ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກຜະໜວກ

ຊື່ຂອງພະເຈົ້າ—ການໃຊ້ແລະຄວາມຫມາຍຂອງຊື່

ຊື່ຂອງພະເຈົ້າ—ການໃຊ້ແລະຄວາມຫມາຍຂອງຊື່

ໃນຄຳພີໄບເບິນສະບັບທີ່ເຈົ້າໃຊ້ແປຄຳເພງ 83:18 ວ່າແນວໃດ? ພະຄຳພີລາວແປຂໍ້ນີ້ວ່າ “ໃຫ້ເຂົາຮູ້ຈັກວ່າພະເຈົ້າຜູ້ມີນາມຊື່ວ່າພະເຢໂຫວາ ອົງດຽວເປັນພະເຈົ້າອົງສູງສຸດເທິງແຜ່ນດິນທັງສິ້ນ.” ຄຳພີໄບເບິນສະບັບແປອື່ນໆຫຼາຍສະບັບກໍແປຄ້າຍກັນ. ແນວໃດກໍຕາມການແປຫຼາຍສະບັບບໍ່ໄດ້ໃຊ້ຊື່ເຢໂຫວາ ແຕ່ໃຊ້ຄຳທີ່ບົ່ງບອກເຖິງຕຳແໜ່ງເຊັ່ນ “ພະອົງເຈົ້າ” ຫຼື “ພະຜູ້ຢູ່ຕະຫຼອດໄປເປັນນິດ” ແທນ. ຄຳໃດທີ່ຄວນໃຊ້ໃນຂໍ້ນີ້? ຄຳທີ່ບົ່ງບອກເຖິງຕຳແໜ່ງຫຼືຊື່ເຢໂຫວາ?

ຊື່ຂອງພະເຈົ້າທີ່ຂຽນດ້ວຍຕົວອັກສອນເຫບເລີ

ພະຄຳພີຂໍ້ນີ້ກ່າວເຖິງຊື່ພະເຈົ້າ. ຕາມຕົ້ນສະບັບຂອງຄຳພີໄບເບິນທີ່ສ່ວນຫຼາຍບັນທຶກເປັນພາສາເຫບເລີມີຊື່ສະເພາະທີ່ບໍ່ມີຊື່ໃດທຽບໄດ້ປາກົດຢູ່ໃນພະຄຳພີຂໍ້ນີ້. ມີການສະກົດດ້ວຍຕົວອັກສອນເຫບເລີ יהוה (ຢຫວຫ). ໃນພາສາລາວ ໂດຍທົ່ວໄປແລ້ວມີການແປຊື່ນີ້ວ່າ “ເຢໂຫວາ.” ຊື່ນີ້ມີຢູ່ໃນພະຄຳພີຂໍ້ດຽວເທົ່ານັ້ນບໍ? ບໍ່ແມ່ນ. ຊື່ນີ້ມີຢູ່ໃນຂໍ້ຄວາມຕົ້ນສະບັບຂອງພະຄຳພີພາກພາສາເຫບເລີເກືອບ 7.000 ເທື່ອ!

ຊື່ຂອງພະເຈົ້າມີຄວາມສຳຄັນຫຼາຍປານໃດ? ຂໍໃຫ້ພິຈາລະນາຄຳອະທິດຖານແບບຢ່າງທີ່ພະເຍຊູຄລິດໄດ້ໃຫ້ໄວ້. ຄຳອະທິດຖານນັ້ນເລີ່ມຕົ້ນແນວນີ້ “ພະບິດາຂອງຂ້າພະເຈົ້າທັງຫຼາຍຜູ້ຢູ່ໃນສະຫວັນ ຂໍໃຫ້ນາມຊື່ຂອງພະອົງເປັນທີ່ນັບຖືອັນບໍລິສຸດ.” (ມັດທາຍ 6:9) ຕໍ່ມາ ພະເຍຊູໄດ້ອະທິດຖານເຖິງພະເຈົ້າວ່າ “ພະບິດາເຈົ້າຂ້າ ຂໍໃຫ້ມີລັດສະໝີແກ່ນາມຊື່ຂອງພະອົງ.” ພະເຈົ້າໄດ້ຕອບຈາກສະຫວັນວ່າ “ເຮົາໃຫ້ມີລັດສະໝີແລ້ວ ແລະເຮົາຈະໃຫ້ມີລັດສະໝີແກ່ນາມຊື່ຂອງເຮົາອີກ.” (ໂຢຮັນ 12:28) ເຫັນໄດ້ຈະແຈ້ງວ່າຊື່ຂອງພະເຈົ້າມີຄວາມສຳຄັນທີ່ສຸດ. ຄັນຊັ້ນ ເປັນຫຍັງຜູ້ແປບາງຄົນຈຶ່ງຕັດຊື່ນີ້ອອກຈາກຄຳພີໄບເບິນສະບັບແປຂອງເຂົາແລະໃສ່ຄຳທີ່ບົ່ງບອກເຖິງຕຳແໜ່ງແທນ?

