ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກຜະໜວກ

ຄວາມຈິງກ່ຽວກັບພະບິດາ ພະບຸດ ແລະພະວິນຍານບໍລິສຸດ

ຄວາມຈິງກ່ຽວກັບພະບິດາ ພະບຸດ ແລະພະວິນຍານບໍລິສຸດ

ຜູ້ຄົນທີ່ເຊື່ອຄຳສອນເລື່ອງຕີເອການຸພາບເວົ້າວ່າພະເຈົ້າປະກອບດ້ວຍສາມບຸກຄົນ ຄືພະບິດາ ພະບຸດ ແລະພະວິນຍານບໍລິສຸດ. ຄຳສອນນີ້ບອກວ່າແຕ່ລະບຸກຄົນໃນສາມບຸກຄົນນີ້ທຽບເທົ່າກັນ ມີລິດທານຸພາບທຸກປະການ ແລະບໍ່ມີຈຸດເລີ່ມຕົ້ນ. ສະນັ້ນ ຕາມຄຳສອນເລື່ອງຕີເອການຸພາບ ພະບິດາເປັນພະເຈົ້າ ພະບຸດເປັນພະເຈົ້າ ແລະພະວິນຍານບໍລິສຸດເປັນພະເຈົ້າ ເຖິງຢ່າງນັ້ນກໍມີພຽງແຕ່ພະເຈົ້າອົງດຽວ.

ຫຼາຍຄົນທີ່ເຊື່ອເລື່ອງຕີເອການຸພາບຍອມຮັບວ່າເຂົາເຈົ້າບໍ່ສາມາດອະທິບາຍກ່ຽວກັບຄຳສອນນີ້. ເຖິງແນວນັ້ນກໍຕາມ ເຂົາເຈົ້າຍັງຄຶດວ່າມີຄຳສອນນີ້ຢູ່ໃນຄຳພີໄບເບິນ. ເປັນຕາໜ້າສັງເກດ ຄຳວ່າ “ຕີເອການຸພາບ” ບໍ່ເຄີຍມີໃນຄຳພີໄບເບິນ. ແຕ່ແນວຄິດເລື່ອງຕີເອການຸພາບມີຢູ່ໃນຄຳພີໄບເບິນບໍ? ເພື່ອຈະຕອບຄຳຖາມນີ້ ຂໍໃຫ້ເຮົາພິຈາລະນາພະຄຳພີຂໍ້ໜຶ່ງທີ່ຜູ້ສະໜັບສະຫນູນຄຳສອນເລື່ອງຕີເອການຸພາບມັກອ້າງເຖິງເພື່ອຢືນຢັນຄຳສອນນີ້.

“ພະຄຳເປັນພະເຈົ້າ”

ທີ່ໂຢຮັນ 1:1 ກ່າວວ່າ “ໃນຕົ້ນເດີມພະຄຳເປັນຢູ່ແລ້ວ ແລະພະຄຳໄດ້ຢູ່ນຳພະເຈົ້າ ແລະພະຄຳເປັນພະເຈົ້າ.” ຕໍ່ມາໃນບົດດຽວກັນ ອັກຄະສາວົກໂຢຮັນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ “ພະຄຳ” ແມ່ນພະເຍຊູ. (ໂຢຮັນ 1:14) ຢ່າງໃດກໍຕາມ ເນື່ອງຈາກມີການເອີ້ນພະຄຳວ່າເປັນພະເຈົ້າ ບາງຄົນຈຶ່ງລົງຄວາມເຫັນວ່າພະບຸດແລະພະບິດາຕ້ອງເປັນສ່ວນຂອງພະເຈົ້າອົງດຽວກັນ.

