ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກຜະໜວກ

ວິທີທີ່ຄຳພະຍາກອນຂອງດານຽນບອກລ່ວງຫນ້າເລື່ອງການປາກົດຕົວຂອງເມຊີ

ວິທີທີ່ຄຳພະຍາກອນຂອງດານຽນບອກລ່ວງຫນ້າເລື່ອງການປາກົດຕົວຂອງເມຊີ

ຜູ້ພະຍາກອນດານຽນມີຊີວິດຢູ່ກ່ອນພະເຍຊູເກີດ 500 ກວ່າປີ. ແຕ່ພະເຢໂຫວາໄດ້ເປີດເຜີຍຂໍ້ມູນແກ່ດານຽນເພື່ອຈະເຮັດໃຫ້ມີທາງເປັນໄປໄດ້ທີ່ຈະຊີ້ໃຫ້ເຫັນເວລາທີ່ພະເຍຊູຈະໄດ້ຮັບການເຈີມໂດຍພະວິນຍານບໍລິສຸດ ເຊິ່ງໝາຍຄວາມວ່າໄດ້ຮັບການແຕ່ງຕັ້ງໃຫ້ເປັນເມຊີ ຫຼືເປັນພະຄລິດ. ດານຽນໄດ້ຮັບແຈ້ງວ່າ “ຈົ່ງຮູ້ຈັກແລະຈົ່ງເຂົ້າໃຈວ່າຕັ້ງແຕ່ພະຄຳໄດ້ອອກມາບອກໃຫ້ກໍ່ສ້າງແລະຕັ້ງເຢຣຶຊາເລມໄວ້ໃໝ່ ຈົນເຖິງເມຊີຜູ້ເຈົ້ານາຍ [“ຜູ້ນຳ,” ລ.ມ.] ມີ 7 ອາທິດກັບ 62 ອາທິດ.”—ດານຽນ 9:25.

ເພື່ອຊີ້ເຖິງເວລາທີ່ເມຊີຈະປາກົດຕົວ ທຳອິດເຮົາຕ້ອງຮູ້ຈຸດເລີ່ມຕົ້ນຂອງໄລຍະເວລາທີ່ຈະນຳໄປເຖິງຜູ້ເປັນເມຊີ. ອີງຕາມຄຳພະຍາກອນນີ້ ຈຸດເລີ່ມຕົ້ນຄື “ຕັ້ງແຕ່ພະຄຳໄດ້ອອກມາບອກໃຫ້ກໍ່ສ້າງແລະຕັ້ງເຢຣຶຊາເລມໄວ້ໃໝ່.” “ພະຄຳໄດ້ອອກມາ” ເມື່ອໃດ? ຕາມທີ່ເນເຫມີຜູ້ຂຽນສ່ວນໜຶ່ງຂອງຄຳພີໄບເບິນໄດ້ກ່າວໄວ້ ຄຳສັ່ງທີ່ຈະໃຫ້ສ້າງກຳແພງອ້ອມເມືອງເຢຣຶຊາເລມຂຶ້ນໃໝ່ໄດ້ອອກມາ “ໃນປີທີ 20 ຂອງກະສັດອາເຣຕາເຊເຣເຊ.” (ເນເຫມີ 2:1, 5-8) ນັກປະຫວັດສາດຢືນຢັນວ່າໃນປີ 474 ກ່ອນ ສ.ສ. ເປັນປີທີ່ອາເຣຕາເຊເຣເຊປົກຄອງໄດ້ໜຶ່ງປີເຕັມ. ສະນັ້ນ ປີທີ 20 ຂອງການປົກຄອງຂອງລາວກໍຄືປີ 455 ກ່ອນ ສ.ສ. ບັດນີ້ເຮົາຮູ້ເວລາທີ່ເປັນຈຸດເລີ່ມຕົ້ນໃນຄຳພະຍາກອນຂອງດານຽນເລື່ອງຜູ້ເປັນເມຊີ ຈຸດນັ້ນກໍຄືປີ 455 ກ່ອນ ສ.ສ.