ເບິ່ງຄືວ່າມີເຫດຜົນຫຼັກສອງຢ່າງ. ເຫດຜົນທຳອິດ ຫຼາຍຄົນອ້າງວ່າບໍ່ຄວນໃຊ້ຊື່ນັ້ນເພາະໃນປັດຈຸບັນນີ້ບໍ່ມີໃຜຮູ້ວ່າແຕ່ຕົ້ນເດີມນັ້ນມີການອອກສຽງແນວໃດ. ພາສາເຫບເລີບູຮານຂຽນໂດຍບໍ່ມີສະຫຼະ. ດັ່ງນັ້ນ ບໍ່ມີໃຜໃນປັດຈຸບັນນີ້ສາມາດແນ່ໃຈໄດ້ແທ້ໆວ່າຜູ້ຄົນໃນສະໄໝທີ່ຂຽນຄຳພີໄບເບິນອອກສຽງ ຢຫວຫ ວ່າແນວໃດ. ແຕ່ເລື່ອງນີ້ຄວນຢັບຢັ້ງເຮົາໄວ້ບໍ່ໃຫ້ໃຊ້ຊື່ຂອງພະເຈົ້າບໍ? ໃນສະໄໝທີ່ຂຽນຄຳພີໄບເບິນ ອາດມີການອອກສຽງຊື່ເຍຊູວ່າເຢຊົວ ຫຼືບາງທີ່ອາດອອກສຽງເປັນເຢໂຫຊົວ ເຊິ່ງບໍ່ມີໃຜແນ່ໃຈໄດ້ໃນເລື່ອງນີ້. ເຖິງຢ່າງນັ້ນກໍຕາມ ໃນທຸກມື້ນີ້ຜູ້ຄົນທົ່ວໂລກກໍໃຊ້ຊື່ເຍຊູໃນແບບທີ່ແຕກຕ່າງກັນອອກໄປ ໂດຍອອກສຽງຊື່ນີ້ໃນແບບທີ່ໃຊ້ກັນທົ່ວໄປໃນພາສາຂອງຕົນເອງ. ເຂົາເຈົ້າບໍ່ໄດ້ລັ່ງເລໃຈທີ່ຈະໃຊ້ຊື່ນັ້ນຍ້ອນບໍ່ຮູ້ຈັກວ່າມີການອອກສຽງຊື່ນັ້ນແນວໃດໃນສະຕະວັດທຳອິດ. ຄ້າຍຄືກັນ ຫາກເຈົ້າເດີນທາງໄປຕ່າງປະເທດ ເຈົ້າອາດພົບວ່າຜູ້ຄົນທີ່ເວົ້າພາສາອື່ນອອກສຽງຊື່ຂອງເຈົ້າບໍ່ຖືກ. ດັ່ງນັ້ນ ການທີ່ບໍ່ແນ່ໃຈກ່ຽວກັບການອອກສຽງຊື່ຂອງພະເຈົ້າໃນສະໄໝບູຮານບໍ່ແມ່ນເຫດຜົນທີ່ຈະບໍ່ໃຊ້ຊື່ນັ້ນ.

ເຫດຜົນທີສອງທີ່ມີການອ້າງເລື້ອຍໆເພື່ອຕັດຊື່ຂອງພະເຈົ້າອອກຈາກຄຳພີໄບເບິນນັ້ນກ່ຽວຂ້ອງກັບທຳນຽມອັນເກົ່າແກ່ຂອງພວກຢິວ. ເຂົາເຈົ້າຫຼາຍຄົນເຊື່ອວ່າບໍ່ຄວນອອກສຽງຊື່ຂອງພະເຈົ້າເລີຍ. ຄວາມເຊື່ອນີ້ເບິ່ງຄືວ່າເກີດຈາກການນຳເອົາກົດໝາຍຂໍ້ໜຶ່ງໃນຄຳພີໄບເບິນໄປໃຊ້ແບບຜິດໆເຊິ່ງຂໍ້ນັ້ນກ່າວວ່າ “ນາມຊື່ພະເຢໂຫວາພະເຈົ້າຂອງເຈົ້າ ຢ່າອອກເປົ່າໆ ເຫດວ່າບຸກຄະລະຜູ້ໃດທີ່ຈະອອກນາມຊື່ຂອງພະອົງເປົ່າໆ ພະເຢໂຫວາຈະບໍ່ຖືຜູ້ນັ້ນວ່າເປັນຄົນບໍ່ມີຜິດ.”—ອົບພະຍົບ 20:7.

