອງໄດ້ອຸທິດຕົວໃຫ້ແກ່ພະເຈົ້າໂດຍທາງການອະທິດຖານແລ້ວບໍ?

15, 16. ການອຸທິດຕົວຂອງເຈົ້າໃຫ້ແກ່ພະເຢໂຫວາໝາຍຄວາມວ່າແນວໃດ ແລະສິ່ງໃດທີ່ກະຕຸ້ນຄົນເຮົາໃຫ້ເຮັດເຊັ່ນນັ້ນ?

15 ເມື່ອເຈົ້າອຸທິດຕົວໃຫ້ແກ່ພະເຢໂຫວາພະເຈົ້າໂດຍການອະທິດຖານຢ່າງຈິງຈັງ ເຈົ້າສັນຍາວ່າເຈົ້າຈະຖວາຍຄວາມເຫຼື້ອມໃສສັດທາແກ່ພະອົງພຽງຜູ້ດຽວຕະຫຼອດໄປ. (ພະບັນຍັດ 6:15) ເປັນຫຍັງບາງຄົນຈຶ່ງຢາກເຮັດແນວນັ້ນ? ເພື່ອຈະຕອບຄຳຖາມນີ້ ຂໍໃຫ້ພິຈາລະນາຕົວຢ່າງຕໍ່ໄປນີ້ ສົມມຸດວ່າຊາຍຄົນໜຶ່ງເລີ່ມຕົ້ນຕິດຕໍ່ຝາກຮັກກັບຍິງຄົນໜຶ່ງ. ແຮ່ງຊາຍຄົນນີ້ຮູ້ຈັກແລະເຫັນຄຸນສົມບັດທີ່ດີຂອງຍິງຄົນນີ້ ຊາຍຄົນນີ້ກໍແຮ່ງຢາກໃກ້ຊິດຍິງຄົນນີ້ຫຼາຍຂຶ້ນເທົ່ານັ້ນ. ໃນທີ່ສຸດ ກໍເປັນເລື່ອງທຳມະຊາດທີ່ຊາຍຄົນນີ້ຈະຂໍຍິງຄົນນີ້ແຕ່ງດອງ. ແມ່ນຢູ່ ການແຕ່ງດອງຍ່ອມໝາຍເຖິງການມີໜ້າທີ່ຮັບຜິດຊອບເພີ່ມຂຶ້ນ. ແຕ່ວ່າຄວາມຮັກຈະກະຕຸ້ນລາວໃຫ້ຮັບເອົາໜ້າທີ່ທີ່ສຳຄັນນີ້.

16 ເມື່ອເຈົ້າໄດ້ຮູ້ຈັກແລະຮັກພະເຢໂຫວາ ເຈົ້າເອງຈະໄດ້ຮັບການກະຕຸ້ນໃຫ້ຮັບໃຊ້ພະອົງແບບບໍ່ມີເງື່ອນໄຂຫຼືຈະບໍ່ຕັ້ງຂໍ້ຈຳກັດໃດໆໃນການນະມັດສະການພະອົງ. ຜູ້ໃດກໍຕາມທີ່ຢາກຕິດຕາມພະເຍຊູຄລິດລູກຊາຍຂອງພະເຈົ້າຕ້ອງ “ປະຕິເສດຕົວເອງ.” (ມາລະໂກ 8:34, ລ.ມ.) ເຮົາປະຕິເສດຕົວເອງໂດຍທີ່ເຮົາບໍ່ຍອມໃຫ້ຄວາມປາຖະໜາຫຼືເປົ້າໝາຍສ່ວນຕົວມາຂັດຂວາງຄວາມຕັ້ງໃຈຂອງເຮົາທີ່ຈະເຊື່ອຟັງພະເຈົ້າຢ່າງຄົບຖ້ວນ. ຈາກນັ້ນ ກ່ອນທີ່ຈະຮັບບັບເຕມາ ເຈົ້າຕ້ອງໃຫ້ການເຮັດຕາມໃຈປະສົງຂອງພະເຢໂຫວາພະເຈົ້າເປັນເປົ້າໝາຍຫຼັກໃນຊີວິດ.—1 ເປໂຕ 4:2.

ການເອົາຊະນະຄວາມຢ້ານວ່າຈະເຮັດບໍ່ໄດ້

17. ເປັນຫຍັງບາງຄົນຈຶ່ງຢັບຢັ້ງຕົວໄວ້ຈາກການອຸທິດຕົວໃຫ້ແກ່ພະເຈົ້າ?