ຂໍໃຫ້ຈື່ໄວ້ວ່າຂໍ້ຄວາມຕອນນີ້ຂອງຄຳພີໄບເບິນທຳອິດຂຽນເປັນພາສາກະເລັກ. ຕໍ່ມາຜູ້ແປໄດ້ແປຂໍ້ຄວາມພາສາກະເລັກເປັນພາສາອື່ນໆ. ຜູ້ແປຄຳພີໄບເບິນຫຼາຍຄົນບໍ່ໄດ້ໃຊ້ຂໍ້ຄວາມທີ່ວ່າ “ພະຄຳເປັນພະເຈົ້າ.” ຍ້ອນຫຍັງ? ໂດຍອີງຕາມຄວາມຮູ້ກ່ຽວກັບພາສາກະເລັກໃນຄຳພີໄບເບິນ ຜູ້ແປເຫຼົ່ານັ້ນຕັດສິນໃຈວ່າ ຂໍ້ຄວາມທີ່ວ່າ “ພະຄຳເປັນພະເຈົ້າ” ຄວນແປແບບອື່ນ. ແປແບບໃດລະ? ມີບາງຕົວຢ່າງຕໍ່ໄປນີ້ “ໂລໂກສ [ພະຄຳ] ແມ່ນມີລັກສະນະຄືພະເຈົ້າ.” (ເອິ ນິວ ທັງສະເລເຊິນ ອອຟ ເດິ ໄບເບິນ) “ພະຄຳເປັນພະເຈົ້າອົງໜຶ່ງ.” (ເດິ ນິວ ແທັດສະຕາແມັນ ອິນ ແອນ ອິມພູບ ເວີເຊີນ) “ພະຄຳຢູ່ນຳພະເຈົ້າແລະມີລັກສະນະຄືກັນກັບພະເຈົ້າ.” (ເດິ ທັງສະເລເຕີສ ນິວແທັດສະຕາແມັນ) ຕາມທີ່ກ່າວໃນສະບັບແປເຫຼົ່ານີ້ ພະຄຳຈຶ່ງບໍ່ແມ່ນພະເຈົ້າເອງ. * ແທນທີ່ຈະເປັນແນວນັ້ນ ເນື່ອງຈາກພະຄຳມີຕຳແໜ່ງສູງໃນທ່າມກາງສິ່ງເນລະມິດສ້າງຂອງພະເຢໂຫວາ ຈຶ່ງມີການກ່າວເຖິງພະຄຳວ່າເປັນ “ພະເຈົ້າອົງໜຶ່ງ.” ໃນນີ້ຄຳວ່າ “ພະເຈົ້າ” ໝາຍເຖິງ “ຜູ້ມີລິດເດດ.”

ຮຽນຮູ້ຄວາມຈິງຫຼາຍຂຶ້ນ

ຄົນສ່ວນຫຼາຍບໍ່ຮູ້ພາສາກະເລັກທີ່ໃຊ້ໃນຄຳພີໄບເບິນ. ຄັນຊັ້ນ ເຮົາຈະຮູ້ໄດ້ແນວໃດວ່າອັກຄະສາວົກໂຢຮັນໝາຍເຖິງຫຍັງແທ້ໆ? ຂໍໃຫ້ພິຈາລະນາຕົວຢ່າງນີ້ ນາຍຄູອະທິບາຍບົດຮຽນໜຶ່ງໃຫ້ນັກຮຽນຂອງຕົນ. ຫຼັງຈາກນັ້ນ ພວກນັກຮຽນກໍເຂົ້າໃຈຄຳອະທິບາຍນັ້ນຄົນລະແນວ. ພວກນັກຮຽນຈະແກ້ບັນຫານີ້ແນວໃດ? ເຂົາເຈົ້າອາດຖາມນາຍຄູເພື່ອໄດ້ຂໍ້ມູນຕື່ມອີກ. ແນ່ນອນວ່າການຮູ້ຄວາມຈິງຕື່ມອີກຈະຊ່ວຍເຂົາເຈົ້າໃຫ້ເຂົ້າໃຈບົດຮຽນນັ້ນຫຼາຍຂຶ້ນ. ຄ້າຍຄືກັນ ເພື່ອຈະເຂົ້າໃຈຄວາມໝາຍຂອງໂຢຮັນ 1:1 ເຮົາສາມາດຄົ້ນຄວ້າກິດຕິຄຸນຂອງໂຢຮັນເພື່ອໄດ້ຂໍ້ມູນຕື່ມອີກກ່ຽວກັບຕຳແໜ່ງຂອງພະເຍຊູ. ການຮູ້ຄວາມຈິງຕື່ມອີກໃນເລື່ອງນີ້ຈະຊ່ວຍເຮົາໃຫ້ລົງຄວາມເຫັນໄດ້ຢ່າງຖືກຕ້ອງ.