ກົດໝາຍຂໍ້ນີ້ຫ້າມບໍ່ໃຫ້ເອົາຊື່ຂອງພະເຈົ້າໄປໃຊ້ແບບຜິດໆ. ແຕ່ຂໍ້ນີ້ຫ້າມບໍ່ໃຫ້ໃຊ້ຊື່ຂອງພະເຈົ້າດ້ວຍຄວາມນັບຖືບໍ? ບໍ່ແມ່ນແນວນັ້ນ. ຜູ້ຂຽນຄຳພີໄບເບິນພາກພາສາເຫບເລີ (“ພັນທະສັນຍາເດີມ”) ລ້ວນແຕ່ເປັນຄົນສັດຊື່ເຊິ່ງດຳເນີນຊີວິດຕາມພະບັນຍັດທີ່ພະເຈົ້າມອບໃຫ້ຊາວອິດສະລາແອນ. ແນວໃດກໍຕາມ ເຂົາເຈົ້າໃຊ້ຊື່ຂອງພະເຈົ້າເລື້ອຍໆ. ຕົວຢ່າງເຊັ່ນ ເຂົາເຈົ້າໃຊ້ຊື່ນັ້ນໃນຫຼາຍເພງເຊິ່ງຝູງຊົນຜູ້ນະມັດສະການໄດ້ພາກັນຮ້ອງເພງດັ່ງກ່າວດ້ວຍສຽງດັງ. ແມ່ນແຕ່ພະເຢໂຫວາພະເຈົ້າກໍຍັງສັ່ງຜູ້ນະມັດສະການຂອງພະອົງໃຫ້ຮ້ອງເອີ້ນຊື່ຂອງພະອົງ ແລະຜູ້ທີ່ສັດຊື່ກໍໄດ້ປະຕິບັດຕາມ. (ໂຢເອນ 2:32; ກິດຈະການ 2:21) ດັ່ງນັ້ນ ໃນທຸກມື້ນີ້ຄລິດສະຕຽນບໍ່ໄດ້ລັ່ງເລໃຈທີ່ຈະໃຊ້ຊື່ຂອງພະເຈົ້າດ້ວຍຄວາມນັບຖື ຄືກັບທີ່ພະເຍຊູໄດ້ເຮັດຢ່າງແນ່ນອນ.—ໂຢຮັນ 17:26.

ໂດຍໃຊ້ຄຳທີ່ບົ່ງບອກເຖິງຕຳແໜ່ງແທນຊື່ຂອງພະເຈົ້າ ຜູ້ແປຄຳພີໄບເບິນໄດ້ເຮັດຜິດພາດຢ່າງຮ້າຍແຮງ. ເຂົາເຈົ້າເຮັດໃຫ້ເບິ່ງຄືວ່າພະເຈົ້າຢູ່ຫ່າງໄກແລະບໍ່ມີຕົວຕົນ ໃນຂະນະທີ່ຄຳພີໄບເບິນກະຕຸ້ນມະນຸດໃຫ້ປູກຝັງ “ຄວາມສະໜິດສະໜົມກັບພະເຢໂຫວາ.” (ຄຳເພງ 25:14, ລ.ມ.) ຂໍໃຫ້ຄິດເຖິງຫມູ່ສະໜິດຂອງເຈົ້າຄົນໜຶ່ງ. ເຈົ້າຈະສະໜິດກັບຫມູ່ຄົນນັ້ນແທ້ໆໄດ້ແນວໃດຖ້າເຈົ້າບໍ່ຮູ້ຈັກຊື່ຂອງລາວ? ຄ້າຍກັນ ເມື່ອຜູ້ຄົນຖືກກີດກັນບໍ່ໃຫ້ຮູ້ຈັກຊື່ຂອງພະເຈົ້າ ເຢໂຫວາ ເຂົາເຈົ້າຈະສະໜິດສະໜົມແທ້ໆກັບພະເຈົ້າໄດ້ແນວໃດ? ນອກຈາກນັ້ນ ເມື່ອຜູ້ຄົນບໍ່ໃຊ້ຊື່ຂອງພະເຈົ້າ ເຂົາເຈົ້າກໍຂາດຄວາມຮູ້ກ່ຽວກັບຄວາມໝາຍທີ່ດີເລີດຂອງຊື່ນັ້ນ. ຊື່ຂອງພະເຈົ້າມີຄວາມໝາຍວ່າແນວໃດ?