17 ບາງຄົນຢັບຢັ້ງຕົວເອງໄວ້ຈາກການອຸທິດຕົວໃຫ້ແກ່ພະເຢໂຫວາເພາະວ່າເຂົາເຈົ້າຂ້ອນຂ້າງຢ້ານທີ່ຈະເຮັດຕາມໜ້າທີ່ທີ່ສຳຄັນນີ້. ເຂົາເຈົ້າອາດຢ້ານທີ່ຈະຮັບຜິດຊອບຕໍ່ພະເຈົ້າໃນຖານະເປັນຄລິດສະຕຽນທີ່ອຸທິດຕົວແລ້ວ. ເນື່ອງຈາກຢ້ານວ່າຕົນເອງຈະເຮັດບໍ່ໄດ້ແລະຈະເຮັດໃຫ້ພະເຢໂຫວາຜິດຫວັງ ເຂົາເຈົ້າຈຶ່ງຄິດວ່າດີທີ່ສຸດແມ່ນບໍ່ເຮັດການອຸທິດຕົວໃຫ້ແກ່ພະອົງ.

18. ສິ່ງໃດສາມາດກະຕຸ້ນເຈົ້າໃຫ້ອຸທິດຕົວແກ່ພະເຢໂຫວາ?

18 ຂະນະທີ່ເຈົ້າຮຽນຮູ້ທີ່ຈະຮັກພະເຢໂຫວາ ເຈົ້າຈະຮູ້ສຶກວ່າຢາກອຸທິດຕົວໃຫ້ແກ່ພະອົງແລະຢາກເຮັດສຸດຄວາມສາມາດເພື່ອຈະດຳເນີນຊີວິດໃຫ້ສົມກັບທີ່ໄດ້ອຸທິດຕົວ. (ຜູ້ເທສະໜາປ່າວປະກາດ 5:4) ພາຍຫຼັງອຸທິດຕົວແລ້ວ ແນ່ນອນວ່າເຈົ້າຄົງຢາກ “ກະທຳການຢ່າງສົມຄວນແກ່ພະອົງເຈົ້າ ເພື່ອຈະໄດ້ເປັນຊອບໃຈແກ່ພະອົງໃນສັບພະທຸກສິ່ງ.” (ໂກໂລດ 1:10) ເນື່ອງຈາກຄວາມຮັກທີ່ມີຕໍ່ພະເຈົ້າ ເຈົ້າຈະບໍ່ຄິດວ່າການເຮັດຕາມໃຈປະສົງຂອງພະອົງເປັນເລື່ອງທີ່ຍາກໂພດ. ແນ່ນອນເຈົ້າຈະເຫັນດີກັບອັກຄະສາວົກໂຢຮັນທີ່ຂຽນວ່າ “ອັນນີ້ເປັນຄວາມຮັກແກ່ພະເຈົ້າ ຄືວ່າໃຫ້ເຮົາທັງຫຼາຍຖືຮັກສາຄຳສັ່ງທັງຫຼາຍແຫ່ງພະອົງ ແລະຄຳສັ່ງທັງຫຼາຍແຫ່ງພະອົງກໍບໍ່ຍາກ.”—1 ໂຢຮັນ 5:3.

19. ເປັນຫຍັງຈຶ່ງບໍ່ຄວນຢ້ານທີ່ຈະອຸທິດຕົວໃຫ້ແກ່ພະເຈົ້າ?

19 ເພື່ອຈະອຸທິດຕົວໃຫ້ແກ່ພະເຈົ້າ ເຈົ້າບໍ່ຈຳເປັນຕ້ອງເປັນຄົນສົມບູນພ້ອມ. ພະເຢໂຫວາຮູ້ຂໍ້ຈຳກັດຕ່າງໆຂອງເຈົ້າແລະບໍ່ເຄີຍຄາດໝາຍເກີນກວ່າທີ່ເຈົ້າເຮັດໄດ້. (ຄຳເພງ 103:14) ພະອົງຢາກໃຫ້ເຈົ້າປະສົບຜົນສຳເລັດແລະພະອົງຈະຫນູນໃຈແລະຊ່ວຍເຈົ້າ. (ເອຊາອີ 41:10) ເຈົ້າໝັ້ນໃຈໄດ້ໂລດວ່າຖ້າເຈົ້າໄວ້ວາງໃຈພະເຢໂຫວາດ້ວຍສິ້ນສຸດຫົວໃຈ ພະອົງ “ຈະນຳໜ້າເຈົ້າໄປໃນຫົນທາງທັງຫຼາຍຂອງເຈົ້າ.”—ສຸພາສິດ 3:5, 6.