ຕົວຢ່າງເຊັ່ນ ຂໍໃຫ້ພິຈາລະນາສິ່ງທີ່ໂຢຮັນຂຽນຕໍ່ໄປໃນບົດທີ 1 ຂໍ້ທີ 18 ທີ່ວ່າ “ບໍ່ມີຜູ້ໃດໄດ້ເຫັນພະເຈົ້າ [ຜູ້ມີລິດທານຸພາບທຸກປະການ] ສັກເທື່ອ.” ແຕ່ມະນຸດເຄີຍເຫັນພະເຍຊູເຊິ່ງເປັນພະບຸດ ເນື່ອງຈາກໂຢຮັນກ່າວວ່າ “ພະຄຳ [ພະເຍຊູ] ໄດ້ບັງເກີດເປັນເນື້ອໜັງແລະໄດ້ອາໄສຢູ່ໃນທ່າມກາງພວກເຮົາ ແລະພວກເຮົາໄດ້ເຫັນລັດສະໝີຂອງພະອົງ.” (ໂຢຮັນ 1:14) ຖ້າເປັນແນວນັ້ນ ພະບຸດຈະເປັນສ່ວນຂອງພະເຈົ້າຜູ້ມີລິດທານຸພາບທຸກປະການໄດ້ແນວໃດ? ໂຢຮັນຍັງກ່າວວ່າ ພະຄຳ “ຢູ່ນຳ ພະເຈົ້າ.” ແຕ່ບຸກຄົນໜຶ່ງຈະຢູ່ນຳ ອີກບຸກຄົນໜຶ່ງແລະໃນເວລາດຽວກັນກໍເປັນ ບຸກຄົນນັ້ນໄດ້ແນວໃດ? ນອກຈາກນີ້ ຕາມທີ່ບັນທຶກໄວ້ໃນໂຢຮັນ 17:3 ພະເຍຊູຊີ້ໃຫ້ເຫັນຢ່າງຈະແຈ້ງວ່າມີຄວາມແຕກຕ່າງກັນລະຫວ່າງພະອົງແລະຜູ້ເປັນພໍ່ທີ່ຢູ່ໃນສະຫວັນ. ພະອົງເອີ້ນພໍ່ວ່າ “ພະເຈົ້າອົງດຽວທ່ຽງແທ້.” ແລະໃນຕອນທ້າຍກິດຕິຄຸນຂອງໂຢຮັນ ລາວໄດ້ສະຫລຸບໂດຍກ່າວວ່າ “ສິ່ງທັງຫຼາຍນີ້ເປັນທີ່ຂຽນໄວ້ເພື່ອທ່ານທັງຫຼາຍຈະໄດ້ເຊື່ອວ່າພະເຍຊູເປັນພະຄລິດເປັນພະບຸດຂອງພະເຈົ້າ.” (ໂຢຮັນ 20:31) ຂໍໃຫ້ສັງເກດວ່າມີການເອີ້ນພະເຍຊູວ່າເປັນລູກຊາຍຂອງພະເຈົ້າ ບໍ່ແມ່ນພະເຈົ້າ. ຂໍ້ມູນເພີ່ມເຕີມທີ່ມີຢູ່ໃນກິດຕິຄຸນຂອງໂຢຮັນສະແດງໃຫ້ເຫັນວິທີທີ່ຈະເຂົ້າໃຈໂຢຮັນ 1:1 ໃນແບບທີ່ຄວນເປັນ. ພະເຍຊູເຊິ່ງເປັນພະຄຳເປັນ “ພະເຈົ້າອົງໜຶ່ງ” ໃນຄວາມໝາຍທີ່ວ່າພະເຍຊູມີຕຳແໜ່ງທີ່ສູງແຕ່ວ່າບໍ່ແມ່ນອົງດຽວກັບພະເຈົ້າຜູ້ມີລິດທານຸພາບທຸກປະການ.