ພະເຈົ້າເອງໄດ້ອະທິບາຍຄວາມໝາຍຂອງຊື່ນັ້ນໃຫ້ແກ່ໂມເຊຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງ. ເມື່ອໂມເຊຖາມກ່ຽວກັບຊື່ຂອງພະເຈົ້າ ພະເຢໂຫວາຕອບວ່າ “ເຮົາຈະເປັນແບບທີ່ເຮົາປະສົງຈະເປັນ.” (ອົບພະຍົບ 3:14, ລ.ມ.) ສະບັບແປຂອງທ່ານເລາະເທີແຮັມແປຖ້ອຍຄຳດັ່ງກ່າວວ່າ “ເຮົາຈະເປັນອັນໃດກໍໄດ້ທີ່ເຮົາພໍໃຈຈະເປັນ.” ດັ່ງນັ້ນ ພະເຢໂຫວາສາມາດເປັນອັນໃດກໍໄດ້ທີ່ຈຳເປັນເພື່ອເຮັດໃຫ້ຈຸດປະສົງຂອງພະອົງບັນລຸຜົນສຳເລັດ.

ສົມມຸດວ່າເຈົ້າສາມາດເປັນອັນໃດກໍໄດ້ທີ່ເຈົ້າຢາກຈະເປັນ. ເຈົ້າຈະເຮັດອັນໃດແດ່ໃຫ້ຫມູ່ຂອງເຈົ້າ? ຖ້າຫມູ່ຂອງເຈົ້າເຈັບໜັກ ເຈົ້າກໍຈະກາຍເປັນໝໍທີ່ຊຳນິຊຳນານແລະປິ່ນປົວລາວ. ຖ້າຫມູ່ອີກຜູ້ໜຶ່ງປະສົບຄວາມສູນເສຍທາງດ້ານການເງິນ ເຈົ້າກໍຈະເປັນຜູ້ອຸປະຖຳຄໍ້າຊູທີ່ຮັ່ງມີແລະຊ່ວຍແກ້ບັນຫາຂອງລາວໄດ້. ໃນຕົວຈິງ ຄົນເຮົາບໍ່ສາມາດປ່ຽນເປັນສິ່ງທີ່ເຮົາຢາກເປັນ. ເຮົາທຸກຄົນລ້ວນແຕ່ມີຂໍ້ຈຳກັດ. ເມື່ອສຶກສາຄຳພີໄບເບິນ ເຈົ້າຈະຮູ້ສຶກແປກໃຈທີ່ເຫັນວ່າພະເຢໂຫວາຈະເປັນອັນໃດກໍໄດ້ທີ່ຈຳເປັນເພື່ອເຮັດໃຫ້ຄຳສັນຍາຂອງພະອົງສຳເລັດ. ແລະນັ້ນເຮັດໃຫ້ພະອົງພໍໃຈທີ່ຈະໃຊ້ລິດເດດຂອງພະອົງເພື່ອເຫັນແກ່ຜູ້ທີ່ຮັກພະອົງ. (2 ຂ່າວຄາວ 16:9) ຜູ້ທີ່ບໍ່ຮູ້ຈັກຊື່ຂອງພະເຢໂຫວາບໍ່ສາມາດເບິ່ງເຫັນແງ່ມຸມທີ່ລໍ້າຄ່າກ່ຽວກັບຄຸນລັກສະນະເຫຼົ່ານີ້ຂອງພະເຈົ້າໄດ້.

ເຫັນໄດ້ຢ່າງຈະແຈ້ງວ່າ ຊື່ເຢໂຫວາຄວນມີຢູ່ໃນຄຳພີໄບເບິນ. ການຮູ້ຈັກຄວາມໝາຍຂອງຊື່ນີ້ແລະໃຊ້ຊື່ນີ້ຢ່າງເຕັມທີໃນການນະມັດສະການຂອງເຮົາຈະເປັນເຄື່ອງຊ່ວຍທີ່ມີປະສິດທິພາບສູງເຊິ່ງຈະເຮັດໃຫ້ເຮົາຫຍັບເຂົ້າໃກ້ພະເຢໂຫວາ ພໍ່ທີ່ຢູ່ທາງພາກສະຫວັນຂອງເຮົາ. *

^ ຂໍ້ 3 ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບຊື່ຂອງພະເຈົ້າ ກ່ຽວກັບຄວາມໝາຍຂອງຊື່ນີ້ ແລະກ່ຽວກັບເຫດຜົນທີ່ເຮົາຄວນໃຊ້ຊື່ນີ້ໃນການນະມັດສະການ ຂໍໃຫ້ເບິ່ງຈຸນລະສານຊື່ຂອງພະເຈົ້າທີ່ຈະຍືນຍົງຕະຫຼອດການ (ພາສາອັງກິດ) ຈັດພິມໂດຍພະຍານພະເຢໂຫວາ.