ສະແດງສັນຍະລັກຂອງການອຸທິດຕົວໂດຍການຮັບບັບເຕມາ

20. ເປັນຫຍັງຈຶ່ງບໍ່ສາມາດເກັບເລື່ອງການອຸທິດຕົວໃຫ້ພະເຢໂຫວາໄວ້ເປັນຄວາມລັບສ່ວນຕົວ?

20 ການຄຶດຄືນກ່ຽວກັບສິ່ງຕ່າງໆທີ່ເຮົາຫາກໍພິຈາລະນາອາດຊ່ວຍເຈົ້າໃຫ້ອຸທິດຊີວິດແກ່ພະເຢໂຫວາດ້ວຍການອະທິດຖານ. ທຸກຄົນທີ່ຮັກພະເຢໂຫວາແທ້ໆຕ້ອງ “ປະກາດຢ່າງເປີດເຜີຍເພື່ອຄວາມລອດ.” (ໂລມ 10:10, ລ.ມ.) ເຈົ້າຈະປະກາດຢ່າງເປີດເຜີຍໂດຍວິທີໃດ?

ການຮັບບັບເຕມາໝາຍເຖິງການຕາຍຈາກແນວທາງຊີວິດແບບເກົ່າແລ້ວເລີ່ມຊີວິດໃໝ່ເພື່ອເຮັດຕາມໃຈປະສົງຂອງພະເຈົ້າ

21, 22. ເຈົ້າຈະ “ປະກາດຢ່າງເປີດເຜີຍ” ກ່ຽວກັບຄວາມເຊື່ອຂອງຕົນເອງໄດ້ແນວໃດ?

21 ເຈົ້າຄວນບອກຜູ້ປະສານງານຄະນະຜູ້ເຖົ້າແກ່ໃນປະຊາຄົມໃຫ້ຮູ້ວ່າຢາກຮັບບັບເຕມາ. ລາວຈະຈັດໃຫ້ຜູ້ເຖົ້າແກ່ບາງຄົນທົບທວນຄຳຖາມບາງຂໍ້ກ່ຽວກັບຄຳສອນພື້ນຖານໃນຄຳພີໄບເບິນກັບເຈົ້າ. ຖ້າຜູ້ເຖົ້າແກ່ເຫຼົ່ານັ້ນເຫັນດີວ່າເຈົ້າມີຄຸນສົມບັດທີ່ຈະຮັບບັບເຕມາໄດ້ ເຂົາເຈົ້າກໍຈະບອກໃຫ້ເຈົ້າຮູ້ວ່າເຈົ້າຈະຮັບບັບເຕມາໄດ້ໃນການປະຊຸມໃຫຍ່ເທື່ອຕໍ່ໄປ. * ຕາມປົກກະຕິແລ້ວໃນໂອກາດນັ້ນຈະມີການໃຫ້ຄຳບັນຍາຍເພື່ອທົບທວນຄວາມໝາຍຂອງການຮັບບັບເຕມາ. ໃນຕອນນັ້ນ ຜູ້ທີ່ໃຫ້ຄຳບັນຍາຍຈະເຊີນທຸກຄົນທີ່ຈະຮັບບັບເຕມາໃຫ້ຕອບຄຳຖາມງ່າຍໆສອງຂໍ້ເຊິ່ງເປັນວິທີໜຶ່ງທີ່ຈະ “ປະກາດຢ່າງເປີດເຜີຍ” ດ້ວຍຄຳເວົ້າກ່ຽວກັບຄວາມເຊື່ອຂອງເຂົາເຈົ້າ.

22 ການຮັບບັບເຕມານັ້ນເອງເປັນສິ່ງຢັ້ງຢືນຢ່າງເປີດເຜີຍວ່າເຈົ້າເປັນຜູ້ທີ່ໄດ້ອຸທິດຕົວໃຫ້ພະເຈົ້າແລ້ວ ແລະຕອນນີ້ເຈົ້າເປັນພະຍານພະເຢໂຫວາ. ຜູ້ທີ່ຈະຮັບບັບເຕມາຈະຖືກຈຸ່ມຕົວຫຼິບລົງໃນນໍ້າເພື່ອສະແດງຢ່າງເປີດເຜີຍວ່າເຂົາເຈົ້າໄດ້ເຮັດການອຸທິດຕົວໃຫ້ແກ່ພະເຢໂຫວາແລ້ວ.

ຄວາມໝາຍຂອງການຮັບບັບເຕມາຂອງເຈົ້າ

23. ການຮັບບັບເຕມາ “ໃນນາມຊື່ແຫ່ງພະບິດາແລະພະບຸດແລະພະວິນຍານບໍລິສຸດ” ໝາຍຄວາມວ່າແນວໃດ?