ຢືນຢັນຂໍ້ຄວາມຈິງ

ຂໍໃຫ້ນຶກເຖິງຕົວຢ່າງກ່ຽວກັບນາຍຄູແລະນັກຮຽນອີກເທື່ອໜຶ່ງ. ສົມມຸດວ່ານັກຮຽນບາງຄົນຍັງສົງໄສຢູ່ ທັງໆທີ່ໄດ້ຮັບຟັງຄຳອະທິບາຍເພີ່ມເຕີມຈາກນາຍຄູ. ນັກຮຽນເຫຼົ່ານັ້ນຄວນເຮັດແນວໃດ? ເຂົາເຈົ້າອາດໄປຫານາຍຄູອີກຜູ້ໜຶ່ງເພື່ອຖາມຂໍ້ມູນຕື່ມອີກໃນບົດຮຽນດຽວກັນ. ຖ້ານາຍຄູຜູ້ທີສອງຢືນຢັນຄຳອະທິບາຍຂອງນາຍຄູຜູ້ທຳອິດ ຂໍ້ສົງໄສຂອງນັກຮຽນສ່ວນຫຼາຍກໍອາດໝົດໄປ. ຄ້າຍຄືກັນ ຖ້າເຮົາບໍ່ແນ່ໃຈວ່າໂຢຮັນຜູ້ຂຽນຄຳພີໄບເບິນໝາຍຄວາມວ່າແນວໃດແທ້ໆໃນເລື່ອງສາຍສຳພັນລະຫວ່າງພະເຍຊູແລະພະເຈົ້າຜູ້ມີລິດທານຸພາບທຸກປະການ ເພື່ອຈະໄດ້ຂໍ້ມູນຕື່ມອີກເຮົາກໍສາມາດກວດເບິ່ງບັນທຶກຂອງອີກຄົນໜຶ່ງທີ່ຂຽນສ່ວນໜຶ່ງຂອງຄຳພີໄບເບິນ. ຕົວຢ່າງ ຂໍໃຫ້ພິຈາລະນາສິ່ງທີ່ມາລະໂກຂຽນ. ລາວໄດ້ຍົກຄຳກ່າວຂອງພະເຍຊູກ່ຽວກັບອະວະສານຂອງລະບົບນີ້ຂຶ້ນມາກ່າວທີ່ວ່າ “ວັນກຳນົດກັບໂມງກຳນົດນັ້ນບໍ່ມີຜູ້ໃດຮູ້ຈັກ ແມ່ນພວກທູດສະຫວັນກໍດີ ບຸດມະນຸດກໍດີກໍບໍ່ຮູ້ຈັກ ຮູ້ຈັກແຕ່ພະບິດາອົງດຽວ.” (ມາລະໂກ 13:32) ຖ້ອຍຄຳເຫຼົ່ານີ້ຢືນຢັນແນວໃດວ່າພະເຍຊູບໍ່ແມ່ນພະເຈົ້າຜູ້ມີລິດທານຸພາບທຸກປະການ?

ພະເຍຊູກ່າວວ່າພໍ່ຮູ້ຫຼາຍກວ່າລູກ. ແຕ່ຖ້າພະເຍຊູເປັນສ່ວນຂອງພະເຈົ້າຜູ້ມີລິດທານຸພາບທຸກປະການ ພະອົງຄົງຈະຮູ້ຄວາມຈິງແບບດຽວກັບທີ່ພໍ່ຮູ້. ດັ່ງນັ້ນ ລູກແລະພໍ່ທຽບເທົ່າກັນບໍ່ໄດ້. ແຕ່ບາງຄົນຈະບອກວ່າ ‘ພະເຍຊູມີສອງສະຖານະພາບ. ໃນນີ້ພະອົງກ່າວໃນຖານະເປັນມະນຸດ.’ ແຕ່ເຖິງວ່າຈະເປັນເຊັ່ນນັ້ນ ຈະວ່າແນວໃດກ່ຽວກັບພະວິນຍານບໍລິສຸດ? ຖ້າພະວິນຍານບໍລິສຸດເປັນສ່ວນໜຶ່ງຂອງພະເຈົ້າອົງດຽວກັນກັບພະບິດາ ເປັນຫຍັງພະເຍຊູຈຶ່ງບໍ່ເວົ້າວ່າພະວິນຍານບໍລິສຸດຮູ້ສິ່ງທີ່ພະບິດາຮູ້?

ໃນຂະນະທີ່ເຈົ້າສຶກສາຄຳພີໄບເບິນຕໍ່ໆໄປ ເຈົ້າຈະຄຸ້ນເຄີຍກັບຂໍ້ຄວາມໃນຄຳພີໄບເບິນຫຼາຍຂຶ້ນກ່ຽວກັບເລື່ອງນີ້. ຂໍ້ຄວາມເຫຼົ່ານັ້ນຢືນຢັນຄວາມຈິງກ່ຽວກັບພະບິດາ ພະບຸດ ແລະພະວິນຍານບໍລິສຸດ.—ຄຳເພງ 90:2; ກິດຈະການ 7:55; ໂກໂລດ 1:15.

^ ຂໍ້ 3 ສຳລັບການພິຈາລະນາຫຼັກໄວຍາກອນພາສາກະເລັກທີ່ໃຊ້ກັບໂຢຮັນ 1:1 ຂໍໃຫ້ເບິ່ງຈຸນລະສານເຮົາຄວນເຊື່ອເລື່ອງຕີເອການຸພາບບໍ? (ພາສາອັງກິດ) ໜ້າ 26-29 ຈັດພິມໂດຍພະຍານພະເຢໂຫວາ.