ດານຽນຊີ້ບອກໄລຍະເວລາທີ່ນຳໄປເຖິງການປາກົດຕົວຂອງ “ເມຊີຜູ້ເຈົ້ານາຍ” ວ່າຈະດົນປານໃດ. ຄຳພະຍາກອນກ່າວເຖິງ “7 ອາທິດກັບ 62 ອາທິດ” ເຊິ່ງລວມທັງໝົດເປັນ 69 ອາທິດ. ໄລຍະເວລານີ້ຈະດົນປານໃດ? ຄຳພີໄບເບິນສະບັບແປຫຼາຍສະບັບໃຫ້ຂໍ້ສັງເກດວ່ານີ້ບໍ່ແມ່ນອາທິດທີ່ມີເຈັດມື້ ແຕ່ແມ່ນອາທິດທີ່ໝາຍເຖິງປີ. ນັ້ນຄືອາທິດໜຶ່ງໝາຍເຖິງເຈັດປີ. ແນວຄວາມຄິດເລື່ອງອາທິດທີ່ໝາຍເຖິງປີ ຫຼືໄລຍະເວລາຂອງອາທິດໜຶ່ງທີ່ເທົ່າກັບເຈັດປີເປັນສິ່ງທີ່ຊາວຢິວໃນສະໄໝບູຮານຮູ້ຈັກດີ. ຕົວຢ່າງ ເຂົາເຈົ້າມີຊະບາໂຕທຸກໆປີທີເຈັດ. (ອົບພະຍົບ 23:10, 11) ສະນັ້ນ 69 ອາທິດຕາມຄຳພະຍາກອນຈຶ່ງໝາຍເຖິງ 69 ໄລຍະ ເຊິ່ງແຕ່ລະໄລຍະດົນ 7 ປີ ເຊິ່ງເທົ່າກັບຫຼືລວມທັງໝົດເປັນ 483 ປີ.

ຕອນນີ້ເຮົາຕ້ອງເຮັດການຄິດໄລ່. ຖ້າເຮົາເລີ່ມນັບຕັ້ງແຕ່ປີ 455 ກ່ອນ ສ.ສ. ໄປ 483 ປີ ເຮົາກໍມາເຖິງປີ 29 ສ.ສ. ນັ້ນເປັນປີທີ່ພະເຍຊູຮັບບັບເຕມາແລະກາຍເປັນເມຊີ! * (ລືກາ 3:1, 2, 21, 22) ນີ້ເປັນຄວາມສຳເລັດເປັນຈິງທີ່ໜ້າງຶດງໍ້ຂອງຄຳພະຍາກອນໃນຄຳພີໄບເບິນບໍ່ແມ່ນບໍ?

^ ຂໍ້ 2 ຕັ້ງແຕ່ປີ 455 ກ່ອນ ສ.ສ. ເຖິງປີ 1 ກ່ອນ ສ.ສ. ລວມເປັນ 454 ປີ. ຈາກປີ 1 ກ່ອນ ສ.ສ. ເຖິງປີ 1 ສ.ສ. ກໍຄືເວລາໜຶ່ງປີ (ບໍ່ມີປີສູນ). ແລະຕັ້ງແຕ່ປີ 1 ສ.ສ. ເຖິງປີ 29 ສ.ສ. ລວມເປັນ 28 ປີ. ເມື່ອເຮົາເອົາຕົວເລກທັງສາມຈຳນວນນີ້ບວກກັນກໍຈະໄດ້ເວລາທັງໝົດ 483 ປີ. ພະເຍຊູຖືກ “ຕັດ” ດ້ວຍການສິ້ນຊີວິດໃນປີ 33 ສ.ສ. ເຊິ່ງຢູ່ລະຫວ່າງອາທິດທີ 70 ຂອງອາທິດທີ່ນັບມື້ເປັນປີ. (ດານຽນ 9:24, 26) ຂໍໃຫ້ເບິ່ງປຶ້ມຈົ່ງເອົາໃຈໃສ່ຄຳພະຍາກອນຂອງດານຽນ! (ພາສາໄທ) ບົດທີ 11 ແລະໃນປຶ້ມການຢັ່ງເຫັນເຂົ້າໃຈໃນພະຄຳພີ (ພາສາອັງກິດ) ຫົວທີ 2 ໜ້າ 899-901. ປຶ້ມທັງສອງຈັດພິມໂດຍພະຍານພະເຢໂຫວາ.