23 ພະເຍຊູເວົ້າວ່າພວກລູກສິດຂອງພະອົງຈະຮັບບັບເຕມາ “ໃນນາມຊື່ແຫ່ງພະບິດາແລະພະບຸດແລະພະວິນຍານບໍລິສຸດ.” (ມັດທາຍ 28:19) ນີ້ໝາຍຄວາມວ່າຜູ້ທີ່ຈະຮັບບັບເຕມາຍອມຮັບສິດຂອງພະເຢໂຫວາພະເຈົ້າແລະຂອງພະເຍຊູຄລິດ. (ຄຳເພງ 83:18; ມັດທາຍ 28:18) ຄົນຜູ້ນັ້ນຍັງຍອມຮັບບົດບາດໜ້າທີ່ແລະການປະຕິບັດການຂອງພະວິນຍານບໍລິສຸດຫຼືພະລັງປະຕິບັດການຂອງພະເຈົ້າ.—ຄາລາຊີ 5:22, 23; 2 ເປໂຕ 1:21.

24, 25. (ກ) ການຮັບບັບເຕມາເປັນສັນຍະລັກສະແດງເຖິງຫຍັງ? (ຂ) ຄຳຖາມອັນໃດທີ່ຕ້ອງໄດ້ມີຄຳຕອບ?

24 ແນວໃດກໍຕາມ ການຮັບບັບເຕມາບໍ່ແມ່ນພຽງການຈຸ່ມຕົວໃນນໍ້າເທົ່ານັ້ນ. ການຮັບບັບເຕມາເປັນສັນຍະລັກສະແດງເຖິງສິ່ງທີ່ສຳຄັນແທ້ໆ. ການຢູ່ໃຕ້ນໍ້າສະແດງວ່າເຈົ້າໄດ້ຕາຍຈາກແນວທາງຊີວິດແບບເກົ່າຂອງເຈົ້າ. ການຂຶ້ນມາຈາກນໍ້າເປັນເຄື່ອງໝາຍທີ່ຊີ້ບອກວ່າຕອນນີ້ເຈົ້າມີຊີວິດໃໝ່ເພື່ອເຮັດຕາມໃຈປະສົງຂອງພະເຈົ້າ. ຂໍໃຫ້ຈື່ໄວ້ເຊັ່ນກັນວ່າເຈົ້າໄດ້ອຸທິດຕົວໃຫ້ແກ່ພະເຢໂຫວາພະເຈົ້າ ບໍ່ແມ່ນອຸທິດໃຫ້ແກ່ວຽກງານ ໃຫ້ແກ່ເປົ້າໝາຍ ໃຫ້ແກ່ມະນຸດ ຫຼືໃຫ້ແກ່ອົງການໃດໜຶ່ງ. ການອຸທິດຕົວແລະການຮັບບັບເຕມາຂອງເຈົ້າແມ່ນຈຸດເລີ່ມຕົ້ນຂອງມິດຕະພາບທີ່ໃກ້ຊິດທີ່ສຸດກັບພະເຈົ້າ ເຊິ່ງເປັນສາຍສຳພັນທີ່ໃກ້ຊິດສະໜິດສະໜົມກັບພະອົງ.—ຄຳເພງ 25:14.

25 ການຮັບບັບເຕມາບໍ່ແມ່ນສິ່ງຄໍ້າປະກັນຄວາມລອດ. ອັກຄະສາວົກໂປໂລໄດ້ຂຽນວ່າ “ທ່ານທັງຫຼາຍຈົ່ງກະທຳການໃນຄວາມພົ້ນຂອງຕົວເອງ ດ້ວຍຄວາມຢ້ານແລະຕົວສັ່ນ.” (ຟີລິບ 2:12) ການຮັບບັບເຕມາເປັນພຽງການເລີ່ມຕົ້ນ. ດັ່ງນັ້ນຈຶ່ງມີຄຳຖາມວ່າ ເຮົາຈະຢືນຢັດຕໍ່ໆໄປໃນຄວາມຮັກຂອງພະເຈົ້າໄດ້ແນວໃດ? ບົດສຸດທ້າຍຂອງປຶ້ມນີ້ຈະໃຫ້ຄຳຕອບກ່ຽວກັບເລື່ອງນີ້.

^ ຂໍ້ 21 ຕາມປົກກະຕິແລ້ວຈະມີການຮັບບັບເຕມາຢູ່ການປະຊຸມໃຫຍ່ຕ່າງໆປະຈຳປີທີ່ພະຍານພະເຢໂຫວາຈັດຂຶ້ນ.